ບົດທີ 4

1 ພຣະຢາເວຕັດສັ່ງເເກ່ໂມເຊວ່າ, 2 "ຈົ່ງບອກປະຊາຊົນອິດສະຣາເອນວ່າ, "ເມື່ອໃດຄົນເຮັດບາບໂດຍບໍ່ເຈດຕະນາ, ເປັນການເຮັດສິ່ງໃດກໍ່ຕາມທີ່ພຣະຢາເວຊົງບັນຊາບໍ່ໃຫ້ເຮັດ, ເເລະ ເຂົາເຮັດສິ່ງໃດກໍ່ຕາມຕ້ອງຫ້າມ, ໃຫ້ເຮັດຕາມດັ່ງຕໍ່ໄປນີ້. 3 ຖ້າປະໂຣຫິດໃຫຍ່ໄດ້ເຮັດບາບ ເເລະ ນຳຄວາມຜິດບາບມາສູ່ປະຊາຊົນ, ໃຫ້ຖວາຍງົວຫນຸ່ມທີ່ປາສະຈາກຕຳຫນິເເດ່ພຣະຢາເວໃຫ້ເປັນເຄື່ອງບູຊາເພື່ອລົບລ້າງສຳລັບຄວາມບາບທີ່ເຂົາເຮັດ. 4 ເຂົາຕ້ອງນຳງົວມາທາງຫນ້າເຕັນນັດພົບຕໍ່ພຣະພັກພຣະຢາເວ, ເເລະ ວາງມືຂອງເຂົາເທິງຫົວງົວນັ້ນ ເເລະ ຂ້າງົວນັ້ນຕໍ່ພຣະພັກພຣະຢາເວ. 5 ປະໂຣຫິດທີ່ໄດ້ຮັບການເຈີມຈະນຳເລືອດງົວບາງສ່ວນເຂົ້າໃນເຕັນນັດພົບ. 6 ປະໂຣຫິດຈະເອົານິ້ວມືຈຸ່ມເລືອດນັ້ນ ແລະເພິ່ນກໍຊິດເລືອດໃສ່ທາງຫນ້າຜ້າກັ້ງເຈັດເທື່ອຕໍ່ພຣະພັກພຣະຢາເວ, ໃນສະຖານທີ່ສັກສິດທີ່ສຸດ. 7 ແລ້ວປະໂຣຫິດຈະເອົາເລືອດບາງສ່ວນໄປທາໃສ່ຈອມຂອງແທ່ນທີ່ໃຊ້ເຜົາເຄື່ອງຫອມຊຶ່ງຢູ່ໃນເຕັນນັດພົບຕໍ່ພຣະພັກພຣະຢາເວ, ແລະ ເຂົາຈະຖອກເລືອດທີ່ເຫລືອຂອງງົວລົງຖ້ານຂອງແທ່ນເຜົາບູຊາ, ຊຶ່ງຢູ່ທາງເຂົ້າຂອງເຕັນນັດພົບ. 8 ເຂົາຈະຕັດເອົາໄຂມັນທັງຫມົດຂອງງົວຜູ້ທີ່ເປັນເຄື່ອງບູຊາລົບລ້າງບາບອອກມາ; ຄືໄຂມັນທີ່ຫຸ້ມເຄື່ອງໃນ; ໄຂມັນທັງຫມົດທີ່ຕິດກັບເຄື່ອງໃນ, 9 ຫມາກໄຂ່ຫລັງທັງສອງຂ້າງກັບໄຂມັນຢູ່ໃຕ, ໃກ້ບັ້ນແອວ, ແລະ ຕັບທັງສອງກ້ອນພ້ອມກັບຫມາກໄຂ່ຫລັງ ເຂົາຈະຕັດທັງຫມົດນີ້ອອກຈາກກັນ. 10 ເຂົາຈະຕັດອອກຈາກກັນເຊັ່ນດຽວກັບທີ່ເຂົາຕັດອອກຈາກງົວໂຕຜູ້ທີ່ເປັນເຄື່ອງຖວາຍສັນຕິບູຊາ. ແລ້ວປະໂຣຫິດຈະເຜົາຊິ້ນສ່ວນເຫລົ່ານີ້ເທິງແທ່ນບູຊາ. 11 ສ່ວນຫນັງຂອງໂຕງົວຜູ້ ແລະ ຊີ້ນທີ່ເຫລືອ, ພ້ອມກັບຫົວ ແລະ ຂາ, ເຄື່ອງໃນ ເເລະ ຂີ້ຂອງມັນ, 12 ສ່ວນທີ່ເຫລືອທັງຫມົດນີ້ - ເຂົາຈະນຳເອົາໄປນອກຄ້າຍພັກໄປຍັງສະຖານທີ່ພວກເຂົາໄດ້ລ້າງຊຳລະເພື່ອເຮົາ, ທີ່ຊຶ່ງພວກເຂົາຖອກຂີ້ເທົ່າຖິ້ມ; ພວກເຂົາຈະເຜົາຊິ້ນສ່ວນເຫລົ່ານັ້ນເທິງກອງຟືນທີ່ນັ້ນ. ພວກເຂົາຕ້ອງເຜົາຊິ້ນສ່ວນເຫລົ່ານັ້ນບ່ອນທີ່ພວກເຂົາຖອກຂີ້ເທົ່າຖິ້ມ. 13 ຖ້າຊຸມນຸມຊົນອິດສະຣາເອນທັງຫມົດເຮັດບາບໂດຍບໍ່ເຈດຕະນາ, ແລະ ທັງຊຸມນຸມຊົນບໍ່ຮູ້ໂຕວ່າພວກເຂົາໄດ້ເຮັດບາບ ແລະ ໄດ້ເຮັດສິ່ງທີ່ພຣະຢາເວຊົງບັນຊາຫ້າມບໍ່ໃຫ້ເຮັດ, ແລະ ຖ້າພວກເຂົາມີຄວາມຜິດ, 14 ເເລ້ວເມື່ອຄວາມບາບທີ່ເຂົາໄດ້ເຮັດກາຍເປັນທີ່ຮູ້ກັນທົ່ວ, ເມື່ອນັ້ນທັງຊຸມນຸມຊົນຈະຕ້ອງຖວາຍງົວຫນຸ່ມໃຫ້ເປັນເຄື່ອງບູຊາລົບລ້າງບາບ ແລະ ໃຫ້ເຂົາເອົາງົວນັ້ນມາຕໍ່ຫນ້າເຕັນນັດພົບ. 15 ແລ້ວບັນດາຜູ້ອາວຸໂສຂອງຊຸມນຸມຊົນຈະວາງມືຂອງພວກເຂົາເທິງຫົວງົວຜູ້ນັ້ນຕໍ່ພຣະພັກພຣະຢາເວ, ແລະ ງົວຜູ້ນັ້ນຈະຖືກຂ້າຕໍ່ພຣະພັກພຣະຢາເວ. 16 ແລ້ວປະໂຣຫິດຜູ້ໄດ້ຮັບການຊົງເຈີມຈະນຳເລືອດບາງສ່ວນຂອງງົວໂຕຜູ້ເຂົ້າໄປຍັງເຕັນນັດພົບ, 17 ແລະປະໂຣຫິດຈະເອົານິ້ວຂອງເຂົາຈຸ່ມເລືອດ ແລະຊິດເລືອດນັ້ນໃສ່ຫນ້າຜ້າມ່ານເຈັດຄັ້ງຕໍ່ພຣະພັກພຣະຢາເວ. 18 ເຂົາຈະເອົາເລືອດບາງສ່ວນໄປທາເຂົາທັງຫລາຍຂອງແທ່ນບູຊາ ຊຶ່ງຢູ່ໃນເຕັນນັດພົບຕໍ່ພຣະພັກພຣະຢາເວ, ແລະ ເຂົາຈະຖອກເລືອດທັງຫມົດທີ່ຖ້ານຂອງແທ່ນເຜົາບູຊາ, ຊຶ່ງຢູ່ຫນ້າເຕັນນັດພົບ. 19 ເຂົາຈະຕັດເອົາໄຂມັນທັງຫມົດອອກ ເເລະ ເອົາໄປເຜົາເທິງເເທ່ນບູຊາ. 20 ນີ້ຄືແມ່ນສິ່ງທີ່ເຂົາຈະຕ້ອງເຮັດກັບງົວໂຕນີ້. ເຊັ່ນດຽວກັນທີ່ເຂົາໄດ້ເຮັດກັບງົວໂຕຜູ້ຂອງເຄື່ອງບູຊາລົບລ້າງບາບ, ດັ່ງນັ້ນເຂົາຈະຕ້ອງເຮັດແບບດຽວກັນກັບງົວຜູ້ໂຕນີ້ ແລະປະໂຣຫິດຈະລົບລ້າງບາບໃຫ້ປະຊາຊົນ ແລະພວກເຂົາຈະໄດ້ຮັບການອະໄພ. 21 ເຂົາຈະເອົາງົວໂຕນີ້ອອກນອກຄ້າຍພັກ ແລະເຜົາງົວຜູ້ເຊັ່ນດຽວກັນກັບງົວຜູ້ໂຕທຳອິດ. ນີ້ແມ່ນເຄື່ອງບູຊາລົບລ້າງບາບສຳລັບຊຸມນຸມຊົນນັ້ນ. 22 ຫາກຜູ້ນຳຄົນໃດທີ່ເຮັດບາບໂດຍບໍ່ເຈດຕະນາ, ເຮັດສິ່ງໃດສິ່ງຫນຶ່ງໃນຂໍ້ຫ້າມທີ່ພຣະຢາເວພຣະເຈົ້າຂອງເຂົາຊົງບັນຊາຫ້າມບໍ່ໃຫ້ເຮັດ, ແລະເຂົາມີຄວາມຜິດ. 23 ແລ້ວໄດ້ແຈ້ງໃຫ້ເຂົາຮູ້ເຖິງຄວາມບາບຂອງເຂົາທີ່ໄດ້ເຮັດໄປ, ເຂົາຕ້ອງນຳແບ້ໂຕຜູ້ທີ່ປາສະຈາກການຕຳຫນິມາເປັນເຄື່ອງບູຊາຂອງເຂົາ. 24 ເຂົາຈະວາງມືເທິງຫົວແບ້ ແລະຂ້າແບ້ໃນສະຖານທີ່ທີ່ພວກເຂົາຂ້າເຄື່ອງເຜົາບູຊາຕໍ່ພຣະພັກພຣະຢາເວ. ນີ້ເເມ່ນເຄື່ອງບູຊາລົບລ້າງບາບ. 25 ປະໂຣຫິດຈະເອົານິ້ວຈຸ່ມເລືອດຂອງເຄື່ອງບູຊາລົບລ້າງບາບ ເເລະ ທາເຈີມໃສ່ເທິງຍອດເເທ່ນບູຊາ, ສ່ວນເລືອດທີ່ເຫລືອເຂົາຈະຖອກເລືອດຂອງເເບ້ທີ່ຖ້ານຂອງເເທ່ນເຜົາເຄື່ອງບູຊາ. 26 ເຂົາຈະເຜົາໄຂມັນທັງຫມົດຢູ່ແທ່ນບູຊາ, ເຊັ່ນດຽວກັນກັບໄຂມັນຂອງເຄື່ອງບູຊາແຫ່ງສັນຕິບູຊາ. ແລະປະໂຣຫິດຈະເຮັດການໄຖ່ໂທດບາບແທນໃນເລື່ອງຄວາມບາບຂອງເຂົາ, ເເລະຜູ້ນັ້ນຈະໄດ້ຮັບການອະໄພ. 27 ຖ້າປະຊາຊົນທົ່ວໄປຄົນໃດເຮັດບາບໂດຍບໍ່ເຈດຕະນາ, ແລະເຮັດທຸກສິ່ງທີ່ພຣະຢາເວຊົງບັນຊາບໍ່ໃຫ້ເຮັດ, ແລະເມື່ອເຂົາຄິດເຖິງຄວາມຜິດຂອງເຂົາ, 28 ແລ້ວມີການແຈ້ງໃຫ້ເຂົາຮູ້ສຳລັບຄວາມບາບທີ່ເຂົາໄດ້ເຮັດ, ເຂົາກໍຕ້ອງເອົາເເບ້ໂຕແມ່ໂຕຫນຶ່ງທີ່ປາສະຈາກຕຳຫນິ, ເປັນເຄື່ອງບູຊາສຳລັບຄວາມບາບທີ່ເຂົາໄດ້ເຮັດ. 29 ເຂົາຈະວາງມືຂອງເຂົາເທິງຫົວຂອງເຄື່ອງບູຊາເພື່ອລົບລ້າງບາບ ໃນສະຖານທີ່ສຳລັບການເຜົາເຄື່ອງບູຊາ. 30 ປະໂຣຫິດຈະເອົານິ້ວຂອງເຂົາຈຸ່ມເລືອດ ແລະ ທາຍອດເເທ່ນບູຊາຢູ່ແຈຂອງເເທ່ນ. ເຂົາຈະຖອກເລືອດທີ່ເຫລືອທັງຫມົດຢູ່ແຈຂອງແທ່ນບູຊາ. 31 ເຂົາຈະຕ້ອງຕັດເອົາໄຂມັນທັງຫມົດອອກ, ເຊັ່ນດຽວກັນໄຂມັນທີ່ຖືກຕັດອອກຈາກເຄື່ອງສັນຕິບູຊາ. ປະໂຣຫິດຈະເຜົາໄຂມັນໃຫ້ເກີດເປັນກິ່ນຫອມສຳລັບພຣະຢາເວ. ປະໂຣຫິດຈະເຮັດການລົບລ້າງບາບສຳລັບຄົນນັ້ນ, ເຂົາຈະໄດ້ຮັບການອະໄພ. 32 ຫາກຄົນນັ້ນນຳລູກເເກະມາຖວາຍເປັນເຄື່ອງບູຊາລົບລ້າງບາບຂອງເຂົາ, ເຂົາຕ້ອງນຳລູກເເກະໂຕແມ່ ທີ່ປາສະຈາກຕຳຫນິມາ. 33 ເຂົາຈະວາງມືຂອງເຄື່ອງບູຊາລົບລ້າງບາບ ເເລະ ຂ້າລູກເເກະນັ້ນເປັນເຄື່ອງບູຊາລົບລ້າງບາບຢູ່ສະຖານທີ່ພວກເຂົາຂ້າເຄື່ອງເຜົາບູຊາ. 34 ແລ້ວປະໂຣຫິດຈະເອົານິ້ວຂອງເຂົາຈຸ່ມເລືອດຂອງເຄື່ອງບູຊາລົບລ້າງບາບ ແລະທາຍອດເເທ່ນຢູ່ແຈຂອງເຄື່ອງເຜົາບູຊາ, ແລະ ເຂົາຈະຖອກເລືອດລູກແກະທັງຫມົດລົງຖ້ານຂອງເຄື່ອງເຜົາບູຊາ. 35 ເຂົາຈະຕັດເອົາໄຂມັນອອກ, ເຊັ່ນກັນກັບໄຂມັນລູກແກະຂອງເຄື່ອງບູຊາຂອງເຄື່ອງບູຊາເເຫ່ງສັນຕິບູຊາທີ່ຖືກຕັດອອກ, ແລະ ປະໂຣຫິດຈະເຜົາໄຂມັນນັ້ນເທິງເຄື່ອງບູຊາຂອງພຣະຢາເວດ້ວຍໄຟ, ປະໂຣຫິດຈະເຮັດການລົບລ້າງບາບຂອງຄົນນັ້ນສຳຫລັບຄວາມບາບທີ່ເຂົາໄດ້ເຮັດ, ແລະຄົນນັ້ນຈະໄດ້ຮັບການອະໄພ.