ບົດທີ 2

1 ເມື່ອຄົນໃດນຳເຄື່ອງບູຊາເປັນພືດຜົນມາຖວາຍເເດ່ພຣະຢາເວ, ເຄື່ອງບູຊາຂອງເຂົາຕ້ອງເປັນເເປ້ງຢ່າງດີ, ເເລະເຂົາຈະຖອກນຳ້ມັນລົງເທິງເເປ້ງເເລະວາງເຄື່ອງຫອມເທິງເເປ້ງ. 2 ເຂົາຕ້ອງເອົາເຄື່ອງບູຊານັ້ນໄປໃຫ້ບັນດາບຸດຂອງອາໂຣນຊຶ່ງເປັນປະໂຣຫິດ, ເເລະປະໂຣຫິດຈະເອົາເເປ້ງຢ່າງດີທີ່ມີນຳ້ມັນ, ເເລະວາງເຄື່ອງຫອມເທິງເເປ້ງນັ້ນອອກມາກຳມືຫນຶ່ງ. ເເລ້ວປະໂຣຫິດຈະເຜົາເຄື່ອງບູຊາເທິງເເທ່ນບູຊາໃຫ້ເປັນເຄື່ອງໃຊ້ເເທນເຄື່ອງບູຊາ ນີ້ເປັນກິ່ນຫອມສຳລັບພຣະຢາເວ; ນີ້ເປັນເຄື່ອງບູຊາຖວາຍພຣະຢາເວດ້ວຍໄຟ. 3 ເຄື່ອງບູຊາທີ່ເຫລືອນັ້ນຈະເປັນຂອງອາໂຣນເເລະລູກຂອງທ່ານນີ້ເປັນສ່ວນທີ່ສັກສິດຫລາຍ ເເດ່ພຣະຢາເວຈາກບັນດາເຄື່ອງບູຊາເເດ່ພຣະຢາເວດ້ວຍໄຟ. 4 ເມື່ອທ່ານຖວາຍເຄື່ອງບູຊາທີ່ປາສະຈາກເຊື້ອເເປ້ງທີ່ອົບໃນເຕົາອົບ, ຂະຫນົມປັງນັ້ນຈະຕ້ອງເປັນຂະຫນົມປັງທີ່ອ່ອນນຸ້ມທີ່ເຮັດມາຈາກເນື້ອລະອຽດປະສົມນຳ້ມັນ, ຫລື ຂະຫນົມປັງກອບທີ່ປາສະຈາກເຊື້ອເເປ້ງ, ຊຶ່ງທາດ້ວຍນຳ້ມັນ. 5 ຖ້າເຄື່ອງບູຊາເປັນການອົບດ້ວຍຫມໍ້ເຫລັກເເບນ, ຈະຕ້ອງເປັນເເປ້ງຢ່າງດີທີ່ປາສະຈາກເຊື້ອເເປ້ງທີ່ທາດ້ວຍນຳ້ມັນ. 6 ທ່ານຈະຕ້ອງເເບ່ງອອກເປັນສ່ວນໆເເລ້ວຖອກນຳ້ມັນໃສ່ເທິງນັ້ນ. ນີ້ຄືເຂົ້າຈີ່ຖວາຍບູຊາ 7 ຖ້າເຄື່ອງຖວາຍບູຊານັ້ນຖືກປຸງແຕ່ງໃນຫມໍ້, ຈະຕ້ອງເຮັດຈາກຍອດເເປ້ງ ເເລະ ນຳ້ມັນຢ່າງດີ. 8 ທ່ານຕ້ອງນຳເຄື່ອງບູຊາທີ່ເຮັດຈາກສິ່ງເຫລົ່ານັ້ນມາຖວາຍເເດ່ພຣະຢາເວ, ເເລ້ວຈະຖືກມອບໃຫ້ເເກ່ປະໂຣຫິດ, ຜູ້ທີ່ຈະນຳໄປຍັງເເທ່ນບູຊາ. 9 ເເລ້ວປະໂຣຫິດຈະຈັບບາງສ່ວນອອກມາຈາກເຄື່ອງບູຊາ ເເລະປະໂລຫິດຈະເຜົາເທິງເເທ່ນບູຊາ, ນັ້ນຈະເປັນເຄື່ອງເຜົາບູຊາດ້ວຍໄຟ, ເເລະ ນັ້ນຈະເປັນກິ່ນຫອມສຳລັບພຣະຢາເວ. 10 ເຄື່ອງບູຊາທີ່ເຫລືອ ຈະຕົກເປັນຂອງອາໂຣນ ເເລະ ບັນດາລູກຫລານຂອງທ່ານ. ນີ້ເປັນສ່ວນສັກສິດຫລາຍເເດ່ພຣະຢາເວຈາກບັນດາເຄື່ອງບູຊາເເດ່ພຣະຢາເວດ້ວຍໄຟ. 11 ເຄື່ອງບູຊາທີ່ທ່ານນຳມາຖວາຍເເດ່ພຣະຢາເວຕ້ອງບໍ່ໄສ່ເຊື້ອເເປ້ງ, ເພາະທ່ານຈະຕ້ອງເຜົາໂດຍປາສະຈາກເຊື້ອເເປ້ງຫລືນຳ້ເຜິ້ງ, ເພື່ອເປັນເຄື່ອງບູຊາດ້ວຍໄຟຖວາຍເເດ່ພຣະຢາເວ. 12 ທ່ານຈະຖວາຍຂອງເຫລົ່ານັ້ນທີ່ພຣະຢາເວ ໃຫ້ເປັນເຄື່ອງບູຊາລະຫວ່າງຜົນລະປູກທຳອິດ, ເເຕ່ຂອງເຫລົ່ານັ້ນຈະໃຊ້ເພື່ອໃຫ້ເກີດກິ່ນຫອມເທິງເເທ່ນບູຊາ. 13 ທ່ານຈະຕ້ອງປຸງເຄື່ອງບູຊາເເຕ່ລະຢ່າງດ້ວຍເກືອ. ທ່ານຕ້ອງບໍ່ໃຫ້ເກືອເເຫ່ງພັນທະສັນຍາຂອງພຣະເຈົ້າຂອງທ່ານຂາດໄປຈາກເຄື່ອງບູຊາຂອງທ່ານ. ທ່ານຕ້ອງຖວາຍເຄື່ອງບູຊາຂອງທ່ານພ້ອມດ້ວຍເກືອ. 14 ຖ້າທ່ານຖວາຍພືດຜົນເປັນເຄື່ອງບູຊາເເຫ່ງຜົນທຳອິດເເດ່ພຣະຢາເວ, ໃຫ້ຖວາຍເມັດໃຫມ່ໆ ທີ່ປີ້ງໃສ່ໄຟເເລ້ວບົດລະອຽດໃຫ້ເປັນອາຫານ. 15 ເເລ້ວທ່ານຕ້ອງໃສ່ນຳ້ມັນເເລະໃສ່ເຄື່ອງຫອມລົງໄປ. ນັ້ນເເມ່ນເຄື່ອງບູຊາທີ່ເປັນພືດຜົນ. 16 ເເລ້ວປະໂຣຫິດຈະເຜົາເມັດທີ່ບົດເເລ້ວທັ້ງນຳ້ມັນ ເເລະ ເຄື່ອງຫອມເພື່ອເປັນສ່ວນທີ່ເເທ່ນບູຊາ. ນີ້ຄືເຄື່ອງບູຊາດ້ວຍໄຟ ເເດ່ພຣະຢາເວ.