ບົດທີ 6

1 ພຣະຢາເວໄດ້ກ່າວເເກ່ໂມເຊວ່າ, 2 "ຖ້າຄົນໃດເຮັດບາບ ເເລະ ຝ່າຝືນພຣະບັນຊາຕໍ່ພຣະຢາເວ, ໂດຍບໍ່ຍອມຄືນສິ່ງຂອງທີ່ຝາກໃຫ້ເຂົາດູເເລ, ຫລື ຖ້າເຂົາໂກງ ຫລື ຂະໂມຍເພື່ອນບ້ານຫລື ຖ້າເຂົາບີບບັງຄັບເພື່ອນບ້ານຂອງເຂົາ, 3 ຫລື ເຂົາໄດ້ພົບບາງສິ່ງທີ່ເພື່ອນບ້ານເຮັດເສຍໄປນັ້ນ ແລ້ວວ່າຕົນບໍ່ເຫັນ, ຫລື ເລື່ອງທີ່ປະຊາຊົນເຮັດບາບທຳນອງນີ້. 4 ເເລ້ວຕໍ່ມາຖ້າເຂົາໄດ້ເຮັດບາບ ເເລະ ມີຄວາມຜິດ, ເຂົາຈະຕ້ອງຄືນອັນໃດກໍ່ຕາມທີ່ເຂົາໄດ້ລັກມາ ຫລືບີບບັງຄັບເອົາມາ ຫລື ຢຶດເອົາສິ່ງທີ່ຝາກໄວ້ກັບເຂົາ ຫລືເຄື່ອງທີ່ຫາຍໄປທີ່ເຂົາໄດ້ພົບ. 5 ຫລື ຖ້າເຂົາມີການຕົວະໃນເລື່ອງໃດເລື່ອງຫນຶ່ງ, ໃນວັນທີ່ພົບວ່າເຂົາມີຄວາມຜິດເຂົາຕ້ອງຄືນໃຫ້ທັງຫມົດ ແລະ ເພີ່ມຫນຶ່ງໃນຫ້າເເກ່ຄົນທີ່ເປັນເຈົ້າຂອງ. 6 ເເລ້ວເຂົາຕ້ອງນຳເຄື່ອງບູຊາໄຖ່ຄວາມຜິດມາຖວາຍພຣະຢາເວ: ໂດຍນຳແກະຜູ້ທີ່ປາສະຈາກຕຳຫນິເອົາມາຈາກຝູງ ຊຶ່ງມີຄ່າເປັນທີ່ຍອມຮັບມາມອບໃຫ້ເເກ່ປະໂຣຫິດ, ໃຫ້ເປັນເຄື່ອງບູຊາໄຖ່ຄວາມຜິດ. 7 ປະໂຣຫິດຈະເຮັດການລົບລ້າງບາບສຳລັບເຂົາຕໍ່ພຣະພັກພຣະຢາເວ ເເລະ ເຂົາຈະໄດ້ຮັບການອະໄພໃນສິ່ງໃດກໍ່ຕາມທີ່ເຂົາໄດ້ເຮັດຜິດໄປ." 8 ແລ້ວພຣະຢາເວໄດ້ກ່າວແກ່ໂມເຊວ່າ, 9 "ຈົ່ງສັ່ງອາໂຣນ ແລະ ບັນດາລູກຊາຍຂອງເຂົາວ່າ, "ນີ້ຄືພຣະບັນຍັດເລື່ອງເຄື່ອງເຜົາບູຊາ: ເຄື່ອງເຜົາບູຊາຈະຕ້ອງເຜົາເທິງແທ່ນບູຊາຕະຫລອດຄືນຈົນຮອດເຊົ້າ, ເເລະ ຈະຕ້ອງໃຫ້ໄຟຂອງເເທ່ນບູຊາລຸກຢູ່ສະເຫມີ. 10 ປະໂຣຫິດຈະສວມຊຸດຜ້າປ່ານຂອງເຂົາ, ເເລະເຂົາຈະສວມຊຸດຊັ້ນໃນຂອງເຂົາເປັນຜ້າປ່ານດ້ວຍ, ເຂົາຈະຕ້ອງຕັກເອົາຂີ້ເຖົ່າທີ່ເຫລືອຈາກການເຜົາບູຊາເທິງເເທ່ນບູຊາ,ແລະເຂົາຈະເອົາຂີ້ເຖົ່າໃສ່ທາງຂ້າງແທ່ນບູຊາ, 11 ປະໂຣຫິດຈະຕ້ອງຖອດເສື້ອຊຸດຂອງເຂົາອອກເເລະປ່ຽນໃສ່ອີກຊຸດຫນຶ່ງ ເພື່ອເອົາຂີ້ເຖົ່າໄປທາງນອກຄ້າຍໄປຍັງສະຖານທີ່ສະອາດເເລ້ວ. 12 ຢ່າໃຫ້ໄຟດັບ ແລະ ປະໂຣຫິດຈະເຜົາຟືນເທິງແທ່ນບູຊາໃນທຸກເຊົ້າ, ແລະ ເຂົາຕ້ອງຈັດວາງເຄື່ອງບູຊາຕາມທີ່ໄດ້ກຳນົດໄວ້, ແລະ ເຂົາຕ້ອງເຜົາໄຂມັນຂອງສັນຕິບູຊາເທິງແທ່ນບູຊາ. 13 ໄຟຈະຕ້ອງລຸກໄຫມ້ໃນແທ່ນບູຊາຢູ່ຢ່າງຕໍ່ເນື່ອງ ແລະ ໄຟຕ້ອງບໍ່ດັບ. 14 ນີ້ເປັນບັນຍັດສຳລັບເຄື່ອງບູຊາ. ບັນດາລູກຊາຍຂອງອາໂຣນຈະຖວາຍເຄື່ອງບູຊາແດ່ພຣະຢາເວຕໍ່ຫນ້າແທ່ນບູຊາ. 15 ປະໂຣຫິດຈະເອົາເເປ້ງຢ່າງດີພ້ອມກັບນຳ້ມັນ ແລະ ເຄື່ອງຫອມທີ່ເປັນເຄື່ອງພືດຜົນບູຊາ ແລະ ປະໂຣຫິດຈະເຜົາເທິງແທ່ນບູຊາເພື່ອໃຫ້ເກີດກິ່ນຫອມປຽບເປັນຕົວແທນການຖວາຍບູຊາ. 16 ເເລ້ວອາໂຣນເເລະບັນດາບຸດຂອງເຂົາຈະກິນອາຫານຫຍັງກໍ່ຕາມທີ່ເຫລືອຈາກເຄື່ອງບູຊາ, ຈະຕ້ອງກິນໂດຍປາສະຈາກເຊື້ອເເປ້ງພາຍໃນສະຖານທີ່ບໍຣິສຸດສັກສິດ; ພວກເຂົາຈະກິນອາຫານຢູ່ລານໃນເຕັນນັດພົບ. 17 ເເລະຈະຕ້ອງປິ້ງໂດຍບໍ່ໃສ່ເຊື້ອເເປ້ງ, ເຮົາໄດ້ໃຫ້ສ່ວນນີ້ເປັນສ່ວນຂອງເຄື່ອງບູຊາຂອງເຮົາທີ່ຖວາຍດ້ວຍໄຟ. ເປັນສິ່ງທີ່ບໍລິສຸດສັກສິດທີ່ສຸດ , ເປັນເຄື່ອງບູຊາລ້າງບາບ ເເລະເປັນເຄື່ອງບູຊາໄຖ່ຄວາມຜິດ. 18 ໃຫ້ເປັນກົດເກນຕະຫລອດທຸກຊົ່ວອາຍຸຂອງປະຊາຊົນຂອງເຈົ້າ, ຊາຍໃດທີ່ເປັນເຊື້ອສາຍຂອງອາໂຣນຈະກິນໄດ້ ເພາະເປັນສ່ວນເເບ່ງຂອງເຂົາຊຶ່ງເເບ່ງມາຈາກເຄື່ອງບູຊາຂອງພຣະຢາເວທີ່ຖວາຍດ້ວຍໄຟ. ໃຜກໍຕາມທີ່ເເຕະຕ້ອງຂອງຖວາຍເຫລົ່ານັ້ນກໍຈະກາຍເປັນຄົນບໍຣິສຸດ." 19 ເເລ້ວພຣະຢາເວໄດ້ຕັດເເກ່ໂມເຊອີກວ່າ, 20 "ນີ້ຄືເຄື່ອງບູຊາສຳລັບອາໂຣນ ເເລະບັນດາລູກຊາຍຂອງເຂົາ, ທີ່ຈະຕ້ອງຖວາຍເເດ່ພຣະຢາເວເມື່ອລູກຊາຍເເຕ່ລະຄົນໄດ້ຮັບການເຈີມ: ໃຫ້ເອົາເເປ້ງເຂົ້າຢ່າງດີສອງກິໂລກຣາມເຊັ່ນດຽວກັນກັບເຄື່ອງພືດຜົນບູຊາທີ່ຖວາຍປະຈຳ, ຕອນເຊົ້າຖວາຍເຄິ່ງຫນຶ່ງ ຕອນເເລງຖວາຍອີກເຄິ່ງຫນຶ່ງ. 21 ໃຫ້ປົນແປ້ງກັບນຳ້ມັນ ເເລ້ວທອດໃນຫມໍ້ເມື່ອສຸກແລ້ວ. ຈຶ່ງເອົາເຂົ້າມາເປັນຕ່ອນເຈົ້າຈະຖວາຍເຄື່ອງພືດຜົນບູຊາເພື່ອເກີດກິ່ນຫອມສຳຫລັບພຣະຢາເວ. 22 ລູກຂອງມະຫາປະໂຣຫິດຈະເປັນມະຫາປະໂຣຫິດຄົນໃຫມ່ຈາກທ່າມກາງບັນດາລູກຊາຍຂອງເຂົາຈະຕ້ອງຖວາຍເຄື່ອງບູຊານີ້ໃຫ້ເປັນຄຳສັ່ງໄວ້ຕະຫລອດໄປ . ເຄື່ອງບູຊາທັງຫມົດນັ້ນຈະຕ້ອງເຜົາຖວາຍແດ່ພຣະຢາເວ. 23 ເຄື່ອງບູຊາປະໂຣຫິດທັງຫມົດຈະຕ້ອງເຜົາຈົນຫມົດຈະຕ້ອງບໍ່ເອົາມາກິນ." 24 ພຣະຢາເວໄດ້ຕັດສັ່ງແກ່ໂມເຊວ່າ, " 25 ຈົ່ງບອກອາໂຣນວ່າ ຈົ່ງບອກອາໂຣນເເລະບັນດາລູກຊາຍຂອງເຂົາວ່າ "ນີ້ເປັນກົດບັນຍັດເລື່ອງເຄື່ອງບູຊາລົບລ້າງບາບ: ເຄື່ອງບູຊາລົບລ້າງບາບຈະຕ້ອງຖືກຂ້າໃນບໍລິເວນທີ່ໃຊ້ຂ້າເຄື່ອງເຜົາບູຊາຕໍ່ພຣະພັກພຣະຢາເວ. ນີ້ເປັນສິ່ງບໍຣິສຸດທີ່ສຸດ. 26 ປະໂຣຫິດຜູ້ຖວາຍເຄື່ອງບູຊາລົບລ້າງບາບ ຈະກິນເຄື່ອງບູຊາເຫລົ່ານັ້ນໄດ້. ເເລະຈະຕ້ອງກິນອາຫານໃນສະຖານທີ່ບໍຣິສຸດສັກສິດບ່ອນເດີນຂອງເຕັນນັດພົບ. 27 ແມ່ນຫຍັງກໍ່ຕາມທີ່ຖືກຕ້ອງເນື້ອຂອງເຄື່ອງບູຊານັ້ນກໍ່ຈະກາຍເປັນສິ່ງບໍຣິສຸດ, ຖ້າເຄື່ອງນຸ່ງຜືນໃດຖືກເລືອດສັດເຈົ້າຈະຕ້ອງຊັກລ້າງ, ບ່ອນສ່ວນທີ່ມີເລືອດນັ້ນ, ໃນສະຖານທີ່ບໍຣິສຸດ. 28 ເເຕ່ຫມໍ້ດິນຕົ້ມທີ່ໃຊ້ຕົ້ມເຄື່ອງບູຊານັ້ນຈະຕ້ອງທຸບ. ຖ້າຕົ້ມໃນຫມໍ້ທອງເຫລືອງ, ຈະຕ້ອງຂັດເເລະລ້າງໃຫ້ສະອາດດ້ວຍນຳ້. 29 ຊາຍທຸກຄົນໃນຖ່າມກາງພວກປະໂຣຫິດສາມາດກິນເຄື່ອງບູຊາບາງສ່ວນໄດ້ເພາະເປັນສິ່ງທີ່ບໍຣິສຸດທີ່ສຸດ. 30 ເເຕ່ເຄື່ອງບູຊາລົບລ້າງບາບທີ່ນຳເຂົ້າມາໃນເຕັນນັດພົບເພື່ອເຮັດການລ້າງບາບໃນສະຖານທີ່ສັກສິດເເລ້ວ ຫ້າມກິນຊີ້ນສັດນັ້ນ. ເເຕ່ໃຫ້ເຜົາໄຟເສຍ.