ບົດທີ 2

1 ຈົ່ງກ່າວກັບບັນດາອ້າຍນ້ອງຂອງເຈົ້າ ວ່າ, 'ໄພ່ພົນຂອງເຮົາ' ແລະ ກັບເອື້ອຍນ້ອງຂອງເຈົ້າວ່າ, 'ເຈົ້າໄດ້ຮັບຄວາມເມດຕາ.' 2 ຈົ່ງຮ້ອງຟ້ອງແມ່ຂອງເຈົ້າ, ຈົ່ງຮ້ອງຟ້ອງເທີ້ນ, ເພາະນາງບໍ່ແມ່ນເມຍຂອງເຮົາ, ແລະ ເຮົາບໍ່ໄດ້ເປັນຜົວຂອງນາງ. ຈົ່ງຂໍໃຫ້ນາງປະຖິ້ມການເປັນໂສເພນີຈາກຫນ້າຂອງນາງເສຍ, ແລະ ການກະທຳທີ່ເປັນການຫລິ້ນຊູ້ຂອງນາງຈາກຫນ້າເອິກຂອງນາງ. 3 ບໍ່ເຊັ່ນນັ້ນ, ເຮົາຈະເປືອຍກາຍນາງໃຫ້ເຫມືອນກັບມື້ນາງເກີດມາ. ເຮົາຈະເຮັດໃຫ້ນາງເປັນເຫມືອນຖິ່ນແຫ້ງແລ້ງກັນດານ, ເຫມືອນກັບດິນທີ່ແຫ້ງແລ້ງ, ແລະ ເຮົາຈະເຮັດໃຫ້ນາງຕາຍເພາະການຫິວນ້ຳ. 4 ເຮົາຈະບໍ່ອິດູຕົນຕໍ່ລູກຫລານຂອງນາງ, ເພາະພວກເຂົາເປັນລູກຂອງໂສເພນີ. 5 ເພາະແມ່ຂອງພວກເຂົາເປັນໂສເພນີ, ແລະ ນາງຖືພາພວກເຂົາຈາກການກະທຳຫນ້າອັບອາຍ. ນາງເວົ້າວ່າ, “ຂ້ອຍຈະຕາມຫາບັນດາຄົນຮັກຂອງຂ້ອຍ, ເພາະວ່າ ພວກເຂົາໄດ້ເອົາອາຫານ ແລະ ນ້ຳດື່ມໃຫ້ແກ່ຂ້ອຍ, ເຄື່ອງຂົນແກະ ແລະຜ້າໄຫມໃຫ້ແກ່ຂ້ອຍ, ນ້ຳມັນ ແລະ ເຄື່ອງດື່ມໃຫ້ແກ່ຂ້ອຍ.” 6 ດ້ວຍເຫດນັ້ນ ເຮົາຈະສ້າງສິ່ງທີ່ກີດຂວາງເພື່ອປິດກັ້ນທາງຂອງນາງດ້ວຍຫນາມ. ເຮົາຈະສ້າງກຳແພງກັ້ນນາງໄວ້ ດັ່ງນັ້ນ ນາງບໍ່ສາມາດພົບທາງຂອງນາງ. 7 ນາງຈະແລ່ນຕາມຫາພວກຄົນຮັກຂອງນາງ, ແຕ່ນາງຈະບໍ່ພົບພວກເຂົາ. ນາງຈະຊອກຫາພວກເຂົາ, ແຕ່ນາງຈະບໍ່ພົບພວກເຂົາ. ແລ້ວນາງຈະເວົ້າວ່າ, “ຂ້ອຍຈະກັບຄືນໄປຫາຜົວຄົນທຳອິດຂອງຂ້ອຍ, ເພາະວ່າມັນດີກວ່າສຳລັບຂ້ອຍຫລາຍກວ່າຕອນນີ້.” 8 ເພາະນາງບໍ່ຮູ້ເລີຍວ່າເຮົາເອງເປັນຜູ້ເອົາເຂົ້າ, ເຫລົ້າອະງຸ່ນ ແລະນ້ຳມັນ, ແລະ ເຮົາເປັນຜູ້ໄດ້ໃຫ້ເງິນ ແລະ ຄຳຢ່າງເຫລືອເຟືອ, ຊຶ່ງພວກເຂົາໄດ້ເອົາໄປໃຊ້ສຳລັບພະບາອານເສຍ. 9 ເພາະສະນັ້ນ ເຮົາຈະຢຶດເຂົ້າ ຂອງນາງຄືນໃນລະດູເກັບກ່ຽວ, ແລະ ເຫລົ້າອະງຸ່ນໃຫມ່ໃນລະດູຂອງມັນ. ເຮົາຈະເອົາຂົນແກະ ແລະ ຜ້າໄຫມທີ່ເຮົາໃຫ້ປົກປິດຮ່າງກາຍທີ່ເປືອຍຂອງນາງ. 10 ແລ້ວເຮົາຈະເປືອຍກາຍນາງຕໍ່ຫນ້າພວກຄົນຮັກຂອງນາງ, ແລະ ຈະບໍ່ມີໃຜຊ່ອຍນາງໃຫ້ພົ້ນຈາກມືຂອງເຮົາໄດ້. 11 ເຮົາຈະເຮັດໃຫ້ງານກິນລ້ຽງທັງຫລາຍຂອງນາງສິ້ນສຸດລົງ—ງານເທດສະການສະຫລອງຂອງນາງ, ການສະຫລອງມື້ຂຶ້ນຫນຶ່ງຄ່ຳ, ວັນສະບາໂຕຂອງນາງ, ແລະງານສະຫລອງທັງປວງທີ່ກຳຫນົດໄວ້ຂອງນາງ. 12 "ເຮົາຈະທຳລາຍຕົ້ນອະງຸ່ນຂອງນາງ ແລະຕົ້ນຫມາກເດື່ອເທດຂອງນາງ, ຊຶ່ງນາງໄດ້ເວົ້າວ່າ, 'ນີ້ເປັນຄ່າຈ້າງຂອງຂ້ອຍທີ່ພວກຄົນຮັກໄດ້ໃຫ້ຂ້ອຍໄວ້.' ເຮົາຈະເຮັດໃຫ້ພວກມັນເປັນປ່າ ແລະສັດທັງຫລາຍໃນທົ່ງນາກໍຈະມາກິນມັນເສຍ. 13 ເຮົາຈະລົງໂທດນາງສຳລັບວັນເທດສະການພະບາອານ, ເມືອນາງເຜົາເຄື່ອງຫອມໃຫ້ພວກເຂົາ, ເມື່ອນາງປະດັບໂຕແຫວນ ແລະ ເພັດພອຍ, ແລະນາງໄປຊອກຫາພວກຄົນຮັກຂອງນາງ ແລະ ລືມເຮົາ—ນີ້ຄືຄຳປະກາດຂອງພຣະຢາເວ. 14 ດ້ວຍເຫດນັ້ນ ເຮົາຈະອອຍນາງໃຫ້ກັບມາ. ເຮົາຈະນຳນາງເຂົ້າໄປຍັງຖິ່ນແຫ້ງແລ້ງກັນດານ ແລະ ເວົ້າກັບນາງຢ່າງອ່ອນຫວານ. 15 ເຮົາຈະຄືນສວນອະງຸ່ນໃຫ້ແກ່ນາງອີກ, ແລະ ໃຫ້ຮ່ອມພູຍາກແຫ່ງອາໂຄເປັນປະຕູແຫ່ງຄວາມຫວັງ. ນາງຈະຕອບເຮົາຢູ່ທີ່ນັ້ນເຫມືອນຄາວທີ່ຍັງເປັນສາວ, ຄືເມື່ອຄາວທີ່ນາງອອກຈາກແຜ່ນດິນເອຢິບນັ້ນ. 16 "ມັນຈະເປັນວັນນັ້ນ—ນີ້ເປັນການປະກາດຂອງພຣະຢາເວ—ທີ່ເຈົ້າຈະເອີ້ນເຮົາວ່າ, 'ຜົວຂອງຂ້ອຍ,' ແລະ ເຈົ້າຈະບໍ່ເອີ້ນວ່າ, 'ພະບາອານຂອງຂ້ອຍ' ອີກຕໍ່ໄປ. 17 ເພາະເຮົາຈະເອົາຊື່ຂອງພວກພະບາອານອອກຈາກປາກຂອງນາງ; ຊື່ຂອງພວກມັນຈະບໍ່ມີການຈົດຈຳອີກຕໍ່ໄປ." 18 "ໃນວັນນັ້ນເຮົາຈະເຮັດສັນຍາສຳລັບພວກສັດທັງຫລາຍໃນທົ່ງນາ, ດ້ວຍຝູງນົກທັງປວງໃນທ້ອງຟ້າ, ແລະສັດເລືອຄານທັງຫລາຍເທິງແຜ່ນດິນ. ເຮົາຈະທຳລາຍຄັນທະນູ, ດາບ ແລະ ແລະເສິກສົງຄາມຈາກແຜ່ນດິນ, ແລະເຮົາຈະເຮັດໃຫ້ເຈົ້ານອນລົງຢ່າງປອດໄພ. 19 ເຮົາສັນຍາວ່າຈະເປັນຜົວຂອງເຈົ້າຕະຫລອດໄປເປັນນິດ. ເຮົາສັນຍາວ່າຈະເປັນຜົວຂອງເຈົ້າໃນຄວາມຊອບທຳ, ຄວາມຍຸດຕິທຳ, ພຣະສັນຍາທີ່ສັດຊື່, ແລະ ເມດຕາ. 20 ເຮົາຈະຮັກສາຄຳຫມັ້ນສັນຍາຂອງເຮົາໄວ້ໃນຄວາມສັດຊື່ ແລະ ເຈົ້າຈະຮູ້ຈັກພຣະຢາເວ. 21 ໃນເວລານັ້ນ, ເຮົາຈະຕອບ—ນີ້ຄືຄຳປະກາດຂອງພຣະຢາເວ—ເຮົາຈະຕອບຟ້າສະຫວັນທັງຫລາຍ, ແລະພວກເຂົາຈະຕອບແຜ່ນດິນໂລກ. 22 ແຜ່ນດິນໂລກຈະຕອບເມັດພຶດ, ເຫລົ້າອະງຸ່ນໃຫມ່ ແລະ ນ້ຳມັນຫມາກກອກເທດ, ແລະສິ່ງເຫລົ່ານັ້ນຈະຕອບຢິດເຣເອນ. 23 ເຮົາຈະປູກນາງສຳລັບເຮົາໃນແຜ່ນດິນ, ແລະເຮົາຈະມີຄວາມເມດຕາຕໍ່ໂລຣູຮາມາ. ເຮົາຈະເວົ້າຕໍ່ໂລອັບມີວ່າ, 'ເຈົ້າເປັນອາມິອັດທາ,' ແລະພວກເຂົາຈະກ່າວກັບເຮົາວ່າ, 'ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ.'"