1
ດັ່ງນັ້ນອັບຣາມໄດ້ອອກຈາກອີຢິບ ແລະ ເຂົ້າໄປຍັງເນເກບ, ເພິ່ນ, ແລະ ເມຍຂອງເພິ່ນ, ແລະ ທຸກສິ່ງທີ່ເພິ່ນມີ. ແລະ ໂລດກໍໄດ້ໄປກັບພວກເພິ່ນດ້ວຍ.
2
ຂະນະນີ້ອັບຣາມເປັນຄົນຮັ່ງມີຫລາຍ, ທັງໃນດ້ານຂອງ, ຝູງສັດລຽ້ງພ້ອມທັງເງິນ, ແລະ ຄຳ.
3
ເພິ່ນໄດ້ເດີນທາງຕໍ່ໄປຈາກເນເກບເຖິງເບັດເອນ, ແລະ ໄປເຖິງບ່ອນທີ່ຕົນເຄີຍຕັ້ງຄ້າຍພັກຄັ້ງກ່ອນ, ຢູ່ລະຫວ່າງເມືອງເບັດເອນ ກັບເມືອງອາອີ.
4
ເພິ່ນໄປຍັງບ່ອນທີ່ຕັ້ງແທ່ນບູຊາທີ່ເພິ່ນໄດ້ສ້າງໄວ້ແຕ່ກ່ອນນັ້ນ. ທີ່ນີ້ອັບຣາມໄດ້ຮ້ອງອອກພຣະນາມພຣະຢາເວ.
5
ສ່ວນໂລດ, ທີ່ເດີນທາງມາກັບອັບຣາມ, ກໍມີຝູງສັດ, ຜູ້ຄົນ, ແລະ ເຕັນຈຳນວນຫລວງຫລາຍດ້ວຍ.
6
ແຜ່ນດິນນັ້ນບໍ່ກວ້າງຂວາງຫລາຍພໍສຳລັບພວກເຂົາທີ່ຈະອາໄສຢູ່ໃກ້ກັນ, ເພາະວ່າຊັບສິນຂອງພວກເຂົາມີຫລວງຫລາຍ, ດັ່ງນັ້ນພວກເຂົາຈຶ່ງບໍ່ສາມາດຢູ່ນຳກັນໄດ້.
7
ແລະ ເກີດການຜິດຖຽງກັນລະຫວ່າງຄົນລຽ້ງສັດຂອງອັບຣາມ ແລະ ຄົນລ້ຽງສັດຂອງໂລດ. ໃນເວລານັ້ນຄົນການາອານ ແລະ ຄົນເປຣີຊີໄດ້ອາໄສຢູ່ໃນດິນແດນນັ້ນ.
8
ດັ່ງນັ້ນອັບຣາມຈຶ່ງໄດ້ເວົ້າກັບໂລດວ່າ, "ຢ່າໃຫ້ມີການຜິດຖຽງກັນລະຫວ່າງເຮົາກັບເຈົ້າ, ແລະ ລະຫວ່າງຄົນຂອງເຈົ້າ ແລະ ຄົນຂອງເຮົາເລີຍ; ເພາະພວກເຮົາເປັນຍາຕກັນ.
9
ແຜ່ນດິນທັງຫມົດຢູ່ຕໍ່ຫນ້າເຈົ້າແລ້ວບໍ່ແມ່ນບໍ? ໄປເຖີດເຈົ້າຈົ່ງແຍກໄປຈາກເຮົາ. ຖ້າເຈົ້າໄປທາງຊ້າຍ, ເຮົາກໍຈະໄປທາງຂວາ, ຫລືຖ້າເຈົ້າໄປທາງຂວາເຮົາກໍຈະໄປທາງຊ້າຍ."
10
ໂລດກໍໄດ້ຫລຽວໄປຮອບໆ, ແລະ ໄດ້ເຫັນວ່າທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງຫມົດເປັນທີ່ມີນ້ຳບໍຣິບູນທຸກແຫ່ງໄປຈົນເຖິງເມືອງໂຊອາ, ເຫມືອນດັ່ງສວນຂອງພຣະຢາເວ, ເຫມືອນດິນແດນອີຢິບ. ນີ້ເປັນສະພາບກ່ອນທີ່ພຣະຢາເວຈະທຳລາຍເມືອງໂຊໂດມກັບເມືອງໂກໂມຣາ.
11
ດັ່ງນັ້ນໂລດຈຶ່ງເລືອກເອົາທົ່ງຮາບພຽງທັງຫມົດຂອງແມ່ນໍ້າຈໍແດນສຳລັບຕົວເຂົາເອງ, ເເລະ ໄດ້ເດີນທາງໄປທາງທິດຕາເວັນອອກ, ແລະ ຍາດພີ່ນ້ອງທັງສອງກໍໄດ້ແຍກທາງກັນໄປ.
12
ອັບຣາມໄດ້ອາໄສຢູ່ໃນດິນແດນການາອານ, ສ່ວນໂລດໄດ້ອາໄສຢູ່ທ່າມກາງເມືອງທັງຫລາຍຂອງທົ່ງຮາບພຽງນັ້ນ. ເຂົາຕັ້ງເຕັນຂອງເຂົາຢູ່ຫ່າງໄກຈາກເມືອງໂຊໂດມ.
13
ສ່ວນປະຊາຊົນໃນເມືອງໂຊໂດມນັ້ນເປັນຄົນບາບຊົ່ວຮ້າຍຕໍ່ສູ້ພຣະຢາເວ.