ບົດທີ 5

1 ມາບັດນີ້ຄົນຮັ່ງມີເອີຍ, ຈົ່ງຮ້ອງໄຫ້ຮໍ່າໄຮ ຍ້ອນຄວາມທຸກລຳບາກ ທີ່ຈະມາຖືກພວກເຈົ້າ. 2 ຄວາມຮັ່ງມີຂອງພວກເຈົ້າໄດ້ ເສື່ອມສູນໄປແລ້ວ ແລະ ເສື້ອຜ້າຂອງພວກເຈົ້າ ກໍຖືກມອດກັດ ກິນເສຍແລ້ວ. 3 ເງິນ ແລະ ຄຳຂອງພວກເຈົ້າກໍເກີດເປັນຂີ້ຫມ້ຽງ ແລະ ຂີ້ຫມ້ຽງນັ້ນຈະເປັນ ພະຍານຫລັກຖານ ຕໍ່ສູ້ພວກເຈົ້າ. ມັນຈະເຜົາຜານ ເລືອດເນື້ອ ຂອງພວກເຈົ້າເຫມືອນໄຟ. ພວກເຈົ້າໄດ້ທ້ອນໂຮມຊັບສົມບັດໄວ້ສຳລັບວັນສຸດທ້າຍ. 4 ເບິ່ງແມ, ຄ່າຈ້າງຂອງຄົນ ທີ່ໄດ້ກ່ຽວເຂົ້າໃນ ນາຂອງພວກເຈົ້າ ຊຶ່ງພວກເຈົ້າໄດ້ສໍ້ໂກງໄວ້ນັ້ນກໍ ຮ້ອງຟ້ອງຂຶ້ນ, ແລະ ສຽງຮ້ອງທຸກຂອງຄົນທີ່ກ່ຽວເຂົ້ານັ້ນ ກໍໄດ້ຊົງຊາບແລ້ວເຖິງຫູຂອງອົງພຣະຜູ້ເປັນເຈົ້າອົງຊົງເປັນຈອມພົນ. 5 ພວກເຈົ້າ ໄດ້ລ້ຽງຊີວິດຢູ່ໃນໂລກຢ່າງຟຸມເຟືອຍ ແລະສະຫນຸກສະຫນານ, ພວກເຈົ້າໄດ້ບຳລຸງຈິດໃຈ ເຫມືອນລໍຖ້າວັນປະຫານ. 6 ພວກເຈົ້າໄດ້ ຕັດສິນລົງໂທດ ແລະ ໄດ້ຂ້າຄົນຊອບທັມເສຍ. ທີ່ເຂົາກໍບໍ່ໄດ້ຕໍ່ສູ້ພວກເຈົ້າ. 7 ພີ່ນ້ອງທັງຫລາຍເອີຍ, ຈົ່ງອົດທົນຈົນກວ່າອົງພຣະຜູ້ເປັນເຈົ້າຈະສະເດັດມາ. ຈົ່ງເບິ່ງແມ, ຊາວປູກຝັງທີ່ລໍຄອຍຜົນອັນມີຄ່າທີ່ຈະໄດ້ຮັບຈາກດິນ. ເຂົາກໍພຽນຄອຍ, ຈົນກວ່າມີຝົນຕົ້ນຣະດູ ແລະ ຝົນປາຍຣະດູ. 8 ພວກເຈົ້າເຊັ່ນກັນ, ກໍຈົ່ງອົດທົນຢ່າງນັ້ນເຫມືອນກັນ. ຈົ່ງຕັ້ງໃຈໃຫ້ດີ, ເພາະໃກ້ຈະເຖິງເວລາທີ່ອົງພຣະຜູ້ເປັນເຈົ້າຈະສະເດັດມາແລ້ວ. 9 ພີ່ນ້ອງທັງຫລາຍເອີຍ, ຢ່າຈົ່ມໃຫ້ກັນ ແລະກັນ, ເພື່ອວ່າເຈົ້າຈະບໍ່ຖືກພຣະເຈົ້າຕັດສິນ. ເບິ່ງແມ, ຜູ້ຕັດສິນກໍກຳລັງຢືນຢູ່ທີ່ປະຕູ ແລະ ພ້ອມທີ່ຈະມາປາກົດ. 10 ພີ່ນ້ອງທັງຫລາຍເອີຍ, ຈົ່ງເອົາແບບຢ່າງໃນການທົນທຸກ ແລະ ຄວາມພາກພຽນຂອງພວກຜູ້ປະກາດພຣະທັມ, ຜູ້ໄດ້ກ່າວໃນພຣະນາມ ຂອງອົງພຣະຜູ້ເປັນເຈົ້າ. 11 ເບິ່ງແມ! ພວກເຮົາຖືວ່າຄົນເຫລົ່ານັ້ນ ທີ່ມີຄວາມອົດທົນກໍເປັນສຸກ. ເຈົ້າທັງຫລາຍໄດ້ຍິນເລື່ອງຄວາມອົດທົນຂອງໂຢບ, ແລະ ເຈົ້າທັງຫລາຍຮູ້ເຖິງພຣະປະສົງຂອງພຣະຜູ້ເປັນເຈົ້າ, ເຊິ່ງອົງພຣະຜູ້ເປັນເຈົ້າ ກໍຊົງເຕັມໄປດ້ວຍພຣະເມດຕາກະຣຸນາ. 12 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ທີ່ສຳຄັນກວ່າສິ່ງອື່ນໆທັງໝົດ, ຄືຢ່າສາບານດ້ວຍອ້າງເຖິງ ສະຫວັນ ຫລື ແຜ່ນດິນໂລກ ຫລື ສິ່ງອື່ນໆ. ແຕ່ສິ່ງໃດ, “ແມ່ນ” ກໍໃຫ້ວ່າ “ແມ່ນ” ສິ່ງໃດທີ່ “ບໍ່ແມ່ນ” ກໍໃຫ້ວ່າ “ບໍ່ແມ່ນ” ເພື່ອພວກເຈົ້າຈະບໍ່ຕົກໃນການລົງໂທດ. 13 ມີຜູ້ໃດບໍໃນພວກເຈົ້າທີ່ທົນທຸກຢູ່? ຈົ່ງໃຫ້ຜູ້ນັ້ນພາວັນນາອະທິຖານ. ມີຜູ້ໃດບໍທີ່ຊົມຊື່ນຍິນດີ? ກໍໃຫ້ຜູ້ນັ້ນຮ້ອງເພງສັນຣະເສີນ. 14 ຜູ້ໃດທີ່ເຈັບໄຂ້ໄດ້ປ່ວຍ? ຈົ່ງໃຫ້ຜູ້ນັ້ນເຊີນບັນດາເຖົ້າແກ່ໃນຄຣິສຕະຈັກມາ, ພາວັນນາອະທິຖານສຳລັບຕົນ. ໃຫ້ພວກເພິ່ນເຈີມຜູ້ນັ້ນດ້ວຍນໍ້າມັນຊາໂລມທາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ. 15 ຄຳພາວັນນາອະທິຖານທີ່ປະກອບດ້ວຍຄວາມເຊື່ອ ຈະເຮັດໃຫ້ຜູ້ປ່ວຍນັ້ນລອດພົ້ນ, ແລະ ອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ຜູ້ນັ້ນລຸກຂຶ້ນດີເປັນປົກກະຕິ. ຖ້າຜູ້ນັ້ນໄດ້ເຮັດຜິດເຮັດບາບພຣະອົງກໍຈະຊົງໂຜດອະພັຍໃຫ້. 16 ເຫດສະນັ້ນ ເຈົ້າທັງຫລາຍ ຈົ່ງສາຣະພາບ ຜິດຂອງຕົນຕໍ່ກັນ ແລະ ກັນ, ແລະ ຈົ່ງພາວັນນາອະທິຖານເພື່ອກັນ ແລະ ກັນ, ເພື່ອເຈົ້າທັງຫລາຍຈະໄດ້ຮັບການຮັກສາຢ່ຽວຢາດີພະຍາດ. ຄຳພາວັນນາອະທິຖານຂອງຜູ້ຊອບທັມມີຣິດສັກສິດເຮັດໃຫ້ເກີດຜົນ. 17 ເອລີຢາ ກໍເປັນມະນຸດທຳມະດາສາມັນເຫມືອນກັບພວກເຮົາ, ເພິ່ນໄດ້ພາວັນນາອະທິຖານດ້ວຍໃຈເອົາຈິງເອົາຈັງ ຂໍບໍ່ໃຫ້ຝົນຕົກ, ແລະ ຝົນກໍບໍ່ຕົກເທິງແຜ່ນດິນ ເຖິງສາມປີກັບຫົກເດືອນ. 18 ແລ້ວເອລີຢາ ກໍໄດ້ພາວັນນາອະທິຖານອີກ ໃຫ້ທ້ອງຟ້າກໍໄດ້ຖອກເທຝົນລົງມາ, ແລະ ແຜ່ນດິນກໍເກີດພືດຜົນນາໆຊະນິດ. 19 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຖ້າຄົນ ໃດໃນພວກເຈົ້າຫລົງຜິດໄປຈາກຄວາມຈິງ, ແລະ ຖ້າຜູ້ໃດເຮັດໃຫ້ຄົນນັ້ນຕ່າວຄືນມາອີກ, 20 ຜູ້ນັ້ນຄວນຮູ້ວ່າ ຜູ້ໃດກໍຕາມທີ່ເຮັດໃຫ້ຄົນບາບຄົນຫນຶ່ງຕ່າວຄືນມາຈາກທາງຜິດຂອງເຂົານັ້ນ ກໍຈະໄດ້ປົກປ້ອງຈິດວິນຍານຂອງຄົນນັ້ນໃຫ້ພົ້ນຈາກຄວາມຕາຍ, ແລະ ທັງໃຫ້ຄວາມຜິດບາບຈຳນວນຫລວງຫລາຍໄດ້ຮັບການອະພັຍ.