ບົດທີ 4

1 ຈົ່ງຟັງພຣະຄຳຂອງພຣະຢາເວ, ພວກເຈົ້າຜູ້ເປັນຊົນຊາດອິດສະຣາເອນທັງຫລາຍ. ພຣະຢາເວໄດ້ກ່າວວ່າ ເຮົາຈະດຳເນີນຄະດີຕໍ່ສູ້ຜູ້ທີ່ອາໄສຢູ່ໃນແຜ່ນດິນວ່າ, ເພາະບໍ່ມີຄວາມຈິງ ຫລື ຄວາມຊື່ສັດໃນພຣະສັນຍາ, ບໍ່ມີຄວາມຮູ້ເລື່ອງພຣະເຈົ້າໃນແຜ່ນດິນ. 2 ໃນທີ່ນັ້ນຈະມີການຊາບແຊ່ງ, ການຂີ້ຕົວະ, ການຂ້າຟັນ, ການຂີ້ລັກ ແລະ ການຫລິ້ນຊູ້. ປະຊາຊົນໄດ້ທຳລາຍພັນທະສັນຍາທັງຫມົດ, ແລະ ໄດ້ມີການຫລັ່ງເລືອດຊ້ຳແລ້ວຊ້ຳອີກ. 3 ດັ່ງນັ້ນ ແຜ່ນດິນນີ້ຈຶ່ງແຫ້ງແລ້ງ, ແລະ ທຸກສິ່ງທີ່ມີຊີວິດຢູ່ຈະສູນເສຍໄປ; ສັດເດຍລະສານທັງຫລາຍໃນທົ່ງນາ ແລະ ຝູງນົກທັງປວງໃນທ້ອງຟ້າ, ແມ່ນແຕ່ປາໃນທະເລ, ກໍຈະຖືກເອົາໄປເສຍ. 4 ແຕ່ຢ່າໃຫ້ໃຜຟ້ອງຮ້ອງຄະດີຄວາມໃດໆ; ຫລືຢ່າໃຫ້ຜູ້ຫນຶ່ງຜູ້ໃດກ່າວໂທດໃສ່ຄົນອື່ນ. ເພາະວ່າພວກເຈົ້າ, ຄືປະໂລຫິດທັງຫລາຍ, ຄືຜູ້ທີ່ເຮົາກຳລັງກ່າວໂທດຢູ່. 5 ພວກເຈົ້າປະໂລຫິດທັງຫລາຍຈະສະດຸດໃນກາງເວັນ; ພວກຜູ້ປະກາດພຣະຄຳທັງຫລາຍກໍຈະສະດຸດກັບພວກເຈົ້າໃນກາງຄືນ, ແລະ ເຮົາຈະທຳລາຍແມ່ຂອງພວກເຈົ້າ. 6 ໄພ່ພົນຂອງເຮົາກໍຖືກທຳລາຍ ເພາະພວກເຂົາຂາດຄວາມຮູ້. ເພາະວ່າ ພວກເຈົ້າຜູ້ເປັນປະໂລຫິດກໍປະຕິເສດຄວາມຮູ້, ເຮົາຈະປະຕິເສດພວກເຈົ້າເຫມືອນພວກປະໂລຫິດໄດ້ປະຕິເສດເຮົາ. ເພາະວ່າພວກເຈົ້າໄດ້ປະຖິ້ມຄຳສອນຂອງເຮົາ, ເຖິງວ່າ ເຮົາເປັນພຣະເຈົ້າຂອງພວກເຈົ້າ, ແລະເຮົາກໍຈະລືມບັນດາລູກຫລານຂອງພວກເຈົ້າດ້ວຍ. 7 ຈຳນວນປະໂລຫິດຫລາຍຂຶ້ນເທົ່າໃດ ການເຮັດບາບຕໍ່ສູ້ເຮົາກໍຈະຫລາຍຂຶ້ນເທົ່ານັ້ນ. ພວກເຂົາທັງຫລາຍໄດ້ແລກປ່ຽນກຽດສັກສີຂອງພວກເຂົາເພື່ອຄວາມອັບອາຍ. 8 ພວກເຂົາລ້ຽງຊີບດ້ວຍຄວາມບາບຂອງປະຊາຊົນຂອງເຮົາ; ພວກເຂົາໂລບມາກໂລພາເພາະຄວາມຊົ່ວຮ້າຍຂອງພວກເຂົາທີ່ເພີ່ມຫລາຍຂຶ້ນ. 9 ພວກປະຊາຊົນກໍເຫມືອນກັບພວກປະໂລຫິດ: ເຮົາຈະລົງຮັບໂທດພວກເຂົາທັງຫມົດເພາະການກະທຳຂອງພວກເຂົາ; ເຮົາຈະລົງໂທດພວກເຂົາເພາະການກະທຳຂອງພວກເຂົາ. 10 ພວກເຂົາຈະກິນແຕ່ກໍຈະບໍ່ອີ່ມ; ພວກເຂົາຈະເປັນໂສເພນີແຕ່ບໍ່ມີລູກເພີ່ມຂຶ້ນ, ເພາະພວກເຂົາໄດ້ອອກໄປຫ່າງຈາກພຣະຢາເວ. 11 ພວກເຂົາມັກການມີເພດສຳພັນແບບເປິເປື້ອນ, ມັກເຫລົ້າອະງຸ່ນ ແລະ ເຫລົ້າອະງຸ່ນໃຫມ່, ຊຶ່ງໄດ້ນຳເອົາຄວາມເຂົ້າໃຈໄປຈາກພວກເຂົາ. 12 ປະຊາຊົນຂອງເຮົາຈະຫັນໄປປຶກສາບັນດາຮູບເຄົາລົບທີ່ເຮັດດ້ວຍໄມ້, ແລະ ໄມ້ຄ້ອນເທົ້າຂອງພວກເຂົາທີ່ໃຫ້ຄຳທຳນວາຍແກ່ພວກເຂົາ. ເພາະຈິດໃຈເປິເປື້ອນຂອງພວກເຂົາໄດ້ຊັກຈູງພວກເຂົາໄປໃນທາງຜິດ, ແລະ ພວກເຂົາເຮັດຄືໂສເພນີແທນທີ່ຈະສັດຊື່ຕໍ່ພຣະເຈົ້າຂອງພວກເຂົາທັງຫລາຍ. 13 ພວກເຂົາຖວາຍເຄື່ອງບູຊາຢູ່ເທິງຍອດພູ ແລະ ໄດ້ເຜົາເຄື່ອງຫອມບູຊາຢູ່ເທິງເນີນພູນ້ອຍ, ຢູ່ກ້ອງຕົ້ນໂອກ, ຕົ້ນປໍປຣາ ແລະ ຕົ້ນກໍຫລວງ, ເພາະມີຮົ່ມເຢັນດີ. ດ້ວຍເຫດນີ້ແຫລະ ພວກລູກສາວຂອງເຈົ້າຈຶ່ງຜິດສິນທຳທາງເພດ ແລະພວກລູກໄພ້ຂອງພວກເຈົ້າກໍຫລິ້ນຊູ້. 14 ເຮົາຈະຍັງບໍ່ລົງໂທດລູກຂອງພວກເຂົາຍ້ອນການຜິດສິນທຳທາງເພດ ຫລື ລູກໄພ້ຂອງພວກເຈົ້າເມື່ອພວກເຂົາຫລິ້ນຊູ້. ເພາະວ່າພວກຜູ້ຊາຍທັງຫລາຍກໍເຮັດຄືໂສເພນີ, ແລະ ພວກເຂົາເຜົາເຄື່ອງຖວາຍບູຊາ ດັ່ງນັ້ນ ສາມາດເຮັດຜິດສິນລະທຳກັບໂສເພນີ ທີ່ປະຈຳຢູ່ຕາມພຣະວິຫານຕ່າງໆໄດ້. ສະນັ້ນ ຄົນພວກນີ້ຜູ້ທີ່ບໍ່ໄດ້ເຂົ້າໃຈ ຈະບໍ່ເຖິງຄວາມຈິບຫາຍ. 15 ເຖິງແມ່ນວ່າພວກເຈົ້າ, ອິດສະຣາເອນ, ໄດ້ຫລິ້ນຊູ້, ຂໍຢ່າໃຫ້ຢູດາມີຄວາມຜິດ. ຂໍຢ່າໄປໃນເມືອງກິນການ, ໄພ່ພົນທັງຫລາຍ; ຢ່າຂຶ້ນໄປທີ່ເບັດອາເວນ, ແລະ ຢ່າກ່າວຄຳສາບານວ່າ, "ຫາກພຣະຢາເວຊົງພຣະຊົນຢູ່ແນ່ແທ້ສັນໃດ." 16 ເພາະຄົນອິດສະຣາເອນນັ້ນດື້ດ້ານ, ເຫມືອນງົວສາວທີ່ດື້. ພຣະຢາເວຈະນຳພວກເຂົາໃນທົ່ງຫຍ້າເຫມືອນລ້ຽງແກະໄດ້ຢ່າງໃດ? 17 ເອຟາຣາອິມຮວບຮວມໂຕເຂົ້າກັບບັນດາຮູບເຄົາລົບ; ຈົ່ງປະພວກເຂົາໃຫ້ຢູ່ຄົນດຽວ. 18 ຫລັງຈາກທີ່ພວກເຂົາສ່າງເມົາ, ພວກເຂົາຈະສືບຕໍ່ໃນການຫລິ້ນຊູ້ຕໍ່ໄປ; ຜູ້ນຳຂອງພວກເຂົາທັງຫລາຍມັກຄວາມອັບອາຍຂອງພວກເຂົາ. 19 ລົມຈະຫໍ່ຫຸ້ມພວກເຂົາໄວ້ໃນປີກຂອງມັນ; ແລະພວກເຂົາທັງຫລາຍຈະອັບອາຍ ຍ້ອນການຖວາຍເຄື່ອງເຜົາບູຊາຂອງພວກເຂົາ.