ບົດທີ 3

1 ພຣະຢາເວຊົງກ່າວຕໍ່ຂ້ານ້ອຍອີກວ່າ, “ຈົ່ງໄປອີກຄັ້ງ, ຮັກຜູ້ຍິງຄົນຫນຶ່ງຊຶ່ງຜົວຮັກນາງ, ແຕ່ນາງເປັນຄົນຫລິ້ນຊູ້. ຈົ່ງຮັກນາງເຫມືອນຢ່າງເຮົາ, ພຣະຢາເວຮັກປະຊາຊົນອິດສະຣາເອນ, ເພາະເຖິງແມ່ນວ່າພວກເຂົາກັບຄືນໄປຫາພະອື່ນ ແລະ ມັກຂະຫນົມຫມາກອະງຸ່ນແຫ້ງ.” 2 ດັ່ງນັ້ນ ເຮົາຈຶ່ງຊື້ນາງດ້ວຍເງິນສິບຫ້າຫລຽນ ແລະ ເຂົ້າເດືອຍສິບຫ້າຫມື່ນຊື້ເອົານາງມາ. 3 ຂ້ານ້ອຍໄດ້ບອກນາງວ່າ, "ເຈົ້າຕ້ອງຢູ່ກັບເຮົາຫລາຍມື້. ເຈົ້າຈະຕ້ອງບໍ່ເປັນໂສເພນີ ຫລື ໄປເປັນຂອງຊາຍອື່ນ. ແບບດຽວກັນນີ້, ເຮົາຈະຢູ່ກັບເຈົ້າ." 4 ເພາະວ່າຄົນອິດສະຣາເອນຈະຢູ່ຢ່າງດົນນານໂດຍບໍ່ມີກະສັດ, ບໍ່ມີເຈົ້າຊາຍ, ບໍ່ມີການຄາບໄຫວ້ບູຊາ, ບໍ່ມີເສົາສັກສິດ, ບໍ່ມີເອໂຟດ ຫລື ຫໍໂຮງຮູບເຄົາລົບທັງຫລາຍ. 5 ຫລັງຈາກນັ້ນ ປະຊາຊົນອິດສະຣາເອນຈະກັບຄືນໄປຫາພຣະຢາເວພຣະເຈົ້າ ຂອງພວກເຂົາອີກ ແລະດາວິດກະສັດຂອງພວກເຂົາ, ແລະໃນວັນສຸດທ້າຍ, ພວກເຂົາຈະກັບຄືນມາຢຳເກງພຣະຢາເວ ແລະຄວາມດີຂອງພຣະອົງ.