ບົດທີ 5

1 ຖ້າຄົນໃດເຮັດບາບ ເພາະເຂົາໄດ້ເຫັນບາງສິ່ງບາງຢ່າງຊຶ່ງເຮັດໃຫ້ເຂົາໄດ້ຮັບການຂໍຮ້ອງໃຫ້ໄປເປັນພະຍານ, ໃນສິ່ງທີ່ເຂົາເຄີຍໄດ້ເຫັນຫລືເຄີຍໄດ້ຍິນກ່ຽວກັບເລື່ອງນັ້ນຕ່ເຂົາບໍ່ໄດ້ເປັນພະຍານ, ເຂົາຈະຕ້ອງຮັບຜິດຊອບ. 2 ຫລືຖ້າຄົນໃດແຕະຕ້ອງສິ່ງໃດທີ່ພຣະເຈົ້າຊົງກຳນົດໃຫ້ເປັນມົນທິນ, ບໍ່ວ່າຈະເປັນຊາກສັດປ່າທີ່ເປັນມົນທິນ ຫລື ຊາກສັດລ້ຽງທີ່ໄດ້ຕາຍໄປ, ຫລື ສັດເລືອຄານ, ແມ້ວ່າຄົນນັ້ນຈະບໍ່ເຈດຕະນາທີ່ຈະແຕະຕ້ອງ, ເຂົາກໍເປັນມົນທິນ ແລະ ມີຄວາມຜິດ. 3 ຫລືຖ້າເຂົາເເຕະຕ້ອງຄວາມເປັນມົນທິນຂອງບາງຄົນ, ບໍ່ວ່າຈະເປັນມົນທິນໃດກໍຕາມ, ແລະ ຖ້າເຂົາບໍ່ຮູ້ໂຕ, ເຂົາກໍຈະມີຄວາມຜິດເມື່ອເຂົາຮູ້ເລື່ອງເຫລົ່ານັ້ນ. 4 ຫລືຖ້າຄົນໃດອອກປາກສາບານວ່າຈະເຮັດຊົ່ວ, ຫລື ເຮັດດີ, ບໍ່ວ່າຄົນນັ້ນຈະອອກປາກເປັນຄຳອະທິຖານ, ເເມ້ວ່າໄດ້ເຮັດຜິດໄປໂດຍບໍ່ຮູ້ຕົວ, ເມື່ອເຂົາຮຽນຮູ້, ເຂົາກໍຈະມີຄວາມຜິດໃນເລື່ອງເຫລົ່ານີ້. 5 ເມື່ອບາງຄົນໄດ້ເຮັດຜິດໃດທີ່ກ່າວມາ, ເຂົາຕ້ອງສາລະພາບບາບທຸກຢ່າງທີ່ເຂົາໄດ້ເຮັດໄປ. 6 ແລ້ວເຂົາຕ້ອງນຳເຄື່ອງບູຊາໄຖ່ບາບມາຖວາຍແດ່ພຣະຢາເວສຳລັບຄວາມບາບທີ່ເຂົາໄດ້ເຮັດ, ໃຫ້ເປັນສັດໂຕແມ່ຈາກຝູງ, ຈະເປັນລູກເເກະ ຫລືເເບ້ຫນຶ່ງໂຕ, ເພື່ອເປັນເຄື່ອງບູຊາລົບລ້າງບາບ, ແລະປະໂຣຫິດ ຈະເຮັດການໄຖ່ບາບສຳລັບເຂົາໃນເລື່ອງຄວາມບາບຂອງເຂົານັ້ນ. 7 ຖ້າເຂົາບໍ່ສາມາດທີ່ຈະຊື້ລູກແກະຫນຶ່ງໂຕ, ແລ້ວສາມາດນຳນົກເຂົາສອງໂຕ ຫລື ນົກພິລາບຫນຸ່ມສອງໂຕມາຖວາຍເເດ່ພຣະຢາເວ, ໃຫ້ເປັນເຄື່ອງບູຊາລົບລ້າງບາບ, ແລະ ອີກໂຕຫນຶ່ງສຳລັບເຄື່ອງເຜົາບູຊາ. 8 ເຂົາຕ້ອງນຳມາໃຫ້ປະໂຣຫິດ, ຜູ້ທີ່ຈະຖວາຍໂຕຫນຶ່ງເປັນເຄື່ອງບູຊາລົບລ້າງບາບກ່ອນ - ປະໂຣຫິດຈະບິດຫົວນົກ ເເຕ່ບໍ່ໃຫ້ຂາດອອກຈາກໂຕ. 9 ເເລ້ວປະໂຣຫິດຈະຊິດເລືອດບາງສ່ວນໃສ່ເທິງເຄື່ອງບູຊາ, ເເລະເຂົາຈະຖອກເລືອດທີ່ເຫລືອລົງເເທ່ນບູຊາ. ນີ້ເປັນເຄື່ອງບູຊາລົບລ້າງບາບ. 10 ແລ້ວເຂົາຕ້ອງຖວາຍນົກໂຕທີ່ສອງເປັນເຄື່ອງເຜົາບູຊາ, ດັ່ງທີ່ກ່າວໄວ້ໃນຄຳສັ່ງນັ້ນ, ແລະປະໂຣຫິດຈະເຮັດການລົບລ້າງບາບທີ່ເຂົາໄດ້ເຮັດບາບໄປ, ແລະ ຄົນນັ້ນຈະໄດ້ຮັບການອະໄພ. 11 ເເຕ່ຖ້າເຂົາບໍ່ສາມາດທີ່ຈະຊື້ນົກເຂົາສອງໂຕຫລືນົກພິລາບຫນຸ່ມສອງໂຕໄດ້, ເຂົາຕ້ອງຖວາຍເຄື່ອງບູຊາເປັນເເປ້ງຢ່າງດີມາຫນຶ່ງກິໂລກຣາມ ມາຖວາຍເປັນການລົບລ້າງບາບຂອງເຂົາ, ເຂົາຕ້ອງບໍ່ໃສ່ນຳ້ມັນຫອມໃດໆລົງໄປ, ເພາະນີ້ເປັນເຄື່ອງບູຊາລົບລ້າງບາບ. 12 ເຂົາຕ້ອງນຳເຄື່ອງບູຊານັ້ນມາໃຫ້ປະໂຣຫິດ, ເເລະປະໂຣຫິດຈະເອົາອອກມາຫນຶ່ງກຳມືໃຫ້ເປັນສ່ວນທີ່ເເທ່ນບູຊາ, ເເລະເອົາມາເຜົາທີ່ເເທ່ນບູຊາ, ໂດຍໂຮຍໃສ່ເຄື່ອງບູຊາຖວາຍດ້ວຍໄຟເເດ່ພຣະຢາເວ. ນີ້ເປັນເຄື່ອງບູຊາລົບລ້າງບາບ, 13 ປະໂຣຫິດຈະເຮັດການລົບລ້າງບາບໃດໆ ທີ່ຄົນນັ້ນໄດ້ເຮັດ, ເເລະ ຄົນນັ້ນຈະໄດ້ຮັບການອະໄພ. ເເປ້ງທີ່ເຫລືອຈາກການຖວາຍເຄື່ອງບູຊາຈະຕົກເປັນຂອງປະໂຣຫິດ, ເຊັ່ນດຽວກັນກັບເຄື່ອງຖວາຍບູຊາພືດຜົນ.'" 14 ເເລ້ວພຣະຢາເວໄດ້ກ່າວແກ່ໂມເຊວ່າ, 15 "ຖ້າຄົນໃດຝ່າຝືນພຣະບັນຊາ ເເລະ ເຮັດບາບຕໍ່ສິ່ງທີ່ເປັນຂອງພຣະຢາເວ, ເເຕ່ບໍ່ໄດ້ເຈດຕະນາເຮັດ, ແລ້ວເຂົາຕ້ອງນຳເຄື່ອງບູຊາໄຖ່ຄວາມຜິດບາບມາຖວາຍພຣະຢາເວ. ເຄື່ອງບູຊານີ້ຈະຕ້ອງເປັນເເກະໂຕຜູ້ທີ່ປາສະຈາກຕຳຫນິທີ່ເອົາມາຈາກຝູງ; ຕ້ອງຕີລາຄາເເກະນັ້ນເປັນເງິນເຊເຄ - ເປັນເຊເຄຂອງສະຖານນະມັດສະການເພື່ອໃຫ້ເປັນເຄື່ອງບູຊາໄຖ່ຄວາມຜິດ. 16 ເຂົາຕ້ອງເຮັດໃຫ້ພຣະຢາເວຊົງພໍພຣະໄທສຳລັບສິ່ງທີ່ເຂົາໄດ້ເຮັດຜິດໄປໃນເລື່ອງທີ່ກ່ຽວກັບສິ່ງທີ່ບໍລິສຸດສັກສິດ, ເຂົາຕ້ອງເພີ່ມອີກຫນຶ່ງໃນຫ້າເຂົ້າໄປ ເເລະ ມອບໃຫ້ປະໂຣຫິດ. ເເລ້ວປະໂຣຫິດຈະເຮັດການລົບລ້າງບາບສຳລັບເຂົາ, ເເລ້ວຄົນນັ້ນຈະໄດ້ຮັບການອະໄພ. 17 ຖ້າຄົນໃດເຮັດບາບ ເເລະເຮັດສິ່ງໃດທີ່ພຣະຢາເວຊົງບັນຊາໄວ້ບໍ່ໃຫ້ເຮັດ, ແມ້ວ່າເຂົາບໍ່ຮູ້ໂຕເຂົາກໍ່ຈະມີຄວາມຜິດ ແລະ ຕ້ອງແບກຮັບຄວາມຜິດຂອງຕົນເອງ. 18 ເຂົາຕ້ອງນຳແກະໂຕຜູ້ທີ່ປາສະຈາກຕຳຫນິອອກຈາກຝູງມາໂຕຫນຶ່ງ, ຊຶ່ງມີມູນຄ່າເທົ່າກັບເຄື່ອງບູຊາໄຖ່ຄວາມຜິດມາໃຫ້ເເກ່ປະໂຣຫິດ. ແລ້ວປະໂຣຫິດຈະເຮັດການລົບລ້າງບາບຂອງເຂົາກ່ຽວກັບຄວາມບາບທີ່ເຂົາ, ໄດ້ເຮັດໂດຍບໍ່ຮູ້ໂຕ ເເລະ ເຂົາຈະໄດ້ຮັບການອະໄພ. 19 ນີ້ເປັນເຄື່ອງບູຊາໄຖ່ຄວາມຜິດ, ເພາະເຂົາມີຄວາມຜິດຕໍ່ພຣະຢາເວຢ່າງເເນ່ນອນ."