ບົດທີ 3

1 ພີ່ນ້ອງຂອງເຮົາເອີຍ, ບໍ່ແມ່ນຫລາຍຄົນຄວນຈະເປັນອາຈານ. ພວກເຮົາກໍຮູ້ແລ້ວວ່າ ພວກເຮົາຈະໄດ້ຮັບການ ຊົງພິພາກສາຫນັກຫນ່ວງກວ່າຜູ້ອື່ນ. 2 ສຳລັບພວກເຮົາທຸກຄົນເຮັດຜິດພາດຢູ່ເລື້ອຍໆ. ຖ້າຜູ້ໃດບໍ່ໄດ້ເຮັດຜິດທາງວາຈາ, ຜູ້ນັ້ນກໍເປັນຄົນດີຄົບຖ້ວນ, ສາມາດບັງຄັບທັງຕົວໄວ້ໄດ້ເຫມືອນກັນ. 3 ບັດນີ້ຖ້າພວກເຮົາເອົາບັງຫຽນໃສ່ປາກມ້າເພື່ອ ໃຫ້ມັນຟັງຄວາມພວກເຮົາ, ພວກເຮົາກໍສາມາດ ບັງຄັບມ້າທັງໂຕໃຫ້ມັນໄປຕາມທິດທາງທີ່ຕ້ອງການໄດ້. 4 ເຮືອກໍເຫມືອນກັນ, ເຖິງວ່າຈະລຳໃຫຍ່ພຽງໃດກໍຕາມ ກໍເຄື່ອນທີ່ໄປຕາມລົມແຮງ,ພັດມັນກໍຍັງຫັນໄປມາ ໂດຍອາໄສໄມ້ຂັດທ້າຍເຮືອອັນນ້ອຍໆ ຕາມຄວາມຕ້ອງການຂອງນາຍທ້າຍເຮືອ. 5 ລີ້ນກໍຄືກັນ ເຖິງເປັນອະວັຍະວະສ່ວນ ນ້ອຍໆຂອງຮ່າງກາຍ, ແຕ່ສາມາດໂອ້ອວດເຖິງເລື່ອງໃຫຍ່ໆໄດ້. ແປວໄຟພຽງເລັກນ້ອຍ ກໍຍັງສາມາດເຜົາຜານປ່າໄມ້ໃຫຍ່ໄດ້. 6 ລີ້ນກໍ ເປັນດັ່ງໄຟ, ມັນເປັນຄືໂຣກແຫ່ງ ຄວາມຊົ່ວຮ້າຍທີ່ຄອບຄອງຢູ່ໃນຮ່າງກາຍຂອງພວກເຮົາ. ແລະເຮັດໃຫ້ເປື້ອນເປິໄປທົ່ວທັງຮ່າງກາຍ, ແລະ ມັນເປັນເຊື້ອໄຟທີ່ເຜົາໄຫມ້ຊີວິດ. ມັນເອງກໍເປັນໄຟມາຈາກນະຣົກ. 7 ສຳລັບສັດທຸກໆຊະນິດ ບໍ່ວ່າສັດປ່າ, ນົກແລະ ສັດເລືອຄານ ແລະ ສັດນໍ້າ ມະນຸດສາມາດຝຶກແອບທັງຫມົດໄດ້. 8 ແຕ່ສຳລັບລີ້ນແລ້ວ, ບໍ່ມີຜູ້ໃດສາມາດຝຶກແອບໄດ້. ມັນເປັນຄວາມຊົ່ວທີ່ ບໍ່ສາມາດຈະບັງຄັບໄດ້, ເຕັມໄປດ້ວຍພິດຮ້າຍທີ່ເຖິງແກ່ຄວາມຕາຍ. 9 ພວກເຮົາໃຊ້ລີ້ນສັນຣະເສີນອົງພຣະຜູ້ເປັນເຈົ້າຄືພຣະບິດາເຈົ້າ, ແລະ ທັງໃຊ້ລີ້ນປ້ອຍດ່າເພື່ອນມະນຸດດ້ວຍກັນ, ຜູ້ທີ່ພຣະເຈົ້າໄດ້ຊົງສ້າງຕາມພຣະລັກສະນະຂອງພຣະອົງ. 10 ອອກ ມາຈາກປາກອັນດຽວກັນ ກ່າວເປັນຄຳສັນຣະເສີນ ແລະ ຄຳປ້ອຍດ່າຊາບແຊ່ງ. ອ້າຍນ້ອງທັງຫລາຍ ຂອງເຮົາເອີຍ, ສິ່ງເຫລົ່ານີ້ບໍ່ຄວນໃຫ້ເກີດຂຶ້ນເປັນ ຢ່າງນີ້ເລີຍ. 11 ບໍ່ນໍ້າພຸຈະໃຫ້ທັງນໍ້າຫວານ ແລະ ນໍ້າຂົມພຸ່ງອອກມາຈາກຮູດຽວກັນບໍ? 12 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຕົ້ນເດື່ອເທດ ຈະເກີດຜົນເປັນຫມາກກອກໄດ້ບໍ? ຫລື ເຄືອອະງຸ່ນຈະເກີດຜົນເປັນຫມາກເດື່ອເທດໄດ້ບໍ? ດັ່ງນັ້ນນໍ້າເຄັມຈະເຮັດເປັນນໍ້າຫວານກໍບໍ່ໄດ້. 13 ຜູ້ໃດທີ່ມີສະຕິປັນຍາ ແລະ ມີຄວາມເຂົ້າໃຈໃນທ່າມກາງພວກເຈົ້າ? ກໍໃຫ້ຜູ້ນັ້ນພິສູດໃຫ້ເຫັນໂດຍ ຊີວິດອັນດີງາມຂອງເຂົາໂດຍການປະຕິບັດອັນດີ ຊຶ່ງປະກອບດ້ວຍການຖ່ອມຕົວແລະ ສະຕິປັນຍາ. 14 ແຕ່ຖ້າພວກເຈົ້າມີໃຈອິດສາອັນຂົມຂື່ນ ແລະ ມີໃຈມັກໃຫຍ່ໄຝ່ສູງ, ກໍຢ່າໂອ້ອວດ ແລະ ຢ່າຕົວະຕໍ່ຕ້ານກັບຄວາມຈິງ. 15 ຢ່າງນີ້ບໍ່ແມ່ນສະຕິປັນຍາ ທີ່ໄດ້ມາຈາກເບື້ອງເທິງ. ແຕ່ເປັນປັນຍາຂອງຝ່າຍໂລກນີ້, ເປັນຢ່າງທຳມະດາມະນຸດ ແລະ ເປັນຢ່າງມານຮ້າຍ. 16 ສຳລັບທີ່ໃດມີຄວາມອິດສາ ແລະ ການເຫັນແກ່ຕົວ, ບ່ອນນັ້ນກໍມີການວຸ້ນວາຍ ແລະ ມີການຊົ່ວຮ້າຍທຸກຊະນິດ. 17 ແຕ່ປັນຍາທີ່ມາຈາກເບື້ອງເທິງນັ້ນ ກ່ອນອື່ນຫມົດກໍບໍຣິສຸດ, ແລະ ປະກອບດ້ວຍຄວາມສະຫງົບສຸກ, ຄວາມສຸພາບອ່ອນໂຍນ, ຄວາມເປັນມິດ, ເຕັມໄປດ້ວຍຄວາມເມດຕາ ແລະ ໃຫ້ຜົນດີ, ບໍ່ເລືອກໜ້າຄົນ ແລະ ບໍ່ໜ້າຊື່ໃຈຄົດ. 18 ຫມາກຜົນຂອງຜູ້ທີ່ສ້າງສັນຕິສຸກກໍຫວ່ານຢ່າງສັນຕິສຸກ ແລະ ໝາກຜົນທີ່ເກັບກ່ຽວນັ້ນກໍຄືຄວາມຊອບທັມ.