ບົດທີ 11
1
ເມື່ອນັ້ນຄົນທົ່ວທັງແຜ່ນດິນໂລກໃຊ້ພາສາ ແລະ ຄຳສັບດຽວກັນ ແລະ ໃຊ້ຖ້ອຍຄຳແບບດຽວກັນ.
2
ໃນຂະນະທີ່ພວກເຂົາໄດເດີນທາງໄປທາງທິດຕາເວັນອອກ, ພວກເຂົາໄດ້ພົບທົ່ງຮາບພຽງໃນແຜ່ນດິນຊີນາຍທີ່ບາບີໂລນ ແລະ ພວກເຂົາຈິ່ງໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ.
3
ພວກເຂົາໄດ້ເວົ້າກັນວ່າ, "ມາເຖີດ, ໃຫ້ເຮົາປັ້ນດິນຈີ່ ແລະ ເຜົາມັນໃຫ້ສຸກ." ພວກເຂົາໃຊ້ດິນຈີ່ແທນກ້ອນຫີນ ແລະ ນ້ຳມັນດິນແທນປູນ.
4
ພວກເຂົາເວົ້າວ່າ, "ຈົ່ງມາເຖີດ, ໃຫ້ພວກເຮົາສ້າງເມືອງ ແລະ ຫໍຄອຍທີ່ມີຍອດສູງເຖິງທ້ອງຟ້າ, ດ້ວຍພວກເຮົາເອງຖ້າເຮົາບໍ່ສ້າງ, ເຮົາຈະຖືກເຮັດໃຫ້ກະຈັດກະຈາຍໄປທົ່ວເທິງແຜ່ນດິນ."
5
ດັ່ງນັ້ນພຣະຢາເວຈຶ່ງໄດ້ສະເດັດລົງມາເພື່ອເບິ່ງຕົວເມືອງກັບຫໍຄອຍນັ້ນຊຶ່ງພົງພັນຂອງອາດາມໄດ້ສ້າງຂຶ້ນ.
6
ພຣະຢາເວໄດ້ກ່າວວ່າ, "ເບິ່ງເຖີດ, ພວກເຂົາເປັນປະຊາຊົນຫນຶ່ງດຽວ, ມີພາສາດຽວ, ແລະ ພວກເຂົາກຳລັງເລີ່ມຕົ້ນເຮັດສິ່ງນີ້! ໃນບໍ່ຊ້າສິ່ງທີ່ພວກເຂົາຕັ້ງໃຈຈະເຮັດ ຈະບໍ່ມີອັນໃດທີ່ເປັນໄປບໍ່ໄດ້ສຳລັບພວກເຂົາ.
7
ມາເຖີດ, ໃຫ້ພວກເຮົາລົງໄປ ແລະ ເຮັດໃຫ້ພາສາຂອງພວກເຂົາວຸ້ນວາຍທີ່ນັ້ນ, ເພື່ອທີ່ວ່າພວກເຂົາຈະເວົ້າບໍ່ເຂົ້າໃຈຊຶ່ງກັນ ແລະ ກັນ."
8
ດັ່ງນັ້ນພຣະຢາເວໄດ້ຊົງເຮັດໃຫ້ພວກເຂົາກະຈັດກະຈາຍໄປ ຈາກທີ່ນັ້ນໄປຢູ່ທົ່ວພື້ນແຜ່ນດິນໂລກ ແລະ ພວກເຂົາກໍໄດ້ຢຸດການກໍ່ສ້າງເມືອງນັ້ນ.
9
ດັ່ງນັ້ນ, ຈຶ່ງເອີ້ນຊື່ເມືອງນັ້ນວ່າບາເບນ, ເພາະທີ່ນັ້ນພຣະຢາເວໄດ້ຊົງເຮັດໃຫ້ພາສາຂອງບັນດາປະຊາຊາດວຸ້ນວາຍກັນ ແລະ ຈາກທີ່ນັ້ນພຣະຢາເວໄດ້ເຮັດໃຫ້ພວກເຂົາພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກ.
10
ຄົນເຫລົ່ານີ້ຄືເຊື້ອສາຍຂອງເຊມ. ເຊມມີອາຍຸໄດ້ຫນຶ່ງຮ້ອຍປີ, ແລະຫລັງນ້ຳຖ້ວມສອງປີເພິ່ນມີລູກຊາຍຊື່ວ່າອາກປັກຊາດ.
11
ເຊມໄດ້ມີອາຍຸຍືນຕໍ່ໄປອີກຫ້າຮ້ອຍປີຫລັງຈາກທີ່ເຂົາໄດ້ອາກປັກຊາດ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນ.
12
ເມື່ອອາກປັກຊາດມີອາຍຸໄດ້ສາມສິບຫ້າປີ, ເພິ່ນມີລູກຊາຍຊື່ວ່າເຊລາ.
13
ອາກປັກສາດໄດ້ມີອາຍຸຍືນຕໍ່ໄປອີກ 403 ປີຫລັງຈາກທີ່ເຂົາໄດ້ເຊລາແລ້ວ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
14
ເມື່ອເຊລາອາຍຸໄດ້ສາມສິບປີເພິ່ນມີລູກຊາຍຊື່ເອເບ.
15
ເຊລາໄດ້ມີອາຍຸຍືນຕໍ່ໄປອີກສີ່ຮ້ອຍສາມປີຫລັງຈາກທີ່ເຂົາໄດ້ເອເບ. ແລ້ວເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
16
ເມື່ອເອເບມີອາຍຸໄດ້ສາມສິບສີ່ປີ, ເພິ່ນໄດ້ມີລູກຊາຍຊື່ເປເລັກ.
17
ເອເບໄດ້ມີອາຍຸຍືນຕໍ່ໄປອີກ 430 ປີຫລັງຈາກທີ່ເຂົາໄດ້ເປເລັກ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
18
ເມື່ອເປເລັກອາຍຸໄດ້ສາມສິບປີ, ເພິ່ນໄດ້ມີລູກຊາຍຊື່ເຣອູ.
19
ເປເລັກໄດ້ມີອາຍຸຍືນຕໍ່ໄປອີກສອງຮ້ອຍເກົ້າປີ ຫລັງຈາກທີ່ເຂົາໄດ້ເຣອູ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
20
ເມື່ອເຣອູມີອາຍຸໄດ້ສາມສິບສອງປີ, ເພິ່ນໄດ້ມີລູກຊາຍຊື່ເສຣຸກ.
21
ເຣອູໄດ້ມີອາຍຸຍືນຕໍ່ໄປອີກສອງຮ້ອຍເຈັດປີ ຫລັງຈາກທີ່ເຂົາໄດ້ ເສຣຸກ. ແລ້ວເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
22
ເມື່ອເສຣຸກອາຍຸໄດ້ສາມສິບປີ, ເພິ່ນໄດ້ມີລູກຊາຍຊື່ ນາໂຮ.
23
ເສຣຸກໄດ້ມີອາຍຸຍືນຕໍ່ໄປອີກ ສອງຮ້ອຍປີ ຫລັງຈາກທີ່ເພິ່ນໄດ້ລູກຊາຍນາໂຮ. ເພິ່ນຍັງໄດ້ມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ.
24
ເມື່ອນາໂຮອາຍຸໄດ້ຊາວເກົ້າປີ, ເພິ່ນໄດ້ມີລູກຊາຍຊື່ ເຕຣາ.
25
ນາໂຮໄດ້ມີອາຍຸຍືນຕໍ່ໄປອີກຮ້ອຍສິບເກົ້າປີຫລັງຈາກທີ່ເພິ່ນໄດ້ລູກຊາຍເຕຣາ. ເພິ່ນຍັງໄດ້ມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ
26
ຫລັງຈາກທີ່ ເຕຣາອາຍຸໄດ້ ເຈັດສິບປີ, ເພິ່ນໄດ້ມີລູກຊາຍ ຊື່: ອັບຣາມ, ນາໂຮ, ແລະຮາຣານ.
27
ຄົນເຫລົ່ານີ້ເປັນເຊື້ອສາຍຂອງເຕຣາ. ເຕຣາເປັນພໍ່ຂອງອັບຣາມ, ນາໂຮ, ແລະ ຮາຣານ. ຮາຣານເປັນພໍ່ຂອງໂລດ.
28
ຮາຣານໄດ້ຕາຍໄປຂະນະທີ່ເຕຣາພໍ່ຂອງຕົນຍັງມີຊີວິດຢູ່, ໃນແຜ່ນດິນທີ່ເຂົາເກີດຄືເມືອງອູເຣຂອງຊາວເຄເດັຍ.
29
ອັບຣາມ ແລະນາໂຮໄດ້ແຕ່ງງານ. ເມຍຂອງອັບຣາມຄືນາງຊາຣາຍ ແລະເມຍຂອງນາໂຮຄືນາງມີລະກາ, ລູກສາວຂອງຮາຣານຜູ້ເປັນພໍ່ຂອງມິນຄາ ແລະອິດສະຄາ.
30
ເນື່ອງຈາກຊາຣາຍ ເປັນຫມັນ; ນາງຈຶ່ງບໍ່ສາມາດມີລູກໄດ້.
31
ເຕຣາໄດ້ພາອັບຣາມລູກຊາຍຂອງເຂົາ, ໂລດລູກຊາຍຂອງຮາຣານ, ລູກຊາຍຂອງເຂົາ ແລະຊາລາຍລູກໃພ້ເມຍຂອງອັບຣາມລູກຊາຍຂອງເຂົາຈາກເມືອງ ອູເຣຂອງຊາວເຄເດຍໄປດ້ວຍກັນເພື່ອໄປຍັງແຜ່ນດິນການາອານ. ແຕ່ພວກເຂົາໄດ້ມາເຖິງເມືອງຮາຣານ ແລະພັກຢູ່ທີ່ນັ້ນ.
32
ເຕຣາມີອາຍຸໄດ້ສອງຮ້ອຍຫ້າປີແລະຈາກນັ້ນໄດ້ຕາຍໄປທີ່ເມືອງຮາຣານ.