ບົດທີ 3

1 ຖ້ອຍຄຳຂອງພຣະຢາເວໄດ້ກ່າວກັບໂຢນາເປັນເທື່ອທີສອງ, ກ່າວວ່າ, 2 "ຈົ່ງລຸກຂຶ້ນ, ໄປເມືອງນີນາເວ, ຊຶ່ງເປັນເມືອງໃຫຍ່, ແລະປະກາດສີ່ງທີ່ເຮົາຈະບອກແກ່ເຈົ້າ." 3 ໂຢນາຈຶ່ງໄດ້ລຸກຂຶ້ນ ແລະໄປເມືອງນີນາເວດ້ວຍຄວາມເຊື່ອຟັງ ໃນຖ້ອຍຄຳຂອງພຣະຢາເວ. ເມືອງນີນາເວເປັນເມືອງໃຫຍ່ຫລາຍ, ຕ້ອງໃຊ້ເວເລເຖິງສາມມື້ ຈຶ່ງຈະເດີນທາງຜ່ານເມືອງນີ້ໄດ້. 4 ໂຢນາໄດ້ເຂົ້າໄປໃນເມືອງ ແລະຫລັງຈາກທີ່ເຂົ້າໄປໄດ້ຫນຶ່ງວັນແລ້ວ ລາວໄດ້ປະກາດແລະເວົ້າວ່າ, "ອີກສີ່ສິບມື້ ເມືອງນີນາເວຈະຖືກທຳລາຍ." 5 ຊາວເມືອງນີນາເວເຊື່ອໃນພຣະເຈົ້າ ແລະພວກເຂົາໄດ້ປະກາດໃຫ້ມີການອົດອາຫານ. ນຸ່ງຫົ່ມເຄື່ອງໄວ້ທຸກ, ຕັ້ງແຕ່ຄົນທີ່ໃຫຍ່ໂຕ ຈົນເຖິງຜູ້ເລັກນ້ອຍທີ່ສຸດ. 6 ເມື່ອກະສັດນີນາເວຮູ້ຂ່າວລື່ອງ. ພະອົງກໍລົງຈາກບັນລັງຂອງພຣະອົງ, ແກ້ເຄື່ອງຂອງພຣະອົງ, ສວມຊຸດທີ່ເຮັດດ້ວຍຜ້າປ່ານ, ແລະນັ່ງກອງຂີ້ເຖົ່າ. 7 ພຣະອົງອອກໃບປະກາດວ່າ, "ໃນເມືອງນີນາເວ, ດ້ວຍອຳນາດຂອງກະສັດ ແລະບັນດາຂ້າຣາຊະການທັງຫລາຍຂອງພະອົງ, ຫ້າມຄົນແລະສັດ, ຝູງສັດໃດໆ, ໄດ້ຊີມຣົດສິ່ງໃດໆ, ຫ້າມເຂົາທັງຫລາຍກິນ ຫລືດື່ມນໍ້າ. 8 ແຕ່ໃຫ້ທັງຄົນແລະສັດ ສວມຊຸດທີ່ເຮັດດ້ວຍຜ້າປ່ານ ແລະໃຫ້ພວກເຂົາຮ້ອງຂໍດ້ວຍສຽງອັນດັງຕໍ່ພຣະເຈົ້າ. ໃຫ້ທຸກຄົນກັບໃຈຈາກທາງຊົ່ວຮ້າຍຂອງເຂົາເສັຽ ແລະຈາກຄວາມຮຸນແຮງທີ່ມືພວກເຂົາໄດ້ເຮັດນັ້ນ. 9 ໃຜຈະຮູ້ໄດ້? ພຣະເຈົ້າອາດຈະຊົງປ່ຽນໃຈ ປ່ຽນຈາກຄວາມໂກດອັນແຮງກ້າຂອງພຣະອົງ ເພື່ອພວກເຮົາຈະບໍ່ຕ້ອງຖືກລົງໂທດ." 10 ພຣະເຈົ້າໄດ້ເຫັນສີິ່ງທີ່ຊາວເມືອງນີນາເວເຮັດ, ທີ່ພວກເຂົາທັງຫລາຍໄດ້ກັບໃຈຈາກທາງຊົ່ວຮ້າຍຂອງພວກເຂົາ. ສະນັ້ນ ພຣະເຈົ້າຈຶ່ງປ່ຽນໃຈບໍ່ລົງໂທດພວກເຂົາ, ຕາມທີ່ພຣະອົງເຄີຍກ່າວໄວ້ນັ້ນ.