Other

"ຄົວເຮືອນ"

ນິຍາມ

ຄຳວ່າ "ຄົວເຮືອນ" ໝາຍເຖິງທຸກຄົົນທີ່ອາໄສຢູ່ນຳກັນໃນບ້ານຫລັງໜຶ່ງ, ລວມເຖິງສະມາຊິກຄອບຄົວແລະຄົນຮັບໃຊ້ທຸກຄົົນທີ່ພວກເຂົາມີ.

  • ຖ້າບາງຄົນບໍລິຫານຈັດການໃນຄົວເຮືອນ ນີ້ອາດລວມເຖິງການສັ່ງການຄົນຮັບໃຊ້ເຊັ່ນດຽວກັບການເບິ່ງແຍງຊັບສິນດ້ວຍ.
  • ບາງເທື່ອ "ຄົວເຮືອນ" ສາມາດມີຄວາມໝາຍເຊີງປຽບທຽບໝາຍເຖິງລຳດັບວົງຕະກູນທັງໝົດຂອງບາງຄົນ, ໂດຍສະເພາະລູກຫລານຂອງເຂົາ.

ກວາງໂຕ​ຜູ້ ກວາງ​ໂຕ​ເມັຍ, ກວາງພັນ​ນ້ອຍ​ໂຕ​ຜູ້ , ກວາງຕົວ​ນ້ອຍໆ​ ສີນ້ຳຕານອອ່ນ

ນິຍາມ

​ກວາງ​ໂຕ​ຜູ້ ​ຕົວ​ໃຫ່​ຍ, ​ທີ່​ສະຫງ່າ​ງາມ, ເປັນ​ສັດ​ທີ່​ອາ​ໄສ​ຢູ່​ໃນ​ປ່າ​ຫລື ​ເທີງ​ພູ. ໂຕ​ຜູ້​ມີ​ເຂົາ​ຂ​ນາດ​ໃຫ່​ຍ ​ເທີງ​ຫົວ​ຂອງມັນ.

  • ຄຳ​ວ່າ "ໂຕ" ໝາຍ​ເຖີງກວາງ​ໂ​ຕ​ເມັຍ ແລະ "ສີນ້ຳຕານອ່ອນ" ເປັນ​ຊື່​ຂອງກວາງ​ທີ່​ເກີດ​ທຳ​ອິດ.
  • ຄຳ​ວ່າ "ບັກ" ເວົ້າ​ເຖີງກວາງ​ໂຕ​ຜູ້.
  • " ໂຣ​ບັກ" ເປັນ​ຕົວຜູ້ຂອງພັນ​ສະ​ເພາະ​ ເອີ້ນ​ກັນ​ວ່າ " ໂຣ​ເດັຽ "
  • ກວາງ ​ມີ​ ຂາ​ຮຽວ​ນ້ອຍ ​ທີ່​ແຂງ​ແຮງ, ​ຊ່ວຍ​ໃຫ້​ພວກ​ມັນ​ເຕັ້​ນ​ກະ​ໂດດ​ສູງ ແລະ​ ວີ່ງ​ເຕັ້ນ​ໄວ.
  • ຕີນ​ຂອງ​ພວກ​ມັນ ​ມີ​ກິບ​ແຍກ ​ທີ່​ຊ່ວຍ​ໃຫ້​ພວກ​ມັນ​ຍ່າງ​ ຫລື​ປີນ​ຂື້ນ​ໄປ​ໄດ້​ຢ່າງ​ງາຍ​ດາຍ ​ໃນ​ພູ​ມ​ມີ​ປະ​ເທດ​ເກືອບ​ທຸກ​ປະ​ເທດ.

ກະຈັດກະຈາຍ, ການກະຈັດກະຈາຍ

ນິຍາມ

ຄຳວ່າ "ກະຈັດກະຈາຍ" ແລະ "ການກະຈັດກະຈາຍ" ກ່າວເຖິງການກະເຈີດກະເຈີງຂອງຄົນ ຫຼືສິ່ງຕ່າງໆ ໄປໃນທິດທາງຕ່າງໆ.

  • ໃນພັນທະສັນຍາເດີມ,ພຣະເຈົ້າເວົ້າເຖິງ "ການກະຈາຍ" ຄົນ,ທຳໃຫ້ພວກເຂົາໄດ້ແຍກຕົວແລະອາໃສຢູ່ໃນສະຖານທີ່ແຕກຕ່າງກັນອອກໄປ.ພຣະອົງກະທຳຢ່າງນີ້ເພື່ອລົງໂທດພວກເຂົາເພາະຄວາມບາບຂອງພວກເຂົາ.ບາງທີການແຍກຍ້າຍກັນໄປຈະຊ່ວຍໃຫ້ເຂົາກັບໃຈແລະເລີ້ມມານະມັດສະການພຣະເຈົ້າອີກ.
  • ຄຳວ່າ "ກະຈັດກະຈາຍ" ໃຊ້ໃນພັນທະສັນຍາໃໝ່ເພື່ອອ້າງອີງເຖິງຄຣິດສະຕຽນທີ່ຕ້ອງອອກຈາກບ້ານຂອງພວກເຂົາແລະໄປຍັງສະຖານທີ່ຕ່າງໆ ເພື່ອໜີການກົດຂີ່ຂົ່ມເຫັງ.
  • ຄຳເວົ້າ "ການກະຈັດກະຈາຍ" ສາມາດແປເປັນ "ຜູ້ສັດທາໃນທີ່ຫຼາຍໆແຫ່ງ" ຫຼື "ຄົນທີ່ຍ້າຍອອກໄປອາໃສຢູ່ໃນປະເທດຕ່າງ".
  • ຄຳວ່າ "ກະຈັດກະຈາຍ" ອາດແປວ່າ "ສົ່ງໄປຢູ່ໃນສະຖານທີ່ຕ່າງໆ" ຫຼື "ກະຈາຍຢູ່ໃນຕ່າງປະເທດ" ຫຼື "ທຳໃຫ້ຍ້າຍອອກໄປອາໃສຢູ່ໃນປະເທດຕ່າງໆ".

ກະຈັບປີ່

ນິຍາມ

ພິນເປັນເຄື່ອງດົນຕີປະເພດສາຍ ຊຶ່ງມັກຈະເປັນໂຄງຂະໜາດໃຫຍ່,ຊຶ່ງສູນກາງເປີດໂລ່ງແລະມີສາຍຫລາຍເສັ້ນເຂຶງເປັນແນວຕັ້ງ.

  • ໃນສະໄໝພຣະຄຳພີ, ໄມ້ຕົ້ນສົນມັກຈະຖືກໃຊ້ໃນການເຮັດພິນແລະເຄື່ອງດົນຕີອື່ນໆ.
  • ຫລາຍເທື່ອນັກດົນຕີມັກຈະຖືພິນໄວ້ໃນມືແລະບັນເລງໃນຂະນະທີ່ຍ່າງໄປ.
  • ມີຫລາຍແຫ່ງໃນພຣະຄຳພີ, ພິນມັກຈະຖືກກ່າວເຖິງວ່າເປັນເຄື່ອງມືທີ່ໃຊ້ໃນການສັນລະເສີນແລະການນະມັດສະການພຣະເຈົ້າ.
  • ດາວິດໄດ້ບັນທຶກເພງສັນລະເສີນຫລາຍບົດເພງ ຊຶ່ງສຳລັບໃຊ້ຮ້ອງກັບເຄື່ອງດົນຕີພິນ.
  • ທ່ານໄດ້ຫລິ້ນພິນສຳລັບກະສັດຊາອູນເພື່ອຊ່ວຍຜ່ອນຄາຍບັນຫາລົບກວນຈິດໃຈຂອງກະສັດ.

ກະສັດ

ນິຍາມ

ຄຳວ່າ "ກະສັດ" ກ່າວເຖີງ ການຂຽນບັນທຶກເຫດການໃນຊວ່ງລະຍະເວລາຫນຶ່ງ.

  • ພຣະທຳໃນພັນທະສັນຍາເດີມສອງເຫັ້ລມທີ່ມີຊື່ວ່າ "ພຣະທຳ1ກະສັດ" ແລະພຣະທຳກະສັດສະບັບທີ2"
  • ພຣະທຳທີ່ຊື່ວ່າ "ກະສັດ" ໄດ້ບັນທຶກສ່ວນຫນຶ່ງຂອງປະຫວັດສາດຂອງຊົນຊາດອິສະຣາເອນ ເລີ່ມດວ້ຍລາຍຊື່ຂອງຜູ້ຄົນໃນທຸກຊົ່ວອາຍຸຄົນຕັ້ງແຕ່ອາດາມ.
  • ພຣະທຳກະສັດສະບັບທີ1 "ບັນທຶກບັ້ນປາຍຊີວິດຂອງກະສັດຊາອູນ ແລະເຫດການໃນສະໄຫມກະສັດດາວິດຊົງຄອງຣາຊ.
  • ພຣະທຳກະສັດສະບັບທີ2 "ບັນທຶກການຄອງຣາຊຂອງກະສັດໂຊໂລໂມນແລະກະສັດອີຫລາຍອົງ ລວມທັງການສ້າງພຣະວິຫານແລະການແຕກແຍກຂອງອານາຈັກອິສະຣາເອນ

ຝ່າຍເຫນືອອອກຈາກອານາຈັກຝ່າຍໃຕ້.

  • ຕອນຈົບຂອງພຣະທຳກະສັດສະບັບທີ2 ໄດ້ອະທິບາຍເຖີງຈຸດເລີ່ມຕົ້ນຂອງການຖືກຈັບໄປເປັນສະເລີຍທີ່ບາບີໂລນ.

ກະສັດ

ນິຍາມ

ຄຳວ່າ "ກະສັດ" ໝາຍເຖິງຜູ້ຊາຍທີ່ເປັນຜູ້ປົກຄອງສູງສຸດຂອງເມືອງໜື່ງ ຫລື ປະເທດຫນຶ່ງ.

  • ໂດຍປົກກະຕິແລ້ວກະສັດຈະຖືກເລືອກມາປົກຄອງເພາະວ່າຄອບຄົວຂອງເຂົາມີຄວາມກ່ຽວຂ້ອງກັບກະສັດຫລາຍພຣະອົງກ່ອນຫນ້ານັ້ນ.
  • ເມືອກະສັດສິ້ນພະຊົນ ໂດຍປົກກະຕິແລ້ວລູກຊາຍກົກຈະມາເປັນກະສັດອົງຕໍ່ໄປ.
  • ໃນສະໄຫມບຸຮານ ກະສັດມີອຳນາດອົກຄອງຢ່າງແທ້ຈິງຕໍ່ປະຊາຊົນຂອງພະອົງ.
  • ຄຳວ່າກະສັດອາດໝາຍເຖິງຄົນທີ່ບໍ່ແມ່ນກະສັດທີ່ແທ້ຈິງຢ່າງເຊັ່ນ "ກະສັດເຮໂຣດ" ໃນພຣະຄຳພີໃຫມ່.
  • ໃນພຣະຄຳພີພຣະເຈົ້າມັກຈະຖືກກ່າວເຖິງວ່າເປັນກະສັດເໜືອປະຊາຊົນຂອງພຣະອົງ.
  • ພຣະເຢຊູໄດ້ຖືກເອີ້ນວ່າ "ກະສັດຂອງຊາວຢິວ","ກະສັດຂອງອິດສະຣາເອນ" ແລະ "ກະສັດຂອງກະສັດ".
  • ເມື່ອພຣະເຢຊູສະເດັດກັບມາ ພຣະອົງຊົງປົກຄອງໃນຖານະກະສັດເໜືອທັງໂລກ.
  • ຄຳນີ້ຍັງສາມາດແປໄດ້ອີກວ່າ "ຫົວໜ້າສູງສຸດ" ຫລື "ຜູ້ນຳສູງສຸດ" ຫລື "ຜູ້ປົກຄອງຜູ້ມີອຳນາດສູງສຸດ".
  • ປະໂຫຍກທີ່ວ່າ "ກະສັດເໜືອກະສັດທັງຫມົດ" ສາມາດແປວ່າ "ກະສັດຜູ້ປົກຄອງເໜືອກະສັດອື່ນ" ຫລື "ຜູ້ປົກຄອງສູງສຸດຜູ້ມີອຳນາດສຸດຂາດເໜືອຜູ້ປົກຄອງອື່ນໆ".

ກະຕ່າ

ນິຍາມ

ຄຳວ່າ“ ກະຕ່າ” ໝາຍເຖິງພາຊະນະທີ່ເຮັດຈາກໄມ້ເປັນວັດສະດຸທີ່ສານຕໍ່ກັນ.

  • ໃນສະໄໝພຣະຄຳພີ, ກະຕ່າອາດຖືກມັດດ້ວຍໄມ້ທີແຂງແຮງ, ເຊັ່ນວ່າ ໄມ້ ຈາກງ່າໄມ້ທີ່ປອກເປືອກຫລືກິ່ງງ່າ.
  • ກະຕ່າສາມາດເຄືອບດ້ວຍສານກັນນ້ ຳເພື່ອໃຫ້ມັນລອຍໃນນ້ຳໄດ້.
  • ເມື່ອໂມເຊຍັງເປັນເດັກນ້ອຍ, ແມ່ຂອງລາວໄດ້ເຮັດກະຕ່າເເລ້ວກະສານກັນນ້ ຳເພື່ອເອົາລາວລົງແລະລອຍຢູ່ໃນບັນດາຕົ້ນຫຍ້າທີ່ຢູ່ໃນແມ່ນໍ້າ.
  • ຄຳທີ່ແປວ່າ“ ກະຕ່າ” ໃນເລື່ອງນັ້ນແມ່ນຄຳດຽວກັນທີ່ແປວ່າ“ ຫີບ” ໂດຍອ້າງເຖິງເຮືອທີ່ໂມເຊສ້າງຄວາມໝາຍທຳມະດາຂອງການນຳໃຊ້ມັນໃນສອງສະພາບການດັ່ງກ່າວອາດແມ່ນ "ພາຊະນະລອຍ ນຳ ້."

ກະທຳຜິດ, ເຮັດບໍ່ດີຕໍ່, ທຳຮ້າຍ

ນິຍາມ

ການ "ການກະທຳຜິດ" ຕໍ່ບາງຄົນໝາຍເຖິງການປະຕິບັດຕໍ່ບຸກຄົນນັ້ນຢ່າງບໍ່ຍຸດຕິທຳແລະຢ່າງບໍ່ສັດຊື່.

  • ຄວາມເວົ້າວ່າ "ການເຮັດບໍ່ດີ" ໝາຍຄວາມວ່າການກະທຳທີ່ບໍ່ດີຫຼືຫຍາບຊ້າຕໍ່ຄົນບາງຄົນ ເປັນການທຳຮ້າຍຮ່າງກາຍຫຼືອາລົມຂອງບຸກຄົນນັ້ນ.
  • ຄວາມເວົ້າວ່າ "ການທຳຮ້າຍ" ເປັນຄຳທີ່ໃຊ້ທົ່ວໄປແລະໝາຍຄວາມວ່າ "ເປັນເຫດໃຫ້ບາງຄົນຖືກທຳຮ້າຍໃນທຸກວິທີທາງ." ໂດຍທົ່ວໄປຈະມີຄວາມໝາຍວ່າ "ເຮັດໃຫ້ບາດເຈັບທາງຮ່າງກາຍ."
  • ຂຶ້ນຢູ່ກັບກໍ​ລະ​ນີ, ຄຳນີ້ໝາຍຄວາມວ່າ "ທຳຜິດຕໍ່" ຫຼື "ກະທຳບໍ່ຍຸດຕິທຳຕໍ່" ຫຼື "ເປັນເຫດໃຫ້ເກີດການທຳຮ້າຍແກ່" ຫຼີ "ທຳບໍ່ດີ ໃນທາງທີ່ເປັນອັນຕະລາຍ" ຫຼື "ທຳຮ້າຍ."

ກັບຄືນ

ນິຍາມ

ຄຳວ່າ "ກັບຄືນ" ໝາຍເຖິງການກັບໄປຫລືໃຫ້ສິ່ງໃດສິ່ງໜຶ່ງກັບຄືນ.

  • ເພື່ອ“ ກັບຄືນສູ່” ບາງສິ່ງບາງຢ່າງໝາຍຄວາມວ່າເລີ້ມຕົ້ນເຮັດກິດຈະ ກຳ ນັ້ນອີກ.
  • ເມື່ອຊາວອິສະຣາເອນກັບຄືນສູ່ການນະມັດສະການຮູບເຄົາລົບ, ພວກເຂົາກໍ່ເລີ້ມນະມັດສະການພວກນັ້ນອີກ.
  • ໃນເວລາທີ່ພວກເຂົາກັບຄືນສູ່ ພຣະເຈົ້າຢາເວ, ພວກເຂົາໄດ້ກັບໃຈແລະໄດ້ນະມັດສະການ ພຣະເຈົ້າຢາເວອີກຄັ້ງ.
  • ການທີ່ຈະສົ່ງຄືນທີ່ດິນຫລືສິ່ງຂອງທີ່ຖືກເອົາຫຼືໄດ້ຮັບຈາກຜູ້ອື່ນ ໝາຍຄວາມວ່າຈະມອບຊັບສິນນັ້ນຄືນໃຫ້ບຸກຄົນທີ່ເປັນເຈົ້າຂອງ.
  • ຄຳວ່າ "ກັບຄືນ" ສາມາດແປເປັນ, "ກັບຄືນ" ຫລື "ໃຫ້ຄືນ" ຫຼື"ເລີ່ມຕົ້ນເຮັດອີກເທື່ອ ໜຶ່ງ."

ການກັນດານອາຫານ ຫລື ການອຶດອາຫານ

ນິຍາມ

ຄໍາວ່າ "ການກັນດານອາຫານ" ແມ່ນເວົ້າເຖິງການຂາດແຄນອາຫານຢ່າງຮຸນແຮງຕະຫລອດທັງປະເທດຫລືພູມິພາກ ຕາມປົກກະຕິແລ້ວແມ່ນເກີດຈາກບໍ່ມີນໍ້າຝົນທີ່ພຽງພໍ.

  • ພືດຜົນສາມາດເສຍຫາຍໄດ້ເພາະສາຍເຫດທາງທໍາມະຊາດເຊັ່ນ ຝົນແລ້ງ ພືດເປັນພະຍາດ ຫລືຖືກແມງໄມ້ທໍາລາຍ.
  • ການຂາດແຄນອາຫານມີສາຍເຫດເນື່ອງມາຈາກປະຊາຊົນເຊັ່ນ ສັດຕູໄດ້ທໍາລາຍພືດພັນ.
  • ໃນພຣະຄັມພີ ພຣະເຈົ້າມັກຈະເຮັດໃຫ້ເກີດການກັນດານອາຫານ ເພື່ອເປັນການລົງໂທດຊົນຊາດທັງຫລາຍເມື່ອພວກເຂົາເຮັດບາບຕໍ່ຕ້ານພຣະອົງ.
  • ໃນພຣະທັມອາໂມດ 8:11 ຄໍາວ່າ, "ການກັນດານອາຫານ" ຖືກໃຊ້ໃນລັກສະນະການປຽບທຽບທີ່ເວົ້າເຖິງເວລາທີ່ພຣະເຈົ້າລົງໂທດປະຊາກອນຂອງພຣະອົງໂດຍການບໍ່ເວົ້າກັບພວກເຂົາ ໃນຈຸດນີ້ສາມາດແປໄດ້ດ້ວຍຄໍາວ່າ "ການກັນດານອາຫານ" ໃນພາສາຂອງທ່ານ ຫລືໃນຖ້ອຍຄໍາທີ່ວ່າ "ຂັດສົນຫລາຍ" ຫລື "ການກີດກັນຢ່າງຮຸນແຮງ."

ການກົ້ມຫົວ,ການກົ້ມກາບ

ນິຍາມ

ການກົ້ມຫົວ ໝາຍເຖິງການກົ້ມຫົວລົງເພື່ອສະແດງຄວາມນັບຖືແລະກຽດຕິຍົດຕໍ່ຜູ້ໃດຜູ້ໜຶ່ງ. “ ກົ້ມຂາບ” ໝາຍເຖິງການກົ້ມຂາບຫືລຄຸເຂົ່າລົງຕໍ່າຫລາຍ, ມັກຈະມີໜ້າ ແລະມືລົງສູ່ພື້ນດິນ

  • .ຄຳເວົ້າອື່ນໆລວມມີ "ກົ້ມຄຸເຂົ່າ"(ໝາຍເຖິງຄຸເຂົ່າ) ແລະ "ກົ້ມຫົວ" (ໝາຍຄວາມວ່າຈະກົ້ມຫົວໄປທາງໜ້າດ້ວຍຄວາມເຄົາລົບທີ່ຖ່ອມຕົວຫລືດ້ວຍຄວາມໂສກເສົ້າ).
  • ການກົ້ມຫົວລົງກໍ່ອາດຈະເປັນສັນຍານຂອງຄວາມທຸກຫລືຄວາມທຸກໂສກ. ຄົນທີ່“ ກົ້ມຂາບ” ໄດ້ຖືກນຳມາສູ່ສະພາບທີ່ຕໍ່າຕ້ອຍ.
  • ປົກກະຕິແລ້ວຄົນເຮົາຈະກົ້ມຂາບຕໍ່ໜ້າຜູ້ທີ່ມີຖານະສູງກວ່າຫລືມີຄວາມສຳຄັນໃຫຍ່ກວ່າເຊັ່ນກະສັດແລະຜູ້ປົກຄອງອື່ນໆ.
  • ການຄຸເຂົ່າລົງຕໍ່ໜ້າພຣະເຈົ້າເປັນການສະແດງຄວາມເຄົາ ລົບຕໍ່ພຣະອົງ.
  • ໃນພຣະຄຳພີ ຜູ້ຄົນໄດ້ກົ້ມຫົວລົງທີ່ ພຣະເຢຊູ ເມື່ອພວກເຂົາຮູ້ເຫັນການອັດສະຈັນ ແລະ ການສອນທີ່ວ່າເພີ່ນມາຈາກ ພຣະເຈົ້າ.
  • ພຣະຄຳພີ ກ່າວວ່າໃນມື້ໜຶ່ງທີ່ພຣະເຢຊູກັບມາທຸກຄົນຈະຄຸເຂົ່າລົງນະມັດສະການພຣະອົງ.

ຄຳແນະນຳໃນການແປ

  • ອີງຕາມສະພາບການ, ຄຳສັບນີ້ສາມາດຖືກແປດ້ວຍຄຳ ຫລືປະໂຫຍກທີ່ມີຄວາມໝາຍວ່າ "ໂຄ້ງໄປຂ້າງໜ້າ" ຫລື "ງໍຫົວ" ຫລື "ຄຸເຂົ່າ."
  • ຄຳວ່າ "ກົ້ມຂາບ" ອາດຈະແປວ່າ "ຄຸເຂົ່າລົງ" ຫລື "ກົ້ມຫົວລົງ."
  • ບາງພາສາຈະມີຫລາຍກວ່າໜຶ່ງວິທີໃນການແປ ຄຳສັບນີ້, ຂື້ນກັບສະພາບການ.

ການຄວບຄຸມຕົນເອງ

ນິຍາມ

ການຄວບຄຸມຕົນເອງແມ່ນຄວາມສາມາດໃນການຄວບຄຸມພຶດຕິກຳ ຂອງຕົນເອງເພື່ອຫລີກລ້ຽງການເຮັດບາບ.

  • ມັນໝາຍເຖິງການປະພຶດທີ່ດີ,ນັ້ນແມ່ນ, ຫລີກລ້ຽງຄວາມຄິດ,ການເວົ້າແລະການກະທຳທີ່ຜິດ.
  • ການຄວບຄຸມຕົນເອງແມ່ນໝາກຜົນຫລືລັກສະນະທີ່ພຣະວິນຍານບໍລິສຸດປະທານໃຫ້ກັບຄຣິສຕຽນ.
  • ບຸກຄົນທີ່ກຳລັງຄວບຄຸມຕົນເອງແມ່ນສາມາດຢຸດຕົນເອງຈາກການເຮັດສິ່ງທີ່ຜິດເຊິ່ງເຂົາອາດຈະຢາກເຮັດ. ພຣະເຈົ້າແມ່ນຜູ້ທີ່ເຮັດໃຫ້ບຸກຄົນນັ້ນສາມາດຄວບຄຸມຕົນເອງໄດ້.

ການຈູບ

ນິຍາມ

ການຈູບຄືການກະທຳຊຶ່ງປາກຂອງບຸກຄົນນຶ່ງກວມປາກກັບອີກຄົນນຶ່ງຫຼືທີ່ໜ້າ ຄຳນີ້ສາມາດໃຊ້ໃນຮູບແບບຄຳອຸປະມາດ້ວຍ.

  • ໃນບາງວັດທະນະທຳການຈູບກັນບົນແກ້ມເພື່ອເປັນການທັກທາຍຫຼືກ່າວອຳລາ.
  • ການຈູບສາມາດສື່ສານເຖິງຄວາມຮັກໄດ້ຢ່າງເລິກເຊິ່ງລະຫວ່າງຄົນສອງຄົນເຊັ່ນ ລະຫວ່າງສາມີກັບພັນລະຍາ.
  • ຄຳກ່າວ "ຈູບອຳລາບາງຄົນ" ໝາຍຄວາມວ່າກ່າວອຳລາດ້ວຍການຈູບ.
  • ບາງຄັ້ງຄຳວ່າ "ຈູບ" ຖືກໃຊ້ໃນຄວາມໝາຍວ່າ "ກ່າວອຳລາຕໍ່" ເມື່ອເອລີຊາໄດ້ກ່າວກັນກັບເອລີຢາ "ໃຫ້ຂ້າພຣະເຈົ້າໄປແລະຈູບບິດາແລະມານດາຂອງຂ້າພຣະເຈົ້າກ່ອນ" ເຂົາໄດ້ຕ້ອງການທີ່ຈະກ່າວອຳລາກັບບິດາມານດາຂອງເຂົາກ່ອນຈາກພວກເຂົາເພື່ອຕິດຕາມເອລີຢາ.

ການຈົດທະບຽນສຳມະໂນຄົວ

ນິຍາມ

ຄຳວ່າ"ການຈົດທະບຽນສຳມະໂນຄົວ"ແມ່ນການນັບຈຳນວນປະຊາຊົນຢ່າງເປັນທາງການໃນປະເທດນັ້ນໆ

  • ພັນທະສັນຍາເດີມບັນທຶກໃນເວລາທີ່ແຕກຕ່າງກັນ ເມື່ອພຣະເຈົ້າໄດ້ຊົງບັນຊາໃຫ້ນັບຈຳນວນຜູ້ຊາຍອິດສະຣາເອນ ເທື່ອທຳອິດຕອນທີ່ຄົນອິດສະຣາເອນອອກຈາກເອຢິບ ແລະອີກເທື່ຶອຫນຶ່ງກ່ອນທີ່ພວກເຂົາຈະເຂົ້າໄປໃນແຜ່ນດິນການາອານ
  • ຈຸດປະສົງຂອງການຈົດທະບຽນສຳມະໂນຄົວເຮັດເພື່ອຈະຮູ້ວ່າຈຳນວນຂອງປະຊາຊົນນັ້ນມີຈຳນວນເທົ່າໃດທີ່ຄວນຈະຈ່າຍພາສີ
  • ຕົວຢ່າງ ມີເທື່ຶອຫນຶ່ງໃນພຣະຄຳອົບພະຍົບ ທີ່ການນັບພວກຜູ້ຊາຍອິດສະຣາເອນເພື່ອໃຫ້ແຕ່ລະຄົນຈ່າຍເງິນເຄິ່ງເຊເຂວສຳຫລັບການເບິ່ງແຍງພຣະວິຫານ
  • ເມື່ອຕອນພຣະເຢຊູນັ້ນຫບັງເປັນເດັກນ້ອຍ ລັດຖະບານໂຣມັນໄດ້ເຮັດການຈົດທະບຽນສຳມະໂນຄົວປະຊາຊົນທຸກຄົນທີ່ອາໄສຢູ່ທົ່ວຈັກກະພັດ ເພື່ອຮຽກຮ້ອງໃຫ້ພວກເຂົາໃຫ້ຈ່າຍພາສີ

%ຄຳແນະນຳໃນການແປ

  • ວິທິການເປັນໄປໄດ້ໃນການແປຄຳນີ້ສາມາດລວມທັງ"ການນັບຊື່"ຫລື"ຈົດລາຍຊື່"ຫລື"ລົງທະບຽນ"
  • ຄຳວ່າ"ຈົດທະບຽນສຳມະໂນຄົວ"ສາມາດແປໄດ້ວ່າ"ຈົດທະບຽນຫລືປະຊາຊົນ"ຫລື"ລົງທະບຽນປະຊາຊົນ"ຫລື"ຂຽນຊື່ປະຊາຊົນ

ການສັງຫານ

ນິຍາມ

ຄຳວ່າ "ການສັງຫານ"ອ້າງເຖິງການຂ້າສັດຫລືຄົນຈຳນວນຫລາຍ ຫລືການ ຂ້າແບບທາລຸນ ແລະຄຳນີ້ຍັງອ້າງເຖິງການຂ້າສັດເພື່ອເປັນອາຫານດ້ວຍ.

  • ເມື່ອອັບຣາຮາມໄດ້ຕ້ອນຮັບແຂກສາມຄົົນທີ່ເຕັນທຂອງທ່ານໃນທະເລຊາຍ ທ່ານໄດ້ສັ່ງຄົນຮັບໃຊ້ຂອງທ່ານໃຫ້ຂ້າແລະໃຫ້ປຸງຊີ້ນງົວສຳລັບເປັນອາຫານໃຫ້ແຂກຂອງທ່ານທັງສາມຄົນ.
  • ຜູ້ປະກາດພຣະທຳເອເສກຽນພະຍາກອນວ່າພຣະເຈົ້າຈະສົ່ງທູດສະຫວັນຂອງພະອົງສັງຫານຄົນທັງໝົດທີ່ບໍ່ຕິດຕາມພຣະຄຳຂອງພະອົງ.
  • ໃນພະທຳ 1ຊາມູເອນໄດ້ບັນທຶກເຖິງການສັງຫານເທື່ອໃຫຍ່ທີ່ຄົນອິດສະຣາເອນຖືກຂ້າ 30,000 ຄົນໂດຍສັດຕູຂອງພວກທ່ານເພາະການບໍ່ເຊື່ອຟັງພຣະເຈົ້າ.
  • "ອາວຸດທັງຫລາຍໃນການສັງຫານ"ສາມາດແປໄດ້ວ່າ"ອາວຸດທັງຫລາຍສຳລັບການຂ້າ."
  • ຄຳກ່າວທີ່ວ່າ, "ການສັງຫານເປັນສິ່ງທີ່ຍິ່ງໃຫຍ່" ສາມາດແປໄດ້ວ່າ "ຄົນຈຳນວນຫລາຍຖືກຂ້າ" ຫລື "ຈຳນວນຜູ້ເສຍຊີວິດຫລວງຫລາຍ" ຫລື "ຈຳນວນປະຊາຊົນທີ່ຕາຍສູງຈົນໜ້າຢ້ານກົວ."
  • ວິທີອື່ນທີ່ຈະແປຄຳວ່າ "ສັງຫານ" ສາມາດລວມເຖິງ, "ຂ້າ" ຫລື "ປະຫານ "ຫລື "ການຂ້າ."

ການເຍາະເຍີ້ຍ, ເວົ້າຖາກຖາງ, ສຽດສີ, ຜູ້ເຍາະເຍີ້ຍ

ນິຍາມ

ຄຳວ່າ "ການເຍາະເຍີ້ຍ," "ເວົ້າຖາກຖາງ," ແລະ "ສຽດສີ" ທັງໝົດນີ້ບົ່ງບອກເຖິງ ການເຮັດບາງສິ່ງທີ່ເປັນເລື້ອງມ່ວນສຳລັບບາງຄົນ, ແຕ່ເປັນເລື້ອງມ່ວນໃນທາງບໍ່ດີ.

  • ຫລາຍເທື່ອ ທີ່ການເຍາະເຍີ້ຍ ແມ່ນລວມທັງເລື້ອງການຮຽນ ແບບຄຳເວົ້າ ຫລື ຮຽນແບບການກະທຳຂອງຄົນອື່ນ ເພື່ອເຮັດໃຫ້ຄົນນັ້ນຮູ້ສຶກອັບອາຍຂາຍໜ້າ ຫລື ສະແດງການດູໝິ່ນຕໍ່ພວກເຂົາ.
  • ທະຫານໂຣມ ໄດ້ເວົ້າເຍາະເຍີ້ຍ ຫລື ເວົ້າຖາກຖາງໃສ່ພຣະເຢຊູເຈົ້າ ໃນຕອນທີ່ພວກເຂົາເອົາເສື້ອມານຸ່ງໃຫ້ພຣະອົງ ແລະ ເຮັດຕິໃຫ້ກຽດວ່າ ພຣະອົງເປັນກະສັດ.
  • ກຸ່ມຂອງຄົນໜຸ່ມໄດ້ເວົ້າຖາກຖາງ ຫລື ເວົ້າສຽດສີໃສ່ເອລີຊາ ໃນເວລາທີ່ພວກເຂົາເອີ້ນຊື່ຂອງລາວ, ຫົວຂວັນຫົວລ້ານຂອງລາວ.
  • ຄຳວ່າ "ສຽດສີ" ຍັງບົ່ງບອກເຖິງການເຍາະເຍີ້ຍຄວາມຄິດນັ້ນວ່າ ບໍ່ເປັນຕາໜ້າເຊື່ອຖື ຫລື ບໍ່ສຳຄັນ.
  • "ຜູ້ເຍາະເຍີ້ຍ" ແມ່ນບາງຄົນທີ່ມັກເຍາະເຍີ້ຍ ຫລື ມັກສຽດສີຢູ່ເລື້ອຍໆ.

ການດູຖູກຜູ້ອື່ນ, ໜ້າດູຖຸກຢຽບຫຍາມ

ນິຍາມ

ຄຳວ່າ "ການດູໝິ່ນ" ກ່າວເຖິງ ການດູໝິ່ນຢ່າງແຮງແລະຄວາມອັບປາຍົດທີ່ຢູ່ເລິກຊຶ່ງສະແດງຕໍ່ບາງສິ່ງຫຼືບາງຄົນ. ສິ່ງທີ່ໜ້າອັບອາຍຫຼາຍ ເອີ້ນວ່າ "ໜ້າດູຖູກຢຽບຫຍາມ."

  • ບຸກຄົນຫຼືພຶດຕິກໍາທີ່ສະແດງຄວາມບໍ່ເຄົາລົບຕໍ່ພຣະເຈົ້າຈະເອີ້ນວ່າ " ໜ້າດູຖຸກຢຽບຫຍາມ" ແລະອາດແປວ່າ "ບໍ່ເປັນໜ້າເຄົາລົບນັບຖື." ຫຼື "ເສຍຊື່ສຽງໄປໝົດ" ຫຼຶ "ສົມຄວນຖືກດູຖູກ."
  • ການ"ດູຖູກດູໝິ່ນ" ໝາຍເຖິງການຖືວ່າຄົນອື່ນມີຄ່ານ້ອຍກວ່າຫຼືຕັດສິນວ່າຄົນອື່ນວ່າ ມີຄ່ານ້ອຍກວ່າຕົນເອງ.
  • ຄຳເວົ້າຕໍ່ໄປນີ້ມີຄວາມໝາຍທີ່ຄ້າຍຄືກັນ: "ດູຖູກ" ຫຼື "ສະແດງການດູໝິ່ນ" ຫຼື "ປະຕິບັດດ້ວຍການດູໝິ່ນ." ທັງ

ໝົດນີ້ໝາຍເຖິງ "ດູໝິ່ນຢ່າງຫຼວງຫຼາຍ" ຫຼື "ເຮັດໃຫ້ເສຍຊື່ສຽງ" ບາງຢ່າງຫຼືບາງຄົນດ້ວຍສິ່ງທີ່ເວົ້າແລະເຮັດ.

  • ເມື່ອກະສັດດາວິດທຳບາບດ້ວຍການລ່ວງປະເວນີແລະການຄາດຕະກໍາ ພຣະເຈົ້າກ່າວວ່າດາວິດໄດ້ "ດູໝິ່ນພຣະເຈົ້າ" ໝາຍຄວາມວ່າເຂົາໄດ້ດູໝິ່ນແລະບໍ່ສັດຊື່ຕໍ່ພຣະເຈົ້າຢ່າງຫຼວງຫຼາຍໂດຍການກະທຳຢ່າງນົ້ນ.

ການດູໜິ່ນ

ນິຍາມ

ການດູໜິ່ນບາງສິ່ງບາງຢ່າງໝາຍເຖິງກະທຳໃນທາງທີ່ເຮັດໃຫ້ມົວໝອງຫລືມີມົນທິນ ເຮັດໃຫ້ເສຍຫາຍ ຫລື ບໍ່ໃຫ້ເຄົາລົບບາງສິ່ງບາງຢ່າງທີ່ບໍຣິສຸດສັກສິດ

  • ຄົົນທີ່ໄດ້ຮັບການດູໜິ່ນຄືຄົົນທີ່ກະທຳຕົວໃນທາງທີ່ຂາດສິນລະທຳແລະບໍ່ຖວາຍພຣະກຽດແດ່ພະເຈົ້າ
  • ຄຳກິຣິຢາວ່າ "ດູໜິ່ນ" ສາມາດແປໄດ້ວ່າ "ການກະທຳຢ່າງບໍ່ມີສິນລະທຳ" ຫລື "ເປັນການບໍ່ເຄົາລົບຕໍ່" ຫລື "ບໍ່ໃຫ້ກຽດແກ່"
  • ພຣະເຈົ້າໄດ້ຕັດກັບຊາວອິສຣາເອລວ່າພວກທ່ານ "ດູໜິ່ນ" ຕົວພວກເຂົາເອງດ້ວຍຮູບເຄົາລົບ ນັ້ນໝາຍເຖິງວ່າປະຊາຊົນເຮັດຕົວພວກເຂົາໃຫ້ "ບໍ່ສະອາດ" ຫລື "ບໍ່ມີກຽດ" ໂດຍຄວາມບາບນີ້ ພວກເຂົາບໍ່ໄດ້ຖວາຍພະກຽດແດ່ພະເຈົ້າດ້ວຍເຊັ່ນກັນ

ຂຶ້ນຢູ່ກັບເນື້ອເຣື່ອງ ຄຳເວົ້າຄຳວ່າ "ດູໜິ່ນ" ສາມາດແປໄດ້ວ່າ "ບໍ່ໃຫ້ກຽດ" ຫລື "ຂາດສິນລະທຳ" ຫລື "ບໍ່ບໍລິສຸດ"


ການຖວາຍ

ນິຍາມ

ຄຳວ່າ "ຖວາຍເຄື່ອງສັນຕິບູຊາ" ຄືໜຶ່ງໃນການຖວາຍເຄື່ອງບູຊາທີ່ພຣະເຈົ້າຊົງບັນຊາໃຫ້ຊາວອິດສະລາເອນຖວາຍ. ບາງເທື່ອຖືກເອີ້ນວ່າ "ການຖວາຍຂອບພຣະຄຸນ" ຫຼື "ສຳພັນທະພາບບູຊາ."

  • ການຖວາຍເຄື່ອງບູຊານັ້ນມີການຖວາຍບູຊາສັດທີ່ປາສະຈາກຕຳໜິແດ່ພຣະເຈົ້າ, ການພົມເລືອດທີ່ແທ່ນບູຊາ ແລະການເຜົາໄຂມັນແລະສ່ວນອື່ນໆໂດຍເຜົາແຍກຕ່າງຫາກ.
  • ນອກຈາກນີ້ຍັງມີການຖວາຍເຂົ້າໜົມປັງບໍ່ມີເຊື້ອ​ແປ້ງ​ຟູ,ເຜົາວາງເທິງແທ່ນບູຊາ.
  • ປະໂລຫິດແລະຜູ້ທີ່ຖວາຍເຄື່ອງບູຊາໄດ້ຮັບອະນຸຍາດໃຫ້ຮັບປະທານສ່ວນແບ່ງອາຫານທີ່ເປັນເຄື່ອງເຜົາບູຊາ.
  • ການຖວາຍເຄື່ອງບູຊາເປັນສັນຍາລັກເຖິງສາມັກຄີທັມລະຫວ່າງພຣະເຈົ້າແລະປະຊາກອນຂອງພຣະອົງ.

ການຖວາຍຕາມຄວາມສະໝັກໃຈ

ນິຍາມ

ການຖວາຍດ້ວຍຄວາມສະໝັກໃຈຄືຊະນິດເຄື່ອງຖວາຍບູຊາທີ່ຖວາຍແກ່ພຣະເຈົ້າທີ່ບໍ່ຖືກກຳນົດໄວ້ໂດຍບັນຍັດຂອງໂມເຊ.ມັນເປັນທາງເລືອກຂອງບຸກຄົນທີ່ຖວາຍແບບນີ້.

  • ຖ້າເຄື່ອງຖວາຍຕາມຄວາມສະໝັກໃຈເປັນສັດທີ່ເອົາມາຖວາຍ ສັດ ໄດ້ຮັບອະນຸຍາດໃຫ້ມີຕຳນິໄດ້ແນ່,ເນື່ອງຈາກວ່າເປັນການຖວາຍຕາມຄວາມສະໝັກໃຈ.
  • ຄົນອິສະຣາເອນໄດ້ກິນສັດທີ່ນຳມາຖວາຍບູຊາ ຖືວ່າເປັນສ່ວນນຶ່ງຂອງງານລ້ຽງສະຫຼອງ.
  • ເມື່ອເຄື່ອງຖວາຍຕາມຄວາມສະໝັກໃຈ ສາມາດແຈກຈ່າຍໄດ້ ນີ້ເປັນເຫດໃຫ້ເກີດຄວາມຍິນດີໃນອິສະຣາເອນ,ເນື່ອງຈາກໄດ້ສະແດງວ່າການເກັບກ່ຽວໄດ້ຜົນດີ,ດັ່ງນັ້ນປະຊາຊົນກໍມີອາຫານຢ່າງຫຼວງຫຼາຍ.
  • ພຣະທັມເອຊະຣາໄດ້ອະທິບາຍເຖິງປະເພດຕ່າງໆຂອງເຄື່ອງຖວາຍຕາມຄວາມສະໝັກໃຈທີ່ຖືກນຳມາຖວາຍເພື່ອທຳການບຸຣະນະພຣະວິຫານ,ການຖວາຍນີ້ປະກອບດ້ວຍຫຼຽນຄຳແລະເງິນ,ເຊັ່ນດຽວກັນກັບຖ້ວຍຊາມແລະວັດຖຸອື່ນໆ ທີ່ທຳດ້ວຍທອງຄຳແລະເງິນ.

ການຖວາຍທັນຍະບູຊາ

ນິຍາມ

ການຖວາຍທັນຍະບູຊາຄືຂອງຂວັນທີ່ເປັນເຂົ້າສາລີຫລືແປ້ງທັນຍະພືດທີ່ຖວາຍແດ່ພຣະເຈົ້າ. ຫລາຍຄັ້ງຄືຫລັງຈາກການເຜົາເຄື່ອງເຜົາບູຊາ.

  • ທັນຍະພືດທີ່ໃຊ້ສຳລັບການຖວາຍທັນຍະບູຊາຈະຖືກບົດຈົນເປັນຜົງມາຢ່າງລະອຽດ.ແລະບາງຄັ້ງກໍຖືກປຸງສຸກກ່ອນທີ່ຈະນຳມາຖວາຍ, ແຕ່ເວລາອື່ນໆກໍຕອ້ງປ່ອຍໄວ້ແບບບໍ່ຕ້ອງປຸງ.
  • ນ້ຳມັນແລະເກືອຈະຖືກເທລົງໄປໃນແປ້ງທັນຍະພືດ, ແຕ່ບໍ່ອະນຸຍາດໃຫ້ໃສ່ເຊຶ້ອເຂົ້າໜົມປັງຫລືນ້ຳເຜີງ.
  • ສ່ວນຂອງການຖວາຍທັນຍະບູຊາຈະຖືກເຜົາແລະບາງສ່ວນຈະໃຫ້ພວກປະໂລຫິດໄວ້ກິນ.

ການຖວາຍບູຊາຄວາມຜິດ

ນິຍາມ

ການຖວາຍບູຊາຄວາມຜິດຄືການຖວາຍຫືຼ ຖວາຍບູຊາທີ່ພຣະເຈົ້າຊົງໄດ້ກຳນົດໃຫ້ຊາວອິສະຣາເອນທຳຂື້ນ.ຖ້າພວກເຂົາໄດ້ທຳບາງສິ່ງຜິດໂດຍບໍ່ໄດ້ເຈດຕະນາ ຢ່າງເຊັ່ນບໍ່ເຄົາລົບພຣະເຈົ້າຫືຼການທຳລາຍຊັບສິນຂອງບຸກຄົນອື່ນ.

  • ການຖວາຍນີ້ກ່ຽວຂ້ອງກັບການຖວາຍບູຊາສັດ,ຈ່າຍຄ່າປັບດວ້ຍເງິນຫລືທອງ.
  • ນອກຈາກນີ້,ບຸກຄົນທີ່ຜິດພາດຍັງຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ.

ການຖະຫວາຍບູຊາ ເຄື່ອງຖະຫວາຍບູຊາ

ນິຍາມ

ໃນພຣະຄຳພີຄຳວ່າ ”ການຖະຫວາຍບູຊາ” ແລະ ”ເຄື່ອງຖະຫວາຍບູຊາ” ອ້າງເຖິງຂອງຂວັນພິເສດທີ່ຖວາຍໃຫ້ກັບພຣະເຈົ້າຊຶ່ງເປັນການນະມັດສະການພຣະອົງ ປະຊາຊົນຖວາຍເຄື່ອງບູຊາແດ່ພະທຽມດ້ວຍ

  • ໂດຍທົ່ວໄປ ຄຳວ່າ “ເຄຶ່ອງຖະຫວາຍບູຊາ” ໝາຍເຖິງສິ່ງຂອງອັນໃດກໍຕາມທີ່ໄດ້ຖະຫວາຍຫຼືໄດ້ມອບໃຫ້ ຄຳວ່າ ”ການຖະຫວາຍບູຊາ” ອ້າງເຖິງຂອງບາງສິ່ງທີ່ໄດ້ມອບໃຫ້ຫຼືໄດ້ກະທຳໂດຍຜູ້ໃຫ້.
  • ເຄື່ອງຖະຫວາຍບູຊາແດ່ພຣະເຈົ້າເປັນສິ່ງຂອງສະເພາະທີ່ພຣະເຈົ້າຊົງບັນຊາໃຫ້ຊົນຊາດອິດສະຣາເອນຖະຫວາຍແດ່ພຣະອົງເພື່ອສະແດງຄວາມຈົງຮັກພັກດີແລະການເຊື່ອຟັງພຣະອົງ.
  • ຊື່ຂອງເຄຶອງຖະຫວາຍບູຊາຕ່າງໆເຊັ່ນ ”ເຄື່ອງເຜົາບູຊາ” ແລະ ”ແທນບູຊາ” ຊີ້ໃຫ້ເຮົາເຫັນວ່າເຄື່ອງຖະຫວາຍບູຊາປະເພດໃດທີ່ກຳລັງຖືກນຳມາຖະຫວາຍບູຊາຢູ່.
  • ເຄື່ອງບູຊາຖະຫວາຍແດ່ພຣະເຈົ້າສ່ວນຫຼາຍແມ່ນກ່ຽວຂ້ອງກັບການຂ້າສັດ
  • ມີພຽງແຕ່ການຖວາຍບູຊາຂອງພຣະເຢຊູທີ່ສົມບູນເພາະພຣະອົງເປັນພຣະບຸດຂອງພຣະເຈົ້າຜູ້ທີບໍ່ມີຄວາມບາບແລະສາມາດຊຳລະລ້າງຄົນທັງຫຼາຍຈາກບາບຢ່າງສົມບູນ ການບູຊາສັດບໍສາມາດເຮັດຢ່າງນັ້ນໄດ້
  • ມີຄຳກ່າວທີ່ປຽບທຽບວ່າ ”ຖະຫວາຍຕົວຂອງທ່ານໃຫ້ເປັນເຄື່ອງບູຊາທີ່ມີຊີວິດ ”ໝາຍຄວາມວ່າ” ໃຫ້ມີຊີວິດໃນການເຊື່ອຟັງພຣະເຈົ້າຢ່າງສົມບູນແບບ ຍອມມອບທຸກຢ່າງເພື່ອຮັບໃຊ້ພຣະອົງ.

%ຄຳແນະນຳໃນການແປ

  • ຄຳວ່າ ”ເຄຶ່ອງຖະຫວາຍບູຊາ” ສາມາດແປວ່າ “ຂອງຖະຫວາຍແດ່ພຣະເຈົ້າ” ຫຼື ”ບາງສິ່ງທີ່ໄດ້ມອບໃຫ້ແກ່ພຣະເຈົ້າຫຼື” ບາງສິ່ງທີ່ມີຄ່າທີ່ນຳມາສະເໜີແດ່ພຣະເຈົ້າ
  • ຂື້ນຢູ່ກັບກໍລະນີນັ້ນໆ ຄຳວ່າ ”ການຖະຫວາຍບູຊາ” ສາມາດແປວ່າ ”ບາງສິ່ງທີ່ມີຄ່າທີ່ຖະຫວາຍໃນການນະມັດສະການ” ຫຼື ”ຫຼືສັດພິເສດທີ່ຖືກຂ້າເພື່ອຖວາຍແດ່ພຣະເຈົ້າ".
  • ການກະທຳ ”ການຖະຫວາຍບູຊາ” ສາມາດແປໄດ້ອີກວ່າ” ມອບຖະຫວາຍບາງສິ່ງທີ່ມີຄ່າ” ຫຼື ”ຂ້າສັດແລະຖະຫວາຍແດ່ພຣະເຈົ້າ”
  • ວິທີອື່ນທີ່ແປ ”ມອບຖະຫວາຍຕົວທ່ານເອງເປັນເຄື່ອງຖະຫວາຍບູຊາທີ່ມີຊີວິດ” ສາມາດແປວ່າ ”ຕະຫລອດທີ່ມີຊີວິດຢູ່ຈົ່ງຖະຫວາຍຕົວທ່ານເອງຕໍ່ພຣະເຈົ້າຢ່າງໝົດສິ້ນເຊັ່ນດຽວກັບສັດທີ່ຖືກຖະຫວາຍເທິງແທນບູຊາ”.

ການທຳນວາຍໂຊກຊາຕາ, ຜູ້ທຳນວາຍໂຊກຊາຕາ,ການທຳນວາຍ,ໝໍດູ

ນິຍາມ

ຄຳວ່າ "ການທຳນວາຍໂຊກຊາຕາ" ແລະ "ການທຳນວາຍ" ກ່າວເຖິງການພະຍາຍາມຫາຂໍ້ມູນຈາກວິນຍານໃນໂລກເໜືອທຳມະຊາດ.ຄົນທີ່ທຳແບບນີ້ບາງຄັ້ງເອີ້ນວ່າ" ຜູ້ພະຍາກອນ" ຫຼື "ຜູ້ທຳນວາຍ".

  • ໃນສະໄໝພັນທະສັນຍາເດີມ,ພຣະເຈົ້າຊົງໄດ້ບັນຊາຫ້າມຄົນອິດສະຣາເອນທຳການທຳນວາຍ ຫຼືພະຍາກອນ.
  • ພຣະເຈົ້າຊົງອະນຸຍາດໃຫ້ປະຊາຊົນຂອງພຣະອົງສະແຫວງຫາຂໍ້ມູນຈາກພຣະອົງໂດຍໃຊ້ຢູຣິມແລະທຳມິມ,ຊຶ່ງເປັນຫີນທີ່ພຣະອົງຊົງກຳນົດໄວ້ໃຫ້ມະຫາປະໂລຫິດໃຊ້ເພື່ອຈຸດປະສົງດັ່ງກ່າວ.ແຕ່ພຣະອົງຊົງບໍ່ອະນຸຍາດໃຫ້ປະຊາກອນຂອງພຣະອົງຄົ້ນຫາຂໍ້ມູນດ້ວຍຄວາມຊ່ວຍເຫຼືອຈາກວິນຍານຊົ່ວຮ້າຍ.
  • ຜູ້ທຳນວາຍນອກສາດສະໜາໃຊ້ບັນດາວິທີການທີ່ແຕກຕ່າງທີ່ພະຍາຍາມຫາຂໍ້ມູນຈາກໂລກຝ່າຍວິນຍານ.ບາງຄັ້ງພວກເຂົາຈະກວດສອບຈາກພາຍໃນຊາກສັດທີ່ຕາຍແລ້ວຫຼືໂຍນກະດູກສັດລົງບົນພື້ນດິນແລ້ວຕີຄວາມຈາກຮູບແບບນັ້ນວ່າເປັນເໝືອນຂ່າວສານຈາກບັນດາພຣະປອມຂອງພວກເຂົາ.
  • ໃນພັນທະສັນຍາໃໝ່,ພຣະເຢຊູ ແລະພວກອັຄະທູດໄດ້ປະຕິເສດການທຳນວາຍໂຊກຊາຕາ,ການທຳນວາຍ,ແມ່ມົດ,ແລະເວດມົນ.ການກະທຳທັງຫຼາຍທີ່ກ່ຽວກັບການໃຊ້ພະລັງແຫ່ງວິນຍານຊົ່ວຮ້າຍ ແລະເຫຼົ່ານີ້ພຣະເຈົ້າຊົງປະນາມ.

ການທົດລອງ

ນິຍາມ

ຄຳວ່າ "ການທົດລອງ" ອ້າງເຖິງສະຖານນະການທີ່ບາງຢ່າງຫລືບາງຄົນຖືກ"ທົດລອງ" ຫລືທົດສອບ.

  • ການທົດລອງສາມາດເປັນການພິຈາລະນາຄະດີໃນສານເຊິ່ງມີການສົ່ງຫລັກຖານໃຫ້ພິສູດວ່າບຸກຄົນປົດຈາກຄວາມຜິດຫລືກະທຳຄວາມຜິດ.
  • ຄຳວ່າ "ການທົດລອງ" ຍັງອ້າງເຖິງສະຖານນະການທີ່ຍາກລຳບາກທີ່ບຸກຄົນຈະຜ່ານໄປເຊັ່ນດຽວກັບທີ່ພຣະເຈົ້າທົດສອບຄວາມເຊື່ອຂອງພວກເຂົາ. ຄຳອື່ນໆ ສຳລັບເລື່ອງນີ້ຄື "ການທົດສອບ" ຫລື "ການທົດລອງ."
  • ຫລາຍຄົນໃນພຣະຄໍາພີໄດ້ຮັບການທົດສອບເພື່ອເບິ່ງວ່າພວກເຂົາຍັງຄົງເຊື່ອແລະເຊື່ອຟັງພຣະເຈົ້າຕໍ່ໄປຫລືບໍ່. ພວກເຂົາຕ້ອງຜ່ານການທົດລອງເຊິ່ງລວມເຖິງການຖືກຄ້ຽນຕີ, ການຖືກຈຳຄຸກ, ຫລືແມ່ນຖືກຂ້າຕາຍເພາະຄວາມເຊື່ອຂອງພວກເຂົາ.

ການ​ບໍ​ລິ​ຫານ, ຜູ້​ບໍ​ລິ​ຫານ

ນິຍາມ

ຄຳ​ວ່າ "ການ​ບໍ​ລິ​ຫານ" ແລະ​ຄຳ​ວ່າ "ຜູ້​ບໍ​ລິຫານ" ໝາຍ​ເຖິງ​ການ​ບໍ​ລິ​ຫານ ຫລື​ການ​ປົກ​ຄອງ​ປະ​ຊາ​ກອນ​ຂອງ​ປະ​ເທດ​ເພື່ອ​ຊ່ວຍ​ໃຫ້​ເຮັດ​ວຽກ​ໄດ້ຢ່າງ​ເປັນ​ລະ​ບຽບ.

  • ​ດາ​ນີ​ເອນ​ແລະ​ຊາຍ​ໜຸ່ມ​ສາມ​ຄົນ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ບໍ​ລິ​ຫານ ຫລື​ເປັນ​ຂ້າ​ຣາ​ຊ​ການ​ເບິ່ງ​ແຍງ​, ບາງ​ສ່ວນ​ຂອງ​ກຸງ​ບາ​ບິ​ໂລນ.
  • ໃນ​ພ​ຣະ​ສັນ​ຍາ​ໃໝ່​ຄຳ​ວ່າ "ການ​ບໍ​ລິ​ຫານ" ຖືກ​ໃຊ້​ເພື່ອ​ເວົ້າ​ເຖິງງ​ຂອງ​ປະ​ທານຝ່າຍພ​ຣະ​ວິນ​ຍານ​ບໍ​ຣິ​ສຸດຢ່າງ​ນຶ່ງ​.
  • ຜູ້​ທີ່​ມີ​ຂອງ​ປະ​ທານ​ຝ່າຍ​ວິນ​ຍານ​ເລື້ອງ​ການບໍ​ລິ​ຫານ​ຈະ​ສາ​ມາດ​ນຳ​ແລະ​ປົກ​ຄອງ​ຜູ້​ອື່ນ​ໄດ້ ນອກນັ້ນ​ລາວ​ຍັງ​ສາ​ມາດ​ດູ​ແລ​ການ​ຮັກ​ສາ​ອາ​ຄານ​ແລະ​ຊັບ​ສິນ​ຂອງ​ຄົນ​ອື່ນໆ.

ຄຳ​ແນະ​ນຳ​​ໃນການ​ແປ

  • ໃນ​ບາງ​ກໍ​ລະ​ນີ ອາດ​ຈະ​ແປ​ຄຳ​ວ່າ "ຜູ້​ບໍ​ລິ​ຫານ" ໄດ້​ອີກ​ຢ່າງ​ໜຶ່ງວ່າ "ຜູ້​ວ່າ​ຣາ​ຊ​ການ" ຫລື "ຜູ້​ຮວບ​ຮວມ" ຫລື "ຜູ້​ຈັດ​ການ" ຫລື "ຜູ້​ປົກ​ຄອງ" ຫລື "ຂ້າ​ຣາ​ຊ​ການ."
  • ຄຳ​ວ່າ "ການ​ບໍ​ລິ​ຫານ" ອາດ​ແປ​ໄດ້​ອີກວ່າ "ການ​ປົກ​ຄອງ​ດູ​ແລ" ຫລື "ການ​ບໍ​ລິ​ຫານ​ຈັດ​ການ" ຫລື "ການ​ເປັນ​ຜູ້​ນຳ" ຫລື "ການ​ຈັດ​ການ​ຮວບ​ຮວມ."
  • ຄຳ​ວ່າ "ຮັບ​ຜິດ​ຊອບສິ່ງ​ຂອງ" ຫລື "ຈັດ​ການສິ່ງ​ຂອງ" ຫລື "ຮັກ​ສາ​ລະ​ບຽບ" ສາ​ມາດ​ນຳ​ມາ​ໃຊ້​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ແປ​ຄຳ​ນີ້​ດ້ວຍ.

(ເບີ່ງເພີ້ມເຕີມ: Babylon, Daniel, gift, governor, Hananiah, Mishael, Azariah)


ການບົວລະບັດ, ການຮັບໃຊ້

ນິຍາມ

ຄຳວ່າ“ ຮັບໃຊ້” ໝາຍຄວາມວ່າເຮັດສິ່ງຕ່າງໆເພື່ອຊ່ວຍຄົນອື່ນ. ມັນຍັງສາມາດໝາຍຄວາມວ່າ "ການນະມັດສະການ."

  • ໃນສະພາບການຂອງແມ່ຍິງທີ່ຮັບໃຊ້ແຂກ, ຄຳສັບນີ້ມີຄວາມໝາຍວ່າ "ເບິ່ງແຍງ" ຫຼື "ຮັບໃຊ້ເອົາອາຫານໃຫ້" ຫຼື "ຈັດຫາອາຫານ ສຳລັບ."ເຖິງ.

"1% comment_5adb7a6af206fdb7787dd58f4b215940

  • ຄຳວ່າ“ ການບົວລະບັດ” ໝາຍເຖິງການກະທຳຮັບໃຊ້. ມັນຍັງສາມາດຖືກນໍາໃຊ້ເພື່ອຫມາຍເຖິງ "ການປະຊຸມ" ຂອງຄຣິສຕຽນໃນຂະນະທີ່ພວກເຂົານະມັດສະການພຣະເຈົ້າຮ່ວມກັນ.
  • ຄຳວ່າ "ການຮັບໃຊ້" ຍັງສາມາດແປເປັນ, "ເບີ່ງແຍງເປັນພິເສດ" ຫຼື "ເຮັດວຽກເພື່ອ" ຫລື "ເບິ່ງແຍງ" ຫລື "ເຊື່ອຟັງ", ຂື້ນກັບສະພາບການ.
  • "ການຮັບໃຊ້ພຣະເຈົ້າ" ສາມາດແປເປັນ "ການນະມັດສະການແລະເຊື່ອຟັງພຣະເຈົ້າ" ຫຼື "ເຮັດວຽກທີ່ພຣະເຈົ້າສັ່ງ."
  • ເພື່ອ“ ການບົວລະບັດເທີງໂຕະ” ໝາຍເຖິງການເອົາອາຫານໄປໃຫ້ຄົນທີ່ກຳລັງນັ່ງໂຕະ.
  • ຜູ້ທີ່ສອນຄົນອື່ນກ່ຽວກັບພຣະເຈົ້າໄດ້ຖືກກ່າວວ່າໃຫ້ຮັບໃຊ້ທັງພຣະເຈົ້າແລະຄົນອື່ນທີ່ພວກເຂົາສອນ.
  • ອັກຄະສາວົກໂປໂລໄດ້ຂຽນເຖິງຄຣີດສຕຽນຊາວໂກຣິນໂທກ່ຽວກັບວິທີທີ່ພວກເຂົາໃຊ້ເພື່ອ“ ຮັບໃຊ້” ພັນທະສັນຍາພຣະຄຳພີເດີມ. ນີ້ໝາຍເຖິງການເຊື່ອຟັງກົດຂອງໂມເຊ.
  • ດຽວນີ້ພວກເຂົາ“ ຮັບໃຊ້” ພັນທະສັນຍາພຣະຄຳພີໃໝ່, ນັ້ນແມ່ນ, ຍ້ອນການເສຍສະລະຂອງພຣະເຢຊູຢູ່ເທິງໄມ້ກາງແຂນ, ຜູ້ທີ່ເຊື່ອໃນພຣະເຢຊູໄດ້ຖືກປ່ຽນແປງໂດຍພຣະວິນຍານບໍລິສຸດເຮັດໃຫ້ພຣະເຈົ້າພໍໃຈແລະດຳລົງຊີວິດທີ່ບໍລິສຸດ.
  • ໂປໂລເວົ້າກ່ຽວກັບເລື່ອງນີ້ໃນແງ່ຂອງ "ການຮັບໃຊ້" ຂອງພວກເຂົາຕໍ່ສັນຍາເກົ່າຫລື ໃໝ່. ສິ່ງນີ້ສາມາດຖືກແປວ່າ "ການຮັບໃຊ້" ຫລື "ການເຊື່ອຟັງ" ຫລື "ການອຸທິດຕົນ."

ການປິດລ້ອມ, ປິດລ້ອມ

ນິຍາມ

ຄໍາວ່າປິດລ້ອມ "ການປິດລ້ອມ " ອ້າງເຖິງເມື່ອກອງທັບມາບຸກໂຈມຕີປິດລ້ອມເມືອງເຮັດໃຫ້ເມືອງນັ້ນຕ້ອງ ອຶດເຂົ້າ ອຶດນໍ້າ ຂາດແຄນອາຫານ ການ. "ປິດລ້ອມ"ເມືອງ ໝາຍເຖິງການເຮັດໃຫ້ເມືອງນັ້ນຢູ່ພາຍໃຕ້ການປິດລ້ອມ.

  • ເມື່ອບາບີໂລນມາໂຈມຕີຊາວອິດສະຣາເອນ, ພວກເຂົາກໍໃຊ້ກົນລະຍຸດໃນການປິດລ້ອມນະຄອນເຢຣູຊາເລັມເພື່ອເຮັດໃຫ້ຄົນທີ່ຢູ່ໃນເມືອງອ່ອນແຮງລົງ.
  • ຫລາຍຄັ້ງໃນລະຫວ່າງທີ່ມີການປິດລ້ອມໂຈມຕີ, ທາງລາດດິນຈະຄ່ອຍໆຖືກສ້າງຂຶ້ນມາໃຫ້ເປັນຄັນຄູສູງເພື່ອໃຫ້ກອງທັບໂຈມຕີຂ້າມກໍາແພງເມືອງແລະສາມາດບຸກເມືອງໄດ້.
  • ຄໍາກ່າວທີ່ບອກວ່າ "ວາງການປິດລ້ອມເມືອງ" ໝາຍເຖິງການທຳການລ້ອມເມືອງ. ມີຄວາມໝາຍເໝືອນກັນກັບຄໍາວ່າ "ປິດລ້ອມ."
  • ຄໍາວ່າ "ຖືກປິດລ້ອມ" ມີຄວາມໝາຍເໝືອນກັບຄໍາທີ່ບອກວ່າ "ພາຍໃຕ້ການປິດລ້ອມ." ຄຳສອງຢ່າງນີ້ອະທິບາຍເຖິງເມືອງທີ່ກອງທັບສັດຕູກໍາລັງປິດລ້ອມຢູ່ແລະຖືກລ້ອມຢູ່.

ການຜິດຖຽງກັນ

ນິຍາມ

ຄຳວ່າ“ ການຜິດຖຽງກັນ” ໝາຍເຖິງຄວາມຂັດແຍ່ງທາງດ້ານຮ່າງກາຍຫຼືຈິດໃຈລະຫວ່າງຄົນເຮົາ.

  • ບຸກຄົນທີ່ກໍ່ໃຫ້ເກີດຄວາມວຸ້ນວາຍເຮັດສິ່ງຕ່າງໆທີ່ເຮັດໃຫ້ເກີດການຜິດຖຽງກັນແລະສ້າງຄວາມຮູ້ສຶກທີ່ບໍ່ດີຕໍ່ກັນແລະກັນ.
  • ການຜິດຖຽງກັນບາງຄັ້ງກໍ່ສະແດງເຖິງອາລົມທີ່ຮຸນແຮງ ເຊັ່ນຄວາມໃຈຮ້າຍຫລືຄວາມຂົມຂື່ນ.
  • ວິທີການອື່ນໃນການແປ ຄຳສັບນີ້ອາດປະກອບມີ, "ຄວາມບໍ່ເຫັນດີ" ຫລື "ການຜິດຖຽງ" ຫລື "ການຂັດແຍ້ງ".

ການຢ່າ

ນິຍາມ

ການຢ່າຄືການກະທຳຕາມກົດໝາຍໃນການຍຸຕິການສົມລົດ.ຄຳວ່າການຢ່າ ໝາຍເຖິງການແຍກຄູ່ສົມລົດຢ່າງເປັນທາງການແລະຖືກຕ້ອງຕາມກົດໝາຍເພື່ອຍຸຕິການສົມລົດ.

  • ຄວາມໝາຍຕາມຕົວອັກສອນຂອງຄຳວ່າ "ຢ່າ" ຄື "ສົ່ງອອກໄປ" ຫຼື "ແຍກອອກຈາກກັນຢ່າງເປັນທາງການ" ພາສາອື່ນອາດມີສຳນວນທີ່ສະແດງອອກຄ້າຍຄືກັນເພື່ອກ່າວເຖິງການຢ່າ.
  • "ໃບຢ່າ" ອາດແປໄດ້ວ່າເປັນ "ເອກກະສານທີ່ລະບຸການສົມລົດໄດ້ສິ້ນສຸດລົງແລ້ວ".

ການລົງໂທດ

ນິຍາມ

ຄຳວ່າ "ການລົງໂທດ" ກ່າວເຖີງຄຳຕັດສິນລົງໂທດ ໂດຍບໍ່ມີການອຸທອນ ຫລື ຫລົບຫນີ.

  • ເມື່ອຄົນອິດສະຣາເອນ ຖືກຈັບໄປເປັນສະເລີຍ ໃນກຸງບາບີໂລນ

ຜູ້ທຳນວຍ ເອເສກຽນ ໄດ້ກ່າວວ່າ "ການລົງໂທດ ໄດ້ມາເຫນືອ ພວກເຂົາແລ້ວ "

  • ຄຳນີ້ ອາດແປວ່າ"ພັຍພິບັດ"ຫລື "ການລົງໂທດ"ຫລື "ພິນາດຢ່າງສີ້ນຫວັງ" ທັງນີ້ ຂື້ນຢູ່ກັບບໍຣິບົດນັ້ນ.

ການໃຫ້ອະໄພ

ນິຍາມ

ຄຳວ່າ ການໃຫ້ອະໄພ ໝາຍຄວາມວ່າ ການຍົກໂທດແລະບໍ່ລົງໂທດບາງຄົນສຳລັບບາບຂອງເຂົາ.

  • ຄຳນີ້ມີຄວາມໝາຍດຽວ​ກັນກັບຄຳວ່າ ຍົກໂທດ ຍັງຄວາມໝາຍຂອງການຕັດສິນຢ່າງເປັນທາງການທີ່ຈະບໍ່ລົງໂທດຜູ້ມີຄວາມຜິດ
  • ​ທີ່ສານຕັດ​ສິນ ຜຸ້ພິພາກສາສາມາດຍົກໂທດບຸກຄົນທີ່ມີຄວາມຜິດ​ໄດ້.
  • ເຖິງແມ່ນວ່າເຮົາຈະມີຄວາມຜິດບາບ ພຣະຢຊູຄຣິດຊົງອະໄພແກ່ເຮົາບໍ່ໃຫ້ເຮົາຕົກນາຮົກ ໂດຍການສິ້ນພຣະຊົນຂອງພຣະອົງເທິງໄມ້ກາງແຂນ

ຄຳແນະນຳໃນການແປ

  • ໃນພາສານີ້ໝາຍເຖິງການຕັດສິນໃຈຢ່າງເປັນທາງການທີ່ຈະໃຫ້ອະໄພ ຄຳນັ້ນສາມາດໃຊ້ໃນການແປຄຳນີ້ໄດ້.
  • ຄຳນີ້ສາມາດແປຄືກັບຄຳວ່າ "ຍົກໂທດ" ແລະ "ການຍົກໂທດ."

ການໄຫລເລືອດ

ນິຍາມ

ຄຳວ່າ“ ການໄຫລເລືອດ” ໝາຍ ເຖິງການຕາຍຂອງມະນຸດຍ້ອນການຄາດຕະກຳ, ສົງຄາມຫລືການກະທຳຮຸນແຮງອື່ນໆ.

  • ຄຳນີ້ມີຄວາມໝາຍວ່າ "ເລືອດໄຫລອອກ," ໝາຍເຖິງເວລາທີ່ເລືອດອອກຈາກຮ່າງກາຍຂອງຄົນຈາກບາດແຜເປີດ.
  • ຄຳວ່າ“ ການໄຫລເລືອດ” ມັກຖືກໃຊ້ເພື່ອອ້າງເຖິງການຂ້າຄົນຢ່າງແຜ່ຫຼາຍ.
  • ມັນຍັງຖືກນຳໃຊ້ເປັນຂໍ້ອ້າງອີງທົ່ວໄປກ່ຽວກັບບາບຂອງການຄາດຕະກຳ.

ຄຳ ແນະນຳໃນການແປ

  • "ການໄຫລເລືອດ" ອາດຈະຖືກແປເປັນ "ການຂ້າຄົນ" ຫລື "ຄົນ ຈຳນວນຫລວງຫລາຍທີ່ຖືກຂ້າ."
  • "ໂດຍຜ່ານການໄຫລເລືອດ" ຍັງສາມາດຖືກແປເປັນ "ການຂ້າຄົນ."
  • "ການໄຫລເລືອດທີ່ບໍລິສຸດ"ສາມາດຖືກແປວ່າ "ຂ້າຄົບໍລິສຸດ."
  • "ການໄຫລເລືອດດັ່ງຕໍ່ໄປນີ້ແມ່ນການໄຫລເລືອດ" ອາດຈະຖືກແປວ່າ, "ພວກເຂົາສືບຕໍ່ຂ້າຄົນ" ຫລື "ການຂ້າຄົນຕໍ່ໄປ" ຫລື "ພວກເຂົາໄດ້ຂ້າຄົນຫລາຍຄົນແລະຍັງສີບຕໍ່ເຮັດແບບນັ້ນ" ຫລື "ຄົນເຮົາຍັງຂ້າຄົນອື່ນຢູ່ຕໍ່ໄປ."
  • ການນຳໃຊ້ຕົວເລກອື່ນ, "ການໄຫລເລືອດຈະຕາມຫາທ່ານ" ສາມາດຖືກແປເປັນ "ປະຊາຊົນຂອງທ່ານຈະສືບຕໍ່ປະສົບກັບການໄຫລເລືອດ" ຫລື "ປະຊາຊົນຂອງທ່ານຈະສືບຕໍ່ຖືກຂ້າຕາຍ" ຫລື "ປະຊາຊົນຂອງທ່ານຈະສືບຕໍ່ເຮັດສົງຄາມກັບປະເທດອື່ນແລະປະຊາຊົນຕາຍຈະຮັກສາແລ້ວ. "

ການອວດອົ່ງທະນົງຕົວ

ນິຍາມ

ຄຳວ່າ“ອວດອົ່ງທະນົງຕົວ“ ໝາຍຄວາມວ່າອວດອົ່ງຈອງຫອງ ອ້າງເຖີງບາງຄົນຄິດວ່າຕົວເອງດີເລີດສະຫລາດກວ່າຄົນອື່ນ ຫລືເປັນຄົນມັກເວົ້າຄຸຍໂມ້ເກີນຕົວ.

  • ຫລາຍຄັ້ງຄຳນີ້ອະທິບາຍເຖີງຄວາມອວດຕົວເອງຂອງບຸກຄົນຜູ້ທີ່ຢືນຢັ້ນໃນການກຳລັງທຳຄວາມຜິດບາບຕໍ່ພຣະເຈົ້າ.
  • ໂດຍປົກກະຕິບຸກຄົນທີ່ອວດອົງຈອງຫອງມັກຄຸຍໂມ້ກ່ຽວກັບຕົວເຂົາເອງ.
  • ບຸກຄົນທີ່ອວດອົງຈອງຫອງແມ່ນເປັນຄົນໂງ່, ບໍ່ແມ່ນຄົນສະຫລາດ.
  • ຄຳນີ້ສາມາດແປວ່າ“ອວດອົ່ງ“ຫລື“ຈອງຫອງ“ເອົາຕົວເອງເປັນສູນກາງ
  • ຄຳກ່າວຄຳອຸປະມາຫລືປຽບທຽບ“ຕາທີ່ຈອງຫອງ“ສາມາດແປວ່າ“ການມອງແບບຂົ່ມເພີ່ນຍົກຕົວເອງ“ ຫລື “ການເບີ່ງເຫັນຄົນອື່ນມີຄຸນຄ່ານ້ອຍກວ່າຕົນເອງ ຫລື “ບຸກຄົນມັກອວດອົ່ງຕົວເອງ,ມັກດູຖູກຄົນອື່ນວ່າຕຳ່ຕ້ອຍ.

ການຮັກສາ, ບຳບັດຢຽວຢາ

ນິຍາມ

ຄຳວ່າ "ການຖືກຮັກສາ" ແລະ "ຢຽວຢາ" ທັງສອງຄຳໝາຍຄວາມວ່າ ເປັນເຫດໃຫ້ຄວາມເຈັບປ່ວຍ, ບາດແຜ, ຫລືບຸກຄົນພິການ ກັບມາມີສຸກຂະພາບດີອີກເທື່ອ.

  • ບຸກຄົນທີ່ໄດ້ຮັບການ "ຖືກຮັກສາ" ຫລື "ຢຽວຢາ" ໄດ້ຖືກເຮັດໃຫ້ "ຫາຍດີ" ຫລື "ເຮັດໃຫ້ສຸກຂະພາບດີ."
  • ການຖືກຮັກສາສາມາດເກີດໂດຍທຳມະຊາດ ເນື່ອງຈາກພຣະເຈົ້າໄດ້ໃຫ້ຮ່າງກາຍຂອງເຮົາມີຄວາມສາມາດທີ່ຈະພັກຟື້ນຈາກບາດແຜຫລາຍຊະນິດແລະຫລາຍພະຍາດ. ການຖືກຮັກສາໃຫ້ຫາຍແບບນີ້ໂດຍປົກກະຕິຈະເກີດຂຶ້ນຢ່າງຊ້າໆ.
  • ຢ່າງໃດກໍຕາມ, ເງື່ອນໄຂທີ່ແນ່ນອນຢ່າງເຊັ່ນຕາບອດຫລືເປັນງ່ອຍແລະພະຍາດທີ່ສາຫັດ. ຢ່າງເຊັ່ນພະຍາດຂີ້ທູດທີ່ບໍ່ຫາຍດ້ວຍຕົວເອງ ເມື່ອປະຊາຊົນໄດ້ຮັບການຖືກຮັກສາໃຫ້ຫາຍຈາກພະຍາດເຫລົ່ານີ້. ເປັນສິ່ງມະຫັດສະຈັນທີ່ປົກກະຕິຈະເກີດຂຶ້ນທັນທີທັນໃດ.
  • ຕົວຢ່າງເຊັ່ນ, ພຣະເຢຊູຊົງຮັກສາປະຊາຊົນເປັນຈຳນວນຫລາຍທີ່ຕາບອດ ເປັນງ່ອຍ ຫລືພະຍາດຕ່າງໆ ແລະພວກເຂົາໄດ້ຫາຍໂດຍທັນທີ.
  • ພວກສາວົກກໍຮັກສາປະຊາຊົນໃຫ້ຫາຍດ້ວຍການອັດສະຈັນເຊັ່ນກັນ, ເຊັ່ນເປໂຕເຮັດໃຫ້ຄົນງ່ອຍສາມາດຍ່າງໄດ້ທັນທີ.

ກ່າວ​ຫາ, ຂໍ້​ຫາ, ຜູ້​ກ່າວ​ຫາ

ນິຍາມ

ຄຳວ່າ "ກ່າວຫາ" ແລະ "ຂໍ້ຫາ" ໝາຍເຖິງການ​ກ່າວ​ໂທດ​ຄົນອື່ນໃນການເຮັດສິ່ງຜິດ. ບຸກຄົນທີ່ກ່າວຫາຄົນອື່ນຄື "ຜູ້ກ່າວຫາ."

  • ການກ່າວຫາບໍ່ຖືກ ຄືການກ່າວຫາບາງຄົນໂດຍບໍ່ເປັນຄວາມຈິງ, ເຊັ່ນເວ​ລາທີ່ພ​ຣະເຢຊູຖືກ​ກ່າວຫາແບບ​ຜິດ​ວ່າໄດ້ກະທຳຄວາມຜິດໂດຍພວກຜູ້ນຳຄົນຢິວ.
  • ​ໃນ​ປື້ມພຣະຄັມພີ ​ພຣ​ະ​ນີ​ມິດ​ຂອງພັນທະສັນຍາໃໝ່, ຊາຕານຖືກເອີ້ນວ່າ "ຜູ້ກ່າວຫາ."

ກ້າຫານ, ທຳດ້ວຍຄວາມກ້າຫານ

ນິຍາມ

ຄຳວ່າ "ກ້າຫານ" ກ່າວເຖິງການປະເຊີນໜ້າຢ່າງກ້າຫານ ຫຼື ກະທຳສິ່ງໃດໆທີ່ຍາກ, ໜ້າຢ້ານ, ຫຼືອັນຕະລາຍ.

  • ຄຳວ່າ, "ກ້າຫານ" ໝາຍເຖິງຄົນທີ່ສະແດງຄວາມກ້າຫານ, ຜູ້ທີ່ທຳໃນສິ່ງທີ່ຖືກຕ້ອງ ແມ່ນໃນຂະນະທີ່ຮູ້ສຶກຢ້ານ ຫຼືຖືກກົດດັນໃຫ້ເຊົາເຮັດ.
  • ຄົນສະແດງຄວາມກ້າຫານເມື່ອປະເຊີນຄວາມເຈັບປວດທາງອາລົມຫຼືຮ່າງກາຍດ້ວຍຄວາມເຂັ້ມແຂງແລະຄວາມພຽນ.
  • ສຳນວນ "ກ້າເຂົ້າໄວ້" ໝາຍເຖິງ, "ບໍ່ຕ້ອງຢ້ານ" ຫຼື "ໝັ້ນໃຈວ່າສິ່ງຕ່າງໆຈະດີຂຶ້ນ."
  • ເມື່ອໂຢຊວຍກຳລັງຕຽມພ້ອມທີ່ຈະເຂົ້າໄປໃນແຜ່ນດິນການາອານທີ່ອັນຕະລາຍ, ໂມເຊໄດ້ແນະນຳເຂົາໃຫ້ "ເຂັ້ມແຂງແລະກ້າຫານ."
  • ຄຳວ່າ "ກ້າຫານ" ອາດແປວ່າ "ກ້າຫານ" ຫຼື "ບໍ່ຢ້ານ" ຫຼື

"ໃຈກ້າ."

  • ມີຄວາມໝາຍ, "ກ້າຫານ" ກໍແປໄດ້ວ່າ, "ເຂັ້ມແຂງທາງອາລົມ" ຫຼື "ໝັ້ນໃຈ" ຫຼື "ໝັ້ນຄົງ." ທັງນີ້ຂຶ້ນຢູ່ກັບສະຖານະການນັ້ນໆ
  • "ເວົ້າດ້ວຍຄວາມກ້າຫານ" ອາດແປໄດ້ວ່າ, "ເວົ້າຢ່າງກ້າຫານ"

ຫຼື "ເວົ້າໂດຍບໍ່ຢ້ານ" ຫຼື "ເວົ້າຢ່າງໝັ້ນໃຈ."


ກ້າຫານ, ຢ່າງກ້າຫານ, ຄວາມກ້າຫານ

ນິຍາມ

ຂໍ້ກຳນົດເຫຼົ່ານີ້ທັງໝົດແມ່ນເວົ້າເຖິງຄວາມກ້າຫານແລະຄວາມ ໝັ້ນໃຈໃນການເວົ້າຄວາມຈິງແລະເຮັດສິ່ງທີ່ຖືກຕ້ອງເຖິງແມ່ນ ວ່າມັນຈະຫຍຸ້ງຍາກຫລືເປັນອັນຕະລາຍກໍ່ຕາມ.

  • ບຸກຄົນທີ່“ ກ້າຫານ” ບໍ່ຢ້ານທີ່ຈະເວົ້າແລະເຮັດສິ່ງທີ່ດີແລະຖືກ ຕ້ອງ, ລວມທັງການປ້ອງກັນຄົນທີ່ຖືກຂົ່ມເຫັງ. ສິ່ງນີ້ອາດຈະຖືກແປວ່າ "ກ້າຫານ" ຫລື "ບໍ່ມີຄວາມຢ້ານກົວ."
  • ໃນພຣະຄຳພີໃໝ່, ພວກສາວົກໄດ້ສືບຕໍ່“ ກ້າຫານ” ປະກາດກ່ຽວກັບພຣະຄຣິດໃນສະຖານທີ່ສາທາລະນະ, ເຖິງວ່າຈະມີອັນຕະລາຍທີ່ຈະຖືກຄຸກຫລືຖືກຂ້າ. ສິ່ງນີ້ອາດຈະຖືກແປວ່າ "ດ້ວຍຄວາມໝັ້ນໃຈ" ຫລື "ດ້ວຍຄວາມກ້າຫານທີ່ເຂັ້ມແຂງ" ຫລື "ຢ່າງກ້າຫານ."
  • “ ຄວາມກ້າຫານ” ຂອງສາວົກເລີມຕົ້ນໆເຫລົ່ານີ້ໃນການເວົ້າຂ່າວດີກ່ຽວກັບການຕາຍຂອງພຣະຄຣິດເທິງໄມ້ກາງແຂນສົ່ງຜົນໃຫ້ຂ່າວປະເສີດແຜ່ຂະຫຍາຍໄປທົ່ວປະເທດອິດສະລາ ແອນ ແລະບັນດາປະເທດໃກ້ຄຽງແລະສຸດທ້າຍ, ຈົນເຖິງທົ່ວໂລກ. "ກ້າຫານ" ຍັງສາມາດຖືກແປເປັນ "ຄວາມກ້າຫານທີ່ຫມັ້ນໃຈ."

ກຳຍານ

ນິຍາມ

ກຳຍານຄືນ້ຳຫອມເຄື່ອງເທດທີ່ທຳມາຈາກຢາງຂອງຕົ້ນໄມ້.ໃຊ້ເພື່ອທຳນ້ຳຫອມແລະທູບ.

  • ໃນສະໄໝພຣະຄັມພີ, ກຳຍານເປັນເຄື່ອງເທດທີ່ສຳຄັນທີ່ຖືກໃຊ້ເພື່ອຕຽມອາບສົບກ່ອນເອົາໄປຝັງ.
  • ເຄື່ອງເທດນີ້ມີຄຸນຄ່າໃນການຮັກສາ ແລະສ້າງບັນຍາກາດທີ່ຜ່ອນຄາຍ.
  • ເມື່ອໂຫລາຈານໄດ້ເດີນທາງມາຈາກທິດຕາເວັນອອກ ເພື່ອມາຫາພຣະກຸມມານເຢຊູທີ່ເມືອງເບດເລເຮັມ, ກຳຍານຄືຂອງຂວັນນຶ່ງໃນສາມ ທີ່ພວກເຂົານຳມາຖວາຍພຣະອົງ.

ກຳມະຖັນ

ນິຍາມ

ກຳມະຖັນແມ່ນສານສີເຫລືອງທີ່ກາຍເປັນທາດແຫຼວທີ່ເຜົາຜານເມື່ອຖືກເຜົາ.

  • ກຳມະຖັນຍັງມີກິ່ນທີ່ເໝັນແຮງຄືກັບກິ່ນຂອງໄຂ່ເນົ່າ.
  • ໃນພຣະຄຳພີ, ການເຜົາກຳມະຖັນແມ່ນສັນຍາລັກຂອງການພິພາກສາຂອງພຣະເຈົ້າຕໍ່ຄົນທີ່ບໍ່ຊອບທຳແລະກະບົດ.
  • ໃນສະໄໝຂອງໂລດ, ພຣະເຈົ້າໄດ້ສົ່ງຝົນໄຟແລະກຳມະຖັນໃສ່ເມືອງທີ່ຊົ່ວຮ້າຍຂອງເມືອງໂຊໂດມແລະເມືອງໂຄໂມຣາ.
  • ໃນສະບັບພະຄຳພີອັງກິດບາງສະບັບ, ກຳມະຖັນຖືກເອີ້ນວ່າ "ສານກຳມະຖັນ," ຊຶ່ງຫມາຍຄວາມວ່າ "ກ້ອນຫີນລຸກໂໝ້ຢູ່".

ຄຳແນະນຳໃນການແປ

  • ການແປຄຳນີ້ທີ່ເປັນໄປໄດ້ຂອງຄຳສັບນີ້ອາດປະກອບມີ, "ກ້ອນຫີນສີເຫລືອງທີ່ໄໝ້" ຫລື "ຫີນທີ່ມີສີເຫລືອງ".

ກຳໄລ, ໄດ້ຜົນປະໂຫຍດ

ນິຍາມ

ໂດຍທັ່ວໄປຄຳວ່າ "ກຳໄຣ" ແລະ "ໄດ້ຜົນປະໂຫຍດ" ອ້າງເຖິງການຮັບສິ່ງທີ່ດີຜ່ານທາງການກະທຳບາງຢ່າງຫລືການປະພຶດ ອ້າງເຖິງສິ່ງທີ່ດີທີ່ໄດ້ຮັບ ບາງສິ່ງຈະ "ໄດ້ຜົນປະໂຫຍດ" ຕໍ່ໃຜບາງຄົນຖ້າມັນນຳສິ່ງທີ່ດີສູ່ພວກເຂົາຫລືຖ້າມັນຊ່ວຍພວກເຂົາໃຫ້ນຳສິ່ງທີ່ດີໄປໃຫ້ຄົນອື່ນ

  • ສະເພາະຢ່າງຢິ່ງ ຄຳວ່າ "ກຳໄຣ" ຫລາຍເທື່ອອ້າງເຖິງເງີນທີ່ໄດ້ຮັບຈາກການເຮັດທຸລະກິດ ທຸລະກິດນັ້ນ "ໄດ້ຜົນປະໂຫຍດ" ຖ້າຫາກໄດ້ຮັບເງີນຫລາຍກວ່າໃຊ້ຈ່າຍ
  • ການກະທຳນັ້ນມີປະໂຫຍດຖ້າຫາກພວກເຂົານຳສິ່ງທີ່ດີໄປສູ່ຄົນທັງປວງ
  • 2 ຕິໂມທຽວ 3:16 ກລ່າວວ່າພະວົດນະທຸກຕອນ" ມີປະໂຫຍດ" ສຳລັບການແກ້ໄຂແລະການຝຶກຄົນໃນທາງຄວາມຊອບທຳ ນີ້ໝາຍເຖິງຄຳສອນຂອງພະຄັມພີ ຊ່ວຍແລະມີປະໂຫຍດສຳລັບການສອນຄົນໃຫ້ຢູ່ໃນນ້ຳພະທັຍຂອງພະເຈົ້າ

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບສະຖານະການ, ຄຳວ່າ "ກຳໄຣ" ສາມາດແປລວ່າ "ປະໂຫຍດ" ຫລື "ຊ່ວຍ" ຫລື "ໄດ້ຮັບ"
  • ຄຳວ່າ "ໄດ້ຜົນປະໂຫຍດ" ສາມາດແປວ່າ "ເປັນປະໂຫຍດ" ຫລື "ເປັນຜົນດີີ" ຫລື "ຊ່ວຍ"
  • "ໄດ້ກຳໄຣຈາກ" ບາງສິ່ງສາມາດແປວ່າ "ໄດ້ປະໂຫຍດຈາກ" ຫລື "ໄດ້ຮັບເງີນຈາກ" ຫລື ໄດ້ຮັບການຊ່ວຍເຫລືອຈາກ"
  • ໃນທາງຂອງທຸລະກິດ "ກຳໄຣ" ສາມາດແປດ້ວຍຄຳ ຫລືປະໂຫຍກທີ່ໝາຍຄວາມວ່າ "ເງີນໄດ້ຮັບ" ຫລື"ເງີນສ່ວນທີ່ເກີນ" ຫລື "ເງີນພິເສດ"

ກິນ

ນິຍາມ

ຄຳວ່າ "ກິນ" ຕາມຕົວໜັງສືໝາຍເຖິງການກິນບາງຢ່າງ. ມີຄວາມໝາຍເປັນຄຳອຸປະມາຫຼາຍໆ ຢ່າງ

  • ໃນພຣະຄໍາພີ, ຄຳວ່າ "ກິນ" ມັກໝາຍເຖິງການທຳລາຍສິ່ງຂອງ ຫລື ປະຊາຊົນ.
  • ໄຟກໍສາມາດເວົ້າໄດ້ວ່າມັນກິນສິ່ງຂອງຕ່າງໆ, ຊຶ່ງໝາຍຄວາມວ່າມັນໄດ້ທຳລາຍໂດຍການເຜົາໄໝ້.
  • ພຣະເຈົ້າອະທິບາຍເປັນເໝືອນກັບ "ໄຟທີ່ເຜົາໄໝ້," ຊຶ່ງເປັນຄຳອະທິບາຍຄວາມຮ້າຍຂອງພຣະອົງຕໍ່ບາບ. ຄວາມຮ້າຍຂອງພຣະອົງເປັນເຫດໃຫ້ຄົນບາບທີ່ບໍ່ກັບໃຈຢ້ານກົວຕໍ່ການລົງໂທດ.
  • ການກິນອາຫານໝາຍເຖິງການກິນແລະດື່ມບາງສິ່ງ.
  • ຄຳທີ່ວ່າ, "ກິນແຜ່ນດິນ" ຄວນຈະແປວ່າ " ທຳລາຍແຜ່ນດິນ."

ຄຳແນະນຳໃນການແປ

  • ໃນບໍກໍລະນີຂອງການກິນແຜ່ນດິນຫຼືປະຊາຊົນ, ຄຳນີ້ຄວນຈະແປວ່າ "ເປັນການທຳລາຍ."
  • ເມື່ອໄຟໃຊ້ເວົ້າໃນການ "ກິນ" ຄວນຈະແປວ່າ "ໄໝ້" .
  • ພຸ່ມໄມ້ທີ່ໄຟລຸກທີ່ໂມເຊເຫັນ " ຄືບໍ່ໄຫມ້ " ທີ່ນີ້ຄວນຈະແປວ່າ,

" ບໍ່ໄດ້ຖືກເຜົາໄມ້ " ຫຼື " ບໍ່ເຜົາໄໝ້."

  • ເມື່ອເວົ້າເຖິງການກິນ, "ກິນ" ຄວນຈະແປວ່າ "ກິນ" ຫຼື "ກິນຢ່າງຟ້າວຝັ່ງ."
  • ຖ້າພະລັງຂອງໃຜຖືກກິນໝາຍຄວາມວ່າພະລັງຂອງເຂົາ

ຖືກ "ໃຊ້ໄປໝົດ" ຫຼື "ຫາຍໄປ."

  • ຄຳອະທິບາຍວ່າ "ພຣະເຈົ້າເປັນເໝືອນໄຟໄໝ້" ຄວນຈະແປວ່າ "ພຣະເຈົ້າເປັນເໝືອນໄຟທີ່ເຜົາໄໝ້ສິ່ງຕ່າງໆ" ຫຼື

"ພຣະເຈົ້າຮ້າຍຕໍ່ຄວາມບາບແລະຈະທຳລາຍຄົນບາບເໝືອນ ກັບໄຟ."


ກິນຢ່າງຕະກະ

ນິຍາມ

ຄຳວ່າ “ກິນຢ່າງຕະກະ” ໝາຍເຖິງການກິນຫລືບໍລິໂພກຢ່າງຮຸນແຮງ.

  • ຄຳນີ້ໃຊ້ໃນທາງປ່ຽບທຽບ, ໂປໂລໄດ້ເຕືອນຜູ້ເຊື່ອຢ່າກິນຕະກະເຊິ່ງກັນແລະກັນ, ໝາຍຄວາມວ່າຈະບໍ່ໂຈມຕີຫລືທຳຮ້າຍເຊິ່ງກັນແລະກັນດ້ວຍຄຳເວົ້າຫລືການກະທຳ (ຄາລາເຕຍ 5:15 ).
  • ພ້ອມກັນນັ້ນໃນແງ່ຄິດບວກ, ຄຳວ່າ “ກິນຕະກະ“ ມັກຖືກໃຊ້ກັບຄວາມໝາຍຂອງ “ທຳລາຍໝົດຊິ້ນ“ ຄືກັບເວົ້າເຖິງປະເທດຕ່າງໆທີ່ກຳລັງຈູດເຜົາທຳລາຍອາຄານແລະຜູ້ຄົນ.
  • ຄຳສັບນີ້ຍັງສາມາດຖືກແປເປັນ “ການບໍລິໂພກຢ່າງສົມບູນ“ ຫລື “ທຳລາຍຢ່າງໝົດຊິ້ນ.

ກີບຕີນສັດ, ມີກີບຕີນ, ຫລາຍກີບ

ນິຍາມ

ຄຳນີ້ອ້າງເຖິງວັດສະດຸແຂງທີ່ຄອບຝາຕີນສ່ວນລຸ່ມຂອງສັດບາງຊະນິດເຊັ່ນ ອູດ, ງົວຄວາຍ, ກວາງ, ມ້າ, ລາ ,ໝູ , ງົວ, ແກະ ແລະແບ້.

  • ກີບຕີນສັດຊ່ວຍປ້ອງກັນຕີນເມື່ອເວລາຍ່າງ.
  • ສັດບາງຊະນິດມີກີບຕີນແຍກເປັນສອງກີບແລະສັດຊະນິດອື່ນມີກີບຕີນດຽວ.
  • ພຣະເຈົ້າໄດ້ກ່າວກັບຊາວອິດສະຣາເອນວ່າສັດທີ່ມີສອງກີບແລະສັດຄ້ຽວເອື້ອງຈະຖືວ່າເປັນສັດທີ່ສະອາດໃນການຮັບປະທານ. ສິ່ງນີ້ລວມເຖິງງົວຄວາຍ, ແກະ, ກວາງ, ແລະ ງົວ.

ກຸ່ມປະຊາຊົນ" ຫລື "ກຸ່ມຄົນ,ປະຊາກອນ

ນິຍາມ

ຄຳວ່າ "ກຸ່ມປະຊາຊົນ" ຫລື "ກຸ່ມຄົນ" ອ້າງເຖິງກຸ່ມຄົນຊຶ່ງມີພາສາແລະວັດທະນະທຳທີ່ຄືກັນ. ສ່ວນປະໂຫຍກວ່າ "ປະຊາຊົນ" ອ້າງເຖິງເຫດການທັງໝົດ ຂອງກຸ່ມຄົນໃນສະຖານທີ່ສະເພາະ ຫຼືໃນເຫດການສະເພາະ

  • ການທີ່ພຣະເຈົ້າຊົງແຍກ "ປະຊາຊົນ" ສຳລັບພຣະອົງເອງ ໝາຍເຖິງພຣະອົງຊົງເລືອກປະຊາຊົນໂດຍສະເພາະເພື່ອເປັນຂອງພຣະອົງແລະຮັບໃຊ້ພຣະອົງ
  • ໃນສະໄໝພຣະຄຳພີ ສະມາຊິກທີ່ຢູ່ໃນກຸ່ມຫຼືຊົນຊາດດຽວກັນມັກຈະມີບັນພະບຸລຸດດຽວກັນແລະອາໄສຢູ່ນຳກັນເປັນກຸ່ມໃນປະເທດຫລືດິນແດນໃດດິນແດນໜຶ່ງ
  • ຂຶ້ນຢູ່ກັບກໍ​ລະ​ນີ​ໃນປະໂຫຍກນັ້ນ ເຊັ່ນ "ປະຊາຊົນຂອງທ່ານ" ສາມາດແປວ່າ "ກຸ່ມຄົນຂອງທ່ານ" ຫຼື ຄອບຄົວຂອງທ່ານ" ຫຼື "ເຄືອຍາດຂອງທ່ານ"
  • ຄຳວ່າ "ຫຼາຍເຊື້ອຊາດ" ຫຼາຍເທື່ອຈະໃຊ້ເພື່ອອ້າງເຖິງກຸ່ມຊົນຊາດທຸກຊາດທົ່ວໂລກ ບາງເທື່ອຈະອ້າງເຖິງສະເພາະເຈາະຈົ່ງເຖິງປະຊາຊົນທີ່ບໍ່ແມ່ນຊາວອິດສະລາເອນ ຫຼືບັນດາຄົົນທີ່ບໍ່ໄດ້ຮັບໃຊ້ພຣະຢາເວ ໃນພຣະຄຳພີ ພາສາອັງກິດບາງສະບັບນັ້ນໃຊ້ຄຳວ່າ "ຊົນຊາດ" ໃນຄວາມໝາຍນີ້

ຄຳແນະນຳໃນການແປ

  • ຄຳວ່າ "ກຸ່ມຊົນ" ສາມາດແປໂດຍໃຊ້ອື່ນຊຶ່ງມີຄວາມໝາຍວ່າ "ລຸ່ມເຄືອຍາດຂະໜາດໃຫຍ່" ຫລື "ເຜົ່າພັນ ຫຼື "ຊົນກຸ່ມນ້ອຍ"
  • ປະໂຫຍກ "ປະຊາກອນຂອງເຮົາ" ສາມາດແປອີກຢ່າງໜຶ່ງວ່າ "ຍາດພີ່ນ້ອງຂອງເຮົາ" ຫຼື "ສະຫາຍຊາວອິດສະລາເອນຂອງເຮົາ" ຫຼື "ຄອບຄົວຂອງເຮົາ" ຫຼື "ຊົນຊາດຂອງເຮົາ" ຂຶ້ນຢູ່ກັບກໍ​ລະ​ນີ
  • ຄຳກ່າວວ່າ " ກະທຳໃຫ້ທ່ານທັງຫຼາຍກະຈັດກະຈາຍ ໄປຢູ່ທ່າມກາງຊົນຊາດທັງຫຼາຍ" ສາມາດແປໄດ້ອີກຢ່າງວ່າ "ເຮັດໃຫ້ທ່ານໄປອາໄສຢູ່ກັບກຸ່ມຊົນຕ່າງໆທີ່ແຕກຕ່າງກັນ" ຫຼື "ເຮັດໃຫ້ທ່ານຕ້ອງແຍກຈາກກັນເພື່ອໄປອາໄສຢູ່ທີ່ຕ່າງກັນທັ່ວໂລກ"
  • ຄຳວ່າ "ຫຼາຍເຊື້ອຊາດ" ຫຼື "ປະຊາຊົນ" ສາມາດແປອີກຢ່າງໜຶ່ງໄດ້ວ່າ "ປະຊາກອນໃນໂລກນີ້" ຫລື "ກຸ່ມຊົນຕ່າງໆ" ຂຶ້ນຢູ່ກັບ​ກໍ​ລະ​ນີ​ເໜືອ​ຫາ
  • ປະໂຫຍກທີ່ວ່າ "ປະຊາຊົນຂອງ" ສາມາດແປອີກຢ່າງໄດ້ວ່າ "ປະຊາຊົນເຊີ່ງອາໄສຢູ່ໃນ" ຫຼື "ປະຊາຊົນເຊີ່ງສືບເຊື້ອສາຍມາຈາກ" ຫຼື "ຕະກູນຂອງ" ຂຶ້ນຢູ່ກັບວ່າຈະຕາມດ້ວຍຊື່ສະຖານທີ່ຫຼືຊື່ຄົນ
  • "ບັນດາເຜົ່າພັນຂອງໂລກ" ສາມາດແປອີກຢ່າງໜຶ່ງວ່າ "ທຸກຄົົນທີ່ມີຊີວິດຢູ່ໃນໂລກ" ຫຼື "ບຸກຄົນໃນໂລກ" ຫຼື "ຄົນທັງປວງ"
  • ປະໂຫຍກ "ຄົນ" ສາມາດແປວ່າ "ກຸ່ມປະຊາຊົນ" ຫລື "ປະຊາຊົນນັ້ນ" ຫຼື "ຊຸມຊົນຂອງປະຊາຊົນ" ຫຼື "ຕະກູນຂອງປະຊາຊົນ"

ກົດຂີ່ຂົ່ມເຫັງ, ການກົດຂີ່, ຜູ້ກົດຂີ່ຂົ່ມເຫັງ.

ນິຍາມ

ຄຳວ່າ "ກົດຂີ່ຂົ່ມເຫັງ, ການກົດຂີ່, ຜູ້ກົດຂີ່ຂົ່ມເຫັງ" ອ້າງເຖິງການກະທຳ ຢ່າງຮຸນແຮງ ແລະບໍ່ສຸພາບ ຕໍ່ປະຊາຊົນ. ສ່ວນຄຳວ່າ "ຜູ້ກົດຂີ່ຂົ່ມເຫັງ" ໝາຍເຖິງບຸກຄົນ ຊຶ່ງກົດຂີ່ປະຊາຊົນ.

  • ຄຳວ່າ "ການກົດຂີ່ຂົ່ມເຫັງ" ອ້າງເຖິງສະຖານະການ ຊຶ່ງຜູ້ທີ່ມີອຳນາດ ຫລາຍກວ່າ ປະຕິບັດຕໍ່ປະຊາຊົນ ຢ່າງຊົ່ວຮ້າຍ ຫລືການຈັບ ປະຊາຊົນ ຊຶ່ງຢູ່ໃຕ້ອຳນາດ ຫລືການປົກຄອງ.
  • ຄຳວ່າ "ຜູ້ຖືກກົດຂີ່ຂົ່ມເຫັງ" ອະທິບາຍເຖິງປະຊາຊົນ ຜູ້ກຳລັງຖືກປະຕິບັດຢ່າງຮຸນແຮງ.
  • ຫລາຍເທື່ອ ຊົນຊາດສັດຕູ ແລະຜູ້ປົກຄອງ ທັງຫລາຍກໍເປັນຜູ້ກົດຂີ່ຂົ່ມເຫັງ ຊາວອິສະຣາເອນ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບບໍຣິບົດ, "ກົດຂີ່ຂົ່ມເຫັງ" ສາມາດແປວ່າ "ຖືກກະທຳຢ່າງຮຸນແຮງ" ຫລື "ຖືກເຮັດໃຫ້ຕ້ອງແບກພາລະຢ່າງໜັກ" ຫລື "ເຮັດໃຫ້ຕົກຢູ່ພາຍໃຕ້ ການຖືກບັງຄັບ ດ້ວຍຄວາມທຸກຍາກ" ຫລື "ປົກຄອງດ້ວຍຄວາມໂຫດຮ້າຍ."
  • ການແປຄຳວ່າ "ການກົດຂີ່ຂົ່ມເຫັງ" ສາມາດລວມເຖິງ "ການປາບປາມ ຢ່າງໜັກ ແລະການເປັນຂ້າທາດ" ຫລື "ການການຄວບຄຸມທີ່ເປັນພາລະ."
  • ຄຳເວົ້າທີ່ວ່າ "ຄົົນທີ່ຖືກກົດຂີ່" "ຄົນຖືກບີບບັງຄັບ" ສາມາດແປໄດ້ອີກຢ່າງວ່າ "ປະຊາກອນທີ່ຖືກກົດຂີ່" ຫລື "ປະຊາກອນເຊິ່ງຢູ່ພາຍໃຕ້ການບີບບັງຄັບ ອັນໜັກໜ່ວງ" ຫລື "ຜູ້ຊຶ່ງຖືກກະທຳຢ່າງໂຫດຮ້າຍ."
  • ຄຳວ່າ "ຜູ້ກົດຂີ່" ສາມາດແປອີກຢ່າງໄດ້ວ່າ "ຄົນຊຶ່ງກົດຂີ່ຂົ່ມເຫັງ" ຫລື "ປະຊາຊາດທີ່ບີບບັງຄັບ ແລະປົກຄອງດ້ວຍຄວາມໂຫດຮ້າຍ" ຫລື "ຜູ້ຂົ່ມເຫັງ."

ກົດໝາຍ, ຫຼັກການ

ນິຍາມ

" ກົດໝາຍ " ຄືກົດຂໍ້ບັງຄັບທາງດ້ານກົດໝາຍທີ່ຖືກຂຽນເອົາໄວ້ແລະບັງຄັບໃຊ້ໂດຍຜູ້ມີສິດອຳນາດ. " ຫຼັກການ " ຄືແນວທາງສຳລັບການຕັດສິນໃຈ ແລະ ພຶດຕິກຳ.

  • ທັງ " ກົດໝາຍ " ແລະ " ຫຼັກການ " ສາມາດອ້າງອີງເຖີງກົດໂດຍທົ່ວໄປ ຫຼື ຄວາມເຊື່ອທີ່ຊີ້ນຳເຖີງພຶດຕິກຳຂອງບຸກຄົນ.
  • ຄວາມໝາຍຂອງ " ກົກໝາຍ " ໃນທີ່ນີ້ແຕກຕ່າງຈາກຄວາມໝາຍຂອງຄຳວ່າ " ກົດບັນຍັດຂອງໂມເຊ." ບ່ອນທີ່ໝາຍເຖິງຄຳສັ່ງ ແລະ ຄຳເເນະນຳທີ່ພຣະເຈົ້າໄດ້ມອບໃຫ້ກັບອິສຣາເອນ.
  • ເມື່ອກົດໝາຍທົ່ວໄປຖືກອ້າງອີງເຖີງໂດຍ " ກົດໝາຍ" ສາມາດແປວ່າ " ຫຼັກການ " ຫຼື " ກົດໝາຍທົ່ວໄປ. "

ກ່ຽວກັບກະສັດ, ກ່ຽວກັບຣາດຊະວົງ

ນິຍາມ

ຄຳວ່າ "ກ່ຽວກັບກະສັດ" ອະທີບາຍເຖິງຄົນຫຼືສິ່ງຂອງທີ່ກ່ຽວຂ້ອງກັບກະສັດຫຼືຣາຊີນີ.

  • ຕົວຢ່າງສິ່ງຂອງທີ່ຮຽກໄດ້ວ່າ "ກ່ຽວກັບກະສັດ" ລວມໄປເຖິງເສື້ອຜ້າຂອງກະສັດ, ຣາດຊະວັງ, ບັນລັງ,ຫຼືມຸງກຸດ.
  • ກະສັດຫຼືຣາຊີນີໂດຍທົ່ວໄປແລ້ວຈະຢູ່ໃນພຣະຣາຊະວັງ.
  • ກະສັດຈະສວມໃສ່ເສື້ອຜ້າພິເສດ ບາງທີຈະຮຽກວ່າ "ເສື້ອຄຸມກະສັດ" ຫຼາຍໆຄັ້ງເສື້ອຄຸມຂອງກະສັດຈະເປັນສີມ່ວງ ຊຶ່ງຫາຍາກແລະເປັນສີຍ້ອມຊະນິດແພງ.
  • ໃນພັນທະສັນຍາໃໝ່ ຜູ້ເຊື່ອໃນພຣະເຢຊູ ຖືກເອີ້ນມາ "ຣາຊະປະໂຣຫິດ" ວິທີອື່ນທີ່ຈະແປຄຳນີ້ສາມາດລວມເຖິງ "ປະໂຣຫິດ ຜູ້ບົວລະບັດພຣະເຈົ້າອົງກະສັດ" ຫຼືຜູ້ຖືກເອີ້ນມາໃຫ້ເປັນປະໂຣຫິດເພື່ອພຣະເຈົ້າອົງກະສັດ.
  • ຄຳວ່າ "ກ່ຽວກັບກະສັດ" ສາມາດແປໄດ້ວ່າ "ກ່ຽວກັບຣາຊະວົງ" ຫຼື "ເປັນຂອງກະສັດ."

ເກງກົວ, ໜ້າເກງກົວ

ນິຍາມ

ຄຳວ່າ " ເກງກົວ " ໝາຍເຖິງຄວາມຮູ້ສຶກທີ່ປະຫລາດໃຈແລະບັບຖືຢູ່ເລິກໆ, ທີ່ເກີດຂຶ້ນເພາະການເຫັນສິ່ງທີ່ຍິ່ງໃຫຍ່, ມີອຳນາດຫລາຍແລະອາລັງການ.

  • ຄຳວ່າ " ໜ້າເກງຂາມ " ບັນລະຍາຍເຖິງບາງຄົນຫລືບາງສິ່ງທີ່ເຮັດໃຫ້ເກີດຄວາມຮູ້ສຶກເກງກົວ.
  • ນິມິດແຫ່ງພຣະສະຫງ່າຣາສີຂອງພຣະເຈົ້າທີ່ຜູ້ເຜີຍພຣະວະຈະນະເອ

ເຊກຽນໄດ້ເຫັນນັ້ນ "ໜ້າເກງຂາມ " ຫລື " ທຳໃຫ້ເກີດຄວາມເກງກົວ "

  • ການຕອບສະໜອງຂອງມະນຸດທົ່ວໄປຕໍ່ການສະແດງຄວາມຍິ່ງໃຫຍ່ແຫ່ງການຊົງສະຖິດຂອງພຣະເຈົ້າລວມໄປເຖິງ ຄວາມກົວ, ການກົ້ມກາບ,ຫລືຄຸເຂົ່າລົງ ການປິດໜ້າແລະສັ່ນຢ້ານກົວ.

ເກັບກ່ຽວ ຫລື ການເກັບກ່ຽວ

ນິຍາມ

ຄຳວ່າ "ການເກັບກ່ຽວ" ອ້າງເຖິງການລວບລວມໝາກໄມ້ສຸກຫລືພືດຜັກຈາກສວນທີ່ພືດນັ້ນຈະເລີນເຕີບໂຕ.

  • ເວລາຂອງການເກັບກ່ຽວມັກຈະເກີດຂຶ້ນໃນຕອນທ້າຍຂອງລະດູແຫ່ງການຈະເລີນເຕີບໂຕ.
  • ຊາວອິດສະຣາເອນໄດ້ຈັດ "ເທດການແຫ່ງການເກັບກ່ຽວ" ຫລື "ເທດການແຫ່ງການເກັບພືດຜົນ" ເພື່ອສະຫລອງການເກັບກ່ຽວພືດຜົນທີ່ໃຊ້ເປັນອາຫານ. ພຣະເຈົ້າໄດ້ຊົງບັນຊາໃຫ້ພວກເຂົາຖວາຍຜົນທຳອິດຂອງພືດຜົນເຫລົ່ານີ້ເພື່ອເປັນເຄື່ອງບູຊາແດ່ພຣະອົງ.
  • ໃນຄວາມໝາຍເຊີງປຽບທຽບ ຄຳວ່າ "ການເກັບກ່ຽວ" ສາມາດອ້າງເຖິງການທີ່ຄົນມາເຊື່ອໃນພຣະເຢຊູຫລືອາດຈະອະທິບາຍການຈະເລີນເຕີບໂຕໃນຝ່າຍວິນຍານຂອງບຸກຄົນ.
  • ແນວຄິດເລື່ອງການເກັບກ່ຽວພືດຜົນຝ່າຍວິນຍານເຂົ້າກັນໄດ້ກັບພາບໃນເຊີງອຸປະມາອຸປະໄມຂອງໝາກໄມ້ທີ່ເປັນພາບຂອງຄຸນລັກສະນະທາງບຸກຄະລິກລັກສະນະທີ່ມີຄຸນນະພາບໃນທາງຂອງພຣະເຈົ້າ.

ຄຳແນະນຳໃນການແປ

  • ຈະເປັນການດີທີ່ສຸດທີ່ຈະແປຄຳນີ້ດ້ວຍຄຳທີ່ໃຊ້ກັນທົ່ວໄປໃນພາສາເພື່ອຈະສື່ຄວາມໝາຍເຖິງການເກັບກ່ຽວພືດຜົນ.
  • ເຫດການຂອງການເກັບກ່ຽວອາດຈະແປໄດ້ວ່າ, "ເວລາແຫ່ງການເກັບກ່ຽວ" ຫລື "ເວລາເກັບກ່ຽວພືດຜົນ" ຫລື "ເວລາເກັບຜົນ."
  • ຄຳກິລິຍາ "ເກັບກ່ຽວ" ສາມາດແປໄດ້ວ່າ, "ເກັບລວບລວມ" ຫລື "ເກັບມາ" ຫລື "ລວບລວມ."

ເກັບກ່ຽວ, ຜູ້ເກັບກ່ຽວ

ນິຍາມ

ຄຳວ່າ "ກ່ຽວ" ໝາຍເຖິງການເກັບກ່ຽວໝາກຜົນເຊັ່ນ ເມັດ. " ຜູ້ເກັບກ່ຽວ" ເປັນຄົນທີ່ເກັບກ່ຽວຜົນລະປູກ.

  • ໂດຍທົ່ວໄປ ຜູ້ເກັບກ່ຽວພືດຜົນທີ່ປູກດ້ວຍມື. ເຊັ່ນ ການດຶງລຳຕົ້ນຂື້ນຫຼື ການຕັດດ້ວຍເຄື່ອງມືທີ່ຄົມ.
  • ແນວຄິດຂອງການເກັບກ່ຽວຜົນທີ່ປູກມັກນຳມາໃຊ້ປຽບທຽບການບອ ກຄົນທັງຫຼາຍເຖິງເລື່ອງຂ່າວປະເສີດຂອງພຣະເຢຊູແລະນຳເຂົາມາຢູ່ໃນຄອບຄົວຂອງພຣະເຈົ້າ.
  • ຄຳວ່າເກັບກ່ຽວຍັງໃຊ້ໃນທາງປຽບທຽບເພື່ອອ້າງເຖິງຜົນຮັບທີ່ໄດ້ມາຈາກການກະທຳຂອງບຸກຄົນກໍເໝືອນກັນກັບຄຳເວົ້າທີ່ວ່າ " ມະນຸດຈະເກັບກ່ຽວພືດຜົນທີ່ເຂົາປູກໄວ້" ເບີ່ງ See: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)
  • ວິທີອື່ນໆທີ່ຈະແປຄຳວ່າ "ເກັບກ່ຽວ" ແລະ "ຜູ້ເກັບກ່ຽວ" ຊຶ່ງສາມາດຮ່ວມເຖິງ "ການກ່ຽວເກັບ" ຫຼື "ຜູ້ທີ່ກ່ຽວເກັບ"(ຫຼື ບຸກຄົນຜູ້ທີ່ກ່ຽວເກັບ").

ເກັບຮວງເຂົ້າຫລົ່ນລົງ

ນິຍາມ

ຄຳວາ່ "ເກັບຮວງເຂົ້າທີ່ຫລົ່ນລົງ "ໝາຍຄວາມວ່າການເຂົ້າໄປໃນໄຮ່ນາເພື່ອເກັບເມັດເຂົ້າໃດໆ ກໍຕາມຫລືຜົນລະໄມ້ທີ່ຄົນເກັບກ່ຽວໄດ້ເຫລືອຖິ້ມໃວ້.

  • ພຣະເຈົ້າຊົງບອກໃຫ້ຊົນຊາດອິສະຣາເອນປ່ອຍຍິງໝ້າຍ,ຄົນທູກຈົນ,ແລະຄົນຕ່າງຊາດເກັບລວບລວມເມັດເຂົ້າທີ່ຕົກໄວ້ເພື່ອຕຽມອາຫານສຳລັບຕົວເຂົາເອງ.
  • ບາງຄັ້ງເຈົ້າຂອງນາຈະໃຫ້ຄົນເກັບເຂົ້າທີ່ຫລົ່ນລົງດິນຕາມຫລັງຄົນເກັບກ່ຽວເພື່ອລວບລວມ,ນັ້ນເຮັດໃຫ້ພວກເຂົາສາມາດເກັບຮວງເຂົ້າທີ່ຫລົ່ນລົງໄດ້ຫລາຍຂື້ນ.
  • ຕົວຢ່່າງທີ່ເຫັນໄດ້ຄັກແນ່ໃນເລື້ອງນີ້ຄືໃນເລື້ອງຂອງນາງຣຸດ, ທີ່ນາງຮັບອະນຸຍາດໃຫ້ເກັບຮວງເຂົ້າຫລົ່ນລົງທ່າມກາງຄົນເກັບກ່ຽວໃນນາຂອງໂບອາດ.
  • ອີກທາງໃນແປຄຳວ່າ "ເກັບຮວງເຂົ້າທີ່ຫລົ່ນ," ສາມາດເປັນຄຳວ່າ "ເກັບ" ຫລື "ລວບລວມ" ຫລື "ເກັບສະສົມ."

ເກີບແຕະ

ນິຍາມ

ເກີບແຕະຄືເກີບແບບທຳມະດາທົ່ວໄປທີສຸບເຂົ້າໄປທີ່ຕີນດ້ວຍສາຍຮັດຮອບຕີນຫລືຂໍ້ຕີນ ເກີບແຕະໃຊ້ສຸບໃສ່ທັງຜູ້ຊາຍແລະຜູ້ຍິງ

  • ບາງຄັ້ງເກີບແຕະຍັງໃຊ້ໃນການຍີນຍັນການຊື້ຂາຍຕາມກົດຫມາຍ ເຊັ່ນການຂາຍຊັບສິນໂດຍຜູ້ຂາຍຄົນຫນື່ງຖອດເກີບແຕະແລະເອົາໃຫ້ອີກຄົນຫນື່ງ
  • ການຖອດເກີບຫລືເກີບແຕະເປັນສັນຍານຂອງການເຄົາລົບແລະຄວາມນັບຖືສະເພາະຢ່າງຍິ່ງເມື່ອຢູ່ສະເພາະພຣະພັກພຣະເຈົ້າ
  • ໂຢຮັນກ່າວວ່າເພິ່ນບໍສົມຄວນຈະແກ້ແມ່ນແຕ່ສາຍຮັດເກີບຂອງພຣະເຢຊູ ຊື່ງເປັນງານຂອງຄົນຮັບໃຊ້ທີ່ຕ່ຳກວ່າຫລືທາດ

ແກ

ນິຍາມ

ຄຳວ່າ "ແກ" ອ້າງເຖິງເຄື່ອງມືໃນການບັນເລງດົນຕີຫລືເອີ້ນຄົນມາຊຸມນຸມກັນເພື່ອປະກາດຫລືເຮັດການປະຊຸມ.

  • ແກໂດຍທົ່ວໄປເຮັດຈາກໂລຫະ, ເປືອກຫອຍ, ຫລືເຂົາສັດ.
  • ແກໄດ້ຖືກເປົ່າຫລາຍທີ່ສຸດເພື່ອເອີ້ນຄົນມາລວມກັນເພື່ອສູ້ຮົບແລະເພື່ອການຊຸມນຸມສາທາລະນະຂອງອິດສະຣາເອນ
  • ພຣະທຳພຣະນິມິດອະທິບາຍເຖິງສາກໃນຕອນຈົບທີ່ທູດສະຫວັນເປົ່າແກຂອງພວກເຂົາເພື່ອສົ່ງສັນຍານການເທພຣະພິໂລດຂອງພຣະເຈົ້າເທິງແຜ່ນດິນໂລກ.

ແກ້ແຄ້ນໃຫ້, ແກ້ແຄ້ນ, ການແກ້ແຄ້ນ

ນິຍາມ

ຄຳວ່າ " ແກ້ແຄ້ນໃຫ້ " ຫລື " ຈັດການແກ້ແຄ້ນ " ຫລື " ດຳເນີນການໆແກ້ແຄ້ນ " ເປັນການລົງໂທດບາງຄົນເພື່ອເປັນການຕອບແທນສຳລັບສິ່ງຊົ່ວຮ້າຍທີ່ເຂົາໄດ້ກະທຳ ການກະທຳໃນການແກ້ແຄ້ນໃຫ້ ຫລືເຮັດການແກ້ແຄ້ນຄື " ການແກ້ແຄ້ນ. "

  • ເມື່ອເວົ້າເຖິງຜູ້ຄົນ ສຳນຽງທີ່ວ່າ, " ຈັດການແກ້ແຄ້ນ " ຫລື " ກະທຳການແກ້ແຄ້ນ " ປົກກະຕິກ່ຽວຂອງກັບຄວາມຕ້ອງທີ່ຈະໂຕ້ຕອບຄືນແກ່ຄົນທີ່ໄດ້ທຳໃນສິ່ງຊົ່ວຮ້າຍ.
  • ເມື່ອພຣະເຈົ້າ " ຊົງຈັດການໆແກ້ແຄ້ນ " ຫລື " ຊົງກະທຳການໆແກ້ແຄ້ນ " ພຣະອົງຊົງກະທຳດ້ວຍຄວາມຊອບທັມ ເພາະວ່າພຣະອົງຊົງກຳລັງລົງໂທດຄວາມບາບແລະການກະບົດ.

ຂໍ້ແນະນຳໃນການແປ

  • ຄຳວ່າ "ແກ້ແຄ້ນໃຫ້ " ບາງຄົນອາດຈະເວົ້າວ່າ " ເພື່ອແກ້ໄຂໃນສິ່ງທີ່ຜິດໃຫ້ຖືກຕ້ອງ "ຫລື " ເພື່ອໃຫ້ມີຄວາມຍຸຕິທັມ."
  • ເມື່ອເວົ້າເຖິງມະນຸດ "ຈັດການແກ້ແຄ້ນ " ອາດໝາຍຄວາມວ່າ " ການແກ້ແຄ້ນເອົາຄືນ " ຫລື " ທຳຮ້າຍເພື່ອເປັນການລົງໂທດ " ຫລື " ໂຕ້ຕອບກັບ."
  • " ການແກ້ແຄ້ນ "ອາດຈະແປໄດ້ອີກວ່າ, " ການລົງໂທດ " ຫລື " ການລົງໂທດບາບ " ຫລື " ການຕອບແທນສຳລັບການກະທຳຜິດ, " ຖ້າຫາກຄຳນັ້ນມີຄວາມໝາຍວ່າ " ການຕອບແທນ " ກໍຈະໃຊ້ສຳລັບມະນຸດເທົ່ານັ້ນ ທັງນີ້ຂື້ນຢູ່ກັບກໍລະນີນັ້ນໆ.
  • ເມື່ອພຣະເຈົ້າຊົງສັ່ງວ່າ " ຈັດການໆ ແກ້ແຄ້ນຂອງເຮົາ " ຄຳນີ້ອາດຈະແປໄດ້ວ່າ " ລົງໂທດພວກເຂົາສຳລັບການທຳຜິດຕໍ່ຕ້ານເຮົາ " ຫລື " ທຳໃຫ້ສິ່ງຊົ່ວຮ້າຍເກີດຂຶ້ນເພາະພວກເຂົາໄດ້ກະທຳບາບຕໍ່ເຮົາ."
  • ເມື່ອເວົ້າເຖິງການແກ້ແຄ້ນຂອງພຣະເຈົ້າ, ໃຫ້ແນ່ໃຈວ່າພຣະເຈົ້າຊົງກະທຳການຢ່າງຖືກຕ້ອງໃນການລົງໂທດບາບ.

ແກບ

ນິຍາມ

ແກບຄືເປືອກທີ່ຫຸ້ມຫໍ່ເມັດເຂົ້າ ແກບບໍ່ດີສຳຫລັບເປັນອາຫານ ດັ່ງນັ້ນ ຄົນຈຶ່ງແຍກແກບອອກຈາກເມັດເຂົ້າ ແລະໂຍນຖິ້ມໄປ

  • ຫລາຍເທື່ອທີ່ແກບຖືກແຍກອອກຈາກເມັດເຂົ້າໂດຍການຝັດສ່ວນຫົວຂອງເມັດຂຶ້ນໄປເທິງອາກາດ ລົມຈະພັດເອົາແກບອອກໄປ ແລະເມັດຈະຕົກລົງທີ່ພື້ນດິນ ຂະບວນການນີ້ເອີ້ນວ່າ "ຝັດຮ່ອນ"
  • ໃນພຣະຄຳພີ ຄຳນີ້ໃຊ້ເປັນຄຳປຽບທຽບ ທີ່ຫມາຍເຖິງຄົນຊົ່ວຮ້າຍ ຫລືສິ່ງທີ່ຊົ່ວຮ້າຍແລະໄຮ່ຄ່າ

ໂກດຮ້າຍ, ໂມໂຫ, ພຣະພິໂຣດ

ນິຍາມ

ການ "ໂກດຮ້າຍ" ຫຼື "ໂມໂຫ" ໝາຍເຖິງການບໍ່ພໍໃຈຢ່າງແຮງ ຫງຸດຫງິດແລະບໍ່ພໍໃຈໃນບາງຢ່າງຫຼືໃນບາງຄົນ.

  • ເມື່ອມະນຸດໂກດຮ້າຍ ມັກຈະເປັນຄວາມບາບແລະເຫັນແກ່ຕົວ ແຕ່ບາງຄັ້ງກໍເປັນການໂກດຮ້າຍທີ່ຊອບທັມຕໍ່ສູ້ກັບຄວາມອະຍຸດຕິທັມຫຼືການກົດຂີ່ຂົ່ມເຫັງ.
  • ຄວາມໂກດຮ້າຍຂອງພຣະເຈົ້າ(ທີ່ເອີ້ນວ່າ ພຣະພິໂຣດ)ສະແດງເຖິງຄວາມບໍ່ພໍພຣະທັຍຢ່າງຍິ່ງຂອງພຣະອົງຕໍ່ບາບ.
  • ຄຳວ່າ "ຍຸຍົງໃຫ້ໂກດຮ້າຍ" ໝາຍຄວາມວ່າ "ທຳໃຫ້ເກີດຄວາມໂກດຮ້າຍ."

ຂໍທານ, ຄົນຂໍທານ

ນິຍາມ

ຄຳວ່າ“ ຂໍ” ໝາຍເຖິງການຂໍບາງສິ່ງບາງຢ່າງດ່ວນ. ມັນມັກຈະ ໝາຍເຖິງການຂໍເງິນ, ແຕ່ມັນຍັງຖືກນຳໃຊ້ທົ່ວໄປເພື່ອອ້າງອີງເຖິງການອ້ອນວອນເພື່ອບາງສິ່ງບາງຢ່າງ.

  • ສ່ວນຫຼາຍຄົນມັກຈະອ້ອນວອນຫຼືອ້ອນວອນເມື່ອພວກເຂົາຕ້ອງການບາງສິ່ງບາງຢ່າງ, ແຕ່ບໍ່ຮູ້ວ່າຄົນອື່ນຈະໃຫ້ສິ່ງທີ່ພວກເຂົາຂໍ.
  • "ຄົນຂໍທານ" ແມ່ນຄົນທີ່ນັ່ງຫລືຢືນຢູ່ບ່ອນສາທາລະນະເປັນປະ ຈຳເພື່ອຂໍເງິນ.
  • ອີງຕາມສະພາບການ, ຄຳສັບນີ້ອາດຈະຖືກແປເປັນ, "ຮ້ອງຂໍ" ຫລື "ຮ້ອງຂໍດ່ວນ" ຫລື "ຮຽກຮ້ອງເງິນ" ຫລື "ຂໍເງິນເປັນປະ ຈຳ".

ຂວານ

ນິຍາມ

ຂວານເປັນເຄື່ອງມືທີ່ໃຊ້ຕັດຫລືຕັດຕົ້ນໄມ້ຫລືໄມ້.

  • ປົກກະຕິແລ້ວ ຂວານຈະມີດ້າມໄມ້ທີ່ຍາວແລະມີແຜ່ນມີດເຫລັກອັນໃຫຍ່ຕິດຢູ່ທີ່ສ່ວນປາຍ.
  • ຖ້າໃນວັດທະນະທັມຂອງທ່ານມີເຄື່ອງມືທີ່ຄ້າຍກັບຂວານ ຊື່ຂອງເຄື່ອງມືອັນນັ້ນກໍຄວນຈະເວົ້າວ່າ" ຂວານ. "
  • ໃນວິທີອື່ນໆ ທີ່ໃຊ້ແປໃນຄຳນີ້ກໍອາດຈະລວມເຖິງຄຳວ່າ " ເຄື່ອງທີ່ໃຊ້ຕັດຕົ້ນໄມ້ " ຫລື " ເຄື່ອງມືທີ່ເຮັດຈາກໄມ້ພ້ອມກັບແຜ່ນມີດ " ຫລື " ເຄື່ອງມືທີ່ໃຊ້ຕັດໄມ້ທີ່ມີດ້າມຍາວ. "
  • ມີເຫດການໜຶ່ງໃນພັນທະສັນຍາເດີມ ຫົວຂວານໄດ້ຫັກຟົ້ງລົງໄປໃນແມ່ນ້ຳ,ດັ່ງນັ້ນຄຳແປທີ່ດີທີ່ສຸດຄວນເປັນເຄື່ອງມືທີ່ມາບັນລະຍາຍວ່າມີມີດທີ່ສາມາດຫລຸດອອກຈາກດ້າມບໍ່ໄດ້.

ຂໍຮ້ອງ , ຄຳຂໍຮ້ອງ , ວິງວອນ

ນິຍາມ

ຄຳວ່າ "ຂໍຮ້ອງ" ແລະ"ຄຳຂໍຮ້ອງ"ໝາຍເຖິງການຂໍໃຜຈັກຄົນໃຫ້ເຮັດບາງສິ່ງຢ່າງເລັ່ງດ່ວນ ການ "ວິງວອນ" ເປັນການຂໍເລັ່ງດ່ວນ.

  • ຄຳຂໍຮ້ອງຫລາຍເທື່ອມັກສະແດງວ່າບຸກຄົນນັ້ນຮູ້ສຶກມີຄວາມຈຳເປັນຫລາຍຫລືປາດຖະໜາຄວາມຊ່ວຍເຫລືອຢ່າງຫລາຍ.
  • ຄົນສາມາດຂໍຮ້ອງຫລືວິງວອນເລັ່ງດ່ວນຕໍ່ພຣະເຈົ້າເພື່ອພຣະເມດຕາຫລືໃຫ້ພຣະອົງປະທານບາງຢ່າງໃຫ້ແກ່ຕົນເອງຫລືຄົນອື່ນ.
  • ວິທີອື່ນໃນການແປຄຳນີ້ອາດລວມເຖິງຄຳວ່າ "ຂໍຮ້ອງ" ຫລື "ອ້ອນວອນ"ຫລື"ຂໍຢ່າງເລັ່ງດ່ວນ."
  • ຄຳວ່າ"ວິງວອນ"ສາມາດແປໄດ້ອີກວ່າ"ຄຳຂໍເລັ່ງດ່ວນ"ຫລື"ການກະຕຸ້ນຢ່າງແຮງ."
  • ກວດສອບໃຫ້ຊັດແຈ້ງວ່າໃນບໍລິບົດມີຄວາມຊັດແຈ້ງວ່າຄຳນີ້ບໍ່ໄດ້ໝາຍເຖິງການຂໍເງີນ.

ຂະໂມຍ, ພວກຂະໂມຍ, ໂຈນ

ນິຍາມ

ຄຳວ່າ"ຂະໂມຍ" ຫຼື "ພວກຂະໂມຍ"ອ້າງເຖິງຄົນທີ່ຂະໂມຍເງີນຫຼືຂະໂມຍຊັບສີ້ນຜູ້ອື່ນ. ຄຳວ່າ "ຂະໂມຍ" ຫລາຍຄັ້ງອ້າງເຖິງໂຈນຜູ້ທຳຮ້າຍຮ່າງກາຍຫຼືຄຸກຄາມປະຊາຊົນທີ່ພວກເຂົາກຳລັງລັກ.

  • ພຣະເຢຊູເຈົ້າໄດ້ຊົງເລົ່າຄຳອຸປະມາຜູ້ຊາຍຊາວສະມາເຣຍຜູ້ໄດ້ເບີ່ງແຍງຜູ້ຊາຍທີ່ຖືກທຳຮ້າຍໂດຍໂຈນ .ແລະທຳຮ້າຍລາວຈົນເກີດບາດແຜ່ກ່ອນຈະຂະໂມຍເງີນແລະເສື້ອຜ້າຂອງລາວໄປ.
  • ທັງໂຈນແລະພວກຂະໂມຍປຸ້ນມາລັກເອົາ, ໃນເວລາທີ່ປະຊາຊົນບໍ່ຄາດຄິດ. ພວກເຂົາໃຊ້ປົກປິດຄວາມມືດເພື່ອປົກປິດສິ່ງທີ່ພວກເຂົາກຳລັງເຮັດຢູ່.
  • ໃນຄວາມໝາຍປຽບທຽບ, ພຣະຄຳພີໃໝ່ໄດ້ພັນລະນາເຖິງຊາຕານວ່າເປັນໂຈນທີ່ມາລັກ, ຂ້າ ແລະ ທຳລາຍ. ນີ້ໝາຍຄວາມວ່າແຜນການຂອງຊາຕານແມ່ນເພື່ອພະຍາຍາມເຮັດໃຫ້ປະຊາຊົນຂອງພຣະເຈົ້າຢຸດການເຊື່ອຟັງພຣະເຈົ້າ, ລັກຂະໂມຍສິ່ງດີໆຕ່າງໆທີ່ພຣະເຈົ້າໄດ້ວາງແຜນໄວ້ໃຫ້ພວກເຂົາປະສົບການ.
  • ພຣະເຢຊູຊົງປຽບທຽບການສະເດັດກັບມາແບບກະທັນຫັນເຊັ່ນດຽວກັບໂຈນມາຂະໂມຍເງີນຈາກປະຊາຊົນ ເຊັ່ນດຽວກັບໂຈນມາໃນເວລາທີ່ປະຊາຊົນບໍ່ຄາດຫວັງ, ດັ່ງນັ້ນພຣະເຢຊູຈະສະເດັດມາໃນເວລາທີ່ປະຊາຊົນບໍ່ຄາດຄິດເຊັ່ນກັນ.

ຂາຕັ້ງຕະກ່ຽງ

ນິຍາມ

ໃນພຣະຄຳພີ ຄຳວ່າ " ຂາຕັ້ງຕະກ່ຽງ " ໂດຍທົ່ວໄປອ້າງອີງເຖິງໂຄງສ້າງທີ່ເອົາຕະກ່ຽງວ່າງໄວ້ເພື່ອໃຫ້ສ່ອງແສງສະຫວ່າງທົ່ວຫ້ອງ.

  • ຂາຕັ້ງຕະກ່ຽງໂດຍປົກກະຕິຈະຕິດກັບຕະກ໋ຽງເຮັດດ້ວຍດິນໜຽວ ໄມ້ ຫຼື ເຫຼັກ ( ຢ່າງເຊັ່ນ ທອງເຫຼືອງ ເງິນ ທອງຄຳ)
  • ໃນພຮະວິຫານກຸງເຢລູຊາເລັມມີຂາຕັ້ງຕະກ່ຽງທອງຄຳ ເຊິ່ງມີເຈັດອັນສຳລັບຮອງຮັບຕະກ່ຽງເຈັດອັນ.

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປວ່າ " ຊັ້ນວ່າງຕະກ່ຽງ " ຫຼື " ໂຄງສ້າງສຳລັບວ່າງຕະກ່ຽງ " ຫຼື " ບ່ອນວ່າງຕະກ່ຽງ."
  • ສຳລັບບ່ອນວ່າງຕະກ່ຽງໃນພຮະວິຫານ ສາມາດແປວ່າ " ຕະກ່ຽງທັງເຈັດ " ຫຼື " ແທ່ງທອງຄຳພ້ອມກັບຕະກ່ຽງທັງເຈັດ."
  • ບາງທີມັນຈະຊ່ວຍໄດ້ໃນການແປຖ້າລວມເອົາພາບແທ່ງວ່າງຕະກ່ຽງແບບງ່າຍຽ ແລະ ແທ່ງວ່າງຕະກ່ຽງເຈັດອັນຕາມຂໍ້ຄວາມໃນພຮະຄຳພີ.

ຂີ້ສັດ ຝຸ່ນຄອກ

ນິຍາມ

ຄຳວ່າ "ຂີ້ສັດ" ກ່າວເຖີງເສດຂອງເສຍ ທີ່ແຂງຂອງມະນຸດຫລື ສັດ ແລະເອີ້ນອີກຢ່າງຫນຶ່ງ ວ່າ ຂີ້ຫລືສິ່ງເສດເຫລືອ ເມື່ອໃຊ້ເປັນຝຸ່ນ ເພື່ອເພີ່ມຄຸນຄ່າ ໃຫ້ກັບດິນ ເອີ້ນວ່າ "ຝຸ່ນຄອກ"

  • ຄຳສັບເຫລົ່ານີ້ ສາມາດໃຊ້ໃນທຳນອງ ປຽບທຽບ ເພື່ອອ້າງເຖີງສິ່ງ ທີ່ບໍ່ມີມູນຄ່າ ຫລື ບໍ່ສຳຄັນ.

ຂີ້ສັດແຫ້ງ ໃຊ້ເປັນເຊື້ອໃຟ.

  • ຄຳກ່າວວ່າ "ເຫມືອນຂອງເສດທີ່ເອົາດິນປົກໃວ້"ອາດແປໄດ້ວ່າ

" ກະຈັດກະຈາຍ ໄປເຫມືອນຂີ້ສັດ ທີ່ບໍ່ມີຄ່າ ຢູ່ເທິງພື້ນດິນ"

  • "ສິ່ງເສດເຫລືອ"ໃນກຳແພງທາງຕອນໃຕ້ຂອງກຸງເຢຣູຊາເລັມ

ຫນ້າຈະເປັນປະຕູ ທີ່ນຳສິ່ງເສດເຫລືອ ແລະຂອງເຫືລອ ຖີ້ມອອກຈາກເມືອງ.


ຂຸ່ຍ, ເຄື່ອງດົນຕຣີປະເພດເປົ່າ ຫຼືຂຸ່ຍ

ນິຍາມ

ໃນສໄໝພຣະຄັມພີ ຂຸ່ຍເປັນເຄື່ອງດົນຕຣີທີ່ທຳມາຈາກກະດູກຫຼືໂດຍການເຈາະຮູເພື່ອໃຫ້ສຽງອອກມາ. ຂຸ່ຍຄືເຄື່ອງດົນຕຣີປະເພດເປົ່າຊະນິດໜຶ່ງ.

  • ເຄື່ອງດົນຕຣີປະເພດເປົ່າເກືອບທັງໝົດມີຮ່ອງທີ່ທຳຈາກຫຍ້າໜ້າທີ່ຖືກສັ່ນສະເທືອນດ້ວຍລົມທີ່ເປົ່າອອກໄປ.
  • ເຄື່ອງດົນຕຣີປະເພດເປົ່າທີ່ບໍ່ມີຮ່ອງ ມັກຈະຖືກເອີ້ນວ່າ"ຂຸ່ຍ".
  • ຄົນລ້ຽງແກະມັກຈະໃຊ້ຂຸ່ຍເພື່ອທຳໃຫ້ຝູງແກະຂອງພວກເຂົາສະຫງົບ.
  • ເຄື່ອງດົນຕຣີປະເພດເປົ່າ ແລະຂຸ່ຍໃຊ້ເພື່ອຫຼິ້ນທັງດົນຕຣີທີ່ເສົ້າແລະດົນຕຣີທີ່ຊື່ນຊົມຍິນດີ.

ຂຸມ

ນິຍາມ

​ຂຸມ,ບໍ່ຄື​ຂຸມເລິກທີ່ຂູດໃນດິນ

  • ຄົນຂຸດຂຸມໂດຍມີວັດຖຸປະສົງເພື່ອດັກສັດ​ປ່າຫລື​ຂຸດຫານ້ຳ
  • ​ຂຸມຍັງສາມາດໃຊ້ເປັນສະຖານຊົ່ວຄາວໃນການຂັງນັກໂທດໄດ້
  • ບາງເທື່ອຄຳວ່າ "​ຂຸມ" ອ້າງເຖິງ​ຊຸມຝັງສົບຫຼືນາລົກບາງເທື່ອອາດໝາຍເຖິງ "ຫຸບເຫວເລິກ"
  • ​ຂຸມທີ່ເລິກຫລາຍໆ ຍັງເອີ້ນອີກວ່າເປັນ"ທີ່ເກັບນ້ຳຂະໜາດໃຫຍ່"
  • ຄຳວ່າ "​ຂຸມ" ຍັງໃຊ້ໃນເຊີງ​ຄຳອຸປະມາ ​ບາງ​ກໍ​ລະ​ນີເຊັ່ນ "​ຂຸມແຫ່ງການທຳລາຍ" ທີ່ອະທິບາຍເຖິງການຖືກກັບດັກໃນສະຖານະການທີ່ຮ້າຍແຮງ ຫລືການກ່ຽວຂ້ອງກັບຄວາມບາບ ການກະທຳທີ່ເປັນການທຳລາຍ

ເຂົ້າ​ຈີ່

ນິຍາມ

ເຂົ້າຈີ່ແມ່ນອາຫານທີ່ເຮັດຈາກແປ້ງປະສົມກັບນ້ຳ ແລະນ້ຳ ມັນເພື່ອປະກອບເປັນແປ້ງ. ຫຼັງຈາກນັ້ນນຳແປ້ງມາປັ່ນຄັກເປັນຮູບເຂົ້າໜົມປັງແລະອົບ.

  • ເມື່ອຄຳວ່າ "ກ້ອນ" ເກີດຂື້ນດ້ວຍຕົວມັນເອງ, ມັນກໍ່ ໝາຍ ຄວາມວ່າ, "ກ້ອນເຂົ້າຈີ່."
  • ຂະໜົມປັງແມ່ນເຮັດດ້ວຍເຂົ້າແລະແປ້ງເພາະສິ່ງທີ່ເຮັດໃຫ້ມັນເພີ່ມຂື້ນເຊັ່ນ: ເຊື້ອແປ້ງ.
  • ເຂົ້າຈີ່ຍັງສາມາດເຮັດໄດ້ໂດຍບໍ່ມີເຊື້ອແປ້ງເພື່ອບໍ່ໃຫ້ມັນຂື້ນ. ໃນພຣະຄຳພີນີ້ເອີ້ນວ່າ“ ເຂົ້າຈີ່ບໍ່ມີເຊື້ອ” ແລະຖືກໃຊ້ ສຳ ລັບອາຫານປັດສະຄາຂອງຊາວຢິວ.
  • ເນື່ອງຈາກເຂົ້າຈີ່ເປັນອາຫານຫຼັກ ສຳລັບຫລາຍຄົນໃນສະໄໝພຣະຄຳພີ, ຄຳນີ້ຍັງຖືກນຳໃຊ້ໃນພຣະຄຳພີເພື່ອອ້າງເຖິງອາຫານທົ່ວໄປ. (ເບິ່ງເພີມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-synecdoche)
  • ຄຳວ່າ“ ເຂົ້າຈີ່ແຫ່ງການປະທັບຢູ່” ໝາຍເຖິງເຂົ້າຈີ່ສິບສອງກ້ອນທີ່ຖືກຈັດໃສ່ເທິງໂຕະທອງໃນຫໍເຕັນຫລື ອາຄານວັດເປັນເຄື່ອງບູຊາແດ່ພຣະເຈົ້າ. ເຂົ້າຈີ່ເຫລົ່ານີ້ເປັນຕົວແທນໃຫ້ແກ່ສິບສອງເຜົ່າຂອງອິດສະຣາເອນແລະມີພຽງແຕ່ພວກປະໂລຫິດກິນ. ນີ້ສາມາດຖືກແປເປັນ "ເຂົ້າຈີ່ສະແດງໃຫ້ເຫັນວ່າພຣະເຈົ້າໄດ້ອາໄສຢູ່ນຳພວກເຂົາ."
  • ຄຳປຽບທຽບ, ຄຳວ່າ“ ເຂົ້າຈີ່ຈາກສະຫວັນ” ໄດ້ກ່າວເຖິງອາຫານສີຂາວພິເສດທີ່ເອີ້ນວ່າ“ ມານາ” ທີ່ພຣະເຈົ້າໄດ້ຈັດຫາໃຫ້ຊາວອິດສະລາເອນໃນເວລາທີ່ພວກເຂົາຍ່າງໄປຕາມທະເລຊາຍ.
  • ພຣະເຢຊູຍັງເອີ້ນຕົວເອງວ່າ“ ເຂົ້າຈີ່ທີ່ລົງມາຈາກສະຫວັນ” ແລະ“ ເຂົ້າຈີ່ແຫ່ງຊີວິດ.”
  • ເມື່ອພຣະເຢຊູແລະສາວົກໄດ້ກິນອາຫານປັດສະຄາຮ່ວມກັນກ່ອນທີ່ພຣະອົງຈະສິ້ນຊີວິດພະອົງປຽບທຽບເຂົ້າຈີ່ປັດສະຄາບໍ່ມີເຊື້ອແປ້ງກັບພຣະອົງເຊິ່ງຈະໄດ້ຮັບບາດເຈັບແລະຖືກຂ້າເທິງໄມ້ກາງແຂນ.
  • ຫລາຍຄັ້ງ ຄຳວ່າ“ ເຂົ້າຈີ່” ສາມາດແປໄດ້ທົ່ວໄປຫຼາຍກວ່າເກົ່າວ່າ“ ອາຫານ”.

ເຂົ້າໃຈ, ຄວາມສາມາດໃນການເຂົ້້າໃຈ

ນິຍາມ

ຄຳວ່າ " ເຂົ້າໃຈ" ໝາຍເຖິງການຮັບຟັງຫລືຮັບຂໍ້ມູນເເລະຮູ້ວ່າສິ່ງນັ້ນມີຄວາມໝາຍວ່າຢ່າງໃດ.

  • ຄຳວ່າ " ຄວາມສາມາດໃນການເຂົ້າໃຈ " ສາມາດໝາຍເຖິງ " ຄວາມຮູ້ " ຫລື " ຜູ້ມີປັນຍາ " ຫລືຄິດຈະເຮັດອີກບາງຢ່າງ.
  • ການເຂົ້າໃຈບາງຄົນສາມາດເເປວ່າຮູ້ວ່າບຸກຄົນນັ້ນຮູ້ສິກຢ່າງໃດດ້ວຍເຊັ່ນກັນ.
  • ຂະນະທີ່ກຳລັງຍ່າງໄປເອມາອູດ ພຣະເຢຊູຊົງເຮັດໃຫ້ພວກສາວົກເຂົ້າໃຈເຖິງຄວາມໝາຍຂອງພຣະຄຳພີກ່ຽວກັບພຣະເມຊີອາ.
  • ຂື້ນຢູ່ກັບກໍລະນີ, ຄຳວ່າ " ເຂົ້າໃຈ " ອາດຈະເເປວ່າ " ຮູ້ " ຫລື " ເຊືີ່ອ " ຫລື " ເຂົ້າໃຈ " ຫລື " ຮູ້ວ່າ " ( ເເມ່ນຫຍັງ ) ມີຄວາມໝາຍຢ່າງໃດ. "
  • ຫລາຍຄັ້ງຄຳທີ່ວ່າ " ຄວາມເຂົ້າໃຈ " ສາມາດເເປວ່າ " ຄວາມຮູ້ " ຫລື " ຜູ້ມີປັນຍາ " ຫລື " ຄວາມເຂົ້າໃຈເລິກ. "

ເຂົ້າໃຈ, ຄວາມສາມາດໃນການເຂົ້າໃຈ

ນິຍາມ

ຄຳວ່າ "ເຂົ້າໃຈ" ໝາຍເຖິງການສາມາດເຂົ້າໃຈບາງສິ່ງ, ໂດຍສະເພາະຢ່າງຍິ່ງຄວາມສາມາດໃນການຮູ້ວ່າສິ່ງໃດຖືກສິ່ງໃດຜິດ.

  • ຄຳວ່າ "ຄວາມສາມາດໃນການເຂົ້າໃຈ" ກ່າວເຖິງການເຂົ້າໃຈແລະຕັດສິນໃຈຢ່າງສະຫຼຽວສະຫຼາດກ່ຽວກັບເລື່ອງນັ້ນ ໆ.
  • ໝາຍເຖິງມີພູມປັນຍາແລະການຕັດສິນໃຈທີ່ຖືກຕ້ອງ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບບໍຣິບົດ "ເຂົ້າໃຈ" ອາດແປວ່າ "ເຂົ້າໃຈ" ຫຼື "ຮູ້ຄວາມແຕກຕ່າງລະຫວ່າງ" ຫຼື "ແຍກແຍະລະຫວ່າງຄວາມດີແລະຄວາມຊົ່ວ" ຫຼື "ການວິນິດໃສຢ່າງຖືກຕ້ອງໃນເລື່ອງນັ້ນໆ" ຫຼື "ຮັບຮູ້ໄດ້ວ່າສິ່ງໃດຜິດສິ່ງໃດຖືກ.
  • "ຄວາມສາມາດໃນການເຂົ້າໃຈ" ອາດແປໄດ້ວ່າ "ຄວາມເຂົ້າໃຈ" ຫຼື "ຄວາມສາມາດໃນການແຍກແຍະລະຫວ່າງສິ່ງທີ່ດີແລະຊົ່ວ".

ເຂົາສັດ

ນິຍາມ

ເຂົາສັດຄືສິ່ງຖາວອນ, ແຂງ, ທີ່ງອກອອກມາມີລັກສະນະແຫລມ ເທິງຫົວຂອງສັດຕ່າງໆ, ເຊັ່ນ ແບ້, ແກະ. ແລະກວາງ.

  • ເຂົາຂອງແກະ (ຕົວຜູ້) ຈະຖືກໃຊ້ເປັນເຄື່ອງດົນຕີເອີ້ນວ່າ "ແກເຂົາແກະ" ຫລື "ໂຊຟາ," ທີ່ຈະຖືກເປົ່າໃນງານພິເສດເຊັ່ນ ເທດການທາງສາດສະໜາ.
  • ພຣະເຈົ້າກ່າວກັບຄົນອິດສະຣາເອນໃຫ້ສ້າງເຊີງງອນ (ແຈແທ່ນບູຊາ)ຮູບຮ່າງເໝືອນເຂົາສັດທັງສີ່ມຸມຂອງແທ່ນບູຊາເຄື່ອງຫອມແລະທອງສຳລິດ. ເຖິງແມ່ນວ່າເຊີງງອນ(ແຈແທ່ນບູຊາ)ເຫລົ່ານີ້ຈະຖືກເອີ້ນວ່າ "ເຂົາສັດ," ແຕ່ກໍບໍ່ແມ່ນເຂົາຂອງສັດຢ່າງແທ້ຈິງ.
  • ບາງເທື່ອຄຳວ່າ "ເຂົາສັດ" ຖືກໃຊ້ໝາຍເຖິງ "ກະບອກນ້ຳ" ທີ່ຮູບຮ່າງເໝືອນເຂົາສັດແລະໃຊ້ໃນການເກັບນ້ຳຫລືນ້ຳມັນ. ຂວດນ້ຳມັນຖືກໃຊ້ໃນການເຈີມກະສັດ, ດັ່ງທີ່ຊາມູເອນກະທຳກັບດາວິດ.
  • ຄຳນີ້ຄວນແປດ້ວຍຄຳທີ່ແຕກຕ່າງຈາກຄຳທີ່ອ້າງເຖິງແກ.
  • ຄຳວ່າ "ເຂົາສັດ" ນີ້ໃຊ້ໃນເຊີງອຸປະມາອຸປະໄມເປັນສັນຍະລັກຂອງຄວາມເຂັ້ມແຂງ, ພະລັງ, ອໍານາດສິດຂາດ, ແລະຄວາມຈົງຮັກພັກດີ.

ເຂົ້າບາເລ

ນິຍາມ

ຄຳວ່າ“ ເຂົ້າບາເລ” ໝາຍເຖິງເມັດພືດຊະນິດໜຶ່ງທີ່ໃຊ້ເຮັດເຂົ້າຈີ່.

  • ຕົ້ນເຂົ້າບາເລມີກ້ານຍາວທີ່ມີຫົວຢູ່ເທິງສຸດບ່ອນທີ່ເມັດຫລືເມັດພືດເຕີບໃຫຍ່.
  • ບາເລເຮັດໄດ້ດີໃນສະພາບອາກາດທີ່ອົບອຸ່ນສະນັ້ນມັນມັກຖືກເກັບກ່ຽວໃນລະດູໃບໄມ້ປົ່ງຫຼືລະດູຮ້ອນ.
  • ເມື່ອເຂົ້າບາເລຖືກຕັດອອກ, ເມັດທີ່ສາມາດກິນໄດ້ຖືກແຍກອອກຈາກເມັດທີ່ກິນບໍ່ໄດ້
  • .ເມັດເຂົ້າບາເລແມ່ນກຽມໄວ້ເປັນແປ້ງ,ຈາກນັ້ນປະສົມກັບນ້ ຳມັນຫລືນ້ ຳມັນເພື່ອເຮັດເຂົ້າຈີ່.
  • ຖ້າບໍ່ຮູ້ເຂົ້າບາເລ, ມັນອາດຈະຖືກແປເປັນ "ເມັດເອີ້ນວ່າເຂົ້າບາເລ" ຫລື "ເມັດເຂົ້າບາເລ."

ແຂວງ, ແຄ້ວນ

ນິຍາມ

ແຂວງຄືຫນ່ວຍຫລືສ່ວນຂອງປະເທດຫລືອານາຈັກ ຄຳວ່າ " ແຄວ້ນ" ອະທິບາຍເຖິງບາງຢ່າງທີ່ມີຄວາມສຳພັນກັບແຂວງ ເຊັ່ນ ຜູ້ວ່າຣາດການແຂວງ

  • ຕົວຢ່າງເຊັ່ນ ອານາຈັກເປີເຊຍບູຮານຖືກແບ່ງໃຫ້ເປັນແຄວ້ນຕ່າງໆ ເຊັ່ນແຄວ້ນມີເດຍ ເປີເຊຍ ຊີເຣຍ ແລະອີຢິບ
  • ໃນຊ່ວງເວລາຂອງພັນທະສັນຍາໃໝ່ ອານາຈັກໂຣມັນຖືກແບ່ງໃຫ້ເປັນແຂວງຕ່າງໆ ເຊັ່ນ ມາຊີໂດເນຍ ເອເຊຍ ຊີເຣຍ ຢູດາ ສະມາເຣຍ ກາລລິເລ ແລະກາລາເຕຍ
  • ໃນແຕ່ລະແຂວງຈະມີອຳນາດການປົກຄອງເປັນຂອງຕົວເອງຊຶ່ງຕ້ອງຣາຍງານຕໍ່ກະສັດຫລືຜູ້ປົກຄອງຂອງອານາຈັກ ຜູ້ປົກຄອງນີ້ບາງເທື່ອຈະຖືກຮຽກວ່າ "ເຈົ້າຫນ້າທີ່ແຂວງ" ຫລື "ຜູ້ວ່າຣາດການແຂວງ"
  • ຄຳວ່າ "ແຂວງ" ແລະ "ແຄວ້ນ" ອາດແປໄດ້ວ່າ "ພູມິພາກ" ແລະ "ທັ່ວແຄວ້ນ"

ແຂວນ

ນິຍາມ

ຄຳວ່າ "ແຂວນ" ໝາຍເຖິງການຫ້ອຍບາງຢ່າງຫລືບາງຄົນໄວ້ເໜືອພື້ນດິນ.

  • ຄວາມຕາຍໂດຍການແຂວນຄໍຈະເຮັດໂດຍການໃຊ້ບ້ວງເຊືອກຜູກໄວ້ອ້ອມຮອບຄໍຂອງບຸກຄົນແລະຫ້ອຍລົງມາຈາກສິ່ງທີ່ຢູ່ສູງກວ່າ, ເຊັ່ນ ກິ່ງໄມ້ ຢູດາຂ້າຕົວຕາຍໂດຍການແຂວນຄໍ.
  • ຄວາມຕາຍຂອງພຣະເຢຊູໂດຍການແຂວນເທິງໄມ້ກາງແຂນເປັນການກະທຳທີ່ແຕກຕ່າງໄປ: ທະຫານແຂວນພຣະອົງໂດຍການຕອກຕະປູທີ່ມື (ຫລືຂໍ້ມື) ຂອງພຣະອົງແລະຕີນຂອງພຣະອົງກັບກາງແຂນ.
  • ການແຂວນບາງຄົນອາດອ້າງເຖິງການຂ້າບາງຄົນໂດຍການແຂວນພວກເຂົາດ້ວຍເຊືອກຮອບຄໍພວກເຂົາ.

ຄໍແຂງ,ດື້ດ້ານ

ນິຍາມ

ຄຳວ່າ "ຄໍແຂງ" ເປັນຄຳເວົ້າທີ່ໃຊ້ໃນພຣະຄຳພີ ເພື່ອອະທີບາຍເຖິງຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ ແລະບໍ່ຍອມກັບໃຈ ພວກເຂົາພູມໃຈຫລາຍແລະບໍ່ຍອມຢູ່ໃຕ້ອຳນາດຂອງພຣະເຈົ້າ.

  • ໃນທຳນອງດຽວກັນຄຳວ່າ "ດື້ດ້ານ" ໝາຍເຖິງການປະຕິເສດການປ່ຽນແປງຈິດໃຈຫລືການກະທຳຂອງຄົນເຮົາເຸຖິງແມ່ນວ່າຈະຖືກຂໍໃຫ້ເຮັດກໍ່ຕາມ, ຄົນທີ່ແຂງກະດ້າງຈະບໍ່ເຊື່ອຟັງຄຳແນະນຳ ຫລື ຄຳເຕືອນທີ່ດີທີ່ຄົນອື່ນແນະນຳໃຫ້ພວກເຂົາ.
  • ໃນພຣະຄຳພີເດີມໄດ້ອະທີບາຍເຸຖີງຊາວອິດສະຣາເອນທີ່ "ຄໍແຂງ" ເພາະວ່າພວກເຂົາບໍ່ຟັງຄຳສອນຫລາຍຢ່າງຈາກຜູ້ປະກາດພຣະທຳຂອງພຣະເຈົ້າ ຜູ້ທີ່ເຮັດໃຫ້ພວກເຂົາກັບໃຈແລະຫັນກັບມາຫາພຣະເຈົ້າຢາເວ.
  • ຖ້າຄໍ "ແຂງ" ໝາຍຄວາມວ່າມັນບໍ່ງໍໄດ້ງ່າຍ ພາສາໃນການແປອາດມີຄຳເວົ້າທີ່ແຕກຕ່າງໄປທີ່ສື່ຄວາມໝາຍວ່າບຸກຄົນໃດໜຶ່ງ "ບໍ່ກົ້ມລົງ" ນັ້ນຄື ປະຕິເສດການປ່ຽນແປງການດຳເນີນຊີວິດຂອງລາວ.
  • ວິທີການອື່ນໃນການແປຄຳສັບນີ້ອາດປະກອບມີ "ອວດອົ່ງທະນົງຕົວ" ຫລື "ອວດອົ່ງແລະບໍ່ຍອມຈຳນົນ" ຫລື "ປະຕິເສດທີ່ຈະປ່ຽນແປງ".

ຄວາມເຂັ້ມແຂງ,ສ້າງຄວາມເຂັ້ມແຂງ

ນິຍາມ

ຄຳວ່າ“ ຄວາມເຂັ້ມແຂງ” ໝາຍເຖິງສະພາບຂອງການເປັນຄົນທີ່ແຂງແຮງທາງດ້ານຮ່າງກາຍ, ຈິດໃຈ, ຫລືທາງຈິດວິນຍານ “ ການສ້າງຄວາມເຂັ້ມແຂງ” ໝາຍຄວາມວ່າຈະເຮັດໃຫ້ບາງຄົນຫຼືບາງສິ່ງບາງຢ່າງເຂັ້ມແຂງ.

  • "ຄວາມເຂັ້ມແຂງ" ຍັງໝາຍເຖິງການທີ່ເຮົາສາມາດ ຢືນຂື້ນຕໍ່ຕ້ານກັບ ກຳລັງຝ່າຍຄ້ານບາງຢ່າງ.
  • ບຸກຄົນໃດຫນຶ່ງມີຄວາມເຂັ້ມແຂງໃນຈິດໃຈນັ້ນ ເຂົາຈະສາມາດຜ່ານຜ່າການທົດລອງໃດ້.
  • ຜູ້ຂຽນບົດເພງສັນລະເສີນຄົນໜຶ່ງເອີ້ນວ່າພະເຢໂຮວາ ວ່າຊົງເປັນກຳລັງຂອງລາວ ເຊິ່ງໝາຍຄວາມວ່າພະເຈົ້າຊ່ວຍລາວໃຫ້ເປັນຜູ້ທີ່ເຂັ້ມແຂງ.
  • ຖ້າໂຄງສ້າງທາງດ້ານຮ່າງກາຍຄ້າຍຄືກຳແພງຫລືອາຄານທີ່ຖືກ "ສ້າງຄວາມເຂັ້ມແຂງຂື້ນ" ນັ້ນໝາຍຄວາມວ່າປະຊາຊົນກຳລັງສ້າງໂຄງສ້າງຂຶ້ນມາໃໝ່ເພື່ອເສີມສ້າງໃຫ້ເຂັ້ມແຂງຂຶ້ນດ້ວຍຫີນຫລືດິນຈີ່ ເພື່ອໃຫ້ມັນສາມາດຕ້ານທານກັບການໂຈມຕີ.

ຄຳແນະນຳໃນການແປ

  • ໂດຍທົ່ວໄປ, ຄຳວ່າ "ສ້າງຄວາມເຂັ້ມແຂງ" ຫລື "ສາຍເຫດໃຫ້ມີຄວາມເຂັ້ມແຂງ" ຫຼື "ເຮັດໃຫ້ມີອຳນາດຫຼາຍຂື້ນ".
  • ໃນຄວາມໝາຍທາງດ້ານຈິດວິນຍານປະໂຫຍກທີ່ວ່າ "ສ້າງຄວາມເຂັ້ມແຂງໃຫ້ແກ່ພີ່ນ້ອງຂອງທ່ານ" ຫລື "ໜູນໃຈພີ່ນ້ອງຂອງທ່ານ" ຫຼື "ຊ່ວຍພີ່ນ້ອງຂອງທ່ານໃຫ້ອົດທົນ".
  • ຕໍ່ໄປນີ້ແມ່ນຕົວຢ່າງຂອງການໃຊ້ຄຳສັບນີ້ພ້ອມກັບຄວາມ ໝາຍຂອງແຕ່ລະຄຳ ເຊິ່ງຍັງເປັນອີກວິທີໜຶ່ງທີ່ພວກເຂົາສາມາດແປໄດ້.
  • "ເຮັດໃຫ້ຂ້ອຍເຂັ້ມແຂງຄືກັບສາຍແອວ" ໝາຍຄວາມວ່າ "ເຮັດໃຫ້ຂ້ອຍເຂັ້ມແຂງສົມບູນຄືກັບສາຍແອວທີ່ອ້ອມຮອບແອວຂອງຂ້ອຍຢ່າງສົມບູນ".
  • "ໃນຄວາມງຽບສະຫງົບແລະຄວາມໄວ້ວາງໃຈຈະເປັນກຳລັງຂອງເຈົ້າ" ໝາຍຄວາມວ່າ, "ການກະທຳຢ່າງງຽບສະຫງົບແລະການໄວ້ວາງໃຈໃນພຣະເຈົ້າຈະເຮັດໃຫ້ເຈົ້າເຂັ້ມແຂງຂຶ້ນທາງດ້ານຈິດວິນຍານ".
  • "ຈະສ້າງຄວາມເຂັ້ມແຂງໃໝ່ອີກຄັ້ງ " ໝາຍຄວາມວ່າ, "ຈະເປັນຄົນເຂັ້ມແຂງຂື້ນອີກຄັ້ງ".
  • "ໂດຍຄວາມເຂັ້ມແຂງແລະສະຕິປັນຍາຂອງຂ້ອຍທີ່ຂ້ອຍໄດ້ເຮັດ" ຫມາຍຄວາມວ່າ "ຂ້ອຍໄດ້ເຮັດສິ່ງທັງຫມົດນີ້ເພາະວ່າຂ້ອຍມີຄວາມເຂັ້ມແຂງແລະສະຫລາດ".
  • " ສ້າງຄວາມເຂັ້ມແຂງຂອງກຳແພງ " ໝາຍຄວາມວ່າ, "ເສີມສ້າງກຳແພງໃຫ້ມີຄວາມແຂງແຮງຂຶ້ນ" ຫຼື "ສ້າງກຳແພງ ໃໝ່ອີກຄັ້ງ".
  • "ຂ້ອຍຈະສ້າງຄວາມເຂັ້ມແຂງໃຫ້ເຈົ້າ" ໝາຍຄວາມວ່າ "ຂ້ອຍຈະເຮັດໃຫ້ເຈົ້າເຂັ້ມແຂງຂຶ້ນ".
  • "ໃນພຣະຢາເວອົງດຽວເທົ່ານັ້ນທີ່ເປັນຄວາມລອດແລະຄວາມເຂັ້ມແຂງ" ຫມາຍຄວາມວ່າ "ພຣະຢາເວຊົງເປັນຜູ້ດຽວທີ່ຊ່ວຍພວກເຮົາແລະເສີມສ້າງຄວາມເຂັ້ມແຂງໃຫ້ພວກເຮົາ".
  • "ສິລາແຫ່ງຄວາມເຂັ້ມແຂງຂອງທ່ານ" ໝາຍຄວາມວ່າ, "ອົງຜູ້ຊື່ສັດທີ່ເຮັດໃຫ້ເຈົ້າເຂັ້ມແຂງ".
  • "ດ້ວຍພະລັງແຫ່ງການຊ່ວຍເຫລືອດ້ວຍມືຂວາຂອງພຣະອົງ" ໝາຍຄວາມວ່າ, ພຣະອົງໄດ້ຊ່ວຍທ່ານຢ່າງໜັກຈາກບັນຫາຄືກັບຄົນທີ່ອູ້ມທ່ານຢ່າງປອດໄພດ້ວຍມືຂວາທີ່ເຂັ້ມແຂງຂອງພຣະອົງ".
  • "ດ້ວຍຄວາມເຂັ້ມແຂງພຽງເລັກນ້ອຍ" ຫມາຍຄວາມວ່າ, "ບໍ່ເຂັ້ມແຂງຫຼາຍ" ຫຼື "ອ່ອນແອ".
  • "ດ້ວຍຄວາມເຂັ້ມແຂງຂອງຂ້ອຍທັງຫມົດ" ຫມາຍຄວາມວ່າ, "ການໃຊ້ຄວາມພະຍາຍາມທີ່ດີທີ່ສຸດຂອງຂ້ອຍ" ຫຼື "ຢ່າງເຂັ້ມແຂງແລະສົມບູນ".

ຄວາມຄິດຈິດໃຈ

ນິຍາມ

ຄຳວ່າ "ຄວາມຄິດຈິດໃຈ" ບົ່ງບອກເຖິງສ່ວນໜຶ່ງຂອງບຸກຄົນທີ່ຄິດສິ່ງນັ້ນ ແລະ ຕັດສິນໃຈລົງມືເຮັດ.

  • ຄວາມຄິດຈິດໃຈຂອງແຕ່ລະຄົນ ແມ່ນລວມທັງໝົດຂອງຄວາມຄິດ ແລະ ການໃຊ້ເຫດຜົນຂອງເຂົາຫລືລາວ.
  • ການ "ມີຄວາມຄິດຈິດໃຈເໝືອນພຣະເຢຊູເຈົ້າ" ໝາຍຄວາມວ່າ ສິ່ງໃດທີ່ຈະຄິດແລະຈະກະທຳ ຕ້ອງຄືກັບສິ່ງທີ່ພຣະເຢຊູເຈົ້າຄິດແລະກະທຳ. ໝາຍຄວາມວ່າ ຍອມເຊື່ອຟັງພຣະເຈົ້າພຣະບິດາ, ເຊື່ອຟັງຄຳສັ່ງສອນຈາກພຣະເຢຊູເຈົ້າ, ຈະເຮັດໄດ້ໂດຍການນຳພາຂອງພຣະວິນຍານບໍຣິສຸດເຈົ້າ.
  • "ປ່ຽນແປງຄວາມຄິດຈິດໃຈ" ໝາຍຄວາມວ່າ ບາງຄົນໄດ້ຕັດສິນໃຈຕ່າງໄປອີກຢ່າງໜຶ່ງ ຫລື ຄິດຕ່າງກັບໂຕເກົ່າທີ່ລາວເຄີຍຄິດມາກ່ອນ.

ຄຳແນະນຳໃນການແປ

  • ຄຳວ່າ "ຄວາມຄິດຈິດໃຈ" ຍັງສາມາດແປໄດ້ອີກວ່າ "ຄວາມຄິດ" ຫລື "ເຫດຜົນ" ຫລື "ການຄິດ" ຫລື "ການເຂົ້າໃຈ."
  • ຄຳເວົ້າທີ່ວ່າ, "ຈື່ໄວ້ໃນຄວາມຄິດຈິດໃຈ" ສາມາດແປໄດ້ວ່າ "ໃຫ້ຈື່ຈຳ" ຫລື "ໃຫ້ຄວາມສົນໃຈ" ຫລື "ໃຫ້ຮູ້ໄວ້ວ່າ."
  • ຄຳເວົ້າທີ່ວ່າ, "ຈິດໃຈ, ຈິດວິນຍານ, ແລະ ຄວາມຄິດຈິດໃຈ" ສາມາດແປໄດ້ອີກວ່າ, "ສິ່ງທີ່ເຈົ້າຮູ້ສຶກ, ສິ່ງທີ່ເຈົ້າເຊື່ອ, ແລະ ສິ່ງທີ່ເຈົ້າຄິດເຖິງ."
  • ຄຳເວົ້າທີ່ວ່າ "ຫາກະຄຶດໄດ້ວ່າ" ສາມາດແປໄດ້ວ່າ, "ຈື່ໄດ້ວ່າ" ຫລື "ຄິດກ່ຽວກັບ."
  • ຄຳເວົ້າທີ່ວ່າ,"ປ່ຽນຄວາມຄິດແລ້ວໄປຕໍ່" ສາມາດແປໄດ້ອີກວ່າ, "ຕັດສິນໃຈບໍ່ຄືເກົ່າແລ້ວໄປຕໍ່" ຫລື "ໄດ້ຕັດສິນໃຈທັງໝົດແລ້ວ" ຫລື "ປ່ຽນຄວາມຄິດແລ້ວໄປຕໍ່."

ຄວາມຄຽດຊັງ

ນິຍາມ

ຄວາມຄວາມຄຽດຊັງເປັນຄວາມຄຽດຮ້າຍທີ່ຫຼາຍເກີນໄປບໍ່ສາມາດຄວບຄຸມໄດ້, ເມື່ອບາງຄົນຄຽດຮ້າຍແຮງກໍ່ໝາຍຄວາມວ່າບຸກຄົນນັ້ນກຳລັງສະແດງຄວາມຄຽດຮ້າຍໃນທີ່ເປັນອັນຕະລາຍ.

  • ຄວາມຄຽດຊັງເກີດຂື້ນເມື່ອອາລົມຄວາມຄຽດຮ້າຍເຮັດໃຫ້ບຸກຄົນສູນເສຍການຄວບຄຸມໂຕເອງ.
  • ເມື່ອຖືກຄວບຄຸມດ້ວຍຄວາມຄຽດຮ້າຍ,ເຮັດໃຫ້ບຸກຄົນສູນເສຍການຄວບຄຸມໂຕເອງ.
  • ຄຳວ່າ "ຄຽດຊັງ"ສາມາດອ້າງເຖິງ ການເຄື່ອນໄຫວທີ່ມີພະລັງ, ຢ່າງເຊັ່ນ ພາຍຸທີ່ "ຮຸນແຮງ"ຫຼື ຄື້ນມະຫາສະມຸດທີ່ "ພັດໄປພັດໄປມາ."
  • ຄຳວ່າ"ຊົນຊາດທີ່ຄຽດຊັງ"ໝາຍເຖິງ ຄົນທັງຫຼາຍທີ່ບໍ່ຊອບທັມບໍ່ເຊື່ອຟັງພຣະເຈົ້າແລະຕໍ່ຕ້ານພຣະອົງ.
  • ຄຳວ່າ "ເຕັມໄປດ້ວຍຄວາມຄຽດຊັງ"ໝາຍເຖິງ ການມີຄວາມຮູ້ສຶກທີ່ຖ້ວມລົ້ນດ້ວຍຄວາມຄຽດຮ້າຍທີ່ຮຸນແຮງ.

ຄວາມເຄົາລົບ

ນິຍາມ

ຄຳວ່າ "ຄວາມເຄົາລົບ" ໝາຍເຖິງຄວາມຮູ້ສຶກທີ່ມີຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ບາງຄົນຫຼືບາງສິ່ງບາງຢ່າງ.

  • ຄວາມຮູ້ສຶກຂອງຄວາມເຄົາລົບສາມາດເຫັນໄດ້ໃນການກະ ທຳ ທີ່ໃຫ້ກຽດແກ່ຄົນທີ່ມີຄວາມເຄົາລົບ.
  • ຄວາມຢ້ານກົວຂອງພຣະຜູ້ເປັນເຈົ້າແມ່ນຄວາມເຄົາລົບພາຍ ໃນເຊິ່ງສະແດງອອກໃນຕົວເອງໃນການເຊື່ອຟັງພຣະບັນຍັດຂອງພຣະເຈົ້າ.
  • ຄຳສັບນີ້ຍັງສາມາດຖືກແປວ່າ "ຄວາມຢ້ານກົວແລະກຽດຕິ ຍົດ" ຫລື "ຄວາມນັບຖືທີ່ຈິງໃຈ".

ຄວາມສະທ້ານຢ້ານກົວ, ຢ້ານກົວ

ນິຍາມ

ຄຳວ່າ "ຄວາມສະທ້ານຢ້ານກົວ" ໝາຍເຖິງຄວາມຮູ້ສຶກຢ້ານກົວທີ່ສຸດ. ການ“ ຢ້ານກົວ” ຜູ້ໃດຜູ້ໜຶ່ງໝາຍຄວາມວ່າເຮັດໃຫ້ຄົນນັ້ນຮູ້ສຶກຢ້ານຫຼາຍ.

  • "ຄວາມຢ້ານກົວ" (ຫຼື "ຄວາມສະທ້ານຢ້ານກົວ") ແມ່ນບາງສິ່ງບາງຢ່າງຫຼືຄົນທີ່ກໍ່ໃຫ້ເກີດຄວາມຢ້ານກົວຫລືຢ້ານກົວທີ່ຍິ່ງໃຫຍ່. ຕົວຢ່າງຂອງການກໍ່ການຮ້າຍອາດເປັນການໂຈມຕີກອງທັບຂອງສັດຕູ ຫລື ໄພພິບັດ ຫລື ພະຍາດທີ່ແຜ່ລາມໄປທົ່ວ, ເຮັດໃຫ້ມີຄົນເສຍຊີວິດ.
  • ຄວາມຫນ້າຢ້ານເຫຼົ່ານີ້ສາມາດຖືກອະທິບາຍວ່າ "ເປັນຕາຢ້ານ." ຄຳສັບນີ້ອາດຈະຖືກແປເປັນ "ການສ້າງຄວາມຢ້ານກົວ" ຫຼື "ການຜະລິດກໍ່ການຮ້າຍ".
  • ມື້ໜຶ່ງ ການພິພາກສາຂອງພຣະເຈົ້າຈະເຮັດໃຫ້ເກີດຄວາມຢ້ານກົວໃນຄົນທີ່ບໍ່ກັບໃຈ ຜູ້ທີ່ປະຕິເສດພຣະຄຸນຂອງພຣະອົງ.
  • "ຄວາມຢ້ານກົວຂອງ ຢາເວ" ສາມາດຖືກແປເປັນ, "ການມີຫນ້າຢ້ານກົວຂອງ ຢາເວ" ຫຼື "ການພິພາກສາທີ່ຫນ້າຢ້ານກົວຂອງ ຢາເວ" ຫຼື "ເມື່ອ ຢາເວ ເຮັດໃຫ້ຄວາມຢ້ານກົວທີ່ຍິ່ງໃຫຍ່."
  • ວຶທີການແປທີ່ຈະແປ "ຄວາມສະທ້ານຢ້ານກົວ" ສາມາດແປໄດ້ວ່າ "ຄວາມຢ້ານຢ່າງສຸດຂຶດ" ຫຼື "ຄວາມໜ້າກົວທີ່ສຸດ".

ຄວາມສະຫວ່າງ

ນິຍາມ

ມີການໃຊ້ໃນການປຽບທຽບເປັນຄຳອຸປະມາຫລາຍເທື່ອສຳຫລັບຄໍາວ່າ " ແສງສະຫວ່າ " ໃນພຣະຄຳພີສ່ວນຫລາຍມັກຈະໃຊ້ເພື່ອເປັນຄຳອຸປະມາ ປຽບທຽບກັບຄວາມຊອບທຳ ຄວາມບໍລິສຸດ ແລະ ຄວາມຈິງ(ເບິງ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)

  • ພຣະເຢຊູກ່າວວ່າ " ເຮົາເປັນແສງສະຫວ່າງຂອງໂລກ " ເພື່ອສະແດງໃຫ້ເຫັນວ່າພຣະອົງຊົງນຳຂ່າວສານຄວາມຈິງຂອງພຣະເຈົ້າມາຍັງໂລກນີ້ ແລະ ຊົງຊ່ວຍກູ້ຜູ້ຄົນຈາກຄວາມມືດຈາກຄວາມບາບຈອງພວກເຂົາ.
  • ບັນດາຄິຣດສຕຽນໄດ້ຮັບຄຳສັ່ງໃຫ້ "ເດີນໃນຄວາມສະຫວາ່ງ " ເຊື່ງຫມາຍຄວາມວ່າພວກເຂົາສົມຄວນດຳເນີນຊີວິດໃນທາງທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາດຳເນີນເພື່ອໃຫ້ຫລີກຫນີຈາກຄວາມຊົ່ວຮ້າຍ.
  • ອັກຄະສາວົກ ໂຢຮັນ ກ່າວວ່າ " ພຣະເຈົ້າຊົງເປັນຄວາມສະຫວ່າງ " ແລະ ບໍ່ມີຄວາມມືດໃນພຣະອົງອີກ
  • ຄວາມສະຫວ່າງ ແລະ ຄວາມມືດເປັນສິ່ງທີ່ຕົງກັນຂ້າມກັນ ໃນຄວາມມືດນັ້ນຈະບໍ່ມີຄວາມສະຫວ່າງອີກເລີຍ.
  • ພຣະເຢຊູກ່າວວ່າພຣະອົງເປັນ " ຄວາມສະຫວ່າງຂອງໂລກ " ແລະ ຜູ້ທີ່ຕິດຕາມພຣະອົງສົມຄວາມເປັນຄວາມສະຫວ່າງແຫງຄວາມສະຫວ່າງຂອງໂລກ ໂດຍດຳເນີນຊີວິດຢູ່ໃນທາງທີ່ເຜີດເຜີຍຢ່າງຊັດເຈນເຖື່ງພຣະເຈົ້າຜູ້ຊົງຫຍິ່ງໃຫ່ຍ.
  • " ເດີນໃນຄວາມສະຫວ່າງ " ໝາຍເຖີງການດຳເນີນຊີວິດໃນທາງທີ່ພຣະເຈົ້າຊົງພໍພະໄທ ເຮັດໃນສິ່ງທີ່ດີ ແລະ ຖືກຕ້ອງ ການເດີນໃນຄວາມມືດສະແດງເຖິງ ການດຳເນີນຊີວິດໃນການທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ເຮັດໃນສິ່ງທີ່ຊົ່ວຮ້າຍ.

ຄຳນຳໃນການແປ

  • ການແປ ເປັນສິ່ງສຳຄັນໃນການຮັກສາຄຳຕາມຕົວຫນັງສື " ຄວາມສະຫວ່າງ " ແລະ " ຄວາມມືດ " ເຊຶ່ງວ່າຈະຖືກໃຊ້ປຽບທຽບກັນກໍ່ຕາມ.
  • ອາດຈະຈຳເປັນທີ່ຈະຕ້ອງອະທິບາຍການປຽບທຽບໃນເນື້ອຫາ ຕົວຢ່າງເຊັ່ນ " ດຳເນີນຊີວິດຄືກັບລູກຂອງຄວາມສະຫວ່າງ " ສາມາດແປວ່າ " ດຳເນີນຊີ່ວິດທີ່ຊອບທຳຢ່າງເປີດເຜີຍ ປຽບບາງຄົນທີ່ຢ່າງຢູ່ພາຍໃຕ້ແສງສະຫວ່າງຂອງດວງຕາເວັນ.
  • ເພື່ອໃຫ້ແນ່ໃຈວ່າການແປຄຳວ່າ " ແສງສະຫວ່າງ " ບໍ່ໄດ້ອ້າງອີງເຖີງວັດທຸສິ່ງຂອງທີ່ໃຊ້ໃນຄວາມສະຫວ່າງເຊັ່ນ ຕະກຽງ.

ຄວາມສັດຊື່​ທີ່ຖືກຕ້ອງ

ນິຍາມ

ຄຳວ່າ "ຄວາມສັດ​ຊື່ຖືກຕ້ອງ" ອ້າງການສັດຊື່ ດ້ວຍຫລັກສິນ​ລະ​ທຳຈັນຍາແລະການປະພືດ

  • ການມີຄວາມສັດ​ຊື່ຖຶກຕ້ອງໝາຍຄວາມວ່າເລືອກກະທຳສິ່ງທີ່ສັດຊື່ແລະເປັນສຶ່ງຖືກຕ້ອງ ເຖຶງໃນເວລາທີ່ບໍ່ມີຜູ້ໃດເຫັນ
  • ບຸກຄະລຶກ​ລັກສະນະທີ່ແນ່ນອນໃນພຣະຄຳພີ ເຊັ່ນໂຢເຊບແລະດານິເອນໄດ້​​ສະ​ແດງ​ໃຫ້​ເຫັນ​ເຖີງ​ຄວາມ​ສັດ​ຊື່​ຖຶກ​ຕ້ອງ​ເມື່ອ​ພວກ​ເຂົາ​ປະ​ຕິ​ເສດ​ທີ່​ຈະເຮັດ​ຊົ່ວ ແຕ່ເລືອກທີ່ຈະເຊື່ອຟັງພຣະເຈົ້າ
  • ໜັງສືສຸພາສຶດເວົ້າວ່າການເປັນຄົນຍາກຈົນແຕ່ຄວາມສັດຊື່​ທີ່ຖືກຕ້ອງກໍ່ດີກວ່າການເປັນຄົນມັ່ງຄັ່ງແຕ່ຄົດໂກງຫຼືບໍ່ສັດຊື່

ຄຳແນະນຳໃນການແປ

  • ຄຳວ່າ "ມີຄວາມສັດ​ຊື່ຖືກຕ້ອງ" ສາມາດແປໄດ້ວ່າ "ຄວາມສັດ​ຊື່" ຫຼື "ການມີ​ສີນລະທຳສູງ" ຫຼື "ການປະພືດທີ່ຊື່ສັດ" ຫຼື "ການກະທຳອັນນ່າເຊື່ອຖື ດ້ວຍທຳທີສັດຊື່"

ຄວາມສຸກ, ຄວາມເບີກບານມ່ວນຊື່ນ

ນິຍາມ

ຄວາມສຸກແມ່ນຄວາມຮູ້ສຶກທີ່ມີຄວາມສຸກຫລືຄວາມເພິ່ງພໍໃຈຢ່າງເລິກເຊິ່ງທີ່ມາຈາກພຣະເຈົ້າ. ຄຳສັບທີ່ກ່ຽວຂ້ອງຄຳວ່າ, ”ເບີກບານມ່ວນຊື່ນ“ ພັນລະນາເຖິງບຸກຄົນທີ່ຮູ້ສຶກດີໃຈແລະເຕັມໄປດ້ວຍຄວາມສຸກຢ່າງເລິກເຊິ່ງ.

  • ບຸກຄົນໃດໜຶ່ງ ທີ່ຮູ້ສຶກມີຄວາມສຸກເມື່ອລາວມີຄວາມຮູ້ສຶກເລິກເຊິ່ງວ່າສິ່ງທີ່ລາວກຳລັງປະສົບນັ້ນມັນດີຫລາຍ.
  • ພຣະເຈົ້າເປັນຜູ້ໃຫ້ຄວາມສຸກທີ່ແທ້ຈິງແກ່ຜູ້ຄົນ.
  • ການມີຄວາມສຸກບໍ່ໄດ້ຂຶ້ນກັບສະພາບການທີ່ໜ້າຍິນດີ. ພຣະເຈົ້າສາມາດເຮັດໃຫ້ຜູ້ຄົນມີຄວາມສຸກໄດ້ເຖິງແມ່ນວ່າຈະມີສິ່ງທີ່ຫຍຸ້ງຍາກລຳບາກຫລາຍເກີດຂຶ້ນໃນຊີວິດຂອງເຂົາເຈົ້າ.
  • ບາງເທື່ອສະຖານທີ່ກໍ່ໄດ້ຖືກອະທິບາຍວ່າມີຄວາມສຸກ, ເຊັ່ນວ່າເຮືອນຫລືເມືອງ. ນີ້ໝາຍຄວາມວ່າຄົນທີ່ອາໄສຢູ່ທີ່ນັ້ນມີຄວາມເບີກບານມ່ວນຊື່ນ.

ຄຳແນະນຳ ໃນການແປ

  • ຄຳວ່າ “ຄວາມສຸກ“ ສາມາດແປໄດ້ວ່າ “ ດີໃຈ“ ຫລື “ຄວາມສຸກອັນຍິ່ງໃຫຍ່“
  • ປະໂຫຍກທີ່ວ່າ, “ເບີກບານມ່ວນຊື່ນ“ ສາມາດແປເປັນ “ປິຕິຍິນດີ“ ຫລື “ດີໃຈຫລາຍ“ ຫລືດ້ວຍຄຳທີ່ມີຄວາມໝາຍວ່າ “ຈົ່ງມີຄວາມສຸກຫລາຍໃນຄວາມດີຂອງພຣະເຈົ້າ.“
  • ບຸກຄົນທີ່ມີຄວາມສຸກສາມາດອະທິບາຍວ່າເປັນຄົນທີ່ມີ “ຄວາມສຸກຫລາຍ“ ຫລື “ດີໃຈ“ ຫລື “ດີໃຈຫລາຍ.“
  • ປະໂຫຍກທີ່ກ່າວວ່າ “ສົ່ງສຽງໂຮ່ຮ້ອງທີ່ມີຄວາມສຸກ“ ສາມາດແປເປັນ “ຮ້ອງໃນແບບທີ່ສະແດງໃຫ້ທ່ານຮູ້ສຶກດີໃຈຫລາຍ.
  • “ເມືອງທີ່ມີຄວາມສຸກ“ ຫລື “ເຮືອນທີ່ມີຄວາມສຸກ“ ສາມາເແປໄດ້ວ່າ “ເມືອງທີ່ມີຜູ້ຄົນມີຄວາມສຸກ“ ຫລື “ ເຮືອນທີ່ເຕັມໄປດ້ວຍຜູ້ຄົນທີ່ມີຄວາມສຸກ “ເມືອງທີ່ປະຊາຊົນມີຄວາມສຸກຫລາຍ.

ຄວາມສົມບູນ​ແບບ

ນິຍາມ

ໃນພຣະຄຳພີນັ້ນ ຄຳວ່າ "ສົມບູນແບບ" ໝາຍເຖິງການມີຊີວິດຄຣິດສະຕຽນທີ່ເຕີບໂຕເຕັມທີ່ ສ່ວນການເຮັດໃຫ້ສິ່ງໃດສິ່ງໜຶ່ງສົມບູນ​ແບບໝາຍເຖິງການເຮັດຈົນກວ່າສິ່ງນັ້ນດີໝົດ, ປາສະຈາກຂໍ້ຜິດພາດໃດໆ

  • ສົມບູນແບບແລະເຕີບໂຕເຕັມທີ່ນັ້ນໝາຍເຖິງຄຣິດສະຕຽນທີ່ເຊື່ອຟັງແລະປາສະຈາກບາບ
  • ຄຳວ່າ "ສົມບູນ​ແບບ" ມີຄວາມໝາຍດຽວກັບ "ຄົບຖ້ວນ" ຫຼື "ສິ່ງສົມບູນ"
  • ໃນພັນທະສັນຍາໃໝ່ ພຣະທຳຢາໂກໂບໄດ້ກ່າວໄວ້ວ່າການອົດທົນເຮັດໃຫ້ຜ່ານພົ້ນ ການທົດລອງຈະເຮັດໃຫ້ຜູ້ເຊື່ອນັ້ນເປັນຄົົນທີ່ສົມບູນແລະເຕີບໂຕເຕັມທີ່
  • ເມື່ອຄຣິດສະຕຽນສຶກສາພຣະຄຳພີແລະເຊື່ອຟັງ ພວກທ່ານຈະມີຄວາມສົມບູນດ້ານຈິດວິນຍານແລະເຕີບໂຕເຕັມທີ່ ເພາະພວກທ່ານຈະເປັນເໝືອນພຣະເຢຊູຫຼາຍຂຶ້ນ

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ອີກວ່າ "ປາສະຈາກຕຳໜິ" ຫຼື "ປາສະຈາກຂໍ້ຜິດພາດ" ຫຼື "ບໍ່ມີຂໍ້ຜິດພາດເລີຍ"

ຄວາມຍິນດີ

ນິຍາມ

“ຄວາມຍິນດີ“ ແມ່ນສິ່ງທີ່ເຮັດໃຫ້ຜູ້ໃດຜູ້ໜຶ່ງພໍໃຈຫລືເຮັດໃຫ້ເກີດຄວາມສຸກຫລາຍ.

  • ເພື່ອ “ຄວາມຍິນດີໃນ“ ບາງສິ່ງບາງຢ່າງໝາຍຄວາມວ່າ “ເພີດເພີນໃນ“ ຫລື “ມີຄວາມສຸກກັບສິ່ງນັ້ນ“
  • ເມື່ອບາງສິ່ງບາງຢ່າງເປັນທີ່ພໍໃຈຫລາຍ ຫລື ພໍໃຈກັບມັນເອີ້ນວ່າ “ດີໃຈຫລາຍ“
  • ຖ້າຄວາມເພິ່ງພໍໃຈຂອງຄົນເຮົາຢູ່ໃນບາງສິ່ງບາງຢ່າງນັ້ນໝາຍຄວາມວ່າລາວມັກມັນຫລາຍ.
  • ສຳນວນດັ່ງກ່າວ, “ຄວາມຍິນດີຂອງຂ້ອຍແມ່ນຢູ່ໃນກົດບັນຍັດຂອງພຣະຢາເວ“ ສາມາດແປວ່າ “ກົດໝາຍຂອງພຣະຢາເວເຮັດໃຫ້ຂ້ອຍມີຄວາມສຸກຫລາຍ“ ຫລື “ຂ້ອຍຮັກທີ່ຈະເຊື່ອຟັງກົດໝາຍຂອງພຣະຢາເວ“ ຫລື “ຂ້ອຍມີຄວາມສຸກເມື່ອຂ້ອຍໄດ້ເຊື່ອຟັງກົດໝາຍຂອງພຣະຢາເວ“
  • ປະໂຫຍກທີ່ວ່າ “ບໍ່ມີຄວາມຍິນດີໃນ“ ແລະ “ມີຄວາມສຸກໃນ“ ສາມາດແປວ່າ “ບໍ່ພໍໃຈເລີຍ“ ຫລື “ບໍ່ມີຄວາມສຸກເລີຍ“
  • ປະໂຫຍກທີ່ວ່າ “ເພີດເພີນກັບຕົນເອງໃນ“ໝາຍຄວາມວ່າ “ລາວມີຄວາມສຸກໃນການເຮັດ“ ບາງສິ່ງບາງຢ່າງ “ ຫລື “ ລາວມີຄວາມສຸກຫລາຍຕໍ່ບາງສິ່ງບາງຢ່າງ“ຫລື ຜູ້ໃດຜູ້ໜຶ່ງ.
  • ຄຳວ່າ “ຄວາມຍິນດີ“ ໝາຍເຖິງສິ່ງທີ່ບຸກຄົນໃດໜຶ່ງມີຄວາມສຸກ. ສິ່ງນີ້ສາມາດແປໄດ້ວ່າ “ຄວາມເພີດເພີນ“ ຫລື “ສິ່ງທີ່ໃຫ້ມີຄວາມສຸກ“
  • ການສະແດງອອກເຊັ່ນ “ຂ້ານ້ອຍດີໃຈທີ່ຈະເຮັດຕາມນຳ້ພຣະໄທຂອງພຣະອົງ“ ສາມາດແປໄດ້ວ່າ “ຂ້ານ້ອຍມີຄວາມສຸກກັບການເຮັດຕາມພຣະປະສົງຂອງພຣະອົງ“ຫລື“ຂ້ານ້ອຍດີໃຈຫລາຍເມື່ອຂ້ານ້ອຍເຊື່ອຟັງພຣະເຈົ້າ.“

​ຄວາມ​ຕາຍ, ຕາຍ, ​ຄົນ​ຕາຍ

ນິຍາມ

ຄຳ​ນີ້ ​ໃຊ້​ເພື່ອ​ ອ້າງ​ເຖີງ​ຄວາມ​ຕາຍ ​ທາງ​ຮ່າງ​ກາຍ ​ແລະ​ທາງວີນ​ຍານ ທາງ​ຮ່າງ​ກາຍ​ ເປັນ​ການ​ເວົ້າ​ເຖີງ ​ເມື່ອ​ຮ່າງ​ກາຍ​ຂອງ​ຄົນ​ຕາຍ​ແລ້ວ ແຕ່​ທາງວິນ​ຍານ​ເປັນ​ການ​ກ່າ​ວ​ເຖີງ​ຄົນ​ບາບ ​ທີ່​ຖືກ​ແຍກ​ ຈາກ​ພ​ຣະ​ເຈົ້າ​ຜູ້​ບໍ​ຣິ​ສຸດ ​ເພາະ​ບາບ​ຂອງ​ພວກ​ເຂົາ.

ຄຳ​ແນະ​ນຳ​ໃນ​ການ​ແປ

  • ໃນ​ ການ​ແປ​ຄຳ​ນີ້ ​ຄວນ​ໃຊ້​ຄຳ ​ຫລື ​ບົດ​ຄວາມ ​ທີ່​ເປັນ​ຄຳ​ທີ່​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ ​ທີ່​ເປັນ​ທຳ​ມະ​ຊາດ ​ຫລື​ຄຳ​ທີ່​ມີ​ຄວາມ​ໝາຍ​ວ່າ​ຕາຍ ​ໃນ​ພາ​ສາ​ທີ່​ແປ​.
  • ໃນ ​ບາງ​ພາ​ສາ, "ຕາຍ" ອາ​ດ​ສະ​ແດງ​​ເປັນ " ບໍ່​ມີ​ຊີ​ວິດ" ຫລື ຕາຍ​ແລ້ວ.
  • ຫລາຍ ​ພາ​ສາ​ ໃຊ້​ ການ​ປຽບ​ທຽບ ​ໃນ​ການ​ອະ​ທິ​ບາຍ​ ເຖີງ​ຄວາມ​ຕາຍ​ເຊັ່ນ, "ຈາກ​ໄປ​ແລ້ວ" ໃນ​ພາ​ສາ​ອັງ​ກິດ. ຢ່າງ​ໃດ​ກໍ​ຕາມ​ ໃນ​ພ​ຣະ​ຄັມ​ພີ ​ທີ່​ດີ​ທີ່​ສຸດ ​ຄື​ການ​ໃຊ້ ​ຄຳ​ທີ່​ຖືກຕ້ອງ​ທີ່​ສຸດ​ສຳ​ຫລັບ ​ຄວາມ​ຕາຍ ​ທີ່​ໃຊ້​ໃນ​ພາ​ສາ ​ປະ​ຈຳ​ວັນ.
  • ໃນ​ພ​ຣະ​ຄຳ​ພີ ຊີ​ວິດ​ຝ່າຍ​ຮ່າງ​ກາຍ ​ແລະ​ຄວາມ​ຕາຍ ​ມັກ​ຖຶກ​ປຽບ​ທຽບ ​ກັບ​ຊີ​ວິດ ​ແລະ​ຄວາມ​ຕາຍ​ ຝ່າຍ​ວິນ​ຍານ ເປັນ​ສິ່ງ​ສຳ​ຄັນ ​ໃນ​ການ​ແປ ​ເພື່ອ ​ໃຊ້​ຄຳ ​ຫລື ​ບົດ​ຄວາມ​ດຽວ ​ສຳ​ຫລັບ​ຄວາມ​ຕາຍ ​ທາງ​ຮ່າງ​ກາຍ ແລະ​ຄວາມ​ຕາຍ​ຝ່າຍ​ວິນ​ຍານ.
  • ໃນ ​ບາງ ​ພາ​ສາ ​ອາ​ຈ​ເວົ້າ​ໄດ້​ ຊັດ​ເຈນ​ວ່າ " ຄວາມ​ຕາຍ​ທາງວິນ​ຍານ"ເມື່ອບໍລິບົດ ຕ້ອງ​ການ​ຄວາມ​ໝາຍນັ້ນ ນັກ​ແປ​ບາງ​ຄົນ​ອາ​ດ ຮູ້​ສຶກ ວ່າ​ ເປັນ​ການ​ດີ​ທີ່​ສຸດ ​ທີ່​ຈະ​ເວົ້າ​ວ່າ "ຄວາມ​ຕາຍ​ຝ່າຍ​ຮ່າງ​ກາຍ" ໃນ​ບໍບົດທີ່​ກົງ​ກັນ​ຂ້າມ ​ກັບ​ຄວາມ​ຕາຍ ​ຝ່າຍ​ວິນ​ຍານ.
  • ຄຳເວົ້າ " ຄົນ​ຕາຍ" ຫມາຍ​ເຖີງ ​ຄົນ​ເສັຍ​ຊີ​ວິດ​ ໃນ​ບາງ​ພາ​ສາ

​ຈະ​ແປ​ວ່າ " ຜູ້​ຕາຍ" ຫລື​ "ຜູ້​ທີ່​ເສັຍ​ຊີ​ວິດ."


ຄວາມທຸກໃຈ, ເຈັບປວດສາຫັດ, ແສນລະທົມ

ນິຍາມ

ຄຳວ່າ "ທຸກໃຈ" ນີ້ກ່າວເຖິງຄວາມເຈັບປວດຮຸນແຮງຫຼືຄວາມໂສກເສົ້າ

  • ຄວາມທຸກໃຈນີ້ສາມາດໝາຍເຖິງວ່າຄວາມທຸກຝ່າກາຍຫຼືທາງອາລົມກະໄດ້
  • ຫລາຍຄັ້ງຄົນທີ່ທຸກໃຈຢ່າງຫລວງຫລາຍມັກແສດງອອກທາງສີໜ້າແລະການກະທຳ.
  • ຕົວຢ່າງເຊັ່ນຄົນທີ່ເຈັບປວດຫລາຍຈະກັດແຂ້ວຫຼືຮ້ອງອອກມາ
  • ຄຳວ່າ "ທຸກໃຈ" ອາດແປໄດ້ອີກວ່າ "ມີອາລົມໂສກເສົ້າ" ຫຼື "ເສຍໃຈຢ່າງເລິກເຊິ່ງ" ຫຼື "ເຈັບປວດຢ່າງຫລາຍ"

ຄວາມທຸກໂສກ, ການເປັນທຸກ

ນິຍາມ

ຄຳວ່າ "ຄວາມທຸກໂສກ" ແລະ "ການເປັນທຸກ" ໝາຍເຖິງການສະແດງຄວາມເສົ້າສະຫລົດໃຈຢ່າງເລິກເຊິ່ງ, ໂດຍປົກກະຕິແມ່ນຕໍ່ການເສຍຊີວິດຂອງຜູ້ໃດຜູ້ໜຶ່ງ.

  • ໃນຫລາຍວັດທະນະທຳ, ການເປັນທຸກປະກອບມີພຶດຕິກຳພາຍນອກສະເພາະທີ່ສະແດງໃຫ້ເຫັນຄວາມໂສກເສົ້າແລະຄວາມທຸກໃຈນີ້.
  • ຊາວອິດສະລາເອນແລະກຸ່ມຄົນອື່ນໆໃນສະໄໝບູຮານໄດ້ສະແດງຄວາມເສົ້າສະຫລົດໃຈໂດຍການຮ້ອງໄຫ້ແລະສຽງຮ້ອງດັງໆ. ພວກເຂົາຍັງໃສ່ເຄື່ອງນຸ່ງທີ່ຫຍາບທີ່ເຮັດດ້ວຍກະເປົາປ່ານແລະໂຮຍຂີ້ເຖົ່າໃສ່ຕົວຂອງພວກເຂົາເອງ.
  • ຜູ້ຮັບຈ້າງຮ້ອງໄຫ້ເສົ້າໂສກ, ປົກກະຕິເປັນຜູ້ຍິງເຂົາມັກຈະຮ້ອງໄຫ້ສຽງດັງແລະຮ້ອງໄຫ້ຕັ້ງແຕ່ເວລາເສຍຊີວິດຈົນເຖິງເວລາທີ່ຮ່າງກາຍຖືກວາງໄວ້ໃນອຸບໂມງ.
  • ໄລຍະເວລາຂອງການເປັນທຸກຄືປົກກະຕິແມ່ນເຈັດວັນ, ແຕ່ສາມາດແກ່ຍາວເຖິງ 30 ວັນ (ຄືກັບໂມເຊແລະອາໂຣນ) ຫລືເຈັດສິບວັນ (ຄືກັບຢາໂຄບ).
  • ໃນພຣະຄັມພີຍັງໃຊ້ຄຳສັບໃນທາງປຽບທຽບ, ເພື່ອເວົ້າກ່ຽວກັບ "ຄວາມທຸກໂສກ" ເພາະວ່າບາບ. ນີ້ ໝາຍເຖິງຄວາມຮູ້ສຶກເສົ້າສະຫລົດໃຈເພາະວ່າຄວາມບາບເຮັດໃຫ້ພຣະເຈົ້າແລະຄົນເຮົາເຈັບປວດ.

ຄວາມທຸກທໍລະມານ

ນິຍາມ

ຄຳວ່າ "ຄວາມທຸກທໍລະມານ" ອ້າງເຖິງເຖິງເວລາທີ່ຍາກລຳບາກ, ຄວາມທຸກທໍລະມານ,ແລະ ຄວາມທຸກລຳບາກ.

  • ພຣະຄຳພີໃໝ່ກ່າວວ່າຄຣິດສະຕຽນຈະອົດທົນຕໍ່ຊ່ວງເວລາແຫ່ງການກົດຂີ່ຂົ່ມເຫັງແລະຄວາມທຸກທໍລະມານແບບອື່ນໆ ເພາະປະຊາຊົນຫລາຍຄົນໃນໂລກນີ້ຕໍ່ຕ້ານຄຳສອນຂອງພຣະເຢຊູ.
  • ພຣະຄໍາພີໃຊ້ຄຳວ່າ "ຄວາມທຸກທໍລະມານທີ່ຍິ່ງໃຫຍ່" ເພື່ອອະທິບາຍໄລຍະເວລາໜຶ່ງກ່ອນທີ່ການສະເດັດມາເທື່ອທີສອງຂອງພຣະເຢຊູເມື່ອພຣະພິໂລດຂອງພຣະເຈົ້າຈະຖືກເທລົງເທິງພື້ນໂລກເປັນເວລາຫລາຍປີ.
  • ຄຳວ່າ "ຄວາມທຸກທໍລະມານ" ສາມາດແປວ່າ "ຊ່ວງເວລາແຫ່ງຄວາມທຸກທໍລະມານ" ຫລື "ຄວາມທຸກທໍລະມານ" ຫລື "ບັນຫາຮ້າຍແຮງ."

ຄວາມຝັນ

ນິຍາມ

ຄວາມຝັນ ຄືສິ່ງທີ່ຄົນເຫັນ ຫລືປະສົບການ ໃນຈິດໃຈຂອງພວກເຂົາ ໃນຂະນະທີ່ກຳລັງຫລັບຢູ່.

  • ຄວາມຝັນ ມັກຈະເບິ່ງເຫມືອນເປັນສິ່ງທີ່ ກຳລັງເກີດຂື້ນ

ຈິງໆ ແຕ່ກໍບໍ່ແມ່ນ.

  • ບາງຄັ້ງ ພຣະເຈົ້າ ຊົງເຮັດໃຫ້ຄົນຝັນ ກ່ຽວກັບບາງສິ່ງ ເພື່ອໃຫ້ພວກເຂົາສາມາດຮຽນຮູ້ ຈາກສິ່ງນັ້ນ ພຣະອົງອາດຈະກ່າວໂດຍກົງ ກັບຄົນໃນຄວາມຝັນຂອງພວກເຂົາ.
  • ໃນພຣະຄັມພີ ພຣະເຈົ້າ ຊົງໃຫ້ຄວາມຝັນພິເສດ ແກ່ບາງຄົນ ເພື່ອບອກເລື້ອງລາວບາງຢ່າງ ແກ່ພວກເຂົາ ຊຶ່ງມັກເປັນເລື້ອງທີ່ຈະເກີດຂື້ນໃນອານາຄົດ .
  • ຄວາມຝັນ ແຕກຕ່າງຈາກນີມິດ ຄວາມຝັນເກີດຂື້ນໃນຂະນະທີ່ຄົນຫລັບ ແຕ່ນີມິດ ມັກເກີດຂື້ນເມື່ອຄົນຍັງຕື່ນຕົວຢູ່.

ຄວາມ​ມຶດ

ນິຍາມ

​​ຄຳ​ວ່າ​ "ຄວາມ​ມຶດ" ຕາມ​ຕົວ​ອັກ​ສອນ ​ຫລາຍ​ເຖີງ​ການ​ຂາດ​ແສງ ນອກ​ຈາກນີ້ ​ຍັງ​ມີ​ຫລາຍ ​ຄວາມ​ໝາຍ​ທີ່​ເປັນ​ທຳ​ນອງ​ປຽບ​ທຽບ​ຂອງ​ຄຳ​ນີ້:

  • ຄຳອຸ​ປະ​ມາ​ວ່າ " ຄວາມ​ມຶດ" ໜາຍ​ເຖີງ "ສິ່ງ​ສົກ​ປົກ" ຫລື​ "ຊົ່ວ​ຮ້າຍ" ຫລື ຕາ"ບອດ​ຝາ່ຍຈິດ​ວິນ​ຍານ"
  • ນອກ​ຈາກນີ້ ​ຍັງ​ເວົ້າ​ເຖີງ​ຫຍັງ ທີ່​ກ່ຽວ​ຂ້ອງ​ ກັບ​ບາບ ​ແລະ​ການ​ເຊື່ອມ​​ຊາມທາງ​ສິລະ​ທັມ.
  • ຄຳ​ກ່າວ​ວ່າ " ອຳ​ນາດ​ແຫ່ງ​ຄວາມ​ມຶດ" ກ່າວ​ເຖີງ​ທຸກ​ສິ່ງ​ທີ່​ຊົ່ວ​ຮ້າຍ.​ແລະ​ຖຶກ​ຄຸ້ມຄອງ ​ໂດຍ​ຊາ​ຕານ.
  • ຄຳ​ວ່າ " ຄວາມ​ມຶດ" ສ​ມາດ​ໃຊ້ເປັນ​ ຄຳ​ອຸ​ປະ​ມາ ​ສຳ​ຫັບ​ຄວາມ​ຕາຍ ເບີ່ງທີ່: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)
  • ຄົນ​ທີ່ບໍ່​ຮູ້​ຈັກ​ພ​ຣະ​ເຈົ້າ​ຈະ​ເວົ້າ​ວ່າ " ດຳ​ເນີນ​ຊີ​ວີດ​ຢູ່​ໃນ​ຄວາມ​ມືດ",ຊຶ່ງ​ໝາຍ​ຄວາມ​ວ່າ ​ພວກ​ເຂົາ​ບໍ່​ເຂົ້າ​ໃຈ ​ຫລື​ປະ​ຕິ​ບັດ​ຕາມ​ຄວາມ​ຊອບ​ທັມ.
  • ພ​ຣ​ະເຈົ້າທົງ​ເປັນ​ຄວາມ​ສວ່າງ " ຄວາມ​ຊອບ​ທັມ"ແລະ​ຄວາມ​ມືດ​ຄວາມ "ຊົ່ວ"ບໍ່​ສາ​ມາດ ​ເອົາ​ຊະ​ນະ​ແສງ​ສວ່າງ​ ດັ່ງ​ກ່າວ​ໄດ້
  • ສ​ຖານ​ທີ່​ ແຫ່ງ​ການ​ລົງ​ໂທດ ​ສຳ​ຫລັບ​ຜູ້​ປະ​ຕິ​ເສດ​ພ​ຣະ​ເຈົ້າມັກ​ຖຶກ​ກ່າວ​ ​ເຖີງວ່າ " ທີ່​ມຶດ​ຂ້າງນອກ"

ຄຳ​ແນະ​ນຳ​ໃນ​ການ​ແປ

  • ​ທີ່ດີ ​ທີ່​ສຸດ​ ຄື​ການ​ແປ​ຄຳ​ນີ້,​ ຕາມ​ຕົວ​ອັກ​ສອນ ​ດ້ວຍ​ຄຳ​ໃນ​ພາ​ສາ​ ຂອງ​ໂຄງ​ການ ​ທີ່​ອ້າງ​ຖຶງ​ການ​ຂາດ​ແສງ​ສວ່າງ ນີ້

​ອາ​ດຈະ​ເປັນ​ຄຳ ​ທີ່​ກ່າວ​ເຖີງ​ຄວາມ​ມຶດ ​ໃນ​ຫ້ອງ​ທີ່ບໍ່​ມີ​ແສງ​ສະຫວ່າງ ເປັນ​ວິ​ທີ​ການ​ອະ​ທິ​ບາຍ ​ຄວາມ​ຊົ່ວ​ຮ້າຍ​ແລະ​ການ​ຫລອກ​ລວງ ​ທີ່​ກົງ​ກັນ​ຂ້າມ​ກັບ ​ຄວາມ​ດີ​ແລະ​ຄວາມ​ຈິງ.

  • ວິ​ທີ​ອື່ນ ​ໃນ​ການ​ແປ​ຄຳ​ນີ້​ອາ​ດຈະ​ເປັນ, "ຄວາມ​ມຶດ​ຂອງ​ກາງ​ຄືນ" ອັນ​ນີ້​ຂື້ນ​ຢູ່​ກັບ​ບໍຣິບົດນັ້ນໆ.

ຄວາມມຶນງົງ

ນິຍາມ

ຄວາມມຶນງົງເປັນພາວະຂອງຈິດໃຈທີ່ບຸກຄົນຍັງຕື່ນຢູ່ ແຕ່ບໍ່ເຂົ້າໃຈເຖິງສິ່ງທີ່ຢູ່ອ້ອມຕົວເຂົາເພາະເຂົາກຳລັງເບິ່ງເຫັນແລະປະສົບກັບສິ່ງອື່ນ.

  • ໃນພຣະຄຳພີໃໝ່, ຄຳນີ້ອະທິບາຍສະພາວະເໜືອທຳມະຊາດຂອງຈິດໃຈທີ່ເປໂຕແລະໂປໂລໄດ້ເກີດຂຶ້ນເມື່ອພຣະເຈົ້າກ່າວກັບພວກເຂົາໃນນິມິດ.
  • ໃນແຕ່ລະກໍລະນີ ເປໂຕແລະໂປໂລຢູ່ໃນພາວະທີ່ກຳລັງອະທິຖານເມື່ອພວກເຂົາໄດ້ຮັບສະຖານະຄວາມມຶນງົງ.
  • ພຣະເຈົ້າຊົງເປັນຜູ້ເຮັດໃຫ້ພວກເຂົາຕ້ອງມຶນງົງ.
  • ຄຳວ່າ "ມຶນງົງ" ເປັນຄຳທີ່ແຕກຕ່າງຈາກ "ນິມິດ" ຫລື "ຄວາມຝັນ" ແລະຄວນມີການແປທີ່ແຕກຕ່າງກັນ.
  • ຄຳກ່າວທີ່ວ່າ "ຕົກຢູ່ໃນຄວາມມຶນງົງ" ໝາຍເຖິງ "ຕົກຢູ່ໃນສະພາບນອນຫລັບທັນທີທັນໃດ " ໃນຂະນະທີ່ຍັງຕື່ນຢູ່.

ຄວາມຢ້ານກົວ, ຢ້ານກົວ

ນິຍາມ

ຄຳວ່າ "ຄວາມຢ້ານກົວ" ອ້າງເຖິງຄວາມຮູ້ສຶກຄຽດຢ່າງແຮງຂອງຄວາມຢ້ານແລະຢ້ານຢຳຢ່າງແຮງ. ບຸກຄົນທີ່ກຳລັງຮູ້ສຶກເຖິງຄວາມຢ້ານກົວຈະຢູ່ໃນສະພາບທີ່ເອີ້ນວ່າ "ຢ້ານກົວ."

  • ຄວາມຢ້ານກົວຈະສະເທືອນໃຈແລະເຂັ້ມຂົ້ນຫລາຍກວ່າຄວາມຢ້ານທຳມະດາ.
  • ໂດຍປົກກະຕິເມື່ອບາງຄົນຢ້ານກົວ ເຂົາຈະຢູ່ໃນອາການຕົກໃຈສຸດຂີດຫລືຕົກຕະລຶງດ້ວຍ.

ຄວາມລອດ

ນິຍາມ

ຄຳວ່າ ”ຄວາມລອດ”ແມ່ນອ້າງເຖິງການຊ່ວຍໃຫ້ປອດໄພຫລືການໄດ້ຮັບການຊ່ວຍກູ້ຈາກສິ່ງຊົ່ວຮ້າຍແລະອັນຕະລາຍ

  • ໃນພຣະຄຳພີ ”ຄວາມລອດ”ໂດຍທົ່ວໄປແມ່ນອ້າງເຖິງຝ່າຍວິນຍານແລະການປົດປ່ອຍຊົ່ວນີລັນດອນທີ່ພຣະເຈົ້າປະທານໃຫ້ແກ່ຄົນເຫລົ່ານັ້ນທີ່ເສຍໃຈໃນຄວາມຜິດບາບຂອງຕົນແລະເຊື່ອໃນພຣະເຢຊູ.
  • ໃນພຣະຄຳພີຍັງເວົ້າກ່ຽວກັບການຊົງຊ່ວຍເຫລືອຂອງພຣເຈົ້າຫລືການປົດປ່ອຍປະຊາກອນຂອງພຣະອົງຈາກສັດຕູທາງຝ່າຍເນື່ອຫນັງຂອງພວກເຂົາ.

%ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໂດຍໃຊ້ຄຳ ”ຊ່ວຍໃຫ້ປອດໄພ” ຫລຶ ”ຊ່ວຍໃຫ້ລອດພົ້ນ”ຕົວຢ່າງເຊັ່ນໃນ” ເມື່ອພຣະເຈົ້າໄດ້ຊົງຊ່ວຍປະຊາຊົນໃຫ້ປອດໄພ”.

ຄວາມເລິກລັບ, ຄວາມຈິງທີ່ຖືກປິດຊ້ອນໄວ້

ນິຍາມ

ໃນພຣະຄັມພີຄຳ່ວ່າ"ຄວາມເລິກລັບ"ອ້າງເຖິງບາງສິ່ງທີ່ບໍ່ຮູ້ແລະຢາກຈະເຂົ້າໃຈວ່າພຣະເຈົ້າຊົງອະທິບາຍ.

  • ໃນພັນທະສັນຍາໃໝ່ກ່າວໄວ້ວ່າຂ່າວປະເສີດຂອງພຣະເຢຊູຄຣິດເຈົ້າເປັນຄວາມເລິກລັບທີ່ບໍ່ເຄີຍໄດ້ຮູ້ໃນອະດີດ.
  • ໜຶ່ງໃນຈຸດທີ່ພິເສດໄດ້ອະທິບາຍວ່າໄວ້ເປັນຄວາມເລິກລັບຂອງຊາວຢິວຫຼືຄົນຕ່າງຊາດຈະເທົ່າທຽມກັນໃນພຣະຄຣິດເຈົ້າ.
  • ຄຳນີ້ສາມາດແປໄດ້ອີກວ່າ "ຄວາມລັບ" ຫຼື "ສິ່ງທີ່ປິດຊ້ອນຢູ່" ຫຼື "ສິ່ງທີ່ບໍ່ເຄີຍຮູ້ "

ຄວາມໝັ້ນໃຈ, ໝັ້ນໃຈ

ນິຍາມ

ຄຳວ່າ "ໝັ້ນໃຈ" ແລະ "ຄວາມໝັ້ນໃຈ" ກ່າວເຖິງຄວາມແນ່ໃຈວ່າບາງສິ່ງວ່າເປັນຄວາມຈິງ ຫຼືບາງຢ່າງຈະເກີດຂື້ນຢ່າງແນ່ນອນ.

  • ໃນພຣະຄຳພີ ຄຳວ່າ "ຄວາມຫວັງ" ຫລາຍຄັ້ງຫມາຍເຖີງການລໍຄອຍຢ່າງຄາດຫວັງວ່າບາງສິ່ງຈະເກີດຂຶ້ນຢ່າງແນ່ນອນ

ULB ມັກຈະແປວ່ຄຳນີ້ວ່າ "ຄວາມຫມັ້ນໃຈ" ຫຼື "ຄວາມຫມັ້ນໃຈສຳລັບອະນາຄົດ" ໂດຍສະເພາະຢ່າງຍິ່ງເມື່ອຫມາຍເຖິງ ຄາວມຫມັ້ນໃຈເຖິງການໄດ້ຮັບໃນສິ່ງທີ່ພຣະເຈົ້າຊົງສັນຍາກັບຜູ້ເຊື່ອໃນພຣະເຢຊູ.

  • ຫລາຍຄັ້ງທີ່ຄຳວ່າ "ຄວາມຫມັ້ນໃຈ" ກ່ວາຢ່າງສະເພາະເຈາະຈົງເຖິງພຣະສັນຍາທີ່ແນ່ນອນຂອງພຣະເຈົ້າ ໂດຍສະເພາະຢ່າງຍິ່ງ ຄວາມແນ່ນອນໃນວັນຫນຶ່ງ ຜູ້ທີ່ເຊື່ອໃນພຣະເຢຊູທຸກຄົນຈະໄດ້ຢູ່ກັບພຣະເຈົ້າໃນສະຫວັນຕລອດໄປເປັນນິດ.
  • ຄຳເວົ້າທີ່ວາ "ມີຄວາມຫມັ້ນໃຈໃນພຣະເຈົ້າ " ຫມາຍເຖິງການເຕັມປ່ຽມດ້ວຍວາມຄາດຫວັງ ທີ່ຈະໄດ້ຮັບແລະມີປະສົບການໃນສິ່ງທີ່ພຣະເຈົ້າໄດ້ຊົງສັນຍາໄວ້.
  • ມີ "ຄວາມຫມັ້ນໃຈ" ຫມາຍຄວາມວ່າຄວາມເຊື່ອໃນພຣະສັນຍາຂອງພຣະເຈົ້າ ແລະກະທຳດ້ວຍຄວາມແນ່ໃຈວ່າພຣະເຈົ້າຈະຊົງກະທຳໃນສິ່ງທີ່ພຣະອົງໄດ້ຊົງກ່າວ ຄຳນີ້ ສາມາດມີຄວາມຫມາຍຂອງການກະທຳ ຢ່າງກ້າຫານ ແລະມີກຳລັງໃຈ.

ຄຳແນະນຳໃນການແປ

  • ຄຳວ່າ"ຫມັ້ນໃຈ"ສາມາດແປໄດ້ວ່າ "ມີຄວາມຫມັ້ນໃຈ"

ຫຼື "ແນ່ໃຈຫລາຍ" .

  • ຄຳເວົ້າ "ຈົ່ງຫມັ້ນໃຈ"ສາມາດແປໄດ້ວ່າ "ໄວ້ວາງໃຈຢ່າງເຕັມທີ່" ຫຼື" ແນ່ໃຈຢ່າງເຕັມທີ່ກຽ່ວກັບ" ຫຼື" ຮູ້ໂດຍບໍ່ສົງໃສ" .
  • ຄຳວ່າ " ຢ່າງຫມັ້ນໃຈ" ສາມາດແປໄດ້ວ່າ" ຢ່າງກ້າຫານ" ຫຼື

"ຢ່າງແນ່ໃຈ".

  • ການແປ ຄຳວ່າ "ຄວາມຫມັ້ນໃຈ" ໃນຮູບແບບອື່ນໆ ທີ່ຂຶ້ນ

ຢູ່ກັບເນື້ອຫາ ສາມາດລວມເຖີງ " ຄວາມຫມັ້ນໃຈຢ່າງເຕັມທີ່ " ຫຼື "ຄວາມຄາດຫວັງທີ່ແນ່ໃຈ" ຫຼື "ຄວາມຄາດຫວັງທີ່ຫມັ້ນໃຈ .


ຄວາມອັບປະຍົດ, ໜ້າອັບປະຍົດ

ນິຍາມ

ຄຳວ່າ "ຄວາມອັບປະຍົດ" ກ່ຽວກັບການສູນເສຍກຽດແລະຄວາມເຄົາລົບນັບຖື.

  • ເມື່ອຄົນທຳສິ່ງທີ່ຜິດບາບ,ມັນທຳໃຫ້ເຂົາຢູ່ໃນສະພາບອັບປະຍົດຫຼືເສຍກຽດ.
  • ຄຳວ່າ "ໜ້າອັບປະຍົດ" ໃຊ້ເພື່ອອະທິບາຍລັກສະນະການກະທຳຜິດບາບຫຼືບຸກຄົນທີ່ທຳຜິດບາບ.
  • ບາງຄັ້ງຄົນທີ່ທຳສິ່ງທີ່ດີ ໄດ້ຮັບການປະຕິບັດໃນທາງທີ່ທຳໃຫ້ເຂົາຮັບຄວາມອັບປະຍົດ ຫຼືໜ້າອັບອາຍ.
  • ຕົວຢ່າງເຊັ່ນເມື່ອພຣະເຢຊູຖືກປະຫານເທິງໄມ້ກາງແຂນ,ນີ້ເປັນວິທີທີ່ທຳໃຫ້ຕາຍຢ່າງໜ້າອັບປະຍົດ.ພຣະເຢຊູບໍ່ໄດ້ທຳຫຍັງຜິດທີ່ຈະໄດ້ຮັບຄວາມອັບປະຍົດເຊັ່ນນີ້.
  • ວິທີການແປ "ຄວາມອັບປະຍົດ" ອາດລວມເຖິງ" ຄວາມອັບອາຍ " ຫຼື "ຄວາມເສຍກຽດ".
  • ວິທີການແປ "ໜ້າອັບປະຍົດ" ອາດລວມເຖິງ"ໜ້າອັບອາຍ" ຫຼື "ເສຍຊື່ສຽງ".

ຄວາມອາຍ, ໜ້າອັບອາຍ, ອາຍ

ນິຍາມ

ຄຳວ່າ“ ຄວາມອາຍ” ໝາຍເຖິງຄວາມຮູ້ສຶກທີ່ເຈັບປວດທີ່ຈະເຮັດໃຫ້ຄົນເສີຍເມີຍຍ້ອນສິ່ງທີ່ບໍ່ສົມຄວນຫລືບໍ່ເໝາະສົມທີ່ຕົນເອງຫຼືຄົນອື່ນໄດ້ເຮັດ.

  • ບາງສິ່ງບາງຢ່າງທີ່“ ໜ້າອັບອາຍ” ແມ່ນ“ ບໍ່ເໝາະສົມ” ຫຼື“ ໜ້າ ອັບອາຍ”.
  • ຄຳວ່າ“ ໜ້າອາຍ” ອະທິບາຍວ່າຄົນເຮົາຮູ້ສຶກແນວໃດເມື່ອລາວໄດ້ເຮັດສິ່ງທີ່ໜ້າອາຍ.
  • ປະໂຫຍກທີ່ວ່າ "ເຮັດໃຫ້ອັບອາຍ"ຫມາຍຄວາມວ່າຈະເອົາຊະນະຄົນຫຼືເປີດເຜີຍຄວາມບາບຂອງພວກເຂົາເພື່ອໃຫ້ພວກເຂົາຮູ້ສຶກອັບອາຍຕົວເອງ.
  • ຜູ້ເຜີຍພຣະຄຳເອຊາວກ່າວວ່າຜູ້ທີ່ເຮັດແລະບູຊາຮູບປັ້ນຈະຖືກອັບອາຍ.
  • ພຣະເຈົ້າສາມາດນຳຄວາມອັບອາຍມາສູ່ຜູ້ທີ່ບໍ່ກັບໃຈ, ໂດຍການເປີດເຜີຍຄວາມຜິດຂອງຄົນນັ້ນແລະເຮັດໃຫ້ລາວຖືກອັບອາຍ.

ຄອບຄອງ, ຊັບສິນໃນຄອບຄອງ

ນິຍາມ

ຄຳວ່າ''ຄອບຄອງ ''ແລະ ''ຊັບສິນໃນຄອບຄອງ'' ປົກກະຕິດໜາຍເຖິງການເປັນເຈົ້າຂອງບາງສິ່ງບາງຢ່າງ ແລະຄຳພວກນີ້ຍັງໜາຍເຖິງການເພີມການປົກຄອງເໜືອບາງສິ່ງບາງຢ່າງຫລືຢືດຄອງຟື້ນທີ່ບາງແຫ້ງຂອງຟື້ນດິນ.

  • ໃນພັນທະສັນຍາເດີມ, ຄຳນີ້ມັກໃຊ້ໃນກໍ​ລະ​ນີຂອງ''ການຄອງຄອງ''ຫລື''ການຢືດຊັບສິນໃນຄອບຄອງ''ຟື້ນທີ່ບາງແຫ່ງຂອງແຜ່ນດິນ.

  • ເມືອພຣະເຢໂຮວາໄດ້ຊົງບັນຊາຊາວອິດສະຣາເອນ ໃຫ້''ຄອບຄອງ''ແຜ່ນດິນການາອານ, ນັ້ນໝາຍເຖິງພວກເຂົາຕ້ອງເຂົ້າໄປໃນແຜ່ນດິນແລະອາໃສ່ຢູ່ທີ່ນັ້ນ. ນີ້ກຽ່ວຂອ້ງກັບການຊະນະຄົນການາອານຄັ້ງທຳອິດທີ່ອາໄສຢູ່ໃນແຜ່ນດິນນັ້ນ.

  • ພຣະເຢໂຮວາ ໄດ້ເວົ້າກັບຊາວອິດສະຣາເອນວ່າພຣະອົງໄດ້ປະທານແຜ່ນດິນການາອານໃຫ້ເປັນ''ຊັບສົມບັດຂອງພວກເຂົາ'' ນີ້ສາມາດແປໄດ້ວ່າ''ເປັນສະຖານທີ່ໂດຍຊອບທຳທີ່ຈະອາໄສຢູ່.''

  • ຄົນອິດສະຣາເອນຍັງເອີນວ່າ ''ຊັບສົມບັດໃນຄອບຄອງພິເສດ'' ຂອງພຣະເຢໂຮວາ.'' ໝາຍເຖິງພວກເຂົາເປັນຂອງພຣະອົງໃນຖານະປະຊາກອນຂອງພຣະອົງຜູ້ທີ່ຖືກພຣະອົງເອີນມາສະເພາະເຈາະຈົ່ງເພື່ອໃຫ້ນະມັດສະການຮັບໃຊ້ພຣະອົງ.

    %ຄຳແນະນຳໃນການແປ

  • ຄຳວ່າ '' ຄອບຄອງ'' ສາມາດແປວ່າ ''ເປັນເຈົ້າຂອງ'' ຫລື''ມີ''

'' ຫລື ''ມີອຳນາດເໜືອ''

  • ຄຳ​ວ່າ ''ການຢືດຄອງ''ສາມາດແປວ່າ ''ການຄວບຄຸມ'' ຫລື ' ' ''ຄອບຄອງ ''ຫລື ''ອາໄສຢູ່ເທີງ'' ຂື້ນຢູ່ກັບກໍ​ລະ​ນີ.

  • ເມືອອ້າງເຖຶງສິ່ງທີ່ຄົນເປັນເຈົ້າຂອງ '' ຊັບສິນໃນຄອບຄອງ''

    ສາມາດແປວ່າ ''ຊັບສິນທີ່ເປັນເຈົ້າຂອງ'' ຫລື '' ຊັບສິນ'' ຫລື ''ສິ່ງທີ່ເປັນເຈົ້າຂອງ'' ຫລື ''ສິ່ງຕ່າງໆ ທີ່ພວກເຂົາເປັນເຈົ້າຂອງ''

  • ເມື່ອພຣະເຢໂຮວາຊົງເອີ້ນພວກອິດສະຣາເອນ'' ຊັບສິນພິເສດຂອງເຮົາ'' ນັ້ນສາມາດແປວ່າ ''ປະຊາກອນພິເສດຂອງເຮົາ'' ຫລື'' ປະຊາກອນທີ່ເປັນຂອງເຮົາ'' ຫລື ''ປະຊາກອນຂອງເຮົາທີ່ເຮົາຮັກແລະປົກຄອງ.''

  • ປະໂຍກ''ຂອງນັ້ນຈະເປັນຊັບສິນຂອງເຂົາ''ເມື່ອອ້າງເຖີງແຜ່ນດິນ ຫມາຍຄວາມວ່າ '' ພວກເຂົາ​ຈະຄອບຄອງແຜ່ນດິນ '' ຫລື ''ແຜ່ນດິນຈະເປັນຂອງພວກເຂົາ. ''

  • ຄຳກ່າວ ''ພົບໃນຊັບສິນຂອງເຂົາ '' ສາມາດແປວ່າ '' ທີ່ເຂົາກຳລັງຖືຢູ່'' ຫລື'' ທີ່ເຂົາໄດ້ມີກັບເຂົາ.''

  • ຄຳ​ວ່າ''ຊັບສິນຂອງທ່ານ''ສາມາດແປວ່າ '' ທີ່ເຂົາກຳຖືຢູ່ ''ຫລື'' ທີ່ເຂົາໄດ້ມີກັບເຂົາ. ''

  • ຄຳ​ວ່າ''ຊັບສິນຂອງທ່ານ'' ສາມາດແປວ່າ '' ເຊັ່ນບາງສິ່ງທີ່ເປັນຂອງທ່ານ'' ຫລື '' ເຊັ່ນສະຖານທີ່ທີ່ປະຊາຊົນຂອງທ່ານຈະອາໃສເປັນຂອງທ່ານ'' ຫລື '' ເຊັ່ນສະຖານທີ່ທີ່ປະຊາກອນຊອງທ່ານອາໃສຢູ່.''

  • ຄຳ​ວ່າ '' ໃນຊັບສິນຂອງເຂົາ'' ສາມາດແປໄດ້ວ່າ ''ທີ່ເຂົາເປັນເຈ້າຂອງ'' ຫລື '' ເຊີ່ງເປັນຂອງເຂົາ.''


ຄອບຄົວ

ນິຍາມ

ຄໍາວ່າ "ຄອບຄົວ" ແມ່ນເວົ້າເຖິງກຸ່ມຄົນທີ່ມີຄວາມສໍາພັນທາງສາຍເລືອດ ແລະໂດຍປົກກະຕິແລ້ວຈະໝາຍເຖິງ ພໍ່, ແມ່, ແລະບັນດາລູກໆ ຂອງເຂົາເຈົ້າ. ບາງເທື່ອຈະລວມເຖິງພີ່ນ້ອງໃນລະດັບອື່ນໆ ນໍາເຊັ່ນ ປູ່, ຍ່າ, ຕາ, ຢາຍ, ຫລານ, ລຸງແລະປ້າ.

  • ຄອບຄົວຊາວເຮັບເຣີ ເປັນຄອບຄົວຊຸມຊົນທາງສາສນາທີ່ສົ່ງຕໍ່ປະເພນີຜ່ານທາງການນະມັດສະການແລະການສັ່ງສອນ.
  • ໂດຍທົ່ວໄປແລ້ວ ພໍ່ເປັນຜູ້ທີ່ມີອໍານາດສໍາຄັນທີ່ສຸດຂອງຄອບຄົວ.
  • ຄອບຄົວ ອາດຈະລວມທັງຄົນໃຊ້ ເມຍນ້ອຍ ຫລືແມ່ນກັບທັງເຖິງຄົນຕ່າງຊາດ.
  • ບາງພາສາອາດຈະມີຖ້ອຍຄໍາທີ່ກວ້າງເຊັ່ນ "ຕະກູນ" ຫລື "ຄົວເຮືອນ" ທີ່ເໝາະສົມກັບໃນຖ້ອຍຄໍາຫລາຍກວ່າຄໍາວ່າຜູ້ປົກຄອງ ຫລືລູກຫລານທີ່ຖືກເວົ້າເຖິງ.
  • ຄໍາວ່າ "ຄອບຄົວ" ຖືກໃຊ້ເພື່ອເວົ້າເຖິງຄົນຜູ້ທີ່ມີຄວາມສໍາພັນ ຝ່າຍວິນຍານເຊັ່ນ ຄົນຜູ້ຊຶ່ງເປັນສ່ວນນຶ່ງໃນຄອບຄົວຂອງພຣະເຈົ້າ ເພາະເຂົາເຈົ້າເຊື່ອສັດທາໃນພຣະເຢຊູ.

ຄັນໄຖ

ນິຍາມ

"ຄັນໄຖ"ເປັນເຄື່ອງມືການກະເສດທີ່ໃຊ້ເພື່ອການຂຸດໄຖດິນເພື່ອຕຽມທີ່ສຳລັບການປູກຝັງ

  • ຄາດມີຄວາມຄົມ ປາຍແຫຼມຄົມນັ້ນໃຊ້ຂຸດລົງໄປໃນດິນ ໂດຍທົ່ວໄປຈະມີດ້າມຈັບທີ່ຊາວນາໃຊ້ບັງຄັບຄາດ
  • ໃນສະໄໝຂອງພຣະຄຳພີ ຄັນໄຖນັ້ນມັກຈະໃຊ້ງົວຕົວຜູ້ໜຶ່ງຄູ່ຫລືສັດເຮັດວຽກອື່ນດຶງຄັນໄຖ
  • ຄາດສ່ວນໃຫຍ່ເຮັດມາຈາກໄມ້ແຂງນອກຍົກເວັ້ນປາຍທີ່ຄົມທີ່ເຮັດດ້ວຍໂລຫະເຊັ່ນທອງສຳລິດຫລືເຫຼັກ

ຄາດ, ຮັດ

ນິຍາມ

ຄຳວ່າ "ຄາດ "ຫມາຍເຖິງໃຊ້ສາຍຄາດເພື່ອຮັດຮອບໆ ຂອງບາງສິ່ງ ມັນອ້າງເຖິງການການໃຊ້ສາຍແອວຫລືເຊືອກມັດເເອວເພື່ອເຮັດໃຫ້ເສື້ອຊັ້ນນອກຫລືເສື້ອຄຸມສາມາດຢູ່ໄດ້.

  • ຄຳເວົ້າທົ່ວໄປໃນພຣະຄັມພີ "ຄາດເເອວຂອງທ່ານ" ໝາຍເຖິງເອົາເສື້ອຄຸມສອດເຂົ້າໄປໃນສາຍເເອວເພື່ອໃຫ້ສາມາດເຮັດວຽກສະດວກ.
  • ຄຳເວົ້ານີ້ໝາຍຄວາມວ່າໃຫ້ກຽມພ້ອມສຳລັບການທຳງານຫລືໃຫ້ຕຽມທີ່ຈະເຮັດບາງສິ່ງທີ່ຍາກ.
  • ຄຳເວົ້າ "ຄາດແອວຂອງທ່ານ"ສາມາດແປໄດ້ໂດຍໃຊ້ສຳນວນໃນພາສາເປົ້າໝາຍທີ່ມີຄວາມໝາຍຄືກັນ.ຫືຼສາມາດແປໂດຍບໍ່ຕ້ອງມີການປຽບທຽບເຊັ່ນ "ຕຽມຕົວເອງໃຫ້ພ້ອມທີ່ຈະຮັບການກະທຳ "ຫລື "ກຽມຕົວເອງໃຫ້ພ້ອມ".
  • ຄຳວ່າ "ຄາດດ້ວຍ"ສາມາດແປວ່າ "ລ້ອມຮອບດ້ວຍ" ຫືຼ "ພັນດ້ວຍ "ຫືຼ "ຮັດດ້ວຍ."

ຄ້ຳຄວນ

ນິຍາມ

ຄຳວ່າ "ຄ້ຳຄວນ" ອ້າງເຖິງການເປັ່ງສຽງສູງສຽງຕ່ຳ,ຊຶ່ງເກີດຈາກຄວາມທຸກທາງຮ່າງກາຍຫລືຈິດໃຈ. ໂດຍປົກກະຕິມັກຈະຄ້ຳຄວນໂດຍບໍ່ມີຄຳໃດໆ.

  • ບຸກຄົນສາມາດຄ້ຳຄວນເພາະຮູ້ສຶກເສົ້າໂສກເສຍໃຈ.
  • ການຄ່ຳຄວນສາມາດເກີດຈາກສາເຫດຂອງຄວາມຮູ້ສຶກບໍ່ດີ,

ຫລືພາລະທີ່ກົດດັນ.

  • ວິທີອື່ນໃນການແປຄຳວ່າ "ຄ້ຳຄວນ,"ນີ້ສາມາດລວມເຖິງ "ຮ້ອງໃຫ້ດວ້ຍສຽງຕ່ຳ" ຫລື "ເສຍໃຈຢ່າງສຸດຊຶ້ງ".
  • ຖ້າເປັນຄຳນາມແປວ່າ "ສຽງຮ້ອງໃຫ້ເປັນທຸກຕ່ຳໆ," ຫລື "ສຽງພຶມພຳຂອງຄວາມເຈັບປວດ".

ຄໍາສັ່ງ, ກົດ, ພຣະຣາຊະດີກາ

ນິຍາມ

ຄຳວ່າ "ຄຳສັ່ງ, ກົດ, ພຣະຣາຊະດີກາ" ຊຶ່ງເປັນຕົວກຳນົດກົດລະບຽບ ຫລື ຄຳສັ່ງ ເພື່ອໃຫ້ປະຊາຊົນກະທຳຕາມ. ຄຳນີ້ມີຄວາມກ່ຽວຂ້ອງກັບຄຳວ່າ "ແຕ່ງຕັ້ງ."

  • ບາງເທື່ອຄຳສັ່ງ ເປັນປະເພນີ ທີ່ໄດ້ກະທຳສືບທອດກັນຕໍ່ມາຢ່າງຍາວນານ.
  • ໃນພຣະຄັມພີ, ຄຳວ່າ "ຄຳສັ່ງ" ຄືບາງສິ່ງທີ່ພຣະເຈົ້າ ໄດ້ບັນຊາຊາວອິສະຣາເອນ ໃຫ້ກະທຳຕາມ. ໃນບາງເທື່ອພຣະອົງໄດ້ຊົງສັ່ງໃຫ້ພວກເຂົາ ປະຕິບັດຕາມຕະຫລອດໄປ.
  • ຄຳວ່າ "ຄຳສັ່ງ" ສາມາດແປວ່າ "ກົດສາທາຣະນະ" ຫລື "ກົດລະບຽບ" ຫລື "ກົດຫມາຍ" ຂຶ້ນຢູ່ກັບບໍຣິບົດທີ່ນໍາໃຊ້.

ຄໍາສາບານ, ສາບົດ, ສາບານໂດຍ...

ນິຍາມ

ໃນພຣະຄັມພີ, ການສາບານ ຄືການເຮັດສັນຍາ ເປັນທາງການວ່າຈະເຮັດສິ່ງໃດສິ່ງໜຶ່ງ. ບຸກຄົນທີ່ສາບານນັ້ນ ຈະຕ້ອງທໍາຕາມທີ່ສັນຍາໄວ້ ການສາບານກ່ຽວຂ້ອງ ກັບຄວາມມຸ່ງຫມັ້ນທີ່ຈະສັດຊື່ ແລະຈິງໃຈ.

  • ຫລາຍເທື່ອຢູ່ໃນສານ, ພະຍານໃຫ້ຄໍາສາບານ ເພື່ອສັນຍາວ່າສິ່ງທີ່ເຂົາຈະເວົ້ານັ້ນເປັນຄວາມຈິງ ແລະຕົງຕາມຂໍ້ແທ້ຈິງ.
  • ໃນພຣະຄັມພີນັ້ນ ຄໍາວ່າ "ສາບານ" ໝາຍເຖິງການກ່າວຄໍາສາບານ.
  • ຄໍາວ່າ "ສາບານໂດຍ" ຫມາຍເຖິງ ການອ້າງເຖິງນາມ ຫລືຊື່ຂອງບາງສິ່ງ ເຊິ່ງເປັນພື້ນຖານ ຫລືມີພະລັງຕໍ່ຄໍາສາບານນັ້ນ.
  • ບາງຄັ້ງ ຄໍາເຫລົ່ານີ້ ຈະໃຊ້ນໍາກັນ 'ສາບົດສາບານ.'
  • ອັບຣາຮາມ ແລະອາບີເມເຫລັກ ໄດ້ກ່າວຄໍາສາບານເມື່ອພວກເຂົາ ໄດ້ເຮັດພັນທະສັນຍາຮ່ວມກັນ ກ່ຽວກັບການໃຊ້ ບໍ່ນໍ້າ.
  • ອັບຣາຮາມ ໃຫ້ຄົນໃຊ້ສາບານ (ຫລືສັນຍາຍ່າງເປັນທາງການ) ວ່າເຂົາຈະຫາເມຍ ໃຫ້ອີຊາກຈາກບັນດາຕະກູນ ຂອງອັບຣາຮາມ.
  • ພຣະເຈົ້າກໍກ່າວ ຄຳສາບານເຊັ່ນດຽວກັນ ເຊິ່ງພຣະອົງສັນຍາກັບປະຊາກອນຂອງພຣະອົງ.
  • ຄວາມໝາຍຂອງຄໍາວ່າ "ສາບົດ" ໃນສະໄຫມໃຫມ່ ນັ້ນໝາຍເຖິງການໃຊ້ຄໍາເວົ້າທີ່ບໍ່ສຸພາບ ເຊິ່ງບໍ່ແມ່ນຄວາມໝາຍ ດຽວກັນທີ່ໃຊ້ໃນພຣະຄັມພີ.

ຄໍາແນະນໍາໃນການແປ

  • ຂຶ້ນຢູ່ກັບບໍຣິບົດ ຄໍາວ່າ "ຄໍາສາບານ" ນັ້ນສາມາດແປໄດ້ວ່າ "ຄໍາປະຕິຍານ" ຫລື "ການສັນຍາ ຢ່າງເປັນພິທີການ."
  • ຄໍາວ່າ "ສາບົດ" ສາມາດແປໄດ້ວ່າ "ສັນຍາຢ່າງເປັນທາງການ" ຫລື "ປະຕິຍານວ່າ" ຫລື "ໃຫ້ຄໍາໝັ້ນວ່າ ຈະທໍາບາງສິ່ງບາງຢ່າງ"
  • ວິທີອື່ນໃນການແປ "ປະຕິຍານໃນນາມຂອງເຮົາ​" ສາມາດລວມ "ເຮັດສັນຍາ ໂດຍໃຊ້ນາມຂອງເຮົາ ເພື່ອຢືນຢັນ."
  • "ການສັນຍາ ໂດຍຟ້າສະຫວັນ ແລະແຜ່ນດິນໂລກ" ນັ້ນສາມາດແປໄດ້ວ່າ, "ສັນຍາທີ່ຈະເຮັດ ບາງສິ່ງບາງຍ່າງໂດຍເອົາສະຫວັນ ແລະແຜ່ນດິນໂລກ ມາຢືນຢັນ."
  • ໃຫ້ໝັ້ນໃຈວ່າ ການແປຄໍາວ່າ "ສາບົດ" ຫລື "ສາບານ" ນັ້ນບໍ່ໄດ້ອ້າງເຖິງ ການສາບແຊ່ງ. ໃນພຣະຄັມພີ ແມ່ນບໍ່ມີຄວາມຫມາຍແບບນັ້ນ.

ຄິດຄ້ຳຄວນ

ນິຍາມ

ຄຳວ່າ "ຄິດຄ້ຳຄວນ" ໝາຍເຖິງການໃຊ້ເວລາຄິດກ່ຽວກັບບາງສິ່ງບາງຢ່າງ ດ້ວຍຄວາມຮອບຄອບແລະເລິກເຊິ່ງ.

  • ຄຳນີ້ຖືກໃຊ້ເລື້ອຍໆ ໃນພຣະຄັມພີ ເພື່ອໃຫ້ຄິດເຖິງກ່ຽວກັບພຣະເຈົ້າ ແລະຄຳສັ່ງສອນຂອງພຣະອົງ.
  • ເພງສັນລະເສີນ ບົດທີ 1 ບອກວ່າ ຜູ້ທີ່ພາວັນນາພຣະຄັມຂອງພຣະເຈົ້າ "ທັງກາງເວັນແລະກາງຄືນ" ຈະໄດ້ຮັບພຣະພອນທີ່ຍິ່ງໃຫຍ່.

ຄຳແນະນຳໃນການແປ

  • ການ "ຄິດຄ້ຳຄວນ" ຍັງສາມາດແປໄດ້ອີກວ່າ "ຄິດດ້ວຍຄວາມລະມັດລະວັງແລະເລິກເຊິ່ງ" ຫລື "ພິຈາລະນາຢ່າງຖີ່ຖ້ວນ" ຫລື "ຄິດເຖິງຢູ່ເລື້ອຍໆ."
  • ລັກສະນະຂອງຄຳນາມແມ່ນ "ການຄິດຄ້ຳຄວນ" ແລະຍັງສາມາດແປໄດ້ອີກວ່າ, "ຄິດໃຫ້ເລິກໆ." ປະໂຫຍກທີ່ບອກວ່າ "ການຄິດຄ້ຳຄວນດ້ວຍຫົວໃຈຂອງຂ້ອຍ" ສາມາດແປໄດ້ອີກວ່າ "ຂ້ອຍຄິດເຖິງນັ້ນດ້ວຍຄວາມເລິກເຊິ່ງ" ຫລື "ຂ້ອຍຄິດເຖິງສິ່ງນັ້ນເລື້ອຍໆ."

ຄືກັນ, ຄ້າຍຄືກັນ

ນິຍາມ

ຄຳວ່າ " ຄືກັນ " ແລະ " ຄວາມຄ້າຍຄືກັນ " ອ້າງອີງເຖີງບາງສິ່ງທີ່ຄືກັນ ຫລືຄ້າຍຄືກັນກັບບາງສິ່ງບາງຢ່າງ

  • ຄຳວ່າ " ຄືກັນ " ສ່ວນຫລາຍມັກຈະໃຊ້ໃນການກ່າວເປັນຄຳອຸປະມາທີ່ເອີ້ນວ່າ " ຄຳອຸປະມາ " ເຊຶ່ງບາງຢ່າງຖືກປຽບທຽບກັບອີກຢ່າງຫນຶ່ງ ໂດຍປົກກະຕິຈະສະແດງເຖຶງລັກສະນະຕົວຢ່າງເຊັ່ນ " ຄຳອຸປະມາ " ເຄື່ອງນຸ່ງຂອງເຂົາສ່ອງປະກາຍຄືກັບດວງຕາເວັນ ແລະ ສຽງດັງຄືກັບຟ້າພ່າ ( ເບິງ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-simile)
  • ເປັນຄືກັນ " ຫລື " ສຽງຄືກັນ " ຫລື " ຄືກັນ " ບາງຢ່າງຫລືບາງຄົນຫມາຍເຖຶງ ມີຄຸນນະພາບທີ່ຄ້າຍຄືກັນກັບສິ່ງຂອງ ຫລື ບຸກຄົນທີ່ກຳລັງປຽບທຽບ.
  • ຄົນຖືກເນລະມິດສ້າງຂື້ນມາ ໃນ " ຄວາມຄ້າຍຄືກັນ " ຂອງພຣະເຈົ້າ ນັ້ນຄື ໃນ " ພຣະສາຍາ " ຂອງພຣະອົງນີ້ຫມາຍຄວາມວ່າພວກເຂົາມີຄຸນນະພາບ ຫລື ຄຸນລັກສະນະ " ຄືກັນ " ຫລື " ຄ້າຍຄືກັນ " ກັບຄຸນນະພາບທີ່ພຮະເຈົ້າຊົງມີຢູ່ ຢ່າງເຊັ່ນຄວາມສາມາດໃນການຄິດ ຮູ້ສຶກ ແລະ ສືສານ.
  • ການມີ " ຄວາມຄເ້າຍຄືກັນ " ກັບບາງສິ່ງບາງຄວາມຫມາຍຄຳວ່າມີບຸກຄະລິກ ລັກສະນະທີ່ຄືກັນກັບສິ່ງທີ່ບຸກຄົນນັ້ນ.

ຄຳແນະນຳໃນການແປ

  • ໃນບາງບົດ ຄຳກ່າວວ່າ " ໃນການຄ້າຍຄືກັນ " ສາມາດແປວ່າ " ສິ່ງໃດທີ່ຄ້າຍຄືກັນ " ຫລື " ຫລືບາງສິ່ງທີ່ປະກົດອອກມາເປັນ. "
  • ຄຳວ່າ " ໃນຄວາມຄ້າຍຄືການຕາຍຂອງພຣະອົງ " ສາມາດແປວ່າ " ມີປະສົບການຮ່ວມໃນການຕາຍຂອງພຣະອົງ " ຫລື " ສຳກັບການມີປະສົບການໃນການຕາຍຮ່ວມກັບພຣະອົງ. "
  • ຄຳກ່າວ " ໃນການເປັນຄືກັບເນື້ອຫນັງທີ່ມີບາບ " ສາມາດແປວ່າ " ເປັນຄືກັນກັບຄົນບາບຄົນຫນຶ່ງ " ຫລື " ເປັນມະນຸດຄົນຫນຶ່ງ " ຈົງໃຫ້ແນ່ໃຈວ່າການແປຄຳນີ້ບໍ່ໄດ້ແປວ່າພຣະເຢຊູຊົງເປັນຄົນບາບ " ໃນການເປັນຄືກັນກັບພວກເຂົາ " ສາມາດແປວ່າ " ເປັນຄືເຂົາ " ຫລື " ມີຫລາຍສິ່ງທີ່ມີຄຸນສົມບັດທີ່ເຂົາມີ. "
  • ຄຳກ່າວ " ການເປັນຄືກັນໃນພາບລັກຂອງຄົນທີ່ເປື່ອຍເນົ່າ ຂອງນົກ ສັດປ່າສີ່ຕີນ ແລະ ສິ່ງຕ່າງໆທີ່ເລືຍຄານ " ສາມາດແປວ່າ " ຮູບເຄົາລົບຖືກສ້າງຂື້ນເຮັດໃຫ້ເປັນຄ້າຍຄືກັບມະນຸດທີ່ເປື່ອຍເນົ່າ ຫລື ສັດເຊັ່ນ ນົກ ສັດປາ ສັດໂຕນ້ອຍ ແລະ ສິ່ງທີ່ເລືຍຄານຕ່າງໆ. "

ຄຸກ, ນັກໂທດ, ຄົນທີ່ຖືກຂັງ

ນິຍາມ

ຄຳວ່າ "ຄຸກ" ໝາຍເຖິງສະຖານທີ່ເຫຼົ່າອາດຊະຍາກອນຖືກກັກໄວ້ເພື່ອເປັນການລົງໂທດເພາະອາດຊະຍາກັມຂອງພວກເຂົາ "ນັກໂທດ" ຄືຄົົນທີ່ຖືກຂັງໄວ້ໃນຄຸກ

  • ບຸກຄົນອາດຖືກຂັງໄວ້ໃນຄຸກໃນຂະນະທີ່ລໍການຕັດສິນໃນຄະດີ
  • ຄຳວ່າ "ຈຳຄຸກ" ໝາຍເຖິງ "ຂັງໄວ້ໃນຄຸກ" ຫລື "ຂັງໄວ້ເປັນຊະເລີຍ"
  • ຜູ້ປະກາດພະທຳຫຼາຍຄົນແລະຜູ້ຮັບໃຊ້ພະເຈົ້າຫຼາຍຄົນກໍໂດນຂັງໃນຄຸກເຖິງວ່າພວກທ່ານຈະບໍ່ໄດ້ເຮັດສິ່ງໃດຜິດກໍຕາມ

ຄຳແນະນຳໃນການແປ

  • ອີກຄຳໜຶ່ງຂອງຄຳວ່າ "ຄຸກ" ຫລື "ທີ່ກັກຂັງ"
  • ຄຳນີ້ສາມາດແປວ່າ "ຄຸກໃຕ້ດິນ" ໃນກໍລະນີທີ່ຄຸກຢູ່ໃຕ້ດິນຫລືໃຕ້ປຣາສາດຫລືອາຄານອື່ນໆ
  • ຄຳວ່າ "ພວກນັກໂທດ" ສາມາດອ້າງເຖິງໂດຍທັ່ວໄປຄືປະຊາຊົນທີ່ຖືກຈັບເປັນຊະເລີຍໂດຍສັດຕູແລະຖືກຂັງໄວ້ໃນບາງແຫ່ງທີ່ພວກເຂົາຕ້ອງການ ວິທີອື່ນທີ່ແປຄວາມຫມາຍນີ້ຄື "ຖືກຈັບເປັນຊະເລີຍ"
  • ວິທີອື່ນທີ່ແປ "ຖືກຂັງຄຸກ" ສາມາດແປວ່າ "ຖືກເກັບໄວ້ໃນຖານະນັກໂທດ" ຫລື "ຖືກເກັບໄວ້ເປັນຊະເລີຍ" ຫລື "ຕົກເປັນຊະເລີຍ"

ຄຸນນະສົມບັດ, ມີຄຸນນະສົມບັດ

ນິຍາມ

ຄຸນນະສົມບັດ ຄືການອ້າງເຖີງສິດທີ່ຈະໄດ້ຮັບຜົນປະໂຫຍດບາງຢ່າງຫຼືການໄດ້ຮັບສິດບາງຢ່າງ.

  • ບຸກຄົນມີຄຸນນະສົມບັດທີ່ຖືກເລືອກ ສຳລັບງານນີ້ຕ້ອງເປັນບຸກຄົນທີ່ຜ່ານການຝຶກຝົນແລະຜ່ານການອົບຮົມສຳລັບງານ.

  • ເນື້ອໃນຈົດໝາຍເວົ້າເຖີງຄຣິ​ສ​ຕະຈັກໂກໂລຊາຍ, ອັກຄະສາວົກ ໂປໂລໄດ້ຂຽນວ່າ ພຣະເຈົ້າພຣະບິດາໄດ້ຖືວ່າທຸກຄົນທີ່ເຊື່ອແມ່ນມີຄຸນນະສົມບັດຄວາມພ້ອມ ໃນການມີສ່ວນຮ່ວມໃນລາດສະອານາຈັກຂອງຄວາມສະວ່າງຂອງພຣະອົງ ນີ້ໝາຍຄວາມວ່າ ພ​ຣະເຈົ້າປະທານທຸກຢ່າງທີ່ຈຳເປັນສຳລັບຄົນຊອບທຳ.

  • ຜູ້ທີ່ເຊື່ອບໍ່ສາມາດໄດ້ຮັບຊິດ ໃຫ້ເປັນສ່ວນນື່ງໃນແຜ່ນດິນຂອງພຣະເຈົ້າ ໂດຍການທຳດີຂອງເຂົາແຕ່ເຂົາໄດ້ຮັບສິດນີ້ເພາະພຣະເຈົ້າໄດ້ໄຖ່ເຂົາດ້ວຍພຣະໂລຫິດຂອງອົງພຣະຄຮິດ.

    % ແນະນຳໃນການແປ

  • ຄຳວ່າ ຄຸນນະສົມບັດ ອາດໝາຍຄວາມວ່າ ຄວາມ​ຊໍ​ານານຫຼືຄວາມສາມາດ ຂື້ນຢູ່ກັບປະໂຍກນັ້ນໆ.

  • ຄຳວ່າ ຄຸນນະສົມບັດ ບາງຄົນອາດຈະແປວ່າ: ຕຽມພ້ອມ, ຫຼື ສາມາດ ຫຼືມີພະລັງ.

ເບີ່ງເພີ່ມເຕີມ: Colossae, godly, kingdom, light, Paul, redeem)


ຄູ, ອາຈານ

ນິຍາມ

ຄູ ເປັນບຸກຄົນຜູ້ໃຫ້ຄຳໃໝ່ໆໃຫ້ກັບຜູ້ຄົນ ຄູຊ່ອຍໃຫ້ຜູ້ອືນໄດ້ຮັບຄວາມຮູ້ແລະທັກສະໃໝ່ນຳ.

  • ໃນພຣະຄຳພີຄຳວ່າ"ຄູ" ຈະໃຊ້ໃນຄວາມໝາຍພຶເສດກ່ຽວກັບຄົນທີ່ສອນເລື່ອງລາວຂອງພຣະເຈົ້າ ບໍ່ໄດ້ໝາຍເຖຶງຄູທີ່ສອນໃນໂຮງຮຽນ.
  • ປະຊາຊົນທີ່ຮຽນຈາກຄູຈະເອຶ້ນວ່າ "ສຶດ" ຫຼື"ສາວົກ"
  • ໃນຄຳແປຂອງພຣະຄຳພີບາງສະບັບ ຄຳສັບຈະໃຊ້ຕັວໜັງສືໃຫຍ່("ພຣະອາຈານ")ເມື່ອໃຊ້ເປັນຕຳແໜ່ງຂອງພຣະເຢຊູເຈົ້າ.

ຄຳແນະນຳໃນການແປ

  • ຄຳທຳມະດາຂອງຄູສາມາດແປໄດ້ວ່າ, ນອກຈາກນີ້ຄຳນັ້ນໃຊ້ກັບຄູໃນໂຮງຮຽນ.
  • ບາງວັດທະນະທຳອາດຈະໃຊ້ພຶເສດສຳຫລັບຄູສາດສະໜາ ເຊ່ນ "ເຊີ" ຫຼື "ຣັບບີ"ຫຼື "ນັກເທດສະໜາ".

ຄົນເກັບພາສີ

ນິຍາມ

“ ຜູ້ເກັບພາສີ” ແມ່ນພະນັກງານຂອງລັດຖະບານທີ່ມີໜ້າທີ່ຮັບເງິນທີ່ປະຊາຊົນຈຳເປັນຕ້ອງຈ່າຍໃຫ້ລັດຖະບານເປັນພາສີ.

  • ໃນສະ ໄໝຂອງພຣະເຢຊູແລະອັກຄະສາວົກ, ລັດຖະບານໂຣມໄດ້ຮຽກເກັບພາສີຈາກທຸກຄົນທີ່ອາໄສຢູ່ໃນອານາຈັກໂຣມ, ລວມທັງຊາວຢິວ.
  • ຄົນທີ່ເກັບພາສີສຳລັບລັດຖະບານໂຣມມັກຈະຕ້ອງການເງິນຈາກປະຊາຊົນຫຼາຍກວ່າທີ່ລັດຖະບານຕ້ອງການ. ຄົນເກັບພາສີຈະເກັບຮັກສາໄວ້ຈຳນວນເງິນເພີ່ມໃຫ້ຕົວເອງ.
  • ເພາະຄົນເກັບພາສີໄດ້ຫລອກລວງປະຊາຊົນໃນການເກັບພາສີ ຄົນຢຶວຈືງພຶຈາລະນາຄົນເກັບພາສີເປັນຄົນຊົ່ວທີ່ສຸດໃນຈຳພວກຂອງຄົນບາບ.
  • ຊາວຢິວຍັງຖືວ່າຄົນເກັບພາສີຊາວຢິວເປັນຄົນທໍລະຍົດຕໍ່ປະຊາຊົນຂອງພວກເຂົາເພາະວ່າພວກເຂົາເຮັດວຽກໃຫ້ລັດຖະບານໂຣມເຊິ່ງກົດຂີ່ຂົ່ມເຫັງຊາວຢິວ.
  • ປະໂຫຍກທີ່ວ່າ, "ຄົນເກັບພາສີແລະຄົນບາບ" ແມ່ນການສະແດງອອກທົ່ວໄປໃນພຣະຄຳພີໃໝ່, ສະແດງໃຫ້ເຫັນວ່າຊາວຢິວກຽດຊັງຄົນເກັບພາສີຫລາຍປານໃດ.

ຄົນຂີ່ມ້າ

ນິຍາມ

ໃນສະໄໝພຣະຄຳພີ, ຄໍາວ່າ "ຄົນຂີ່ມ້າ" ອ້າງເຖິງພວກຜູ້ຊາຍທີ່ຂີ່ມ້າໄປໃນການສູ້ຮົບ.

  • ນັກຮົບທີ່ບັງຄັບມ້າຖືກໃຊ້ໃນການລາກລົດມ້າກໍຖືກເອີ້ນວ່າ, "ຄົນຂີ່ມ້າ," ເຖິງແມ່ນວ່າຄຳນີ້ໂດຍປົກກະຕິອ້າງເຖິງຜູ້ຊາຍທີ່ຂີ່ມ້າ.
  • ພວກອິດສະຣາເອນເຊື່ອວ່າການໃຊ້ມ້າໃນການສູ້ຮົບເປັນທຳນຽມປະຕິບັດຂອງຄົນນອກສາສະໜາ, ທີ່ເນັ້ນຄວາມສຳຄັນໃນເລື່ອງຂອງພະລັງອຳນາດໃນໄຊຊະນະຫລາຍກວ່າພຣະຢາເວ.
  • ຄຳນີ້ສາມາດແປວ່າ, "ຄົນຂີ່ມ້າ" ຫລື "ຄົນເທິງຫລັງມ້າ."

ຄົນຕ່າງຊາດ,ຕ່າງຊາດ, ຄົນຕ່າງດ້າວ

ນິຍາມ

ຄຳວ່າ "ຄົນຕ່າງຊາດ" ອ້າງເຖິງຄົນທີ່ບໍ່ໄດ້ອາໃສຢູ່ໃນປະເທດຂອງຕົນເອງ.ອີກຊື່ນຶ່ງຂອງຄົນຕ່າງຊາດຄື "ຄົນຕ່າງດ້າວ".

  • ໃນພັນທະສັນຍາເດີມນັ້ນ ຄຳນີ້ກ່າວເຖິງໂດຍສະເພາະໃຜກໍຕາມທີ່ມາຈາກກຸ່ມຄົນທີ່ແຕກຕ່າງກັບກຸ່ມທີ່ເຂົາອາໃສຢູ່ດ້ວຍ.
  • ຄົນຕ່າງຊາດຍັງເປັນຄົນທີ່ມີພາສາແລະວັດທະນະທັມທີ່ແຕກຕ່າງຈາກຄົນຂອງທ່ານເອງ.
  • ຕົວຢ່າງເຊັ່ນ, ເມື່ອນາງນາໂອມີ ແລະຄອບຄົວຂອງນາງໄດ້ອົບພະຍົບໄປຍັງໂມອາບ,ພວກເຂົາຄືຄົນຕ່າງຊາດທີ່ນັ້ນ.ຕໍ່ມາເມື່ອນາງນາໂອມີແລະນາງຣຸດ ລູກສະໄພ້ໄດ້ຍ້າຍກັບມາອິສະຣາເອນ,ນາງຣຸດຖືກເອີ້ນວ່າ "ຄົນຕ່າງຊາດ" ທີ່ນັ້ນເພາະນາງບໍ່ໄດ້ມາຈາກອິສະຣາເອນ.
  • ອັກຄະທູດໂປໂລໄດ້ບອກຊາວເອເຟໂຊວ່າ ກ່ອນທີ່ພວກເຂົາຈະຮູ້ຈັກພຣະຄຣິດ, ພວກເຂົາເປັນ "ຄົນຕ່າງຊາດ" ກໍແປວ່າ "ຄົນແປກໜ້າ" ແຕ່ບໍ່ຄວນກ່າວເຖິງບາງຄົນທີ່ບໍ່ຄຸ້ນເຄີຍຫຼືບໍ່ຮູ້ຈັກ.

ຄົນຮັກ

ນິຍາມ

ຄຳວ່າ" ຄົນຮັກ " ມີຄວາມໝ!ຍຕາມຕົວອັກສອນຄື " ບຸກຄົນຜູ້ທີ່ຮັກ " ໂດຍປົກກະຕິຄຳນີ້ໝາຍເຖີງຄົນທີ່ມີຄວາມສຳພັນທາງເພດຕໍ່ກັນ

  • ເມື່ອຄຳວ່າ " ຄົນຮັກ " ທີ່ຖືກໃຊ້ໃນພີ້ະຄຳພີ ປົກກະຕິຈະອ້າງເຖີງບຸກຄົນຜູ້ທີ່ເຊີ່ງມີຄວາມສຳພັນທາງເພດກັບບາງຄົນທີ່ເຂົາບໍ່ໄດ້ແຕ່ງດ້ວຍ
  • ຄວາມສຳພັນທາງເພດທີ່ຜິດນັ້ນມັກຈະໃຊ້ໃນພຣະຄຳພີອ້າງເຖີງການບໍ່ເຊື່ອຟັງພຣະເຈົ້າຂອງຄົນອິດສເອນໃນການນະມັດສະການຮູບເຂົາລົບທັງຫຼາຍ ດັ່ງນັ້ນຄຳວ່າ " ເຫລົ່າຄົນຮັກ " ຈຶ່ງໃຊ້ໃນເຊີງຄຳອຸປະມາເຖີງພວກຮູບເຂົາລົບທີ່ຄົນອິດສເອນໄດ້ນະມັດສະການ ໃນສະພາບການເຫລົ່ານັ້ນ ຄຳນີ້ສາມາດແປໄດ້ວ່າ " ຄູ່ນອນທີ່ຜິດສິນລະທຳ " ຫຼື " ຄູ່ນອນທີ່ລ່ວງປະເພນີ " ຫຼື " ຮີບເຄົາລົບ " ( ດູຄຳອຸປະມາ )
  • ຄົນຮັກ " ເງີນຄືໃຜບາງຄົນທີ່ໃຫ້ຄວາມສຳຄັນຫຼາຍເກີນໄປກັບການໄດ້ເງີນ ແລະ ເປັນເສດຖີ
  • ໃນພັນທະສັນຍາເດີມ ບົດເພງໂຊໂລມອນ ໃຊ້ຄຳວ່າ່ " ຄົນຮັກ " ໃຊ້ໃນຄວາມໝາຍດ້ານບວກ

ເຄື່ອງສານບູຊາ

ນິຍາມ

ໃນພັນທະສັນຍາເດີມ, "ເຄື່ອງສານບູຊາ" ຄືເຄື່ອງຖວາຍບູຊາຢ່າງໜຶ່ງຊຶ່ງໄດ້ຖວາຍດ້ວຍເຫດຜົນຫລາຍຢ່າງ, ເຊັ່ນການຖວາຍເພື່ອຂອບພຣະຄຸນພຣະເຈົ້າຫລືເພື່ອໃຫ້ຄຳປະຕິຍານສຳເລັດ.

  • ການຖວາຍນີ້ເປັນການຖວາຍສັດ, ທີ່ອາດເປັນໂຕຜູ້ຫລືໂຕເມຍ. ທີ່ຕ່າງໄປຈາກເຄື່ອງເຜົາບູຊາທີ່ຕ້ອງໃຊ້ສັດຕົວຜູ້ເທົ່ານັ້ນ.
  • ຫລັງຈາກຖວາຍເຄື່ອງບູຊາແກ່ພຣະເຈົ້າ, ບຸກຄົນຜູ້ທີ່ໄດ້ນຳເຄື່ອງສານບູຊາມາຖວາຍຈະແບ່ງເນື້ອຊີ້ນກັບພວກປະໂລຫິດ ແລະອິສະຣາເອນຄົນອື່ນໆ.
  • ມີອາຫານທີ່ກ່ຽວຂ້ອງກັບການຖວາຍນີ້ຄື ເຂົ້າໜົມປັງບໍ່ມີເຊື້ອ.
  • ບາງຄັ້ງເອີ້ນການຖວາຍນີ້ວ່າ "ສານບູຊາ."

ເຄື່ອງດື່ມຖວາຍບູຊາ

ນິຍາມ

ເຄື່ອງດື່ມຖວາຍບູຊາ ເປັນເຄື່ອງບູຊາແດ່ພຣະເຈົ້າ ຊຶ່ງກ່ຽວຂອ້ງກັບການເທເຫລົ້າອາງຸ່ນລົງເທີງແທ່ນບູຊາ ມີການຖວາຍບູຊາ ພອ້ມກັບເຄື່ອງເຜົາ ບູຊາແລະທັນຍະບູຊາ.

  • ໂປໂລ ກ່າວເຖີງຊີວິດຂອງທ່ານ ເຊັ່ນດຽວກັບການຖວາຍ ເຄື່ອງດື່ມບູຊາ ນັ້ນຫມາຍຄວາມວ່າ ທ່ານອຸທິດຕົນ ເພື່ອຮັບໃຊ້ພຣະເຈົ້າ ແລະບອກປະຊາຊົນ ກ່ຽວກັບພຣະເຢຊູ ແມ່ນວ່າທ່ານຈະຮູ້ວ່າ ທ່ານຈະຕ້ອງທົນທຸກ ທໍຣະມານແລະອາດຖືກຂ້າເພາະເຫດນັ້ນ.
  • ການສີ້ນພຣະຊົນຂອງພຣະເຢຊູ ເທິງໄມ້ກາງແຂນ ເປັນເຄື່ອງບູຊາທີ່ດີທີ່ສຸດ ເພາະເລືອດຂອງພຣະອົງ ຖືກທອກລົງເທິງໄມ້ກາງແຂນເພື່ອບາບຂອງເຮົາ.

ຄຳແນະນຳໃນການແປ

  • ອີກວິທີຫນຶ່ງໃນການແປຄຳນີ້ ຄື "ການຖວາຍບູຊາເຫລົ້າອາງຸ່ນ"
  • ເມື່ອໂປໂລ ກ່າວວ່າທ່ານກຳລັງຖືກ"ເທອອກມາເຫມືອນການຖວາຍເຄື່ອງບູຊາ" ຂໍ້ນີ້ອາດແປວ່າ "ຂ້າພຣະເຈົ້າມີຄວາມມຸ້ງຫມັ້ນ ຢ່າງເຕັມທີ່ ໃນການສອນ ພຣະກິດຕິຄຸນ ຂອງພຣະເຈົ້າແກ່ປະຊາຊົນ ເຊັ່ນດຽວກັບການຖວາຍບູຊາ ເຫລົ້າອາງຸ່ນ ທີ່ເທລົງເທິງແທ່ນບູຊາ ຈົນຫມົດສີ້ນ.

ເຄື່ອງດື່ມທີ່ຮຸນແຮງ

ນິຍາມ

ຄຳວ່າ“ ເຄື່ອງດື່ມທີ່ຮຸນແຮງ” ໝາຍເຖິງເຄື່ອງດື່ມທີ່ໄດ້ຮັບການຫມັກແລະມີເຫຼົ້າພາຍໃນພວກມັນ.

  • ເຄື່ອງດື່ມທີ່ມີທາດເຫຼົ້າແມ່ນຜະລິດຈາກພືດ ຫຼື ໝາກໄມ້ ທີ່ໄດ້ຜ່ານຂັ້ນຕອນການຫມັກ.
  • ປະເພດຂອງ "ເຄື່ອງດື່ມທີ່ຮຸນແຂງ" ປະກອບມີເຫລົ້າທີ່ເຮັດຈາກອະງຸ່ນ,ເຫລົ້າປາມ, ເບຍ ແລະ ເຫລົ້າແອັບເປິ້ນ ໃນພຣະຄຳພີ, ເຫຼົ້າອະງຸ່ນແມ່ນເຄື່ອງດື່ມທີ່ແຮງທີ່ຖືກກ່າວເຖິງຫລາຍທີ່ສຸດ.
  • ບັນດາປະໂລຫິດແລະຜູ້ໃດກໍ່ຕາມທີ່ໄດ້ໃຫ້ຄຳສາບານພິເສດເຊັ່ນ: "ຄຳສາບານນາສີຣີ" ຈະບໍ່ໄດ້ຮັບອະນຸຍາດໃຫ້ດື່ມເຄື່ອງດື່ມທີ່ໝັກແລ້ວ.
  • ຄຳສັບນີ້ຍັງສາມາດແປວ່າ "ເຄື່ອງດື່ມທີ່ຜ່ານການໝັກ" ຫຼື "ເຄື່ອງດື່ມທີ່ມີທາດເຫລົ້າ".

ເຄື່ອງບັນນາການ

ນິຍາມ

ຄຳວ່າ "ເຄື່ອງບັນນາການ" ອ້າງເຖິງຂອງຂວັນຈາກຜູ້ປົກຄອງຄົນໜຶ່ງໄປຫາອີກຜູ້ປົກຄອງອີກຄົນໜຶ່ງ,ເພື່ອປະໂຫຍດໃນການປ້ອງກັນແລະຄວາມສຳພັນທີ່ດີລະຫວ່າງປະເທດຂອງພວກເຂົາ.

  • ເຄື່ອງບັນນາການ ສາມາດເປັນການຊຳລະເງີນທີ່ຜູ້ປົກຄອງຫລືລັດຖະບານຕ້ອງການຈາກປະຊາຊົນ, ເຊັ່ນຄ່າຜ່ານທາງຫລືພາສີ.
  • ໃນພຣະຄໍາພີ, ການເດີນທາງຂອງກະສັດຫລືຜູ້ປົກຄອງອາດຈ່າຍເຄື່ອງບັນນາການໃຫ້ກະສັດຂອງພູມມິພາກທີ່ພວກເຂົາກຳລັງເດີນທາງຜ່ານເພື່ອໃຫ້ແນ່ໃຈວ່າພວກເຂົາຈະໄດ້ຮັບການຄຸ້ມຄອງແລະປອດໄພ.
  • ຫລາຍເທື່ອບັນນາການມັກຈະລວມເຖິງສິ່ງອື່ນໆ ນອກເໜືອຈາກເງີນເຊັ່ນອາຫານ, ເຄື່ອງເທດ, ເສື້ອຜ້າທີ່ຫລູຫລາ ແລະໂລຫະມີລາຄາແພງດັ່ງທອງຄໍາ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບບໍລິບົດ "ເຄື່ອງບັນນາການ" ສາມາດແປເປັນ "ຂອງຂວັນຢ່າງເປັນທາງການ" ຫລື "ພາສີພິເສດ" ຫລື "ການຊຳລະເງີນຕາມທີ່ຮຽກຮ້ອງ."

ເຄື່ອງບູຊາລົບລ້າງບາບ

ນິຍາມ

"ເຄື່ອງບູຊາລົບບາບ" ເປັນໜຶ່ງໃນເຄື່ອງບູຊາຫລາຍຢ່າງທີ່ພຣະເຈົ້າຕ້ອງການໃຫ້ຊາວອິດສະຣາເອນທຳການຖວາຍ.

  • ການຖວາຍນີ້ກ່ຽວພັນເຖິງການຖວາຍງົວ, ການເຜົາເລືອດແລະໄຂມັນຂອງສັດເທິງແທ່ນບູຊາ, ແລະເອົາສ່ວນທີ່ເຫລືອຂອງຮ່າງຂອງສັດໄປເຜົາເທິງພື້ນດິນພາຍນອກຄ້າຍຂອງຊາວອິດສະຣາເອນ.
  • ເຄື່ອງບູຊາທີ່ສົມບູນຂອງການຖວາຍສັດບູຊາສະແດງໃຫ້ເຫັນວ່າພະເຈົ້າຊົງບໍລິສຸດພຽງໃດແລະຄວາມບາບໜ້າຢ້ານພຽງໃດ.
  • ພະຄຳພີສອນວ່າເພື່ອທີ່່ຈະໄດ້ຮັບການຊຳລະລ້າງບາບ, ຕ້ອງຫລັ່ງເລືອດເພື່ອຈ່າຍຄ່າຄວາມບາບທີ່ໄດ້ເຮັດ.
  • ການຖວາຍສັດບູຊາບໍ່ສາມາດຈະອະໄພບາບຢ່າງຖາວອນໄດ້.
  • ການສິ້ນພຣະຊົນຂອງພະເຢຊູເທິງໄມ້ກາງແຂນໄດ້ຊຳລະບາບ, ໂທດກຳຕະຫລອດການ. ພະອົງຊົງເປັນເຄື່ອງບູຊາໄຖ່ບາບທີ່ຄົບຖ້ວນ.

ເຄື່ອງເຜົາບູຊາ, ຖວາຍດ້ວຍໄຟ

ນິຍາມ

“ ເຄື່ອງເຜົາບູຊາ” ແມ່ນການຖວາຍບູຊາແກ່ພຣະເຈົ້າເຊິ່ງຖືກເຜົາໂດຍໄຟເທິງແທ່ນບູຊາ. ໄດ້ເປັນຄຳສັ່ງໃຫ້ເຮັດການຊົດໃຊ້ແທນບາບຂອງຄົນ. ນີ້ຍັງຖືກເອີ້ນວ່າເປັນ "ການຖວາຍໂດຍໄຟ."

  • ສັດທີ່ໃຊ້ໃນການຖວາຍເຄື່ອງນີ້ສ່ວນຫຼາຍແມ່ນແກະ ຫລື ແບ້, ແຕ່ວ່າງົວ ແລະ ນົກກໍ່ໃຊ້ເຊັ່ນກັນ.
  • ຍົກເວັ້ນຜິວໜັງ, ສັດທັງໝົດຖືກເຜົາໃນການຖວາຍເຄື່ອງບູ ຊານີ້. ຜິວໜັງ ຫລື ບ່ອນປິດບັງຖືກມອບໃຫ້ປະໂລຫິດ.
  • ພຣະເຈົ້າໄດ້ບັນປະຊາຊົນຊາວຢິວໃຫ້ຖວາຍເຄື່ອງເຜົາບູຊາສອງຄັ້ງທຸກໆມື້.

ເຄືອງຫອມ

ນິຍາມ

ຄຳວ່າ "ເຄືອງຫອມ"ອ້າງເຖຶງສວນປະສົມຂອງເຄືອງເທດທີ່ມີກີ່ນຫອມເມື່ອເ​ຜົາແລ້ວຈະທຳໃຫ້ເກຶດຄວັນທີ່ມີກີ່ນທີ່ມີຄວາມເພິ່ງພໍໃຈ

  • ພຣະເຈົ້າໄດ້ເວົ້າກັບອິດສະຣາເອນໃຫ້ເຜົາເຄືອງຫອມເພື່ອເປັນເຄືອງບູຊາແດ່ພຣະອົງ
  • ເຄືອງຫອມຈະຕ້ອງທຳໂດຍການປະສົມເຄືອງເທດຢ່າງສະເພາະເຈາະຈົ່ງຫ້າຊະນິດໃນຈຳນວນທີ່ເທົ່າກັນຕາມທີ່ພຣະເຈົ້າໄດ້ຊົງສັ່ງທຸກປະການນີ້ຄືເຄືອງຫອມອັ້ນບໍຣຶສຸດ ດັ່ງນັ້ນຈື່ງບໍ່ອະນຸຍາດໃຫ້ໃຊ້ເພື່ອວັດຖຸ​ປະສົງອື່ນ
  • "ແທ່ນຂອງເຄືອງຫອມ"ເປັນແທ່ນພຶເສດທີ່ໃຊ້ສຳຫຼັບເຜົາເຄືອງຫອມເທົ່ານັ້ນ
  • ມີການຖວາຍເຄືອງຫອມຢ່າງນ້ອຍສີ່ເທື່ອຕໍ່ມື້ໃນແຕ່ລະຊິ່ວໂມງແຫ່ງການອະທີຖານ

ນອກຈາກນີ້ຈະມີການເຜົາເຄືອງຫອມທຸກ​ເທື່ອທີ່ມີການເຜົາຖວາຍບູຊາສັດ

  • ການເຜົາເຄືອງຫອມບູຊາຈະເປັນຕົວແທນຂອງຄຳອະທຶຖານແລະການນະມັດສະການທີ່ຍົກຂື້ນໄປເຖຶງພຣະເຈົ້າຈາກຄົນຂອງພຣະອົງ
  • ວຶທີອື່ນທີ່ຈະແປຄຳວ່າ "ເຄື່ອງຫອມ"ຄື"ເຄືອງເທດທີ່ມີກີ່ນຫອມ"ຫຼື"ພືດທີ່ມີກີ່ນຫອມ"

ເຄືອອະງຸ່ນ

ນິຍາມ

ຄໍາວ່າ "ເຄືອອະຫງຸ່ນ" ອ້າງເຖິງພືດທີ່ຈະເລີນເຕີບໃຫຍ່ໄດ້ໂດຍການເລືອໄປຕາມພື້ນຫລືໂດຍການເລື້ອໄປຕາມຕົ້ນໄມ້ຫລືໂຄງສ້າງອື່ນໆ. ຄຳວ່າ "ເຄືອອະງຸ່ນ" ໃນພຣະຄໍາພີໃຊ້ສະເພາະເຄືອທີ່ຜະລິດຜົນແລະມັກຈະໝາຍເຖິງເຄືອອະງຸ່ນ.

  • ໃນພຣະຄໍາພີ ຄໍາວ່າ "ເຄືອອະງຸ່ນ" ເກືອບຈະອ້າງເຖິງ "ຕົ້ນອະງຸ່ນ"
  • ກິ່ງທັງຫລາຍຂອງຕົ້ນອະງຸ່ນຈະຕິດຢູ່ລໍາຕົ້ນເຊິ່ງຈະໃຫ້ນໍ້າແລະສານອາຫານອື່ນໆ ມັນຈິ່ງຈະເຕີບໃຫຍ່.
  • ພຣະເຢຊູຊົງເອີ້ນຕົວພຣະອົງວ່າ "ເຄືອອະງຸ່ນ" ແລະເອີ້ນປະຊາຊົນຂອງພຣະອົງວ່າ "ກິ່ງ." ໃນບໍລິບົດນີ້ ຄໍາວ່າ "ເຄືອອະງຸ່ນ" ອາດແປເປັນ "ຕົ້ນເຄືອອະງຸ່ນ" ຫລື "ຕົ້ນໄມ້ອະງຸ່ນ" (ເບິ່ງ : https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)

ງານລ້ຽງ

ນິຍາມ

ການຈັດງານລ້ຽງແມ່ນມີຂະໜາດໃຫຍ່, ເປັນອາຫານທາງການເຊິ່ງປົກກະຕິແລ້ວປະກອບມີຫລາຍອາຫານ.

  • ໃນສະ ໄໝກ່ອນ,ກະສັດມັກຈະຈັດງານລ້ຽງອາຫານເພື່ອຕ້ອນຮັບບັນດາຜູ້ນຳການເມືອງແລະແຂກທີ່ສຳຄັນອື່ນໆ.
  • ນີ້ຍັງສາມາດຖືກແປເປັນ "ຄາບອາຫານທີ່ລະອຽດ" ຫລື "ງານລ້ຽງທີ່ ສຳ ຄັນ" ຫລື "ອາຫານທີ່ມີຫລາຍຫລັກສູດ."

ງູໃຫ່ຍ, ງູ ,ງູມີພິດ

ນິຍາມ

ຂໍ້ຄວາມເຫຼົ່ານີ້ທັງໝົດ ໝາຍເຖິງສັດເລືອຄານທີ່ມີຮ່າງກາຍທີ່ຍາວ, ບາງແລະມີຂະໜາດໃຫຍ່, ແຂ້ວໃຫ່ຍ, ແລະເຄື່ອນທີ່ໂດຍການລ້ຽວໄປມາແລະໄປທົ່ວພື້ນດິນ. ຄຳວ່າ“ ງູ” ໂດຍປົກກະຕິ ໝາຍເຖິງງູໃຫຍ່ແລະ“ ງູພິດ” ໝາຍເຖິງງູປະເພດໜຶ່ງທີ່ມີພິດເຊິ່ງມັນໃຊ້ປ້ອງກັນຕົວເອງເພື່ອໃຫ້ພິດຂອງມັນທຳລາຍສີ່ງທີ່ຢູ່ອອ້ມຮ້ອມຕົວຂອງມັນ.

  • ສັດຊະນິດນີ້ຍັງຖືກນຳໃຊ້ກັບຄົນເພື່ອ ໝາຍເຖິງຄົນຊົ່ວ, ໂດຍສະເພາະແມ່ນການຫຼອກລວງ.
  • ພຣະເຢຊູເອີ້ນພວກຫົວໜ້າ ສາສະໜາວ່າ“ ເຊື້ອສາຍຂອງງູ” ເພາະວ່າພວກເຂົາທຳທ່າວ່າເປັນຄົນຊອບທຳ, ແຕ່ພວກເຂົາຫຼອກລວງຜູ້ຄົນແລະປະຕິບັດຕໍ່ພວກເຂົາຢ່າງບໍ່ຍຸດຕິທຳ.
  • ໃນສວນເອເດນ ຊາຕານໄດ້ເອົາຮູບແບບຂອງງູໃນເວລາທີ່ລາວເວົ້າກັບເອວາແລະລໍ້ລວງນາງບໍ່ໃຫ້ເຊື່ອຟັງພຣະເຈົ້າ.
  • ຫລັງຈາກງູໄດ້ລໍ້ລວງເອວາໃຫ້ເຮັດບາບ, ພຣະເຈົ້າໄດ້ສາບແຊ່ງງູ, ໂດຍກ່າວວ່ານັບແຕ່ນັ້ນເປັນຕົ້ນມາ, ງູທັງໝົດຈະລ່ອງໄປຕາມພື້ນດິນ, ໝາຍຄວາມວ່າກ່ອນນັ້ນມັນຈະມີຂາ.

ງົວ, ງົວຫລາຍຕົວ

ນິຍາມ

ຄຳວ່າ "ງົວ" ​ເວົ້າເຖິງສັດລ້ຽງປະເພດໜຶ່ງເຊິ່ງໄດ້ຮັບການຝຶກເປັນພິເສດໃຫ້ເຮັດວຽກກະສິກຳ. ໃນພາສາອັງກິດນັ້ນຮູບພະຫູພົດແມ່ນ "ງົວຫລາຍຕົວ" ຕາມປົກກະຕິແລ້ວງົວຈະໝາຍເຖິງງົວຕົວຜູ້ເຊິ່ງຖືກເຮັດໝັນແລ້ວ.

  • ຕະຫລອດພຣະຄໍັມພີ, ງົວໄດ້ຮັບການກ່າວເຖິງວ່າເປັນສັດ​ທີ່ຕ້ອງແບກແອກເພື່ອລາກກວຽນຫລືໄຖນາ.
  • ງົວຫລາຍຕົວທີ່ເຮັດວຽກນຳກັນພາຍໃຕ້ແອກເປັນເຫດການທີ່ສາມາດພົບໄດ້ທົ່ວໄປໃນສະໄໝຂອງພຣະຄັມພີ ປະໂຫຍກ "ຢູ່ພາຍໃຕ້ແອກ" ກາຍເປັນຄຳອຸບປະມາຂອງງານໜັກດ້ວຍການໃຊ້ແຮງງານ.
  • ງົວຕົວຜູ້ເປັນສັດລ້ຽງຕົວຜູ້ ແຕ່ເປັນງົວຕົວຜູ້ທີ່ຍັງບໍ່ໄດ້ເຮັດໝັນແລະບໍ່ໄດ້ຖືກຝຶກໃຫ້ເປັນສັດເຮັດວຽກ.

ງົວຕົວເມຍ, ລູກງົວ, ງົວຕົວຜູ້ ,ປະສຸສັດ

ນິຍາມ

ຄຳວ່າ, "ປະສຸສັດ" ກ່າວເຖິງຟາມລ້ຽງສັດຂະໜາດໃຫຍ່, ສັດສີ່ຂາທີ່ກິນຫຍ້າ ແລະລ້ຽງເພື່ອເອົາເນື້ອແລະນົມເປັນຫຼັກ.

  • ເພດເມຍຂອງສັດຊະນິດນີ້ເອີ້ນວ່າ "ງົວຕົວເມຍ," ເພດຜູ້ເອີ້ນວ່າເປັນ "ງົວຕົວຜູ້," ແລະລູກຫຼານຂອງພວກມັນຄື "ລູກງົວ."
  • ໃນບາງຄັ້ງຄຳວ່າ "ງົວຕົວເມຍ"ຖືກໃຊ້ທົ່ວໄປເພື່ອໝາຍເຖິງ

ປະສຸສັດທັງໝົດ.

  • ໃນບາງວັດທະນະທໍາ, ປະສຸສັດ ໃຊ້ຊື້ຂາຍເພື່ອແລກກັບສິນຄ້າ.

ບາງຄັ້ງພວກມັນຈະໃຊ້ເປັນຂອງຂັວນໃຫ້ກັບພໍ່ ແມ່ ຂອງຍິງສາວທີ່ຜູ້ຊາຍປາຖະໜາຈະແຕ່ງງານດ້ວຍ.

  • ໃນພຣະຄໍາພີ, ຊາວຢິວ ໃຊ້ປະສຸສັດສຳລັບເປັນສັດບູຊາ,

ໂດຍສະເພາະຊະນິດໜຶ່ງທີ່ເອີ້ນວ່າງົວຕົວເມຍແດງ.

  • "ງົວສາວ" ເປັນງົວຕົວເມຍທີ່ຍັງບໍ່ມີລູກ.
  • "ງົວຕົວຜູ້" ເປັນງົວຊະນິດພິເສດທີ່ໃຊ້ສຳລັບງານກະເສດຕະກໍາ, ເຊັ່ນການໄຖນາ.

ງົວທະເລ

ນິຍາມ

ຄຳ ວ່າ“ ງົວທະເລ” ໝາຍ ເຖິງສັດທະເລໃຫຍ່ທີ່ກິນຫຍ້າທະເລແລະພືດຜັກອື່ນໆຢູ່ພື້ນມະຫາສະໝຸດ.

  • ງົວທະເລແມ່ນສີຂີ້ເຖົ່າທີ່ມີຜິວໜາ. ມັນເຄື່ອນທີ່ຢູ່ໃນນ້ ຳໂດຍໃຊ້ປຸ້ຍຂອງມັນ.
  • ຄົນໃນຍຸກສະ ໄໝ ພຣະຄຳພີ ໃຊ້ໜັງ ຫລື ໜັງງົວ. ແຜ່ນສັດເຫຼົ່ານີ້ຖືກໃຊ້ໃນການປົກຫຸ້ມຂອງຫໍເຕັນ.
  • ມັນຖືກຕັ້ງຊື່ວ່າ "ງົວທະເລ" ເພາະມັນກິນຫຍ້າຄືກັບງົວ, ແຕ່ມັນບໍ່ຄ້າຍຄືກັນໃນທາງອື່ນ.
  • ສັດທີ່ກ່ຽວຂ້ອງແມ່ນສັດ "ດູກອງ" ແລະ "ມານາທີ."

ງົວແມ່ສາວ

ນິຍາມ

ງົວແມ່ສາວຄືງົວໂຕແມ່ ທີ່ໃຫຍ່ແລ້ວແຕ່ຍັງບໍ່ໄດ້ໃຫ້ກຳເນີດເກີດລູກງົວເທື່ອ.


ເງິນ

ນິຍາມ

ເງິນເປັນໂລຫະທີ່ເປັນປະກາຍ, ມີສີເທົາເປັນໂລຫະທີ່ມີຄ່າໃຊ້ເຮັດເປັນຫລຽນຕ່າງໆ, ເຄື່ອງປະດັບຕ່າງໆ, ພາຊະນະບັນຈຸ, ແລະ ເຄື່ອງຕົກແຕ່ງຕ່າງໆ.

  • ພາຊະນະນີ້ລວມເຖິງຖ້ວຍເງິນແລະຊາມ, ທ່າມກາງສິ່ງອື່ນໆທີ່ໃຊ້ໃນເຄື່ອງຄົວ, ການກິນ, ຫລື ການເສີບອາຫານ.
  • ເງິນແລະທອງມັກຈະໃຊ້ໃນການສ້າງຫໍເຕັນ ແລະ ພຣະວິຫານ ພຣະວິຫານໃນນະຄອນເຢຣູຊາເລັມມີພາຊະນະຫລາຍຢ່າງທີ່ເຮັດດ້ວຍເງິນ.
  • ໃນສະໄໝພຣະຄຳພີເດີມ ມີການໃຊ້ຫລຽນເງິນແລະນໍ້າໜັກເງິນມີທີ່ເອີ້ນວ່າ ເຊເກນ.
  • ພວກອ້າຍຂອງໂຢເຊບເອງກໍໄດ້ຂາຍເຂົາໃຫ້ເປັນທາດດ້ວຍເງິນຊາວເຊເກນຂອງຫລຽນເງິນ.
  • ຢູດາອິດສະກາຣີອົດໄດ້ຮັບເງິນສາມສິບຫລຽນສຳລັບການທໍລະຍົດພຣະເຢຊູ.

ເງົາ

ນິຍາມ

ຄຳວ່າ "ເງົາ" ທີ່ຮູ້ໃນຫນັງສືໝາຍເຖິງຄວາມມືດທີ່ເກີດຈາກວັດຖຸທີ່ກີດຂວາງຂອງແສງ. ມັນຍັງມີຄວາມໝາຍຫລາຍໆຮູບ.

  • “ ເງົາແຫ່ງຄວາມຕາຍ” ໝາຍຄວາມວ່າຄວາມຕາຍມີຢູ່ຫລືໃກ້ໆພຽງແຕ່ເປັນເງົາທີ່ບົ່ງບອກເຖິງການປະກົດຕົວຂອງວັດຖຸຂອງມັນ.
  • ຫຼາຍຄັ້ງໃນພຣະຄຳພີ, ຊີວິດຂອງມະນຸດໄດ້ຖືກປຽບທຽບກັບເງົາ, ເຊິ່ງບໍ່ມີອາຍຸຍືນແລະບໍ່ມີຫຍັງເລີຍ.
  • ບາງຄັ້ງ "ເງົາ" ກໍ່ຖືກໃຊ້ເປັນອີກຄຳໜຶ່ງສຳລັບ "ຄວາມມືດ".
  • ພຣະຄຳພີເວົ້າເຖິງການຖືກປິດບັງຫລືປົກປ້ອງໃນເງົາຂອງປີກຫລືມືຂອງພຣະເຈົ້າ. ນີ້ແມ່ນຮູບພາບທີ່ຖືກປົກປ້ອງແລະປິດບັງຈາກອັນຕະລາຍ. ວິທີອື່ນໃນການແປພາສາ "ເງົາ" ໃນສະພາບການເຫຼົ່ານີ້ອາດປະກອບມີ "ຮົ່ມ" ຫລື "ຄວາມປອດໄພ" ຫຼື "ການປົກປ້ອງ."
  • ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປພາສາ "ເງົາ" ທີ່ເປັນຕົວຈິງໂດຍໃຊ້ຄຳ ສັບທ້ອງຖິ່ນທີ່ໃຊ້ເພື່ອໝາຍເຖິງເງົາຕົວຈິງ.

ຈະເລີນກ້າວໜ້າ, ຈະເລີນຮຸ່ງເຮືອງ, ຄວາມຮຸ່ງເຮືອງ

ນິຍາມ

ຄຳວ່າ"ຈະເລີນກ້າວໜ້າ" ໂດຍທັ່ວໄປອ້າງເຖິງການມີຊີວິດທີ່ດີແລະສາມາດອ້າງເຖິງການຈະເລີນຮຸ່ງເຮືອງທາງຮ່າງກາຍແລະຈິດວິນຍານ ເມື່ອຄົນຫລືປະເທດ " ຈະເລີນຮຸ່ງເຮືອງ" ໝາຍເຖິງພວກເຂົາມີຖານະລ້ຳລວຍແລະມີທຸກຢ່າງທີ່ພວກເຂົາຕ້ອງການໃຫ້ປະສົບຄວາມສຳເຣັດ ພວກເຂົາກຳລັງພົບກັບ "ຄວາມຮຸ່ງເຮືອງ"

  • ຄຳວ່າ"ຮຸ່ງເຮືອງ" ມັກອ້າງເຖິງການປະສົບຄວາມສຳເຣັດໃນການເປັນເຈົ້າຂອງເງີນແລະຊັບສິນຫລືໃນການຜະລິດທຸກຢ່າງທີ່ຈຳເປັນສຳລັບຄົນເພື່ອໃຫ້ມີຊີວິດທີ່ດີ
  • ໃນພະຄັມພີຄຳວ່າ"ຮຸ່ງເຮືອງ" ຍັງຫມາຍເຖິງສຸກຂະພາບທີ່ດີແລະການໄດ້ຮັບພະພອນກັບລູກຫຼານດ້ວຍ
  • ເມືອງຫລືປະເທດ" ທີ່ຮຸ່ງເຮືອງ" ເປັນເມືອງຫລືປະເທດທີ່ຄົນທັງ ຫລາຍ ມີຜະລິດຕະຜົນທີ່ດີ ແລະທຸລະກິດທີ່ນຳເງີນຫລວງຫລາຍມາໃຫ້
  • ພະຄັມພີສອນວ່າບຸກຄົນທີ່ຈະ ຈະເລີນຮຸ່ງເຮືອງຝ່າຍວິນຍານໄດ້ເມື່ອທ່ານເຊື່ອຟັງຄຳສອນຂອງພະເຈົ້າ ທ່ານເອງຈະໄດ້ພົບກັບພະພອນແຫ່ງຄວາມຊື່ນຊົມຢິນດີແລະສັນຕິສຸກດ້ວຍ ພະເຈົ້າບໍ່ໃຫ້ຄວາມມັ່ງຄັ່ງທາງວັດຖຸຢ່າງຫລວງຫລາຍແກ່ຜູ້ຄົນ ແຕ່ພະອົງຈະໃຫ້ພວກທ່ານຈະເລີນຮຸ່ງເຮືອງຝ່າຍວິນຍານເມື່ອພວກທ່ານຍ່າງຕາມຫົນທາງຂອງພະອົງ
  • ຂຶ້ນຢູ່ກັບສະພາບການ ຄຳວ່າ"ຮຸ່ງເຮືອງ" ສາມາດແປໄດ້ວ່າ "ປະສົບຄວາມສຳເຣັດຝ່າຍວິນຍານ" ຫລື "ໄດ້ຮັບພະພອນຈາກພະເຈົ້າ" ຫລື "ມີປະສົບການກັບສິ່ງທີ່ດີ" ຫລື "ມີຊີວິດທີ່ດີ"
  • ຄຳວ່າ" ຮຸ່ງເຮືອງ" ສາມາດແປໄດ້ວ່າ "ປະສົບຄວາມສຳເຣັດ" ຫລື "ມັ່ງຄັ່ງ" ຫລື"ເກີດຜົນຝ່າຍວິນຍານ"
  • "ຮຸ່ງເຮືອງ" ສາມາດແປໄດ້ວ່າ "ມີຊີວິດທີ່ດີ" ຫລື "ລ້ຳລວຍ" ຫລື "ປະສົບຄວາມສຳເຣັດ" ຫລື "ພະພອນອັນເຫຼືອລົ້ນ"

ຈົດຫມາຍ, ຈົດຫມາຍຝາກ

ນິຍາມ

ຈົດຫມາຍຄືຂໍ້ຄວາມທີ່ຂຽນສົ່ງເຖືງບຸກຄົນ ຫລືກຸ່ມບຸກຄົນທີ່ມັກຈະຢູ່ຫ່າງໄກຈາກຜູ້ຂຽນ ຈົດໝາຍຝາກຄືຮູບແບບການຂຽນຈົດໝາຍທີ່ພິເສດ ມັກຈະຖືກຂຽນໃນຮູບແບບທາງການຫລາຍກວ່າ ສຳຫລັບຈຸດປະສົງພິເສດ ເຊັ່ນເພື່ອການສອນ

  • ໃນສະໄຫມຂອງພັນທະສັນຍາໃຫ່ມ ຈົດໝາຍຝາກ ແລະ ຈົດຫມາຍມນຮູບແບອື່ນໆ ນັ້ນຖືກຂຽນຢູ່ເທິງແຜ່ນຫນັງສັດ ຫຼື ຕົ້ນ ປາປີລັດທີ່ເຮັດມາຈາກເສັ້ນໃຍພືດ.
  • ຈົດຫມາຍຝາກໃນພັນທະສັນຢາໃຫ່ມທີ່ຂຽນໂດຍ ໂປໂລ, ໂຢຮັນ, ຢາໂກໂບ, ຢູດາ ແລະ ເປໂຕ ເປັນຈົດໝາຍທີ່ພວກຂົາຂຽນເພື່ອໜູນໃຈເຕືອນສະຕິ ແລະ ສອນຄຣິສຕຽນໃນຍຸກທຳອິດທີ່ອາໃສ່ຢູ່ໃນຫລາຍເມືອງທົ່ວເມືອງມະຫາອານາຈັກໂຣມ.
  • ວິທີການແປຄຳນີ້ສາມາດລວບລວມ " ຄຳສອນທີ່ເປັນງານຂຽນ " ຫລື " ຖ້ອຍຄຳທີ່ໄດ້ຂຽນໄັວ້ " ຫລື " ການຂຽນ. "

ເຈັບທ້ອງເກີດລູກ, ອາການເຈັບທ້ອງເກີດລູກ

ນິຍາມ

ຜູ້ຍິງທີ່ມີ "ອາການເຈັບທ້ອງເກີດລູກ " ມີປະສົບການກັບຄວາມເຈັບປວດທີ່ນຳພາໄປສູ່ການໃຫ້ກຳເກີດບຸດ. ອາການນີ້ ເອີ້ນວ່າ " ເຈັບທ້ອງເກີດລູກ. "

  • ໃນຈົດໝາຍທີ່ຂຽນໄປເຖີງຊາວຄາລາເຕຍ, ອັກຄະສາວົກ ໂປໂລໄດ້ໃຊ້ຄຳອຸປະມາອະທິບາຍເຖິງຄວາມເອົາຈິງເອົາຈັງເພື່ອຊ່ວຍບັນດາໝູ່ເພື່ອນຜູ້ທີ່ເຊື່ອຂອງເຂົາໃຫ້ເປັນເໜືອນພຣະຄິຣດ.
  • ຄຳປຽບທຽບເຖິງອາການເຈັບທ້ອງເກີດລູກໄດ້ຖືກນຳມາໃຊ້ໃນພຣະຄຳພີເພື່ອອະທິບາຍເຖິງຄວາມພິນາດໃນຊ່ວງວັນສຸດທ້າຍທີ່ຈະເກີດຂື້ນແລະຮຸນແຮງຂື້ນ.

ເຈົ້າສາວ

ນິຍາມ

ເຈົ້າສາວແມ່ນຜູ້ຍິງໃນພິທີແຕ່ງງານເຊິ່ງກຳລັງແຕ່ງດອງກັບຜົວ, ເຈົ້າບ່າວ.

  • ຄຳວ່າ“ ເຈົ້າສາວ” ຖືກໃຊ້ເປັນຄຳປຽບທຽບສຳລັບຜູ້ທີ່ເຊື່ອໃນພຣະເຢຊູ, ຄຣິດສະຈັກ.
  • ພຣະເຢຊູຖືກເອີ້ນໂດຍປຽບທຽບວ່າ“ ເຈົ້າບ່າວ” ສຳລັບຄຣິດສະຈັກ. (ເບິ່ງເພີມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)

ເຈົ້າຊາຍ, ເຈົ້າສາວ

ນິຍາມ

"ເຈົ້າຊາຍ" ຄືບຸດຊາຍຂອງກະສັດ "ເຈົ້າສາວ" ຄືບຸດສາວຂອງກະສັດ

  • ຄຳວ່າ "ເຈົ້າຊາຍ" ມັກໃຊ້ເປັນຄຳອຸບປະມາອຸບມັຍທີ່ອ້າງເຖິງຜູ້ນຳ ຜູ້ປົກຄອງ ຫລືບຸກຄົນຜູ້ມີອຳນາດຕ່າງໆ.
  • ເພາະຄວາມມັ່ງຄັ່ງແລະຄວາມສຳຄັນຂອງອັບຣາຮັມ ທ່ານຈຶ່ງຖືກອ້າງເຖິງວ່າເປັນ "ເຈົ້າຊາຍ" ໂດຍຄົນຮິດໄທຕ໌ທີ່ທ່ານອາໄສຢູ່ດ້ວຍ
  • ໃນພະທຳດານຽນ ຄຳວ່າ "ເຈົ້າຊາຍ" ໄດ້ໃຊ້ໃນຄຳກລ່າວວ່າ "ເຈົ້າຊາຍແຫ່ງເປອຣ໌ເຊຍ" ແລະ "ເຈົ້າຊາຍແຫ່ງກຣີຊ" ຊຶ່ງໃນເຣື່ອງຣາວເຫຼົ່ານັ້ນອາດອ້າງເຖິງວິຍຍານຊັ່ວທີ່ມີລິດອຳນາດຜູ້ທີ່ມີອຳນາດໃນການປົກຄອງເໜືອແຖບເຫຼົ່ານັ້ນ
  • ມິຄາເອນຫັວໜ້າທູດສະຫວັນກໍຖືກອ້າງເຖິງວ່າ "ເຈົ້າຊາຍ"ໃນພະທຳດານຽນ
  • ບາງເທື່ອໃນພະຄັມພີ ຊາຕານກໍຖືກອ້າງເຖິງວ່າເປັນ "ເຈົ້າຊາຍແຫ່ງໂລກນີ້"
  • ພະເຢຊູຖືກຮຽກວ່າ "ເຈົ້າຊາຍແຫ່ງສັນຕິສຸກ" ແລະ "ເຈົ້າຊາຍແຫ່ງຊີວິດ"
  • ໃນກິດຈະການ 2:36 ພະເຢຊູຖືກອ້າງເຖິງວ່າເປັນ "ພະຜູ້ເປັນເຈົ້າແລະພະຄຣິສຕ໌" ແລະໃນກິດຈະການ 5:31 ພະອົງຖືກອ້າງເຖິງວ່າເປັນ "ເຈົ້າຊາຍແລະພະຜູ້ຊ່ວຍໃຫ້ຣອດ" ສະແດງໃຫ້ເຫັນເຖິງຄວາມຫມາຍທີ່ຄູ່ກັນກັບ ຄຳວ່າ"ອົງພຣະຜູ້ເປັນເຈົ້າ" ແລະ "ເຈົ້າຊາຍ"

ຄຳແນະນຳໃນການແປ

  • ວິທີແປຄຳວ່າ "ເຈົ້າຊາຍ" ສາມາດລວມຄຳວ່າ "ໂອລົດຂອງກະສັດ" ຫລື "ຜູ້ປົກຄອງ" ຫລື "ຜູ້ນຳ" ຫລື "ຫັວໜ້າ" ຫລື "ຫັວໜ້າທີມ"
  • ເມື່ອອ້າງເຖິງທູດສະຫວັນ ນີ້ສາມາດແປວ່າ "ຜູ້ປົກຄອງວິນຍານ" ຫລື "ຜູ້ນຳທູດສະຫວັນ"
  • ເມື່ອອ້າງເຖິງຊາຕານຫລື ວິນຍານຊັ່ວ ຄຳນີ້ສາມາດແປວ່າ "ຜູ້ປົກຄອງວິນຍານຊົ່ວ" ຫລື "ຜູ້ນຳວິນຍານທີ່ມີອຳນາດ" ຫລື "ວິນຍານປົກຄອງ" ຂຶ້ນຢູ່ກັບເຣື່ອງຣາວຫລືສະພາບການ..

ເຈົ້າບ່າວ

ນິຍາມ

ໃນພິທີແຕ່ງງານ, ເຈົ້າບ່າວແມ່ນຜູ້ຊາຍທີ່ຈະແຕ່ງງານກັບເຈົ້າສາວ.

  • ໃນວັດທະນະທຳຢິວໃນພຣະຄຳພີ, ພີທີດັ່ງກາ່ວໄດ້ຖືກຕັ້ງອ້ອມ ຮອບເຈົ້າບ່າວທີ່ລາວຈະມາເອົາເຈົ້າສາວຂອງລາວ.
  • ໃນພຣະຄຳພີພຣະເຢຊູຖືກເອີ້ນເປັນເໝືອນວ່າ“ ເຈົ້າບ່າວ” ເຊິ່ງມື້ໜຶ່ງຈະມາລັບ“ ເຈົ້າສາວ,” ຄຣິດສະຈັກ.
  • ພຣະເຢຊູປຽບທຽບພວກສາວົກກັບໝູ່ຂອງເຈົ້າບ່າວເຈົ້າສາວທີ່ສະຫຼອງໃນຂະນະທີ່ເຈົ້າບ່າວຢູ່ກັບພວກເຂົາ, ແຕ່ວ່າຜູ້ໃດຈະໂສກ ເສົ້າເມື່ອລາວຫາຍໄປ.

ສວນສຶບ, ສິບສ່ວນສິບ

ນິຍາມ

ຄຳສັບ "ສ່ວນສິບ" ແລະ "ສິບສ່ວນສິບ" ໝາຍເຖິງ "ສິບເປີເຊັນ" ຫລື "ໜຶ່ງສ່ວນສິບສ່ວນໜຶ່ງ" ຂອງເງິນ, ຜົນລະປູກ, ສັດລ້ຽງ, ຫລືຊັບສິນອື່ນໆທີ່ມອບໃຫ້ແກ່ພຣະເຈົ້າ.

  • ໃນພຣະຄຳພີເດີມ, ພຣະເຈົ້າໄດ້ແນະນຳຊາວອິດສະຣາເອນໃຫ້ແບ່ງສ່ວນໜຶ່ງຂອງສ່ວນສິບຂອງພວກເຂົາໃຫ້ເປັນເຄື່ອງຖວາຍບູຊາຂອບພຣະໄທ.
  • ເຄື່ອງຖວາຍນີ້ໃຊ້ເພື່ອສະໜັບສະໜູນຊົນເຜົ່າເລວີຜູ້ທີ່ຮັບໃຊ້ຊາວອິດສະລາເອນເປັນປະໂລຫິດແລະຜູ້ດູແລຫໍເຕັນແລະຕໍ່ມາແມ່ນວິຫານ.
  • ໃນພຣະຄຳພີໃໝ່, ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ມີເງິນໜຶ່ງສ່ວນສິບ, ແຕ່ພຣະອົງໄດ່ສອນໃຫ້ຜູ້ທີ່ເຊື່ອໄດ້ຖວາຍໜຶ່ງສ່ວນສິບຢ່າງໃຈກວ້າງຂວາງແລະໃຫ້ດ້ວຍຄວາມບິນດີ ແລະສະໜັບສະໜຸນວຽກງານຂອງຊາວຄຣິສຕຽນ.
  • ຄຳນີ້ສາມາດແປໄດ້ວ່າເປັນ "ໜື່ງສ່ວນສຶບ" ຫຼື "ສຶບເອົາອອກມາໜື່ງ".

ສວນອະງຸ່ນ

ນິຍາມ

ສວນອະງຸ່ນເປັນສວນທີ່ມີບໍລິເວນກວ້າງໃຫຍ່ທີ່ປູກອະງຸ່ນ ທີ່ຜົນອະງຸ່ນໄດ້ຮັບການເກັບກ່ຽວ.

  • ສວນອະງຸ່ນມັກຈະມີກໍາແພງອ້ອມຮອບເພື່ອປ້ອງກັນຜົນອະງຸ່ນຈາກຂີ້ລັກແລະສັດທັງຫລາຍ.
  • ພຣະເຈົ້າຊົງປຽບທຽບຊົນຊາດອິດສະລາເອນກັບສວນອະງຸ່ນທີ່ບໍ່ໄດ້ເກີດຜົນທີ່ດີ. (ເບິ່ງ : https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)
  • ສວນອະງຸ່ນສາມາດແປເປັນ, "ສວນໝາກອະງຸ່ນ" ຫລື "ສວນອະງຸ່ນ."

ສອນ, ການສອນ, ອາຈານ, ໄດ້ສອນ

ນິຍາມ

ຄຳວ່າ"ສອນ" ແລະ "ການສອນ" ໝາຍເຖີງການບອກຂໍ້ມູນໃຫ້ຜູ້ອື່ນຮູ້ເຖີງສີ່ງທີ່ເຂົາບໍ່ຮູ້ມາກ່ອນ ໂດຍປົກກະຕິແລ້ວຂໍ້ມູນຈະຖືກໃຫ້ເປັນລະບົບ.

  • “ ຄູ” ແມ່ນຜູ້ທີ່ສອນ. ການກະທຳທີ່ຜ່ານມາຂອງ“ ສອນ” ແມ່ນ“ ໄດ້ສອນ.”
  • ເມື່ອພຣະເຢຊູ ກຳລັງສັ່ງສອນພຣະອົງ ກຳລັງອະທິບາຍສິ່ງຕ່າງໆກ່ຽວກັບພຣະເຈົ້າແລະລາຊະອານາຈັກຂອງພຣະອົງ.
  • ສາວົກຂອງພຣະເຢຊູເຈົ້າເອີ້ນພຣະອົງວ່າ "ອາຈານ" ເຊີ່ງເປັນການໃຫ້ກຽດເຖີງຄົນທີ່ກ່າວເຖີງພຣະຄຳຂອງພຣະເຈົ້າ.
  • ຂໍ້ມູນທີ່ກຳລັງສອນສາມາດສອນໃຫ້ເຫັນເປັນຄຳເວົ້າຫຼືການເວົ້າໄດ້.
  • ຄຳວ່າ "ຫລັກການສອນ" ອ້າງເຖີງຄຳສອນຕ່າງໆຈາກພຣະເຈົ້າໃນເລື່ອງຂອງພຣະອົງເອງລວມທັ້ງຂໍ້ປະຕຶບັດຂອງພຣະເຈົ້າໃນການດຳເນີນຊີວິດຢ່າງໃດສາມາດແປໄດ້ວ່າ"ຄຳສອນຈາກພຣະເຈົ້າ"ຫຼື"ສີ່ງທີ່ພຣະເຈົ້າສອນພວກເຮົາ".
  • ປະໂຫຍກທີ່ວ່າ "ສີ່ງທີ່ທ່ານໄດ້ຮັບຄຳສອນມາ" ສາມາດແປວ່າ "ສີ່ງທີ່ເຂົາເຫລົ່ານີ້ໄດ້ສອນທ່ານ"ຫຼື"ສີ່ງທີ່ພຣະເຈົ້າໄດ້ສອນທ່ານ"ຂື້ນຢູ່ກັບສະຖານະການ.
  • ວິທີອື່ນທີ່ຈະແປວ່າ"ສອນ" ສາມາດລວມເຖີງ "ການບອກ" ຫຼື "ການອະທິບາຍ" ຫຼື "ການສອນ".
  • ຫລາຍຄັ້ງຄຳນີ້ສາມາດແປໄດ້ວ່າ"ການສອນຜູ້ຄົນເຖີງເລື່ອງລາວຂອງພຣະເຈົ້າ".

ສະດຸດ

ນິຍາມ

ຄຳວ່າ "ສະດຸດ" ໝາຍເຖິງ "ເກືອບລົ້ມ" ເວລາຍ່າງຫຼືແລ່ນ. ປົກກະຕິແລ້ວມັນກ່ຽວຂ້ອງກັບການຫຼອກລວງສິ່ງໃດສິ່ງ ໜຶ່ງ.

  • ຄຳປຽບທຽບຂອງຄຳວ່າ, "ທີ່ຈະສະດຸດ" ສາມາດຫມາຍຄວາມວ່າ "ເຮັດບາບ" ຫຼື "ລົ້ມລົງ" ໃນການເຊື່ອຖື.
  • ຄຳສັບນີ້ໝາຍຄວາມໄດ້ອີກວ່າ ການລັງເລຫລືສະແດງຄວາມອ່ອນແອໃນເວລາທີ່ຕໍ່ສູ້ຫຼືໃນເວລາທີ່ຖືກຂົ່ມເຫັງຫລືຖືກລົງໂທດ.

ຄຳແນະນຳໃນການແປ

  • ໃນສະຖານະການທີ່ໃຊ້ຄຳວ່າ "ສະດຸດ" ໝາຍເຖິງການເດີນທາງດ້ານຮ່າງກາຍຜ່ານສິ່ງໃດສິ່ງໜຶ່ງທີ່ເຮັດໃຫ້ "ເກືອບລົ້ມລົງ" ຫຼື "ຈົບການເດີນທາງ".
  • ສຳລັບການນຳໃຊ້ການປຽບທຽບຄວາມໝາຍໃນພາສາທີ່ກຳລັງແປ "ສະດຸດ" ສາມາດແປວ່າ "ບາບ" ຫລື "ຫຼົ້ມແຫຼວ" ຫລື "ຢຸດເຊື່ອ" ຫລື "ອ່ອນແອ", ຂື້ນ"ຢູ່ກັບ [ບາບ].

ສະຖານສູງ

ນິຍາມ

ຄຳວ່າ "ສະຖານສູງ"ອ້າງເຖິງແທ່ນບູຊາແລະປູສະນີຍະສະຖານທີ່ສຳຄັນສຳລັບນະມັດສະການຮູບເຄົນລົບ. ສະຖານສູງເຫລົ່ານີ້ ຈະຖືກສ້າງຂຶ້ນທີ່ສູງ, ເຊັ່ນເທິງຫຸບເຂົາ ຫລື ພູເຂົາ.

  • ກະສັດຫລາຍພຣະອົງໄດ້ເຮັດຄວາມບາບຕໍ່ພຣະເຈົ້າໂດຍການສ້າງແທ່ນບູຊາແກ່ພະທຽມເທັດໃນສະຖານສູງເຫລົ່ານີ້ ເຮັດໃຫ້ຜູ້ຄົນມີສ່ວນຮ່ວມຢ່າງຫລວງຫລາຍໃນການນະມັດສະການຮູບເຄົາລົບ.
  • ເມື່ອກະສັດທີ່ຢ້ານຢໍາພຣະເຈົ້າໄດ້ເຂົ້າມາປົກຄອງໃນອິດສະຣາເອນຫລືຢູດາ, ທ່ານມັກຈະທຳລາຍສະຖານສູງແລະລົ້ມເລີກການນະມັດສະການຮູບເຄົາລົບເຫລົ່ານີ້.
  • ຢ່າງໃດກໍຕາມ, ກະສັດທີ່ດີບາງຄົນໄດ້ປະມາດແລະບໍ່ໄດ້ທຳລາຍສະຖານສູງ, ຊຶ່ງເປັນຜົນເຮັດໃຫ້ປະເທດອິດສະຣາເອນທັງປະເທດຍັງຄົງນະມັດການຮູບເຄົາລົບຕໍ່ໄປ.

ຄຳແນະນຳໃນການແປ

  • ວິທີການອື່ນທີ່ຈະແປຄຳນີ້ສາມາດລວມເຖິງ, "ສະຖານທີ່ຖືກຍົກຂຶ້ນສຳລັບການນະມັດສະການຮູບເຄົາລົບ" ຫລື "ປູສະນີຍະສະຖານຮູບເຄົາລົບເທິງພູເຂົາ." ຫລື "ເນີນແທ່ນບູຊາຮູບເຄົາລົບ."
  • ໃຫ້ແນ່ໃຈວ່າຄຳນີ້ອ້າງເຖິງແທ່ນບູຊາຮູບເຄົາລົບ ບໍ່ແມ່ນພຽງແຕ່ສະຖານສູງທີ່ແທ່ນບູຊາຕັ້ງຢູ່.

ສະບານ, ການສະບານ

ນິຍາມ

ຄຳວ່າ "ສະບານ" ແລະ "ການສະບານ" ກ່າວເຖິງ ການກ່າວຫຼື ຄວາມຫມັ້ນໃຈວ່າບາງຢ່າງເປັນຄວາມຈິງຫຼືແນ່ນອນ ຫຼືມີຄຸນຄ່າຫນ້າເຊື່ອຖື.

  • ໃນພັນທະສັນຍາເດີມ ພຣະເຈົ້າກ່າວກັບປະຊາຊົນຂອງພຣະອົງ

ວ່າຈະ"ຢືນຢັນ" ພັນທະສັນຍາຂອງພຣະອົງກັບພວກເຂົາ ນີ້ ຫມາຍເຖິງວ່າພຣະອົງກຳລັງກ່າວວ່າພຣະອົງຈະຮັກສາຄຳສັນຍາ ທີ່ພຣະອົງຊົງທຳໄວ້ໃນພັນທະສັນຍາ.

  • ເມື່ອກະສັດໄດ້ "ຢືນຢັນ" ຫມາຍຄວາມວ່າ ການຕັດສິນໃຈທີ່ຈະ

ທຳໃຫ້ພຣະອົງເປັນກະສັດນັ້ນ ໄດ້ຮັບການເຫັນດ້ວຍແລະສະ ໜັບສະໜຸນໂດຍປະຊາຊົນ.

  • ເພື່ອຢືນຢັນວ່າ ສິ່ງທີ່ບາງຄົນໄດ້ຂຽນ ຫມາຍຄວາມວ່າ ທີ່ບອກວ່າສິ່ງທີ່ໄດ້ຂຽນນັ້ນເປັນຄວາມຈິງ.
  • "ການສະບານຕົນ" ຂອງພຣະກິດຕິຄຸນໝາຍຄວາມວ່າ ການສອນປະຊາຊົນກ່ຽວກັບຂ່າວດີຂອງພຣະເຢຊູໃນທາງທີ່ສະແດງວ່າເປັນຄວາມຈິງ.
  • ການໃຫ້ຄຳສາບານ "ທີ່ເປັນການຢືນຢັນ" ຫມາຍຄວາມວ່າສິ່ງນັ້ນສັກສິດຫຼືສາບານວ່າສິ່ງນັ້ນເປັນຄວາມຈິງຫຼືໜ້າເຊື່ອຖື
  • ວິທີແປຄຳວ່າ "ສະບານ" ຄວນຈະລວມ" ລະບຸວ່າເປັນຄວາມຈິງ" ຫຼື " ພິສູດວ່າຫນ້າເຊື່ອຖື " ຫຼື " ເຫັນດ້ວຍ" ຫຼື " ຮັບຮອງ"

ຫຼື "ສັນຍາ" ຊຶ່ງຈະຂຶ້ນຢູ່ກັບຖ້ອຍຄຳນັ້ນໆ.


ສະພາ

ນິຍາມ

ສະພາເປັນກຸ່ມຄົນທີ່ພົບປະຫາລື, ໃຫ້ຄຳແນະນຳ, ແລະຕັດສິນໃຈກ່ຽວກັບເລື່ອງທີ່ສຳຄັນ.

  • ສະພາຈັດໂດຍປົກກະຕິຢ່າງເປັນທາງການແລະຂ້ອນຂ້າງຖາວອນສຳລັບວັດຖຸຸ, ປະສົງສະເພາະເຊັ່ນການຕັດສິນໃຈກ່ຽວກັບເລື່ອງທາງກົດໝາຍ.
  • "ສະພາຢິວ" ໃນນະຄອນເຢຣູຊາເລັມເປັນທີ່ຮູ້ຈັກກັນໃນຊື່ "ເແຊນຮີດຣິນ," ມີສາມາຊິກ 70 ຄົນ, ຊຶ່ງລວມເຖິງຜູ້ນຳຊາວຢິວເຊັ່ນ ພວກຫົວໜ້າປະໂຣຫິດ, ຜູ້ປົກຄອງ, ທໍາມະຈານ, ຟາຣີຊາຍ, ແລະສະດູກາຍ ພວກນີ້ມີການປະຊຸມຢ່າງສະໝໍ່າສະເໝີເພື່ອຈະຕັດສິນເລື່ອງກ່ຽວກັບບັນຍັດຂອງຢິວ. ສະພານີ້ເປັນສະພາຜູ້ນຳສາສະໜາຜູ້ທີ່ຈັບພຣະເຢຊູມາສອບສວນ ແລະໄດ້ຕັດສິນວ່າ ພຣະເຢຊູຄວນຖືກປະຫານ.
  • ມີສະພາຢິວນ້ອຍໆ ໃນເມືອງຕ່າງໆ
  • ອັກຄະສາວົກໂປໂລ ຖືກນຳຕົວມາຢູ່ຕໍ່ໜ້າສະພາໂຣມເມື່ອທ່ານຖືກຈັບເພາະການສອນພຣະກິດຕິຄຸນ.
  • ຄຳວ່າ "ສະພາ" ສາມາດແປວ່າ "ການປະຊຸມທາງກົດໝາຍ" ຫຼື "ການປະຊຸມທາງການເມືອງ." ທັງນີ້ຂຶ້ນຢູ່ກັບກໍລະນີນັ້ນໆ
  • ໃນສະພາ "ໝາຍເຖິງການເຂົ້າຮ່ວມການປະຊຸມພິເສດເພື່ອຕັດສິນໃຈບາງຢ່າງ.
  • ໂປດຮູ້ວ່ານີ້ເປັນຄຳທີ່ຕ່າງຈາກຄຳວ່າ "ການໃຫ້ຄຳປຶກສາ," ຊິ່ງ

ໝາຍເຖິງ, "ຄຳແນະນຳທີ່ສະຫຼາດ."


ສະມາຊິກ

ນິຍາມ

ຄຳວ່າ "ສະມາຊິກ" ແມ່ນບົ່ງບອກເຖິງ ພາກສ່ວນໜຶ່ງຂອງຮ່າງກາຍທັງໝົດ ຫລື ຂອງກຸ່ມໃດໜຶ່ງ.

  • ໃນພຣະຄັມພີໃໝ່ ໄດ້ອະທິບາຍວ່າ ຄຣິດສະຕຽນ ແມ່ນ "ສະມາຊິກ" ໃນພຣະກາຍຂອງພຣະຄຣິດ. ຜູ້ທີ່ເຊື່ອໃນພຣະຄຣິດ ແມ່ນສ່ວນໜຶ່ງຂອງກຸ່ມ ທີ່ມີສະມາຊິກຢູ່ນຳກັນຫລາຍຄົນ.
  • ພຣະເຢຊູຄຣິດ ເປັນ "ຫົວ" ຂອງຮ່າງກາຍ ແລະຜູ້ທີ່ເຊື່ອແຕ່ລະຄົນເປັນພາກສ່ວນໜຶ່ງ ຫລືເປັນສະມາຊິກໃນຮ່າງກາຍນັ້ນ. ພຣະວິນຍານບໍລິສຸດເຈົ້າ ໄດ້ປະທານໜ້າທີ່ພິເສດໃຫ້ສະມາຊິກທຸກຄົນໃນຮ່າງກາຍ ເພື່ອໃຫ້ທັງໝົດຂອງຮ່າງກາຍນັ້ນ ເຮັດວຽກໄດ້ດີ.
  • ລວມທັງບຸກຄົນໃດໜຶ່ງທີ່ມີສ່ວນຮ່ວມໃນກຸ່ມຕ່າງໆ ເຊັ່ນ ສະພາຂອງຊາວຢິວ ແລະ ກຸ່ມຟາຣີຊາຍ ທັງໝົດຖືກເອິ້ນວ່າເປັນ "ສະມາຊິກ" ຂອງກຸ່ມເຫລົ່ານີ້.

ສະລາກ, ການຈັບສະລາກ

ນິຍາມ

" ສະຫລາກ " ຄືວັດຖຸທີ່ມີເຄື່ອງໝາຍເຊື່ງຫວ່ານຂື້ນ ຫລື ຈັບຂື້ນມາຈາກວັດຖຸອື່ນທີ່ຄ້າຍຄືກັນເພື່ອເປັນວິທີໃນການເລືອກ ຫລື ຕັດສິນໃຈ ຄຳວ່າ " ການຈັບສະຫລາກ " ອ້າງເຖືງການຫວ່ານວັດຖຸທີ່ເຮັດເຄື່ອງໝາຍລົງໄປທີ່ພື້ນ ຫຼື ຜີວພື້ນອື່ນໆ

  • ຫລາຍເທື່ອສະຫລາກຄືກ້ອນຫີນນ້ອຍໆ ທີ່ເຮັດເຄື່ອງໝາຍ ຫລື ເສດຂອງໝໍ້ທີ່ແຕກຫັກ ຫລື ການກິ້ງກ້ອນຫີນກ້ອນນ້ອຍທີ່ມີເຄື່ອງຫມາຍ ຫລື ເສດຊີ້ນສ່ວນທີ່ແຕກຫມໍ້ທີ່ແຕກ ຄົນທີ່ເສດຊີ້ນສວ່ນທີ່ມີເຄື່ອງຫມາຍກິ້ງໄປຫາກໍ່ຈະເປັນຄົນທີ່ຖືກເລືອກ

  • ໃນບາງວັດທະນະທຳ " ການຈັບສະຫລາກ " ຫລື ສະຫລາກ " ຈັບອອກ " ຈະໃຊ້ຊໍ່ເຟືອງເຂົ້າເພື່ອການຈັບສະຫລາກ ບາງຄົນຖືເຟືອງເຂົ້າເພື່ອຈະບໍ່ມີໃຜແນມເຫັນວ່າພວກມັນຍາວເທົ່າໃດ ແຕ່ລະຄົນກໍ່ຈັບເອົາເຟືອງເຂົ້າຄົນລະຫນຶ່ງອັນຂື້ນມາ ໃຜທີ່ຈັບໄດ້ອັນທີ່ຍາວທີ່ສຸດ (ຫລືສັ້ນທີ່ສຸດ) ກໍ່ຈະເປັນຄົນທີ່ຖືກເລືອກ.

  • ການຈັບສະຫລາກຖືກໃຊ້ໂດຍຄົນອິດສເອນເພື່ອຫາວ່າພຣະເຈົ້າຕ້ອງການໃຫ້ພວກເຂົາເຮັດຫັຍງ.

  • ຢ່າງເຊັ່ນໃນສະໄຫມຂອງເຊຄາລິຢາ ແລະ ເອລີຊາເບດເປັນການໃຊ້ການເລືອກວ່າປະໂລຫິດຄົນໃດທີ່ຈະເຮັດຫນ້າທີ່ພິເສດໃນພະວິຫານທີ່ຈະຖະຫວາຍເຄື່ອງບູຊາ.

  • ພວກທະຫານທີ່ຄຶງພຣະເຢຊູໄດ້ຫວ່ານສະຫລາກເພື່ອຕັດສິນວ່າໃຜຈະໄດ້ເສື້ອຄຸມຂອງພຣະເຢຊູໄປເປັນເຈົ້າຂອງ.

  • ວະລີ " ການຈັບສະຫລາກ " ສາມາດແປວ່າ ການຫວ່ານຈຳນວນຫລາຍ " ຫລືການວາດພາບ " ຫລື " ກິ້ງສະຫລາກ " ຕ້ອງແນ່ໃຈວ່າຈະບໍ່ໃຊ້ຄຳທີ່ເຮັດໃຫ້ສະຫລາກເປັນຄືກັນກັບຖືກໂຍນໄລຍະໄກ.

  • ຂື້ນຢູ່ກັບບົດ ຄຳວ່າ " ສະຫລາກ " ສາມາດແປວ່າ " ກ້ອນຫີນທີ່ຖືກເຮັດເຄື່ອງຫມາຍໄວ້ " ຫລື " ເສດຫມໍ້ " ຫລື " ໄມ້ " ຫລື " ເສດເຟືອງເຂົ້າ"

  • ຖ້າການຕັັດສິນໃຈທີ່ກະທຳໂດຍການ " ຈັບສະຫລາກ " ນີ້ສາມາດແປວ່າໂດຍການຈັບ ( ຫລືການໂຢນ ) ສະຫລາກ. "


ສະຫງ່າຣາສີ

ນິຍາມ

ຄຳວ່າ "ສະຫງ່າຣາສີ" ອ້າງເຖິງຄວາມງົດງາມທີ່ສຸດແລະຄວາມຫລູຫລາທີ່ມັກກ່ຽວຂ້ອງກັບຄວາມຮັ່ງມີແລະຮູບລັກສະນະອັນງົດງາມ.

  • ຄຳວ່າສະຫງ່າຣາສີ ຫລາຍເທື່ອຈະໃຊ້ອະທິບາຍເຖິງຄວາມຮັ່ງມີທີ່ກະສັດຊົງມີ, ຫລືວິທີການທີ່ທ່ານເບິ່ງໃນຂອງແພງໆແລະຄວາມງາມໃນເສື້ອຜ້າອາພອນຫລູຫລາຂອງເຂົາ.
  • ຄຳວ່າ "ສຫງ່າຣາສີ" ຍັງສາມາດອະທິບາຍເຖິງຄວາມງາມຂອງຕົ້ນໄມ້ ພູເຂົາ ຫລືສິ່ງຕ່າງໆ ທີ່ພຣະເຈົ້າຊົງສ້າງໄວ້.
  • ມີບາງເມືອງທີ່ກ່າວກັນວ່າມີຄວາມສຫງ່າງາມອ້າງເຖິງແຫລ່ງຊັບພະຍາກອນທຳມະຊາດອາຄານ, ແລະຖະໜົນທີ່ຊັບຊ້ອນແລະຄວາມຮັ່ງມີຂອງປະຊາຊົນທັງໝົດເຖິງເສື້ອຜ້າລາຄາແພງ, ​ຄຳແລະເງິນ.
  • ຂຶ້ນຢູ່ກັບສະ​ຖາ​ນະ​ການ, ຄຳນີ້ສາມາດແປໄດ້ວ່າ, "ຄວາມງາມອັນຍອດຍ້ຽມ" ຫລື "ຄວາມສຫງ່າງາມສູງສຸດ" ຫລື "ຄວາມຍິ່ງໃຫຍ່ດັ່ງກະສັດ."

ສັກສິດ

ນິຍາມ

ຄຳວ່າ ”ສັກສິດ” ອະທິບາຍເຖິງບາງສິ່ງບາງຢ່າງທີ່ກ່ຽວຂ້ອງກັບການນະ ມັດສະການພຣະເຈົ້າຫຼືການນະມັດສະການພະທຽມຂອງຄົນຕ່າງຊາດ.

  • ໃນພັນທະສັນຍາເດີມຫລາຍຄັ້ງເຮົາຈະເຫັນຄຳວ່າ ”ສັກສິດ” ຈະໃຊ້ໃນອະທິບາຍເສົາຫີນແລະສິ່ງຂອງອື່ນໆທີ່ໃຊ້ໃນການນະມັດສະການພະທຽມນີ້ຍັງແປວ່າ ”ສາດສະໜາ”.
  • ”ເພງສັກສິດ” ຫຼື "ດົນຕີສັກສິດ” ໝາຍເຖິງເພງທີຮ້ອງຫຼືຫຼິ້ນຖວາຍກຽດແດ່ພຣະສິລິພຣະເຈົ້າ ນີ້ແປໄດ້ອີກວ່າ ”ດົນຕີສຳລັບການນະມັດສະການພຣະຢາເວ” ຫຼື ”ເພງເພື່ອສັນເສີນພຣະເຈົ້າ”.
  • ຄໍາທີ່ວ່າ ”ຫນ້າທີ່ອັນສັກສິດ” ໝາຍເຖິງ ”ໜ້າທີ່ກ່ຽວກັບສາດສະນາ” ຫຼື ”ພິທີກໍາ” ທີ່ປະໂລຫິດປະຕິບັດເພື່ອນຳປະຊາຊົນໃນການນະມັດສະການພຣະເຈົ້າ ຍັງອ້າງເຖິງພິທີກໍາທີ່ກະທຳໂດຍປະໂລຫິດຕ່າງຊາດເພຶ່ອນະມັດສະການພະທຽມ.

ສັງຫານ, ຖືກສັງຫານ

ນິຍາມ

ຄຳວ່າ "ສັງຫານ" ໝາຍເຖິງການຂ້າຄົນຫລືສັດ ຫລາຍຄັ້ງຄຳນີ້ໝາຍເຖິງການຂ້າຢ່າງໂຫດຮ້າຍຫລືໃນທາງທາລຸນກຳ.

  • ເມື່ອອ້າງເຖິງສັດຫລືຄົນຈຳນວນຫລາຍຄຳວ່າ"ການຂ້າຢ່າງທາລຸນນະກຳ" ເປັນອີກຄຳໜຶ່ງທີ່ຖືກໃຊ້ຫລາຍເຊັ່ນກັນ.
  • ຄຳວ່າ "ຂ້າ" ສາມາດໃຊ້ໃນການແປໃນຄຳນີ້ໄດ້ເຊັ່ນກັນ.
  • ໃນ​ປະ​ໂຫຍກ​ທີ່ວ່າ "ຜູ້ທີ່ຖືກເຂັ່ນຂ້າ" ສາມາດແປໄດ້ວ່າ"ປະຊາຊົນທີ່ຖືກເຂັ່ນຂ້າ"ຫລື "ຄົນຫລວງຫລາຍທີ່ຖືກຂ້າ."

ສັດເດຍລະສານ

ນິຍາມ

ໃນພຣະຄຳພີຄຳວ່າ“ ສັດຮ້າຍ” ມັກຈະເປັນວິທີການເວົ້າອີກຢ່າງ ໜຶ່ງວ່າ“ ສັດ”.

  • ສັດເດຍລະສານສັດປ່າແມ່ນສັດປະເພດ ໜຶ່ງທີ່ອາໄສຢູ່ໃນປ່າຫລືທົ່ງໄຮ່ທົ່ງນາແລະບໍ່ໄດ້ຮັບການຝຶກອົບຮົມຈາກຄົນ.
  • ສັດເດຍລະສານພາຍໃນປະເທດແມ່ນສັດທີ່ອາໄສຢູ່ນຳຄົນແລະຖືກເກັບຮັກສາໄວ້ສຳລັບອາຫານຫລື ສຳລັບເຮັດວຽກ, ເຊັ່ນວ່າໄຖນາ.ປົກກະຕິແລ້ວຄຳວ່າສັດລ້ຽງແມ່ນໃຊ້ເພື່ອໝາຍເຖິງສັດປະເພດນີ້.
  • ໜັງສືພຣະຄຳພີເດີມຂອງດານີເອນແລະໜັງສືພະນິມິດໃນພຣະຄຳພີໃໝ່ກ່າວເຖິງພາບນິມິດທີ່ມີສັດເດຍລະສານທີ່ສະແດງເຖິງ ອຳນາດແລະ ອຳນາດທີ່ຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ. (ເບິ່ງເພີມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)
  • ສັດຈຳພວກນີ້ຈຳນວນໜຶ່ງຖືກອະທິບາຍວ່າມີລັກສະນະແປກໃໝ່, ເຊັ່ນ: ຫົວແລະຫລາຍໂຕ. ພວກເຂົາມີອຳນາດແລະສິດອຳນາດ, ສະແດງວ່າພວກເຂົາອາດຈະເປັນຕົວແທນຂອງປະເທດ, ປະເທດ, ຫລືອຳນາດທາງການເມືອງອື່ນໆ.
  • ວິທີການແປພາສານີ້ອາດປະກອບມີ, "ສິ່ງມີຊີວິດ" ຫລື "ສິ່ງທີ່ສ້າງຂື້ນ" ຫລື "ສັດ" ຫລື "ສັດປ່າ", ຂື້ນກັບສະພາບການ.

ສັດລ້ຽງ

ນິຍາມ

ຄຳວ່າ " ສັດລ້ຽງ " ອ້າງອີງເຖິງສັດຕ່າງໆ ທີ່ຖືກລ້ຽງເພື່ອຕຽມເປັນອາຫານ ແລະ ເປັນຜະລິດຕະພັນທີ່ເປັນປະໂຫຍດອື່ນໆ ໃນການລ້ຽງສັດບາງສະນິດແມ່ນໃຊ້ງານໃຫ້ສັດເຮັດວຽກຫນັກໄດ້ເຊັ່ນກັນ

  • ສະນິດຂອງສັດລ້ຽງລວມທັງຝູງແກະ ງົວຄວາຍ ແບ້ ແລະ ມ້າ.
  • ໃນສະໄຫມພຣະຄຳພີ ຄວາມຮັ່ງມີຂອງບຸກຄົນວັດກັນທີ່ຈຳນວນຝູງສັດທີ່ບຸກຄົນນັ້ນມີຢູ່.
  • ສັດລ້ຽງມີໄວ້ເພື່ອການຜະລິດສິນຄ້າຕ່າງໆ ເຊັ່ນ ຂົນແກະ ນ້ຳນົມ ເນີຍ ຂອງໃຊ້ໃນເຮືອນ ແລະ ເຄື່ອງນຸ່ງ.
  • ນີ້ສາມາດແປວ່າ ຟາມສັດກະສິກຳຕ່າງໆ.

ສັນຕິສຸກ, ຢ່າງສັນຕິ

ນິຍາມ

ຄຳວ່າ "ສັນຕິສຸກ" ອ້າງເຖິງສະຖານະທີ່ເປັນຢູ່ຫລືຄວາມຮູ້ສຶກເຊິ່ງປາສະຈາກຄວາມຂັດແຍ້ງ ຄວາມວິຕົກກັງວົນ, ຫຼືຄວາມຢ້ານ ບຸກຄົນຜູ້ທີ່ມີ "ສັນຕິສຸກ" ຈະຮູ້ສຶກສະຫງົບແລະໝັ້ນໃຈໃນຄວາມປອດໄພແລະໝັ້ນຄົງ.

  • ຄຳວ່າ "ສັນຕິສຸກ" ຍັງອ້າງເຖິງຊ່ວງເວລາທີ່ກຸ່ມຊົນຊາດຫຼືປະເທດຕ່າງໆ ບໍ່ຢູ່ໃນພາວະສົງຄາມຕໍ່ກັນ. ຄົນເຫຼົ່ານີ້ກ່າວໄດ້ວ່າມີ "ມີຄວາມສຳພັນຢ່າງສັນຕິ."
  • ສ່ວນຄຳວ່າ "ສ້າງສັນຕິ" ກັບບຸກຄົນຫຼືກຸ່ມຄົນ ໝາຍຄວາມວ່າກະທຳສິ່ງທີ່ຈະເຮັດໃຫ້ການສູ້ຮົບໄດ້ຍຸດຕິລົງ.
  • "ຜູ້ສ້າງສັນຕິ" ໝາຍເຖິງບາງຄົນຜູ້ເຊິ່ງໄດ້ກ່າວສິ່ງທີ່ປະຊາຊົນທີ່ມີອິດທິພົນໃຫ້ດຳເນີນຊີວິດຢ່າງສະຫງົບນຳກັນ
  • ມີ "ສັນຕິສຸກ" ກັບຄົນອື່ນໝາຍຄວາມວ່າຢູ່ໃນສະຖານະທີ່ບໍ່ສູ້ຮົບກັບຄົນເຫຼົ່ານັ້ນ.
  • ຄວາມສຳພັນທີ່ດີແລະຖືກຕ້ອງລະຫວ່າງພຣະເຈົ້າກັບມະນຸດນັ້ນເກີດຂຶ້ນເມື່ອພຣະເຈົ້າຊົງຊ່ວຍກູ້ມະນຸດຈາກຄວາມບາບຂອງພວກເຂົາ. ເອີ້ນວ່າການມີ "ສັນຕິສຸກໃນພຣະເຈົ້າ"
  • ຄຳກ່າວທັກທາຍທີ່ວ່າ "ຂໍພຣະຄຸນແລະສັນຕິສຸກ" ຖືກໃຊ້ໂດຍບັນດາອັກຄະສາວົກໃນຈົດໝາຍຂອງພວກເຂົາທີ່ມີເຖິງບັນດາຜູ້ເຊື່ອທັງຫຼາຍເພື່ອເປັນການອວຍພອນ.
  • ຄຳວ່າ "ສັນຕິສຸກ" ສາມາດອ້າງເຖິງການມີຄວາມສຳພັນທີ່ດີກັບຄົນອື່ນຫຼືກັບພຣະເຈົ້າ.

ສັນລະເສີນ

ນິຍາມ

ການສັນລະເສີນຄົນໃດຄົນໜື່ງຄືການສະແດງຄວາມນັບ​ຖືໃຫ້ກຽດແກ່ບຸກຄົນນັ້ນ.

  • ຜູ້ຄົນສັນລະເສີນພຣະເຈົ້າເພາະຄວາມຍິ່ງໃຫ່ຍຂອງພຣະອົງແລະເພາະສິ່ງອັດສະຈັນທັັັ້ງໜົດທີ່ພຣະອົງໄດ້ເຮັດ ໃນຖານະພຣະຜູ້ສ້າງແລະພຣະຜູ້ຊ່ວຍໃຫ້ລອດຂອງໂລກນີ້.
  • ການສັນລະເສີນພຣະເຈົ້າຫລາຍເທືອລວມເຖິງການຂອບພຣຄຸນໃນສິ່ງທີ່ພຣະອົງໄດ້ຊົງເຮັດ.
  • ດົນຕີແລະການຮ້ອງເພງຫລາຍເທືອຖືກໃຊ້ໃນການສັນລະເສີນພຮະເຈົ້າ.
  • ການສັນລະເສີນພຣະເຈົ້າເປັນສ່ວນໜື່ງທີ່ໜາຍເຖິງການນະມັດສະການພຮະອົງ.
  • ຄຳວ່າ ''ການສັນລະເສີນ'' ສາມາດແປໄດ້ອີກວ່າ, ''ການເວັ້າດີຂອງ'' ຫລື ''ການໃຫ້ກຽດຢ່າງສູງດ້ວຍຄຳເວົ້າ'' ຫລື ''ການເວົ້າເຖິງສິ່ງທີ່ດີກຽ່ວກັບ.''
  • ຄຳນາມວ່າ ''ຄຳສັນລະເສີນ'' ສາມາດແປໄດ້ວ່າ, ''ເວົ້າເຖິງກຽດ'' ຫລື ''ຄຳເວົ້າທີ່ໃຫ້ກຽດ'' ຫລື ''ເວົ້າສິ່ງທີ່ດີກຽ່ວກັບ.''

Mark chunk as done


ສ້າງ, ການສ້າງ, ພຣະຜູ້ສ້າງ

ນິຍາມ

ຄຳວ່າ "ສ້າງ" ໝາຍເຖິງການເຮັດສິ່ງໃດສິ່ງໜຶ່ງ, ຫຼືເຮັດໃຫ້ສິ່ງໃດໜຶ່ງເກີດຂຶ້ນ. ສິ່ງໃດສິ່ງໜຶ່ງທີ່ຖືກສ້າງຂຶ້ນນັ້ນເອີ້ນວ່າ "ສິ່ງທີ່ຊົງສ້າງ." ພຣະເຈົ້າຖືກເອີ້ນວ່າ "ພຣະຜູ້ສ້າງ" ເພາະອົງໄດ້ຊົງໃຫ້ທຸກສິ່ງໃນຈັກກະວານທັງໝົດເກີດມີຂຶ້ນ.

  • ເມື່ອຄຳນີ້ໃຊ້ເພື່ອອ້າງເຖິງ ພຣະເຈົ້າສ້າງໂລກ, ໝາຍຄວາມວ່າ

ພຣະອົງເຮັດໃຫ້ມັນເກີດ ຈາກທີ່ບໍ່ມີສິ່ງໃດໆເລີຍ.

  • ເມື່ອມະນຸດ "ສ້າງ" ສິ່ງໃດໜຶ່ງ, ໝາຍຄວາມວ່າພວກເຂົາສ້າງໃຫ້ມັນອອກມາຈາກສິ່ງທີ່ມີຢູ່ແລ້ວ.
  • ບາງຄັ້ງ "ສ້າງ" ໃຊ້ເປັນທຳນອງປຽບທຽບເພື່ອອະທິບາຍສິ່ງເປັນນາມມະທໍາ, ເຊັ່ນການສ້າງສັນຕິພາບ ຫຼື ສ້າງຫົວໃຈທີ່ບໍຣິສຸດໃນຄົນ.
  • ຄຳວ່າ "ການສ້າງ" ສາມາດກ່າວເຖິງຈຸດເລີ່ມຕົ້ນຕອນທໍາອິດ

ຂອງໂລກເມື່ອພຣະເຈົ້າຊົງສ້າງທຸກສິ່ງຂຶ້ນເປັນຄັ້ງທຳອິດ. ນອກຈາກນີ້ຍັງສາມາດໃຊ້ເພື່ອອ້າງເຖິງທຸກຢ່າງທີ່ພຣະເຈົ້າຊົງ ສ້າງ. ໂດຍທົ່ວໄປບາງຄັ້ງຄຳວ່າ "ສິ່ງຊົງສ້າງ" ກ່າວເຖິງສະເພາະຜູ້ຄົນໃນໂລກເທົ່ານັ້ນ.

ຄຳແນະນຳໃນການແປ

  • ບາງພາສາອາດຈະເວົ້າໂດຍຕົງ ວ່າພຣະເຈົ້າຊົງສ້າງໂລກ "ຈາກທີ່ບໍ່ມີຫຍັງເລີຍ" ເພື່ອໃຫ້ແນ່ໃຈວ່າ ຄວາມໝາຍນີ້ຊັດເຈນ.
  • ຄຳເວົ້າ "ຕັ້ງແຕ່ການສ້າງ" ໝາຍເຖິງ, "ນັບແຕ່ພຣະເຈົ້າສ້າງ

ໂລກ."

  • ຄຳເວົ້າທີ່ຄືກັນ, "ໃນຕອນທຳອິດຂອງການຊົງສ້າງ" ອາດແປວ່າ,

" ເມື່ອພຣະເຈົ້າຊົງສ້າງໂລກໃນຕອນຕົ້ນຂອງເວລາ" ຫຼື "ເມື່ອໂລກນີ້ຖືກສ້າງຂຶ້ນຄັ້ງທໍາອິດ."

  • ການປະກາດຂ່າວປະເສີດ "ແກ່ຄົນທັງໝົດທຸກແຫ່ງທົ່ວໂລກ."
  • ຄຳເວົ້າ "ໃຫ້ສິ່ງຊົງສ້າງທັງສິ້ນຍິນດີ."
  • "ສ້າງອາດແປວ່າ, " ເຮັດ " ຫຼື " ເຮັດໃຫ້ເກີດ" ຫຼື "ທຳໃຫ້ອອກມາ

ຈາກທີ່ບໍ່ມີຫຍັງເລີຍ." ທັງນີ້ຂຶ້ນຢູ່ກັບສະພາບການນັ້ນໆ

  • ຄຳວ່າ "ພຣະຜູ້ສ້າງ" ອາດແປວ່າ, "ອົງດຽວຜູ້ສ້າງທຸກສິ່ງ"

ຫຼື "ພຣະເຈົ້າຜູ້ຊົງສ້າງໂລກທັງໜ່ວຍ."

  • ຄຳເວົ້າເຊັ່ນ "ພຣະຜູ້ສ້າງຂອງທ່ານ" ອາດແປວ່າ, "ພຣະຜູ້ຊົງສ້າງທ່ານ."

ສາງເກັບຮັກສາ

ນິຍາມ

“ ສາງເກັບຮັກສາ” ແມ່ນອາຄານໃຫຍ່ທີ່ໃຊ້ເພື່ອຮັກສາອາຫານຫລືສິ່ງອື່ນໆ, ໄວ້ເປັນເວລາດົນນານ.

  • ໃນພຣະຄຳພີວ່າ“ ສາງເກັບຮັກສາ” ປົກກະຕິແລ້ວແມ່ນ ນຳ ໃຊ້ເຂົ້າໃນການເກັບມ້ຽນເມັດພືດພິເສດແລະອາຫານອື່ນໆທີ່ຈະ ນຳ ໃຊ້ໃນພາຍຫລັງເມື່ອມີການຂາດແຄນອາຫານຍ້ອນຄວາມອຶດຢາກ.
  • ຄຳນີ້ໃຊ້ເປັນຕົວປຽບທຽບ ເພື່ອກ່າວເຖິງທຸກສິ່ງທີ່ດີທີ່ພະເຈົ້າປະທານໃຫ້ແກ່ປະຊາຊົນຂອງພະອົງ.
  • ບັນດາສາງມ້ຽນເຄຶ່ອງຂອງພຣະວິຫານໄດ້ມ້ຽນບັນດາສິ່ງທີ່ມີຄ່າ ເຊັ່ນ: ຄຳ ແລະເງິນ ທີ່ໄດ້ມາຖວາຍເຄື່ອງຂອງໃຫ້ພຣະຢາເວ ບາງສິ່ງບາງຢ່າງເຫລົ່ານີ້ຖືກເກັບໄວ້ໃຊ້ເພື່ອສ້ອມແປງແລະບຳລຸງຮັກສາພຣະວິຫານ.
  • ຄວາມໝາຍອື່ນໃນການແປພາສາ "ສາງເກັບຮັກສາ" ສາມາດປະກອບມີ, "ອາຄານສຳລັບເກັບຮັກສາເມັດພືດ" ຫຼື "ສະຖານທີ່ເກັບຮັກສາອາຫານ" ຫຼື "ຫ້ອງສຳລັບເກັບຮັກສາສິ່ງທີ່ມີຄ່າໃຫ້ຢູ່ໃນຄວາມປອດໄພ".

ສິ່ງໂຕ

ນິຍາມ

ສິງໂຕເປັນສັດປາທິ່ມິຂະຫນາດໃຫ່ຍລັກສະນະຄືກັບແມວ ມີແຂ້ວ ແລະ ກົງເລັບແຂງແຮງສຳຫລັບການຂ້າ ແລະ ຈີກເນື້ອເຫຍື່ອຍຂອງພວກມັນ

  • ສິ່ງໂຕມີຮ່າງກາຍທີ່ເຕັມໄປດ້ວຍກຳລັງ ແລະ ຄວາມວ່າອງໄວຢ່າງຫລາຍໃນການລ່າເຫຍື່ອຍ ຂົນຂອງມັນສັ້ນ ແລະ ມີສີນ້ຳຕານອອກສີທອງ.
  • ສິ່ງໂຕ ໂຕຜຸ້ມີຂົ່ນທີ່ເປັນແຜງຢູ່ຮອບຫົວຂອງພວກມັນ.
  • ສິ່ງໂຕຂ້າສັດອື່ນເພື່ອເປັນອາຫານ ແລະ ສາມາດເຮັດອັນຕະລາຍໃຫ້ກັບມະນຸດໄດ້ເຊັ່ນກັນ.
  • ເມື່ອກະສັດດາວິດຍັງເປັນເດັກຫນຸ່ມ ເຂົາຂ້າພວກສິ່ງໂຕເພື່ອປົກປ້ອງແກະທີ່ເຂົາເບິງແຍງ.
  • ແຊມຊັ້ນກໍ່ໄດ້ຂ້າສິ່ງໂຕດ້ວຍມືຂອງເຂົາ.

ສິ່ງທີ່ມີຊີວິດ

ນິຍາມ

ຄຳວ່າ "ສິ່ງທີ່ມີຊີວິດ" ກ່າວເຖິງສັບພະສິ່ງທີ່ພຣະເຈົ້າຊົງສ້າງ, ທັງມະນຸດແລະສັດ.

  • ຜູ້ປະກາດພຣະທໍາເອເຊກຽນໄດ້ອະທິບາຍເຖິງການເຫັນ "ສ່ິ່ງທີ່ມີຊີວິດ" ໃນນິມິດຂອງເຂົາກ່ຽວກັບພຣະສະຫ່ງາລາສີຂອງພຣະເຈົ້າ. ເຂົາບໍ່ຮູ້ວ່າສິ່ງເຫຼົ່ານັ້ນເປັນຫຍັງ, ດັ່ງນັ້ນເຂົາໄດ້ໃຫ້ຊື່ແບບທົ່ວໄປນີ້ແກ່ສິິ່ງເຫຼົ່ານັ້ນ.
  • ໂປດຮູ້ວ່າ ຄຳວ່າ "ການສ້າງ" ມີຄວາມໝາຍທີ່ແຕກຕ່າງກັນ ເນື່ອງຈາກມີທຸກສິ່ງທີ່ພຣະເຈົ້າໄດ້ຊົງສ້າງ, ທັງສິ່ງມີຊີວິດແລະ

ບໍ່ມີຊີວິດ (ເຊັ່ນແຜ່ນດິນ, ນ້ຳ, ແລະດວງດາວທັງຫລາຍ). ຄຳວ່າ "ສິ່ງມີຊີວິດ" ໝາຍເຖິງສິ່ງທີ່ມີຊີວິດເທົ່ານັ້ນ.


ສິນບົນ ເງີນປິກປາກ

ນິຍາມ

ການ“ ສິນບົນ” ໝາຍເຖິງການໃຫ້ບາງສິ່ງບາງຢ່າງທີ່ມີຄ່າເຊັ່ນເງິນ, ມີອິດທິພົນຕໍ່ບຸກຄົນນັ້ນທີ່ຈະເຮັດໃນສິ່ງທີ່ບໍ່ສັດຊື່.

  • ພວກທະຫານທີ່ເຝົ້າອຸມົງທີ່ຫວ່າງຂອງພຣະເຢຊູໄດ້ຮັບເງິນໃຫ້ຕົວະກ່ຽວກັບເຫດການທີ່ເກີດຂື້ນ.
  • ບາງຄັ້ງເຈົ້າໜ້າທີ່ລັດຖະບານຈະໄດ້ຮັບສິນບົນເພື່ອເບິ່ງຂ້າມຄວາມຍຸດຕີທຳ ຫລື ລົງຄະແນນສຽງໂດຍວິທີໃດໜຶ່ງ.
  • ພຣະຄຳພີ ຫ້າມບໍ່ໃຫ້ເອົາເງິນທີ່ບໍ່ຍຸດຕີທຳ ຫລື ຮັບສິນບົນ.
  • ຄຳວ່າ "ສິນບົນ" ສາມາດຖືກແປວ່າ "ການຈ່າຍທີ່ບໍ່ຊື່ສັດ" ຫລື "ການຈ່າຍເງິນເພື່ອຕົວະ" ຫລື "ລາຄາ ສຳລັບການລະເມີດກົດລະບຽບ."
  • ການໃຫ້ສິນບົນສາມາດຖືກແປດ້ວຍ ຄຳສັບຫລືປະໂຫຍກທີ່ມີຄວາມໝາຍວ່າ, "ຈ່າຍຄ່າອິດທິພົນ (ຜູ້ໃດຜູ້ໜຶ່ງ)" ຫລື "ຈ່າຍເພື່ອໃຫ້ໄດ້ຮັບຄວາມໂປດປານທີ່ບໍ່ຊື່ສັດ" ຫລື "ຈ່າຍຄ່າຕອບແທນ."

ສິບສອງຕະກຸນຂອງຊົນຊາດອິດສະຣາເອນ

ນິຍາມ

ຄຳວ່າ “ສິບສອງຕະກຸນຂອງຊົນຊາດອິດສະຣາເອນ” ໝາຍເຖິງລູກຊາຍທັງສິບສອງຄົນຂອງຢາໂຄບ ແລະຜູ້ສືບເຊື້ອສາຍຂອງພວກເຂົາ.

  • ຢາໂຄບມີປູ່ຊື່ອັບຣາຮາມວ່າ. ຫລັງຈາກນັ້ນພຣະເຈົ້າກໍໄດ້ປ່ຽນຊື່ຢາໂຄບໃຫ້ເປັນອິດສະຣາເອນ.
  • ນີ້ຄືລາຍຊື່ຂອງທັງສິບສອງຕະກຸນ: ຣູເບັນ, ຊີເມໂອນ, ເລວີ, ດານ, ເນັບທາລີ, ກາດ, ອາເຊ, ອິດຊະຄາ, ເຊບູໂລນ, ໂຢເຊັບ, ແລະ ເບັນຢາມິນ.
  • ຜູ້ສືບເຊື້ອສາຍຂອງເລວີ ບໍ່ໄດ້ຄອບຄອງມໍລະດົກທີ່ດິນຢູ່ໃນດິນແດນການາອານ ເພາະວ່າພວກເຂົາເປັນຕະກູນຂອງປະໂລຫິດ ເຊິ່ງເປັນຜູ້ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ຮັບໃຊ້ພຣະເຈົ້າ ແລະປະຊາຊົນຂອງພຣະອົງ.
  • ໂຢເຊັບໄດ້ຮັບມໍລະດົກທີ່ດິນເປັນສອງເທົ່າ ເຊິ່ງໂຢເຊັບໄດ້ມອບໃຫ້ລູກຊາຍທັງສອງຂອງຕົນທີ່ມີຊື່ວ່າ: ເອຟຣາອິມ ແລະມານາເຊ.
  • ພຣະຄຳພີໄດ້ກ່າວເຖິງທັງສິບສອງຕະກຸນນີ້ຢູ່ຫລາຍຄັ້ງ ແລະບາງຄັ້ງກໍໄດ້ມີຂໍ້ມູນທີ່ແຕກຕ່າງ ເຊັ່ນວ່າ ບາງຄັ້ງຕະກູນເລວີ, ຕະກູນໂຢເຊັບ, ແລະ ຕະກູນດານ ບໍ່ໄດ້ຖືກກ່າວເຖິງ ແຕ່ວ່າບາງຄັ້ງກໍມີການເພີ່ມຊື່ຂອງລູກຊາຍທັງສອງຄົນຂອງໂຢເຊັບກໍຄື ເອຟຣາອິມ ແລະມານາເຊ ເຂົ້າມາໃນລາຍຊື່ແທນ.

ສີດາ

ນິຍາມ

ຄຳວ່າ "ສີດາ" ກ່າວເຖິງຕົ້ນສົນຂະຫນາດໃຫຍ່ ທີ່ຕາມປົກກະຕິມີເນື້ອໄມ້ສີແດງປົນນ້ຳຕານ ເຊັ່ນດຽວກັບຕົ້ນສົນອື່ນໆ ມັນມີໝາກແລະໃບສີເຂັ້ມ

  • ພັນທະສັນຍາເດີມມັກຈະກ່າວເຖິງຕົ້ນສົນສີດາໃນການເໍື່ໍຊອມໂຍງເຖິງເລບານອນທີ່ຊຶ່ງຕົ້ນສົນເຫຼົ່ານີ້ເຕີບໂຕງອກງາມ
  • ໄມ້ສົນສີດາໃຊ້ໃນການກໍ່ສ້າງພຣະວິຫານກຸງເຢລູຊາເລັມ
  • ນອກຈາກນີ້ື ສົນສີດາຫຍັງໃຊ້ໃນການເຮັດເຄື່ອງບູຊາ ແລະວິທີສຳລະເຮັດໃຫ້ປະຊາຊົນບໍລິສຸດ

ສີມ່ວງ

ນິຍາມ

ຄຳວ່າ "ສີມ່ວງ" ເປັນຊື່ຂອງສີທີ່ປະສົມກັນລະຫວ່າງສີນ້ຳເງີນແລະສີແດງ

  • ໃນສະໄໝບູຮານສີມ່ວງຄືສີທີ່ຫາຍາກແລະມີຄ່າສູງທີ່ໃຊ້ໃນການຍ້ອມເສື້ອຜ້າຂອງກະສັດແລະເຈົ້າຫນ້າທີ່ຣະດັບສູງ
  • ເນື່ອງຈາກເປັນຄ່າໃຊ້ສູງແລະໃຊ້ເວລາດົນໃນການຜະລິດສີຍ້ອມນີ້ ເສື້ອຜ້າສີມ່ວງຈຶ່ງຖືວ່າເປັນສັນຍະລັກຂອງຄວາມມັ່ງຄັ່ງ ຄວາມໂດດເດັ່ນ ແລະຢູ່ໃນເຊື້ອພະວົງ
  • ສີມ່ວງຍັງເປັນສີທີ່ໃຊ້ເຮັດເປັນຜ້າມ່ານໃນຫໍເຕັນແລະວິຫານແລະສຳລັບເສື້ອເອໂຟດທີ່ປະໂລຫິດສວມໃສ່
  • ສີຢ້ອມສີມ່ວງຖືກສກັດມາຈາກຫອຍທາກທະເລໂດຍການບົດຫລືຕົ້ມຫອຍນັ້ນຫລືເຮັດໃຫ້ພວກມັນປລ່ອຍສີຍ້ອມໃນຂະນະທີ່ຍັງມີຊີວິດຢູ່ ນິ້ເປັນກະບວນການທີ່ມີຣາຄາແພງ
  • ທະຫານໂຣມສວມເສື້ອຄຸມສີມ່ວງໃຫ້ພະເຢຊູກ່ອນທີ່ການຖືກຄຶງຂອງພະອົງ ເພື່ອເຍາະເຢີ້ຍພະອົງທີ່ພະອົງອ້າງວ່າຊົງເປັນກະສັດຂອງຊາວຢິວ
  • ນາງລິເດຍຈາກເມືອງຟິລິບປອຍເປັນຜູ້ຍິງທີ່ດຳເນີນຊີວິດຢູ່ດ້ວຍການຂາຍເສື້ອຜ້າສີມ່ວງ

ສືບໄປເປັນນິດ, ນິດນິລັນດອນ

ນິຍາມ

ໃນພຣະຄັມພີຄຳວ່າ "ສືບໄປເປັນນິດ" ບົ່ງບອກເຖິງເວລາທີ່ບໍ່ມີສິ້ນສຸດ.ບາງຄັ້ງຄຳນີ້ໃຊ້ໃນຮູບແບບປຽບທຽບທີ່ມີຄວາມໝາຍວ່າ ໃນເວລາທີ່ຍາວນານ.

  • ຄຳວ່າ "ສືບໄປເປັນນິດ" ເນັ້ນວ່າບາງສິ່ງຈະຄົງຢູ່ສະເໝີ.
  • ຄຳເວົ້າທີ່ວ່າ "ສືບໄປເປັນນິດ" ເປັນການສະແດງເຖິງວ່າຊີວິດນິຣັນດອນ ຫຼືນິຣັນດອນເປັນຢ່າງໃດ, ແລະແນວຄິດທີ່ວ່າເວລານັ້ນບໍ່ມີວັນສິ້ນສຸດ.
  • ພຣະເຈົ້າໄດ້ບອກວ່າບັນລັງຂອງດາວິດຈະຄົງຢູ່ "ຕະຫຼອດໄປ" ຄຳນີ້ບົ່ງບອກເຖິງຄວາມຈິງທີ່ວ່າທາຍາດຂອງດາວິດຄືພຣະເຢຊູຈະປົກຄອງເປັນກະສັດຕະຫຼອດໄປ.

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ອີກວ່າ "ສະເໝີ" ຫຼື "ບໍ່ມີທີ່ສິ້ນສຸດ".
  • ປະໂຫຍກທີ່ວ່າ "ຈະຢູ່ຕະຫຼອດໄປເປັນນິດ" ສາມາດແປໄດ້ອີກວ່າ "ມີຢູ່ສະເໝີ" ຫຼື "ຈະບໍ່ມີວັນຢຸດ" ຫຼື "ຈະດຳເນີນຕໍ່ໄປ".
  • ປະໂຫຍກໄດ້ເນັ້ນຢ້ຳທີ່ວ່າ, "ຕະຫຼອດໄປເປັນນິດນິຣັນດອນ" ສາມາດແປໄດ້ອີກວ່າ "ມີຢູ່ສະເໝີແລະສະເໝີໄປ" ຫຼື "ບໍ່ມີຈຸດຈົບ" ຫຼື "ທີ່ບໍ່ເຄີຍມີວັນສິ້ນສຸດ".
  • ບັນລັງຂອງດາວິດມີຢູ່ສະເໝີໄປສາມາດແປໄດ້ອີກວ່າ "ທາຍາດຂອງດາວິດຈະປົກຄອງເປັນນິດນິຣັນດອນ" ຫຼື "ທາຍາດຂອງເຮົາຈະປົກຄອງຢູ່ສະເໝີໄປ".

ສຸພາສິດ

ນິຍາມ

ສຸພາສິດເປັນເປັນຄຳກ່າວສັ້ນໆ ທີ່ສະແດງເຖິງສະຕິປັນຍາຫລືຄວາມຈິງ

  • ສຸພາສິດມີອິດທິພົນເພາະມັນງ່າຍຕໍ່ການຈົດຈຳແລະທ່ອງຊ້ຳ
  • ຫລາຍເທື່ອສຸພາສິດທັງຫມົດເອົາຕົວຢ່າງຈາກຊີວິດປະຈຳວັນທີ່ໃຊ້ໄດ້ຈິງ
  • ສຸພາສິດບາງຂໍ້ນັ້ນຊັດເຈນແລະກົງ ໃນຂະນະທີ່ຄຳອື່ນໆ ນັ້ຍຍາກກວ່າທີ່ຈະເຂົ້າໃຈ
  • ກະສັດຊາໂລມອັນເປັນທີ່ຮູ້ຈັກເພາະສະຕິປັນຍາຂອງພະອົງແລະໄດ້ຂຽນສຸພາສິດຫລາຍກວ່າ 1,000 ຂໍ້ຄວາມ
  • ຫລາຍເທື່ອທີ່ພຣະເຢຊູໃຊ້ຄຳສຸພາສິດຫລືອຸບປະມາເມື່ອພະອົງຊົງສອນປະຊາຊົນ
  • ວິທີທີ່ຈະແປຄຳວ່າ"ສຸພາສິດ"ສາມາດລວມທັງຫມົດເຖິງ"ການເວົ້າທີ່ສະຫລາດ" ຫລື"ຖ້ອຍຄຳຄວາມຈິງ"

ສຸພາບອ່ອນຫວານ, ຄວາມສຸພາບອ່ອນຫວານ

ນິຍາມ

ຄຳວ່າ "ສຸພາບອ່ອນຫວານ" ແມ່ນໃຊ້ອະທິບາຍເຖິງຄົນທີ່ສຸພາບອ່ອນໂຍນ, ຄົນນອບນ້ອມ , ແລະຍອມທົນເຮັດຕາມ ເຖິງວ່າຈະບໍ່ໄດ້ຮັບຄວາມຍຸດຕິທັມ. ຄວາມສຸພາບອ່ອນຫວານ ຄື ຄວາມສາມາດໃນການສະແດງຄວາມສຸພາບອອກມາ ໃນຂະນະທີ່ມີຄວາມຢາກຮ້າຍ ຫລືໃນເວລາທີ່ຖືກກົດດັນ ເຊິ່ງຕາມປົກກະຕິແລ້ວ ຈະສະແດງອອກມາໄດ້ຍາກ.

  • ຄວາມສຸພາບອ່ອນຫວານ ມັກຈະກ່ຽວຂ້ອງກັບຄວາມຖ່ອມໃຈ.
  • ຄຳນີ້ ສາມາດແປໄດ້ອີກວ່າ "ສຸພາບ" ຫລື "ມາລະຍາດສຸພາບ" ຫລື "ອາລົມອ່ອນໂຍນ."
  • ຄຳວ່າ "ຄວາມສຸພາບອ່ອນຫວານ" ສາມາດແປໄດ້ອີກວ່າ "ສຸພາບອ່ອນໂຍນ" ຫລື "ຖ່ອມໃຈ."

ສູນເສຍໄປ, ທີ່ດິນທີ່ປະຖີ້ມໄວ້

ນິຍາມ

ການຖີ້ມສີ່ງຂອງໃດໆ ໝາຍເຖິງການໂຍນຂອງຖີ້ມຫລືໃຊ້ຍ່າງບໍ່ລະມັດລະວັງບາງສິ່ງທີ່ຈຳເປັນ " ທີ່ດິນທີ່ປະຖີ້ມໄວ້ " ຫລື " ຂອງເສຍຫາຍ " ອ້າງເຖິງແຜ່ນດິນຫລືເມືອງທີ່ຖືກທຳລາຍ ດັ່ງນັ້ນຈຶ່ງບໍ່ມີສິ່ງທີ່ມີຊີວິດອີກຕໍ່ໄປ

  • ຄຳເວົ້າວ່າ " ສູນເສຍໄປ " ເປັນຄຳເວົ້າທີ່ມີຄວາມໝາຍວ່າການເຈັບປ່ວຍ​ທີ່ຫລືຖືກທຳລາຍ ເຮັດ​ໃຫ້ສູນເສຍ​ສຸ​ຂ​ພາບແລ້ວຈະຄ່ອຍຈ່ອຍຜອມລົງຫລາຍເພາະໂລກແລະຂາດອາຫານ
  • ການ " ສູນເສຍ " ເມືອງຫລືແຜ່ນດິນ ໝາຍຄວາມວ່າຖືກທຳລາຍມັນ
  • ອີກຄຳເວົ້າໜຶ່ງຂອງຄຳທີ່ວ່າ " ທີ່ດິນທີ່ປະຖີ້ມໄວ້ " ສາມາດເປັນ " ທະເລຊາຍ " ຫລື " ຖິ່ນທຸລະກັນດານ " ແຕ່ທີ່ດິນທີ່ຖີ້ມປະຮ້າງໄວ້ສະແດງວ່າປະຊາຊົນເຄີຍອາໃສຢູ່ເຄີຍມີຕົ້ນໄມ້ແລະຕົ້ນພືດທີ່ເປັນອາຫານໄດ້ດ້ວຍ

ສົ່ງ, ສົ່ງອອກ, ໄດ້ສົ່ງ

ນິຍາມ

ການ"ສົ່ງ"ແມ່ນເຮັດໃຫ້ບາງຄົນຫລືບາງສິ່ງບາງຢ່າງໄປບ່ອນໃດບ່ອນ ໜຶ່ງ.ການທີ່ຈະ "ສົ່ງອອກ"ຜູ້ໃດຜູ້ໜື່ງແມ່ນເພື່ອບອກຄົນນັ້ນໃຫ້ໄປເຮັດວຽກຫຼືພາລະກິດ.

  • ປົກກະຕິແລ້ວຜູ້ທີ່ຖືກ "ສົ່ງອອກ" ໄດ້ຖືກແຕ່ງຕັ້ງໃຫ້ເຮັດວຽກງານສະເພາະ.
  • ປະໂຫຍກທີ່ຄ້າຍຄື "ສົ່ງຝົນ" ຫຼື "ສົ່ງໄພພິບັດ" ໜາຍຄວາມວ່າ "ເຮັດໃຫ້ເກີດ ... ມາ." ການສະແດງອອກແບບນີ້ມັກຈະຖືກ ນຳ ໃຊ້ໃນການອ້າງອີງເຖິງພຣະເຈົ້າເຮັດໃຫ້ສິ່ງເຫລົ່ານີ້ເກີດຂື້ນ.
  • ຄຳວ່າ"ສົ່ງ"ຍັງຖືກໃຊ້ໃນການສະແດງອອກເຊັ່ນ"ສົ່ງຄຳສັບ" ຫຼື "ສົ່ງຂໍ້ຄວາມ" ເຊິ່ງໝາຍຄວາມວ່າຈະສົ່ງຂໍ້ຄວາມໃຫ້ຜູ້ໃດຜູ້ໜຶ່ງເພື່ອບອກຄົນອື່ນ.
  • ເພື່ອ"ສົ່ງ"ໃຫ້"ຄົນ"ກັບ"ບາງສິ່ງບາງຢ່າງສາມາດໝາຍຄວາມວ່າ" ໃຫ້ "ສິ່ງນັ້ນ" ກັບ "ຄົນອື່ນ, ໂດຍປົກກະຕິຍົກຍ້າຍສີ່ງຂອງຢູ່ໄລຍະຫ່າງບາງຢ່າງເພື່ອໃຫ້ຄົນໄດ້ຮັບມັນ.
  • ພຣະເຢຊູໃຊ້ ຄຳເວົ້າທີ່ວ່າ“ ຜູ້ທີ່ໄດ້ສົ່ງຂ້ອຍມາເລື້ອຍໆ” ເພື່ອກ່າວເຖິງພຣະເຈົ້າພຣະບິດາຜູ້ທີ່“ ສົ່ງ” ພຣະອົງລົງມາເທິງແຜ່ນດິນໂລກເພື່ອໄຖ່ແລະຊ່ວຍມະນຸດໃຫ້ລອດ. ນີ້ຍັງສາມາດແປເປັນ, "ມອບໝາຍໜ້າທີໃຫ້ເຮົາ" ຫລື "ເປັນຕົ້ນເຫດໃຫ້ເຮົາມາ" ຫຼື "ແຕ່ງຕັ້ງເຮົາໃຫ້ໄປ."

ສຽງ

ນິຍາມ

ຄໍາວ່າ "ສຽງ" ຫລາຍຄັ້ງມັກໃຊ້ໃນທາງປຽບທຽບເພື່ອອ້າງເຖິງການເວົ້າຫລືການສື່ສານບາງຢ່າງ.

  • ພຣະເຈົ້າກ່າວວ່າ, ພຣະອົງຊົງໃຊ້ສຽງຂອງພຣະອົງເຖິງແມ່ນພຣະອົງຈະບໍ່ມີສຽງເໝືອນຢ່າງທີ່ມະນຸດ.
  • ຄຳນີ້ສາມາດໃຊ້ທີ່ອ້າງເຖິງ ຄົນທັງຕົວ, ຢ່າງໃນຂໍ້ຄວາມທີ່ວ່າ "ສຽງໃນທະເລຊາຍກ່າວວ່າ, 'ຈົ່ງຕຽມທາງຂອງອົງພຣະຜູ້ເປັນເຈົ້າ.'" ເຊິ່ງອາດແປວ່າ" ບຸກຄົນໄດ້ຍິນສຽງກຳລັງເອີ້ນໃນທະເລຊາຍ…." (ເບິ່ງ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-synecdoche)
  • ການ "ໄດ້ຍິນສຽງບາງຄົນ" ສາມາດແປໄດ້ວ່າ "ໄດ້ຍິນບາງຄົນກຳລັງເວົ້າວ່າ."
  • ບາງເທື່ອຄຳວ່າ "ສຽງ" ອາດໃຊ້ສຳລັບວັດຖຸທີ່ບໍ່ສາມາດເວົ້າຕາມຕົວອັກສອນ ເຊັ່ນເມື່ອດາວິດ ບັນລະຍາຍໃນພຣະທຳເພງສັນລະເສີນຫລາຍໆ ບົດວ່າ "ສຽງ" ຂອງສະຫວັນໄດ້ປະກາດງານຍິ່ງໃຫຍ່ຂອງພຣະເຈົ້າ. ນີ້ສາມາດແປໄດ້ວ່າ "ຄວາມງົດງາມຂອງພວກມັນສະແດງໃຫ້ເຫັນຢ່າງຊັດເຈນວ່າພຣະເຈົ້າຊົງຍິ່ງໃຫຍ່ຢ່າງໃດ."

ເສລາ

ນິຍາມ

ຄຳວ່າ"ເສລາ"ແມ່ນຄຳ ພາສາເຮັບເຮີທີ່ເກີດຂື້ນສ່ວນຫຼາຍແມ່ນຢູ່ໃນພຣະທຳເພງສັນລະເສີນ. ມັນມີຄວາມໝາຍຫລາຍຢ່າງທີ່ເປັນໄປໄດ້.

  • ມັນອາດມີໝາຍຄວາມວ່າ "ຢຸດແລະສັນລະເສີນ,"ເຊິ່ງຈະເຊີນຊວນໃຫ້ຜູ້ຟັງໃຫ້ຄິດຢ່າງລະມັດລະວັງກ່ຽວກັບສິ່ງທີ່ໄດ້ເວົ້າມາ.
  • ເນື່ອງຈາກເພງສັນລະເສີນຫຼາຍບົດຖືກຂຽນເປັນບົດເພງ, ມັນໄດ້ຖືກຄິດວ່າ "ເສລາ" ອາດຈະແມ່ນ ຄຳສັບດົນຕີທີ່ຈະສັ່ງໃຫ້ນັກຮ້ອງຢຸດຊົ່ວຄາວໃນການຮ້ອງເພງຂອງລາວເພື່ອໃຫ້ເຄື່ອງດົນຕີຫຼີ້ນພຽງລຳພັງຫລືເພື່ອກະຕຸ້ນໃຫ້ຜູ້ຟັງຄິດກ່ຽວກັບເນື້ອຮ້ອງຂອງເພງ.

ເສື້ອຄຸມ

ນິຍາມ

ເສື້ອຍາວແມ່ນເຄື່ອງນຸ່ງຊັ້ນນອກທີ່ມີແຂນຍາວເຊິ່ງສາມາດໃສ່ໄດ້ທັງຊາຍແລະຍິງ. ມັນຄ້າຍຄືກັນກັບເປືອກຫຸ້ມນອກ.

  • ເສື້ອຄຸມແມ່ນເປີດຢູ່ທາງໜ້າ ແລະຖືກມັດດ້ວຍມັດຫລືເຂັມຂັດ.
  • ພວກເຂົາສາມາດຍາວຫຼືສັ້ນໃນຄວາມຍາວ.
  • ເສື້ອຄຸມສີມ່ວງໄດ້ຖືກໃສ່ໂດຍກະສັດເພື່ອເປັນເຄື່ອງ ໝາຍ ຂອງລາຊະການ, ຄວາມຮັ່ງມີ, ແລະກຽດຕິຍົດ.

ເສື້ອຄຸມຊັ້ນໃນ

ນິຍາມ

ໃນພຣະຄໍາພີ, ຄຳວ່າ "ເສື້ອຄຸມຊັ້ນໃນ" ອ້າງເຖິງເສື້ອທີ່ສວມແນບກັບຜິວໜັງ ພາຍໃຕ້ເສື້ອອື່ນ.

  • ເສື້ອຄຸມຊັ້ນໃນນັບຈາກໄຫລ່ທັງສອງຂ້າງລົງໄປເຖິງແອວຫລືຫົວເຂົ່າແລະປົກກະຕິຄາດດ້ວຍເຂັມຂັດ. ເສື້ອຄຸມຊັ້ນໃນຈະນຸ່ງໂດຍຄົົນທີ່ມີຖານະຮັ່ງມີ ບາງເທື່ອຈະມີແຂນເສື້ອແລະຍາວໄປຈົນເຖິງຂໍ້ຕີນ.
  • ເສື້ອຄຸມຊັ້ນໃນເຮັດດ້ວຍໜັງສັດ, ຂົນສັດ, ຜ້າຂົນສັດ, ຫລືຜ້າປ່ານ, ໃຊ້ນຸ່ງໄດ້ທັງຜູ້ຊາຍແລະຜູ້ຍິງ.
  • ເສື້ອຄຸມຊັ້ນໃນ ປົກກະຕິຈະສວມພາຍໃຕ້ເສື້ອຄຸມຍາວຊັ້ນນອກ ເຊັ່ນເສື້ອພວກໂລມັນຫລືເສື້ອຄຸມ. ໃນອາກາດທີ່ອົບອ້າວ, ເສື້ອຄຸມຊັ້ນໃນຈະນຸ່ງໂດຍບໍ່ໃສ່ເສື້ອຄຸມດ້ານນອກ.
  • ຄຳນີ້ສາມາດແປວ່າ "ເສື້ອນອກຍາວ" ຫລືເສື້ອຄຸມຍາວ" ຫລື "ເສື້ອນອກຍາວເໝືອນເສື້ອຄຸມ" ນີ້ສາມາດຂຽນໃນວິທີຄ້າຍກັບຄຳວ່າ "ເສື້ອຄຸມຊັ້ນໃນ" ພ້ອມກັບຄຳອະທິບາຍວ່າເປັນເຄື່ອງແຕ່ງຕົວຊະນິດໃດ.

ເສືອດາວ

ນິຍາມ

ເສືອດາວເປັນສັດປ່າຂະຫນາດໃຫຍ່ ລັກສະນະຄືກັນກັບແມວ ສີນ້ຳຕານພ້ອມດ້ວຍຈຸດສີດຳ

  • ເສືອດາວເປັນສັດນັກລ້າກິນສັດອື່ນເປັນອາຫານ.
  • ໃນພຮະຄຳພີ ຄວາມຈິບຫາຍທີ່ເກີດຂື້ນຢ່າງທັນທີທັນໃດນັ້ນຖືກປຽບທຽບເປັນດັ່ງເສືອດາວ ເຊີ່ງຈະຄຸບກິນເຫຍຶ່ອຍທັນທີ.
  • ຜູ້ເຜີຍຖ້ອຍຄຳ ດານີເອນ ແລະ ອັກຄະສວົກ ໂຢຮັນໄດ້ບອກກ່ຽວກັບຄວາມຝັນທີ່ພວກເຂົາເຫັນວ່າເປັນສັດປ່າທີ່ຄືກັນກັບເສືອດາວ.

ເສົາ , ເສົາຄໍ້າ

ນິຍາມ

ຄຳວ່າ "ເສົາ" ໂດຍປົກກະຕິ​ເວົ້າເຖິງສິ່ງກໍ່ສ້າງແນວຕັ້ງຂະໜາດໃຫຍ່ທີ່ໃຊ້ເພື່ອຄໍ້າຫຼັງຄາຫລືສ່ວນອື່ນໆ ຂອງເຮືອນ ຄຳອີກຄຳໜຶ່ງສຳລັບ "ເສົາ" ຄື "ເສົາຄ້ຳ"

  • ໃນສະໄໝຂອງພຣະຄຳພີ ເສົາຈະໃຊ້ໃນການຄ້ຳຕຶກໂດຍປົກກະຕິແລ້ວຈະແກະສະລັກມາຈາກຫິນກ້ອນດຽວ
  • ຕອນທີ່ແຊມຊັນໃນພັນທະສັນຍາເດີມຖືກຊາວຟິລິດສະຕີນ ຈັບທ່ານໄດ້ທຳລາຍວິຫານຂອງພວກນອກສາດສະຫນາໂດຍການລົ້ມເສົາຫຼັກແລະເຮັດໃຫ້ວິຫານພັງ ທະລາຍ​ລົງ
  • ຄຳວ່າ "ເສົາ" ບາງເທື່ອອ້າງເຖິງກ້ອນຫີນຂະໜາດໃຫຍ່ຫລືກ້ອນຫິນກົມໃຫຍ່ຊຶ່ງຕັ້ງຂຶ້ນເພື່ອເປັນອະນຸສອນເພື່ອເປັນເຄື່ອງໝາຍຂຸມຝັງສົບຫລືເພື່ອເຮັດເຄື່ອງໝາຍສະຖານທີ່ມີເຫດການສຳຄັນເກີດຂຶ້ນ
  • ນອກຈາກນີ້ຍັງອ້າງເຖິງຮູບເຄົາລົບທີ່ສ້າງຂຶ້ນມາເພື່ອນະມັດການພະປອມ ທີ່ເອີ້ນອີກຊື່​ໜຶ່ງວ່າ "ຮູບແກະສະລັກ" ແລະສາມາດແປວ່າ "ຮູບປັ້ນ"
  • ຄຳວ່າ"ເສົາ"ໃຊ້ເພື່ອອ້າງເຖິງບາງສິ່ງບາງຢ່າງທີ່ມີຮູບຮ່າງຄື ເສົາ ເຊັ່ນ "ເສົາໄຟ" ທີ່ນຳຊາວອິດສະລາເອນຜ່ານຖິ່ນທຸລະກັນດານໃນເວລາກາງຄືນຫລື ພັນລະຍາຂອງ​ທ່ານໂລດໄດ້ກາຍເປັນ "ເສົາເກືອ" ຫຼັງຈາກທີ່ນາງເບີ່ງກັບໄປທີ່ເມືອງ
  • ໃນຖານະທີ່ເປັນສິ່ງທີ່ຄ້ຳຕຶກ ຄຳວ່າ"ເສົາ" ຫລື "ເສົາຄ້ຳ" ສາມາດແປໄດ້ວ່າ "ຫິນທີ່ຕັ້ງກົງທີ່ຄ້ຳຄານຮັບນ້ຳໜັກ" ຫລື "ຫິນທີ່ຄ້ຳສິ່ງກໍ່ສ້າງ"
  • ການໃຊ້ຄຳວ່າ "ເສົາ" ສາມາດແປໄດ້ວ່າ "ຮູບປັ້ນ" ຫລື "ເສົາເຂັມ" ຫລື "ກອງ" ຫລື "ອານຸສາວະລີ" ຫລື "ກອງສູງ" ຂຶ້ນຢູ່ກັບບໍລິບົດ

ເສົາປະຕູ

ນິຍາມ

"ເສົາປະຕູ" ເປັນດ້ານແນວຕັ້ງ ທີ່ດ້ານຂ້າງ ຂອງປະຕູ ຊຶ່ງຮອງຮັບດ້ານເທິງ ຂອງຂອບປະຕູ.

  • ກ່ອນທີ່ພຣະເຈົ້າ ຊົງໄດ້ຊ່ວຍໃຫ້ຄົນ ອິດສະຣາເອນ ຫນີອອກຈາກ ເອຢິບ ພຣະອົງ ຊົງໄດ້ສັ່ງໃຫ້ພວກເຂົາ ຂ້າລູກແກະ ແລະນຳເລືອດໄປທາໃວ້ ທີ່ເສົາປະຕູບ້ານ.
  • ໃນພັນທະສັນຍາເດີມ ທາດທີ່ຕອ້ງການຮັບໃຊ້ ເຈົານາຍຂອງຕົນ ໃນຊ່ວງທີ່ເຫລືອ ຂອງຊີວິດ ຈະວາງຫູໃວ້ທີ່ເສົາປະຕູບ້ານ ຂອງເຈົ້ານາຍ ເພື່ອຕອກຕະປູຜ່ານຫູ ເຂົ້າໄປໃນ ເສົາປະຕູບ້ານ.
  • ນອກຈາກນີ້ ຍັງສາມາດແປເປັນ "ເສົາໄມ້ທີ່ດ້ານຂ້າງຂອງປະຕູ" ຫລື "ດ້ານຂ້າງຂອງຂອບປະຕູໄມ້" ຫລື ຄານໄມ້ທີ່ດ້ານຂ້າງຂອງທາງເຂົ້າປະຕູ.

ແສ້, ໄມ້ແສ້

ນິຍາມ

ຄຳ ວ່າ“ ໄມ້ແສ້” ໝາຍ ເຖິງເຄື່ອງມືທີ່ຄ້າຍຄືແຄບ, ແຂງ, ແລະແຂງເຊິ່ງໃຊ້ໃນຫຼາຍວິທີທາງທີ່ແຕກຕ່າງກັນ. ຢ່າງຫນ້ອຍມັນອາດຈະເປັນໄມ້ໃນຄວາມຍາວປະມານແມັດ.

  • ຄົນລ້ຽງແກະໃຊ້ໄມ້ຄ້ອນເທົ້າເພື່ອປ້ອງກັນຝູງແກະຈາກສັດອື່ນໆ. ມັນຍັງຖືກໂຍນລົງສູ່ຝູງແກະທີ່ຫລົງທາງເພື່ອເອົາມັນກັບມາຝູງແກະ.
  • ໃນເພງສັນລະເສີນບົດທີ 23, ກະສັດດາວິດໄດ້ໃຊ້ ຄຳວ່າ, "ໄມ້ ເທົ້າ" ແລະ "ພະນັກງານ" ເປັນຄຳປຽບທຽບເພື່ອກ່າວເຖິງການຊີ້ ນຳ ແລະການຕີສອນຂອງພຣະເຈົ້າສຳລັບປະຊາຊົນຂອງພຣະ ອົງ.
  • ໄມ້ເທົ້າຂອງຜູ້ລ້ຽງແກະຍັງຖືກໃຊ້ເພື່ອນັບແກະໃນຂະນະທີ່ພວກມັນຜ່ານມັນໄປ.
  • ການສະແດງແບບປຽບທຽບອີກຢ່າງ ໜຶ່ງ, "ໄມ້ຕີເຫຼັກ," ໝາຍ ເຖິງການລົງໂທດຂອງພຣະເຈົ້າສຳລັບຄົນທີ່ກະບົດຕໍ່ລາວແລະເຮັດສິ່ງທີ່ຊົ່ວ.
  • ໃນສະ ໄໝ ບູຮານ, ການວັດແທກເຊືອກເຮັດດ້ວຍໂລຫະ, ໄມ້ຫລືຫີນແມ່ນໃຊ້ເພື່ອວັດແທກຄວາມຍາວຂອງອາຄານຫລືວັດຖຸ.
  • ໃນພຣະຄັມພີໄມ້ຄ້ອນໄມ້ຍັງຖືກເອີ້ນວ່າເປັນເຄື່ອງມືໃນການຕີສອນເດັກນ້ອຍ.

ໂສເພນີ, ຄ້າມະນຸດ, ເພດ,ຍິງແພດສະຍາ,ຍິງຂາຍບໍຣິການທາງເພດ

ນິຍາມ

ຄຳວ່າ "ໂສເພນີ" ແລະ "ຊາວແພດສະຍາ" ອ້າງເຖິງບຸກຄົນທີ່ປະກອບການທາງເພດເພື່ອເງີນຫລືເພື່ອພິທີກຳທາງສາດສະຫນາ ໂສເພນີຫລືຊາວແພດສະຍາມັກຈະເປັນເພດຍິງ ແຕ່ບາງຄົນກໍເປັນເພດຊາຍ

  • ໃນພະຄັມພີ ຄຳວ່າ "ໂສເພນີ" ບາງເທື່ອໃຊ້ເປັນຄຳອຸບປະມາອຸບປະມັຍອ້າງເຖິງບຸກຄົນທີ່ນະມັດສະການພະທຽມເທັດຫລືຜູ້ກະທຳເວດມົນຄາຖາ
  • ສຳນວນທີ່ວ່າ "ຫລິ້ນຍິງແພດສະຍາ" ໝາຍເຖິງການກະທຳທີ່ເໝືອນຍິງແພດສະຍາໂດຍການເຮັດຜິດສິນລະທຳທາງເພດ ສຳນວນນີ້ໃນພະຄັມພີຍັງໃຊ້ເພື່ອປຽບເຖິງຄົນທີ່ນະມັດສະການຮູບເຄົາລົບ
  • "ເປັນໂສເພນີ" ກັບບາງສິ່ງໝາຍເຖິງການເຮັດຜິດສິນລະທຳທາງເພດ ຫລື ເມື່ອໃຊ້ເປັນຄຳອຸບປະມາອຸບປະມັຍກັບການບໍ່ຊື່ສັດກັບພະເຈົ້າໂດຍການນະມັດສະການພະທຽມເທັດ
  • ໃນສະໄໝບູຮານ ບາງວິຫານຂອງຄົນຕ່າງຊາດໃຊ້ໂສເພນີຜູ້ຊາຍແລະຜູ້ຍິງເປັນສ່ວນຫນຶ່ງຂອງພິທີກຳຂອງພວກເຂົາ
  • ຄຳນີ້ສາມາດແປໂດຍຄຳຫລືປະໂຫຍກທີ່ໃຊ້ໃນພາສາອັນເພື່ອອ້າງເຖິງໂສເພນີ ບາງພາສາອາດມີຄຳສຸພາບໃນການນີ້ (ເບິ່ງ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-euphemism)

ໃສ່, ແຕ່ງຕົວ

ນິຍາມ

ເມື່ືອໃຊ້ຄຳປຽບທຽບໃນພຣະຄໍາພີ, "ໃ່ສ່ດ້ວຍ" ມີຄວາມ ໝາຍວ່າ ການທຳໃຫ້ຫຼືຕິດຕັ້ງດ້ວຍບາງສິ່ງ. ຄຳວ່າ "ສວມໃສ່." ຕົວເອງດ້ວຍບາງສິ່ງໝາຍເຖິງການສະແຫວງຫາທີ່ຈະມີລັກສານະບຸກຄະລິກສານະສະເພາະບາງຢ່າງ.

  • ເຊັ່ນດຽວກັບເສື້ອຜ້າທີ່ຢູ່ພາຍນອກຮ່າງກາຍແລະທຸກຄົນທີ່ເບິ່ງເຫັນໄດ້, ເມື່ອເຈົ້າ "ສວມໃສ່ " ດ້ວຍລັກສານະບຸກຄະລິບາງຢ່າງ ຄົນອື່ນກໍສາມາດເເນມເຫັນໄດ້ໃນທັນທີ. "ການນຸ່ງໃສຕົວຂອງເຈົ້າເອງດ້ວຍຄວາມກະລຸນາ" ໝາຍເຖິງໃຫ້ການກະທຳທີ່ກະລຸນາເປັນທີ່ເຫັນໄດ້ຢ່າງຊັດເຈນຕໍ່ທຸກຄົນ.
  • "ສວມທັບດ້ວຍຣິດອຳນາດຈາກເບື້ອງເທິງ" ໝາຍເຖິງການທີ່ເຈົ້າໄດ້ຮັບມອບຣິດອຳນາດ.
  • ຄຳນິ້ຍັງໃຊ້ອະທິບາຍປະສົບການທາງດ້ານລົບຢ່າງເຊັ່ນ "ສວມທັບດ້ວຍຄວາມອັບອາຍ" ຫຼື " ນຸ່ງເສື້ອດ້ວຍຄວາມຕົກໃຈ"

ຄຳແນະນຳໃນການແປ

  • ຖ້າເປັນໄປໄດ້, ການຮັກສາໂຄງສ້າງຂອງຄຳຕາມຕົວໜັງສື

ເປັນວິທີທີ່ດີທີ່ສຸດ, ຄຳວ່າ "ນຸ່ງໃສ່ຕົວເຈົ້າເອງດ້ວຍ." ຄຳນີ້ສາມາດແປໄດ້ອີກຮູບແບບໜຶ່ງວ່າ "ນຸ່ງເຄື່ອງ" ຖ້າກ່າວເຖິງການໃສ່ເສືອຜ້າ.

  • ຖ້າຄຳນັ້ນບໍ່ໄດ້ໃຫ້ຄວາມໝາຍທີ່ຖືກຕ້ອງ, ການແປ "ນຸ່ງເຄື່ອງດວ້ຍ" ຮູບແບບອື່ນໆໄດ້ວ່າ "ການສະແດງໃຫ້ເຫັນ" ຫຼື "ການເຫັນດ້ວຍຕາ" ຫຼື "ເຕີມເຕັມດ້ວຍ" ຫຼື "ການມີຄຸນນະພາບຂອງ."
  • ຄຳວ່າ "ນຸ່ງໃສ່ຕົວເອງດ້ວຍ" ສາມາດແປໄດ້ວ່າ "ປົກຄຸມຕົວເອງດ້ວຍ" ຫຼື "ກະທຳໃນລັກສະນະທີ່ສະແດງໃຫ້ເຫັນໄດ້.

ຊອກຫາ, ສະແຫວງຫາ

ນິຍາມ

ຄຳວ່າ "ສະແຫວງຫາ" ໝາຍເຖິງຊອກຫາສິ່ງໃດສິ່ງໜຶ່ງ ຫລືບາງຄົນ.ຖືກ ຄວາມເຄັ່ງຕຶງທີ່ຜ່ານມາແມ່ນ "ສະແຫວງຫາ." ມັນຍັງສາມາດໝາຍຄວາມວ່າ "ພະຍາຍາມຢ່າງຫນັກ" ເພື່ອຊອກຫາບາງສິ່ງບາງຢ່າງ.

  • ການ“ ສະແຫວງຫາ” ຫລື“ ຊອກຫາ” ໂອກາດ ໝາຍຄວາມວ່າ“ ພະຍາຍາມຫາເວລາ” ເພື່ອເຮັດສິ່ງໃດໜຶ່ງໂດຍສະເພາະເພື່ອຈະແຈ້ງ.
  • ການ“ ສະແຫວງຫາ ພຮະເຈົ້າຢາເວ” ໝາຍຄວາມວ່າ“ ໃຊ້ເວລາແລະ ຊອກຫາພຣະເຈົ້າເຢເວເພື່ອຮູ້ຈັກ ແລະຮຽນຮູ້ທີ່ຈະເຊື່ອຟັງພະອົງ.”
  • "ສະແຫວງຫາການປົກປ້ອງ" ໝາຍຄວາມວ່າ "ພະຍາຍາມຊອກຫາບຸກຄົນຫຼືສະຖານທີ່ທີ່ຈະປົກປ້ອງທ່ານຈາກໄຟອັນຕະລາຍ."
  • ການ“ ສະແຫວງຫາຄວາມຍຸດຕິທຳ” ໝາຍຄວາມວ່າ“ ພະຍາຍາມທີ່ຈະເຫັນຄົນອື່ນຖືກປະຕິບັດຢ່າງທ່ຽງທຳ ຫຼື ຍຸດຕິທຳ.”
  • ການ“ ສະແຫວງຫາຄວາມຈິງ” ໝາຍຄວາມວ່າ“ ພະຍາຍາມຄົ້ນຫາຄວາມຈິງ”.
  • ການ“ ສະແຫວງຫາຄວາມເມດຕາຄວາມຊອບທຳ” ໝາຍ ຄວາມວ່າ“ ພະຍາຍາມທີ່ຈະໄດ້ຮັບຄວາມເມດຕາຄວາມຊອບທຳ” ຫລື“ເຮັດສິ່ງຕ່າງໆທີ່ຈະເຮັດໃຫ້ຜູ້ໃດຜູ້ໜຶ່ງຊ່ວຍທ່ານ.”

ຊະນິດ,ຫລາຍຊະນິດ

ນິຍາມ

ຄຳວ່າ "ຊະນິດ" ແລະ "ຫລາຍຊະນິດ" ອ້າງເຖິງກຸ່ມຫລືປະເພດຂອງສິ່ງຕ່າງໆທີ່ກ່ຽວຂ້ອງກັນໂດຍຄຖນລັກສະນະພິເສດຮ່ວມກັນ.

  • ໃນພຣະຄຳພີ ຄຳນີ້ໃຊ້ສະເພາະເພື່ອອ້າງອິງປະເພດທີ່ແຕກຕ່າງກັນຂອງຕົ້ນໄມ້ແລະສັດຕ່າງໆ ທີ່ພຣະເຈົ້າຊົງເນຣະມິດສ້າງໂລກນີ້.
  • ຫລາຍເທື່ອທີ່ມີຄວາມແຕກຕ່າງຫລາກຫລາຍຫລືຫລາຍສາຍພັນ ທີ່ຢູ່ໃນແຕ່ລະ "ຊະນິດ" ຕົວຢ່າງເຊັ່ນ ມ້າ, ມ້າລາຍ ແລະລາ ລ້ວນເປັນສັດທີ່ຢູ່ໃນ "ຊະນິດ" ດຽວກັນ ແຕ່ແຕກຕ່າງສາຍພັນ.
  • ສິ່ງສຳຄັນຄືການຈຳແນກແຕ່ລະ "ຊະນິດ" ອອກເປັນກຸ່ມຕ່າງຫາກຊຶ່ງຫມາຍເຖິງສະມາຊິກຂອງກຸ່ມນັ້ນທີ່ສາມາດແຜ່ພັນສິ່ງທີ່ເປັນ "ຊະນິດ" ດຽວກັນໄດ້ຫລາຍຂຶ້ນອີກ ສະມາຊິກຕ່າງສາຍພັນບໍ່ສາມາດເຮັດສິ່ງນີ່ຕໍ່ກັນ.

ຄຳແນະນຳໃນການແປ

  • ວິທີການແປ ຄຳ ສັບນີ້ອາດປະກອບມີ "ຊະນິດ" ຫຼື "ຊັ້ນ" ຫລື "ກຸ່ມ" ຫຼື "ສັດ".

​ຊະ​ເລີຍ,​ການ​ເປັນຊະ​ເລີຍ

ນິຍາມ

​ຄຳ​ວ່າ "ຊະ​ເລີຍ" ແລະ "ການ​ເປັນ​ຊະ​ເລີຍ" ໝາຍ​ເຖິງ​ການ​ຈັບ​ ຜູ້ຄົນແລະ​ບັງ​ຄັບພວກເຂົາ​ໃຫ້​ໄປ​ຢູ່​ໃນທີ່ບາງແຫ່ງ​ທີ່​ເຂົາ​ບໍ່ຕອ້ງ​ການທີ່ຈະໄປຢູ່ອາໃສຢ່າງ ເຊັ່ນໃນ​ຕ່າງ​ປະ​ເທດ.

  • ຄົນອິ​ສ​ຣາ​ເອນ​ຈາກອານາຈັກ​ຢູ​ດາ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ໃນ​ອານາຈັກບາ​ບີ​ໂລນ​ເປັນ​ເວ​ລາ 70 ປີ.
  • ພວກ​ຊະ​ເລີຍ ມັກ​ຖືກ​ໃຊ້ໃຫ້​ເຮັດ​ວຽກ​ໃຫ້ກັບຄົນ​ ຫລື​ຊົນຊາດທີ່ຈັບພວກເຂົາໄປເປັນຊະເລີຍ
  • ດາ​ນີ​ເອນ​ແລະ​ເນ​ຮີ​ມີຢາ ເປັນ​ຊະ​ເລີຍຊາວ​ອິ​ສ​ຣາ​ເອນ ທີ່​​ເຮັດ​ວຽກ​ຮັບ​ໃຊ້ກະ​ສັດ​ບາ​ບີ​ໂລນ​.
  • ຄຳ​ວ່າ "ຖືກ​ຈັບ​ເປັນ​ຊະ​ເລີຍ" ເປັນ​ການບອກ​ອີກ​ຢ່າງ​ນຶ່ງກ່ຽວກັບການ​ຖຶກ​ຈັບ​ໄປ​ເປັນ​ຊະ​ເລີຍ.
  • ຄໍ​າ​ວ່າ "ເອົາ​ເຈົ້າ​ໄປ​ເປັນ​ຊະ​ເລີຍ" ​ສາມາດແປໄດ້ວ່າ"ບັງ​ຄັບ​ໃຫ້​ມີຊີວິດຢູ່​ແບບ​ຊະ​ເລີຍ" ຫລື ເອົາຕົວທ່ານໄປຫຍັງປະເທດອື່ນໆຄືກັບພວກນັກໂທດ.
  • ໃນ​ແງ່​ຂອງ​ຄຳປຽບທຽບອັກຄະສາວົກ​ໂປ​ໂລບອກ​ໃຫ້​ຄຣິ​ສ​ຕຽນ "ຍຶດ​ໝັ້ນ" ຄວາມ​ຄຶດ​​ທຸກ​ຢ່າງ​ໄວ້ ແລະເຮັດໃຫ້​ເຊື່ອ​ຟັງ​ພ​ຣະ​ຄ​ຣິດ
  • ທ່ານຫຍັງບອກກ່ຽ່ວກັບການທີ່ຄົນຖືກ"ຈັບເປັນຊະເລີຍ"ໂດຍຄວາມບາບຊຶ່ງຫມາຍຄວາມວ່າເຂົາຖືກ"ຄວບຄຸມໂດຍ"ຄວາມບາບ

ຊາຕາກັມ ກຳນົດ ຖືກກຳນົດໃວ້ແລ້ວ

ນິຍາມ

ຄຳວ່າ"ຊາຕາກັມ" ອ້າງເຖີງ ສິ່ງທີ່ຈະເກີດຂື້ນ ກັບຜູ້ຄົນໃນອະນາຄົດ ຖ້າມີຄົນ "ຖືກກຳນົດ" ໃຫ້ເຮັດບາງສິ່ງ ກໍຫມາຍຄວາມວ່າ ສິ່ງທີ່ຄົນນັ້ນຈະເຮັດ ໃນອະນາຄົດ ໄດ້ຮັບການຕັດສິນໃຈ ໂດຍພຣະເຈົ້າ.

  • ເມື່ອພຣະເຈົ້າ "ກຳນົດ" ປະເທດຫນຶ່ງ ສຳຫລັບຄວາມໂກດຮ້າຍ

ຊຶ່ງຫມາຍຄວາາມວ່າ ພຣະອົງ ຊົງໄດ້ຕັດສິນໃຈ ຫລື ເລືອກທີ່ຈະລົງໂທດປະເທດນັ້ນ ເພາະບາບ ຂອງພວກເຂົາ.

  • ຢູດາໄດ້"ຖືກກຳນົດ" ສຳຫລັບຄວາມພິນາດ ຊຶ່ງຫມາຍຄວາມວ່າ ພຣະເຈົ້າ ຊົງຕັດສິນໃຈ ວ່າ ຢູດາ ຈະພິນາດ ເພາະການທໍຣະຍົດຂອງເຂົາ໋
  • ທຸກຄົນມີຈຸດສຸດທ້າຍ ຄວາມເປັນໄປ ຂອງຊີວິດກຳນົດມາ

ຕລອດໄປ ບໍ່ວ່າຈະຢູ່ສະຫວັນ ຫລື ຢູ່ນາຣົກ ຢ່າງໃດຢ່າງຫນຶ່ງ.

  • ເມື່ອຜູ້ຜ້ຂຽນ ປັນຍາຈານ ກ່າວວ່າ ປາຍທາງ ຂອງທຸກຄົນ

ເຫມືອນກັນ ເຂົາຫມາຍຄວາມວ່າ ທຸກຄົນຕ້ອງຕາຍໃນທີ່ສຸດ.

ຄຳແນະນຳໃນການແປ

  • ຄຳເວົ້າ "ທ່ານຖືກກຳນົດ ໃຫ້ໄດ້ຮັບການໂກດຮ້າຍ" ອາດແປເປັນ, "ຕັດສິນໃຈວ່າ ທ່ານຈະຖືກລົງໂທດ"ຫລື ກຳນົດວ່າ ທ່ານຈະໄດ້ຮັບຄວາມໂກດຮ້າຍຂອງເຮົາ."
  • " ຄຳກ່າວແບບ ປຽບທຽບ ວ່າ "ພວກເຂົາຖືກກຳນົດ ໃວ້ສຳຫລັບດາບ" ສາມາດແປໄດ້ວ່າ "ພຣະເຈົ້າ ຊົງໄດ້ຕັດສິນວ່າ

ພວກເຂົາຈະຖືກທຳລາຍ"ໂດຍພວກສັດຕູ ຜູ້ທີ່ຈະຂ້າພວກເຂົາ ດວ້ຍດາບ"

  • ຄຳເວົ້າ ທີ່ວ່າ "ທ່ານໄດ້ຖືກກຳນົດໃວ້ ສຳຫລັບ" ອາດແປດ້ວຍຄຳເວົ້າເຊັ່ນ "ພຣະເຈົ້າ ຊົງໄດ້ກ່າວວ່າ ທ່ານຈະເປັນເຊັ່ນນັ້ນ".
  • ຂື້ນຢູ່ບໍຣິບົດ"ຊາຕາກັມ"ອາດຖືກແປເປັນ"ຈຸດສຸດທ້າຍ" ຫລື "ສິ່ງຈະເກີດຂື້ນ ໃນຕອນສຸດທ້າຍ" ຫລື "ສິ່ງທີ່ ພຣະເຈົ້າ ຊົງໄດ້

ຕັດສິນໃຈ ວ່າຈະເກີດຂື້ນ.


ຊາວປະມົງ, ຄົນຫາປາ

ນິຍາມ

ຊາວປະມົງຄືຄົນທີ່ຫາຈັບປາຈາກແມ່ນ້ຳເພື່ອຫາເງິນ. ໃນພັນທະສັນຍາໃໝ່, ຊາວປະມົງໃຊ້ອວນໃຫຍ່ເພື່ອຈັບປາ. ຄຳວ່າ "ຄົນຫາປາ" ເປັນຊື່ເອີ້ນອີກຊື່ໜຶ່ງສຳລັບຊາວປະມົງ.

  • ເປໂຕແລະອັກຄະທູດຄົນອື່ນໆ ທຳງານເປັນຊາວປະມົງກ່ອນທີ່ພຣະເຢຊູຈະຊົງເອີ້ນພວກເຂົາ.
  • ດິນແດນຂອງຊົນຊາດອິສະຣາເອນຢູ່ໃກ້ນ້ຳ, ພຣະຄັມພີມີການອ້າງອີງຢ່າງຫລວງຫລາຍໃນສ່ວນທີ່ກ່ຽວຂ້ອງກັບປາແລະຊາວປະມົງ.
  • ຄຳນີ້ສາມາດແປໄດ້ອີກດ້ວຍປະໂຫຍກເຊັ່ນ, "ຄົນທີ່ຈັບປາ" ຫລື "ຄົນທີ່ຫາເງິນໂດຍການຈັບປາ."

ຊີ້ແນະ,ຄຳຊີ້ແນະ

ນິຍາມ

ຄຳວ່າ "ຊີ້ແນະ" ແລະ "ຄຳຊີ້ແນະ"ອ້າງເຖຶງການໃຫ້ຄຳແນະນຳຢ່າງສະເພາະເຈາະຈົງວ່າຈະເຮັດຫຍັງ

  • "ການໃຫ້ຄຳຊີ້ແນະ" ໝາຍເຖຶງການບອກໃຫ້ບາງ​ຄົນໂດຍສະເພາະວ່າລາວຄວນເຮັດຢ່າງໃດ
  • ເມື່ອພຣະເຢຊູປະທານເຂົ້າຈີ່ແລະປາແກ່​ພວກສາວົກເພື່ອໃຫ້ເຂົາແຈກຈ່າຍໃຫ້ກັບປະຊາຊົນ ພຣະອົງໃຫ້ຄຳແນະນຳຢ່າງ​ສະເພາະເຈາະຈົງວ່າພວກຈະຕ້ອງ​​ເຮັດຢ່າງໃດ
  • ຂື້ນກັບ​ກໍ​ຣະ​ນີ ຄຳວ່າ "ຊີ້ແນະ"ສາມາດແປວ່າ "ບອກ" ຫຼື "ນຳທາງ" ຫຼື "ສອນ" ຫຼື "ໃຫ້ຄຳຊີ້ແນະ​ນຳ"
  • ຄຳວ່າ "ຄຳຊີ້ແນ​ນຳະ" ສາມາດແປໄດ້ວ່າ "ທິດທ່າງ" ຫຼື "ຄຳອະທິບາຍ" ຫຼື "ແມ່ນຫຍັງທີ່ລາວໄດ້ບອກໃຫ້ທ່ານທຳ"
  • ເມື່ອພຣະເຈົ້າຊົງໃຫ້ຄຳແນະຄຳຕ່າງໆ ຄຳນີ້ບາງຄັ້ງແປວ່າ "ອອກຄຳສັ່ງ"ຫຼື "ສັ່ງໃຫ້ເຮັດ"

ຊຸບຊິບນິນທາ

ນິຍາມ

ຄຳວ່າ "ຊຸບຊິບນິນທາ" ໝາຍເຖິງການເວົ້າລົມກ່ຽວກັບບັນຫາສ່ວນຕົວຂອງຄົນອື່ນລັບຫລັງພວກເຂົາໃນແງ່ລົບແລະບໍ່ເກີດຜົນດີໃດເລີຍ.ຫລາຍຄັ້ງສິ່ງທ່ີ່ເວົ້າເຖິງກໍບໍ່ໄດ້ຢືນຢັນວ່າເປັນຄວາມຈິງ.

  • ພຣະຄັມພີໃໝ່ບອກວ່າການກະຈາຍຂໍ້ມູນໃນທາງລົບກ່ຽວກັບຄົນອື່ນນັ້ນບໍ່ຖືກຕ້ອງ. ການນິນທາໃສ່ຮ້າຍເປັນຕົວຢ່າງຂອງຄຳເວົ້າໃນແງ່ລົບ.
  • ການນິນທາເປັນອັນຕະລາຍຕໍ່ບຸກຄົນທ່ີ່ຖືກເວົ້າເຖິງເພາະວ່າຫລາຍຄັ້ງມັນທຳລາຍຄວາມສຳພັນຂອງບາງຄົນກັບປະຊາຊົນຄົນອື່ນໆ.

ຊົນຊາດ, ປະຊາຊາດ

ນິຍາມ

ຊົນຊາດຫຼືປະຊາຊາດເປັນກຸ່ມປະຊາຊົນໃຫຍ່ທີ່ປົກຄອງໂດຍລັດຖະບານ ປະຊາຊົນຂອງຊາດ ສ່ວນໃຫຍ່ແລ້ວຈະມາຈາກບັນພະບຸລຸດດຽວກັນຫລືມີເຊື້ອຊາດຮ່ວມກັນ.

  • ຄຳວ່າ "ຊົນຊາດ" ຫລື "ປະຊາຊາດ" ນັ້ນໂດຍປົກກະຕິແລ້ວຮວມໄປເຖິງວັດທະນະທຳແລະ

ເຂດແດນ.

  • ໃນພຣະຄຳພີ ຄຳວ່າ"ຊົນຊາດ" ຫຼື "ປະຊາຊາດ" ໝາຍເຖິງປະເທດ (ເຊັ່ນ : ປະເທດອີຢິບ ຫຼື ປະເທດເອທີໂອເປຍ) ແຕ່ບາງຄັ້ງ ໂດຍທົ່ວໄປຈະໝາຍເຖິງກຸ່ມຄົນຫຼາຍກວ່າ ໂດຍສະເພາະຫາກຢູ່ໃນ ພະຫູພົດ ເປັນສິ່ງທີ່ຜູ້ແປຈະຕ້ອງກວດກາເບິ່ງຕາມກໍລະນີນັ້ນ.
  • ປະຊາຊາດໃນພຣະຄຳພີ ຮວມທັງ ອິສຣາເອນ, ຟີລິດສະຕິນ, ອັດຊີເຣຍ,ບາບີໂລນ,

ການາອານ, ໂຣມແລະກຣີກ ທ່າມກາງຊົນຊາດອື່ນໆ.

  • ບາງເທື່ອຄຳວ່າ "ຊົນຊາດ" ຖືກໃຊ້ໃນອຸປະມາອ້າງເຖິງບັນພະບຸລຸດຂອງກຸ່ມຄົນບາງກຸ່ມ

ເຊັ່ນ : ເມື່ອພຣະເຈົ້າບອກກັບເຣເບກາ ວ່າລູກຊາຍເຊິ່ງຍັງບໍ່ໄດ້ເກີດມານັ້ນຄື "ຊົນຊາດ" ເຊິ່ງຈະຕໍ່ສູ້ກັນ ສາມາດແປໄດ້ອີກວ່າ "ເປັນຜູ້ກໍ່ຕັ້ງສອງຊົນຊາດ" ຫຼື "ບັນພະບຸລຸດຂອງປະຊາຊົນສອງກຸ່ມ" .

  • ຄຳວ່າ "ຊົນຊາດ" ນັ້ນບາງເທື່ອອ້າງເຖິງ "ຊົນຕ່າງຊາດ" ຫຼື ປະຊາຊົນຜູ້ເຊິ່ງບໍ່ໄດ້ນະມັດສະການພຣະຢາເວ ພາບລວມໂດຍປົກກະຕິຈະເຮັດໃຫ້ຄວາມຫມາຍຊັດເຈນ

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບພາບລວມ ຄຳວ່າ "ຊົດຊາດ" ສາມາດແປວ່າ "ກຸ່ມປະຊາຊົນ" ຫລື "ປະຊາຊົນ"ຫລື"ປະເທດ" .
  • ຖ້າພາສາທີ່ແປຢູ່ ມີຄຳສຳລັບ "ຊົນຊາດ" ທີ່ແຕກຕ່າງຈາກຄຳເຫລົ່ານີ້ ສາມາດໃຊ້ຄຳເຫລົ່ານັ້ນໄດ້ເມື່ອຄຳເຫຼົ່ານີ້ປາກົດ ໃນເນື້ອຄວາມພຣະຄຳພີ ທີ່ສາມາດຄົງຄວາມເປັນທຳມະຊາດແລະຄວາມຖືກຕ້ອງຂອງການແປ.
  • ຄຳພະຫູພົດຂອງຄຳວ່າ "ຊົນຊາດ" ສາມາດແປວ່າ "ກຸ່ມຊົນຊາດ" .
  • ໃນບາງພາບລວມນັ້ນ ຄຳນີ້ສາມາດແປວ່າ "ຄົນຕ່າງຊາດ" ຫຼື "ບໍ່ແມ່ນຊາວຍິວ".

ຊົມຊື່ນຍິນດີ, ຄວາມຊົມຊື່ນຍິນດີ

ນິຍາມ

ຄໍາວ່າ "ຊົມຊື່ນຍິນດີ" ແລະ "ຄວາມຊົມຊື່ນຍິນດີ" ກ່າວເຖິງການມີຄວາມສຸກຫລາຍເພາະປະສົບຄວາມສໍາເລັດ ຫລືໄດ້ຮັບການອວຍພອນພິເສດ.

  • ທີ່ຈະມີ "ຄວາມຊົມຊື່ນຍິນດີ" ລວມທັງຄວາມຮູ້ສຶກຂອງການສະເຫລີມສະຫລອງບາງສິ່ງທີ່ດີເດັ່ນ.
  • ຄົນເຮົາສາມາດຊົມຊື່ນຍິນດີໃນຄວາມດີຂອງພຣະເຈົ້າ.
  • ຄໍາວ່າ "ຄວາມຊົມຊື່ນຍິນດີ" ສາມາດລວມເຖິງການໂອ້ອວດໃນຄວາມຮູ້ສຶກຂອງຄວາມສຸກກ່ຽວກັບຄວາມສໍາເລັດ ຫລືຄວາມຈະເລີນຮຸ່ງເຮືອງ.
  • ຄໍາວ່າ "ຊົມຊື່ນຍິນດີ" ສາມາດແປໄດ້ອີກວ່າ "ສະເຫລີມສະຫລອງດ້ວຍຄວາມຊົມຊື່ນຍິນດີ" ຫລື "ສັນລະເສີນດ້ວຍຄວາມຍິນດີຢ່າງໃຫຍ່ຫລວງ."
  • "ຄວາມຊົມຊື່ນຍິນດີ" ສາມາດແປໄດ້ອີກວ່າ, "ສັນລະເສີນດ້ວຍຄວາມປະສົບຜົນສໍາເລັດ" ຫລື "ສະຫລອງດ້ວຍການຍົກຍ້ອງຕົນເອງ" ຫລື "ອວດໂຕ."

ຊົ່ວໂມງ, ເວລາ

ນິຍາມ

ນອກເໜືອຈາກການໃຊ້ເພື່ອໝາຍເຖິງເວລາຫລືໄລຍະເວລາທີ່ບາງຢ່າງເກີດຂຶ້ນ, ຄໍາວ່າ "ຊົ່ວໂມງ" ຍັງຖືກໃຊ້ໃນບາງສິ່ງບາງຢ່າງຫລາຍຢ່າງ:

  • ບາງເທື່ອ "ຊົ່ວໂມງ" ໝາຍເຖິງເວລາທີ່ກຳນົດໄວ້ເປັນປະຈຳໃນການເຮັດບາງຢ່າງເຊັ່ນ "ຊົ່ວໂມງແຫ່ງການອະທິຖານ."
  • ເມື່ອຂໍ້ຄວາມນັ້ນບອກວ່າ "ຊົ່ວໂມງນັ້ນມາເຖິງແລ້ວ" ສຳລັບພຣະເຢຊູໃນການທົນທຸກແລະຖືກປະຫານ ນີ້ໝາຍຄວາມວ່າເປັນເວລາທີ່ຖືກກຳນົດໄວ້ຊຶ່ງພຣະເຈົ້າໄດ້ຊົງຕັດສິນພຣະໄທມາດົນແລ້ວວ່າສິ່ງນີ້ຈະເກີດຂຶ້ນ.
  • ຄຳວ່າ "ຊົ່ວໂມງ" ຍັງຖືກໃຊ້ໝາຍເຖິງ "ໃນຊ່ວງເວລານັ້ນ" ຫລື "ຕອນນັ້ນ."
  • ເມື່ອຂໍ້ຄວາມນັ້ນເວົ້າເຖິງ "ຊົ່ວໂມງ" ທີ່ລ່ວງເລີຍມາຫລາຍ ນີ້ໝາຍຄວາມວ່າເປັນເວລາຄ່ຳຂອງວັນທີ່ດວງອາທິດກຳລັງຈະຕົກດິນ.

ຄຳແນະນຳໃນການແປ

  • ເມື່ອໃຊ້ໃນບາງສິ່ງບາງຢ່າງ, ຄຳວ່າ "ຊົ່ວໂມງ" ສາມາດແປວ່າ "ເວລາ" ຫລື "ຂະນະນັ້ນ" ຫລື "ເວລາທີ່ນັດໝາຍ."
  • ວະລີ "ໃນເວລານັ້ນ" ຫລື "ໃນເວລາດຽວກັນ" ສາມາດແປວ່າ, "ໃນຂະນະນັ້ນ" ຫລື "ໃນເວລານັ້ນ" ທັນທີທັນໃດ" ຫລື "ຂະນະນີ້."
  • ຄຳກ່າວ "ເວລາລ່ວງໄປ" ສາມາດແປວ່າ, "ມັນເປັນເວລາຕອນຄໍ່າຂອງມື້ແລ້ວ" ຫລື "ມັນຈະມືດແລ້ວໃນບໍ່ຊ້າ" ຫລື "ມັນເປັນເວລາບ່າຍຫລາຍແລ້ວ."

ເຊີຣູບີມ,ເຄຣູບ

ນິຍາມ

ຄຳວ່າ "ເຊຣູບີມ "ແລະຮູບພະຫູພົດຂອງຄຳນີ້ຄື "ເຄຣູບ" ກ່າວເຖີງສິ່ງທີ່ມີຊີວິດໃນທອ້ງຟ້າທີ່ພຣະເຈົ້າໄດ້ສ້າງປະເພດຫນຶ່ງ ພຣະຄັມພີອະທິບາຍວ່າເຄຣູບິມມີປີກແລະແປວໄຟ.

  • ເຊຣູບິມ ໃຫ້ເຫັນເຖີງພຣະຣັດສະຫມີແລະຣິດອຳນາດຂອງພຣະເຈົ້າແລະເບິ່ງເຫມືອນຈະເປັນຜູ້ພີທັກສິ່ງທີ່ບໍຣິສຸດ.
  • ຫລັງຈາກອາດາມກັບເອວາໄດ້ເຮັດບາບພຣະເຈົ້າໄດ້ຕັ້ງເຊຣູບິມຖືດາບໄຟຢູ່ດາ້ນຕາເວັນອອກຂອງສວນເອເດນເພື່ອທີຈະບໍ່ໃຫ້ຄົນໃດເຂົ້າໄປເຖີງຕົ້ນໃມ້ແຫ່ງຊີວິດໄດ້.
  • ພຣະເຈົ້າໄດ້ຊົງບັນຊາຄົນອິດສຣະເອນໃຫ້ແກະສະຫລັກເຄຣູບສອງຕົນຫັນຫນ້າເຂົ້າຫາກັນມີປີກຈອດກັນ ຕັ້ງຢູ່ເຫນືອພຣະທີ່ນັ່ງກະຣຸນນາຂອງຫີບແຫ່ງພັນທະສັນຍາ.
  • ພຣະອົງຊົງບອກໃຫ້ພວກເຂົາປັກຮູບຂອງເຄຣູບເທິງຜ້າກັ້ງຂອງພັບພາດວ້ຍ.
  • ໃນບາງຕອນ ໄດ້ອະທິບາຍສິ່ງທີ່ຊົງສ້າງເຫົລ່ານີ້ວ່າມີສີຫນ້າ ຄື

ຫນ້າຂອງມະນຸດ ສິງໂຕ ງົວ ແລະນົກອີນຊີ.

  • ບາງຄັ້ງ ອາດຈະມີຄວາມຄິດວ່າເຊຣູບິມເປັນພວກທູດສະຫັວນ

ແຕ່ພຣະຄັມພີບໍ່ໄດ້ຂຽນໃວ້ຢ່າງຊັດເຈນຢ່າງນັ້ນ.

%ຄຳແນະນຳໃນການແປ

  • ຄຳວ່າ "ເຊຣູບິມສາມາດແປໄດ້ວ່າ "ພວກສິ່ງທີ່ຊົງສ້າງທີ່ມີປີກ

ຫລື "ເຫລົ່າຜູ້ພິທັກທີ່ມີປີກ" ຫລື ເຫລົ່າຜູ້ພິທັກຝ່າຍຈິດວິນຍານ ທີ່ມີປີກ" ຫລື ເຫລົ່າຜູ້ພິທັກທີ່ບໍຣິສຸດແລະມີປີກ.

  • "ເຊຣູບິມ"ຄວນຈະແປໃນຮູບເອກກະພົດຂອງໆເຊຣູບິມ ຢ່າງໃນຄຳ"ສິ່ງທີ່ຊົງສ້າງທີ່ມີປີກ" ຫລື ຜູ້ພິທັກຝ່າຍວິນຍານທີ່ມີປີກ

ເປັນຕົ້ນ.

  • ຂໍໃຫ້ແນ່ໃຈວ່າການແປຄຳນີ້ແຕກຕ່າງຈາກການແປຄຳວ່າ"ທູດສະຫັວນ"
  • ຂໍໃຫ້ພິຈາຣະນາເຖີງການແປຫລືຂຽນຄຳນິ້ໃນການແປພຣະຄັມພີໃນພາສາທອ້ງຖິ່ນຫລືພາສາກາງດວ້ຍ.

ເຊື້ອສາຍ,ສຶບເຊື້ອສາຍຈາກ

ນິຍາມ

"ເຊື້ອສາຍ" ຄືຄົນທີ່ມີຄວາມສຳພັນ ໂດຍຕົງທາງສາຍເລືອດ ກັບອີກຄົນຫນຶ່ງ ທີ່ສາມາດສືບຍອ້ນກັບ ໄປໃນປະຫວັດສາດ.

  • ຕົວຢ່າງເຊັ່ນ ອັບບຣາຮາມ ເປັນເຊື້ອສາຍຂອງໂນອາ .
  • ເ​້ຊື້ອສາຍຂອງບຸກຄົນໃດກໍດີ ຄື ລູກ ຫລານ ເຫລນ ຂອງຄົນນັ້ນ

ແລະ ຕໍ່ໆໄປ ເຊື້ອສາຍຂອງຢາໂຄບ ຄື ຄົນອິດສະຣາເອນ ສິບສອງເຜົ່າ.

  • ຄຳເວົ້າທີ່ວ່າ"ສືບເຊື້ອສາຍຈາກ" ອາດກາ່ວວ່າ "ເຊື້ອສາຍຂອງ"ເຊັ່ນ"ອັບບຣາຮາມ ສືບເຊື້ອສາຍ ມາຈາກໂນອາ "ນີ້ສາມາດແປໄດ້ອີກວ່າ "ຈາກສາຍຄອບຄົວຂອງ"

ເຊື້ອແປ້ງ, ເຊື້ອແປ້ງທີ່ເຮັດໃຫ້ຟູ

ນິຍາມ

"ເຊື້ອແປ້ງທີ່ເຮັດໃຫ້ຟູ " ເປັນຄຳຊັບໃຊ້ທົ່ວໄປທີ່ທຳໃຫ້ແປ້ງຂະໜົມປັງຟູຂຶ້ນ" ແປ້ງ " ເປັນເຊື້ອແປ້ງທີ່ເຮັດໃຫ້ຟູຂຶ້ນສະນິດໜຶ່ງ.

  • ໃນຄຳແປພາສາອັງກຣີກບາງຄຳແປ ຄຳວ່າເຊື້ອແປ້ງເຮັດໃຫ້ຟູຈະແປວ່າ " ແປ້ງ " ຊື່ງເປັນຜົງຟູສະໃໝເດີມແປ້ງຂະໜົມພ້ອມດ້ວຍຟອງທຳໃຫ້ແປ້ງຟູຂື້ນກ່ອນທີ່ຈະອົບ ແປ້ງຖືກນວດລົງໃນເຊື້ອແປ້ງຈົນຟູແພ່ກະຈ່າຍໄປທົ່ວກ້ອນທັງໝົດຂອງແປ້ງ.
  • ໃນສະໃໝພັນທະສັນຍາເດີມການທຳເຊື້ອແປ້ງເຮັດໃຫ້ຟູ ຫລືຜົງຟູຜະລິດໂດຍການປ່ອຍໃຫ້ແປ້ງຂະໜົມປັງປະໄວ້ຈັກໜ້ອຍໜຶ່ງ ແປ້ງຈຳນວນເລັກນ້ອຍຈາກແປ້ງກ່ອນໜ້ານີ້ໄດ້ຮັບການເກັບໄວ້ເປັນຜົງເຮັດໃຫ້ຟູສຳລັບການໃຊ້ອີກຕໍ່ໄປ.
  • "ຄຳວ່າ " ເຊື້ອແປ້ງເຮັດໃຫ້ຟູ "ຫລື " ແປ້ງ" ໄດ້ຖືກໃຊ້ສິ່ງປຽບທຽບໃນພຣະຄຳພີເປັນພາບໃນຄວາມບາບທີ່ແຜ່ກະຈ່າຍຜ່ານຊີວິດຂອງບຸກຄົນຫລືບາບທີ່ມີອິດທິພົນຕໍ່ຄົນອື່ນໄດ້ຢ່າງໃດ.
  • ນອກຈາກນີ້ຍັງອ້າງເຖິງການສອນປອມ ຊຶ່ງເຫັນຢູ່ປະຈຳແຜ່ໄປຍັງປະຊາຊົນຈຳນວນຫລວງຫລາຍແລະມີອິດທິພົນຕໍ່ພວກເຂົາ.
  • ຄຳວ່າ " ເຊື້ອແປ້ງທີ່ເຮັດໃຫ້ຟູ" ຖືກໃຊ້ໃນທາງບວກດ້ວຍເພື່ອອະທິບາຍວ່າອິດທິພົນອານາຈັກຂອງພຣະເຈັົ້າແຜ່ຂະຫຍາຍຈາກຄົນໜຶ່ງໄປສູ່ອີກຄົນໜຶ່ງໄດ້ຢ່າງໃດ.

ຄຳແນະນຳໃນການແປ

  • ນີ້ສາມາດແປໄດ້ວ່າເປັນ "ເຊື້ອ້ແປ້ງເຮັດໃຫ້ຟູ " ຫລື " ສານທີ່ເຮັດໃຫ້ຂະໜົມປັງຟູຂື້ນ " ຫລື " ສານທີ່ເຮັດໃຫ້ໃຫຍ່ຂຶ້ນ" ຄຳວ່າ "ໃຫຍ່ຂຶ້ນ " ອາດອະທິບາຍວ່າ " ຂະຫຍາຍ" ຫລື" ໃຫຍ່ຂື້ນ"ຫລື " ຟອງຕົວຂຶ້ນ.
  • ຖ້າມີເຄື່ອງເຮັດໃຫ້ຟູຂຶ້ນໃນທ້ອງຖິ່ນທີ່ໃຊ້ເຮັດໃຫ້ແປ້ງຂະໜົມປັງຟູຂຶ້ນ ຄຳນັ້ນກໍສາມາດໃຊ້ໄດ້ ຖ້າມີຄຳທີ່ເປັນທີ່ຮູ້ຈັກກັນດີຢູ່ແລ້ວໃນພາສາ ຄຳທົ່ວໄປທີ່ມີຄວາມໝາຍວ່າ " ເຊື້ອແປ້ງເຮັດໃຫ້ຟູ " ກໍເປັນຄຳທີ່ດີທີ່ສຸດທີ່ຈະສາມາດໃຊ້ຄຳນີ້ໄດ້.

ເຊື່ອຟັງ, ທີ່ເຊື່ອຟັງ, ການເຊື່ອຟັງ

ນິຍາມ

ຄຳວ່າ "ເຊື່ອຟັງ" ຫມາຍເຖິງ ການເຮັດຕາມທີ່ກຳນົດໄວ້ ຫລືໄດ້ຮັບຄຳສັ່ງມາ. ຄຳວ່າ "ທີ່ເຊື່ອຟັງ" ອະທິບາຍເຖິງລັກສະນະຂອງບຸກຄົນຊຶ່ງເຊື່ອຟັງ ໃນບາງເທື່ອຄຳສັ່ງ ອາດຈະບໍ່ເປັນລັກສະນະບໍ່ໃຫ້ເຮັດ ສິ່ງໃດສິ່ງໜຶ່ງ ເຊັ່ນ, "ບໍ່ໃຫ້ລັກ."

  • ໂດຍປົກກະຕິ ຄຳວ່າ "ເຊື່ອຟັງ" ໃຊ້ໃນບໍລິບົດຂອງການເຊື່ອຟັງຄຳສັ່ງ ຫລືກົດຫມາຍຂອງບຸກຄົນ ຜູ້ມີອຳນາດ.
  • ຍົກຕົວຢ່າງ ເຊັ່ນ, ປະຊາຊົນເຊື່ອ ຟັງກົດໝາຍ ຊິ່ງບົດຍັດໂດຍຜູ້ນຳຂອງປະເທດ, ຣາຊອານາຈັກ, ຫລືອົງກອນອື່ນໆ.
  • ລູກຫລານເຊື່ອ ຟັງພໍ່ແມ່ ຂອງພວກເຂົາ, ຂ້າທາດເຊື່ອຟັງນາຍຂອງເຂົາ, ປະຊາກອນ ເຊື່ອຟັງພຣະເຈົ້າ, ສ່ວນປະຊາຊົນເຊື່ອຟັງກົດໝາຍ ຂອງປະເທດ ຂອງພວກເຂົາ.
  • ເມື່ອ ບາງຄົົນ ທີ່ມີອຳນາດ ສັ່ງປະຊາຊົນ ບໍ່ໃຫ້ເຮັດບາງສິ່ງ, ພວກເຂົາຈະຕ້ອງ ເຊື່ອຟັງ ໂດຍການບໍ່ເຮັດສິ່ງນັ້ນ.
  • ການແປຄຳນີ້ ສາມາດລວມຄຳ ຫລືຄຳເວົ້າ ທີ່ມີຄວາມໝາຍ, "ເຮັດຫຍັງທີ່ໄດ້ຮັບຄຳສັ່ງ" ຫລື "ຕາມຄຳບັນຊາ" ຫລື "ກະທຳສິ່ງທີ່ພຣະເຈົ້າ ຊົງບັນຊາໃຫ້ເຮັດ."
  • ຄຳວ່າ "ເຊື່ອຟັງ" ສາມາດແປວ່າ "ການເຮັດຫຍັງຕາມທີ່ຖືກສັ່ງ" ຫລື "ຕາມຄຳສັ່ງ" ຫລື "ການເຮັດສິ່ງທີ່ ພຣະເຈົ້າຊົງສັ່ງ."

ຍອມຈຳນົນ,ການຍອມຈຳນົນ

ນິຍາມ

ຄຳວ່າ "ຍອມຈຳນົນ" ໂດຍປົກກະຕິໝາຍເຖິງການກະທຳດ້ວຍຄວາມສະມັກໃຈຂອງຕົນຍອມຢູ່ພາຍໃຕ້ສິດອຳນາດຂອງບຸກຄົນຫຼືລັດຖະບານ.

  • ພຣະຄຳພີໄດ້ບອກຜູ້ທີ່ເຊື່ອໃນພຣະເຢຊູຄຣິດໃຫ້ຍອມຢູ່ໃຕ້ພຣະເຈົ້າແລະສິດອຳນາດອື່ນໆໃນຊີວິດຂອງເຂົາເຈົ້າ.
  • ຄຳແນະນຳທີ່ວ່າໃຫ້ “ ຍອມຈຳນົນຕໍ່ກັນແລະກັນ” ໝາຍເຖິງການຍອມຮັບການແກ້ໄຂຢ່າງຖ່ອມຕົວແລະເອົາໃຈໃສ່ຄວາມຕ້ອງການຂອງຄົນອື່ນຫລາຍກວ່າຄວາມຕ້ອງການຂອງເຮົາເອງ.
  • ການ “ ດຳລົງຊີວິດຢູ່ພາຍໃຕ້ການຍອມຈຳນົນ” ໝາຍເຖິງການເຮັດໃຫ້ຕົວເຮົາເອງຢູ່ພາຍໃຕ້ສິດອຳນາດຂອງບາງສິ່ງບາງຢ່າງຫຼືບາງຄົນ.

ຄຳແນະນຳໃນການແປ

  • ຄຳວ່າ "ຍອມຈຳນົນ" ຍັງສາມາດຖືກແປໄດ້ວ່າ, "ວາງຢູ່ພາຍໃຕ້ສິດອຳນາດ" ຫລື "ປະຕິບັດຕາມການນຳພາຂອງ" ຫລື "ໃຫ້ກຽດແລະເຄົາລົບດ້ວຍຄວາມຖ່ອມຕົນແລະນັບຖື".
  • ຄໍາວ່າ "ການຍອມຢູ່ໃຕ້" ສາມາດຖືກແປໄດ້ວ່າ, "ການເຊື່ອຟັງ" ຫຼື "ປະຕິບັດຕາມສິດອໍານາດຂອງ".
  • ປະໂຫຍກທີ່ວ່າ "ມີຊີວິດຢູ່ພາຍໃຕ້ການຍອມຈຳນົນ" ສາມາດຖືກແປໄດ້ວ່າ "ຢູ່ໃນຄວາມເຊື່ອຟັງ" ຫຼື "ເອົາຕົວເອງຢູ່ພາຍໃຕ້ສິດອຳນາດຂອງ".
  • ປະໂຫຍກທີ່ວ່າ "ຍອມຈຳນົນ" ສາມາດແປໄດ້ວ່າ "ຍອມຮັບສິດ ອຳນາດຢ່າງຖ່ອມຕົວ".

ຍອມຮັບ

ນິຍາມ

ຄຳວ່າ"ຍອມຮັບ" ໝາຍຄວາມເຖິງການຍອມຮັບບາງສິ່ງຫຼືບາງຄົນຢ່າງເໝາະສົມ.

  • ການຍອມຮັບພຣະເຈົ້າກ່ຽວຂ້ອງກັບການກະທຳທີ່ສະແດງວ່າສິ່ງທີ່ພຣະອົງກ່າວນັ້ນເປັນຄວາມຈິງ.
  • ຄົນທີ່ຍອມຮັບພຣະເຈົ້າຈະສະແດງອອກໂດຍການເຊື່ອຟັງພຣະອົງ ຊຶ່ງເປັນການຖວາຍກຽດແດ່ພຣະນາມຂອງພຣະອົງ.
  • ການຍອມຮັບບາງສິ່ງໝາຍເຖິງຄວາມສັດທາວ່າສິ່ງນັ້ນຈິງໂດຍການຢືນຢັນດ້ວຍການກະທຳແລະຄຳເວົ້າ.

ຂໍ້ແນະນຳໃນການແປ

  • ໃນບໍຣິບົດຂອງການຍອມຮັບວ່າບາງສິ່ງນັ້ນຈິງ "ການຍອມຮັບ" ສາມາດແປໄດ້ອີກຢ່າງວ່າ "ຮັບຮອງ" ຫຼື "ປະກາດໃຫ້ຊາບ"ຫຼື "ສາລະພາບວ່າເປັນຈິງ" ຫຼື "ສັດທາ."
  • ເມື່ອເວົ້າເຖິງການຍອມຮັບບຸກຄົນໃດບຸກຄົນໜຶ່ງ ຄຳນີ້ອາດແປໄດ້ອີກວ່າ "ຮັບ" ຫຼື "ເຫັນຄຸນຄ່າຂອງ" ຫຼື "ບອກເລື້ອງນັ້ນໃຫ້ຄົນອື່ນໆ.

ຍັກ

ນິຍາມ

ຍັກ ໂດຍປົກກະຕິອ້າງເຖິງບູກຄົນທີ່ຕົວໃຫຍ່ຜິດປົກກະຕິທັງຄວາມສຸງແລະກຳລັງ.

  • ໂກລີອາດ ທະຫານຊາວຟີລິດສະຕີນທີ່ຕໍ່ສຸ້ກັບ ດາວິດ ຖືກເອີ້ນວ່າຍັກເພາະວ່າເຂົາສູງຫລາຍ ຕົວໃຫຍ່ແລະເປັນຊາຍທີ່ສູງ, ໃຫຍ່,ແລະແຂງແຮງ.
  • ຊົນຊາດອິສະຣາເອນທີ່ໄປສອດແນມແຜ່ນດິນຄານາອານບອກວ່າຄົນທີ່ອາໃສຢູ່ທີ່ນັ້ນເຫມືອນຍັກ.

ຍາກລຳບາກ, ຍາກລຳບາກທີ່ສຸດ, ເຮັດໃຫ້ເຂັ້ມແຂງ

ນິຍາມ

ຄຳວ່າ "ຍາກລຳບາກ" ມີຄວາມໝາຍຫລາຍຢ່າງຂຶ້ນຢູ່ກັບສະພາບການ. ຄຳນີ້ມັກຈະອະທິບາຍບາງສິ່ງທີ່ຍາກ, ຄົງທົນ, ຫລືບໍ່ຍອມຢືດຫຍຸ່ນ.

  • ຄຳກ່າວ "ໃຈແຂງ" ຫລື "ຫົວແຂງ" ໝາຍເຖິງຄົົນທີ່ບໍ່ຍອມສຳນຶກຜິດແບບຫົວຊົນຝາ ຄຳກ່າວເຫລົ່ານີ້ອະທິບາຍຄົົນທີ່ຢືນການວ່າຈະບໍ່ຍອມເຊື່ອຟັງພຣະເຈົ້າ .
  • ຄຳກ່າວເຊີງປຽບທຽບ, "ຄວາມແຂງກະດ້າງຂອງຫົວໃຈ" ແລະ "ຄວາມແຂງກະດ້າງຂອງຫົວໃຈຂອງພວກເຂົາ" ອ້າງຄວາມເຖິງການບໍ່ເຊື່ອຟັງດ້ວຍຄວາມດື້ດ້ານດ້ວຍ.
  • ຖ້າບາງຄົນໃຈ "ແຂງ" ນີ້ໝາຍຄວາມວ່າບຸກຄົນນັ້ນປະຕິເສດທີ່ຈະເຊື່ອຟັງແລະຍັງຄົງບໍ່ກັບໃຈ.
  • ເມື່ອໃຊ້ເປັນຄຳວິເສດ "ເຮັດວຽກໜັກ" ຫລື "ພະຍາຍາມຢ່າງໜັກ," ຄຳນີ້ໝາຍຄວາມວ່າການເຮັດບາງຢ່າງດ້ວຍຄວາມແຂງຂັນແລະດຸໝັ່ນ, ການພະຍາຍາມທີ່ຈະເຮັດບາງຢ່າງໃຫ້ດີທີ່ສຸດ.

ຄຳແນະນຳໃນການແປ

  • ຄຳວ່າ "ແຂງ" ສາມາດແປໄດ້ວ່າ "ຍາກ" ຫລື "ດື້ດ້ານ" ຫລື "ທ້າທາຍ," ຂຶ້ນຢູ່ກັບສະພາບການ.
  • ຄຳວ່າ "ຄວາມແຂງ" ຫລື "ຄວາມແຂງຂອງໃຈ" ຫລື "ໃຈແຂງ" ສາມາດແປວ່າ "ຄວາມດຶ້ດ້ານ" ຫລື "ການກະບົດຕໍ່ຕ້ານ" ຫລື "ທັດສະນະຄະຕິທີ່ຕໍ່ຕ້ານ" ຫລື "ການດຶ້ດ້ານທີ່ບໍ່ເຊື່ອຟັງ" ຫລື "ດື້ບໍ່ເສຍໃຈໃນຄວາມຜິດບາບ."
  • ຄຳວ່າ "ເຮັດໃຫ້ແຂງ" ສາມາດແປວ່າ "ດື້ບໍ່ເສຍໃຈໃນຄວາມຜິດບາບ" ຫລື "ປະຕິເສດທີ່ຈະເຊື່ອຟັງ."
  • "ຢ່າເຮັດໃຫ້ໃຈທ່ານແຂງ" ສາມາດແປວ່າ "ຢ່າປະຕິເສດທີ່ຈະເສຍໃຈໃນຄວາມຜິດບາບ" ຫລື "ຢ່າດື້ດ້ານບໍ່ຍອມເຊື່ອຟັງ."
  • ວິທີອື່ນທີ່ຈະແປ "ຫົວແຂງ" ຫລື "ໃຈແຂງ" ສາມາດລວມ "ບໍ່ເຊື່ອຟັງດ້ວຍຄວາມດຶ້ດ້ານ" ຫລື "ບໍ່ເຊື່ອຟັງຢ່າງຕໍ່ເນື່ອງ" ຫລື "ປະຕິເສດທີ່ຈະກັບໃຈ" ຫລື "ຕໍ່ຕ້ານຢູ່ສະເໝີ."
  • ໃນຄຳກ່າວເຊັ່ນ "ເຮັດວຽກໜັກ" ຫລື "ພະຍາຍາມຢ່າງຫລາຍ" ຄຳວ່າ "ແຂງ" ອາດຈະແປໄດ້ວ່າ "ດ້ວຍຄວາມພາກພຽນ" ຫລື "ຢ່າງມຸ່ງມານະ."
  • ຄຳກ່າວເຊັ່ນ "ກົດດັນຢ່າງໜັກ" ສາມາດແປວ່າ "ພັກດັນດ້ວຍກຳລັງ" ຫລື "ພັກຢ່າງແຮງ."
  • "ກົດຂີ່ຂົ່ມເຫັງປະຊາຊົນດ້ວຍງານໜັກ" ສາມາດແປວ່າ, "ບັງຄັບປະຊາຊົນໃຫ້ເຮັດວຽກຢ່າງໜັກໃຫ້ພວກເຂົາທົນທຸກ" ຫລື "ເປັນເຫດໃຫ້ປະຊາຊົນທົນທຸກໂດຍການບັງຄັບພວກເຂົາໃຫ້ເຮັດວຽກທີ່ຍາກ."
  • ຊະນິດຕ່າງໆ ຂອງ "ງານທີ່ຍາກ" ໄດ້ເຮັດໃຫ້ມີປະສົບການໂດຍຜູ້ຍິງທີ່ກຳລັງຈະເກີດລູກ. ໃຫ້ເບິ່ງເລື່ອງ "ເຈັບທ້ອງອອກລູກ."

ຍາດພີ່ນ້ອງຄີງໆ (ວົງຕະກຸນ)

ນິຍາມ

ຄຳວ່າ "ທາຍາດ" ຄືບຸກຄົນທີ່ໄດ້ຮັບຊັບສິນຫລືເງິນຢ່າງຖືກກົດໝາຍທີ່ເປັນຂອງບຸກຄົນທີ່ໄດ້ຕາຍໄປແລ້ວ.

  • ໃນສະໄໝພຣະຄຳພີ, ທາຍາດຫລັກຄືລູກຊາຍຄົນທຳອິດ, ຜູ້ທີ່ໄດ້ຮັບຊັບສິນແລະເງິນສ່ວນໃຫຍ່ຂອງພໍ່ຂອງເຂົາ.
  • ພຣະຄຳພີໃຊ້ຄຳວ່າ "ທາຍາດ" ໃນເຊີງປຽບທຽບອ້າງເຖິງຄຣິດສະຕຽນໄດ້ຮັບຜົນຝ່າຍວິນຍານຈາກພຣະເຈົ້າໃນຖານະທີ່ເປັນພໍ່ຝ່າຍວິນຍານຂອງພວກເຂົາ.
  • ໃນຖານະທີ່ເປັນລູກຂອງພຣະເຈົ້າ, ຄຣິດສະຕຽນຈຶ່ງໄດ້ຊື່ວ່າເປັນ "ທາຍາດຮ່ວມກັນ" ກັບພຣະເຢຊູຄຣິດ. ນີ້ສາມາດແປວ່າ, "ທາຍາດຮ່ວມ" ຫລື "ເພື່ອນທາຍາດ" ຫລື "ທາຍາດນຳກັນກັບ."
  • ຄຳວ່າ "ທາຍາດ" ສາມາດແປວ່າ "ບຸກຄົນທີ່ກຳລັງໄດ້ຮັບຜົນປະໂຫຍດ" ຫລືຄຳກ່າວຫຍັງກໍຕາມທີ່ໃຊ້ໃນພາສາທີ່ສື່ຄວາມໝາຍເຖິງບາງຄົນຜູ້ທີ່ກຳລັງໄດ້ຮັບຊັບສິນແລະສິ່ງອື່ນໆ ເມື່ອພໍ່ແມ່ຫລືຍາດຄົນອື່ນໆ ເສຍຊີວິດ.

ຍືດ

ນິຍາມ

ຄຳວ່າ“ ຍຶດ” ໝາຍເຖິງການຈັບຫລືຈັບເອົາບາງຄົນຫຼືບາງສິ່ງບາງຢ່າງໂດຍບັງຄັບ. ມັນຍັງສາມາດໝາຍຄວາມວ່າຈະເອົາຊະນະແລະຄວບຄຸມຜູ້ໃດຜູ້ຫນຶ່ງ.

  • ເມື່ອເມືອງໃດເຂົ້າມາໂດຍ ກຳ ລັງທະຫານ, ທະຫານຈະຍຶດເອົາຊັບສົມບັດອັນລ້ ຳຄ່າຂອງປະຊາຊົນທີ່ພວກເຂົາໄດ້ຍຶດເອົາ.
  • ໃນເວລາທີ່ການນໍາໃຊ້ຕົວເລກ, ບຸກຄົນສາມາດຖືກອະທິບາຍວ່າ "ຖືກຈັບດ້ວຍຄວາມຢ້ານກົວ." ນີ້ໝາຍຄວາມວ່າບຸກຄົນດັ່ງກ່າວໄດ້ "ເອົາຊະນະໂດຍຄວາມຢ້ານ" ຢ່າງກະທັນຫັນ. ມັນຍັງສາມາດແປເປັນ "ທັນທີທັນໃດທີມີຄວາມຢ້ານກົວຫຼາຍ."
  • ໃນແງ່ຂອງຄວາມເຈັບປວດແຮງງານທີ່"ຍຶດ"ແມ່ຍິງ,ຄວາມຫມາຍແມ່ນວ່າຄວາມເຈັບປວດແມ່ນກະທັນຫັນແລະແຮງເກີນໄປ.ສິ່ງນີ້ສາມາດຖືກແປວ່າ "ເອົາຊະນະ" ຫຼື "ເກີດຂື້ນຢ່າງກະທັນຫັນ."
  • ຄຳສັບນີ້ຍັງອາດຈະຖືກແປເປັນ,"ຄວບຄຸມ" ຫຼື "ກະທັນຫັນ" ຫຼື "ຄວ້າ".
  • ສຳນວນທີ່ວ່າ "ຖືກຍຶດແລະນອນຢູ່ກັບນາງ" ສາມາດແປເປັນ "ບັງຄັບຕົນເອງ" ຫລື "ລະເມີດສິດນາງ" ຫຼື "ຂົ່ມຂືນນາງ". ໃຫ້ແນ່ໃຈວ່າການແປພາສາແນວຄວາມຄິດນີ້ເປັນທີ່ຍອມຮັບໄດ້.(ເບິ່ງເພີມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-euphemism)

ຍູ້

ນິຍາມ

ຄຳວ່າ "ຍູ້" ຕາມຕັວອັກສອນແລ້ວໝາຍເຖິງການຍ້າຍບາງສິ່ງບາງຢ່າງອອກໄປໂດຍການໃຊ້ກຳລັງ ຍັງມີຄຳປຽບທຽບຄວາມຫມາຍຂອງຄຳນີ້ອີກຫຼາຍຄຳ

  • ຄຳກ່າວ "ຜັກໄສໄລ່ສົ່ງ" ມີຄວາມຫມາຍວ່າ "ຕໍ່ຕ້ານ" ຫລື "ປະຕິເສດທີ່ຈະຊ່ວຍເຫລືອ"
  • ການ"ດັນລົງ"ມີຄວາມຫມາຍວ່າ "ກົດຂີ່" ຫລື "ຂົ່ມເຫງ" ຫລື "ປາບ" ແລະຍັງສາມາດມີຄວາມຫມາຍເຖິງການທີ່ບາງຄົນຖືກຜັກລົງໄປສູ່ພື້ນດິນຕາມຕັວອັກສອນກໍໄດ້
  • ການ"ໄລ່ໃຜບາງຄົນອອກ" ໝາຍເຖິງ "ການກຳຈັດອອກ" ຫລື "ໄລ່ອອກ" ຄົນນັ້ນ
  • ຄຳກ່າວທີ່ວ່າ "ຍ່າງໜ້າຕໍ່ໄປ" ໝາຍເຖິງການພະຍາຍາມຫລືດຳເນີນການເຮັດບາງສິ່ງບາງຢ່າງໂດຍທີ່ບໍ່ແນ່ໃຈວ່າຖືກຕ້ອງຫລືປອດພັຍ

ຍົກຂຶ້ນ, ຂຶ້ນ, ໄດ້ຂຶ້ນແລ້ວ, ເກີດຂຶ້ນ,ກໍ່ໃຫ້ເກີດຂຶ້ນ

ນິຍາມ

ຍົກຂຶ້ນ, ແລະຍົກຂຶ້ນ ໂດຍທົ່ວໄປແລ້ວ,ຄຳວ່າ"ຍົກຂຶ້ນ"ໝາຍເຖິງ"ຊູຂຶ້ນຫຼື"ເຮັດໃຫ້ສູງຂຶ້ນ"

  • ຄຳເວົ້າໃນທາງປຽບທຽບຂອງ,"ຍົກຂຶ້ນສູງ"ໝາຍເຖິງ ເຮັດໃຫ້ມີອັນໃດອັນນຶ່ງ ມີຂຶ້ນ ເກີດຂຶ້ນ. ແລະສາມາດໝາຍເຖິງ ແຕ່ງຕັ້ງບາງຄົນໃຫ້ເຮັດວຽກອັນໃດອັນນຶ່ງ.
  • ບາງເທື່ອຄຳວ່າ "ຍົກຂຶ້ນ"ໝາຍເຖິງ"ນຳກັບຄືນມາ"ຫຼື"ສ້າງໃໝ່."
  • ຄຳວ່າ"ຍົກຂຶ້ນ"ມີຄວາມໝາຍພິເສດໃນຄຳເວົ້າທີ່ບອກວ່າ,"ເປັນຂຶ້ນຈາກຄວາມຕາຍ"ໝາຍເຖິງ ເຮັດໃຫ້ຄົນຕາຍກັບມີຊີວິດຂຶ້ນມາອີກເທື່ອນຶ່ງ.
  • ບາງເທື່ອ"ຍົກຂຶ້ນ"ໝາຍເຖິງ"ຍົກຍ້ອງ"ບາງຄົນຫຼືບາງສິ່ງ

"ເປັນຂຶ້ນ"ຫຼື"ລຸກຂຶ້ນ"ໝາຍເຖິງ"ຂຶ້ນໄປ"ຫຼື"ຢືນຂຶ້ນ"ຄຳວ່າ"ຟື້ນຂຶ້ນມາແລ້ວ" "ລຸກຂຶ້ນມາແລ້ວ" ຄຳເຫຼົົ່ານີ້ໃຊ້ໃນການກ່າວເຖິງການເຮັດໃນອະດີດ.

  • ເມື່ອບຸກຄົນຢືນຂຶ້ນເພື່ອໄປບ່ອນນຶ່ງ ການເຮັດແນວນີ້

ສະແດງວ່າ "ເຂົາໄດ້ຢືນຂຶ້ນແລະໄດ້ໄປແລ້ວ"

  • ຖ້າມີອັນໃດອັນນຶ່ງ "ເກີດຂຶ້ນ"ໝາຍຄວາມວ່າ ອັນນັ້ນ "ເກີດຂຶ້ນ"ຫຼື "ເລີ້ມເກີດຂຶ້ນ."
  • ພຣະເຢຊູໄດ້ຊົງທຳນວາຍວ່າ ພຣະອົງຈະຊົງ "ຟື້ນຂຶ້ນຈາກຄວາມຕາຍສາມວັນຫລັງຈາກພຣະເຢຊູສະເດັດສູ່ສະຫວັນທູດສະຫວັນໄດ້ກ່າວວ່າ"ພຣະອົງໄດ້ຊົງຟື້ນຂຶ້ນມາແລ້ວ."

ຄຳແນະນຳໃນການແປ

  • ຄຳວ່າ"ຍົກຂຶ້ນ"ຫລື"ຍົກຂຶ້ນສູງ"ສາມາດແປໄດ້ວ່າ"ຍົກຊູຂຶ້ນ"ຫລື"ເຮັດໃຫ້ສູງຂຶ້ນ."
  • ຍົກຂຶ້ນສູງ"ສາມາດແປວ່າ"ເຮັດໃຫ້ເກີດຂຶ້ນ"ຫລື"ແຕ່ງຕັ້ງ"ຫລື"ນຳມາໃຫ້ເກີດຂຶ້ນ."
  • "ຍົກກຳລັງຂອງສັດຕູຂອງທ່ານຂຶ້ນ"ສາມາດແປວ່າ "ເຮັດໃຫ້ສັດຕູຂອງທ່ານເຂັ້ມແຂງຫລາຍ."
  • ປະໂຫຍກ "ຍົກບາງຄົນໃຫ້ຟື້ນຄືນຈາກຄວາມຕາຍ"ສາມາດແປວ່າ "ເປັນເຫດໃຫ້ບາງຄົນກັບມາຈາກຄວາມຕາຍສູ່ຊີວິດ"ຫລື"ເປັນເຫດໃຫ້ບາງຄົນກັບມາມີຊີວິດ."
  • ຂື້ນຢູ່ກັບບໍຣິບົດ"ຍົກຂຶ້ນສູງ"ສາມາດແປວ່າ"ຈັດຕຽມ"ຫລື"ແຕ່ງຕັ້ງ"ຫລື"ເປັນເຫດໃຫ້ມີ"ຫລື"ສ້າງຂຶ້ນໃໝ່"ຫລື"ແປງ."
  • ປະໂຫຍກ"ເຮັດໃຫ້ເກີດຂຶ້ນແລະໄດ້ໄປ"ສາມາດແປວ່າ"ລຸກຂຶ້ນແລະໄດ້ໄປ"ຫລື"ໄດ້ໄປ."
  • ຂຶ້ນຢູ່ກັບບໍຣິບົດ ຄຳວ່າ"ເຮັດໃຫ້ເກີດຂຶ້ນ"ສາມາດແປວ່າ"ໄດ້ເກີດຂຶ້ນ"ຫລື"ໄດ້ຕື່ນຂຶ້ນ"ຫລື"ໄດ້ຢືນຂຶ້ນ."

ຍົກຍໍ

ນິຍາມ

ຕາມຕົວອັກສອນແລ້ວຄຳວ່າ "ຍົກຍໍ" ໝາຍເຖິງທຳໃຫ້ບາງສິ່ງຫຼືບາງຄົນຍິ່ງໃຫຍ່ຂຶ້ນຫຼືດຶງຄວາມສົນໃຈຕໍ່ຄວາມຍິ່ງໃຫຍ່ຂອງບາງຄົນ.

  • ເມື່ອໃຊ້ໃນພຣະຄັມພີຄຳວ່າ "ຍົກຍໍ" ປົກກະຕິອ້າງເຖິງການຍົກຍ້ອງກະສັດຫຼືພຣະເຈົ້າ.
  • ເມື່ອບຸກຄົນຍົກຍ້ອງຕົນເອງນັ້ນ,ໝາຍຄວາມວ່າເຂົາພູມໃຈແລະພຣະຍາຍາມທຳໃຫ້ຕົນເອງມີຄວາມສຳຄັນຫຼາຍຂຶ້ນກ່ວາຄົນອື່ນ.

ຄຳແນະນຳໃນການແປ

  • ວິທີອື່ນໃນການແປຄຳວ່າ "ຍົກຍໍ" ສາມາດລວມເຖິງ ບອກວ່າຍິ່ງໃຫຍ່ຢ່າງໃດ.

ຍົວະເຍົ້າ

ນິຍາມ

ຄຳວ່າ "ຍົວະໃຫ້ມີອາລົມຮ້າຍ" ໝາຍເຖິງເຮັດໃຫ້ບາງຄົນມີປະສົບການກັບປະຕິກິຣິຍາຫລືຄວາມຮູ້ສຶກດ້ານລົບ

  • ການຍົວະໃຫ້ມີອາລົມຮ້າຍບາງຄົນໃຫ້ໂມໂຫໝາຍເຖິງການເຮັດບາງສິ່ງບາງຢ່າງທີ່ເຮັດໃຫ້ບຸກຄົນນັ້ນຄຽດ ນີ້ສາມາດແປໄດ້ວ່າ "ການເຮັດໃຫ້ເກີດຄວາມຄຽດ" ຫລື "ຄຽດ"
  • ເມື່ອໃຊ້ໃນປະໂຫຍກເຊັ່ນວ່າ "ຢ່າຍົວະໃຫ້ເຂົາມີອາລົມຮ້າຍ" ນີ້ສາມາດແປໄດ້ວ່າ "ຢ່າເຮັດໃຫ້ເຂົາຄຽດ" ຫລື "ຢ່າເຮັດໃຫ້ເຂົາເກີດຄວາມຄຽດ" ຫລື "ຢ່າເຮັດໃຫ້ເຂົາຄຽດກັບທ່ານ"

ເຍີ້ຍິ່ງ, ຍະໂສ,ຮືກເຫີມ, ຈອງຫອງ, ໂອຫັງ,ຜະຍອງ,ໂອ້ອວດ, ອວດດີ,

ນິຍາມ

ຄຳວ່າ " ເຍີ້ຍິ່ງ " ນີ້ໝາຍເຖິງການອວດຕົວ ໂດຍປົກກະຕິແລ້ວຈະສະແດງອອກໃຫ້ເຫັນໄດ້ຢ່າງຊັດເຈນ.

  • ຄົນທີ່ເຍີ້ຍິ່ງມັກຈະອວດຕົວຢູ່ເລື້ອຍໆ.
  • ໂດຍປົກກະຕິແລ້ວ ການເຍີ້ຍິ່ງຈະລວມເຖິງການຄິດວ່າຄົນອື່ນບໍ່ສຳຄັນຫລືບໍ່ເກັ່ງເທົ່າກັບຕົວເອງ.
  • ຄົນທີ່ບໍ່ໃຫ້ກຽດແດ່ພຣະເຈົ້າແລະຄົນທີ່ທໍລະຍົດຕໍ່ພຣະອົງຈະເຍີ້ຍິ່ງ ເພາະວ່າພວກເຂົາບໍ່ຍອມຮັບວ່າພຣະເຈົ້າຜູ້ຊົງຍິ່ງໃຫຍ່ຊ່ຳໃດໜໍ.

ດາບ

ນິຍາມ

ດາບ ແມ່ນອາວຸດໂລຫະທີ່ເຮັດດ້ວຍແຜ່ນເຫລັກແບນໃຊ້ເພື່ອຕັດຫລືແທງ. ມັນມີດ້າມຈັບແລະຍາວທີ່ແຫລມຄົມ.

  • ໃບມິດຂອງດາບໃນສະ ໄໝບູຮານມີຄວາມຍາວປະມານ 60 ຫາ 91 ຊັງຕີແມັດ.
  • ດາບບາງດວງມີສອງຄົມແລະມີຊື່ວ່າດາບສອງເທົ່າຫລືດາບສອງຄົມ.
  • ສາວົກຂອງພະເຍຊູຄຣິດມີດາບທີ່ເຂົາເຈົ້າວາງແຜນທີ່ຈະໃຊ້ເພື່ອປ້ອງກັນຕົວເອງ, ເປໂຕໃຊ້ດາບຂອງລາວຕັດຫູຂອງຜູ້ຮັບໃຊ້ຂອງປະໂລຫິດໃຫຍ່.
  • ທັງໂຢຮັນບັບຕິສະໂຕແລະອັກຄະສາວົກຢາໂກໂບຖືກຕັດຫົວດ້ວຍດາບທັງສອງຄົນ.

ຄຳແນະນຳໃນການແປ

  • ດາບໄດ້ຖືກໃຊ້ເປັນຄຳປຽບທຽບສຳລັບຄຳສອນຂອງພະເຈົ້າ.ໃນພຣະຄຣິສຕະທຳຄຳພີໄດ້ແທງທະລຸເຖິງຄວາມຄິດພາຍໃນຂອງຄົນແລະເຮັດໃຫ້ພວກເຂົາຫລຸດຈາກຜິດບາບຂອງພວກເຂົາ. ໃນລັກສະນະຄ້າຍຄືກັນກັບດາບທີ່ຈະຕັດໃຫ້ເລິກ, ເຮັດໃຫ້ເກີດຄວາມເຈັບປວດ.

ເດີນ, ຫລື ຍ່າງ

ນິຍາມ

ຄຳເວົ້າວ່າ "ຍ່າງມັກໃຊ້ໃນການປຽບທຽບທີ່ໝາຍເຖິງການ "ການດຳ ເນີນຊີວິດ"

  • "ເອ​ນົກຍ່າງໄປກັບພຣະເຈົ້າ" ໝາຍເຖິງເອນົກໄດ້ດຳເນີນຊີິວິດໃກ້ສິດກັບພຣະເຈົ້າ.
  • "ການດຳເນີນໂດຍພຣະວິນຍານ " ໝາຍເຖິງການໄດ້ຮັບຄຳແນະນຳໂດຍພຣະວິນຍານບໍຣິສຸດເພື່ອໃຫ້ເຮົາເຮັດສີ່ງຕ່າງໆ ເປັນທີ່ຊອບຕໍ່ນ້ຳພຣະໄທແລະຖວາຍກຽດແດ່ພຣະເຈົ້າ.
  • "ເດີນເຂົ້າມາທາງໃນ" ຄຳສັ່ງຂອງພຣະເຈົ້າຫລືວິທີທາງຂອງພຣະເຈົ້າໝາຍເຖິງ "ດຳເນີນຊີວິດຢູ່ໃນການເຊື່ອຟັງຄຳສັ່ງຂອງພຣະອົງ" ຄື "ເຊື່ອ ຟັງຄຳສັ່ງທັງຫລາຍຂອງພຣະອົງ" ຫລື " ທຳຕາມພຣະປະສົງຂອງພຣະ ອົງ."
  • ເມື່ອພຣະເຈົ້າຊົງສັ່ງວ່າພຣະອົງຈະ "ດຳເນີນ​ຖ້າມກາງ" ຄົນຂອງພຣະອົງນັ້ນໝາຍຄວາມວ່າພຣະອົງຈະສະຖິດຢູ່ຖ້າມກາງພວກເຂົາຫລືມີຄວາມສັມພັນກັບພວກເຂົາຢ່າງໃກ້ສິດ.
  • ການ "ຍ່າງໃນທາງຕົງກັນຂ້າມ" ໝາຍເຖິງການມີຊີວິດຢູ່ຫລືການປະພືດຕົນໃນທາງທີ່ຂັດແຍ້ງຕໍ່ບາງສິ່ງບາງຢ່າງຫລືບາງຄົນ.
  • ການ "ຍ່າງຕາມ" ໝາຍເຖິງການສະແຫວງຫາຫລືຕິດຕາມຄົນບາງຄົນຫລືບາງສິ່ງບາງຢ່າງ ນອກຈາກນີ້ຍັງສາມາດໝາຍເຖິງການກະທຳໃນລັກສະນະດຽວກັນກັບຄົນອື່ນ.

ຄຳແນະນຳໃນການແປ

  • ສິ່ງດີທີ່ສຸດໃນການແປ "ຍ່າງ" ຕາມຕົວອັກສອນຈົນກວ່າຄວາມໝາຍຖືກຕ້ອງຈະເປັນທີ່ເຂົ້າໃຈໄດ້.
  • ອີກຢ່າງໜຶ່ງ ການໃຊ້ "ຍ່າງ" ໃນການປຽບທຽບ ສາມາດແປໄດ້ວ່າ

" ດຳເນີນຊີວິດຢູ່" ຫລື "ການກະທຳ" ຫລື "ປະພຶດຕາມ."

  • ຄຳທີ່ວ່າ "ຍ່າງໄປໂດຍພຣະວິນຍານ" ໝາຍຄວາມວ່າ "ດຳເນີນຊີວິດຢູ່ໃນການເຊື່ອຟັງພຣະວິນຍານບໍຣິສຸດ" ຫລື "ປະພຶດຕາມທາງທີ່ພຣະ ວິນຍານບໍຣິສຸດພໍພຣະທັຍ" ຫລື "ເຮັດສິ່ງຕ່າງໆເປັນທີ່ພໍພຣະທັຍພຣະເຈົ້າ ຕາມທີ່ພຣະວິນຍານບໍຣິສຸດຊົງນຳທ່ານ."
  • ເພື່ອ "ຍ່າງໄປຕາມພຣະບັນຊາຂອງພຣະເຈົ້າ" ໝາຍຄວາມວ່າ "ການດຳເນີນຊີວິດຕາມພຣະບັນຊາຂອງພຣະເຈົ້າ" ຫລື "ເຊື່ອຟັງຄຳສັ່ງຂອງພຣະເຈົ້າ."
  • ຖ້ອຍຄຳທີ່ວ່າ "ຍ່າງໄປກັບພຣະເຈົ້າ" ອາດໝາຍຄວາມວ່າ "ໄດ້ດຳເນີນຊີວິດທີ່ມີຄວາມສັມພັນໃກ້ສິດກັບພຣະເຈົ້າໂດຍການເຊື່ອຟັງແລະຖວາຍກຽດແດ່ພຣະອົງ.

ເດືອນໃຫມ່

ນິຍາມ

ຄຳ ວ່າ“ ເດືອນໃໝ່” ໃນພຣະຄຳພີໝາຍເຖິງເດືອນເມື່ອມັນຄ້າຍຄືກັບແສງນ້ອຍໆທີ່ມີຮູບເປັນວົງຄືເຂົາຄວາຍ. ນີ້ແມ່ນໄລຍະເລີ້ມຕົ້ນຂອງເດືອນໃນຂະນະທີ່ມັນເຄື່ອນທີ່ໃນວົງໂຄຈອນຂອງມັນອ້ອມຮອບໂລກ ໜ່ວຍໂລກ.


ຕະກ່ຽງ

ນິຍາມ

ຄຳວ່າ " ຕະກ່ຽງ " ໂດຍທົ່ວໄປໝາຍເຖິງບາງສິ່ງທີ່ໃຫ້ແສງສະຫວ່າງ ຕະກ່ຽງຕ່າງ ທີ່ໃຊ້ໃນສະໄໝພຣະຄຳພີໂດຍປົກກະຕິຈະເປັນຕະກ່ຽງນ້ຳມັນ ປະເພດຂອງຕະກ່ຽງທີ່ໃຊ້ໃນສະໄໝພຣະຄຳພິເປັນພະຫະນະນ້ອຍໆ ທີ່ບັນຈຸເຊື້ອໄຟໂດຍປົກກະຕິແມ່ນນ້ຳມັນ ທີ່ຈະໃຫ້ແສງສະຫວ່າງເມື່ອມີການຈູດໄຟ.

  • ໂດຍທົ່ວໄປຕະກ໋ຽງນໍ້າມັນມັກຈະເຮັດມາຈາກເຄື່ອງປັ້ນດິນເຜົາທຳມະດາເຕີມດ້ວຍນ້ຳມັນໝາກກອກ ພ້ອມດ້ວຍໄສ້ທຽນໃນນ້ຳມັນເພື່ອຈູດໄຟ.
  • ຕະກ່ຽງບາງດວງ ຖ້ວຍ ຫຼື ໄຫ ເຮັດເປັນລູກໄຂ່ ແລະຕອນປາຍຫນີບເພື່ອວາງຕະກ່ຽງ.
  • ຕະກ່ຽງນ້ຳມັນສາມາດຖື ຫຼື ວ່າງໄວ້ເທິງແທ່ງເພື່ອໃຫ້ແສງສະຫວ່າງສ່ອງໄປທົ່ວບ້ານ.
  • ໃນພຣະຄຳພີຕະກ່ຽງຖືກໃຊ້ໃນຄຳອຸປະມາຫຼາຍທາງວ່າເປັນສັນຍາລັກຄວາມສະຫວ່າງ ແລະ ຊີວິດ.

ຕັກກະແຕນ

ນິຍາມ

ຄຳວ່າ " ຕັກກະແຕນ " ອ້າງອີເຖິງຕັກກະແຕນທີ່ມີຂະຫນາດໃຫ່ຍທີ່ບິນໄດ້ເຊື່ງບາງເທື່ອກໍ່ບິນມາເປັນຝູງ ແລະ ທຳລາຍລ້າງກັດກິນພືດພັນທັງຫມົດຕາມເສັ້ນທາງທີ່ມັນຜ່ານ

  • ຕັກກະແຕນ ແລະ ຕັກກະແຕນສະນິດອື່ນໆ ເປັນແມງໄມ້ທີ່ມີຂະຫນາດໃຫ່ຍ ມີປີກຍາວ ມີຂໍ້ຂາຫລັງຍາວທີ່ເຮັດໃຫ້ພວກມັນໂດດເຕັ້ນໄປໄດ້ໄກ.
  • ໃນພັນທະສັນຍາເດີມ ຝູງຕັກກະແຕນ ຖືກອ້າງອີງໃນເຊີງອຸປະມາເປັນສັນຍາລັກ ຫລື ພາບຂອງການທຳລາຍລ້າງຢ່າງໃຫ່ຍຫຼວງທີ່ເປັນຜົນມາຈາກການບໍ່ເຊື່ອຟັງຂອງຄົນອິດສເອນ.
  • ພຣະເຈົ້າໄດ້ສົ່ງຝູງຕັກກະແຕນເປັນຫນຶ່ງໃນໄຟພິບັດສິບປະການຕໍ່ພວກເອຢິບ.
  • ພະສັນຍາໄຫ່ມກ່າວວ່າຕັກກະແຕນເປັນອາຫານຫລັກຂອງໂຢຮັນຜຸ້ໃຫ້ບັບຕິສະມາໃນຕອນທີ່ລາວອາໃສ່ຢູ່ໃນທະເລຊາຍ.

ຕັກ​ເຕືອນ, ໃຫ້​ສະ​ຕິ

ນິຍາມ

​ຄຳ​ວ່າ "ຕັກ​ເຕືອນ" ໝາຍ​ເຖິງ​ການ​​ເຕືອນ ຫລື​ການແນະ​ນຳ​ບາງ​ຄົນ​ຢ່າງ​ແທ້​ຈິງ.

  • ຕາມ​ປົກ​ຕິ​ແລ້ວ​ຄຳ​ວ່າ "ຕັກ​ເຕືອນ" ໝາຍ​ເຖິງ​ການ​ແນະ​ນຳ​ບາງ​ຄົນ​ບໍ່​ໃຫ້​ເຮັດ​ບາງ​ຢ່າງ.
  • ໃນ​ພ​ຣະ​ກາຍ​ຂອງ​ພ​ຣະ​ຄ​ຣິດ, ພວກ​ຜູ້​ເຊື່ອ​ຖືກ​ສອນ​ໃຫ້​ເຕືອນ​ສະ​ຕິ​ຊຶ່ງ​ກັນ​ແລະ​ກັນ​ເພື່ອ​ຫລີກ​ເວັ້ນ​ຄວາມ​ບາບ​ແລະ​ໃຫ້​ໃຊ້​ຊີ​ວິດ​ຢ່າງ​ບໍ​ຣິ​ສຸດ.
  • ຄຳ​ວ່າ "ຕັກ​ເຕືອນ" ອາດ​ຈະ​ແປ​ວ່າ "ການ​ໜູນ​ໃຈ​ບໍ່​ໃຫ້​ເຮັດ​ບາບ" ຫລື "ເຕືອນ​ບາງ​ຄົນ​ບໍ່​ໃຫ້​ເຮັດ​ບາບ."

ຕັດອອກ

ນິຍາມ

ຄຳເວົ້າທີ່ວ່າ "ຖືກຕັດອອກ"ເປັນການສະແດງອອກທີ່ໝາຍເຖິງ ການໄດ້ຮັບການຍົກເວັ້ນ ເນຣະເທດ ຫຼືແຍກອອກຈາກກຸ່ມຫຼັກ ນອກຈາກນີ້ ຍັງສາມາດອ້າງເຖິງການຖືກຂ້າຕາຍວ່າເປັນ ການພິພາກສາຂອງພຣະເຈົ້າສຳຫຼັບຄວາມບາບ.

  • ໃນພັນທະສັນຍາເດີມ ການບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າທຳໃຫ້ຖືກຕັດຂາດຫຼືຖືກແຍກອອກຈາກປະຊາຊົນຂອງພຣະເຈົ້າແລະຈາກພຣະພັກຂອງພຣະເຈົ້າ.
  • ພຣະເຈົ້າຍັງໄດ້ກ່າວວ່າ ພຣະອົງຈະ"ຕັດຂາດຫຼືທຳລາຍປະເທດທີ່ບໍ່ແມ່ນປະເທດອິດສະຣາເອນເພາະພວກເຂົາບໍ່ໄດ້ນະມັດສະການ ຫຼື ເຊື່ອຟັງພຣະອົງແລະເປັນສັດຕູຂອງອິດສະຣາເອນ.
  • ສຳນວນ " ຖືກຕັດອອກ " ຍັງໃຊ້ເພື່ອອ້າງເຖິງພຣະເຈົ້າ ເຮັດໃຫ້ແມ່ນ້ຳຢຸດໄຫຼ.

ຄຳແນະນຳໃນການແປ

  • ສຳນວນ"ຖືກຕັດອອກ" ອາດແປວ່າ "ຖືກເນຣະເທດ" ຫຼື "ຖືກສົ່ງອອກໄປ" ຫຼື ຖືກແຍກອອກຈາກ" ຫຼື "ຖືກຂ້າ"

ຫຼື "ຖືກທຳລາຍ".

  • "ຕັດອອກ"ອາດແປວ່າ "ທຳລາຍ"ຫຼື "ສົ່ງອອກໄປ" ຫຼື "ແຍກອອກ" ຫຼື "ທຳລາຍ" ທັງນີ້ຂຶ້ນຢູ່ກັບສະພາບການນັ້ນໆ.
  • ໃນກໍລະນີໃນການໄຫຼຂອງນ້ຳຖືກຕັດອອກໄປ ສິ່ງນີ້ແປໄດ້ວ່າ

"ຖືກຢຸດ" ຫຼື "ເປັນເຫດໃຫ້ເກີດການຢຸດໄຫຼ"ຫຼື " ຖືກແ່ບງ"

  • ຄວາມໝາຍຕົວອັກສອນຂອງການຕັດບາງສິ່ງດ້ວຍມີດຄວນຈະແຕກຕ່າງຈາກການໃຊ້ເປັນທຳນອງການປຽບທຽບຂອງຄຳເຫຼົ່ານີ້.

ຕັນຫາ

ນິຍາມ

ຕັນຫາເປັນຄວາມຕ້ອງການຢ່າງຮຸ່ນແຮງ ໂດຍທົ່ວໄປຢູ່ໃນສະພາບການຂອງຄວາມຕ້ອງການບາງສິ່ງທີ່ເປັນບາບ ຫຼື ຜິດສິນລະທຳ

  • ໃນພຣະຄຳພີ ຄຳວ່າ " ຕັນຫາ " ມັກຈະອ້າງເຖີງຄວາມປາດຖະນາທາງເພດກັບໃຜບາງຄົນທີ່ບໍ່ແມ່ນຄູ່ສາມີຂອງຕົນເອງ
  • ບາງຄັ້ງຄຳນີ້ຖືກໃຊ້ໃນປະໂຫຍກໃນເຊີງອຸບປະມາເພື່ອອ້າງເຖີງການນະມັດສະການຮູບເຄົາລົບ
  • ຂຶ້ນຢູ່ກັບສະພາບການ " ຕັນຫາ " ສາມາດແປວ່າ " ຄວາມປາດຖະນາທີ່ຜິດ " ຫຼື " ຄວາມປາດຖະນະຢ່າງຮຸ່ນແຮງ " ຫຼື " ຄວາມປາດຖະນາທາງເພດທີ່ຜິດ " ຫຼື " ຄວາມປາດຖະນາຢ່າງຮຸ່ນແຮງທີ່ຈະເຮັດຜິດສິນທຳ" ຫຼື " ຄວາມປາດຖະນາຢ່າງຮຸ່ນແຮງທີ່ຈະເຮັດບາບ"
  • ວະລີ " ມີຕັນຫາພາຍຫລັງ " ສາມາດແປວ່າ " ຄວາມປາດຖະນາຢ່າງຜິດຽ " ຫຼື " ຄິດຢ່າງຜິດສິນທຳກ່ຽວກັບ" ຫຼື " ຄວາມປາດຖະນາຢ່າງຜິດສິນທຳ "

( ເບີ່ງເພີມເຕີມ: adultery · idol)


ຕາມທີ່ຂຽນໄວ້

ນິຍາມ

ຖ້ອຍຄຳທີ່ວ່າ "ຕາມທີ່ຂຽນໄວ້" ຫຼື "ສິ່ງທີ່ຂຽນຂຶ້ນ" ເກີດຂຶ້ນຢູ່ເລື້ອຍໆໃນພັນທະສັນຍາໃໝ່ແລະໂດຍປົກກະຕິໄດ້ໝາຍເຖິງຂໍ້ຄຳສັ່ງຕ່າງໆ ຫຼືຄຳທຳນວາຍຕ່າງໆ ທີ່ໄດ້ຂຽນຂຶ້ນໃນພຣະຄຳພີເປັນພາສາເຮັບເຣີ.

  • ໃນບາງຄັ້ງ "ຕາມທີ່ຂຽນໄວ້" ນັ້ນໝາຍເຖິງສິ່ງທີ່ຂຽນໄວ້ໃນພຣະບັນ ຍັດຂອງໂມເຊ.
  • ໃນໂອກາດອື່ນໆ ກໍມີຂໍ້ຄວາມທີ່ໝາຍເຖິງສິ່ງທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້ໃນພັນທະສັນຍາເດີມ.
  • ນີ້ແມ່ນຖ້ອຍຄຳທີ່ແປວ່າ "ຕາມທີ່ຂຽນໄວ້ໃນພຣະບັນຍັດຂອງໂມເຊ" ຫຼື "ຕາມທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້ແລ້ວນັ້ນ" ຫຼື "ສິ່ງທີ່ກ່າວໄວ້ໃນກົດພຣະບັນຍັດຂອງພຣະເຈົ້າທີ່ໂມເຊໄດ້ຂຽນໄວ້ໃນພຣະຄຳພີເດີມ."
  • ມີອີກທາງເລືອກໜຶ່ງຄືການຄົງໄວ້ "ຕາມທີ່ຂຽນໄວ້ " ແລະໃຫ້ເພື່ອເປັນການອະທິບາຍເຖິງຄວາມໝາຍນີ້.

ຕຳ ນິ

ນິຍາມ

ການຕຳນິຕິຕຽນຜູ້ໃດຜູ້ ໜຶ່ງ ໝາຍ ເຖິງການວິພາກວິຈານຫຼືບໍ່ພໍໃຈຕໍ່ຄຸນລັກສະນະຫຼືການປະພຶດຂອງຄົນນັ້ນ. ຄຳຕຳນິແມ່ນ ຄຳເຫັນທີ່ບໍ່ດີກ່ຽວກັບບຸກຄົນ.

  • ການເວົ້າວ່າຄົນຜູ້ໜຶ່ງແມ່ນ "ເໜືອ ຄຳ ຕຳ ນິ" ຫລື "ນອກຄຳ ຕຳນິ" ຫລື "ໂດຍບໍ່ມີຄຳຕຳນິ" ໝາຍຄວາມວ່າບຸກຄົນນີ້ປະພຶດຕົນໃນແບບທີ່ເຄົາລົບພຣະເຈົ້າແລະບໍ່ມີສິ່ງໃດທີ່ເວົ້າໄດ້ໃນການ ຕຳ ນິຕິຕຽນລາວ.
  • ຄຳວ່າ“ ຄຳຕຳນິ” ຍັງສາມາດແປເປັນ“ ການກ່າວຫາ” ຫລື“ ຄວາມອັບອາຍ” ຫລື“ ຄວາມ ໜ້າກຽດຊັງ”.
  • "ການຕຳນິ" ກໍ່ສາມາດຖືກແປເປັນ "ການຕຳນິ" ຫລື "ກ່າວຫາ" ຫລື "ວິພາກວິຈານ", ຂື້ນຢູ່ກັບບໍລິບົດ.

ຕີຄວາມ, ການຕີຄວາມ

ນິຍາມ

ຄຳວ່າ "ຕີຄວາມ" ແລະ "ການຕີຄວາມ" ອ້າງເຖີງການເຂົ້າໃຈແລະການອະທິບາຍຄວາມໝາຍຂອງບາງສິ່ງທີ່ບໍ່ຊັດເຈນ

  • ຫລາຍຄັ້ງໃນພຣະຄຳພີ ຄຳເຫລົ່ານີ້ຖືກໃຊ້ກ່ຽວເນື່ອງກັບການອະທິບາຍຄວາມໝາຍຂອງຄວາມຝັນຫຼືນິມຶດ
  • ເມື່ອກະສັດບາ​ບີໂລນໄດ້ຝັນເຖຶງສິ່ງທີ່ຊັບຊ້ອນ ພຣະເຈົ້າຊົງຊ່ອຍໃຫ້ດານິເອນເຂົ້າໃຈແລະອະທິບາຍຕີຄວາມໝາຍຂອງຄວາມຝັນເຫລົ່ານັ້ນ
  • ຄຳວ່າ "ການຕີຄວາມ" ຂອງຄວາມຝັນ​ຄື "ການອະທິບາຍ" ຄວາມໝາຍຂອງຄວາມຝັນ
  • ໃນພຣະຄຳ​ພີເດີມພຣະເຈົ້າຈະຊົງສຳແດງແກ່ຜູ້ຄົນວ່າຈະເ​ກີດສຶ່ງໃດຂື້ນໃນອານາຄົດ ດັ່ງນັ້ນການຕີຄວາມຂອງຄວາມຝັນເຫລົ່ານັ້ນກໍ່ໄປຄຳພຣະຍາກອນ
  • ຄຳວ່າ "ຕີຄວາມ" ສາມາດໃຊ້ຄາດຄະເນຄວາມໝາຍຂອງ​ສິ່ງອື່ນເຊັ່ນຄາດຄະເນວ່າອາກາດຈະເປັນຢ່າງໃດໂດຍໃຊ້ຂໍ້ມູນຈາກຄວາມຮ້ອນຫຼືຄວາມໜາວມີລົມແຮງຫຼືມີເມກຢ່າງໃດຢ່າງໜື່ງ
  • ວຶທີແປຄຳວ່າ "ຕີຄວາມ" ສາມາດລວມ "ຄາດຄະເນຄວາມໝາຍຂອງ" ຫຼື "ອະທຶບາຍ" ຫຼື "ໃຫ້ຄວາມໝາຍຂອງ"
  • ຄຳວ່າ "ການຕີຄວາມໝາຍຂອງ"ສາມາດແປວ່າ "ຄຳອະ​ທິບາຍ" ຫຼື"ຄວາມໝາຍ"

ຕົ້ນກົກ, ເຫຼົ່າຕົ້ນກົກ

ນິຍາມ

ຄຳວ່າ“ ຕົ້ນກົກ” ໝາຍ ເຖິງຕົ້ນໄມ້ທີ່ມີກ້ານຍາວທີ່ເຕີບໃຫຍ່ຢູ່ໃນນ້ຳ,ໂດຍປົກກະຕິແມ່ນລຽບຕາມແຄມແມ່ນ້ຳ ຫຼືສາຍນ້ຳ.

  • ຕົ້ນກົກທີ່ເກີດຢູ່ໃນແມ່ນ້ຳໄຫລບ່ອນທີ່ໂມເຊຖືກເຊື່ອງຊ້ອນໃນຕອນຍັງເປັນເດັກນ້ອຍກໍ່ຖືກເອີ້ນວ່າ "ຕົ້ນແຝກ". ຕົ້ນແຝກຈະສູງ, ກ້ານໃບເປັນຮູທີ່ເຕີບໃຫຍ່ເປັນກຸ່ມໜາໃນນ້ຳໃນແມ່ນ້ຳ.
  • ພືດທີ່ເປັນເສັ້ນໃຍເຫລົ່ານີ້ໄດ້ຖືກນຳໃຊ້ໃນປະເທດເອຢິບບູຮານສຳລັບເຮັດເຈ້ຍ, ກະຕ່າ, ແລະເຮືອ.
  • ກ້ານຂອງຕົ້ນແຝກ ແມ່ນມີຄວາມຍືດຫຍຸ່ນແລະຖືກລົມພັດງ່າຍ.

ຕົ້ນເຂົ້າບາເລ

ນິຍາມ

ເຂົ້າບາເລເປັນເຂົ້າປະເພດໜຶ່ງທີ່ປະຊາຊົນປູກເພື່ອເປັນອາຫານ ເມື່ອພຣະຄຳພີເວົ້າເຖິງ "ເຂົ້າ" ຫຼື "ເມັດ" ບາງຄັ້ງກໍກຳລັງເວົ້າເຖິງເຂົ້າບາເລຫຼືເມັດເຂົ້າບາເລ.

  • ເມັດເຂົ້າບາເລຫລືເຂົ້າອອກຮວງຂຶ້ນທີ່ປາຍຂອງຕົ້ນເຂົ້າບາເລ.
  • ຫຼັງຈາກການເກັບກ່ຽວເຂົ້າບາເລ ເມັດຈະຖືກແຍກອອກຈາກຮວງໂດຍການຍີເມັດອອກ ຕົ້ນຂອງເຂົ້າບາເລເອີ້ນວ່າ "ເຟືອງ" ແລະມັດວາງໄວ້ພື້ນເພື່ອໃຫ້ສັດທັງຫຼາຍເປັນບ່ອນນອນ.
  • ຫຼັງຈາກຍີເມັດອອກແລ້ວ ເມັດລີບທີ່ຢູ່ອ້ອມຮອບເມັດຕື່ງຈະຖືກແຍກອອກໂດຍການຝັດຫຼືຮ່ອນອອກແລະຖິ້ມໄປ.
  • ປະຊາຊົນໄດ້ບົດເຂົ້າບາເລໃຫ້ເປັນແປ້ງ ແລະໃຊ້ເຂົ້າບາເລເຮັດເປັນເຂົ້າໜົມປັງ.

ຕົ້ນປາມ

ນິຍາມ

ຄຳວ່າ "ປາມ" ອ້າງເຖີງຕົ້ນໄມ້ສູງເຊີ່ງໃບມີລັກສະນະຫ່ຽວຍາວແລະອ່ອນ ເຊິ່ງສ່ວນໃບຈະຂື້ນໃນຍອດຕົ້ນຂອງມັນມີລັກສະນະຄືໃບພັດ.

  • ຕົ້ນປາມໃນພຣະຄັມພີໂດຍທົ່ວໄປແລ້ວອ້າງເຖີງຕົ້ນປາມຊະນິດໜື່ງເຊີ່ງອອກລູກເປັນ "ໝາກອິນທະຜາລຳ" ສ່ວນໃບແລະກ້ານມີລັກສະນະຄືກັບຂົນນົກ.
  • ຕົ້ນປາມໂດຍທົ່ວໄປແລ້ວຈະເຕີບໂຕໃນພື້ນທີ່ ໆມີລັກສະນະອາກາດຮ້ອນຊຸ່ມ ສ່ວນໃບຈະຂຽວຕະຫຼອດທັງປີ.

ເມື່ອພຣະເຢຊູສະເດັດເຂົ້າສູ່ກຸງເຢຣູຊາເລັມເທີ່ງຫຼັງຄາ,ປະຊາຊົນໄດ້ປູໃບປາມລົງທີ່ພື້ນຕໍ່ແຖວໃບປາມຕໍ່ພຣະພັກພຣະອົງ.

  • ກ້ານປາມເປັນສັນຍາລັກແຫ່ງສັນຕິພາບແລະການສະເຫລີມສະຫລອງໄຊຊະນະ.

ຕົ້ນແປກ

ນິຍາມ

ຄຳວ່າ "ຕົ້ນແປກ" ກ່າວເຖິງປະເພດຂອງຕົ້ນໄມ້ທີ່ມີສີຂຽວຕະຫລອດທັງປີແລະຕົ້ນໄມ້ທີ່ມີໝາກຮູບຈວຍແລະມີເມັດຢູ່ຂ້າງໃນ.

  • ຕົ້ນແປກຍັງກ່າວເຖິງຕົ້ນໄມ້ທີ່ "ຂຽວຕະຫລອດ"
  • ໃນສະໄໝບູຮານ, ໄມ້ຂອງຕົ້ນແປກໄດ້ຖືກໃຊ້ສຳລັບເຮັດເຄື່ອງດົນຕຣີແລະເປັນໂຄງສ້າງສຳລັບສິ່ງກໍ່ສ້າງ ເຊັ່ນ ເຮືອ, ເຮືອນ, ແລະວິຫານ.
  • ຕົວຢ່າງ ຕົ້ນແປກທີ່ກ່າວໃນພຣະຄໍາພີຄື ຕົ້ນແປກ, ຕົ້ນແປກຊີດາ, ຕົ້ນແປກສາມໃບ, ແລະຕົ້ນຈູນີເປີ.

ຕົ້ນໂອ໊ກ, ຕົ້ນໝາກກໍ່

ນິຍາມ

ຕົ້ນ ໂອ໊ກ ຫລືຕົ້ນໝາກກໍ່ ,ເປັນຕົ້ນໄມ້ ສູງທີ່ໃຫ້ຮົ່ມເງົາ ມີລໍາຕົ້ນທີ່ໃຫຍ່ ແລະກິ່ງງ່າ ທີ່ແຜ່ຂະຫຍາຍອອກ.

  • ຕົ້ນໂອ໊ກ ມີເນື້ອໄມ້ທີ່ແຂງ, ເຊິ່ງນໍາໄປໃຊ້ໃນການສ້າງເຮືອ ແລະຄາດ ສໍາລັບເຮັດສວນ ແອກງົວ ຫລືໄມ້ເທົ້າຄໍ້າຊູ ສໍາັຫລບຜູ້ສູງອາຍຸ.
  • ເມັດພືດຂອງຕົ້ນໂອ໊ກ ເອີ້ນວ່າ ຜົນຕົ້ນໂອ໊ກ.
  • ຂະໜາດ ລໍາຕົ້ນຂອງຕົ້ນໂອ໊ກ ບາງຕົ້ນມີຄວາມກວ້າງເຖິງ 6 ແມັດ.
  • ຕົ້ນໂອ໊ກ ຄືສັນຍາລັກຂອງການມີຊີວິດ ທີ່ຍືນຍາວ ແລະມີຄວາມໝາຍ ອື່ນໆຝ່າຍຈິດວິນຍານ. ໃນພຣະຄັມພີ, ຕົ້ນໂອ໊ກຈະກ່ຽວກັບສະຖານທີ່ບໍຣິສຸດ.

ຄໍາແນະນໍາໃນການແປ

  • ສະບັບແປ ຫລາຍສະບັບ ຈະໃຊ້ຄໍາວ່າ "ຕົ້ນໂອ໊ກ" ຫລາຍກວ່າ "ໂອ໊ກ."
  • ຫາກຕົ້ນໂອ໊ກ ບໍ່ເປັນທີ່ຮູ້ຈັກ ໃນວັດທະນະທັມ ຂອງພາສາທີ່ ຈະໃຊ້ແປ ສາມາດແປວ່າ "ຕົ້ນໂອ໊ກ ເຊິ່ງເປັນຕົ້ນໄມ້ທີ່ໃຫ້ຮົ່ມເງົາຂະໜາດໃຫຍ່ຄືກັບ..." ແລ້ວໃຫ້ບອກຊື່ ຕົ້ນໄມ້ທ້ອງຖິ່ນ ທີ່ມີລັກສະນະຄ້າຍກັນ.
  • ເບິ່ງເພີ່ມເຕີມ : [How to Translate Unknowns]

ຕົວສັ່ນ

ນິຍາມ

ຄຳວ່າ "ຕົວສັ່ນ" ໝາຍເຖິງການສັ່ນຫລືຕົວສັ່ນຈາກຄວາມຢ້ານຫລືຄວາມທຸກທໍລະມານຫລາຍ.

  • ຄຳນີ້ຖືກໃຊ້ໃຫ້ເຫັນພາບທີ່ໝາຍເຖິງ "ຢ້ານຫລາຍ."
  • ບາງເທື່ອຄຳວ່າ "ສັ່ນສະເທືອນ" ອ້າງເຖິງສຽງສັ່ນຂອງພື້ນດິນເພາະເກີດຈາກສຽງດັງຫລາຍ.
  • ພຣະຄໍາພີກ່າວວ່າ ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ ແຜ່ນດິນໂລກຈະສັ່ນສະເທືອນ. ນັ້ນສາມາດໝາຍຄວາມວ່າຜູ້ຄົນໃນແຜ່ນດິນໂລກຈະສັ່ນຢ້ານພຣະເຈົ້າ ຫລື ແຜ່ນດິນໂລກຈະສັ່ນເອງ.
  • ນີ້ສາມາດແປວ່າ "ຢ້ານ" ຫລື "ຢໍາເກງພຣະເຈົ້າ" ຫລື "ສັ່ນສະເທືອນ," ຂຶ້ນຢູ່ກັບບໍລິບົດ.

ເຕັນ

ນິຍາມ

ເຕັນເປັນທີ່ພັກພາອາໃສ່ທີເຮັດມາຈາກຜ້າກະສອບທີ່ທົນທານເຊິ່ງຖືກຄຸມໄວ້ທົ່ວໂຄ່ງສ້າງຂອງເສົາແລະຍຶດຕິດກັບພວກມັນ.

  • ເຕັນສາມາດມີຂະນາດນ້ອຍ ທີ່ມີພື້ນທີ່ໃຊ້ສຳຫລັບສອງຄົນໄດ້ນອນຫລັບ, ຫຼືອາດຈະໃຫຍ່ຫລາຍເພື່ອໃຊ້ສຳຫລັບການພັກຜ່ອນຫລັບນອນຂອງຄົນໃນຄອບຄົວ, ເຮັດອາຫານແລະຢູ່ອາໄສ.
  • ສໍາລັບປະຊາຊົນຈໍານວນຫຼາຍ, ຜ້າເຕັນຖືກນໍາໃຊ້ເປັນສະຖານທີ່ທີ່ຢູ່ອາໄສຖາວອນ. ຍົກຕົວຢ່າງ, ໃນຊ່ວງເວລາສ່ວນໃຫຍ່ທີ່ຄອບຄົວຂອງອັບຣາຮາມອາໄສຢູ່ໃນແຜ່ນດິນການາອານ, ພວກເຂົາອາໄສຢູ່ໃນເຕັນໃຫຍ່ໆທີ່ເຮັດດ້ວຍຜ້າ ໜາໆ ທີ່ເຮັດດ້ວຍຂົນແບ້.
  • ຊາວອິດສະລາແອນຍັງອາໄສຢູ່ໃນເຕັນໃນລະຫວ່າງການຍ່າງປະມານສີ່ສິບປີຜ່ານທະເລຊາຍ ຊີນາຍ.
  • ອາຄານຫໍເຕັນແມ່ນປະເພດຂອງເຕັນໃຫຍ່ຫລາຍ, ມີຝາ ໜາ ເຮັດດ້ວຍຜ້າມ່ານ.
  • ເມື່ອອັກຄະສາວົກໂປໂລເດີນທາງໄປເມືອງຕ່າງໆເພື່ອແບ່ງປັນຂ່າວປະເສີດ, ລາວໄດ້ສ້າງກະໂຈມເພື່ອຫາເງິນເພື່ອລ້ຽງດູຕົນເອງ.
  • ຄຳວ່າ“ ເຕັນ” ບາງຄັ້ງໃຊ້ໃນຮູບປຽບທຽບໂດຍທົ່ວໄປເພື່ອເວົ້າເຖິງບ່ອນທີ່ປະຊາຊົນອາໄສຢູ່. ນີ້ຍັງສາມາດຖືກແປເປັນ "ເຮືອນ" ຫຼື "ທີ່ຢູ່ອາໃສ" ຫຼື "ເຮືອນ."

(ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-synecdoche)


ເຕັນປະຊຸມ

ນິຍາມ

ຄຳວ່າ“ເຕັນປະຊຸມ” ໝາຍເຖິງຫໍເຕັນເຊິ່ງເປັນສະຖານທີ່ຊົ່ວຄາວທີ່ພຣະເຈົ້າພົບກັບໂມເຊກ່ອນທີ່ຫໍເຕັນຈະຖືກສ້າງຂຶ້ນ.

  • ເຕັນປະຊຸມໄດ້ຖືກຈັດຕັ້ງຢູ່ນອກຄ້າຍຂອງຊາວອິດສະລາເອນ.
  • ເມື່ອໂມເຊໄດ້ໄປທີ່ຫໍເຕັນເພື່ອເຂົ້າເຝົ້າພຣະເເຈົ້າ, ເສົາເມກຈະປະກົດຢູ່ໜ້າເຕັນ ສະແດງໃຫ້ເຫັນເຖືງການປະທັບຂອງພຣະເຈົ້າ.
  • ຫລັງຈາກທີ່ຄົນອຶດສະຣາເອນໄດ້ສ້າງຫໍເຕັນຂື້ນ ເຕັນຊົ່ວຄາວກໍ່ບໍ່ຈຳເປັນອີກຕໍ່ໄປ "ເຕັນປະຊຸມ" ໃນບາງຢ່າງກໍ່ອ້າງເຖຶງຫໍເຕັນ.

ເຕັມດ້ວຍຣິດເດດ, ຣິດທານຸພາບ

ນິຍາມ

ຄຳວ່າ "ເຕັມດ້ວຍຣິດເດດ" ແລະ "ຣິດທານຸພາບ" ບົ່ງບອກເຖິງການມີພະລັງ ຫລືມີອຳນາດຍິ່ງໃຫຍ່.

  • ມີຫລາຍເທື່ອທີ່ຄຳວ່າ "ຣິດທານຸພາບ" ແມ່ນໃຊ້ຄຳອື່ນ ຄືຄຳວ່າ "ກຳລັງ." ແຕ່ຕອນໃດທີ່ເວົ້າກ່ຽວກັບພຣະເຈົ້າ, ມັນສາມາດແປວ່າ "ພະລັງ."
  • ຄຳເວົ້າ, "ພວກຜູ້ຊາຍທີ່ມີຣິດເດດ" ສ່ວນຫລາຍມັກບົ່ງບອກເຖິງພວກຜູ້ຊາຍທີ່ມີຄວາມກ້າຫານ ແລະມີໄຊຊະນະໃນການຕໍ່ສູ້. ໃນວົງດົນຕຣີຂອງດາວິດ ມີຜູ້ຊາຍຫລາຍຄົນທີ່ມີທັງຄວາມສັດຊື່ ແລະ ຊ່ວຍຄຸ້ມຄອງຮັກສາລາວ ເຊິ່ງຈະເອີ້ນຄົນເຫລົ່ານັ້ນວ່າແມ່ນ "ຜູ້ຊາຍທີ່ມີຣິດເດດ."
  • ເຊັ່ນດຽວກັນ ພຣະເຈົ້າ ຄືຜູ້ທີ່ຖືກບົ່ງບອກໄວ້ຢ່າງຊັດເຈນວ່າ "ເປັນອົງຜູ້ຊົງຣິດເດດ."
  • ຄຳເວົ້າ, ກິດຈະການທີ່ເຕັມດ້ວຍຣິດທານຸພາບ ຕາມປົກກະຕິຈະບົ່ງບອກເຖິງສິ່ງມະຫັດສະຈັນຕ່າງໆ ທີ່ພຣະເຈົ້າຊົງກະທຳ, ໂດຍສະເພາະເລື່ອງການອັດສະຈັນຕ່າງໆ.
  • ຄຳນີ້ ເຊື່ອມໂຍງກັບຄຳວ່າ, ຜູ້ຊົງຣິດທານຸພາບສູງສຸດ, ເຊິ່ງເປັນຄຳທີ່ໃຊ້ອະທິບາຍສຳລັບພຣະເຈົ້າ, ມີຄວາມໝາຍວ່າ ພຣະອົງ ຄືຜູ້ທີ່ມີຣິດອຳນາດຄົບຖ້ວນສົມບູນ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບເນື້ອໃນຂອງເລື່ອງ, ຄຳວ່າ "ເຕັມດ້ວຍຣິດເດດ" ສາມາດແປໄດ້ອີກວ່າ "ເຕັມດ້ວຍອຳນາດ" ຫລື "ມະຫັດສະຈັນ" ຫລື "ມີກຳລັງຫລາຍ."
  • ປະໂຫຍກ "ຣິດທານຸພາບຂອງພຣະອົງ" ສາມາດແປໄດ້ອີກວ່າ "ກຳລັງຂອງພຣະອົງ" ຫລື "ອຳນາດຂອງພຣະອົງ."
  • ໃນພຣະທຳກິດຈະການ ບົດທີ 7, ໄດ້ບັນລະຍາຍເຖິງໂມເຊວ່າ "ທັງຄຳເວົ້າແລະການກະທຳເຕັມດ້ວຍຣິດເດດ." ນີ້ກໍສາມາດແປໄດ້ວ່າ, "ໂມເຊໄດ້ເວົ້າຖ້ອຍຄຳທີ່ມີຣິດອຳນາດຈາກພຣະເຈົ້າ ແລະ ໄດ້ເຮັດສິ່ງຕ່າງໆ ທີ່ມະຫັດສະຈັນ" ຫລື "ໂມເຊໄດ້ເວົ້າຖ້ອຍຄຳທີ່ມີພະລັງຂອງພຣະເຈົ້າ ແລະ ໄດ້ເຮັດສິ່ງທີ່ອັດສະຈັນຕ່າງໆ."
  • ຂຶ້ນຢູ່ກັບເນື້ອໃນຂອງເລື່ອງ, "ກິດຈະການທີ່ເຕັມດ້ວຍຣິດທານຸພາບ" ສາມາດແປໄດ້ອີກວ່າ, "ທຸກສິ່ງທີ່ມະຫັດສະຈັນນັ້ນ ແມ່ນພຣະເຈົ້າເປັນຜູ້ກະທຳ" ຫລື "ສິ່ງມະຫັດສະຈັນຕ່າງໆ" ຫລື "ພຣະເຈົ້າກະທຳທຸກສິ່ງດ້ວຍຣິດອຳນາດ."
  • ຄຳວ່າ "ຣິດທານຸພາບ" ສາມາດແປໄດ້ອີກວ່າ "ອຳນາດ" ຫລື "ພະລັງຍິ່ງໃຫຍ່."
  • ຢ່າສັບສົນຄຳນີ້ກັບຄຳໃນພາສາອັງກິດ ທີ່ຖືກໃຊ້ເພື່ອສະແດງຄວາມເປັນໄປໄດ້, ເຊັ່ນ "ຝົນມັນອາດຈະຕົກ."

ເຕົາ, ເຕົາອົບ

ນິຍາມ

ເຕົາຄືທີ່ອົບຂະໜາດໃຫຍ່ໃຊ້ສຳລັບການເຮັດໃຫ້ສິ່ງຂອງຮ້ອນ ດ້ວຍອຸນນະພູມທີ່ມີຄວາມຮ້ອນສູງ.

  • ໃນສະໄໝບູຮານ, ເຕົາອົບສ່ວນຫລາຍເອົາໄວ້ໃຊ້ຫລອມໂລຫະເພື່ອເຮັດສິ່ງຂອງເຊັ່ນ ໝໍ້ທຳອາຫານ, ເຄື່ອງປະດັບ, ອາວຸດ, ແລະຮູບເຄົາລົບ.
  • ເຕົາອົບຍັງເອົາໄວ້ໃຊ້ສຳລັບການເຮັດເຄື່ອງປັ້ນດິນເຜົາ.
  • ບາງຄັ້ງເຕົາອົບກໍເອົາໄວ້ໃຊ້ອ້າງປຽບທຽບເພື່ອອະທິບາຍເຖິງບາງສິ່ງທີ່ຮ້ອນແຮງຫລາຍໆ.

ແຕ່ງຕັ້ງ, ສະຖາປະນາ

ນິຍາມ

ການແຕ່ງຕັ້ງ ຫລືສະຖາປະນາບຸກຄົນ ຫມາຍເຖິງການແຕ່ງຕັ້ງບຸກຄົນ ເພື່ອພາລະກິດ ຫລືບົດບາດພິເສດ. ຍັງໝາຍເຖິງການບັນຍັດກົດເກນ ຫລືຄໍາສັ່ງ ຢ່າງເປັນທາງການອີກດ້ວຍ.

  • ຫລາຍເທື່ອຄຳວ່າ "ແຕ່ງຕັ້ງ, ສະຖາປະນາ" ອ້າງເຖິງການແຕ່ງຕັ້ງ ຢ່າງເປັນທາງການບາງຄົນ ໃຫ້ເປັນປະໂລຫິດ, ສາສນາຈານ, ຫລືອາຈານ.
  • ຍົກຕົວຢ່າງເຊັ່ນຄຳວ່າ, ພຣະເຈົ້າ ຊົງແຕ່ງຕັ້ງ ອາໂຣນແລະ ລູກຫລານຂອງອາໂຣນ ໃຫ້ເປັນພວກປະໂລຫິດ.
  • ຍັງສາມາດແປໄດ້ ສ້າງ ຫລືສະຖາປະນາບາງສິ່ງ, ເຊັ່ນ: ການລ້ຽງສະຫລອງ ທາງສາສນາ ຫລື ພັນທະສັນຍາ.
  • ຂຶ້ນຢູ່ກັບບໍຣິບົດ, "ແຕ່ງຕັ້ງ, ສະຖາປະນາ" ສາມາດແປໄດ້ວ່າ "ມອບໝາຍຫນ້າທີ່" ຫລື "ແຕ່ງຕັ້ງໃຫ້ເປັນ" ຫລື "ອອກຄຳສັ່ງ" ຫລື "ຕັ້ງກົດເກນ" ຫລື "ສະຖາປະນາ."

ໂຕອູດ

ນິຍາມ

​ໂຕອູດ ແມ່ນ​ສັດ​ໂຕ​ໃຫຍ່​ໂຕ​ໜຶ່ງ, ​ທີ່​ມີ​ສີ່​ຂາ ທີ່​ມີໜອກ​ສອງ​ໜອກ​ທາງ​ຫລັງ​ຂອງ​ມັນ.


ຖວາຍ ຫລື​ການ​ຖວາຍ

ນິຍາມ

​ການ​ ຖວາຍ ​ຄື​ ການ​ແຍກ ຫລື​ການ​ກະ​ທຳ ​ບາງ​ຢ່າງ​ເພື​ອ່​ຈຸດ​ປະ​ສົງ ​ຫລື​ ໜ້າ​ທີ່​ພິ​ເສດ.

  • ດາ​ວິດ ​ໄດ້​ຖວາຍ​ ທອງ​ຄຳ ​ແລະ ​ເງີນ ​ຂອງ​ພ​ຣະ​ອົງ​ແດ່​ພ​ຣະ​ເຈົ້າ.
  • ຫລາຍ​ເທື່ອ​ຄຳ​ວ່າ " ການ​ຖວາຍ" ອ້າງ​ເຖີງ ວຽກ​ ຫລື​ ພິ​ທີ​ການ​ທີ່​ເປັນ​ທາງ​ກາ​ນ ​ເພື່ອ​ແຍກ​ສິ່ງ​ຂອງ​ ບາງ​ຢ່າງ​ອອກ​ເປັນ​ພິ​ເສດ.
  • ການ​ ຖວາຍ​ແທ່ນ​ບູ​ຊາ​ ລວມ​ເຖີງ​ການ​ບູ​ຊາ ​ແດ່​ພ​ຣະ​ເຈົ້າ.
  • ເນ​ເຮ​ມີ​ຢາ ນຳ​ຊາວ​ອິ​ສະ​ຣາ​ເອນ​ ໃນ​ການ​ຖວາຍ​ກຳ​ແພງ​ ຂອງ​ກຸງ​ເຢ​ຣູ​ຊາ​ເລມ​ ທີ່​ສ້ອມ​ແຊມ​ແລ້ວ ດ້ວຍ​ການ​ຟື້ນ​ຟູ​ສັນ​ຍາ​ ທີ່​ຈະ​ໄດ້​ໃຊ້ ​ສະ​ເພາະ ​ພ​ຣະ​ເຈົ້າ​ຢາ​ເວ​ ແລະ​ ດູ​ແລ​ນະ​ຄອນ​ຂອງ​ພ​ຣະ​ອົງ, ເຫດ​ການນີ້ ​ລວມ​ເຖີງ​ ການ​ຖວາຍ​ຂອບ​ຄຸນ ​ພ​ຣະ​ເຈົ້າ ດ້ວຍ​ເຄື່ອງ​ດົນ​ຕີ ​ແລະ ​ການ​ຮ້ອງ​ເພງ.
  • ຄຳ​ວ່າ " ມອບ​ຖວາຍ" ອາ​ດ​ແປ​ວ່າ " ມອບ​ຫມາຍ​ໜ້າ​ທີ່ ​ເພື່ອ​ວັດ​ຖຸ​ປະ​ສົງ​ສະ​ເພາະ ຫລື " ມອບ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ຈະ​ໃຊ້​ສຳ​ຫລັບ​ການ​ໃຊ້​ງານ​ສະ​ເພາະ" ຫລື "ມອບ​ໝາຍ​ໃຫ້​ຜູ້​ໃດ​ຜູ້​ນຶ່ງ​ທຳ​ງານ​ພິ​ເສດ."

ຖວາຍພຣະສະຫງ່າຣາສີ,ຖວາຍກຽດ

ນິຍາມ

ຄຳວ່າ "ຖວາຍພຣະສະຫງ່າຣາສີ" ໝາຍເຖິງການສະແດງຫລືບອກເຖິງຄວາມຍິ່ງໃຫຍ່ແລະຄວາມສຳຄັນໃນບາງສິ່ງຫລືບາງຄົນ.ຄວາມໝາຍຕາມຕົວອັກສອນຄື "ໃຫ້ກຽດ".

  • ມະນຸດສາມາດຖວາຍກຽດແດ່ພຣະເຈົ້າໂດຍການບອກເຖິງສິ່ງດີເລີດທ່ີ່ພຣະອົງໄດ້ກະທຳ.
  • ພວກເຂົາສາມາດໃຫ້ກຽດພຣະເຈົ້າໂດຍການດຳເນີນຊີວິດໃນແບບທີ່ຖວາຍກຽດແກ່ພຣະອົງແລະສະແດງໃຫ້ເຫັນວ່າພຣະອົງຍິ່ງໃຫຍ່ແລະອັດສະຈັນຊ່ຳໃດ.
  • ເມື່ອພຣະຄັມພີເວົ້າວ່າພຣະເຈົ້າໃຫ້ພຣະອົງເອງໄດ້ຮັບກຽດ, ນັ້ນໝາຍຄວາມວ່າພຣະອົງເປີດເຜີຍແກ່ມະນຸດໄດ້ເຫັນເຖິງຄວາມດີເລີດຍິ່ງໃຫຍ່ຂອງພຣະອົງຫລາຍຄັ້ງສຳແດງຜ່ານການອັດສະຈັນຕ່າງໆ.
  • ພຣະເຈົ້າພຣະບິດາຈະໃຫ້ພຣະເຈົ້າພຣະບຸດໄດ້ຮັບກຽດໂດຍການເປີດເຜີຍແກ່ມະນຸດເຖິງຄວາມດີເລີດສົມບູນໃນພຣະບຸດ, ຄວາມສະຫງ່າງາມ,ແລະຄວາມຍິ່ງໃຫຍ່.
  • ທຸກຄົນທີ່ເຊື່ອໃນພຣະຄຣິດຈະໃຫ້ກຽດແກ່ພຣະເຈົ້າ. ເມື່ອພວກເຂົາຖືກຟື້ນຈາກຄວາມຕາຍ, ພວກເຂົາຈະຖືກປ່ຽນໃຫ້ສະທ້ອນພຣະສະຫງ່າຣາສີຂອງພຣະອົງແລະສຳແດງພຣະຄຸນຂອງພຣະອົງແກ່ສັບພະສິ່ງທັງປວງ.

ຄຳແນະນຳການແປ

  • ຄຳນີ້ສາມາດແປວ່າ, "ຖວາຍພຣະສະຫງ່າຣາສີມາສູ່" ຫລື "ເຮັດໃຫ້ຄວາມຍິ່ງໃຫຍ່ເກີດຂື້ນ."
  • ຄຳເວົ້າ " ຖວາຍກຽດເເດ່ພຣະເຈົ້າ " ສາມາດເເປວ່າ " ສັນຣະເສີນພຣະເຈົ້າ.

" ຫຼື " ເວົ້າເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ " ຫຼື" ສຳເເດງວ່າພຣະເຈົ້າຍິ່ງໃຫຍ່ຂະໜາດໃດ " ຫຼື " ໃຫ້ກຽດພຣະເຈົ້າ"


ຖ້ອຍຄຳ

ນິຍາມ

"ຖ້ອຍຄຳ" ໝາຍເຖິງບາງສິ່ງບາງຢ່າງທີ່ບາງຄົນໄດ້ເວົ້າອອກມາ.

  • ຕົວຢ່າງໃນເລື່ອງນີ້ ເຊັ່ນເມື່ອທູດສະຫວັນໄດ້ເວົ້າກັບເຊຄາຣິຢາວ່າ

"ທ່ານບໍ່ເຊື່ອໃນຖ້ອຍຄຳຂອງເຮົາບໍ" ຊື່ງໝາຍຄວາມວ່າ "ທ່ານບໍ່ເຊື່ອໃນສິ່ງທີ່ເຮົາໄດ້ເວົ້າ."

  • ຄຳນີ້ແມ່ນຕະຫຼອດເວລາທີ່ໝາຍເຖິງຂໍ້ຄວາມທັງໝົດບໍ່ໄດ້ໃຊ້ແຕ່ຄຳດຽວເທົ່ານັ້ນ.
  • ບາງຄັ້ງໃນພຣະຄຳພີ "ຖ້ອຍຄຳ" ໝາຍເຖິງທຸກສິ່ງທີ່ພຣະເຈົ້າຊົງສັ່ງວ່າຫຼືສັ່ງເຊັ່ນໃນ "ພຣະເຈົ້າໄດ້ໃຊ້ຄຳເວົ້າຂອງພຣະອົງ" ຫຼື "ຖ້ອຍຄຳແຫ່ງຄວາມຈິງ."
  • ບາງຄັ້ງ "ຖ້ອຍຄຳ" ໝາຍເຖິງການທົ່ວໄປເຊັ່ນ "ພະລັງໃນການເວົ້າແລະການກະທຳ" ນັ້ນໝາຍຄວາມວ່າ "ພະລັງໃນການເວົ້າແລະມາລະ ຍາດຫຼືການກະທຳ. "
  • ການໃຊ້ຄຳໆນີ້ເປັນພິເສດຕໍ່ເມື່ອພຣະເຢຊູໄດ້ເອີ້ນວ່າ "ພຣະວາທະ."

ຄຳແນະນຳໃນການແປ:

  • ວິທີຕ່າງໆໃນການແປ "ຖ້ອຍຄຳ" ຫລື "ເຫຼົ່າຖ້ອຍຄຳ" ຮວມເຖິງ "ການສອນ" ຫຼື "ຂໍ້ຄວາມ" ຫຼື "ຂ່າວ" ຫຼື "ຄຳກ່າວ" ຫຼື "ສິ່ງທີ່ໄດ້ກ່າວ ໄວ້."
  • ເມື່ອຄຳນີ້ເວົ້າເຖິງພຣະເຢຊູວ່າເປັນ "ພຣະວາທະ" ຄຳນີ້ອາດຈະແປວ່າ" "ຄຳສອນ" ຫຼື "ຄຳກ່າວ."

ຖ້ອຍຄຳແຫ່ງຄວາມຈິງ

ນິຍາມ

ຄຳວ່າ " ຖ້ອຍຄຳແຫ່ງຄວາມຈິງ " ເປັນອີກວິທີໜຶ່ງໃນການເວົ້າເຖິງຄຳສອນຫຼືຄຳສອນຂອງພຣະເຈົ້າ

  • ພຣະວັດຈະນະແຫ່ງຄວາມຈິງຂອງພຣະເຈົ້າປະກອບດ້ວຍທຸກຢ່າງທີ່ພຣະເຈົ້າໄດ້ສອນປະຊາຊົນກ່ຽວກັບເລື່ອງຂອງພຣະເຈົ້າ ພຣະອົງເອງ ໃນການຊົງສ້າງແລະແຜນການແຫ່ງຄວາມລອດພົ້ນໂດຍທາງພຣະເຢຊູ
  • ຄຳນີ້ໝາຍເຖິງຄວາມຈິງທີ່ວ່າສິງທີ່ພຣະເຈົ້າຊົງສັ່ງໃຫ້ເຮົານັ້ນເປັນຄວາມຈິງ ສັດຊື່ ແລະທ່ຽງທຳ

ຄຳແນະນຳໃນການແປ

  • ນີ້ສາມາດແປໄດ້ວ່າ " ຄຳສອນທີ່ຖືກຕ້ອງຂອງພຣະເຈົ້າ "ຫຼື " ພຣະຄຳຂອງພຣະເຈົ້າຊື່ງເປັນຄວາມຈິງ "
  • ເປັນສິ່ງສຳຄັນສຳລັບການແປໃນຄຳນີ້ໃຫ້ລວມໄປເຖິງຄວາມໝາຍຂອງຄວາມເປັນຈິງ

ຖ່ອມຕົວຫລືຫມອບລົງກັບພື້ນ

ນິຍາມ

ຄຳວ່າ "ໝອບລົງກັບພື້ນ" ໝາຍເຖິງການນອນຄວ່ຳໜ້າລົງ ຢຽດອອກເທິງພື້ນ

  • "ໝອບລົງກັບພື້ນ" ຫລື ການ "ໝອບຕົວລົງ" ຕໍ່ໜ້າບາງຄົນໝາຍເຖິງຄຳນັບ ໃຫ້ຕ່ຳລົງມາຢ່າງທັນທີທັນໃດຫລືຕໍ່ໜ້າບຸກຄົນນັ້ນ
  • ໂດຍທັ່ວໄປຕຳແໜ່ງຂອງການໝອບລົງນີ້ເປັນການຕອບສະຫນອງທີ່ສະແດງໃຫ້ເຫັນເຖິງຄວາມຕົກໃຈຫລືຄວາມປະຫຼາດໃຈແລະຄວາມໜ້າຢ້ານກົວເພາະມີຄວາມໜ້າອັດສະຈັນໃນບາງສິ່ງບາງຢ່າງທີ່ໄດ້ເກີດຂຶ້ນ ມັນຍັງເປັນການສະແດງເຖິງກຽດແລະຄວາມເຄົາລົບຂອງຄົົນທີ່ຖືກກົ້ມລົງ
  • ການໝອບຍັງເປັນວິທີໃນການນະມັດສະການພະເຈົ້າ ປະຊາຊົນຫລາຍເທື່ອຕອບສະຫນອງວິທີນີ້ໃນການຂອບໃຈພະເຢຊູແລະນະມັດສະການເມື່ອພະອົງໄດ້ກະທຳສິ່ງອັດສະຈັນຫລືຖວາຍພະກຽດແດ່ພະອົງໃນຖານະຄຣູທີ່ຍີ່ງໃຫຍ່
  • ຂຶ້ນຢູ່ກັບປະໂຫຍກທີ່ ວິທີແປ "ໝອບລົງກັບພື້ນ" ສາມາດແປວ່າ "ກົ້ມຫົວລົງດ້ວຍໃຫ້ໃບຫນ້າເບີ່ງທີ່ພື້ນ" ຫລື "ນະມັດສະການພະອົງໂດຍນອນກົ້ມໜ້າລົງຕໍ່ໜ້າພະອົງ" ຫລື "ກົ້ມຫົວລົງເຖິງພື້ນໃນຄວາມປະຫຼາດໃຈ" ຫລື "ນມັດການ"
  • ຄຳທີ່ວ່າ"ຈະບໍ່ໝອບຕົນເອງ" ສາມາດແປໄດ້ວ່າ "ຈະບໍ່ນະມັດສະການ" ຫລື "ຈະບໍ່ກົ້ມໜ້າລົງໃນການນະມັດສະການ" ຫລື "ຈະບໍ່ກົ້ມກາບແລະນະມັດສະການ"
  • "ກົ້ມໜ້າຂອງທ່ານລົງກັບພື້ນ" ສາມາດແປລໄດ້ວ່າ "ນະມັດສະການ" ຫລື "ກົ້ມກາບລົງຕໍ່ໜ້າ"

ຖາມເຖຶງ

ນິຍາມ

ຄຳວ່າ "ຖາມເຖີງ" ໝາຍເຖີງການຖາມບາງຄົນເພື່ອໃຫ້ໄດ້ຂໍ້ມູນບາງຢ່າງ "ຖາມເຖີງ" ມັກຈະໃຊ້ເພື່ອຂໍສະຕຶປັນຍາແລະຂໍຄວາມຊ່ອຍເຫຼືອຈາກພຣະເຈົ້າ

  • ໃນພັນທະສັນຍາເດີມມີການບັນທືກຫຼາຍເຫດການທີ່ປະຊາຊົນຖາມພຣະເຈົ້າ
  • ຄຳນີ້ຍັງໃຊ້ກັບກະສັດແລະຂ້າລາດຊະການທີ່ທຳການຄົ້ນຫາໃນບັນທືກທີ່ເປັນລາຍລັກອັກສອນທາງການ

ກໍ​ຣະ​ນີ"ຖາມເຖຶງ" ອາດຈະແປໄດ້ວ່າ "ຖາມ" ຫຼື "ຖາມເຖຶງຂໍ້ມູນ"

  • ຄຳເວົ້າ "ທູນຖາມພຣະຢາເວ" ສາມາດແປໄດ້ວ່າ "ທູນຂໍການຊົງນຳຈາກພຣະຢາເວ" ຫຼື "​ພ​ຣະ​ເຈົ້າ ທູນຖາມພຣະຢາເວວ່າຈະເຮັດຢ່າງໃດ"
  • "ໄຕ່ຖາມທຸກສຸກຂອງ" ບາງຢ່າງສາມາດແປໄດ້ວ່າ "ຖາມ" ຫຼື "ຖາມເຖຶງຂໍ້ມູນກຽວກັບ"
  • ເມື່ອພຣະຢາເວເວົ້າວ່າ "ເຮົາຈະບໍ່ຍ້ອມໃຫ້ເຈົ້າມາຖາມເຮົາ" ປະໂຍກນີ້ສາມາດແປໄດ້ວ່າ "ເຮົາຈະບໍ່ອະນຸຍາດໃຫ້ເຈົ້າຖາມຂໍ້ມູນອັຈາກເຮົາ"ຫຼື "ເຈົ້້າຈະບໍ່ໄດ້ຮັບອະນຸຍາດໃຫ້ຂໍຄວາມຊ່ອຍເຫຼືອຫຍັງຈາກເຮົາ"

ຖືກຂົ່ມເຫັງ , ການ​ຖືກຂົ່ມເຫັງ

ນິຍາມ

ຄຳວ່າ "​ຖືກຂົ່ມເຫັງ" ຫລື "ການ​ຖືກຂົ່ມເຫັງ" ​ເວົ້າເຖິງການປະຕິບັດຕໍ່ບຸກຄົນຫລືຄົນກຸ່ມໜຶ່ງດ້ວຍວິທີການທີ່ໂຫດຮ້າຍຈົນໃຫ້ເກີດອັນຕະລາຍ

  • ການຖືກຂົ່ມເຫັງສາມາດເກີດຂຶ້ນກັບບຸກຄົນຫລືຫຼາຍຄົນກໍໄດ້ ມັກຈະມີຄວາມກ່ຽວໂຢງກັບການຊ້ຳ​ຊາກ
  • ຊາວອິດສະລາເອນຖືກຂົ່ມເຫັງໂດຍຄົນຫຼາຍກຸ່ມ ຜູ້ເຊີ່ງໄດ້ໂຈມຕີພວກທ່ານ ຈັບເອົາໄປເປັນຊະເລີຍ ແລະລັກຊັບສິນຈາກພວກທ່ານ
  • ຜູ້ຄົນທີ່ຂົ່ມເຫັງຜູ້ອື່ນທີ່ເຊື່ອໃນສາດສະໜາທີ່ຕ່າງໄປຈາກພວກເຂົາຫລືຂົ່ມເຫັງຜູ້ທີ່ອ່ອນແອກວ່າຕົນເອງ
  • ຜູ້ນຳສາສະໜາຊາວຢິວຂົ່ມເຫັງພຣະເຢຊູເພາະພວກເຂົາບໍ່ມັກໃນສິ່ງທີ່ພຣະເຢຊູສັ່ງສອນ
  • ຫຼັງຈາກທີ່ພຣະເຢຊູສະເດັດສູ່ສະຫວັນ ຜູ້ນຳສາສະໜາຊາວຢິວແລະຂ້າລາຊະການຊາວໂຣມພາ​ກັນກໍ່ການຂົ່ມເຫັງບັນດາຜູ້ທີ່ຕິດຕາມພຣະອົງ
  • ຄຳວ່າ "ຂົ່ມເຫັງ" ສາມາດແປອີກຢ່າງໄດ້ວ່າ "ການຖືກກົດຂີ່ຢູ່ເລື່ອຍໆ" ຫລື "ກະທຳຢ່າງໂຫດຮ້າຍ" ຫລື "ປະຕິບັດ.ດ້ວຍຄວາມໂຫດຮ້າຍຢ່າງຕໍ່ເນື່ອງ
  • ວິທີການແປຄຳວ່າ "ການຂົ່ມເຫັງ" ນັ້ນສາມາດເວົ້າໄດ້ທັງໝົດ "ການປະຕິບັດດ້ວຍຄວາມໂຫດຮ້າຍ" ຫລື "ການກົດຂີ່" ຫລື "ການປະຕິບັດທີ່ກໍ່ໃຫ້ເກີດຄວາມເຈັບປວດຢ່າງຕໍ່ເນື່ອງ"

ຖືກຕ້ອງຕາມກົດໝາຍ, ຢ່າງຖືກຕ້ອງຕາມກົດໝາຍ, ບໍ່ຖືກຕ້ອງຕາມກົດໝາຍ

ນິຍາມ

ຄຳວ່າ " ຖືກຕ້ອງຕາມກົດໝາຍ " ໝາຍເຖິງສິ່ງທີ່ໄດ້ຮັບການອະນຸຍາດໃຫ້ເຮັດໄດ້ໂດຍສອດຄອງກັບກົດມາຍ ຫຼື ຂໍ້ຮຽກຮ້ອງອື່ນໆ ຄຳກົງກັນຂ້າມກັບຄຳວ່າ " ຢ່າງຖືກຕ້ອງຕາມກົດໝາຍ " ມີຄວາມໝາຍທຳມະດາ ຄື " ບໍ່ຖືກຕ້ອງຕາມກົດໝາຍ. "

  • ໃນພຣະຄຳພີ ຖ້າບາງສິ່ງຖືກກ່າວວ່າເປັນສິ່ງທີ່ " ຖືກຕ້ອງຕາມກົດໝາຍ " ໝາຍຄວາມວ່າໄດ້ຮັບອະນຸຍາດໂດຍຄວາມຊອບທຳຂອງພຣະເຈົ້າ ຫຼື ໂດຍກົດບັນຍັດຂອງໂມເຊ ແລະ ກົດໝາຍອື່ນໆຂອງຊາວຍີຢີວ ບາງສິ່ງນີ້ແມ່ນ " ບໍ່ຖືກຕ້ອງຕາມກົດໝາຍ" ຄືບໍ່ໄດ້ຮັບອະນຸຍາດ ໂດຍກົດໝາຍເຫຼົ່ານັ້ນ.
  • ການເຮັດບາງສິ່ງ " ຢ່າງຖືກຕ້ອງຕາມກົດໝາຍ " ໝາຍເຖີງການເຮັດໃນສິ່ງທີ່ຖືກຕ້ອງ ຫຼື " ໃນທາງທີ່ຖືກຕ້ອງ. "
  • ມີຫຼາຍສິ່ງຫຼາຍຢ່າງທີ່ກົດໝາຍຂອງຊາວຢີວຖືກພິຈາລະນາວ່າຖືກຕ້ອງຕາມກົດໝາຍ ຫຼື ບໍ່ຖືກຕ້ອງຕາມກົດໝາຍນັ້ນບໍ່ໄດ້ມີມີການຕົກລົງກັບພຣະບັນຍັດຂອງພຣະເຈົ້າກ່ຽວກັບການຮັບຜູ້ອື່ນ.
  • ຂື້ນຢູ່ກັບສະພາບ ວິທີ່ການແປຄຳວ່າ " ຖືກຕ້ອງຕາມກົດໝາຍ " ສາມາດລວບລວມຄຳວ່າ " ບໍ່ໄດ້ຮັບອະນຸຍາດ " ຫຼື " ຕາມກົດບັນຍັດຂອງພຮະເຈົ້າ " ຫຼື " ຕາມກົດໝາຍຂອງພວກເຮົາ " ຫຼື " ຖືກຕ້ອງ " ຫຼື " ເຂົ້າກັນໄດ້. "
  • ວະລີ " ຄືຖືກຕ້ອງຕາມກົດໝາຍ " ສາມາດແປວ່າ " ກົດໝາຍຂອງພວກເຮົາອະນຸຍາດຫຼືບໍ່ " ຫຼື " ມັນແມ່ນສິ່ງທີ່ກົດໝາຍຂອງເຮົາອຸນະຍາດຫຼືບໍ່?"

ຖືພາ, ການຖືພາ

ນິຍາມ

ຄຳວ່າ "ຖືພາ" ແລະ "ການຖືພາ" ມັກຈະກ່າວເຖິງການຖືພາລູກ. ຄຳນີ້ໃຊ້ກັບສັດທີ່ຖືພາໄດ້.

  • ຄຳວ່າ "ຖືພາລູກ" ສາມາດແປໄດ້ວ່າ, "ມີທ້ອງ" ຫຼືຄຳບາງຄຳທີ່ເປັນທີ່ຍອມຮັບໄດ້ໃນການກ່າວເຖິງຄຳນີ້.
  • ຄຳທີ່ກ່ຽວຂ້ອງກັບຄຳວ່າ "ການຖືພາ" ສາມາດແປໄດ້, "ເລີ້ມຕັ້ງທ້ອງ" ຫຼື "ຊ່ວງເວລາທີ່ຖືພາ."
  • ຄຳເຫຼົ່ານີ້ກ່າວເຖິງການສ້າງບາງສິ່ງຫຼືຄວາມຄິດກ່ຽວກັບ ບາງສິ່ງເຊັ່ນ, ແນວຄວາມຄິດ, ແຜນງານ, ຫຼືງານ. ການແປຄຳນີ້ໃນຮູບແບບອື່ນໆ ສາມາດລວມເຖິງ, "ຄິດກ່ຽວກັບ" ຫຼື "ແຜນ" ຫຼື"ສ້າງ," ທີ່ຂຶ້ນຢູ່ກັບກໍລະນີນັ້ນໆ.
  • ບາງຄັ້ງຄຳນີ້ ສາມາດໃຊ້ເປັນຄຳປຽບທຽບຢ່າງເຊັ່ນ, "ເມື່ອຄວາມບາບຕັ້ງທ້ອງ" ທີ່ມີຄວາມໝາຍວ່າ "ເມື່ອຄວາມບາບເລີ້ມເຂົ້າມາທາງຄວາມຄິດ" ຫຼື ຈຸດເລີ້ມຕົ້ນຂອງບາບ" ຫຼື " ເມື່ອຄວາມບາບເລີ້ມກໍ່ຕົວຂຶ້ນ ."

ເຖົ່າ, ຂີ້ເຖົ່າ, ຜົງຂີ້ດິນ

ນິຍາມ

ຄຳວ່າ "ເຖົ່າ"ຫຼື "ຂີ້ເຖົ່າ" ເວົ້າເຖິງສານທີ່ເປັນຜົງສີເທົາທີ່ເຫລືອຈາກການເຜົາໄໝ້. ບາງຄັ້ງຖືກໃຊ້ເປັນພາບປຽບທຽບໝາຍເຖິງບາງສິ່ງບາງຢ່າງທີ່ບໍ່ມີຄ່າ ຫຼືບໍ່ມີປະໂຫຍດ.

  • ໃນພຣະຄັມພີບາງຄັ້ງຄຳວ່າ "ຜົງຂີ້ດິນ" ຖືກໃຊ້ເມື່ອມີການເວົ້າເຖິງຂີ້ເຖົ່າ ອາດຈະມີຄວາມໝາຍອີກຢ່າງວ່າ ຜົງຂີ້ດິນທີ່ລະອຽດ ຜົງຂີ້ດິນທີ່ບໍ່ແໜ້ນທີ່ລວມຕົວກັນຢູ່ເທິງຟື້ນແຫ້ງ.
  • ຄຳວ່າ "ກອງເຖົ່າ" ຄືກອງຂອງຂີ້ເຖົ່າ
  • ໃນສະໄໝບູຮານ ການນັ່ງເທິງຂີ້ເຖົ່າເປັນເຄື່ອງໝາຍເຖິງການທົນທຸກ ຫຼືໂສກເສົ້າ.
  • ເມື່ອມີການໂສກເສົ້າເສຍໃຈ ກໍ່ຈະມີທຳນຽມສວມເສື້ອຜ້າກະສອບແລະນັ່ງເທິງຂີ້ເຖົ່າຫຼືເອົາຂີ້ເຖົ່າມາໂຮຍໃສ່ເທິງຫົວ.
  • ການເອົາຂີ້ເຖົ່າມາໂຮຍໃສ່ເທິງຫົວກໍ່ເປັນເຄື່ອງໝາຍສະແດງເຖິງຄວາມອັບອາຍຂາຍໜ້າແລະຄວາມລຳບາກໃຈ.
  • ບາງຄົນຢາກໄດ້ສິ່ງທີ່ບໍ່ມີຄ່າ ກໍ່ຈະມີຄຳເວົ້າທີ່ບອກວ່າ "ກິນແຕ່ຂີ້ເຖົ່າ"
  • ເມື່ອແປຄຳວ່າ "ຂີ້ເຖົ່າ" ໃຫ້ໃຊ້ໃນຄຳພາສາທາງການ ຄືສິ່ງທີ່ເຫລືອຈາກການເຜົາໄໝ້ຂອງໄມ້.
  • ໃຫ້ສັງເກດຄຳວ່າ"ຕົ້ນເທບທາໂຣ ຫຼື ຕົ້ນແອດ (ash tree)" ຈະໃຊ້ຄົນລະຄຳກັນກັບຄຳວ່າຂີ້ເຖົ່າ.

ທໍລະຍົດ,ຜູ້ທໍລະຍົດ

ນິຍາມ

ຄຳວ່າ“ ການທໍລະຍົດ” ໝາຍເຖິງການກະທຳໃນທາງທີ່ຫຼອກລວງແລະທຳຮ້າຍຜູ້ໃດຜູ້ໜຶ່ງ. "ຜູ້ທໍລະຍົດ" ແມ່ນຄົນທີ່ທໍລະຍົດເພື່ອນທີ່ໄວ້ວາງໃຈລາວ.

  • ຢູດາເປັນ“ ຜູ້ທໍລະຍົດ” ເພາະວ່າລາວໄດ້ບອກຜູ້ນຳຊາວຢິວວ່າຈະຈັບພຣະເຢຊູໄດ້ແນວໃດ.
  • ການທໍລະຍົດໂດຍຢູດາແມ່ນຊົ່ວຮ້າຍຫຼາຍໂດຍສະເພາະລາວເປັນອັກຄະສາວົກຂອງພຣະເຢຊູຜູ້ທີ່ໄດ້ຮັບເງິນເພື່ອແລກກັບການໃຫ້ຂໍ້ມູນແກ່ຜູ້ນຳຊາວຢິວເຊິ່ງຈະສົ່ງຜົນໃຫ້ການຕາຍຂອງພຣະເຢຊູບໍ່ຍຸຕິທຳ.

ຄຳແນະນຳໃນການແປ

  • ອີງຕາມສະພາບການ, ຄຳວ່າ "ທໍລະຍົດ" ສາມາດຖືກແປວ່າ "ຫລອກລວງແລະກໍ່ໃຫ້ເກີດຄວາມອັນຕະລາຍຕໍ່" ຫລື "ຫັນກັບສັດຕູ" ຫລື "ປະຕິບັດຕໍ່ຄວາມຫຼອກລວງ."

ທອງຄຳ

ນິຍາມ

ທອງຄຳເປັນໂລຫະສີເຫລືອງທີ່ມີຄ່າຫລາຍ ທີ່ໃຊ້ເຮັດເຄື່ອງປະດັບ ແລະສິ່ງຂອງໃນສາສນາ. ເປັນໂລຫະທີ່ມີຄ່າຫລາຍທີ່ສຸດ ໃນໂລກຍຸກບູຮານ.

  • ໃນສະໄໝພຣະຄັມພີ ມີວັດຖຸຫລາຍຊະນິດທີ່ເຮັດດວ້ຍທອງຄຳ ຫລືຫຸ້ມດວ້ຍທອງຄຳບາງໆ.
  • ສິ່ງຂອງເຫລົ່ານີ້ລວມເຖິງ ຕຸ້ມຫູ ແລະເຄື່ອງປະດັບອື່ນໆ, ຮູບເຄົາລົບ ແທ່ນບູຊາແລະວັດຖຸທີ່ໃຊ້ໃນພັບພາຫລືພຣະວິຫານ,ຢ່າງເຊັ່ນຫີບພຣະບັນຍັດ.
  • ໃນພັນທະສັນຍາເດີມ, ທອງຄຳຖືກໃຊ້ເປັນວິທີແລກປ່ຽນ

ຊື້ແລະຂາຍ ມັນຈະຖືກຊັ່ງຕາຊັ່ງເພື່ອກວດສອບຄຸນຄ່າ.

  • ຕໍ່ມາທອງຄຳແລະໂລຫະອື່ນໆ ຢ່າງເຊັ່ນ ເງິນທີ່ຖືກເຮັດເປັນຫລຽນເພື່ອໃຊ້ໃນການຊື້ແລະຂາຍ.
  • ເມື່ອອ້າງອີງບາງສິ່ງທີ່ບໍ່ແມ່ນທອງຄຳ ແຕ່ມີທອງປີວບາງໆ

ຫຸ້ມໃວ້ດວ້ຍທອງຄຳ, "ກໍສາມາດໃຊ້ໄດ້.

  • ບາງຄັ້ງວັດຖຸໄດ້ຖືກອະທິບາຍວ່າ "ສີທອງ" ຊຶ່ງໝາຍຄວາມວ່າມັນມີສີເຫລືອງຂອງທອງຄຳ, ແຕ່ອາດບໍ່ໄດ້ເຮັດດວ້ຍທອງແທ້ ໆ.

ທອງແດງ

ນິຍາມ

ຄຳວ່າ“ ທອງແດງ” ໝາຍເຖິງໂລຫະປະເພດໜຶ່ງທີ່ຜະລິດມາຈາກການລະລາຍໂລຫະ, ທອງແດງ ແລະ ກົ່ວ. ມັນມີສີສີນ້ ຳຕານເຂັ້ມ, ສີແດງເລັກນ້ອຍ.

  • ທອງແດງທົນຕໍ່ການກັດກ່ອນຂອງນ້ ຳ ແລະ ເປັນຕົວປະຕິບັດຄວາມຮ້ອນທີ່ດີ.
  • ໃນສະໄໝບູຮານ, ທອງແດງຖືກໃຊ້ສຳລັບເຮັດເຄື່ອງມື, ອາວຸດ, ງານສິລະປະ, ແທ່ນບູຊາ, ໝໍ້ປຸງແຕ່ງອາຫານ, ແລະ ເຄື່ອງປະດັບຂອງທະຫານ, ໃນບັນດາສິ່ງອື່ນໆ.
  • ວັດສະດຸກໍ່ສ້າງຈຳນວນຫຼາຍສຳລັບຫໍເຕັນ ແລະ ວິຫານໄດ້ຖືກເຮັດດ້ວຍທອງແດງ.
  • ຮູບປັ້ນຂອງພະເຈົ້າປອມແມ່ນຍັງຖືກເຮັດດ້ວຍໂລຫະທອງແດງ.
  • ວັດຖຸທີ່ເຮັດດ້ວຍທອງແດງແມ່ນເຮັດດ້ວຍໂລຫະທອງແດງທີ່ປະສົມທາດແຫຼວເປັນກ້ອນແລ້ວປົນລົງໃນແມ່ພິມ. ຂະບວນ ການນີ້ຖືກເອີ້ນວ່າ "ການຫລໍ່."

ທະນູ

ນິຍາມ

ຄຳວ່າ " ທະນູ " ໝາຍເຖິງຜູ້ຊາຍທີ່ມີຄວາມຊຳນານໃນການໃຊ້ຄັນທະນູແລະລູກທະນູເປັນອາວຸດ.

  • ໃນພຣະຄັມພີ ປົກກະຕິແລ້ວ ໃນກອງທັບນັກທະນູຈະເປັນທະທານທີ່ໃຊ້ທະນູແລະລູກທະນູໃນການຕໍ່ສູ້.
  • ນັກທະນູເປັນສ່ວນທີ່ສຳຄັນຂອງກອງທັບອັດຊີເຣຍ.
  • ໃນບາງພາສາອາດໃຊ້ຄຳປະສົມແບບນີ້ ເຊັ່ນ "ການໂຄ້ງ-ຄົນ. "

ທະເລຊາຍ, ຖິ່ນທຸຣະກັນດານ

ນິຍາມ

ທະເຊາຍ ຫລື ຖິ່ນທຸຣະກັນດານ ເປັນທີ່ແຫ້ງແລ້ງ ຊຶ່ງມີພືດ ແລະ ຕົ້ນໃມ້ເກີດຂື້ນບໍ່ຫລາຍ.

  • ທະເລຊາຍ ເປັນພື້ນທີ່ໆມີສະພາບ ພູມີອາກາດ ແຫ້ງ ແລະ ມີພືດຫລືສັດນອ້ຍ.
  • ເນື່ອງຈາກສະພາບທີ່ບໍ່ດີ, ຈິ່ງມີຄົນບໍ່ຫລາຍ ທີ່ສາມາດມີຊີວິດຢູ່ໃນ ທະເລຊາຍ ດັ່ງນັ້ນ ຈິ່ງຫມາຍເຖີງ "ຖິ່ນທຸຣະກັນດານ" ດ້ວຍ.
  • "ຖິ່ນທຸຣະກັນດານ" ບົ່ງບອກເຖີງ ຄວາມຫມາຍຂອງ ການເປັນທີ່ຫ່າງໄກຮົກຮ້າງ ແລະ ໂດດດ່ຽວຈາກຜູ້ຄົນ.
  • ຄຳນິ້ ສາມາດແປເປັນ "ສະຖານທີ່ຮົກຮ້າງ" ຫລື "ສະຖານທີ່ຫ່າງໄກ" ຫລື ສະຖານທີ່ບໍ່ມີໃຜຢູ່ອາສັຍ.

ທະວີຂຶ້ນ

ນິຍາມ

ຄຳວ່າ "ທະວີຂຶ້ນ" ໝາຍເຖິງການເພີ້ມຈຳນວນຢ່າງຫລວງຫລາຍ. ມັນສາມາດມີຄວາມໝາຍວ່າທຳໃຫ້ບາງສິ່ງເພີ້ມຈຳນວນເຊັ່ນທຳໃຫ້ຄວາມເຈັບປວດເພີ້ມຈຳນວນ.

  • ພຣະເຈົ້າຊົງກ່າວກັບສັດແລະມະນຸດວ່າ"ຈົ່ງທະວີຂື້ນ"ຈົນເຕັມແຜນດິນ" ສິ່ງນີ້ຄືພຣະບັນຊາໃຫ້ມີການເພິ່ມຈຳນວນຫລາຍຂື້ນໃນສາຍພັນຂອງຕົນເອງ
  • ພຣະເຢຊູເຈົ້າໄດ້ທຳໃຫ້ເຂົ້າຈີ່ແລະປາທະວີຂຶ້ນເພື່ອລ້ຽງອາຫານຄົນ 5,000 ຄົນ. ປະລິມານອາຫານເພີ້ມຂຶ້ນເລື້ອຍໆ ຈົນສາມາດມີອາຫານຫລາຍເກີນພໍລ້ຽງທຸກຄົນ.
  • ຂື້ນຢູ່ກັບເນື້ອໃນ, ຄຳນີ້ສາມາດແປໄດ້ວ່າ "ເພີ້ມຈຳນວນຫລາຍຂຶ້ນ" ຫຼື "ເປັນເຫດໃຫ້ເພີ້ມຫລາຍຂື້ນ" ຫຼື "ເພີ້ມຂື້ນຢ່າງຫລວງຫລາຍ" ຫຼື "ມີຈຳນວນຫລາຍຂື້ນຢ່າງມະໂຫລານ" ຫຼື "ກາຍເປັນຈຳນວນຫລາຍ"
  • ຄຳເວົ້າ "ຄວາມເຈັບຂອງທ່ານເພີ້ມຂື້ນຢ່າງຫລາຍ" ສາມາດແປຄຳນີ້ໄດ້ວ່າ"ຄວາມເຈັບປວດກາຍເປັນສິ່ງຊົ່ວຮ້າຍຢ່າງຫລາຍ" ຫຼື "ທຳໃຫ້ທ່ານປະສົບກັບຄວາມເຈັບປວດທີ່ຫລາຍກວ່າ."
  • "ມີມ້າເພິ້ມຈຳນວນທະວີຄູນ" ໝາຍເຖິງ"ໂລບຫລາຍໃນການຫາຈຳນວນມ້າຈຳນວນຫລາຍຂື້ນ" ຫຼື "ໄປນຳມ້າມາເປັນຈຳນວນຫລວງຫລາຍ."

ທັນຍະບູຊາ

ນິຍາມ

"ທັນຍະບູຊາ" ຫຼື "ທັນຍະບູຊາ"ເປັນເຄື່ອງບູຊາແກ່ພຣະເຈົ້າໃນຮູບແບບຂອງເມັດຂອງເມັດຫຼືເຂົ້າໜົມປັງທີ່ທຳຈາກແປ້ງເມັດເຂົ້າ.

  • ຄຳວ່າ "ທັນຍະ" ອ້າງເຖິງເມັດເຂົ້າທີ່ໄດ້ຖືກບົດຈົນກາຍເປັນແປ້ງ.
  • ແປ້ງຈະຖືກປະສົມກັບນ້ຳຫຼືນ້ຳມັນເພື່ອທຳເປັນເຂົ້າໜົມປັງແຜ່ນລຽບ ບາງຄັ້ງນ້ຳມັນຖືກພົມລົງເທິງເຂົ້າໜົມປັງ.
  • ການຖວາຍບູຊາແບບນີ້ໂດຍປົກກະຕິມັກຈະຖວາຍຮ່ວມກັບເຄື່ອງເຜົາບູຊາ.

​ທານ

ນິຍາມ

​ຄຳ​ວ່າ "ທານ" ເວົ້າ​ເຖິງ​ເງິນ, ອາ​ຫານ, ຫລື​ສິ່ງ​ອື່ນໆ​ທັງ​ຫລາຍ​ທີ່​ໃຫ້​ເພື່ອ​ຊ່ວຍ​ເຫລື​ອຄົນ​ຍາກ​ຈົນ.

  • ຫລາຍ​ເທື່ອ​ການ​ໃຫ້​ທານ​ມັກ​ຖືກ​ເບິ່ງວ່າ​ເປັນ​ສິ່ງ​ທີ່​ສາ​ສນາ​ຂອງ​ພວກ​ເຂົາ​ຕ້ອງ​ການ​ໃຫ້​ພວ​ກ​ເຂົາ​ເຮັດ ​ເພື່ອ​ຈະ​ໄດ້​ເປັນ​ຄົນ​ຊອບ​ທັມ.
  • ພ​ຣະ​ເຢ​ຊູ​ຊົງ​ໃດ້​ຕັດ​ວ່າ ການ​ໃຫ້​ທານບໍ່​ຄວນ​ເຮັດ​ຕໍ່​ໜ້າ​ຄົນ​ເພື່ອ​ຈະ​ໃຫ້​ຄົນ​ອື່ນ​ໄດ້​ເຫັນ.
  • ຄຳ​ນີ້​ອາດ​ແປ​ໄດ້​ອີກວ່າ "ເງິນ" ຫລື "ຂອງ​ແຈກ​ຈ່າຍ​ແກ່​ຄົນ​ຍາກ​ຈົນ" ຫລື "ການ​ຊ່ວຍ​ເຫລືອ​ສຳ​ລັບ​ຄົນ​ຍາກ​ຈົນ."

ທຳລາຍ, ຊາກປະຫຼັກຫັກພັງ

ນິຍາມ

ການ "ທຳລາຍ" ຂອງບາງສິ່ງຂອງບາງຢ່າງ ໝາຍເຖິງການທຳລາຍໃຫ້ເສຍ ທຳລາຍຫຼືທຳໃຫ້ໄຮ້ປະໂຫຍດ ຄຳວ່າ "ຊາກປະຫຼັກຫັກພັງ" ອ້າງເຖິງເສດຊາກແລະສິ່ງຕ່າງໆທີ່ຖືກທຳລາຍແລ້ວແຕ່ມີທີ່ຍັງເຫຼືອຢູ່.

  • ຜູ້ປະກາດພຣະຄັມ ເຊຟານີຢາ ໄດ້ເວົ້າເຖິງວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າດັ່ງເຊ້່ນ "ວັນແຫ່ງການທຳລາຍ" ເມື່ອວັນທີ່ໂລກນີ້ຈະຖືກພິພາກສາແລະລົງໂທດ.
  • ພຣະຄັມສຸພາສິດກ່າວວ່າການທຳລາຍແລະຄວາມພິນາດລໍຄອຍຄົນທັງຫຼາຍທີ່ບໍ່ຊອບທັມ.
  • ຂຶ້ນຢູ່ກັບບໍຣິບົດ "ການທຳລາຍ" ສາມາດແປໄດ້ວ່າ "ການທຳໃຫ້ພິນາດຈິບຫາຍ" ຫຼື "ການທຳໃຫ້ເສຍຫາຍ" ຫຼື "ທຳໃຫ້ໄຮ້ປະໂຫຍດ" ຫຼື "ທຳໃຫ້ແຕກພັງ."
  • ຄຳວ່າ "ທຳລາຍ" ຫຼື "ຊາກປະຫຼັກຫັກພັງ" ສາມາດແປໄດ້ເປັນ "ເສດເລັກເສດນ້ອຍ" ຫຼື "ອາຄານທີ່ພັງທະລາຍ" ຫຼື "ເມື່ອຖືກທຳລາຍ" ຫຼື "ການລ້າງຜານ" ຫຼື "ຄວາມພິນາດ" ຂຶ້ນຢູ່ກັບບໍຣິບົດ.

ທຳລາຍລ້າງ, ການທຳລາຍລ້າງ

ນິຍາມ

ຸຄຳວ່າ “ທຳລາຍ“ ຫລື “ການທຳລາຍລ້າງ“ ໝາຍຄວາມວ່າການມີຊັບສົມບັດຫລືທີ່ດິນທີ່ຖືກທຳລາຍຫລືທຳລາຍຄົນອື່ນ. ມັນຍັງລວມທັງການທຳລາຍຫລືການຈັບກຸມຜູ້ທີ່ອາໄສຢູ່ໃນດິນແດນນັ້ນນຳອີກ.

  • ນີ້ໝາຍເຖິງການທຳລາຍຢ່າງຮຸນແຮງແລະໝົດກ້ຽງ.
  • ຍົກຕົວຢ່າງ, ເມືອງໂສໂດມໄດ້ຖືກທຳລາຍລ້າງໂດຍພຣະເຈົ້າວ່າເປັນການລົງໂທດຕໍ່ບາບຂອງຄົນທີ່ອາໄສຢູ່ທີ່ນັ້ນ.
  • ຄຳວ່າ “ການທຳລາຍລ້າງ“ ຍັງປະກອບມີຄວາມໂສກເສົ້າທາງດ້ານອາລົມເຊິ່ງເປັນຜົນມາຈາກການລົງໂທດຫລືການທຳລາຍລ້າງ.

ຄຳແນະນຳ ໃນການແປ

  • ຄຳວ່າ “ທຳລາຍລ້າງ“ ສາມາດແປວ່າ “ທຳລາຍໄດ້ຢ່າງສົມບູນ“ ຫລື “ທຳລາຍຢ່າງໝົດຊິ້ນ.“
  • ອີງຕາມສະພາຍການ, “ການທຳລາຍລ້າງ“ ສາມາດຖືກແປວ່າ “ການທຳລາຍທັງໝົດ“ ຫລື “ຄວາມເສຍຫາຍທັງໝົດ“ ຫລື “ ຄວາມທຸກໂສກທີ່ລົ້ນເຫລືອ“ ຫລື “ໄພພິບັດ“

ທີ່ປະຊຸມ, ທີ່ຊຸມນຸມ, ປະຊຸມກັນ

ນິຍາມ

ຄຳວ່າ " ທີ່ປະຊຸມ " ໂດຍປົກກະຕິແລ້ວຈະເວົ້າເຖິງກຸ່ມທີ່ມາໂຮມກັນເພື່ອເວົ້າຄູຍເລື້ອງບັນຫາ ໃຫ້ຄຳແນະນຳ ແລະຕັດສິນໃຈກັນ.

  • ທີ່ປະຊຸມອາດເປັນກຸ່ມຄົນທີ່ຖືກຈັດຂຶ້ນຢ່າງເປັນທາງການແລະບາງຄັ້ງກໍແຕ່ງຕັ້ງຂືຶ້ນຢ່າງຖາວອນ, ຫລືອາດເປັນກຸ່ມຄົນທີ່ມາຮ່ວມກັນຊົ່ວຄາວເພື່ອຈຸດປະສົງຫລືໃນໂອກາດພິເສດ.
  • ໃນພັນທະສັນຍາເດີມມີຮູບແບບຂອງທີ່ປະຊຸມທີ່ເອີ້ນວ່າ " ປະຊຸມທຳພິທີ " ຊື່ງປະຊາຊົນອິສະຣາເອນຈະມາລວມກັນເພື່ອນະມັດສະການພຣະຢາເວ.
  • ບາງຄັ້ງຄຳວ່າ " ທີ່ປະຊຸມ " ໝາຍເຖິງຄົນອິສະຣາເອນທົ່ວໆ ໄປເປັນກຸ່ມ
  • ການລວມຕົວຂອງທະຫານສັດຕູເປັນຈຳນວນຫລາຍ, ບາງຄັ້ງກໍຖືກເອີ້ນວ່າ " ທີ່ຊຸມນຸມ " ຊຶ່ງອາດແປໄດ້ອີກວ່າ " ກອງທັບ "
  • ໃນພັນທະສັນຍາໃໝ່ ທີ່ປະຊຸມຂອງຜູ້ນຳຊາວຢິວ 70 ຄົນ ໃນເມືອງໃຫຍ່ໆ ເຊັ່ນຢູ່ໃນກຸງເຢຣູຊາເລັມ, ກໍຈະປະຊຸມກັນເພື່ອການຕັດສິນເລື້ອງຄະດີຄວາມຕາມກົດໝາຍແລະຂໍ້ຂັດແຍ້ງລະຫວ່າງຜູ້ຄົນ ທີ່ປະຊຸມນີ້ຖືກເອີ້ນວ່າ " ສະພາແຊນເຮຣິນ "ຫລື " ສະພາຢິວ. "

ຂໍ້ແນະນຳໃນການແປ

  • ຂຶ້ນຢູ່ກັບກໍລະນີນັ້ນໆ ຄຳວ່າ "ທີ່ປະຊຸມ " ອາດແປໄດ້ອີກວ່າ " ການລວມຕົວກັນເປັນພິເສດ " ຫລື " ທີ່ຊຸມນຸມ " ຫລື "ສະພາ "ຫລື " ກອງທັບ "ຫລື "ກຸ່ມຄົນຈຳນວນຫລາຍ. "
  • ເມື່ອຄຳວ່າ " ທີ່ປະຊຸມ " ໂດຍທົ່ວໄປໝາຍເຖິງຄົນອິສະຣາເອນທັງໝົດອາດຈະແປໄດ້ອີກວ່າ" ຊຸມນຸມຊົນ" ຫລື "ປະຊາຊົນອິສະຣາເອນ. "
  • ຄຳວ່າ " ຊຸມນຸມຊົນທັງໝົດ " ອາດຖືກແປໄດ້ອີກວ່າ " ປະຊາຊົນທັງໝົດ " ຫລື " ກຸ່ມຄົນອິສະຣາເອນທັງໝົດ " ຫລື " ທຸກຄົນ. "

ທີ່ລະລຶກເຖິງ, ການຖວາຍເພື່ອເປັນອະນຸສອນ

ນິຍາມ

ຄຳວ່າ "ທີ່ລະລຶກເຖິງ" ບົ່ງບອກເຖິງການກະທຳ ຫລືສິ່ງທີ່ເຮັດໃຫ້ບາງຄົນ ຫລືບາງສິ່ງ ເປັນທີ່ຈື່ຈຳ.

  • ຄຳນີ້ຍັງຖືກໃຊ້ເປັນບົດຄວາມ ເພື່ອອະທິບາຍເຖິງບາງສິ່ງ ທີ່ເຮັດໃຫ້ພວກເຂົາຈື່ຈຳສິ່ງນັ້ນໄດ້, ເຊັ່ນ "ການຖວາຍເພື່ອເປັນຄວາມຊົງຈຳ," "ສ່ວນທີ່ລະນຶກເຖິງ" ຂອງການເສຍສະຫຼະ ຫລື "ສີລາຈາລຶກ."
  • ໃນພຣະຄັມພີເດີມ ການຖວາຍເພື່ອເປັນຄວາມຊົງຈຳ ໄດ້ເຮັດຂຶ້ນມາ ເພື່ອໃຫ້ຊາວອິດສະຣາເອນ ລະນຶກເຖິງສິ່ງທີ່ພຣະເຈົ້າ ໄດ້ເຮັດເພື່ອພວກເຂົາ.
  • ພຣະເຈົ້າໄດ້ສັ່ງໃຫ້ບັນດາປະໂລຫິດຂອງອິດສະຣາເອນ ສວມໃສ່ເສື້ອຄຸມພິເສດ ທີ່ໃສ່ສີລາຈາລຶກໄວ້ ເພື່ອໃຫ້ເປັນເຄື່ອງເຕືອນຄວາມຊົງຈຳ. ໃນສິລາຈາລຶກເຫລົ່ານີ້ ໄດ້ແກະສະຫລັກຊື່ຂອງສິບສອງຊົນເຜົ່າຂອງອິດສະຣາເອນໃສ່. ບາງເທື່ອ ສິ່ງເຫລົ່ານີ້ ຈະຊ່ວຍເຕືອນໃຫ້ພວກເຂົາຈື່ວ່າ ຄວາມສັດຊື່ຂອງພຣະເຈົ້າ ມີໃຫ້ພວກເຂົາສະເໝີ.
  • ໃນພຣະຄັມພີໃໝ່, ພຣະເຈົ້າ ໄດ້ໃຫ້ກຽດແກ່ຊາຍຄົນໜຶ່ງ ຄື ໂກເນລີອຸດ ເພາະລາວໄດ້ໃຫ້ທານແກ່ຜູ້ຍາກຈົນ. ການໃຫ້ທານທີ່ໄດ້ເຮັດນີ້ ຈິ່ງຖືກເອີ້ນວ່າເປັນ "ທີ່ລະນຶກເຖິງ" ຕໍ່ພຣະພັກພຣະເຈົ້າ.

ຄຳແນະນຳໃນການແປ

  • ນີ້ຍັງສາມາດແປໄດ້ອີກວ່າ, "ການເຕືອນທີ່ຍາວນານ."
  • "ສີລາຈາລຶກ" ສາມາດແປໄດ້ອີກວ່າ, "ສີລາເພື່ອເຕືອນພວກເຂົາ."

ທີ່ລີ້ພັຍ, ທີ່ກຳບັງ

ນິຍາມ

ຄຳ ວ່າ“ ບ່ອນລີ້ພັຍ” ໝາຍ ເຖິງສະຖານທີ່ຫລືສະພາບຄວາມປອດພັຍແລະການປົກປ້ອງ. "ທີ່ກຳບັງ" ໝາຍເຖິງໂຄງສ້າງທາງກາຍະພາບທີ່ປ້ອງກັນຈາກດິນຟ້າອາກາດຫລືອັນຕະລາຍ.

  • ໃນພຣະຄັມພີ, ພຣະເຈົ້າມັກຈະຖືກກ່າວເຖິງເປັນບ່ອນລີ້ພັຍບ່ອນທີ່ປະຊາຊົນຂອງພຣະອົງສາມາດມີຄວາມປອດພັຍ, ປົກ ປ້ອງແລະເບິ່ງແຍງໄດ້.
  • ຄຳວ່າ, "ເມືອງລີ້ພັຍ" ໃນພຣະຄັມພີເດີມໄດ້ກ່າວເຖິງບາງເມືອງທີ່ຄົນທີ່ຂ້າຄົນໂດຍບັງເອີນຄົນ ໜຶ່ງ ສາມາດແລ່ນໄປຫາການປົກປ້ອງຈາກຄົນທີ່ຈະ ທຳ ຮ້າຍພວກເຂົາໃນການແກ້ແຄ້ນ.
  • "ທີ່ກຳບັງ" ມັກຈະເປັນໂຄງສ້າງທາງດ້ານຮ່າງກາຍເຊັ່ນ: ອາຄານຫລືຫລັງຄາທີ່ສາມາດປົກປ້ອງຄົນຫລືສັດໄດ້.
  • ບາງຄັ້ງ "ທີ່ກຳບັງ" ໝາຍຄວາມວ່າ "ການປົກປ້ອງ" ຄືກັບທີ່ລາວເວົ້າວ່າແຂກຂອງລາວ "ຢູ່ພາຍໃຕ້ບ່ອນລີ້ພັຍ" ຂອງຫລັງຄາຂອງລາວ. ລາວ ກຳ ລັງບອກວ່າພວກເຂົາຄວນຈະປອດພັຍເພາະວ່າພວກເຂົາຢູ່ໃນເຮືອນຂອງລາວ.

ຄຳແນະນຳໃນການແປ

  • ຄຳວ່າ“ ບ່ອນລີ້ພັຍ” ສາມາດແປເປັນ“ ບ່ອນປອດພັຍ” ຫຼື“ ບ່ອນປົກປ້ອງ.”
  • ອີງຕາມສະພາບການ, ຄຳວ່າ "ທີ່ກຳບັງ" ສາມາດຖືກແປເປັນ "ສິ່ງທີ່ປົກປ້ອງ" ຫຼື "ການປົກປ້ອງ" ຫຼື "ສະຖານທີ່ປ້ອງກັນ."
  • ຖ້າມັນໝາຍ ເຖິງໂຄງສ້າງທາງດ້ານຮ່າງກາຍ, "ທີ່ກຳບັງ" ກໍ່ອາດຈະຖືກແປເປັນ "ອາຄານປ້ອງກັນ."
  • ປະໂຫຍກທີ່ວ່າ "ເຂົ້າໄປໃນທີ່ກຳບັງທີ່ປອດພັຍ" ສາມາດຖືກແປເປັນ "ບ່ອນທີ່ປອດພັຍ" ຫຼື "ເປັນສະຖານທີ່ທີ່ຈະປ້ອງກັນ."
  • ເພື່ອ“ ຊອກຫາທີ່ພັກອາໃສ” ຫລື“ ບ່ອນລີ້ພັຍ” ຫລື“ ບ່ອນລີ້ພັຍ” ສາມາດແປເປັນ,“ ຊອກຫາສະຖານທີ່ທີ່ປອດພັຍ” ຫລື“ ເອົາຕົວເອງຢູ່ໃນສະຖານທີ່ປ້ອງກັນ.”
  • ເພື່ອ“ ຊອກຫາທີ່ກຳບັງ” ຫລື“ ບ່ອນລີ້ພັຍ” ຫລື“ ບ່ອນລີ້ພັຍ” ສາມາດແປເປັນ,“ ຊອກຫາສະຖານທີ່ທີ່ປອດພັຍ” ຫລື“ ເອົາຕົວເອງຢູ່ໃນສະຖານທີ່ປ້ອງກັນ.”

ທີ່ໝັ້ນ,ປ້ອມປາການ,ກຳລັງເສີມ

ນິຍາມ

ຄຳສັບທີ່ວ່າ“ ທີ່ໝັ້ນ” ແລະ“ ປ້ອມປາການ” ທັງສອງໝາຍເຖິງສະຖານທີ່ທີ່ໄດ້ຮັບການປ້ອງກັນເປັນຢ່າງດີຈາກການໂຈມຕີຂອງພວກທະຫານສັດຕູ. ຄຳວ່າ“ ກຳລັງເສີມ” ໄດ້ອະທິບາຍເຖິງເມືອງຫລືສະຖານທີ່ອື່ນໆທີ່ໄດ້ຮັບຄວາມປອດໄພຈາກການໂຈມຕີ.

  • ປົກກະຕິແລ້ວ, ບັນດາປ້ອມແລະປ້ອມປາການແມ່ນໂຄງສ້າງທີ່ມະນຸດສ້າງດ້ວຍກຳແພງປ້ອງກັນ. ພວກມັນຍັງສາມາດເປັນສິ່ງກີດຂວາງທາງທຳມະຊາດເຊັ່ນ: ຜາຫີນຫຼືພູເຂົາສູງ.
  • ປະຊາຊົນໄດ້ສ້າງປ້ອມປ້ອງກັນໂດຍການສ້າງກຳແພງທີ່ໜາ ແໜ້ນຫລືໂຄງສ້າງອື່ນໆທີ່ເຮັດໃຫ້ສັດຕູເຂົ້າມາທຳລາຍຍາກ.
  • "ທີ່ໝັ້ນ" ຫຼື "ປ້ອມປາການ" ສາມາດຖືກແປເປັນ "ສະຖານທີ່ທີ່ປອດໄພ" ຫຼື "ສະຖານທີ່ປົກປ້ອງຢ່າງເຂັ້ມແຮງ".
  • ຄຳວ່າ "ເມືອງທີ່ເຂັ້ມແຂງ" ສາມາດແປວ່າ "ເມືອງທີ່ມີການປົກປ້ອງຢ່າງປອດໄພ" ຫຼື "ເມືອງທີ່ມີການກໍ່ສ້າງຢ່າງແຂງແຮງ".
  • ຄຳນີ້ຍັງຖືກໃຊ້ເປັນຕົວປຽບທຽບເພື່ອອ້າງເຖິງພຣະເຈົ້າວ່າເປັນທີ່ໝັ້ນ ຫຼືປ້ອມປາການ ສຳລັບຜູ້ທີ່ໄວ້ວາງໃຈໃນພຣະອົງ. (ເບິ່ງເພີ່ມເຕີມ: c://*/ta/man/translate/figs-metaphor).
  • ຄວາມໝາຍອີກຮູບໜຶ່ງສຳລັບຄຳວ່າ“ ທີ່ໝັ້ນ” ໝາຍເຖິງບາງສິ່ງບາງຢ່າງທີ່ຜູ້ຄົນໄວ້ວາງໃຈຜິດໆເພື່ອຄວາມປອດໄພຢ່າງເຊັ່ນ: ພະທຽມຫລືສິ່ງອື່ນໆທີ່ເຄົາລົບນັບຖືແທນທີ່ຈະເປັນ ພຣະເຈົ້າຢາເວ. ນີ້ອາດຈະຖືກແປເປັນ "ທີ່ຫມັ້ນຈອມປອມ".
  • ຄຳສັບນີ້ຄວນຖືກແປໃຫ້ແຕກຕ່າງຈາກ "ບ່ອນລີ້ໄພ" ເຊິ່ງເນັ້ນໜັກເຖິງຄວາມປອດໄພຫຼາຍກວ່າແນວຄິດທີ່ຈະໄດ້ຮັບກຳ ລັງເສີມ.

ທຸກທໍລະມານ

ນິຍາມ

ຄຳວ່າ "ທຸກທໍລະມານ" ອ້າງເຖິງຄວາມທຸກຍາກຢ່າງຍິ່ງ. ການທໍລະມານບາງຄົນໝາຍເຖິງການເຮັດໃຫ້ໃຜບາງຄົນຕ້ອງທົນທຸກທໍລະມານທີ່ຊອບກະທຳດ້ວຍວິທີໂຫດຮ້າຍ.

  • ບາງເທື່ອຄຳວ່າ "ທຸກທໍລະມານ" ອ້າງເຖິງຄວາມເຈັບປວດແລະຄວາມທຸກທໍລະມານທາງກາຍ. ຕົວຢ່າງວ່າ:ຫນັງສືພຣະນິມິດທີ່ອະທິບາຍເຖິງການທຸກທໍລະມານທາງຮ່າງກາຍທີ່ຜູ້ນະມັດການ "ສັດຮ້າຍ" ຈະໄດ້ຮັບການທຸກທໍລະມານ ໃນຕອນຍຸກສຸດທ້າຍ.
  • ຄວາມທຸກທໍລະມານອາດເກີດຂຶ້ນໃນຮູບແບບຂອງຄວາມທຸກທໍລະມານທາງຈິດວິນຍານແລະອາລົມຢ່າງທີ່ໂຢບໄດ້ຮັບປະສົບການ.
  • ຕາມພຣະທຳພຣະນິມິດ, ຄົົນທີ່ບໍ່ເຊື່ອໃນພຣະເຢຊູເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຂົາຈະໄດ້ຮັບຄວາມທຸກທໍລະມານຊົ່ວນິລັນດອນໃນບຶງໄຟນາລົກ.
  • ຄຳນີ້ສາມາດແປເປັນ "ຄວາມທຸກແສນສາຫັດ" ຫລື "ເຮັດໃຫ້ຄົນຕ້ອງທົນທຸກທໍລະມານຢ່າງຫລາຍ" ຫລື "ຄວາມທຸກທໍລະມານ" ຜູ້ແປບາງຄົນອາດເພີ່ມຄໍາວ່າ "ທາງຮ່າງກາຍ" ຫລື "ທາງຈິດວິນຍານ" ເພື່ອໃຫ້ຄວາມຫມາຍຊັດເຈນຍິ່ງຂຶ້ນ.

ທຸກທໍລະມານ,ຄວາມທຸກທໍລະມານ

ນິຍາມ

ຄຳວ່າ "ທຸກທໍລະມານ" ແລະ "ຄວາມທຸກທໍລະມານ" ໝາຍເຖິງການປະສົບກັບບາງສິ່ງທີ່ບໍ່ພໍໃຈ, ເຊັ່ນຄວາມເຈັບປ່ວຍ, ຄວາມເຈັບປວດ, ຫລືຄວາມທຸກຍາກລຳບາກອື່ນໆ.

  • ເມື່ອປະຊາຊົນຖືກຂົ່ມເຫັງຫລືເມື່ອພວກເຂົາເຈັບປ່ວຍ, ພວກເຂົາກໍ່ທຸກທໍລະມານ.
  • ບາງຄັ້ງປະຊາຊົນທຸກທໍລະມານຍ້ອນສິ່ງທີ່ບໍ່ຖືກຕ້ອງທີ່ພວກເຂົາໄດ້ເຮັດ; ບາງຄັ້ງທີ່ພວກເຂົາທົນທຸກເພາະຄວາມບາບແລະໂລກໄພໄຂ້ເຈັບ.
  • ຄວາມທຸກທໍລະມານທາງດ້ານຮ່າງກາຍ, ເຊັ່ນ: ຄວາມຮູ້ສຶກເຈັບປວດຫຼືເຈັບປ່ວຍ. ມັນຍັງສາມາດເປັນອາລົມເຊັ່ນ: ຄວາມຢ້ານກົວ, ຄວາມໂສກເສົ້າ, ຫລືຄວາມໂດດດ່ຽວ.
  • ປະໂຫຍກທີ່ວ່າ“ ທົນທຸກທໍລະມານກັບຂ້ອຍ” ໝາຍຄວາມວ່າ“ ທົນກັບຂ້ອຍ” ຫລື“ ຟັງຂ້ອຍບອກ” ຫລື“ ຟັງດ້ວຍຄວາມອົດທົນ”.

ຄຳແນະນຳໃນການແປ

  • ຄຳວ່າ“ ທຸກທໍລະມານ” ຍັງແປໄດ້ອີກວ່າ“ ຮູ້ສຶກເຈັບປວດ” ຫລື“ ທົນທຸກຕໍ່ຄວາມຫຍຸ້ງຍາກ” ຫລື“ ປະສົບກັບຄວາມຫຍຸ້ງຍາກ” ຫລື“ ຜ່ານປະສົບການທີ່ຫຍຸ້ງຍາກແລະເຈັບປວດ”.
  • ອີງຕາມສະພາບການ, "ຄວາມທຸກທໍລະມານ" ຍັງແປໄດ້ອີກວ່າ "ສະຖານະການທີ່ຫຍຸ້ງຍາກທີ່ສຸດ" ຫຼື "ຄວາມລໍາບາກຢ່າງຮຸນແຮງ" ຫຼື "ປະສົບຄວາມຫຍຸ້ງຍາກ" ຫຼື "ເວລາທີ່ພົບປະສົບການທີ່ເຈັບປວດທີ່ສຸດ".
  • ຄຳວ່າ "ທົນທຸກຕໍ່ຄວາມຫິວກະຫາຍ" ຍັງແປໄດ້ອີກວ່າ "ປະສົບການຫິວກະຫາຍ" ຫລື "ທໍລະມານກັບຄວາມຫິວກະຫາຍ".
  • "ທົນທຸກຕໍ່ຄວາມຮຸນແຮງ" ຍັງແປໄດ້ອີກວ່າ "ໄດ້ຮັບຄວາມຮຸນແຮງ" ຫຼື "ຖືກທຳຮ້າຍໂດຍການກະທຳຮຸນແຮງ".

ທູດ, ຜູ້ສື່ສານ, ຕົວແທນ

ນິຍາມ

ທູດເປັນບຸກຄົນທີ່ຖືກເລືອກຢ່າງເປັນທາງການເພື່ອໃຫ້ເປັນຕົວແທນປະເທດຂອງເຂົາ,ໃນການຕິດຕໍ່ສຳພັນກັບປະເທດອື່ນໆ. ແລະກໍໃຊ້ເປັນພາບປຽບທຽບແລະບາງຄັ້ງກໍຖືກແປໃຫ້ເປັນແບບທົ່ວໄປວ່າ "ຕົວແທນ."

  • ທູດຫຼືຕົວແທນຈະນຳຂ່າວສານຈາກບຸກຄົນຫຼືທາງການທີ່ສົ່ງເຂົ້າໄປໃຫ້ປະຊາຊົນຊາບ.
  • ໂດຍທົ່ວໆໄປຄຳວ່າ "ຕົວແທນ" ກ່າວເຖິງບາງຄົນທີ່ໄດ້ຮັບສິດອຳນາດທີ່ຈະກະທຳແລະເວົ້າແທນບຸກຄົນທີ່ເຂົາເປັນຕົວແທນຢູ່.
  • ອັກຄະທູດໂປໂລໄດ້ສອນໄວ້ວ່າຄຣິດສະຕຽນເປັນ "ທູດ" ຫຼື "ຕົວແທນ"ຂອງພຣະຄຣິດໃນໂລກນີ້ ແລະສັ່ງສອນຂ່າວສານຂອງພຣະອົງໃຫ້ແກ່ຄົນອື່ນ.
  • ຄຳວ່າ "ທູດ" ສາມາດແປໄດ້ວ່າ "ຕົວແທນຢ່າງເປັນທາງການ" ຫຼື

"ຜູ້ສື່ສານທີ່ໄດ້ຮັບການແຕ່ງຕັ້ງ" ຫຼື "ຕົວແທນທີ່ຖືກເລືອກ" ຫຼື "ຕົວແທນທີ່ພຣະເຈົ້າໄດ້ຊົງແຕ່ງຕັ້ງໄວ້ ທັງນີ້ຂຶ້ນຢູ່ກັບເນື້ອຫາໃນບໍຣິບົດນັ້ນໆ.

  • ຄຳວ່າ "ຄະນະທູດ" ສາມາດແປໄດ້ອີກວ່າ "ຜູ້ສື່ສານຢ່າງເປັນທາງບາງທ່ານ" ຫຼື "ກຸ່ມຕົວແທນທີ່ໄດ້ຮັບການແຕ່ງຕັ້ງ" ຫຼື "ຄະນະຂ້າຣາດຊະການຂອງປະຊາຊົນທີ່ຈະເວົ້າກັບປະຊາຊົນທັງຫຼາຍ.

ທ່ຽງຕົງ, ຄວາມທ່ຽງຕົງ

ນິຍາມ

ຄຳວ່າ "ທ່ຽງຕົງ" ແລະ "ຄວາມທ່ຽງຕົງ" ອ້າງເຖິງການກະທຳທີ່ປະຕິບັດຕາມກົດໝາຍຂອງພຣະເຈົ້າ.

  • ຄວາມໝາຍຂອງຄຳເຫລ່ານີ້ທັງໝົດລວມເຖິງຄວາມຄິດທີ່ທ່ຽງຕົງແລະແນມຕົງໄປຂ້າງໜ້າ.
  • ຄົົນທີ່ "ທ່ຽງຕົງ" ຄືຄົົນທີ່ປະຕິບັດຕາມກົດຂອງພຣະເຈົ້າແລະບໍ່ເຮັດໃນສິ່ງທີ່ຂັດຕໍ່ພຣະປະສົງຂອງພຣະອົງ.
  • ຄຳວ່າ "ຄວາມຊື່ສັດ" ແລະ "ຊອບທຳ" ມີຄວາມໝາຍຄ້າຍຄືກັນແລະບາງເທື່ອກໍ່ໃຊ້ໃນແບບຄຳຄູ່ຂະໜານກັນເຊັ່ນ "ຄວາມສົມບູນແລະທ່ຽງທຳ" (ເບິ່ງ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)

ຄຳແນະນຳໃນການແປ

  • ວິທີການແປ "ທ່ຽງຕົງ" ສາມາດລວມເຖິງ, "ການສະແດງຢ່າງຖືກຕ້ອງ" ຫລື "ຄົົນທີ່ເຮັດໜ້າທີ່ຢ່າງຖືກຕ້ອງ" ຫລື "ປະຕິບັດຕາມກົດໝາຍຂອງພຣະເຈົ້າ" ຫລື "ເຊື່ອຟັງພຣະເຈົ້າ" ຫລື "ປະພຶດໃນທາງທີ່ຖືກຕ້ອງ"
  • ຄຳວ່າ "ຄວາມທ່ຽງຕົງ" ອາດແປໄດ້ວ່າ, "ຄວາມບໍລິສຸດທາງສິນລະທຳ" ຫລື "ການປະຕິບັດຕາມຫລັກສິນລະທຳອັນດີງາມ" ຫລື "ຄວາມຖືກຕ້ອງ."
  • ຖ້ອຍຄຳທີ່ວ່າ " ຄົນທ່ຽງທຳ" ອາດແປວ່າ " ຄົົນທີ່ມີຄວາມທ່ຽງຕົງ" ຫລື "ຄົນທ່ຽງຕົງ."

ເທສະການ

ນິຍາມ

ໂດຍທົ່ວໄປເທສະການຄືການສະເຫຼີມສະຫຼອງທີ່ຈັດໂດຍຄົນໃນຊຸມຊົນ.

  • ຄຳວ່າ "ເທສະການ" ໃນພັນທະສັນຍາເດີມໝາຍຄວາມຕາມຕົວອັກສອນຄື "ເວລາທີ່ໄດ້ກຳນົດໄວ້".
  • ການສະເຫຼີມສະຫຼອງເທດສະການໂດຍຄົນອິສະຣາເອນມີການກຳນົດເວລາຫຼືລະດູການຕາມທີ່ພຣະເຈົ້າຊົງໄດ້ບັນຊາໃຫ້ພວກເຂົາທຳ.
  • ໃນພາສາອັງກິດບາງສະບັບຄຳວ່າ "ງານລ້ຽງ" ຖືກໃຊ້ຫຼາຍຄັ້ງແທນຄຳວ່າເທດສະການເພາະວ່າການສະເຫຼີມສະຫຼອງ ລວມທັງການຮັບປະທານອາຫານຄາບໃຫຍ່ຮ່ວມກັນ.
  • ມີງານເທດສະການຫຼັກໆ ທີ່ຄົນອິສະຣາເອນສະຫຼອງທຸກປີເຊັ່ນ:
  • ປັດສະຄາ.
  • ເທສະການເຂົ້າໜົມປັງບໍ່ມີເຊື້ອ.
  • ຜົນລະປູກທຳອິດ.
  • ເທສະການແຫ່ງສັບປະດາ(ເພັນເທຄ໊ອດ).
  • ເທສະການສຽງແກ.
  • ວັນລຶບລ້າງບາບ.
  • ເທສະການຢູ່ໄຟ.
  • ຈຸດປະສົງຂອງເທດສະການເຫຼົ່ານີ້ຄືການຂອບພຣະຄຸນພຣະເຈົ້າແລະລະນຶກເຖິງສິ່ງມະຫັດສະຈັນທັງຫຼາຍທີ່ພຣະອົງຊົງໄດ້ທຳເພື່ອຊ່ວຍເຫຼືອປົກປ້ອງແລະຈັດຕຽມເພື່ອປະຊາກອນຂອງພຣະອົງ.

ເທດສະການ, ງານລ້ຽງ

ນິຍາມ

ຄຳວ່າ "ເທດສະການ" ກ່າວເຖິງງານທີ່ມີຄົນຫລວງຫລາຍມາຮ່ວມກັນຮັບປະທານອາຫານຄາບໃຫຍ່, ຫລາຍໆຄັ້ງຄືການສະເຫລີມສະຫລອງບາງຢ່າງຮ່ວມກັນ. ການຈັດ "ເທດສະການ" ໝາຍເຖິງການຮັບປະທານອາຫານຫລວງຫລາຍຫລືຮ່ວມໃນການຮັບປະທານອາຫານງານລ້ຽງຮ່ວມກັນ.

  • ຫລາຍຄັ້ງມີອາຫານພິເສດທີ່ກິນໃນງານລ້ຽງສະເຫລີມສະຫລອງບາງຢ່າງ.
  • ເທດສະການທາງສາສນາທີ່ພຣະເຈົ້າຊົງໄດ້ບັນຊາໃຫ້ຄົນຢິວສະເຫລີມສະຫລອງມັກຮ່ວມກັນທັງຈັດງານລ້ຽງດ້ວຍກັນ. ດ້ວຍເຫດນີ້ເທດສະການມັກຖືກຮຽກວ່າ "ງານລ້ຽງ."
  • ໃນສະໄໝພຣະຄັມພີ, ກະສັດແລະຄົນລ້ຳລວຍຮັ່ງມີແລະຄົນທີ່ມີອຳນາດມັກຈັດງານລ້ຽງ ຫລາຍໆເທື່ອເພື່ອຮັບຮອງຄອບຄົວຂອງພວກເຂົາຫລືບັນດາໝູ່ເພື່ອນ.
  • ໃນເລື່ອງລູກນ້ອຍຫລົງຫາຍ, ພໍ່ໄດ້ຈັດງານລ້ຽງພິເສດເພື່ອກຽມສະຫລອງການກັບມາຂອງລູກຊາຍຂອງເຂົາ.
  • ບາງຄັ້ງງານລ້ຽງຈະດຳເນີນໄປເລື້ອຍໆປະມານເຈັດວັນຫລືຫລາຍກ່ວານັ້ນ.
  • ຄຳວ່າ "ງານລ້ຽງ" ສາມາດແປໄດ້ວ່າ "ກິນຢ່າງຟຸມເຟືອຍ" ຫລື "ສະຫລອງໂດຍການການຮັບປະທານອາຫານຢ່າງຫລວງຫລາຍ" ຫລື "ຮັບປະທານພິເສດຄາບໃຫຍ່."
  • ບາງສໍານວນ, "ງານລ້ຽງ" ສາມາດແປໄດ້ວ່າ, "ການສະຫລອງຮ່ວມກັນດ້ວຍອາຫານຄາບໃຫຍ່" ຫລື "ອາຫານຄາບທີ່ມີອາຫານຫລວງຫລາຍ" ຫລື "ເທດສະການອາຫານ."

ເທດສະຫນາ

ນິຍາມ

ຄືການເວົ້າກັບກຸ່ມຄົນ, ສອນເລື່ອງພຣະເຈົ້າໃຫ້ພວກເຂົາແລະຊັກຊວນໃຫ້ພວກເຂົາເຊື່ອຟັງພຣະອົງ.

  • ຫລາຍເທື່ອການເທດສະຫນາເຮັດໂດຍບຸກຄົນ. ຄົນດຽວເຮັດໃຫ້ຄົນກຸ່ມໃຫຍ່ໂດຍປົກກະຕິເປັນການເວົ້າ, ບໍ່ແມ່ນການຂຽນ.
  • '' ການເທດສະຫນາ '' ແລະ ''ການສອນ'' ນັ້ນຄ້າຍຄືກັນ,ແຕ່ບໍ່ໄດ້ຄືກັນເລີຍ.
  • ການເທດສະຫນາ ''ອ້າງເຖິງການປະກາດທາງຝ່າຍວິນຍານ ຫລື ຄຳສອນແຫ່ງຄວາມຈິງຕໍໍ່ສາທາລະນະຊົນ,ແລະຊັກຊວນໃຫ້ຜູ້ຟັງຕອບສະໜອງ. ''ການສອນ'' ເປັນຄຳທີ່ເນັ້ນການສອນ, ທີ່ໃຫ້ຂໍ້ມູນແກ່ປະຊາຊົນ ຫລື ສອນພວກເຂົາເຖິງວິທີການເຮັດບາງສິ່ງບາງຢ່າງ.
  • ຄຳວ່າ ''ເທດສະຫນາ'' ມັກຈະໃຊ້ກັບຄຳວ່າ ''ຂ່າວປະເສີດ.''
  • ສິ່ງທີ່ບຸກຄົນໜື່ງໄດ້ເທດສະຫນາໃຫ້ກັບຄົນອື່ນກໍ່ສາມາດອ້າງເຖິງໂດຍທົ່ວໄປໄດ້ວ່າເປັນ ''ຄຳສອນ'' ຂອງເຂົາ.

ແທງ

ນິຍາມ

ຄຳວ່າ "ແທງ" ນັ້ນໝາຍເຖິງການແທງບາງສິ່ງດ້ວຍວັດຖູທີ່ມີຄວາມຄົມແລະປາຍແຫຼມ ນອກຈາກນີ້ຢັງໃຊ້ໃນເຊີງອຸປະມາອຸປະໄມອ້າງເຖິງການກໍ່ໃຫ້ເກີດຄວາມເຈັບປວດທາງອາລົມແກ່ບາງຄົນ

  • ທະຫານໄດ້ໃຊ້ຫອກແທງຂ້າງການຂອງພຣະເຢຊູເມື່ອທີ່ໄມ້ກາງແຂນນັ້ນ
  • ໃນສະໄໝຂອງພຣະຄຳພີ ຂ້າທາດທີ່ໄດ້ຮັບການປົດປ່ອຍ ຈະຖືກເຈາະຫູເປັນສັນຍາລັກໃນ​ການເລືອກທີ່ຈະຮັບໃຊ້ເຈົ້ານາຍຂອງຕົນຕໍ່ໄປ
  • ສິເມໂອນໄດ້ກລ່າວໃນເຊີງອຸປະມາອຸປະໄມກັບມາຣີ ວ່າ ຫັວໃຈຂອງນາງຈະຖືກດາບແທງທະລຸຊຶ່ງໝາຍຄວາມວ່ານາງຈະປະສົບກັບຄວາມໂສກເສົ້າຢ່າງຫລາຍເນື່ອງດ້ວຍເຫດທີ່ຈະເກີດຂຶ້ນກັບພຣະເຢຊູບຸດຊາຍຂອງນາງ

ແທ່ນເຜົາເຄື່ອງຫອມ

ນິຍາມ

ແທ່ນເຜົາເຄື່ອງຫອມເປັນເຄື່ອງໃຊ້ອັນໜຶ່ງທີ່ປະໂລຫິດຈະໃຊ້ເຜົາເຄື່ອງຫອມໃຫ້ເຜົາບູຊາແດ່ພຣະເຈົ້າແລະມີຊື່ເອີ້ນອີກວ່າແທ່ນບູຊາທອງຄຳ.

  • ແທ່ນເຜົາເຄື່ອງຫອມທຳຈາກໄມ້ ແລະດ້ານເທິງແລະດ້ານຂ້າງຈະຖືກຫໍ່ຫຸ້ມດ້ວຍທອງຄຳ ມີຄວາມຍາວປະມານເຄິ່ງແມັດຄວາມກວ້າງເຄິ່ງແມັດ ແລະຄວາມສູງໜຶ່ງແມັດ.
  • ໃນຕອນທຳອິດແທ່ນນີ້ຈະຖືກເກັບໄວ້ໃນພັບພາ ຕໍ່ມາຖືກເກັບໄວ້ໃນພຣະວິຫານ.
  • ທຸກຕອນເຊົ້າແລະຕອນແລງ ປະໂລຫິດທ່ານຈະເຜົາເຄື່ອງຫອມເທິງແທ່ນບູຊາ.
  • ຄຳນີ້ສາມາດແປໄດ້ອີກວ່າ"ແທ່ນສຳຫລັບໃຊ້ເຜົາເຄື່ອງຫອມ" ຫຼື "ແທ່ນບູຊາທອງຄຳ" ຫຼື "ທີ່ເຜົາເຄື່ອງຫອມ" ຫຼື "ໂຕະເຄື່ອງຫອມ"

ແທ່ນວາງຕີນ, ແທ່ນຮອງພຣະບາດ

ນິຍາມ

ຄຳວ່າ "ແທ່ນວາງຕີນ" ກ່າວເຖິງສິ່ງຂອງທີ່ຄົນເອົາໄວ້ໃຊ້ວາງຕີນຂອງເຂົາ, ມັກເອົາໄວ້ເພື່ອພັກຕີນລະຫວ່າງທີ່ນັ່ງ. ຄຳນີ້ມີຮູບໃຊ້ແບບປຽບທຽບໝາຍເຖິງການຍອມຈຳນົນແລສະຖານະພາບທີ່ຕ່ຳກ່ວາ.

  • ຜູ້ຄົນໃນສະໄໝພຣະຄັມພີ ໄດ້ພິຈາລະນາວ່າຕີນຄືສ່ວນທີ່ມີກຽດນ້ອຍທີ່ສຸດຂອງຮ່າງກາຍ. ດັ່ງນັ້ນ "ແທ່ນວາງຕີນ" ກໍຈະຍິ່ງມີກຽດທີ່ຕ່ຳກ່ວາເພາະວ່າເອົາໄວ້ເປັນທີ່ພັກຕີນ.
  • ເມື່ອພຣະເຈົ້າບອກວ່າ "ເຮົາຈະທຳໃຫ້ສັດຕູຂອງເຮົາເປັນແທ່ນວາງຕີນສຳລັບຕີນຂອງເຮົາ" ພຣະອົງກຳລັງປະກາດອຳນາດ, ການຄວບຄຸມ,ແລະໄຊຊະນະເໜືອຄົນເຫຼົ່ານັ້ນ ທີ່ກະບົດຕໍ່ຕ້ານພຣະອົງ. ພວກເຂົາຈະຖືກທຳໃຫ້ຖ່ອມລົງແລະຖືກປາບຈົນເຖິງຈຸດທີ່ຕ້ອງຍອມຈຳນົນຕໍ່ນ້ຳພຣະທັຍຂອງພຣະເຈົ້າ.
  • ທີ່ຈະ "ນະມັດສະການແທ່ນຮອງພຣະບາດພຣະເຈົ້າ" ໝາຍເຖິງການກົ້ມກາບນະມັດສະການຕໍ່ໜ້າພຣະອົງ ໃນຂະນະທີ່ພຣະອົງຊົງປະທັບຢູ່ເທິງບັນລັງຂອງພຣະອົງ.ໃນຕອນນີ້ຄວາມໝາຍທີ່ສື່ກໍຄືຄວາມຖ່ອມແລະການຍອມຕໍ່ພຣະເຈົ້າ.
  • ດາວິດອ້າງເຖິງພຣະວິຫານວ່າເປັນ "ແທ່ນຮອງພຣະບາດ" ພຣະເຈົ້າ.ປະໂຫຍກນີ້ບົ່ງບອກເຖິງສິດອຳນາດທັງໝົດທີ່ພຣະອົງມີເໜືອປະຊາກອນຂອງພຣະອົງ,ຄຳນີ້ສາມາດບົ່ງບອກໃຫ້ເຫັນພາບວ່າ ພຣະເຈົ້າເປັນກະສັດເທິງບັນລັງຂອງພຣະອົງ,ພຣະບາດຂອງພຣະອົງວາງເທິງແທ່ນຮອງພຣະບາດ,ນີ້ສະແດງໃຫ້ເຫັນເຖິງທຸກສິ່ງທີ່ຕ້ອງຍອມຈຳນົນຕໍ່ພຣະອົງ.

ນອນກັບ,ມີຄວາມສຳພັນ,ການສົມສູ

ນິຍາມ

ໃນ ຄຳ ພຣະຄຳພີ, ຂໍ້ກຳນົດເຫຼົ່ານີ້ແມ່ນຄວາມໂລບມາກເຊິ່ງໝາຍເຖິງການມີເພດສຳພັນ. (ເບິ່ງ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-euphemism)

  • ການ“ ນອນຢູ່ກັບ” ຜູ້ໃດຜູ້ໜຶ່ງແມ່ນວິທີການທົ່ວໄປຂອງການອ້າງອີງເຖິງການມີເພດສຳພັນ. ຄວາມເຄັ່ງຕຶງທີ່ຜ່ານມາແມ່ນ, "ນອນກັບ."
  • ໃນປຶ້ມພຣະຄຳພີເດີມ, "ຍອດເພງ,", ULB ໃຊ້ຄຳວ່າ "ຮັກ" ເພື່ອແປ ຄຳວ່າ "ຄວາມຮັກ," ເຊິ່ງໃນສະພາບການນັ້ນໝາຍເຖິງການພົວພັນທາງເພດ. ນີ້ແມ່ນກ່ຽວຂ້ອງກັບສຳນວນທີ່ວ່າ, "ສ້າງຄວາມຮັກ."

%ຄຳແນະນຳການແປ

  • ບາງພາສາອາດຈະໃຊ້ຄຳເວົ້າທີ່ແຕກຕ່າງກັນຂອງຄຳສັບນີ້ໃນສະພາບການທີ່ແຕກຕ່າງກັນ, ຂື້ນກັບວ່າມັນກຳລັງເວົ້າກ່ຽວກັບຜົວແລະເມຍ, ຫລືວ່າມັນກ່ຽວກັບຄວາມສຳພັນອື່ນໆ. ສິ່ງສຳຄັນແມ່ນໃຫ້ແນ່ໃຈວ່າການແປຄຳສັບນີ້ມີຄວາມໝາຍຖືກຕ້ອງໃນແຕ່ລະສະພາບການ.
  • ອີງຕາມສະພາບການ, ຄຳເວົ້າຕ່າງໆເຫຼົ່ານີ້ສາມາດຖືກນຳໃຊ້ເພື່ອແປ "ນອນກັບ": "ນອນຢູ່ກັບ" ຫຼື "ສ້າງຄວາມຮັກກັບ" ຫຼື "ສະໜິດສະ ໜົມກັບ."
  • ອີກວິທີ ໜຶ່ງທີ່ຈະແປວ່າ "ມີຄວາມສຳພັນກັບ" ສາມາດປະກອບມີ, "ມີເພດສຳພັນກັບ" ຫຼື "ມີຄວາມສຳພັນທາງເພດກັບ".
  • ຄຳວ່າ "ຮັກ" ກໍ່ສາມາດແປເປັນ "ຄວາມຮັກ" ຫລື "ຄວາມສະໜິດສະ ໜົມ." ຫຼືອາດຈະມີການສະແດງອອກເຊິ່ງເປັນວິທີທຳມະຊາດທີ່ຈະແປສິ່ງນີ້ເປັນພາສາໂຄງການ.
  • ມັນເປັນສິ່ງສຳຄັນທີ່ຕ້ອງກວດເບິ່ງວ່າຄຳສັບທີ່ໃຊ້ໃນການແປແນວຄວາມຄິດນີ້ເປັນທີ່ຍອມຮັບຂອງຄົນທີ່ຈະໃຊ້ຄຳແປພຣະຄຳພີ.

ນອນຫລັບ, ຫລັບ, ເຜີຫລັບໄປ

ນິຍາມ

ຄຳເຫລົ່ານີ້ມີຄວາມໝາຍເຊິ່ງປຽບທຽບການກ່ຽວຂ້ອງກັບຄວາມຕາຍ.

  • ຄຳວ່າ "ຫລັບ" ຫລື "ຫລັບຢູ່" ມີຄວາມໝາຍໃນຄຳອຸປະມາ "ຕາຍແລ້ວ." (ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)
  • ຄຳກ່າວທີ່ບອກວ່າ "ເຜີຫລັບໄປ" ອ້າງເຖິງໃນຊົ່ວຂະນະທີ່ບາງຄົນເລີ່ມການນອນຫລັບ, ຫລືໃນຄວາມໝາຍເຊີງປຽບທຽບໃນຊ້ວງຂະນະທີ່ບາງຄົນຕາຍ.
  • "ຫລັບໄປກັບບັນດາພໍ່" ໝາຍເຖິງການຕາຍ, ເຊັ່ນດຽວກັບການຕາຍຂອງບັນພະບຸຣຸດ.

ຄຳແນະນຳໃນການແປ

  • ໃນບາງກໍ​ຣະ​ນີ, ຄຳວ່າ "ນອນຫລັບ" ຫລື "ຫລັບ" ສາມາດແປວ່າ "ໄດ້ຕາຍແລ້ວ."
  • "ເຜີຫລັບໄປ" ສາມາດແປວ່າ "ເຜີຫລັບໄປຢ່າງກະທັນຫັນ" ຫລື "ເລີ່ມການຫຼັບ" ຫລື "ຕາຍ," ຂຶ້ນຢູ່ກັບຄວາມໝາຍ.

ໝາຍເຫດ: ເປັນສິ່ງສຳຄັນຫລາຍເປັນພິເສດທີ່ຈະຖືຮັກສາການສະແດງອອກໃນ​ບາງ​ກໍ​ຣະ​ນີ​ຫລື​ສະ​ພາບ​ການທີ່ຜູ້ອ່ານບໍ່ເຂົ້າໃຈຄວາມໝາຍ. ຕົວຢ່າງເຊັ່ນ ເມື່ອພຣະເຢຊູຊົງກ່າວກັບພວກສາວົກຂອງພຣະອົງວ່າລາຊາໂລ "ກຳລັງຫລັບຢູ່" ພວກທ່ານຄິດວ່າພຣະອົງໝາຍເຖິງວ່າລາຊາໂຊກຳລັງຫລັບຢູ່ຕາມທຳມະຊາດ ໃນກໍ​ຣະ​ນີນີ້ມັນບໍ່ສື່ຄວາມໝາຍເລີຍ, ຖ້າຈະແປວ່າ "ທ່ານຕາຍແລ້ວ."

  • ໃນບາງພາສາອາດຈະມີຄຳກ່າວທີ່ແຕກຕ່າງອອກໄປສຳລັບ ຄວາມຕາຍ ຫລື ກໍາລັງຈະຕາຍຊຶ່ງສາມາດນຳມາໃຊ້ຖ້າຄຳກ່າວ "ນອນຫລັບ" ຫລື "ຫລັບ" ບໍ່ສ້າງຄວາມເຂົ້າໃຈທີ່ດີໃນພາສາທີ່ແປ.

ນະຄອນບໍລິສຸດ

ນິຍາມ

ໃນພຣະຄຳພີ, "ນະຄອນບໍລິສຸດ" ອ້າງເຖິງນະຄອນເຢຣູຊາເລັມ.

  • ຄຳນີ້ຖືກໃຊ້ເພື່ອອ້າງເຖິງນະຄອນບູຮານແຫ່ງເຢຣູຊາເລັມເຊັ່ນດຽວກັບເຢຣູຊາເລັມໃໝ່, ຈາກສະຫວັນທີ່ພຣະເຈົ້າຈະປະທັບແລະຊົງປົກຄອງທ່າມກາງຄົນຂອງພຣະອົງ.
  • ຄຳນີ້ສາມາດແປໂດຍເຊື່ອມຄຳວ່າ "ບໍລິສຸດ" ແລະ "ເມືອງ" ທີ່ຖືກໃຊ້ໃນການແປສ່ວນອື່ນໆ ຂອງການແປ.

ນັກປາດ, ຄົນສະຫຼາດ, ຫລືໂຫຣາຈານ

ນິຍາມ

ໃນພຣະຄຳພີ ກ່າວວ່າ "ນັກປາດ" ໄດ້ນຳມາໃຊ້ເພື່ອໝາຍເຖິງຜູ້ທີ່ມີຄວາມຮູ້ທີ່ຮັບໃຊ້ພຣະເຈົ້າແລະກະທຳຢ່າງສະຫຼາດ ບໍ່ໂງ່ ເປັນຄຳສັບທີ່ພິເສດໄດ້ອ້າງອີງເຖິງຜູ້ຄົນທີ່ມີຄວາມຮູ້ບໍ່ທຳມະດາແລະມີຄວາມສາມາດຫຼາກຫຼາຍທີ່ຮັບໃຊ້ໃນພະຣາຊະວັງຂອງກະສັດ.

  • ບາງຄັ້ງຄຳວ່າ "ນັກປາດ" ໄດ້ອະທິບາຍໃນພຣະຄຳພີວ່າເປັນ "ຄົນທີ່ສະຫຼາດ" ຫຼື "ຄົນທີ່ມີຄວາມເຂົ້າໃຈ" ອ້າງອີງເຖິງຄົນທີ່ກະທຳໃນສິ່ງທີ່ສະຫຼາດ ແລະຊອບທຳ ເພາະວ່າພວກເຂົາເຊື່ອຟັງພຣະເຈົ້າ.
  • "ຄົນສະຫຼາດ" ທີ່ຮັບໃຊ້ຟາຣາໂອ ແລະກະສັດອື່ນໆ ບາງຄັ້ງເປັນຄົນອາວຸໂສສຶກສາເລື່ອງດວງດາວຕ່າງໆ ໂດຍສະເພາະຢ່າງຍິ່ງແມ່ນການສຶກສາຄວາມໝາຍແລະຮູບແບບຂອງດວງດາວຕ່າງໆ ຕາມຊື່ຂອງດວງດາໃນທ້ອງຟ້າ.
  • ບາງຄັ້ງພວກນັກປາດກໍຖືກບັງຄັບໃຫ້ອະທິບາຍຄວາມໝາຍຂອງຄວາມຝັນ ຕົວຢ່າງເຊັ່ນ ກະສັດເນບູກັດເນັດຊາມີຄຳສັ່ງໃຫ້ນັກປາດຂອງພະອົງທຳນວາຍຄວາມຝັນແລະບອກພະອົງວ່າສິ່ງເຫຼົ່ານັ້ນມີຄວາມໝາຍວ່າຢ່າງໃດ ແຕ່ບໍ່ມີຜູ້ໃດຈັກຄົນດຽວໃນພວກເຂົາທີ່ສາມາດຈະເຮັດໄດ້ ຍົກເວັ້ນ ດານິເອນຜູ້ທີ່ໄດ້ຮັບນິມິດຈາກພຣະເຈົ້າ.
  • ບາງຄັ້ງພວກນັກປາດກໍສາມາດສະແດງກົນໄດ້ ເຊັ່ນ ການທຳນວາຍໂຊກຊາຕາຫລືທຳການອັດສະຈັນ ໄດ້ເຮັດຜ່ານທາງອຳນາດຂອງວິນຍານຊົ່ວຕ່າງໆ.
  • ໃນພັນທະສັນຍາໃໝ່ ກຸ່ມຄົນທີ່ມາຈາກພາກຕາເວັນອອກເພື່ອມານະມັດສະການພຣະເຢຊູທີ່ເອີ້ນກັນວ່າ "ເມໃຈ" ຊຶ່ງບາງຄັ້ງໝາຍຄວາມວ່າ "ນັກປາດ" ຄຳນີ້ບາງທີໄດ້ເວົ້າເຖິງບັນດານັກປາດຜູ້ທີ່ຮັບໃຊ້ຜູ້ປົກຄອງປະເທດທາງຕາເວັນອອກ.
  • ບາງເທື່ອພວກຄົນເຫຼົ່ານັ້ນເປັນນັກດາລາສາດຜູ້ທີ່ໄດ້ສຶກສາດວງດາວ ມີຫຼາຍທ່ານໄດ້ມີຄວາມຄິດວ່າພວກເຂົາອາດຈະເປັນລູກຫຼານຂອງນັກປາດຜູ້ຊຶ່ງດານິເອນໄດ້ສອນພວກເຂົາເມື່ອຢູ່ໃນກຸງບາບີໂລນ.
  • ຂຶ້ນຢູ່ກັບເນື້ອ​ຫາ ຄຳວ່າ "ນັກປາດ" ອາດຈະແປໂດຍໃຊ້ຄຳວ່າ "ສະຫຼາດ " ຫຼືຄຳທີ່ວ່າເຊັ່ນ "ຄົນທີ່ມີພອນ" ຫຼຶ "ຄົນທີ່ມີການສຶກສາ" ຫຼື ຄຳອື່ນໆ ທີ່ໝາຍເຖິງຄົນເຫຼົ່ານັ້ນທີ່ມີວຽກທີ່ສຳຄັນສຳຫຼັບຜູ້ປົກ ຄອງ.
  • ເມື່ອ "ນັກປາດ" ເປັນຖ້ອຍຄຳໆນາມ ຄຳວ່າ "ສະຫຼາດ" ຄວນຈະຖືກແປໃນຄວາມໝາຍດຽວກັນຫຼືຄ້າຍຄືກັນເພື່ອຈະຮູ້ວ່າໄດ້ມີການແປຢ່າງໃດໃນຕອນອື່ນໆ ຂອງພຣະຄຳພີ.

ນັກຣົບ, ທະຫານ

ນິຍາມ

ຄຳວ່າ "ນັກຣົບ" ແລະ "ທະຫານ" ທັງສອງຄຳນີ້ສາມາດໝາຍເຖິງບາງຄົນເປັນຜູ້ຕໍ່ສູ້ໃນກອງທັບ ແຕ່ມີຂໍ້ແຕກຕ່າງກັນບາງຍ່າງ.

  • ໂດຍປົກກະຕິຄຳວ່າ "ນັກຣົບ" ເປັນຄຳທົ່ວໄປ ເປັນຄວາມໝາຍເພື່ອເວົ້າເຖິງຄົນທີ່ມີພອນສະຫວັນແລະກ້າຫານໃນການຣົບ.
  • ພຣະຢາເວ ໄດ້ຮັບການອະທິບາຍໃນການປຽບທຽບວ່າຊົງເປັນ "ນັກຣົບ."
  • ຄຳວ່າ "ທະຫານ" ໂດຍສະເພາະເຈາະຈົງແມ່ນໝາຍເຖິງບາງຄົນທີ່ເປັນຜູ້ບັງຄັບກອງພັນຫລືຜູ້ທີ່ກຳລັງຕໍ່ສູ້ໃນສົງຄາມທີ່ແນ່ນອນ.
  • ເຫລົ່າທະຫານໂຣມັນໃນກຸງເຢຣູຊາເລັມຢູ່ທີ່ນັ້ນເພື່ອຮັກສາກົດລະບຽບແລະປະຕິບັດໜ້າທີ່ ເຊັ່ນ ຂ້ານັກໂທດທີ່ພວກເຂົາປ້ອງກັນພຣະເຢຊູ ກ່ອນພຣະອົງຈະຖືກຄຶງທີ່ໄມ້ກາງແຂນແລະບາງຄົນໄດ້ຮັບຄຳສັ່ງປ້ອງກັນອຸບໂມງຝັງສົບໄວ້.
  • ຜູ້ແປຄວນພິດຈາລະນາໄດ້ວ່າມີສອງຄຳໃນການແປສຳລັບ "ນັກຣົບ" ແລະ "ທະຫານ" ໃນການປ່ຽນເວນກັນຫລືບໍ່ ນັ້ນຄືຄວາມແຕກຕ່າງໃນຄວາມໝາຍແລະການເຮັດໜ້າທີ່.

ນໍ້າມັນ

ນິຍາມ

ນ້ຳມັນ ເປັນຂອງແຫລວ ທີ່ມີລັກສະນະ ຂຸ້ນແລະໃສ ທີ່ສະກັດມາຈາກພືດ ຫລືຫມາກໄມ້ຕ່າງໆ. ໃນສະໄໝພຣະຄັມພີ, ໂດຍປົກກະຕິນ້ຳມັນ ຈະສະກັດມາຈາກ ຜົນໝາກກອກ.

  • ມີການໃຊ້ນ້ຳມັນ ຫມາກກອກເທດ ໃນການເຮັດອາຫານ, ການເຈີມ, ການຖວາຍເຄື່ອງບູຊາ, ໃຊ້ເປັນເຊື້ອໄຟສຳລັບຕະກຽງ, ແລະເປັນຢາປິ່ນປົວພະຍາດ.
  • ໃນສະໄຫມບູຮານ, ນ້ຳມັນໝາກກອກເທດ ເປັນສິນຄ້າຊຶ່ງມີລາຄາສູງ ແລະການຄອບຄອງນ້ຳມັນ ສາມາດວັດເຖິງຄວາມຮັ່ງມີໄດ້.
  • ໃຫ້ແນ່ໃຈວ່າ ການແປຄຳນີ້ ອ້າງເຖິງນ້ຳມັນ ທີ່ໃຊ້ສຳລັບເຮັດອາຫານໄດ້, ບໍ່ໄດ້ໝາຍເຖິງ ນ້ຳມັນຊຶ່ງໃຊ້ກັບເຄື່ອງຍົນ. ໃນບາງພາສາ ມີການໃຊ້ຄຳທີ່ຕ່າງກັນ ລະຫວ່າງນ້ຳມັນປະເພດຕ່າງໆ.

ນ້ຳ, ຫຼືໜ້ານ້ຳ

ນິຍາມ

ນອກເໜືອໄປຈາກຄວາມໝາຍນີ້ແລ້ວ "ນ້ຳ" ຍັງໝາຍເຖິງແມ່ນ້ຳຂະໜາດໃຫຍ່ ເຊັ່ນມະຫາສະໝຸດ, ທະເລ, ທະເລສາບ, ຫຼືແມ່ນ້ຳ.

  • ຄຳວ່າ "ໜ້ານ້ຳ" ໝາຍເຖິງແຫຼ່ງນ້ຳຫຼືນ້ຳທີ່ມີຫຼາຍສາຍ ຍັງສາມາດອ້າງອີງທົ່ວໄປໄດ້ອີກສຳລັບນ້ຳຫຼືແຫຼ່ງນ້ຳທີ່ມີຫຼາາຍແຫ່ງ.
  • ການໃຊ້ "ນ້ຳ" ເຊິ່ງເປັນການປຽບທຽບ ໝາຍເຖິງຄວາມທຸກຍາກຢ່າງຫຼວງຫຼາຍ ຄວາມລຳບາກແລະການທົນທູກທໍລະມານຕົວຢ່າງເຊັ່ນ ພຣະເຈົ້າຊົງສັນຍາວ່າເມື່ອພຣະອົງ "ຢ່າງເທິງໜ້ານ້ຳ" ພຣະອົງຈະຊົງຢູ່ກັບເຮົາ.
  • ຖ້ອຍຄຳທີ່ວ່າ " ນ້ຳຫຼາຍ " ຊີ້ໃຫ້ເຮົາເຫັນວ່າມີຄວາມທຸກຍາກລຳບາກຢ່າງໃດ.
  • ໃຫ້ "ນ້ຳ" ສັດແລະສັດອື່ນໆ ​ໝາຍເຖິງການ "ຈັດຫາມາໍ້ໃຫ້ " ພວກມັນ ໃນສະໃໝພຣະຄຳພີເດີມມັກກ່ຽວຂ້ອງກັບການຕັກນ່ຳຈາກບໍ່​ນ່ຳ ພ້ອມທັງໃຊ້ຖັງຫຼືຄຸຕັກນ້ຳແລະເທ​ນ້ຳລົງໄປໃນ​ອ່າງຫຼືໃສ່ສິ່ງຂອງອຶ່ນໆ ສຳລັບສັດທີ່ຈະກິນນາໍ້ຈາກສິ່ງຂອງເຫຼົ່ານັ້ນ.
  • ໃນພັນທະສັນຍາເດີມ ພຣະເຈົ້າໄດ້ຮັບການຊົງນຳເຖິງວ່າເປັນ ນ້ຳພຸຫຼືນ້ຳພຸແຫ່ງ "ນ້ຳທີ່ມີຊີວິດ" ສຳລັບປະຊາຊົນຂອງພຣະອົງ ນີ້ໝາຍຄວາມວ່າພຣະອົງຊົງເປັນແຫຼ່ງພຣະລັງແຫ່ງວິນຍານແລະຄວາມຊົມຊື່ນຍິນດີ.
  • ໃນພັນທະສັນຍາໃໝ່ ພຣະເຢຊູຊົງໃຊ້ຄຳວ່າ "ນ້ຳທີ່ມີຊີວິດ" ເພື່ອໝາຍເຖິງພຣະວິນຍານບໍຣິສຸດທີ່ທຳງານຢູ່ໃນຕົວເຮົາເພື່ອປຽນແປງຊີວິດເຮົາແລະນຳມາໃຊ້ໃນຊີວິດໃໝ່.

ຄຳແນະນຳໃນການແປ

  • ຄຳວ່າ "ຕັກນ້ຳ" ສາມາດໝາຍຄວາມວ່າ " ຕັກນ້ຳຂຶ້ນຈາກບໍ່​ນ້ຳດ້ວຍຖັງຫລືຄຸ"
  • "ລຳທານແຫ່ງນ້ຳທີ່ມີຊີວິດຈະໄຫຼຈາກພູເຂົາ" ອາດໝາຍຄວາມໄດ້ວ່າ "ພຣະລັງແລະພຣະຈາກພຣະວິນຍານບໍຣິສຸດຈະໄຫຼອອກຈາກພວກເຂົາເໝືອນສາຍທານແຫ່ງແມນ້ຳ" ຄຳວ່າ "ພຣະພອນ" ອາດຈະໃຊ້ຄຳເຫຼົ່າແທນໄດ້ ຄືຄຳວ່າ "ຂອງພຣະຣາຊະທານ" ຫຼື "ຜົນ" ຫຼື "ບຸກຄະລິກໜ້າສັດທາ."
  • ເມື່ອພຣະເຢຊູຊົງກຳລັງເວົ້າກັບຜູ້ຍິງຊາວສະມາເຣຍທີ່ບໍ່ນ້ຳຄຳວ່າ "ນ້ຳທີ່ມີຊີວິດ" ອາດຈະໝາຍຄວາມວ່າ "ນ້ຳທີ່ໃຫ້ຊີວິດ" ຫຼື " ນ້ຳທີ່ໃຫ້ມີຊີ ວິດ" ໃນ​ກໍ​ລະ​ນີ້ ພາບຂອງນ້ຳຕ້ອງຖືກສະ​ແດງ​ໃນ​ການ​ແປ.
  • ຂື້ນຢູ່ກັບກໍ​ລະ​ນີ ຄຳວ່າ "ນ້ຳ" ຫຼື "ນ້ຳຫຼາຍ" ສາມາດເວົ້າໄດ້ວ່າ "ຄວາມທຸກທໍລະມານອັນຍິ່ງໃຫຍ່."

ນ້ຳຖ້ວມ

ນິຍາມ

ຄຳວ່າ ນ້ຳຖ້ວມ ຕາມຕົວອັກສອນແລ້ວໝາຍເຖິງປະລິມານທີ່ຫຼວງຫຼາຍຂອງນ້ຳທີ່ປົກຄຸມທົ່ວທັງແຜ່ນດິນ.

  • ຄຳນີ້ຍັງໃຊ້ເພື່ອປຽບທຽບເຖິງປະລິມານຂອງບາງສິ່ງທີ່ຖ້ວມທົ້ນ,ໂດຍສະເພາະເມື່ອສິ່ງນັ້ນເກີດຂຶ້ນຢ່າງກະທັນຫັນ.
  • ໃນສະໄໝຂອງໂນອາ, ມະນຸດທຳຕົວຊົ່ວຮ້າຍຈົນພຣະເຈົ້າທຳໃຫ້ເກີດໄພພິບັດນ້ຳຖ້ວມໂລກ, ທົ່ວພື້ນຜີວໂລກປົກຄຸມມືດຈົນເຖິງຍອດພູ. ທຸກຄົນທີ່ບໍ່ໄດ້ຢູ່ໃນເຮືອກັບໂນອາ ຕ້ອງຈົມນ້ຳ, ນ້ຳຖ້ວມອື່ນ ໆ ຄອບຄຸມພື້ນທີ່ນ້ອຍກ່ວາ.
  • ຄຳນີ້ສາມາດເປັນການກະທຳເຊັ່ນແຜ່ນດິນຖືກຖ້ວມ,ໂດຍນ້ຳຈາກແມ່ນ້ຳ.

ຄຳແນະນຳການແປ

  • ແນວທາງການແປຕາມຕົວອັກສອນຄຳວ່າ "ນ້ຳຖ້ວມ" ສາມາດລວມທັງນ້ຳໄຫຼຫຼາກ," ຫຼື "ປະລິມານນ້ຳທີ່ຫຼວງຫຼາຍ."
  • ການໃຊ້ຮູບແບບປຽບທຽບ, "ເໝືອນກັບນ້ຳຖ້ວມ" ສາມາດຮັກສາໄວ້ຊຶ່ງຄຳຕາມຕົວອັກສອນ, ຫຼືແທນດ້ວຍຄຳທີ່ສາມາດບົ່ງບອກເຖິງບາງສິ່ງທີ່ມີລັກສະນະກຳລັງໄຫຼຢູ່ ເຊັ່ນແມ່ນ້ຳ.
  • ການສະແດງເຖິງ "ເໝືອນກັບນ້ຳຖ້ວມ" ເມື່ອມີຄຳວ່ານ້ຳຢູ່ແລ້ວ ຄຳວ່າ "ຖ້ວມ" ສາມາດແປໄດ້ອີກວ່າ, "ຈຳນວນນ້ຳຫຼວງຫຼາຍທີ່ລົ້ນຢູ່" ຫຼື ໄຫຼຫຼາກ."
  • ຄຳນີ້ສາມາດໃຊ້ເປັນຄຳອຸປະມາໄດ້ເໝືອນກັນ "ຢ່າໃຫ້ນ້ຳນີ້ຖ້ວມເໜືອຂ້າພຣະເຈົ້າ"ຊຶ່ງໝາຍຄວາມວ່າ ຢ່າໃຫ້ຫາຍະນະເຫຼົ່ານີ້ເກີດຂຶ້ນ ແກ່ຂ້າພຣະເຈົ້າ" ຫຼື "ຢ່າໃຫ້ຂ້າພຣະເຈົ້າຖືກທຳລາຍໂດຍໄພພິບັດເຫຼົ່ານີ້" ຫຼື "ຢ່າໃຫ້ຄວາມໂກດຮ້າຍຂອງພຣະອົງລ້າງຜານຂ້າພຣະອົງ."

ນ້ຳເຜິ້ງ, ຮັງເຜິ້ງ

ນິຍາມ

ນ້ຳເຜິ້ງຄືສານທີ່ຫວານ, ໜຽວ, ຮັບປະທານໄດ້ ເຜິ້ງສ້າງຂຶ້ນຈາກນ້ຳຫວານຂອງເກສອນດອກໄມ້. ຮັງເຜິ້ງຄືດາງຂີ້ເຜິ້ງທີ່ເຜິ້ງເກັບນ້ຳເຜິ້ງໄວ້.

  • ຂຶ້ນຢູ່ກັບພັນ, ນໍ້າເຜິ້ງສາມາດຈະມີສີເຫລືອງຫລືສີນ້ຳຕານ.
  • ນໍ້າເຜິ້ງສາມາດຈະໄດ້ພົບໃນປ່າ, ເຊັ່ນ ໃນພຸ່ມຂອງຕົ້ນໄມ້, ຫລືທີ່ໃດກໍໄດ້ທີ່ເຜິ້ງເຮັດຮັງ ຄົນລ້ຽງເຜິ້ງໄວ້ໃນຮັງເຜິ້ງເພື່ອທີ່ຈະຜະລິດນ້ຳເຜິ້ງໄວ້ກິນຫລືຂາຍ, ບາງທີນ້ຳເຜິ້ງທີ່ຖືກກ່າວເຖິງໃນພຣະຄຳພີອາດຈະເປັນນ້ຳເຜິ້ງປ່າ.
  • ມີຜູ້ຊາຍສາມຄົນໃນພຣະຄຳພີທີ່ຖືກກ່າວເຖິງເປັນພິເສດວ່າໄດ້ກິນນ້ຳເຜິ້ງປ່າ ໄດ້ແກ່ ໂຢນາທານ, ແຊມຊັນ, ແລະໂຢຮັນຜູ້ໃຫ້ບັບຕິສະມາ.
  • ຄຳນີ້ຖືກໃຊ້ໃນເຊີງອຸປະມາອຸປະໄມເພື່ອອະທິບາຍເຖິງບາງສິ່ງທີ່ຫວານຫລືໜ້າເພິ່ງພໍໃຈຫລາຍ ຍົກຕົວຢ່າງ ເຊັ່ນ, ພຣະຄຳຂອງພຣະເຈົ້າແລະຄຳປະກາດຂອງພຣະອົງນັ້ນ "ຫວານເໝືອນນ້ຳເຜິ້ງ" (ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-simile, https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)
  • ບາງເທື່ອຄຳຂອງບຸກຄົນໄດ້ບັນລະຍາຍວ່າຫວານປານນ້ຳເຜິ້ງ, ແຕ່ເປັນການຫລອກລວງແລະເປັນໄພຕໍ່ຄົນອື່ນ.

ນ້ຳພຸ, ນ້ຳພຸທຳມະຊາດ

ນິຍາມ

ຄຳວ່າ "ນ້ຳພຸ" ແລະ "ນ້ຳພຸທຳມະຊາດ" ປົກກະຕິກ່າວເຖິງນ້ຳຈຳນວນຫຼວງຫຼາຍທີ່ໄຫຼຂຶ້ນມາຢ່າງທຳມະຊາດ ຂຶ້ນຈາກພື້ນດິນ.

  • ຄຳເຫຼົ່ານີ້ຖືໃຊ້ໃນທາງປຽບທຽບ ໃນພຣະຄັມພີກ່າວເຖິງພຣະພອນທີ່ໄຫຼຈາກພຣະເຈົ້າຫຼືກ່າວເຖິງບາງສິ່ງທີ່ຊຳຣະ ແລະທຳໃຫ້ບໍຣິສຸດ.
  • ໃນປັດຈຸບັນ, ນ້ຳພຸມັກຈະຖືກສ້າງດ້ວຍມະນຸດ, ເປັນສິ່ງຂອງທີ່ມີນ້ຳໄຫຼອອກມາຢ່າງເຊັ່ນນ້ຳພຸນ້ຳດື່ມ. ຂໍໃຫ້ແນ່ໃຈວ່າການແປຄຳນີ້ກ່າວເຖິງແຫຼ່ງນ້ຳໄຫຼຕາມທຳມະຊາດ.
  • ປຽບທຽບການແປຄຳນີ້ກັບການແປຄຳວ່າ "ນ້ຳຖ້ວມ".

ນິມິດ

ນິຍາມ

ຄໍາວ່າ "ນິມິດ" ອ້າງເຖິງບາງສິ່ງທີ່ບຸກຄົນເຫັນ. ໂດຍສະເພາະອ້າງເຖິງບາງສິ່ງທີ່ບໍ່ປົກກະຕິທໍາມະດາ ຫລືເໜືອທໍາມະຊາດທີ່ພຣະເຈົ້າຊົງສໍາແດງແກ່ປະຊາຊົນເພື່ອໃຫ້ຂ່າວສານແກ່ພວກເຂົາ.

  • ໂດຍປົກກະຕິ, ນິມິດຈະເຫັນໄດ້ໃນຂະນະທີ່ບຸກຄົນຍັງຕື່ນຢູ່. ຢ່າງໃດກໍຕາມບາງເທື່ອນິມິດເປັນບາງສິ່ງທີ່ບຸກຄົນເຫັນໃນຄວາມຝັນຂະນະນອນຫຼັບ.
  • ພຣະເຈົ້າຊົງສົ່ງນິມິດເພື່ອບອກຄົນເຖິງບາງສິ່ງທີ່ມີຄວາມສຳຄັນຫລາຍ. ຕົວຢ່າງເຊັ່ນເປໂຕໄດ້ເຫັນນິມິດທີ່ຈະບອກທ່ານວ່າພຣະເຈົ້າຊົງຕ້ອງການໃຫ້ທ່ານຕ້ອນຮັບຄົນຕ່າງຊາດ.

ນົກກາງແກ

ນິຍາມ

Doveແລະ Pigeon ເປັນນົກຂະຫນາດນ້ອຍ ສີເທົານ້ຳຕານ 2 ຊະນິດ ທີ່ມີລັກສະນະຄ້າຍກັນ Dove ມັກມີສີອອ່ນເກືອບຂາວ.

  • ບາງພາສາ ມີຊື່ແຕກຕ່າງກັນ 2 ຊື່ໃນຂະນະທີ່ ພາສາອື່ນໃຊ້ຊື່ດຽວກັນ ສຳຫລັບນົກທັງສອງຊະນິດ.
  • Dove ແລະ Pigeonຖືກນຳມາໃຊ້ ໃນການຖວາຍບູຊາ ແດ່ ພຣະເຈົ້າ ໂດຍສະເພາະ ຢ່າງຍິ່ງ ສຳຫລັບຄົນ ທີ່ບໍ່ສາມາດຊື້ສັດຂະຫນາດໃຫ່ຍໄດ້.
  • ນົກກາງແກ ບາງຄັ້ງເປັນສັນຍາລັກ ຄວາມບໍຣິສຸດ ຄວາມໄຮ້ດຽງສາ ຫລື ສັນຕິພາບ.
  • ຫາກDoveແລະ Pigeon ບໍ່ເປັນທີ່ຮູ້ຈັກ ໃນພື້ນທີ່ ພາສາ ທີ່ມີການແປຂໍ້ຄວາມນີ້ ອາດແປວ່າ "ນົກສີເທົາຂະຫນາດນ້ອຍ ທີ່ເອີ້ນວ່າ ນົກກາງແກ" ຫລື "ນົກສີເທົາຫລື ນ້ຳຕານຂະຫນາດນ້ອຍຄ້າຍກັບ (ຊື່ຂອງນົກໃນທ້ອງຖິ່ນ)".
  • ຫາກທັງ Dove ແລະ Pigeonຖືກອ້າງເຖີງ ໃນຂໍ້ດຽວກັນ ໃຫ້ທ່ານໃຊ້ ຄຳທີ່ຕ່າງກັນ ສອງຄຳ ສຳຫລັບນົກເຫົ່ານີ້ ຖ້າເປັນໄປໄດ້.

ນົກອິນຊີ

ນິຍາມ

ນົກອິນຊີເປັນນົກຂະໜາດໃຫຍ່, ມີພະລັງໃນການລ້າເຍື່ອ ກິນສັດຂະໜາດນ້ອຍເຊັ່ນ ປາ, ໜູ, ງູ, ແລະໄກ່ເປັນຕົ້ນ.

  • ພຣະຄໍາພີປຽບທຽບຄວາມໄວແລະຄວາມແຂງແຮງຂອງກອງທັບກັບຄວາມໄວຂອງນົກອິນຊີທີ່ເຈີດລົງໄປຈັບເຍື່ອຂອງມັນ.
  • ເອຊາຢາກ່າວວ່າບັນດາຜູ້ທີ່ວາງໃຈໃນອົງພຣະຜູ້ເປັນເຈົ້າຈະບິນຂຶ້ນເໝືອນກັບນົກອິນຊີ. ນີ້ແມ່ນພາສາປຽບທຽບທີ່ໃຊ້ເພື່ອອະທິບາຍເຖິງອິດສະລະພາບແລະຄວາມແຂງແຮງທີ່ມາຈາກການໄວ້ວາງໃຈແລະເຊື່ອຟັງພຣະເຈົ້າ.
  • ໃນພຣະທໍາດານີເອນ, ຄວາມຍາວເສັ້ນຜົມຂອງກະສັດເນບູກາດເນັດຊາທຽບກັບຄວາມຍາວຂອງຂົນນົກອິນຊີ, ຊຶ່ງຍາວກວ່າ 50 ຊັງຕິແມດ.

ເນລະເທດ, ຜູ້ຖືກເນລະເທດ

ນິຍາມ

ຄໍາວ່າ "ເນລະເທດ" ອ້າງເຖິງຄົນທີ່ຖືກບັງຄັບໃຫ້ໄປອາໃສຢູ່ໃນບ່ອນຫ່າງໄກຈາກບ້ານເກີດເມືອງນອນຂອງພວກເຂົາ.

  • ໂດຍປົກກະຕິແລ້ວມະນຸດຖືກເນລະເທດໄປເພາະເປັນການລົງໂທດຫລືເຫດຜົນທາງດ້ານການເມືອງ.
  • ຄົນທີ່ຖືກເສຍໄຊ ອາດຈະຖືກເນລະເທດໄປຍັງປະເທດຂອງກອງທັບທີ່ມີໄຊຊະນະ, ເພື່ອເຮັດວຽກງານໃຫ້ພວກເຂົາ.
  • "ຊະເລີຍບາລີໂລນ" (ຫລື "ຜູ້ຖືກເນລະເທດ") ເປັນຊ່ວງໜຶ່ງໃນປະຫວັດສາດພຣະຄໍາພີ ເມື່ອຄົນຢິວຈໍານວນຫລາຍທີ່ມາຈາກແຂວງຢູດາ ຖືກກວາດຕ້ອນໄປຈາກບ້ານເມືອງຂອງພວກເຂົາ ແລະຖືກບັງຄັບໃຫ້ອາໄສຢູ່ໃນນະຄອນບາບີໂລນ. ເປັນເວລານານເຖິງ 70 ປີ.
  • ຖ້ອຍຄໍາທີ່ວ່າ "ຜູ້ຖືກເນລະເທດ" ອ້າງເຖິງປະຊາຊົນທີ່ມີຊີວິດຢູ່ຢ່າງຜູ້ຖືກເນລະເທດ, ຈາກບ້ານເມືອງຂອງພວກເຂົາ.

ຄໍາແນະນໍາໃນການແປ

  • ຄໍາວ່າ "ເນລະເທດ" ນີ້ ສາມາດແປໄດ້ອີກວ່າ, "ຖືກສົ່ງອອກໄປ" ຫລື "ຖືກບັງຄັບໃຫ້ອອກ" ຫລື "ຖືກຂັບໄລ່."
  • ຄໍາວ່າ "ຜູ້ຖືກເນລະເທດ" ນີ້ ສາມາດແປໄດ້ອີກດ້ວຍຄໍາຫລືຖ້ອຍຄໍາທີ່ມີຄວາມໝ​າຍວ່າ, "ເວລາຂອງການສົ່ງໄປ" ຫລື "ຊ່ວງເວລາທີ່ຖືກເນລະເທດ" ຫລື "ຊ່ວງເວລາທີ່ຖືກບັງຄັບບໍ່ໃຫ້ມີຕົວຕົນ" ຫລື "ຖືກເນລະເທດ."
  • ວິທີອື່ນໆໃນການແປຄໍາວ່າ "ຜູ້ຖືກເນລະເທດ" ຄວນລວມກັບຄໍາວ່າ, "ຄົນທີ່ຖືກເນລະເທດ" ຫລື "ຄົນທີ່ໄດ້ຖືກເນລະເທດ" ຫລື "ຄົນທີ່ຖືກເນລະເທດໄປນະຄອນບາບີໂລນ."

ບໍ່ເຄົາລົບກົດໝາຍ, ການບໍ່ເຄົາລົບກົດໝາຍ

ນິຍາມ

ຕຳວ່າ " ບໍ່ເຄົາລົບກົດໝາຍ " ອະທິບາຍບຸກຄົນຜູ້ທີ່ບໍ່ເຊື່ອຟັງກົດໝາຍ ຫຼື ຂໍ້ບັງຄັບໃດໆ ເມື່ອປະເທດຫຼືກຸ່ມຳຄົນຢູ່ໃນສະຖານະທີ່ " ການບໍ່ເຄົາລົບກົດໝາຍ " ໝາຍຄວາມວ່າການບໍ່ເຊື່ອຟັງ ການກະບົດ ຫຼື ການຜິດ ສິນລະທຳ.

  • ຄົນບໍ່ເຄົາລົບກົດໝາຍຄືຄົນທີ່ກະບົດ ແລະ ບໍ່ເຊື່ອຟັງກົດບັນຍັດຂອງພຣະເຈົ້າ.
  • ອັກຄະສາວົກໂປໂລໄດ້ບັນທຶກໃນວັນສຸດທ້າຍຈະມີ " ຄົນທີ່ບໍ່ເຄົາລົບກົດໝາຍ " ຫຼື " ຄົນທີ່ບໍ່ເຄົາລົບກົດໝາຍ " ຜູ້ທີ່ໄດ້ຮັບອິດທິພົນຈາກມານຊາຕານເຮັດສິ່ງທີ່ບໍ່ດີຕ່າງໆ.

ຄຳແນະນຳໃນການແປ

  • ຄຳວ່າ "' ບໍ່ເຄົາລົບກົດໝາຍ " ສາມາດແປວ່າ " ກະບົດ " ຫຼື " ບໍ່ເຊື່ອຟັງ " ຫຼື " ຕໍ່ຕ້ານກົດໝາຍ."
  • ຄຳວ່າ " ການບໍ່ເຄົາລົບກົດໝາຍ " ສາມາດແປວ່າ " ບໍ່ເຊື່ອຟັງກົດໝາຍໃດຽ " ຫຼື " ການກະບົດ."

ບໍ່ສະອາດ

ນິຍາມ

ຕາມຕົວອັກສອນ, ຄໍາວ່າ "ບໍ່ສະອາດ." ໝາຍຄວາມວ່າ "ບໍ່ສັກສິດ." ອະທິບາຍເຖິງບາງຄົນຫລືບາງສິ່ງບາງຢ່າງທີ່ບໍ່ໄດ້ຖວາຍກຽດເເດ່ພຣະເຈົ້າ.

  • ຄຳນີ້ຖືກໃຊ້ເພື່ອອະທິບາຍເຖິງບາງຄົນທີ່ສັນລະເສີນພຣະເຈົ້າໂດຍການກະບົດຕໍ່ພຣະອົງ.
  • ສິ່ງທີ່ເອີ້ນວ່າ "ຄວາມບໍ່ສະອາດ " ສາມາດອະທິບາຍໄດ້ວ່າເປັນຄໍາທຳມະດາວ່າ, ຢ່າເຄົາລົບສິ່ງສັກສິດຫລືສິ່ງບໍ່ບໍລິສຸດ.ທີ່ບໍ່ແມ່ນຂອງພຣະເຈົ້າ.

ຄຳແນະນຳການແປ

  • ວິທີການແປ ຄຳ ສັບນີ້ອາດປະກອບມີ, "ບໍ່ບໍລິສຸດ" ຫລື "ບໍ່ແມ່ນຂອງພຣະເຈົ້າ" ຫລື "ບໍ່ຖວາຍກຽດແກ່ພຣະເຈົ້າ" ຫລື "ໂດຍບໍ່ມີພຣະເຈົ້າ."
  • ໃນບາງສະພາບການ, ຄຳວ່າ "ບໍ່ບໍລິສຸດ " ສາມາດແປວ່າ "ບໍ່ສະອາດ."

ບໍ່ສັດຊື່. ຄວາມບໍ່ສັດຊື່

ນິຍາມ

ຄຳວ່າ " ບໍ່ສັດຊື່ " ອະທິບາຍເຖິງຄົນທີ່ບໍ່ໄດ້ເຮັດໃນສິ່ງທີ່ພຣະເຈົ້າຊົງບັນຊາໃຫ້ເຮັດ. ເງື່ອນໄຂຫລືການປະຕິບັດໃນການບໍ່ສັດຊື່ຄື " ຄວາມບໍ່ສັດຊື່. "

  • ຄົນອິດສະຣາເອນຖືກເອີ້ນວ່າ " ນອກໃຈ " ເມື່ອພວກເຂົາເລີ້ມນະມັດສະການຮູບເຄົາລົບຕ່າງໆ ເເລະເມື່ອພວກເຂົາບໍ່ເຊື່ອຟັງພຣະເຈົ້າໃນທາງອື່ນໆ.
  • ໃນການເເຕ່ງງານ, ບາງຄົນເຮັດຜິດປະເວນີ " ບໍ່ສັດຊື່" ກັບຄູ່ເເຕ່ງງານຂອງລາວ.
  • ພຣະເຈົ້າຊົງໃຊ້ຄຳວ່າ " ຄວາມບໍ່ສັດຊື່ " ອະທິບາຍເຖິງ

ພຶດຕິກຳທີ່ບໍ່ເຊື່ອຟັງຂອງອິດສະຣາເອນ. ພວກເຂົາບໍ່ເຊື່ອຟັງພຣະເຈົ້າຫລືບໍ່ຖວາຍພຣະກຽດເເກ່ພຣະອົງ.

ຄຳເເນະນຳໃນການເເປ

  • ຂຶ້ນຢູ່ກັບກໍລະນີ " ບໍ່ສັດຊື່ " ສາມາດເເປວ່າ, " ບໍ່ຈົງຮັກພັກດີ " ຫລື ' ບໍ່ເຊື່ອ " ຫລື " ບໍ່ເຊື່ອຟັງ " ຫລື " ບໍ່ພັກດີ. "
  • ຖ້ອຍຄຳທີ່ວ່າ " ຄົນນອກໃຈ" ອາດຈະເເປວ່າ, " ຄົນທີ່ບໍ່ສັດຊື່ "

ບໍ່ເຊື່ອໃນພຣະເຈົ້າ, ໂດຍບໍ່ມີພຣະເຈົ້າ, ບໍ່ເຂັ້ມງວດໃນການເຄົາລົບນັບຖືພຣະເຈົ້າ, ການບໍ່ເຊື່ອໃນພຣະເຈົ້າ

ນິຍາມ

ຄຳວ່າ "ບໍ່ເຊື່ອໃນພຣະເຈົ້າ" ແລະ "ບໍ່ມີພຣະເຈົ້າ" ອະທິບາຍເຖິງຜູ້ທີ່ຢູ່ໃນການກະບົດຕໍ່ພຣະເຈົ້າ. ການດຳລົງຊີວິດໃນທາງທີ່ຊົ່ວຮ້າຍໂດຍບໍ່ຄິດເຖິງພຣະເຈົ້າຜູ້ເອີ້ນວ່າ "ບໍ່ເຄັ່ງຄັດໃນການນັບຖືພຣະເຈົ້າ" ຫລື "ຄວາມບໍ່ເຊື່ອຖືພຣະເຈົ້າ"

  • ຄວາມໝາຍຂອງຖ້ອຍຄຳເຫລົ່ານີ້ແມ່ນຄ້າຍຄືກັນຫລາຍ, ເຖິງຢ່າງໃດກໍ່ຕາມ, "ຄວາມບໍ່ເຊື່ອຖືພຣະເຈົ້າ " ແລະ "ຄວາມບໍ່ເຄົາລົບຕໍ່ພຣະເຈົ້າ" ອາດຈະອະທີບາຍເຖິງພາບການທີ່ຮ້າຍແຮງທີ່ຜູ້ຄົນຫລືປະເທດຕ່າງໆ. ບໍ່ຍອມເອົາພຣະເຈົ້າຫລືສິດທິຂອງພຣະອົງທີ່ຈະປົກຄອງພວກເຂົາ.
  • ພຣະເຈົ້າຊົງປະກາດການພິພາກສາແລະຄວາມໂກດແຄ້ນຕໍ່ຄົນທີ່ບໍ່ເຊື່ອໃນພຣະເຈົ້າແລະກັບທຸກຄົນທີ່ປະຕິເສດພຣະອົງແລະທາງຂອງພຣະອົງ

ຄຳແນະນຳໃນການແປ

  • ອີງຕາມສະພາບການ, ຄຳວ່າ "ບໍ່ເຊື່ອໃນພຣະເຈົ້າ" ອາດຖືກແປວ່າ "ບໍ່ພໍໃຈພຣະເຈົ້າ" ຫລື "ບໍ່ມີສິນທຳ" ຫລື "ບໍ່ເຊື່ອຟັງພຣະເຈົ້າ".
  • ຄຳວ່າ "ບໍ່ມີພຣະເຈົ້າ" ແລະ "ບໍ່ຈິງຈັງໃນການເຄົາລົບພຣະເຈົ້າ" ໝາຍເຖິງຄົນທີ່ "ບໍ່ມີພຣະເຈົ້າ" ຫລື "ບໍ່ຄິດເຖິງເລື່ອງພຣະເຈົ້າ" ຫລື "ບໍ່ຍອມຮັບເອົາພຣະເຈົ້າ"
  • ການແປພາສາອື່ນໆ ຂອງຄຳວ່າ "ບໍ່ຈິງຈັງໃນການເຄົາລົບພຣະເຈົ້າ" ຫລື "ຄວາມບໍ່ເຊື່ອພຣະເຈົ້າ" ສາມາດເປັນ " ຄວາມຊົ່ວຮ້າຍ" ຫລື " ສີ່ງຊົ່ວຮ້າຍ" ຫລື "ກະບົດຕໍ່ພຣະເຈົ້າ"

ບໍ່ເຊື່ອຟັງ, ບໍ່ເຊື່ອຟັງ, ການບໍ່່ຊື່ອຟັງ

ນິຍາມ

ຄຳວ່າ "ບໍ່ເຊື່ອຟັງ" ໝາຍເຖິງບໍ່ເຊື່ອຟັງສິ່ງທີ່ບາງຄົນທີ່ມີອຳນາດໄດ້ສັ່ງຫຼືສັ່ງສອນຄົນທີ່ທຳເຊັ່ນນີ້ເປັນຄົນ "ບໍ່ເຊື່ອຟັງ".

  • ຄົນທີ່ທຳສິ່ງທີ່ເຂົາບອກວ່າບໍ່ຕ້ອງທຳຄືການບໍ່ເຊື່ອຟັງ.
  • ການບໍ່ເຊື່ອຟັງຍັງໝາຍເຖິງການປະຕິເສດທີ່ຈະທຳສິ່ງທີ່ໄດ້ຮັບຄຳສັ່ງໃຫ້ທຳ.
  • ຄຳວ່າ "ການບໍ່ເຊື່ອຟັງ" ຍັງໃຊ້ເພື່ອການອະທິບາຍເຖິງລັກສະນະຂອງບຸກຄົນທີ່ບໍ່ເຊື່ອຟັງຫຼືກະບົດຈົນເປັນນິໃສ ໝາຍຄວາມວ່າພວກເຂົາເປັນຄົນບາບຫຼືຄົນຊົ່ວ.
  • ຄຳວ່າ "ການບໍ່ເຊື່ອຟັງ" ໝາຍເຖິງ "ການກະທຳທີ່ບໍ່ເຊື່ອຟັງ" ຫຼື "ພຶດຕິກຳທີ່ຂັດກັບພຣະປະສົງຂອງພຣະເຈົ້າ".
  • "ຄົນທີ່ບໍ່ເຊື່ອຟັງ" ອາດແປວ່າ "ຄົນທີ່ບໍ່ເຊື່ອຟັງສະເໝີ" ຫຼື "ຄົນທີ່ບໍ່ໄດ້ທຳໃນສິ່ງທີ່ພຣະເຈົ້າຊົງບັນຊາ".

ບໍ່ຍຸຕິທຳ, ຢ່າງບໍ່ຍຸຕິທຳ, ຄວາມບໍ່ຍຸຕິທຳ

ນິຍາມ

ຄຳວ່າ "ບໍ່ຍຸຕິທຳ" ແລະ "ຢ່າງບໍ່ຍຸຕິທຳ" ໝາຍ ເຖິງການປະຕິບັດຕໍ່ຄົນອື່ນຢ່າງບໍ່ຍຸຕິ, ແລະເຮັດເປັນປະຈຳ, ລັກສະນະທີ່ເປັນອັນຕະລາຍ.

  • "ຄວາມບໍ່ຍຸຕິທຳ" ແມ່ນສິ່ງທີ່ບໍ່ດີທີ່ເຮັດກັບບາງຄົນທີ່ບຸກຄົນນັ້ນບໍ່ສົມຄວນໄດ້ຮັບ. ໂດຍອ້າງອີງໃສ່ການປະຕິບັດຕໍ່ຄົນໂດຍບໍ່ຍຸຕິທຳ.
  • ຄວາມບໍ່ຍຸຕິທຳຍັງໝາຍຄວາມວ່າບາງຄົນໄດ້ຮັບການປະຕິບັດທີ່ບໍ່ດີ ໃນຂະນະທີ່ຄົນອື່ນໄດ້ຮັບການປະຕິບັດຢ່າງດີ.
  • ຄົນທີ່ປະຕິບັດຢ່າງບໍ່ຍຸຕິທຳ ຖືກຖືວ່າເປັນ "ບາງສ່ວນ" ຫລື "ອະຄະຕິ" ເພາະວ່າພວກເຂົາບໍ່ໄດ້ປະຕິບັດຕໍ່ຄົນອື່ນຢ່າງເທົ່າທຽມກັນ.

ຄຳແນະນຳໃນການແປ

  • ຂຶ້ນກັບສະພາບການ "ບໍ່ຍຸຕິທຳ" ສາມາດແປວ່າ "ຄວາມບໍ່ເທົ່າທຽມກັນ" ຫລື "ບາງສ່ວນ" ຫລື "ບໍ່ຊອບທຳ"
  • ປະໂຫຍກທີ່ວ່າ "ບໍ່ຍຸຕິທຳ" ສາມາດຖືກແປວ່າ "ຜູ້ທີ່ບໍ່ຍຸຕິທຳ" ຫລື "ຄົນທີ່ບໍ່ຊອບທຳ" ຫລື "ຄົນທີ່ປະຕິບັດຕໍ່ຄົນອື່ນຢ່າງບໍ່ຍຸຕິທຳ" ຫລື "ຄົນບໍ່ຊອບທຳ" ຫລື "ຄົນທີ່ບໍ່ເຊື່ອຟັງພຣະເຈົ້າ."
  • ຄຳວ່າ "ຢ່າງບໍ່ຍຸຕິທຳ" ສາມາດແປວ່າ, "ໃນລັກສະນະບໍ່ຍຸຕິທຳ" ຫລື "ຢ່າງຜິດໆ" ຫລື "ຢ່າງບໍ່ຍຸຕິທຳ."
  • ວິທີການແປ "ຄວາມບໍ່ຍຸຕິທຳ" ສາມາດປະກອບດ້ວຍ, "ການປະຕິບັດທີ່ບໍ່ຖືກຕ້ອງ" ຫລື "ການປະຕິບັດທີ່ບໍ່ຍຸຕິທຳ" ຫລື "ການກະທຳທີ່ບໍ່ຍຸຕິທຳ."

ບໍ່ໄດ້ກຳໄລ, ບໍ່ໄດ້ປະໂຫຍດ

ນິຍາມ

ຄຳວ່າ "ບໍ່ໄດ້ກຳໄລ" ໝາຍເຖິງບໍ່ມີປະໂຫຍດ.

  • ຄຳນີ້ຕາມຕັວອັກສອນແປວ່າບໍ່ໄດ້ກຳໄລຫຍັງເລີຍ ຫລືບໍ່ໄດ້ຊ່ວຍໃຜໃຫ້ໄດ້ຮັບຫຍັງເລີຍ.
  • ບາງສິ່ງທີ່ບໍ່ມີກຳໄລບໍ່ມີຄ່າຈະເຮັດໄປເຮັດຫຍັງ ເພາະວ່າມັນບໍ່ໄດ້ໃຫ້ປະໂຫຍດຫຍັງ.
  • ນີ້ອາດແປວ່າ "ຂາດປະໂຫຍດ" ຫລື "ຂາດຄຸນຄ່າ" ຫລື "ບໍ່ເປັນປະໂຫຍດ" ຫລື "ບໍ່ຄູ່ຄວນ" ຫລື "ບໍ່ເປັນປະໂຫຍດ" ຫລື "ບໍ່ໃຫ້ປະໂຫຍດ."

ບໍ່ໄດ້ຮັບພິທີຕັດ, ບໍ່ເຂົ້າພິທີຕັດ

ນິຍາມ

ຄຳວ່າ "ບໍ່ເຂົ້າພິທີຕັດ "ເເລະ " ການບໍ່ເຂົ້າພິທີຕັດ" ອ້າງເຖິງຜູ້ຊາຍທີ່ບໍ່ໄດ້ຮັບການເຂົ້າພິທີຕັດທາງກາຍ ຄຳເຫລົ່ານີ້ໃຊ້ເປັນເຊີງປຽບທຽບດ້ວຍ.

  • ເອຢິບເປັນປະເທດທີ່ຕ້ອງເຂົ້າພິທີຕັດດ້ວຍ. ດັ່ງນັ້ນເມື່ອພຣະເຈົ້າກ່າວກຽ່ວກັບເອຢິບທີ່ພ່າຍເເພ້ໂດຍຜູ້ " ບໍ່ໄດ້ເຂົ້າພິທີຕັດ, " ພຣະອົງໝາຍຊົງເຖິງຄົນທີ່ຊາວເອຢິບຢຽບຫຍ່າມເພາະບໍ່ໄດ້ເຂົ້າພິທີຕັດ.
  • ພຣະຄຳອ້າງເຖິງຄົນທີ່ມີ " ຫົວໃຈທີ່ບໍ່ໄດ້ເຂົ້າພິທີຕັດ " ຫລືຜູ້ທີ່ " ບໍ່ເຂົ້າພິທີຕັດໃນຫົວໃຈ. " ການກ່າວເຊີງປຽບທຽບນີ້ວ່າຄົນເຫລົ່ານີ້ບໍ່ເເມ່ນຄົນຂອງພຣະເຈົ້າ, ເເລະເປັນຄົນດື້ດ້ານບໍ່ເຊື່ອຟັງພຣະອົງ.

ຄຳເເນະນຳໃນການເເປ

  • ຖ້າຄຳ"ວ່າການເຂົ້າພິທີຕັດມີການໃຊ້ຫລືເປັນທີ່ຮູ້ຈັກໃນພາສາ, "ບໍ່ເຂົ້າພິທີຕັດ" ອາດແປວ່າ "ບໍ່ໄດ້ເຂົ້າພິທີຕັດ."
  • ຖ້ອຍຄຳ "ການບໍ່ເຂົ້າພິທີຕັດ" ອາດແປວ່າ "ຄົົນທີ່ບໍ່ເຂົ້າພິທີຕັດ" ຫລື "ຄົົນທີ່ບໍ່ໄດ້ເປັນຂອງພະເຈົ້າ," ຂຶ້ນຢູ່ກັບກໍລະນີ.
  • ວິທີອື່ນໃນການແປເຊີງປຽບທຽບຂອງຄຳນີ້ອາດລວມເຖິງ, "ບໍ່ແມ່ນຄົນຂອງພຣະເຈົ້າ" ຫລື "ເປັນກະບົດເຊັ່ນຄົົນທີ່ບໍ່ໄດ້ເປັນຂອງພະເຈົ້າ" ຫລື "ຄົົນທີ່ບໍ່ມີເຄື່ອງໝາຍຂອງການເປັນຂອງພະເຈົ້າ."
  • ຄໍາກ່າວທີ່ວ່າ "ບໍ່ໄດ້ເຂົ້າພິທີຕັດໃນຫັວໃຈ" ສາມາດແປວ່າ, "ກະບົດດື້ດ້ານ" ຫລື "ປະຕິເສດທີ່ຈະເຊື່ອ." ຢ່າງໃດກໍຕາມ, ຖ້າເປັນໄປໄດ້ ທາງທີ່ດີທີ່ສຸດຄວນເກັບສຳນວນຫລືຄຳທີ່ຄ້າຍຄືກັນໄວ້ເພາະການເຂົ້າພິທີຕັດທາງຈິດວິນຍານເປັນແນວຄິດທີ່ສຳຄັນ.

ບໍ່ນ້ຳ, ຫຼືຖັງໃສ່ນ້ຳ

ນິຍາມ

ຄຳວ່າ "ບໍ່ນ້ຳ" ແລະ "ຖັງໃສ່ນ້ຳ" ໝາຍເຖິງແມ່ນ້ຳສອງສາຍໃນສະໃໝພຣະຄຳພີ."

  • ບໍ່ນ້ຳຄືຫຼູມເລິກທີ່ຖືກຂຸດລົງໄປໃນພື້ນດິນເພື່ອໃຫ້ນ້ຳໄຫຼອອກມາຈາກພືນດິນໄດ້
  • ອ່າງເກັບນ້ຳຂະໜາດໃຫຍ່ແລະເລິກທີ່ຂຸດເຂົາໄປໃນຫີນເພື່ອໃຊ້ເປັນບ່ອນເກັບນ້ຳຝົນໄດ້
  • ອ່າງເກັບນ້ຳໂດຍປົກກະຕິຈະຂຸດລົງໄປໃນຫີນທີ່ສານດ້ວຍໄມ້ແລະເອົາຢາງມາທາບໍ່ໃຫ້ຮົ່ວເພື່ອຈະໃສ່ນ້ຳໄວ້ໄດ້ "ອ່າງແຕກ" ເມື່ອຢາງທາບໍ່ດີ ນ້ຳກໍໃຫຼອອກໄດ້.
  • ອ່າງນ້ຳໂດຍປົກກະຕິຈະຕັ້ງຢູ່ໃນບໍລິເວນເດີ່ນບ້ານຂອງປະຊາຊົນເພື່ອລໍຮັບນາໍ້ຝົນທີ່ໃຫຼອອກມາຈາກຫຼັງຄາບ້ານ.
  • ອ່າງນ້ຳໂດຍປົກກະຕິຈະຕັ້ງຢູ່ໃນສະຖານທີ່ໆພວກເຂົາສາມາດເຂົ້າເຖິງໄດ້ໂດຍຄອບຄົວຫຼືຊຸມຊົນທັງໝົດ.
  • ເນື່ອງຈາກນ້ຳເປັນສິ່ງສຳຄັນສຳຫຼັບທັງຄົນແລະສັດມີສິດທິໃນການໃຊ້ບໍ່ນ້ຳມັກມີສານເຫດຂອງການຜິດຖຽງກັນແລະຄວາມຂັດແຍ່ງກັນ.
  • ທັງບໍ່ນ້ຳແລະອ່າງເກັບນ້ຳຈະຖືກປິດດ້ວຍຫີນກ້ອນໃຫຍ່ເພື່ອປ້ອງກັນບໍ່ໃຫ້ມີສິ່ງໃດໆ ຕົກລົງໄປໃນບໍ່. ບໍ່ມັກຈະມີເຊືອກຜູກມັດກັບຖັງຫຼືຄຸເພື່ອຕັກນ້ຳຂຶ້ນມາໃຊ້.
  • ບາງຄັງກໍມີການໃຊ້ຖັງເກັບນ້ຳເພື່ອເປັນທີ່ຄຸມຂັງຄົນ ເຊັ່ນທີ່ເກີດຂື້ນກັບໂຢເຊັບແລະເຢ​ເຣມີຢາ.

ຄຳແນະນຳໃນການແປ

  • ວິທີການແປ "ບໍ່ນ້ຳ" ອາດໝາຍເຖິງ "ຂຸມນ້ຳທີ່ເລິກ" ຫຼື "ຂຸມເລິກສຳລັບນ້ຳພຸ" ຫຼື "ຂຸມເລິກສຳຫລັບຕັກນ້ຳຂຶ້ນມາໃຊ້. "
  • ຄຳວ່າ "ອ່າງເກັບນ້ຳ" ສາມາດແປເປັນ "ຂຸມຫີນເກັບນ້ຳ" ຫຼື "ຂຸມເລິກແລະແຄບສຳລັບນ້ຳ" ຫຼື "ຖັງເກັນນ້ຳໄວ້ໃຕ້ດິນ."
  • ຄຳຊັບເຫຼົ່ານີ້ມີຄວາມໝາຍຄືກັນ ຄວາມແຕ່ງກັນ ກໍຄືອ່າງນ້ຳມັກຈະໄດ້ຮັບນ້ຳຈາກຟື້ນດິນ ໃນຂະນະທີ່ນາໃນອ່າງເກັບນ້ຳມັກຈະເປັນອ່າງເກັບນ້ຳທີ່ມາຈາກຝົນ.

ບ້ວງ, ກັບດັກ

ນິຍາມ

ຄຳວ່າ "ບ້ວງ" ແລະ "ກັບດັກ" ໝາຍເຖິງເຄື່ອງມືທີ່ໃຊ້ໃນການຈັບສັດແລະຂັງສັດຈາກການໜີ ໃນພຣະຄຳພີຄຳເຫລົ່ານີ້ໃຊ້ເຊີງປຽບທຽບໃນການເວົ້າເຖິງຄວາມບາບແລະການທົດລອງທີ່ເໝືອນກັບບ້ວງທີ່ຖືກເຊື່ອງໄວ້ຄອຍຈັບຄົນແລະທຳຮ້າຍພວກເຂົາ.

  • "ບ້ວງ" ຈະມີບ້ວງເຊືອກຫລືສາຍທີ່ຈະຮັດແໜ້ນຢ່າງກະທັນຫັນເມື່ອສັດຍ່າງເຂົ້າມາໃນບ້ວງ ຂາຂອງມັນກໍຈະຕິດກັບບ້ວງນັ້ນ.
  • ໂດຍປົກກະຕິແລ້ວ"ກັບດັກ" ຈະເຮັດມາຈາກໂລຫະຫລືໄມ້ແລະມີສອງສ່ວນທີ່ຈະຮັດຢ່າງກະທັນຫັນແລະມີພະລັງເພື່ອຈະຈັບສັດ ດັ່ງນັ້ນມັນຈຶ່ງບໍ່ສາມາດໜີໄປໄດ້ ບາງເທື່ອກັບດັກຍັງເຮັດເປັນຂຸມເລິກເພື່ອທີ່ຈະໃຫ້ບາງສິ່ງຕົກເຂົ້າມາໃນກັບດັກນັ້ນ.
  • ໂດຍປົກກະຕິບ້ວງຫລືກັບດັກຈະຖືກເຊື່ງໄວ້ ດັ່ງນັ້ນເຫຍື່ອຈະຖືກເອົາໄປໂດຍທີ່ບໍ່ໄດ້ຕັ້ງຕົວເລີຍ.
  • ປະ​ໂຫຍກ​ທີ່​ວ່າ "ວາງກັບດັກ" ໝາຍເຖິງການຕຽມຄວາມພ້ອມຂອງກັບດັກເພື່ອຈັບບາງສິ່ງບາງຢ່າງ.
  • ການ"ຕົກເຂົ້າໄປໃນກັບດັກ" ໝາຍເຖິງການຕົກເຂົ້າໄປໃນຂຸມເລິກຫລືຫລຸມພາງທີ່ຖືກຂຸດແລະເຊື່ອງໄວ້ເພື່ອຈັບສັດ.
  • ເມື່ອໃຊ້ການປຽບທຽບ ການຖືກຈັບໃນກັບດັກຫລືບ້ວງຈະປຽບທຽບກັບການທີ່ບຸກຄົນຖືກເຮັດໃຫ້ຕິດກັບ ໃນຄວາມບາບເຊັ່ນດຽວກັບທີ່ສັດຖືກຈັບໂດຍບ້ວງຫລືກັບດັກນັ້ນ.
  • ເຊັ່ນດຽວກັບສັດທີ່ຢູ່ໃນອັນຕະລາຍແລະບາດເຈັບເພາະການຕິດຢູ່ໃນກັບດັກ ດັ່ງນັ້ນບຸກຄົນທີ່ຕົກລົງໄປໃນກັບດັກຂອງຄວາມບາບກໍກຳລັງຖືກເຮັດຮ້າຍໂດຍຄວາມບາບນັ້ນແລະຕ້ອງການ ການທີ່ຈະຖືກປ່ອຍຈາກບາບນັ້ນ.

ບໍ່ໃຫ້ກຽດ, ຢ່າງບໍ່ໃຫ້ກຽດ

ນິຍາມ

ຄຳວ່າ "ບໍ່ໃຫ້ກຽດ" ໝາຍເຖິງການກະທຳບາງສິ່ງທີ່ບໍ່ໜ້າເຄົາລົບກັບບາງຄົນ.ນີ້ຍັງທຳໃຫ້ຄົນນັ້ນເປັນທີ່ໜ້າອາຍຫຼືຂາຍໜ້າ.

  • ບາງຄັ້ງ "ຢ່າງບໍ່ໃຫ້ກຽດ" ໃຊ້ເພື່ອອ້າງເຖິງວັດຖຸທີ່ບໍ່ເປັນປະໂຫຍດສຳຄັນໃດ ໆ ເລີຍ.
  • ພວກເດັກນ້ອຍໄດ້ຮັບຄຳສັ່ງສອນໃຫ້ເຄົາລົບແລະເຊື່ອຟັງພໍ່ແມ່ຂອງພວກເຂົາ,ເມື່ອພວກເດັກນ້ອຍບໍ່ເຊື່ອຟັງ, ພວກເຂົາບໍ່ໃຫ້ກຽດບິດາມານດາຂອງພວກເຂົາ.ພວກເຂົາກະທຳຕໍ່ບິດາມານດາຂອງພວກເຂົາດ້ວຍວິທີທີ່ບໍ່ໃຫ້ກຽດຕໍ່ພວກເຂົາ.
  • ຊາວອິດສະຣາເອນບໍ່ໃຫ້ກຽດແກ່ພຣະຢາເວ ເມື່ອພວກເຂົາໄດ້ນະມັດສະການພຣະປອມແລະປະຕິບັດຜິດສິນລະທັມ.
  • ພວກຢິວບໍ່ໃຫ້ກຽດແກ່ພຣະເຢຊູໂດຍບອກວ່າ ພຣະອົງຖືກຜີເຂົ້າສິງ.
  • ນີ້ອາດແປວ່າ "ບໍ່ໃຫ້ກຽດ" ຫຼື "ການປະຕິບັດດ້ວຍການບໍ່ໃຫ້ຄວາມເຄົາລົບ.
  • ຄຳນາມວ່າ "ການບໍ່ໃຫ້ກຽດ" ອາດແປໄດ້ວ່າ "ການບໍ່ໃຫ້ຄວາມເຄົາລົບ" ຫຼື "ການທຳໃຫ້ສູນເສຍກຽດ".
  • "ຢ່າງບໍ່ໃຫ້ກຽດ" ອາດແປວ່າ "ຢ່າງບໍ່ໃຫ້ກຽດ" ຫຼື "ໜ້າອັບອາຍ" ຫຼື "ບໍ່ຄຸ້ມຄ່າ" ຫຼື "ບໍ່ມີຄ່າ" ກໍໄດ້,ທັງນີ້ຂຶ້ນຢູ່ກັບບໍລິບົດນັ້ນໆ.

ບ່ອນຝັງສົບ,ຫລຸມຝັງສົບ,ສຸສານຝັງສົບ

ນິຍາມ

ຄຳວ່າ "ບ່ອນຝັງສົບ" ແລະ "ຫລຸມຝັງສົບ" ໝາຍເຖິງສະຖານທີ່ທີ່ຜູ້ຄົນນຳຮ່າງຂອງບຸກຄົນທີ່ເສຍຊີວິດໄປຝັງ. "ສຸສານຝັງສົບ" ເປັນຄຳທົ່ວໄປຫລາຍກວ່າທີ່ໝາຍເຖິງບ່ອນຝັງສົບນີ້ດ້ວຍ.

  • ຊາວຢິວບາງເທື່ອໃຊ້ຖ້ຳທຳມະຊາດເປັນບ່ອນຝັງສົບ,ແລະບາງເທື່ອກໍຂູດຖ້ຳໄວ້ໃນຫີນທີ່ດ້ານຂ້າງຂອງໂນນພູ.
  • ໃນສະໄໝພຣະຄຳພີໃໝ່, ມັນເປັນເລື່ອງທຳມະດາທີ່ຈະກິ້ງກ້ອນຫີນໃຫຍ່ກ້ອນໜຶ່ງຢູ່ທາງໜ້າຂອງການເປີດບ່ອນຝັງສົບເພື່ອຈະປິດມັນ.
  • ຖ້າຄຳເວົ້າສຳລັບບ່ອນຝັງສົບຫລືຫລຸມຝັງສົບສາມາດອ້າງເຖິງຫລຸມທີ່ຮ່າງກາຍໄດ້ວາງຢູ່ໃຕ້ພື້ນດິນແລ້ວ, ກໍມີວິທີອື່ນໃນການແປອາດລວມເຖິງ, "ຖ້ຳ" ຫລື "ຫລຸມໃນດ້ານຂ້າງຂອງໂນນພູ."
  • ປະໂຫບກທີ່ວ່າ "ຫລຸມຝັງສົບ" ມັກໃຊ້ໂດຍທົ່ວໄປແລະເປັນທຳນອງປຽບທຽບເພື່ອອ້າງເຖິງສະພາບຂອງການຕາຍຫລືສະຖານທີ່ທີ່ດວງວິນຍານທັງຫລາຍຂອງຄົນຕາຍຢູ່.

ບັງ​ຄັບ​ອອກ​ໄປ, ໄລ່ອອກ​ໄປ, ໂຍນ​ອອກ​ໄປ

ນິຍາມ

"ບັງ​ຄັບ​ອອກ​ໄປ" ຫລື "ໄລ່ອອກ​ໄປ" ຜູ້​ໃດ​ຜູ​ນຶ່ງ ຫລື​ບາງ​ສິ່ງ​ບາງ​ຢ່າງ​ມີ​ຄວາມ​ໝາຍ​ວ່​າ ເປັນ​ການ​ບັງ​ຄັບ​ຜູ້​ໃດ​ຜູ້​ນຶ່ງ​ອອກ​ໄປ.

  • ຄຳ​ວ່າ "ໄລ່​ອ​ອກ​ໄປ" ມີ​ຄວາມ​ໝາຍ​ດຽວກັນກັບ​ວ່າ "ໂຍນ" ​ການຂວາງແຫ ຫມາຍເຖິງການຂວາງແຫໄປໃນນ້ຳ.
  • ໃນ​​ກໍ​ຣະ​ນີ​ຂອງ​ຄຳປຽບ​ທຽບ "ບັງຄັບອອກ​ໄປ" ​ຫລື​ໂຍນ​ຜູ້​ໃດ​ຜູ້​ນຶ່ງ​ອອກ​ໄປ ແມ່ນ​ການ​ປະ​ຕິ​ເສດ​ລາວ ໄລ່​ລາວ​ອອກ​ໄປ.

ຄຳ​ແນະ​ນຳໃນ ການ​ແປ

  • ການ​ແປ​ຄຳ​ນີ້ໃນ​ຮູບ​ແບບ​ອື່ນໆ​ສາ​ມາດ​ຮວມ​ທັງ "ບັງ​ຄັບ​ໃຫ້​ອອກ​ໄປ" ຫລື "ສົ່ງ​ອອກ​ໄປ" ຫລື ​"ກຳ​ຈັດ​ອອກໄປ​ໃຫ້​ໝົດ"
  • ການຂັບໄລ່ຜີອອກໄປ" ສາມາດແປໄດ້ວ່າ "ເຮັດໃຫ້ຜີອອກໄປ ຫລື​" ໄລ່ວິນຍານຊົ່ວອອກໄປ ຫລື "ໄລ່ພວກຜີອອກໄປ "ຫລື "ສັ່ງຜີໃຫ້ອອກມາ"

​​ບັນ​ຊາ

ນິຍາມ

​​ບັນ​ຊາ ​ເເມ່ນ​​ ຄຳ​ປະ​ກາດ ຫລື​ ກົດ​ໝາຍ ​ທີ່​ ປະ​ກາດ ​ຕໍ່​ປະ​ຊາ​ຊົນ​ທຸກ​ຄົນ.

  • ພ​ຣະ​ບັນ​ຍັດ ​ຂອງ​ພ​ຣະ​ເຈົ້າ​ ເອີ້ນ​ວ່າ​ ພ​ຣະ​ບັນ​ຊາ, ກົດ​ເກນ, ຫລື ພຣະບັນ​ຍັດ.
  • ເຊັ່ນ​ດຽວ ​ກັບ ​ກົດ​ໝາຍ ແລະ ​ຄຳ​ສັ່ງ, ​ຕ່າງໆ ພ​ຣະ​ບັນ​ຊາ ຕ້ອງ​ມີ​ການ​ເຊື່ອ​ຟັງ.
  • ຕົວ​ຢ່າງ ​ຂອງ​ຄຳ​ສັ່ງ ​ຂອງ​ຜູ້​ປົກ​ຄອງ ​ທີ່​ເປັນ​ມະ​ນຸດ ​ຄື​ຄຳ​ປະ​ກາດ​ ຂອງ​ຈັກ​ກະ​ພັດ​ ຊີ​ຊາ ອໍ​ກູ​ດໂ​ຕ ທີ່​ທຸກ​ຄົນ ​ທີ່​ອາ​ໄສ​ ຢູ່​ໃນ​ຈັກ​ກະ​ພັດ​ໂຣມ ​ຕ້​ອງ​ ກັບ​ໄປ ​​ບ້ານ​ເກີດ​ຂອງ​ຕົນ ​ເພື່ອ​ການ​ສຳ​ຣວດ​ສຳ​ມະ​ໂນ​ຄົວ ​ປະ​ຊາ​ຊົນ.
  • ຄຳ​ສັ່ງ ​ບາງ​ຢ່າງ​ ໝາຍ​ເຖີງ ​ການ​ສັ່ງ​ ທີ່​ຕ້ອງ​ເຊື່ອ​ຟັງ ຊື່ງ​ອາ​ຈ​ແປ​ໄດ້​ວ່າ "ສັ່ງ" ຫລື "ອອກ​ຄຳ​ສັ່ງ" ຫລື " ເພື່ອ​ໃຫ້​ເປັນ​ທາງ​ການ" ຫລື ເພື່ອປະ​ກາດ​ຕໍ່ ສາ​ທາ​ຣະ​ນະຊົນ ເປັນ​ກົດ​ໝາຍ".
  • ສິ່ງ​ທີ່" ສັ່ງ​ແລ້ວ" ຈະ​ເກີດ​ຂື້ນ​ ໝາຍ​ຄວາມວ່າ " ຈະ​ເກ​ີດຂື້ນແນ່ນອນ " ຫລື " ໄດ້​ຮັບ​ການ​ຕັດ​ສີນ​ໃຈ​ແລ້ວ​ແລະ​ຈະ​ມີ​ການ​ປ່ຽນ​ແປງ" ຫລື​ " ປະ​ກາດ​ຢ່າງ​ແນ່ນອນ ​ວ່າ​ເລື້ອງນີ້​ຈະ​ເກີດ​ຂື້ນ".)

ບັນລັງ

ນິຍາມ

ບັນລັງເປັນຕັ່ງທີ່ຖືກອອກແບບເປັນພິເສດທີ່ພະມາຫາກະສັດນັງຢູ່ເພື່ອຕັດສິນເລື່ອງທີ່ສຳຄັນແລະຮັບຟັງຄຳຮຽກຮ້ອງຈາກປະຊາຊົນຂອງພຣະອົງ.

  • ບັນລັງເປັນສັນຍາລັກຂອງສິດທິອຳນາດທີ່ເດັດຂາດແລະອຳນາດທີ່ກະສັດຊົງມີ.
  • ຄຳວ່າ "ບັນລັງ" ມັກໃຊ້ເປັນພາບປຽບທຽບເພື່ອອ້າງເຖີງກະສັດລາດສະໄໝຂອງພຣະອົງ ຫຼືອຳນາດຂອງພຣະອົງ. (ເບິ່ງເພີມເຕີມ : https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metonymy)
  • ໃນພຣະຄຳພີ,ພຣະເຈົ້າມັກຈະມີພາບວ່າຊົງເປັນກະສັດທີ່ປະທັບເທີງພະທີ່ນັ່ງຂອງພຣະອົງ. ພຣະເຢຊູໄດ້ຮັບການອະທິບາຍວ່າປະທັບຢູ່ເທີງບັນລັງຂ້າງຂວາມືຂອງພຣະບິດາ.
  • ພຣະເຢຊູກ່າວວ່າສະຫວັນຄືບັນລັງຂອງພຣະເຈົ້າ. ວິທີໜຶ່ງທີ່ແປຄຳນີ້ສາມາດແປວ່າ "ໃນສະຖານທີ່ທີ່ພຣະເຈົ້າຊົງປົກຄອງຢ່າງກະສັດ".

ບັນຫາ,ຫລາຍປັນຫາ,ເປັນທຸກ

ນິຍາມ

ຄຳວ່າ "ບັນຫາ" ໝາຍເຖິງປະສົບການໃນຊີວິດທີ່ຍາກລຳບາກແລະໜ້າວິຕົກ. ການ "ເປັນທຸກ" ໝາຍເຖິງການຮູ້ສຶກຜິດຫວັງຫລືມີຄວາມທຸກກັບບາງສິ່ງບາງຢ່າງ.

  • ເປັນບັນຫາ ສາມາດເປັນດ້ານຮ່າງກາຍ, ດ້ານອາລົມ, ຫລືດ້ານຈິດທີ່ທໍາຮ້າຍບຸກຄົນ.
  • ໃນພຣະຄໍາພີ, ຫລາຍເທື່ອບັນຫາຕ່າງໆ ມັກເປັນຊ່ວງເວລາຂອງການທົດສອບທີ່ພຣະເຈົ້າຊົງໃຊ້ເພື່ອຊ່ວຍໃຫ້ບັນດາຜູ້ເຊື່ອມີຄວາມເປັນຜູ້ໃຫຍ່ແລະເຕີບໂຕໃນຄວາມເຊື່ອຂອງພວກເຂົາ.
  • ໃນພຣະຄຳພີເດີມກ່າວເຖິງ "ບັນຫາ" ອ້າງເຖິງການພິພາກສາທີ່ມາເຖິງປະເທດທີ່ຜິດສິນລະທຳແລະປະຕິເສດພຣະເຈົ້າດ້ວຍເຊັ່ນກັນ.
  • ການກະທຳ "ເຮັດໃຫ້ເກີດບັນຫາ" ແກ່ໃຜບາງຄົນໝາຍເຖິງ "ລົບກວນ" ບຸກຄົນນັ້ນຫລືເຮັດໃຫ້ເຂົາທຸກໃຈ.

ຄຳແນະນຳໃນການແປ

  • ຄຳວ່າ "ບັນຫາ" ຫລື "ບັນຫາຕ່າງ ໆ" ສາມາດແປວ່າ, "ອັນຕະລາຍ" ຫລື "ສິ່ງທີ່ເຈັບປວດທີ່ເກິດຂື້ນ" ຫລື "ການຂົ່ມເຫັງ" ຫລື "ປະສົບການທີ່ຍາກລຳບາກ" ຫລື "ຄວາມທຸກໃຈ."
  • ຄຳວ່າ "ເປັນທຸກ" ອາດແປດ້ວຍຄຳຫລືວະລີທີ່ມີຄວາມຫມາຍວ່າ, "ກຳລັງທຸກໃຈ" ຫລື "ຮູ້ສຶກຫງຸດຫງິດ" ຫລື "ກັງວົນ" ຫລື "ກັງວົນ" ຫລື "ທຸກ" ຫລື "ຢ້ານກົວ" ຫລື "ຖືກລົບກວນ."
  • "ຢ່າເຮັດໃຫ້ນາງລຳບາກ" ສາມາດແປວ່າ "ຢ່າລົບກວນນາງ" ຫລື "ຢ່າວິຈານນາງ."
  • ວະລີວ່າ "ມື້ແຫ່ງຄວາມຫຍຸ້ງຍາກ" ຫລື "ເວລາແຫ່ງຄວາມຫຍຸ້ງຍາກ" ສາມາດແປວ່າ "ເມື່ອທ່ານປະສົບກັບຄວາມທຸກ" ຫລື "ເມື່ອສິ່ງທີ່ຍາກລຳບາກເກີດຂຶ້ນກັບທ່ານ" ຫລື "ເມື່ອພຣະເຈົ້າສ້າງຄວາມທຸກຍາກໃຫ້ເກີດຂຶ້ນ."
  • ວິທີການແປ "ສ້າງບັນຫາ" ຫລື "ເຮັດໃຫ້ເກີດບັນຫາ" ສາມາດລວມເຖິງ "ເຮັດໃຫ້ເກີດສິ່ງທີ່ໜ້າວິຕົກເກີດຂຶ້ນ" ຫລື "ເຮັດໃຫ້ເກີດບັນຫາຕ່າງໆ " ຫລື "ເຮັດໃຫ້ພວກເຂົາໄດ້ມີປະສົບການກັບສິ່ງທີ່ຍາກລຳບາກ."

ບາກບັ່ນ , ຄວາມບາກບັ່ນ

ນິຍາມ

ຄຳວ່າ "ບາກບັ່ນ" ແລະ "ຄວາມບາກບັ່ນ" ​ໝາຍເຖິງການເຮັດສິ່ງໃດສິ່ງໜຶ່ງຢ່າງຕໍ່ເນື່ອງເຖິງວ່າສິ່ງນັ້ນຈະທຸກຍາກຫລືໃຊ້ໄລຍະເວລາຍາວນານເທົ່າໃດກໍຕາມ

  • ຄຳວ່າ "ຄວາມບາກບັ່ນ" ສາມາດແປໄດ້ອີກຢ່າງໜຶ່ງ ວ່າພະຍາຍາມເຮັດດ້ວຍວິທີການຂອງພຣະຄຣິດເຖິງວ່າຈະຕ້ອງພົບກັບການທົດລອງຫລືສະຖານະການທີ່ຍາກລຳບາກກໍຕາມ
  • ຖ້າບຸກຄົນໃດມີ "ຄວາມບາກບັ່ນ" ໝາຍຄວາມວ່າທ່ານຍັງຄົງສາມາດເຮັດໃນສິ່ງທີ່ທ່ານຄວນເຮັດໄດ້ ເຖິງແມ່ນວ່າຈະເຈັບປວດຫລືທຸກຍາກພຽງໃດກໍຕາມ
  • ເຊື່ອໃນສິ່ງທີ່ພຣະເຈົ້າຊົງສັ່ງສອນຢ່າງຕໍ່ເນື່ອງນັ້ນຈຳເປັນຕ້ອງໃຊ້ຄວາມອົດທົນພະຍາຍາມຢ່າງຫລາຍ ສະເພາະຢ່າງຍິ່ງເມື່ອປະເຊີນໜ້າກັບຄຳສອນທຽມເທັດທັງຫຼາຍ
  • ໃຫ້ລະວັງ ບໍ່ໃຊ້ຄຳວ່າ "ດື້ດ້ານ" ຊຶ່ງໂດຍປົກກະຕິຄຳເຫຼົ່ານີ້ມີຄວາມໝາຍໃນແງ່ລົບ

ບິດເບືອນ , ຢ່າງຜິດທຳມະຊາດ , ນຳໄປໃນທາງທີ່ຜິດ

ນິຍາມ

ຄຳວ່າ "ບິດເບືອນ" ໃຊ້ເພື່ອອະທິບາຍບຸກຄົນຫລືການກະທຳທີ່ເຮັດຜິດທາງສິນລະທຳ ຄຳວ່າ "ຢ່າງຜິດທຳມະຊາດ" ໝາຍເຖິງ "ລັກສະນະການກະທຳທີ່ຜິດຈາກທຳມະຊາດ" "ນຳໄປໃນທາງທີ່ຜິດ" ໝາຍເຖິງການບິດເບືອນຫລືການເຮັດໃຫ້ຜິດໄປຈາກສິ່ງທີ່ດີຫລືຖືກຕ້ອງ

  • ບາງຄົນຫລືບາງສິ່ງທີ່ບິດເບືອນໄປຄືການບ່ຽງເອນອອກໄປຈາກທາງທີ່ດີຫລືຖືກຕ້ອງ
  • ໃນພຣະຄຳພີນັ້ນ ຊາວອິດສະລາເອນໄດ້ກະທຳຢ່າງຜິດທຳມະຊາດເມື່ອພວກທ່ານບໍ່ເຊື່ອຟັງພຣະເຈົ້າ ພວກ​ເຂົາມັກຈະໄປນະມັດການພະທຽມເທັດຫລາຍເທື່ອ
  • ການກະທຳທີ່ຂັດຕໍ່ມາດຕະຖານຂອງພຣະເຈົ້າຫລືພຶດຕິກຳ ເອີ້ນໄດ້ວ່າການກະທຳນັ້ນເປັນການກະທຳທີ່ບິດເບືອນ
  • ການແປຄຳວ່າ "ບິດເບືອນ" ສາມາດເວົ້າທັງໝົດ "ມີສິນລະທຳທີ່ບິດບ້ຽວໄປ" ຫລື "ຜິດສິນລະທຳ" ຫລື "ອອກຫ່າງຈາກທາງທີ່ທ່ຽງ​ຕຼົງຂອງພະເຈົ້າ" ຂຶ້ນກັບ​ກໍ​ລະ​ນີ
  • "ຄຳເວົ້າບິດເບືອນ" ສາມາດແປໄດ້ອີກຢ່າງວ່າ "ເວົ້າໃນທາງຊົ່ວຮ້າຍ" ຫລື "ການເວົ້າຫລອກລວງ" ຫລື "ການເວົ້າທີ່ຜິດສິນລະທຳ"
  • "ຄົນບິດເບືອນ" ສາມາດອະທິບາຍວ່າ "ຄົົນທີ່ບໍ່ມີສິນລະທຳ" ຫລື "ຄົົນທີ່ມີສິນລະທຳທີ່ບິດບ້ຽວໄປ" ຫລື "ຄົົນທີ່ບໍ່ເຊື່ອຟັງພຣະເຈົ້າຢ່າງຕໍ່ເນື່ອງ"
  • ຄຳທີ່ວ່າ "ກະທຳຢ່າງບິດເບືອນ" ສາມາດແປໄດ້ອີກຢ່າງໜຶ່ງວ່າ "ພືດຕິກຳໃນທາງຊົ່ວຮ້າຍ" ຫລື "ກະທຳສິ່ງທີ່ຂັດຕໍ່ພຣະບັນຊາຂອງພຣະເຈົ້າ" ຫລື "ດຳເນີນຊີວິດທີ່ປະຕິເສດຄຳສອນຂອງພຣະເຈົ້າ"
  • ຄຳວ່າ "ບິດເບືອນ" ສາມາດແປໄດ້ອີກຢ່າງໜຶ່ງວ່າ "ເປັນເຫດໃຫ້ເກີດຄວາມເສື່ອມເສຍ" ຫລື "ກາຍເປັນບາງສິ່ງທີ່ຊົ່ວຮ້າຍ"

ບຸກຄົນຫຼືສິ່ງຂອງທີ່ທຳໃຫ້ປະຫລາດໃຈ ,ສິ່ງທີ່ທຳໃຫ້ປະຫລາດໃຈ, ປະຫລາດໃຈ, ທຳໃຫ້ປະຫລາດໃຈ, ທຳໃຫ້ຕົກໃຈ.

ນິຍາມ

ຄຳທັງໝົດເວົ້າເຖິງສິ່ງທີ່ທຳໃຫ້ປະຫລາດໃຈເພາະວ່າບາງສິ່ງທີ່ພິເສດທີ່ເກີດຂື້ນ.

  • ບາງຄຳເຫລົ່ານີ້ແປມາຈາກພາສາກຣີກທີ່ແສດງອອກເຖິງຕາມໝາຍວ່າ"ຖືກຈູ່ໂຈມດ້ວຍຄວາມຕົກໃຈ" ຫຼື "ການຢືນຂ້າງນອກຂອງ (ຕົວເອງ)" ການສະແດງອອກເຫລົ່ານີ້ ສະແດງເຖິງວ່າປະຫລາດໃຈຫລາຍເທົ່າໃດ ຫຼື ທຳໃຫ້ບຸກຄົນຕົກໃຈໃນແບບເປັນຄວາມຮູ້ສຶກ ພາສາອື່ນໆອາດສະແດງອອກທີ່ຈະສະແດງຢ່າງນີ້.
  • ປົກກະຕິແລ້ວເຫດການນັ້ນທຳໃຫ້ຮູ້ສືກປະຫລາດໃຈແລະຕົກໃຈຫລາຍຄືການອັດສະຈັນ, ບາງສິ່ງທີ່ພຣະເຈົ້າຊົງທຳ.
  • ຄວາມໝາຍຂອງຄຳເຫລົ່ນີ້ສາມາດລວມໄປເຖິງຄວາມຮູ້ສຶກຂັດແຍ້ງເພາະວ່າສິ່ງທີ່ໄດ້ເກີດຂື້ນເປັນສິ່ງທີ່ບໍ່ຄາດຄິດເລີຍ.
  • ອີກຫລາຍໆທາງທີ່ຈະແປຄຳເຫລົ່ານີ້ສາມາດແປໄດ້ວ່າ"ປະຫລາດໃຈຢ່າງສຸດໆ" ຫຼື "ຕື່ນຕົກໃຈຫລາຍໆ "
  • ຄຳຕ່າງໆທີ່ກຽວຂ້ອງ: "ສິ່ງທີ່ທຳໃຫ້ປະຫລາດໃຈ" (ຄວາມຕົກໃຈ, ຄວາມປະຫລາດໃຈ) "ຄວາມຕົກໃຈ" ແລະ "ຄວາມປະຫລາດໃຈ"
  • ໂດຍທົ່ວໄປຄຳເຫລົ່ານີ້ໃຊ້ໃນທາງບວກ ແລະສະແດງວ່າປະຊາຊົນມີຄວາມສຸກກຽ່ວກັບສິ່ງທີ່ເກີດຂື້ນ.

ບຸດຫົວປີ

ນິຍາມ

ຄຳວ່າ "ບຸດຫົວປີ" ກ່າວເຖິງການຖວາຍຄົນ ຫຼືສັດທີ່ເກີດມາເປັນບຸດຫົວປີ, ກ່ອນທີ່ບຸດຄົນໆ ອື່ນໆຈະເກີດ ປົກກະຕິຄືບຸດຫົວປີ.

  • ໃນພຣະຄັມພີ "ບຸດຫົວປີ" ມັກກ່າວເຖິງບຸດຊາຍຄົນທຳອິດທີ່ເກີດອອກມາ.
  • ໃນລະຍະເວລາພຣະຄັມພີ, ບຸດຊາຍຫົວປີຈະໄດ້ຮັບຄວາມສຳຄັນແລະມໍຣະດົກທີ່ເຂົາຈະໄດ້ຮັບຈາກຄອບຄົວນັ້ນຫຼາຍກ່ວາບຸດຊາຍຄົນອື່ນເຖິງສອງເທົ່າ.
  • ຫຼາຍໆຄັ້ງຈະເປັນສັດຕົວຜູ້ຫົວປີທີ່ຖືກໃຊ້ເປັນເຄື່ອງຖວາຍບູຊາແກ່ພຣະເຈົ້າ.
  • ແນວຄິດນີ້ສາມາດໃຊ້ຢ່າງປຽບທຽບໄດ້ ຕົວຢ່າງເຊັ່ນຊົນຊາດອິສະຣາເອນຖືກຮຽກວ່າເປັນບຸດຊາຍຫົວປີຂອງພຣະເຈົ້າເພາະວ່າພຣະເຈົ້າຊົງໄດ້ໃຫ້ສິດທິພິເສດເໜືອຊົນຊາດອື່ນ.
  • ພຣະເຢຊູ, ພຣະບຸດຂອງພຣະເຈົ້າຖືກຮຽກວ່າເປັນບຸດຫົວປີຂອງພຣະເຈົ້າເພາະຄວາມສຳຄັນຂອງພຣະອົງແລະສິດທິອຳນາດທີ່ເໜືອກ່ວາໃຜທັງປວງ.

ຄຳແນະນຳການແປ

  • ເມື່ອ "ບຸດຫົວປີ" ເກີດຂຶ້ນໃນຂໍ້ນັ້ນພຽງຄຳດຽວ, ຄຳນີ້ສາມາດແປໄດ້ວ່າ "ຜູ້ຊາຍທີ່ເກີດຄົນທຳອິດ," ຫຼື "ບຸດຊາຍຫົວປີ" ຊຶ່ງເປັນຄວາມໃນຂອງຄຳນີ້.

ເບື້ອງເທິງ, ໃນທີ່ສູງສຸດ

ນິຍາມ

ຄຳວ່າ "ເບື້ອງເທິງ" ຫລື "ໃນທີ່ສູງສຸດ" ເປັນຄຳກ່າວຊຶ່ງ ໂດຍທົ່ວໄປ ໝາຍຄວາມວ່າ, "ໃນສະຫວັນ."

  • ອີກຄວາມຫມາຍໜຶ່ງ ຂອງຄຳກ່າວວ່າ "ໃນທີ່ສູງສຸດ" ນັ້ນ

ຫມາຍເຖິງ, "ໄດ້ຮັບກຽດສູງສຸດ."

  • ຄຳກ່າວນີ້ ສາມາດໃຊ້ຕາມຕົວອັກສອນ, ເຊັ່ນໃນຄຳກ່າວວ່າ, "ເທິງຕົ້ນໄມ້ທີ່ສູງສຸດ" ເຊິ່ງມີຄວາມຫມາຍຕົງຕົວ ໝາຍຄວາມວ່າ "ເທິງຕົ້ນໄມ້ທີ່ສູງທີ່ສຸດ."
  • ຄຳວ່າ "ໃນທີ່ສູງ" ສາມາດອ້າງເຖິງ ໃນທີ່ສູງເທິງທ້ອງຟ້າ, ເຊັ່ນ ຮັງນົກຢູ່ໃນທີ່ສູງ. ເຊິ່ງໃນບໍລິບົດນັ້ນ ສາມາດແປວ່າ "ໃນທີ່ສູງເທິງທ້ອງຟ້າ" ຫລື "ເທິງຍອດໄມ້ທີ່ສູງ."
  • ຄຳວ່າ "ສູງ" ຊີ້ເຖິງສະຖານທີ່ ຊຶ່ງຕັ້ງຢູ່ເທິງ ທີ່ສູງຫລືຄວາມສຳຄັນ ຂອງບຸກຄົນຫລືສິ່ງຂອງ.
  • ຄຳກ່າວວ່າ "ຈາກເບື້ອງເທິງ" ສາມາດແປໄດ້ວ່າ "ຈາກສະຫວັນ."

ແບ້

ນິຍາມ

ແບ້ ເປັນສັດຂະໜາດກາງໆ, ເປັນສັດສີຂາວ ຄ້າຍກັບແກະແລະເປັນສັດທີ່ບໍ່ໃຫ້ນົມແລະເອົາໃວ້ກິນຊີ້ນ. ລູກອອ່ນຂອງແບ້ເອີ້ນວ່າ"ລູກແບ້."

  • ເໝືອນກັບແກະ, ແບ້ເປັນສັດທີ່ສຳຄັນສຳລັບການເຜົາບູຊາ ໂດຍສະເພາະເທສະການປັດສະຄາ.
  • ເຖິງແມ່ນວ່າແບ້ມີຄວາມຄ້າຍຄືແກະແຕ່ກໍມີຄວາມແຕກຕ່າງບາງຢ່າງທີ່ເຫັນໄດ້ຢ່າງຈະແຈ້ງ.
  • ແບ້ມີຂົນສີເຂັ້ມແລະຫຍາບ, ແຕ່ແກະມີຂົນເປັນປູຍ.
  • ແບ້ມີຫາງທ່ີ່ຕັ້ງຊີ້ ແຕ່ຫາງແກະຫ້ອຍລົງ.
  • ແກະໂດຍປົກກະຕິມັກຢູ່ຢ່າງປອດພັຍກັບຝູງຂອງພວກມັນ ແຕ່ແບ້ຈະມີຄວາມເປັນເອກະເທດແລະມັກທ່ີ່ຈະທ່ອງທ່ຽວໄປຈາກຝູງ.
  • ໃນສະມັຍພຣະຄັມພີ, ແບ້ເປັນແຫຼ່ງໃຫ້ນ້ຳນົມຫລັກໆ ກັບຄົນອິສະຣາເອນ.
  • ໜັງແບ້ຖືກໃຊ້ເປັນເຕັນເພື່ອປົກຄຸມແລະຖົງໜັງສຳລັບໃສ່

ເຫົ້ຼາອາງຸ່ນ.

  • ທັງໃນພັນທະສັນຍາເດີມແລະໃໝ່, ແບ້ຖືກໃຊ້ເປັນສັນຍາລັກຂອງຄົນອະທັມ, ບາງທີອາດຈະເປັນເພາະແນວໂນ້ມຂອງພວກມັນທີ່ຈະຍ່າງອອກຫ່າງຈາກຄົນທີ່ດູແລພວກມັນ.
  • ຊົນຊາດອິສະຣາເອນໃຊ້ແບ້ເປັນສັນຍາລັກແບກຮັບຄວາມບາບດວ້ຍ .ເມື່ອແບ້ຕົວໜຶ່ງຖືກຖວາຍເປັນສັດບູຊາ ປະໂລຫິດຈະເອົາມືວາງເທິງແບ້ຕົວທີສອງແລະສົ່ງເຂົ້າໄປໃນທະເລຊາຍເພື່ອເປັນສັນຍາລັກຂອງສັດທີ່ແບກຮັບຄວາມບາບຂອງມະນຸດ.

ປໍລະປັກ, ສັດ​ຕູ

ນິຍາມ

"ປໍລະປັກ" ຄື​ບຸກ​ຄົນ​ຫລື​ກູ່ມ​ບຸກ​ຄົນ​ທີ່​ຕໍ່​ຕ້ານ​ບາງ​ຄົນ​ຫລື​ບາງ​ສີ່ງ. ຄຳ​ວ່າ "ສັດ​ຕູ" ມີ​ຄວາມ​ໝາຍ​ຄ້າຍ​ຄື​ກັນ.

  • ປໍລະ​ປັກ​ອາດ​ຈະ​ເປັນ​ບຸກ​ຄົນ​ທີ່​ພະ​ຍາ​ຍາມ​ຕໍ່​ຕ້ານ​ຫລື​ທຳ​ລາຍ​ທ່ານ.
  • ຊົນ​ຊາດ​ນຶ່ງ​ອາດ​ຖືກ​ເອີ້ນ​ວ່າ​ເປັນ "ປໍລະປັກ" ໄດ້​ເມື່ອ​ພວກ​ເຂົາ​ຕໍ່​ສູ້​ກັບ​ອີກ​ຊົນ​ຊາດ​ນຶ່ງ.
  • ໃນ​ພຣະ​ຄັມ​ພີ, ມານ​ໄດ້​ຖືກ​ເອີ້ນ​ວ່າ​ເປັນ "ປໍລະປັກ" ແລະ "ສັດ​ຕູ."
  • ປໍລະ​ປັກ​ອາດ​ແປ​ໄດ້​ອີກວ່າ "ຄູ່​ປໍລະ​ປັກ" ຫລື "ສັດ​ຕູ" ແຕ່​ເປັນ​​ຄຳທີ່​ແຂງກວ່າຄຳ​ວ່າປໍລະ​ປັກ.

(ເບີ່ງເພີ້ມເຕີມ: Satan)


​ປ່ອຍ​ຕົວ

ນິຍາມ

ຄຳວ່າ "ປ່ອຍຕົວ" ໝາຍຄວາມເຖິງການປະກາດຢ່າງເປັນທາງການວ່າ​ຄົນນັ້ນບໍ່ມີຄວາມຜິດຕາມກົດຫມາຍ ຫລື ປະພຶດຜິດສິລະທັມຕາມທີ່ທ່ານຖືກກ່າວຫາ.

  • ບາງເທື່ອຄຳນີ້ຖືກໃຊ້ໃນຄັມພີເມື່ອເວົ້າເຖິງເລື້ອງການອະພັຍໂທດຄົນບາບທັງຫຼາຍ.
  • ໃນເນື້ອ​ຫາຈະເປັນເລື້ອງຄວາມຜິດພາດໃນການ​ປ່ອຍບຸກຄົນຜູ້ຊຶ່ງ​ເຮັດຊົ່ວຮ້າຍແລະກະບົດຕໍ່ພ​ຣະເຈົ້າ.
  • ສາມາດແປໄດ້ອີກວ່າ "ປະກາດວ່າບໍຣິສຸດ" ຫລື "ຕັດສິນວ່າບໍ່ມີຄວາມຜິດ."

ປະ​ກາດ ການ​ປະ​ກາດ

ນິຍາມ

​ຄຳ​ວ່າ " ປະ​ກາດ "ແລະ" ການ​ປະ​ກາດ" ເປັນ ​ການ​ກ່າ​ວ​ເຖີງ​ ການ​ປະ​ກາດ ​ຢ່າງ​ເປັນ​ທາງ​ການ ຫລື​ສາ​ທາ​ຣະ​ນະ​ ຊຶ່ງ​ມັກເນັ້ນເລື້ອງບາງ​ຢ່າງ.

  • "ການ​ປະ​ກາດ " ບໍ່​ ພຽງ​ແຕ່ ​ເນັ້ນ​ຄວາມ​ສຳ​ຄັນ ​ຂອງ​ສິ່ງ​ທີ່​ກຳ​ລັງ​ປະ​ກາດ ​ແຕ່​ກໍ​ຍັງ​ໃຫ້​ຄວາມ​ສຳ​ຄັນ​ ກັບ​ຜູ້​ທີ່​ປະ​ກາດ.
  • ຕົວ​ຢ່າງ​ ,ໃນ​ພັນ​ທະ​ສັນຍາ​ເດີມ ຂ່າວ​ສານ ​ຈາ​ກ​ພ​ຣະ​ເຈົ້າ ​ມັກ​ນຳ​ໜ້າ​ດ້ວຍ " ການປະ​ກາດ​ຂອງ​ພ​ຣະ​ເຈົ້າ​ຢາ​ເວ" ຫລື " ນີ້​ຄື​ສິ່ງ​ທີ່​ພ​ຣະ​ເຈົ້າ​ຢາ​ເວ​ໄດ້​ເວົ້າ​ໄວ້" ຄຳ​ເວົ້າ​ນີ້ ​ເນັ້ນ​ໜັກ ກ​ວ່າ​ຄຳ​ເວົ້າ​ນີ້​ເປັນ​ຄຳ​ເວົ້າ ​ຂອງ​ພ​ຣະ​ເຈົ້າຢາເວ​ເອງ ຄວາມ​ຈິງ​ທີ່​ວ່າ​ຂ່າວ​ສານ​ ມາ​ຈາກ ​ພ​ຣະ​ເຈົ້າ​ຢາ​ເວ ​ສ​ແດງ​ໃຫ້​ເຫັນ​ເຖີງ​ຄວາມ​ສຳ​ຄັນ​ຂອງ​ຂໍ້​ຄວາມນັ້ນ.

ຄຳ​ແນະ​ນຳ​ໃນ​ການ​ແປ

  • "declare" ອາ​ຈ​ແປ​ໄດ້​ວ່າ ` ການ​ປະ​ກາດ"ຫລື​ "ປະ​ກາດ ສາ​ທາ​​ຣະ​ນະ" ຫລື "ເວົ້າ​ຢ່າງ​ເຂັ້ມ​ແຂງ " ຫລື "ເວົ້າ​ຢ່າງ​ໝັ້ນ​ໃຈ" ທັ້ງ​ນີ້​ຂື້ນ​ຢູ່​ກັບ​ບໍລິບົດ.
  • ຄຳ​ວ່າ " declaration" ກໍ​ອາ​ຈ​ແປ​ໄດ້​ວ່າ " ຄຳ​ຖະ​ແຫລງ​ການ " ຫລື " ຄຳ​ປະ​ກາດ."
  • ຖ້ອຍ​ຄຳ​ນີ້ " ນີ້​ຄື​ຄຳ​ປະ​ກາດ​ຂອງ​ພ​ຣະ​ເຈົ້າ​ຢາ​ເວ" ສາ​ມາດ​ແປ​ໄດ້​ວ່າ " ນີ້ຄື​ສິ່ງ​ທີ່​ພ​ຣະ​ເຈົ້າ​ຢາ​ເວ​ປະ​ກາດ ຫລຶ ນິີ້​ເປັນ​ສິ່ງ​ທີ່​ພ​ຣະ​ເຈົ້າ​ຢາ​ເວ​ກ່າວ.

ປະກາດ, ຖະແຫລງການ

ນິຍາມ

ປະກາດ ເປັນການແຖລງຫລືການແຈ້ງບາງສິ່ງຢ່າງເປີດເຜຍແລະຢ່າງກ້າຫານ

  • ຫລາຍເທື່ອໃນພະຄັມພີ ຄຳວ່າ "ປະກາດ" ໝາຍເຖິງການແຖລງບາງສິ່ງບາງຢ່າງຕໍ່ສາທາລະນະຕາມທີ່ພະເຈົ້າໄດ້ຊົງບັນຊາໄວ້ ຫລືບອກຄົນອື່ນເຖິງເລື່ອງຣາວພະເຈົ້າແລະເຖິງຄວາມຢິ່ງໃຫຍ່ຂອງພະອົງ
  • ໃນພັນທສັນຍາໃໝ່ ເຫຼົ່າອັຄສາວົກປະກາດຂ່າວປະເສີດເລື່ອງຣາວກ່ຽວກັບພະເຢຊູໃຫ້ຫຼາຍຄົນໃນເມືອງແລະແຄວ້ນຕ່າງໆ
  • ຄຳວ່າ "ປະກາດ" ສາມາດໃຊ້ກັບພະຣາຊະດີກາໂດຍກະສັດຫລືເພື່ອການປະນາມຄວາມຊັ່ວຮ້າຍຕໍ່ສາທາລະນະຊົນ
  • ວິທີອື່ນໃນການແປຄຳວ່າ "ປະກາດ" ສາມາດລວມທັງຄຳວ່າ "ການແຖລງ" ຫລື"ເທດສະຫນາຢ່າງເປີດເຜຍ" ຫລື "ປະກາດຢ່າງເປີດເຜຍ"
  • ຄຳວ່າ "ຄຳປະກາດ" ສາມາດແປໄດ້ວ່າ "ຄຳແຖລງ" ຫລື "ການເທດສະຫນາໃນທີ່ສາທາລະນະ"

ປະຕິເສດ

ນິຍາມ

ການ“ ປະຕິເສດ” ບາງຄົນຫລືບາງສິ່ງບາງຢ່າງໝາຍ ເຖິງການປະຕິເສດທີ່ຈະຍອມຮັບເອົາຄົນນັ້ນຫລືສິ່ງຂອງ.

  • ຄຳວ່າ "ປະຕິເສດ" ຍັງສາມາດໝາຍຄວາມວ່າ "ປະຕິເສດບໍ່ເຊື່ອ" ບາງຢ່າງ.
  • ການປະຕິເສດພຣະເຈົ້າກໍ່ ໝາຍເຖິງການປະຕິເສດທີ່ຈະເຊື່ອຟັງພຣະອົງ.
  • ເມື່ອຊາວອິສະລາແອນປະຕິເສດການນຳຂອງໂມເຊ, ມັນ ໝາຍຄວາມວ່າພວກເຂົາໄດ້ກະບົດຕໍ່ ອຳ ນາດຂອງລາວ. ພວກເຂົາບໍ່ຕ້ອງການເຊື່ອຟັງພຣະອົງ.
  • ຊາວອິສະຣາເອນສະແດງໃຫ້ເຫັນວ່າພວກເຂົາປະຕິເສດພຣະເຈົ້າເມື່ອພວກເຂົານະມັດສະການພຣະປອມ.
  • ຄຳ ວ່າ“ ຍູ້ ໜີ” ແມ່ນຄວາມ ໝາຍ ຕົວຈິງຂອງ ຄຳ ນີ້. ພາສາອື່ນໆອາດຈະມີການສະແດງອອກຄ້າຍຄືກັນເຊິ່ງມີຄວາມ ໝາຍ ວ່າຈະປະຕິເສດຫລືປະຕິເສດທີ່ຈະເຊື່ອບາງຄົນຫລືບາງຢ່າງ.

% ຄຳແນະໃນນຳການແປ

  • ຂຶ້ນຢູ່ກັບບໍຣິບົດ, ຄຳ ວ່າ "ປະຕິເສດ" ຍັງສາມາດແປໄດ້ໂດຍ "ບໍ່ຍອມຮັບ" ຫຼື "ຢຸດການຊ່ວຍເຫຼືອ" ຫຼື "ປະຕິເສດບໍ່ເຊື່ອຟັງ" ຫຼື "ຢຸດການເຊື່ອຟັງ."
  • ໃນການສະແດງອອກ, "ກ້ອນຫີນທີ່ຜູ້ກໍ່ສ້າງປະຕິເສດ," ຄໍາວ່າ "ປະຕິເສດ" ສາມາດແປເປັນ "ປະຕິເສດທີ່ຈະໃຊ້" ຫຼື "ບໍ່ຍອມຮັບ" ຫຼື "ໂຍນຖິ້ມ" ຫຼື "ກໍາຈັດບໍ່ມີຄ່າ."
  • ໃນສະພາບການຂອງປະຊາຊົນທີ່ປະຕິເສດຄຳສັ່ງຂອງພຣະ ເຈົ້າ, ສິ່ງນີ້ສາມາດແປເປັນ "ປະຕິເສດທີ່ຈະເຊື່ອຟັງ" ຄຳສັ່ງຂອງພຣະອົງຫລື "ເລືອກທີ່ແຂງກະດ້າງທີ່ຈະບໍ່ຍອມຮັບເອົາ" ກົດ ໝາຍ ຂອງພຣະເຈົ້າ.

ປະຕິຍານ

ນິຍາມ

ຄຳວ່າ "ຄຳປະຕິຍານ" ໝາຍເຖິງການໃຫ້ຄຳສັນຍາຢ່າງຈິງຈັງຢ່າງເປັນທາງການເພື່ອເຮັດບາງຢ່າງຫລືໃຫ້ບາງຢ່າງ.

  • ໃນພັນທະສັນຍາເດີມເຈົ້າຫນ້າທີ່ຂອງອິດສະຣາເອນໃຫ້ສັດຈະປະຕິຍານວ່າຈະຈົ່ງຮັກພັກດີຕໍ່ກະສັດດາວິດ.
  • ສິ່ງຂອງທີ່ໃຫ້ໄປເພື່ອເປັນມັດຈຳຈະກັບມາຍັງເຈົ້າຂອງເມື່ອໄດ້ເຮັດຕາມສັນຍາແລ້ວ.
  • "ການປະຕິຍານ" ສາມາດແປໄດ້ວ່າ "ການໃຫ້ຄຳໝັ້ນສັນຍາຢ່າງເປັນທາງການ" ຫລື "ການສັນຍາຢ່າງຈິງຈັງ."
  • ຄຳວ່າ "ມັດຈຳ" ສາມາດໝາຍເຖິງສິ່ງຂອງທີ່ໃຫ້ໄປເພື່ອຫຼັກປະກັນຫລືສັນຍາວ່າໜີ້ນັ້ນຈະໄດ້ຮັບຊຳລະ.
  • ວິທີແປຄຳວ່າ "ການປະຕິຍານ" ສາມາດລວມເຖິງ "ຄຳໝັ້ນສັນຍາ" ຫລື "ພັນທະສັນຍາທາງການ" ຫລື"ຫຼັກປະກັນ "ຫລື "ຄຳສັນຍາທາງການ" ຂຶ້ນຢູ່ກັບບໍລິບົດ.

ປະຕຸ, ຮາວປະຕຸ

ນິຍາມ

"ປະຕຸ" ຄືເຄື່ອງກີດຂວາງທີ່ທາງເຂົ້າທີ່ຮົ້ວຫຼືກຳແພງລ້ອມຮອບບ້ານຫລືເມືອງ."ຮາວປະຕຸ"ອ້າງເຖິງຮາວໄມ້ຫລືຮາວເຫຼັກທີ່ສາມາດເລື່ອນມາລ໊ອກທີ່ປະຕຸ.

  • ປະຕຸເມືອງສາມາດເປີດເພື່ອໃຫ້ຄົນ,ສັດ,ແລະລົດຂົນຂອງທີ່ເດີນທາງເຂົ້າອອກໃນເມືອງ.
  • ເພື່ອປົກປ້ອງເມືອງ ,ກຳແພງແລະປະຕຸຈະໜາແລະແຂງແຮງ.

ປະຕູປິດແລ້ວຈະຖືກລ໊ອກດວ້ຍທ່ອນເຫລັກຫລືໄມ້ເພື່ອປ້ອງກັນສັດຕູຫຼືທະຫານຈາກເມືອງອື່ນເຂົ້າໄປໃນເມືອງ.

  • ປະຕຸເມືອງຫລາຍຄັ້ງມັກທີ່ເປັນຂ່າວສານແລະສຸນທາງສັງຄົມຂອງໝູ່ບ້ານ.ແລະຍັງເປັນສະຖານທີ່ການແລກປ່ຽນທາງການຄ້າໄດ້ເກີດຂື້ນແລະການວິເຄາະໄດ້ເກີດຂື້ນ, ເພາະກຳແພງເມືອງມັນໜາພຽງພໍທີ່ຈະມີທາງເຂົ້າທີ່ທຳໃຫ້ເກີດຮົ່ມຈາກຄວາມຮ້ອນຂອງຕາເວັນ.ພົນລະເມືອງໄດ້ພົບວ່ານັ່ງສະບາຍໃນຮົ່ມເພື່ອທຳທຸລະກິດແລະຕັດສິນຄະດີທາງກົດໝາຍ.

ຄຳແນະນຳການແປ

  • ຂື້ນຢຸ່ກັບບໍຣິບົດ ,ອີກແນວທາງໃນການແປຄຳວ່າ"ປະຕູຮົ້ວ"

ແປໄດ້ອີກວ່າ"ປະຕຸ"ຫລື "ຜະໜັງເປີດ" ຫລື "ເຄື່ອງກັ້ນ" ຫລື "ທາງເຂົ້າ."

  • ຄຳເວົ້າທີ່ວ່າ "ທ່ີ່ກັ້ນຂອງປະຕຸ" ສາມາດແປໄດ້ອີກວ່າ"ກອນປະຕຸ"

ຫລື "ໄມ້ຄານເພື່ອລ໊ອກປະຕຸ."


ປະທັບຕາ, ປິດຕາປະທັບ

ນິຍາມ

ການປະທັບຕາ ໝາຍ ຄວາມວ່າໃຫ້ມັນປິດດ້ວຍສິ່ງທີ່ເຮັດໃຫ້ມັນບໍ່ສາມາດເປີດໄດ້ໂດຍບໍ່ຕ້ອງທຳລາຍປະທັບຕາ.

  • ປົກກະຕິແລ້ວປະທັບຕາຖືກໝາຍ ດ້ວຍການອອກແບບເພື່ອສະແດງວ່າມັນແມ່ນໃຜ.
  • ຂີ້ເຜີ້ງທີ່ຫລອມເຫລວຖືກໃຊ້ເພື່ອປະທັບຕົວໜັງສື ຫລືເອກະສານອື່ນໆທີ່ຈຳເປັນເພື່ອປ້ອງກັນ.ໃນເວລາທີ່ຂີ້ເຜີ້ງເຢັນລົງແລະແຂງ, ຈົດຫມາຍບໍ່ສາມາດເປີດໄດ້ໂດຍບໍ່ທໍາລາຍປະທັບຕາຂີ້ເຜີ້ງ.
  • ປະທັບຕາໃສ່ກ້ອນຫີນຢູ່ຕໍ່ໜ້າອຸບໂມງຂອງພຣະເຢຊູເພື່ອບໍ່ໃຫ້ຜູ້ໃດຍ້າຍໄປມາ.
  • ໃນຕົວຢ່າງໂປໂລກ່າວເຖິງພຣະວິນຍານບໍລິສຸດເປັນ“ ປະທັບຕາ” ທີ່ສະແດງໃຫ້ເຫັນວ່າຄວາມລອດຂອງພວກເຮົາມີຄວາມປອດໄພ.

ປະເພນີ

ນິຍາມ

ຄຳວ່າ "ປະເພນີ" ອ້າງເຖິງຂະນົບທຳນຽມແລະການປະຕິບັດທີ່ໄດ້ຮັບການສະຫງວນຖືຮັກສາກັນມາຕາມການເວລາແລະທີ່ໄດ້ສົ່ງໄປຫາຄົນໃນລຸ້ນຕໍ່ໆໄປ.

  • ຫລາຍເທື່ອໃນພຣະຄໍາພີ ຄຳວ່າ "ປະເພນີ" ອ້າງເຖິງຄຳສອນທັງຫລາຍແລະການປະຕິບັດຫລາຍຢ່າງທີ່ຄົນໄດ້ຖືປະຕິບັດກັນ, ແຕ່ບໍ່ແມ່ນກົດບັນຍັດຂອງພຣະເຈົ້າ. ຄຳກ່າວວ່າ "ປະເພນີຂອງຄົນ" ຫລືປະເພນີຂອງມະນຸດສະຊາດ" ເຮັດໃຫ້ເລື່ອງນີ້ຊັດເຈນ.
  • ວະລີຕ່າງໆ ເຊັ່ນ "ປະເພນີຂອງຜູ້ອາວຸໂສທັງຫລາຍ" ຫລື "ປະເພນີຂອງບັນພະບູລຸດຂອງຂ້ອຍ" ອ້າງອີງໂດຍສະເພາະເຖິງປະເພນີຂອງຊາວຢິວແລະການປະຕິບັດຕ່າງໆ ທີ່ຜູ້ນຳຊາວຢິວໄດ້ເພີ່ມເຂົ້າມາໃນບົດກົດບັນຍັດຂອງພຣະເຈົ້າຕາມການເວລາໂດຍຜ່ານທາງໂມເຊ. ເຖິງຢ່າງນັ້ນ ປະເພນີທີ່ເພີ່ມເຂົ້າມານີ້ກໍບໍ່ໄດ້ເປັນມາຈາກພຣະເຈົ້າ, ປະຊາຊົນຄິດວ່າພວກເຂົາຕ້ອງເຊື່ອຟັງເພື່ອຈະເປັນຄົນຊອບທຳ.
  • ອັກຄະສາວົກໂປໂລໄດ້ໃຊ້ຄຳສັບ "ປະເພນີ" ໃນຫລາຍທາງເພື່ອອ້າງອິງເຖິງການປະຕິບັດຂອງຄຣິດສະຕຽນທີ່ມາຈາກພຣະເຈົ້າແລະທ່ານແລະສາວົກຄົນອື່ນໆ ກໍໄດ້ສັ່ງສອນຜູ້ເຊື່ອໃໝ່.
  • ໃນເວລາສະໄໝໃໝ່, ມີປະເພນີຂອງຄຣິດສະຕຽນຫລວງຫລາຍທີ່ບໍ່ໄດ້ສອນໃນພຣະຄໍາພີ, ແຕ່ກໍມີຜົນເປັນທີ່ຍອມຮັບຕາມປະຫວັດສາດໃນປະເພນີແລະການປະຕິບັດເຫລົ່ານີ້. ປະເພນີເຫລົ່ານີ້ຄວນໄດ້ຮັບການປະເມີນໃນແງ່ທີ່ວ່າພຣະເຈົ້າຊົງສອນເຮົາຫຍັງແດ່ໃນພຣະຄໍາພີ.

ປັດກວາດ,ໄດ້ກວາດລ້າງ

ນິຍາມ

ຄຳວ່າ“ ປັດກວາດ” ແລະ“ ໄດ້ປັດກວາດລ້າງ” ໝາຍເຖິງການເຄື່ອນໄຫວທີ່ກວ້າງຂວາງແລະວ່ອງໄວເພື່ອກຳຈັດຄວາມເປື້ອນໂດຍໃຊ້ຟອຍຫຼືແປງ. ຄຳເຫຼົ່ານີ້ຍັງຖືກນຳໃຊ້ເປັນຄຳປຽບໄດ້ເຊັ່ນກັນ.

  • ຄຳວ່າ "ປັດກວາດ" ຖືກໃຊ້ເປັນຕົວປຽບທຽບເພື່ອອະທິບາຍວິທີການໂຈມຕີຂອງກອງທັບທີ່ມີການເຄື່ອນໄຫວທີ່ວ່ອງໄວ, ມີຄວາມຕັດສິນໃຈທີ່ເດັດຂາດແລະກວ້າງຂວາງ.
  • ຍົກຕົວຢ່າງ, ເອຊາຢາໄດ້ທຳນາຍໄວ້ວ່າຊາວອັດຊີເຣຍຈະ“ ກວາດລ້າງ” ອານາຈັກຢູດາ. ນີ້ໝາຍຄວາມວ່າພວກເຂົາຈະທຳ ລາຍຢູດາແລະຈັບປະຊາຊົນໄປ.
  • ຄຳວ່າ "ກວາດລ້າງ" ຍັງຖືກປຽບທຽບໃຊ້ເພື່ອພັນລະນາເຖິງລັກສະນະຂອງນ້ຳທີ່ໄຫຼຢ່າງໄວວາ ຍູ້ດັນສິ່ງຕ່າງໆແລະບັງຄັບໃຫ້ພວກມັນອອກໄປ.
  • ການມີບາງສິ່ງບາງຢ່າງ“ ຖືກກວາດລ້າງ” ຄົນໜຶ່ງ ໝາຍຄວາມວ່າສິ່ງທີ່ໜັກໜ່ວງແລະຫຍຸ້ງຍາກກຳລັງເກີດຂື້ນກັບລາວ.

ປາກປະຕູ

ນິຍາມ

ຄຳວ່າ "ປາກປະຕູ" ອ້າງເຖີງສ່ວນທາງລຸ່ມຂອງປະຕູທາງເຂົ້າ ຫຼືສ່ວນໜຶ່ງຂອງອາຄານທີ່ຢູ່ຂ້າງໃນປະຕູ.

  • ບາງເທື່ອປາກປະຕູເປັນໄມ້ທ່ອນຫຼືຫີນທີ່ຕ້ອງຍ່າງຂ້າມເພື່ອຈະເຂົ້າຫ້ອງຫຼືເຂົ້າໄປໃນອາຄານ.
  • ທັ້ງປະຕູຮົ້ວແລະປະຕູເຂົ້າເຕັນກໍ່ສາມາດຈະມີປາກປະຕູ.
  • ຄຳສັບນີ້ຄວນຈະຖືກແປດ້ວຍຄຳສັບໃນພາສາຂອງໂຄງການເຊິ່ງ ໝາຍເຖິງສະຖານທີ່ທີ່ທາງເຂົ້າເຮືອນທີ່ບຸກຄົນໃດໜຶ່ງຂ້າມໄປ.
  • ຖ້າບໍ່ມີຄຳນີ້ "ປາກປະຕູ" ກໍ່ສາມາດແປວ່າ "ທາງເຂົ້າປະຕູ" ຫຼື "ການເປີດ" ຫຼື "ທາງເຂົ້າ" ແລ້ວແຕ່ຊ່ວງເວລາ.

ປິຕາຈານ

ນິຍາມ

ຄຳວ່າ "ປິຕາຈານ " ໃນພັນທະສັນຍາເດີມອ້າງເຖິງບັນພະບຸລຸດຜູ້ກໍ່ຕັ້ງຊົນຊາດຢິວ ສະເພາະຢ່າງຍິ່ງອັບລາຮາມ ອີຊາກ ແລະຢາໂຄບ.

  • ຄຳດັ່ງກ່າວໄດ້ອ້າງເຖິງບຸດຊາຍສິບສອງຄົນຂອງຢາໂຄບຊຶ່ງໄດ້ມາເປັນປິຕາຈານ ທັງ 12 ເຜົ່າຂອງອິດສະລາເອນ.
  • ຄຳວ່າ "ປິຕາຈານ " ມີຄວາມໝາຍຄືກັບຄຳວ່າ "ບັນພະບຸລຸດ" ແຕ່ອ້າງເຖິງເປັນພິເສດເຖິງຜູ້ຊາຍທີ່ເປັນຜູ້ນຳປິຕາຈານທີ່ເປັນທີ່ຮູ້ຈັກກັນດີຂອງກຸ່ມປະຊາຊົນ.

ປິຕິຍິນດີ, ຄວາມຍີນດີ

ນິຍາມ

ຄຳວ່າ“ ປິຕິຍິນດີ” ໝາຍຄວາມວ່າຈະເຕັມໄປດ້ວຍຄວາມຍິນດີແລະຄວາມເບີກບານມ່ວນຊື່ນ.

  • ຄຳສັບນີ້ມັກຈະໝາຍເຖິງການມີຄວາມສຸກຫລາຍກ່ຽວກັບສິ່ງດີໆທີ່ພຣະເຈົ້າໄດ້ເຮັດ.
  • ມັນສາມາດຖືກແປເປັນ "ຍິນດີທີ່ສຸດ" ຫຼື "ດີໃຈຫລາຍ" ຫຼື "ເຕັມໄປດ້ວຍຄວາມສຸກ".
  • ເມື່ອມາຣີເວົ້າວ່າ, "ຈິດວິນຍານຂອງຂ້ອຍມີຄວາມປິຕິຍິນດີໃນພຣະເຈົ້າຜູ້ຊ່ອຍໃຫ້ລອດຂອງຂ້ອຍ" ນາງຫມາຍຄວາມວ່າ, " "ພຣະເຈົ້າຜູ້ຊ່ອຍໃຫ້ລອດຂອງຂ້ອຍໄດ້ເຮັດໃຫ້ຂ້ອຍມີຄວາມສຸກຫລາຍ" ຫລື "ຂ້ອຍຮູ້ສຶກມີຄວາມສຸກຫລາຍເພາະສິ່ງທີ່ພຣະເຈົ້າຜູ້ຊ່ອຍໃຫ້ລອດຂອງຂ້ອຍໄດ້ເຮັດເພື່ອຂ້ອຍ."

ປື້ມບັນທຶກທະບຽນແຫ່ງມີຊີວິດ

ນິຍາມ

ຄຳວ່າ“ ປື້ມແຫ່ງຊີວິດ” ໃຊ້ເພື່ອກ່າວເຖິງບ່ອນທີ່ພຣະເຈົ້າໄດ້ຂຽນຊື່ຂອງຄົນທັງໝົດທີ່ພຣະອົງໄດ້ໄຖ່ແລະໃຫ້ຊີວິດນິລັນດອນແກ່ເຂົາ.

  • ການເປີດເຜີຍກ່າວເຖິງປື້ມຫົວນີ້ວ່າ "ປື້ມຊີວິດຂອງລູກແກະ." ນີ້ສາມາດຖືກແປວ່າ "ປື້ມບັນທຶກຂອງຊີວິດທີ່ເປັນຂອງພຣະເຢຊູ, ລູກແກະຂອງພຣະເຈົ້າ." ການເສຍສະລະຂອງພຣະເຢຊູຢູ່ເທິງໄມ້ກາງແຂນໄດ້ຈ່າຍຄ່າປັບໃໝສຳລັບບາບຂອງຜູ້ຄົນເພື່ອພວກເຂົາຈະມີຊີວິດນິລັນດອນໂດຍມີສັດທາໃນພຣະ ອົງ.
  • ຄຳວ່າ "ປື້ມ" ຍັງສາມາດໝາຍຄວາມວ່າ "ເລື່ອນ" ຫລື "ຈົດ ໝາຍ" ຫລື "ຂຽນ" ຫລື "ເອກະສານນິຕິກຳ." ມັນອາດຈະເປັນຕົວ ໜັງສືຫລືຕົວເລກ.

ປຸກ, ເຕືອນ

ນິຍາມ

​ການປຸກ​ແມ່ນ​ການເຕືອນ​ປະ​ຊາ​ຊົນເ​ຖິງ​ບາງ​ສິ່ງ​ທີ່​ອາດ​ເປັນ​ອັນ​ຕະລາຍ​ຕໍ່​ພວກ​ເຂົາ. ການ "​ຕື່ນ​ຕົວ" ເປັນ​ການ​ວິ​ຕົກ​ກັງວົນແລະ​ຢ້ານ​ບາງ​ສິ່ງ​ທີ່​ອັນ​ຕ​ະລາຍ ຫລື​ມາ​ຮຸກຮ​ານ.

  • ກະ​ສັດ​ເຢ​ໂຮ​ຊາ​ຟັດຕື່ນ​ຕົວ​ເມື່ອ​ພ​ຣະ​ອົງ​ຊົງ​ໄດ້​ຍິນ​ວ່າ​ຄົນ​ໂມ​ອາບ​ໄດ້​ກຳ​ລັງ​ວາງ​ແຜນ​ທີ່​ຈະ​ໂຈມ​ຕີ​ອາ​ນາ​ຈັກ​ຢູ​ດາ.
  • ພ​ຣະ​ເຢ​ຊູ​ໄດ້​ຊົງ​ບອກ​ພວກ​ສາ​ວົກ​ຂອງ​ພ​ຣະ​ອົງ​ວ່າ​ຢ່າ​ຕົກ​ໃຈ​ເມື່ອ​ພວກ​ເຂົາ​ໄດ້​ຍິນ​ເລື້ອງໄ​ພ​ວິ​ບັດ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ວາ​ລະ​ສຸດ​ທ້າຍ.
  • ​ຄຳ​ວ່າ "ສົ່ງ​ສຽງ​ເຕືອນ"ໝາຍ​ເຖິງ​ການ​ໃຫ້​ຄຳ​ເຕືອນ. ໃນ​ສະໄຫ​ມ​ບູຮານ, ຄົນ​ສາ​ມາດ​ສົ່ງ​ສຽງ​ເຕືອນ​ໄດ້​ໂດຍ​ການ​ເຮັດ​ສຽງ​ດັງ.

ຄຳ​ແນະ​ນຳ​ໃນ​ການ​ແປ

  • ການ "ເຕືອນ​ບາງ​ຄົນ" ໝາຍ​ເຖິງ "ການ​ເຮັດ​ໃຫ້​ບາງ​ຄົນ​ວິ​ຕົກ" ຫລື "ບາງ​ຄົນ​​ຕົກໃຈ."
  • ການ "ຖືກ​ຕັກ​ເຕືອນ" ສາ​ມາດ​ແປ​ໄດ້​ວ່າ "ຖືກ​ເຮັດ​ໃຫ້​ວິ​ຕົກ" ຫລື "ຖືກ​ເຮັດ​ໃຫ້​ຕຶ່ນ​ຕົວ" ຫລື "ຖືກ​ເຮັດ​ໃຫ້​ເກີດ​ຄວາມຫ່ວງ​ໃຍ."
  • ຄຳ​ວ່າ "ສົ່ງ​ສຽງ​ເຕືອນ" ອາດ​ແປ​ໄດ້​ອີກວ່າ "ການ​ເຕືອນ​ຢ່າງ​ເປີດ​ເຜີຍ" ຫລື "ປະ​ກາດ​ວ່າ​ອັນ​ຕ​ະລາຍ​ກຳ​ລັງ​ໃກ້​ເຂົ້າ​ມາ" ເປົ່າ​ແກ​ເຂົາ​ສັດ​ເພື່ອ​ເຕືອນ​ເຖິງ​ອັນ​ຕ​ະລາຍ."

(​ເບີ່ງເພີ້ມເຕີມ: Jehoshaphat, Moab)


ປູ່ຍ່າຕາຢາຍ,ບິດາ,ບັນພະບຸຣຸດ

ນິຍາມ

ເມື່ອໃຊ້ຕົວອັກສອນ,ຄຳວ່າ "ບິດາ" ອ້າງເຖິງຜູ້ປົກຄອງທີ່ເປັນຜູ້ຊາຍແຕ່ກໍມີລັກສະນະການໃຊ້ໃນແບບປຽບທຽບສຳລັບຄຳນີ້ດ້ວຍ.

  • ຄຳວ່າ "ບິດາ" ແລະ "ບັນພະບຸລຸດ" ຫຼາຍຄັ້ງໃຊ້ເພື່ອກ່າວເຖິງບັນພະບຸລຸດຂອງຄົນໂດຍສະເພາະ ຫຼືກຸ່ມຄົນ ຄຳນີ້ສາມາດແປໄດ້ອີກວ່າ "ປູ່ຍ່າຕາຢາຍ" ຫຼື "ພໍ່ບັນພະບຸຣຸດ".
  • ການສະແດງອອກ "ພໍ່ຂອງ" ສາມາດປຽບທຽບກ່າວເຖິງຄົນທີ່ເປັນຜູ້ນຳກຸ່ມຂອງກຸ່ມຄົນທີ່ກ່ຽວຂ້ອງຫຼືແຫຼ່ງທີ່ມາຂອງບາງສິ່ງ. ຕົວຢ່າງເຊັ່ນ, ໃນປະຖົມມະການ ບົດທີ 4, "ພໍ່ຂອງທຸກຄົນທີ່ອາໃສຢູ່ໃນເຕັນ," ສາມາດແປໄດ້ໄດ້ອີກວ່າ, "ຫົວໜ້າຕະກູນຂອງຄົນກຸ່ມທຳອິດທີ່ອາໃສຢູ່ໃນເຕັນ".
  • ອັກຄະທູດໂປໂລປຽບທຽບຮຽກຕົວເອງວ່າ "ພໍ່" ຂອງຄົນເຫຼົ່ານັ້ນທີ່ເຂົາໄດ້ຊ່ວຍໃຫ້ມາເປັນຄຣິສະຕຽນໂດຍຜ່ານການແບ່ງປັນຂ່າວປະເສີດຂອງພວກເຂົາ.

ຄຳແນະນຳການແປ

  • ເມື່ອເວົ້າເຖິງບິດາແລະບຸດຊາຍຕາມຕົວອັກສອນຂອງເຂົາ, ຄຳນີ້ສາມາດແປໄດ້ອີກໂດຍການໃຊ້ຄຳປົກກະຕິທີ່ບົ່ງບອກເຖິງບິດາໃນພາສານັ້ນ.
  • "ພຣະເຈົ້າພຣະບິດາ" ຄວນແປດ້ວຍຄຳທົ່ວໄປ ທຳມະດາເປັນຄຳທີ່ໝາຍເຖິງ "ພໍ່".
  • ເມື່ອບົ່ງບອກເຖິງບັນພະບຸຣຸດ ຄຳນີ້ສາມາດແປໄດ້ວ່າ "ບັນພະບຸຣຸດ" ຫຼື "ພໍ່ບັນພະບຸຣຸດ".
  • ເມື່ອໂປໂລກ່າວເຖິງຕົວເອງໃນລັກສະນະປຽບທຽບໃນການເປັນບິດາແກ່ບັນດາຜູ້ສັດທາໃນພຣະຄຣິດນີ້ສາມາດແປໄດ້ວ່າ "ເປັນບິດາຝ່າຍວິນຍານ" ຫຼື "ບິດາໃນພຣະຄຣິດ".
  • ບາງຄັ້ງຄຳວ່າ "ບິດາ" ສາມາດແປໄດ້ອີກວ່າ "ຜູ້ນຳຕະກູນ".
  • ຄຳເວົ້າທີ່ວ່າ "ບິດາຂອງການຕົວະທັງຫຼາຍ"ສາມາດແປໄດ້ອີກວ່າ" ທີ່ມາຂອງການຕົວະທັງຫຼາຍ" ຫຼື "ຜູ້ທີ່ເປັນທີ່ມາຂອງການຕົວະລ່າຍທັງຫຼາຍ".

ປົກຄອງ

ນິຍາມ

ຄຳ ວ່າ“ ປົກຄອງ” ໝາຍ ເຖິງການປົກຄອງເປັນກະສັດປົກຄອງປະຊາຊົນຂອງປະເທດໃດ ໜຶ່ງ ຫຼືອານາຈັກໃດ ໜຶ່ງ. ການປົກຄອງຂອງກະສັດແມ່ນໄລຍະເວລາທີ່ລາວ ກຳ ລັງປົກຄອງຢູ່.

  • ຄຳວ່າ“ ການປົກຄອງຍັງຖືກໃຊ້ເພື່ອກ່າວເຖິງພະເຈົ້າທີ່ປົກຄອງເປັນກະສັດປົກຄອງທົ່ວໂລກ.
  • ພຣະເຈົ້າອະນຸຍາດໃຫ້ກະສັດມະນຸດປົກຄອງອິສະຣາເອນໃນເວລາທີ່ພວກເຂົາປະຕິເສດລາວເປັນກະສັດຂອງພວກເຂົາ.
  • ເມື່ອພຣະເຢຊູຄຣິດກັບມາລາວຈະປົກຄອງຢ່າງເປີດເຜີຍເປັນກະສັດປົກຄອງທົ່ວໂລກແລະຄຣິດສະຕຽນຈະ"ູ່ຮ່ວມກັນກັບພຣະອົງ.
  • ຄຳສັບນີ້ຍັງສາມາດແປວ່າ "ກົດເກນຢ່າງແທ້ຈິງ" ຫຼື "ປົກຄອງແບບກະສັດ" ຫລື "ປົກຄອງເປັນກະສັດ."

ປົດປ່ອຍ, ຜູ້ປົດປ່ອຍ, ການປົດປ່ອຍ

ນິຍາມ

ການ “ປົດປ່ອຍ“ຜູ້ໃດຜູ້ໜຶ່ງໝາຍເຖິງການກູ້ເອົາຄົນນັ້ນ. ຄຳວ່າ “ຜູ້ປົດປ່ອຍ“ໝາຍເຖິງຜູ້ທີ່ກູ້ໄພຫລືປ່ອຍປະຊາຊົນອອກຈາກການເປັນຂ້າທາດ,ການກົດຂີ່ຂົ່ມເຫັງ, ຫລືຄວາມອັນຕະລາຍອື່ນໆ.ຄຳວ່າ “ການປົດປ່ອຍ“ໝາຍເຖິງສິ່ງທີ່ເກີດຂຶ້ນເມື່ອຜູ້ໃດຜູ້ໜຶ່ງຊ່ວຍຊີວິດຫລືປົດປ່ອຍປະຊາຊົນອອກຈາກການເປັນຂ້າທາດ,ການກົດຂີ່ຂົ່ມເຫັງ, ຫລືຄວາມອັນຕະລາຍອື່ນໆ.

  • ໃນພຣະຄຳພີເດີມ, ພຣະເຈົ້າໄດ້ແຕ່ງຕັ້ງຜູ້ປົດປ່ອຍໃຫ້ປົກປ້ອງຊາວອິດສະຣາເອນໂດຍນຳພາພວກເຂົາໄປສູ້ຮົບກັບກຸ່ມອື່ນໆທີ່ມາໂຈມຕີພວກເຂົາ.
  • ຜູ້ປົດປ່ອຍເຫລົ່ານີ້ຖືກເອີ້ນວ່າ “ຜູ້ປົກຄອງ“ ແລະພຣະທຳຜູ້ປົກຄອງໃນພຣະຄຳພີເດີມໄດ້ບັນທຶກເວລາໃນປະຫວັດສາດເມື່ອຜູ້ປົກຄອງເຫລົ່ານີ້ປົກຄອງອິດສະຣາເອນ.
  • ພຣະເຈົ້າຍັງໄດ້ຖືກເອີ້ນວ່າເປັນ “ຜູ້ປົດປ່ອຍ.“ ຕະຫລອດປະຫວັດສາດຂອງອິດສະຣາເອນ, ພຣະອົງໄດ້ປົດປ່ອຍຫລືຊ່ວຍເຫລືອປະຊາຊົນຂອງພຣະອົງຈາກສັດຕູຂອງພວກເຂົາ.
  • ຄຳວ່າ “ມອບໃຫ້“ ຫລື “ມອບສົ່ງ“ ມີຄວາມໝາຍທີ່ແຕກຕ່າງກັນຫລາຍໃນການມອບຄົນຕໍ່ສັດຕູ,ເຊັ່ນວ່າເມື່ອຢູດາໄດ້ມອບພຣະເຢຊູໃຫ້ພວກຜູ້ນຳຊາວຢິວ.

ຄຳແນະນຳ ໃນການແປ

  • ໃນແງ່ຂອງການຊ່ວຍໃຫ້ປະຊາຊົນຫລຸດພົ້ນອອກຈາກສັດຕູຂອງພວກເຂົາ, ຄຳວ່າ “ປົດປ່ອຍ“ສາມາດຖືກແປເປັນ “ກູ້ໄພ“ ຫລື “ປົດປ່ອຍ“ ຫລື “ຊ່ວຍໃຫ້ລອດ.“
  • ເມື່ອໝາຍຄວາມວ່າຈະມອບຜູ້ໃດຜູ້ໜຶ່ງໃຫ້ສັດຕູ, ການມອບສົ່ງສາມາດແປເປັນ “ທໍລະຍົດ“ຫລື “ມອບ“ຫລື “ມອບໃຫ້.“
  • ຄຳວ່າ “ຜູ້ປົດປ່ອຍ“ ຍັງສາມາດແປເປັນ “ຜູ້ກູ້ໄພ“ ຫລື “ຜູ້ປົດປ່ອບໃຫ້ເປັນອິດສະຫລະ.“
  • ເມື່ອຄຳວ່າ “ຜູ້ປົດປ່ອຍ“ ໝາຍເຖິງຜູ້ປົກຄອງທີ່ນຳພາອິດສະຣາເອນ,ມັນຍັງສາມາດແປເປັນ “ເຈົ້າແຂວງ“ ຫລື “ຜູ້ພິພາກສາ“ ຫລື “ຜູ້ນຳ.“

ເປັນບາງສ່ວນ, ຄວາມລຳອຽງ

ນິຍາມ

ຄຳວ່າ "ເປັນບາງສ່ວນ" ແລະ "ສະແດງຄວາມລຳອຽງ" ອ້າງເຖິງການເລືອກທີ່ຈະປະຕິບັດຕໍ່ຄົນໜຶ່ງເປັນຄືໜຶ່ງວ່າມີຄວາມສຳຄັນກວ່າຄົນອື່ນໆ.

  • ນີ້ຄືກັບການສະແດງຄວາມຊົມເຊີຍ, ເຊິ່ງໝາຍເຖິງການປະຕິບັດກັບບາງຄົນດີກວ່າປະຕິບັດກັບຄົນອື່ນໆ.
  • ໂດຍປົກກະຕິແລ້ວຄວາມລຳອຽງຫຼືຄວາມຊົມເຊີຍຈະສະແດງຕໍ່ຄົນເພາະວ່າພວກເຂົາຮັ່ງມີກວ່າ ຫຼື ເປັນທີ່ນິຍົມຫຼາຍກວ່າຄົນອື່ນ.
  • ພຣະຄັມພີສອນປະຊາຊົນບໍ່ໃຫ້ສະແດງຄວາມລຳອຽງຫຼືຄວາມຊື່ນຊົມຕໍ່ປະຊາຊົນຜູ້ຮັ່ງມີຫຼືຜູ້ມີຕຳແໜ່ງສູງ.
  • ໃນຈົດໝາຍທີ່ຂຽນເຖິງຊາວໂຣມນັ້ນ ໂປໂລໄດ້ສອນວ່າພຣະເຈົ້າຊົງຕັດສິນທຸກຄົນດ້ວຍຄວາມທ່ຽງທັມແລະບໍ່ລຳອຽງ.
  • ພຣະທັມຢາໂກໂບໄດ້ສອນວ່າເປັນການຜິດທີ່ຈະມອບທີ່ນັ່ງທີ່ດີກວ່າຫຼືການປະຕິບັດທີ່ດີກວ່າຕໍ່ຄົນໜຶ່ງເພາະພວກເຂົາຮັ່ງມີ.

ເປັນມົນທິນ

ນິຍາມ

ໃນພຣະຄຳພີ ຄຳວ່າ " ເປັນມົນທິນ " ໃຊ້ປຽບທຽບໃນການອ້າງເຖິງສິ່ງຕ່າງໆ ທີ່ພຣະເຈົ້າປະກາດວ່າບໍ່ເໜາະສົມສຳລັບຄົນຂອງພຣະອົງທີ່ຈະເເຕະຕ້ອງ, ກິນ, ຫລືຖວາຍບູຊາ.

  • ພຣະເຈົ້າຊົງໃຫ້ຄຳເເນະນຳເເກ່ຊາວອິດສະຣາເອນວ່າສັດໂຕໃດ " ສະອາດ "ເເລະສັດໃດ " ເປັນມົນທິນ. " ສັດທີ່ເປັນມົນທິນຈະບໍ່ໄດ້ຮັບອະນຸຍາດໃຫ້ນຳມາຮັບປະທານຫລືຖວາຍບູຊາ.
  • ຄົນທີ່ມີໂລກຜິວໜັງບາງຢ່າງຖືກກ່າວວ່າ " ເປັນມົນທິນ " ຈົນກວ່າພວກເຂົາຈະໄດ້ຮັບການຢຽວຢາຈົນຫາຍ.
  • ຫາກຊາວອິດສະຣາເອນສຳພັດສິ່ງທີ່ " ເປັນມົນທິນ, " ພວກເຂົາເອງຈະຖືກພິຈະລານາວ່າເປັນມົນທິນຊົ່ວໄລຍະເວລາໜຶ່ງ.
  • ການເຊື່ອຟັງຄຳສັ່ງຂອງພຣະເຈົ້າກ່ຽວກັບການບໍ່ເເຕະຕ້ອງຫລືກິນສິ່ງທີ່ເປັນມົນທິນເຮັດໃຫ້ຊາວອິດສະຣາເອນເເຍກໄວ້ເພື່ອຮັບໃຊ້ພຣະເຈົ້າໂດຍສະເພາະ.
  • ການມີມົນທິນທາງຮ່າງກາຍເເລະພິທີການນີ້ເປັນສັນຍາລັກຂອງການມີມົນທິນທາງສິນລະທຳດ້ວຍ.
  • ໃນເຊີງປຽບທຽບອີກຢ່າງໜຶ່ງທີ່ວ່າເປັນ, " ວິນຍານເປີ້ອນເປີະ" ໝາຍເຖິງວິນຍານຊົ່ວຮ້າຍ.

ຄຳເເນະນຳໃນການເເປ

  • ຄຳວ່າ " ເປັນມົນທິນ " ສາມາດເເປວ່າ " ບໍ່ສະອາດ " ຫລື " ບໍ່ເໜາະສົມໃນສາຍພຣະເນດຂອງພຣະເຈົ້າ " ຫລື " ຮ່າງກາຍບໍ່ສະອາດ " ຫລື " ມົນທິນ. "
  • ເມືີ່ອອ້າງເຖິງຊາຕານວ່າເປັນຜີຖ່ອຍຮ້າຍ, " ເປັນມົນທິນ " ອາດຈະເເປວ່າ " ວິນຍານຊົ່ວ " ຫລື " ມົນທິນ. "
  • ການເເປຄຳນີ້ຈະເຮັດໃຫ້ເກີດຄວາມບໍ່ສະອາດທາງວິນຍານ. ມັນຄວນຈະສາມາດອ້າງເຖິງສິ່ງໃດກໍໄດ້ທີ່ພຣະເຈົ້າຊົງປະກາດວ່າບໍ່ເໝາະສຳລັບການສຳພັດ, ການກິນ, ຫລືການຖວາຍບູຊາ.

ເປັນໝັນ

ນິຍາມ

ການເປັນ“ ໝັນ” ໝາຍຄວາມວ່າບໍ່ໃຫ້ມີຄວາມອຸດົມສົມບູນຫລືເກີດໝາກ.

  • ດິນຫລືທີ່ດິນທີ່ແຫ້ງແລ້ງບໍ່ສາມາດຜະລິດພືດພັນໃດໆ.
  • ແມ່ຍິງຜູ້ທີ່ເປັນໝັນແມ່ນຜູ້ ໜຶ່ງທີ່ບໍ່ສາມາດຖືພາແລະມີລູກໄດ້.

ຄຳແນະນຳໃນການແປ

  • ໃນເວລາທີ່ "ປ່າເຖື່ອນ" ຖືກໃຊ້ໃນການອ້າງອີງເຖິງທີ່ດິນ, ມັນອາດຈະຖືກແປວ່າ "ບໍ່ມີຄວາມອຸດົມສົມບູນ" ຫລື "ບໍ່ມີຜົນດີ" ຫລື "ບໍ່ມີພືດ."
  • ເມື່ອເວົ້າເຖິງແມ່ຍິງທີ່ບໍ່ມີເພດສຳພັນ, ມັນອາດຈະຖືກແປວ່າ "ບໍ່ມີລູກ" ຫລື "ບໍ່ສາມາດທີ່ຈະຮັບລູກໄດ້" ຫລື "ບໍ່ສາມາດຕັ້ງທ້ອງໄດ້".

ເປົ້າໝາຍ,ຢູ່ໃຕ້ອຳນາດ,ຢູ່ພາຍໃຕ້ການບັງຄັບ

ນິຍາມ

ຄຳວ່າ "ຢູ່ໃຕ້ການຄວບຄຸມ" ໝາຍເຖິງການຢູ່ໃຕ້ອຳນາດຂອງຜູ້ໃດຜູ້ໜຶ່ງ. ປະໂຫຍກທີ່ວ່າ "ຍອມຢູ່ໃຕ້ອຳນາດ" ແມ່ນຄຳສັ່ງທີ່ ໝາຍຄວາມວ່າ "ເຊື່ອຟັງ" ຫຼື "ຍອມຈຳນົນຢູ່ໃຕ້ຂອງອຳນາດນັ້ນ".

  • ປະໂຫຍກທີ່ວ່າ“ ການຍອມຢູ່ພາຍໃຕ້ການບັງຄັບ” ໝາຍເຖິງການເຮັດໃຫ້ຜູ້ຄົນຢູ່ໃຕ້ອຳນາດຂອງຜູ້ນຳຫລືຜູ້ປົກຄອງ.
  • ການ“ ເຮັດໃຫ້ຜູ້ໃດຜູ້ໜຶ່ງຍອມຢູ່ໃຕ້ອຳນາດຕໍ່ສິ່ງໃດສິ່ງໜຶ່ງ” ໝາຍເຖິງການເຮັດໃຫ້ຄົນນັ້ນປະສົບກັບສິ່ງທີ່ບໍ່ດີເຊັ່ນ ການລົງໂທດ.
  • ບາງຄັ້ງຄຳວ່າ "ເປົ້າໝາຍ" ຖືກໃຊ້ເພື່ອໝາຍເຖິງຫົວຂໍ້ຫຼືຈຸດປະສົງຂອງບາງສິ່ງບາງຢ່າງເຊັ່ນ "ເຈົ້າຈະເປັນເປົ້າໝາຍຂອງການເວົ້າເຍາະເຍີ້ຍ".
  • ປະໂຫຍກທີ່ວ່າ "ຢູ່ພາຍໃຕ້ອຳນາດ" ຄືກັນກັບຄຳທີ່ວ່າ "ຈົ່ງຍອມຈຳນົນ" ຫຼື "ຍິນຍອມ".

ຜ້າກະສອບ

ນິຍາມ

ຜ້າກະສອບເປັນຜ້າທີຫຍາບ, ເປັນຜ້າຊະນິດທີ່ທຳໃຫ້ລະຄາຍເຄືອງທີ່ເຮັດຈາກຂົນແກະຫລືຂົນອູດ.

  • ເສື້ອຜ້າທີ່ເຮັດຈາກຜ້າກະສອບຈະເຮັດໃຫ້ຄົນທີ່ນຸ່ງຫົ່ມຮູ້ສຶກບໍ່ສະດວກສະບາຍ, ເປັນການນຸ່ງຫົ່ມເພື່ອເປັນການສະແດງເຖິງຄວາມໂສກເສົ້າ,ເສຍໃຈ,ຫລືການຖ່ອມຕົວເສຍໃຈໃນຄວາມຜິດບາບ.
  • ຄຳເວົ້າວ່າ "ຜ້າກະສອບແລະຂີ້ເຖົ່າ" ເປັນຄຳສັບທົ່ວໄປທີ່ອ້າງເຖິງການສະແດງອອກຕາມປະເພນີຂອງຄວາມໂສກເສົ້າແລະການເສຍໃຈໃນການຜິດບາບ.

%ຄຳແນະນຳໃນການແປ

  • ຄຳນີ້ສາມາດແປວ່າ ”ຜ້າກະສອບມາຈາກຂົນສັດ” ຫຼື ”ຜ້າທີ່ເຮັດຈາກຂົນແກະ” ຫຼື ”ຜ້າທີມີຄວາມຫຍາບຄັນຄາຍ”.
  • ວິທີອື່ນທີ່ຈະແປຄຳນີ້ສາມາດແປລວມກັບ ”ຜ້າທີ່ຫຍາບລະຄາຍເຄືອງ”.
  • ຄໍາເວົ້າທີ່ວ່າ ”ນັ່ງໃນຜ້າກະສອບແລະຂີ້ເຖົ່າ” ສາມາດແປວ່າ ”ເປັນການສະແດງຄວາມໂສກເສົ້າແລະຄວາມຖ່ອມໃຈໂດຍການນຸ່ງຫົ່ມຜ້າກະສອບແລະນັ່ງເທີງຂີ້ເຖົ່າ”.

ຜ້າກັ້ງ

ນິຍາມ

ໃນພຣະຄຳພີຄຳວ່າ "ຜ້າກັ້ງ" ກາ່ວເຖິງວັດສະດຸທີ່ໜາ ວັດສະດຸທ່ີໜັກຊຶ່ງໃຊ້ໃນການເຮັດຫໍເຕັນແລະພຣະວິຫານ.

  • ຫໍເຕັນໄດ້ຖືກສ້າງດ້ວຍຜ້າກັ້ງສີ່ຊັ້ນສຳຫລັບດ້ານເທິງແລະດ້ານຂ້າງ ຜ້າກັ້ງເຫຼົ່ານີ້ເຮັດຈາກຜ້າຫຼືໜັງສັດ.
  • ຜ້າກັ້ງຖືກນຳມາໃຊ້ເພື່ອເຮັດເປັນກຳແພງຮອບລານຫໍເຕັນ

ຜ້າກັ້ງເຫຼົ່ານີ້ເຮັດມາຈາກ"ລິນິນ" ຊຶ່ງເປັນຜ້າຊະນິດໜຶ່ງທີ່ເຮັດມາຈາກຕົ້ນປໍ.

  • ທັງໃນຫໍເຕັນແລະພຣະວິຫານມີຜ້າກັ້ງໜາແຂວນຢູ່ລະຫວ່າງ

ສະຖານທີ່ສັກສິດແລະສະຖານທີ່ສັກສິດທີ່ສຸດ ຜ້າກັ້ງນີ້ຖືກຈີກອອກເປັນສອງສ່ວນຢ່າງໜ້າອັດສະຈັນເມື່ອພຣະເຢຊູສິ້ນພຣະຊົນ.

ຄຳແນະນຳໃນການແປ

  • ເນື່ອງຈາກຜ້າກັ້ງສະໄໝໃໝ່ມີຄວາມແຕກຕ່າງກັນຫຼາຍ

ກັບຜ້າກັ້ງທີ່ໃຊ້ໃນພຣະຄຳພີ ຈຶ່ງອາດໃຊ້ຄຳທີ່ຊັດເຈັນຫຼາຍຂຶ້ນ ເພື່ອໃຫ້ເຫັນຄວາມແຕກຕ່າງຫຼື ເພີ້ມຄຳທີ່ຈະອະທິບາຍຜ້າກັ້ງຫຼາຍຂື້ນ.

  • ວິທີການແປຄຳນີ້ອາດລວມເຖິງ "ຜ້າກັ້ງປິດ"ຫຼື " ຄອບຄຸມ"

ຫຼືຜ້າແຜ່ນໜາໆ " ຫຼື " ໜັງສັດຄອບຄຸມ" ຫຼື "ແຜ່ນຜ້າທີ່ແຂວນ"ທັງນີ້ຂຶ້ນຢູ່ກັບກໍລະນີນັ້ນ ໆ.


ຜ້າຄຸມ

ນິຍາມ

ຄຳວ່າ "ຜ້າຄຸມ" ໝາຍເຖິງຜ້າບາງໆ ທີ່ໃຊ້ຄຸມຫົວ ຫລືອັດໜ້າເພື່ອປົກປິດຫົວຫລືໃບໜ້າເພື່ອບໍ່ໃຫ້ເບິ່ງເຫັນ.

  • ໂມເຊຄຸມໜ້າຂອງທ່ານດ້ວຍຜ້າຄຸມຫລັງຈາກທີ່ໄດ້ຢູ່ຕໍ່ພຣະພັກພຣະຢາເວ, ດັ່ງນັ້ນຄວາມສະຫວ່າງຂອງໃບໜ້າຂອງທ່ານຈະຖືກເຊື່ອງໄວ້ຈາກປະຊາຊົນ.
  • ໃນພຣະຄຳພີ, ຜູ້ຍິງໄດ້ສວມຜ້າຄຸມເພື່ອປົກປິດຫົວຂອງພວກນາງ ແລະໃບໜ້າຂອງພວກນາງດ້ວຍ, ເມື່ອພວກນາງຢູ່ໃນທີ່ສາທາລະນະຫລືໃນບ່ອນທີ່ມີພວກຜູ້ຊາຍ.
  • ຄຳກິລິຍາ "ຄຸມໜ້າ" ໝາຍເຖິງການປົກຄຸມບາງສິ່ງບາງຢ່າງດ້ວຍຜ້າຄຸມ.
  • ໃນພຣະຄຳພີພາສາອັງກິດບາງສະບັບ, ຄຳວ່າ "ຜ້າຄຸມ" ໄດ້ໃຊ້ອ້າງເຖິງຜ້າກັ້ງໜາທີ່

ປົກຄຸມບໍລິເວນທາງເຂົ້າໄປໃນບ່ອນສັກສິດທີ່ສຸດ. ແຕ່ "ຜ້າກັ້ງ" ເປັນຄຳທີ່ຖືກຕ້ອງຫລາຍກວ່າໃນບໍລິບົດນັ້ນ, ເນື່ອງຈາກໝາຍເຖິງຜ້າໜັກໆ, ໜາໆ. % ຄຳແນະນຳໃນການແປ

  • ຄຳວ່າ "ຜ້າຄຸມ" ອາດຖືກແປເປັນ "ຜ້າຄຸມບາງ," ຫລື "ຜ້າຄຸມ," ຫລື "ຄຸມຫົວ."
  • ໃນບາງວັດທະນະທຳ, ເປັນຄຳສຳລັບຜ້າຄຸມໜ້າສຳລັບຜູ້ຍິງ. ອາດຈຳເປັນຕ້ອງຄົ້ນຫາຄຳອື່ນເມື່ອໃຊ້ກັບໂມເຊ.

ຜ້າປົກໜ້າເອິກ, ເຄື່ອງປ້ອງກັນໜ້າເອິກ

ນິຍາມ

ຄຳວ່າ“ ຜ້າປົກໜ້າເອິກ” ໝາຍເຖິງຊິ້ນສ່ວນປະຈຳຕະກູນທີ່ປົກຄຸມດ້ານໜ້າຂອງໜ້າເອິກເພື່ອປົກປ້ອງທະຫານໃນລະຫວ່າງການສູ້ຮົບ. ຄຳວ່າ“ ເຄື່ອງປ້ອງກັນໜ້າເອິກ” ໝາຍເຖິງສິ້ນເຄື່ອງນຸ່ງພິເສດທີ່ປະໂລຫິດໃຫຍ່ຂອງອິດສະລາແອນໃສ່ໃນສ່ວນຂອງໜ້າເອິກ.

  • “ ຜ້າປົກໜ້າເອິກ” ທີ່ໃຊ້ໂດຍທະຫານສາມາດເຮັດດ້ວຍໄມ້, ໂລຫະ, ຫລື ໜັງສັດ. ມັນຖືກສ້າງຂຶ້ນເພື່ອປ້ອງກັນລູກສອນ, ຫອກຫລື ດາບຈາກການແທງໜ້າເອິກຂອງທະຫານ.
  • “ ອຸປະກອນເສີມ” ທີ່ໃສ່ໂດຍປະໂລຫິດໃຫຍ່ຂອງອິດສະລາແອນແມ່ນເຮັດດ້ວຍຜ້າແລະມີແກ້ວປະເສີດທີ່ຕິດຢູ່ກັບມັນ. ປະໂລຫິດໄດ້ສວມໃສ່ສິ່ງນີ້ເມື່ອລາວປະຕິບັດໜ້າທີ່ໃນການຮັບໃຊ້ພຣະເຈົ້າໃນວິຫານ.
  • ອີກວິທີໜຶ່ງທີ່ຈະແປ ຄຳວ່າ "ຜ້າປົກໜ້າເອິກ" ສາມາດປະ ກອບມີ, "ການປົກປ້ອງໜ້າເອິກປ້ອງກັນໂລຫະ" ຫຼື "ຊຸດປະຈຳ ຕະກູນປ້ອງກັນເອິກ."
  • ຄຳວ່າ“ ເຄື່ອງປ້ອງກັນໜ້າເອິກ” ສາມາດແປໄດ້ດ້ວຍຄຳທີ່ມີຄວາມໝາຍວ່າ,“ ເຄື່ອງນຸ່ງປະໂລຫິດປົກໜ້າເອິກ” ຫລື“ ເຄື່ອງຕັດຫຍິບປະໂລຫິດ” ຫລື“ ເຄື່ອງນຸ່ງຂອງປະໂລຫິດ”.

ຜິດກົດຫມາຍ

ນິຍາມ

ຄໍາວ່າ "ຜິດກົດໝາຍ" ແລະ "ບໍ່ຖືກຕ້ອງຕາມກົດໝາຍ" ຖືກໃຊ້ເພື່ອອະທິບາຍການກະທຳທີ່ຜິດກົດໝາຍ

  • ໃນພັນທະສັນຍາໃໝ່ ຄຳວ່າ "ຜິດກົດໝາຍ" ບໍ່ໄດ້ໃຊ້ເພື່ອອ້າງເຖິງການລະເມີດກົດໝາຍຂອງພຣະເຈົ້າເທົ່ານັ້ນ, ແຕ່ຍັງໝາຍເຖິງການລະເມີດກົດໝາຍຂອງຊາວຢິວທີ່ມະນຸດແຕ່ງຕັ້ງຂຶ້ນດ້ວຍ.
  • ໃນຊ່ວງຫລາຍປີທີ່ຜ່ານມາ, ຊາວຢິວໄດ້ເພີ້ມກົດໝາຍເຂົ້າມາອີກຈາກທີ່ພຣະເຈົ້າປະທານໃຫ້ແກ່ພວກເຂົາ. ຜູ້ນຳຊາວຢິວຈະ ເອິ້ນສິ່ງທີ່ເພີ້ມເຂົ້າມານີ້ວ່າ "ຜິດກົດໝາຍ" ຖ້າມັນບໍ່ສອດຄ່ອງກັບກົດໝາຍທີ່ພວກເຂົາແຕ່ງຕັ້ງຂຶ້ນມາ.
  • ເມື່ອພຣະເຢຊູກັບເຫລົ່າສາວົກຂອງພຣະອົງກຳລັງເດັດຮວງເຂົ້າໃນວັນສະບາໂຕ, ພວກຟາຣີຊາຍໄດ້ກ່າວຫາວ່າເຮັດໃນສິ່ງ "ຜິດກົດໝາຍ" ເພາະກົດໝາຍຢິວຫ້າມບໍ່ໃຫ້ກະທຳການໃດໆໃນວັນນັ້ນ.
  • ເມື່ອເປໂຕກ່າວວ່າ ການກິນອາຫານທີ່ເປັນມົນທິນ ເປັນການ "ຜິດພຣະບັນຍັດ" ສຳຫລັບເຂົາ, ຊຶ່ງໝາຍຄວາມວ່າ ຖ້າເຂົາກິນອາຫານເຫລົ່ານັ້ນ ເຂົາກໍຈະທຳຜິດພຣະບັນຍັດຂອງພຣະເຈົ້າໄດ້ໃຫ້ໄວ້ກັບຊາວອິດສະຣາເອນທີ່ບໍ່ໃຫ້ກິນອາຫານທີ່ເປັນມົນທິນບາງຢ່າງ.

ຄຳແນະນຳໃນການແປ

  • ຄຳນີ້ຄວນໄດ້ຮັບການແປໂດຍໃຊ້ຄຳຫລືຖ້ອຍຄຳຊຶ່ງໝາຍຄວາມວ່າ, " ບໍ່ຖືກຕ້ອງຕາມກົດໝາຍ ຫລື "ການຝ່າຝືນກົດໝາຍ."
  • ການແປແບບອື່ນຂອງຄຳວ່າ "ຜິດກົດໝາຍ" ອາດເປັນ, "ບໍ່ອະນຸຍາດ" ຫລື "ບໍ່ເປັນໄປຕາມກົດໝາຍຂອງພຣະເຈົ້າ" ຫລື "ບໍ່ສອດຄ່ອງກັບກົດໝາຍຂອງເຮົາ."
  • ຄຳກ່າວທີ່ວ່າ "ຝ່າຝືນກົດໝາຍ" ມີຄວາມໝາຍເຊັ່ນດຽວກັບ "ຜິດກົດຫມາຍ."

ຜິດສິລະທັມທາງເພດ

ນິຍາມ

ຄຳວ່າ "ຜິດສິລະທັມທາງເພດ" ກ່າວເຖິງກິດຈະກຳທາງເພດທີ່ເກີດຂຶ້ນນອກເໜືອຄວາມສຳພັນທາງການສົມລົດຂອງຜູ້ຊາຍກັບຜູ້ຍິງ. ນີ້ເປັນການຕໍ່ຕ້ານແຜນການຂອງພຣະເຈົ້າ.ພຣະຄັມພີພາສາອັງກິດສະບັບເກົ່າເອີ້ນສິ່ງນີ້ວ່າ "ການລັກລອບໄດ້ເສັຽກ່ອນການແຕ່ງງານ".

  • ຄຳນີ້ສາມາດອ້າງເຖິງກິດຈະກຳທາງເພດໃດ ໆ ທີ່ຕໍ່ຕ້ານພຣະປະສົງພຣະເຈົ້າ,ລວມທັງຮັກຮ່ວມເພດ ແລະການລາມົກ.
  • ແບບນຶ່ງຂອງການຜິດສິລະທັມທາງເພດຄື ຫຼິ້ນຊູ້ ຊຶ່ງເປັນການກະທຳທາງເພດ,ໂດຍສະເພາະຢ່າງຍິ່ງ ລະຫວ່າງບຸກຄົນທີ່ແຕ່ງງານແລ້ວແລະບາງຄົນທີ່ບໍ່ແມ່ນຄູ່ຂອງບຸກຄົນນັ້ນ.
  • ອີກແບບນຶ່ງຂອງການຜິດສິລະທັມທາງເພດກໍຄື "ໂສເພນີ," ຊຶ່ງກ່ຽວຂ້ອງກັບການຈ່າຍເງິນເພື່ອການມີເພດສຳພັນກັບບາງຄົນ.
  • ຄຳນີ້ຍັງໃຊ້ໃນແບບປຽບທຽບທີ່ກ່າວເຖິງຄວາມບໍ່ສັດຊື່ຂອງອິສະຣາເອນຕໍ່ພຣະເຈົ້າດ້ວຍການທີ່ພວກເຂົາໄດ້ນະມັດສະການພຣະທຽມ.

ຄຳແນະນຳໃນການແປ

  • ຄຳວ່າ "ຜິດສິລະທັມທາງເພດ" ສາມາດແປໄດ້ວ່າ "ຜິດສິລະທັມ" ເທົ່າເຖິງທີ່ມີຄວາມເຂົ້າໃຈໃນຄວາມໝາຍທີ່ຖືກຕ້ອງຂອງຄຳນັ້ນ.
  • ອີກຢ່າງນຶ່ງໃນການແປຄຳນີ້ ສາມາດລວມເຖິງ "ການກະທຳທາງເພດທີ່ຜິດ" ຫຼື "ເພດສຳພັນນອກສົມຣົດ."
  • ຄຳນີ້ຄວນແປແຕກຕ່າງໄປຈາກຄຳວ່າ "ຫຼິ້ນຊູ້".
  • ການແປຄຳນີ້ໃນທາງປຽບທຽບ ຄວນຍັງຄົງຄວາມໝາຍຕາມຕົວອັກສອນເທົ່າທີ່ທຳໄດ້ ມີການປຽບທຽບໃນພຣະຄັມພີ ລະຫວ່າງຄວາມບໍ່ສັດຊື່ຕໍ່ພຣະເຈົ້າ ແລະຄວາມບໍ່ສັດຊື່ໃນເລື້ອງຄວາມສຳພັນທາງເພດ.

ຜູ້ກະບົດ, ການກະບົດ, ການທໍລະຍົດ

ນິຍາມ

ຄຳ ວ່າ“ ກະບົດ” ໝາຍ ເຖິງການປະຕິເສດທີ່ຈະຍອມຢູ່ໃຕ້ ອຳ ນາດຂອງຜູ້ໃດຜູ້ ນຶ່ງ. ຄົນທີ່ "ກະບົດ" ມັກຈະບໍ່ເຊື່ອຟັງແລະເຮັດສິ່ງທີ່ຊົ່ວ. ບຸກຄົນປະເພດນີ້ຖືກເອີ້ນວ່າ "ຜູ້ກໍ່ການກະບົດ."

  • ຄົນຜູ້ໜຶ່ງກຳລັງກະບົດເມື່ອລາວເຮັດບາງສິ່ງທີ່ເຈົ້າໜ້າທີ່ປົກຄອງລາວໄດ້ບອກລາວວ່າຢ່າເຮັດ.
  • ບຸກຄົນຍັງສາມາດດື້ດ້ານໂດຍການປະຕິເສດສິ່ງທີ່ເຈົ້າໜ້າທີ່ໄດ້ສັ່ງໃຫ້ເຮັດ.
  • ບາງຄັ້ງ ປະຊາຊົນກະບົດຕໍ່ຕ້ານລັດຖະບານຫຼືຜູ້ນຳຂອງພວກເຂົາທີ່ ກຳ ລັງປົກຄອງເໜືອພວກເຂົາ.
  • ຄຳວ່າ "ກໍ່ກະບົດ" ຍັງສາມາດຖືກແປວ່າ "ບໍ່ເຊື່ອຟັງ" ຫຼື "ກໍ່ການຈາລະຈົນ", ຂຶ້ນຢູ່ກັບບໍຣິບົດ.
  • ຄຳວ່າ"ກໍ່ການຈາລະຈົນ" ຍັງສາມາດຖືກແປວ່າ "ບໍ່ເຊື່ອຟັງຢ່າງຕໍ່ເນື່ອງ" ຫຼື "ປະຕິເສດທີ່ຈະເຊື່ອຟັງ."
  • ຄຳວ່າ "ການກໍ່ກະບົດ" ໝາຍ ຄວາມວ່າ "ການປະຕິເສດທີ່ຈະເຊື່ອຟັງ" ຫຼື "ການບໍ່ເຊື່ອຟັງ" ຫຼື "ການລະເມີດກົດ ໝາຍ".
  • ປະໂຫຍກທີ່ວ່າ "ການກໍ່ກະບົດ" ຫຼື "ການກະບົດ" ຍັງສາມາດ ໝາຍ ເຖິງກຸ່ມຄົນທີ່ມີການຈັດຕັ້ງທີ່ກະບົດຕໍ່ຜູ້ມີອຳນາດທີ່ປົກຄອງໂດຍການລະເມີດກົດ ໝາຍ ແລະໂຈມຕີຜູ້ນຳແລະປະຊາຊົນອື່ນໆ. ຫຼາຍໆຄັ້ງ ພວກເຂົາພະຍາຍາມໃຫ້ຄົນອື່ນເຂົ້າຮ່ວມໃນການກະບົດດ້ວຍ.
  • (ເບິ່ງເພີ່ມເຕີມ: ສິດອຳນາດ · ເຈົ້າແຂວງ)

ຜູ້ໄກ່ເກ່ຍ, ຜູ້ເປັນຄົນກາງ

ນິຍາມ

ຜູ້ໄກ່ເກ່ຍ ແມ່ນຜູ້ທີ່ຊ່ວຍເຮັດໃຫ້ປະຊາຊົນສອງຝ່າຍຫລືຫລາຍກວ່າ ສາມາດແກ້ໄຂສິ່ງທີ່ຕົກລົງກັນບໍ່ໄດ້ ຫລືບັນຫາທີ່ຂັດແຍ່ງກັນ. ລາວຈະຊ່ວຍໃຫ້ພວກເຂົາເຈົ້າກັບມາຄືນດີກັນ.

  • ຍ້ອນປະຊາຊົນເຮັດຜິດບາບ, ພວກເຂົາເປັນສັດຕູກັບພຣະເຈົ້າ ແລະພວກເຂົາກໍສົມຄວນກັບພຣະພິໂຣດແລະການລົງໂທດ ເພາະຄວາມຜິດບາບຂອງພວກເຂົາ, ຄວາມສຳພັນລະຫວ່າງພຣະເຈົ້າກັບປະຊາຊົນຂອງພຣະອົງ ໄດ້ຖືກແຕກຫັກຈົນໝົດສິ້ນ.
  • ພຣະເຢຊູເຈົ້າ ເປັນຄົນກາງລະຫວ່າງພຣະເຈົ້າພຣະບິດາ ກັບປະຊາຊົນຂອງພຣະອົງ, ຊົງເຮັດໃຫ້ຄວາມສຳພັນທີ່ຖືກທຳລາຍໄປແລ້ວ ກັບມາຄືນດີໃໝ່ ໂດຍຄວາມຕາຍຂອງພຣະອົງ ເປັນຄ່າໄຖ່ແທນຄວາມບາບຂອງພວກເຂົາ.

ຄຳແນະນຳໃນການແປ

  • ມີຫລາຍວິທີທີ່ຈະແປຄຳວ່າ "ຜູ້ໄກ່ເກ່ຍ, ຜູ້ເປັນຄົນກາງ" ເຊິ່ງສາມາດແປໄດ້ອີກວ່າ "ຄົນທີ່ຢູ່ລະຫວ່າງບຸກຄົນ" ຫລື "ຜູ້ທີ່ເຮັດໃຫ້ຄືນດີກັນ" ຫລື "ຄົນທີ່ນຳເອົາສັນຕິສຸກມາ."
  • ປຽບທຽບຄຳນີ້ກັບຄຳວ່າ "ປະໂລຫິດ" ເມື່ອແປຄວາມໝາຍ. ມັນເປັນການດີທີ່ສຸດ ທີ່ຄຳວ່າ "ຜູ້ໄກ່ເກ່ຍ, ຜູ້ເປັນຄົນກາງ" ແມ່ນແປຄວາມໝາຍແຕກຕ່າງກັນ.

ຜູ້ຈັດການ, ຄົນຕົ້ນເຮືອນ

ນິຍາມ

ຄຳວ່າ "ຜູ້ຈັດການ" ຫຼື "ຄົນຕົ້ນເຮືອນ" ໃນພຣະຄັມພີອ້າງເຖິງຜູ້ຮັບໃຊ້ທີ່ໄດ້ຮັບມອບໝາຍດ້ວຍຄວາມໄວ້ວາງໃຈເພື່ອໃຫ້ດູແລຊັບສົມບັດຂອງເຈົ້ານາຍແລະຈັດການທຸລະກິດຕ່າງໆ.

  • ຄົນຕົ້ນເຮືອນໄດ້ຮັບມອບໜ້າທີ່ຄວາມຮັບຜິດຊອບຫຼວງຫຼາຍຊຶ່ງລວມເຖິງການປົກຄອງດູແລການງານຂອງຜູ້ຮັບໃຊ້ຄົນອື່ນໆ.
  • ຄຳວ່າ "ຜູ້ຈັດການ" ເປັນຄຳທີ່ທັນສະໄໝຫຼາຍກ່ວາຄົນຕົ້ນເຮືອນ,ທັງສອງຄຳນີ້ອ້າງເຖິງບາງຄົນທີ່ຈັດການດູແລແລະກິດຈະການງານຂອງຄົນອື່ນ.

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປວ່າ "ຜູ້ຄວບຄຸມດູແລ" ຫຼື "ຜູ້ຈັດລະບຽບບ້ານທັງໝົດ" ຫຼື "ຜູ້ຮັບໃຊ້ທີ່ຈັດການ" ຫຼື "ບຸກຄົນທີ່ຈັດລະບຽບ."

ຜູ້ສືບສະກຸນ

ນິຍາມ

ຄຳວ່າ "ຜູ້ສືບສະກຸນ" ຄືການອ້າງອີງ ທົ່ວໄປເຖິງການສືບເຊື້ອສາຍຂອງປະຊາຊົນ ຫລືສັດ.

  • ຫລາຍເທື່ອ ໃນພຣະຄັມພີນັ້ນ, ຄຳວ່າ "ຜູ້ສືບເຊື້ອສາຍ" ມີຄວາມໝາຍດຽວກັນກັບ "ລູກຫລານ" ຫລື "ຜູ້ສືບສະກຸນ."
  • ຄຳວ່າ "ເມັດພັນ" ບາງເທື່ອໃຊ້ໃນແບບ ອຸບປະມາ ອ້າງເຖິງ ຜູ້ສືບສະກຸນ.

ຜູ້ສູງສົ່ງ, ຊັ້ນສູງ

ນິຍາມ

ຄຳວ່າ“ ກຽດຕິຍົດ” ໝາຍ ເຖິງສິ່ງທີ່ດີເລີດແລະມີຄຸນນະພາບສູງ. "ຄົນຊັ້ນສູງ" ແມ່ນບຸກຄົນທີ່ມີຖານະທາງດ້ານການເມືອງຫຼືສັງຄົມຊັ້ນສູງ.

  • ຄົນທີ່ມີກຽດສະຫງ່າມັກເປັນເຈົ້າ ໜ້າ ທີ່ຂອງລັດ, ເປັນຜູ້ຮັບໃຊ້ທີ່ໃກ້ຊິດຂອງກະສັດ.
  • ຄຳວ່າ“ ຄົນສູງສົ່ງ” ຍັງສາມາດແປໄດ້ວ່າ,“ ເຈົ້າໜ້າທີ່ຂອງກະສັດ ” ຫຼື“ ເຈົ້າໜ້າທີ່ລັດຖະບານ” ຫຼື“ ຜູ້ຊາຍທີ່ກຳເນີດທີ່ສູງສົ່ງ.”

ຜູ້ສົ່ງຂ່າວສານ

ນິຍາມ

ຄຳວ່າ, ຜູ້ສົ່ງຂ່າວສານ ບົ່ງບອກເຖິງບາງຄົນທີ່ໄດ້ຮັບການມອບ ໝາຍໜ້າທີ່ໃຫ້ໄປສົ່ງຂ່າວ ເພື່ອໃຫ້ຄົນອື່ນຮູ້.

  • ໃນສະໄໝບູຮານ, ຜູ້ສົ່ງຂ່າວສານ ແມ່ນຄົນທີ່ຖືກສົ່ງຈາກສະໜາມຮົບ ເຂົ້າໄປໃນເມືອງ ເພື່ອສົ່ງຂ່າວໃຫ້ຄົນທີ່ຢູ່ໃນເມືອງຮູ້ວ່າ ມີຫຍັງເກີດຂຶ້ນແດ່.
  • ທູດສະຫວັນ ແມ່ນທູດພິເສດ ເປັນຜູ້ສົ່ງຂ່າວທີ່ພຣະເຈົ້າໃຊ້ອອກໄປ ເພື່ອບອກຂ່າວໃຫ້ມະນຸດຮູ້. ໃນບາງສະບັບແປຄຳວ່າ "ທູດສະຫວັນ" ເປັນຄຳວ່າ "ຜູ້ສົ່ງຂ່າວສານ."
  • ໂຢຮັນ ບັບຕິສະໂຕ ຖືກເອີ້ນວ່າ ເປັນຄົນສົ່ງຂ່າວ ມາກ່ອນເພື່ອມາປະກາດການສະເດັດມາຂອງພຣະເມຊິອາ ແລະ ເພື່ອຕຽມຄົນຂອງພຣະອົງໃຫ້ພ້ອມໃນການຮັບໃຊ້.
  • ພວກສາວົກຂອງພຣະເຢຊູເຈົ້າ ກໍເປັນຜູ້ສົ່ງຂ່າວສານ ຄື ອອກໄປປະກາດຂ່າວປະເສີດເລື່ອງອານາຈັກຂອງພຣະເຈົ້າ ໃຫ້ແກ່ຄົນອື່ນໆ.

ຜູ້ຊາຍທີ່ຮຽນຮູ້, ນັກໂຫລາສາດ

ນິຍາມ

ໃນເນື້ອເລື່ອງພຣະຄຳພີມັດທາຍກ່ຽວກັບການກຳເນີດຂອງພຣະເຢຊູຄຣິດ " ໂຫລາຈານ " ເຫຼົ່ານີ້ ຫຼື " ຜູ້ຊາຍທີ່ຮຽນຮູ້ " ເຫຼົ່ານີ້ແມ່ນ " ຜູ້ທີ່ມີປັນຍາ " ຜູ້ທີ່ໄດ້ນຳຂອງຂັວນມາມອບໃຫ້ກັບພຣະເຢຊູໃນເມືອງເບຣເລເຮັມຫຼັ້ງຈາກທີ່ພຣະອົງກຳເນີດໃນທີ່ນັ້ນ ພວກເຂົາອາດເປັນ " ນັກໂຫລາສາດ " ເຊື່ງເປັນພວກທີ່ສຶກສາກ່ຽວກັບດວງດາວທັງຫຼາຍ.

  • ພວກຜູ້ຊາຍເຫຼົ່ານີ້ໄດ້ເດີນທາງເປັນໄລຍະທາງໄກຈາກປະເທດທາງທິດຕາເວັນອອກຂອງອິດສເອນບໍ່ເປັນທີ່ຮູ້ຈັກກັນແບບແນ່ນອນວ່າພວກເຂົາຈາກມາແຕ່ສະຖານທີ່ໃດໆ ຫຼື ພວກເຂົາເປັນໃຜ ແຕ່ພວກເຂົາເປັນຜູ້ຊາຍທີ່ຮຽນຮູ້ຜູ້ທີ່ໄດ້ສຶກສາກ່ຽວກັບດວງດາວຕ່າງໆ.
  • ພວກເຂົາອາດຈະສືບເຊື້ອສາຍມາຈາກພວກໂຫລາຈານທີ່ໄດ້ຮັບໃຊ້ໃນບາບີໂລນໃນສະໄຫມຂອງດານີເອນ ແລະ ເປັນຜູ້ທີ່ໄດ້ຮັບການຝຶກອົບຮົມໃນຫຼາຍສິ່ງຫຼາຍຢ່າງ ລວມເຖີງການສຶກສາດວງດາວ ແລະ ການທຳນາຍຝັນ.
  • ຕາມປະເພນີມັກຈະເວົ້າເຖີງກັນວ່າ ຜູ້ຊາຍທີ່ສະຫລາດ ແລະ ຜູ້ຊາຍທີ່ຮຽນຮູ້ ເພາະວ່າມີຂອງຂັວນສາມອັນທີ່ພວກເຂົານຳມາມອບຖວາຍໃຫ້ກັບພຮະເຢຊູ ແນວໃດກໍ່ຕາມ ພຮະຄຳພີບໍ່ໄດ້ເວົ້າວ່າພວກເຂົາມີຈັກຄົນ.

ຜູ້ເຊື່ອຖື

ນິຍາມ

ໃນ ພຣະຄຳພີ , ຄຳວ່າ "ຜູ້ທີ່ເຊື່ອ" ໝາຍເຖິງຄົນທີ່ເຊື່ອແລະເພິ່ງອາໄສພຣະເຢຊູຄຣິດເປັນຜູ້ຊ່ອຍໃຫ້ລອດ.

  • ຄຳວ່າ "ຜູ້ທີ່ເຊື່ອ" ມີຄວາມໝາຍແທ້ຈິງວ່າ "ຜູ້ເຊື່ອ."
  • ຄຳວ່າ "ຄຣິດສະຕຽນ" ໃນທີ່ສຸດໄດ້ກາຍມາເປັນຕຳແໜ່ງຫຼັກສຳລັບຜູ້ທີ່ເຊື່ອເພາະມັນສະແດງວ່າພວກເຂົາເຊື່ອໃນພຣະຄຣິດແລະເຊື່ອຟັງຄຳສອນຂອງພຣະອົງ.

ຄຳແນະນຳໃນການແປ

  • ການແປບາງສະບັບອາດຈະເວົ້າວ່າ "ເຊື່ອໃນພຣະເຢຊູ" ຫລື "ເຊື່ອໃນພຣະຄຣິດ."
  • ຄຳສັບນີ້ຍັງສາມາດແປໂດຍ ຄຳສັບຫລືປະໂຫຍກທີ່ມີຄວາມ ໝາຍວ່າ, "ຄົນທີ່ວາງໃຈໃນພຣະເຢຊູ" ຫລື "ຄົນທີ່ຮູ້ຈັກພຣະເຢຊູແລະມີຊີວິດເພື່ອລາວ."
  • ອີກວິທີໜຶ່ງທີ່ຈະແປວ່າ "ຜູ້ທີ່ເຊື່ອ" ອາດຈະແມ່ນ "ຜູ້ຕິດຕາມພຣະເຢຊູ" ຫລື "ຜູ້ທີ່ຮູ້ຈັກແລະເຊື່ອຟັງພຣະເຢຊູ."
  • ຄຳວ່າ "ຜູ້ທີ່ເຊື່ອ" ແມ່ນຄຳສັບທົ່ວໄປສຳລັບຜູ້ທີ່ເຊື່ອໃນພຣະຄຣິດ, ໃນຂະນະທີ່ "ສາວົກ" ແລະ "ອັກຄະສາວົກ" ໄດ້ຖືກນຳ ໃຊ້ສະເພາະສຳລັບຄົນທີ່ຮູ້ຈັກພຣະເຢຊູໃນຂະນະທີ່ລາວຍັງມີຊີວິດຢູ່. ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປຄຳສັບເຫຼົ່ານີ້ດ້ວຍວິທີທີ່ແຕກ ຕ່າງກັນ, ເພື່ອໃຫ້ມັນມີຄວາມແຕກຕ່າງ.

ຜູ້ດູແລ

ນິຍາມ

ຄຳວ່າ "ຜູ້ດູແລ" ອ້າງເຖິງບຸກຄົນ ຊິ່ງມີຫນ້າທີ່ຮັບຜິດຊອບ ໃນງານ ແລະ ທຸກສຸກຂອງຄົນອື່ນ.

  • ໃນພັນທະສັນຍາເດີມ, ຜູ້ດູແລມີຫນ້າທີ່ ສ້າງຄວາມຫມັ້ນໃຈວ່າ ຄົນງານພາຍໃຕ້ການດູແລ ຂອງຕົນ ນັ້ນໄດ້ເຮັດຫນ້າທີ່ຂອງຕົນຢ່າງດີ.
  • ໃນພັນທະສັນຍາໃໝ່, ຄຳນີ້ຖືກໃຊ້ ເພື່ອອະທິບາຍເຖິງ ຜູ້ນຳຄຣິດສະຕະຈັກ ໃນຍຸກທໍາອິດ. ງານຂອງຜູ້ນຳ ຄືການດູແລຄວາມຈຳເປັນ ຝ່າຍຈິດວິນຍານຂອງຄຣິສຕະຈັກ, ເຮັດໃຫ້ແນ່ໃຈວ່າຜູ້ເຊື່ອ ໄດ້ຮັບການສັ່ງສອນ ທີ່ຖືກຕ້ອງຕາມຫລັກ ພຣະຄັມພີ.
  • ໂປໂລ ອ້າງເຖິງຜູ້ດູແລວ່າ ເປັນເໝືອນກັບຜູ້ລ້ຽງແກະ ຜູ້ທີ່ດູແລ ຜູ້ເຊື່ອຂອງຕົນ ໃນຄຣິສຕະຈັກທ້ອງຖິ່ນ, ພວກເຂົາເປັນ "ຝູງແກະ" ຂອງທ່ານ.
  • ຜູ້ດູແລ, ເໝືອນກັບຜູ້ລ້ຽງແກະ, ເຝົ້າດູແລ ຝູງແກະ. ເຂົາຄອຍຖ້າປົກປ້ອງ ແລະ ປ້ອງກັນ ຜູ້ເຊື່ອ ທັງຫລາຍ ຈາກຄຳສອນຝ່າຍຈິດວິນຍານ ທີ່ປອມ ແລະ ອິດທິພົນຊົ່ວຮ້າຍອື່ນໆ.
  • ໃນພັນທະສັນຍາໃໝ່, ຄຳວ່າ "ຜູ້ດູແລ," "ຜູ້ປົກຄອງ," ແລະ"ຜູ້ລ້ຽງແກະ/ສິດຍາພິບານ" ນັ້ນ ຕ່າງເປັນຄຳ ທີ່ອ້າງເຖິງຜູ້ນຳຝ່າຍຈິດວິນຍານຄືກັນ.

ຄຳແນະນຳໃນການແປ

  • ວິທີອື່ນໃນການແປຄຳນີ້ ສາມາດແປວ່າ, "ຜູ້ຄວບຄຸມ ດູແລ" ຫລື "ຜູ້ດູແລ" ຫລື "ຜູ້ຈັດການ."
  • ເມື່ອອ້າງເຖິງ ຜູ້ນຳກຸ່ມຄົນ ຂອງປະຊາກອນ ຂອງພຣະເຈົ້າລະດັບທ້ອງຖິ່ນນັ້ນ, ສາມາດແປດ້ວຍຄຳ ຫລືຄຳເວົ້າ ທີ່ມີຄວາມຫມາຍວ່າ, "ຜູ້ດູແລ ຝ່າຍຈິດວິນຍານ" ຫລື "ຜູ້ຊຶ່ງດູແລຄວາມຕ້ອງ ການ ຝ່າຍຈິດວິນຍານ ຂອງກຸ່ມຜູ້ເຊື່ອ" ຫລື "ບຸກຄົນ ຊຶ່ງດູແລ ຄວາມຕ້ອງການ ຝ່າຍຈິດວິນຍານຂອງຄຣິສຕະຈັກ."

ຜູ້ທຳລາຍ

ນິຍາມ

ຄຳວ່າ "ຜູ້ທຳລາຍ" ຕາມຕົວອັກສອນຫມາຍເຖີງ "ຄົນທີ່ທຳລາຍ"

  • ຄຳນີ້ ມັກໃຊ້ໃນພັນທະສັນຍາເດີມ ເປັນຄຳອ້າງອີງ ທົ່ວໄປ ສຳຫລັບ ທຸກຄົນທີ່ທຳລາຍຄົນອື່ນ ເຊັ່ນ ກອງທັບທີ່ບຸກລຸກ.
  • ເມື່ອພຣະເຈົ້າ ຊົງໄດ້ສົ່ງທູດສະຫວັນ ເພື່ອຂ້າບັນດາລູກຊາຍຫົວປີ ໃນປະເທດເອຢຢິບ ທູດສະຫວັນນັ້ນຖືກເອີ້ນວ່າ "ຜູ້ທຳລາຍລູກຊາຍຫົວປີ" ນີ້ອາດແປໄດ້ວ່າ "ຄົນນັ້ນ"ຫລືທູດສະຫວັນ" ທີ່ຂ້າລູກຊາຍຫົວປີ".
  • ໃນພຣະທັມພຣະນີມິດ ກ່ຽວກັບເວລາສຸດທ້າຍ ຊາຕານຫລື ວິນຍານຊົ່ວ ອື່ນໆ ຖືກເເອີ້ນວ່າ"ຜູ້ຂ້າຄົນ" ເຂົາເປັນຄົນທຳລາຍ"

ເພາະເປົ້າຫມາຍຂອເຂົາ ຄື ການທຳລາຍ ແລະ ທຸກສິ່ງ ທີ່ພຣະເຈົ້າຊົງສ້າງຂື້ນໃຫ້ ເສື່ອມສະຫລາຍ.


ຜູ້ນຳຊາວຢິວ, ອຳນາດການປົກຄອງຊາວຢິວ, ຫົວໜ້າສາສະໜາ

ນິຍາມ

ຄຳວ່າ ”ຜູ້ນຳຊາວຢິວ“ ຫລື “ອຳນາດການປົກຄອງຊາວຢິວ“ ໝາຍເຖິງຜູ້ນຳທາງສາສະໜາ ເຊັ່ນ: ພວກປະໂຣຫິດແລະຄຣູສອນທຳບັນຍັດຂອງພຣະເຈົ້າ . ພວກເຂົາຍັງມີອຳນາດໃນການຕັດສິນກ່ຽວກັບເລື່ອງທີ່ບໍ່ແມ່ນສາສະໜາເຊັ່ນກັນ.

  • ຜູ້ນຳຊາວຢິວແມ່ນປະໂຣຫິດໃຫຍ່, ຫົວໜ້າປະໂຣຫິດແລະພວກທຳມະຈານ (ຄຣູສາສະໜາກ່ຽວກັບທຳບັນຍັດຂອງພຣະເຈົ້າ).
  • ສອງກຸ່ມໃຫຍ່ຂອງຜູ້ນຳຊາວຢິວແມ່ນ ພວກຟາຣີຊາຍແແລະພວກຊາດູກາຍ.
  • ຜູ້ນຳຊາວຢິວເຈັດສິບຄົນໄດ້ປະຊຸມກັນໃນສະພາຢິວໃນນະຄອນເຢຣູຊາເລັມເພື່ອຕັດສິນກ່ຽວກັບບັນຫາກົດໝາຍ.
  • ຜູ້ນຳຊາວຢິວຫລາຍຄົນມີຄວາມພາກພູມໃຈແລະ ຄິດວ່າພວກເຂົາເປັນຄົນຊອບທຳ. ພວກເຂົາອິດສາພຣະເຢຊູແລະຢາກທຳຮ້າຍພຣະອົງ. ພວກເຂົາອ້າງວ່າຮູ້ຈັກພຣະເຈົ້າແຕ່ບໍ່ເຊື່ອຟັງພຣະອົງ.
  • ຄຳເວົ້າທີ່ວ່າ “ພວກຢີວ“ ມັກເວົ້າເຖິງຜູ້ນຳຊາວຢິວ , ໂດຍສະເພາະໃນສະພາບການທີ່ພວກເຂົາຄຽດແຄ້ນພຣະເຢຊູ ແລະໄດ້ພະຍາຍາມຫຼອກລວງຫລືທຳຮ້າຍພຣະອົງ.
  • ຂໍ້ເຫລົ່ານີ້ຍັງສາມາດແປເປັນ “ຜູ້ປົກຄອງຊາວຢິວ“ ຫຼື “ຜູ້ຊາຍທີ່ປົກຄອງເໜືອປະຊາຊົນຢິວ“ ຫຼື “ຜູ້ນຳສາສະໜາຢິວ.“

ຜູ້ບໍ່ເຊື່ອ, ບໍ່ເຊື່ອ

ນິຍາມ

ຄຳວ່າ" ບໍ່ເຊື່ອ" ໜາຍເຖິງການບໍ່ເຊືີ່ອສິ່ງໃດຫລືບຸກຄົນໃດ.

  • ໃນພຣະຄຳພີ," ບໍ່ເຊື່ອ" ອ້າງເຖິງການບໍ່ເຊື່ອຫລືບໍ່ວາງໃຈໃນພຣະເຢຊູ ພຣະອົງເປັນພຣະຊ່ວຍໃຫ້ລອດພົ້ນຂອງຄົນນັ້ນ.
  • ບຸກຄົນທີ່ບໍ່ເຊຶີ່ອໃນພຣະເຢຊູເອີ້ນວ່າ" ຜູ້ບໍ່ເຊື່ຶອ."

ຄຳເເນະນຳໃນການເເປ

  • ອີກວິທີໜຶ່ງໃນການເເປ "ບໍ່ເຊື່ຶອ "ອາດຈະລວມເຖິງການ, "ຂາດຄວາມເຊື່ອ " ຫລື" ບໍ່ເຊື່ຶອຟັງ. "
  • ຄຳວ່າ " ຜູ້ບໍ່ເຊື່ອຟັງ " ສາມາດເເປວ່າ " ບຸກຄົນທີ່ບໍ່ເຊື່ອໃນພຣະເຢຊູຄຣິດ " ຫລື " ບາງຄົນຊຶ່ງບໍ່ເຊື່ອໃນພຣະເຢຊູຄຣິດວ່າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ."

ຜູ້ບັນຊາການ, ສັ່ງການ

ນິຍາມ

ຄຳວ່າ "ຜູ້ບັນຊາການ" ກ່າວເຖິງຜູ້ນຳຂອງກອງທັບ ທີ່ຮັບຜິດຊອບໃນການນຳ ແລະ ການສັ່ງການທະຫານສະເພາະກຸ່ມ.

  • "ບັນຊາການ" ກອງທັບ ໝາຍເຖິງການນຳແລະຢູ່ໃນອຳນາດໜ້າທີ່ຂອງກອງທັບ.
  • ຜູ້ບັນຊາການເປັນຜູ້ຄວບຄຸມດູແລທະຫານກຸ່ມນ້ອຍ ຫລື ກຸ່ມໃຫຍ່, ກໍໄດ້ ຢ່າງເຊັ່ນໜຶ່ງພັນຄົນ.
  • ຄຳນີ້ໃຊ້ກ່າວເຖິງພຣະເຈົ້າຢາເວ ຜູ້ຊົງເປັນຜູ້ບັນຊາການກອງທັບທູດສະຫວັນດ້ວຍ.
  • ການແປຄຳວ່າ "ຜູ້ບັນຊາການ" ໃນຮູບແບບອື່ນໆສາມາດແປໄດ້ລວມເຖິງ, "ຜູ້ນຳ" ຫຼື "ຫົວໜ້າ" ຫຼື "ເຈົ້າໜ້າທີ່."
  • ຄຳວ່າ "ບັນຊາການ" ກອງທັບສາມາດແປໄດ້ວ່າ "ນຳ" ຫຼື "ຄວບຄຸມດູແລ.

ຜູ້ປະກາດພຣະທຳປອມ

ນິຍາມ

ຜູ້ປະກາດພຣະທຳປອມຄື ຄົນທີ່ອ້າງຜິດໆວ່າຄຳກ່າວຂອງເຂົານັ້ນມາຈາກພຣະເຈົ້າ.

  • ການທໍານວາຍຂອງຜູ້ປະກາດພຣະທໍັມປອມນັ້ນໂດຍປົກກະຕິບໍ່ສຳເລັດ, ນັ້ນຄື, ບໍ່ເປັນຄວາມຈິງ.
  • ຜູ້ປະກາດພຣະທໍັມປອມສອນພຣະວັດຈະນະທີ່ມີບາງສ່ວນ ຫລືທັງໝົດຂັດກັບສິ່ງທີ່ພຣະຄັມພີບອກໄວ້.
  • ຄຳນີ້ສາມາດແປໄດ້ອີກວ່າ "ຄົນທີ່ອ້າງຕົນຢ່າງປອມວ່າເປັນຕົວແທນຂອງພຣະເຈົ້າ" ຫລື "ບາງຄົນແອບອ້າງວ່າ ເວົ້າພຣະວັດຈະນະຂອງພຣະເຈົ້າ."
  • ພັນທະສັນຍາໃໝ່ສອນວ່າໃນເວລາສຸດທ້າຍນັ້ນຈະເກີດຜູ້ປະກາດພຣະທໍັມປອມຢ່າງຫລວງຫລາຍ ຜູ້ຊຶ່ງພະຍາຍາມຫລອກລວງປະຊາຊົນໃຫ້ພວກເຂົາຄິດວ່າພວກເຂົາມາຈາກພຣະເຈົ້າ.

ຜູ້ປົກຄອງ, ຜູ້ປົກຄອງຫຼາຍຄົນ, ຄອບຄອງ

ນິຍາມ

ຄຳວ່າ "ຜູ້ປົກຄອງ" ທົ່ວໄປຈະເປັນການອ້າງອີງເຖິງບຸກຄົນທີ່ມີອຳນາດເໜືອຄົນອື່ນ ເຊັ່ນຜູ້ນຳຂອງປະເທດ, ອານາຈັກ,ຫຼືກຸ່ມສາດສະໜາ.

  • ໃນພັນທະສັນຍາເດີມ ກະສັດຍັງຖືກອ້າງເຖິງດ້ວຍຄຳທົ່ວໄປວ່າ "ຜູ້ປົກຄອງ" ເຊັ່ນດຽວກັບໃນຄຳເວົ້າທີ່ວ່າ "ແຕ່ງຕັ້ງພຣະອົງໃຫ້ເປັນຜູ້ປົກຄອງເໜືອອິສະຣາເອນ."
  • ພຣະເຈົ້າຖືກອ້າງອີງວ່າເປັນຜູ້ປົກຄອງສູງສຸດ, ຜູ້ທີ່ປົກຄອງເໜືອຜູ້ປົກຄອງອື່ນໆທັງສິ້ນ.
  • ໃນພັນທະສັນຍາໃໝ່ ຜູ້ນຳຂອງສາລາໂຮງທັມເອີ້ນວ່າ "ຜູ້ປົກຄອງ".
  • ຜູ້ຄອບຄອງແບບອື່ນໃນພັນທະສັນຍາໃໝ່ຄື "ເຈົ້າເມືອງ."
  • ຂຶ້ນຢູ້ກັບບໍຣິບົດຄຳວ່າ "ຜູ້ປົກຄອງ" ສາມາດແປໄດ້ວ່າ "ຜູ້ນຳ" ຫຼື "ຜູ້ມີອຳນາດເໜືອ."
  • ການກະທຳໃນ "ການປົກຄອງ" ໝາຍເຖິງການ "ນຳ" ການ "ມີອຳນາດເໜືອ" ນີ້ຄືຄວາມໝາຍຢ່າງດຽວກັບ "ການຄອງຣາຊ" ເມື່ອອ້າງເຖິງການປົກຄອງຂອງກະສັດ.

ຜູ້ປົກຄອງ,ຜູ້ວ່າການ,ຜູ້ທຳໜ້າທີ່ທູດ,ຣັຖະບານ

ນິຍາມ

" ຜູ້ປົກຄອງ" ຄືບຸກຄົນທີ່ປົກຄອງເໜືອຣັຖະບານ, ພູມີພາກ, ຫລືເຂດແດນ. ຄຳວ່າ "ປົກຄອງ" ໝາຍເຖິງການໃຫ້ຄຳແນະນຳ ນຳທາງ ຫລືບໍລິຫານຈັດການປະຊາຊົນ.

  • ຄຳວ່າ "ຜູ້ທຳໜ້າທ່ີ່ທູດ" ເປັນຕຳແໜ່ງພິເສດສະເພາະສຳຫລັບຜູ້ປົກຄອງຜູ້ທ່ີ່ປົກຄອງແຂວງຂອງໂຣມ.
  • ໃນຊ່ວງເວລາພຣະຄັມພີ ຜູ້ວ່າການຈະຖືກແຕ່ງຕັ້ງໂດຍກະສັດຫລືຈັກກະພັດແລະຢູ່ພາຍໃຕ້ອຳນາດສິດຂາດຂອງເຂົາ.
  • "ຣັຖະບານ" ປະກອບໄປດວ້ຍຜູ້ປົກຄອງທັງໝົດທ່ີ່ປົກຄອງປະເທດຫລືອານາຈັກ ຜູ້ປົກຄອງເຫົ່ຼານີ້ຈະບັນຍັດກົດໝາຍເພື່ອເປັນການນຳຄວາມປະພຶດຂອງປະຊາຊົນຂອງພວກເຂົາ.

ດັ່ງນັ້ນຈິ່ງມີສັນຕິສຸກຄວາມປອດພັຍ ແລະຄວາມໝັ້ນຄົງ ຫລືຮັບປະຊາຊົນໃນປະເທດນັ້ນ.

%ຄຳແນະນຳການແປ

  • ຄຳວ່າ "ຜູ້ວ່າການ" ສາມາດແປໄດ້ອີກວ່າ" ຜູ້ປົກຄອງ" ຫລື

" ຜູ້ດູແລທ້ອງຖິ່ນ" ຫລື" ຜູ້ນຳທົ່ວໄປ" ຫລື ຜູ້ປົກຄອງເໜືອດິນແດນນ້ອຍໆ."

  • ຂື້ນຢູ່ກັບບໍຣິບົດ ຄຳວ່າ"ຜູ້ວ່າການ" ສາມາດແປໄດ້ອີກວ່າ

"ປົກຄອງເໜືອ" ຫລື "ນຳ" ຫລື "ຈັດການ" ຫລື"ກຳກັບດູແລ"

  • ຄຳວ່າ "ຜູ້ວ່າການ "ຄວນແປໃຫ້ແຕກຕ່າງຈາກຄຳວ່າກະສັດ

ຫລືຈັກກະພັດ ເພາະຜູ້ວ່າການເປັນຜູ້ປົກຄອງທ່ີ່ມີອຳນາດນ້ອຍ ກ່ວາທ່ີ່ຢູ່ພາຍໃຕ້ອຳນາດສິດຂາດຂອງພວກເຂົາເຫົ່ຼານັ້ນ.

  • ຄຳວ່າ "ຜູ້ທຳໜ້າທ່ີ່ແທນທູດ "ສາມາດແປວ່າ "ຜູ້ວ່າຣາຊການໂຣມ" ຫລື "ຜູ້ວ່າຣາຊະການແຂວງຂອງໂຣມ."

ຜູ້ພິພາກສາ, ພວກຜູ້ພິພາກສາ

ນິຍາມ

ຜູ້ພິພາກສາຄືເຈົ້າໜ້າທີ່ ໆໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ວິນິດໃສແລະຕັດສິນໃຈກ່ຽວກັບກົດໝາຍ.

  • ໃນສະໄໝພຣະຄັມພີ,ຜູ້ພິພາກສາມີໜ້າທີ່ຕັດສິນຄວາມຂັດແຍ່ງກັນລະຫວ່າງປະຊາຊົນ.
  • ຂຶ້ນຢູ່ກັບບໍລິບົດ ວິທີການແປຄຳນີ້ສາມາດລວມເອົາ "ຜູ້ວິນິດໃສທາງການປົກຄອງ" ຫຼື "ເຈົ້າໜ້າທີ່ທາງກົດໝາຍ" ຫຼື "ຜູ້ນຳຂອງເມືອງ."

ຜູ້ລ້ຽງແກະ, ລ້ຽງແກະ

ນິຍາມ

ຜູ້ລ້ຽງແກະ ຄືບຸກຄົນທີ່ດູແລຝູງແກະ. ຄຳກິລິຍາ "ລ້ຽງແກະ"ໝາຍການປົກປ້ອງແກະແລະຈັດຕຽມອາຫານນໍ້າດື່ມໃຫ້ກັບພວກມັນ.

  • ຜູ້ລ້ຽງແກະຈະເຝົ້າດູແລຝູງແກະ, ພາພວກມັນໄປຫາອາຫານແລະນໍ້າດື່ມທີ່ດີ. ຜູ້ລ້ຽງແກະຍັງຮັກສາຝູງແກະບໍ່ໃຫ້ຫລົງເສຍ ແລະປົກປ້ອງພວກມັນຈາກສັດຮ້າຍທັງຫລາຍ.
  • ຫລາຍຄັ້ງຄຳນີ້ຍັງໃຊ້ປຽບທຽບໃນພຣະຄຳພີເພື່ອອ້າງເຖິງ ການດູແລຄວາມຕ້ອງການທາງດ້ານຈິດວິນຍານຂອງຄົນ. ລວມເຖິງການສອນພວກເຂົາໃນສິ່ງທີ່ເຈົ້າກ່າວໃນພຣະຄຳ ແລະນຳພວກເຂົາໃຫ້ມີຊີວິດໃນທາງທີ່ຖືກຕ້ອງ.

(ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)

  • ໃນພັນທະສັນຍາເດີມ, ພຣະເຈົ້າຖືກເອີ້ນວ່າ "ຜູ້ລ້ຽງແກະ" ຂອງປະຊາຊົນຂອງພຣະອົງເພາະພຣະອົງຊົງດູແລຄວາມຕ້ອງການຂອງພວກເຂົາທຸກຢ່່າງ. ພຣະອົງຮັກສາພວກເຂົາແລະຊົງນຳພວກເຂົາດ້ວຍ.
  • ໂມເຊເປັນຜູ້ລ້ຽງແກະຂອງຊາວອິດສະຣາເອນ ໃນຖານະທີ່ເປັນຜູ້ນຳທາງດ້ານຝ່າຍວິນຍານໃນການນະມັດສະການພຣະເຈົ້າຢາເວ ແລະເປັນຜູ້ນຳພວກເຂົາທາງດ້ານຮ່າງກາຍດ້ວຍ ໃນການເດິນທາງໄປຍັງແຜ່ນດິນການາອານ.
  • ໃນພັນທະສັນຍາໃໝ່, ພຣະເຢຊູຊົງເອີ້ນພຣະອົງເອງວ່າເປັນ "ຜູ້ລ້ຽງທີ່ດີ." ອັກຄະສາວົກເວົ້າເຖິງພຣະອົງວ່າເປັນ "ເປັນຜູ້ລ້ຽງທີ່ຍິ່ງໃຫຍ່"ເໜືອຄຣິສຕະຈັກ.
  • ໃນພັນທະສັນຍາໃໝ່, ຄຳວ່າ "ຜູ້ລ້ຽງແກະ" ຍັງໃຊ້ອ້າງເຖິງບຸກຄົນທີ່ເປັນຜູ້ນຳທາງດ້ານຝ່າຍຈິດວິນຍານຂອງເຫລົ່າຜູ້ເຊື່ອ. ຄຳວ່າ "ສິດຍາພິບານ" ມີຄວາມໝາຍເໝືອນກັບຄຳວ່າ "ຜູ້ລ້ຽງແກະ." ຜູ້ປົກຄອງແລະຜູ້ດູແລກໍເອີ້ນວ່າຜູ້ລ້ຽງເເກະເຊັ່ນກັນ.

ຄຳແນະນຳໃນການແປ

  • ເມື່ອໃຊ້ຕາມຕົວອັກສອນ, ການກະທຳ "ຜູ້ລ້ຽງແກະ" ສາມາດແປວ່າ "ການດູແລແກະ" ຫລື "ການເຝົ້າຮັກສາຝູງແກະ."
  • ບຸກຄົນ "ຜູ້ລ້ຽງແກະ" ສາມາດແປວ່າ, "ບຸກຄົນຜູ້ດູຝູງແກະ" ຫລື "ຜູ້ນຳຝູງແກະ" ຫລື "ຜູ້ໃຫ້ຄວາມດູແລຝູງແກະ. "
  • ເມື່ອໃຊ້ຄຳອູປະມາອຸປະໄມ, ວິທີແປທີ່ແຕກຕ່າງໄປໃນການແປຄຳນີ້ສາມາດລວມ, "ຜູ້ດູແລຝູງແກະຝ່າຍຈິດວິນຍານ"ຫລື ຜູ້ນຳຝ່າຍຈິດວິນຍານ" ຫລື " ຜູ້ທີ່ເໝືອນຜູ້ລ້ຽງຝູງແກະ" ຫລື "ຜູ້ດູແລປະຊາຊົນຂອງເຂົາເໝືອນຜູ້ລ້ຽງແກະດູແລຝູງແກະຂອງເຂົາ" ຫລື "ຜູ້ນຳປະຊາຊົນຂອງເຂົາເໝືອນຜູ້ລ້ຽງແກະນຳຝູງແກະຂອງເຂົາ" ຫລື "ຜູ້ດູແລຝູງແກະຂອງພຣະເຈົ້າ."
  • ໃນບາງບໍລິບົດ "ຜູ້ລ້ຽງແກະ" ສາມາດແປວ່າ "ຜູ້ນຳ" ຫລື "ນຳ" ຫລື "ຜູ້ໃຫ້ການດູແລ."
  • ຄຳກ່າວ, "ການລ້ຽງແກະ​".

ຜູ້ອາວຸໂສ

ນິຍາມ

ຜູ້ອາວຸໂສແມ່ນຊາຍທີ່ມີຄຸນນະສົມບັດສູງຝ່າຍຈິດວິນຍານຊຶ່ງມີໜ້າທີ່ໃນການເປັນຜູ້ນໍາທາງຝ່າຍຈິດວິນຍານແລະໃນທາງປະຕິບັດໃນບັນດາໄພ່ພົນຂອງພຣະເຈົ້າ.

  • ຄໍາວ່າ "ຜູ້ອາວຸໂສ" ມາຈາກຄວາມຈິງທີ່ວ່າຜູ້ອາວຸໂສແມ່ນຄົນທີ່ມີອາຍຸຫລາຍ, ຍ້ອນວ່າອາຍຸແລະປະສົບການຂອງພວກເພິ່ນ, ພວກເພິ່ນຈຶ່ງມີສະຕິປັນຍາຫລາຍ.
  • ໃນພັນທະສັນຍາເດີມ, ຜູ້ອາວຸໂສໄດ້ຊ່ວຍນໍາຊາວອິດສະຣາເອນໃນເລື່ອງຄວາມຍຸດຕິທໍາໃນສັງຄົມແລະກົດໝາຍຂອງໂມເຊ.
  • ໃນພັນທະສັນຍາໃໝ່, ຜູ້ອາວຸໂສຊາວຢິວຍັງຄົງເປັນຜູ້ນໍາໃນກຸ່ມຊົນຂອງຕົນແລະເປັນຜູ້ພິພາກສາຕັດສິນສໍາລັບປະຊາຊົນ.
  • ໃນຄຣິສຕະຈັກສະໄໝຍຸກທໍາອິດ, ຄຣິສຕຽນອາວຸໂສມີຄວາມເປັນຜູ້ນໍາທາງຈິດວິນຍານແກ່ກຸ່ມຜູ້ທີ່ເຊື່ອຕາມທ້ອງຖິ່ນ.
  • ຜູ້ອາວຸໂສໃນຄຣິສຕະຈັກເຫລົ່ານີ້ ລວມທັງຊາຍໜຸ່ມທີ່ມີຄຸນນະສົມບັດທາງຝ່າຍວິນຍານ.
  • ຄໍານີ້ອາດຈະແປວ່າ "ຜູ້ສູງໄວ" ຫລື "ຜູ້ທີ່ຄຸນນະສົມບັດສູງຝ່າຍຈິດວິນຍານເປັນຜູ້ນໍາໃນຄຣິສຕະຈັກ."

ຜູ້ຮັບໃຊ້, ທາດ, ຂ້າທາດ

ນິຍາມ

ຄຳວ່າ“ ຜູ້ຮັບໃຊ້” ຍັງສາມາດໝາຍຄວາມວ່າ“ ຂ້າໃຊ້” ແລະໝາຍເຖິງບຸກຄົນຜູ້ທີ່ເຮັດວຽກເພື່ອຄົນອື່ນ, ໂດຍທາງເລືອກຫລືດ້ວຍກຳລັງ. ຂໍ້ພຣະຄຳພີ ອ້ອມຂ້າງໂດຍປົກກະຕິແລ້ວເຮັດໃຫ້ຈະແຈ້ງວ່າຜູ້ຮັບໃຊ້ຫລືຂ້າໃຊ້ຈະຖືກກ່າວເຖິງ.

  • ໃນສະໄໝທີ່ຂຽນຄຳພີ, ຜູ້ຮັບໃຊ້ແລະຂ້າໃຊ້ມີຄວາມແຕກຕ່າງໜ້ອຍ ກວ່າທຸກມື້ນີ້. ທັງຜູ້ຮັບໃຊ້ແລະຂ້າໃຊ້ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງຄົວເຮືອນນາຍຂອງພວກເຂົາແລະຫຼາຍຄົນກໍ່ໄດ້ຮັບການປະຕິບັດຄືກັນກັບສະມາຊິກໃນຄອບຄົວ. ບາງຄັ້ງຜູ້ຮັບໃຊ້ຈະເລືອກທີ່ຈະເປັນຂ້າໃຊ້ຕະຫຼອດຊີວິດຕໍ່ນາຍຂອງລາວ.
  • ຂ້າໃຊ້ເປັນຄົນຮັບໃຊ້ຄົນໜຶ່ງເຊິ່ງເປັນຊັບສົມບັດຂອງຄົນທີ່ລາວເຮັດເພື່ອ. ບຸກຄົນທີ່ຊື້ຂ້າໃຊ້ເອີ້ນວ່າ "ເຈົ້າຂອງ" ຫລື "ນາຍ." ແມ່ບົດບາງຄົນປະຕິບັດຕໍ່ຂ້າໃຊ້ຂອງຕົນຢ່າງໂຫດຮ້າຍ, ໃນຂະນະທີ່ນາຍອື່ນໆປະຕິບັດຕໍ່ຂ້າໃຊ້ຂອງພວກເຂົາໄດ້ດີ, ຄືກັນກັບຜູ້ຮັບໃຊ້ທີ່ເປັນສະມາຊິກທີ່ມີຄຸນຄ່າຂອງຄົວເຮືອນ.
  • ໃນສະ ໄໝ ບູຮານ, ບາງຄົນເຕັມໃຈເປັນທາດຂອງບຸກຄົນທີ່ພວກເຂົາເປັນ ໜີ້ ເພື່ອທີ່ຈະ ຊຳ ລະ ໜີ້ ໃຫ້ຄົນນັ້ນ.
  • ໃນສະໄໝບູຮານ, ບາງຄົນເຕັມໃຈເປັນທາດຂອງບຸກຄົນທີ່ພວກເຂົາເປັນໜີ້ເພື່ອທີ່ຈະຊຳລະໜີ້ໃຫ້ຄົນນັ້ນ.
  • ໃນຄຳພີໄບເບິນ, ປະໂຫຍກທີ່ວ່າ "ຂ້ອຍເປັນຜູ້ຮັບໃຊ້ຂອງເຈົ້າ" ຖືກນຳ ໃຊ້ເປັນສັນຍາລັກຂອງຄວາມເຄົາລົບແລະການຮັບໃຊ້ຕໍ່ບຸກຄົນທີ່ມີຕຳ ແໜ່ງສູງ, ເຊັ່ນກະສັດ. ມັນບໍ່ໄດ້ໝາຍຄວາມວ່າຄົນທີ່ເວົ້າເປັນຜູ້ຮັບໃຊ້ທີ່ແທ້ຈິງ.
  • ໃນສະໄໝພຣະຄຳພີເດີມ, ຜູ້ທຳນວຍຂອງພຣະເຈົ້າແລະຄົນອື່ນໆທີ່ນະມັດສະການພຣະເຈົ້າມັກຖືກກ່າວເຖິງວ່າເປັນ"ຜູ້ຮັບໃຊ້"ຂອງພຣະເຈົ້າ.
  • ໃນພຣະຄຳພີໃໝ່, ຄົນທີ່ເຊື່ອຟັງພຣະເຈົ້າຜ່ານທາງຄວາມສັດຊຶ່ໃນພຣະເຢຊູຄຣິດ ມັກຖືກເອີ້ນວ່າ"ຜູ້ຮັບໃຊ້ຂອງພຣະອົງ."
  • ຊາວຄຣິດສະຕຽນຍັງຖືກເອີ້ນວ່າ "ຂ້າໃຊ້ຄວາມຊອບທຳ," ເຊິ່ງເປັນການປຽບທຽບເຖີງຄວາມຜູກພັນໃນການເຊື່ອຟັງພຣະເຈົ້າກັບຄວາມຜູກພັນຂອງຂ້າທາດໃນການເຊື່ອຟັງນາຍຂອງຕົນ. (ເບິ່ງເພີມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)

ຜູ້ເຮັດຄວາມຊົ່ວ

ນິຍາມ

ຄໍາວ່າ "ຜູ້ເຮັດຄວາມຊົ່ວ" ໂດຍທົ່ວໄປແລ້ວແມ່ນເວົ້າເຖິງຄົນທີ່ເຮັດບາບແລະສິ່ງຊົ່ວຮ້າຍ.

  • ຄໍານີ້ສາມາດເປັນຄໍາທົ່ວໄປສໍາລັບຄົນທີ່ບໍ່ເຊື່ອຟັງພຣະເຈົ້າ.
  • ຄໍານີ້ສາມາດແປໂດຍໃຊ້ຄໍາວ່າ "ຊົ່ວ" ຫລື "ຊົ່ວຮ້າຍ" ກັບຄໍາວ່າ "ການກະທໍາ" ຫລື "ການເປັນເຫດ" ບາງສິ່ງບາງຢ່າງ.

ຜົນລະໄມ້, ເກີດຜົນຫຼາຍ

ນິຍາມ

ຄຳວ່າ "ຜົນລະໄມ້" ຕາມຕົວອັກສອນກ່າວເຖິງສ່ວນນຶ່ງຂອງພືດທີ່ສາມາດກິນໄດ້.ບາງຢ່າງທີ່ "ເກີດໝາກຜົນຫຼາຍ" ຄືມີໝາກຫຼວງຫຼາຍ,ຄຳເຫຼົ່ານີ້ສາມາດໃຊ້ແບບປຽບທຽບໃນພຣະຄັມພີ.

  • ພຣະຄັມພີມັກໃຊ້ " ຜົນ" ເພື່ອກ່າວເຖິງການກະທຳແລະຄວາມຄິດຂອງບຸກຄົນ,ເໝືອນກັບໝາກຜົນຂອງພືດທີ່ສະແດງໃຫ້ເຫັນວ່າພືດນັ້ນຄືຕົ້ນຫຍັງ.ເຊັ່ນດຽວກັນກັບຄຳເວົ້າແລະການກະທຳຂອງບຸກຄົນທີ່ເປີດເຜີຍວ່າເຂົາມີລັກສະນະຢ່າງໃດ.
  • ບຸກຄົນສາມາດຜະລິດໝາກຜົນຝ່າຍວິນຍານ ໄດ້ທັງດີແລະບໍ່ດີ,ແຕ່ຄຳວ່າ "ເກີດໝາກຜົນຫຼາຍ," ກໍໃຊ້ແບບປຽບທຽບມັກມີຄວາມໝາຍໃນທາງບວກຂອງການເກີດຜົນດີຢ່າງຫຼວງຫຼາຍ.
  • ຄຳວ່າ "ເກີດໝາກຜົນຫຼາຍ" ກໍໃຊ້ແບບປຽບທຽບເພື່ອໝາຍເຖິງ "ຄວາມຈະເຣີນຮຸ່ງເຮືອງ" ຄຳນີ້ມັກບົ່ງບອກເຖິງການມີບຸດ ແລະເຊື້ອສາຍຈຳນວນຫຼາຍ ເຊັ່ນດຽວກັບການມີອາຫານຫຼາຍແລະຄວາມອຸດົມສົມບູນຢ່າງອື່ນໆ.
  • ໂດຍທົ່ວໄປ ປະໂຫຍກທີ່ວ່າ "ຜົນຂອງ" ກ່າວເຖິງອັນໃດກໍຕາມທີ່ອອກມາຫຼືຜະລິດໂດຍບາງສິ່ງ ຕົວຢ່າງເຊັ່ນ "ຜົນຂອງສະຕິປັນຍາ" ກ່າວເຖິງສິ່ງທີ່ດີທີ່ເກີດຈາກຄວາມສະຫຼາດ.
  • ປະໂຫຍກທີ່ວ່າ" ຜົນຂອງແຜ່ນດິນ" ກ່າວເຖິງທຸກສິ່ງໂດຍທົ່ວໄປທີ່ແຜ່ນດິນໃຫ້ຜົນອອກມາ, ເພື່ອໃຫ້ມະນຸດໄດ້ກິນ,ສິ່ງນີ້ບໍ່ໄດ້ໝາຍເຖິງແຕ່ຜົນລະໄມ້ເທົ່ານັ້ນ ແຕ່ລວມທັງພືດຜັກ ຖົ່ວແລະທັນຍາພືດຕ່າງໆດ້ວຍ.
  • ການໃຊ້ແບບອຸບປະມາຂອງຄຳວ່າ "ຜົນຂອງພຣະວິນຍານ" ກ່າວເຖິງຄຸນນະພາບສາສນາທີ່ພຣະວິນຍານບໍຣິສຸດປະທານໃຫ້ໃນການດຳເນີນຊີວິດຂອງປະຊາກອນຜູ້ທີ່ເຊື່ອຟັງພຣະອົງ.
  • ສຳນວນວ່າ, "ຜົນຂອງມີທ້ອງ" ກ່າວເຖິງ "ສິ່ງທີ່ທ້ອງໄດ້ໃຫ້ອອກມາ" ນັ້ນກໍຄືເດັກ.

ຄຳແນະນຳໃນການແປ

  • ເປັນສິ່ງທີ່ດີທີ່ສຸດທີ່ຈະແປຄຳນີ້ໂດຍການໃຊ້ຄຳທົ່ວໄປສຳລັບຄຳວ່າ "ຜົນ" ທີ່ເປັນຄຳທີ່ໃຊ້ໃນພາສາທີ່ແປເພື່ອກ່າວເຖິງຜົນທີ່ບໍຣິໂພກໄດ້ຄືຜົນລະໄມ້.ໃນຫຼາຍໆພາສາອາດຈະເປັນທຳມະຊາດຫຼາຍກ່ວາຫາກໃຊ້ຄຳເປັນພະຫຸພົດ.
  • "ບັນດາຜົນ" ເມື່ອໃດກໍຕາມທີ່ກ່າວເຖິງຫຼາຍກວ່ານຶ່ງຜົນ.
  • ຄຳວ່າ "ເກີດຜົນ" ສາມາດແປໄດ້ອີກວ່າ "ເກີດຜົນຝ່າຍວິນຍານຢ່າງຫຼວງຫຼາຍ" ຫຼື "ມີບຸດຫຼາຍ" ຫຼື "ຈະເຣີນຮຸ່ງເຮືອງ" ທັງນີ້ຂຶ້ນຢູ່ກັບບໍຣິບົດນັ້ນໆ.
  • ປະໂຫຍດ "ຜົນຂອງແຜ່ນດິນ" ສາມາດແປໄດ້ອີກຢ່າງວ່າ "ອາຫານທີ່ເກີດຈາກແຜ່ນດິນ" ຫຼື "ທັນຍະພືດທີ່ງອກງາມໃນແຜ່ນດິນນັ້ນ".
  • ເມື່ອພຣະເຈົ້າຊົງໄດ້ສ້າງມະນຸດແລະສັດ ພຣະອົງຊົງໄດ້ບັນຊາສັບພະສິ່ງນັ້ນວ່າ "ຈົ່ງເກີດຜົນທະວີຄູນ" ຊຶ່ງກ່າວເຖິງການເກີດຜົນຈຳນວນຫຼວງຫຼາຍ ຄຳນີ້ສາມາດແປໄດ້ອີກວ່າ "ເກີດຜົນຫຼວງຫຼາຍ" ຫຼື "ເກີດບັນດາບຸດແລະເຊື້ອສາຍຫຼວງຫຼາຍ" ຫຼື "ຈົ່ງມີບຸດຫຼາຍເພື່ອເຈົ້າຈະໄດ້ມີເຊື້ອສາຍຫຼວງຫຼາຍ".
  • ສຳນວນ "ຜົນຂອງມີທ້ອງ" ສາມາດແປໄດ້ອີກວ່າ "ສິ່ງທີ່ທ້ອງໄດ້ໃຫ້ອອກມາ" ຫຼື "ບັນດາເດັກທີ່ຜູ້ຍິງໃຫ້ກຳເນີດ" ຫຼື ພຽງແຕ່ "ບັນດາບຸດ" ເມື່ອເອລີຊາເບັດເວົ້າກັບນາງມາຣີວ່າ " ພຣະພອນຄືສິ່ງທີ່ຢູ່ໃນທ້ອງຂອງເຈົ້າ" ລາວໝາຍເຖິງ "ພຣະພອນຄືເດັກທີ່ເຈົ້າຈະໃຫ້ກຳເນີດ" ຄຳໃນພາສາທີ່ຈະແປອາດຈະມີສຳນວນທີ່ແຕກຕ່າງສຳລັບຄຳນີ້.
  • ອີກສຳນວນຄື "ຜົນຂອງອະງຸ່ນ" ສາມາດແປໄດ້ອີກວ່າ "ລູກອະງຸ່ນ" ຫຼື "ໝາກອະງຸ່ນ".
  • ຄຳເວົ້າທີ່ວ່າ "ຈະມີຜົນຫຼາຍຂຶ້ນ" ສາມາດແປໄດ້ອີກວ່າ "ຈະເກີດຜົນຫຼາຍຂຶ້ນ" ຫຼື "ຈະມີບຸດຫຼາຍຂຶ້ນ" ຫຼື "ຈະເຣີນຮຸ່ງເຮືອງ" ທັງນີ້ຂຶ້ນຢູ່ກັບບໍຣິບົດນັ້ນ ໆ.
  • ການກ່າວຂອງອັກຄະທູດໂປໂລ "ງານທີ່ເກີດຜົນຫຼາຍ" ສາມາດແປໄດ້ອີກວ່າ "ງານທີ່ທຳໃຫ້ເກີດຜົນດີ" ຫຼື "ຄວາມພະຍາຍາມທີ່ເຫັນຜົນໃນບັນດາຜູ້ສັດທາໃນພຣະເຢຊູ".
  • "ຜົນຂອງພຣະວິນຍານ" ສາມາດແປໄດ້ອີກວ່າ "ການງານທີ່ພຣະວິນຍານບໍຣິສຸດຊົງໄດ້ກະທຳ" ຫຼື "ບັນດາຖ້ອຍຄຳແລະການກະທຳທີ່ສະແດງໃຫ້ເຫັນວ່າພຣະວິນຍານບໍຣິສຸດຊົງກຳລັງທຳງານໃນຕົວທ່ານ".

ເຜົ່າ

ນິຍາມ

ຄຳວ່າ "ເຜົ່າ" ກ່າວເຖິງກຸ່ມສາມາຊິກຄອບຄົວໃຫຍ່ທີ່ມາຈາກບັນພະບູລຸດດຽວກັນ.

  • ໃນພັນທະສັນຍາເດີມ, ຄົນອິດສະຣາເອນຖືກນັບຕາມເຜົ່າ, ຫຼື ກຸ່ມຄອບຄົວຂອງພວກເຂົາ.
  • ເຜົ່າເປັນຊື່ທີ່ໃຊ້ເອີ້ນທົ່ວໄປຕາມບັນພະບູລຸດເປັນທີ່ຮູ້ຈັກກັນ.
  • ບາງຄັ້ງ ຄົນແຕ່ລະຄົນກໍຖືກກ່າວເຖິງໂດຍຊື່ຂອງເຜົ່າຂອງພວກເຂົາ. ຕົວຢ່າງຂອງການເອີ້ນເຊັ່ນນີ້ ຕອນທີ່ເຢທະໂຣ ພໍ່ເຖັ້າຂອງໂມເຊບາງຄັ້ງກໍໍເອີ້ນວ່າເຣອູເອນ, ຕາມຊື່ເຜົ່າຂອງເຂົາ.
  • ເຜົ່າສາມາດແປໄດ້ວ່າ "ກຸ່ມຄອບຄົວ" ຫຼື "ຄອບຄົວໃຫຍ່" ຫຼື "ພວກຍາດພີ່ນ້ອງ.

ເຜົ່າ

ນິຍາມ

ເຜົ່າເປັນກຸ່ມຄົົນທີ່ສືບເຊື້ອສາຍມາຈາກບັນພະບຸລຸດຮ່ວມກັນ

  • ຜູ້ຄົນຈາກຊົນເຜົ່າດຽວກັນມັກໃຊ້ພາສາແລະວັດທະນະທຳຮ່ວມກັນ.
  • ໃນພັນທະສັນຍາເດີມພຣະເຈົ້າໄດ້ຊົງແບ່ງຊົນຊາດອິດສະຣາເອນອອກເປັນສິບສອງເຜົ່າ. ແຕ່ລະເຜົ່າສືບເຊື້ອສາຍມາຈາກບຸດຊາຍຫລືຫລານຊາຍຂອງຢາໂຄບ.
  • ເຜົ່າມີຂະໜາດນ້ອຍກວ່າປະເທດ ແຕ່ໃຫຍ່ກວ່າຕະກູນ

ຝັງ, ການຝັງ, ຖືກຝັງ

ນິຍາມ

ຄຳວ່າ“ ຝັງ” ປົກກະຕິແລ້ວແມ່ນ ໝາຍເຖິງການເອົາສົບຄົນຕາຍເຂົ້າໄປໃນຂຸມ ຫລື ບ່ອນຝັງສົບອື່ນໆ. ຄຳວ່າ“ ຝັງ” ແມ່ນການກະທຳຂອງການຝັງສິ່ງໃດສິ່ງ ໜຶ່ງ ຫລື ສາມາດໃຊ້ເພື່ອພັນລະນາສະຖານທີ່ທີ່ໃຊ້ໃນການຝັງບາງສິ່ງບາງຢ່າງ.

  • ໂດຍທົ່ວໄປຄົນມັກຈະຝັງສົບຄົນຕາຍໂດຍເອົາມັນລົງໃນຂຸມເລິກໃນພື້ນດິນ ແລະ ຫຼັງຈາກນັ້ນປົກມັນດ້ວຍດີນ.
  • ບາງຄັ້ງຮ່າງກາຍທີ່ຕາຍແລ້ວແມ່ນຖືກຈັດໃສ່ໃນໂຄງສ້າງທີ່ຄ້າຍຄືປ່ອງ, ເຊັ່ນ: ໂລງສົບກ່ອນທີ່ຈະຝັງມັນ.
  • ໃນສະໄໝທີ່ຂຽນພຣະຄຳພີ, ຄົນຕາຍມັກຖືກຝັງຢູ່ໃນຖ້ ຳ ຫລືບ່ອນທີ່ຄ້າຍຄືກັນ. ຫລັງຈາກພຣະເຢຊູສິ້ນຊີວິດແລ້ວ, ສົບຂອງພຣະອົງຖືກຫໍ່ດ້ວຍຜ້າແລະວາງໄວ້ໃນອຸບມຸງທີ່ຖືກອັດດ້ວຍຫີນກ້ອນໃຫຍ່.
  • ຄຳທີ່ວ່າ "ສະຖານທີ່ຝັງສົບ" ຂອງ "ຫ້ອງຝັງສົບ" ຫລື "ຫ້ອງຝັງສົບ" ຫລື "ຖ້ ຳຝັງ" ແມ່ນວິທີການທັງໝົດທີ່ກ່າວເຖິງສະຖານທີ່ທີ່ຝັງສົບຂອງຄົນຕາຍ.
  • ສິ່ງອື່ນໆກໍ່ສາມາດຝັງໄດ້ເຊັ່ນ: ເມື່ອອາການຝັງເງິນແລະສິ່ງອື່ນໆທີ່ລາວໄດ້ລັກມາຈາກເມືອງເຢຣີໂກ.
  • ປະໂຫຍກທີ່ວ່າ "ຝັງສົບຂອງລາວ" ໂດຍປົກກະຕິຫມາຍຄວາມວ່າ, "ປົກຄຸມຫນ້າຂອງລາວດ້ວຍມືຂອງລາວ."
  • ບາງຄັ້ງ ຄຳວ່າ“ ປິດບັງ” ສາມາດໝາຍຄວາມວ່າ“ ຝັງ” ຄືກັບເມື່ອອາຄານເຊື່ອງສິ່ງທີ່ຢູ່ໃນພື້ນດິນທີ່ລາວໄດ້ລັກຈາກ ເມືອງເຢຣີໂກ. ນີ້ໝາຍຄວາມວ່າລາວໄດ້ຝັງພວກເຂົາຢູ່ໃນພື້ນດິນ.

ຝັດເຂົ້າ, ຫ່ອນ

ນິຍາມ

ຄຳວ່າ "ຝັດເຂົ້າ" ແລະ "ຫ່ອນ" ໝາຍເຖິງການແຍກເມັດເຂົ້າອອກຈາກແກບຖີ້ມ. ໃນພຣະຄຳພີ ຄຳທັງສອງຄຳນີ້ກໍໃຊ້ເປັນຄວາມປຽບທຽບໝາຍຄວາມວ່າການແຍກສິ່ງຂອງຫຼືແບ່ງຜູ້ຄົນອອກຈາກກັນ.

  • "ຝັດເຂົ້າ " ໝາຍຄວາມວ່າແຍກເມັດເຂົ້າຈາກສິ່ງທີ່ບໍ່ຕ້ອງການໃນການກ້າຂອງປູກ ໂດຍການໂຍນທັງເມັດເຂົ້າແລະແກບຂື້ນໄປໃນອາກາດເພື່ອໃຫ້ລົມພັດແກບອອກໄປ.
  • ຄຳວ່າ "ຫ່ອນ" ໝາຍເຖິງການແຍກເມັດເຂົ້າແລະແກບໃນດົ້ງຝັດເພື່ອຈະນຳເອົາແກບອອກບໍ່ໃຫ້ເຫລືອປົນຢູ່ກັບເຂົ້າ.
  • ໃນພັນທະສັນຍາເດີມ "ຝັດເຂົ້າ" ແລະ "ຫ່ອນ" ໃຊ້ເປັນຄວາມປຽບທຽບເພື່ອອະທິບາຍເຖິງຄວາມລຳບາກທີ່ແຍກຄົນຊອຍທຳອອກຈາກຄົນບໍ່ຊອບທຳ.
  • ພຣະເຢຊູຊົງໃຊ້ຄຳອຸປະມາວ່າ "ຫ່ອນ" ດ້ວຍວິທີການປຽບທຽບນີ້ເມື່ອພຣະອົງຊົງບອກຊີໂມນເປໂຕວ່າພວກເຂົາແລະສາວົກຄົນອື່ນໆຈະໄດ້ຮັບການທົດລອງຄວາມສັດຊື່ຂອງພວກເຂົາໄດ້ຢ່າງໃດ.
  • ການແປຄຳຊັບເຫຼົ່ານີ້ ໃຫ້ໃຊ້ຄຳຫຼືຄຳທີ່ວ່າ ໃນພາສາທີ່ກຳລັງແປທີ່ໝາຍເຖິງກິດຈະກຳນີ້ ການແປທີ່ເປັນໄປໄດ້ເຊັ່ນ "ການແຍກ" ຫຼື "ການພັດວີ" ຖ້າຝັດເຂົ້າ ຫຼືຫ່ອນເຂົ້າບໍ່ເປັນທີ່ຮູ້ຈັກ ດັ່ງນັ້ນ ຄຳຊັບເຫຼົ່ານີ້ອາດຈະແປໂດຍມີຄວາມໝາຍທີ່ຕ່າງກັນອອກໄປໃນການແຍກເມັດເຂົ້າອອກຈາກແກບຫຼື ຝຸ່ນ ຫຼືໂດຍການອະທິບາຍໃນເລື່ອງນີ້.

ຝູງ, ຝູງສັດ

ນິຍາມ

ໃນພຣະຄັມພີ, "ຝູງ" ກ່າວເຖິງຝູງແກະຫລືຝູງແບ້ແລະ "ຝູງສັດ" ກ່າວເຖິງຝູງຄວາຍ, ງົວ, ຫລື ໝູ.

  • ພາສາທີ່ແຕກຕ່າງກັນອາດໃຊ້ຄຳທີ່ແຕກຕ່າງກັນໃນການເອີ້ນຝູງສັດຫລືນົກ.
  • ຕົວຢ່າງເຊັ່ນ, ໃນພາສາອັງກິດ "ຝູງສັດ" ສາມາດໃຊ້ໄດ້ກັບແກະແລະແບ້, ແຕ່ໃນພຣະຄັມພີປົກກະຕິແລ້ວບໍ່ມັກໃຊ້ແບບນີ້.
  • ຄຳວ່າ "ຝູງ" ໃນພາສາອັງກິດສາມາດໃຊ້ເອີ້ນຝູງນົກ, ແຕ່ບໍ່ສາມາດໃຊ້ສຳລັບໝູ, ຄວາຍ, ຫລືປະສຸສັດ.
  • ໃຫ້ພິຈາລະນາຄຳທີ່ສາມາດໃຊ້ໄດ້ໃນພາສາຂອງທ່ານເພື່ອບົ່ງບອກເຖິງຄວາມແຕກຕ່າງໃນການເອີ້ນຝູງສັດແຕ່ລະຊະນິດ.
  • ສຳລັບຂໍ້ຕ່າງໆ ທີ່ບົ່ງບອກເຖິງ "ຝູງແລະຝູງສັດ" ອາດຈະດີກວ່າຖ້າເພີ່ມຊື່ຂອງສັດເຂົ້າໄປດ້ວຍເຊັ່ນ, "ຂອງແກະ" ຫລື "ຂອງຄວາຍ" ຖ້າໃນພາສານັ້ນບໍ່ມີຄຳທີ່ແຕກຕ່າງກັນສຳລັບຊະນິດທີ່ແຕກຕ່າງຂອງຝູງສັດ.

ຝູງແກະ, ແກະໂຕຜູ້, ແກະໂຕເມຍ

ນິຍາມ

"ແກະ"ເປັນສັດຂະໜາດກາງທີ່ມີສີ່ຂາມີຂົນຮອບຕົວ. ແກະເພດຜູ້ເອີ້ນວ່າ "ແກະໂຕຜູ້." ແກະເພດຍິງເອີ້ນວ່າ "ແກະໂຕເມຍ"

  • ແກະໂຕນ້ອຍຈະເອີ້ນວ່າ "ລູກແກະ."
  • ຫລາຍຄັ້ງທີ່ຊາວອິດສະຣາເອນໃຊ້ແກະໃນການຖວາຍບູຊາ, ໂດຍສະເພາະແມ່ນແກະໂຕຜູ້ທີ່ຍັງໜຸ່ມ.
  • ຄົນຈະກິນຊີ້ນແກະແລະນຳຂົນແກະໄປເຮັດເປັນເສື້ອຜ້າແລະສິ່ງອື່ນໆ.
  • ແກະເປັນສັດທີ່ຟັງຄວາມ, ມັນອ່ອນແອ, ຂີ້ຢ້ານ. ພວກມັນຫລົງທາງໄດ້ງ່າຍ ພວກມັນຈຶ່ງຕ້ອງການຜູ້ລ້ຽງ. ເພື່ອຈະນຳແລະປົກປ້ອງພວກມັນ, ຫາອາຫານ, ນໍ້າດື່ມແລະບ່ອນພັກອາໄສໃຫ້ພວກມັນດ້ວຍ.
  • ໃນພຣະຄຳພີ, ປະຊາຊົນຖືກປຽບທຽບກັບແກະຜູ້ທີ່ມີພຣະເຈົ້າເປັນຜູ້ລ້ຽງຂອງພວກເຂົາ.

ເຝົ້າລະວັງ, ຄົນຍາມ

ນິຍາມ

ຄຳວ່າ "ເຝົ້າລະວັງ" ໝາຍເຖິງການເບິ່ງບາງສິ່ງບາງຢ່າງໃກ້ສິດແລະຮອບຄອບ ຄຳນີ້ຍັງມີຄວາມໝາຍທີ່ເປັນຮູບຮ່າງຫຼາຍປະການ "ຄົນຍາມ" ຄືບາງຄົນທີ່ເຮັດວຽກຂອງພວກເຂົາຄືການປ້ອງກັນເມືອງໂດຍການດູແລຢ່າງລະມັດລະວັງຕໍ່ອັນຕະລາຍຫຼືການຄຸກຄາມປະຊາຊົນຢູ່ໃນເມືອງ.

  • ຄຳສັ່ງໃຫ້ "ເຝົ້າລະວັງຊີວິດແລະຫຼັກຄຳສອນຍ່າງລະມັດລະວັງ" ໝາຍເຖິງຕ້ອງລະມັດລະວັງໃນການດຳເນີນຊີວິດຢ່າງລະວັງແລະບໍ່ເຊື່ອຄຳສອນປອມ.
  • ການ "ລະວັງ" ຄືຄຳເຕືອນເພື່ອໃຫ້ລະມັດລະວັງການຫຼີກລ້ຽງອັນຕະລາຍຫຼືອິດທິພົນທີ່ອັນຕະລາຍ.
  • ການ "ເຝົ້າລະວັງ" ຫຼື "ຈົ່ງເຝົ້າລະວັງຢູ່" ໝາຍເຖິງການຕຽມພ່ອມສະເໝີແລະປ້ອງກັນຕົວຕໍ່ຄວາມບາບແລະຄວາມຊົ່ວຮ້າຍ ຍັງສາມາດໝາຍເຖິງການ "ຕຽມພ້ອມ" ດ້ວຍເຊັ່ນກັນ.
  • ການ "ຄອຍເຝົ້າລະວັງໄວ້" ຫຼື "ຄອຍເຝົ້າລະວັງຢ່າງໃກ້ສິດ" ສາມາດໝາຍເຖິງການປ້ອງກັນແລະ ການປົກປ້ອງຫຼືເບິ່ງແຍງຄົນໃດຄົນໜຶ່ງຫຼືສິ່ງຂອງບາງຢ່າງ.
  • ຄຳອື່ນໆ ສຳລັບ "ຄົນຍາມ" ຄື "ທະຫານຍາມ" ຫລື "ຍາມ"

ພຣະຄຳພີໃໝ່

ນິຍາມ

ຄຳວ່າ "ພຣະສັນຍາໃຫມ່"ອ້າງເຖິງຄຳໝັ້ນຫລືຂໍ້ຕົກລົງເຊິ່ງພຣະເຈົ້າໄດ້ເຮັດໄວ້ກັບປະຊາກອນຂອງ ພຣະອົງດ້ວຍການຖວາຍບູຊາຂອງພຣະບຸດຂອງພຣະອົງຄືພຣະເຢຊູຄຣິດ.

  • ''ໃນພຣະສັນຍາໃຫ່ມ''ຂອງພຣະເຈົ້າອະທິບາຍໃນສ່ວນຂອງພຣະຄຳພີທີ່ເອີ້ນວ່າ ພຣະສັນຍາໃຫມ່.
  • "ພຣະສັນຍາໃໝ່ນີ້ຕົງກັນຂັາມກັບຄຳວ່າ'' ພຣະສັນຍາເກົ່າ ''ຫຼື''ເດີມ ''ທີ່ພຣະເຈົ້າເຄີຍເຮັດໄວ້ກັບຊາວອິດສະຣາເອນໃນສະໄໝພຣະສັນຍາເດີມ.
  • ພຣະສັນຍາໃໝ່ນັ້ນດີກວ່າພຣະສັນຍາເດີມ ເພາະວ່າມັນຕັັັ້ງຢູ່ເທິງການສະລະພຣະຊົນຂອງພຣະເຢຊູ ເຊິ່ງເປັນການໄຖ່ໃຫ້ຄົນພົ້ນຈາກຄວາມຜິດບາບຊົ່ວນິລັນ ແຕ່ການຖະຫວາຍບູຊາເຊິ່ງປາກົດໃນພຣະສັນຍາເດີມນັ້ນບໍ່ໄດ້ ເປັນເຊັ່ນນີ້.
  • ພຣະເຈົ້າໄດ້ຊົງຂຽນຄຳຫມັ່ນແຫ່ງພັນທະສັນຍາໃໝ່ໄວ້ໃນໃຈຂອງຜູ້ທີ່ເຊື່ອທູກຄົນ ສິ່ງນີ້ເຮັດໃຫ້ພວກເຂົາຕ້ອງການທີ່ຈະເຊື່ອຟັງພຣະເຈົ້າແລະພວກເຂົ້າເລີມດຳເນີນຊີວິດໃຫ້ບໍຣິສູດ.
  • ພັນທະສັນຍາໃໝ່ຈະມີຜົນສົມບູນໃນເວລາສຸດທ້າຍເມືອພຣະເຈົ້າສະຖາປານາການປົກຄອງຂອງພຣະອົງເທິງແຜ່ນດິນໂລກ, ທຸກສິ່ງຈະກັບຄືນດີອີກເທື່ອຄືຄັັ້ງທຳອິດທີ່ພຣະອົງຊົງນີລະມິດສ້າງໂລກ.

ຄຳແນະນຳໃນການແປ

  • ຄຳວ່າ '' ພັນທະສັນຍາໃໝ່''ສາດມາດແປໄດ້ວ່າ''ການຕົກລົງກັນຢ່າງເປັນທາງການຄັັ້ງໃໝ່'' ຫຼື ''ຄຳໝັ້ນໃໝ່'' ຫຼື'' ສັນຍາໃຫ່ມ''.
  • ຄຳວ່າ'' ໃໝ່ ''ໃນຄຳກ່າວເຫຼົ່ານີ້ມີຄວາມໝາຍວ່າ'' ສົດ''ຫຼື ''ແບບໃໝ່ຂອງ'' ຫຼື ''ອີກຄົນໜຶ່ງ''.

ພຣະບັນຍັດ10ປະການ

ນິຍາມ

"ພຣະບັດຍັດ10ປະການ" ຄືຄຳສັ່ງທີ່ພຣະເຈົ້າໃຫ້ກັບໂມເຊເທຶງພູເຂົາຊີນາຍລະຫວ່າງທີ່ພວກອຶດສະຣາເອນໃຊ້ຊີວຶດໃນທະເລຊາຍເພື່ອເດຶນທາງໄປການາອານ ພຣະເຈົ້າຊົງຂຽນພຣະບັນຍັດລົງເທຶງແຜ່ນຫີນຂະນາດໃຫ່ຍສອງແຜ່ນ.

  • ພຣະເຈົ້າໄດ້ປະທານບັນຍັດໃຫ້ຄົນອຶດສະຣາເອນໄດ້ເຊື່ອຟັງ ແຕ່ບັນຍັດສຶບປະການເປັນບັນຍັດພຶເສດເພື່ອຊ່ວຍຊາວອຶດສະຣາເອນໃຫ້ຮັກແລະນະມັດສະການພຣະເຈົ້າແລະຮັກຄົນອື່ນ.
  • ພຣະບັນຍັດເຫລົ່ານີ້ຍັງເປັນສ່ວນພຣະສັນຍາຂອງພຣະເຈົ້າກັບປະຊາກອນຂອງພຣະອົງ ໂດຍການເຊື່ອຟັງໃນສຶ່ງທີ່ພຣະເຈົ້າບັນຊາໃຫ້ທຳຄົນອຶດສະຣາເອນສະແດງວ່າເຂົາຮັກພຣະເຈົ້າແລະເປັນຂອງພຣະອົງ.
  • ແຜ່ນຫຶນພ້ອມພຣະບັນຍັດໄດ້ຖືກຂຽນເທຶງນັ້ນໄດ້ຖືກເກັບຮັກສາໄວ້ໃນຫຶບແຫ່ງພຣະສັນຍາ ເຊຶງຕັ້ງໄວ້ໃນຫ້ອງບໍຣຶສຸດໃນຫໍເຕັນ ແລະຕໍ່ມາໄດ້ຕັ້ງໄວ້ໃນພຣະວຶຫານ.

ພຣະຜູ້ເປັນເຈົ້າ

ນິຍາມ

ຄຳວ່າ “ ພຣະຜູ້ເປັນເຈົ້າ ” ໝາຍເຖິງຜູ້ໃດຜູ້ໜຶ່ງທີ່ມີສິດຄອບຄອງ ຫລື ສິດອຳນາເໜືອຜູ້ຄົນ. ເມື່ອຂຶ້ນຕົ້ນອັກສອນຕົວໃຫຍ່, ເປັນຕຳແໜ່ງທີ່ອ້າງເຖິງພຣະເຈົ້າ. ( ເຖິງຢ່າງໃດກໍ່ຕາມໃຫ້ສັງເກດວ່າເມື່ອໃຊ້ເປັນຮູບແບບຂອງການເວົ້າກັບຜູ້ໃດຜູ້ໜຶ່ງ ຫຼື ໃນຕອນເລີ່ມຕົ້ນຂອງປະໂຫຍກມັນອາດຈະເປັນຕົວອັກສອນໃຫຍ່ ແລະ ມີຄວາມໝາຍຂອງ " ນາຍທ່ານ " ຫຼື " ນາຍ. " )

  • ໃນພັນທະສັນຍາເດີມ, ຄຳສັບນີ້ຍັງຖືກນຳໃຊ້ໃນສຳນວນຕ່າງໆເຊັ່ນ: "ອົງພຣະຜູ້ເປັນເຈົ້າ. ພຣະຜູ້ເປັນເຈົ້າອົງສູງສຸດ " ຫລື " ອົງພຣະຜູ້ເປັນເຈົ້າ " ຫລື " ອົງພຣະຜູ້ເປັນເຈົ້າຂອງພວກເຮົາ."
  • ໃນພັນທະສັນຍາໃໝ່, ພວກອັກຄະສາວົກໄດ້ໃຊ້ຄຳນີ້ໃນສຳນວນຕ່າງໆເຊັ່ນ " ພຣະເຢຊູຄຣິດ " ແລະ " ອົງພຣະເຢຊູຄຣິດ " ເຊິ່ງສື່ສານວ່າພຣະເຢຊູຄືພຣະເຈົ້າ.
  • ຄຳວ່າ " ອົງພຣະຜູ້ເປັນເຈົ້າ " ໃນພັນທະສັນຍາໃໝ່ຍັງຖືກນຳໃຊ້ເປັນຄຳດຽວ ເພື່ອເປັນການເວົ້າເຖິງພຣະເຈົ້າໂດຍສະເພາະໃນຂໍ້ອ້າງອີງຈາກພຣະສັນຍາເດີມ. ຕົວຢ່າງເຊັ່ນ, ໃນພັນທະສັນຍາເດີມບອກວ່າ, " ນະມັດສະການແດ່ພຣະອົງຜູ້ສະເດັດມາໃນນາມຂອງພຣະຢາເວ " ແລະ ໃນພັນທະສັນຍາໃໝ່ໄດ້ກ່າວວ່າ, " ນະມັດສະການແດ່ພຣະອົງຜູ້ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ."
  • ໃນສະບັບ ULB ແລະ UDB ຕຳແໜ່ງ " ອົງພຣະຜູ້ເປັນເຈົ້າ " ຖືກແປໃນພາສາເປັນພາສາເຮັບເຮີ ແລະ ກຮີກ ໝາຍເຖີງ " ອົງພຣະຜູ້ເປັນເຈົ້າ " ເທົ່ານັ້ນ ບໍ່ໄດ້ຖືກແປເປັນພຣະນາມຂອງພຣະເຈົ້າ ( ພຣະຢາເວ ) ຄືກັນກັບການແປໃນຫຼາຍສະບັບ

ຄຳແນະນຳໃນການແປ

  • ບາງພາສາແປຄຳນີ້ວ່າ " ນາຍ " ຫຼື " ຜູ້ປົກຄອງ " ຫຼືໃຊ້ຄຳອື່ນທີ່ສື່ເຖີງເຈົ້າຂອງ ຫຼື ຜູ້ປົກຄອງທີ່ມີອຳນາດສູງສຸດ
  • ໃນບາງສະພາບການທີ່ເໝາະສົມ ຄຳແປຫຼາຍສະບັບໃຊ້ຕົວອັກສອນໂຕທຳອິດເປັນໂຕພິມໃຫຍ່ເພື່ອຈະເຮັດໃຫ້ຜູ້ອ່ານຈຳແນກອອກຢ່າງຊັດເຈນວ່າຄຳນັ້ນໝາຍເຖີງພຣະເຈົ້າ
  • ມີຫຼາຍສະຖານທີ່ໃນພັນທະສັນຍາໃໝ່ທີ່ອ້າງເຖີງພັນທະສັນຍາເດີມ ຄຳວ່າ " ອົງພຣະຜູ້ເປັນເຈົ້າພຣະເຈົ້າ " ສາມາດໃຊ້ເພື່ອຈຳແນກໄດ້ຢ່າງຊັດເຈນຄຳນັ້ນໝາຍເຖີງພຣະເຈົ້າ
  • บางภาษาแปลคำนี้ว่า "นาย" หรือ "ผู้ปกครอง" หรือใช้คำอื่นที่สื่อถึงเจ้าของหรือผู้ปกครองที่มีอำนาจสูงสุด

ພຣະຣາດຊະວັງ

ນິຍາມ

ຄຳວ່າ "ພຣະຣາດຊະວັງ" ອ້າງເຖິງອາຄານຫຼືບ້ານທີ່ເຊິ່ງກະສັດປະທັບຢູ່ພ້ອມດ້ວຍສະມາຊິກຣາດຊະວົງແລະບັນດາເຫລົ່າຂ້າຣາດຊະບໍລິພານ.

  • ມະຫາປະໂລຫິດອາໃສຢູ່ບໍລິເວນພຣະຣາດຊະວັງເຊັ່ນດຽວກັນ, ດັ່ງທີ່ໄດ້ມີການກ່າວໄວ້ໃນພຣະສັນຍາໃໝ່.
  • ພຣະຣາດຊະວັງຕ່າງໆ ຈະມີການຕົກແຕ່ງ ດ້ວຍສະຖາປັດຕິຍະກຳແລະເຄື່ອງເຮືອນທີ່ສວຍງາມ.
  • ໂຕອາຄານແລະເຄື່ອງເຮືອນຂອງພຣະຣາດຊະວັງກໍ່ສ້າງດ້ວຍຫີນຫຼືໄມ້ ແລະຫຸ້ມດ້ວຍໄມ້ລາຄາແພງ ຄຳແລະງາຊ້າງ.
  • ຄົນຈຳນວນຫຼາຍອາໃສຢູ່ແລະເຮັດວຽກບໍລິເວນພຣະຣາດຊະວັງ,ເຊິ່ງມັກຈະປະກອບໄປດ້ວຍອາຄານຫຼາຍອາຄານແລະເດີ່ນພຣະຣາຊະວັງ.

ພວກນອກສາດສະໜາ

ນິຍາມ

ໃນສະໄໝພຣະຄັມພີນັ້ນ ຄຳວ່າ "ພວກນອກສາດສະໜາ" ໃຊ້ອະທິບາຍເຖິງຄົນທີ່ນະມັດສະການພຣະປອມແທນການນະມັດສະການພຣະເຈົ້າຢາເວ.

  • ສີ່ງຕ່າງໆ ທີ່ກ່ຽວກັບຄົນກຸ່ມນີ້ ເຊັ່ນ ແທ່ນບູຊາທີ່ພວກເຂົານະມັດສະການ ພິທີກຳທາງສາດສະໜາທີ່ພວກເຂົາປະຕິບັດ ຫຼືຄວາມເຊື່ອຂອງພວກເຂົາ ຖືກເອີ້ນວ່າ "ນອກສາດສະໜາ" ເຊັ່ນດຽວກັນ.
  • ພວກນອກສາດສະໜາເຊື່ອໃນລະບົບທີ່ລວມໄປເຖີງການນະມັດສະການພຣະປອມຫຼືນະມັດສະການທຳມະຊາດ.
  • ສາດສະໜາປອມບາງສາດສະໜາລວມໄປເຖີງພິທີກຳເຊິ່ງກ່ຽວກັບພິທີກຳທາງເພດຫຼືການຂ້າຄົນເພື່ອເປັນສ່ວນນຶ່ງຂອງການນະມັດສະການ.

ພວກຫົວໜ້າປະໂຣຫິດ

ນິຍາມ

ພວກຫົວໜ້າປະໂຣຫິດເປັນຜູ້ນຳທາງສາສະໜາຂອງຊາວຢິວທີ່ສຳຄັນໃນຊ່ວງເວລາທີ່ພຣະເຢຊູຊົງດຳລົງຊີວິດຢູ່ເທິງແຜ່ນດິນໂລກ.

  • ພວກຫົວໜ້າປະໂຣຫິດຮັບຜິດຊອບທຸກສິ່ງທີ່ຈຳເປັນສຳລັບການນະມັດສະການທີ່ພຣະວິຫານ, ພວກເຂົາຍັງມີໜ້າທີ່ຮັກສາ ເງິນທີ່ໄດ້ຖວາຍໃຫ້ກັບພຣະວິຫານດວ້ຍ.
  • ພວກເຂົາຢູ່ໃນລະດັບສູງກວ່າແລະມີອຳຫລາຍກວ່າປະໂຣຫິດທົ່ວໄປ. ມີແຕ່ມະຫາປະໂຣຫິດເທົ່ານັ້ນທີ່ມີສິດອຳນາດເໜືອເຂົາ.
  • ພວກຫົວໜ້າປະໂຣຫິດເປັນສັດຕູທີ່ສຳຄັນຂອງພຣະເຢຊູພວກເຂົາພະຍາຍາມຍຸຍົງ ໃຫ້ຜູ້ນຳຊາວໂຣມັນຈັບກຸມແລະຂ້າພຣະອົງ.

ຄຳແນະນຳໃນການແປ

  • ຄຳວ່າ "ພວກຫົວໜ້າປະໂຣຫິດ" ສາມາດແປໄດ້ວ່າ "ພວກປະໂຣຫິດຄົນສຳຄັນ" ຫຼື "ພວກຜູ້ນຳປະໂຣຫິດ" ຫຼື "ພວກປະໂຣຫິດທີ່ປົກຄອງ."
  • ຂໍໃຫ້ແນ່ໃຈວ່າ ຄຳນີ້ແປແຕກຕ່າງຈາກຄຳວ່າ "ມະຫາປະໂຣຫິດ."

ພະຍານ, ສັກຂີພະຍານ

ນິຍາມ

ຄຳວ່າ " ພະຍານ " ໝາຍເຖິງບຸກຄົນຜູ້ທີ່ມີປະສົບການສ່ວນຕົວບາງຢ່າງທີ່ເກີດຂຶ້ນ ໂດຍປົກກະຕິພະຍານເປັນບາງຄົນຜູ້ຊຶ່ງເປັນພະຍານໃນສິ່ງທີ່ພວກເຂົາວ່າເປັນຄວາມຈິງ ຄຳວ່າ " ສັກຂີພະຍານ " ຈະໝາຍເຖິງຕົວບຸກຄົນນັ້ນຢູ່ທີ່ບ່ອນນັ້ນແທ້ໆ ແລະໄດ້ເຫັນວ່າມີຫຍັງໄດ້ເກີດຂຶ້ນ

  • " ເພື່ອເປັນພະຍານ " ບາງສິ່ງບາງຢ່າງໝາຍຄວາມວ່າການເຫັນສິ່ງນີ້ເກີດຂື້ນ
  • ໃນການພິຈາຣະນາຄະດີ ພະຍານ " ໃຫ້ການເປັນພະຍານ " ຫລື " ເປັນພະຍານ " ແມ່ນມີຄວາມໝາຍເຊັ່ນດຽວກັນ " ໃຫ້ການຢືນຢັນ "
  • ພະຍານທັງຫລາຍ ມີຄວາມຄາດຫວັງວ່າຈະບອກຄວາມຈິງກ່ຽວກັບສິ່ງທີ່ພວກເຂົາໄດ້ເຫັນຫລືໄດ້ຍິນ
  • ພະຍານທີ່ບໍ່ໄດ້ບອກຄວາມຈິງກ່ຽວກັບສິ່ງທີ່ເກີດຂຶ້ນເອີ້ນວ່າ " "ພະຍານເວົ້າຄວາມເທັດ " ເຂົາຖືກກ່າວຫາວ່າ " ໃຫ້ການເປັນພະຍານເທັດ "ຫລື " ເປັນພະຍານເທັດ "
  • ຖ້ອຍຄຳທີ່ວ່າ " ເປັນພະຍານລະຫວ່າງ " ໝາຍຄວາມວ່າບາງສິ່ງບາງຢ່າງຄົນມັກຈະມີຫລັກຖານວ່າທີ່ໄດ້ມີການເຮັດສັນຍາໄວ້ ພະຍານຈະແນ່ໃຈໄດ້ວ່າແຕ່ລະຄົນຈະເຮັດໃນສິ່ງທີ່ຕົນສັນຍາໄວ້

ຄຳແນະນຳໃນການແປ

  • ຄຳທີ່ວ່າ " ພະຍານ " ຫລື " ສັກຂີພະຍານ " ສາມາດແປດ້ວຍຄຳຫລືຖ້ອຍຄຳທີ່ມີຄວາມໝາຍວ່າ " ຄົນທີ່ໄດ້ເຫັນ " ຫລື " ຄົນທີ່ເຫັນເຫດການນີ້ເກີດຂຶ້ນ " ຫລື " ຄົນເຫລົ່ານັ້ນທີ່ໄດ້ເຫັນແລະໄດ້ຍິນ

ພະຍານຕົວະ, ພະຍານຂີ້ສໍ້, ຫຼັກຖານຕົວະ, ລາຍງານຕົວະ

ນິຍາມ

ຄຳວ່າ "ພະຍານຕົວະ" ແລະ "ພະຍານຂີ້ສໍ້" ກ່າວເຖິງຄົນທີ່ເວົ້າສິ່ງທີ່ບໍ່ເປັນຄວາມຈິງກ່ຽວກັບບຸກຄົນ ຫຼືເຫດການໃນຮູບແບບທີ່ກຳນົດໄວ້ເຊັ່ນໃນສານ.

  • ການເປັນ"ພະຍານຕົວະ" ຫຼື "ລາຍງານຕົວະ" ຄືການເວົ້າຫຼືສະເໜີຄວາມທີ່ບໍ່ເປັນຈິງຫຼືບໍ່ເວົ້າຄວາມຈິງເຖິງສິ່ງທີ່ກ່າວເຖິງ.
  • ການ "ເປັນພະຍານຕົວະ" ໝາຍເຖິງການຂີ້ຕົວະຫຼືລາຍງານຄວາມບໍ່ຈິງກ່ຽວກັບບາງສິ່ງ.
  • ພຣະຄັມພີມີເຫດການຫຼາຍຄັ້ງທີ່ເກີດຈາກພະຍານຂີ້ຕົວະຖືກໃຊ້ມາເວົ້າຕົວະກ່ຽວກັບບາງຄົນເພື່ອທຳໃຫ້ຄົນນັ້ນຖືກລົງໂທດຫຼືຖືກຂ້າ.

ຄຳແນະນຳການແປ

  • ການ "ເປັນພະຍານຂີ້ຕົວະ" ຫຼື "ໃຫ້ຫຼັກຖານຂີ້ຕົວະ" ສາມາດແປໄດ້ອີກວ່າ "ເປັນຫຼັກຖານບໍ່ຈິງ" ຫຼື "ລາຍງານບໍ່ຈິງກ່ຽວກັບບາງຄົນ" ຫຼື "ເວົ້າຕົວະຕໍ່ຕ້ານບາງຄົນ" ຫຼື "ຂີ້ຕົວະ."
  • ເມື່ອ "ພະຍານຂີ້ຕົວະ" ກ່າວເຖິງບຸກຄົນ ສາມາດແປໄດ້ວ່າ "ຄົນທີ່ເວົ້າຂີ້ຕົວະ" ຫຼື "ຄົນທີ່ເປັນຫຼັກຖານຂີ້ຕົົວະ" ຫຼື "ບາງຄົນທີ່ເວົ້າສິ່ງທີ່ບໍ່ເປັນຄວາມຈິງ."

ພະນັກງານນ້ຳອາງຸ່ນ

ນິຍາມ

ໃນສະໄໝພັນທະສັນຍາເດີມ"ພະນັກງານນ້ຳອາງຸ່ນ"ເປັນຂ້າຣາຊການຂອງກະສັດຜູ້ມີຫນ້າທີ່ນຳຖວາຍຖ້ວຍເຫົ້ຼາອາງຸ່ນຂອງພຣະອົງ ໂດຍປົກກະຕິການຊີມວາຍກ່ອນ ເພື່ອໃຫ້ແນ່ໃຈວ່າບໍ່ໄດ້ມີການວາງຢາພິດ.

  • ຄວາມໝາຍຕາມຕົວອັກສອນນີ້ຄື "ຜູ້ນຳຖ້ວຍ" ຫຼື "ຄົນທີ່ນຳຖ້ວຍມາໃຫ້"
  • ຜູ້ນຳຖ້ວຍເປັນທີ່ຮູ້ຈັກໃນຖານະທີ່ໜ້າເຊື່ອຖືຫຼາຍ ແລະຈົງຮັກພັກດີຕໍ່ກະສັດຂອງເຂົາ.
  • ເນື່ອງຈາກຕຳແໜ່ງທີ່ເຊື່ອຖືໄດ້ຂອງເຂົາ ພະນັກງານນ້ຳອາງຸ່ນ ມັກຈະມີອິດທິພົນໃນການຕັດສິນໃຈຂອງຜູ້ປົກຄອງ.
  • ເນຫະມີຢາ ເປັນພະນັກງານນ້ຳອະງຸ່ນສຳລັບກະສັດອາເທເຊີຊີອາດແຫ່ງເປີເຊຍໃນລະຍະເວລາທີ່ຄົນອິດສະຣາເອນເປັນຊະເລີຍໃນບາບີໂລນ.

ພະບັນຍັດ,ກົດໝາຍ

ນິຍາມ

ພະບັນຍັດເປັນກົດໝາຍທີ່ຂຽນເພື່ອເປັນລາຍລັກອັກສອນສຳລັບໃຫ້ຄຳແນະນຳແກ່ຄົນເຮົາໃນການດຳລົງຊີວິດ.

  • ຄຳວ່າ "ພຣະບັນຍັດ" ມີຄວາມໝາຍຄ້າຍຄືກັນກັບ "ກົດ" ຫລື "ຄຳສັ່ງ" ຫລື "ກົດໝາຍ" ຫລື "ດຳລັດ" ຂໍ້ກຳໜົດທັງໝົດນີ້ກ່ຽວຂ້ອງກັບຄຳແນະນຳແລະພຣະປະສົງທີ່ພຣະເຈົ້າຊົງປະທານໃຫ້ແກ່ປະຊາຊົນຂອງພຣະອົງ.
  • ກະສັດດາວິດໄດ້ກ່າວໄວ້ວ່າ ພຣະອົງມີຄວາມເຫັນດີໃນພຣະບັນຍັດຂອງພຣະຢາເວ.
  • ຄຳວ່າ "ພຣະບັນຍັດ" ຍັງສາມາດແປເປັນ "ຄຳສັ່ງສະເພາະ" ຫລື "ດຳລັດພີເສດ".

ພັກຜ່ອນ

ນິຍາມ

ຄຳວ່າ "ພັກຜ່ອນ" ໝາຍເຖິງການຢຸດເຊົາເຮັດວຽກເພື່ອຜ່ອນຄາຍຫຼືກັບມາມີກຳລັງແຮງ. ຄຳວ່າ“ ສ່ວນທີ່ເຫຼືອ” ໝາຍເຖິງສິ່ງທີ່ຍັງເຫຼືອ.

  • ຍັງສາມາດເວົ້າໄດ້ວ່າ "ພັກຜ່ອນ" ຢູ່ບ່ອນໃດບ່ອນໜຶ່ງຊຶ່ງໝາຍ ຄວາມວ່າມັນ "ຢືນຢູ່" ຫລື "ນັ່ງຢູ່".
  • ເຮືອທີ່“ ມາພັກຜ່ອນ” ຢູ່ບ່ອນໃດບ່ອນ ໜຶ່ງໄດ້“ ຢຸດ” ຫລື“ ລົງຈອດ” ຢູ່ທີ່ນັ້ນ.
  • ເມື່ອຄົນຫລືສັດພັກຜ່ອນ, ມັນສາມາດໝາຍຄວາມວ່າພວກເ ຂົາກຳລັງນັ່ງຫລືນອນຢູ່ເພື່ອເຮັດໃຫ້ຕົນເອງສົດຊື່ນ.
  • ພຣະເຈົ້າສັ່ງໃຫ້ຊາວອິສະຣາເອນພັກຜ່ອນໃນມື້ທີເຈັດຂອງອາທິດ. ມື້ທີ່ບໍ່ເຮັດວຽກນີ້ຖືກເອີ້ນວ່າມື້ວັນສະບາໂຕ.
  • ການພັກຜ່ອນວັດຖຸສິ່ງໃດສິ່ງ ໜຶ່ງ ໝາຍ ຄວາມວ່າ "ວາງ" ຫຼື "ວາງ" ຢູ່ບ່ອນນັ້ນ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບບໍຣິບົດ, "ການພັກຜ່ອນ

ພາສີ,ພາສີອາກອນ

ນິຍາມ

ຄຳວ່າ "ພາສີ" ຫຼື "ພາສີອາກອນ" ອ້າງເຖຶງເງີນຫຼືສີ້ນຄ້າຕ່າງໆ ທີ່ຜູ້ຄົນໄດ້ໃຫ້ແກ່ຜູ້ມີອຳນາດເໜື່ອພວກເຂົາ.

  • ຈຳນວນເງິນທີ່ຕ້ອງຈ່າຍ ສຳລັບອາກອນແມ່ນອີງໃສ່ມູນຄ່າຂອງສິ່ງຂອງຫຼືຊັບສິນຂອງບຸກຄົນທີ່ມີມູນຄ່າເທົ່າໃດ.
  • ຖ້າຜູ້ໃດບໍໄດ້ຊຳຮະພາສີຕ່າງໆ,ລັດທະບານສາມາດດຳເນຶນການຕາມກົດໝາຍຕໍ່ບຸກຄົນນັ້ນ ເພື່ອຈະໄດ້ຮັບເງິນຈາກຜູ້ທີ່ເປັນໜີ້ລັດທະບານນັ້ນ.
  • ໂຢເຊັບແລະມາຣີໄດ້ເດີນທາງໄປເມືອງເບັດເລເຮັມເພື່ອຈະຖືກນັບເຂົ້າໃນການສຳຫຼວດພົນລະເມືອງທີ່ມີຈຸດປະສົງເພື່ອເກັບພາສີທຸກຄົນທີ່ອາໄສຢູ່ໃນອານາຈັກໂລມັນ.
  • ນອກນັ້ນຍັງມີ "ອາກອນໃນພຣະວິຫານ" ເຊິ່ງເປັນເງິນທີ່ຜູ້ຄົນເອົາໃສ່ໃນກ່ອງຖວາຍຂອງວິຫານ. ເງິນຈຳນວນໜຶ່ງນີ້ແມ່ນໃຊ້ເພື່ອດູແລອາຄານຂອງພຣະວິຫານ.
  • ຄຳວ່າ "ພາສີ"ສາມາດແປວ່າ "ພາສີບັງຄັບ" ຫຼື "ເງີນຂອງລັດທະບານ" ຫຼື "ເງີນຂອງພຣະວຶຫານ" ຂື້ນຢູ່ກັບສະຖານະການ.
  • ປະໂຫຍກເຊັ່ນ, "ເກັບພາສີ" ແລະ "ພາສີອາກອນຈ່າຍ" ຍັງສາມາດແປເປັນ "ຈ່າຍເງິນໃຫ້ລັດຖະບານ" ຫຼື "ຮັບເງິນໃຫ້ລັດຖະບານ" ຫຼື "ຈ່າຍເງິນທີ່ຕ້ອງການ."
  • "ຄົນເກັບພາສີ" ເປັນຜູ້ທີ່ເຮັດວຽກໃຫ້ແກ່ລັດທະບານໃນການຮັບເງີນທີ່ປະຊາຊົນຈຳເປັນຕ້ອງຈ່າຍໃຫ້ພວກເຂົາ.

ພາລະ

ນິຍາມ

ພາລະ ແມ່ນພາລະໜັກ. ຕົວຈິງແລ້ວມັນໝາຍເຖິງພາລະທາງດ້ານຮ່າງກາຍເຊັ່ນສັດທີ່ເຮັດວຽກ.ຄຳວ່າ“ ພາລະ” ຍັງມີຄວາມໝາຍຫຼາຍຢ່າງ:

  • ພາລະສາມາດໝາຍເຖິງໜ້າທີ່ຫຍຸ້ງຍາກ ຫລື ໜ້າທີ່ຮັບຜິດ ຊອບ ທີ່ສຳຄັນທີ່ບຸກຄົນຕ້ອງເຮັດ. ລາວໄດ້ຖືກກ່າວເຖິງວ່າ "ແບກ" ຫຼື "ແບກ" ພາລະຫນັກ.
  • ຜູ້ນຳທີ່ໂຫດຮ້າຍອາດຈະເຮັດໃຫ້ພາລະທີ່ຫຍຸ້ງຍາກສຳລັບຄົນທີ່ລາວກຳລັງປົກຄອງ, ຍົກຕົວຢ່າງໂດຍບັງຄັບໃຫ້ເຂົາເຈົ້າຈ່າຍພາ ສີເປັນຈຳນວນຫລວງຫລາຍ.
  • ຄົນທີ່ບໍ່ຢາກເປັນພາລະຂອງຄົນອື່ນບໍ່ຕ້ອງການທີ່ຈະເຮັດໃຫ້ຄົນອື່ນມີບັນຫາ.
  • ຄວາມຜິດຂອງຄວາມຜິດຂອງຄົນເຮົາແມ່ນພາລະຂອງເຂົາ.
  • "ພາລະຂອງພຣະຜູ້ເປັນເຈົ້າ" ແມ່ນວິທີການທີ່ເປັນໄປໄດ້ຂອງການກ່າວເຖິງ "ຂ່າວສານຈາກພຣະເຈົ້າ" ທີ່ປະກາດພຣະທຳຕ້ອງສົ່ງຕໍ່ປະຊາຊົນຂອງພຣະເຈົ້າ.
  • ຄຳສັບທີ່ວ່າ“ ພາລະໜັກ” ສາມາດແປໄດ້ໂດຍ“ ຄວາມຮັບຜິດ ຊອບ” ຫລື“ ໜ້າທີ່” ຫລື“ ພາລະໜັກ” ຫລື“ ຂໍ້ຄວາມ,” ຂຶ້ນກັບສະພາບການ.

ພິນນ້ຳເຕົ້າ ແລະ ພິນ

ນິຍາມ

ພິນນ້ຳເຕົ້າ ແລະ ພິນເປັນເຄື່ອງດົນຕີໃຊ້ສາຍຂະໜາດນ້ອຍທີ່ຄົນອິດສເອນໃຊ້ເພື່ອນະມັດສະການພຣະເຈົ້າ

  • ພິນນີ້ຄ້າຍຄືພິນຕັ້າຂະໜາດນ້ອຍ ມີກອບທີ່ເອົາໄວ້ໃຫ້ສາຍພິນເຊິ່ງຂ້າມໄປມາ
  • ພິນນ້ຳເຕົ້າມີລັກສະນະນ້ອຍກວ່າກີຕ້າໂປງສະໄໝໃໝ່ ມີກ່ອງເປັນໄມ້ ແລະ ຄໍຍາວທີ່ມີສາຍພິນເຄັ່ງໄວ້
  • ການຫຼີ້ນພິນນ້ຳເຕົ້າ ແລະ ພິນ ສາຍຂອງພິນຈະໃຊ້ນີ້ວຂອງມືຂ້າງໜຶ່ງກົດລົງບົນສາຍພິນ ແລະ ອີກມືໜຶ່ງຈັບດຶງສາຍພິນດິດບັນເລງ
  • ພິນນ້ຳເຕົ້າ ພິນ ແລະ ພິນຕັ້ງ ຫຼີ້ນໂດຍການດິດສາຍຂອງເຄື່ອງດົນຕີ
  • ຈຳນວນຂອງສາຍພິນມີຫຼາຍແບບ ແຕາໃນພັນທະສັນຍາເດີມ ລະບຸວ່າເຄື່ອງດົນຕີມີສິບສາຍ

ພິ​ພາກ​ສາ, ຜູ້ພິພາກສາ ຫຼື ຜູ້​ປົກ​ຄອງ

ນິຍາມ

ຜູ້ພິພາກສາຄືບຸກຄົນໜຶ່ງທີ່ຕັດສິນວ່າສິ່ງໃດຖືກຜິດ ເມື່ອມີການຂັດແຍ່ງກັນລະຫວ່າງຜູ້ຄົນ, ໂດຍປົກກະຕິເລື່ອງທີ່ກ່ຽວຂ້ອງກັບກົດໝາຍ.

  • ໃນພຣະຄຳພີ, ພຣະເຈົ້າຖືກກ່າວເຖິງວ່າເປັນຜູ້ພິພາກສາເພາະວ່າພຣະອົງເປັນຜູ້ພິພາກສາທີ່ສົມບູນແບບທີ່ພິພາກສາໃນເທື່ອສຸດທ້າຍກ່ຽວກັບສິ່ງທີ່ຖືກຫຼືຜິດ.
  • ຫຼັງຈາກປະຊາຊົນອິດສະຣາເອນເຂົ້າໄປໃນແຜ່ນດິນການາອານແລະກ່ອນພວກເຂົາຈະມີກະສັດປົກຄອງພວກເຂົາ, ພຣະເຈົ້າໄດ້ແຕ່ງຕັ້ງຜູ້ນຳທີ່ເອີ້ນວ່າ “ຜູ້ປົກ​ຄອງ ຫຼື ຜູ້​ພິ​ພາກ​ສາ“ ເພື່ອນຳພວກເຂົາໃນເວລາທີ່ປະສົບກັບຫຍຸ້ງຍາກ. ປົກກະຕິແລ້ວຜູ້ພິພາກສາເຫຼົ່ານີ້ເປັນຜູ້ນຳທາງທະຫານທີ່ໄດ້ຊ່ວຍຊີວິດຊາວອິດສະຣາເອນໂດຍການເອົາຊະນະພວກສັດຕູ.
  • ຄຳວ່າ “ຜູ້ພິພາກສາ“ ສາມາດເອີ້ນວ່າ “ຜູ້ຕັດສິນໃຈ“ ຫລື “ຜູ້ນຳ“ ຫລື “ຜູ້ປົດປ່ອຍ“ ຫລື “ຜູ້​ປົກ​ຄອງ,“ ແລ້ວ​ແຕ່ສະພາບການ.

ພີ່ນ້ອງ,ຍາດພີ່ນ້ອງ

ນິຍາມ

ຄຳວ່າ "ພີ່ນ້ອງ" ເວົ່າເຖິງບຸກຄົນທີ່ມີຄວາມສຳພັນທາງສາຍເລືອດ ຄຳວ່າ "ຍາດພີ່ນ້ອງ" ເວົ້າເຖິງບຸກຄົນພິເສດກັບພິນ້ອງທີ່ເປັນຜູ້ຊາຍ.

  • ຄຳນີ້ສາມາດອ້າງເຖິງພີ່ນ້ອງສະຫນິດ ຢ່າງເຊັ່ນ ພໍ່ແມ່ ຫລື ອ້າຍນ້ອງ ຫລືພີ່ນ້ອງທີ່ຫ່າງອອກໄປ ເຊັ່ນ ປ້າ,ລູງ ຫລື ລູກພີ່ລູກນ້ອງ.
  • ໃນອິດສະຣາເອນຍຸກບູຮານ ຖ້າວ່າຜູ້ຊາຍຄົນຫນຶ່ງເສຍຊີວິດ ຍາດພີ່ນ້ອງຜູ້ຊາຍທີ່ໃກ້ຊິດທີ່ສຸດຂອງລາວ ຍ່ອມຖືກຄາດຫວັງໃຫ້ແຕ່ງງານກັບເມຍທີ່ເປັນຫມ້າຍຂອງລາວ ໃຫ້ເບິ່ງແຍງຊັບສົມບັດແລະຊ່ວຍສຶບທອດນາມສະກຸນຂອງລາວ ຍາດພີ່ນ້ອງ-ຜູ້ໄຖ່.
  • ຄຳນີ້ສາມາດແປໄດ້ວ່າ "ຍາດພີ່ນ້ອງ" ຫລື "ສະມາຊິກຄອບຄົວ".

ພູມໃຈ,ຍີ່ງຜະຫຍອງ,ຄວາມຈອງຫອງ

ນິຍາມ

ຄຳວ່າ "ຍິ່ງ" ແລະ "ຄວາມຈອງຫອງ" ອ້າງເຖິງຄົົນທີ່ຄິດເຖິງຕົນເອງສູງຫລາຍ ແລະສະເພາະຢ່າງຍີ່ງການຄິດວ່າເຂົາດີກວ່າຄົນອື່ນ

  • ຄົນຍິ່ງຜະຫຍອງມັກບໍ່ຍອມຮັບຄວາມຜິດພາດຂອງຕົນເອງ ເຂົາບໍ່ຍອມຖ່ອມຕົວເລີຍ
  • ຄວາມຍິ່ງນຳໄປສູ່ການບໍ່ເຊື່ອຟັງພະເຈົ້າໃນຮູບແບບອື່ນໆ
  • ຄຳວ່າ"ຍິ່ງ"ແລະ"ຄວາມຍິ່ງ" ສາມາດໃຊ້ໃນແງ່ບວກໄດ້ ເຊັ່ນການ "ພູູມໃຈກັບ" ສິ່ງທີ່ໃຜບາງຄົນປະສົບຄວາມສຳເຣັດແລະການ "ພູູມໃຈກັບ" ລູກໆ ຂອງທ່ານ ຄຳກ່າວທີ່ວ່າ "ພູູມໃຈໃນງານຂອງທ່ານ" ໝາຍເຖິງການພົບຄວາມສຸກເພາະເຮັດວຽກຂອງທ່ານອອກມາດີ
  • ບາງຄົນສາມາດພູູມໃຈກັບສິ່ງທີ່ທ່ານໄດ້ກະທຳໂດຍບໍ່ຈອງຫອງໃນເລື່ອງນັ້ນເລຍ ບາງພາສາມີຄຳທີ່ແຕກຕ່າງກັນສຳລັບຄຳທັງສອງສຳລັບຄວາມຫມາຍທີ່ແຕກຕ່າງກັນຂອງຄຳນີ້ວ່າ "ຄວາມຍິ່ງ"
  • ຄຳວ່າ"ຄວາມຈອງຫອງ" ມັກເປັນແງ່ລົບສະເໝີ ດ້ວຍຄວາມຫມາຍທີ່ວ່າ"ຈອງຫອງ"ຫລື"ອວດດີ" ຫລື "ທະນົງຕົວ"

ພົນລະເມືອງ

ນິຍາມ

ພົນລະເມືອງ ຄືຄົນທີ່ອາໄສຢູ່ໃນເມືອງ, ປະເທດ, ຫຼື ອານາຈັກຫນ່ຶ່ງ. ໂດຍສະເພາະ ຄຳນີ້ກ່າວເຖິງບາງຄົນທີ່ໄດ້ຮັບການຍອມຮັບຢ່າງເປັນທາງການວ່າເປັນຜູ້ທີ່ອາໄສໃນທີ່ແຫ່ງນັ້ນຢ່າງຖືກຕ້ອງຕາມກົດໝາຍ.

  • ການແປຄຳນີ້ຂຶ້ນຢູ່ກັບກໍລະນີ, ຊຶ່ງສາມາດແປວ່າ "ປະຊາຊົນ" ຫຼື "ຜູ້ທີ່ຕັ້ງຖິ່ນຖານ." ໄດ້ດ້ວຍ
  • ພົນລະເມືອງສາມາດອາໄສຢູ່ໃນເຂດແດນທີ່ເປັນສ່ວນໜຶ່ງຂອງອານາຈັກ ຫຼື ອານາຈັກທີ່ມີກະສັດ, ຈັກກະພັດ, ຫຼື ຜູ້ຄອບຄອງຄົນອື່ນໆຄອບຄອງຢູ່. ຕົວຢ່າງເຊັ່ນ, ໂປໂລເປັນ

ພົນລະເມືອງຂອງຈັກກະພັດໂຣມັນ, ທີ່ປະກອບດ້ວຍແຄ້ວນຕ່າງໆ; ໂປໂລອາໄສຢູ່ໃນແຄ້ວນໜຶ່ງໃນບັນດາແຄວ້ນເຫລົ່ານັ້ນ.

  • ໃນແງ່ຂອງຄຳປຽບທຽບ, ຜູ້ທີ່ເຊື່ອໃນພຣະເຢຊູຖືວ່າ "ເປັນ

ພົນລະເມືອງ" ຂອງສະຫວັນ ໃນຄວາມຮູ້ສຶກທີ່ວ່າ ພວກເຂົາຈະໄດ້ຢູ່ທີ່ນັ້ນໃນວັນໜຶ່ງ. ເຊັ່ນດຽວກັບພົນລະເມືອງຂອງປະເທດ, ຄຣິສຕຽນກໍເປັນຄົນຂອງອານາຈັກຂອງພຣະເຈົ້າ.


ພົມມະຈາລີ

ນິຍາມ

ຍິງພົມມຈາລີເປັນຍິງສາວທີ່ບໍ່ມີຄວາມສໍາພັນທາງເພດ

  • ຜູ້ປະກາດພຣະທໍາເອຊາຢາກ່າວວ່າ ພ​ຣະເມຊີອາຈະບັງເກີດຈາກຍິງພົມມະຈາລີ.
  • ມາຣີ ເປັນຍິງພົມມະຈາລີເມື່ອນາງຖືພາພຣະເຢຊູ. ພຣະອົງບໍ່ໄດ້ມີພໍ່ເປັນມະນຸດ.
  • ໃນບາງພາສາມີຄໍາສັບທີ່ເປັນຄໍາສັບສຸພາບທີ່ອ້າງເຖິງພົມມະຈາລີ (ເບິ່ງ : https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-euphemism)

ເພື່ອນ

ນິຍາມ

ຄຳວ່າ "ເພື່ອນ" ຄົນທີ່ໄປກັບອີກຄົນໜຶ່ງ ຫຼື ຄົນທີ່ຄົບຫາກັບອີກຄົນໜຶ່ງ, ຢ່າງເຊັ່ນ ໃນການເປັນເພື່ອນ ຫຼື ຄູ່ສົມຣົດ.

  • ເພື່ອນທີ່ຜ່ານປະສົບການມາດ້ວຍກັນ, ຮ່ວມກິນເຂົ້າດ້ວຍກັນ, ແລະຊ່ວຍເຫຼືອ ແລະໃຫ້ກຳລັງໃຈກັນແລະກັນ.
  • ການແປຄຳນີ້ ຕາມເນື້ອຫາ ສາມາດແປດ້ວຍຄຳຫລືຄຳເວົ້າທີ່

ມີໝາຍວ່າ "ເພື່ອນ" ຫຼື "ເພື່ອນຮ່ວມທາງ ຜູ້ທີ່ໃຫ້ການສະ ໜັບສະໜຸນທີ່ໄປດ້ວຍກັນ."


ເພື່ອນບ້ານ

ນິຍາມ

ຄຳ ວ່າ "ເພື່ອນບ້ານ" ມັກຈະໝາຍເຖິງຄົນທີ່ອາໄສຢູ່ໃກ້ໆ. ມັນຍັງສາມາດໝາຍ ເຖິງຜູ້ອື່ນທີ່ອາໄສຢູ່ໃນຊຸມຊົນຫຼືກຸ່ມຄົນກຸ່ມດຽວກັນໂດຍທົ່ວໄປ.

  • "ເພື່ອນບ້ານ" ແມ່ນຜູ້ທີ່ຈະໄດ້ຮັບການປົກປ້ອງແລະປະຕິບັດດ້ວຍຄວາມກະລຸນາເພາະວ່າລາວເປັນສ່ວນ ໜຶ່ງ ຂອງຊຸມຊົນດຽວກັນ.
  • ໃນຄຳພີພັນທະສັນຍາ ໃໝ່ກ່ຽວກັບຊາວສະມາເຣຍທີ່ມີຄຸນງາມຄວາມດີ, ພຣະເຢຊູໄດ້ໃຊ້ຄຳວ່າ "ເພື່ອນບ້ານ", ໂດຍຂະຫຍາຍຄວາມໝາຍຂອງມັນໃຫ້ລວມເອົາມະນຸດທຸກຄົນ, ແມ່ນແຕ່ຄົນທີ່ຖືວ່າເປັນສັດຕູ.
  • ຖ້າເປັນໄປໄດ້, ມັນເປັນການດີທີ່ສຸດທີ່ຈະແປ ຄຳ ສັບນີ້ດ້ວຍ ຄຳ ຫລືປະໂຫຍກທີ່ມີຄວາມໝາຍ ວ່າ "ຄົນທີ່ອາໃສຢູ່ໃກ້ຄຽງ".

ໄພພິບັດ

ນິຍາມ

ໄພພິບັດເປັນເຫດການທີ່ເຮັດໃຫ້ເກີດຄວາມທຸກທໍລະມານຫລືຄວາມຕາຍແກ່ຄົນເປັນຈຳນວນຫລາຍ ຫລາຍເທື່ອໄພພິບັດເປັນພະຍາດທີ່ລະບາດຢ່າງວ່ອງໄວເຮັດໃຫ້ຄົນຫລວງຫລາຍຕ້ອງຕາຍກ່ອນທີ່ຈະສາມາດຢຸດຍັ້ງນັ້ນໄດ້

  • ໄພພິບັດຫຼາຍຢ່າງເກີດຈາກທຳມະຊາດແຕ່ບາງຢ່າງຖືກສົ່ງມາຈາກພຣະເຈົ້າເພື່ອລົງໂທດຄົນເພາະຄວາມບາບ
  • ໃນຊ່ວງເວລາຂອງໂມເຊ ພຣະເຈົ້າໄດ້ສົ່ງໄພພິບັດສິບຢ່າງຕໍ່ເອຢິບ ເພື່ອບັງຄັບໃຫ້ຟາຣາໂອ ປ່ອຍຄົນອິດສະລາເອນໄປຈາກເອຢິບ ໄພພິບັດພວກນີ້ທັງໝົດໄປເຖິງການປ່ຽນນ້ຳໃຫ້ເປັນເລືອດ ໂລກລະບາດທາງຮ່າງກາຍ ການທຳລາຍພືດຜົນໂດຍແມງແລະລູກເຫັບ ສາມມື້ແຫ່ງຄວາມມືດສະນິດ ແລະການຕາຍຂອງບຸດຊາຍຫົວປີ
  • ຄຳນີ້ຍັງສາມາດແປໄດ້ວ່າ "ການແພ່ຄວາມຈິບຫາຍ" ຫລື "ການແພ່ພະຍາດ" ຂຶ້ນຢູ່ກັບກໍ​ລະ​ນີ

ຟາດ, ການຟາດ

ນິຍາມ

ຄຳວ່າ "ຟາດ" ແລະ "ການຟາດ" ໝາຍເຖິງສ່ວນໜຶ່ງຂອງຂະບວນການແຍກເມັດເຂົ້າສາລີອອກຈາກສ່ວນທີ່ເຫລືອຂອງພືດເຂົ້າສາລີ.

  • ການຟາດເຂົ້າສາລີຈະເຮັດໃຫ້ເມັດພືດຫລຸດອອກຈາກເຟືອງແລະຂີ້ເຫຍື່ອ. ຫລັງຈາກນັ້ນເມັດແມ່ນ "ຮ່ອນ" ເພື່ອແຍກເມັດອອກຈາກວັດຖຸທີ່ບໍ່ຕ້ອງການທັງໝົດ, ໂດຍປະໄວ້ພຽງແຕ່ສ່ວນເມັດທີ່ສາມາດກິນໄດ້.
  • ໃນສະໄໝພຣະຄຳພີ "ລານຟາດເຂົ້າ" ເປັນພື່ນທີ່ທີ່ເປັນຫີນລາບໃຫຍ່ຫຼືທາດ້ວຍຂີ້ຕົມເພື່ອໃຫ້ພື້ນແຂງເພື່ອຟາດເມັດເຂົ້າໃຫ້ຫລຸດຈາກຕົ້ນເຂົ້າ.
  • ບາງຄັ້ງ“ ກວຽນນວດເຂົ້າ” ຫລື“ ລໍ້ຟາດເຂົ້າ” ແມ່ນບາງຄັ້ງໃຊ້ເພື່ອທຳລາຍເມັດພືດແລະຊ່ວຍແຍກມັນອອກຈາກເຟືອງແລະ ຂີ້ແກບ.
  • "ລໍ້ເລື່ອນຟາດເຂົ້າ" ຫຼື "ກະດານຟາດເຂົ້າ"ໃຊ້ເພື່ອແຍກເມັດເຂົ້າອອກ. ເຄື່ອງນີ້ເຮັດຈາກໄມ້ກະດານທີ່ມີເຫລັກແຫລມທີ່ປາຍ.

ໄຟ

ນິຍາມ

ໄຟຄືຄວາມຮ້ອນ, ຄວາມສະຫວ່າງ,ແລະແປວໄຟທີ່ເກີດມາຈາກການທີ່ບາງສິ່ງຖືກເຜົາ.

  • ການເຜົາໄມ້ດ້ວຍໄຟປ່ຽນໃຫ້ໄມ້ກາຍເປັນຂີ້ເຖົ່າ.
  • ຄຳວ່າ "ໄຟ" ຍັງໃຊ້ໃນທາງປຽບທຽບ, ປົກກະຕິກ່າວເຖິງການພິພາກສາຫຼືການຊຳຣະໃຫ້ບໍຣິສຸດ.
  • ການພິພາກສາຄັ້ງສຸດທ້າຍຂອງຜູ້ທີ່ບໍ່ສັດທາຄືໄຟນາຣົກ.
  • ໄຟໃຊ້ໃນການທຳໃຫ້ທອງຄຳ ຫຼືໂລຫະອື່ນໆບໍຣິສຸດ.ໃນພຣະຄັມພີ, ຂະບວນການນີ້ໃຊ້ອະທິບາຍເຖິງວິທີການທີ່ພຣະເຈົ້າຊົງຊຳຣະປະຊາກອນຜ່ານການລຳບາກຕ່າງໆ ທີ່ເກີດຂຶ້ນໃນຊີວິດຂອງພວກເຂົາ.
  • ປະໂຫຍກທີ່ວ່າ "ບັບຕິສະມາດ້ວຍໄຟ" ສາມາດແປໄດ້ວ່າ,ທຳໃຫ້ທ່ານມີປະສົບປະການທຸກຍາກລຳບາກທີ່ທຳໃຫ້ທ່ານບໍຣິສຸດ.

ມອບ, ຮັບມອບ, ການມອບໝາຍ.

ນິຍາມ

ຄຳວ່າ "ມອບ" ແລະ "ການມອບໝາຍ" ກ່າວເຖິງການຕັດສິນໃຈ ຫຼືສັນຍາທີ່ຈະເຮັດບາງສິ່ງ.

  • ຄົນທີ່ສັນຍາທີ່ຈະເຮັດບາງສິ່ງ ຍັງອະທິບາຍໄດ້ວ່າເປັນການ "ຮັບມອບໝາຍ" ທີ່ຈະເຮັດສິ່ງນັ້ນ.
  • ຄຳວ່າ "ມອບ" ງານບາງຢ່າງໃຫ້ກັບຄົນບາງຄົນ ໝາຍເຖິງການມອບໝາຍງານແກ່ຄົນນັ້ນ. ຕົວຢ່າງເຊັ່ນ, ໃນ 2 ໂກຣິນໂທ ໂປໂລບອກວ່າພຣະເຈົ້າໄດ້ຊົງ "ມອບ" (ຫຼື "ປະທານ") ພັນທະກິດໃຫ້ແກ່ເຮົາໃນການຊ່ວຍຜູ້ຄົນໃຫ້ຄືນດີກັບພຣະເຈົ້າ.
  • ຄຳວ່າ "ມອບ" ແລະ "ຮັບມອບ" ມັກຈະໝາຍເຖິງການເຮັດຜິດບາງຢ່າງດ້ວຍ ຢ່າງເຊັ່ນ "ການທຳບາບ" ຫຼື "ການລ່ວງປະເວນີ" ຫຼື "ການເປັນຄາດຕະກອນ."
  • ການອະທິບາຍ "ມອບໝາຍງານໃຫ້ກັບເຂົາ" ສາມາດແປໄດ້ວ່າ "ໃຫ້ງານນັ້ນແກ່ເຂົາ" ຫຼື "ມອບໝາຍງານນັ້ນໃຫ້ກັບເຂົາ."
  • ຄຳວ່າ "ການມອບໝາຍ" ສາມາດແປໄດ້ວ່າ "ງານທີ່ມອບໃຫ້

ຫຼື " ສັນຍາທີ່ໄດ້ທຳໄວ້.


ມອບໝາຍ, ຈັດໃຫ້, ໄດ້ກຳໜົດໃຫ້

ນິຍາມ

ຄຳວ່າ " ມອບໝາຍ " ຫລື " ໄດ້ກຳນົດໃຫ້ " ເວົ້າເຖິງການແຕ່ງຕັ້ງບາງຄົນໃຫ້ເຮັດວຽກພິເສດບາງຢ່າງ.

  • ຜູ້ເຜີຍພຣະວັດຈະນະ ຊາມູເອນໄດ້ບອກໃຫ້ກະສັດຊາອູນໄວ້ລ່ວງໜ້າວ່າໃຫ້.
  • "ກຳນົດ " ຊາຍສະກັນທີ່ດີທີ່ສຸດຂອງອິສະຣາເອນໃຫ້ຮັບໃຊ້ໃນກອງທັບ.
  • ໂມເຊ " ກຳໜົດໃຫ້ " ແຕ່ລະຝ່າຍໃນສິບສອງເຜົ່າຂອງອິສະຣາເອນໄດ້ຮັບສ່ວນແບ່ງທີ່ດິນໃນແຜ່ນດິນການາອານເພື່ອພວກເຂົາຈະໄດ້ອາໃສຢູ່.
  • ພາຍໃຕ້ພຣະບັນຍັດຂອງພັນທະສັນຍາເດີມ ບາງເຜົ່າຂອງອິສະຣາເອນໄດ້ຖືກກຳນົດໄວ້ຮັບໃຊ້ໃນຖານະປະໂລຫິດ ຜູ້ຊ່ຽວຊານທາງດ້ານສິລະປະ ນັກຮ້ອງ ແລຊ່າງກໍ່ສ້າງ.
  • ຄຳວ່າ " ມອບໝາຍ " ອາດຈະແປໄດ້ອີກວ່າ " ໃຫ້ " ຫລື " ແຕ່ງຕັ້ງ " ຫລື " ຖືກເລືອກໃຫ້ເຮັດໜ້າທີ່ຂອງ " ທັງນີ້ຂຶ້ນຢູ່ກັບກໍລະນີນັ້ນໆ.
  • ຄຳວ່າ " ໄດ້ມອບໝາຍ "ອາດຈະແປໄດ້ອີກວ່າ " ໄດ້ແຕ່ງຕັ້ງ " ຫລື " ໄດ້ມອບໝາຍໜ້າທີ່ໃຫ້. "

ມ້າ

ນິຍາມ

ມ້າຄືສັດສີ່ຂາ, ຂະໜາດໃຫຍ່ທີ່ໃນສະໄໝພຣະຄຳພີຖືກໃຊ້ໃນການເຮັດສວນແລະຂົນສົ່ງຜູ້ຄົນ.

  • ມ້າບາງໂຕຖືກໃຊ້ໃນການລາກກວຽນຫລືລົດມ້າເສີກ, ໃນຂະນະທີ່ໂຕອື່ນໆຖືກໃຊ້ໃນການບັນທຸກຄົນຂີ່ແຕ່ລະຄົນ.
  • ມ້າມັກຈະມີບັງຫຽນໄວ້ເທິງຫົວຂອງພວກມັນເພື່ອຈະສາມາດຄວບຄຸມພວກມັນໄດ້.
  • ໃນພຣະຄຳພີ, ຈະຖືວ່າມ້າເປັນຊັບສົມບັດທີ່ມີຄ່າແລະເປັນສິ່ງທີ່ຊີ້ວັດຄວາມລ້ຳລວຍ, ເພາະວ່າມັນຖືກໃຊ້ໃນສົງຄາມເປັນຫລັກ. ຍົກຕົວຢ່າງເຊັ່ນ ກະສັດໂຊໂລໂມນມີມ້າຫລາຍພັນໂຕແລະລົດມ້າເສິກຈຳນວນຫລວງຫລາຍ.
  • ສັດທີ່ຄ້າຍກັບມ້າຄື ລາແລະລໍ.

ມີຊື່ສຽງ, ຜູ້ມີຊື່ສຽງ

ນິຍາມ

ຄຳວ່າ“ ຜູ້ມີຊື່ສຽງ” ໝາຍເຖິງການມີຊື່ສຽງແລະມີຊື່ສຽງທີ່ໜ້າ ຊົມເຊີຍ.

  • ບຸກຄົນ"ທີ່ມີຊື່ສຽງ"ແມ່ນຄົນທີ່ມີຊື່ສຽງແລະມີຄວາມນັບຖືສູງ.
  • "ຄຳວ່າຊື່ສຽງ" ໂດຍສະເພາະແມ່ນ ໝາຍ ເຖິງຊື່ສຽງທີ່ດີເຊິ່ງເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງໃນໄລຍະເວລາດົນນານ.
  • ເມືອງທີ່ມີຊື່ສຽງວ່າ "ມີຊື່ສຽງ" ມັກຈະມີຊື່ສຽງຍ້ອນຄວາມຮັ່ງມີແລະຄວາມຈະເລີນຮຸ່ງເຮືອງ.

ຄຳແນະນຳໃນການແປ

  • ຄຳທີ່ວ່າ "ການມີຊື່ສຽງ" ຍັງສາມາດຖືກແປວ່າ "ຊື່ສຽງ" ຫລື "ຊື່ສຽງທີ່ນັບຖື" ຫຼື "ຄວາມຍິ່ງໃຫຍ່ເຊິ່ງເປັນທີ່ຮູ້ຈັກຂອງຄົນຫຼາຍໆຄົນ."
  • ຄຳ ວ່າ "ທີ່ມີຊື່ສຽງ" ຍັງສາມາດແປເປັນ "ທີ່ມີຊື່ສຽງແລະມີກຽດຕິຍົດສູງ" ຫຼື "ມີຊື່ສຽງທີ່ດີເລີດ."
  • ຄຳເວົ້າທີ່ວ່າ "ຂໍໃຫ້ຊື່ຂອງພຣະຜູ້ເປັນເຈົ້າຈົ່ງມີຊື່ສຽງໃນອິສະຣາເອນ" ສາມາດແປເປັນ "ຊື່ຂອງພຣະຜູ້ເປັນເຈົ້າໃຫ້ເປັນທີ່ຮູ້ຈັກແລະໃຫ້ກຽດແກ່ຊາວອິສະຣາເອນ."
  • ປະໂຫຍກທີ່ວ່າ, "ຜູ້ຊາຍທີ່ມີຊື່ສຽງ" ສາມາດຖືກແປເປັນ, "ຜູ້ຊາຍທີ່ມີຊື່ສຽງຍ້ອນຄວາມກ້າຫານຂອງພວກເຂົາ" ຫຼື "ນັກຮົບທີ່ມີຊື່ສຽງ" ຫຼື "ຜູ້ຊາຍທີ່ມີຊື່ສຽງສູງ."
  • ສຳນວນທີ່ວ່າ "ຊື່ສຽງຂອງທ່ານທີ່ມີຊື່ສຽງຕະຫຼອດທຸກຮຸ້ນຄົນ" ສາມາດແປເປັນ "ຕະຫຼອດປີທີ່ຜູ້ຄົນຈະໄດ້ຍິນກ່ຽວກັບຄວາມຍິ່ງໃຫຍ່ຂອງທ່ານ" ຫຼື "ຄວາມຍິ່ງໃຫຍ່ຂອງທ່ານໄດ້ຖືກເຫັນແລະໄດ້ຍິນຈາກຄົນໃນທຸກໆຮຸ້ນ."

ມີເລ້ຫລຽ່ມ

ນິຍາມ

ຄຳວ່າ "ມີເລ້ຫລ່ຽມ" ອະທິບາຍເຖິງບຸກຄົນທີ່ມີປັນຍາ ສະຫລຽວສະຫລາດ, ໂດຍສະເພາະທາງພາກປະຕິບັດ.

  • ຫລາຍຄັ້ງທີ່ຄຳວ່າ "ມີເລ້ຫລ່ຽມ" ມີຄວາມໝາຍບາງສ່ວນທີ່ເປັນແງ່ລົບ ເພາະຄຳນີ້ມັກລວມເຖິງການເຫັນແກ່ໂຕ.
  • ຄົນມີເລ້ຫລ່ຽມມັກເນັ້ນໄປທີ່ການຊ່ວຍເຫລືອໂຕເອງ, ບໍ່ສົນໃຈຜູ້ອື່ນ.
  • ວິທີອື່ນທີ່ຈະແປຄຳນີ້ສາມາດລວມຄຳວ່າ "ເຈົ້າເລ້" ຫລື "ເຈົ້າມານຍາ" ຫລື "ຫລັກແຫລມ" ຫລື "ສະຫລາດ," ຂຶ້ນຢູ່ກັບສະຖານະການ.

ມື, ມືຂວາ, ສົ່ງມອບໃຫ້

ນິຍາມ

ມີວິທີອຸປະມາອຸປະໄມຫລາຍຢ່າງທີ່ "ມື" ຖືກໃຊ້ໃນພຣະຄຳພີ:

  • ຄໍາວ່າ "ສົ່ງມອບໃຫ້" ບາງສິ່ງແກ່ບາງຄົນໝາຍເຖິງການວາງບາງສິ່ງໃນມືຂອງບຸກຄົນ.
  • ຄຳວ່າ "ສົ່ງໃຫ້" ມັກຈະຖືກໃຊ້ໃນການອ້າງອີງເຖິງຣິດອຳນາດແລະການກະທຳຂອງພຣະເຈົ້າເຊັ່ນວ່າ ເມື່ອພຣະເຈົ້າກ່າວວ່າ "ມືຂອງເຮົາບໍ່ໄດ້ສ້າງ

ສິ່ງທັງໝົດເຫລົ່ານີ້ຫລື ? " (ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metonymy)

  • ຄຳກ່າວ "ສົ່ງມອບໃຫ້" ຫລື "ມອບໄວ້ໃນມືຂອງ" ອ້າງເຖິງການເຮັດໃຫ້ບາງຄົນທີ່ຢູ່ພາຍໃຕ້ການຄວບຄຸມຫລືອຳນາດຂອງຄົນອື່ນ.
  • ການວາງມືເທິງຄົນໜຶ່ງຫລາຍຄັ້ງໄດ້ເຮັດໃນຂະນະທີ່ອວຍພອນເໜືອບຸກຄົນນັ້ນ.
  • ຄຳວ່າ "ວາງມື" ອ້າງເຖິງການວາງມືເທິງບຸກຄົນເພື່ອທີ່ຈະມອບໝາຍໃຫ້ບຸກຄົນນັ້ນໃນການຮັບໃຊ້ງານຂອງພຣະເຈົ້າ ຫລື ອະທິຖານເພື່ອສຳລັບການຮັກສາໂຣກ.
  • ການໃຊ້ຄຳວ່າ " ມື" ໃນຄໍາອຸປະມາອຸປະໄມອື່ນໆລວມເຖິງ:
  • "ວາງມືຂ້າງເທິງ" ໝາຍເຖິງ "ບຸກຄົນທີ່ເຮັດຜິດບາບ."
  • ການ "ຊ່ວຍເຫລືອໃຫ້ພົ້ນຈາກມືຂອງ" ໝາຍເຖິງການຢຸດບາງຄົນຈາກການເຮັດຜິດແກ່ຄົນອື່ນ.
  • ການ "ຢູ່ໃກ້ມື" ໝາຍເຖິງການ "ຢູ່ໃກ້ໆ."
  • ຕຳແໜ່ງຂອງການຢູ່ທີ່ "ມືຂວາ" ໝາຍເຖິງ "ຢູ່ທີ່ເບື້ອງຂວາ" ຫລື "ຂ້າງຂວາ."
  • ຄຳວ່າ "ໂດຍມືຂວາ" ບາງຄົນໝາຍເຖິງ "ໂດຍ" ຫລື "ຜ່ານທາງ" ການກະທຳຂອງຄົນນັ້ນ ຍົກຕົວຢ່າງເຊັ່ນ, "ໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ" ໝາຍເຖິງວ່າອົງພຣະຜູ້ເປັນເຈົ້າຊົງກະທຳໃຫ້ບາງສິ່ງເກີດຂຶ້ນ.
  • ເມື່ອໂປໂລກ່າວວ່າ "ຂຽນໂດຍມືຂອງຂ້າພະເຈົ້າ," ໝາຍຄວາມວ່າສ່ວນນີ້ຂອງຈົດໝາຍຖືກຂຽນຂຶ້ນໂດຍທ່ານເອງ, ບໍ່ແມ່ນໃຫ້ຄົນອື່ນຂຽນຕາມຄໍາບອກ.

ຄໍາແນະນໍາໃນການແປ

  • ສໍານວນເຫລົ່ານີ້ແລະໂວຫານອື່ນໆ ສາມາດແປໂດຍການໃຊ້ສໍານວນອຸປະມາອຸປະໄມອື່ນໆທີ່ມີຄວາມໝາຍດຽວກັນ. ຫລືຄວາມໝາຍສາມາດຖືກແປໂດຍການໃຊ້ພາສາ, ຕາມຕົວອັກສອນ

ມົງກຸດ,ສວມມົງກຸດ

ນິຍາມ

ມົງກຸດເປັນຂອງຕົກແຕ່ງ ໝວກຊົງກົມໃສ່ເທິງຫົວຂອງພວກຜູ້ປົກຄອງ ເຊັ່ນພວກກະສັດແລະຣາຊີນີ ຄຳວ່າ "ສວມມົງກຸດ" ໝາຍເຖິງການສວມມົງກຸດເທິງຫົວຂອງໃຜບາງຄົນ ປຽບທຽບໝາຍເຖິງ"ເພື່ອເປັນກຽດ"

  • ມົງກຸດມັກຈະເຮັດດ້ວຍທອງຄຳ ຫຼື ເງິນ ແລະອັນຍະມະນີລ້ຳຄ່າເຊັ່ນ ພວກມໍຣະກົດແລະທັບທິມ
  • ມົງກຸດມີວັດຖຸປະສົງເພື່ອເປັນສັນຍາລັກ ຂອງອຳນາດແລະ

ຄວາມມັ່ງຄັ້ງຂອງກະສັດ.

  • ຕົງກັນຂ້າມມົງກຸດທີ່ທຳຈາກກິ່ງກ້ານໜ້າມ ທີ່ທະຫານໂຣມ

ສວມໃສ່ໄວ້ເທິງຫົວຂອງພຣະເຢຊູ ມີຈຸດປະສົງເພື່ອເຢາະເຢີ້ຍ ແລະທຳລາຍພຣະອົງ.

  • ໃນສະໄໝບູຮານ ຜູ້ຊະນະການແຂ່ງຂັນກິລາ ຈະໄດ້ຮັບມົງ

ກຸດທີ່ເຮັດຈາກກິ່ງໝາກກອກ ອັກຄະສາວົກ ໂປໂລ ກ່າວເຖີງມົງກຸດນີ້ ໃນຈົດໝາຍສະບັບທີສອງຂອງທ່ານເຖິງ ຕີໂມທຽວ

  • ໃຊ້ໃນການປຽບທຽບ "ສວມມົງກຸດ" ໝາຍເຖິງການໃຫ້ກຽດບາງຄົນ ເຮົາເຄົາຣົບພຣະເຈົ້າດ້ວຍການເຊື່ອຟັງແລະສັນລະເສີນພຣະອົງ ຕໍ່ຜູ້ອື່ນ ນີ້ເປັນເໝືອນການສວມມົງກຸດໃຫ້ພຣະອົງແລະຍອມຮັບວ່າ ພຣະອົງເປັນກະສັດ.
  • ໂປໂລເອີ້ນບັນດາເພື່ອນຮ່ວມຄວາມເຊື່ອຂອງທ່ານວ່າ

" ຊົມຊື່ນຍິນດີແລະສວມມົງກຸດ" ໃນຄຳກ່າວນີ້ "ມົງກຸດ"ຖືກໃຊ້ເພື່ອປຽບທຽບ ໝາຍເຖິງວ່າ ໂປໂລ ໄດ້ມີຄວາມສຸກແລະໄດ້ຮັບກຽດຢ່າງສູງໂດຍວິທີທີ່ບັນດາຜູ້ເຊື່ອເຫຼົ່ານີ້ ຍັງຄົງຢຶດຫມັ້ນໃນການຮັບໃຊ້ພຣະເຈົ້າ.

  • ເມື່ອໃຊ້ໃນການປຽບທຽບ "ມົງກຸດ" ອາດແປເປັນ"ລາງວັນ" ຫຼື"ກຽດ" ຫຼື " ສິ່ງທີ່ຕອບແທນ"ກໍໄດ້ .
  • ການໃຊ້ ໃນທຳນອງປຽບທຽບ"ສວມມົງກຸດ"ອາດແປວ່າ

"ໃຫ້ກຽດ"ຫຼື "ຕົກແຕ່ງ"

  • ຖ້າບຸກຄົນໃດໄດ້ "ຖືກສວມມົງກຸດ" ນີ້ອາດແປວ່າ "ມົງກຸດ

ຖືກສວມເທິງຫົວຂອງເຂົາ" .

  • ຄຳກ່າວວ່າ "ເຂົາໄດ້ຮັບການສວມມົງກຸດດ້ວຍສະຫງ່າລາສີ

ແລະກຽດຕິຍົດ" ສາມາດແປໄດ້ວ່າ "ພຣະສະຫງ່າລາສີແລະກຽດຕິຍົດ" ໄດ້ມອບໃຫ້ແກ່ເຂົາ" ຫຼື "ເຂົາໄດ້ຮັບສະຫງ່າລາສີແລະກຽດຕິຍົດ"


ມົດລູກ, ພົກລູກ

ນິຍາມ

ຄຳວ່າ "ມົດລູກ" ໝາຍເຖິງບ່ອນທີ່ເດັກນ້ອຍເຕີບໂຕພາຍໃນຄັນຂອງມານດາ.

  • ນີ້ຄືຄຳສັບເກົ່າບູຮານ ຊຶ່ງບາງຄັ້ງໃຊເວົ້າຄຳນີ້ເພື່ອຄວາມສຸພາບແລະບໍ່ໄດ້ເວົ້າຕົງໆ (ເບິ່ງ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-euphemism)
  • ຄຳສັບໃໝ່ສຳລັບມົດລູກ ຄື "ມົດລູກ"
  • ບາງພາສາໃຊ້ຄຳເວົ້າວ່າ "ທ້ອງ" ເພື່ອໝາຍເຖີງຄັນຂອງຜູ້ຍິງ ຫຼືມົດລູກ.
  • ໃຫ້ໃຊ້ຄຳນີ້ໃນພາສາເກົ່າໝາຍ ເຖິງເປັນທີ່ຮູ້ຈັກກັນດີເປັນທໍາມະຊາດແລະເປັນທີ່ຍອມຮັບ.

ມົນທິນ

ນິຍາມ

ຄຳວ່າ“ ຄວາມມົນທິນ” ໝາຍເຖິງຄວາມບົກຜ່ອງທາງຮ່າງກາຍຫລືຄວາມບໍ່ສົມບູນແບບຕໍ່ສັດຫລືຄົນ. ມັນຍັງສາມາດໃຫ້ໝາຍ ເຖິງຄວາມບໍ່ສົມບູນທາງວິນຍານແລະຄວາມຜິດຂອງຄົນເຮົາ.

  • ສຳລັບການເສຍສະລະບາງຢ່າງ, ພຣະເຈົ້າໄດ້ແນະ ນຳຊາວອິດສະລາແອນໃຫ້ນຳສັດທີ່ບໍ່ມີຂໍ້ບົກພ່ອງຫລືມີຂໍ້ບົກຜ່ອງມາຖວາຍ.
  • ຜູ້ທີ່ເຊື່ອໃນພຣະຄຣິດໄດ້ຖືກຊຳລະລ້າງຈາກບາບຂອງພວກເຂົາໂດຍພຣະໂລຫິດຂອງພຣະອົງແລະຖືວ່າບໍ່ມີມົນທິນ.
  • ວິທີການແປ ຄຳສັບນີ້ອາດປະກອບມີ, "ຄວາມບົກຜ່ອງ" ຫລື "ຄວາມບໍ່ສົມບູນແບບ" ຫລື "ບາບ," ຂື້ນກັບສະພາບການ.

​ມົນ​ທີນ, ເຮັດ​ໃຫ້​ເປັນ​ມົນ​ທີນ

ນິຍາມ

​ຄຳ​ວາ “ມົນ​ທີນ“ ແລະ “ຖຶກ​ເຮັດ​ໃ​ຫ້ ເປັນ​ມົນ​ທີນ“ ກ່າວ​ເຖີງ​ການ​ເປິະເປື້ອນ​ຫ​ລື​ສົກ​ກະປົກ ບາງ​ສິ່ງ​ອາ​ດ​ເປັນ​​ມົນ​ທິນ​ໃນ​ຄວາມ​ຮູ້​ສຶກ​ທາງ​ຮ່າງກາຍ ສີນ​ທັມ​ ຫລື​ທາງ​ພິ​ທີ​ກຳ.

  • ພ​ຣະ​ເຈົ້າ​ໄດ້​ຊົງ​ເຕືອນ​ຊາວອິດສະຣາເອນບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນ​ມົນ​ທິນ ດ້ວຍ​ການ​ກິນ ຫລື​ແຕະ​ຕ້ອງ​ສິ່ງ​ຕ່າງໆ ທີ່​ເຂົາ​ປະ​ກາດ​ວ່າເປັນ “ ບໍ່​ສ​ອາດ“

ແລະ “ບໍ່​ບໍຣິ​ສຸດ“.

  • ບາງ​ສິ່ງ​ໂດຍ​ສະ​ເພາະ ເຊັ່ນສົບຄົນ​ຕາຍ ແລະ​ໂລກ​ຕິດ​ຕໍ່ທີ່​ຖຶກ​ປະ​ກາດ​ວ່າ ໂດຍ ພ​ຣະ​ເຈົ້າ​ໃຫ້​ເປັນ​ມົນ​ທີນ ແລະ​ຈ​ະ​ເຮັດ​ໃຫ້​ຄົນ​ເປັນ​ມົນ​ທີນ ຖ້າ​ພວກ​ເຂົາ​ສຳ​ພັດ​ກັບ​ມັນ.
  • ພຣະເຈົ້າສັ່ງໃຫ້ຊາວອິດສະຣາເອນຫລີກລ່ຽງບາບທາງເພດ. ສິ່ງເຫລົ່ານີ້ຈະເຮັດໃຫ້ພວກເຂົາເປັນມົນທິນແລະເຮັດໃຫ້ພວກເຂົາບໍ່ເປັນທີ່ຍອມຮັບຕໍ່ພຣະເຈົ້າ.
  • ນອກຈາກນີ້ຍັງມີຂະບວນການທາງຮ່າງກາຍທີ່ເຮັດໃຫ້ຄົນເປັນມົນທິນຊົ່ວຄາວຈົນກວ່າເຂົາຈະກາຍເປັນຄົນບໍຣິສຸດອີກ
  • ໃນພຣະຄຳພີໃຫມ່, ພຣະເຢຊູເຈົ້າໄດ້ສອນວ່າຄວາມຄິດແລະການກະທຳທີ່ເຮັດໃຫ້ຜິດບາບແມ່ນສິ່ງທີ່ເຮັດໃຫ້ມະນຸດເປັນມົນທິນແທ້ໆ.

ຄຳແນະນຳ ໃນການແປ

  • ຄຳວ່າ “ມົນທິນ“ ຍັງສາມາດແປໄດ້ວ່າ “ສາເຫດທີ່ເຮັດໃຫ້ບໍ່ສະອາດ“ ຫລື “ສາເຫດທີ່ເຮັດໃຫ້ບໍ່ຊອບທຳ“ ຫລື “ສາເຫດທີ່ເຮັດໃຫ້ບໍ່ສາມາດຍອມຮັບໄດ້.
  • “ເປັນມົນທິນ“ ຍັງສາມາດແປໄດ້ວ່າ “ກາຍເປັນບໍ່ສະອາດ“ ຫລື “ເປັນສາເຫດເຮັດໃຫ້ບໍ່ເປັນທີ່ຍອມຮັບທາບດ້ານສິນທຳ.“

ເມຍນ້ອຍ

ນິຍາມ

ເມຍນ້ອຍເປັນຜູ້ຍິງທີ່ເປັັນເມຍຄົນທີສອງຂອງຜູ້ຊາຍທີ່ມີເມຍແລ້ວ ເມຍນ້ອຍມັກຈະບໍ່ໄດ້ແຕ່ງງານກັບຜູ້ຊາຍຄົນນັ້ນຢ່າງຖືກຕ້ອງຕາມກົດໝາຍ.

  • ໃນພັນທະສັນຍາເດີມ, ເມຍນ້ອຍມັກຈະເປັນທາດຍິງ.
  • ເມຍນ້ອຍໄດ້ມາໂດຍການຊື້, ໂດຍການຄອບຄອງທາງທະຫານ, ຫລຼືການຈ່າຍໜີ້.
  • ສຳລັບກະສັດ, ການມີສະໜົມຫລາຍຄົນ ເປັນເຄື່ອງໝາຍຂອງການມີອຳນາດ.
  • ພັນທະສັນຍາໃໝ່ສອນວ່າ ການມີເມຍນ້ອຍເປັນການຂັດຕໍ່ພຣະປະສົງຂອງພຣະເຈົ້າ.

ເມັດເຂົ້າ

ນິຍາມ

ຄຳວ່າ"ເມັດເຂົ້າ"ໂດຍປົກກະຕິອ້າງເຖິງເມັດຂອງພືດເຊັ່ນເຂົ້າສາລີ,ບາເລ, ຂ້າວໂພດ, ລູກເດືອຍຫລືເຂົ້າ.ແລະຍັງອ້າງເຖິງຕົ້ນເຂົ້າດ້ວຍ.

  • ໃນພຣະຄັມພີ,ເມັດເຂົ້າຫລັກໆ ທີ່ມັກອ້າງເຖິງຄືເຂົ້າສາລີແລະບາເລ.
  • ຫົວຂໍ້ເມັດເຂົ້າເປັນສ່ວນນຶ່ງຂອງຕົ້ນພືດທີ່ຖືເມັດເຂົ້າໃນນັ້ນ.
  • ໝາຍເຫດໃນພຣະຄັມພີສະບັບເກົ່າໆບາງສະບັບໃຊ້ຄຳວ່າ"ເຂົ້າໂພດ"ເພື່ອອ້າງເຖິງທັນຍະພືດທົ່ວໄປ. ຢ່າງໃດກໍຕາມໃນພາສາອັງກິດສະໄໝໃໝ່,"ເຂົ້າໂພດ"ອ້າງເຖິງເມັດພືດພຽງຊະນິດດຽວ.

ເມັດພືດ, ນ້ຳເຊຶ້ອ

ນິຍາມ

ແກ່ນແມ່ນສ່ວນໜຶ່ງຂອງຕົ້ນໄມ້ທີ່ປູກຢູ່ໃນພື້ນດິນເພື່ອຂະຫຍາຍພັນຕົ້ນໄມ້ຊະນິດດຽວກັນໃຫ້ຫຼາຍ. ມັນຍັງມີຄວາມໝາຍຫລາຍໆຮູບແບບດ້ວຍ.

  • ຄຳວ່າ“ ເມັດພຶດ” ຖືກໃຊ້ເປັນຕົວເລກແລະອີເລັກໂທຣນິກເພື່ອໝາຍ ເຖິງຈຸລັງນ້ອຍໆທີ່ຢູ່ພາຍໃນຜູ້ຊາຍຫລືຜູ້ຍິງທີ່ປະສົມປະສານເຮັດໃຫ້ເດັກນ້ອຍເຕີບໃຫຍ່ຢູ່ພາຍໃນແມ່ຍິງ, ນີ້ເອີ້ນວ່ານໍ້າເຊື້ອ.
  • ກ່ຽວຂ້ອງກັບເລື່ອງນີ້, "ແນວພຶດ" ຍັງຖືກນຳໃຊ້ເພື່ອໝາຍເຖິງລູກຫລານຫລືເຊື້ອສາຍຂອງຄົນເຮົາ.
  • ຄຳສັບນີ້ມັກຈະມີຄວາມໝາຍຫລາຍພາສາ, ໂດຍອ້າງອີງໃສ່ຫລາຍເມັດຫລືຫລາຍກວ່າເຊື້ອສາຍໜຶ່ງ.
  • ໃນຄຳອຸປະມາເລື່ອງຊາວນາທີ່ປູກເມັດພືດ, ພຣະເຢຊູປຽບທຽບເມັດພືດກັບ ພຣະຄຳຂອງພຣະເຈົ້າທີ່ຖືກປູກໄວ້ໃນຫົວໃຈຂອງຄົນເພື່ອໃຫ້ເກີດໝາກຜົນທາງຈິດວິນຍານທີ່ດີ.
  • ອັກຄະສາວົກໂປໂລຍັງໃຊ້ ຄຳວ່າ“ ເຊື້ອສາຍ” ເພື່ອກ່າວເຖິງພຣະຄຳຂອງພຣະເຈົ້າ.

ຄຳແນະນຳໃນການແປ

  • ສຳລັບແນວພືດທີ່ໃຊ້ໃນການຮຽນຫນັງສື, ມັນດີທີ່ສຸດທີ່ຈະໃຊ້ ຄຳສັບທີ່ "ເມັດພຶດ" ທີ່ຖືກໃຊ້ເປັນເປົ້າໝາຍສຳລັບສິ່ງທີ່ຊາວນາປູກໃນນາຂອງລາວ.
  • ຄຳທີ່ໃຊ້ໃນຕົວຈິງຄວນໃຊ້ໃນສະພາບການເຊິ່ງມັນໝາຍເຖິງພຣະຄຳຂອງພະເຈົ້າ.
  • ສຳລັບການໃຊ້ຕົວເລກທີ່ໝາຍເຖິງຄົນທີ່ມີເຊື້ອສາຍທີມີຄອບຄົວດຽວກັນ, ມັນອາດຈະແຈ້ງກວ່າທີ່ຈະໃຊ້ ຄຳວ່າເຊື້ອສາຍພັນ. ບາງພາສາອາດຈະມີຄຳທີ່ມີຄວາມໝາຍວ່າ "ເດັກນ້ອຍແລະຫລານ."
  • ສຳລັບ "ແນວພັນ" ຂອງຜູ້ຊາຍຫຼືຜູ້ຍີງ,ໃຫ້ພິຈາລະນາວິທີການເປົ້າ ໝາຍດັ່ງກ່າວສະແດງອອກໃນທາງທີ່ຈະບໍ່ເຮັດໃຫ້ຄົນອື່ນເຄື້ອງໃຈຫຼືອາຍ.

ເມົາເຫລົ້າ,ຄົນຂີ້ເຫລົ້າ

ນິຍາມ

ຄຳວ່າ "ເມົາເຫລົ້າ" ຫມາຍເຖີງການມືນເມົາ ຈາກການດື່ມ ເຫລົ້າ ຫລາຍເກີນໄປ.

  • "ຄົນຂີ້ເຫລົ້າ" ເປັນຄົນທີ່ມັກເມົາເຫລົ້າ ຄົນປະເພດນີ້ ອາດເອີ້ນວ່າ "ໂຣກພິດເຫລົ້າທີ່ເປັນມາດົນ" ດ້ວຍເຊັ່ນກັນ.
  • ພຣະຄັມພີ ບອກຜູ້ເຊື່ອ ບໍ່ໃຫ້ ເມົາດ້ວຍເຄື່ອງດື່ມ ທີ່ມີເຊື້ອເຫລົ້າ ແຕ່ຕອ້ງຄວບຄຸມ ໂດຍພຣະວິນຍານ ບໍຣິສຸດຂອງພຣະເຈົ້າ.
  • ພຣະຄັມພີ ສອນວ່າ ຄວາມມືນເມົາ ບໍ່ສະຫລາດ ແລະມີອິດທິພົນ ຕໍ່ບຸກຄົນ ໃຫ້ທຳບາບ ທາງໃດທາງຫນຶ່ງດ້ວຍ.
  • ອີກວິທີ ໃນການແປ "ເມົາເຫລົ້າ" ອາດລວມເຖີງ"ອາການບໍ່ມີສະຕິ" ຫລື "ອາການມືນເມົາ" ຫລື "ດື່ມທາດເຫລົ້າຫລາຍ

ເກີນໄປ"ຫລື "ເຕັມໄປດ້ວຍເຄື່ອງດື່ມທີ່ມັກໃວ້ດົນແລ້ວ"


ແມ່ພິມ

ນິຍາມ

ແມ່ພິມແມ່ນຊິ້ນສ່ວນທີ່ເຮັດດ້ວຍໄມ້, ໂລຫະ, ຫລືດິນໜຽວທີ່ຖືກນຳໃຊ້ເພື່ອປະດິດວັດຖຸສິ່ງຂອງອອກຈາກ ຄຳ, ເງິນ, ຫລືວັດຖຸອື່ນໆທີ່ສາມາດເຮັດໃຫ້ອ່ອນລົງແລະຈາກນັ້ນກໍ່ປະກອບເປັນຮູບຮ່າງໂດຍແມ່ພິມ.

  • ແມ່ພິມຖືກໃຊ້ເພື່ອເຮັດເຄື່ອງປະດັບ, ຖ້ວຍແລະເຄື່ອງໃຊ້ ສຳ ລັບກິນ ແລະ ສິ່ງອື່ນໆ.
  • ໃນພຣະຄັມພີ, ແມ່ພິມຖືກກ່າວເຖິງສ່ວນໃຫຍ່ກ່ຽວຂ້ອງກັບຮູບປັ້ນ ແມ່ພິມເພື່ອໃຊ້ເປັນຮູບປັ້ນພຣະປອມ.
  • ໂລຫະຕ້ອງໄດ້ຮັບການໃຫ້ຄວາມຮ້ອນກັບອຸນຫະພູມທີ່ສູງຫຼາຍເພື່ອໃຫ້ພວກມັນສາມາດເທລົງໃສ່ແມ່ພິມໄດ້.
  • ການປັ້ນບາງສິ່ງບາງຢ່າງ ໝາຍເຖິງການປະກອບວັດຖຸໃຫ້ເປັນຮູບຊົງຫລືຮູບຊົງຄ້າຍຄືກັນໂດຍການໃຊ້ແມ່ພິມຫລືມືເພື່ອປະກອບເປັນຮູບຊົງທີ່ແນ່ນອນ.

%ຄຳແນະນຳໃນການແປ

  • ຄຳສັບນີ້ຍັງສາມາດຖືກແປເປັນ, "ເພື່ອປະກອບ" ຫຼື "ສ້າງຮູບຮ່າງ" ຫຼື "ສ້າງ."
  • ຄຳວ່າ“ ປັ້ນ” ສາມາດແປເປັນ“ ຮູບຊົງ” ຫລື“ ສ້າງຕັ້ງຂຶ້ນ”.
  • ວັດຖຸ“ ແມ່ພິມ” ສາມາດແປເປັນຄຳເວົ້າຫລື ຄຳສັບທີ່ມີຄວາມໝາຍວ່າ“ ພາຊະນະທີ່ມີຮູບຊົງ” ຫຼື“ ຈານທີ່ໃຊ້ແກະສະຫຼັກ.”

ໄມ້ສົນສາມໃບ

ນິຍາມ

ຄຳວ່າ " ໄມ້ສົນສາມໃບ" ກ່າວເຖິງຕົ້ນສົນຊະນິດໜຶ່ງທີ່ອຸດົມສົມບູນໃນບໍຣິເວນທີ່ຜູ້ຄົນອາໃສຢູ່ໃນຍຸກຂອງພຣະຄຳພີໂດຍສະເພາະປະເທດທີ່ມີພົມແດນຕິດກັບທະເລເມດີເຕຣານເນ.

  • ໄຊປຣັດ ແລະເລບານອນເປັນສະຖານທີ່ສອງແຫ່ງທີ່ກ່າວເຖິງໃນພຣະຄຳພີວ່າມີຕົ້ນສົນສາມໃບຈຳນວນຫຼາຍ.
  • ໄມ້ທີ່ໂນອາໃຊ້ໃນການສ້າງເຮືອນັ້ນອາດເປັນໄມ້ສົນສາມໃບ.
  • ເນື່ອງຈາກໄມ້ສົນສາມໃບມີຄວາມທົນທານແລະໃຊ້ງານໄດ້ຍາວນານທເຮັດໃຫ້ຄົນບູຮານໃຊ້ສຳຫຼັບສ້າງເຮືອແລະງານໂຄງສ້າງອື່ນໆ.

ໄມ້ເທົ້າ

ນິຍາມ

ຄຳວ່າ ”ໄມ້ເທົ້າ”ແມ່ນອ້າງເຖິງໄມ້ທີ່ມີການປະດັບຫລືໄມ້ເທົ້າທີ່ຖືກຖືໂດຍພວກເຈົ້າຫນ້າທີທີ່ມີອຳນາດປົກຄອງເຊັ່ນ ກະສັດ

  • ໄມ້ເທົ້ານັ້ນດັ້ງເດີມແລ້ວເປັນກິ່ງຂອງໄມ້ທີ່ມີການແກະສະລັກແຕກຕ່າງ ຕໍ່ມາໄມ້ເທົ້າໄດ້ເຮັດດ້ວຍໂລຫະທີ່ມີຄ່າ ເຊັ່ນທອງຄຳ
  • ໄມ້ເທົ້າເປັນສັນຍາລັກຂອງຄວາມຈົ່ງຮັກພັກດີແລະອຳນາດຊື່ງເປັນສັນຍາລັກແຫ່ງກຽດແລະສັກສີທີ່ມີຄວາມກ່ຽວຂ້ອງກັບກະສັດ
  • ໃນພັນທະສັນຍາເດີມ ພຣະເຈົ້າໄດ້ຖືກເວົ້າເຖິງເຊັ່ນວ່າພຣະອົງຊົງມຮໄມ້ເທົ້າແຫ່ງຄວາມຊອບທຳ ນີ້ເປັນການກ່ຽວຂ້ອງກັບພຣະເຈົ້າຜູ້ຊົງປົກຄອງເໝືອນກະສັດປົກຄອງປະຊາຊົນຂອງພຣະອົງ
  • ຄຳທຳນວາຍໃນພັນທະສັນຍາເດີມອ້າງເຖິງພຣະເມຊີອາວ່າເປັນສັນຍາລັກຂອງໄມ້ເທົ້າທີ່ມາຈາກອິດສະຣາເອນທີ່ປົກຄອງເໜືອທຸກຊາດ
  • ນີ້ສາມາດແປວ່າ”ໄມ້ປົກຄອງ”ຫລື ”ໄມ້ຂອງກະສັດ”

ໄມ້ເທົ້າ

ນິຍາມ

ໄມ້ເທົ້າເປັນໄມ້ຍາວຫລືໄມ້ແທ່ງທີ່ຫລາຍເທື່ອ, ໃຊ້ໃນເປັນໄມ້ທີ່ຊ່ວຍໃນການຍ່າງ

  • ເມື່ອຢາໂຄບຊະລາລົງທ່ານເອງໃຊ້ໄມ້ເທົ້າ, ເພື່ອຊ່ວຍຕົວທ່ານໃນການຍ່າງ.
  • ພຣະເຈົ້າຊົງປ່ຽນໄມ້ເທົ້າຂອງໂມເຊໃຫ້ກລາຍເປັນງູເພື່ອສະແດງອຳນາດຂອງພຣະອົງໃຫ້ແກ່ຟາໂຣ.
  • ເຫລົ່າຄົນລ້ຽງແກະໃຊ້ໄມ້ເທົ້າໃນການຊ່ວຍນຳແກະຂອງພວກທ່ານເຊັ່ນກັນ ຫລືເພື່ອຊ່ວຍແກະເມື່ອມັນລົ້ມຫລືອອກນອກເສັ້ນທາງ.
  • ໄມ້ເ​ທົ້າຂອງຄົນລ້ຽງແກະ, ມີຂໍເທິງປາຍໄມ້ຊຶ່ງແຕກຕ່າງຈາກໄມ້ຂອງຄົນລ້ຽງແກະທີ່ກົງເພື່ອໃຊ້ຂ້າສັດຕ່າງໆ ທີ່ຈະມາເຮັດຮ້າຍຝູງແກະ.

ຢ່າງຕ່ຳຕ້ອຍ, ຄວາມຕ່ຳຕ້ອຍ

ນິຍາມ

ຄຳວ່າ " ຢ່າງຕ່ຳຕ້ອຍ " ແລະ " ຄວາມຕ່ຳຕ້ອຍ " ໝາຍເຖີງການເປັນຄົນຈົນ ແລະ ມີຖານະທີ່ຕ່ຳຕ້ອຍ ຄຳນີ້ສາມາດມີຄວາມໝາຍວ່າເປັນຄົນສາມັນ

  • ພຮະເຢຊູຊົງໄດ້ຖ່ອມຕົວລົງເພື່ອມີຖານະຕ່ຳຕ້ອຍໃນການເປັນມະນຸດ ແລະ ຮັບໃຊ້ຜູ້ອື່ນ
  • ການປະສູກຢ່າງຕ່່ຳຕ້ອຍເພາະພຣະອົງປະສູດໃນສະຖານະທີ່ທີ່ເປັນຄອກສັດບໍ່ແມ່ນໃນລາດສະວັງ
  • ການມີທັກສະນະຄະຕີທີ່ຕ່ຳຕ້ອຍນັ້ນກົງກັນຂ້າມກັບການເປັນຄົນຍິ່ງ
  • ວິທີແປຄຳວ່າ " ຢ່າງຕ່ຳຕ້ອຍ " ສາມາດລວມເຖີງ " ຖ່ອມໃຈ " ຫຼື " ຂອງສະຖານະທີ່ຕ່ຳ " ຫຼື " ບໍ່ສຳຄັນ"
  • ຄຳວ່າ " ຄວາມຕ່ຳຕ້ອຍ " ສາມາດແປວ່າ " ຄວາມຖ່ອມ " ຫຼື " ມີຄວາມສຳຄັນນ້ອຍ "

ຢຽບຢໍ່າ

ນິຍາມ

"ຢຽບຢ່ຳ" ໝາຍເຖິງການກ້າວໄປເຖິງບາງຢ່າງແລະບົດດ້ວຍຕີນສອງຂ້າງ. ຄຳນີ້ໃຊ້ໃຫ້ເຫັນພາບໃນພຣະຄໍາພີເພື່ອໝາຍເຖິງ "ການທຳລາຍ" ຫລື "ປາບປາມ" ຫລື "ຈີກໜ້າ."

  • ຕົວຢ່າງຂອງການ "ຢຽບຢ່ຳ" ຈະເປັນຢ່າງເຊັ່ນຄົນກຸ່ມໃຫຍ່ທີ່ແລ່ນຜ່ານທົ່ງຫຍ້າຈະ "ຢຽບຢ່ຳ" ຫຍ້າໃນທຸ່ງນາດ້ວຍຕີນຂອງພວກເຂົາ.
  • ໃນສະໄໝບູຮານ ເຫລົ້າອະງຸ່ນເຮັດໄດ້ໂດຍການຢຽບຢ່ຳຜົນອະງຸ່ນເພື່ອເອົານ້ຳຫມາກໄມ້ອອກມາ.
  • ບາງເທື່ອຄຳວ່າ "ຫຢຽບຢ່ຳ" ໃຊ້ໃຫ້ເຫັນພາບຄວາມຫມາຍຂອງການລົງໂທດຜູ້ອື່ນໂດຍການຫຢຽບຢ່ຳ, ປຽບທຽບກັບການຢຽບຢ່ຳໂຄນເພື່ອເຮັດລານນວດເຂົ້າ.
  • ຄຳວ່າ "ຢຽບຢ່ຳ" ໃຊ້ເພື່ອໃຫ້ເຫັນພາບເພື່ອສະແດງວ່າພຣະຢາເວຈະຊົງລົງໂທດປະຊາຊົນຂອງພຣະອົງສຳລັບຄວາມຍິ່ງຍະໂສແລະການກະບົດຢ່າງໃດ.
  • ວິທີອື່ນທີ່ "ການຢຽບຢ່ຳ" ຈະສາມາດແປໄດ້ລວມເຖິງ, "ບົດດ້ວຍຕີນ" ຫລືກະທືບດ້ວຍຕີນ" ຫລື "ຢຽບແລະບົດຂະຍີ້" ຫລື "ເຮັດໃຫ້ປົ່ນປີ້ເທິງພື້ນ."
  • ຂຶ້ນຢູ່ກັບບໍລິບົດ, ຄຳນີ້ສາມາດແປໂດຍບໍ່ຕ້ອງມີພາບປຽບເປັນຣູບຮ່າງເຊັ່ນ, "ທຳລາຍ" ຫລືປາບລົງ" ຫລື "ບົດຂະຍີ້" ຫລື "ລົງໂທດ" ຫລື"ປາບລົງຢ່າງສິ້ນເຊີງ.

ລອບຄອບ

ນິຍາມ

ຄຳວ່າ "ລອບຄອບ "ອະທິບາຍເຖິງບຸກຄົນຄົົນທີ່ຄິດຢ່າງຣະມັດຣະວັງກ່ຽວກັບການກະທຳຂອງທ່ານແລະຕັດສິນໃຈຢ່າງສະຫລາດ

  • ຫລາຍເທື່ອຄຳວ່າ "ລອບຄອບ" ອ້າງເຖິງຄວາມສາມາດໃນການຕັດສິນໃຈທີ່ຊານສະຫລາດກ່ຽວກັບສິ່ງທີ່ໃຊ້ໄດ້ຈິງໃນສະຖານະການທາງຮ່າງກາຍເຊັ່ນການຈັດການເລື່ອງເງີນຫລືເລື່ອງຊັບສິນ
  • ເຖິງວ່າ "ລອບຄອບ" ແລະ "ສະຕິປັນຍາ" ນັ້ນຈະມີຄວາມຫມາຍຄ້າຍກັນ ຫລາຍເທື່ອກັບຄຳວ່າ "ສະຕິປັນຍາ" ຈະເປັນເລື່ອງທັ່ວໄປຫລາຍກວ່າແລະເນັ້ນເລື່ອງຈິດວິນຍານຫລືເລື່ອງສິນລະທຳ
  • ຂຶ້ນຢູ່ກັບປະໂຫຍກທີ່ໃຊ້ ຄຳວ່າ"ລອບຄອບ"ອາດແປໄດ້ວ່າ "ຫຼັກແຫຼມ" ຫລື "ຣະມັດຣະວັງ" ຫລື "ສະຫລາດ"

ລະງັບ​ງຽບ

ນິຍາມ

ຄຳວ່າ " ດັບ" ເຊົາ ຫຼື ຢຸດບາງຢ່າງທີ່ເຫັນວ່າເຮົາພໍໃຈກັບສີ່ງນັ້ນ.

  • ຄຳວ່າ ດັບມັກໃຊ້ໃນການຫີວນ້ຳແລະຄວາມໝາຍວ່າເຊົາການຫີວໂດຍການດີ່ມບາງຢ່າງ.
  • ຄຳວ່າດັບກໍສາມາດໃຊ້ໄດ້ໃນຫ້າມດັບໄຟ.
  • ທັງສອງຢ່າງຫີວກະຫາຍຫຼືໄຟຈະດັບດ້ວຍ​ນ້ຳ
  • ໂປໂລໃຊ້ຄຳວ່າ " ດັບ" ເປັນການປຽບທຽບເມື່ອທ່ານສອນຜູ້ທີ່ເຊື່ອທັງຫຼາຍບໍ່ໃຫ໊ດັບພ​ຣະວິນຍານບໍຣິສຸດຊື່ງໝາຍເຖີງບໍ່ໃຫ້ທໍ້ໃຈຈາກການຍອມໃຫ້ພຣະວິນຍານເກີດຜົນແລະຂອງປະທານໃນຊີວິດຂອງພວກເຂົາ ດັບໝາຍເຖີງເຮັດບາງຢ່າງທີ່ຂັດກັບ ພຣະວິນບານບໍຣິສຸດຂອງການທຳງານໄດ້ແລະທຳງານຜ່ານບຸກຄົນ.

ລັດທິຢູດາຍ, ສາສະໜາຢິວ

ນິຍາມ

ຄຳວ່າ “ລັດທິຢູດາຍ“ ໝາຍເຖິງສາສະໜາທີ່ຊາວຢິວປະຕິບັດ. ແລະຍັງຖືກເອີ້ນວ່າ “ສາສະໜາຢິວ“

  • ໃນພຣະຄຳພີເດີມ, ນຳໃຊ້ຄຳວ່າ “ສາສະໜາຢິວ“ , ໃນຂະນະທີ່ຢູ່ໃນພຣະຄຳພີໃໝ່ນຳໃຊ້ຄຳວ່າ “ລັດທິຢິວ.“
  • ລັດທິຢູດາຍ ລວມທັງທຸກໆກົດບັນຍັດໃນພຣະຄຳພີເດີມແລະຄຳແນະນຳຕ່າງໆທີ່ພຣະເຈົ້າໄດ້ມອບໃຫ້ຊາວອິດສະຣາເອນໃຫ້ປະຕິບັດຕາມ. ແລະຍັງລວມທັງຮີດຄອງປະເພນີທີ່ໄດ້ຖືກເພິ່ມເຂົ້າໃນສາສະໜາຢິວໃນແຕ່ລະໄລຍະ.
  • ເມື່ອແປ, ຄຳວ່າ “ສາສະໜາຢິວ“ ຫລື “ສາສະໜາຂອງຊາວຢິວ“ ສາມາດນຳໃຊ້ທັງໃນພຣະຄຳພີເດີມແລະໃນພຣະຄຳພີໃໝ່.
  • ເຖິງຢ່າງໃດກໍ່ຕາມ, ຄຳວ່າ “ຢູດາຍ“ ຄວນຈະຖືກນຳໃຊ້ໃນພຣະຄຳພີໃໝ່ເທົ່າ​ນັ້ນ, ຍ້ອນວ່າຄຳສັບນັ້ນບໍ່ເຄີຍມີຢູ່ກ່ອນເວລານັ້ນ.

ລາ ລໍ

ນິຍາມ

ລາເປັນສັດໃຊ້ງານ ມີສີ່ຂາ ຄ້າຍກັບມ້າ ແຕ່ມີຂະຫນາດນອ້ຍ ກ່ວາ ແລະມີຫູຍາວກ່ວາ.

  • ລໍເປັນລູກທີ່ເກີດ ຈາກການປະສົມພັນ ລະຫວ່າງ ລາຕົວຜູ້ແລະມ້າຕົວເມຍ.
  • ລໍເປັນສັດທີ່ແຂງແຮງ ຫລາຍ ແລະເປັນສັດໃຊ້ງານທີ່ມີຄ່າຫລາຍ.
  • ທັງລາແລະລໍ ໃຊ້ເພື່ອບັນທຸກສິ່ງຂອງແລະຄົນ ໃນການເດີນທາງ .
  • ໃນສະໄຫມ ພຣະຄັມພີ ກະສັດຂີ່ລາ ໃນຍາມສະຫງົບສຸກ ແລະຂີ່ມ້າໃນເວລາສົງຄາມ..
  • ພຣະເຢຊູ ຂີ່ລາຫ່ນຸມ ເຂົ້າໄປໃນກຸງເຢຣູຊາເລັມ ຫນຶ່ງອາທິດ

ກອ່ນທີ່ ພຣະອົງຈະຖືກຄຶງທີ່ໃມ້ກາງແຂນ.


ລໍ້າຄ່າ

ນິຍາມ

ຄຳວ່າ ''ລໍ້າຄ່າ'' ອະທິບາຍເຖິງຄົນ ຫລື ສິ່ງຂອງທີ່ໄດ້ຮັບການພິຈາລະນາວ່າມີຄ່າຫລາຍ.

  • ຄຳວ່າ ''ຫີນລໍ້າຄ່າ'' ຫລື ''ອັນຍະມະນີລໍ້າຄ່າ''ອ້າງເຖິງກ້ອນຫິນແລະແຮ່ທາດທີ່ມີສີສັນ ຫລື ມີຄຸນນະພາບທີ່ແຕກຕ່າງອອກໄປທີ່ເຮັດໃຫ້ພວກມັນເບິ່ງງົດງາມ ຫລື ມີປະໂຫຍດ.
  • ຕົວຢ່າງຂອງຫີນລໍ້າຄ່າລວມໄປເຖິງເພັດ, ທັບທິມແລະມໍລະກົດ.
  • ທອງແລະເງິນເອີ້ນວ່າ ''ໂລຫະລໍໍ້າຄ່າ.''
  • ພຣະເຢໂຮວາເວົ້າວ່າ ປະຊາກອນຂອງພຣອົງນັ້ນ ''ລໍ້າຄ່າ'' ໃນສາຍພຣະເນດຂອງພຣະອົງ (ເອຊາຢາ 43:4).
  • ເປໂຕໄດ້ຂຽນໄວວ່າ ຄົນສຸພາບອ່ອນນ້ອມແລະຈິດວິນຍານທີ່ງຽບສະຫງົບມີຄ່າໃນສາຍພຣະເນດຂອງພຣະເຈົ້າ (1ເປໂຕ 3:4)ດ້ວຍ.
  • ຄຳນີ້ສາມາດແປໄດ້ອີກວ່າ, ''ມີຄ່າ'' ຫລື ''ເປັນທີ່ຮັກຫລາຍ'' ຫລື ''ຮັກແລະໃສ່ໃຈ'' ຫລື ''ມີມູນຄ່າສູງ.''

ລາງ​ວັນ

ນິຍາມ

ຄຳວ່າ“ ລາງວັນ” ໝາຍເຖິງສິ່ງທີ່ຄົນເຮົາໄດ້ຮັບຍ້ອນສິ່ງທີ່ລາວໄດ້ເຮັດ, ບໍ່ວ່າຈະເປັນສິ່ງທີ່ດີຫຼືບໍ່ດີ. "ໃຫ້ລາງວັນ" ຜູ້ໃດຜູ້ຫນຶ່ງແມ່ນການໃຫ້ບາງສິ່ງບາງຢ່າງທີ່ລາວສົມຄວນໄດ້ຮັບ.

  • ລາງວັນສາມາດເປັນສິ່ງທີ່ດີຫລືບອກທີ່ຄົນໄດ້ຮັບເພາະໄດ້ເຮັດສິ່ງທີ່ດີຫລືຍ້ອນວ່າລາວໄດ້ເຊື່ອຟັງພຣະເຈົ້າ.
  • ບາງຄັ້ງລາງວັນອາດ ໝາຍ ເຖິງສິ່ງທີ່ບໍ່ດີເຊິ່ງອາດຈະເປັນຜົນມາຈາກການປະພຶດທີ່ບໍ່ດີ, ເຊັ່ນວ່າ ຄຳວ່າ, "ລາງວັນຂອງຄົນຊົ່ວ". ໃນສະພາບການນີ້, "ລາງວັນ" ຫມາຍເຖິງການລົງໂທດຫຼືຜົນກະທົບທາງລົບຈາກການກະທໍາທີ່ມີບາບ.

ການແນະນຳໃນການແປ

  • ອີງຕາມສະພາບການ, ຄຳວ່າ "ລາງວັນ" ສາມາດຖືກແປເປັນ "ການຈ່າຍເງິນ" ຫລື "ບາງສິ່ງບາງຢ່າງທີ່ສົມຄວນ" ຫລື "ການລົງໂທດ."
  • "ເພື່ອໃຫ້ລາງວັນ" ຜູ້ໃດຜູ້ຫນຶ່ງສາມາດຖືກແປໂດຍ "ການຕອບແທນ" ຫລື "ການລົງໂທດ" ຫລື "ໃຫ້ສິ່ງທີ່ສົມຄວນ."
  • ຮັບປະກັນວ່າການແປ ຄຳສັບນີ້ບໍ່ໄດ້ໝາຍເຖິງຄ່າຈ້າງ. ລາງ ວັນບໍ່ແມ່ນໂດຍສະເພາະກ່ຽວກັບການຫາເງິນເຊິ່ງເປັນສ່ວນ ໜຶ່ງຂອງວຽກ.

ລາ​ຊີນີ

ນິຍາມ

  • ​ລາ​ຊີນີເປັນຜູ້ປົກຄອງທີ່ເປັນຜູ້ຍິງຫຼືຜູ້ແຕ່ງງານກັບກະສັດ.

ເອສະເທີ້ກາຍເປັນ​ລາ​ຊີນີແຫ່ງເປີເຊຍເມື່ອ​ລາວແຕ່ງງານກັບກະສັດ ອາຫາບ.

  • ​ລາ​ຊີ​ນີເຈຊີບຽວ ເປັນພັນລະຍາທີ່ຊົ່ວ​ຮ້າຍຂອງກະສັດ ອາຫາບ.
  • ​ລາ​ຊີ​ນີຂອງ ເຊບ້າ ເປັນຜູ້ປົກຄອງທີ່ມີຊື່ສຽງດີຜູ້ທີ່ໄດ້ມາຍ້ຽມກະສັດ ສະໂລໂມນ.
  • ຄຳວ່າ "​ລາ​ຊີ​ນີນີ ອາທາລິຍາ" ໝາຍເຖີງ ແມ່ຫຼືແມ່ເຖົ້າຂອງກະສັດທີ່ປົກຄອງຢູ່ຫຼືລາ​ຊີ​ນີນີຂອງກະສັດອົງກ່ອນ ແມ່ຂອງກະສັດມີອຳນາດທີ່ນຳຄົນໄປກາບໄຫ້ວຮູບເຄົາລົບທີ່ເຮົາເຫັນຕົວຢ່າງຂອງ ​ລາ​ຊີ​ນີນີ ອາທາລິຍາ.

ລາຍງານ

ນິຍາມ

ຄຳວ່າ "ລາຍງານ" ໝາຍເຖິງການບອກຄົນອື່ນກ່ຽວກັບບາງສິ່ງບາງຢ່າງທີ່ເກີດຂື້ນ, ມັກຈະໃຫ້ລາຍລະອຽດກ່ຽວກັບເຫດການນັ້ນ. ບົດລາຍງານສາມາດເວົ້າຫລືຂຽນໄດ້.

  • "ບົດລາຍງານ" ຍັງສາມາດແປເປັນ "ບອກ" ຫຼື "ອະທິບາຍ" ຫຼື "ບອກລາຍລະອຽດຂອງ."
  • ຄຳ ເວົ້າທີ່ວ່າ, "ລາຍງານນີ້ບໍ່ໃຫ້ໃຜ" ສາມາດແປເປັນ "ຢ່າເວົ້າກ່ຽວກັບເລື່ອງນີ້ກັບຜູ້ອື່ນ" ຫຼື "ຢ່າບອກໃຜກ່ຽວກັບເລື່ອງນີ້."
  • ວິທີການແປ "ບົດລາຍງານ" ສາມາດປະກອບມີ, "ຄໍາອະທິ ບາຍ" ຫລື "ເລື້ອງ" ຫລື "ບັນຊີລາຍລະອຽດ," ຂື້ນກັບສະພາບການ.

ລານ, ສະໝາມ, ສານ

ນິຍາມ

ຄຳວ່າ "ລານ" ແລະ "ສານ" ກ່າວເຖິງພື້ນທີ່ປິດລ້ອມ ແລະອ້ອມຮອບດ້ວຍກຳແພງ. ຊຶ່ງເບື້ອງເທິງເປີດອອກສູ່ທ້ອງຟ້າ ຄຳວ່າ "ສານ" ຍັງໝາຍເຖິງສະຖານທີ່ຊຶ່ງຜູ້ພິພາກສາຕັດສິນທາງກົດໝາຍ ແລະເລື່ອງກ່ຽວກັບອາດສະຍາກໍາທັງຫລາຍ.

  • ຫໍເຕັນອ້ອມຮອບໄປດ້ວຍລານໜຶ່ງຊຶ່ງອ້ອມຮອບດ້ວຍກຳແພງທີ່ເຮັດຈາກ, ຜ້າກັ້ງໜາໆ.
  • ບໍລິເວນວິຫານມີລານດ້ານໃນສາມດ້ານ: ໜຶ່ງດ້ານສຳລັບປະໂຣຫິດ, ໜຶ່ງດ້ານສຳລັບຜູ້ຊາຍຊາວຢິວ, ແລະໜຶ່ງດ້ານສຳລັບຜູ້ຍິງຊາວຢິວ.
  • ລານພາຍໃນເຫຼົ່ານີ້ອ້ອມຮອບດ້ວຍກຳແພງຫີນຕ່ຳກ່ວາກັນທີ່ແຍກກັນອອກຈາກລານດ້ານນອກ ຊຶ່ງອະນຸຍາດໃຫ້ຄົນຕ່າງຊາດສາມາດນະມັດສະການໄດ້.
  • ລານບ້ານເປັນທີ່ໂລ່ງຢູ່ທາງກາງບ້ານ.
  • ຄຳເວົ້າ "ລານຂອງພຣະຣາຊາ" ສາມາດກ່າວເຖິງພຣະຣາຊວັງ

ຫຼື ສະຖານທີ່ໃນພຣະຣາຊວັງຂອງກະສັດ ຊຶ່ງຊົງໃຫ້ຄຳຕັດສິນຄະດີຄວາມ.

  • ການກ່າວວ່າ, "ລານຂອງພຣະເຈົ້າຢາເວ"ເປັນທຳນອງປຽບທຽບ ກ່າວເຖິງສະຖານທີ່ປະທັບຂອງພຣະເຈົ້າຢາເວ ຫຼື

ເປັນສະຖານທີ່ປະຊາຊົນໄປເພື່ອນະມັດສະການພຣະເຈົ້າຢາເວ.

ຄຳແນະນຳໃນການແປ

  • ຄຳວ່າ "ລານ"ອາດແປເປັນ "ພື້ນທີ່ປິດລ້ອມ" ຫຼື "ທີ່ດິນທີ່ມີກຳແພງອ້ອມຮອບ" ຫຼື "ບໍລິເວນວິຫານ" ຫຼື "ຮົ້ວອ້ອມຮອບພຣະວິຫານ."
  • ບາງຄັ້ງຄຳວ່າ "ວິຫານ" ອາດຕ້ອງແປວ່າ "ລານວິຫານ" ຫຼື "ບໍລິເວນພຣະວິຫານ" ເຫັນໄດ້ຊັດເຈັນວ່າລານວິຫານ, ບໍ່ແມ່ນຕົວອາຄານວິຫານ.
  • ຄຳວ່າ, "ລານຂອງພຣະເຈົ້າຢາເວ" ອາດແປວ່າ, "ສະຖານທີ່ຊຶ່ງພຣະເຈົ້າຢາເວຊົງປະທັບຢູ່" ຫຼື "ສະຖານທີ່ໆພຣະເຈົ້າຢາເວໄດ້ຮັບການນະມັດສະການ."
  • ​ຄຳທີ່ໃຊ້ສຳລັບລານ ຂອງພຣະຣາຊາຍັງສາມາດນຳມາໃຊ້ເພື່ອກ່າວເຖິງລານຂອງພຣະເຈົ້າຢາເວໄດ້ດ້ວຍ.

​ລຳ​ບາກ, ຄວາມ​ລຳ​ບາກ

ນິຍາມ

​ຄຳ​ວ່າ "ລຳ​ບາກ" ໝາຍ​ເຖິງ​ການ​ເຮັດ​ໃຫ້​ບາງ​ຄົນ​ເຈັບ​ປວດ ຫລື​ເປັນ​ທຸກ. "ຄວາມ​ລຳ​ບາກ" ເປັນ​ເຊື້ອ​ໂຣກ, ເປັນ​ອາ​ລົມ​ໂສກ​ເສົ້າ, ຫລື​ອາດ​ເປັນ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຈາກ​ອາ​ການ​ນີ້.

  • ພ​ຣະ​ເຈົ້າ​ຊົງ​ເຮັດ​ໃຫ້​ຄົນ​ຂອງ​ພ​ຣະ​ອົງ​ລຳ​ບາກ​ດ້ວຍ​ຄວາມ​ເຈັບ​ປ່ວຍ ຫລື​ພົບ​ກັບ​ຄວາມ​ທຸກ​ຍາກ​ອື່ນໆ ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ກັບ​ໃຈ​ຈາກ​ຄວາມ​ບາບ​ຂອງ​ພວກ​ເຂົາ​ແລະ​ຫັນ​ກັບມາ​ຫາ​ພ​ຣະ​ອົງ.
  • ພ​ຣະ​ເຈົ້າ​ຊົງ​ເຮັດ​ໃຫ້​ຄວາມ​ລຳ​ບາກ​ຫລື​ພັຍພິ​ບັດ​ຕ່າງໆ ມາ​ເຖິິງ​ຄົນ​ອີ​ຢິບ ເພາະ​ກະ​ສັດ​ຂອງ​ພວກ​ເຂົາ​ໄດ້​ຊົງ​ປະ​ຕິ​ເສດ​ທີ່​ຈະ​ເຊື່ອ​ຟັງ​ພ​ຣະ​ເຈົ້າ.

ຄຳ​ແນະ​ນຳ​ໃນ​ການ​ແປ

  • ການ​ເຮັດ​ໃຫ້​ບາງ​ຄົນ​ລຳ​ບາກ​ອາດ​ແປ​ໄດ້​ອີກວ່າ "ທຳ​ໃຫ້​ບາງ​ຄົນ​ປະ​ສົບ​ກັບ​ບັນ​ຫາ" ຫລື "ເຮັດ​ໃຫ້​ບາງ​ຄົນ​ຕ້ອງ​ທົນ​ທຸກ" ຫລື "ເຮັດ​ໃຫ້​ເກີດ​ການ​ທົນ​ທຸກ."
  • ໃນ​ບາງ​ກໍ​ລະ​ນີ ຄຳ​ວ່າ "ລຳບາກ" ອາດ​ແປ​ໄດ້​ອີກວ່າ "ເກີດ​ຂື້ນ​ແກ່" ຫລື "ມາ​ຍັງ" ຫລື "ນຳ​ການ​ທົນ​ທຸກ​ມາ."
  • ໃນ​ເນື້ອຫາ​ເຊັ່ນ "​​​ບາງ​ຄົນທຸກລຳ​ບາກ​ດ້ວຍ​ຂີ້​ທູດ" ອາດ​ແປ​ໄດ້​ວ່າ "ເຮັດ​ໃຫ້​ບາງ​ຄົນ​ເຈັບ​ປ່ວຍ​ດ້ວຍ​ຂີ້​ທູດ."
  • ເມື່ອ​ໂຣກ​ພັຍ ​ຫລື ​ໄພ​ພິ​ບັດ​ຖືກ​ສົ່ງ​ມາ​ໃຫ້​ປະ​ຊາ​ຊົນ ​ຫລື ​ສັດ​ຕ່າງໆ "ລຳ​ບາກ" ເຮົາ​ອາດ​ຈະ​ແປ​ໄດ້​ວ່າ "ເຮັດ​ໃຫ້​ລຳ​ບາກ."
  • ຄຳ​ວ່າ "ຄວາມ​ທຸກ​ຍາກ" ອາດ​ແປ​ໄດ້​ອີກວ່າ "ໄພ​ພິ​ບັດ" ຫລື "ຄວາມ​ເຈັບ​ປ່ວຍ" ຫລື "ການ​ທົນ​ທຸກ" ຫລື "ຄວາມ​ທຸກ​ໃຈ​ອັນ​ໃຫ​ຍ່​ຫລວງ" ທັງ​ນີ້​ຂື້ນ​ຢູ່​ກັບ​ກໍ​ລະ​ນີນັ້ນໆ.

(​ເບີ່ງເພີ້ມເຕີມ: leprosy, plague, suffer)


ລີ້ນ

ນິຍາມ

ໃນພຣະຄໍາພີ ມີຄວາມຫມາຍທີ່ເປັນທຳນອງປຽບທຽບຂອງ "ລິ້ນ" ຫລາຍຢ່າງ.

  • ໃນພຣະຄໍາພີ,ຄວາມໝາຍເຊີງປຽບທຽບທີ່ໃຊ້ກັນຫລາຍທີ່ສຸດສຳລັບຄຳນີ້ຄື "ພາສາ" ຫລື "ຄຳເວົ້າ."
  • ບາງເທື່ອ "ລິ້ນ" ອາດອ້າງເຖິງພາສາມະນຸດທີ່ເວົ້າກັນໂດຍສະເພາະກຸ່ມທີ່ແນ່ນອນ.
  • ບາງເທື່ອຄຳນີ້ອາດອ້າງເຖິງພາສາເໜືອທຳມະຊາດທີ່ພຣະວິນຍານບໍລິສຸດປະທານໃຫ້ແກ່ຜູ້ເຊື່ອໃນພຣະເຢຊູເຊັ່ນເປັນ "ຂອງປະທານຝ່າຍວິນຍານ."
  • ຄຳກ່າວວ່າ, "ລິ້ນ" ຂອງໄຟໝາຍເຖິງ "ເປວ" ຂອງໄຟ.
  • ໃນສຳນວນທີ່ວ່າ "ລີ້ນຂອງຂ້ອຍດີໃຈ," ຄຳວ່າ "ລີ້ນ" ໝາຍເຖິງຄົນທັງໝົດ.(ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-synecdoche)
  • ຄຳວ່າ "ລີ້ນນອນ" ໝາຍເຖິງສຽງຫລື ຄຳເວົ້າຂອງຄົນເຮົາ.(ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metonymy)

ຄຳແນະນຳໃນການແປ

  • ອີງຕາມສະພາບການ, ຄຳວ່າ "ລີ້ນ" ສາມາດຖືກແປໂດຍ "ພາສາ" ຫລື "ພາສາທາງວິນຍານ." ຖ້າບໍ່ຈະແຈ້ງວ່າມັນເວົ້າເຖິງອັນໃດ, ມັນຈະດີກວ່າທີ່ຈະແປເປັນ "ພາສາ."
  • ເມື່ອເວົ້າເຖິງໄຟ, ຄຳ ສັບນີ້ອາດຈະຖືກແປເປັນ "ແປວໄຟ."
  • ສຳນວນທີ່ວ່າ "ລີ້ນຂອງຂ້ອຍຍິນດີ" ສາມາດແປວ່າ "ຂ້ອຍປິຕິຍດີແລະຍ້ອງຍໍພຣະເຈົ້າ" ຫຼື "ຂ້ອຍສັນລະເສີນພະເຈົ້າດ້ວຍຄວາມຍິນດີ."
  • ປະໂຫຍກ, "ລີ້ນທີ່ຕົວະ" ສາມາດຖືກແປເປັນ, "ຜູ້ທີ່ເວົ້າຕົວະ" ຫຼື "ຄົນທີ່ຕົວະ."
  • ປະໂຫຍກເຊັ່ນ "ກັບລີ້ນຂອງພວກເຂົາ" ສາມາດຖືກແປເປັນ "ກັບສິ່ງທີ່ພວກເຂົາເວົ້າ" ຫຼື "ໂດຍຄໍາເວົ້າຂອງພວກເຂົາ."

ລົງໂທດ, ການລົງໂທດ

ນິຍາມ

ຄຳວ່າ "ລົງໂທດ" ໝາຍເຖິງການເຮັດໃຫ້ໃຜສັກຄົນຕ້ອງທົນທຸກທໍລະມານກັບຜົນດ້ານລົບທີ່ຕາມມາເພາະການເຮັດບາງສິ່ງບາງຢ່າງຜິດ ຄຳວ່າ "ການລົງໂທດ" ອ້າງເຖິງຜົນທີ່ຕາມມາດ້ານລົບທີ່ໃຫ້ເປັນຜົນຈາກການປະພຶດຜິດ

  • ຫລາຍເທື່ອການລົງໂທດມີຈຸດມຸ້ງໝາຍເພື່ອກະຕຸ້ນຄົນໃຫ້ຢຸດເຮັດບາບ
  • ພະເຈົ້າໄດ້ຊົງລົງໂທດຊາວອິດສະຣາເອນເມື່ອພວກທ່ານບໍ່ເຊື່ອຟັງພະອົງ ສະເພາະຢ່າງຍີ່ງເມື່ອພວກທ່ານນະມັດສະການພະທຽມເທັດ ເພາະຄວາມບາບຂອງພວກເຂົາ ພະເຈົ້າອະນຸຍາດໃຫ້ສັດຕູຂອງພວກເຂົາໂຈມຕີແລະຈັບພວກເຂົາໄປເປັນຊະເລີຍ
  • ພະເຈົ້າຊົງມັກທຳແລະຍຸດຕິທຳ ພະອົງຈຶ່ງຕ້ອງລົງໂທດຄວາມບາບ ມະນຸດທຸກຄົນໄດ້ເຮັດບາບຕໍ່ຕ້ານພະເຈົ້າແລະສົມຄວນກັບການລົງໂທດ
  • ພະເຢຊູຖືກລົງໂທດເພື່ອສິ່ງຊັ່ວທຸກຢ່າງທີ່ທຸກຄົນໄດ້ກະທຳ ພະອົງໄດ້ຮັບເອົາການລົງໂທດຂອງແຕ່ລະຄົນເທິງພະອົງເຖິງວ່າພະອົງຈະຊົງບໍ່ໄດ້ເຮັດຜິດແລະບໍ່ສົມຄວນທີ່ຈະໄດ້ຮັບການລົງໂທດ
  • ຄຳກ່າວທີ່ວ່າ "ໄປໂດຍບໍ່ຕ້ອງຖືກລົງໂທດ" ຫລື "ປ່ອຍໄປໂດຍບໍ່ລົງໂທດ" ໝາຍເຖິງຕັດສິນໃຈທີ່ບໍ່ລົງໂທດຄົນສຳລັບການກະທຳຂອງພວກເຂົາ ຫລາຍເທື່ອພະເຈົ້າອະນຸຍາດໃຫ້ຄວາມບາບໄປບໍ່ຖືກລົງໂທດໃນຂະນະທີ່ພະອົງຊົງລໍໃຫ້ຄົນກັບໃຈໃໝ່

ລົດຣົບ

ນິຍາມ

ໃນສະໃໝໂບລານ ລົດຣົບມີນ້ຳຫນັກເບົາ ມີສອງລໍ້ທີ່ມ້າແກ່ໄປ

  • ຄົນອາດຈະນັ່ງຫລືຢືນໃນລົດຣົບ ແລະໃຊ້ລົດລົບເຫລົ່ານີ້ເຮັດສົງຄາມຫລືເດີນທາງ.
  • ໃນສົງຄາມ ກອງທັບທີ່ມີລົດຣົບຈະໄດ້ປຽບໃນເລື້ອງຂອງຄວາມ

ໃວແລະເຄື່ອນທີ່ໄດ້ຢ່າງວອ່ງໃວເຫນືອສັດຕູທີ່ບໍ່ມີລົດຣົບ

  • ໃນສະໃຫມ ເອຢິບໂບຮານແລະໂຣມມີຊື່ສຽງໃນການໃຊ້ມ້າແລະລົດຣົບ.

ລົບລ້າງອອກ, ລົບອອກໄປ

ນິຍາມ

ຄຳສັບທີ່ວ່າ "ລົບລ້າງອອກ" ແລະ "ລົບອອກ" ແມ່ນສຳນວນທີ່ມີຄວາມໝາຍວ່າຈະເອົາຫຼື ທຳລາຍສິ່ງໃດສິ່ງໜຶ່ງ ຫລືຜູ້ໃດຜູ້ໜຶ່ງ ອອກໄປ.

  • ຄຳເວົ້າເຫຼົ່ານີ້ສາມາດຖືກນຳໃຊ້ໃນແງ່ບວກ, ຄືກັບວ່າ"ເຮັດຜິດ" ຕໍ່ພຣະເຈົ້າໂດຍການໃຫ້ອະໄພແລະເລືອກທີ່ຈະບໍ່ຈື່ມັນ.
  • ມັນຍັງຖືກນຳໃຊ້ເລື້ອຍໆໃນແງ່ລົບ, ຄືກັບວ່າພຣະເຈົ້າ "ກຳຈັດ" ຫລື "ເຊັດ" ກຸ່ມຄົນ, ທຳລາຍພວກມັນຍ້ອນບາບຂອງພວກເຂົາ.
  • ພຣະຄຳພີກ່າວເຖິງຊື່ຂອງບຸກຄົນທີ່ຖືກ“ ກຳຈັດ” ຫລື“ ລຶບລ້າງ” ໃນປື້ມແຫ່ງຊີວິດຂອງພຣະເຈົ້າ, ຊຶ່ງໝາຍຄວາມວ່າຄົນນັ້ນຈະບໍ່ໄດ້ຮັບຊີວິດນິລັນດອນ.

ຄຳແນະນຳໃນການແປ

  • ອີງຕາມສະພາບການ, ຄຳສັບເຫຼົ່ານີ້ສາມາດຖືກແປວ່າ "ກຳ ຈັດ" ຫລື "ກຳຈັດ" ຫລື "ທຳລາຍ" ຫລື "ລຶບອອກໝົດ".
  • ໃນເວລາທີ່ກ່າວເຖິງການກະທຳຜິດຊື່ຂອງຜູ້ໃດຜູ້ໜຶ່ງອອກຈາກປື້ມແຫ່ງຊີວິດ, ສິ່ງນີ້ອາດຈະຖືກແປເປັນ, "ຖືກລຶບອອກຈາກປື້ມແຫ່ງຊີວີດ" ຫລື "ຖືກລຶບອອກ."

ເລົ້າໂລມ, ຜູ້ເລົ້າໂລມ

ນິຍາມ

ຄຳວ່າ "ເລົ້າໂລມ" ແລະ "ຜູ້ເລົ້າໂລມ" ກ່າວເຖິງການຊ່ວຍເຫລືອຄົນທີ່ມີຄວາມທຸກທາງຮ່າງກາຍ ຫຼື ເຈັບປວດທາງຈິດໃຈ.

  • ຄົນທີ່ເລົ້າໂລມຄົນໃດຄົນໜຶ່ງເອີ້ນວ່າ "ຜູ້ເລົາໂລມ."
  • ໃນພັນທະສັນຍາເດີມ, ຄຳວ່າ "ເລົ້າໂລມ" ໃຊ້ເພື່ອອະທິບາຍເຖິງການທີ່ພຣະເຈົ້າຊົງພຣະກະລຸນາແລະຮັກປະຊາຊົນຂອງພຣະອົງ ແລະຊ່ວຍພວກເຂົາເມື່ອພວກເຂົາກຳລັງທຸກຍາກລຳບາກ.
  • ໃນພັນທະສັນຍາໃໝ່, ບອກວ່າພຣະເຈົ້າຊົງເລົ້າໂລມປະຊາຊົນຂອງພຣະອົງໂດຍທາງພຣະວິນຍານບໍຣິສຸດ. ຄົນເຫລົ່ານັ້ນທີ່ຮັບການເລົ້າໂລມກໍສາມາດໃຫ້ການເລົ້າໂລມຢ່າງດຽວກັນກັບຄົນອື່ນໆ ທີ່ກຳລັງປະສົບຄວາມທຸກຍາກໄດ້.
  • ຄຳອະທິບາຍ "ຜູ້ເລົ້າໂລມຂອງອິດສະຣາເອນ" ກ່າວເຖິງພຣະເມຊີອາຜູ້ທີ່ຈະສະເດັດມາຊ່ວຍປະຊາຊົນຂອງພຣະອົງໃຫ້ລອດພົ້ນ.
  • ພຣະເຢຊູຊົງໄດ້ກ່າວເຖິງພຣະວິນຍານບໍຣິສຸດວ່າຊົງເປັນ "ຜູ້

ເລົ້າໂລມ" ທີ່ຊ່ວຍຜູ້ເຊື່ອໃນພຣະເຢຊູ.

ຄຳແນະນຳໃນການແປ

  • "ເລົ້າໂລມ"ສາມາດແປໄປຕາມຖ້ອຍຄຳໄດ້ວ່າ "ການບັນເທົາຄວາມເຈັບປວດຂອງ," ຫຼື "ຊ່ວຍເຫຼືອ."

ແລ່ນ, ການແລ່ນ

ນິຍາມ

ຕາມຕົວອັກສອນຄຳວ່າ "ແລ່ນ" ອ້າງເຖິງການເຄື້ອນທີ່ດ້ວຍຕີນຢ່າງວ່ອງໄວ,ໂດຍທົ່ວໄປຈະກ້າວຕີນໄວກ່ວາການຍ່າງ.ຄວາມໝາຍຫຼັກຂອງຄຳວ່າ "ແລ່ນ" ຍັງໃຊ້ໃນສຳນວນແບບປຽບທຽບດັ່ງຕໍ່ໄປນີ້ດ້ວຍເຊັ່ນກັນ.

  • "ແລ່ນຢ່າງທີ່ຈະຄ້ວາເອົາລາງວັນ" ອ້າງເຖິງ ບາກບັ່ນໃນການກະທຳຕາມພຣະປະສົງຂອງພຣະເຈົ້າເໝືອນກັບການບາກບັ່ນແລ່ນແຂ່ງເພື່ອໄຊຊະນະ.
  • "ແລ່ນໃນທາງແຫ່ງພຣະບັນຍັດຂອງທ່ານ" ໝາຍເຖິງ ເຊື່ອຟັງພຣະບັນຍັດຂອງພຣະເຈົ້າດ້ວຄວາມຍິນດີແລະຢ່າງທັນທີທັນໃດ.
  • "ຕິດຕາມພຣະອື່ນໆ" ໝາຍເຖິງຢັ້ງຢືນໃນການນະມັດສະການພຣະອື່ນໆ.
  • "ຂ້າພະເຈົ້າແລ່ນເຂົ້າມາຫາພຣະອົງເພື່ອລີ້ຊ່ອນຂ້າພະເຈົ້າ ໝາຍເຖິງການຫັນໄປຫາພຣະເຈົ້າຢ່າງໄວວາເພື່ອການລີ້ພັຍແລະຄວາມປອດພັຍເມື່ອຕ້ອງພົບກັບຄວາມຍາກລຳບາກ.

ຄວາມໝາຍໃນທາງປຽບທຽບອື່ນໆຂອງຄຳວ່າ "ແລ່ນ":

  • ນ້ຳແລະຂອງແຫຼວອື່ນໆ ຢ່າງເຊັ່ນນ້ຳຕາ,ເລືອດ,ເຫື່ອ,ແລະແມ່ນ້ຳຈະຖືກເວົ້າວ່າ "ແລ່ນ," ນີ້ສາມາດແປໄດ້ວ່າ "ໄຫຼ."
  • ເຂດແດນຂອງປະເທດຫຼືຂອບເຂດໄດ້ຖືກເວົ້າວ່າ "ແລ່ນຂະໜານ" ແມ່ນ້ຳຫຼືເຂດແດນຂອງປະເທດອື່ນ ສາມາດແປໄດ້ວ່າ "ຂອບເຂດຂອງມັນຢູ່ຕິດກັບ" ຫຼື "ຊາຍແດນຂອງ."
  • ແມ່ນ້ຳແລະລຳທານຕ່າງໆສາມາດ "ແລ່ນເຖິງເຫືອດແຫ້ງ" ຊຶ່ງໝາຍເຖິງວ່າບໍ່ມີນ້ຳໃນແມ່ນ້ຳແລະລຳທານອີກ, ນີ້ຍັງສາມາດແປໄດ້ວ່າ "ໄດ້ແຫ້ງໄປແລ້ວ" ຫຼື "ກາຍເປັນແຫ້ງແລ້ງໄປແລ້ວ."
  • ວັນແຫ່ງງານສະຫຼອງສາມາດ "ແລ່ນ" ໄປເຖິງການສິ້ນສຸດ, ຊຶ່ງໝາຍເຖິງວັນເຫຼົ່ານັ້ນ "ຜ່ານໄປແລ້ວ" ຫຼື "ເສັດສິ້ນໄປແລ້ວ" ຫຼື "ຈົບໄປແລ້ວ."

ໂລ່

ນິຍາມ

ໂລ່ເປັນວັດຖູຢ່າງໜຶ່ງທີ່ທະຫານໃຊ້ຖືໃນການສູ້ຮົບເພື່ອປ້ອງກັນຕົວເຂົາບໍ່ໃຫ້ໄດ້ຮັບບາດເຈັບຈາກອາວຸດຂອງສັດຕູ. "ການປົກປ້ອງ" ໃຜຄົນໜຶ່ງໝາຍເຖິງການປ້ອງກັນເຂົາຄົນນັ້ນຈາກອັນຕະລາຍ.

  • ໂລ່ເປັນຮູບຊົງກົມຫລືຮູບວົງລີເຮັດດ້ວຍວັດສະດຸ ເຊັ່ນໜັງສັດ, ໄມ້, ຫລື ໂລຫະ ໜາພໍທີ່ຈະປ້ອງກັນດາບແລະລູກທະນູໄດ້.
  • ການໃຊ້ຄຳນີ້ເປັນຄຳອຸປະມາ ພຣະຄຳພີອ້າງເຖິງພຣະເຈົ້າໃນຖານະໂລ່ປົກປ້ອງປະຊາຊົນຂອງພຣະອົງ. (ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)
  • ໂປໂລໄດ້ເວົ້າເຖິງ "ໂລ່ແຫ່ງຄວາມເຊື່ອ," ດ້ວຍ ເຊິ່ງເປັນວິທີການປຽບທຽບກັບຄວາມເຊື່ອໃນພຣະເຢຊູ, ແລະການດຳເນີນຊີວິດໃນຄວາມເຊື່ອແຫ່ງຄວາມຢຳເກງ, ພຣະເຈົ້າຈະປົກປ້ອງຜູ້ເຊື່ອຈາກການໂຈມຕີດ້ານຈິດວິນຍານຂອງມານຊາຕານ.

ໂລກ, ກ່ຽວກັບໂລກ

ນິຍາມ

ຄໍາວ່າ "ໂລກ" ເວົ້າເຖິງໂລກທີ່ມະນຸດອາໄສຢູ່, ຕະຫລອດທັງສິ່ງທີ່ມີຊີວິດທຸກຊະນິດ.

  • "ໂລກ" ສາມາດເວົ້າເຖິງຜືນດິນຫລືດິນທີ່ປົກຄຸມແຜ່ນດິນ.
  • ຄໍານີ້ມັກໃຊ້ໃນການປຽບທຽບເພື່ອອ້າງເຖິງຄົນທີ່ອາໄສຢູ່ໃນແຜ່ນດິນ. (ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metonymy)
  • ຄໍາກ່າວທີ່ວ່າ, "ໃຫ້ແຜ່ນດິນໂລກຍິນດີ" ແລະ "ພຣະອົງຈະຊົງພິພາກສາໂລກ" ເປັນຕົວຢ່າງຂອງການໃຊ້ທໍານອງປຽບທຽບຂອງຄໍາສັບນີ້.
  • ຄໍາວ່າ "ກ່ຽວກັບໂລກ" ມັກເວົ້າເຖິງສິ່ງທີ່ເປັນທາງຮ່າງກາຍທີ່ກົງກັນຂ້າມກັບບັນດາສິ່ງທີ່ເປັນທາງຈິດວິນຍານ.

ຄໍາແນະນໍາໃນການແປ

  • ຄໍານີ້ສາມາດແປໂດຍເປັນຄໍາຫລືເປັນຖ້ອຍຄໍາໃນພາສາທ້ອງຖິ່ນຫລືພາສາກາງທີ່ໃກ້ຄຽງ ໃຊ້ເພື່ອອ້າງເຖິງໂລກທີ່ເຮົາອາໄສຢູ່.
  • "earth" ອາດຈະແປວ່າ "ໂລກ" ຫລື "ແຜ່ນດິນ" ຫລື "ສິ່ງເປິະເປື້ອນ" ຫລື "ດິນ." ທັງນີ້ເພື່ອໃຫ້ຂຶ້ນກັບຄວາມໝາຍນັ້ນໆ
  • ເມື່ອໃຊ້ໃນການປຽບທຽບ, "earth" ອາດຈະແປວ່າ, "ຄົນເທິງແຜ່ນດິນໂລກ" ຫລື "ຜູ້ຄົນທີ່ອາໄສຢູ່ເທິງແຜ່ນດິນໂລກ" ຫລື "ທຸກຢ່າງເທິງແຜ່ນ ດິນໂລກ."
  • ວິທີການແປ "ກ່ຽວກັບໂລກ" ອາດຈະລວມເຖິງ, "ທາງຮ່າງກາຍ" ຫລື "ສິ່ງຕ່າງໆຂອງແຜ່ນດິນນີ້" ຫລື "ສິ່ງທີ່ເບິ່ງເຫັນໄດ້."

ໂລກຂີ້ທູດ, ຄົນຂີ້ທູດ, ຂີ້ທູດ

ນິຍາມ

ຄຳວ່າ " ໂລກຂີ້ທູດ " ເປັນຄຳທີ່ຖືກໃຊ້ໃນພຣະຄຳພີອ້າງອີງເຖືງໂລກຜີວຫນັງຫລາຍປະເພດ " ຜູ້ປ່ວຍໂລກຂີ້ທູດ " ຄືບຸກຄົນທີ່ປ່ວຍເປັນຂີ້ທູດ ຄຳວ່າ " ເປັນລູກຂີ້ທູດ " ອະທິບາຍເຖືງບຸກຄົນຫລືສ່ວນຮ່າງກາຍທີ່ຕິດເຊື້ອໂລກຂີ້ທູດ .

  • ປະເພດຂອງໂລກຂີ້ທູດເປັນເຫດໃຫ້ຜີວຫນັງກາຍເປັນບໍ່ມີສີ ແລະ ມີຮອຍດ່າງສີຂາວ ຄືກັບມີລຽມ ແລະ ນາອາມານປ່ວຍເປັນໂລກຂີ້ທູດ.
  • ໃນສະໄຫມໃຫມ່ໂລກຂີ້ທູດມັກຈະເຮັດໃຫ້ມື ຕີນ ແລະສ່ວນອື່ນໆຂອງຮ່າງການຖືກທຳລາຍ ແລະ ພິການ.
  • ຕາມທີ່ມີຄຳເເນະນຳວ່າພຣະເຈົ້າ ປະທານໃຫ້ພວກອິດສເອວ ເມື່ອບຸກຄົນປ່ວຍເປັນໂລກຂີ້ທູດເຂົາຈະຖືກພິຈາລະນາ " ບໍ່ສະອາດ " ແລະຈະຕ້ອງໄດ້ໄປຢູ່ໄກຈາກປະຊາຊົນຄົນອື່ນໆ ເພື່ອທີ່ພວກເຂົາຈະບໍ່ຕິດເຊື້ອໂລກ.
  • ຜູ້ປ່ວຍໂລກຂີ້ທູດຈະຮ້ອງດັງວ່າ " ບໍ່ສະອາດ " ເພື່ອທີ່ຄົນອື່ນຈະໄດ້ຮັບການເຕືອນບໍ່ໃຫ້ເຂົ້າໃກ້ເຂົາ.
  • ພຣະເຢຊູຊົງປິ່ນປົວຮັກສາຜູ້ປ່ວຍເປັນໂລກຂີ້ທູດຫລາຍຄົນເຊັ່ນດຽວກັບໂລກຊະນິດອື່ນໆ.

ຄຳແນະນຳໃນການແປ

  • ຄຳວ່າ " ໂລກຂີ້ທູດ " ໃນພຣະຄຳພີສາມາດແປວ່າ " ໂລກຜີວຫນັງ " ຫລື " 3ໂລກຜີວຫນັງທີ່ເປັນຕາຢ້ານ. "
  • ວິທີການແປຄຳວ່າ " ເປັນໂລກຂີ້ທູດ " ສາມາດລວບລວມຄຳວ່າ " ເຕັມໄປດ້ວຍໂລກຂີ້ທູດ " ຫລື " ຕິດໂລກທາງຜີວຫນັງ " ຫລື " ເຕັມໄປດ້ວຍບາດແຜທີ່ຜີວຫນັງ "

ໄລ່ຕາມທັນ, ຕາມທັນ

ນິຍາມ

ຄຳວ່າ "ໄລ່ຕາມທັນ" ຫລື "ຕາມທັນ" ອ້າງເຖິງການພະຍາຍາມບັງຄັບ ເຫນືອບາງຄົນ. ຫລື ບາງສິ່ງ ໂດຍທົ່ວໄປລວມເຖິງ ຄວາມຄິດ ທີ່ຈັບບາງສິ່ງໄດ້ ຫລັງຈາກທີ່ພະຍາຍາມ ມາຈັກລະຍະຫນຶ່ງ.

  • ເມື່ອກອງທັບທະຫານ "ໄລ່ຕາມທັນ" ສັດຕູ, ຫມາຍຄວາມວ່າພວກເຂົາ ເອົາຊະນະເໜືອສັດຕູ ໃນສະຫນາມຮົບ.
  • ເມື່ອຜູ້ໄລ່ລ່າໄລ່ຕາມເຫຍື່ອທັນ, ໝາຍຄວາມວ່າຜູ້ລ່ານັ້ນໄດ້ພະຍາຍາມໄລ່ແລະສາມາດຕາມຈັບເຫຍື່ອໄດ້ທັນ.
  • ເມື່ອຄຳສາບແຊ່ງ "ໄລ່ຕາມທັນ" ບາງຄົນ, ຫມາຍຄວາມວ່າແມ່ນຫຍັງກໍຕາມ ທີ່ກ່າວໄວ້ ໃນຄຳສາບແຊ່ງ ນັ້ນຈະເກີດຂຶ້ນກັບບຸກຄົນນັ້ນ.
  • ຫາກພຣະພອນ ຕາມໃຜຄົນນຶ່ງທັນ, ຫມາຍຄວາມວ່າຄົນເຫລົ່ານັ້ນ ຈະໄດ້ຮັບພຣະພອນນັ້ນ.
  • ຂຶ້ນຢູ່ກັບບໍຣິບົດ, ຄຳວ່າ "ໄລ່ຕາມທັນ" ສາມາດແປວ່າ "ຊະນະ" ຫລື "ຈັບໄດ້" ຫລື "ປາບ" ຫລື "ໄລ່ຕາມທັນ" ຫລື "ມີຜົນຢ່າງສົມບູນ."
  • ນອກຈາກນີ້ ຄຳໃນອະດີດວ່າ "ໄດ້ໄລ່ຕາມທັນ" ສາມາດແປໄດ້ອີກຢ່າງຫນຶ່ງວ່າ "ໄດ້ໄລ່ຈັບທັນ" ຫລື "ໄດ້ມາທຽບຄູ່ຂະໜານກັນ" ຫລື "ໄດ້ເອົາຊະນະ" ຫລື "ໄດ້ມີປາບລົງ" ຫລື "ໄດ້ເຮັດໃຫ້ເກີດອັນຕະລາຍແກ່."
  • ເມື່ອໃຊ້ເປັນຄຳເຕືອນວ່າ ຄວາມມືດມິດ ຫລື ການລົງໂທດຫລື ຄວາມໜ້າຢ້ານກົວ ຈະໄລ່ຕາມປະຊາກອນທັນ ເພາະບາບຂອງພວກເຂົານັ້ນ, ຫມາຍຄວາມວ່າ ຜູ້ຄົນເຫລົ່ານັ້ນ ຈະປະສົບກັບສິ່ງຊົ່ວຮ້າຍ ຫາກພວກເຂົາ ບໍ່ກັບໃຈ.
  • ຄຳເວົ້າທີ່ວ່າ, "ຖ້ອຍຄຳຂອງເຮົາກໍໄດ້ຕິດຕາມ ບັນພະບຸຣຸດຂອງເຈົ້າທັນ” ຫມາຍຄວາມວ່າ ຄຳສັ່ງສອນ ຊຶ່ງ ພຣະເຈົ້າຢາເວໄດ້ມອບໄວ້ໃຫ້ ແກ່ບັນພະບຸຣຸດຂອງພວກເຂົານັ້ນ ບັດນີ້ຈະເປັນເຫດໃຫ້ພວກເຂົາ ໄດ້ຮັບການລົງໂທດ ເພາະພວກເຂົາບໍ່ໄດ້ເຊື່ອຟັງ ຄຳສັ່ງສອນເຫລົ່ານັ້ນ.

ວຽກທີ່ຕ້ອງໃຊ້ແຮງ. ຜູ້ເຮັດວຽກ

ນິຍາມ

ຄຳວ່າ '' ວຽກທີ່ຕ້ອງໃຊ້ແຮງງານ'' ໝາຍເຖິງການເຮັດວຽກໜັກໃນທຸກຮູບແບບ

  • ໂດຍທົ່ວໄປ ວຽກທີ່ຕ້ອງອອກແຮງງານ ຫຼື ວຽກອື່ນໆ. ທີ່ໃຊ້ພະລັງງານ ແລະ ທຸກໆຄັ້ງສະແດງວ່າເປັນວຽກທີ່ຍາກ.
  • ຜູ້ເຮັດວຽກຄືບຸກຄະລາກອນຜູ້ທີ່ເຮັດວຽກອື່ນໆ ກະຕ້ອງໃຊ້ແຮງງານ
  • ໃນພາສາອັງກິດ " ວຽກທີ່ຕ້ອງໃຊ້ແຮງງານ " ແປວ່າການຄອດລູກ ໃນພາອື່ນບາງທີອາດຈະໃຊ້ຄຳນີ້ແຕກຕ່າງຢ່າງສີ້ນເຊີງ.
  • ວິທີ່ການແປຄຳວ່າ" ວຽກທີ່ຕ້ອງໃຊ້ແຮງງານ " ສາມາດແປວ່າ " ວຽກ " ຫຼື ການເຮັດວຽກໜັກ " ຫຼື " ວຽກຍາກ " ຫຼື " ເຮັດວຽກໜັກ. "

ເວດມົນ, ຜູ້ມີຄາຖາອາຄົມ

ນິຍາມ

ຄຳວ່າ "ເວດມົນ" ອ້າງເຖິງການກທຳທີ່ໃຊ້ອຳນາດເໜືອທຳມະຊາດທີ່ບໍ່ໄດ້ມາຈາກພຣະເຈົ້າ "ຜູ້ມີຄາຖາອາຄົມ" ຄືຄົນທີ່ໃຊ້ເວດມົນ.

  • ໃນອີຢິບ ເມື່ອພຣະເຈົ້າໄດ້ກະທຳການອັດສະຈັນຜ່ານທາງໂມເຊ,ຜູ້ມີຄາຖາອາຄົມຊາວອີຢິບຂອງຟາໂຣກໍສາມາດທຳບາງສິ່ງທີ່ເໝືອນກັນໄດ້,ແຕ່ອຳນາດຂອງພວກເຂົາບໍ່ໄດ້ມາຈາກພຣະເຈົ້າ.
  • ເວດມົນມັກຈະກ່ຽວຂ້ອງກັບການເວົ້າຫຼືເສກຄາຖາເພື່ອໃຫ້ບາງສິ່ງທີ່ເໜືອທຳມະຊາດເກີດຂຶ້ນ.
  • ພຣະເຈົ້າຊົງສັ່ງປະຊາກອນຂອງພຣະອົງວ່າບໍ່ໃຫ້ທຳເວດມົນຫຼືການທຳນວາຍໂຊກຊະຕາລາສີ.
  • ພວກໝໍຜີເປັນພວກທີ່ມີຄາຖາອາຄົມ, ໂດຍປົກກະຕິເປັນຄົນທີ່ໃຊ້ເວດມົນທຳຮ້າຍຜູ້ອື່ນ.

ເວດມົນ, ໝໍຜີ, ຄາຖາ

ນິຍາມ

ຄຳວ່າ "ເວດມົນ" ຫລື "ຄາຖາ" ອ້າງເຖິງການໃຊ້ເວດມົນຊຶ່ງກ່ຽວຂ້ອງ, ກັບການກະທຳສິ່ງທີ່ມີພະລັງອຳນາດໂດຍການຊ່ວຍເຫລືອຈາກວິນຍານຊົ່ວ. "ໝໍຜີ" ຄືບາງຄົນທີ່ກະທຳເວດມົນ.

  • ການໃຊ້ຄາຖາແລະເວດມົນສາມາດລວມເຖິງທັງສິ່ງທີ່ເປັນຄຸນປະໂຫຍດ (ເຊັ່ນການຮັກສາບາງຄົນ) ແລະບາງສິ່ງບາງຢ່າງທີ່ເປັນອັນຕະລາຍ (ເຊັ່ນການສາບແຊ່ງບາງຄົນ). ແຕ່ເວດມົນທຸກປະເພດເປັນສິ່ງທີ່ຜິດເພາະວ່າພວກເຂົາໃຊ້ສິ່ງເຫລົ່ານີ້ໃຊ້ພະລັງອຳນາດຂອງວິນຍານຊົ່ວ.
  • ໃນພຣະຄຳພີ, ພຣະເຈົ້າກ່າວວ່າການໃຊ້ເວດມົນກໍຊົ່ວຮ້າຍພໍກັບຄວາມບາບທີ່ຊົ່ວຮ້າຍ (ເຊັ່ນ ການລ່ວງປະເວນີ ການກາບໄຫວ້ຮູບເຄົາລົບ, ແລະການບູຊາຍັນເດັກ.)
  • ຄຳວ່າ "ເວດມົນ" ຫລື "ຄາຖາ"ສາມາດແປໄດ້ດ້ວຍວ່າ, "ພະລັງອຳນາດຂອງວິນຍານຊົ່ວ" ຫລື "ການເສກຄາຖາ."
  • ວິທີທີ່ເປັນໄປໄດ້ໃນການແປຄຳວ່າ "ໝໍຜີ" ສາມາດທັງໝົດເຖິງ "ຄົນເຮັດວຽກດ້ານເວດມົນ" ຫລື "ຄົນເສກຄາຖາ" ຫລື "ບຸກຄົນຜູ້ກໍ່ການອັດສະຈັນໂດຍໃຊ້ພະລັງອຳນາດຂອງວິນຍານຊົ່ວ."
  • ໝາຍເຫດຄຳວ່າ "ເວດມົນ" ມີຄວາມໝາຍຕ່າງໄປຈາກຄຳວ່າ "ການທຳນາຍໂຊກຊະຕາ," ຊຶ່ງອ້າງເຖິງການພະຍາຍາມທີ່ຕິດຕໍ່ກັບໂລກຂອງວິນຍານ.

ເວລາ

ນິຍາມ

ໃນພຣະຄໍາພີ ຄຳວ່າ "ເວລາ" ມັກໃຊ້ເປັນສັນຍະລັກໃນການອ້າງອີງເຖິງລະດູການ ຫລື ຊ່ວງເວລາສະເພາະເຈາະຈົ່ງທີ່ເຫດການຕ່າງໆ ໄດ້ເກີດຂຶ້ນ. ມີຄວາມຫມາຍຄ້າຍກັບ "ສະໄໝ" ຫລື "ຍຸກ" ຫລື "ລະດູ."

  • ທັງດານີເອນແລະພຣະທຳພຣະນິມິດໄດ້ກ່າວເຖິງ "ເວລາ" ທີ່ມີຄວາມຫຍຸ້ງຍາກໃຫຍ່ຫລວງຫລືຄວາມທຸກຍາກລຳບາກທີ່ຈະເກີດຂຶ້ນເທິງແຜ່ນດິນໂລກ.
  • ໃນຄຳວ່າ "ເວລາ, ເວລາຫລາຍ, ແລະເຄິ່ງໜຶ່ງຂອງເວລາ" ຄຳວ່າ "ເວລາ" ໝາຍເຖິງ "ປີ" ຄຳນີ້ໝາຍເຖິງໄລຍະເວລາສາມປີເຄິ່ງໃນຊ່ວງເວລາທີ່ມີຄວາມທຸກຍາກລຳບາກຄັ້ງໃຫຍ່ໃນຕອນທ້າຍຂອງຍຸກນີ້.
  • ຄຳວ່າເຊັ່ນ "ເວລາເທື່ອທີສອງ" ຫລື "ຫລາຍໆເວລາ" ໝາຍເຖິງຈຳນວນເທື່ອທີ່ມີເຫດການບາງຢ່າງໄດ້ເກີດຂຶ້ນ.
  • ການ "ໃຫ້ທັນເວລາ" ໝາຍເຖິງການມາເຖິງຕາມຄາດໝາຍ, ແລະບໍ່ລ່າຊ້າ.
  • ຂຶ້ນຢູ່ກັບຊ່ວງເວລາ, ຄຳວ່າ "ເວລາ" ສາມາດຈະແປວ່າ "ລະດູ" ຫລື "ຊ່ວງແຫ່ງເວລາ," ຫລື "ຊ່ວງເວລາ" ຫລື "ເຫດການ" ຫລື "ສິ່ງທີ່ໄດ້ປາກົດ."
  • ຄຳເວົ້າທີ່ວ່າ "ເວລາແລະລະດູການ" ເປັນຄຳກ່າວເຊິ່ງປຽບທຽບ ເຊິ່ງກ່າວເຖິງຄວາມຄິດດຽວກັນສອງຄັ້ງ. ສິ່ງນີ້ສາມາດແປວ່າ "ເຫດການສະເພາະທີ່ເກິດຂື້ນໃນຊ່ວງເວລາສະເພາະ." (ເບິ່ງເພີ່ມເຕີມ : https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-doublet)

ເວລາໃນພຣະ ຄຳ ພີ: ເດືອນ

ນິຍາມ

ຄຳວ່າ "ເດືອນ" ໝາຍເຖິງໄລຍະເວລາທີ່ແກ່ຍາວປະມານ 4 ອາທິດ. ຈຳນວນມື້ໃນແຕ່ລະເດືອນແຕກຕ່າງກັນຂື້ນກັບວ່າປະຕິທິນດວງຈັນຫລືແສງຕາເວັນຖືກນຳໃຊ້.

  • ໃນປະຕິທິນຕາມຈັນທະປະຕິທິນ, ຄວາມຍາວຂອງແຕ່ລະເດືອນແມ່ນອີງຕາມ ຈຳນວນເວລາທີ່ຕ້ອງການເພື່ອໃຫ້ດວງຈັນໄປທົ່ວໂລກ, ປະມານ 29 ວັນ. ໃນລະບົບນີ້ມີ 12 ຫລື 13 ເດືອນໃນ ໜຶ່ງປີ. ເຖິງວ່າປີຈະມີ 12 ຫລື 13 ເດືອນ, ເດືອນທຳອິດກໍ່ຖືກເອີ້ນເປັນຊື່ດຽວກັນເຖິງແມ່ນວ່າມັນອາດຈະເປັນລະດູທີ່ແຕກຕ່າງກັນ.
  • ໄລຍະ "ເດືອນໃໝ່," ຫລືໄລຍະເລີ່ມຕົ້ນຂອງດວງຈັນທີ່ມີແສງສະຫວ່າງເບົາລົງ, ມັນແມ່ນຈຸດເລີ່ມຕົ້ນຂອງແຕ່ລະເດືອນໃນປະຕິທິນຈັນທະຄະຕິ.
  • ທຸກໆຊື່ຂອງເດືອນທີ່ກ່າວເຖິງໃນພຣະຄຳພີແມ່ນປະຕິທິນຕາມຈັນທະປະຕິທິນນັບຕັ້ງແຕ່ນີ້ເປັນລະບົບທີ່ຊາວອິດສະລາແອນໃຊ້. ຊາວຢິວສະໄໝນີ້ຍັງໃຊ້ປະຕິທິນນີ້ເພື່ອຈຸດປະສົງທາງສາດສະໜາ.
  • ປະຕິທິນແສງຕາເວັນໃນຍຸກສະໄໝໃໝ່ແມ່ນອີງໃສ່ໄລຍະເວລາທີ່ໂລກຕ້ອງໃຊ້ເວລາໃນຮອບດວງອາທິດ (ປະມານ 365 ວັນ).ໃນລະບົບນີ້, ປີແມ່ນແບ່ງອອກເປັນ12ເດືອນສະເໝີ, ເຊິ່ງຄວາມຍາວຂອງແຕ່ລະເດືອນມີອາຍຸຕັ້ງແຕ່ 28 ເຖິງ 31 ວັນ.

ເວລາໃນພຣະຄຳພີ: ຊົ່ວໂມງ

ນິຍາມ

ຄຳວ່າ“ ຊົ່ວໂມງ” ມັກຖືກນຳໃຊ້ໃນພຣະຄຳພີເພື່ອບອກວ່າເວລາໃດຂອງມື້ໃດມີເຫດການແນ່ນອນ. ມັນຍັງຖືກໃຊ້ເປັນຕົວເລກເພື່ອໝາຍຄວາມວ່າ "ເວລາ" ຫລື "ຊ່ວງເວລາ."

  • ຊາວຢິວນັບຊົ່ວໂມງກາງເວັນເຊິ່ງເລີ່ມຕົ້ນໃນຕອນເຊົ້າ (ປະມານ 6 ໂມງເຊົ້າ). ຕົວຢ່າງ, "ເວລາເກົ້າໂມງ" ຫມາຍຄວາມວ່າ "ປະມານບ່າຍສາມໂມງໃນປະຈຸບັນ."
  • ຊົ່ວໂມງກາງຄືນນັບຕັ້ງແຕ່ເວລາຕາເວັນຕົກ (ເວລາປະມານ 6 ໂມງແລງ). ຕົວຢ່າງ, "ຊົ່ວໂມງທີສາມຂອງຕອນກາງຄືນ" ຫມາຍຄວາມວ່າ "ປະມານເກົ້າໂມງແລງ" ໃນລະບົບປະຈຸບັນຂອງພວກເຮົາ ..
  • ເນື່ອງຈາກການອ້າງອີງເຖິງເວລາໃນພຣະຄຳພີຈະບໍ່ກົງກັບລະບົບເວລາໃນປະຈຸບັນ, ປະໂຫຍກເຊັ່ນ "ປະມານເກົ້າໂມງ" ຫລື "ປະມານຫົກໂມງແລງ" ສາມາດໃຊ້ໄດ້.
  • ການແປບາງພາສາອາດຈະເພີ່ມປະໂຫຍກເຊັ່ນ "ຕອນແລງ" ຫລື "ຕອນເຊົ້າ" ຫລື "ຕອນບ່າຍ" ເພື່ອເຮັດໃຫ້ມັນແຈ່ມແຈ້ງວ່າເວລາກາງເວັນກຳລັງເວົ້າເຖິງຫຍັງ.
  • ປະໂຫຍກທີ່ວ່າ, "ໃນຊົ່ວໂມງນັ້ນ" ສາມາດແປເປັນ "ໃນເວລານັ້ນ" ຫລື "ໃນເວລານີ້."
  • ໂດຍອ້າງເຖິງພຣະເຢຊູ ຄຳວ່າ "ເວລາຂອງພຣະອົງມາເຖິງແລ້ວ" ສາມາດແປເປັນ "ເວລາທີ່ພຣະອົງມາເຖິງ" ຫລື "ເວລາກຳ ນົດສຳລັບພຣະອົງໄດ້ມາເຖິງແລ້ວ."

ເວລາໃນພຣະຄຳພີ: ເບິ່ງ

ນິຍາມ

ໃນສະໄໝພຣະຄຳພີ,“ ໂມງ” ແມ່ນຊ່ວງເວລາຂອງເວລາກາງຄືນໃນເວລາທີ່ຜູ້ເຝົ້າຍາມຫລືຍາມເຝົ້າເມືອງກຳລັງປະຕິບັດໜ້າທີ່ເບິ່ງແຍງຄວາມປອດໄພຈາກສັດຕູ.

  • ໃນພຣະຄຳພີເດີມ, ຊາວອິດສະລາແອນມີໂມງ 3 ໜ່ວຍເຊິ່ງເອີ້ນວ່າ "ຈຸດເລີ່ມຕົ້ນ" (ຕາເວັນຕົກລົງຮອດ 10 ໂມງແລງ), "ກາງ" (10 ໂມງເຊົ້າຫາ 2 ໂມງເຊົ້າ), ແລະໂມງເຊົ້າ (2 ໂມງເຊົ້າຫາວັນອາທິດ).
  • ໃນພຣະຄຳພີໃໝ່, ຊາວຢິວໄດ້ປະຕິບັດຕາມລະບົບໂລມັນແລະມີສີ່ໂມງ, ເຊິ່ງຕັ້ງຊື່ງ່າຍໆວ່າ "ທຳອິດ" (ຕາເວັນຕົກລົງເຖິງ 9 ໂມງແລງ), "ທີສອງ" (9 ໂມງກາງຄືນຫາ 12 ທ່ຽງຄືນ), "ທີສາມ" (12 ທ່ຽງຄືນຫາ 3 ໂມງເຊົ້າ), ແລະໂມງທີສີ່ (3 ໂມງເຊົ້າຫາຕອນເຊົ້າ).
  • ສິ່ງເຫຼົ່ານີ້ຍັງສາມາດຖືກແປດ້ວຍການສະແດງອອກທົ່ວໄປຫຼາຍກວ່າເກົ່າເຊັ່ນ "ຕອນເດິກ" ຫລື "ເວລາທ່ຽງຄືນ" ຫລື "ຕອນເຊົ້າມືດ", ເຊິ່ງຂື້ນກັບໂມງໃດທີ່ຖືກກ່າວເຖິງ.

ເວລາໃນພຣະຄຳພີ: ປີ

ນິຍາມ

ໃນເວລາທີ່ໃຊ້ຕົວຈິງ, ຄຳວ່າ "ປີ" ໃນພຣຄຳພີໝາຍເຖິງໄລຍະເວລາໜຶ່ງທີ່ແກ່ຍາວເຖິງ 354 ວັນ. ນີ້ແມ່ນອີງຕາມລະບົບປະຕິທິນຕາມຈັນທະປະຕິທິນເຊິ່ງອີງໃສ່ເວລາທີ່ມັນຕ້ອງໃຊ້ເວລາເພື່ອໃຫ້ດວງຈັນໂຄຈອນອ້ອມໂລກ.

  • ໜຶ່ງປີໃນປະຕິທິນແສງຕາເວັນທີ່ທັນສະໄໝແກ່ຍາວເຖິງ 365 ວັນແບ່ງອອກເປັນ 12 ເດືອນໂດຍອີງໃສ່ຈຳນວນເວລາທີ່ໃຊ້ເວລາໃນທົ່ວໂລກເພື່ອເດີນທາງໄປທົ່ວດວງອາທິດ.
  • ໃນທັງສອງລະບົບປະຕິທິນປີໜຶ່ງມີ 12 ເດືອນ. ແຕ່ວ່າເດືອນ 13 ຕື່ມເປັນບາງຄັ້ງບາງຄາວຖືກເພີ່ມເຂົ້າປີໃນປະຕິທິນຈັນທະຄະຕິເພື່ອເຮັດໃຫ້ເປັນຄວາມຈິງທີ່ວ່າປີໜຶ່ງຕາມຈັນທະປະຕິທິນແມ່ນ 11 ວັນໜ້ອຍກວ່າປີທີ່ມີແສງອາທິດ. ສິ່ງນີ້ຊ່ວຍຮັກສາສອງປະຕິທິນໃຫ້ສອດຄ່ອງກັບກັນແລະກັນ.
  • ໃນພຣຄຳພີຄຳວ່າ "ປີ" ຍັງຖືກໃຊ້ໃນຄວາມໝາຍເປັນຕົວເລກເພື່ອໝາຍເຖິງເວລາທົ່ວໄປເມື່ອມີເຫດການພິເສດເກີດຂື້ນ. ຕົວຢ່າງຂອງສິ່ງນີ້ລວມມີ, "ປີຂອງ ພຣະເຈົ້າເຍເວ" ຫລື "ໃນປີທີ່ແຫ້ງແລ້ງ" ຫລື "ປີທີ່ພໍໃຈຂອງພຣະຜູ້ເປັນເຈົ້າ." ໃນສະພາບການເຫຼົ່ານີ້, "ປີ" ສາມາດຖືກແປເປັນ "ເວລາ" ຫລື "ລະດູ" ຫລື "ໄລຍະເວລາ."

ເວລາໃນພຣະຄຳພີ: ມື້

ນິຍາມ

ຄຳວ່າ "ມື້" ທີ່ແທ້ຈິງໝາຍເຖິງໄລຍະເວລາໜຶ່ງຂອງເວລາທີ່ແກ່ຍາວຕະຫຼອດ 24 ຊົ່ວໂມງເຊິ່ງເລີ່ມຕົ້ນໃນເວລາທ່ຽງຄືນ. ມັນຍັງຖືກໃຊ້ເປັນຕົວເລກ.

  • ສຳລັບຊາວອິດສະລາແອນແລະຊາວຢິວ, ມື້ໜຶ່ງເລີ່ມຕົ້ນໃນຕອນຕາເວັນຕົກຂອງມື້ໜຶ່ງ ແລະສິ້ນສຸດລົງໃນເວລາຕາເວັນຂື້ນຂອງມື້ຕໍ່ມາ.
  • ບາງຄັ້ງຄຳວ່າ "ວັນ" ຖືກໃຊ້ເປັນຕົວເລກເພື່ອໝາຍເຖິງໄລຍະເວລາທີ່ຍາວກວ່າ, ເຊັ່ນວ່າ "ວັນເວລາ ພຣະຍາເວ" ຫລື "ຍຸກສຸດທ້າຍ".
  • ບາງພາສາຈະໃຊ້ການສະແດງອອກທີ່ແຕກຕ່າງກັນເພື່ອແປຄວາມໝາຍທີ່ໃຊ້ໃນຕົວເລກເຫຼົ່ານີ້ຫຼືຈະແປ "ວັນ" ທີ່ບໍ່ໃຊ້ປຽບທຽບເພື່ອໃຫ້ຖືກຕ້ອງຕາມສະພາບການເອີ້ນ.
  • ການແປພາສາອື່ນໆຂອງ "ມື້" ສາມາດປະກອບມີ, "ເວລາ" ຫລື "ລະດູ" ຫລື "ໂອກາດ" ຫລື "ເຫດການ," ຂຶ້ນກັບສະພາບການ.

.


ເວລາໃນພຣະຄຳພີ: ອາທິດ

ນິຍາມ

ຄຳວ່າ“ ອາທິດ” ທີ່ຮູ້ຫນັງສືໝາຍເຖິງໄລຍະເວລາໜຶ່ງທີ່ໃຊ້ເວລາ 7 ວັນ.

  • ໃນລະບົບການນັບເວລາຂອງຊາວຢິວ, ອາທິດໜຶ່ງເລີ່ມຕົ້ນທີ່ຕາເວັນຕົກດິນໃນວັນເສົາແລະສິ້ນສຸດລົງໃນເວລາຕາເວັນໃນວັນເສົາຕໍ່ມາ.
  • ໃນພຣະຄຳພີ ຄຳວ່າ“ ອາທິດ” ບາງຄັ້ງໃຊ້ໃນຮູບເປັນຕົວເລກເພື່ອອ້າງເຖິງກຸ່ມຂອງ 7 ໜ່ວຍຕາມເວລາເຊັ່ນເຈັດປີ.
  • "ງານບຸນປະຈຳອາທິດ" ແມ່ນການສະເຫຼີມສະຫຼອງການເກັບກ່ຽວເຊິ່ງໄດ້ຈັດຂຶ້ນເຈັດອາທິດຫລັງຈາກປັດສະຄາ. ມັນຍັງຖືກເອີ້ນວ່າ "ວັນເພນເຕຄໍໍ."

ເວົ້າໃຫ້ຮ້າຍ, ຜູ້ເວົ້າໃຫ້ຮ້າຍ

ນິຍາມ

ການເວົ້າໃຫ້ຮ້າຍໝາຍເຖິງການເວົ້າໃນທາງລົບ, ການທຳລາຍຊື່ສຽງຂອງຜູ້ອື່ນ.

  • ການເວົ້າໃຫ້ຮ້າຍອາດເປັນລາຍງານຈຶງ ຫລືການກ່າວຫາທີ່ຜິດ, ແຕ່ມັນມີຜົນເຮັດໃຫ້ຜູ້ອື່ນຄິດໃນທາງລົບຕໍ່ຄົນທີ່ຖືກເວົ້າໃຫ້ຮ້າຍນັ້ນຂໍ
  • ຄຳບາງຄຳໄດ້ແປຄຳວ່າ "ການເວົ້າໃຫ້ຮ້າຍ" ໝາຍເຖິງ: "ການເວົ້າຕໍ່ຕ້ານ" ຫລື "ການແຜ່ກະຈາຍລາຍງານທີ່ບໍ່ດີ" ຫລື "ການທຳລາຍຊື່ສຽງ."
  • ຄົນທີ່ເວົ້າໃຫ້ຮ້າຍ "ຄົນແຈ້ງຂ່າວ"ຫລື"ຄົນມັກກະຈາຍຂ່າວລື."

ຫໍຄອຍສັງເກດການ, ຫໍຄອຍ

ນິຍາມ

ຄຳວ່າ "ຫໍຄອຍສັງເກດການ" ໝາຍເຖິງສິ່ງກໍສ້າງທີ່ສູງ ສ້າງຂຶ້ນເພື່ອເປັນສະຖານທີ່ທະຫານຍາມສາມາດຫຼຽວເຫັນອັນຕະລາຍໄດ້ແຕ່ໃກ້ໆ ຫໍຄອຍເຫຼົ່ານີ້ເຮັດດ້ວຍກ້ອນຫີນ.

  • ພວກເຈົ້າຂອງທີ່ດິນບາງຄົນກໍ່ສ້າງຫໍຄອຍສັງເກດການ ຈາກທີ່ພວກເຂົາສາມາດປ້ອງກັນຜົນລະປູກໄດ້ແລະປົກປ້ອງສິ່ງຂອງຈາກການຂະໂມຍ.
  • ຫໍຄອຍເຮັດມີຫ້ອງພັກຂອງຄົນຍາມຫຼືຄອບຄົວອາໃສຢູ່ເພື່ອຈະສາມາດປ້ອງກັນຜົນລະປູກໄດ້ທັງກາງວັນແລະກາງຄືນ.
  • ຫໍສັງເກດການເມືອງຕ່າງໆ ຖືກສ້າງຂຶ້ນສູງກ່ວາກຳແພງເມືອງ ເພື່ອຫຼຽວເຫັນວ່າມີສັດຕູໃດໆມາໂຈມຕີເມືອງຫຼືບໍ່.
  • ຄຳວ່າ "ຫໍສັງເກດການ" ເປັນສັນຍາລັກຂອງການປ້ອງກັນຈາກສັດຕູໄດ້ດ້ວຍເຊັ່ນກັນ ( ເບິ່ງ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)

ໜ້າ, ໃບໜ້າ

ນິຍາມ

ຄໍາວ່າ "ໃບໜ້າ" ຕາມຕົວອັກສອນກໍໝາຍເຖິງສ່ວນນຶ່ງຂອງຫົວ ຂອງຄົນເຮົາ. ຄໍານີ້ມີຄວາມໝາຍໃນທາງປຽບທຽບຫລາຍຢ່າງ.

  • ຄໍາວ່າ "ໜ້າຂອງທ່ານ" ຫລາຍໆ ເທື່ອທີ່ໃຊ້ໃນການເວົ້າປຽບ ທຽບ ຊຶ່ງຈະເວົ້າວ່າ "ທ່ານ." ຄ້າຍກັບຖ້ອຍຄໍາທີ່ວ່າ "ໜ້າຂອງຂ້າພຣະເຈົ້າ" ຫລາຍເທື່ອກໍເວົ້າເຖິງ "ເຮົາ"(ເປັນປະທານ) ຫລື "ເຮົາ"(ເປັນກໍາ).
  • ໃນດ້ານຮ່າງກາຍ, "ຕໍ່ໜ້າ" ບາງຄົນຫລືບາງສິ່ງໝາຍເຖິງການ ເບິ່ງໄປທີ່ຄົນນັ້ນ ຫລືຂອງສິ່ງນັ້ນ.
  • ການ "ຜະເຊີນໜ້າກັນ" ໝາຍເຖິງ "ການເບິ່ງໜ້າກັນແລະກັນ."
  • ການເບິ່ງ "ໜ້າຕໍ່ໜ້າ" ໝາຍຄວາມວ່າສອງຄົນກໍາລັງເບິ່ງໜ້າ ກັນໃນໄລຍະໃກ້.
  • ເມື່ອພຣະເຢຊູ "ພຣະອົງຫັນໜ້າໄປຍັງກຸງເຢຣູຊາເລັມ," ໝາຍ ເຖິງວ່າພຣະອົງຕັ້ງໃຈຢ່າງແນ່ນອນວ່າພຣະອົງຈະໄປທີ່ນັ້ນ.
  • ຈະ "ມຸ່ງໜ້າຕໍ່ຕ້ານ" ຜູ້ຄົນຫລືເມືອງ ໝາຍເຖິງການຕັດສິນໃຈແນ້ວແນ່ທີ່ຈະບໍ່ສະໜັບສະໜຸນ ຫລືປະຕິເສດຄົນຫລືເມືອງ ນັ້ນໆ.
  • ຖ້ອຍຄໍາທີ່ວ່າ "ພື້ນໜ້າຂອງແຜ່ນດິນ" ເວົ້າເຖິງພື້ນດິນຂອງໂລກແລະໂດຍທົ່ວໄປມັກຈະເວົ້າເຖິງໂ່ລກທັງໜ່ວຍ. ຕົວຢ່າງເຊັ່ນ, "ຄວາມອຶດຢາກປົກຄຸມພື້ນແຜ່ນດິນໂລກ" ເວົ້າເຖິງການແຜ່ກະຈາຍຂອງຄວາມອຶດຢາກທີ່ສົ່ງຜົນກະທົບຕໍ່ມະນຸດຈໍານວນຫລາຍ ທີ່ມີຊີວິດຢູ່ເທິງໂລກນີ້.
  • ໃນການປຽນທຽບ, "ຢ່າເຊື່ອງໜ້າຂອງພຣະອົງຈາກປະຊາກອນ ຂອງພຣະອົງ" ຫລື "ຢ່າປະຖິ້ມປະຊາກອນຂອງພຣະອົງ" ຫລື "ຢ່າ ຢຸດດູແລປະຊາກອນຂອງພຣະອົງ."

ຄໍາແນະນໍາການແປ

  • ຖ້າເປັນໄປໄດ້, ເປັນການທີ່ດີສຸດໃຫ້ຮັກສາຖ້ອຍຄໍາ ຫລືໃຊ້ຖ້ອຍຄໍາພາສາທີ່ຈະແປໃຫ້ມີຄວາມໝາຍທີ່ຄ້າຍຄືກັນ.
  • ຄໍາວ່າ "ຕໍ່ໜ້າ" ສາມາດແປໄດ້ວ່າ "ຫັນໄປ" ຫລື "ເບິ່ງຊື່ໄປ" ຫລື "ເບິ່ງໄປທີ່ໜ້າຂອງ."

ຄໍາວ່າ "ໜ້າຕໍ່ໜ້າ" ສາມາດແປໄດ້ວ່າ "ຂຶ້ນໄປໃກ້" ຫລື "ຢູ່ຕໍ່ໜ້າຂອງ" ຫລື "ການຢູ່ຕໍ່ໜ້າຂອງ."

  • ຄໍາວ່າ "ຕໍ່ໜ້າພຣະອົງ" ສາມາດແປໄດ້ວ່າ "ທາງໜ້າພຣະອົງ" ຫລື "ເບື້ອງໜ້າພຣະອົງ" ຫລື "ໜ້າພຣະອົງ" ຫລື "ໃນການຊົງປະທັບຢູ່."
  • ຖ້ອຍຄໍາທີ່ວ່າ "ຫັນໜ້າພຣະອົງໄປຍັງ" ສາມາດແປໄດ້ວ່າ "ໄດ້ເລີ້ມເດີນທາງໄປຍັງ" ຫລື "ຕັ້ງໃຈຢ່າງແນ້ວແນ່ທີ່ຈະໄປຍັງ."
  • ຖ້ອຍຄໍາທີ່ວ່າ "ເຊື່ອງໜ້າພຣະອົງຈາກ" ສາມາດແປໄດ້ວ່າ "ຫັນ ໄປຈາກ" ຫລື "ຢຸດການຊ່ອຍເຫລືອ ຫລືການປົກປ້ອງຮັກສາ" ຫລື "ປະຕິເສດ."
  • ທີ່ວ່າ "ຕັ້ງໜ້າຕໍ່ສູ້" ເມືອງຫລືປະຊາຊົນ ສາມາດແປໄດ້ວ່າ "ເບິ່ງ ດ້ວຍຄວາມໂກດຮ້າຍ ແລະຕໍານິ" ຫລື "ປະຕິເສດທີ່ຈະຮັບ" ຫລື "ຕັດສິນໃຈທີ່ຈະປະຖິ້ມ" ຫລື "ນໍາການພິພາກສາມາສູ່."
  • ຖ້ອຍຄໍາທີ່ວ່າ, "ຈົ່ງເວົ້າຕໍ່ໜ້າພວກເຮົາ" ສາມາດແປໄດ້ວ່າ "ຈົ່ງເວົ້າກັບເຂົາຢ່າງກົງໄປກົງມາ" ຫລື "ຈົ່ງເວົ້າໃນຂະນະທີ່ພວກເຂົາ ຍັງຢູ່" ຫລື "ຈົ່ງເວົ້າກັບເຂົາຕົວຕໍ່ຕົວ."
  • ຖ້ອຍຄໍາທີ່ວ່າ, "ເທິງພື້ນໜ້າຂອງແຜ່ນດິນ" ສາມາດແປໄດ້ວ່າ "ຕະຫລອດທັງແຜ່ນດິນ" ຫລື "ເທິງແຜ່ນດິນໂລກທັງໝົດ" ຫລື "ອາໃສຢູ່ທົ່ວແຜ່ນດິນໂລກ."

ຫນ້າກຽດ ,ກຽດຊັງ

ນິຍາມ

ຄຳວ່າ"ຫນ້າກຽດ"ອະທິບາຍ ເຖີງສິ່ງທີ່ບໍ່ຄວນ ແລະຖືກປະຕິເສດ ການ"ກຽດຊັງ" ບາງສິ່ງ ຫມາຍເຖີງ ການບໍ່ມັກຢ່າງຮຸນແຮງ.

  • ຫລາຍຄົັ້ງ ທີ່ພຣະຄັມພີເວົ້າເຖີງ ຄວາມຊົ່ວຮ້າຍ ທີ່ຫນ້າເບື່ອ ນັ້ນ ຫມາຍເຖີງ ການບໍ່ມັກຫລື ປະຕິເສດ ຄວາມຊົ່ວຮ້າຍ.
  • ພຣະເຈົ້າ ຊົງໄດ້ໃຊ້ ຄຳວ່າ "ຫນ້າກຽດ" ເພື່ອອະທິບາຍການປະຕິບັດຊົ່ວຮ້າຍ ຂອງຜູ້ນະມັດສະການ ທຽມເທັດ.
  • ຊາວອິດສະຣາເອນ ໄດ້ຮັບຄຳສັ່ງໃຫ້ "ກຽດຊັງ" ການກະທຳຜິດບາບ ແລະຜິດສິນລະທັມ ຊຶ່ງກຸ່ມເພື່ອນບ້ານ ບາງກຸ່ມໄດ້ປະຕິບັດກັນຢູ່.
  • ພຣະເຈົ້າ ຊົງໄດ້ເອີ້ນ ການກະທຳທາງເພດທີ່ຜິດໆ ທັງຫມົດວ່າ

"ຫນ້າກຽດ". .ການທຳນວຍເວດມົນ ຫມໍຜີ ແລະການບູຊາເດັກ ເປັນເລື້ອງ ຫນ້າລັງກຽດຕໍ່ພຣະເຈົ້າ.

  • ຄຳວ່າ "ຫນ້າກຽດ"ອາດແປວ່າ" ປະຕິເສດຢ່າງແນ່ນອນ " ຫລື

"ກຽດ"ຫລື ອາດຖືກແປເປັນ "ຄວາມຊົ່ວຮ້າຍແຮງ" ຫລື "ຫນ້າກຽດຊັງ" ຫລື "ຖືວ່າບໍ່ດີທີ່ສຸດ".

  • ເມື່ອຖືກນຳມາໃຊ້ ກັບຄົນຊອບທັມ "ຫນ້າລັງກຽດຕໍ່" ຄົນຊົ່ວຮ້າຍ ສິ່ງນີ້ ອາດແປວ່າ "ຖືວ່າບໍ່ເປັນທີ່ພໍໃຈຢ່າງຍິ່ງຕໍ່" ຫລື "ບໍ່ພໍໃຈ" ຫລື "ຖືກປະຕິເສດໂດຍ"
  • ພຣະເຈົ້າ ໄດ້ກ່າວກັບ ຊາວອິດສະຣາເອນໃຫ້"ກຽດຊັງ" ສັດບາງຊະນິດທີ່ພຣະເຈົ້າ ຊົງໄດ້ປະກາດວ່າ "ສົກກະປົກ" ແລະບໍ່ເຫມາະ

ສຳຫລັບເຮັດເປັນອາຫານ ນີ້ຍັງອາດແປວ່າ "ບໍ່ມັກຢ່າງຍິ່ງ" ຫລື "ປະຕິເສດ" ຫລື "ຖືວ່າເປັນທີ່ຍອມຮັບບໍ່ໄດ້.


ໜ້າທະນູ ແລະ ລູກສອນ

ນິຍາມ

ນີ້ແມ່ນອາວຸດປະເພດໜຶ່ງ ເຊິ່ງປະກອບດ້ວຍລູກສອນຍິງຈາກລູກກະແຈ. ໃນສະໄໝທີ່ຂຽນພຣະຄຳພີ ມັນໃຊ້ສຳລັບການຕໍ່ສູ້ກັບສັດຕູແລະການຂ້າສັດເພື່ອເປັນອາຫານ

  • ໜ້າທະນູແມ່ນເຮັດດ້ວຍໄມ້, ກະດູກ, ໂລຫະ, ຫລືວັດຖຸແຂງອື່ນໆ, ເຊັ່ນ: ເຄື່ອງປ້ອງກັນຂອງກວາງ. ມັນມີຮູບຊົງໂຄ້ງແລະຖືກຍຶດແໜ້ນດ້ວຍເຊືອກ, ສາຍ, ຫລືເຄືອ.
  • ລູກສອນແມ່ນຮູບຊົງບາງໆທີ່ມີຫົວແຫຼມແລະແຫຼມຢູ່ສົ້ນ ໜຶ່ງ. ໃນສະໄໝບູຮານ, ລູກສອນສາມາດເຮັດດ້ວຍວັດຖຸຕ່າງໆເຊັ່ນ: ໄມ້, ກະດູກ, ຫີນ, ຫລືໂລຫະ.
  • ໜ້າທະນູ ແລະ ລູກສອນຖືກໃຊ້ທົ່ວໄປໂດຍນາຍພານ ແລະ ນັກ ຮົບ.
  • ຄຳວ່າ“ ລູກສອນ” ບາງຄັ້ງຍັງຖືກໃຊ້ໃນຕົວເລກໃນພຣະຄຳພີເພື່ອກ່າວເຖິງການໂຈມຕີຂອງສັດຕູຫລືການພິພາກສາຈາກສະຫວັນ.

ໜາມ, ຕົ້ນໄມ້ໜາມ

ນິຍາມ

ຕົ້ນໄມ້ທີ່ມີໜາມ ແລະ ໜາມ ແມ່ນຕົ້ນໄມ້ທີ່ມີງ່າແລະດອກໄມ້ທີ່ງອກງາມ. ພືດເຫລົ່ານີ້ບໍ່ໄດ້ອອກໝາກ ແລະສິ່ງອື່ນໆທີ່ເປັນປະໂຫຍດ.

  • "ໜາມ" ເປັນສິ່ງແຂງຄົມ ທີ່ເກີດເທີງກິ່ງຫຼືຕົ້ນຂອງຕົ້ນໄມ້ "ຕົ້ນໄມ້ທີ່ມີໜາມ" ເປັນຕົ້ນໄມ້ຂະນາດນ້ອຍຊະນິດໜຶ່ງຫຼືໄມ້ພຸ່ມທີ່ມີໜາມຫລາຍຕາມກິ່ງກ້ານຂອງມັນ.
  • "ພືດໜາມ" ເປັນພືດທີ່ລຳຕົ້ນແລະໃບເຕັມໄປດ້ວຍໜາມ ດອກມັກຈະເປັນສີມ່ວງ.
  • ໜາມແລະຕົ້ນໜາມເປັນພືດທີ່ຈະເລີນເຕີບໂຕຢ່າງໄວວາແລະເປັນເຫດບໍ່ສາມາດໃຫ້ພືດອື່ນໆຈະເລີນເຕີບໂຕໄດ້. ນີ້ເປັນພາບທີ່ສະແດງໃຫ້ເຫັນວ່າບາບຈະປິດກັ້ນບໍ່ໃຫ້ຜູ້ເຊື່ອເກີດຜົນທາງຈິດວິນຍານທີ່ດີ.
  • ມຸງກຸດທີ່ເຮັດຈາກໜາມແຫລມບິດເປັນກຽວທີ່ສວມເທີງຫົວຂອງພຣະເຢຊູກ່ອນທີ່ພຣະອົງຈະຖືກຕອກຄຶງເທີງໄມ້ກາງແຂນ.
  • ຖ້າເປັນໄປໄດ້ຄຳເຫລົ່ານີ້ຄວນແປໂດຍຊື່ຂອງພຶດສອງຊະນິດທີ່ແຕກຕ່າງກັນຫລືພຸມໄມ້ທີ່ເປັນທີ່ຮູ້ຈັກໃນພາສາທ້ອງຖິ່ນ.


ໝັງສືມ້ວນ

ນິຍາມ

ໃນສະໃໜ່ບູຮານ ໝັງສືມ້ວນແມ່ນປື້ມປະເພດ ໜຶ່ງ ທີ່ເຮັດດ້ວຍແຜ່ນລວດລາຍຫລືແຜ່ນ ໜັງ

  • ຫັລງຈາກຂຽນໃສ່ແຜ່ນ ໜັງສື ສຳເລັດ ປະຊາຊົນຈະເກັບໃວ້ໂດຍໃຊ້ເຊືອກຜູກໃວ້
  • ໝັງສືມ້ວນ ຍັງເປັນໝັງສື ທາງກົດໝາຍ ແລະທາງພຣະຄຳພີ
  • ບາງເທື່ອ ໜັງສືມ້ວນ ທີ່ຖືກສົ່ງໂດຍຜູ້ສົ່ງຂ່າວສານໄດ້ຖືກປະທັບຕາດ້ວຍຂີ້ເຜີ້ງ. ນີ້ຈະປ້ອງກັນບໍ່ໃຫ້ຜູ້ອື່ນເປີດປື້ມແລະຂຽນໃສ່ໄດ້.
  • ໜັງສືມ້ວນ ທີ່ຂຽນດ້ວຍພຣະຄຳພີ ພາກພາສາເຮັບເລີໄດ້ຖືກອ່ານດັງໆຢູ່ໃນທຳມະສາລາ.

ໝາກກອກ

ນິຍາມ

ໝາກກອກ ເປັນຫມາກໄມ້ ຂະໜາດນ້ອຍ ຮູບໄຂ່ຈາກຕົ້ນ ຫມາກກອກ, ຊຶ່ິ່ງສ່ວນໃຫຍ່ ປູກໃນແຖບອ້ອມຮອບ ທະເລເມດິເຕຣາເນ.

  • ຕົ້ນໝາກກອກ ມີລັກສະນະ ເປັນໄມ້ພຸ່ມ ຂະໜາດໃຫຍ່ທີ່ໃບຂຽວ ຕະຫລອດປີ ອອກດອກສີຂາວນ້ອຍໆ. ສາມາດເຕີບໂຕໄດ້ດີ ໃນພື້ນທີ່ໆມີອາກາດຮ້ອນ ແລະສາມາດ ຂຶ້ນໄດ້ດີດ້ວຍນ້ຳຫລໍ່ລ້ຽງ ພຽງນ້ອຍໆ.
  • ຫມາກກອກ ຈະມີສີຂຽວ, ເມື່ອຫມາກສຸກ ຈະກາຍເປັນສີດຳ. ສາມາດນຳຫມາກກອກ ໄປກິນ ຫລືສະກັດເປັນນ້ຳມັນໄດ້.
  • ສາມາດໃຊ້ນ້ຳມັນໝາກກອກ ສຳຫລັບເຮັດອາຫານ, ເປັນເຊື້ອໄຟ ຂອງຕະກຽງ, ແລະໃຊ້ເປັນສ່ວນປະກອບ ໃນພິທີທາງສາສນາໄດ້.
  • ໃນພຣະຄັມພີນັ້ນ, ບາງເທື່ອຈະມີການໃຊ້ຕົ້ນຫລືກິ່ງຫມາກກອກ ໃນຄໍາອຸບປະມາ ທີ່ອ້າງເຖິງປະຊາຊົນ.

ໝາກເດື່ອ

ນິຍາມ

ໝາກເດື່ອເປັນໝາກໄມ້ໜ່ວຍນ້ອຍໆ, ນຸ້ມ ມີລົດຫວານຊຶ່ງເປັນໝາກຈາກຕົ້ນໝາກເດື່ອ. ເມື່ອໝາກສຸກ ໝາກນີ້ມີຫຼາຍສີ, ລວມທັງສີນ້ຳຕານ, ສີເຫຼືອງ, ຫຼືສີມ່ວງ.

  • ຕົ້ນໝາກເດື່ອສາມາດໃຫຍ່ໄດ້ສູງເຖິງ 6 ແມັດແລະໃບທີ່ໃຫຍ່ຂອງຕົ້ນໝາກເດື່ອກໍຍັງໃຫ້ຮົ່ມເງົາທີ່ດີ. ໝາກເດື່ອຍາວປະມານ 3-5 ຊັງຕີແມັດ.
  • ອາດາມແລະເອວາໄດ້ໃຊ້ໃບໝາກເດື່ອທຳເປັນເຄື່ອງນຸ່ງຫົ່ມສຳລັບພວກເຂົາຫຼັງຈາກພວກເຂົາໄດ້ທຳບາບ.
  • ໝາກເດື່ອ ສາມາດຮັບປະທານສົດ, ຫຼືທຳອາຫານ,ຫຼືເຮັດໃຫ້ແຫ້ງ.ຄົນສາມາດຫັ່ນເປັນຕ່ອນນ້ອຍໆ ເຮັດເປັນເຂົ້າໜົມເຄັກເພື່ອຮັບປະທານໃນພາຍຫຼັງ.
  • ໄລຍະເວລາໃນພຣະຄັມພີ, ໝາກເດື່ອເປັນສິນຄ້າສົ່ງອອກ ເປັນແຫຼ່ງອາຫານແລະລາຍໄດ້ທີ່ສຳຄັນ.
  • ພຣະຄັມພີເວົ້າເຖິງຕົ້ນໝາກເດື່ອທີ່ເກີດໝາກຫຼາຍໆຄັ້ງໃນຮູບແບບທີ່ເປັນໝາຍສຳຄັນຂອງຄວາມຮຸ່ງເຮືອງ.

ໝາກທຳອິດ

ນິຍາມ

ຄຳວ່າ "ໝາກທຳອິດ" ກ່າວເຖິງສ່ວນທຳອິດຂອງພືດຜົນລະໄມ້ແລະຜັກທີ່ຖືກເກັບກ່ຽວໃນລະຫ່ວາງລະດູການເກັບກ່ຽວແຕ່ລະຄັ້ງ.

  • ຊົນຊາດອິສະຣາເອນຖວາຍໝາກທຳອິດເຫຼົ່ານີ້ເພື່ອເປັນເຄື່ອງຖວາຍບູຊາ.
  • ຄຳນີ້ຍັງໃຊ້ເປັນຄຳປຽບທຽບໃນພຣະຄັມພີເປັນການກ່າວເຖິງບຸດຊາຍຫົວປີທີ່ໄດ້ເກີດມາເປັນໝາກທຳອິດຂອງຄອບຄົວ. ນັ້ນກໍເພາະວ່າເຂົາເປັນບຸດຊາຍທີ່ເກີດມາໃນຄອບຄົວຄົນທຳອິດ, ເຂົາຈະເປັນຄົນທີ່ສືບທອດຊື່ຕະກູນຂອງຄອບຄົວແລະກຽດຕິຍົດ.
  • ເພາະວ່າພຣະເຢຊູຊົງໄດ້ເປັນຂຶ້ນມາຈາກຄວາມຕາຍ, ພຣະອົງຊົງຖືກຮຽກວ່າເປັນ "ໝາກທຳອິດ" ແກ່ຜູ້ສັດທາທຸກຄົນທີ່ເຊື່ອໃນພຣະອົງວ່າຜູ້ທີ່ໄດ້ຕາຍໄປແລ້ວແຕ່ວັນນຶ່ງຈະກັບເປັນຂຶ້ນມາມີຊີວິດ.
  • ຜູ້ສັດທາທັງຫຼາຍໃນພຣະເຢຊູຍັງຖືກຮຽກວ່າເປັນ "ໝາກທຳອິດ" ທ່າມກາງສິ່ງຊົງສ້າງທັງຫຼາຍ, ສຳແດງໃຫ້ເຫັນເຖິງສິດທິພິເສດແລະຕຳແໜ່ງຂອງຄົນເຫຼົ່ານັ້ນທີ່ພຣະເຢຊູຊົງໄດ້ໄຖ່ແລະຮຽກເອີ້ນໃຫ້ມາເປັນປະຊາກອນຂອງພຣະອົງ.

ຄຳແນະນຳການແປ

  • ການໃຊ້ຕາມຕົວອັກສອນຂອງຄຳນີ້ສາມາດແປໄດ້ອີກວ່າ "ສ່ວນທຳອິດ".

ໝາກພີ​ລາ

ນິຍາມ

ໝາກ​ພິ​ລາເປັນໝາກໄມ້ຊະນິດໜຶ່ງທີ່ມີເປືອກໜາແລະແຂງເຊີ່ງເຕັມໄປດ້ວຍເມັດຈຳນວນຫລາຍທີ່ຖືກຫຸ້ມດ້ວຍເຫຍື່ອສີແດງທີ່ສາມາດກິນໄດ້

  • ເປືອກນອກມີສີແດງແລະຊີ້ນອ້ອມເມັດທີ່ເປັ່ງປະກາຍແລະສີແດງ
  • ​ໝາກ​ພິ​ລາມັກຈະເລີນເຕີບໂຕຫລາຍໃນປະເທດທີ່ມີອາກາດຮ້ອນ ອາກາດແຫ້ງ ເຊັ່ນປະເທດເອຢິປແລະອິດສະລາເອນ
  • ພຣະຢາເວ ພຣະອົງຊົງສັນຍາກັບຊາວອິດສະລາເອນ ວ່າການາອານເປັນແຜ່ນດິນທີ່ມີນ້ຳອຸດົມສົມບູນ ແລະມີດິນອຸດົມສົມບູນເພື່ອຈະໃຫ້ມີອາຫານຫລວງຫລາຍທັງໝົດເຖິງໝາກທັບທິມ
  • ການກໍ່ສ້າງວິຫານຂອງຊາໂລມ ທັງຫມົດເຖິງເຄື່ອງປະດັບທອງສັມລິດໃນຮູບຮ່າງຂອງ$າກ​ພິ​ລາ

ໝາກເຫັບ

ນິຍາມ

ຄໍານີ້ອ້າງເຖິງນໍ້າທີ່ແຂງຕົວເປັນກ້ອນນ້ອຍຫລືກ້ອນໃຫຍ່ທີ່ຕົກລົງມາຈາກທ້ອງຟ້າ. ຄໍາທີ່ຕ່າງກັນ, "ໝາກເຫັບ" ໃຊ້ໃນການທັກທາຍກັບຄົນບາງຄົນ ແລະສາມາດໃຫ້ຄວາມວ່າ "ຮາໂລ" ຫລື "ສະບາຍດີ".

  • ໝາກເຫັບທີ່ຕົກລົງມາຈາກທ້ອງຟ້າເປັນຮູບແບບລູກກົມໆ ຫລື ກ້ອນນໍ້າແຂງທີ່ເອີ້ນວ່າ "ກ້ອນໝາກເຫັບ."
  • ໂດຍປົກກະຕິໝາກເຫັບຈະມີຂະໜາດນ້ອຍໆ (ກວ້າງບໍ່ເທົ່າໃດຊັງຕີແມັດ), ແຕ່ກໍຍັງມີໝາກເຫັບກ້ອນທີ່ໃຫຍ່ມີຂະໜາດກ້ວາງເຖິງ 20 ຊັງຕີແມັດແລະມີນໍ້າໜັກຫລາຍກວ່າໜຶ່ງກິໂລ ກ​ຣາມ.
  • ພຣະທໍາພຣະນິມິດໃນພັນທະສັນຍາໃໝ່ໄດ້ອະທິບາຍເຖິງກ້ອນໝາກເຫັບຂະໜາດໃຫຍ່ທີ່ໜັກ 50 ກິໂລກຣາມທີ່ພຣະເຈົ້າເຮັດໃຫ້ຕົກລົງມາໃນໂລກເມື່ອພຣະອົງພິພາກສາປະຊາຊົນສໍາລັບຄວາມຊົ່ວຊ້າຂອງພວກເຂົາໃນຊ່ວງເວລາສຸດທ້າຍ.
  • ຄໍາວ່າ "ໝາກເຫັບ" ຫລື "ເຮລ" ເປັນຄໍາທັກທາຍໃນພາສາອັງກິດແບບເກົ່າ ຕາມຕົວອັກສອນໝາຍຄວາມວ່າ "ຍິນດີ" ແລະສາມາດແປວ່າ "ທັກທາຍ" ຫລື ເຮໂລ.

ໝາປ່າ, ຝູງໝາປ່າ, ໝາປ່າ

ນິຍາມ

ໝາປ່າເປັນສັດດຸຮ້າຍ ສັດກິນເນື້ອທີ່ຄ້າຍຄືກັນກັບໝາປ່າ.

  • ໝາປ່າໂດຍປົກກະຕິມັກລ້າເປັນຝູງແລະອໍາພາງຕົວຢ່າງສະຫຼາດເມື່ອເຂົ້າຫາເຫຍື່ອກິນຂອງພວກມັນແລະມີພຶດຕິກັມຂີ້ຂະໂມຍ.
  • ໃນພຣະຄຳພີ ມີຄຳສັບທີ່ວ່າ "ຝູງໝາປ່າ" ໃຊ້ໃຫ້ເຫັນພາບເມື່ອໝາຍເຖິງຄູສອນທີ່ແທ້ຈິງຫຼືຜູ້ປະກາດພຣະທຳປອມ ຜູ້ທີ່ທຳລາຍຜູ້ທີ່ເຊື່ອທັງຫຼາຍທີ່ປຽບເໝືອນລູກແກະ ການສອນທີ່ຜິດໆ ເປັນສາຍເຫດໃຫ້ປະຊາຊົນເຊື່ອໃນສິ່ງທີ່ຜິດທີ່ນຳອັນຕະລາຍມາສູ່ພວກເຂົາ.
  • ການປຽບທຽບນີ້ຢູ່ໃນພຶ້ນຖານຂອງຄວາມຈິງທີ່ວ່າຝູງແກະນັ້ນອ່ອນແອມັກທີ່ຈະຖືກທຳລາຍແລະຖືກກັດກິນໂດຍຝູງໝາປ່າ ເພາະວ່າພວກມັນອ່ອນແອແລະບໍ່ສາມາດປົກປ້ອງຕົວເອງໄດ້ເລີຍ.

ໝີ

ນິຍາມ

ໝີແມ່ນສັດມີຂົນຂະໜາດໃຫຍ່ມີສີ່ຂາມີຂົນສີນ້ ຳຕານເຂັ້ມຫລືສີດຳ, ມີແຂ້ວແລະຮອຍເລັບແຫຼມ. ໝີມີຢູ່ໃນປະເທດອິດສະລາແອນໃນສະ ໄໝພຣະຄຳພີ.

  • ສັດເຫຼົ່ານີ້ອາໄສຢູ່ໃນປ່າແລະເຂດພູດອຍ; ພວກເຂົາກິນປາ, ແມງໄມ້ແລະພືດ.
  • ໃນສັນຍາເກົ່າ, ໝີຖືກໃຊ້ເປັນສັນຍາລັກຂອງກຳລັງແຮງ.
  • ໃນຂະນະທີ່ລ້ຽງແກະ, ດາວິດຜູ້ລ້ຽງແກະໄດ້ຕໍ່ສູ້ກັບໝີ ແລະເອົາຊະນະມັນ.
  • ໝີສອງໂຕໄດ້ອອກມາຈາກປ່າແລະໂຈມຕີກຸ່ມໄວໜຸ່ມທີ່ໄດ້ເຍາະເຍີ້ຍຜູ້ເຜີຍພຣະຄຳເອລີຊາ.

ໝູ , ​ໝູເປະເປື້ອນ , ຊີ້ນ​ໝູ

ນິຍາມ

ໝູເປັນສັດສີ່ຂາ ຕີນມີກີບ ລ້ຽງໄວ້ເພື່ອໃຊ້ຊີ້ນເປັນອາຫານ ສ່ວນຊີ້ນທີ່ໄດ້ຈາກສຸກອນຫລືໝູນັ້ນເອີ້ນວ່າ "ຊີ້ນໝູ" ຄຳທົ່ວໄປທີ່ໃຊ້ເອີ້ນສັດຊະນິດນີ້ຄື "ໝູ"

  • ພຣະເຈົ້າໄດ້ຊົງບອກຊາວອິດສະລາເອນບໍ່ໃຫ້ຮັບປະທານຊີ້ນໝູແລະເບີ່ງໝູວ່າບໍ່ສະອາດ ປະຈຸບັນຊາວຢິວຍັງຄົງເຫັນວ່າໝູນັ້ນເປັນສັດທີ່ເປະເປື້ອນແລະຍັງຄົງບໍ່ກິນຊີ້ນໝູ
  • ໝູຖືກລ້ຽງໃນຟາມເພື່ອຂາຍໃຫ້ປະຊາຊົນຄົນອື່ນສຳລັບຊີ້ນຂອງມັນ
  • ມີໝູອີກປະເພດໜຶ່ງເຊີ່ງບໍ່ໄດ້ຖືກລ້ຽງໃນຟາມແຕ່ມີຊີວິດໃນປ່າ ສັດຊະນິດນີ້ເອີ້ນວ່າ "ໝູປ່າ" ໝູປ່າມີແຂ້ວແຫລມແລະຖືກພິຈາລະນາວ່າເປັນສັດທີ່ອັນຕະລາຍ
  • ບາງເທື່ອໝູທີ່ມີຕັວໃຫຍ່ຈະອ້າງອີງວ່າ "ໝູຕອນ"

ຫລອກ​ລວງ, ຄວາມບໍ່​ຈິງ, ເລ່​ກົນ, ການ​ຫ​ລອກ​ລວງ ເຂົ້າ​ໃຈ​ຜິດ​ງ່າຍ

ນິຍາມ

​ຄຳ​ວ່າ "​ຫລອກ​ລວງ" ໝາຍ​ເຖີງ ເຮັດ​ໃຫ້​ຄົນ​ອື່ນ​ເຊື່ອ ​ສິ່ງ​ທີ່ບໍ່​ເປັນ​ຄວາມ​ຈິງ ການ​ກະ​ທຳ​ທີ່​ຫລອກ​ລວງ ​ບາງ​ຄົນ​ເອີ້ນ​ວ່າ "ຫລອກ​ລວງ"

  • ຄຳ​ວ່າ "ການ​ຫລອງ​ລວງ" ອີກ​ຄຳໜຶ່ງ ອ້າງ​ເຖີງ​ການ​ກະ​ທຳ ​ທີ່​ເຮັດ​ໃຫ້ບາງ​ຄົນ​ເຊື່ອ ​ສິ່ງ​ທີ່ບໍ່​ເປັນ​ຄວາມ​ຈິງ.
  • ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນໆ ເຊື່ອ ​ສິ່ງ​ທີ່ບໍ່​ຖຶກ​ຕ້ອງ​ຄື " ຜູ້​ຫລອກ​ລວງ" ຕົວ​ຢ່າງ​ເຊ​ັ່ນ,ຊາ​ຕານ​ເອີ້ນ​ວ່າ " ຜູ້​ຫລອ​ກ​ລວງ" ວິນ​ຍານ​ຊົ່ວຮ້າຍ" ​ທີ່​ມັນ​ຄວບ​ຄຸມ ​ເປັນ​ຜູ້​ຫລອກ​ລວງ​ນຳ​ດ້ວຍ.
  • ບຸກ​ຄົນ​ໃດໆ ທີ່​ເຮັດ ​ຫລື ​ໃຫ້​ຂ່າວ​ສານ ​ທີ່ບໍ່​ເປັນ​ຄວາມ​ຈິງ ​ສາ​ມາດ​ເວົ້າ​ໄດ້​ວ່າ " ເຮັດ​ໃຫ້​ຄົນ​ເຂົ້າ​ໃຈ​ຜິດ"
  • ຄຳ​ວ່າ " ຫລອກ​ລວງ" ແລະ​ "ການ​ຫລອກ​ລວງ" ມີ​ຄວາມ

ຫມາຍ​ເໝືອນ​ກັນ ແຕ່​ມີ​ຄວາມ​ແຕກ​ຕ່າງ​ເລັກ​ນ້ອຍ ໃນ​ວິ​ທີ​ໃຊ້.

  • ຄຳ​ອະ​ທິ​ບາຍ​ວ່າ " ຄວາມບໍ່​ຈິ" ແລະ"ເລ້​ກົນ" ມີ​ຄວາມ​ໝາຍ​ເໝືອນ​ກັນ ​ແລະ​ ໃຊ້​ໃນ​ກໍ​ຣະ​ນີ​ດຽວ​ກັນ.

%ຄຳ​ແນະ​ນຳ​ໃນ​ການ​ແປ

  • ການ​ແປ " ຫລອກ​ລວງ" ອາ​ດ​ລວມ​ເຖີງ ຂີ້​ຕ​ົວະ ຫລື " ເຮັດ​ໃຫ້​ເກີດ​ຄວາມ​ເຂົ້າ​ໃຈ​ຜີດ" ຫລື "ຂີ້​ຕົວະ" ຫລື "ເລ້​ກົນ" ຫລື "ເຮັດ​ໃຫ້​ໂງ່" ຫລື "ຫລົງ​ຜີດ".
  • " ​ຜູ້ທີ່​ຕົວະ" ອາ​ຈ​ແປ​ໄດ້​ວ່າ " ຄົນ​ຂີ້​ຕົວະ" ຫລື " ທຳໃຫ້ເກີດຄວາມ​ຜິດ" ຫລື "ຄົນຫລອກລວງ".
  • ຄຳ​ວ່າ " ການ​ຫລອກ​ລວງ" ຫລື " ຄວາມບໍ່​ຈິງ " ອາ​ຈ​ແປ​ດ້ວຍຄຳ ຫລື ຄຳເວົ້າ ທີ່ວ່າ " ຄວາມບໍ່​ຈິງ" ຫລື"ຫລອກລວງ"ຫລື (ກົນລວງ" ຫລື "ບໍ່ສັດຊື່" ​ທັງນີ້ຂື້ນຢູ່ກັບບໍລິບົດນັ້ນໆ.
  • ຄຳວ່າ "ກາານຫລອກລວງ"ຫລື "ຄວາມບໍ່ຈິງ"ອາດແປໄດ້ວ່າ

"ຄວາມບໍ່ຈິງ" ຫລື ເຮັດໃຫ້ເຂົ້າໃຈຜິດ" ຫລື "ຫລອກລວງ" ເພື່ອອະທິບາຍບຸກຄົນ ທີ່ເວົ້າ ຫລື ກະທຳໃນລັກສະນະ ທີ່ທເຮັດໃຫ້ຄົນອື່ນເຊື່ອ​ ໃນສິ່ງທີ່ບໍ່ເປັນຄວາມຈິງ.


ຫລອມລະລາຍ, ຖືກຫລອມລະລາຍ

ນິຍາມ

ຄຳວ່າ "ຫລອມລະລາຍ" ແມ່ນບົ່ງບອກເຖິງບາງສິ່ງທີ່ຖືກຄວາມຮ້ອນເຮັດໃຫ້ເປື່ອຍຈົນກາຍເປັນຄືນ້ຳ. ມັນຖືກໃຊ້ໃນລັກສະນະຂອງຄຳອຸປະມາຄືກັນ. ສິ່ງທີ່ຖືກຫລອມຈົນເປື່ອຍ ຈະເອີ້ນວ່າ "ຖືກຫລອມລະລາຍ."

  • ເຫລັກທີ່ຊະນິດແຕກຕ່າງກັນ ຈະໃຊ້ຄວາມຮ້ອນທີ່ຕ່າງກັນເພື່ອເຮັດໃຫ້ມັນເປື່ອຍ ແລະສາມາດຖອກໃສ່ແມ່ແບບຕາມຄວາມຕ້ອງການ ເພື່ອເຮັດເປັນຊິ້ນງານຕ່າງໆ ເຊັ່ນ ອາວຸດ ຫລື ຮູບເຄົາລົບ. ປະໂຫຍກທີ່ເວົ້າວ່າ "ເຫລັກທີ່ຖືກລະລາຍຈົນເປື່ອຍ" ແມ່ນບົ່ງບອກເຖິງເຫລັກທີ່ຖືກຫລອມລະລາຍແລ້ວ.
  • ເວລາໄຕ້ທຽນ ຂີ້ເຜິ້ງທີ່ເປັນທຽນ ຈະຄ່ອຍໆ ລະລາຍ ແລະໄຫລຍ້ອຍລົງ. ໃນສະໄໝບູຮານ ຈະຕິດປາກຊອງຈົດໝາຍ ໂດຍ, ຫຍອດຂີ້ເຜິ້ງໜ້ອຍໜຶ່ງໃສ່ປາກຊອງຈົດໝາຍ.
  • ຄຳອຸປະມາທີ່ໃຊ້ຄຳວ່າ "ຫລອມລະລາຍ" ໝາຍຄວາມວ່າ ໄດ້ກາຍເປັນສິ່ງທີ່ອ່ອນແຫລວແລະອ່ອນແອ, ຄ້າຍຄືກັບຂີ້ເຜິ້ງທີ່ລະລາຍແລ້ວ.
  • ປະໂຫຍກທີ່ວ່າ "ຫົວໃຈຂອງພວກເຂົາຈະຖືກຫລອມລະລາຍ," ໝາຍຄວາມວ່າ ພວກເຂົາຈະກາຍເປັນຄົນທີ່ອ່ອນແອຫລາຍ ຍ້ອນຄວາມຢ້ານກົວ.
  • ມີປະໂຫຍກຄຳອຸປະມາອື່ນອີກ ເຊັ່ນ, "ພວກເຂົາຈະລະລາຍ ໄປ" ໝາຍຄວາມວ່າ ພວກເຂົາຈະຖືກບັງຄັບໃຫ້ໜີໄປ ຫລື ພວກເຂົາຈະສະແດງຄວາມອ່ອນແອອອກມາ ແລະຈະໜີໄປໃນຄວາມພ່າຍແພ້.
  • ຄວາມໝາຍຕາມໂຕອັກສອນຂອງຄຳວ່າ "ຫລອມລະລາຍ" ສາມາດແປໄດ້ວ່າ "ຈົນອ່ອນແຫລວ" ຫລື "ຖືກເຮັດຈົນອ່ອນແຫລວ" ຫລື "ເປັນຕົ້ນເຫດໃຫ້ກາຍເປັນອ່ອນແຫລວ."
  • ວິທີທາງອື່ນອີກທີ່ຈະແປຄວາມໝາຍໃນລັກສະນະເປັນຄຳອຸປະມາຂອງຄຳວ່າ "ຫລອມລະລາຍ" ສາມາດແປອີກວ່າ "ກາຍເປັນອ່ອນນຸ້ມ" ຫລື "ກາຍເປັນອ່ອນແອ" ຫລື "ໄດ້ຮັບຄວາມພ່າຍແພ້."

ຫລັກຄຳສອນ

ນິຍາມ

ຄຳວ່າ"ຫລັກຄຳສອນ" ຕາມຕົວອັກສອນຫມາຍເຖີງ "ການສອນ"ມັກກ່າວເຖີງການສອນທາງສາດສະຫນາ.

  • ໃນບໍຣິບົດ ຄຳສອນຂອງ "ຄຣິດສະຕຽນ"ອ້າງເຖີງຄຳສອນ ທັງຫມົດ ກ່ຽວກັບພຣະເຈົ້າ-ພຣະບິດາ ພຣະບຸດແລະພຣະວິນຍານບໍຣິສຸດ- ລວມທັງຄຸນລັກສະນະ ຂອງພຣະອົງ ທັງຫມົດ ແລະທຸກສິ່ງທີ່ພຣະອົງຊົງໄດ້ກະທຳ.
  • ນອກຈາກນີ້ ຍັງກ່າວເຖີງ ທຸກສິ່ງທີ່ພຣະເຈົ້າຊົງຄຣິດສະຕຽນ ກ່ຽວກັບການດຳເນີນ ຢ່າງບໍຣິສຸດ ຊີວິດທີ່ນຳສະຫງ່າລາສີມາສູ່ພຣະອົງ ດວ້ຍ.
  • ຄຳວ່າ "ຫລັກຄຳສອນ"ບາງຄັ້ງກໍໃຊ້ ເພື່ອອ້າງເຖີງ ຄຳສອນທີ່ຜິດໆ ຫລື ຄຳສອນສາດສະຫນາ ທາງໂລກ ທີ່ມາຈາກມະນຸດ ເບິ່ງ

ບໍຣິບົດ ທີ່ຈະຊ່ວຍເຮັດໃຫ້ ຄວາມຫມາຍຊັດເຈັນ.


ຫວ່ານ, ຜູ້ຫວ່ານ, ປູກ

ນິຍາມ

ການ "ຫວ່ານ" ໝາຍເຖິງການໃສ່ເມັດລົງໄປໃນດິນເພື່ອທີ່ຈະປຸກພືດ. ຄໍາວ່າ "ຜູ້ຫວ່ານ" ຄືບຸກຄົນທີ່ຫວ່ານຫລືປູກເມັດ.

  • ວິທີການຫວ່ານຫລືການປຸກນັ້ນແຕກຕ່າງກັນ, ແຕ່ມີວິທີໜຶ່ງທີ່ຄືກັນຄືເອົາເມັດມາແລະກະຈາຍລົງໄປເທິງພື້ນດິນ.
  • ອີກວິທີໜຶ່ງຂອງການປຸກເມັດຄືການຂູດຂຸມໃນດິນແລະໃສ່ເມັດລົງໄປໃນແຕ່ລະຂຸມ.
  • ຄຳວ່າ "ຫວ່ານ" ສາມາດໃຊ້ເປັນຄຳປຽບທຽບໄດ້ວ່າ, "ບຸກຄົນຈະເກັບກ່ຽວໃນສິ່ງທີ່ທ່ານຫວ່ານໄວ້" ນີ້ໝາຍຄວາມວ່າຖ້າບຸກຄົນເຮັດຊົ່ວທ່ານເອງຈະໄດ້ຮັບຜົນຊົ່ວນັ້ນ. ແລະຖ້າບຸກຄົນເຮັດດີຕ່ໍ່ຄົນອື່ນ, ທ່ານເອງຈະໄດ້ຮັບຜົນທີ່ດີ.

ຫອກ

ນິຍາມ

ຫອກເປັນອາວຸດຊະນິດທີ່ຍາວມີດ້າມເປັນໄມ້ແລະເປັນເຫລັກທີ່ແຫລມຄົມ​ທີ່ປາຍດ້ານໜຶ່ງຊຶ່ງໃຊ້ຊັດອອກໄປໄກໄດ້.

  • ຫອກຖືກໃຊ້ກັນຢ່າງແຜ່ຫລາຍໃນສົງຄາມໃນສະໄໝຂອງພຣະຄຳພີ. ຫອກຍັງຄົງໃຊ້ຈົນເຖິງປະຈຸບັນໃນທີ່ມີຄວາມຂັດແຍ້ງລະຫວ່າງບາງກຸ່ມ.
  • ທະຫານໂຣມັນໄດ້ໃຊ້ຫອກໃນການແທງສີຂ້າງຂອງພຣະເຢຊູໃນຂະນະທີ່ພຣະອົງຖືກຄຶງທີ່ເທິງໄມ້ກາງແຂນ
  • ບາງເທື່ອຄົນຍັງໃຊ້ຫອກໃນການຫາປາຫລືສັດອື່ນໆ ເພື່ອເປັນອາຫານ.
  • ອາວຸດທີ່ຄ້າຍຄືກັນໄດ້ແກ່ "ທວນ" ຫລື "ຫລາວ."
  • ໃຫ້ແນ່ໃຈວ່າການແປ ຄຳວ່າ "ຫອກ" ແຕກຕ່າງຈາກການແປຄຳວ່າ "ດາບ" ຊຶ່ງເປັນອາວຸດທີ່ໃຊ້ສຳລັບຈິ້ມຫລືແທງບໍ່ແມ່ນແກວ່ງ, ດາບຍັງມີດ້າມຈັບທີ່ຍາວ ຂະນະທີ່ຫອກມີໃບມີດນ້ອຍໆ ຢູ່ທີ່ປາຍດ້າມ.

ຫັນ,ຫັນໜີ,ຫັນກັບມາ

ນິຍາມ

ການ "ຫັນ" ໝາຍເຖິງການປ່ຽນທິດທາງທາງກາຍະພາບຫລືເຮັດໃຫ້ເກີດສິ່ງອື່ນເພື່ອປ່ຽນທິດທາງ.

  • ຄຳວ່າ "ຫັນ" ສາມາດໝາຍເຖິງ "ຫັນໄປອ້ອມຮອບ" ເພື່ອແນມຂ້າງຫລັງຫລືຫັນໜ້າໄປທິດທາງທີ່ຕ່າງໄປ.
  • ການ "ຫັນກັບ"ຫລື "ໜີໄປ" ໝາຍຄວາມວ່າ "ກັບໄປ" ຫລື "ຈາກໄປ" ຫລື "ເຮັດໃຫ້ບາງຄົນໜີໄປ."
  • "ຫັນໄປຈາກ" ສາມາດໝາຍເຖິງ "ຢຸດ" ເຮັດຫຍັງບາງຢ່າງຫລືເພື່ອປະຕິເສດບາງຄົນ.
  • ການ "ຫັນໄປທາງ" ບຸກຄົນໃດໆ ໝາຍເຖິງການເບິ່ງກົງໄປທີ່ບຸກຄົນນັ້ນ.
  • ການ "ຫັນແລະອອກຈາກ" ຫລື "ຫັນຫລັງອອກໄປ" ໝາຍເຖິງ "ອອກໄປ."
  • ເພື່ອ "ຫັນກັບມາ" ໝາຍເຖິງ "ເລີ່ມເຮັດບາງສິ່ງອີກເທື່ອໜຶ່ງ."

"ຫັນເຫໄປຈາກ" ໝາຍເຖິງ "ຢຸດເຮັດຫຍັງບາງຢ່າງ."

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບບໍລິບົດ ຄໍາວ່າ"ຫັນ" ສາມາດແປເປັນ "ປ່ຽນແປງທິດທາງ" ຫລື "ໄປ" ຫລື "ຍ້າຍ."
  • ໃນບາງບໍລິບົດ "ຫັນ" ສາມາດແປວ່າ "ເປັນເຫດ."

ຫາຍໃຈ, ລົມຫາຍໃຈ

ນິຍາມ

ໃນພຣະຄຳພີ, ຄຳວ່າ "ລົມຫາຍໃຈ" ແລະ "ຫາຍໃຈ" ມັກຖືກນຳ ໃຊ້ເປັນຕົວຢ່າງເພື່ອປຽບທຽບກັບການໃຫ້ຊີວິດຫລືການມີຊີວິດ.

  • ພຣະຄຳພີສອນວ່າພຣະເຈົ້າໄດ້ເປົ່າລົມ“ ຫາຍໃຈເຂົ້າ” ໃຫ້ແກອາດາມ. ຫລັງຈາກຈຸດນັ້ນອາດາມກາຍເປັນຈິດວິນຍານທີ່ມີຊີວິດຢູ່.
  • ໃນເວລາທີ່ພຣະເຢຊູປະທານລົມໃສ່ພວກສາວົກແລະບອກພວກເຂົາໃຫ້ "ຮັບເອົາພຣະວິນຍານ," ລາວອາດຈະຫາຍໃຈອອກອາກາດຢ່າງຈິງຈັງເພື່ອສະແດງໃຫ້ເຫັນພຣະວິນຍານບໍລິສຸດສະເດັດມາຫາພວກເຂົາ.
  • ຄຳເວົ້າທີ່ມີການປຽບທຽບກັບ "ລົມຫາຍໃຈຂອງພຣະເຈົ້າ" ຫລື "ລົມຫາຍໃຈຂອງພຣະເຢໂຫວາ" ມັກຈະໝາຍເຖິງຄວາມຄຽດແຄ້ນຂອງພຣະເຈົ້າທີ່ຖືກຖອກເທລົງໃສ່ປະເທດທີ່ກະບົດ. ມັນສື່ສານອຳນາດຂອງລາວ.

ຄຳແນະນຳໃນການແປ

  • ຄຳເວົ້າທີ່ວ່າ "ລົມຫາຍໃຈສຸດທ້າຍຂອງລາວ" ແມ່ນວິທີການປຽບທຽບຄຳເວົ້າທີ່ວ່າ "ລາວຕາຍ." ມັນຍັງສາມາດແປ ເປັນ "ລາວໄດ້ລົມຫາຍໃຈສຸດທ້າຍ" ຫລື "ລາວຢຸດຫາຍໃຈແລະຕາຍ" ຫລື "ລາວຫາຍໃຈຢູ່ໃນອາກາດຄັ້ງສຸດທ້າຍ."
  • ການພັນລະນາພຣະຄຳພີເປັນ "ລົມຫາຍໃຈຈາກພຣະເຈົ້າ" ໝາຍຄວາມວ່າພຣະເຈົ້າໄດ້ກ່າວ ຫລື ດົນໃຈຖ້ອຍຄຳຂອງພຣະຄຳພີ ເຊິ່ງຜູ້ຂຽນແມ່ນມະນຸດຂຽນ. ມັນອາດຈະເປັນການດີທີ່ສຸດ, ຖ້າເປັນໄປໄດ້, ໃຫ້ແປ "ຈາກທີ່ພຣະເຈົ້າປະທານໃຫ້ທີໄດ້ຈາກພຣະເຈົ້າ" ບາງຄັ້ງເພາະມັນຍາກທີ່ຈະສື່ສານຄວາມໝາຍທີ່ແນ່ນອນຂອງສິ່ງນີ້.
  • ຖ້າການແປພາສາ "ລົມຫາຍໃຈຈາກພຣະເຈົ້າ" ເປັນທີ່ຍອມຮັບບໍ່ໄດ້, ວິທີອື່ນໃນການແປພາສານີ້ອາດປະກອບມີ, "ໄດ້ຮັບການດົນໃຈຈາກພຣະເຈົ້າ" ຫລື "ຂຽນໂດຍພຣະເຈົ້າ" ຫລື "ເວົ້າໂດຍພຣະເຈົ້າ." ຍັງສາມາດເວົ້າໄດ້ວ່າ "ຖ້ອຍຄຳທີ່ອອກມາຈ່າກພຣະ ເຈົ້າ ແມ່ນລົມຫາຍໃຈ"ຈາກພຣະຄຳພີ.
  • ຄຳເວົ້າທີ່ວ່າ "ເອົາລົມຫາຍໃຈເຂົ້າ" ຫລື "ຫັນໃຈຊີວິດເຂົ້າໄປໃນ" ຫລື "ໃຫ້ລົມຫາຍໃຈ" ສາມາດແປເປັນ "ສາເຫດໃຫ້ຫາຍໃຈ" ຫລື"ເຮັດໃຫ້ມີຊີວິດອີກຄັ້ງ" ຫລື "ເຮັດໃຫ້ພວກເຂົາມີຊີວິດແລະຫາຍໃຈ" ຫລື "ໃຫ້ຊີວິດ. "
  • ຖ້າເປັນໄປໄດ້, ມັນດີທີ່ສຸດທີ່ຈະແປ "ລົມຫາຍໃຈຂອງ ພຣະເຈົ້າ" ດ້ວຍຄໍາທີ່ຮູ້ໜັງສືທີ່ຖືກໃຊ້ສໍາລັບ "ລົມຫາຍໃຈ" ໃນພາສາ. ຖ້າຂາດພຣະເຈົ້າບໍ່ສາມາດເວົ້າໄດ້ວ່າມີລົມຫາຍໃຈ, ນີ້ອາດຈະຖືກແປວ່າ "ພະລັງຂອງພຣະເຈົ້າ" ຫລື "ຄຳເວົ້າຂອງພຣະເຈົ້າ."
  • ຄຳເວົ້າທີ່ວ່າ "ຈັບລົມຫາຍໃຈຂອງຂ້ອຍ" ຫລື "ຂ້ອຍຫັນໃຈໃຫ້ຂ້ອຍ" ສາມາດແປວ່າ "ຜ່ອນຄາຍເພື່ອຫາຍໃຈຊ້າຫຼາຍ" ຫລື "ຢຸດແລ່ນເພື່ອຫາຍໃຈປົກກະຕິ."
  • ຄຳເວົ້າທີ່ວ່າ "ເປັນພຽງລົມຫາຍໃຈ" ໝາຍຄວາມວ່າ "ໃຊ້ເວລາສັ້ນໆ."
  • ຄ້າຍຄືກັນຄຳເວົ້າທີ່ວ່າ "ມະນຸດແມ່ນລົມຫາຍໃຈດຽວ" ໝາຍ ຄວາມວ່າ "ຄົນເຮົາມີຊີວິດຢູ່ສັ້ນໆ" ຫລື "ຊີວິດຂອງມະນຸດແມ່ນສັ້ນຫລາຍ, ຄືລົມຫາຍໃຈດຽວ" ຫລື "ທຽບກັບພຣະເຈົ້າ, ຊີວິດຂອງຄົນເຮົາເບິ່ງຄືວ່າສັ້ນ ເວລາທີ່ມັນຕ້ອງໃຊ້ເວລາໃນການຫາຍໃຈໃນລົມຫາຍໃຈຢ່າງດຽວ. "

ຫິມະ

ນິຍາມ

ຄຳວ່າ "ຫິມະ" ໝາຍເຖິງເກັດສີຂາວຂອງນ້ຳກ້ອນທີ່ຕົກມາຈາກກ້ອນເມກໃນທີ່ຊຶ່ງອຸນຫະພູມຂອງອາກາດໜາວ.

  • ຫິມະຕົກໃນທີ່ຊຶ່ງມີລະດັບຄວາມສູງໃນອິດສະຣາເອນ ແຕ່ກໍ່ອາດຈະບໍ່ຢູ່ເທິງດິນນານກ່ອນຈະລະລາຍ ເທິງຍອດພູເຂົາຕ່າງໆ. ມີແນວໂນ້ມທີ່ຈະມີຫິມະຢູ່ໄດ້ນານກວ່າ. ມີຕົວຢ່າງໜຶ່ງທີ່ພຣະຄຳພີໄດ້ກ່າວເຖິງຫິມະເທິງພູເຂົາເລບານອນ.
  • ບາງສິ່ງທີ່ມີສີຂາວຈະຖືກປຽບເຖິງສີຂອງຫິມະ ເຊັ່ນດຽວກັບເມື່ອເສື້ອຜ້າຫລືຜົມຂອງພຣະເຢຊູຖືກອະທິບາຍວ່າເປັນ "ສີຂາວເໝືອນຫິມະ."
  • ຄວາມຂາວຂອງຫິມະໃຊ້ເປັນສັນຍາລັກຂອງຄວາມບໍລິສຸດແລະຄວາມສະອາດ. ຕົວຢ່າງເຊັ່ນການບັນຍາຍເຖິງ "ຄວາມບາບຂອງເຮົາຈະຂາວດັ່ງຫິມະ" ໝາຍເຖິງພຣະເຈົ້າຊົງຊຳລະຄົນຂອງພຣະອົງຈາກຄວາມບາບຂອງພວກເຂົາຢ່າງສິ້ນເຊີງແລ້ວ.
  • ໃນບາງພາສາອາດອ້າງອີງເຖິງຫິມະ ເປັນ "ຝົນທີ່ເປັນເກັດນ້ຳກ້ອນ" ຫລື "ເກັດຂອງນ້ຳກ້ອນ" ຫລື "ເກັດນ້ຳກ້ອນ."
  • "ນ້ຳຫິມະ" ອ້າງເຖິງນ້ຳທີ່ໄດ້ມາຈາກການລະລາຍຂອງຫິມະ.

ຫົວກະໂຫລກ

ນິຍາມ

ຄຳວ່າ "ຫົວກະໂຫລກ" ອ້າງເຖິງກ່ຽວກັບກະດູກ ເປັນໂຄງກະດູກຂອງຫົວຂອງບຸກຄົນຫລືສັດ

  • ບາງເທື່ອຄຳວ່າ"ຫົວກະໂຫລກ" ໝາຍເຖິງ "ຫົວ" ເຊັ່ນຄຳວ່າ, "ແຖຫົວຂອງທ່ານ."
  • ຄຳວ່າ, "ສະຖານທີ່ຂອງກະໂຫລກ" ເປັນອີກຊື່ໜຶ່ງຂອງໂກລະໂຄທາທີ່ຊຶ່ງພຣະເຢຊູຊົງຖືກຄຶງ.
  • ຄຳນີ້ແປໄດ້ອີກວ່າ, "ຫົວ" ຫລື "ກະດູກຫົວ"

ຫົວຄົນ, ສີສະ, ຫົວ

ນິຍາມ

ໃນພຣະຄຳພີ, ຄຳວ່າ "ຫົວ" ຖືກໃຊ້ໃນຄວາມໝາຍເຊີງປຽບທຽບຫລາຍຄວາມໝາຍ.

  • ຫລາຍເທື່ອຄຳນີ້ຖືກໃຊ້ເພື່ອອ້າງເຖິງການມີອຳນາດເໜືອຜູ້ຄົນ, ເຊັ່ນໃນ, "ທ່ານໄດ້ເຮັດໃຫ້ຂ້າພະເຈົ້າເປັນຜູ້ນຳເໜືອປະຊາຊາດ." ນີ້ສາມາດແປໄດ້ວ່າ, "ທ່ານໄດ້ເຮັດໃຫ້ຂ້າພະເຈົ້າເປັນຜູ້ປົກຄອງ..." ຫລື "ທ່ານໄດ້ໃຫ້ຂ້າພະເຈົ້າມີອຳນາດເໜືອ..."
  • ພຣະເຢຊູຖືກເອີ້ນວ່າ "ຫົວຂອງຄຣິສຕະຈັກ." ເຊັ່ນດຽວກັບຫົວຂອງຄົນໜຶ່ງທີ່ນຳທາງແລະຊີ້ນຳອະໄວຍະວະສ່ວນອື່ນໆ ຂອງຮ່າງກາຍ, ພຣະເຢຊູກໍຊົງນຳທາງແລະຊີ້ນຳສະມາຊິກຂອງ "ພະກາຍ," ຂອງພຣະອົງ ນັ້ນຄືຄຣິສຕະຈັກ.
  • ພັນທະສັນຍາໃໝ່ສອນວ່າຜົວເປັນ "ຫົວ" ຫລືສິດທິອຳນາດຂອງພັນລະຍາຂອງເຂົາ. ເຂົາໄດ້ຮັບໜ້າທີ່ໃນການນຳແລະຊີ້ນຳພັນລະຍາແລະຄອບຄົວ.
  • ຄຳກ່າວວ່າ, "ມີດແຖຈະບໍ່ມີມື້ໄດ້ແຕະຕ້ອງຫົວຂອງເຂົາ" ໝາຍເຖິງ "ເຂົາຈະບໍ່ມີມື້ຕັດຫລືແຖຜົມຂອງເຂົາ."
  • ຄຳວ່າ "ຫົວ"ສາມາດໝາຍເຖິງຈຸດເລີ່ມຕົ້ນຫລືແຫລ່ງກຳເນີດຂອງບາງສິ່ງເຊັ່ນໃນ "ຫົວຖະໜົນ."
  • ຄຳກ່າວ "ຫົວຂອງເມັດເຂົ້າ" ອ້າງເຖິງສ່ວນຍອດຂອງເຂົ້າຟ່າງຫລືເຂົ້າບາເລທີ່ບັນຈຸເມັດພືດ.
  • ຄຳກ່າວໃນເຊີງປຽບທຽບອີກຢ່າງໜຶ່ງຄືເມື່ອໃຊ້ໃນການສະແດງເຖິງຄົນທັງຕົວ ເຊັ່ນ, "ຄົນຫົວສີເທົາຄົນນີ້" ອ້າງເຖິງຄົນສູງອາຍຸຫລື "ຫົວຂອງໂຢເຊບ" ອ້າງເຖິງໂຢເຊບ. (ເບິ່ງເພີ່ມເຕີມ : https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-synecdoche)
  • ຄຳກ່າວ "ໃຫ້ເລືອດຂອງພວກເຂົາຢູ່ເທິງຫົວຂອງເຂົາເອງ" ໝາຍຄວາມວ່າຄົນນັ້ນຕ້ອງຮັບຜິດຊອບການຕາຍຂອງຄົນທັງຫລາຍແລະຈະໄດ້ຮັບການລົງໂທດຈາກການກະທຳນັ້ນ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບບໍລິບົດ, ຄຳວ່າ "ຫົວ" ສາມາດແປໄດ້ວ່າ, "ສິດທິອຳນາດ" ຫລື "ຄົົນທີ່ນຳແລະສັ່ງການ" ຫລື "ຄົົນທີ່ຮັບຜິດຊອບ."
  • ຄຳກ່າວ "ຫົວຂອງ" ສາມາດອ້າງເຖິງບຸກຄົນທັງຕົວ ດັ່ງນັ້ນຄຳກ່າວນີ້ສາມາດແປໄດ້ໂດຍການໃຊ້ຊື່ຂອງຄົນນັ້ນ ຍົກຕົວຢ່າງເຊັ່ນ, "ຫົວຂອງໂຢເຊບ" ອາດຈະແປໄດ້ວ່າ "ໂຢເຊບ."
  • ຄຳກ່າວ "ຈະຢູ່ເທິງຫົວຂອງເຂົາເອງ" ສາມາດແປວ່າ "ຈະຢູ່ເທິງເຂົາ" ຫລື "ເຂົາຈະຖືກລົງໂທດ" ຫລື "ເຂົາຈະຕ້ອງຮັບຜິດຊອບສຳລັບ" ຫລື "ເຂົາຈະຖືກນັບວ່າມີຄວາມຜິດ"
  • ຂຶ້ນຢູ່ກັບບໍລິບົດ, ວິທີອື່ນທີ່ຈະແປຄຳນີ້ສາມາດລວມເຖິງ, "ເລີ່ມຕົ້ນ" ຫລື "ແຫລ່ງ" ຫລື "ຜູ້ປົກຄອງ" ຫລື "ຜູ້ນຳ" ຫລື "ຍອດ."

ຫົວໜ້າ

ນິຍາມ

ຄຳວ່າ "ຫົວໜ້າ" ກ່າວເຖິງຜູ້ນຳທີ່ມີອຳນາດຫລືສຳຄັນທີ່ສຸດຂອງກຸ່ມໃດກຸ່ມໜຶ່ງ.

  • ຕົວຢ່າງຄຳນີ້ລວມເຖິງຄຳວ່າ "ຫົວໜ້ານັກດົນຕີ, "ຫົວ

ໜ້າປະໂຣຫິດ," ແລະ "ຫົວໜ້າຄົນເກັບພາສີ." ແລະ "ຫົວໜ້າຜູ້ປົກຄອງ."

  • ຄຳນີ້ໃຊ້ສຳລັບຫົວໜ້າຄອບຄົວໄດ້ດວ້ຍ, ຢ່າງເຊັ່ນ ໃນປະຖົມມະການບົດທີ 36 ທີ່ບອກວ່າພວກຜູ້ຊາຍທີ່ມີຊື່ເອີ້ນເປັນ "ພວກຫົວໜ້າ" ຂອງເຜົ່າຄອບຄົວ. ໃນຖ້ອຍຄຳນີ້, ຄຳວ່າ "ຫົວໜ້າ" ສາມາດແປວ່າ "ຜູ້ນຳ" ຫຼື " ຫົວໜ້າຄອບຄົວ."
  • ເມື່ອໃຊ້ອະທິບາຍຄຳນາມ, ຄຳນີ້ແປໄດ້ວ່າ "ການນຳ" ຫຼື "ການປົກຄອງ," ຢ່າງເຊັ່ນ "ການນຳຄະນະນັກດົນຕີ" ຫລື "ພວກປະໂຣຫິດທີ່ປົກຄອງ."

ຫຼົງເຈີ່ນ, ພັດໄປ, ນຳຫລົງໄປ, ຫັນເຫ

ນິຍາມ

ຄຳວ່າ " ຫັນເຫ " ແລະຄຳວ່າ " ພັດໄປ " ໝາຍເຖິງການບໍ່ເຊື່ອຟັງພຣະປະສົງຂອງພຣະເຈົ້າ ຄົນທີ່ " ນຳຫລົງໄປ " ໄດ້ປ່ອຍໃຫ້ຄົນອື່ນຫລືສະຖານະການອື່ນມາມີອິດທິພົນເໜືອພວກເຂົາທຳໃຫ້ບໍ່ເຊື່ອຟັງພຣະເຈົ້າ.

  • ຄຳວ່າ " ຫລົງເຈີ່ນ " ທຳໃຫ້ເຫັນພາບການຖີ້ມເສັ້ນທາງທີ່ລາບລື້ນຫລືສະຖານທີ່ປອດພັຍ ແລ້ວອອກຍັງເສັ້ນທາງທີ່ຜິດແລະອັນຕະລາຍ.
  • ແກະທີ່ອອກໄປຈາກທົ່ງຫຽ້າທີ່ຂຽວສົດຂອງຜູ້ລ້ຽງ ໄດ້ " ຫລົງພັດຈາກຝູງໄປ " ພຣະເຈົ້າຊົງປຽບທຽບຄົນບາບເປັນເໝືອນແກະທີ່ໄດ້ອອກຈາກພຣະອົງແລະ " ພັດຫລົງໄປ. "

ຂໍ້ແນະນຳໃນການແປ

  • ຄຳວ່າ " ຫລົງເຈີ່ນ " ອາດຈະແປໄດ້ອີກວ່າ " ອອກໄປຈາກພຣະເຈົ້າ "ຫລື " ເດີນຜິດທາງຈາກພຣະປະສົງຂອງພຣະເຈົ້າ " ຫລື " ເຊົາເຊື່ອຟັງ ພຣະເຈົ້າ " ຫລື " ຢູ່ໃນເສັ້ນທາງທີ່ອອກໄປຈາກພຣະເຈົ້າ "
  • ການ " ເຮັດໃຫ້ບາງຄົນຫລົງໄປ " ອາດຈະແປໄດ້ອີກວ່າ " ເປັນເຫດໃຫ້ບາງຄົນບໍ່ເຊື່ອຟັງພຣະເຈົ້າ " ຫລື "ມີອິດທິພົນເຮັດໃຫ້ບາງຄົນເຊົາເຊື່ອຟັງພຣະເຈົ້າ " ຫລື " ເປັນເຫດໃຫ້ບາງຄົນຕິດຕາມເຂົາໄປໃນເສັ້ນທາງທີ່ຜິດ. "

ຫຼົງຕົວ

ນິຍາມ

ຄຳວ່າ "ຫຼົງຕົວ" ເປັນຄຳກ່າວເຊີງປຽບເປີຍທີ່ອ້າງເຖິງຄວາມຍິ່ງຫລືຈອງຫອງ (ເບິ່ງ: c://*/ta/man/translate/figs-idiom)

  • ບຸກຄົນທີ່ຫຼົງຕົວມີທັສນະຄະຕິຂອງຄວາມຮູ້ສຶກທີ່ເໜືອກວ່າຄົນອື່ນໆ
  • ໂປໂລໄດ້ສອນວ່າການຮູ້ຂໍ້ມູນຫລາຍໆຫລືການມີປະສົບການທາງສາດສະຫນາສາມາດນຳໄປສູ່ການ "ຫຼົງຕົວ" ຫລືຄວາມຍິ່ງໄດ້
  • ພາສາອື່ນອາດມີສຳນວນທີ່ຄ້າຍກັນຫລືຕ່າງກັນທີ່ສະແດງເຖິງຄວາມຫມາຍຂອງຄຳນີ້ ເຊັ່ນ "ມີຫົວສູງ"
  • ນີ້ສາມາດແປໄດ້ວ່າ "ຍິ່ງຫລາຍ" ຫລື "ດູຖູກຜູ້ອື່ນ" ຫລື "ໂອຫັງ" ຫລື "ຄິດວ່າຕົວເອງດີກວ່າຄົນອື່ນໆ"

ເຫຍື່ອ, ຕາມລ່າເຫຍື່ອ

ນິຍາມ

ຄຳວ່າ"ເຫຢື່ອ"ອ້າງເຖິງບາງສິ່ງບາງຢ່າງທີ່ຖືກລ່າ ໂດຍມັກຈະເປັນສັດທີ່ໃຊ້ເຮັດເປັນອາຫານ

  • ໃນແງ່ຂອງອຸບປະມາອຸບມັຍຄຳວ່າ "ເຫຢື່ອ" ສາມາດອ້າງເຖິງບຸກຄົນທີ່ຖືກເອົາປຽບ ຖືກຂົ່ມເຫງ ຫລືຖືກກົດຂີ່ຈາກບຸກຄົນທີ່ມີອຳນາດຫລາຍກວ່າ
  • ປະຊາຊົນທີ່ຕົກ "ເປັນເຫຢື່ອ" ໝາຍເຖິງຄົນຖືກເອົາປະໂຫຍດຈາກພວກທ່ານໂດຍກົດຂີ່ພວກທ່ານຫລືລັກບາງສິ່ງຈາກພວກທ່ານ
  • ຄຳວ່າ "ເຫຢື່ອ" ສາມາດແປໄດ້ອີກວ່າ"ສັດທີ່ຖືກລ່າ" ຫລື "ຜູ້ທີ່ຖືກລ່າ" ຫລື "ເຫຢື່ອ"

ເຫຼົ້າອາງຸ່ນ, ຖັງເຫຼົ້າອາງຸ່ນ, ເຫຼົ້າງຸ່ນໃໝ່

ນິຍາມ

ໃນພຣະຄຳພີໄດ້ກ່າວໄວ້ວ່າ "ເຫຼົ້າອາງຸ່ນ" ເວົ້າເຖິງປະເພດເຄື່ອງດື່ມທີ່ມັກທຳຈາກນ້ຳຜົນລະໄມ້ທີ່ເອີ້ນກັນວ່ານ້ຳອາງຸ່ນ ເຫຼົ້າອາງຸ່ນຈະຖືກເກັບໄວ້ໃນ " ຖົງເຫຼົ້າອາງຸ່ນ " ຊື່ງເປັນສິ່ງຂອງທີ່ທຳດ້ວຍໜັງສັດ.

  • ຄຳທີ່ວ່າ "ເຫຼົ້າອາງຸ່ນໃໝ່" ໝາຍເຖິງນ້ຳອາງຸ່ນທີ່ກຳລັງນຳມາຈາກໝາກອາງຸ່ນແລະຍັງບໍ່ທັນໝັກ ບາງຄັ້ງຄຳວ່າ "ເຫຼົ້າອາງຸ່ນ" ໝາຍເຖິງນ້ຳອາງຸ່ນທີ່ບໍ່ໄດ້ທັນໝັກໄວ້.
  • ໃນການເຮັດເຫຼົ້າອາງຸ່ນ ໝາກອາງຸ່ນໄດ້ຖືກຄັ້ນຫລືຢຽບໃນອ່າງໃຫຍ່ ເພື່ອໃຫ້ນ້ຳໝາກອາງຸ່ນອອກມາ ນ້ຳອາງຸ່ນຈະນຳໄປໝັກໄວ້ ແລະໃຫ້ເກີດມີກິ່ນເຫຼົ້າແອນກໍຮໍອອກມາ.
  • ໃນສະໃໝພຣະຄຳພີ ເຫຼົ້າອາງຸ່ນເປັນເຄື່ອງດື່ມປົກກະຕິໃນການຮັບປະທານອາຫານ ຊຶ່ງບໍ່ໄດ້ມີເຫຼົ້າອາງຸ່ນຫຼາຍເໝືອນປະຈຸບັນນີ້.
  • ກ່ອນທີ່ເຫຼົ້າອາງຸ່ນໄດ້ຖືກນຳມາໃຊ້ສຳລັບການຮັບປະທານອາຫານກໍມັກຈະປະສົມກັບນ້ຳກ່ອນຈະດື່ມ.
  • ຖົງເຫຼົ້າອາງຸ່ນທີ່ເກົ່າແລ້ວແລະເປື່ອຍຈະມີຮອຍແຕກຫຼືຂາດຊື່ງຈະທຳໃຫ້ເຫຼົ້າອາງຸ່ນໃຫຼອອກມາ ຖົງເຫຼົ້າອາງຸ່ນໃໝ່ຈະອ່ອນແລະຍືດອອກ ຊື່ງໝາຍຄວາມວ່າມັນບໍ່ຈີກຫຼືຂາດໄດ້ງ່າຍແລະສາມາດເກັບເຫຼົ້າອາງຸ່ນໄວ້ໄດ້ເປັນຢ່າງດີ.
  • ຫາກເຫຼົ້າອາງຸ່ນບໍ່ເປັນທີ່ຮູ້ຈັກໃນວັດທະນະທຳທ່ານ ກໍສາມາດແປໄດ້ວ່າ "ນ້ຳອາງຸ່ນທີ່ໝັກແລ້ວ" ຫຼື "ເຄື່ອງດື່ມໝັກທີ່ທຳຈາກໝາກໄມ້ທີ່ເອີ້ນວ່າອາງຸ່ນ" ຫຼື "ນ້ຳໝາກໄມ້ໝັກ" ( ເບິ່ງ: [ How to Translate Unknows](https://git.door.43.org/Door43/en-ta-Translate-

vol1/src/master/content/traslate_unknown.md))

  • ວິທີແປຄຳວ່າ "ຖົງເຫຼົ້າອາງູ່ນ " ສາມາດລວມເຖິງ "ຖົງສຳລັບເຫຼົ້າອາງຸ່ນ" ຫຼື "ຖົງເຫຼົ້າອາງຸ່ນເຮັດດ້ວຍໜັງສັດ" ຫຼື "ເຮັດດ້ວຍໜັງສັດໃຊ້ສຳລັບເຫຼົ້າອາງຸ່ນ."

ໃຫ້ກໍາລັງໃຈ, ການໃຫ້ກໍາລັງໃຈ

ນິຍາມ

ຄໍາວ່າ "ໃຫ້ກໍາລັງໃຈແລະການໃຫ້ກໍາລັງໃຈ" ເວົ້າເຖິງການເວົ້າແລະການເຮັດໃນສິ່ງທີ່ຈະເຮັດໃຫ້ບາງຄົນມີຄວາມສະບາຍໃຈ, ຄວາມຫວັງ, ຄວາມໝັ້ນໃຈ, ແລະຄວາມກ້າຫານ.

  • ຄໍາທີ່ຄ້າຍກັນແມ່ນ "ໃຫ້ຄໍາແນະນໍາ," ຊຶ່ງໝາຍຄວາມວ່າເພື່ອກະຕຸ້ນໃຫ້ບາງຄົນປະຕິເສດການເຮັດໃນສິ່ງທີ່ບໍ່ຖືກຕ້ອງ ແລະເພື່ອໃຫ້ເຮັດສິ່ງທີ່ດີແລະຖືກຕ້ອງ.
  • ອັກຄະສາວົກໂປໂລຜູ້ຂຽນພັນທະສັນຍາໃໝ່ໄດ້ສອນຄຣິສຕຽນໃຫ້ກໍາລັງໃຈຊຶ່ງກັນແລະກັນ ຮັກແລະຮັບໃຊ້ຜູ້ອື່ນ.

ຄໍາແນະນໍາໃນການແປ

  • ວິທີການແປ "ໜູນໃຈ" ອາດຈະລວມເຖິງ, "ກະຕຸ້ນ" ຫລື "ຊູໃຈ" ຫລື "ເວົ້າດ້ວຍຄວາມເມດຕາ" ຫລື "ຊ່ວຍເຫລືອແລະສະໜັບສະໜູນ." ທັງນີ້ແມ່ນຂຶ້ນກັບກໍລະນີນັ້ນໆ
  • ຖ້ອຍຄໍາທີ່ວ່າ, "ເວົ້າໃຫ້ກໍາລັງໃຈ" ໝາຍເຖິງ, "ເວົ້າສິ່ງທີ່ເຮັດໃຫ້ຄົນອື່ນຮູ້ສຶກຮັກ, ໄດ້ຮັບການຍອມຮັບ, ແລະມີພະລັງ."

ໃຫ້ຄຳປຶກສາ, ທີ່ປຶກສາ, ໃຫ້ຄຳແນະນຳ, ຜູ້ໃຫ້ຄຳແນະນຳ

ນິຍາມ

ຄຳວ່າ "ໃຫ້ຄຳປຶກສາ" ແລະ "ໃຫ້ຄຳແນະນຳ" ມີຄວາມໝາຍ ເໝືອນກັນແລະໝາຍເຖິງການຊ່ວຍໃຫ້ຜູອື່ນເລືອກຢ່າງຖືກຕ້ອງກ່ຽວກັບສິ່ງທີ່ຕ້ອງທຳໃນສະຖານະການສະເພາະ "ທີ່ປຶກສາ" ຫຼື "ຜູ້ໃຫ້ຄຳແນະນຳ" ທີ່ສະຫຼາດ. ຄືຄົນທີ່ໃຫ້ຄຳແນະນຳ ຫຼື ໃຫ້ຄຳປຶກສາ ຊຶ່ງຈະຊ່ວຍໃຫ້ບຸກຄົນຕັດສິນໃຈໄດ້ຢ່າງຖືກຕ້ອງ.

  • ກະສັດມັກມີພວກຜູ້ໃຫ້ຄຳແນະນຳ ຫຼື ພວກທີ່ປຶກສາຢ່າງເປັນທາງການເພື່ອຊ່ວຍໃນການຕັດສິນໃຈ ເລື່ອງສຳຄັນ ທີ່ສົ່ງຜົນກະທົບຕໍ່ປະຊາຊົນທີ່ພວກເຂົາປົກຄອງຢູ່.
  • ບາງຄັ້ງຄຳແນະນຳຫຼືຄຳປຶກສາທີ່ໄດ້ຮັບບໍ່ດີ. ຜູ້ໃຫ້ຄຳແນະນຳທີ່ຊົ່ວຮ້າຍອາດຈະກະຕຸ້ນໃຫ້ກະສັດດຳເນີນການຫຼືອອກກົດໝາຍຊຶ່ງຈະທຳລາຍກະສັັດເອງ ຫຼື ປະຊາຊົນຂອງເພີ່ນ.
  • "ໃຫ້ຄຳແນະນຳ" ຫຼື "ໃຫ້ຄຳປຶກສາ" ອາດແປວ່າ ຊ່ວຍໃນການຕັດສິນໃຈ" ຫຼື "ໃຫ້ຄຳປຶກສາ" ຫຼື ຄຳແນະນຳ " ຫຼື "ແນວທາງ." ນີ້ຂຶ້ນຢຸຸ່ກັບກໍລະນີນັ້ນໆ
  • ໃນທາງປະຕິບັດ, "ໃຫ້ຄຳປຶກສາ" ອາດແປວ່າ "ໃຫ້ຄຳແນະນຳ" ຫຼື "ໃຫ້ຂໍ້ສະເໜີແນະ" ຫຼື "ໃຫ້ຂໍ້ແນະນຳ."
  • ໂປດຮູ້ວ່າ "ທີ່ປຶກສາ" ເປັນຄຳທີ່ຕ່າງຈາກ "ສະພາ," ຊຶ່ງໝາຍເຖິງກຸ່ມຄົນ.

ອະທຳ, ຄວາມອະທຳ

ນິຍາມ

ຄຳວ່າ "ອະທຳ" ໝາຍເຖິງການເຮັດບາບແລະຜິດສິນລະທຳ. "ຄວາມບໍ່ຊອບທຳ" ອ້າງເຖິງບາບຫລືສະພາບການມີບາບ.

  • ຄຳເຫລົ່ານີ້ໂດຍສະເພາະອ້າງເຖິງການໃຊ້ຊີວິດໃນທາງທີ່ບໍ່ເຊື່ອຟັງຄຳສອນແລະຄຳສັ່ງຂອງພຣະເຈົ້າ.
  • ຄົນອະທຳມີຄວາມອະທຳໃນຄວາມຄິດແລະການກະທຳຂອງຕົນ.
  • ບາງເທື່ອ "ຜູ້ບໍ່ຊອບທຳ" ໂດຍສະເພາະອ້າງເຖິງຜູ້ທີ່ບໍ່ເຊື່ອໃນພຣະເຢຊູ.

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ງ່າຍໆ ວ່າ "ບໍ່ຊອບທຳ."
  • ຂຶ້ນຢູ່ກັບຄວາມໝາຍ ວິທີອື່ນໃນການແປນີ້ສາມາດລວມເຖິງ, "ຊົ່ວຮ້າຍ" ຫລື "ຜິດສິນລະທຳ" ຫລື "ຄົົນທີ່ກະບົດຕໍ່ພຣະເຈົ້າ" ຫລື "ມີບາບ."
  • ຖ້ອຍຄຳທີ່ວ່າ "ບໍ່ຊອບທຳ" ສາມາດແປວ່າ "ຄົນບໍ່ຊອບທຳ."
  • ຄຳວ່າ "ຄວາມບໍ່ຊອບທຳ" ສາມາດແປວ່າ "ບາບ" ຫລື "ຄວາມຄິດແລະການກະທຳຊົ່ວຮ້າຍ" ຫລື "ຄວາມຊົ່ວຮ້າຍ."
  • ຖ້າເປັນໄປໄດ້, ສິ່ງດີທີ່ສຸດໃນການແປຄວາມໝາຍນີ້ໃນແບບທີ່ສະແດງເຖິງຄວາມສຳພັນລະຫວ່າງ "ຊອບທຳ, ແລະ ຄວາມຊອບທຳ."

ອະ​ເວ​ຈີ

ນິຍາມ

ຄຳວ່າ "ອະເວຈີ" ໝາຍເຖິງຂຸມທີ່ກວ້າງ,ເລິກຫລາຍ ຫລືເຫວເລິກທີ່ບໍ່ມີກົ້ນເຫວ.

  • ໃນພະຄັມພີ, ຄຳວ່າ "ອະເວຈີ" ຄືສະຖານທີ່ແຫ່ງການລົງໂທດ.
  • ຕົວຢ່າງເຊັ່ນ, ເມື່ອພຣະເຢຊູຊົງສັ່ງໃຫ້ເຫລົ່າວິນຍານຊົ່ວໃຫ້ອອກຈາກຜູ້ຊາຍຄົນໜຶ່ງ, ພວກມັນໄດ້ຂໍຮ້ອງພຣະອົງວ່າຢ່າສົ່ງພວກມັນໄປຍັງອະເວຈີເ​ລີຍ.
  • ຄຳວ່າ "ອະເວຈີ" ອາດແປໄດ້ອີກວ່າ "ຂຸມທີ່ບໍ່ມີກົ້ນ" ຫລື "ເຫວເຫລິກ"
  • ຄຳນີ້ຄວນໃຊ້ຄຳແປທີ່ຕ່າງໄປຈາກຄຳວ່າ "hades," "sheol," ຫລື "hell."

ອາ​ຄາ​ເຊຍ ( ກະຖິນເທດ )

ນິຍາມ

ຄຳວ່າ "ອາຄາເຊຍ" ເປັນຊື່ຂອງໄມ້ພຸ່ມຫລືຕົ້ນໄມ້ທີ່ຂຶ້ນໃນແຜ່ນດິນການາອານໃນສະໄໝບູຮານ; ແຕ່ກໍຍັງມີຢູ່ຫລວງຫລາຍໃນພື້ນທີ່ນັ້ນໃນທຸກມື້ນີ້.

  • ໄມ້ສີສົ້ມປະສົມນ້ຳຕານຈາກ​ຕົ້ນ​ອາ​ຄາ​ເຊຍເປັນໄມ້ທີ່ແຂງແລະທົນທານ, ເປັນວັດຖຸທີ່ໃຊ້ປະໂຫຍດໃນການກໍ່ສ້າງສິ່ງຕ່າງໆ.
  • ໄມ້ອາ​ຄາ​ເຊຍ ຫລື​ໄມ້​ກະ​ຖິນ​ເທດນີ້​ທົນ​ຕໍ່​ຄວາມ​ດອກ ຜຸຜ່ອຍ ເພາະວ່າ​ເນື້ອໄມ້ມີຄວາມຫນາແຫນ້ນສູງປ້ອງກັນການຊຶມຂອງນ້ຳ, ແລະມີນ້ຳຢາທຳມະຊາດທີ່ປ້ອງກັນບໍ່ໃຫ້ແມງມາເຈາະທຳລາຍ.
  • ໃນພ​ຣະຄັມພີ, ໄມ້ກະ​ຖິນ​ເທດຈະຖືກໃຊ້ໃນການສ້າງຫໍ​ເຕັນແລະຫີບພັນ​ທະສັນຍາ.

ອ່າງຢຽບໝາກອາງຸ່ນ

ນິຍາມ

ໃນສະໃໝພຣະຄຳພີເດີມ "ອ່າງຢຽບໝາກອາງຸ່ນ" ເປັນສິ່ງຂອງທີ່ໃຫຍ່ ຫຼືສະຖານທີ່ໂດງເປັນບ່ອນນ້ຳອາງຸ່ນຈະອອກມາໄດ້ເພື່ອເຮັດເຫຼົ້າອາງຸ່ນໄດ້.

  • ໃນອິດສະຣາເອນ ບ່ອນຢຽບໝາກອາງຸ່່ນເປັນອ່າງຂອງຂະໜາດໃຫຍ່ແລະກວ້າງທີ່ຂຸດເຂົ້າໄປໃນພື້ນຫີນ ພວງໝາກອາງຸ່ນຈະຖືກຖີ້ມລົງໃນກົ້້ນບ່ອນຮາບພຽງຂອງອ່າງແລະຄົນກໍໄດ້ຢຽບຢ້ຳໝາກອາງຸ່ນດ້ວຍຕີນ ເພື່ອໃຫ້ນ້ຳອາງຸ່ນໄຫຼອອກມາ.
  • ໂດຍປົກກະຕິ ອ່າງຢຽບໝາກອາງຸ່ນຈະມີສອງແບບ ດ້ວຍກັນຢຽບໝາກອາງຸ່ນໃນວິທີເຮັດຂະໜົມ ດັ່ງນັ້ນນ້ຳອາງຸ່ນກໍ​ໄຫຼອອກມາທາງຫລຸ່ມເພື່ອທີ່ຈະນຳເຄື່ອງຜອງເອົາມາໃຊ້.
  • ຄຳວ່າ " ອ່າງຢຽບໝາກອາງຸ່ນ " ໄດ້ຖືກນຳມາໃຊ້ໃນການປຽບທຽບໃນພຣະຄຳພີ ເຖິງພຣະພິໂລດຂອງພຣະເຈັົ້າທີ່ໄດ້ເທລົງມາເຖິງປະຊາຊາດຕ່າງໆ ທີ່ຊົ່ວຮ້າຍ ( ເບິ່ງ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)

ອາງຸ່ນ

ນິຍາມ

ອາງຸ່ນ ເປັນຜົນລະໄມ້ຂະໜາດນ້ອຍ,ກົມ, ຜີວລຽບທີ່ເຕີບຕົວໃນພວງອາງຸ່ນ.ນ້ຳຂອງໝາກອາງຸ່ນຖືກນຳມາໃຊ້ໃນການເຮັດເຫລົ້າອາງຸ່ນ.

  • ຫມາກອາງຸ່ນມີຫລາຍສີແຕກຕ່າງກັນ, ເຊັ່ນສີຂຽວ, ສີມ່ວງ,ຫລືສີແດງ.
  • ຫມາກອາງຸ່ນສາມາດມີຂະໜາດປະມານໜຶ່ງເຖິງສາມຊັງຕີແມັດ.
  • ຄົນປູກອາງຸ່ນໃນສວນທີ່ເອີ້ນວ່າສວນອາງຸ່ນ ໂດຍປົກກະຕິຈະປະກອບດວ້ຍງ່າອາງຸ່ນເປັນແຖວຍາວ.
  • ໝາກອາງຸ່ນເປັນອາຫານສຳຄັນໃນສະໄໝພຣະຄັມພີແລະການມີສວນອາງຸ່ນເປັນສັນຍາລັກຂອງຄວາມຮັ່ງມີ.
  • ເພື່ອທີ່ຈະເກັບໝາກອາງຸ່ນຈາກການເນົ່າເສຍ, ປະຊາຊົນຈະຕາກແຫ້ງພວກມັນ ອາງຸ່ນແຫ້ງເອີ້ນວ່າ "ລູກເກດ" ແລະພວກມັນຖືກໃຊ້ເຮັດເຂົ້າໜົມເຄັກລູກເກດ.
  • ພຣະເຢຊູຊົງເຫົ່ຼາຄຳອຸປະມາກຽ່ວກັບສວນອາງຸ່ນເພິ່ນສອນ

ພວກສາວົກຂອງພຣະອົງກ່ຽວກັບອານາຈັກຂອງພຣະເຈົ້າ.


ອາ​ຍຸ, ຍຸກ

ນິຍາມ

​ຄຳ​ວ່າ "ອາ​ຍຸ" ເວົ້າ​ເຖິງ​ຈຳ​ນວນ​ປີ​ທີ່​ບຸກ​ຄົນ​ນຶ່ງ​ໄດ້​ມີ​ຊີ​ວິດ​ຢູ່. ນອກນັ້ນ​ຄຳ​ນີ້​ອາດ​ຈະ​ໃຊ້​ໝາຍ​ເຖິງ​ຊ່ວງ​ເວ​ລາ​ໃດ​ຊ່ວງ​ເວ​ລາ​ນຶ່ງ​ກໍ​ໄດ້.

  • ຄຳ​ອື່ນໆ​ທີ່​ໃຊ້​ສະ​ແດງ​ເຖິງ​ຊ່ວງ​ເວ​ລາ​ທີ່​ຍາວ​ອອກ​ໄປ​ລວມ​ທັງ​ "ສ​ະໄຫມ" ແລະ "ລະ​ດູ."
  • ພ​ຣະ​ເຢ​ຊູ​ຊົງ​ອ້າງ​ເຖິງ "ຍຸກນີ້" ວ່າ​ເປັນ​ຊ່ວງ​ເວ​ລາ​ປັດ​ຈຸ​ບັນ ເມື່ອ​ຄວາມ​ຊົ່ວ, ຄວາມ​ບາບ, ແລະ​ການບໍ່​ເຊື່ອ​ຟັງ​ຈະ​ເຕັມ​ໄປ​ທົ່ວແຜນ​ດິນ​ໂລກ.
  • ຈະ​ມີ​ຍຸກ​ໜ້າ​ເມື່ອ​ຄົນ​ຊອບ​ທັມ​ຈະ​ຄອບ​ຄອງ​ເໜືອ​ທ້ອງ​ຟ້າ​ໃໝ່​ແລະ​ແຜ່ນ​ດິນ​ໂລກ​ໃໝ່.

ຄຳ​ແນະ​ນຳ​ໃນ​ການ​ແປ

  • ຄຳ​ວ່າ "ອາ​ຍຸ" ອາດ​ແປ​ໄດ້​ອີກວ່າ "ສ​ະໄຫມ" ຫລື "ຈຳ​ນວນ​ປີ​ຂອງ​ອາ​ຍຸ" ຫລື "ຊ່ວງ​ໄລ​ຍະ​ເວ​ລາ" ຫລື "ເວ​ລາ" ທັງ​ນີ້​ຂຶ້ນ​ຢູ່​ກັບ​ກໍ​ລະ​ນີ.
  • ເນື້ອຫາ​ທີ່​ວ່າ "ເມື່ອ​ມີ​ອາ​ຍຸ​ຫລາຍ​ແລ້ວ" ກໍ​ອາດ​ແປ​ໄດ້​ວ່າ "ເມື່ອ​ມີ​ອາ​ຍຸ​ຫລາຍ​ຂື້ນ" ຫລື "ເມື່ອ​ເຂົາ​ເຖົ້າ​ຫລາຍ" ຫລື "ເມື່ອ​ເຂົາ​ໄດ້​ມີ​ຊີ​ວິດ​ຢູ່ດົນ."
  • ເນື້ອຫາ​ທີ່​ວ່າ "ໃນ​ຍຸກ​ທີ່​ຊົ່ວ​ຮ້າຍ​ແຫ່ງ​ປັດ​ຈຸ​ບັນ" ໝາຍ​ຄວາມ​ວ່າ "ໃນ​ຊ່ວງ​ເວ​ລານີ້ ເມື່ອ​ຜູ້​ຄົນ​ເຮັດ​ຊົ່ວ​ຊ້າ​ຫລາຍ."

ອາດຊະຍາກຳ, ອາດຊະຍາກອນ

ນິຍາມ

ຄຳວ່າ "ອາດຊະຍາກຳ"ມັກກ່າວເຖີງບາບທີ່ກ່ຽວຂ້ອງກັບການລະເມີດກົດຫມາຍຂອງປະເທດ ຫຼື ລັດຖະບານ ຄຳວ່າ"ອາດຊະຍາກອນ"ກ່າວເຖີງບຸກຄົນທີ່ກະທຳຄວາມຜິດທາງອາດຊະຍາກຳ.

  • ປະເພດຂອງ ອາດຊະຍາກຳ ໄດ້ແກ່ ສິ່ງຕ່າງໆເຊັ່ນ ການຂ້າຄົນ ຫຼື ການລັກຊັບສິນຂອງຄົນອື່ນ.
  • ອາດຊະຍາກອນ ທົ່ວໄປເມື່ອຖືກຈັບໄດ້ແລ້ວ ກໍຈະຖືກຈ່ອງຈຳໃນລັກສະນະຕ່າງໆເຊັ່ນ ຄຸກ ເປັນຕົ້ນ.
  • ໃນລະຍະເວລາຂອງພຣະຄັມພີ ອາດຊະຍາກອນບາງຄົນກາຍເປັນຜູ້ລີ້ໄພເດີນຈາກທີ່ໜຶ່ງໄປຍັງອີກທີ່ໜຶ່ງເພື່ອໜີຄົນທີ່ຕ້ອງການທຳລາຍພວກເຂົາເພື່ອເປັນການແກ້ແຄ້ນອາດຊະຍາກຳຂອງພວກເຂົາທີ່ໄດ້ກະທຳ.

ອານາຈັກ

ນິຍາມ

ອານາຈັກຄືກຸ່ມຄົນທີ່ຖືກປົກຄອງໂດຍກະສັດອົງຫນຶ່ງ ແລະຍັງໝາຍເຖິງເຂດແດນຫລືເຂດແດນທາງການເມືອງທີ່ກະສັດຫລືຜູ້ປົກຄອງຄົນອື່ນໄດ້ຄວບຄຸມແລະມີອຳນາດຢູ່ເຫນືອ.

  • ອານາຈັກສາມາດມີຂະຫນາດໃດກໍ່ໄດ້ທາງພູມສັນຖານ ກະສັດອົງໜຶ່ງອາດຈະປົກຄອງຊົນຊາດຫນຶ່ງຫລື ປະເທດຫນຶ່ງຫລືເມືອງໜຶ່ງເທົ່ານັ້ນ.
  • ຄຳວ່າ "ອານາຈັກ" ຍັງໝາຍເຖິງການຄອບຄອງຫລືສິດອຳນາດໃນຝ່າຍຈິດວິນຍານຄືກັບຄຳວ່າ "ອານາຈັກຂອງພຣະເຈົ້າ".
  • ພຣະເຈົ້າຊົງປົກຄອງທຸກສິ່ງທີ່ພຣະອົງຊົງສ້າງທັງໝົດ ແຕ່ຄຳວ່າ "ອານາຈັກຂອງພຣະເຈົ້າ" ໝາຍເຖິງການປົກຄອງຂອງພຣະອົງແລະສິດອຳນາດຢູ່ເຫນືອປະຊາກອນທີ່ໄດ້ເຊື່ອໃນພຣະເຢຊູແລະຜູ້ທີ່ໄດ້ຍອມຢູ່ພາຍໃຕ້ສິດອຳນາດຂອງພຣະອົງ.
  • ພຣະຄຳພີຍັງກ່າວເຖິງຊາຕານທີ່ມີ "ອານາຈັກ" ທີ່ມັນປົກຄອງພຽງຊົ່ວຄາວເໜຶອຫລາຍສິ່ງໃນແຜ່ນດີນໂລກນີ້ ອານາຈັກຂອງມັນນັ້ນຊົ່ວຮ້າຍແລະຖືກເອີ້ນວ່າ "ຄວາມມືດ".

ຄຳແນະນຳໃນການແປ

  • ເມື່ອມີການກ່າວເຖິງເຂດແດນທີ່ປົກຄອງໂດຍກະສັດຄຳວ່າ "ອານາຈັກ" ສາມາດແປວ່າ "ປະເທດ".

ອາວຸດ, ຍຸດທະພັນ

ນິຍາມ

ຄຳວ່າ " ອາວຸດ " ໝາຍເຖິງອຸບປະກອນທີ່ທະຫານໃຊ້ເພື່ອຕໍ່ສູ້ໃນສົງຄາມແລະເພື່ອປົກປ້ອງຕົວເອງຈາກການໂຈມຕີຂອງສັດຕູ. ແລະຍັງໃຊ້ໃນປຽບທຽບໝາຍເຖິງອາວຸດຝ່າຍວິນຍານໄດ້ອີກ.

  • ອຸປະກອນອາວຸດທະຫານກໍມີ, ໝວກເຫລັກ, ໂລ້, ແລະເກາະປ້ອງກັນເອີກສະໜັບແຂງແລະດາບ.
  • ອັກຄະທູດໂປໂລໃຊ້ຄຳນີ້ເພື່ອປຽບທຽບກັບອາວຸດຝ່າຍຮ່າງກາຍກັບອາວຸດຝ່າຍຈິດວິນຍານ ທີ່ພຣະເຈົ້າປະທານໃຫ້ແກ່ຜູ້ທີ່ສັດທາເພື່ອຊ່ວຍພວກເຂົາໃນການຕໍ່ສູ້ໃນສົງຄາມຝ່າຍຈິດວິນຍານ.
  • ອາວຸດຝ່າຍຈິດວິນຍານທີ່ພຣະເຈົ້າປະທານໃຫ້ແກ່ປະຊາຊົນຂອງພຣະອົງເພື່ອຕໍ່ສູ້ກັບຄວາມບາບແລະຊາຕານ, ລວມໄປເຖິງຄວາມຈິງ ຄວາມຊອບທັມ ຂ່າວປະເສີດແຫ່ງສັນຕິສຸກ, ຄວາມເຊື່ອ, ຄວາມລອດ,ແລະພຣະວິນຍານບໍຣິສຸດ.
  • ຄຳນີ້ໄດ້ຖືກແປເປັນຄຳທີ່ມີຄວາມໝາຍວ່າ " ອຸປະກອນຂອງທະຫານ " ຫລື " ເສື້ອເກາະປ້ອງກັນໃນການຮົບ " ຫລື "ເຄື່ອງປ້ອງກັນ " ຫລື " ຍຸດທະພັນຄົບຊຸດ. "

ອິສຣະ, ອິສຣະພາບ, ເສຣີພາບ

ນິຍາມ

ຄຳວ່າ "ອິສຣະ" ຫຼື "ອິສຣະພາບ" ກ່າວເຖິງການບໍ່ໄດ້ເປັນທາດ,ຫຼືຫຍັງກໍຕາມທີ່ມີການຜູກມັດ, ອີກຄຳນຶ່ງສຳລັບ "ອິດສຣະພາບ" ຄື "ເສຣີພາບ".

  • ການສະແດງອອກ "ທຳໃຫ້ຄົນນຶ່ງເປັນອິສຣະ" ຫຼື "ປ່ອຍບາງຄົນໃຫ້ມີອິສຣະ", ໝາຍຄວາມວ່າທຳໃຫ້ບາງຄົນບໍ່ເປັນທາດ ຫຼືຖືກຈັບອີກຕໍ່ໄປ.
  • ໃນພຣະຄັມພີ ຄຳເຫຼົ່ານີ້ມີຫຼາຍຄັ້ງທີ່ໃຊ້ໃນທາງປຽບທຽບເພື່ອກ່າວເຖິງຜູ້ສັດທາໃນພຣະເຢຊູຈະບໍ່ຢູ່ໃຕ້ອຳນາດຂອງຄວາມບາບອີກຕໍ່ໄປ.
  • ມີ "ເສຣີພາບ" ຫຼື "ອິສຣະພາບ" ສາມາດກ່າວເຖິງການທີ່ບໍ່ຕ້ອງທຳຕາມກົດໝາຍຂອງໂມເຊ, ແຕ່ແທນດ້ວຍການມີອິສຣະພາບທີ່ຈະດຳເນີນຊີວິດໂດຍການສອນແລະການຊົງນຳຂອງພຣະວິນຍານບໍຣິສຸດ.

ຄຳແນະນຳໃນການແປ

  • ຄຳວ່າ "ອິສຣະ" ສາມາດແປດ້ວຍຄຳ ຫຼືປະໂຫຍກທີ່ມີຄວາມໝາຍວ່າ "ບໍ່ຜູກມັດ" ຫຼື "ບໍ່ຖືກທຳໃຫ້ເປັນທາດ" ຫຼື "ບໍ່ແມ່ນທາດ" ຫຼື "ບໍ່ຖືກຜູກມັດ".
  • ຄຳວ່າ "ອິສຣະພາບ" ຫຼື "ເສຣີພາບ" ສາມາດແປດ້ວຍຄຳຫຼືຄຳເວົ້າທີ່ມີຄວາມໝາຍວ່າ "ສະຖານະພາບຂອງການມີອິສຣະພາບ" ຫຼື "ເງື່ອນໄຂທີ່ບໍ່ຕ້ອງເປັນທາດ" ຫຼື "ບໍ່ຖືກຜູກມັດ".
  • ການສະແດງອອກຂອງຄຳວ່າ "ຖືກປົດປ່ອຍ" ສາມາດແປໄດ້ອີກວ່າ "ທຳໃຫ້ເປັນອິສຣະ" ຫຼື "ຖືກຊ່ວຍໃຫ້ອອກຈາກການເປັນທາດ" ຫຼື "ຖືກປົດປ່ອຍຈາກການຜູກມັດ".
  • ຄົນທີ່ຖືກ "ປົດປ່ອຍໃຫ້ເປັນອິສຣະ" ໄດ້ຖືກ "ປົດປ່ອຍ" ຫຼື "ຖືກພາອອກມາ" ຈາກການຜູກມັດຫຼືການເປັນທາດ.

ອິດສາ, ໂລບ

ນິຍາມ

ຄໍາວ່າ "ອິດສາ" ເວົ້າເຖິງຄວາມອິດສາບາງຄົນເພາະຄົນນັ້ນມີຊັບສິນ ຫລືຄົນນັ້ນມີຄຸນນະສົມບັດທີ່ໜ້າຊົມເຊີຍ. ຄໍາວ່າ "ໂລບ" ໝາຍເຖິງການອິດສາບາງຄົນທີ່ນໍາໄປສູ່ຄວາມຢາກໄດ້ຢ່າງຮຸນແຮງ ທີ່ຢາກໄດ້ຂອງຄົນອື່ນມາເປັນຂອງຕົນເອງ.

  • ຄວາມອິດສາມັກຈະເປັນຄວາມຮູ້ສຶກທາງລົບຂອງຄວາມບໍ່ພໍໃຈຍ້ອນວ່າຄວາມສໍາເລັດ, ໂຊກດີ, ໃນຊັບສິນຂອງຄົນອື່ນ.
  • ຄວາມໂລບແມ່ນຄວາມປາຖະໜາຢ່າງແຮງກ້າທີ່ຈະເອົາຊັບສິນຂອງຄົນອື່ນ, ຫລືແມ່ນແຕ່ຄູ່ແຕ່ງງານ, ຂອງຄົນອື່່ນ.

ອຸປະສັກ,ກ້ອນຫີນທີ່ເຮັດໃຫ້ສະດຸດ

ນິຍາມ

ຄຳວ່າ“ ອຸປະສັກ” ຫລື“ ກ້ອນຫີນທີ່ເຮັດໃຫ້ສະດຸດ” ໝາຍເຖິງວັດຖຸທາງຮ່າງກາຍທີ່ເຮັດໃຫ້ຄົນເດີນທາງແລ້ວສະດຸດແລະລົ້ມ.

  • ໃນພຣະຄຳພີໃໝ່, ຄຳນີ້ຖ້າແປຕາມຕົວອັກສອນແມ່ນເວົ້າເຖິງໄມ້ເທົ້າຫຼືວັດຖຸອື່ນໆທີ່ເຮັດເປັນກັບດັກຫລືແຮ້ວທີ່ຈະລ໊ອກໃສ່ສັດເຮັດໃຫ້ມັນຄາຢູ່ຫັ້ນແລ້ວບໍ່ສາມາດໄປໃສໄດ້.
  • ສິ່ງທີ່ເຮັດໃຫ້ສະດຸດລົ້ມແມ່ນສິ່ງໃດສິ່ງໜຶ່ງທີ່ເຮັດໃຫ້ຄົນເຮົາຂາດສະຕິທາງສິນທຳ ຫລື ທາງຈິດວິນຍານ.
  • ໃນຕົວຢ່າງເຊັ່ນດຽວກັນ, "ອຸປະສັກ" ຫລື "ກ້ອນຫີນທີ່ເຮັດໃຫ້ສະດຸດ" ສາມາດເປັນສິ່ງກີດຂວາງໃນຄົນມີຄວາມເຊື່ອໃນພຣະເຢຊູຄຣິດ ຫລືເຮັດໃຫ້ບາງຄົນບໍ່ເຕີບໂຕໃນຝ່າຍຈິດວິນຍານ.
  • ປົກກະຕິແລ້ວຄວາມບາບແມ່ນຄ້າຍຄືກັບສິ່ງທີ່ກີດຂວາງແກ່ຕົວເອງຫລືຕໍ່ຄົນອື່ນ.
  • ບາງຄັ້ງພຣະເຈົ້າໄດ້ວາງກ້ອນຫີນທີ່ເຮັດສະດຸດລົ້ມໄວ້ໃນທາງຂອງຄົນທີ່ກະບົດຕໍ່ພຣະອົງ.

ຄຳແນະນຳໃນການແປ

  • ຖ້າພາສາມີຄຳສັບສຳລັບວັດຖຸທີ່ພາໃຫ້ເກີດກັບດັກ, ຄຳນັ້ນສາມາດນຳມາໃຊ້ເພື່ອແປຄຳສັບນີ້.
  • ຄຳສັບນີ້ຍັງສາມາດແປວ່າ "ກ້ອນຫີນທີ່ກໍ່ໃຫ້ເກີດການສະດຸດລົ້ມ" ຫລື "ສິ່ງທີ່ເຮັດໃຫ້ຜູ້ໃດຜູ້ໜຶ່ງບໍ່ເຊື່ອ" ຫຼື "ອຸປະສັກທີ່ເຮັດໃຫ້ເກີດຄວາມສົງໄສ" ຫລື "ອຸປະສັກຕໍ່ຄວາມເຊື່ອ" ຫຼື "ສິ່ງທີ່ເຮັດໃຫ້ຜູ້ໃດຜູ້ໜຶ່ງເຮັດບາບ".

ອົດ​ທົນ

ນິຍາມ

ຄຳວ່າ“ ອົດທົນ” ໝາຍເຖິງເຮັດຕົວຈິງວ່າ“ ແບກຫາບ” ບາງສິ່ງ. ມັນຍັງມີການນຳໃຊ້ຕົວເລກຫຼາຍຢ່າງຂອງຄຳສັບນີ້.

  • ເມື່ອເວົ້າເຖິງແມ່ຍິງຜູ້ທີ່ຈະລ້ຽງລູກ, ນີ້ໝາຍຄວາມວ່າ, "ໃຫ້ກຳ ເນີດ" ເດັກນ້ອຍ.
  • ການ“ ອົດທົນ” ໝາຍຄວາມວ່າ“ ປະສົບກັບຄວາມຫຍຸ້ງຍາກ”. ສິ່ງຫຍຸ້ງຍາກເຫລົ່ານີ້ອາດປະກອບມີຄວາມທຸກທໍລະມານທາງຮ່າງກາຍຫລືທາງອາລົມ.
  • ຄຳເວົ້າທີ່ໃຊ້ກັນທົ່ວໄປໃນພຣະຄຳພີແມ່ນ“ ໝາກຜົນທີ່ເກີດ” ເຊິ່ງໝາຍຄວາມວ່າ,“ ເກີດໝາກ” ຫລື“ ມີໝາກ”.
  • ສຳເວົ້າທີ່ວ່າ "ເປັນພະຍານ" ໝາຍຄວາມວ່າ "ເປັນການລອງ" ຫຼື "ລາຍງານສິ່ງທີ່ຄົນໄດ້ເຫັນຫລືປະສົບຜົນສຳເລັດ."
  • ຄຳຖະແຫຼງທີ່ວ່າ "ລູກຊາຍຈະບໍ່ຮັບຜິດຊອບຄວາມຊົ່ວຮ້າຍຂອງພໍ່" ໝາຍ ຄວາມວ່າລາວ "ຈະບໍ່ຮັບຜິດຊອບ" ຫລື "ຈະບໍ່ຖືກລົງໂທດຍ້ອນ" ບາບຂອງພໍ່.
  • ໂດຍທົ່ວໄປ,ຄຳເວົ້ານີ້ອາດຈະຖືກແປເປັນ, "ແບກຫາບ" ຫລື "ຮັບຜິດຊອບ" ຫລື "ຜະລິດ" ຫລື "ຕ້ອງມີ" ຫລື "ອົດທົນ", ອີງຕາມສະພາບການ.

ອົດທົນ, ຄວາມອົດທົນ

ນິຍາມ

ຄຳວ່າ "ອົດທົນ" ຫຼື "ຄວາມອົດທົນ" ອ້າງເຖິງການບາກບັ່ນພະຍາຍາມຜ່ານສະຖານະການທີ່ຍາກລຳບາກ. ຫຼາຍເທື່ອນັ້ນຄວາມອົດທົນກ່ຽວຂ້ອງການຄອຍຖ້າຢູ່ດ້ວຍ.

  • ເມື່ອປະຊາຊົນອົດທົນກັບ ບາງໝາຍຄວາມວ່າພວກທ່ານຮັກບຸກຄົນແລະຍົກໂທດໃຫ້ ບໍ່ວ່າບຸກຄົນນັ້ນຈະມີຄວາມຜິດຢ່າງໃດ.
  • ພຣະຄັມພີ ປະຊາກອນຂອງພຣະເຈົ້າໃຫ້ມີຄວາມອົດທົນເມື່ອຜະເຊີນກັບຄວາມຍາກລຳບາກແລະອົດທົນຕໍ່ກັນແລະກັນ.
  • ເນື່ອງດ້ວຍພຣະເມດຕາຂອງພຣະອົງ, ພຣະເຈົ້າຊົງອົດທົນຕໍ່ຄົນທັງຫຼາຍ, ເຖິງແມ່ນວ່າຄົນເຫຼົ່ານີ້ຈະເປັນຄົນບາບຊຶ່ງສົມຄວນໄດ້ຮັບໂທດ.

ອົດທົນ, ທົນ, ຄວາມອົດທົນ

ນິຍາມ

ຄໍາວ່າ "ອົດທົນ" ໝາຍເຖິງການໃຊ້ເວລາຍາວນານຫລືແບກພາລະສິ່ງທີ່ຍາກລໍາບາກດ້ວຍຄວາມອົດທົນ.

  • ນອກຈາກນີ້ຍັງໝາຍເຖິງການຢືດໝັ້ນເມື່ອເວລາຂອງການທົດລອງມາເຖິງໂດຍບໍ່ລົ້ມເລີກ.
  • ຄໍາວ່າ "ການອົດທົນ" ອາດຈະໝາຍເຖິງ "ຄວາມອົດທົນ," "ໃນການແບກພາລະພາຍໃຕ້ຖືກການທົດລອງ," ຫລື "ບໍ່ທໍ້ຖອຍເມື່ອຖືກຂົ່ມເຫງ."
  • ການໃຫ້ກໍາລັງໃຈແກ່ບັນດາຄຣິສຕຽນເພື່ອໃຫ້ "ອົດທົນຈົນເຖິງທີ່ສຸດ" ຄືການບອກໃຫ້ເຂົາເຈົ້າເຊື່ອຟັງພຣະເຢຊູ, ເຖິງແມ່ນຈະເປັນເຫດໃຫ້ເຂົາເຈົ້າມີຄວາມທຸກຍາກລໍາບາກກໍຕາມ.
  • "ທົນທຸກທໍລະມານ" ຍັງໝາຍເຖິງ "ພົບກັບຄວາມທຸກຍາກ."

ຄໍາແນະນໍາໃນການແປ

  • ວິທີການແປຄໍາວ່າ "ອົດທົນ" ອາດຈະລວມເຖິງ, "ອົດກັ້ນ" ຫລື "ຮັກສາຄວາມເຊື່ອ" ຫລື "ເຮັດສິ່ງທີ່ພຣະເຈົ້າຕ້ອງການໃຫ້ເຈົ້າເຮັດຕໍ່ໄປ" ຫລື "ຢຶດໜັ້ນ."
  • ໃນບາງກໍລະນີ, "ອົດທົນ" ອາດຈະແປວ່າ, "ປະສົບການ" ຫລື "ຜ່ານໄປ."
  • ດ້ວຍຄວາມໝາຍທີ່ໃຊ້ກັນມາເປັນເວລາດົນນານ, ຄໍາວ່າ "ອົດທົນ" ອາດຈະແປເປັນ "ທົນທານ" ຫລື "ເຮັດຕໍ່ໄປ" ຄໍາເວົ້າທີ່ວ່າ, "ຈະບໍ່ອົດທົນ" ສາມາດແປໄດ້ວ່າ, "ຈະບໍ່ທົນທານ" ຫລື "ຈະບໍ່ເຮັດອີກ."
  • ວິທີການແປຄໍາວ່າ "ຄວາມອົດທົນ" ອາດຈະລວມເຖິງ, "ຄວາມອົດກັ້ນ" ຫລື "ເຊື່ອຕໍ່ໄປ" ຫລື "ຍັງຄົງສັດຊື່."

ອົດອາຫານ

ນິຍາມ

ຄໍາວ່າ "ອົດອາຫານ" ໝາຍເຖິງການຢຸດກິນອາຫານໃນຊ່ວງໄລຍະເວລາໜຶ່ງເຊັ່ນ ໜຶ່ງວັນ ຫລືດົນກວ່ານັ້ນ ລາງເທື່ອຈະລວມເຖິງການງົດດື່ມນໍ້າດ້ວຍ.

  • ການອົດອາຫານສາມາດຊ່ອຍໃຫ້ຄົນທີ່ຈະມີໃຈຈົດຈໍ່ທີ່ພຣະເຈົ້າ ແລະອະທິຖານໂດຍບໍ່ຖືກລົບກວນ ດ້ວຍການຕຽມອາຫານແລະ ການຮັບປະທານ.
  • ພຣະເຢຊູໄດ້ຕໍານິພວກຜູ້ນໍາສາສນາຢິວທີ່ອົດອາຫານດ້ວຍເຫດຜົນທີ່ຜິດໆ. ພວກເຂົາໄດ້ອົດອາຫານເພື່ອໃຫ້ຄົນອື່ນຄິດວ່າພວກເຂົາເປັນຄົນຊອບທັມ.
  • ບາງຄັ້ງ ບາງຄົນອົດອາຫານເພາະພວກເຂົາເສົ້າໂສກ ຫລືເສຍໃຈໃນບາງສິ່ງ.
  • ຄໍາວ່າ "ອົດອາຫານ" ສາມາດແປໄດ້ວ່າ "ງົດເວັ້ນຈາກການຮັບປະທານ" ຫລື "ບໍ່ຮັບປະທານ."
  • ຄໍາທີ່ວ່າ "ການອົດອາຫານ" ສາມາດແປໄດ້ອີກວ່າ "ເວລາຂອງການງົດຮັບປະທານ" ຫລື "ເວລາຂອງການລະເວັ້ນຈາກອາຫານ."

ເອື້ອຍ/ນ້ອງສາວ

ນິຍາມ

ເອື້ອຍ/ນ້ອງສາວ ຄືຜູ້ຍິງທີ່ມີບີດາມານດາຮ່ວມກັບອີກຄົນໜຶ່ງ.

  • ໃນພັນທະສັນຍາໃໝ່, ຄໍາວ່າ"ເອື້ອຍ/ນ້ອງສາວ" ຍັງເປັນຄຳປຽບເປີຍທີ່ອ້າງເຖິງຜູ້ຍິງທີ່ຕິດຕາມພຣະເຢຊູຄຣິດ.
  • ບາງເທື່ອຄຳເວົ້າວ່າ, "ອ້າຍແລະນ້ອງສາວ" ໃຊ້ອ້າງເຖິງເຫລົ່າຜູ້ເຊື່ອໃນພຣະຄຣິດ, ທັງໝົດທັງຜູ້ຊາຍແລະຜູ້ຍິງ.
  • ໃນພະຄໍາພີພາກພັນທະສັນຍາເດີມ, ບົດເພງໂຊໂລໂມນ ຄຳວ່າ, "ເອື້ອຍ/ນ້ອງສາວ" ອ້າງເຖິງຄົນຮັກຫລືຄູ່ສົມຣົດ.

ຄຳແນະນຳໃນການແປ

  • ເປັນວິທີທີ່ດີທີ່ສຸດທີ່ຈະແປຄຳນີ້ຕາມຕົວອັກສອນທີ່ໃຊ້ໃນພາສາທີ່ແປເພື່ອອ້າງເຖິງນ້ອງສາວທີ່ເກີດຈາກທ້ອງແມ່ດຽວກັນ, ນອກຈາກວ່ານີ້ຈະເຮັດໃຫ້ຄວາມໝາຍຜິດໄປ.
  • ວິທີອື່ນທີ່ຈະແປຄຳນີ້ທັງໝົດເຖິງ, "ເອື້ອຍຫລືນ້ອງສາວໃນພະຄຣິດ" ຫລື "ນ້ອງສາວແຫ່ງຈິດວິນຍານ" ຫລື "ຜູ້ຍິງທີ່ເຊື່ອໃນພຣະເຢຊູ" ຫລື "ບັນດາຜູ້ຍິງທີ່ເປັນຜູ້ເຊື່ອ."
  • ຖ້າເປັນໄດ້, ວິທີທີ່ດີທີ່ສຸດຄືການໃຊ້ຄຳທີ່ກ່ຽວກັບຄອບຄົວ.
  • ຖ້າພາສາທີ່ມີຄຳຮູບແບບຜູ້ຍິງສຳລັບ "ຜູ້ເຊື່ອ," ນີ້ອາດເປັນວິທີທີ່ເປັນໄປໄດ້ທີ່ຈະແປຄຳນີ້.
  • ເມື່ອອ້າງເຖິງຄູ່ຮັກຫລື ພັນລະຍາ ນີ້ສາມາດແປໂດຍໃຊ້ຮູບແບບທີ່ເປັນຜູ້ຍິງສຳລັບ "ຄົົນທີ່ຮັກ" ຫລື "ຄົນຮັກ."

ແອກ

ນິຍາມ

ແອກແມ່ນທ່ອນໄມ້ຫລືໂລຫະທີ່ເອົາໄປວາງເທິງຄໍສັດສອງຕົວຫລືຫລາຍກວ່ານັ້ນເພື່ອ​ລ່າມສັດໃນການແກ່ຄັນໄຖຫລືແກ່ກວຽນ ມີຄວາມໝາຍທີ່ປຽບທຽບຢ່າງຫຼວງຫຼາຍສຳລັບຄຳນີ້.

  • ຄຳວ່າ " ແອກ "ໄດ້ຖືກໃຊ້ໃນຄຳອຸປະມາອຸປະວິໃນທີ່ອ້າງເຖິງບາງສິ່ງທີ່ຮວມປະຊາຊົນສຳລັບວັດຖຸປະສົງໃນການເຮັດວຽກຮ່ວມກັນ ເຊັ່ນການຮັບໃຊ້ອົງພຣະເຢຊູ.
  • ໂປໂລໄດ້ໃຊ້ຄຳວ່າ " ເພື່ອນຮ່ວມແອກ" ໃນການອ້າງອີງເຖິງບາງຄົນຜູ້ທີ່ກຳລັງຮັບໃຊ້ພຣະເຢຊູເຊັ່ນດຽວກັນວ່າ " ເພື່ອນຄົນຮັບໃຊ້" ຫລື" ເພື່ອນຜູ້ຮັບໃຊ້ "ຫລື " ເພື່ອນຮ່ວມງານຮັບໃຊ້ ".
  • ຄຳວ່າ " ແອກ " ຍັງໃຊ້ຢູ່ເປັນປະຈຳໃນການປຽບທຽບເປັນຄຳອຸປະມາທີ່ອ້າງເຖິງພາລະໜັກແລະບາງຄົນຕ້ອງແບກ ເຊັ່ນຖືກກົດຂີ່ເມື່ອຕົກເປັນທາດຫລືຖືກຂົ່ມເຫັງ.
  • ສ່ວນໃຫຍ່ ຈະ​ເປັນ​ການດີທີ່ສຸດທີ່ຈະແປຄຳນີ້ຕາມຕົວອັກສອນໃຊ້ຄຳທ້ອງຖີ່ນທີ່ວ່າ ແອກ ທີ່ໃຊ້ໃນການກະເສດຕະກຳ.
  • ທາງອື່ນໃນການແປໃນຄຳອຸປະມາອຸປະວິໃນຂອງຄຳນີ້ອາດຈະເປັນ " ພາລະທີ່ກົດດັນ " ຫລື " ພາລະໜັກ " ຫລື " ຜູກ​ມັດ "ຂຶ້ນຢູ່ກັບກໍລະນີນັ້ນໆ".

ແອວ

ນິຍາມ

ຄຳວ່າ '' ແອວ " ອ້າງເຖິງສ່ວນຮ່າງກາຍຂອງສັດ ຫລື ບຸກຄົນທີ່ຢູ່ລະຫວ່າງກະດູກຊີກໂຄງດ້ານລຸ່ມກັບກະດູກເຊີງກາມ ຫລື ຮູ້ຈັກກັນດີວ່າ ທ້ອງນ້ອຍ.

  • ຄຳກ່າວ " ຈົງຄາດແອວ " ອ້າງເຖືງການຕຽມຕົວເຮັດວຽກຫນັກ ມັນມາຈາກທຳນຽມການປັກຊາຍເສື້ອຄຸມຂື້ນໄປທີ່ເຂັມຂັດຮອບແອວເພື່ອທີ່ຈະເຄື່ອນໄຫວໄດ້ສະດວກ.
  • ຄຳວ່າ " ແອວ " ໄດ້ຖືກນຳໃຊ້ຢູ່ເລື້ອຍໆໃນພຣະຄຳພີອ້າງເຖືງສ່ວນລຸ່ມດ້ານຫລັງຂອງສັດທີ່ຖະຫວາຍບູຊາ.
  • ໃນພຣະຄຳພີ ຄຳວ່າ " ແອວ " ມັກຈະອ້າງໃນເຊີງອຸປະມາຫລາຍຄັ້ງ ແລະ ເປັນຄຳ ສະລະສະຫລວຍທີ່ໃຊ້ກັບອະໄວຍະວະໃນການສືບພັນຂອງຜູ້ຊາຍ ເປັນຄືກັບແຫຼ່ງທີ່ມາຂອງເຊື້ອສາຍຂອງເຂົາ. ( ເບິງ : https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-euphemism)
  • ຄຳກ່າວ " ຈະມາຈາກແອວຂອງທ່ານ " ສາມາດແປວ່າ " ຈະເປັນລູກຫລານຂອງທ່ານ " ຫລື " ຈະເກີດຈາກເມັດພັນຂອງທ່ານ " ຫລື " ພຣະເຈົ້າຈະເຮັດໃຫ້ມາຈາກທ່ານ. " ( ເບິງ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-euphemism)
  • ເມື່ອອ້າງເຖືງສ່ວນຮ່າງກາຍ ນີ້ສາມາດແປວ່າ " ທ້ອງ " ຫລື " ແອວ " ຂື້ນຢູ່ກັບສະພາບແວດລ້ອມ.

ຮ້ອງໃຫ້, ຮ້ອງສຽງດັງ

ນິຍາມ

ຄຳວ່າ "ຮ້ອງໃຫ້" ຫຼື "ຮ້ອງສຽງດັງ" ຫຼາຍຄັ້ງໝາຍເຖິງ ເວົ້າບາງຢ່າງສຽງດັງແລະຮີບດ່ວນ ບາງຄົນສາມາດ"ຮ້ອງສຽງດັງ"ດ້ວຍຄວາມເຈັບປວດ ຫຼື ດ້ວຍຄວາມໂສກເສົ້າ ຫຼືຄວາມຮ້າຍ.

  • ຄຳເວົ້າວ່າ "ຮ້ອງສຽງດັງ"ຫມາຍເຖິງການຮ້ອງສຽງດັງ ຫຼືຮ້ອງເອີ້ນຫຼາຍໆເທື່ອ ດ້ວຍຄວາມຕັ້ງໃຈທີ່ຈະຂໍຄວາມຊ່ວຍເຫຼືອ.
  • ຄຳນີ້ອາດແປວ່າ"ເປັ່ງສຽງຢ່າງດັງ" ຫຼື ຂໍຄວາມຊ່ວຍເຫຼືອຢ່າງຮີບດ່ວນ"ທັງນີ້ຂິຶ້ນຢູ່ກັບກໍລະນີ.
  • ການສະແດງອອກເຊັ່ນ "ຂ້ອຍຈະຮ້ອງເອີ້ນເຈົ້າ" ອາດແປວ່າ

ຂ້ອຍເອີ້ນຫາເຈົ້າເພື່ອຂໍຄວາມຊ່ວຍເຫຼືອ" ຫຼື ຂ້ອຍຂໍຄວາມຊ່ວຍເຫຼືອຈາກເຈົ້າຢ່າງຮິບດ່ວນ"


ຮັບ​ໄວ້, ຕາມ​ທັນ

ນິຍາມ

​ຄຳ​ວ່າ "ຮັບ​ໄວ້" ມັກ​ຈະ​ເວົ້າ​ເຖິງ​ພ​ຣະ​ເຈົ້າໄດ້ຊົງ​ຮັບ​ຂຶ້ນ​ໄປ​ຟ້າ​ສະຫວັນ​ທັນ​ທີ​ດ້ວຍ​ການ​ອັນ​ສະ​ຈັນ.

  • ຄຳ​ວ່າ "ຕາມ​ມາ​ທັນ​ໃດ" ໝາຍ​ເຖິງ​ຜູ້​ໃດ​ຜູ້​ນຶ່ງ​ຕາມ​ມາ​ທັນ ເມື່ອ​ຟ້າວ​ມາຫາ . ຄຳ​ນຶ່ງ​ທີ່​ມີ​ຄວາມ​ໝາຍ​ຄື​ກັນ​ແມ່ນ "ໄລ່ຕາມ​ທັນ" ຈັບ​ໄດ້​ໄລ່​ທັນ
  • ອັກຄະ​ສາ​ວົກ​ໂປ​ໂລ​ໄດ້​ບອກ​ກ່ຽວກັບການ​​ຖືກ "ຮັບ​ຂຶ້ນ​ໄປ" ຍັງ​ທ້ອງ​ຟ້າ​ຊັ້​ນ​ທີ່​ສາມ ຄຳ​ນີ້​ສາ​ມາດ​ແປ​ໄດ້​ວ່າ "ຮັບ​ຂຶ້ນ​ໄປ"
  • ໂປ​ໂລໄດ້ບອກວ່າ​ເມື່ອ​ພ​ຣະ​ຄ​ຣິ​ດສະ​ເດັດ​ກັບ​ມາ ຄ​ຣິ​ສ​ຕຽນ ຈະ​ຖືກ​ຮັບ​"ຂຶ້ນ​ໄປ​ຟ້າ​ສະຫວັນ" ພ້ອມກັນເພື່ອຈະພົບ​ພ​ຣະ​ອົງ​ທີ່​ທ້ອງ​ຟ້າ.
  • ຄຳ​ອາ​ທິ​ບາຍ​ຄຳ​ປຽບ​ທຽບ 'ບາບ​ໄລ່​ເວນ​ທັນ" ສາ​ມາດ​ແປ​ວ່າ ຜົນ​ກັມ​ຕາມ​ມາສະ​ໜອງ​​ໃນ​ສິ່ງ​ທີ່​ເຮັດ​ມາ ສິ່ງ​ເຮັດ​ໃຫ້​ມີ​ບັນ​ຫາ.

ຮັບເອົາ

ນິຍາມ

ຄຳວ່າ "ຮັບເອົາ" ໂດຍທົ່ວໄປແລ້ວໝາຍເຖິງການຮັບເອົາບາງສິ່ງທີ່ໄດ້ມີການໃຫ້, ສະເໜີ, ຫຼື ມອບໃຫ້.

  • ການ "ຮັບເອົາ" ສາມາດໝາຍເຖິງ ທົນທຸກຫຼືມີປະສົບການ ຕໍ່ບາງສິ່ງ ເຊັ່ນ, "ເຂົາໄດ້ຮັບການລົງໂທດໃນສິ່ງທີ່ເຂົາໄດ້ທຳໄວ້."
  • ແລ້ວຍັງມີຄວາມໝາຍພິເສດອີກນຶ່ງຢ່າງຊຶ່ງເຮົາສາມາດ, "ຮັບ" ບຸກຄົນນຶ່ງ. ຕົວຢ່າງ ,"ການ "ຮັບ" ແຂກທັງຫຼາຍ ຫຼື ຜູ້ມາຢ້ຽມຢາມ ໝາຍເຖິງການຕ້ອນຮັບພວກເຂົາ ແລະປະຕິບັດຕໍ່ພວກເຂົາຢ່າງໃຫ້ກຽດເພື່ອສ້າງຄວາມສຳພັນກັບພວກເຂົາ.
  • ການ "ຮັບຂອງປະທານແຫ່ງພຣະວິນຍານບໍຣິສຸດ" ໝາຍເຖິງເຮົາໄດ້ຮັບພຣະວິນຍານບໍຣິສຸດ ແລະຕ້ອນຮັບພຣະອົງໃຫ້ທຳງານພາຍໃນເຮົາແລະຜ່ານທາງຊີວິດຂອງເຮົາ.
  • ການ "ຮັບເອົາພຣະເຢຊູ" ໝາຍເຖິງການຍອມຮັບຂໍ້ສະເໜີແຫ່ງຄວາມລອດຂອງພຣະເຈົ້າຜ່ານທາງພຣະເຢຊູຄຣິດ.
  • ເມື່ອຄົນຕາບອດ "ໄດ້ຮັບສາຍຕາຂອງເຂົາ" ໝາຍເຖິງພຣະເຈົ້າໄດ້ຢຽວຢາຮັກສາເຂົາແລະທຳໃຫ້ເຂົາເບິ່ງເຫັນໄດ້.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບບໍຣິບົດ "ຮັບ" ສາມາດແປໄດ້ວ່າ "ຍອມຮັບ" ຫຼື "ຕ້ອນຮັບ" ຫຼື ມີປະສົບການ" ຫຼື "ໄດ້ຖືກໃຫ້."
  • ຄຳວ່າ "ທ່ານຈະໄດ້ຮັບອຳນາດ" ສາມາດແປວ່າ "ທ່ານຈະຖືກໄດ້ຮັບອຳນາດ" ຫຼື "ພຣະເຈົ້າຈະໃຫ້ອຳນາດແກ່ທ່ານ" ຫຼື "ອຳນາດຈະຖືກມອບໃຫ້ແກ່ທ່ານ."

ຮາກຖານ,ວາງຮາກຖານ

ນິຍາມ

ຄຳກິລິຍາວ່າ "ວາງຮາກຖານ" ໝາຍເຖິງການຖືກສ້າງຫຼືເປັນຮາກຖານເທິງບາງສິ່ງ. ຮາກຖານຄືຖານທີ່ບາງສິ່ງສ້າງເທິງນັ້ນ.

  • ຮາກຖານຂອງເຮືອນ ຫຼືອາຄານຕ້ອງແຂງແຮງ ແລະໃຊ້ໄດ້ເພື່ອສະໜັບສະໜູນໂຄງສ້າງທັງໝົດ.
  • ຄຳວ່າ "ຮາກຖານ" ສາມາດກ່າວເຖິງການເລີ້ມຕົ້ນຂອງບາງສິ່ງ ຫຼືເມື່ອບາງສິ່ງໄດ້ຖືກສ້າງຂຶ້ນໃນຕອນທຳອິດທີ່ເລີ້ມສ້າງ.
  • ໃນຮູບແບບການປຽບທຽບ, ຜູ້ສັດທາເຊື່ອຖືໃນພຣະຄຣິດ,ຈະຖືກປຽບກັບອາຄານທີ່ມີການວາງຮາກຖານບົນຄຳສອນຂອງອັກຄະທູດ,ຫຼືຜູ້ປະກາດພຣະທັມໃນອົງພຣະຄຣິດ.ຜູ້ຊົງເປັນສີລາຫົວມູມເອກຂອງອາຄານນັ້ນ.
  • "ຫີນຮາກຖານ" ຄືຫີນທີ່ຖືກວາງໃຫ້ເປັນສ່ວນນຶ່ງຂອງຮາກຖານ.ຫີນເຫຼົ່ານີ້ໄດ້ຖືກທົດສອບເພື່ອທຳໃຫ້ແນ່ໃຈວ່າແຂງແຮງພຽງພໍທີ່ຈະຮອງຮັບອາຄານທັງໝົດໄດ້.

ຄຳແນະນຳໃນການແປ

  • ຄຳເວົ້າທີ່ວ່າ "ກ່ອນຮາກຖານຂອງໂລກນີ້" ສາມາດແປໄດ້ອີກວ່າ "ກ່ອນການສ້າງໂລກນີ້" ຫຼື "ກ່ອນເວລາກ່ອນໂລກທີ່ຈະຖືກທຳໃຫ້ຄົງຢູ່" ຫຼື "ກ່ອນທີ່ທຸກສິ່ງໄດ້ເລີ້ມຕົ້ນສ້າງຂຶ້ນ".
  • ຄຳວ່າ "ຮາກຖານບົນ" ສາມາດແປໄດ້ອີກວ່າ "ສ້າງຂຶ້ນຢ່າງປອດໄພບົນ" ຫຼື "ມີຮາກຖານຢ່າງໝັ້ນຄົງບົນ".
  • ຄຳວ່າຮາກຖານ ສາມາດແປໄດ້ອີກວ່າ "ຖານທີ່ແຂງແຮງ" ຫຼື "ການສະໜັບສະໜູນທີ່ແຂງແກ່ນ" ຫຼື "ການເລີ້ມຕົ້ນ" ຫຼື "ການສ້າງ" ທັງນີ້ຂຶ້ນຢູ່ກັບບໍຣິບົດນັ້ນ ໆ.

ຮ້າຍດ່າວ່າກ່າວ

ນິຍາມ

ການຮ້າຍດ່າວ່າກ່າວ ເປັນການໃຫ້ບາງຄົນແກ້ໄຂດ້ວຍຄຳເວົ້າຢ່າງເຂັ້ມງວດ, ຫຼາຍໆເທື່ອເພື່ອຊ່ວຍບຸກຄົນນັ້ນໃຫ້ຫັນກັບຈາກບາບ.

  • ໃນພັນທະສັນຍາໃໝ່ ສັ່ງໃຫ້ຄຣິດສະຕຽນຮ້າຍດ່າວ່າກ່າວຜູ້ເຊື່ອຄົນອື່ນໆ ເມື່ອພວກເຂົາບໍ່ເຊື່ອຟັງພຣະເຈົ້າຢ່າງເຫັນໄດ້ຊັດເຈນ.
  • ພຣະທັມສຸພາສິດ ສອນບິດາມານດາທັງຫຼາຍໃຫ້ຮ້າຍດ່າວ່າກ່າວບຸດທັງຫຼາຍຂອງພວກເຂົາເມື່ອພວກເຂົາບໍ່ເຊື່ອຟັງ.
  • ການຮ້າຍດ່າວ່າກ່າວ ໂດຍທົ່ວໄປແລ້ວເປັນການປ້ອງກັນຄົນກະທຳຄວາມຜິດຈາກການເອົາຕົວເອງກ່ຽວພັນໃນຄວາມບາບຫຼາຍຂຶ້ນ.
  • ນີ້ສາມາດແປວ່າ "ແກ້ໄຂໃຫ້ຢ່າງເຂັ້ມງວດ" ຫຼື "ຕັກເຕືອນ."
  • ຄຳເວົ້າ "ຮ້າຍດ່າວ່າກ່າວ" ສາມາດແປໄດ້ເປັນ" ການແກ້ໄຂໃຫ້ຢ່າງເຂັ້ມງວດ" ຫຼື "ການຕິຕຽນຢ່າງຮຸນແຮງ."
  • ຄຳວ່າ "ປາສະຈາກການຮ້າຍດ່າວ່າກ່າວ" ສາມາດແປວ່າ "ປາສະຈາກການຕັກເຕືອນ" ຫຼື "ປາສະຈາກການຕິຕຽນ."

ຮຸ້ນອາຍູ,ຄົນຮຸ້ນດຽວກັນ

ນິຍາມ

ຄຳວ່າ"ຮຸ້ນອາຍູ"ອ້າງເຖິງກຸ່ມຄົນທ່ີ່ທຸກຄົນໄດ້ເກີດແລະອາໃສຢຸ່ໃນໄລຍະເວລາດຽວກັນ.

  • ຄົນຮຸ້ນດຽວກັນສາມາດອ້າງເຖິງຂະຫຍາຍເວລາ. ໃນພຣະຄັມພີ,

ຊ່ວງໄລຍະເວລາການນັບແຕ່ລະຮຸ້ນນັ້ນໂດຍປົກກະຕິພິຈາລະນາຢຸ່ທີ່ປະມານ 40 ປີ.

  • ພໍ່ ແມ່ ແລະລຸກຫລານຂອງພວກເຂົາເປັນສອງຮຸ້ນທີ່ຕ່າງກັນ.
  • ໃນພຣະຄຳພີ ຄຳວ່າ"ຮຸ້ນອາຍຸ" ຍັງໃຊ້ໃນແບບອຸປະມາອ້າງເຖິງກຸ່ມຄົນທົ່ວໄປທີ່ແບ່ງປັນບຸກຄະລິກລັກສະນະທີ່ເໝືອນ.

ຄຳແນະນຳການແປ

  • ຄຳເວົ້າ"ຄົນຮຸ້ນອາຍຸນີ້" ຫລື "ກຸ່ມຄົນຮຸ້ນອາຍຸນີ້," ສາມາດແປວ່າ" ຄົນທີ່ອາໃສຢຸ່ຕອນນີ້" ຫລື "ຄົນຂອງທ່ານ"
  • " ຮຸ້ນອາຍຸທີ່ຊົ່ວຮ້າຍ" ສາມາດແປໄດ້ອີກວ່າ "ຄົນຊົ່ວຮ້າຍເຫຼົ່ານີ້ທີ່ອາໃສຢູ່ຕອນນີ້."
  • ຄຳກ່າວ "ຈາກຮຸ້ນອາຍູນີ້ສຸ່ອີກຮຸ້ນ" ຫລື "ຈາກຮຸ້ນນຶ່ງໄປຍັງຮຸ້ນຕໍ່ໄປ" ສາມາດແປໄດ້ອີກວ່າ"ຄົນທີ່ອາໃສຢຸ່ຕອນນີ້ ເຊັ່ນດຽວກັບລຸກຂອງພວກເຂົາແລະຫລານຂອງພວກເຂົາ" ຫລື "ຜູ້ຄົນທີ່ຢຸ່ທຸກຊ່ວງເວລາ" ຫລື "ຜຸ້ຄົນທີ່ຢຸ່ໃນຊວ່ງເວລານີ້ແລະຊ່ວງເວລາແຫ່ງອະນາຄົດ" ຫລື " ປະຊາຊົນທຸກຄົນແລະຜູ້ທີ່ສືບເຊື້ອສາຍຂອງພວກເຂົາ."
  • "ຮຸ້ນອາຍຸທ່ີ່ຈະມານັ້ນຈະໄດ້ຮັບໃຊ້ເຂົາ; ພວກເຂົາຈະບອກຮຸ້ນອາຍຸຕໍ່ໄປກ່ຽວກັບພຣະເຈົ້າຢາເວ"ສາມາດແປໄດ້ວ່າ "ຄົນຫຼວງຫຼາຍໃນອະນາຄົດຈະຮັບໃຊ້ພຣະຢາເວ ແລະຈະບອກເລົ່າແກ່ລູກແລະຫລານກຽ່ວກັບພຣະອົງ."

ຮູ້, ຄວາມຮູ້, ທຳໃຫ້ຮູ້

ນິຍາມ

"ຮູ້" ໝາຍເຖິງການເຂົ້າໃຈບາງສິ່ງຫຼືຮັບຮູ້ຂໍ້ມູນຄວາມຈິງ ຄຳກ່າວ "ທຳໃຫ້ຮູ້" ເປັນຄຳກ່າວທີ່ໝາຍເຖິງການບອກຂໍ້ມູນ.

ຄຳວ່າ " ຄວາມຮູ້" ອ້າງອີງເຖິງຂໍ້ມູນຕ່າງໆທີ່ຜູ້ຄົນຮູ້ສາມາດປັບໃຊ້ກັບການຮູ້ກ່ຽວກັບສິ່ງຕ່າງໆ ທັງໃນໂລກຮ່າງກາຍແລະໂລກຝ່າຍວິນຍານ.

  • "ຮູ້ກ່ຽວກັບ" ພຣະເຈົ້າໝາຍຄວາມວ່າເຂົ້າໃຈຂໍ້ຈິງບໍ່ຈິງກ່ຽວກັບພຣະ ອົງເພາະສິ່ງທີ່ໄດ້ເປີດເຜີຍຕໍ່ເຮົາ.
  • "ຮູ້ຈັກ" ພຣະເຈົ້າໝາຍຄວາມວ່າມີຄວາມສຳພັນກັບພຣະອົງ ນີ້ປັບໃຊ້ກັບການຮູ້ຈັກຄົນດ້ວຍ.
  • ການ "ຮູ້ນ້ຳພຣະໄທຂອງພຣະເຈົ້າ" ໝາຍເຖິງຮັບຮູ້ເຖິງສິ່ງທີ່ພຣະອົງໄດ້ຊົງບັນຊາຫຼືເຂົ້າໃຈສິ່ງທີ່ພຣະອົງຕ້ອງການໃຫ້ບຸກຄົນນຶ່ງທຳ.
  • "ຮູ້ກົດບັນຍັດ" ໝາຍເຖິງການຮັບຮູ້ເຖິງສິ່ງທີ່ພຣະເຈົ້າໄດ້ຊົງບັນຊາໄວ້ຫຼືເຂົ້າໃຈສິ່ງທີ່ພຣະເຈົ້າໄດ້ສັ່ງເອົາໄວ້ໃນກົດບັນຍັດທີ່ພຣະອົງໄດ້ຊົງມອບໃຫ້ແກ່ໂມເຊ.
  • ບາງຄັ້ງ "ຄວາມຮູ້" ຖືກໃຊ້ເປັນຄຳກ່າວກັບຄຳວ່າ "ສະຕິປັນຍາ" ຊຶ່ງລວມເຖິງການດຳເນີນຊີວິດໃນວິຖີທີ່ພຣະເຈົ້າພໍພຣະໄທ.
  • "ຄວາມຮູ້ກ່ຽວກັບພຣະເຈົ້າ" ບາງຄັ້ງຖືກໃຊ້ເປັນຄຳກ່າວສຳລັບຢຳເກງພຣະເຈົ້າຢາເວ.

%ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບບໍລິບົດວິທີການແປຄຳວ່າ "ຮູ້" ສາມາດລວມຄຳວ່າ "ເຂົ້າໃຈ" ຫຼື "ຄຸ້ນເຄີຍກັບ" ຫຼື "ຮັບຮູ້ກ່ຽວກັບ" ຫຼື "ຊິນເຄີຍກັບ" ຫຼື "ມີຄວາມສຳພັນກັບ".
  • ໃນບາງພາສາມີຄຳສອງຄຳທີ່ແຕກຕ່າງກັນສຳລັບຄຳວ່າ "ຮູ້" ຂື້ນຢູ່ກັບວ່າເປັນການຮູ້ກ່ຽວກັບຂໍ້ຈິງຫຼືບໍ່ຈິງກ່ຽວກັບຄົນແລະມີການສຳພັນ ທະພາບກັບເຂົາ.
  • ຄຳວ່າ "ທຳໃຫ້ຮູ້ " ສາມາດແປວ່າ "ທຳໃຫ້ຄົນໄດ້ຮູ້" ຫຼື "ເປີດເຜີຍ" ຫຼື "ບອກກ່ຽວກັບ" ຫຼື "ອະທິບາຍ."
  • "ຮູ້ກ່ຽວກັບ" ບາງສິ່ງສາມາດແປວ່າ "ຮັບຮູ້ກ່ຽວກັບ" ຫຼື"ຄຸ້ນເຄີຍກັບ."
  • ຄຳກ່າວ "ຮູ້ວ່າຢ່າງໃດ" ໝາຍເຖິງເຂົ້າໃຈຂະບວນການຫຼືວິທີການເພື່ອຈະທຳໃຫ້ບາງສິ່ງບາງຢ່າງສຳເລັດໄດ້ສາມາດແປວ່າ "ສາມາດທີ່ຈະ" ຫຼື "ມີທັດສະໃນການ."

ຄຳວ່າຄວາມຮູ້ ສາມາດແປວ່າ ສິ່ງທີ່ໄດ້ຮູ້ຫຼືປັນຍາຫຼືຄວາມເຂົ້າໃຈ ຂຶ້ນຢູ່ກັບບໍລິບົດ.


ຮູບເຄົາຣົບ, ການໄຫ້ວຮູບເຄົາຣົບ" ພະ​ປອມ"

ນິຍາມ

ຮູບເຄົາຣົບເປັນວັດຖູທີ່ຄົນສ້າງຂື້ນເພື່ອວ່າເຂົາ​ຈະໄດ້ນະມັສການ ບາງສຶ່ງຈະຖືກອະທິບາຍວ່າເປັນ " ບູຊາຮູບເຄົາຣົບ "ຖ້າກ່ຽວຂ້ອງກັບການໃຫ້ກຽດສິ່ງອື່ນນອກເຫນືອຈາກພຣະເຈົ້າອົງທ່ຽງແທ້​ອົງ​ດຽວ.

  • ຜູ້ທີ່​ສ້າງຮູບເຄົາຣົບເພື່ອເປັນຕົວແທນຂອງພຣະເຈົ້າທີ່ພວກເຂົານະມັສການ
  • ພະປອມເຫລົ່ານີ້ບໍ່ໄດ້ມີຈິງ ບໍ່ມີພຣະເຈົ້າອື່ນ ນອກເຫນືອຈາກພຣະຢາເວ
  • ບາງຄັ້ງມານກໍທຳງານຜ່ານຮູບເຄົາຣົບເພື່ອເຮັດໃຫ້ເບິ່ງເຫມືອນວ່າມັນມີອຳນາດ, ເຖີງແມ່ນວ່າມັນບໍ່ມີອຳນາດຢູ່​ກໍຈິງ.
  • ຮູບເຄົາຣົບມັກຈະເຮັດຈາກວັດຖຸທີ່ມີຄ່າເຊັນ ຄຳ,ເງີນ,ທອງສຳຣິດຫລືໄມ້ລາຄາແພງ.
  • ອານາຈັກທີ່ບູຊາຮູບເຄົາຣົບ" ຫມາຍເຖີງ "ອານາຈັກຂອງຄົນທີ່ນະມັສະການຮູບເຄົາຣົບ"ຫຼື "ອານາຈັກທີ່ບູຊາ​ສິ່ງ​ຂອງຝ່າຍໂລກ"
  • ຄຳວ່າ "ຮູບສະຫລັກເປັນ​ທີ່ເຄົາ​ຣົບບູຊາ"ຄືອີກຄຳນື່ງສຳລັບຄຳວ່າ "ຮູບປັ້ນແກະສະຫລັກ"ຫຼື"ຮູບເຄົາຣົບ"

ຮູບປັ້ນ,ຮູບປັ້ນແກະສະຫລັກ,ຮູບແກະສະຫລັກ,ຮູບຫລໍ່ໂລຫະ

ນິຍາມ

ຄຳເຫລົ່ານີ້ທຸກຄຳໃຊ້ໃນການອ້າງເຖີງຮູບເຄົາຣົບທີ່ໄດ້ຖືກສ້າງຂື້ນເພື່ອນະມັສະການພະປອມ. ໃນກໍ​ຣະ​ນີ ຂອງການນະມັສະການຮູບເຄົາຣົບ ຄຳວ່າ"ຮູບປັ້ນ "ເປັນຮູບສັ້ງຂື້ນ "ຮູບປັ້ນແກະສະຫລັກ"

  • "ຮູບປັ້ນແກະສະຫລັກ"ເປັນວັດຖຸເຮັດດ້ວຍໄມ້ທີ່ຖືກສ້າງຂື້ນໃຫ້ເຫມືອນ ສັດ,ຄົນ,ຫຼືສິ່ງຂອງ.
  • "ຮູບຫລໍ່ໂລຫະ"ເປັນວັດຖຸຫລືຮູບປັ້ນທີ່ສ້າງຂື້ນໂດຍການເທໂລຫະທີ່ຫລອມໃຫ້ແຫລວລົງໃນເບົ້າຫລໍ່ທີ່ມີຮູບຮ່າງເຫມືອນວັດຖຸ,ສັດ,ຫຼືຄົນ.
  • ວັດຖຸທີ່ເປັນໄມ້ແລະໂລຫະເຫລົ່ານີ້ຖືກໃຊ້ໃນການນະມັສະການພະທຽມ​ຫຼືພະ​ປອມ.

%ຄຳແນະນຳໃນການແປ

  • ເມື່ອອ້າງເຖີງຮູບເຄົາຣົບຄຳວ່າ "ຮູບປັ້ນ "ສາມາດແປໄດ້ວ່າ"ຮູບຫລໍ່ "ຫລື"ຮູບເຄົາຣົບທີ່ແກະສະຫລັກ"ຫຼື"ວັດຖຸທີ່ແກະສະຫລັກທາງສາສນາ "
  • ໃນບາງພາສາອາດຈະຊັດເຈນກວ່າທີ່ຈະໃຊ້ຄຳອະທິບາຍດ້ວຍຖ້ອຍຄຳເຊັ່ນວ່າ"ຮູບປັ້ນແກະສະຫລັກ "ຫຼື"ຮູບຫລໍ່ໂລຫະ "ແມ່ນວ່າໃນສະຖານະການທີ່ນັ້ນກ່າວ່າ"ຮູບປັ້ນ "ຫຼື"ຮູບຫລໍ່ "ມີຢູ່ໃນຕົ້ນສະບັບທີ່ແປແລ້ວ.
  • ໃຫ້ແນ່ໃຈວ່າຄຳນີ້ແຕກຕ່າງຢ່າງຊັດເຈນຈາກຄຳທີ່ໃຊ້ໃນການອ້າງເຖີງສີ່ງທີ່​ເປັນ​ຕາມ​ພ​ຣະ​ລັກ​ສະ​ນະ​ຂອງ​ພ​ຣະ​ເຈົ້າ.

ຮູ້ລ່ວງໜ້າ, ຄວາມຮູ້ລ່ວງໜ້າ

ນິຍາມ

ຄຳວ່າ "ຮູ້ລ່ວງໜ້າ" ແລະ "ຄວາມຮູ້ລ່ວງໜ້າ" ມາຈາກຄຳກິຣິຍາ, "ຮູ້ລ່ວງໜ້າ" ຊຶ່ງໝາຍເຖິງການຮູ້ບາງສິ່ງກ່ອນທີ່ສິ່ງນັ້ນຈະເກີດຂຶ້ນ.

  • ພຣະເຈົ້າບໍ່ໄດ້ຖືກຈຳກັດດ້ວຍເວລາ,ພຣະອົງຊົງຮູ້ທຸກສິ່ງທີ່ເກີດຂຶ້ນໃນອະດີດ,ປັດຈຸບັນ,ແລະອະນາຄົດ.
  • ຄຳນີ້ຖືກໃຊ້ໂດຍສະເພາະໃນບໍຣິບົດທີ່ພຣະເຈົ້າຊົງຮູ້ບາງສິ່ງຢູ່ແລ້ວວ່າໃຜຈະໄດ້ຮັບຄວາມລອດຜ່ານທາງການຮັບພຣະເຢຊູ ເປັນພຣະຜູ້ຊ່ວຍໃຫ້ລອດ.

ຄຳແນະນຳການແປ

  • ຄຳວ່າ "ຮູ້ລ່ວງໜ້າ" ສາມາດແປໄດ້ອີກວ່າ "ໄດ້ຮູ້ກ່ອນ" ຫຼື "ຮູ້ກ່ອນເວລາ" ຫຼື "ຮູ້ລ່ວງໜ້າ" ຫຼື "ໄດ້ຮູ້ແລ້ວ".
  • ຄຳວ່າ "ຮູ້ລ່ວງໜ້າ" ສາມາດແປໄດ້ອີກວ່າ "ການຮູ້ກ່ອນ" ຫຼື "ການຮູ້ກ່ອນເວລາ" ຫຼື "ຄວາມຮູ້ແລ້ວ" ຫຼື "ຄວາມຮູ້ລ່ວງໜ້າ".

ຮົກຮ້າງ,ຄວາມຫວ່າງເປົ່າ

ນິຍາມ

ຄຳວ່າ"ຮົກຮ້າງ"ແລະ"ຄວາມຮົກຮ້າງຫວ່າງເປົ່າ

  • ເມື່ອເວົ້າເຖີງບຸກຄົນ, ຄຳວ່າ "ຮົກຮ້າງ"ອະທິບາຍສະພາບ ຂອງຄວາມຫາຍຍານະ ຄວາມເຫງົາແລະຄວາມໂສກເສົ້າ.
  • ຄຳວ່າ "ຄວາມຮົກຮ້າງ"ຄືຖານະ" ຫລື ສະພາບ ຂອງການຖືກປະຮ້າງ .
  • ຖ້າຜືນດິນ ທີ່ມີ ພືດລົ້ມລຸກໃຫຍ່ຂື້ນ ຖືວ່າເປັນທີ່ຮົກເຮື້ອ ກໍ

ຫມາຍຄວາມວ່າ ບາງສິ່ງ ໄດ້ທຳລາຍພືດລົ້ມລຸກ ເຊັ່ນ ພວກແມງໃມ້ ຫລື ກອງທັບບຸກລຸກທຳລາຍ.

  • "ພື້ນທີ່ຮົກຮ້າງ " ກ່າວເຖີງ ພື້ນທີ່ຂອງແຜ່ນດິນ ທີ່ມີຜູ້ອາສັຍຢູ່ນອ້ຍ ເນື່ອງຈາກ ມີພືດລົ້ມລຸກນອ້ຍ ຫລື ພືດຜັກອື່ນໆ ກໍນອ້ຍທີ່ນັ້ນ.
  • " ແຜ່ນດິນຮົກຮ້າງ" ຫລື "ຖິ່ນທຸຣະກັນດານ"ມັກເປັນທີ່ຄົນນອກສັງຄົມ (ເຊັ່ນຄົນໂຣກເຮື້ອນ) ແລະ ສັດອັນຕະຣາຍອາສັຍຢູ່
  • ຖ້າເມືອງ "ຖືກເຮັດໃຫ້ຮົກຮ້າງ"ຫມາຍຄວາມວ່າ ອາຄານ ແລະ

ສິ່ງຂອງຖືກທຳລາຍ ຫລື ຖືກລັກ ແລະ ປະຊາຊົນຂອງເມືອງຖືກ ຂ້າຕາຍ ຫລື ຖືກຈັບກຸມ ເມືອງກາຍເປັນ "ເມືອງຮ້າງ" ແລະ "ມີເສດຫັກເພ້ຂອງບ້ານເຮືອນ" ເລື້ອງນີ້ ຄ້າຍຄື ກັບຄວາມ ຫມາຍຂອງ "ທຳລາຍຮ້າງ" ຫລື "ຖືກທຳລາຍລ້າງ"ໂດຍໃຫ້ຄວາມສຳຄັນ ກັບຄວາມຫວ່າງເປົ່າຫລາຍຂື້ນ.

  • ຄຳນີ້ ອາດແປວ່າ "ສີ້ນຊາກ" ຫລື "ຖືກທຳລາຍ" ຫລື "ເປັນຂີ້

ເຫຍື່ອ" ຫລື "ໂດດດ່ຽວແລະຖືກຂັບໄລ່" ຫລື "ຮົກຮ້າງ" ທັງນີ້ ຂື້ນຢູ່ກັບບໍຣິບົດນັ້ນ.


ຮຽນແບບ,ຜູ້ຮຽນແບບ

ນິຍາມ

ຄຳວ່າ "ຮຽນແບບ " ​ຫຼື "ຜູ້ຮຽນແບບ " ຫມາຍເຖີງການລອກຮຽນແບບຄົນອື່ນແລະເຮັດຢ່າງທີ່ຄົນນັ້ນປະຕຶບັດທຸກປະການ

  • ຄຣຶດສະຕຽນຖືກສອນໃຫ້ຮຽນແບບຢ່າງອົງພຣະເຢຊູຄຣຶດເຈົ້າໂດຍການເຊື່ອຟັງພຣະເຈົ້າແລະຮັກຄົນອືນຢ່າງທີ່ພຣະເຢຊູເຈົ້າຊົງກະທຳ
  • ອັກຄະລະທູດສາວົກໂປໂລໄດ້ບອກຄຣິດຕະຈັກໃນຍຸກທຳອິດໃຫ້ຮຽນແບບຢ່າງລາວຢ່າງທີ່ລາວຮຽນແບບຢ່າງພຣະເຢຊູຄຣິດເຈົ້າ

% ຄຳແນະນຳໃນການແປ

  • ຄຳວ່າ "ຮຽນແບບ"ສາມາດຈະແປໄດ້ວ່າ ທຳ "​ເຮັດຢ່າງດຽວກັນ"ຫລື" ຮຽນ ​ທຳຕາມແບບຢ່າງຂອງເຂົາ"
  • ຄຳເວົ້າວ່າ"ຈົ່ງເປັນຜູ້ຮຽນແບບຂອງພຣະເຈົ້າ"ສາມາດແປໄດ້ວ່າ"ຈົ່ງເປັນຄົນປະຕຶບັດເໝືອນທີ່ພຣະເຈົ້າປະຕຶບັດ"ຫຼື"ຈົ່ງເປັນຄົນກະທຳສຶ່ງຕ່າງໆໃນແບບທີ່ພຣະເຈົ້າຊົງກະທຳ"
  • " ທ່ານໄດ້ກາຍເປັນຜູ້ຮຽນແບບຢ່າງເຮົາ"ສາມາດແປໄດ້ວ່າ"ທ່ານທຳຕາມແບບຢ່າງຂອງເຮົາ"ຫຼື"ທ່ານກຳລັງທຳສຶ່ງຕ່າງໆໃນທາງຂອງພຣະເຈົ້າແບບດຽວກັບທີ່ທ່ານເຫັນເຮົາທຳ"

ເຮັດຊົ່ວ, ການເຮັດຊົ່ວ

ນິຍາມ

ຄຳວ່າ "ເຮັດຊົ່ວ" ແລະ "ການເຮັດຊົ່ວ" ກ່າວເຖິງສະຖານະຂອງກິດຈະການທີ່ຜູ້ຄົນເລີ່ມເຊື່ອມໂຊມລົງ, ຜິດສິນລະທໍາ, ຫລື ບໍ່ສັດຊື່.

  • ຄຳວ່າ "ເຮັດຊົ່ວ" ຕາມຕົວອັກສອນໝາຍເຖິງການ " ງໍ" ຫຼື "ຫັກ" ທາງສິນລະທໍາ.
  • ຄົນທີ່ເຮັດຊົ່ວຫັນອອກຈາກຄວາມຈິງແລະກຳລັງເຮັດສິ່ງທີ່ບໍ່ສັດຊື່ ຫຼືຜິດສິນລະທໍາ.
  • ການເຮັດຊົ່ວຂອງຄົນໝາຍເຖິງການມີອິດທິພົນຕໍ່ບຸກຄົນນັ້ນໃຫ້ເຮັດສິ່ງທີ່ບໍ່ສັດຊື່ແລະຜິດສິນລະທໍາ.

ຄຳແນະນຳໃນການແປ

  • ຄຳວ່າ "ເຮັດຊົ່ວ" ອາດແປວ່າ "ມີອິດທິພົນຕໍ່ການເຮັດຊົ່ວ" ຫຼື "ເຮັດໃຫ້ເກີດການຜິດສິນລະທໍາ."
  • ຄົນເຮັດຊົ່ວສາມາດອະທິບາຍໄດ້ວ່າເປັນບຸກຄົນ "ທີ່ຜິດສິນລະທໍາ" ຫຼື "ຜູ້ເຮັດການຊົ່ວຮ້າຍ."
  • ຄຳນີ້ອາດແປວ່າ "ບໍ່ດີ" ຫຼື "ຜິດສິນລະທໍາ" ຫຼື "ຊົ່ວຮ້າຍ."
  • ຄຳວ່າເຮັດຊົ່ວ ແປວ່າ "ການເຮັດຊົ່ວ" ຫຼື "ຊົ່ວ" ຫຼື "ຜິດສິນລະທໍາ."

ເຮັດໃຫ້ເສື່ອມຄວາມສັກສິດ

ນິຍາມ

ຄຳວ່າ "ເຮັດໃຫ້ເສື່ອມຄວາມສັັກສິດ"ຫມາຍເຖີງການທຳລາຍ ຫລື ເຮັດໃຫ້ເສື່ອມຄວາມສັກສິດ ແກ່ສະຖານທີ່ ຫລື ວັດຖຸສັກສິດ ໃນລັກສະນະທີ່ບໍ່ສາມາດຍອມຮັບໄດ້ ໃນການໃຊ້ສິ່ງນັ້ນ ໃນການນະມັດສະການອີກຕໍ່ໄປ.

  • ຫລາຍຄັ້ງ ການເຮັດໃຫ້ບາງສິ່ງ ເສື່ອມ ກ່ຽວຂອ້ງ ກັບການບໍ່ເຄົາລົບເປັນສ່ວນຫລາຍ.
  • ຕົວຢ່າງເຊັ່ນ ກະສັດທີ່ເປັນຄົນນອກສາດສະຫນາ ໄດ້ເຮັດໃຫ້

ຈານພິເສດເສື່ອມ ຄວາມສັກສິດ ໂດຍເອົາຈານພິເສດ ຈາກພຣະວິຫານຂອງພຣະເຈົ້າ ໄປໃຊ້ສຳຫລັບງານລ້ຽງ ທີ່ພະຣາຊວັງ ຂອງພວກເຂົາ.

  • ກະດູກຈາກຄົນຕາຍ ຖືກນຳມາໃຊ້ ໂດຍພວກສັດຕູ ເພື່ອໃຫ້ແທ່ນບູຊາ ໃນພຣະວິຫານຂອງພຣະເຈົ້າ ເສື່ອມຄວາມສັກສິດ.
  • ຄຳນີ້ອາດແປໄດ້ວ່າ "ເຮັດໃຫ້ບໍ່ສັກສິດ" ຫລື "ດູຫມິ່ນ ໂດຍເຮັດ

ໃຫ້ເສັຍຄວາມບໍຣິສຸດ" ຫລື "ຫຍາບຄາຍ" ຢ່າງບໍ່ມີເຄົາຣົບນັບຖື"ຫລື"ເຮັດໃຫ້ບໍ່ບໍຣິສຸດ"


ເຮັດໃຫ້ຊອບທຳ, ການນັບເປັນຜູ້ຊອບທຳ

ນິຍາມ

ຄຳວ່າ “ ເຮັດໃຫ້ຊອບທຳ“ ແລະ “ການນັບເປັນຜູ້ຊອບທຳ“ໝາຍເຖິງການທີ່ເຮັດໃຫ້ຜູ້ທີ່ມີຄວາມຜິດເປັນຄົນຊອບທຳ.ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ເປັນຄົນຊອບທຳຢ່າງແທ້ຈິງໄດ້.

  • ເມື່ອພຣະເຈົ້າເຮັດໃຫ້ມະນຸດມີຄວາມຊອບທຳ, ພຣະອົງຈະໃຫ້ອະໄພບາບຂອງພວກເຂົາແລະເຮັດໃຫ້ພວກເຂົາບໍ່ມີບາບ. ພຣະອົງພຽງແຕ່ໃຫ້ຄົນບາບກັບໃຈແລະເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າເພື່ອຊ່ວຍພວກເຂົາໃຫ້ພົ້ນຈາກບາບຂອງພວກເຂົາ.
  • “ການນັບເປັນຄົນຊອບທຳ“ ໝາຍເຖິງສິ່ງທີ່ພຣະເຈົ້າໄດ້ເຮັດໃນເວລາທີ່ພຣະອົງໃຫ້ອະໄພບາບຂອງມະນຸດແລະປະກາດວ່າບຸກຄົນນັ້ນເປັນຄົນຊອບທຳໃນສາຍຕາຂອງພຣະອົງ.

ຄຳແນະນຳ ໃນການແປ

  • ອີກວິທີ່ໜຶ່ງທີ່ຈະແປຄຳວ່າ “ເຮັດໃຫ້ຊອບທຳ“ ສາມາດປະກອບມີຄຳວ່າ “ປະກາດ“

ເຮັດໃຫ້ເປັນທາດ, ເປັນເໝືອນທາດ

ນິຍາມ

"ເຮັດໃຫ້ເປັນທາດ" ການເຮັດໃຫ້ບາງຄົນເປັນທາດໝາຍເຖິງການບັງຄັບໃຫ້ຄົນນັ້ນຮັບໃຊ້ເຈົ້ານາຍຫລືປະເທດທີ່ປົກຄອງ. ການ "ເຮັດໃຫ້ເປັນທາດ" ຫລື "ເປັນເໝືອນທາດ" ໝາຍເຖິງຢູ່ພາຍໃຕ້ການຄວບຄຸມຂອງບາງສິ່ງຫລືບາງຄົນ.

  • ຄົນທີ່ຖືກເຮັດໃຫ້ເປັນທາດຫລືເປັນເໝືອນທາດ ຕ້ອງຮັບໃຊ້ຜູ້ອື່ນໂດຍບໍ່ໄດ້ຮັບຄ່າຈ້າງ; ລາວບໍ່ສາມາດເຮັດໄດ້ໃນສິ່ງທີ່ລາວຢາກເຮັດ.
  • ການ "ເຮັດຄົນເປັນທາດ" ຍັງໝາຍເຖິງການຈໍາກັດອິດສະລະພາບຂອງຄົນໆນັ້ນດ້ວຍ.
  • ມີອີກຄໍາໜຶ່ງສໍາລັບ "ເປັນເໝືອນທາດ" ແມ່່ນ "ຖານະຂອງຄວາມເປັນທາດ."
  • ເວົ້າໃນທາງປຽບທຽບວ່າ, ມະນຸດ "ຖືກເຮັດໃຫ້ເປັນທາດ" ຂອງບາບຈົນກວ່າພຣະເຢຊູຈະຊ່ວຍປົດປ່ອຍໃຫ້ພົ້ນຈາກການຖືກຄວບຄຸມແລະອໍານາດຂອງມັນ.
  • ເມື່ອຄົນໆໜຶ່ງໄດ້ຮັບຊີວິດໃໝ່ໃນພຣະຄຣິດ, ລາວກໍໝົດການເປັນທາດຂອງຄວາມບາບແລະຈະກາຍເປັນຄົນຊອບທໍາ.

ຄໍາແນະນໍາໃນການແປ

  • ຄໍາວ່າ "ເຮັດໃຫ້ເປັນທາດ" ອາດຈະແປໄດ້ວ່າ "ເຮັດໃຫ້ບໍ່ມີອິດ ສະລະ" ຫລື "ບັງຄັບໃຫ້ຮັບໃຊ້ຄົນອື່ນ" ຫລື "ຕົກຢູ່ພາຍໃຕ້ການຄວບຄຸມຂອງຄົນອື່ນ."
  • ຖ້ອຍຄໍາທີ່ວ່າ "ເຮັດໃຫ້ເປັນທາດຂອງ" ຫລື "ເປັນເໝືອນທາດຂອງ" ອາດຈະແປວ່າ "ຖືກບັງຄັບໃຫ້ເປັນທາດຂອງ" ຫລື "ຖືກບັງຄັບໃຫ້ຮັບໃຊ້" ຫລື "ຢູ່ພາຍໃຕ້ການຄວບຄຸມຂອງ."

ເຮັດໃຫ້ລະອາຍ, ການເຮັດໃຫ້ລະອາຍ

ນິຍາມ

ຄຳວ່າ "ເຮັດໃຫ້ລະອາຍ" ໝາຍເຖິງການເຮັດໃຫ້ບາງຄົນຮູ້ສຶກອັບອາຍຫຼື ເ​ຊື່ອມເ​ສັຍຊຶ່ງມັກຈະເຮັດໃນທີ່ສາທາລະນະ. ການກະທຳທີ່ເຮັດໃຫ້ຄົນອື່ນອັບອາຍເອີ້່ນວ່າ "ການເຮັດໃຫ້ລະອາຍ."

  • ເມື່ອພຣະເຈົ້າເຮັດໃຫ້ຄົນໜຶ່ງຖ່ອມລົງ ໝາຍຄວາມວ່າພຣະອົງຊົງເຮັດໃຫ້ຄົນຈອງຫອງຕ້ອງພົບກັບຄວາມລົ້ມເຫລວເພື່ອຊ່ວຍເຂົາໃຫ້ເອົາຊະນະຄວາມຈອງຫອງຂອງຕົນ ສິ່ງນີ້ແຕກຕ່າງຈາກການເຮັດໃຫ້ບາງຄົນຮູ້ສຶກລະອາຍ ຊິຶ່ງຈະເປັນການເຮັດເພື່ອທໍາຮ້າຍຈິດໃຈຄົນນັ້ນ.
  • ການ "ເຮັດໃຫ້ລະອາຍ" ສາມາດແປໄດ້ວ່າ "ເຮັດໃຫ້ຂາຍໜ້າ" ຫຼື "ເຮັດໃຫ້ຮູ້ສຶກຂາຍໜ້າ" ຫຼື "ເຮັດໃຫ້ອາຍ."
  • ຂຶ້ນຢູ່ກັບສະພາບການວິທີທີ່ຈະແປ, "ການເຮັດໃຫ້ລະອາຍ" ສາມາດລວມເຖິງ, "ການເຮັດໃຫ້ຂາຍໜ້າ" ຫລື "ການເຮັດໃຫ້ຕ່ຳຕ້ອຍ" ຫຼື "ການເຮັດໃຫ້ເສື່ອມເສຍ."

ເຮືອນ

ນິຍາມ

ຄຳວ່າ "ເຮືອນ" ມັກຈະຖືກໃຊ້ໃນເຊີງປຽບທຽບໃນພຣະຄຳພີ.

  • ບາງເທື່ອໝາຍຄວາມວ່າ "ຄົວເຮືອນ," ຊຶ່ງໝາຍເຖິງຄົົນທີ່ອາໄສຢູ່ນຳກັນໃນບ້ານຫລັງໜຶ່ງ.
  • ຫລາຍເທື່ອທີ່ "ບ້ານ" ອ້າງເຖິງບັນພະບຸລຸດ ເຊື້ອສາຍຫລືຍາດພີ່ນ້ອງຄົນອື່ນໆ ຂອງຄົນໜຶ່ງ. ຕົວຢ່າງເຊັ່ນ , "ຕະກູນຂອງດາວິດ" ອ້າງເຖິງຜູ້ສືບເຊື້ອສາຍທັງໝົດຂອງກະສັດດາວິດ.
  • ຄຳວ່າ "ວິຫານຂອງພຣະເຈົ້າ" ແລະ "ວິຫານຂອງພຣະເຈົ້າຢາເວ" ໝາຍເຖິງຫໍເຕັນຫລືພຣະວິຫານ. ຄໍາກ່າວນີ້ສາມາດອ້າງເຖິງໂດຍທົ່ວໄປສະຖານທີ່ທີ່ພຣະເຈົ້າສະຖິດຫລືປະທັບຢູ່.
  • ໃນພຣະທຳເຮັບເຣີ ບົດທີ 3, "ຄອບຄົວຂອງພຣະເຈົ້າ" ຖືກໃຊ້ເປັນຄຳອຸປະມາເພື່ອອ້າງເຖິງຄົນຂອງພຣະເຈົ້າຫລືໂດຍທົ່ວໄປແລ້ວ, ຄືທຸກສິ່ງທີ່ເປັນຂອງພຣະເຈົ້າ.
  • ວະລີ "ເຊື້ອສາຍຂອງອິດສະຣາເອນ" ສາມາດອ້າງເຖິງປະເທດອິດສະຣາເອນທັງປະເທດຫລືສະເພາະເຈາະຈົງລົງໄປອີກຄືເຜົ່າທີ່ຢູ່ໃນອານາຈັກຂອງອິດສະຣາເອນທາງພາກເໜືອ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບສະພາບການ, "ເຮືອນ" ສາມາດແປວ່າ, "ຄົວເຮືອນ" ຫລື "ຜູ້ຄົນ" ຫລື "ຄອບຄົວ" ຫລື "ເຊື້ອສາຍ" ຫລື "ພຣະວິຫານ" ຫລື "ສະຖານທີ່ຢູ່ອາໄສ."
  • ວະລີ "ຕະກູນຂອງດາວິດ" ອາດຈະແປວ່າ, "ເຜົ່າພັນຂອງດາວິດ" ຫລື "ຄອບຄົວຂອງດາວິດ" ຫລື "ເຊື້ອສາຍຂອງດາວິດ." ສຳນວນທີ່ກ່ຽວຂ້ອງກັນສາມາດຈະແປໄດ້ໃນທາງທີ່ໃກ້ຄຽງກັນ.
  • ວິທີອື່ນທີ່ຈະແປ "ເຊື້ອສາຍຂອງອິດສະຣາເອນ" ອາດລວມເຖິງ, "ປະຊາກອນຂອງອິດສະຣາເອນ" ຫລື "ລູກຫລານຂອງອິດສະຣາເອນ" ຫລື "ຄົນອິດສະຣາເອນ."
  • "ນິເວດຂອງພຣະເຈົ້າຢາເວ" ສາມາດແປໄດ້ວ່າ "ວິຫານຂອງພຣະເຈົ້າຢາເວ" ຫລື "ສະຖານທີ່ທີ່ມີການນະມັດສະການພຣະເຈົ້າຢາເວ" ຫລື "ສະຖານທີ່ທີ່ພຣະເຈົ້າຢາເວສະເດັດມາພົບກັບຄົນຂອງພຣະອົງ" ຫລື "ສະຖານທີ່ທີ່ພຣະເຈົ້າຢາເວປະທັບຢູ່."
  • "ພຣະນິເວດຂອງພຣະເຈົ້າ" ສາມາດແປໄດ້ໃນແບບຄ້າຍຄືກັນ.

ເຮົາ,ພຣະຢາເວ

ນິຍາມ

ຫລາຍຄັ້ງໃນພຣະສັນຍາເດີມ ເມື່ອພຣະເຈົ້າຊົງກ່າວ ກ່ຽວກັບພຣະອົງ,ພຣະອົງຊົງໃຊ້ພຣະນາມຂອງພຣະອົງແທນຄຳແທນນາມ.

  • ຍົກຕົວຢ່າງເຊ່ນ ແທນທີ່ຈະເວົ້າວ່າ "ຈົ່ງໃຫ້ກຽດແກ່ເຮົາ " ພຣະອົງກ່າວວ່າ " ຈົ່ງໃຫ້ກຽດແກ່ພຣະຢາເວ "
  • ທຳໃຫ້ຊັດເຈນວ່າພຣະເຈົ້າຊົງເປັນຜູ້ທີ່ກຳລັງກ່າວກ່ຽວກັບພຣະອົງເອງ ສະບັບ ULB ມັກຈະແປຄຳນີ້ໂດຍການເຕີ່ມຄຳແທນນາມ ເຊັ່ນໃນ " ຈົ່ງໃຫ້ກຽດແກ່ເຮົາ ພຣະຢາເວ " ຫລື "ເຮົາ ພຣະຢາເວກ່າວ "
  • ໂດຍການເຕີ່ມຄຳແທນນາມ "ເຮົາ " ULB ໄດ້ຊີ້ໃຫ້ຜູ້ອ່ານເຫັນວ່າ ພຣະເຈົ້າເປັນຜູ້ກ່າວ.

ຄຳແນະນຳໃນການແປ

  • ຜູ້ແປບາງຄົນອາດຕັດສິນໃຈວ່າ ມັນ​ຈະເປັນທຳມະຊາດ ແລະ ຊັດເຈນຫລາຍກ່ວາໃນພາສາຂອງຕົນ ຫາກແປກົງຕາມຂໍ້ຄວາມທີ່ປະກົດ ແລະ ໃຊ້ຄຳວ່າ "ພຣະຢາເວ " ໂດຍບໍ່ເພີ້ມຄຳແທນນາມລົງໄປ.
  • ບາງຄົນອາດຕັດສິນໃຈທີ່ຈະໃຊ້ຄຳແທນນາມກັບພຣະຢາເວ ພຽງບໍ່ຈັກຄັ້ງໃນຊ້ວງເລີ້ມຕົ້ນຂອງຂໍ້ຄວາມ ແຕ່ຕໍ່ມາກໍບໍ່ເອົາຄຳແທນນາມ ໃນສ່ວນທີ່ເຫລືອຂອງສ່ວນນັ້ນ ຕົວຢ່າງຂອງ ULB ໃນບ່ອນນີ້ຄື ພະບັນຍັດສອງ 5:9-16
  • ຈະເປັນການດີທີ່ສຸດຖ້າສາມາດຮັກສາພຣະນາມພຣະຢາເວໄວ້ໃນຈຸດທີ່ປາກົດກົງຕາມຕົວອັກສອນໃນຂໍ້ຄວາມ, ແຕ່ສະບັບແປບາງສະບັບອາດຕັດສິນໃຈທີ່ຈະໃຊ້ພຽງຄຳແທນນາມໃນບາງຈຸດ ເພື່ອໃຫ້ຂໍ້ຄວາມເປັນທຳມະຊາດ ແລະຊັດເຈນຫລາຍຂື້ນ.
  • ນີ້ເປັນຂໍ້ສະຫລຸບຂອງວິທີທີ່ສາມາດຈະແປຄຳວ່າ "ພຣະຢາເວ"ເມື່ອພຣະເຈົ້າກຳລັງກ່າວ.
  • "ພຣະຢາເວ "

ໄຮ້ສາລະ, ຄວາມໄຮ້ສາລະ

ນິຍາມ

ຄໍາວ່າ "ໄຮ້ສາລະ" ອະທິບາຍເຖິງສິ່ງບໍ່ມີປະໂຫຍດ ຫລືບໍ່ມີວັດຖຸປະສົງ. ສິ່ງໄຮ້ສາລະວ່າງເປົ່າແລະບໍ່ມີຄຸນຄ່າ.

  • ຄໍາວ່າ "ຄວາມໄຮ້ສາລະ" ອ້າງເຖິງຄວາມໄຮ້ຄ່າຫລືຄວາມວ່າງເປົ່າ. ນອກຈາກນີ້ຍັງສາມາດອ້າງອີງເຖິງຄວາມຈອງຫອງ ຫລືຫຍິ່ງຜະຫຍອງ.
  • ໃນພັນທະສັນຍາເດີມ, ຮູບເຄົາລົບໄດ້ຮັບການອະທິບາຍວ່າເປັນສິ່ງໄຮ້ສາລະທີ່ບໍ່ສາມາດຊ່ວຍເຫລືອ ຫລືຊ່ວຍໃຫ້ພົ້ນໄດ້. ພວກມັນບໍ່ມີຄ່າແລະບໍ່ມີປະໂຫຍດ ຫລືມີວັດຖຸປະສົງໃດໆ.
  • ຫາກມີການກະທໍາສິ່ງໃດໆໂດຍ "ໄຮ້ປະໂຫຍດ" ໝາຍຄວາມວ່າບໍ່ມີຜົນດີຈາກສິ່ງນີ້. ຄວາມພະຍາຍາມຫລືການກະທໍາບໍ່ບັນລຸຜົນອັນໃດ.
  • "ເຊື່ອໃນສິ່ງທີ່ໄຮ້ສາລະ" ໝາຍຄວາມວ່າເຊື່ອໃນບາງສິ່ງທີ່ບໍ່ມຈິງ ແລະໃຫ້ຄວາມຫວັງທີ່ຜິດໆ.