ບົດທີ 4

1 ອັນໃດເປັນສາເຫດທີ່ເຮັດໃຫ້ພວກເຈົ້າຕໍ່ສູ້ ແລະ ຜິດຖຽງກັນ? ກໍບໍ່ແມ່ນມາຈາກ ກິເລດຕັນຫາ ຂອງພວກເຈົ້ານັ້ນບໍ ທີ່ເຮັດໃຫ້ມີການຕໍ່ສູ້ ກັນຢູ່ບໍ່ຂາດພາຍໃນພວກເຈົ້າ. 2 ເຈົ້າທັງຫລາຍຢາກໄດ້, ແລະ ເຈົ້າກໍບໍ່ມີ. ພວກເຈົ້າຂ້າກັນ ແລະ ໂລບ,​ ແລະ ເຈົ້າກໍບໍ່ສາມາດຈະໄດ້. ພວກເຈົ້າຜິດຖຽງ ແລະ ທະເລາະວິວາດກັນ. ພວກເຈົ້າບໍ່ມີເພາະພວກເຈົ້າບໍ່ໄດ້ຂໍ. 3 ເຈົ້າຂໍ ແລະ ບໍ່ໄດ້ຮັບ ເພາະຂໍແບບຜິດໆ, ເພື່ອຈະເອົາໄປໃຊ້ຕາມກິເລດຕັນຫາຂອງຕົນ. 4 ໂອຄົນຫລິ້ນຊູ້ເອີຍ! ພວກເຈົ້າບໍ່ຮູ້ ຫລືວ່າ ການເປັນມິດຕໍ່ໂລກກໍຄືການເປັນສັດຕຣູຕໍ່ພຣະເຈົ້າ? ສະນັ້ນຜູ້ໃດທີ່ຢາກເປັນມິດ ຕໍ່ໂລກກໍ ເປັນສັດຕຣູຕໍ່ພຣະເຈົ້າ. 5 ຫລື ເຈົ້າທັງຫລາຍ ຄິດວ່າພຣະຄັມພີກ່າວວ່າແບບໄຮ້ສາຣະ, “ວິນຍານທີ່ພຣະອົງໄດ້ຊົງບັນດານໃຫ້ຢູ່ໃນເຮົາ ທັງຫລາຍກໍແມ່ນຄວາມເຫິງສາຢ່າງເລິກແລບ”? 6 ແຕ່ພຣະເຈົ້າໄດ້ຊົງປຣະທານພຣະຄຸນເພີ່ມຂຶ້ນ ອີກ, ເຫດສະນັ້ນພຣະຄັມພີຈຶ່ງກ່າວວ່າ, “ພຣະເຈົ້າ ຊົງຕໍ່ສູ້ຄົນ ທີ່ຈອງຫອງ, ແຕ່ຊົງປຣະທານພຣະຄຸນ ແກ່ຄົນທີ່ຖ່ອມໃຈລົງ.” 7 ຈົ່ງນ້ອມໃຈຍອມ ຟັງພຣະເຈົ້າ, ຈົ່ງຕໍ່ສູ້ກັບມານ, ແລະ ມັນຈະຫນີ ຈາກພວກເຈົ້າໄປ. 8 ຈົ່ງເຂົ້າໃກ້ພຣະເຈົ້າ, ແລະ ພຣະອົງຈະສະເດັດມາໃກ້ພວກເຈົ້າ. ຈົ່ງຊຳຣະມືຂອງເຈົ້າໃຫ້ສະອາດ, ຄົນບາບເອີຍ, ແລະ ຈົ່ງຊຳຣະໃຈຂອງເຈົ້າໃຫ້ບໍຣິສຸດ, ຄົນສອງໃຈເອີຍ. 9 ເປັນທຸກໂສກເສົ້າ, ແລະ ຮ້ອງໄຫ້! ໃຫ້ການຫົວຂອງເຈົ້າ ກັບກາຍເປັນການໂສກເສົ້າ ແລະ ໃຫ້ຄວາມຍິນດີຂອງເຈົ້າກັບກາຍເປັນຄວາມເສົ້າຫມອງ. 10 ຖ່ອມຕົວລົງຊ້ອງ ພຣະພັກອົງພຣະຜູ້ເປັນເຈົ້າ ແລະ ພຣະອົງຈະຊົງຍົກພວກເຈົ້າຂຶ້ນ. 11 ຢ່າເວົ້ານິນທາ ຊຶ່ງກັນແລະກັນ, ພີ່ນ້ອງທັງຫລາຍເອີຍ, ຜູ້ທີ່ເວົ້ານິນທາພີ່ນ້ອງ ຫລື ກ່າວໂທດໃສ່ພີ່ນ້ອງຂອງຕົນ ຜູ້ນັ້ນກໍເວົ້າຕໍ່ຕ້ານກົດບັນຍັດ ແລະ ຕັດສິນກົດບັນຍັດນັ້ນ, ແຕ່ຖ້າເຈົ້າກ່າວໂທດຕໍ່ກົດບັນຍັດ, ເຈົ້າກໍບໍ່ເປັນຜູ້ທີ່ ປະຕິບັດຕາມກົດບັນຍັດ, ແຕ່ເປັນຜູ້ຕັດສິນກົດບັນຍັດ. 12 ຜູ້ຊົງແຕ່ງຕັ້ງກົດບັນຍັດ ແລະ ຜູ້ຊົງພິພາກສາພຽງແຕ່ອົງດຽວເທົ່ານັ້ນ ຄືພຣະອົງ ຜູ້ ຊົງສາມາດໂຜດໃຫ້ພົ້ນ ແລະ ຊົງສາມາດບັນດານໃຫ້ຈິບຫາຍໄປໄດ້, ແຕ່ຝ່າຍເຈົ້າເປັນຜູ້ໃດທີ່ຈະກ່າວໂທດໃສ່ເພື່ອນບ້ານຂອງຕົນ? 13 ດັ່ງນັ້ນຈົ່ງຟັງໃຫ້ດີ, ເຈົ້າທັງຫລາຍທີ່ເວົ້າວ່າ, “ມື້ນີ້ ຫລື ມື້ອື່ນ ພວກເຮົາຈະເຂົ້າໄປໃນເມືອງນີ້, ຈະພັກຢູ່ທີ່ນັ້ນປີຫນຶ່ງ, ຈະຄ້າຂາຍ, ແລະເອົາກຳໄຣ.” 14 ຜູ້ໃດຮູ້ຈະເກີດຫຍັງຂຶ້ນໃນມື້ອື່ນ, ແລະ ຊີວິດຂອງພວກເຈົ້າຈະເປັນຢ່າງໃດ? ສຳລັບພວກເຈົ້າເປັນດັ່ງຫມອກທີ່ປາກົດຢູ່ພຽງຊົ່ວຄາວແລ້ວກໍຈາງຫາຍໄປ. 15 ແທນທີ່, ເຈົ້າຄວນຈະເວົ້າດັ່ງນັ້ນ, “ຖ້າ ພຣະເຈົ້າພໍພຣະທັຍ, ພວກເຮົາກໍຈະມີຊີວິດຢູ່ ແລະ ຈະເຮັດສິ່ງນັ້ນຫລືສິ່ງນີ້.” 16 ແຕ່ວ່າດຽວນີ້ ເຈົ້າທັງຫລາຍໂອ້ອວດ ດ້ວຍຄວາມຖືຕົວ, ການໂອ້ອວດຢ່າງນີ້, ກໍລ້ວນແຕ່ເປັນຄວາມຊົ່ວ. 17 ຖ້າຜູ້ໃດຮູ້ວ່າອັນໃດເປັນການດີ ແລະ ບໍ່ເຮັດຜູ້ນັ້ນຈຶ່ງມີບາບ.