ບົດທີ 5

1 "ປະໂລຫິດເອີຍ, ຈົ່ງຟັງຂໍ້ນີ້! ຈົ່ງລະມັດລະວັງເດີ້, ເຊື້ອສາຍຂອງອິດສະຣາເອນເອີຍ!" ຈົ່ງຟັງ, ເຊື້ອສາຍຂອງກະສັດເອີຍ! ເພາະການພິພາກສາກຳລັງມາເຖິງພວກເຈົ້າທຸກຄົນ. ພວກເຈົ້າເປັນເຫມືອນແຮ້ວທີ່ເມືອງມິດຊະປາ ແລະ ເປັນເຫມືອນຕະຂ່າຍກາງຢູ່ເທິງເມືອງຕາໂບ. 2 ພວກກະບົດກໍຈົດຈໍ່ຢູ່ກັບການສັງຫານຫມູ່, ແຕ່ເຮົາຈະລົງໂທດພວກເຈົ້າທັງຫມົດ. 3 ເຮົາຮູ້ຈັກເອຟາຣາອິມ, ແລະອິດສະຣາເອນກໍຈະບໍ່ລີ້ຈາກເຮົາ. ເອຟາຣາອິມ, ຕອນນີ້ເຈົ້າທັງຫລາຍກໍກາຍເປັນໂສເພນີເສຍແລ້ວ; ອິດສະຣາເອນກໍເປັນມົນທິນ. 4 ການກະທຳຂອງພວກເຂົາບໍ່ຍອມໃຫ້ພວກເຂົາກັບຄືນໄປຫາພຣະເຈົ້າ, ເພາະພວກເຂົາມີໃຈແຫ່ງການຫລິ້ນຊູ້ຢູ່ໃນໂຕພວກເຂົາ, ແລະພວກເຂົາບໍ່ຮູ້ຈັກພຣະຢາເວ. 5 ຄວາມອວດອ້າງຈອງຫອງຂອງອິດສະຣາເອນເປັນພະຍານຕໍ່ສູ້ພວກເຂົາ; ເຫດນີ້ ອິດສະຣາເອນ ແລະ ເອຟຣາຢິມຈະສະດຸດໃນຄວາມຜິດຂອງພວກເຂົາ; ແລະ ຊາວຢູດາກໍຈະສະດຸດເຫມືອນກັນ. 6 ພວກເຂົາຈະໄປກັບຝູງແບ້ ແກະ ແລະ ຝູງງົວຂອງເຂົາ ເພື່ອຈະສະແຫວງຫາພຣະຢາເວ, ແຕ່ພວກເຂົາຈະບໍ່ພົບພຣະອົງ, ແລະພຣະອົງຈະຊົງຫນີຈາກພວກເຂົາໄປ. 7 ພວກເຂົາບໍ່ໄດ້ສັດຊື່ຕໍ່ພຣະຢາເວ, ເພາະພວກເຂົາໄດ້ໃຫ້ກຳເນີດລູກນອກກົດຫມາຍ. ຕອນນີ້ ເທດສະການວັນພະຈັນເຕັມດວງຈະເຜົາໄຫມ້ພວກເຂົາ ພ້ອມທົ່ງນາທັງຫລາຍຂອງເຂົາ. 8 ຈົ່ງເປົ່າແກຢູ່ກິເບອາ, ແລະ ເປົ່າແກໃນຣາມາ. ສຽງໂຮ່ຮ້ອງຂອງການສູ້ຮົບທີ່ເບັດອາເວນ: 'ເຮົາຈະຕິດຕາມທ່ານເບັນຢາມິນ!' 9 ເອຟາຣາອິມຈະກາຍເປັນບ່ອນຮົກຮ້າງໃນວັນແຫ່ງການພິພາກສາລົງໂທດ. ທ່າມກາງເຊື້ອຊາດຂອງອິດສະຣາເອນ. ເຮົາໄດ້ປະກາດເຖິງເຫດການທີ່ຈະເກີດຂຶ້ນ! 10 ບັນດາຜູ້ນຳຂອງຢູດາເປັນເຫມືອນຄົນທີ່ຍ້າຍເສົາປັກເຂດແດນ. ເຮົາຈະຖອກເທຄວາມໂກດຮ້າຍຂອງເຮົາລົງເທີງພວກເຂົາເຫມືອນຢ່າງຖອກນ້ຳ. 11 ເອຟາຣາອິມຖືກບົດ; ພວກເຂົາຖືກບົດຢູ່ໃນການພິພາກສາລົງໂທດ, ເພາະພວກເຂົາຕັ້ງໃຈຕິດຕາມຮູບເຄົາລົບ. 12 ດັ່ງນັ້ນ ເຮົາຈະເປັນເຫມືອນແມງໄມ້ຕໍ່ເອຟາຣາອິມ, ແລະ ຈະເປັນເຫມືອນຄວາມເນົ່າເປື່ອຍຂອງເຊື້ອສາຍຢູດາ. 13 ເມື່ອໃດເອຟາຣາອິມເຫັນຄວາມເຈັບໄຂ້ຂອງຕົນ ແລະ ຢູດາໄດ້ເຫັນບາດແຜຂອງຕົນ ແລ້ວເອຟາຣາອິມກໍໄດ້ໄປຫາອັດຊີເຣຍ ແລະ ຢູດາກໍສົ່ງຜູ້ສື່ສານໄປຫາກະສັດຜູ້ຍິ່ງໃຫຍ່. ແຕ່ພະອົງກໍບໍ່ສາມາດຮັກສາປະຊາຊົນ ຫລື ປິ່ນປົວບາດແຜຂອງເຂົາເຈົ້າໃຫ້ດີໄດ້. 14 ເພາະເຫດນີ້ ເຮົາຈະເປັນເຫມືອນດັ່ງສິງໂຕຕໍ່ເອຟາຣາອິມ, ແລະ ເຫມືອນດັ່ງສິງຫນຸ່ມຕໍ່ເຊື້ອສາຍຂອງຢູດາ. ເຮົາ, ເຮົານີ້ແຫລະ, ຈະເປັນຜູ້ຈີກເຈົ້າແລະແກ່ເຈົ້າອອກໄປ; ເຮົາຈະເອົາພວກເຂົາອອກມາ ແລະ ຈະບໍ່ມີໃຜຊ່ອຍເຫລືອພວກເຂົາໄດ້. 15 ເຮົາຈະໄປແລະໄປຍັງສະຖານທີ່ຂອງເຮົາ ຈົນກວ່າພວກເຈົ້າຈະຍອມຮັບຄວາມຜິດບບາບຂອງຕົນ ແລະ ສະແຫວງຫາພຣະພັກຂອງເຮົາ, ຈົນກວ່າພວກເຂົາຈະສະແຫວງຫາເຮົາຢ່າງຈິງໃຈໃນຄວາມໂສກເສົ້າຂອງເຂົາ.”