ບົດທີ 4

1 ໂຢນາບໍ່ພໍໃຈແລະໃຈຮ້າຍຫລາຍ. 2 ໂຢນາຈຶ່ງອະທິຖານຕໍ່ພຣະຢາເວວ່າ,"ໂອ້, ພຣະຢາເວ, ນີ້ບໍ່ແມ່ນບໍສິ່ງທີ່ຂ້ານ້ອຍຂໍຕັ້ງແຕ່ເມື່ອຂ້ານ້ອຍກັບໄປບ້ານເມືອງ ຂອງຂ້ານ້ອຍຫລື? ນີ້ຄືເຫດຜົນທີ່ຂ້ານ້ອຍເຮັດແຕ່ທຳອິດ ແລະ ພະຍາຍາມຫນີໄປເມືອງຕາກຊິດ—ເພາະຂ້ານ້ອຍຮູ້ວ່າພຣະອົງຊົງພຣະຄຸນ, ມີຄວາມເມດຕາ, ຮ້າຍຊ້າ, ເຕັມໄປດ້ວຍຄວາມສັດຊື່, ແລະຈະຊົງຍົກໂທດຈາກການສົ່ງພັຍພິບັດ. 3 ດ້ວຍເຫດນີ້, ຂ້າແດ່ພຣະຢາເວເອີຍ, ຂ້ານ້ອຍຂໍພຣະອົງເອົາຊີວິດຂ້ານ້ອຍໄປສາ, ເພາະການຕາຍກໍ່ດີກວ່າ ການມີຊີວິດຢູ່ສຳລັບຂ້ານ້ອຍ." 4 ພຣະຢາເວກ່າວວ່າ,"ດີແລ້ວຫລືທີ່ເຈົ້າໃຈຮ້າຍແບບນີ້?" 5 ແລ້ວໂຢນາຈຶ່ງອອກໄປຈາກເມືອງ ແລະ ນັ່ງລົງທາງທິດຕາເວັນອອກຂອງເມືອງນັ້ນ. ລາວສ້າງຕູບຫລັງຫນຶ່ງໃນບ່ອນນັ້ນ ແລະນັ່ງຢູ່ໃນຕູບນັ້ນ ເພື່ອລໍຖ້າເບິ່ງ ສິ່ງທີ່ຈະເກີດຂຶ້ນກັບເມືອງນັ້ນ. 6 ພຣະຢາເວຊົງໃຫ້ຕົ້ນໄມ້ເກີດຂຶ້ນມາ ແລະເຮັດໃຫ້ມັນໃຫຍ່ຂຶ້ນມາຈົນປົກເຫນືອໂຢນາ ຮົ່ມເງົາຂອງມັນປົກເຫນືອຫົວຂອງລາວ ເພື່ອເຮັດໃຫ້ລາວຜ່ອນຄາຍຈາກຄວາມກະວົນກະວາຍ. ໂຢນາຈຶ່ງພໍໃຈຫລາຍກັບຕົ້ນໄມ້ຕົ້ນນັ້ນ. 7 ແຕ່ໃນເຊົ້າມື້ໃຫມ່ມາ. ພຣະເຈົ້າເຮັດໃຫ້ມີຫນອນໂຕຫນຶ່ງ ມາກັດກິນຕົ້ນໄມ້ຕົ້ນນັ້ນ ແລະມັນກໍແຫ້ງກອບໄປ. 8 ແລະເມື່ອຕາເວັນຂຶ້ນໃນເຊົ້າອືກມື້ຫນຶ່ງ, ພຣະເຈົ້າເຮັດໃຫ້ມີລົມຮ້ອນພັດມາຈາກທິດຕາເວັນອອກ. ນອກຈາກນັ້ນ ຕາເວັນສ່ອງແສງລົງມາໃສ່ຫົວຂອງໂຢນາ ຈົນເຮັດໃຫ້ລາວເກືອບເປັນລົມລົ້ມໄປ. ແລ້ວໂຢນາຈຶ່ງຢາກທີ່ຈະຕາຍ. ລາວເວົ້າກັບຕົນເອງວ່າ,"ເຮັດໃຫ້ຂ້ອຍຕາຍກໍດີກວ່າມີຊີວິດຢູ່." 9 ແລ້ວພຣະເຈົ້າກ່າວກັບໂຢນາວ່າ,"ດີແລ້ວບໍທີ່ເຈົ້າໃຈຮ້າຍກັບເລື່ອງຕົ້ນໄມ້ນີ້?" ໂຢນາຕອບວ່າ,"ດີແລ້ວພຣະເຈົ້າຂ້າ ທີ່ຂ້ານ້ອຍໃຈຮ້າຍ, ຫລືແມ່ນແຕ່ຢາກຕາຍ." 10 ພຣະຢາເວກ່າວວ່າ,"ເຈົ້າມີຄວາມເມດຕາຕໍ່ຕົ້ນໄມ້ຕົ້ນນີ້, ທີ່ເຈົ້າບໍ່ໄດ້ລົງແຮງປູກ, ບໍ່ໄດ້ເຮັດໃຫ້ມັນໃຫຍ່ຂຶ້ນ. ຊຶ່ງມັນໃຫຍ່ຂຶ້ນໃນຊ່ວງຄືນດຽວ ແລະ ຕາຍໄປໃນຊ່ວງຄືນດຽວ. 11 ແລ້ວເຮົາບໍ່ສົມຄວນບໍ ທີ່ມີຄວາມເມດຕາຊາວເມືອງນີນາເວ, ເມືອງໃຫຍ່ນັ້ນ, ຊຶ່ງມີຄົນຫລາຍກວ່າຫນຶ່ງແສນສອງຫມື່ນຄົນ ຜູ້ທີຍັງບໍ່ຮູ້ເຖິງຄວາມແຕກຕ່າງ ລະຫວ່າງມືຂວາແລະມືຊ້າຍ, ແລະອີກພ້ອມທັງຝູງສັດຫລວງຫລາຍນັ້ນບໍ?"