ບົດທີ 2

1 ແລ້ວໂຢນາໄດ້ອະທິຖານເຖິງພຣະຢາເວ ພຣະເຈົ້າຂອງເພິ່ນຈາກໃນທ້ອງປາ 2 ທ່ານເວົ້າວ່າ, "ຂ້ານ້ອຍໄດ້ຮ້ອງຫາພຣະຢາເວ ກ່ຽວກັບເລື່ອງຄວາມທຸກໃຈຂອງຂ້ານ້ອຍ ແລະພຣະອົງຊົງຕອບຂ້ານ້ອຍ; ຈາກບ່ອນເລິກຂອງແດນມໍຣະນາ ຂ້ານ້ອຍໄດ້ຮ້ອງຂໍຄວາມຊ່ວຍເຫລືອ! ພຣະອົງຊົງໄດ້ຍິນສຽງຂອງຂ້ານ້ອຍ. 3 ພຣະອົງຖິ້ມຂ້ານ້ອຍລົງໃນບ່ອນເລິກ, ລົງໃນໃຈກາງຂອງທະເລ, ແລະກະແສນໍ້າໄດ້ລ້ອມຂ້ານ້ອຍໄວ້; ບັນດາຄື້ນຂອງພຣະອົງ ແລະຄື້ນຍັກໄດ້ພັດຜ່ານຂ້ານ້ອຍ. 4 ຂ້ານ້ອຍກ່າວວ່າ,'ຂ້ານ້ອຍຖືກຂັບໄລ່ໄປຈາກສາຍຕາຂອງພຣະອົງ; ແຕ່ຂ້ານ້ອຍກໍຍັງຄອຍຖ້າຫາພຣະວິຫານອັນ ບໍຣິສຸດຂອງພຣະອົງ.' 5 ນໍ້າກໍຂຶ້ນມາເຖິງຄໍຂອງຂ້ານ້ອຍ; ຄວາມເລິກກໍລ້ອມຂ້ານ້ອຍໄວ້; ເທົາທະເລກໍລ້ອມຫົວຂອງຂ້ານ້ອຍ. 6 ຂ້ານ້ອຍລົງໄປເຖິງຖານຂອງບັນດາພູທັງຫລາຍ; ແຜ່ນດິນພ້ອມວົງລໍ້ຂອງມັນກໍປິດຂັງຂ້ານ້ອຍໄວ້ເປັນນິດ. ແຕ່ພຣະອົງຊ່ວຍຊີວິດຂ້ານ້ອຍໃຫ້ພົ້ນຈາກຂຸມ, ພຣະຢາເວ, ພຣະເຈົ້າຂອງຂ້ານ້ອຍ! 7 ເມື່ອຈິດໃຈພາຍໃນຂອງຂ້ານ້ອຍອ່ອນແອ, ຂ້ານ້ອຍກໍຄິດເຖິງພຣະຢາເວ; ແລ້ວຂ້ານ້ອຍຂໍຕໍ່ພຣະອົງ ຕໍ່ພຣະວິຫານບໍຣິສຸດຂອງພຣະອົງ. 8 ບັນດາຄົນທີ່ສົນໃຈພຣະອື່ນໆ ອັນບໍ່ມີຄ່າກໍປະຕິເສດຄວາມສັດຊື່ຂອງພຣະອົງ ທີ່ມີຕໍ່ພວກເຂົາ. 9 ແຕ່ສຳລັບຂ້ານ້ອຍ, ຂ້ານ້ອຍຈະຖວາຍເຄື່ອງບູຊາດ້ວຍສຽງແຫ່ງການຂອບພຣະຄຸນ; ຂ້ານ້ອຍຈະເຮັດໃຫ້ສຳເລັດຕາມທີຂ້ານ້ອຍ ໄດ້ປະຕິຍານໄວ້. ຄວາມພົ້ນມາຈາກພຣະຢາເວ!" 10 ແລ້ວພຣະຢາເວສັ່ງປາ ແລ້ວມັນກໍຄາຍໂຢນາອອກບ່ອນແຜ່ນດິນແຫ້ງ.