ບົດທີ 7

1 ນີ້ເປັນກົດເກນຂອງເຄື່ອງບູຊາໄຖ່ຄວາມຜິດນີ້ແມ່ນເປັນສິ່ງທີ່ບໍລິສຸດທີ່ສຸດ. 2 ພວກເຂົາຕ້ອງຂ້າເຄື່ອງບູຊາໄຖ່ຄວາມຜິດບາບໃນສະຖານທີ່ຕຽມໄວ້ສຳລັບຂ້າເຄື່ອງບູຊາ, ແລະພວກເຂົາຕ້ອງຊິດເລືອດຂອງເຄື່ອງບູຊາອ້ອມຮອບເຄື່ອງເຜົາບູຊາທຸກດ້ານ. 3 ໄຂມັນໃນເຄື່ອງບູຊານັ້ນຈະຕ້ອງຖວາຍທັງຫມົດ: ມີໄຂມັນທີ່ຫາງ, ໄຂມັນທີ່ຫຸ້ມເຄື່ອງໃນ, 4 ຫມາກໄຂ່ຫລັງທັງສອງຂ້າງ, ແລະ ໄຂມັນທີ່ຫຸ້ມຕັບ, ພ້ອມກັບຫມາກໄຂ່ຫລັງທັງຫມົດນີ້ຕ້ອງເອົາອອກ. 5 ປະໂຣຫິດຕ້ອງເຜົາຊິ້ນສ່ວນເຫລົ່ານັ້ນເທິງແທ່ນບູຊາທີ່ຖວາຍດ້ວຍໄຟແດ່ພຣະຢາເວ. ນີ້ເປັນເຄື່ອງບູຊາໄຖ່ຄວາມຜິດ. 6 ຜູ້ຊາຍທຸກຄົນໃນຖ່າມກາງປະໂຣຫິດສາມາດກິນສ່ວນຂອງເຄື່ອງບູຊານີ້ໄດ້. ເຄື່ອງບູຊາຕ້ອງກິນໃນສະຖານທີ່ບໍລິສຸດເນື່ອງຈາກເປັນສິ່ງບໍລິສຸດທີ່ສຸດ. 7 ເຄື່ອງບູຊາລົບລ້າງບາບກໍ່ເຊັ່ນດຽວກັນເຄື່ອງບູຊາໄຖ່ຄວາມຜິດ. ທັງສອງຢ່າງນີ້ໃຊ້ກົດເກນແບບດຽວກັນ. ເຄື່ອງບູຊາເຫລົ່ານັ້ນຕົກເປັນຂອງປະໂຣຫິດຜູ້ເຮັດການລ້າງບາບດ້ວຍເຄື່ອງບູຊາ. 8 ປະໂຣຫິດທີ່ຖວາຍເຄື່ອງເຜົາບູຊາຂອງໃຜກໍ່ຕາມສາມາດເກັບຫນັງຂອງໃຜກໍ່ຕາມທີ່ແທ່ນບູຊານັ້ນໄວ້ສຳລັບຕົນເອງໄດ້. 9 ເຄື່ອງບູຊາທຸກຢ່າງທີ່ອົບໃນເຕົາອົບ, ເເລະເຄື່ອງບູຊາເເບບດຽວກັນທີ່ເຮັດໃຫ້ສຸກໃນຫມໍ້ກະທະຫລືໃນເຫລັກປີ້ງຈະຕົກເປັນຂອງປະໂຣຫິດຜູ້ທີ່ໄດ້ຖວາຍເຄື່ອງບູຊານັ້ນ. 10 ເຄື່ອງບູຊານັ້ນເເບບເເຫ້ງ ຫລື ເເບບປະສົມກັບກັບນຳ້ມັນ, ຈະຕົກເປັນເຊື້ອສາຍຂອງອາໂຣນທັງຫມົດໂດຍເທົ່າທຽມກັນ. 11 ນີ້ເປັນກົດເກນຂອງເຄື່ອງບູຊາແຫ່ງສັນຕິບູຊາທີ່ປະຊາຊົນຈະນຳມາຖວາຍແດ່ພຣະຢາເວ. 12 ຜູ້ໃດຖວາຍເຄື່ອງບູຊາເປັນການຂອບພະຄຸນ, ເຂົາຕ້ອງຖວາຍເຄື່ອງບູຊາທີ່ເປັນເຂົ້າຈີ່ທີ່ເຮັດຂຶ້ນໂດຍບໍ່ໃສ່ເຊື້ອແປ້ງແຕ່ປະສົມນຳ້ມັນ ຫລືເຄັກທີ່ເຮັດໂດຍບໍ່ໃສ່ເຊື້ອແປ້ງ, ແຕ່ແຜ່ເປັນແຜ່ນທາດ້ວຍນຳ້ມັນ ແລະ ເຄັກທີ່ເຮັດຈາກແປ້ງຢ່າງດີປະສົມນຳ້ມັນ. 13 ແລະເມື່ອເປັນໄປຕາມຈຸດປະສົງແຫ່ງການຖວາຍຂອບພະຄຸນ, ເຂົາຖວາຍເຂົ້າຈີ່ທີ່ເຮັດຂຶ້ນໂດຍໃສ່ເຊື້ອແປ້ງ ຮ່ວມກັບເຄື່ອງບູຊາເເຫ່ງສັນຕິບູຊາ. 14 ເຂົາຕ້ອງຖວາຍຢ່າງລະກ້ອນຂອງເຄື່ອງບູຊາເຫລົ່ານີ້ໃຫ້ເປັນເຄື່ອງບູຊາແດ່ພຣະຢາເວ. ເຄື່ອງບູຊາຕົກເປັນຂອງປະໂຣຫິດຜູ້ທີ່ເອົາເລືອດສັດໄປຊິດໃສ່ເເທ່ນບູຊາ. 15 ຜູ້ທີ່ຖວາຍສັນຕິບູຊາເພື່ອເປັນການຖວາຍຂອບພະຄຸນຕ້ອງກິນເນື້ອຂອງເຄື່ອງບູຊາທີ່ເຂົາຖວາຍໃນວັນທີ່ເຂົາຖວາຍເຄື່ອງບູຊາ. ເຂົາຕ້ອງບໍ່ເຫລືອໄວ້ຈົນຮອດຕອນເຊົ້າ 16 ແຕ່ຖວາຍເຄື່ອງບູຊາທີ່ເຂົາເຮັດຖວາຍມີຈຸດປະສົງເພື່ອການປະຕິຍານຕົນ ຫລືມີຈຸດປະສົງໂດຍການຖວາຍໂດຍສະຫມັກໃຈ, ຊີ້ນນັ້ນຕ້ອງກິນໃນວັນທີ່ເຂົາຖວາຍເຄື່ອງບູຊາຂອງເຂົາ, ແຕ່ສິ່ງໃດທີ່ເຫລືອນັ້ນໃຫ້ກິນໃນມື້ຖັດມາໄດ້. 17 ຢ່າງໃດກໍ່ດີ, ເເຕ່ຖ້າຊີ້ນຂອງເຄື່ອງບູຊາເຫລືອຮອດມື້ທີສາມໃຫ້ເຜົາເສຍ. 18 ຖ້າຊີ້ນຂອງເຄື່ອງບູຊາໃດທີ່ມາຈາກສັນຕິບູຊາຖືກກິນໃນວັນທີ່ສາມ, ຈະບໍ່ເປັນທີ່ຍອມຮັບ, ເເລະ ເຊື່ອມເສຍຊື່ສຽງຂອງຜູ້ຖວາຍເຄື່ອງບູຊາ. ເປັນສິ່ງທີ່ຫນ້າລັງກຽດ, ເເລະຜູ້ທີ່ກິນຊີ້ນນັ້ນຈະເເບກຮັບຄວາມຜິດບາບ ເເຫ່ງການເຮັດບາບຂອງເຂົາ. 19 ຫ້າມກິນຊີ້ນໃດໆທີ່ໄປປະສົມກັບສິ່ງທີ່ບໍ່ສະອາດ. ຕ້ອງເຜົາເສຍ. ສ່ວນຊີ້ນສ່ວນອື່ນນັ້ນ, ໃຜກໍ່ຕາມທີ່ສະອາດກໍ່ສາມາດກິນໄດ້. 20 ເເຕ່ຄົນໃດບໍ່ສະອາດທີ່ກິນຊີ້ນຈາກເຄື່ອງບູຊາເເຫ່ງສັນຕິບູຊາທີ່ເປັນຂອງພຣະຢາເວ ຄົນນັ້ນຕ້ອງຖືກຕັດອອກຈາກປະຊາຊົນຂອງເຮົາ. 21 ຖ້າຜູ້ໃດເເຕະຕ້ອງສິ່ງທີ່ບໍ່ສະອາດໃດຂອງມະນຸດ ຫລືສັດປ່າທີ່ບໍ່ສະອາດ, ຫລືຈາກບາງຢ່າງທີ່ບໍ່ສະອາດເເລະຫນ້າລັງກຽດ, ເເລະຖ້າເຂົາມາກິນຊີ້ນເຄື່ອງບູຊາເເຫ່ງສັນຕິບູຊາທີ່ເປັນຂອງພຣະຢາເວ, ຄົນນັ້ນຕ້ອງຖືກຕັດອອກຈາກປະຊາຊົນຂອງເຂົາເອງ. 22 ແລ້ວພຣະຢາເວສັ່ງແກ່ໂມເຊວ່າ, 23 " ຈົ່ງບອກແກ່ປະຊາຊົນອິດສະຣາເອນວ່າ, ' ເຈົ້າຕ້ອງບໍ່ກິນໄຂມັນຂອງງົວ ຫລື ແກະຫລືແບ້. 24 ໄຂມັນຂອງສັດທີ່ຕາຍນອກຈາກການຖວາຍເປັນເຄື່ອງບູຊາ ຫລືໄຂມັນຂອງສັດທີ່ ຖືກສັດປ່າກັດກິນ, ອາດຈະເອົາໄປໃຊ້ເພື່ອຈຸດປະສົງອື່ນໄດ້, ແຕ່ຫ້າມບໍ່ໃຫ້ພວກເຈົ້າກິນ. 25 ໃຜກໍ່ຕາມທີ່ກິນໄຂມັນຂອງສັດທີ່ຜູ້ຄົນສາມາດເອົາມາຖວາຍດ້ວຍໄຟແດ່ພຣະຢາເວ, ບຸກຄົນນັ້ນຕ້ອງຖືກຕັດອອກຈາກປະຊາຊົນຂອງເຂົາ. 26 ພວກເຂົາຕ້ອງບໍ່ກິນເລືອດໃດໆທັງຫມົດ ບໍ່ວ່າຢູ່ໃນເຮືອນຂອງພວກເຈົ້າ, ບໍ່ວ່າເລືອດນັ້ນຈະມາຈາກນົກຫລືສັດ. 27 ໃຜກໍ່ຕາມທີ່ກິນເລືອດໃດໆກໍ່ຕາມ ຄົນນັ້ນຕ້ອງຖືກຕັດອອກຈາກປະຊາຊົນຂອງເຂົາ." 28 ດັ່ງນັ້ນພຣະຢາເວກ່າວແກ່ໂມເຊວ່າ, 29 ຈົ່ງບອກແກ່ປະຊາຊົນອິດສະຣາເອນວ່າ, "ຜູ້ທີ່ຖວາຍເຄື່ອງບູຊາເເຫ່ງສັນຕິບູຊາເເດ່ພຣະຢາເວ ຕ້ອງນຳເຄື່ອງບູຊາຂອງເຂົາມາຖວາຍເເດ່ພຣະຢາເວ ຕ້ອງນຳສ່ວນຂອງເຄື່ອງບູຊາມາຖວາຍເເດ່ພຣະຢາເວ. 30 ເຄື່ອງຖວາຍດ້ວຍໄຟເເດ່ພຣະຢາເວ. ເຂົາຕ້ອງນຳມາຖວາຍດ້ວຍມືຂອງຕົນເອງ. ເຂົາຕ້ອງນຳໄຂມັນມາພ້ອມກັບຊີ້ນຫນ້າເອິກ ເເລ້ວເອົາຊີ້ນຫນ້າເອິກນັ້ນໃຫ້ເປັນເຄື່ອງບູຊາຖວາຍຕໍ່ພຣະພັກພຣະຢາເວ. 31 ປະໂຣຫິດຕ້ອງເຜົາໄຂມັນນັ້ນເທິງແທ່ນບູຊາ, ແຕ່ຊີ້ນຫນ້າເອິກນັ້ນຈະຕົກເປັນຂອງອາໂຣນ ເເລະ ເຊື້ອສາຍຂອງເຂົາ. 32 ເຈົ້າຕ້ອງມອບຂາຂວາດ້ານຫລັງສັດໃຫ້ເເກ່ປະໂຣຫິດໃຫ້ເປັນສ່ວນທີ່ຖວາຍທີ່ແທ່ນບູຊາແຫ່ງສັນຕິບູຊາຂອງເຈົ້າ. 33 ປະໂຣຫິດເປັນ, ເຊື້ອສາຍຂອງອາໂຣນຊຶ່ງເປັນຜູ້ທີ່ຖວາຍເລືອດຂອງສັນຕິບູຊາ ແລະໄຂມັນເຂົາຈະໄດ້ຮັບຂາຂວາເປັນສ່ວນແບ່ງຂອງເຂົາຈາກເຄື່ອງບູຊາ. 34 ເພາະເຮົາໄດ້ເອົາຊີ້ນຫນ້າເອິກຂອງເຄື່ອງບູຊາຖວາຍ ແລະ ຕົ້ນຂາຊຶ່ງເປັນຂອງຖວາຍຈາກປະຊາຊົນອິດສະຣາເອນ, ແລະ ທັງຫມົດນັ້ນມອບໃຫ້ແດ່ອາໂຣນຜູ້ທີ່ເປັນປະໂຣຫິດຂອງບັນດາບຸດຂອງເຂົາຕາມສ່ວນແບ່ງຕາມປົກກະຕິຂອງພວກເຂົາ. 35 ນີ້ແມ່ນສ່ວນແບ່ງສຳລັບອາໂຣນ ເເລະເຊື້ອສາຍຂອງເຂົາຈາກເຄື່ອງບູຊາຕ່າງໆ ທີ່ຖວາຍແດ່ພຣະຢາເວດ້ວຍໄຟ, ໃນວັນທີ່ໂມເຊຖວາຍພວກເຂົາໃຫ້ປະຕິບັດຮັບໃຊ້ພຣະຢາເວດ້ານວຽກງານເເຫ່ງການເປັນປະໂຣຫິດ. 36 ນີ້ເປັນສ່ວນແບ່ງທີ່ພຣະຢາເວໄດ້ບັນຊາໃຫ້ເອົາຈາກປະຊາຊົນອິດສະຣາເອນ, ເເລະ ຍົກໃຫ້ແກ່ພວກເຂົາ ໃນວັນທີ່ເຂົາເຈີມຕັ້ງປະໂຣຫິດ. ນີ້ຈະເປັນສ່ວນເເບ່ງຂອງເຂົາຊົ່ວລຸ້ນອາຍຸ. 37 ນີ້ເປັນກົດເກນຂອງເຄື່ອງເຜົາບູຊາ, ເຄື່ອງພືດຜົນບູຊາ ເຄື່ອງບູຊາໄຖ່ຄວາມຜິດ ເຄື່ອງບູຊາຊຳລະລ້າງບາບ, ເຄື່ອງຖວາຍບູຊາ,ພິທີບູຊາໃຫ້ບໍລິສຸດ, ເເລະເຄື່ອງບູຊາແຫ່ງສັນຕິບູຊາ, 38 ຊຶ່ງພຣະຢາເວໄດ້ຊົງບັນຊາແກ່ໂມເຊເທິງພູຊີນາຍ ໃນວັນທີ່ໂມເຊໄດ້ສັ່ງໃຫ້ປະຊາຊົນອິດສະຣາເອນ ຖວາຍເຄື່ອງບູຊາ ແດ່ພຣະຢາເວໃນຖິ່ນທຸລະກັນດານຊີນາຍ."