ບົດທີ 2

1 ອ້າຍນ້ອງຂອງເຮົາເອີຍ, ຢ່າໄດ້ຍຶດຖືຄວາມເຊື່ອໃນອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງເຮົາ, ຜູ້ຊົງສະຫງ່ຣາສີນັ້ນ, ດ້ວຍຄວາມລຳອຽງເລືອກຫນ້າຄົນ. 2 ຫາກມີຄົນຫນຶ່ງເຂົ້າມາໃນທີ່ປະຊຸມຂອງພວກເຈົ້າ ຖືແຫວນຄຳ ແລະ ແຕ່ງຕົວງົດງາມ, ແລະ ກໍມີຄົນທຸກຈົນຜູ້ຫນຶ່ງ ນຸ່ງເຄື່ອງເປື້ອນເປິເຂົ້າມາເຫມືອນກັນ. 3 ຖ້າພວກເຈົ້າ ຈະສົນໃຈເບິ່ງ ແຕ່ຄົນທີ່ແຕ່ງຕົວດີນັ້ນ ແລະ ທັງທັກທາຍປາໄສວ່າ, “ເຊີນນັ່ງບ່ອນ ເຫມາະສົມນີ້ເຖີ້ນ,” ແລະ ແຕ່ເຈົ້າກ່າວແກ່ຄົນ ທຸກຈົນນັ້ນວ່າ, “ໃຫ້ເຈົ້າຢືນຢູ່ຫັ້ນ,” ຫລື “ໃຫ້ ເຈົ້ານັ່ງທີ່ໃກ້ຕີນເຮົານີ້.” 4 ຖ້າເຮັດດັ່ງນັ້ນພວກເຈົ້າເປັນຜູ້ແບ່ງຊັ້ນວັນນະ ແລະ ກາຍເປັນຜູ້ຕັດສິນຄົນດ້ວຍຄວາມຄິດອັນຊົ່ວບໍ່ແມ່ນບໍ? 5 ຈົ່ງຟັງເຖີ້ນ, ພີ່ນ້ອງທີ່ຮັກຂອງເຮົາເອີຍ, ພຣະເຈົ້າໄດ້ຊົງເລືອກເອົາຄົນທຸກຈົນ ໃນໂລກນີ້ ໃຫ້ເປັນຄົນຮັ່ງມີຝ່າຍຄວາມເຊື່ອ ແລະ ໃຫ້ເປັນຜູ້ຮັບມໍຣະດົກໃນຣາຊະອານາຈັກ ທີ່ພຣະອົງຊົງໄດ້ສັນຍາໄວ້ສຳລັບຄົນທີ່ຮັກພຣະອົງບໍ່ແມ່ນບໍ? 6 ແຕ່ພວກເຈົ້າໄດ້ຫມິ່ນປະຫມາດຄົນທຸກຈົນ! ແມ່ນຜູ້ໃດທີ່ໄດ້ກົດຂີ່ພວກເຈົ້າ ແລະ ຈັບພວກເຈົ້າຂຶ້ນສານຄັນບໍ່ແມ່ນຄົນຮັ່ງມີນັ້ນບໍ? 7 ບໍ່ແມ່ນພວກເຂົານັ້ນ ຫລຶ ທີ່ເວົ້າຫມິ່ນປະຫມາດ ຕໍ່ພຣະນາມອັນປະເສີດຊຶ່ງພວກເຈົ້າກໍເປັນຂອງພຣະອົງ? 8 ເຖິງແນວໃດກໍຕາມ, ຖ້າເຈົ້າທັງຫລາຍເຮັດ ຕາມພຣະຣາຊະບັນຍັດ, ໂດຍຄົບຖ້ວນຕາມພຣະຄັມພີຂໍ້ທີ່ວ່າ, “ເຈົ້າຈະຮັກເພື່ອນບ້ານ ເຫມືອນ ຮັກຕົນເອງ.” ພວກເຈົ້າກໍເຮັດຖືກຕ້ອງແລ້ວ. 9 ແຕ່ຖ້າພວກເຈົ້າເລືອກຊັ້ນວັນນະຄົນ, ພວກເຈົ້າ ກໍກຳລັງເຮັດຜິດບາບ ແລະ ກົດບັນຍັດກໍລົງໂທດ ພວກເຈົ້າໃນຖານເປັນຜູ້ຝ່າຝືນກົດບັນຍັດ. 10 ສຳລັບຜູ້ໃດທີ່ເຊື່ອຟັງກົດບັນຍັດທັງຫມົດ, ຫາກເວັ້ນແຕ່ຝ່າຝືນ ກົດບັນຍັດຂໍ້ໃດຂໍ້ຫນຶ່ງກໍຕາມ, ຜູ້ນັ້ນກໍຜິດໃນຖານຝ່າຝືນກົດບັນຍັດທັງຫມົດ. 11 ດ້ວຍວ່າ, ພຣະອົງຜູ້ທີ່ກ່າວວ່າ, “ຢ່າ ຫລິ້ນຊູ້ສູ່ຜົວເມຍ”, ກໍຍັງຊົງກ່າວອີກວ່າ, “ຢ່າຂ້າ ຄົນ.” ຖ້າວ່າເຈົ້າບໍ່ໄດ້ຫລິ້ນຊູ້ສູ່ຜົວເມັຍ ແຕ່ໄດ້ຂ້າຄົນ, ເຈົ້າກໍກາຍເປັນຜູ້ທີ່ຝ່າຝືນກົດບັນຍັດແລ້ວ. 12 ເຈົ້າທັງຫລາຍຈົ່ງເວົ້າ ແລະ ເຮັດເຫມືອນ ຢ່າງຄົນທີ່ກຳລັງຈະໄດ້ຮັບການພິພາກສາດ້ວຍ ກົດແຫ່ງເສຣີພາບ. 13 ເພາະວ່າໃນການພິພາກສາ ທີ່ປາສະຈາກຄວາມເມດຕາ ຕໍ່ຜູ້ທີ່ບໍ່ໄດ້ ສະແດງຄວາມເມດຕາ. ຄວາມເມດຕາຍ່ອມມີຊັຍຊະນະເຫນືອ ການພິພາກສາ. 14 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຖ້າຄົນ ຫນຶ່ງເວົ້າວ່າຕົນມີຄວາມເຊື່ອ, ແຕ່ບໍ່ມີການ ປະຕິບັດ ກໍຈະມີປະໂຫຍດຫຍັງເດ? ຄວາມເຊື່ອ ແບບນັ້ນ ຈະເຮັດໃຫ້ລາວພົ້ນໄດ້ບໍ? 15 ຖ້າພີ່ນ້ອງຊາຍ-ຍິງຄົນໃດ ບໍ່ມີເຄື່ອງນຸ່ງຫົ່ມ ແລະ ຂາດເຂີນອາຫານປະຈຳວັນ. 16 ຫາກມີຄົນ ໃດໃນພວກເຈົ້າເວົ້າແກ່ເຂົາວ່າ, “ຈົ່ງໄປເປັນສຸກ ເຖີ້ນ, ຂໍໃຫ້ອົບອຸ່ນ ແລະ ກິນອີ່ມ,” ແຕ່ບໍ່ໄດ້ໃຫ້ສິ່ງຂອງທີ່ເຂົາຕ້ອງການ ສຳລັບຕົວນັ້ນຈະເປັນ ປະໂຫຍດອັນໃດ? 17 ໃນທາງດຽວກັນ, ຄວາມເຊື່ອຢ່າງດຽວກັນ, ຖ້າບໍ່ມີການປະຕິບັດກໍ ຕາຍແລ້ວ. 18 ແຕ່ບາງຄົນອາດຈະເວົ້າວ່າ, “ຝ່າຍເຈົ້າມີ ຄວາມເຊື່ອ, ແລະ ຝ່າຍຂ້ອຍມີການປະຕິບັດ.” ຈົ່ງສະແດງໃຫ້ເຮົາເຫັນຄວາມເຊື່ອຂອງເຈົ້າ ຊຶ່ງບໍ່ມີການປະຕິບັດ, ແລະ ຝ່າຍເຮົາຈະສະແດງໃຫ້ເຈົ້າເຫັນຄວາມເຊື່ອຂອງເຮົາດ້ວຍການປະຕິບັດຂອງເຮົານັ້ນ. 19 ຝ່າຍພວກເຈົ້າທີ່ເຊື່ອວ່າມີພຣະເຈົ້າແຕ່ອົງດຽວນັ້ນກໍດີຢູ່ແລ້ວ; ສ່ວນພວກຜີມານຮ້າຍກໍເຊື່ອເຫມືອນກັນ ແລະ ມັນກໍຢ້ານຈົນຕົວສັ່ນ. 20 ເຈົ້າຮູ້ບໍ ຄົນໂງ່ເອີຍ, ວ່າຄວາມເຊື່ອທີ່ບໍ່ມີການປະຕິບັດນັ້ນກໍບໍ່ມີຜົນປະໂຫຍດຫຍັງເລີຍ? 21 ອັບຣາຮາມ ບິດາຂອງພວກເຮົາຖືກຍອມຮັບວ່າເປັນຄົນຊອບທັມ ກໍໂດຍການກະທຳຂອງເພິ່ນ ເມື່ອເພິ່ນຖວາຍອີຊາກ ລູກຊາຍຂອງເພິ່ນເທິງແທ່ນບູຊາບໍ່ແມ່ນບໍ? 22 ເຈົ້າກໍເຫັນແລ້ວວ່າຄວາມເຊື່ອ ກັບການ ປະຕິບັດຂອງເພິ່ນກໍໄປຄວບຄູ່ກັນ, ແລະ ຄວາມເຊື່ອຂອງເພິ່ນຖືກເຮັດໃຫ້ດີຄົບຖ້ວນໄດ້ກໍໂດຍ ການປະຕິບັດ, 23 ພຣະຄັມພີກໍໄດ້ເຮັດໃຫ້ສຳເລັດ ໂດຍທີ່ມີຄຳຂຽນໄວ້ວ່າ, “ອັບຣາຮາມໄດ້ເຊື່ອ ພຣະເຈົ້າ ແລະ ຍ້ອນຄວາມເຊື່ອນັ້ນ ພຣະອົງຈຶ່ງ ຊົງຮັບວ່າເພິ່ນເປັນຄົນຊອບທັມ,” ແລະ ພຣະອົງຈຶ່ງເອີ້ນອັບຣາຮາມວ່າ ແມ່ນສະຫາຍຂອງພຣະເຈົ້າ. 24 ທ່ານເຫັນວ່າ ດ້ວຍການປະຕິບັດ ຊຶ່ງຖືໄດ້ວ່າ ເປັນຄົນຊອບທັມ, ແລະ ບໍ່ແມ່ນດ້ວຍຄວາມເຊື່ອພຽງຢ່າງດຽວເທົ່ານັ້ນ. 25 ໃນທາງດຽວກັນ, ນາງຣາຮາບ ຍິງໂສເພນີ ກໍໄດ້ຖືວ່າຊອບທັມເນື່ອງດ້ວຍການປະຕິບັດບໍ່ແມ່ນບໍ, ເມື່ອນາງໄດ້ຮັບຕ້ອນຜູ້ສົ່ງຂ່າວ ແລ້ວໃຫ້ພວກເພິ່ນກັບເມືອທາງອື່ນ? 26 ເຫດວ່າຮ່າງກາຍທີ່ບໍ່ມີຈິດວິນຍານກໍຕາຍແລ້ວສັນໃດ, ຄວາມເຊື່ອທີ່ບໍ່ມີການປະຕິບັດ ກໍຕາຍແລ້ວສັນນັ້ນເຫມືອນກັນ.