ບົດທີ 3

1 ຖ້າຄົນໃດທີ່ຖວາຍເຄື່ອງບູຊາຊຶ່ງເປັນສັດບູຊາທີ່ເປັນສັດຈາກຝູງງົວ, ບໍ່ວ່າຈະເປັນໂຕຜູ້ຫລືໂຕເມຍ ເຂົາຕ້ອງຖວາຍສັດທີ່ປາສະຈາກຕຳຫນິຕໍ່ພຣະພັກພຣະຢາເວ. 2 ໃຫ້ເຂົາວາງມືຂອງເຂົາເທິງຫົວສັດຂອງເຄື່ອງບູຊາຂອງເຂົາ ເເລະຂ້າມັນເສຍທີ່ປະຕູເຕັນນັດພົບ. ແລ້ວບັນດາບຸດຂອງອາໂຣນທີ່ເປັນປະໂຣຫິດຈະຊິດເລືອດຂອງສັດທີ່ດ້ານຂ້າງຮອບເເທ່ນບູຊາ. 3 ສ່ວນຜູ້ທີ່ຖວາຍເຄື່ອງບູຊາສັນຕິບູຊາດ້ວຍໄຟເເດ່ພຣະຢາເວ. ໄຂມັນທີ່ຫຸ້ມຫລືຕິດກັບເຄື່ອງໃນ, 4 ແລະ ຫມາກໄຂ່ຫລັງທັງສອງຂ້າງ ແລ ະໄຂມັນທີ່ຫຸ້ມຊຶ່ງຢູ່ທີ່ບັ້ນແອວ ແລະ ຕັບທັງກ້ອນ - ເຂົາຈະຕ້ອງຕັດທັງຫມົດນີ້ອອກພ້ອມຫມາກໄຂ່ຫລັງ. 5 ແລ້ວບັນດາບຸດຂອງອາໂຣນຈະເຜົາທັງຫມົດນີ້ເທິງເເທ່ນບູຊາພ້ອມກັບເຄື່ອງເຜົາບູຊາ, ຊຶ່ງວາງໄວ້ ເທິງຟືນທີ່ວາງໄວ້ເທິງໄຟ. ນີ້ຈະເປັນກິ່ນຫອມສຳລັບພຣະຢາເວ; ນີ້ຈະເປັນເຄື່ອງບູຊາທີ່ຖວາຍເເດ່ພຣະອົງດ້ວຍໄຟ. 6 ຖ້າເຄື່ອງບູຊາແຫ່ງສັນຕິບູຊາແດ່ພຣະຢາເວຂອງຄົນນັ້ນເອົາມາຈາກຝູງເເບ້ ແກະ ເປັນໂຕຜູ້ຫລືໂຕແມ່ກໍ່ຕາມ, ເຂົາຈະຖວາຍເຄື່ອງບູຊາທີ່ປາສະຈາກການຕຳຫນິ. 7 ຖ້າຖວາຍລູກແກະເປັນເຄື່ອງບູຊາຂອງເຂົາ, ເຂົາຈະຕ້ອງຖວາຍຕໍ່ພຣະພັກພຣະຢາເວ. 8 ໃຫ້ເຂົາວາງມືເຂົາເທິງຫົວເເທ່ນບູຊາ ເເລ້ວຂ້າສັດນັ້ນເຊິ່ງຫນ້າເຕັນນັດພົບ. ແລ້ວບັນດາບຸດຂອງອາໂຣນຈະຊິດເລືອດຂອງສັດທີ່ດ້ານຂ້າງຮອບແທ່ນບູຊາ. 9 ສ່ວນຜູ້ທີ່ຖວາຍເຄື່ອງບູຊາແຫ່ງສັນຕິບູຊາໃຫ້ເປັນເຄື່ອງບູຊາດ້ວຍໄຟແດ່ພຣະຢາເວ. ໄຂມັນ, ແລະ ຫາງທີ່ມີໄຂທັງຫມົດໃຫ້ຕັດຊິດຈົນເຖິງກະດູກສັນຫລັງ, ເເລະ ໄຂມັນທີ່ຫຸ້ມເຄື່ອງໃນ ແລະ ໄຂມັນທັງຫມົດທີ່ໃກ້ກັບເຄື່ອງໃນ, 10 ແລະ ຫມາກໄຂ່ຫລັງທັງສອງຂ້າງ ແລະ ໄຂມັນທີ່ຕິດຢູ່ຊຶ່ງຢູ່ເຊິ່ງບັນແອວ, ແລະ ຕັບທັງສອງກ້ອນ ເຂົາຈະຕ້ອງເອົາທັງຫມົດນີ້ອອກພ້ອມກັບຫມາກໄຂ່ຫລັງ. 11 ແລ້ວປະໂຣຫິດຈະເຜົາທັງຫມົດນີ້ເທິງແທ່ນບູຊາໃຫ້ເປັນອາຫານເຜົາດ້ວຍໄຟ ຖວາຍແດ່ພຣະຢາເວ. 12 ຖ້າເຄື່ອງບູຊາຂອງຄົນນັ້ນເປັນແບ້, ເເລ້ວເຂົາຈະຖວາຍສັດນັ້ນຕໍ່ພຣະພັກພຣະຢາເວ. 13 ເຂົາຕ້ອງວາງມືຂອງເຂົາເທິງຫົວແບ້ນັ້ນ ແລະຂ້າມັນເຊິ່ງຫນ້າເຕັນນັດພົບ. ແລ້ວບັນດາລູກຂອງອາໂຣນຈະຊິດເລືອດຂອງມັນອ້ອມຮອບທຸກດ້ານຂອງແທ່ນບູຊາ. 14 ຄົນນັ້ນຈະຖວາຍເຄື່ອງບູຊາຂອງເຂົາດ້ວຍໄຟເເດ່ພຣະຢາເວ. ເຂົາຈະຕ້ອງເອົາໄຂຂອງມັນທີ່ຫຸ້ມເຄື່ອງໃນ, ແລະ ໄຂມັນທັງຫມົດທີ່ໄກ້ກັບເຄື່ອງໃນອອກໄປ. 15 ເຂົາຈະຕ້ອງເອົາຫມາກໄຂ່ຫລັງທັງສອງຂ້າງ ເເລະ ໄຂມັນຕິດຢູ່ກັບຫມາກໄຂ່ຫລັງນັ້ນ, ຊຶ່ງຢູ່ບັ້ນເເອວ, ເເລະ ຕັບທັງສອງກ້ອນອອກມາພ້ອມກັບຫມາກໄຂ່ຫລັງ. 16 ປະໂຣຫິດຈະເຜົາທັງຫມົດເທິງເເທ່ນບູຊາໃຫ້ເປັນອາຫານ, ເຜົາໄຟຊຶ່ງຈະເປັນກິ່ນຫອມ. ໄຂມັນທັງຫມົດນັ້ນເປັນຂອງພຣະຢາເວ. 17 ນີ້ເປັນກົດເກນຖາວອນຕະຫລອດຊົ່ວອາຍຸຂອງປະຊາຊົນຂອງເຈົ້າໃນທຸກເເຫ່ງທີ່ພວກເຂົາສ້າງບ່ອນພັກອາໄສ, ວ່າພວກເຈົ້າຕ້ອງບໍ່ກິນໄຂຂອງມັນຫລືເລືອດ."