Names

"ເປໂອ" ຫຼື "ພູເຂົາເປໂອ"

ຂໍ້ເທັດຈິງ

ຄຳວ່າ "ເປໂອ" ຫຼື "ພູເຂົາເປໂອ" ແມ່ນພູເຂົາຊຶ່ງຕັ້ງຢູ່ທາງທິດຕະເວັນອອກສຽງເໜືອຂອງທະເລເກືອ ໃນດິນແດນໂມອາບ

  • "ເບັດເປໂອ" ​ແມ່ນຊື່ເມືອງຕັ້ງຢູ່ເທິງພູເຂົາອາດໃກ້ບໍລິເວນໃກ້​ກັບ​ບ່ອນໂມເຊເສຍຊີວິດລົງຫຼັງຈາກທີ່ພຣະເຈົ້າຊົງໄດ້ຊີ້ໃຫ້ທ່ານເຫັນດິນແດນພັນທະສັນຍາ
  • "ພະບາອານແຫ່ງເປໂອ" ເປັນພະທຽມຂອງຄົນໂມອາບທີ່ພວກທ່ານນະມັດສະການເທິງພູເຂົາເປໂອ ຊາວອິດສະລາເອນເຄີຍນະມັດການຮູບເຄົາລົບນີ້ແລະພຣະເຈົ້າຊົງລົງໂທດພວກທ່ານເພາະການກະທຳນັ້ນ

ກຣີກ,ຊາວກຣີກ

ຂໍ້ເທັດຈິງ

ຄຳວ່າ "ກຣີກ" ອ້າງເຖິງພາສາທີ່ໃຊ້ເວົ້າໃນປະເທດກຣິດ. ພາສາກຣີກໃຊ້ເວົ້າທົ່ວອານາຈັກໂຣມ. ຄຳວ່າ "ຊາວກຣີກ"ໝາຍເຖິງ ການເວົ້າພາສາກຣີກ".

  • ເນື່ອງຈາກຄົນທີ່ບໍ່ແມ່ນຢິວສ່ວນຫລາຍໃນອານາຈັກໂຣມເວົ້າພາສາກຣີກ,ພວກຄົນຕ່າງຊາດຫລາຍຄັ້ງອ້າງເຖີງຄົນ"ກຣີກ"ໃນພັນທະສັນຍາໃໝ່,ສະເພາະຢ່າງຍິ່ງເພື່ອໃຫ້ແຕກຕ່າງຈາກຄົນຢິວ.
  • ຄຳເວົ້າ "ຄົນຢິວກຣີກ" ອ້າງເຖີງຄົນຢິວຜູ້ເວົ້າພາສາກຣີກເພື່ອໃຫ້ກົງກັນຂວ້າມກັບ ຄຳວ່າ "ຄົນຢິວເຮັບເຣີ" ຜູ້ເວົ້າສະເພາະພາສາເຮັບເຣີຫລືພາສາອາຣັບ.
  • ວິທີອື່ນໃນການແປ "ຊາວກຣີກ" ສາມາດລວມເຖີງ "ການເວົ້າພາສາກຣີກ" ຫລື "ກຣີກຕາມວັດທະນະທັມ" ຫລື "ກຣີກ".
  • ເມື່ອອາ້ງເຖິງພວກທີ່ບໍ່ແມ່ນຢິວ "ກຣີກ" ສາມາດແປວ່າ" ຄົນຕ່າງຊາດ".

ກຣີດ

ຂໍ້ເທັດຈິງ

ໃນສະໄໝພັນທະສັນຍາໃໝ່, ກຣີດເປັນເມືອງໃນອານາຈັກໂຣມ.

  • ເຊັ່ນດຽວກັບປະເທດກຣິດສະໄໝໃໝ່, ປະເທດນີ້ຕັ້ງຢູ່ເທິງຄາບສະມຸດທີ່ອ້ອມດວ້ຍທະເລເມດີເເຕຣານເນ,ທະເລເອຈຽນ, ແລະທະເລໄອໂອເນັຍ.
  • ອັກຄະສາວົກໂປໂລໄດ້ຢ້ຽມຢາມເມືອງຕ່າງໆ ໃນກຣິດ.

ແລະຄຣິສະຕະຈັກໃນເມືອງໂກຣິນໂທ ເທຊະໂລນິກແລະເມືອງຟີລິບປອຍ ແລະບາງທີເມືອງອື່ນໆດວ້ຍ.

  • ຄົນທີ່ມາຈາກກຣີດເອີ້ນວ່າ "ຄົນກຣີກ" ແລະພາສາຂອງພວກ"ເຂົາຄືພາສາກຣີກ." ມີຫລາຍຄົນຈາກເຂດໂຣມອື່ນໆ ກໍເວົ້າພາສາກຣີກດ້ວຍລວມທັງຊາວຢິວຫລາຍຄົນ.
  • ບາງຄັ້ງຄຳວ່າ "ຄົນກຣີກ"ກໍໃຊ້ອ້າງເຖິງຄົນຕ່າງປະເທດ.

ກະຣິດ ກະເຣຕັນ

ຂໍ້ເທັດຈິງ

ກະຣິດເປັນເກາະທີ່ທີ່ຕັ້ງຢູ່ນອກຊາຍຝັ່ງທາງຕອນໃຕ້ຂອງປະເທດກະຣິດ"ກະເຣຕັນ" ຄືຄົນທີ່ອາສັຍຢູ່ເທິງເກາະແຫ່ງນີ້.

  • ອັກຄະສາວົກ ໂປໂລໄດ້ເດີນທາງໄປທີ່ເກາະກະຣິດ ໃນລະຫວ່າງການເດີນທາງເພື່ອການເຜີຍແຜ່ສາດສະໜາຂອງທ່ານ.
  • ໂປໂລໄດ້ຖີ້ມເພື່ອນຮ່ວມງານຂອງທ່ານ ຄືຕີໂຕ ໃວ້ທີ່ເກາະກະຣິດເພື່ອສອນຄຣິດສະຕຽນແລະຊ່ວຍແຕ່ງຕັ້ງພວກຜູ້ນຳຄຣິດສະຕະຈັກທີ່ນັ້ນ.

ກາຊາ

ຂໍ້ເທັດຈິງ

ໃນລະຫວ່າງເວລາຂອງພຣະຄັມພີ,ກາຊາ ເປັນເມືອງທ່ີ່ຮຸ່ງເຮືອງຂອງຊາວຟີລິດສະຕີນ ຕັ້ງຢຸ່ທ່ີ່ຊາຍຝັ່ງທະເລເມດີແຕຣາເນ, ປະມານ38 ກິໂລເເມັດ ຈາກທາງໃຕ້ຂອງອັດຊາໂດນ. ເປັນເມືອງນຶ່ງໃນຫ້າເມືອງຫຼັກຂອງຊາວຟີລິດສະຕີນ.

  • ເພາະທະເລທ່ີ່ຕັ້ງຂອງເມືອງ,ກາຊາ ເປັນທ່າເຮືອກະແຈສຳຄັນໃນເລື້ອງການຄ້າຊື່ງເກີດຂື້ນລະຫວ່າງປະຊາຊົນຈຳນວນຫລາຍແລະຈາກຫລາຍປະເທດ.
  • ປະຈຸບັນ,ເມືອງກາຊາຍັງຄົງເປັນເມືອງທ່າທີ່ສຳຄັນໃນຕາມແຄມຝັ່ງຂອງກາຊາ,ຊຶ່ງເປັນຜືນແຜ່ນດິນທີ່ຕັ້ງຢຸ່ຕາມແນວຊາຍຝັ່ງຂອງທະເລ ເມດີແຕຣາເນ ຊຶ່ງມີຄົນອິສະຣາເອນທາງເໜືອແລະຕາວັນອອກ, ແລະທາງໃຕ້ມີເອຢິບ.
  • ກາຊາ ຄືເມືອງທີ່ຊາວຟີລິດສະຕີນເອົາຕົວແຊມຊັ້ນໄປ ຫລັງຈາກທ່ີ່ພວກເຂົາຈັບແຊມຊັ້ນແລ້ວ.
  • ຟີລິບ ນັກປະກາດໄດ້ຍ່າງຕາມຖະໜົນທະເລຊາຍໄປຍັງເມືອງ

ກາຊາ ເມື່ອເຂົາພົບຂັນທີ ຊາວເອທີໂອເປຍ.


ກາຍ​ຊາ

ຂໍ້ເທັດຈິງ

​ຄຳ​ວ່າ " ກາຍ​ຊາ "​ແມ່​ຊື່​ຫລື​ຕຳ​ແໜ່ງ​ຜູ້​ປົກ​ຄອງ​ຈັກ​ກະ​ພັດ​ໂຣມ​ຫລາຍ​ຄົນນຳ​ກັນ. ໃນ​ພ​ຣະ​ຄໍາ, ​ຊື່ນີ້​ໝາຍ​ເຖິງ​ຜູ້​ປົກ​ຄອງ​ໂຣ​ມັນ​ສາມ​ຄົນທີ່ແຕກຕ່າງກັນ.

  • ຜູ້​ປົກ​ຄອງໂຣມັນ​ຄົນ​ທໍ​າ​ອິດ​ມີ​ຊື່​ວ່າ ກາຍ​ຊາ ແມ່ນ "ກາຍ​ຊາ ໂອ​ຄຸໂຕ," ທີ່​ປົກ​ຄອງ​ໃນ​ຊ່ວງ​ເວ​ລາ​ພ​ຣະ​ເຢ​ຊູ​ບັງ​ເກີດ.
  • ປະ​ມານ 30 ປີ​ຕໍ່​ມາ ເປັ​ນຊ່ວງ​ເວ​ລາ​ທີ່​ໂຢ​ຮັນ​ບັບ​ຕິ​ສ​ະໂຕ​ກຳ​ລັງ​ເທດ​ສ​ະໜານັ້ນ, ເປັນ​ຊ່ວງ​ເວ​ລາ​ດຽວ​ກັບ ​ທ່ານ​ທີ​ເບີ​ຣີ​ອັ​ສ ເປັນ​ຜູ້ປົກ​ຄອງອານາ​ຈັກໂຣມມັນ.​
  • ທ່ານ​ທີ​ເບີ​ຣີ​ອັ​ສ ກາຍຊາ ຍັງ​ເປັນ​ຜູ້ປົກ​ຄອງ​ນະຄອນ​ໂຣມ​ທີ່​ພ​ຣະ​ເຢ​ຊູ​ບອກ​ໃຫ້​ປະ​ຊາ​ຊົນ​ເສຍ​ພາ​ສີ​ໃຫ້​ກາຍ​ຊາ​ທີ່​ເປັນ​ຂອງ​ກາຍ​ຊ​າ ແລະ​ຖວາຍ​ໃຫ້​ພ​ຣະ​ເຈົ້າ​ສິ່ງ​ທີ່​ເປັນ​ຂອງ​ພ​ຣະ​ເຈົ້າ.
  • ເມື່ອ​ໂປ​ໂລ​ເສຍ​ພາ​ສີ​ໃຫ້​ກາຍ​ຊາ ນີ້​ໝາຍ​ເຖິງ​ຈັກ​ກະ​ພັດ​ນີ​ໂຣ​ຜູ້​ມີ​ຕໍາ​ແໜ່ງ​ເປັນ "ກາຍ​ຊາ" ນັ້ນ.
  • ​ຄຳ​ວ່າ "ກາຍ​ຊາ" ແມ່ນ​ໃຊ້​ບ​ອກ​​ເຖິງຕຳ​ແໜ່ງ​ໃນ​ຕົວ​ມັນ​ເອງ, ຄຳ​ນີ້​ສາ​​ມາດ​ແປ​ວ່າ "ຈັກ​ກະ​ພັດ" ຫລື " ຜູ້​ປົກ​ຄອງ​ຊາວ​ໂຣມມັນ.
  • ພາຍໃນ​ຊື່ ກາຍ​ຊາ ໂອຄຸໂຕ ຫລື ທີ​ເບີ​ຣິ​ອັ​ສ ຄຳວ່າ " ກາຍຊາ " ສາ​ມາດ​ຂຽນ​​ພາ​ສາ​ກາງ​​ໃໍຊ້ສະກົດຄໍານີ້.

ກາຍຊາເຣຍ, ກາຍຊາເຣຍ ຟີ​ລິບ​ປອຍ

ຂໍ້ເທັດຈິງ

ກາຍຊາເຣຍເປັນ​ເມືອງ​ສຳ​ຄັນທີ່​ມີ​ຫາດ​ຊາຍ​ຕິດ​ກັບ​ທະ​ເລ​ເມດີເຕຣາເ​ນ ຢູ່ທາງ​ພາ​ກໃຕ້ຂອງ​ພູ​ເຂົາ​ກາເມນປະມານ 39 ກິໂລແມັດ. ກາຍຊາເຣຍ ຟີ​ລິ​ບປອຍ ເປັນ​ເມືອງ​ໜຶ່ງ​ທີ່ຢູ່ພາກ​ເໜືອ​ຂອງ​ອິດ​ສະ​ຣາ​ເອນ ​ຊຶ່ງຢູ່​ໃກ້​ພູ​ເຂົາ​ເຮີ​ໂມນ.

  • ເມືອງ​ເຫລົ່າ​ນີ້​ໄດ້​ຮັບ​ການ​ຕັ້ງ​ຊື່​ຕາມ​ກະ​ສັດ​ທີ່​ຄອບ​ຄອງ​ຂອງ​ຈັກ​ກະ​ພັດ​ໂຣ​ມັນ.
  • ກາຍຊາຣິຢາ ທີ່ຢູ່ແຄມ​ຝັ່ງ​ທະ​ເລ​ກາ​ຍ​ເປັນ​ເມືອງ​ເອກ​ຂອງ​ແຄວ້ນ​ຢູ​ເດຍ ໃນ​ຊ່ວງ​ເວ​ລາ​ໃກ້​ກັບ​ພ​ຣະ​ເຢ​ຊູ​ລົງ​ມາບັງ​ເກີດ.
  • ອັ​ກຄະ​ສາ​ວົກ​ເປ​ໂຕ​ເປັນ​ຜູ້​ເທ​ດສ​ະໜາ​ຜູ້ທຳ​​ອິດ​ໃຫ້​ແກ່ຕ່າງ​ດ້າວ​ໃນ​ກາຍຊາເຣຍຟັງ.
  • ໂປ​ໂລ​ໄດ້​ລ່ອງ​ເຮືອ​ຈາກເມືອງ​ກາຍຊາເຣຍ​ໄປ​ຍັງ​ເມືອງ​ທາ​ຊັ​ດ​ຜ່ານ​ເມືອງນີ້​ໃນ​ການ​ເດີນ​ທາງ​ປະ​ກາດ​ຄັ້ງ​ທີສອງ.
  • ພ​ຣະ​ເຢ​ຊູ​ແລະ​ພວກ​ສາ​ວົກ​ຂອງ​ພ​ຣະ​ອົງ​ໄດ່້ເດີນ​ທາງ​ໃນ​ເຂດ​ແດນ ກາຍຊາເຣຍ ຟີ​ລິ​ປອຍ. ໃນ​ແຂວງ​ຊີ​ເຣຍ ທັງ​ສອງ​ເມືອງນີ້​ຖືກ​ຕັ້ງ​ຊື່​ມາ​ຈາກ​ກະ​ສັດ​ເຮ​ໂຣດ ຟີ​ລິບ.

ກາດ

ຂໍ້ເທັດຈິງ

ກາດ ເປັນຊື່ນຶ່ງ ໃນບຸດຊາຍຂອງ ຢາໂຄບ, ຫຼື ອິສະຣາເອນ.

  • ຕະກຸນຂອງ ກາດ ກາຍເປັນນຶ່ງໃນສິບສອງຊົນເຜົ່າຂອງຊົນຊາດອິສະຣາເອນ.
  • ມີຊາຍຄົນນຶ່ງໃນພຣະຄັມພີຊື່ ກາດ ເປັນຜູ້ປະກາດພຣະທັມຜູ້ທີ່ຜະເຊີນໜ້າກັບກະສັດ ດາວິດ ເລື້ອງຄວາມບາບຂອງ ດາວິດ ທີ່ທຳການສຳຫຼວດສຳມະໂນຄົວປະຊາຊົນຂອງປະຊາຊົນ ອິສະຣາເອນ.
  • ເມືອງບາຣາອາມກາດເເລະມີກດານກາດ ເປັນຄຳສອນໃນພຣະຄັມພີຕົ້ນສະບັບເເລະບາງຄັ້ງກໍ່ຂຽນວ່າ, " ບາອາມ ກາດ " ເເລະ " ມີກດານ ກາດ. "

ກາດ

ຂໍ້ເທັດຈິງ

ກາດ ຄືນຶ່ງໃນຫ້າເມືອງຫຼັກຂອງຊົນຊາດຟີລິດສະຕີນ. ຕັ້ງຢູ່ທາງທິດເໜືອຂອງເມືອງເອຄະໂຣນເເລະທິດຕາວັນອອກຂອງເມືອງອັດໂດດເເລະອັດສະເຄໂລນ.

  • ນັກຮົບຊາວຟີລິດສະຕີນຊື່ຂອງໂກລີອາດ ມາຈາກເມືອງກາດ.
  • ລະຫວ່າງເວລາຂອງຊາມູເອນ, ຄົນຟີລິດສະຕີນໄດ້ຂະໂມຍຫີບພັນທະສັນຍາຈາກປະຊາຊົນອິສະຣາເອນເເລະເອົາໄປໄວ້ໃນພຣະວິຫານຂອງພຣະເຈົ້າ ຄົນນອກສາສນາຂອງພວກເຂົາທີ່ອັດສະໂດດ. ແລ້ວກໍ່ໄດ້ຍ້າຍໄປທີ່ກາດແລະຕໍ່ມາກໍ່ໄດ້ຍ້າຍໄປທີ່ເອກະໂຣນ. ແຕ່ພຣະເຈົ້າຊົງລົງໂທດຄົນຂອງເມືອງນັ້ນດ້ວຍໂຣກຮ້າຍ, ດັ່ງນັ້ນພວກເຂົາຈຶ່ງໄດ້ສົ່ງຫີບເເຫ່ງພັນທະສັນຍາກັບມາທີ່ຊົນຊາດອິສະຣາເອນອີກຄັ້ງ.
  • ເມື່ອດາວິດໄດ້ໜີຈາກກະສັດຊາມູເອນ, ພຣະອົງໄດ້ໜີໄປທີ່ເມືອງກາດແລະຢູ່ທີ່ນັ້ນໜ້ອຍໜຶ່ງກັບເມຍຂອງເພິ່ນສອງຄົນແລະທະຫານອີກຫົກຮ້ອຍຄົນແລະຜູ້ທີ່ຈົງຮັກພັກດີຕໍ່ພຣະອົງ.

ກາ​ນາ

ຂໍ້ເທັດຈິງ

​ກາ​ນາເປັນຫມູ່ບາ້ນຫລືເມືອງໃນແຄ້ວນຄາລີເລ ຕັ້ງຢູ່ທາງຕອນເຫນືອຂອງເມືອງນາຊາເຣັດ ຫ່າງອອກໄປປະມານ 9 ໄມ

  • ການາເປັນບ້ານເກີດຂອງນາທານາເອັນທີ່ເປັນຄົນຫນຶ່ງໃນສາວົກສິບສອງຄົນ.
  • ພຣະເຢຊູສະເດັດໄປຮ່ວມງານແຕ່ງງານໃນຫມູ່ບ້ານການາ ແລະຊົງທຳການອັດສະຈັນຄັ້ງທຳອິດທີ່ນັ້ນ ໂດຍພຣະອົງໄດ້ຊົງປຽ່ນນ້ຳໃຫ້ເປັນເຫລົ້າອາງຸ່ນ.

ຫລັງຈາກນັ້ນ ບາງຄັ້ງພຣະເຢຊູ ໄດ້ສະເດັດກັບໄປຫມູ່ບ້ານການາ ແລະໄດ້ພົບກັບຂ້າຣາຊການຄົນຫນຶ່ງຈາກກາເປນາອູມທີ່ໄດ້ຂໍຮອ້ງໃຫ້ພຣະອົງຮັກສາລູກຊາຍຂອງເຂົາ.


ກາ​ນາ​ອານ, ຄົນ​ກາ​ນາ​ອານ

ຂໍ້ເທັດຈິງ

​​ກາ​ນາອານ​​ເປັນລູກຊາຍຂອງຮາມ ຜູ້ຊຶ່ງເປັນລູກຊາຍຄົນຫນຶ່ງ ຂອງໂນອາ ຊາວການາອານສຶບເຊື້ອສາຍມາຈາກການາອານ.

  • ຄຳວ່າ "ການາອານ"ຫລື "ແຜ່ນດິນການາອານ" ກ່າວເຖີງບໍລິເວນແຜ່ນດິນລະຫວ່າງແມ່ນ້ຳຈໍແດນກັບທະເລເມດີເເຕຣາເນ ຂະຫຍາຍອອກໄປທາງໃຕ້ຈົນເຖີງເຂດແດນຂອງປະເທດເອຢິບ ແລະທາງຕອນເໜືອຂື້ນໄປເຖີງເຂດແດນຂອງປະເທດຊີເຣຍ.
  • ແຜ່ນດິນນີ້ເປັນທີ່ຢູ່ອາໃສຂອງຊາວການາອານ ລວມທັງກຸ່ມຄົນອື່ນໆອີກຫລາຍກຸ່ມ.
  • ພ​ຣະ​ເຈົ້າ​ຊົງສັນ​ຍາ​ວ່າ​ຈະ​ມອບ​ແຜ່ນ​ດິນ​ກາ​ນາ​ອານ​ໃຫ້​ກັບ​ອັບ​ຣາ​ຮາມ​ແລະ​ເຊື້ອ​ສາຍ​ຂອງ​ທ່ານ​ຄື​ຄົນ​ອິສະ​ຣາ​ເອນ.

ກາ​ເປ​ນາ​ອູມ

ຂໍ້ເທັດຈິງ

​ກາ​ເປ​ນາ​ອູມ​ເປັນ​ໝູ່​ບ້ານ​ຊາວ​ປະ​ມົງ​ທີ່​ຢູ່​ແຄມ​ຝັ່ງ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງທະເລ​ຄາ​ລີ​ເລ

  • ພ​ຣະ​ເຢ​ຊູຊົງ​ພັກ​ອາ​ສັຍ​ຢູ່ໃນຫມູ່ບ້ານ​ກາ​ເປ​ນາ​ອູມ​ໃນ​ຂະ​ນະ​ທີ່​ພ​ຣະ​ອົງຊົງກຳລັງສັ່ງສອນ​ໃນແຄ້ວນ​ຄາ​ລີ​ເລ.
  • ພວກສາ​ວົກ​ຂອງ​ພ​ຣະ​ອົງ​ຫລາຍ​ຄົນມາຈາກ​​ກາ​ເປ​ນາ​ອູມ.
  • ພ​ຣ​ະ​ເຢ​ຊູ​ຊົງ​ເຮັດ​ການ​ອັ​ດສະ​ຈັນ​ຫລາຍ​ຄັ້ງ​ໃນ​ເມືອງນີ້ ຮວມ​ທັງ​​ເຮັດໃຫ້​ເດັກ​ນ້ອຍຜູ້ຍິງ​ຄົນຫນຶ່ງກັບຄືນມາມີຊີວິດ.
  • ກ​າ​ເປ​ນາ​ອູມ ເປັນ​ເມືອງ​ນຶ່ງ​ໃນ​ສາມ​ເມືອງ​ທີ່​ພ​ຣະ​ເຢ​ຊູ​ຊົງ​ຕຳ​ນິ​ຕໍ່​ໜ້າ​ຊຸມຊົນ ເພາະ​​ຜູ້​ຄົນ​ຂອງເມືອງ​ນີ້​ປະ​ຕິ​ເສດ​ພ​ຣະ​ອົງແລະ ບໍ່ສັດ​ທາ​ໃນຖອ້ຍຄຳຂອງ​ພຣະ​ອົງ ພຣະອົງໄດ້ຊົງເຕືອນພວກເຂົາວ່າ ພຣະເຈົ້າຈະລົງໂທດພວກເຂົາ ເພາະຄວາມບໍ່ສັດທາຂອງພວກເຂົາ.

ກາ​ເມນ, ພູເຂົາກາ​ເມນ

ຂໍ້ເທັດຈິງ

"ພູ​ເຂົາກາ​ເມນ" ໄດ້ກ່າວເຖິງພູເຂົາທີ່ຕັ້ງຕາມຊາຍຝັ່ງທະເລເມດິເເຕຣາເນທາງຕອນເຫນືອຂອງທີ່ຮາບທີ່ພຽງ ຈຸດທີ່ສູງສຸດຂອງພູເຂົານີ້ສູງ 546ແມັດ

  • ​ມີເມືອງໜຶ່ງ​ມີ​ຊື່​ວ່າ "ກາ​ເມນ" ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ຢູດາ. ເຊິ່ງ​ເປັນ​ພາກ​ໃຕ້​ຂອງ​ທະ​ເລ​ຊາຍ
  • ​ທ່ານ​ນາ​ບານ​ເຈົ້າຂອງທີ່ດິນທີ່ລ່ຳລວຍກັບອາບີກາຍີນເມຍຂອງເຂົາອາໄສຢູ່ໃກ້ເມືອງກາເມນທີ່ຊຶ່ງດາວິດແລະຄົນຂອງທ່ານເຝົ້າຢາມໃຫ້ກັບຄົນລ້ຽງເກະຂອງນາບານ
  • ທີ່​ພູ​ເຂົາ​ກາ​ເມນນັ້ນ ເອ​ລີ​ຢາ​ໄດ້​ທ້າ​ທາຍ​ຜູ້​ທຳ​ນ​ວາຍ​ຂອງ​ພຣະ​ບາ​ອານ​ໃຫ້​ມີ​ການ​ແຂ່ງ​ຂັນ​ເພື່ອ​ພິ​ສູດ​ໃຫ້​ຮູ້​ວ່າພຣະ​ຢາ​ໂຮ​ວາ​ຊົງ​ເປັນ​ພ​ຣະ​ເຈົ້າທີ່ແທ້ຈິງ.
  • ເພື່ອ​ຄວາມ​ແຈ່ມ​ແຈ້ງ​ໃຫ້​ຮູ້​ວ່າ ​ຊື່ນີ້ບໍ່ແມ່ນພູເຂົາລູກດຽວ "ພູເຂົາກາເມນ" ສາມາດແປໄດ້ວ່າ "ພູເຂົາເທິງເນີນເຂົາກາເມນ" ຫຼື "ເນີນເຂົາກາເມນ".

ກາຢະ​ຟາ

ຂໍ້ເທັດຈິງ

​ກາຢະ​ຟາ ເປັນ​ມະ​ຫາ​ປະ​ໂລ​ຫິດ​ຂອງ​ອິ​ສ​ຣະ​ເອນ ໃນ​ສ​ະໄໝ​ຂອງ​ໂຢ​ຮັນ​​ຜູ້​ໃຫ້​ບັບ​ຕິ​ສະ​ມາແລະ​ພ​ຣະ​ເຢ​ຊູ.

  • ​ກາ​ຢະ​ຟາ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ສືບ​ສວນ​ແລະ​ລົງ​ໂທດ​ພ​ຣະ​ເຢ​ຊູ.
  • ມະ​ຫາ​ປະ​ໂລ​ຫິດ​ອັນ​ນາ​ແລະ​ກາ​ຢະ​ຟາ​ເປັນ​ຜູ້​ທີ່​ຢູ່ໃນ​ການ​ສືບ​ສວນ​ເ​ປ​ໂຕ​ແລະ​ໂຢ​ຮັນທຸກເທື່ອທີ່ ພວກເຂົາ​ຖືກ​ຈັບ​ຫລັງ​ຈາກ​ຮັກ​ສາ​ຄົນເປັນອຳ​ມະ​ພາດ​ໃຫ້​ຫາຍ​ດີ.
  • ກາ​ຢະ​ຟາ​ເປັນ​ຄົນທີ່ເວົ້າ​ວ່າ​ເປັນ​ການ​ດີ​ທີ່​ຈະ​ໃຫ້​ຄົນດຽວຕາຍ​ເພື່ອ​ຄົນ​ທັງ​ຊາດ ດີກວ່າ​ຈະ​ໃຫ້​ຄົນ​ທັງ​ຊາດ​ຕ້ອງ​ພິ​ນາດ ພຣະເຈົ້າ​ຊົງ​ໃຫ້​ເຂົາ​ເວົ້າເວົ້າເຊັ່ນນີ້​ຕາມ​ທີ່​ຄຳ​ທຳ​ນ​ວາຍກ່ຽວກັບການທີ່

​ພ​ຣະ​ເຢ​ຊູ​ຈະ​ຊົງ​ສິ້ນ​ພ​ຣະ​ຊົນ​ເພື່ອ​ຊວ່ຍໄພ່​ພົນ​ຂອງ​ພ​ຣະ​ອົງໃຫ້ລອດ.


ກາ​ເລັບ

ຂໍ້ເທັດຈິງ

​ກາ​ເລັບ​ເປັນຄົນໜຶ່ງໃນຄົນ​ສອດ​ແນມຊາວ​​ອິດ​ສະ​ຣາ​ເອນສິບສອງຄົນທີ່ໂມເຊສົ່ງໄປສຳລວດແຜ່ນດິນການາອານ.

  • ເຂົາ​ແລະ​ໂຢ​ຊວຍ​ໄດ້​ບອກ​ປະ​ຊາ​ຊົນ​ໃຫ້ວາງ​ໃຈ​ໃນ​ພ​ຣະ​ເຈົ້າ​ທີ່​ຈະ​ຊົງຊວ່ຍ​ພວກ​ເຂົາໃຫ້ມີໄຊຊະນະເໜືອຊາວການາອານ.
  • ໂຢຊວຍແລະກາເລັບ​ເປັນພຽງ​ຜູ້ຊາຍ​ສອງ​ຄົນ​ເທົ່າ​ນັ້ນ​ໃນຄົນລຸ້ນຂອງເຂົາທີ່ໄດ້ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ກາ​ນາ​ອານ​ແຜ່ນ​ດິນ​ແຫ່ງ​ພ​ຣະ​ສັນ​ຍາ.
  • ກາ​ເລັບ​​ຮ້ອງຂໍ​ໃຫ້​ມອບ​ແຜ່ນ​ດິນເຮັບ​ໂຣນແກ່ເຂົາ​ແລະ​ຄອບ​ຄົວ​. ເຂົາ​ຮູ້​ວ່າ​ພ​ຣະ​ເຈົ້າ​ໄດ້ຊົງ​ຊ່ອຍ​​ໃຫ້ເຂົາຊະນະຄົນທີ່ອາສັຍຢູ່ທີ່ນັ້ນ.

ກາ​ອິນ

ຂໍ້ເທັດຈິງ

​ກາ​ອິນ​ແລະ​​ອາ​ເບນນອ້ງຊາຍຂອງເຂົາ ເປັນ​ລູກຊາຍ​ສອງ​ຄົນ​ທຳ​ອິດ​ຂອງ​ອາ​ດາມ​ກັບ​ເອ​ວາ​ທີ່​ກ່າວ​ໄວ້​ໃນ​ພ​ຣະ​ຄັມ​ພີ.

  • ກາ​ອິນ​ເປັນ​ຊາວ​​ສວນ​ປູກ​ຝັງ​ພືດ ໃນຄະນະ ທີ່ອາເບນເປັນ​ຄົນ​ລ້ຽງ​ແກະ.
  • ກາ​ອິນ​ຂ້າ​ອາເບນ​​​ນ້ອງ​ຊາຍຂອງເຂົາ ​ເນື່ອງ​ດວ້ຍ​ຄວາມ​ອິດ​ສາ

​ເພາະພ​​ຣະເຈົ້າໄດ້ຊົງ​ຮັບ​ເອົາ​ເຄື່ອງ​ຖວາຍ​ຂອງ​ອາ​ເບນ​ ແຕ່ບໍ່​ຮັບ​ເຄື່ອງ​ຖວາຍ​ຂອງ​ກາ​ອິນ.

  • ໃນການ​ລົງ​ໂທດ ພຣະເຈົ້າໄດ້ຊົງໄລ່​ເຂົາອອກໄປຈາກເອເດນ ແລະ​ບອກເຂົາວ່າ​​ແຜ່ນ​ດິນ​ຈະ​ບໍ່​ໃຫ້​ພືດຜັກແກ່ເຂົາອີກຕໍ່ໄປ.
  • ພ​ຣະ​ເຈົ້າ​ໄດ້​ເຮັດ​ເຄື່ອງ​ໝາຍ​ທີ່​ໜ້າ​ຜາກ​ຂອງ​ກາ​ອິນ​ເພື່ອ​ເປັນ​ສັນ​ຍາ​ລັກ​ວ່າ​ພ​ຣະ​ເຈົ້າ​ຈະ​ຊົງ​ປົກ​ປ້ອງ​ເຂົາຈາກຄົນອື່ນໆ ທີ່ຈະ​ຂ້າ​ເຂົາ​ເມື່ອເຂົາພະເນຈອນໄປ.

ກິນການ

ຂໍ້ເທັດຈິງ

ຄຳວ່າ ກິນການ ຄືເມືອງຕອນເໜືອຂອງເຢຣິໂກແລະເປັນສະຖານທ່ີ່ທຳອິດທີ່ຊົນຊາດອິສະຣາເອນຕັ້ງຄ້າຍຫລັງຈາກຂ້ວາມແມ່ນ້ຳຈໍແດນເພື່ອເຂັ້າໄປໃນແຜ່ນດິນການາອານ.

  • ທີ່ກິນການ,ໂຢຊວຍໄດ້ຕັ້ງຫີນສິບສອງກ້ອນທີ່ເອົາມາຈາກແມ່ນ້ຳຈໍແດນຕອນທີ່ພວກເຂົາກຳລັງຈະຂວ້າມມາ.
  • ກິນການ ຄືເມືອງທີ່ ເອລີຢາ ແລະ ເອລີຊາ ຈາກມາໃນຂະນະທີ່ພວກເຂົາຂ້ວາມແມ່ນ້ຳຈໍແດນເມື່ອ ເອລີຢາ ຖືກຮັບຂື້ນໄປສະຫວັນ.
  • ຍັງມີອີກຫລາຍສະຖານທີ່ ທີ່ເອີ້ນວ່າ "ກິນການ" ດ້ວຍໃນພັນທະສັນຍາເດີມ.
  • ຄຳວ່າ "ກິນການ" ໝາຍເຖິງ "ຫີນວົງກົມ" ບາງທີອ້າງເຖິງສະຖານທີ່ໆ ແທ່ນບູຊາໄດ້ຖືກສ້າງຂື້ນ.
  • ໃນພັນທະສັນຍາເດີມ,ຊື່ນີ້ມັກຈະເກີດຂື້ນສະເໝີ, ຄື "ກິນການ." ນີ້ອາດບົ່ງຊີ້ວ່າມັນບໍ່ໄດ້ເປັນສະຖານທີ່ແນ່ນອນ ແຕ່ເປັນຄຳອະທິບາຍເຖິງສະຖານທີ່ ທີ່ແນ່ນອນບາງແຫ່ງຫລາຍກ່ວາ.

ກີເດໂອນ

ຂໍ້ເທັດຈິງ

ກີເດໂອນ ຄືຜຸ້ຊາຍອິສະຣາເອນຄົນທ່ີ່ພຣະເຈົ້າໄດ້ຍົກຂື້ນໃຫ້ຊ່ວຍກູ້ຊົນຊາດອິສະຣາເອນຈາກສັດຕູຂອງພວກເຂົາ.

  • ຊ່ວງເວລາທ່ີ່ ກີເດໂອນ ມີຊີວິດຢູ່,ກຸ່ມຄົນທ່ີ່ເອີ້ນວ່າ ມີດຽນ ພະຍາຍາມໂຈມຕີຊົນຊາດອິສະຣາເອນແລະທຳລາຍພືດຜົນຂອງພວກເຂົາ
  • ເຖິງແມ່ນວ່າກີເດໂອນຈະຢ້ານ,ພຣະເຈົ້າໄດ້ຊົງໃຊ້ເຂົາໃຫ້ນຳຊົນຊາດອິສະຣາເອນທ່ີ່ຈະຕໍ່ສູ້ຄົນມີດຽນແລະປາບປາມພວກເຂົາ.
  • ກີເດໂອນເອງກໍໄດ້ເຊື່ອຟັງພຣະເຈົ້າໂດຍການທຳລາຍແທ່ນບູຊາພຣະປອມ ບາອານແລະພຣະອາເຊຣາ.
  • ເຂົາບໍ່ພຽງແຕ່ນຳຄົນເຫົ່ຼານັ້ນໃນການໂຈມຕີສັດຕູຂອງພວກເຂົາ ແຕ່ຍັງໜູນໃຈພວກເຂົາໃຫ້ເຊື່ອຟັງພຣະເຈົ້າແລະນະມັດສະການພຣະເຈົ້າຢາເວ,ພຣະເຈົ້າທ່ຽງແທ້ແຕ່ອົງດຽວ.

ກີເບອາ

ຂໍ້ເທັດຈິງ

ກີເບອາ ຄືຊື່ເມືອງທີ່ຕັ້ງຢູ່ທາງເໜືອຂອງນະຄອນເຢຣູຊາເລັມແລະທາງໃຕ້ຂອງເມືອງເບດເອນ.

  • ກີເບອາ ຢູ່ໃນເຂດແດນຂອງຕະກູນເບັນຢາມິນ.
  • ເປັນສະຖານທີ່ຂອງການສຸ້ຮົບຄັ້ງໃຫຍ່ລະຫວ່າງຄົນເຜົ່າ ເບັນຢາມິນແລະອິສະຣາເອນ.

ກີເບໂອນ,ຊາວກີເບໂອນ

ຂໍ້ເທັດຈິງ

ກີເບໂອນ ຄືເມືອງທີ່ຕັ້ງຢຸ່ທາງທິດຕາເວັນຕົກສ່ຽງເໜືອຂອງນະຄອນເຢຣູຊາເລັມປະມານ13 ກິໂລແມັດ. ຄົນທ່ີ່ອາໃສຢຸ່ທີ່ເມືອງກີເບໂອນເອີ້ນວ່າຊາວກີເບໂອນ.

  • ເມື່ອຊາວກີເບໂອນ ໄດ້ຍິນເລື້ອງທີ່ຊົນຊາດອິສະຣາເອນທຳລາຍເມືອງເຢຣີໂກແລະເມືອງອາຍ ພວກເຂົາກໍຢ້ານ.
  • ດັ່ງນັ້ນຊາວກີເບໂອນຈິ່ງມາຫາຜຸ້ນຳຂອງຊົນຊາດອິສະຣາເອນທີ່ກິນການແລະແກ້ງເຮັດເປັນຄົນທີ່ມາຈາກເມືອງໄກແສນໄກ.
  • ຜຸ້ນຳຂອງຊົນຊາດອິສະຣາເອນຖືກຫລອກແລະເຮັດຂໍ້ຕົກລົງກັບຄົນກີເບໂອນວ່າພວກເຂົາຈະປົກປ້ອງຄົນກີເບໂອນແລະບໍ່ທຳລາຍພວກເຂົາ.

ກີເລອາດ

ຂໍ້ເທັດຈິງ

ກີເລອາດ ຄືຊື່ຂອງພູເຂົາໃນດິນແດນຕາເວັນອອກຂອງແມ່ນ້ຳຈໍແດນ,ທ່ີ່ເຜົ່າກາດ,ຣຸເບນ,ແລະມານາເຊຂອງຊົນຊາດອິສະຣາເອນຢູ່.

  • ບໍລິເວນແຫ່ງນີ້ໄດ້ຖືກອ້າງເຖິງດ້ວຍວ່າ່ "ເນີນພູກີເລອາດ" ຫລື "ພຸເຂົາກີເລອາດ".
  • "ກີເລອາດ" ຄືຊື່ຜູ້ຊາຍຫລາຍຄົນໃນພັນທະສັນຍາເດີມ ນຶ່ງໃນຜູ້ຊາຍເຫົ່ຼານີ້ນັ້ນຄືຫລານຊາຍຂອງມານາເຊ. ກີເລອາດອີກຄົນຄືພໍ່ຂອງເຢບທາ.

ກູເຊ

ຂໍ້ເທັດຈິງ

ກູເຊເປັນລູກຊາຍຄົນທຳອິດຂອງຮາມ ເຂົາເປັນບັນພະບູລຸດຂອງນິມໂລດ ພີ່ນ້ອງສອງຄົນຊື່ເອຢິບແລະການາອານ.

  • ໃນສະໄໝພັນທະສັນຍາເດີມ"ກູເຊ "ເປັນພື້ນທີ່ຂະໜາດໃຫຍ່ທາງຕອນໃຕ້ຂອງອິດສະຣາເອນ ເປັນໄປໄດ້ທີ່ແຜ່ນດິນນີ້ໄດ້ຮັບການຕັ້ງຊື່ຕາມຊື່ລູກຊາຍຂອງຮາມ ຄື ກູເຊ.
  • ໃນຊ່ວງເວລາທີ່ແຕກຕ່າງກັນ ພື້ນທີ່ໃນສະໄໝໂບຮານຂອງ

ກູເຊ ອາດຈະຄອບຄຸມພື້ນທີ່ບາງສ່ວນຂອງປະເທດຊູດານ ອີຢິບເອທີໂອເປຍແລະອາດຈະລວມເຖິງປະເທດຊາອຸດິອາຣາເບຍໃນປະຈຸບັນ.

  • ຊາຍອີກຄົນໜຶ່ງທີ່ຊື່ ກູເຊ ທີ່ຖືກກ່າວເຖິງໃນ ເພງສັນລະເສີນ.ເຂົາເປັນຄົນເບັນຢາມິນ.

ເກຄາຊີ,,ຊາວເກຄາຊີ

ຂໍ້ເທັດຈິງ

ເກຄາຊີ ຄືກຸ່ມຄົນທີ່ອາໃສຢູ່ໃກ້ກັບທະເລກາລີເລ ໃນແຜ່ນດິນການາອານ.

  • ພວກເຂົາຄືຜູ້ສືບເຊື້ອສາຍຂອງລູກຊາຍຂອງ ຮາມ ຄື ການາອານແລະເປັນນຶ່ງໃນກຸ່ມຄົນທີ່ຮູ້ຈັກກັນວ່າເປັນ "ຊາວການາອານ."
  • ພຣະເຈົ້າໄດ້ຊົງສັນຍາກັບຊົນຊາດອິສະຣາເອນວ່າພຣະອົງຈະຊ່ວຍພວກເຂົາຕໍ່ສູ້ກັບຄົນເກຊາຊີແລະຄົນການາອານກຸ່ມອື່ນໆ.
  • ເໝືອນກັບຄົນການາອານອື່ນໆ ຄົນເກກາຊີ ນະມັດສະການພຣະປອມແລະໄດ້ເຮັດໃນສິ່ງຜິດສິລະທັມຊຶ່ງເປັນການນະມັດສະການຂອງພວກເຂົາ.

ເກຊຸຸ

ຂໍ້ເທັດຈິງ

ຊ່ວງເວລາຂອງກະສັດດາວິດ, ເມືອງເກຊູເປັນອານາຈັກນອ້ຍໆ ຕັ້ງຢູ່ທາງພາກຕາເວັນອອກຂອງທະເລຄາລີເລ, ລະຫວ່າງປະເທດອິສະຣາເອນແລະອາຣັບ.

  • ກະສັດດາວິດໄດ້ແຕ່ງງານກັບ ມາອາຄາ, ລຸກສາວຂອງກະສັດແຫ່ງ ເກຊູແລະໄດ້ເກີດລຸກຊາຍໃຫ້ພຣະອົງ,ຄື ອັບຊາໂລມ.
  • ຫລັງຈາກທີ່ຂ້າ ອັບໂນນ ອ້າຍຕ່າງແມ່, ອັບຊາໂລມກໍໜີໄປທິດຕາເວັນອອກສ່ຽງເໜືອຈາກເຢຣູຊາເລັມເຖິງ ເກຊຸ, ລະຍະທາງປະມານ 88 ກີໂລແມັດ ເຂົາໄດ້ອາໃສຢູ່ທີ່ນັ້ນສາມປີ.

ເກຣາ

ຂໍ້ເທັດຈິງ

ເກຣາ ຄືເມືອງໃນແຜ່ນດິນການາອານ, ຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ເຮັບໂຣນ ແລະທິດຕາເວັນຕົກສ່ຽງເໜືອ ເບເອີເຊບາ.

  • ກະສັດ ອາບີເມເລດ ຄືຜຸ້ປົກຄອງຂອງເມືອງເກຣາເມື່ອອັບ

ຣາຮາມແລະຊາຣາມາຕັ້ງຖິ່ນຖານທີ່ນັ້ນ.

  • ຄົນຟີລິດສະຕີນ ໄດ້ເຂົ້າຢຶດຄອງເມືອງເກຣາ ລະຫວ່າງຊ່ວງເວລາທີ່ຊົນຊາດອິສະຣາເອນ ອາໃສຢຸ່ໃນແຜ່ນດິນການາອານ.

ໂກເຊນ

ຂໍ້ເທັດຈິງ

ໂກເຊນ ເປັນຊື່ຂອງດິນແດນທ່ີ່ອຸດົມສົມບູນທີ່ຕັ້ງລຽບຕາມຝັ່ງແມ່ນ້ຳນາຍ ໃນສ່ວນຕອນເໜືອຂອງອີຢິບ.

  • ເມື່ອໂຢເຊັບເປັນຜູ້ປົກຄອງໃນອີຢິບ, ພໍ່ແລະພີ່ນອ້ງຂອງເຂົາແລະຄອບຄົວຂອງເຂົາໄດ້ມາອາໃສຢູ່ທ່ີ່ເມືອງໂກເຊນເພື່ອໜີການກັນດານອາຫານໃນການາອານ.
  • ພວກເຂົາແລະລູກຫລານຂອງພວກເຂົາໄດ້ອາໃສຢູ່ໃນເມືອງໂກເຊນຢ່າງດົນກ່ວາ 400 ປີ ແລ້ວຖືກພວກເຂົາບັງຄັບໃຫ້ເປັນໂດຍຟາຣາໂອກະສັດຂອງເອຢິບ.
  • ໃນທ່ີ່ສຸດພຣະເຈົ້າໄດ້ສົ່ງໂມເຊໃຫ້ໄປຊ່ວຍຄົນອິສະຣະເອນອອກຈາກເມືອງໂກເຊນແລະໜີຈາກການເປັນທາດນິ້.

ໂກເນລີໂອ

ຂໍ້ເທັດຈິງ

ໂກເນລີໂອເປັນຊາວຕ່າງຊາດ, ບໍ່ແມ່ນຊາວຢິວ, ຊຶ່ງເປັນນາຍທະຫານໃນກອງທັບໂຣມັນ.

  • ເຂົາໄດ້ອະທິຖານເປັນປະຈຳຕໍ່ພຣະເຈົ້າແລະມີໃຈກວ້າງຂວາງໃນການໃຫ້ທານຄົນຍາກຈົນ.
  • ເມື່ອໂກເນລີໂອແລະຄອບຄົວຂອງເຂົາໄດ້ຮັບຟັງອັກຄະສາວົກເປໂຕອະທິບາຍເລື່ອງພຣະກິດຕິຄຸນ, ພວກເຂົາຈິ່ງກາຍເປັນຜູ້ເຊື່ອໃນພຣະເຢຊູ.
  • ຄົນໃນຄົວເຮືອນຂອງໂກເນລີໂອເປັນຄົນກຸ່ມທຳອິດທີ່ບໍ່ແມ່ນຊາວຢິວທີ່ກາຍມາເປັນຜູ້ເຊື່ອໃນພຣະເຢຊູຄຣິດ.
  • ເລື່ອງນີ້ສະແດງໃຫ້ເຫັນວ່າບັນດາສາວົກຂອງພຣະເຢຊູໄດ້ມາເພື່ອຊ່ວຍທຸກຄົນລວມທັງຄົນຕ່າງຊາດ, ໃຫ້ໄດ້ຮັບຄວາມລອດພົ້ນ.

ໂກໂມຣາ

ຂໍ້ເທັດຈິງ

ໂກໂມຣາ ເປັນເມືອງທີ່ຕັ້ງຢູ່ໃນຮ່ອມພູທີ່ອຸດົມສົມບູນແຫ່ງ ນຶ່ງ,ທາງຕາເວັນອອກຂອງເມືອງໂຊໂດມສະຖານທີ່ຫລານອັບຣາຮາມຄືໂລດໄດ້ເລືອກທີ່ຈະມີຊີວິດ.

  • ສະຖານທີ່ແນ່ນອນຂອງ ໂກໂມຣາ ແລະເມືອງໂຊໂດມບໍ່ໄດ້ເປັນທີ່ຮາບ,ແຕ່ມີຂໍ້ບົ່ງຊີ້ຫລາຍຢ່າງທີ່ທັງສອງເມືອງນີ້ອາດຈະຕັ້ງຢູ່ທາງຕອນໃຕ້ຂອງທະເລເກືອ,ໃກ້ກັບຮ່ອມພູຊິດດິມ.
  • ມີກະສັດຫລາຍອົງທີ່ເຮັດສົງຄາມໃນບໍລິເວນທີ່ຕັ້ງຂອງເມືອງໂຊໂດມແລະເມືອງໂກໂມຣາ.
  • ເມື່ອຄອບຄົວຂອງໂລດຖືກຈັບໃນຂໍ້ຂັດແຍ້ງລະຫວ່າງເມືອງໂຊໂດມແລະເມືອງອື່ນ,ອັບຣາຮາມແລະຄົນຂອງເຂົາຊ່ວຍຊີວິດພວກເຂົາເອົາໄວ້.
  • ບໍ່ດົນຫລັງຈາກນັ້ນ ພຣະເຈົ້າໄດ້ທຳລາຍເມືອງໂຊໂດມແລະເມືອງໂກໂມຣາເພາະຄວາມຊົ່ວຮ້າຍຂອງຜູ້ອາໃສຢູ່ທີ່ນັ້ນ.

ໂກລະໂກທາ

ຂໍ້ເທັດຈິງ

ຄຳວ່າ "ໂກລະໂກທາ" ຄືສະຖານທີ່ທີ່ພຣະເຢຊູຖືກຄຶງ. ຄຳນີ້ມາຈາກ ພາສາອາຣັບໝາຍເຖິງ "ກະໂຫລກ" ຫລື "ສະຖານທີ່ແຫ່ງຫົວ ກະໂຫລກ."

  • ໂກລະໂກທາຕັ້ງຢູ່ດ້ານນອກກຳແພງເມືອງບາງແຫ່ງໃກ້ກັບ

ນະຄອນເຢຣູຊາເລັມ, ບາງທີອາດຈະຕັ້ງທີ່ເທິງທາງພຽງພູເຂົາ ຫມາກກອກເທດ.

  • ໃນພຣະຄັມພີພາສາອັງກິດດັ້ງເດີມ,ໂກລະໂກທາຖືກແປວ່າ "ແຄວວາຣີ," ຊຶ່ງມາຈາກພາສາລາຕິນແປວ່າ "ກະໂຫລກ"
  • ພຣະຄັມພີຫລາຍສະບັບໃຊ້ຄຳທີ່ເໝືອນກັນຄືຄຳວ່າ "ໂກລະໂກທາ," ຄວາມໝາຍຂອງຄຳນີ້ກໍໄດ້ອະທິບາຍໃວ້ໃນຂໍ້ພຣະຄັມພີ. ແລະສາມາດເບິ່ງລິງດ້ານລຸ່ມໄດ້ວ່າແປຄຳນີ້ຢ່າງໃດ.

https://read.bibletranslationtools.org/u/WA-Catalog/lo_tm/translate.html#translate-names


ໂກລີອາດ

ຂໍ້ເທັດຈິງ

ໂກລີອາດເປັນທະຫານຕົວສູງໃຫຍ່ຫລາຍໃນກອງທັບຂອງຄົນ ຟີລິດສະຕິນທີ່ດາວິດຂ້າຕາຍ.

  • ໂກລີອາດສູງປະມານສອງເຖິງສາມແມັດ, ຫລາຍຄັ້ງຈະຖືກເວົ້າເຖິງວ່າເໝືອນຍັກເພາະດວ້ຍຂະໜາດຕົວທີ່ໃຫຍ່ໂຕຂອງເຂົາ.
  • ເຖິງແມ່ນວ່າໂກລີອາດໄດ້ມີອາວຸດທີ່ດີກວ່າແລະຕົວໃຫຍ່ຫລາຍກ່ວາດາວິດ,ພຣະເຈົ້າໄດ້ຊົງໃຫ້ກຳລັງແກ່ດາວິດແລະຄວາມສາມາດທີ່ຈະປາບໂກລີອາດ.
  • ຊົນຊາດອິສະຣາເອນໄດ້ປະກາດຊັຍຊະນະເໜືອຄົນຟີລິດສະຕິນດວ້ຍຜົນຂອງຊັຍຊະນະຂອງດາວິດເໜືອໂກລີອາດ.

ຄັບຣີເອນ

ຂໍ້ເທັດຈິງ

ຄັບຣີເອນ ຄືໍໍຊື່ຂອງທຸດສະຫວັນຕົນນຶ່ງຂອງພຣະເຈົ້າ. ເຂົາຖືກກ່າວເຖິງໂດຍຊື່ນີ້ອີກຫລາຍຄັ້ງ,ໃນພັນທະສັນຍາເດີມແລະພັນທະສັນຍາໃຫ່ມ.

  • ພຣະເຈົ້າໄດ້ສົ່ງ ຄັບຣີເອນ ມາແຈ້ງຂ່າວແກ່ຜຸ້ປະກາດພຣະທັມດານີເອນ ເຖິງຄວາມໝາຍນິມິດທ່ີ່ເຂົາໄດ້ເຫັນ.
  • ອີກຄັ້ງນຶ່ງ, ຂະນະທີ່ ດານີເອນ ກຳລັງອະທິຖານ, ທຸດສະຫັວນ ຄັບຣີີເອນໄດ້ບິນມາຫາເຂົາແລະໃຫ້ຄຳພະຍາກອນກ່ຽວກັບສິ່ງທີ່ຈະເກີດໃນອະນາຄົດ.ດານີເອນ ໄດ້ບັນລະຍາຍເຖິງເຂົາວ່າ"ຜູ້ຊາຍ.''
  • ໃນພັນທະສັນຍາໃໝ່ມີການບັນທືກວ່າ ຄັບຣີເອນ ໄດ້ມາຫາ ເສກາຣີຢາໃຫ້ຄຳພະຍາກອນວ່າພັນລະຍາສູງອາຍຸ ເອລີຊາເບັດຈະມີບຸດຊາຍຄື, ໂຢຮັນ.
  • ຫລັງຈາກອີກຫົກເດືອນ, ຄັບຣີເອນ ໄດ້ຖືກສົ່ງມາຫາ ມາຣີ ເພື່ອບອກກັບລາວວ່າພຣະເຈົ້າທຳການອັດສະຈັນໃຫ້ລາວຕັ້ງທ້ອງຊື່ງຈະເປັນ " ພຣະບຸດຂອງພຣະເຈັ້າ. " ຄັບຣີເອນ ໄດ້ບອກ ມາຣີ ວ່າຊື່ຂອງບຸດຊາຍຄື " ພຣະເຢຊູ. "

ຄາເດັດ

ຂໍ້ເທັດຈິງ

ຄາເດັດແມ່ນເມືອງໜຶ່ງຂອງການາອານຊຶ່ງຖືກຍຶດຄອງໂດຍຄົນອິດສະຣາເອນ ເມື່ອພວກເຂົາໄດ້ເຂົ້າສູ່ແຜ່ນດິນການາອານ.

  • ສະຖານທີ່ຕັ້ງຂອງເມືອງນີ້ແມ່ນຢູ່ທາງພາກຂອງອານາເຂດອິດສະຣາເອນ ໃນສ່ວນຂອງແຜ່ນດິນທີ່ໄດ້ຖຶກມອບໃຫ້ແກ່ເຜົ່າ ນັບທາລີ.
  • ເຄເດັດເປັນຫນຶ່ງໃນເມືອງທີ່ໄດ້ຮັບເລືອກໃຫ້ເປັນເມືອງທີ່ພວກປະໂລຫິດຊາວເລວີສາມາດອາໄສຢູ່ ເນື່ອງຈາກພວກເຂົາບໍ່ໄດ້ມີແຜ່ນດິນເປັນຂອງຕົນເອງ.
  • ມັນເປັນເມືອງທີ່ຖືກແຍກອອກມາໃຫ້ເປັນ "ເມືອງລີ້ໄພ".

ຄາເດັດ, ຄາເດັດບາເນຍ, ເມຣີບາຄາເດັດ

ຂໍ້ເທັດຈິງ

ຊຶ່ຄາເດັດ, ຄາເດັດບາເນຍ ທັງໝົດອ້າງເຖິງເມືອງທີ່ສຳຄັນເມືອງໜຶ່ງໃນອິດສະຣາເອນເຊິ່ງຕັ້ງຢູ່ທາງພາກໃຕ້ຂອງອິດສະຣາເອນ ໃກ້ກັບເຂດແດນຂອງເມືອງເອໂດມ.

  • ເມືອງຄາເດັດເປັນໂອເອຊິດ ຄືສະຖານທີ່ທີ່ມີນຳ້ແລະດິນດີໃນໃຈກາງຂອງທະເລຊາຍຊື່ວ່າຊິນ.
  • ໂມເຊສົ່ງຜູ້ສອດແນມສິບສອງຄົນເຂົ້າໄປໃນແຜ່ນດິນການາອານຈາກຄາເດັດບາເນຍ.
  • ອິດສະຣາເອນໄດ້ຕັ້ງຄ້າຍທີ່ຄາເດັດທີ່ເກີດມີການກັນດານອາຫານລະຫວ່າງການເດີນທາງໃນຖິ່ນທຸລະກັນດານ.
  • ຄາເດັດບາເນຍຄືສະຖານທີ່ ທີ່ມິຣຽມເສຍຊີວິດ.
  • ທີ່ເມຣິບາຄາເດັດ ໂມເຊບໍ່ເຊື່ອຟັງພຣະເຈົ້າແລະໄດ້ຕີກ້ອນຫີນເຮັດໃຫ້ນ້ຳໄຫລອອກມາສຳລັບຊາວອິດສະຣາເອນໄດ້ດື່ມ ແທນທີ່ລາວຈະສັ່ງກ້ອນຫີນຕາມທີ່ພຣະເຈົ້າໄດ້ສັ່ງໃຫ້ລາວເຮັດ.
  • ຊື່ "ຄາເດັ​ດ" ມາຈາກພາສາເຮັບເຣີ ທີ່ມີຄວາມໝາຍວ່າ "ສັກສິດ" ຫລື "ແຍກອອກມາ".

ຄາລາເຕຍ

ຂໍ້ເທັດຈິງ

ໃນພັນທະສັນຍາໃໝ່, ຄາລາເຕຍເປັນເເຄ້ວນນຶ່ງຂອງກຸງໂຣມຕັ້ງຢູ່ໃຈກາງເມືອງຂອງຕຸກກີໃນປະຈຸບັນ.

  • ສ່ວນຂອງຄາລາເຕຍເປັນຊາຍເຂດເເດນຂອງທະເລດຳໄປທາງເໜືອ ເເລະ ມັນຍັງເປັນຊາຍເຂດຂອງເມືອງຕ່າງໆ ຂອງເອເຊຍ, ບີໄທເນຍ, ກາປາໂດເກຍ, ເຊນລີເຊຍ, ເເລະປາມຟີເລຍ.
  • ອັກຄະສາວົກ ໂປໂລ ຂຽນຈົດໝາຍເຖິງຄຣິສະຕຽນຄົນທີ່ອາໃສຢູ່ໃນເເຄ້ວນຄາລາເຕຍ. ຈົດໝາຍນັ້ນຢູ່ໃນພັນທະສັນຍາໃໝ່ຊື່ພຣະທັມ "ຄາລາເຕຍ. "
  • ນຶ່ງໃນເຫດຜົນທີ່ໂປໂລຂຽນຈົດໝາຍເຖິງພີ່ນ້ອງຄາລາເຕຍກໍ່ເພື່ອເນັັ້ນຢ້ຳໃນເລື່ອງຂ່າວປະເສີດຂອງຄວາມລອດໂດຍພຣະຄຸນ ບໍ່ແມ່ນດ້ວຍການງານທີ່ເຮັດ.
  • ຄຣິສະຕຽນໃນເມືອງຕ່າງຊາດຄາລາເຕຍໄດ້ຮັບການສອນຈາກຄຣິສະຕຽນທີ່ເປັນຄົນຢີວໃຫ້ຮັກສາພຣະບັນຍັດຂອງຄົນຢີວ.

ຄາລີເລ,ຊາວຄາລີລຽນ

ຂໍ້ເທັດຈິງ

ແຄ້ວນ ຄາລີເລ ຕັ້ງຢຸ່ທິດເໜືອສຸດ,ທາງທິດເໜືອຂອງແຄ້ວນຊາມາເຣຍ.''ຊາວຄາລີລຽນ''ຄືຄົນທີ່ອາໃສຢຸ່ໃນເມືອງຄາລີເລ.

  • ແຄ້ວນຄາລີເລ,ຊາມາເຣຍ,ແລະຢຸດາຄືແຄ້ວນຫລັກສາມ

ແຄ້ວນຂອງອິສາຣະເອນໃນລະຫວ່າງເວລາຂອງພາກພັນທະສັນຍາໃໝ່

  • ແຄ້ວນຄາລີເລເປັນຊາຍແດນດ້ານຕາວັນອອກຂອງທະເລສາບ

ທີ່ເອີ້ນວ່າ"ທະເລຄາລີເລ."

  • ພຣະເຢຊູ ໄດ້ເຕີບໃຫຍ່ແລະໄດ້ອາໃສຢຸ່ໃນເມືອງນາຊາເຣັດ

ແຄ້ວນຄາລີເລ.

  • ການອັດສະຈັນສ່ວນຫລາຍແລະການສັ່ງສອນຂອງພຣະເຢຊູ

ເກີດຂື້ນໃນແຄ້ວນຄາລີເລ.


ຄົນເພີຣິຊີດ

ຂໍ້ເທັດຈິງ

ຄົນເພີຣິຊີດຄືໜຶ່ງໃນກຸ່ມຊົນຊາດທີ່ອາໄສຢູ່ໃນດິນແດນຄານາອານ ມີຂໍ້ມູນພຽງນ້ອຍດຽວກ່ຽວກັບຊົນກຸ່ມນີ້ວ່າບັນພະບຸລຸດຂອງພວກທ່ານຄືໃຜແລະພວກທ່ານອາໄສຢູ່ສ່ວນໃດຂອງດິນແດນການາອານ

  • ຄົນເພີຣິຊີດໄດ້ຖືກກ່າວເຖິງເລີຍໆໃນພັນທະສັນຍາເດີມພຣະທຳພວກຜູ້ປົກຄອງທີ່ໄດ້ບັນທຶກໄວ້ວ່າມີການແຕ່ງງານຂ້າມເຜົ່າພັນລະຫວ່າງຄົນເພີຣິຊີດແລະຄົນອິດສະລາເອນ ເຊີ່ງພາຍຫຼັງໄດ້ນຳໄປສູ່ການນະມັດສະການພະທຽມທັງຫຼາຍ
  • ໝາຍເຫດ ຄົນໃນເຜົ່າເປເລດຈະເອີ້ນວ່າ "ຄົນເພີຣິຊີດ" ຊຶ່ງແຕກຕ່າງຈາກຄົນເພີຣິຊີດໃນການແປນັ້ນຄວນໃຊ້ການສະກົດຊື່ແຕກຕ່າງກັນໂດຍທັງສິ້ນເພື່ອໃຫ້ເຫັນຂໍ້ແຕກຕ່າງທີ່ຊັດເຈນ

ຄົນເຢບຸດ

ຂໍ້ເທັດຈິງ

ຄົນເຢບຸດເປັນກຸ່ມຄົນທິ່ດຳລົງຊີວິດໃນແຜ່ນດິນການາອານ. ພວກເຂົາສືບເຊື້ອສາຍມາຈາກລູກຊາຍຂອງຮາມຄືການາອານ.

  • ຄົນເຢບຸດໄດ້ດຳລົງຊີວິດຢູ່ໃນເມືອງເຢບຸດ,ຊຶ່ງຕໍ່ມາຊື່ນີ້ໄດ້ປ່ຽນມາເປັນເຢຣູຊາເລັມໃນຕອນທີ່ກະສັດດາວິດໄດ້ຊະນະເມືອງນີ້.
  • ເມຄີເຊເດັກ,ກະສັດຂອງຊາເລັມ,ບາງເທື່ອອາດເປັນຕົ້ນກຳເນີດຂອງຄົນເຢບຸດ.

ຄົນອາໂມຣິດ

ຂໍ້ເທັດຈິງ

ຄົນ ອາໂມຣິດ ເປັນກຸ່ມຄົນທີ່ມີອຳນາດຫຼາຍ ພວກເຂົາສືບເຊື້ອສາຍມາຈາກ ການາອານ ຊຶ່ງເປັນຫຼານຊາຍຂອງໂນອາ.

  • ຊື່ຂອງພວກເຂົາມີຄວາມໝາຍວ່າ "ຜູ້ທີ່ຢູ່ສູງ" ຊຶ່ງອາດໝາຍເຖິງພື້ນທີ່ພູເຂົາທີ່ພວກເຂົາອາໃສຢູ່ ຫຼືເປັນຂໍ້ຄວາມຈິງທີ່ວ່າພວກເຂົາເປັນທີ່ຮູ້ຈັກກັນດີໃນເລື້ອງຄວາມເປັນຄົນຕົວສູງ.
  • ຄົນອາໂມຣິດອາໃສຢູ່ໃນພື້ນທີ່ທັງສອງຝັ່ງຂອງແມ່ນ້ຳຈໍແດນ ເມືອງໄອ ຄືທີ່ອາໃສຂອງຄົນອາໂມຣິດ.
  • ພຣະເຈົ້າໄດ້ເວົ້າເຖິງ "ຄວາມບາບຂອງຄົນອາໂມຣິດ" ຊຶ່ງໝາຍເຖິງການທີ່ພວກເຂົາບູຊາພຣະປອມແລະການກະທຳຜິດບາບລວມຢູ່ດ້ວຍ.
  • ໂຢຊູວາ ໄດ້ພາພວກຄົນອິສະຣາເອນບຸກໄປທຳລາຍຄົນອາໂມຣິດ ຕາມທີ່ພຣະເຈົ້າໄດ້ຊົງບັນຊາໃຫ້ທຳ.

ເຄດາ

ຂໍ້ເທັດຈິງ

ເຄດາເປັນເປັນຊື່ຂອງບູດຊາຍຄົນທີສອງຂອງອິດຊະມາເອນ ເປັນຊື່ຂອງເມືອງທີ່ສຳຄັນດ້ວຍ ຊຶ່ງໄດ້ມາຈາກຊື່ຂອງຊາຍຄົນນີ້.

  • ເມືອງເຄດາຕັ້ງຢູ່ທາງພາກເໜືອຂອງອາຣາເບຍໃກ້ກັບເຂດແດນທາງຕອນໃຕ້ຂອງປາເລ​ສຕິນ ໃນສະໄຫມພຣະຄຳພີເຊິ່ງເປັນທີ່ຮູ້ຈັກກັນດີວ່າເປັນເມືອງທີ່ຍິງໃຫຍ່ແລະສວຍງາມ.
  • ລູກຫລານຂອງເຄດາ ໄດ້ເຂົ້າຮ່ວມກັບກູ່ມຂອງປະຊາຊົນທີ່ເອີ້ນວ່າ "ເຄດາ".
  • ຄຳວ່າ "ເຕັນທີ່ມືດມິດແຫ່ງເຄດາ" ອ້າງເຖິງເຕັນຂົນແບ້ສີດຳທີ່ປະຊາຊົນເຄດາໄດ້ອາໄສຢູ່.
  • ພວກປະຊາຊົນເຫລົ່ານີ້ໄດ້ລ້ຽງແບ້ແລະແກະ ພວກເຂົາໄດ້ໃຊ້ອູດໃນການຂົນສົ່ງສິ່ງຂອງ.
  • ໃນພຣະຄຳພີຄຳວ່າ "ສະຫງ່າຣາສີແຫ່ງເຄດາ" ໝາຍເຖິງຄວາມຍິ່ງໃຫຍ່ຂອງເມືອງນັ້ນ.

ເຄເດັຍ,ຊາວເຄເດັຍ

ຂໍ້ເທັດຈິງ

ເຄເດັຍເປັນແຄ້ວນໃນຕອນໃຕ້ຂອງເມໂຊໂປຕາເມຍ ຫລື ບາບີໂລນຄົນທີ່ອາໃສຢູ່ໃນແຄ້ວນນີ້ ເອີ້ນວ່າຊາວເມເດຍ.

  • ເມືອງເອີ ເມືອງທີ່ອັບບຣາຮາມຈາກມາ ຕັ້ງຢູ່ໃນແຄວ້ນເມເດຍ

ເມືອງນີ້ມັກຈະຖືກເອີ້ນວ່າ "ເມືອງເອີແຫ່ງເມເດຍ."

  • ກະສັດເນບູກາດເນັດຊາເປັນຄົນໜຶ່ງໃນຊາວເມເດຍ ຫລາຍຄົນທີ່ໄດ້ເປັນກະສັດເໜືອບາບີໂລນ.
  • ຫລັງຈາກນັ້ນຫລາຍປີ ປະມານ 600 ກ.ຄ.ສ ຄຳວ່າ"ຊາວເມເດຍໄດ້ໝາຍເຖີງ "ຊາວບາບີໂລນ.
  • ໃນພຣະທັມດານີເອນ ຄຳວ່າ "ຊາວເມເດຍ" ໝາຍເຖີງຜູ້ຊາຍ

ຊັ້ນພິເສດທີ່ມີການສຶກສາສູງແລະສຶກສາດວງດາວ.


ເຄເຣທີ

ຂໍ້ເທັດຈິງ

ຄົນເຄເຣທີເປັນກຸ່ມຄົນທີ່ອາດຈະເປັນສ່ວນຫນຶ່ງຂອງຄົນຟີລິດສະຕິນ ຊຶ່ງມັກຈະຂຽນວ່າ"ເຄເຣທີ"

  • ຄົນເຄເຣທີແລະຄົນເປເລັດ "ເປັນກຸ່ມທະຫານພິເສດຈາກກອງທັບຂອງກະສັດດາວິດຜູ້ທີ່ຖວາຍຕົວເປັນໜ່ວຍປອ້ງກັນຂອງດາວິດ.
  • ເບໃນຢາ ລູກຂອງເຢໂຮຢາດາ ເປັນຄົນຫນຶ່ງໃນຄະນະທີ່ປຶກສາຂອງດາວິດ ເຂົາເປັນຜູ້ນຳຂອງຄົນເຄເຣທີແລະຄົນເປເລັດ.
  • ຄົນເຄເຣທີຍັງຄົງຢູ່ກັບດາວິດ ໃນຕອນດາວິດຫນີອອກຈາກນະຄອນເຢລູຊາແລັມ ເພາະການກະບົດຂອງອັບຊາໂລມ.

ເຄັດເຊມາເນ

ຂໍ້ເທັດຈິງ

ເຄັດເຊມາເນ ຄືສວນຂອງສວນຫມາກກອກເທດທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມເໜືອຮ່ອມພູເຂົາຂີດໂຣນແລະໃກ້ກັບພູເຂົາໝາກກອກເທດ.

  • ສວນເຄັດເຊມາເນ ຄືສະຖານທີ່ທີ່ພຣະເຢຊູ ແລະເຫົ່ຼາສາວົກຂອງພຣະອົງມັກຈະໄປທ່ີ່ນັ້ນເພື່ອພັກຜ່ອນຈາກຝູງຊົນ.
  • ທີ່ສວນເຄັດເຊມາເນທີ່ພຣະເຢຊູໄດ້ອະທິຖານໃນຄວາມໂສກເສົ້າ, ເປັນທຸກໜັກໜ່ວງ ກ່ອນການຖືກຈັບທີ່ນັ້ນໂດຍຜູ້ນຳຊາວຢິວທັງຫລາຍ.

ແຄວ້ນເອເຊຍ

ຂໍ້ເທັດຈິງ

ໃນສະໄໝພຣະຄັມພີ " ເອເຊຍ " ເປັນຂອງແຄ້ວນໜຶ່ງຂອງອານາຈັກໂຣມ ແຄ້ວນນີ້ຕັ້ງຢູ່ທາງຕະວັນຕົກຂອງປະເທດຕຸຣະກີໃນປະຈຸບັນນີ້.

  • ໂປໂລໄດ້ເດີນທາງໄປຍັງແຄ້ວນເອເຊຍແລະໄດ້ປະກາດຂ່າວປະເສີດໃນຫລາຍໆເມືອງທີ່ນັ້ນ. ໃນທ່າມກາງເມືອງເຫລົ່ານີ້ມີເມືອງເອເຟໂຊແລະເມືອງໂກຣິນໂທ.
  • ເພື່ອບໍ່ໃຫ້ສັບສົນກັບທະວີບເອເຊຍໃນປະຈຸບັນ ອາດຈຳເປັນທີ່ຈະຕ້ອງແປຄຳນີ້ວ່າ " ແຄ້ວນໜຶ່ງຂອງໂຣມສະໄໝບູຮານຊື່ເອເຊຍ " ຫລື " ແຄວ້ນເອເຊຍ. "
  • ຄຣິສຕະຈັກທັງໝົດທີ່ເວົ້າເຖິງໃນພຣະທັມພຣະນິມິດທັງໝົດຢູ່ໃນແຄ້ວນເອເຊຍຂອງໂຣມ.

ໂຄຣາ

ຂໍ້ເທັດຈິງ

ໂຄຣາ ຄືຊື່ຂອງຄົນສາມຄົນໃນພັນທະສັນຍາເດີມ.

  • ນຶ່ງໃນລູກຊາຍຂອງເອຊາວຊື່ວ່າ ໂຄຣາ ເຂົາໄດ້ເປັນຜູ້ນຳຂອງຄົນນຶ່ງໃນຊຸມຊົນຂອງເຂົາ.
  • ໂຄຣາ ເປັນເຊື້ອສາຍຂອງເລວີແລະໄດ້ຮັບໃຊ້ໃນຫໍເຕັນຖານະປະໂລຫິດເຂົາອິດສາໂມເຊແລະອາໂຣນແລະໄດ້ນຳກຸ່ມຜູ້ຊາຍກະບົດຕໍ່ພວກເຂົາ.
  • ຜູ້ຊາຍທີ່ຊື່ ໂຄຣາ ຄົນທີສາມຢູ່ໃນລາຍຊື່ຂອງລູກຫຼານຂອງຢູດາ.

ສະມາເຣຍ ຊາວສະມາເຣຍ

ຂໍ້ເທັດຈິງ

ສະມາເຣຍ ເປັນຊື່ເມືອງແລະບໍລິເວນໂດຍຮອບໃນພາກເໜືອຂອງອິດສະຣາເອນແຖວນີ້ຕັ້ງຢູ່ລະຫວ່າງທີ່ຮາບແຫ່ງຊາລອນທາງຕາເວັນຕົກແລະແມ່ນ້ຳຈໍແດນທາງຕາເວັນອອກ.

  • ໃນພັນທະສັນຍາເດີມ ເມືອງສະມາເຣຍເປັນເມືອງຫຼວງຂອງອານາຈັກທາງເໜືອຂອງອິດສະຣາເອນ ຕໍ່ມາແຖວທີ່ຢູ່ໂດຍຮອບກໍຖືກເອີ້ນວ່າສະມາເຣຍດ້ວຍ.
  • ເມື່ອຊາວອັດຊີເຣຍໄດ້ໄຊຊະນະອານາຈັກທາງເໜືອຂອງອິດສະຣາເອນແລ້ວພວກເຂົາໄດ້ຍຶດຄອງເມືອງສະມາເຣຍແລະບັງຄັບຊາວອິດສະຣາເອນສ່ວນຫລາຍທີ່ຢູ່ທາງເໜືອໃຫ້ອອກຈາກແຖວນີ້ແລະອົບພະຍົກຄົນເຫລົ່ານີ້ໄປຍັງເມື່ອງຕ່າງໆທີ່ຢູໄກໃນອັດຊີເຣຍ.
  • ຊາວອັດຊີເຣຍໄດ້ນຳຊາວຕ່າງຊາດຫລາຍຄົນເຂົ້າມາອາໃສຢູ່ໃນແຖວສະມາເຣຍເພື່ອເຂົ້າໄປແທນຊາວອິດສະຣາເອນທີ່ຖືກຍ້າຍອອກໄປ.
  • ຊາວອິດສະຣາເອນສ່ວນນຶ່ງທີ່ເຫຼືອຢູ່ໃນແຖວສະມາເຣຍໄດ້ແຕ່ງງານກັບຊາວຕ່າງຊາດທີ່ໄດ້ຍ້າຍເຂົ້າມາຢູ່ໃນທີ່ນັ້ນ ແລະລູກຫຼານຂອງພວກເຂົາຖືກເອີ້ນວ່າຊາວສະມາເຣຍ.
  • ຊາວຢີວເວົ້າດູຖູກຊາວສະມາເຣຍເພາະພວກເຂົາເປັນຊາວຢີວພຽງແຕ່ສ່ວນດຽວແລະເພາະວ່າບັນພະບູລຸດຂອງພວກເຂົາໄດ້ນະມັດສະການພະທຽມ.
  • ໃນຍຸກພັນທະສັນຍາໃໝ່ແຖວສະມາເຣຍໄດ້ຖືກກັ້ນເຂດແດນໂດຍແຖວຄາລີເລທາງເໜືອແລະແຖວຢູ່ດາທາງຕອນໃຕ້.

ສຸໂຄດ

ຂໍ້ເທັດຈິງ

ສຸໂຄດ ແມ່ນຊື່ຂອງສອງຕົວເມືອງໃນພຣະຄຳພີເດີມ. ຄຳວ່າ "ສຸໂຄດ" (ຫຼື "ສຸກໂຄດ") ໝາຍຄວາມວ່າ "ບ່ອນພັກອາໄສ".

  • ເມືອງທຳອິດທີ່ມີຊື່ວ່າ ສຸໂຄດ ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ.
  • ຢາໂຄບໄດ້ພັກເຊົາຢູ່ທີ່ເມືອງສຸໂຄດພ້ອມດ້ວຍຄອບຄົວແລະຝູງສັດລ້ຽງຂອງລາວ, ເຊິ່ງພວກເຂົາໄດ້ສ້າງທີ່ພັກອາໄສໃຫ້ຂອງພວກເຂົາຢູ່ທີ່ນັ້ນ.
  • ຫຼາຍຮ້ອຍປີຕໍ່ມາ, ກີເດໂອນແລະພ້ອມດ້ວຍເຫລົ່າທະຫານທີ່ ເໝື່ອຍລ້າແລະໝົດແຮງ ພວກເຂົາໄດ້ຢຸດພັກຢູ່ທີ່ເມືອງ ສຸໂຄດ ໃນຂະນະທີ່ພວກເຂົາກຳລັງໄລ່ຕາມຊາວ ມີດີອານ, ແຕ່ປະຊາຊົນຢູ່ທີ່ນັ້ນໄດ້ປະຕິເສດທີ່ຈະເອົາອາຫານໃດໆໃຫ້ພວກເຂົາກິນ.
  • ເມືອງສຸໂຄດທີສອງຕັ້ງຢູ່ຊາຍແດນທາງເໜືອຂອງອີຢີບແລະເປັນສະຖານທີ່ແຫ່ງໜຶ່ງທີ່ຊາວອິດສະລາແອນຢຸດພັກເຊົາຫຼັງຈາກທີ່ພວກເຂົາໄດ້ເດີນທາງຂ້າມທະເລແດງໃນຂະນະທີ່ພວກເຂົາກຳລັງຫຼົບໜີຈາກຄວາມເປັນຂ້າທາດໃນປະເທດເອຢິບ.

ຊະເຕຟາໂນ

ຂໍ້ເທັດຈິງ

ຊະເຕຟາໂນໄດ້ຖືກຈົດຈຳຫລາຍທີ່ສຸດວ່າເປັນຄຣິສຕຽນຄົນທຳອິດ ທີ່ຖືກຂ້າຕາຍເພາະເຊື່ອໃນພຣະເຢຊູ, ຄວາມຈິງແລ້ວກ່ຽວກັບຊີວິດແລະຄວາມຕາຍຂອງລາວໄດ້ຖືກບັນທຶກໄວ້ໃນພຣະທຳກິດຈະການ.

  • ຊະເຕຟາໂນໄດ້ຮັບການແຕ່ງຕັ້ງໂດຍຄຣິສຈັກຍຸກທຳອິດໃນກຸງເຢຣູຊາເລັມໃຫ້ຮັບໃຊ້ຄຣິສຕຽນໃນຖານະເປັນຜູ້ປົກຄອງເພື່ອຈັດຕຽມອາຫານສຳລັບແມ່ໝ້າຍແລະຄຣິສຕຽນຄົນອື່ນໆທີ່ຕ້ອງການຄວາມຊ່ວຍເຫລືອ.
  • ຊາວຢິວບາງຄົນໄດ້ກ່າວຫາຊະເຕຟາໂນໂດຍບໍ່ແມ່ນຄວາມຈິງ ວ່າລາວຕໍ່ຕ້ານພຣະເຈົ້າແລະພຣະບັນຍັດຂອງພຣະເຈົ້າທີ່ໂມເຊນຳມາ.
  • ຊະເຕຟາໂນໄດ້ເວົ້າຄວາມຈິງຢ່າງກ້າຫານກ່ຽວກັບພຣະເຢຊູພຣະເມຊີອາ ເລີ່ມຕົ້ນຈາກປະຫວັດສາດຂອງການປະຕິບັດຂອງພຣະເຈົ້າກັບປະຊາຊົນອິດສະຣາເອນ.
  • ຜູ້ນຳຊາວຢິວໂກດແຄ້ນຊະເຕຟາໂນຫລາຍແລະພວກເຂົາໄດ້ແກວ່ງກ້ອນຫີນໃສ່ລາວຢູ່ນອກເມືອງຈົນຕາຍ.
  • ການຖືກປະຫານຊີວິດຂອງລາວໄດ້ຖືກເປັນພະຍານໂດຍໂຊໂລ, ເຊິ່ງຕໍ່ມາໄດ້ເປັນອັກຄະສາວົກໂປໂລ.
  • ຊະເຕຟາໂນຍັງເປັນຄົນທີ່ຮູ້ຈັກກັນດີດ້ວຍຄຳເວົ້າສຸດທ້າຍຂອງລາວກ່ອນທີ່ລາວຈະເສຍຊີວິດວ່າ "ອົງພຣະຜູ້ດປັນດຈົ້າ ຂໍໂຜດຢ່າຊົງຖືໂທດພວກເຂົາເພາະບາບນີ້".

ຊັກຂ່າຍ

ຂໍ້ເທັດຈິງ

ຊັກຂ່າຍ ເປັນຄົນ​ເກັບພາສີຈາກ ທີ່ເມືອງເຢຣິໂກ ຜູ້ໄດ້ປີນຂື້ນຕົ້ນໄມ້ເພື່ອຈະສາມາດຫລຽວເຫັນພຣະເຢຊູຜູ້ທີ່ຖືກລ້ອມຮອບໂດຍຝູງປະຊາຊົນຈຳນວນຫລວງຫລາຍ

  • ຊັກຂ່າຍ ໄດ້​ຖືກປ່ຽນ​ຊື່ໄປຍ່າງສີ້ນເຊີງເມື່ອລາວໄດ້ເຊື່ອໃນພຣະເຢຊູ
  • ລາວໄດ້ສຳນຶກຜິດໃນຄວາມບາບຂອງລາວທີ່ໄດ້ຫລອກລວງປະຊາຊົນ

ແລະໄດ້ສັນຍາວ່າຈະໃຫ້ຊັບສົມບັດຂອງລາວເຄິ່ງນຶ່ງແກ່ຄົນຍາກຈົນ

  • ລາວຍັງໄດ້ສັນຍາວ່າລາວຈະຈ່າຍເງິນຄືນໃຫ້ກັບປະຊາຊົນຈຳນວນສີ່ເທົ່າຕາມຈຳນວນທີ່ລາວໄດ້ເກັບພາສີຂອງພວກເຂົາເກີນຈຳນວນ

ຊາດົກ

ຂໍ້ເທັດຈິງ

ຊາດົກເປັນຊື່ຂອງມະຫາປະໂລຫິດຄົນສຳຄັນໃນອິດສະຣາເອນໃນຣັດສະໃໝການປົກຄອງຂອງກະສັດດາວິດ.

  • ເມື່ອອັບຊາໂລມໄດ້ກະບົດຕໍ່ກະສັດດາວິດ ຊາດົກໄດ້ສະນັບສະໜຸນດາວິດແລະໄດ້ຊ່ວຍນຳຫີບພັນທະສັນຍາ ໄປຍັງກຸງເຢລູຊາເລັມ.
  • ຫລາຍປີຕໍ່ມາລາວໄດ້ມີສ່ວນຮ່ວມໃນພິທີສະຖາປະນາໂຊໂລໂມນ ລູກຊາຍຂອງດາວິດໃຫ້ເປັນກະສັດ.
  • ຊາຍສອງຄົນທີ່ຕ່າງກັນ ທີ່ມີຊື່ຊາດົກໄດ້ຊ່ວຍສ້າງກຳແພງກຸງເຢຣູຊາເລັມຂື້ນໃຫມ່ໃນຊ່ວງເວລາຂອງເນເຫມີ.
  • ຊາດົກເປັນຊື່ຂອງປູ່ ຂອງກະສັດໂຍທາມ.

ຊາມູເອນ

ຂໍ້ເທັດຈິງ

ຊາມູເອນເປັນຜູ້ປະກາດພຣະທໍາແລະເປັນຜູ້ປົກຄອງຄົນສຸດທ້າຍຂອງອິດສະຣາເອນ ເພິ່ນໄດ້ແຕ່ງຕັ້ງທັງຊາອູນແລະດາວິດໃຫ້ເປັນກະສັດເໜືອອິດສະຣາເອນ

  • ຊາມູເອນໄດ້ເກີດມາຈາກເອນການາແລະນາງຮັນນາໃນເມືອງຣາມາ
  • ນາງຮັນນາເປັນຍິງໝັນດັ່ງນັ້ນນາງຈຶ່ງອະທິຖານຢ່າງສັດຊື່ ຕໍ່ພຣະເຈົ້າແລ້ວພຣະເຈົ້າໄດ້ປະທານລູກຊາຍໃຫ້ແກ່ນາງຊຶ່ງຊາມູເອນກໍເປັນຄຳຕອບທີ່ໄດ້ອະທິຖານໄວ້.
  • ນາງຮັນນາໄດ້ສັນຍາໄວ້ວ່າຫາກລຸກໄດ້ເກີດມາຕາມຄຳອະທິຖານຢ່າງບໍ່ຄາດຫວັງຂອງຮັນນາທີ່ພຣະເຈົ້າໄດ້ປະທານບຸດຊາຍໃຫ້ແກ່ນາງ ເມື່ອຄຳອະທິຖານໄດ້ຮັບຄຳຕອບ ນາງຈະຖະຫວາຍລູກຂອງນາງໃຫ້ແດ່ພຣະເຈົ້າຢາເວ.
  • ເມື່ອຊາມູເອນຍັງເປັນເດັກ ນາງຮັນນາໄດ້ສົ່ງຊາມູເອນໃຫ້ໄປຊ່ວຍປະໂລຫິດເອລີໃນພຣະວິຫານເພື່ອເຮັດໃຫ້ຄຳໝັ້ນສັນຍາຂອງນາງຕໍ່ພຣະເຈົ້າເປັນຈິງ.
  • ພຣະເຈົ້າໄດ້ຊົງແຕ່ງຕັ້ງຊູາມູເອນໃຫ້ເປັນຜູ້ປະກາດພຣະທໍາທີ່ຍິ່ງໃຫຍ່ສຳລັບພຣະອົງ.

ຊາຣາ ,ຊາຣາຍ

ຂໍ້ເທັດຈິງ

  • ຊາຣາເປັນເມຍຂອງອັບຣາຮາມ
  • ຊື່ເດີມຂອງນາງຄື”ຊາຣາຍ”ແຕ່ພຣະເຈົ້າຊົງປ່ຽນຊື່ໃຫ້ນາງໃຫມ່ວ່າ“ຊາຣາ”
  • ຊາຣາໃຫ້ກຳເນີດລູກຊາຍຕາມທີ່ພຣະເຈົ້າຊົງໃຫ້ພຣະສັນຍນາໄວ້ກັບນາງແລະອັບຣາຮາມ

ຊາລອນ, ທົ່ງພຽງຂອງ ຊາລອນ

ຂໍ້ເທັດຈິງ

ຊາລອນ ແມ່ນຊື່ຂອງພື້ນທີ່ຮາບພຽງແລະອຸດົມສົມບູນຂອງເນື້ອທີ່ດິນຕາມຊາຍຝັ່ງທະເລ ເມດີເຕລະເນຍ, ທາງທິດໃຕ້ຂອງ ເມົາຄາເມ.ມັນຍັງມີຊື່ວ່າ "ທົ່ງພຽງຊາລອນ".

  • ມີຫລາຍເມືອງທີ່ກ່າວເຖິງໃນພຣະຄຳພີຕັ້ງຢູ່ເທິງທົ່ງພຽງຊາຊອນ, ລວມທັງເມືອງຢົບຟາ, ລີຣດາ, ແລະເມືອງຄາຊີລາ.
  • ສິ່ງນີ້ອາດຈະແປເປັນ "ທົ່ງພຽງທີ່ເອີ້ນວ່າ Sharon" ຫຼື "ທົ່ງພຽງຊາລອນ."
  • ຄົນທີ່ອາໄສຢູ່ໃນເຂດ ຊາລອນ ຖືກເອີ້ນວ່າ "ທົ່ງພຽງຂອງເຊລອນ."

ຊາວຊີໂດນ

ຂໍ້ເທັດຈິງ

ຊາວຊີໂດນເປັນລູກກົກຂອງການາອານ ຍັງມີເມືອງຂອງຄົນການາອານທີ່ເອີ້ນວ່າຊີໂດນດ້ວຍ, ເມືອງນີ້ອາດຈະຕັ້ງຊື່ຕາມລູກຊາຍຂອງການາອານ.

  • ເມືອງຊີໂດນຕັ້ງຢູ່ທາງທິດຕະເວັນຕົກຊ່ຽງເໜືອຂອງອິດສະຣາເອນເທິງຊາຍຝັ່ງທະເລເມດີເເຕເຣເນ ປະຈຸບັນນີ້ເປັນປະເທດ ເລບານອນ.
  • "ຊາວຊີໂດນ" ແມ່ນກຸ່ມຊາວຟີນີເຊຍທີ່ອາໃສຢູ່ໃນເມືອງຊີໂດນບູຮານແລະໃນແຖບບໍລິເວນອ້ອມຮອບນັ້ນ.
  • ໃນພຣະຄຳພີ ຊີໂດນມີຄວາມສຳພັນທີ່ດີກັບເມືອງທາຍ, ແລະຄົນທັງສອງເມືອງນີ້ກໍມີຊື່ສຽງໂດ່ງດັງໃນການປະພຶດຜິດສິນລະທຳ.

ຊາວຟິລິດສະຕິນ

ຂໍ້ເທັດຈິງ

ຊາວຟິລິດສະຕິນ​ແມ່ນກຸ່ມຊົນຊາດຊຶ່ງໄດ້ຄອບຄອງແຄວ້ນຟິລິດສະຕິນຊຶ່ງຕັ້ງຢູ່ຕິດກັບຊາຍຝັ່ງຂອງທະເລເມດິເຕເລເນ ຄຳວ່າຟິລິດສະຕິນນັ້ນມີຄວາມໝາຍ ວ່າ "ປະຊາຊົນແຫ່ງທະເລ"

  • ເມືອງໃຫຍ່ຟິລິດສະຕິນ ມີເມືອງອັດໂດດ ເມືອງອັດເຄໂລນ ເມືອງເອໂຄນ ເມືອງກັດ ແລະເມືອງກາຊາ
  • ເມືອງອັດໂດດຢູ່ທາງຕອນເໜືອຂອງຟິລິດສະຕິນ ສ່ວນເມືອງກາຊານັ້ນຢູ່ທາງຕອນໃຕ້
  • ຊາວຟິລິດສະຕິນ ມີ​ຄວາມ​ຊຳ​ນານການສູ້ລົບກັບຊາວອິດສະລາເອນເປັນເວລາຫຼາຍປີ
  • ແຊມ​ຊັນເປັນນັກລົບທີ່ມີຊື່ສຽງ​ທີ່ໄດ້ກໍ່ການຕໍ່ສູ້ກັບຊາວຟິລິດສະຕິນໂດຍໃຊ້ພະລັງເໜືອທຳມະຊາດທີ່ພຣະເຈົ້າປະທານໃຫ້
  • ກະສັດດາວິດໄດ້ນຳກອງທັບໃນການສູ້ລົບກັບຊາວຟິລິດສະຕິນ​ຫລາຍ​ເທື່ອ ນັບ​ຕັ້ງ​ແຕ່​ເປັນ​ໜຸມ​ມາ ພຣະອົງໄດ້ປາບນັກລົບຊາວຟິລິດສະຕິນຊື່ວ່າໂກລິອາດ

ຊາວເມເດຍ, ເມເດຍ

ຂໍ້ເທັດຈິງ

ເມເດຍ ເປັນຈັກກະພັດບູຮານທີ່ຕັ້ງຢູ່ທາງທິດຕາເວັນອອກຂອງອັດຊີເຣຍ ແລະ ບາບີໂລນ, ແລະທາງທິດເໜືອຂອງເອລາມແລະເປີເຊຍ. ປະຊາຊົນທີ່ອາໃສຢູ່ໃນຈັກກະພັດເມເດຍ ຈະຖືກເອີ້ນວ່າເປັນ "ຊາວເມເດຍ."

  • ເມເດຍ ເປັນເຂດແດນທີ່ກວມເອົາເນື້ອທີ່ຂອງປະເທດຕຸຣະກີ, ອີຣ່ານ, ຊີເຣຍ, ອີຣັກ, ແລະ ອັຟການິສະຖານ.
  • ຊາວເມເດຍ ມີຄວາມສຳພັນໃກ້ຊິດກັບຊາວເປີເຊຍ ແລະທັງສອງຈັກກະພັດນີ້ ໄດ້ລວມກຳລັງທະຫານເຂົ້າກັນ ເພື່ອເອົາຊະນະຈັກກະພັດບາບີໂລນ.
  • ດາຣີອຸດ ຊາວເມເດຍ ໄດ້ໄປຮຸກຮານບາບີໂລນ ໃນໄລຍະເວລາທີ່ຜູ້ທຳນດານີເອນ ໄດ້ອາໃສຢູ່ທີ່ນັ້ນ.

ຊາອູນ, (ພັນທະສັນຍາເດີມ)

ຂໍ້ເທັດຈິງ

ຊາອູນເປັນຜູ້ຊາຍ ເປັນຊາວອິດສະຣາເອນຄົນຫນື່ງ ຜູ້ຊຶ່ງພຣະເຈົ້າໄດ້ຊົງເລືອກໃຫ້ເປັນກະສັດຄົນທຳອິດຂອງຊົນຊາດອີດສະຣາເອນ

  • ຊາອູນເປັນຄົນທີ່ມີຮູບຮ່າງສູງແລະຫນ້າຕາງາມ ແລະເປັນທະຫານທີເກັ່ງກ້າ ເຂົາເປັນຄົນປະເພດທີ່ຊົນຊາດອິດສະຣາເອນຕ້ອງການໃຫ້ເປັນກະສັດຂອງພວກເຂົາ
  • ເຖິງແມ່ນວ່າເພິ່ນໄດ້ຮັບໃຊ້ພຣະເຈົ້າໃນຕອນແລກດີ ແຕ່ຕໍ່ມາຊາອູນກາຍເປັນຄົນຈອງຫອງແລະບໍ່ເຊື່ອຟັງພຣະເຈົ້າ ຜົນທີ່ຕາມມາຄືພຣະເຈົ້າໄດ້ຊົງແຕ່ງຕັ້ງດາວີດໃຫ້ເປັນກະສັດແທນທີຊາອູນແລະພຣະເຈົ້າໃຫ້ຊາອູນຖືກຂ້າຕາຍໃນສະນາມຮົບ
  • ໃນພຣະສັນຍາໃຫມ່ ມີຜູ້ຊາຍຊາວຢີວຄົນຫນື່ງຊື່ວ່າໂຊໂລ ທີ່ເປັນທີ່ຮູ້ຈັກກັນໃນນາມໂປໂລແລະໄດ້ກາຍມາເປັນອັກຄະສາວົກຂອງພຣະເຢຊູຄຣິດ

ຊີເຄມ

ຂໍ້ເທັດຈິງ

ຊີເຄມເປັນເມືອງທີ່ຢູ່ໃນການາອານເຊິ່ງຕັ້ງຢູ່ທາງພາກເໝືອຫ່າງຈາກເຢຣູຊາເລັມປະມານ 64 ກິໂລແມັດ ຊີເຄມຍັງເປັນຊື່ຂອງຜູ້ຊາຍຄົນໜຶ່ງໃນພຣະຄຳພິເດີມ.

  • ເມືອງຊີເຄມເປັນເມືອງທີ່ຢາໂຄບໄດ້ຕັ້ງຖິ່ນຖານຢູ່ຫລັງຈາກຄືນດີກັນກັບເອຊາວອ້າຍຂອງເຂົາ.
  • ຢາໂຄບໄດ້ຊື້ທີ່ດິນຈາກລູກຊາຍຂອງຮາໂມຊາວຮີວີໃນເມືອງຊີເຄມ, ເຊິ່ງຕໍ່ມາກາຍເປັນທີ່ຝັງສົບຄອບຄົວຂອງເຂົາແລະເປັນສະຖານທີ່ ທີ່ລູກຊາຍທັງຫລາຍຂອງຢາໂຄບໄດ້ຝັງເຂົາໄວ້.
  • ຊີເຄມເປັນລູກຊາຍຂອງຮາໂມໄດ້ຂົ່ມຂືນດີນາລູກສາວຂອງຢາໂຄບ, ເຊິ່ງເປັນຜົນເຮັດໃຫ້ລູກຊາຍຂອງຢາໂຄບຂ້າຜູ້ຊາຍໃນເມືອງຊີເຄມ.

ຊີນາ

ຂໍ້ເທັດຈິງ

ຊີນາໝາຍຄວາມວ່າ "ປະເທດທີ່ມີແມ່ນໍ້າສອງສາຍ" ແລະເປັນຊື່ຂອງພື້ນທີ່ຮາບພຽງຫລືແຄ້ວນທີ່ຢູ່ທາງໃຕ້ຂອງເມໂສໂປຕາເມຍ.

  • ຊີນາ ຕໍ່ມາ ໄດ້ກາຍເປັນທີ່ຮູ້ຈັກກັນວ່າ "ເຄນເດຍ" ແລະຕໍ່ມາເປັນ, "ບາບີໂລນ."
  • ຄົນສະໄໝບູຮານອາໄສຢູ່ໃນເມືອງ ບາເບນ ໃນທີ່ຮາບພຽງຂອງຊີນາໄດ້ສ້າງຫໍຄອຍທີ່ສູງເພື່ອໃຫ້ພວກເຂົາມີຊື່ສຽງ.
  • ຄົນລຸ່ນຕໍ່ມາອີກຫລາຍຊົ່ວຄົນ, ບັນພະບູລຸດຂອງຊາວຢິວຄື ອັບຣາຮາມໄດ້ອາໄສຢູ່ທີ່ເມືອງອູເຣໃນແຄ້ວນນີ້ ທີ່ເອີ້ນຕາມເວລານັ້ນວ່າ "ເຄນເດຍ."

ຊີນາຍ, ພູເຂົາຊີນາຍ

ຂໍ້ເທັດຈິງ

ພູເຂົາຊີນາຍເປັນຊື່ຂອງພູເຂົາທີ່ອາດຈະຢູ່ທາງສ່ວນທາງພາກໃຕ້ທີ່ປະຈຸບັນນີ້ເອີ້ນວ່າຄາບທະເລຊີນາຍ. ແລະເປັນທີ່ຮູ້ຈັກກັນໃນຊື່ "ພູເຂົາໂຮເຣບ." ດ້ວຍ

  • ພູເຂົາຊີນາຍເປັນສ່ວນໜຶ່ງຂອງພູເຂົາທະເລຊາຍ, ທີ່ມີຂະໜາດໃຫຍ່.
  • ຊາວອິດສະຣາເອນໄດ້ມາຍັງພູເຂົາຊີນາຍໃນຂະນະທີ່ພວກເຂົາເດິນທາງອອກຈາກເອຢິບເພື່ອໄປຢັງແຜ່ນດິນທີ່ຊົງສັນຍາ.
  • ພຣະເຈົ້າໄດ້ປະທານບັນຍັດສິບປະການເທິງພູເຂົາຊີນາຍ.

ຊີເມອີ

ຂໍ້ເທັດຈິງ

ຊີເມອີເປັນຊື່ຂອງຜູ້ຊາຍຫລາຍຄົນໃນພັນທະສັນຍາເດີມ.

  • ຊີເມອີລູກຊາຍເກຣາ, ເປັນຊາວເບັນຢາມິນຜູ້ປ້ອຍດ່າກະສັດດາວິດແລະແກ່ວງກ້ອນຫີນໃສ່ພຣະອົງໃນຂະນະທີ່ພຣະອົງປົບໜີອອກຈາກນະຄອນເຢຣູຊາເລັມ ຈາການໄລ່ຕາມຂ້າຂອງອັບຊາໂລມລູກຊາຍຂອງພຣະອົງ.
  • ໃນພັນທະສັນຍາເດີມຍັງມີປະໂຣຫິດຊາວເລວີຫລາຍຄົນທີ່ມີຊື່ວ່າ ຊີເມອີ.

ຊີເມໂອນ

ຂໍ້ເທັດຈິງ

ໃນພຣະຄຳພີ, ມີຜູ້ຊາຍຫຼາຍຄົົນທີ່ຊື່ວ່າຊີເມໂອນ.

  • ໃນພັນທະສັນຍາເດີມ, ລູກຊາຍຄົົນທີ່ສອງຂອງຢາໂຄບ (ອິດສະຣາເອນ) ແລະເລອາກໍຊື່ຊີເມໂອນ. ບັນດາເຊື້ອສາຍຂອງທ່ານກາຍມາເປັນໜຶ່ງໃນອິດສະຣາເອນສິບສອງເຜົ່າ.
  • ເຜົ່າຊີເມໂອນໄດ້ຄອບຄອງດິນແດນທີ່ຢູ່ທາງໃຕ້ສຸດໃນແຜ່ນດິນທີ່ຊົງສັນຍາຂອງການາອານ, ເທິງພື້ນທີ່ທີ່ເປັນສ່ວນມໍລະດົກຂອງຢູດາ.
  • ເມື່ອໂຢເຊບແລະມາຣີ ໄດ້ນຳພຣະກຸມມານເຢຊູໄປຢັງພຣະວິຫານໃນນະຄອນເຢຣູຊາເລັມເພື່ອຖວາຍພະອົງໃຫ້ແດ່ພຣະເຈົ້າ, ຊາຍຜູ້ອາວຸໂສທ່ານໜຶ່ງຊື່ຊີເມໂອນໄດ້ສັນລະເສີນພຣະເຈົ້າທີ່ຊົງໃຫ້ທ່ານໄດ້ເຫັນພຣະເມຊີອາ.

ຊີໂມນພັກຊາດນິຍົມ

ຂໍ້ເທັດຈິງ

ຊີໂມນເປັນໜຶ່ງໃນສາວົກຂອງພະເຢຊູ.

  • ຊີໂມນຖືກເວົ້າເຖິງສາມເທື່ອໃນລາຍຊື່ສາວົກຂອງພະເຢຊູຄຣິດ, ແຕ່ມີນ້ອຍຄົນທີ່ຮູ້ກ່ຽວກັບເລື່ອງທ່ານ.
  • ຊີໂມນເປັນໜຶ່ງໃນສິບເອັດຄົົນທີ່ຮ່ວມອະທິຖານໃນນະຄອນເຢຣູຊາເລັມຫລັງຈາກທີ່ພຣະເຢຊູສະເດັດຂຶ້ນຟ້າສູ່ສະຫວັນແລ້ວ.
  • ຄຳວ່າ"ຊາດນິຍົມ"ອາດໝາຍເຖິງວ່າຊີໂມນເປັນສະມາຊິກຂອງ"ພັກຊາດນິຍົມ"ຊຶ່ງເປັນພັກທາງສາສະໜາຂອງຊາວຢິວທີ່ກະຕືລືລົ້ນໃນການສະໜັບສະໜູນກົດໝາຍຂອງໂມເຊໃນຊ່ວງຂະນະທີ່ມີການຕໍ່ຕ້ານຢ່າງຮຸນແຮງໃນລັດຖະບານໂຣມ.
  • ຫລື,ຄຳວ່າ, "ກະຕືລືລົ້ນ"ອາດໝາຍເຖິງ"ຄົນກະຕືລືລົ້ນ,"ທີ່ໝາຍເຖິງຄວາມກະຕືລືລົ້ນໃນຄວາມເຊື່ອທາງສາສນາຂອງຊີໂມນ.

ຊີເຣຍ

ຂໍ້ເທັດຈິງ

ຊີເຣຍ ແມ່ນປະເທດທີ່ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ຂອງອິດສະຣາເອນ. ໃນສະໄໝຂອງພຣະຄຳພີໃໝ່, ມັນແມ່ນແຂວງໜຶ່ງທີ່ຢູ່ພາຍໃຕ້ການປົກຄອງຂອງຈັກກະພັດໂຣມ.

  • ໃນສະໄໝພຣະຄຳພີເດີມ, ຊາວຊີເຣຍແມ່ນກອງທັບທະຫານທີ່ເຂັ້ມແຂງທີ່ເປັນສັດຕູຂອງຊາວອິດສະລາເອນ.
  • ນາຮາມານເປັນຜູ້ບັນຊາການກອງທັບຊີເຣຍຜູ້ທີ່ເປັນພະຍາດຂີ້ທູດເຊິ່ງລາວໄດ້ຮັບການຮັກສາໂດຍຜູ້ປະກາດພຣະທຳເອລີຊາ.
  • ຫຼາຍຄົນທີ່ອາໄສຢູ່ໃນປະເທດຊີເຣຍແມ່ນເຊື້ອສາຍຂອງອາຣາມ, ຜູ້ທີ່ໄດ້ສືບເຊື້ອສາຍມາຈາກເຊມລູກຊາຍຂອງໂນເອ.
  • ເມືອງດາມາເຊເຊິ່ງເປັນເມືອງຫຼວງຂອງປະເທດຊີເຣຍຖືກກ່າວເຖິງຫຼາຍຄັ້ງໃນພຣະຄຳພີ.
  • ໂປໂລໄດ້ໄປເມືອງດາມາເຊດ້ວຍແຜນການທີ່ຈະໄປຂົ່ມເຫັງຊາວຄຣິດສະຕຽນຢູ່ທີ່ນັ້ນ, ແຕ່ພຣະເຢຊູໄດ້ຢຸດຢັ້ງລາວໄວ້.

ຊີລາ, ຊີວານັດ

ຂໍ້ເທັດຈິງ

ຊີລາເປັນຜູ້ນໍາຄົນໜຶ່ງໃນທ່າມກາງກຸ່ມຜູ້ເຊື່ອໃນນະຄອນເຢຣູຊາເລັມ.

  • ຜູ້ປົກຄອງທັງຫລາຍຂອງຄຣິສຕະຈັກໃນນະຄອນເຢຣູຊາເລັມ ໄດ້ແຕ່ງຕັ້ງຊີລາໃຫ້ເດິີນທາງໄປກັບໂປໂລແລະບາຣະນາບາເພື່ອນຳຈົດໝາຍໄປຍັງເມືອງອັນຕີໂອເຂຍ.
  • ຕໍ່ມາຊີລາໄດ້ເດີນທາງຮ່ວມກັບອາຈານໂປໂລໄປຍັງເມືອງຕ່າງໆເພື່ອສອນຜູ້ຄົນໃນເລື່ອງພຣະເຢຊູ.
  • ໂປໂລແລະຊີລາໄດ້ຖືກຂັງຄຸກໃນເມືອງຟີລິບປອຍ ພວກເຂົາໄດ້ສັນລະເສີນພຣະເຈົ້າໃນຂະນະທີ່ພວກເຂົາຕິດຄຸກຢູ່ນັ້ນ ແລະພຣະເຈົ້າໄດ້ຊົງປ່ອຍພວກເຂົາອອກຈາກຄຸກ ທະຫານເຝົ້າຄຸກຈຶ່ງກັບໃຈມາເປັນຄຣິສຕຽນ ເຊິ່ງຜົນມາຈາກຄຳພະຍານຂອງພວກເຂົາ.

ຊີລີເຊຍ

ຂໍ້ເທັດຈິງ

ຊີລີເຊຍເປັນແຄວ້ນນ້ອຍໆຂອງໂຣມັນຕັ້ງຢູ່ທາງພາກໃຕ້ ຊຶ່ງໃນປະຈຸບັນນີ້ເປັນປະເທດຕູຣະກີ. ແຄວ້ນນີ້ຢູ່ຕິດກັບທະເລກີລີເກຍ.

  • ອັກຄະສາວົກໂປໂລເປັນພົນລະເມືອງຂອງເມືອງທາຊັດທີ່

ຕັ້ງຢູ່ໃນແຄວ້ນນຊີລີເຊຍ.

  • ໂປໂລໃຊ້ເວລາຫລາຍປີໃນແຄ້ວນຊີລິເຊຍຫຼັງຈາກທີ່ທ່ານໄດ້ພົບກັບພຣະເຢຊູໃນຖະໜົນທີ່ໄປຍັງເມືອງດາມັສກັດ.
  • ພວກຢິວບາງຄົນຈາກແຄ້ວນຊີລີເຊຍຢູ່ໃນພວກຄົນທີ່ປະເຊີນໜ້າກັບຊະເຕຟາໂນແລະຍຸຍົງໃຫ້ປະຊາຊົນເອົາກ້ອນຫີນແກວ່ງໃສ່ເຂົາຈົນຕາຍ.

ຊີໂລ

ຂໍ້ເທັດຈິງ

ຊີໂລເປັນເມືອງດ່ານໜ້າຂອງການາອານທີ່ຖືກພ່າຍແພ້ໃຫ້ກັບຊາວອິດສະຣາເອນໂດຍການນຳຂອງໂຢຊວຍ.

  • ເມືອງຊີໂລຕັ້ງຢູ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນແລະຕະເວັນອອກຊ່ຽງເໜືອຂອງເມືອງເບັດເອນ.
  • ໃນສະໄໝທີ່ໂຢຊວຍເປັນຜູ້ນຳອິດສະຣາເອນຢູ່ນັ້ນ, ເມືອງຊີໂລເປັນສະຖານທີ່ນັດປະຊຸມຂອງຄົນອິດສະຣາເອນ.
  • ອິດສະຣາເອນສິບສອງເຜົ່າໄດ້ນັດພົບກັນຢູ່ທີ່ເມືອງຊີໂລເພື່ອຟັງໂຢຊວຍກ່າວແກ່ພວກເຂົາວ່າ ສ່ວນໃດຂອງແຜ່ນດິນການາອານທີ່ຈະຖືກມອບໃຫ້ແກ່ພວກເຂົາແຕ່ລະເຜົ່າ.
  • ກ່ອນທີ່ຈະມີການສ້າງພຣະວິຫານຂຶ້ນມາໃນນະຄອນເຢຣູຊາເລັມ, ຊີໂລເປັນສະຖານທີ່ ທີ່ຊາວອິດສະຣາເອນມາຖວາຍເຄື່ອງບູຊາແດ່ພຣະເຈົ້າ.
  • ເມື່ອຊາມູເອນຍັງເປັນເດັກນ້ອຍ ຮັນນາແມ່ຂອງເຂົາໄດ້ພາເຂົາໄປອາໄສຢູ່ທີ່ຊີໂລ ເພື່ອໃຫ້ປະໂຣຫິດເອລີສັ່ງສອນເຂົາໃຫ້ຮັບໃໍຊ້ພຣະເຈົ້າ.

ເຊກາຣິຢາ ຫລື ເຊກາຣິຢາ (ພັນທະສັນຍາເດີມ)

ຂໍ້ເທັດຈິງ

ເຊກາຣິຢາເປັນຜູ້ປະກາດພຣະທຳຜູ້ທີ່ໄດ້ປະກາດພຣະທຳພຣະເຈົ້າໃນສະໄໝຂອງກະສັດດາຣິອຸດທີ່ 1 ຂອງເປເຊຍ ໃນພັນທະສັນຍາເດີມພຣະທຳເຊກາຣິຢາໄດ້ບັນທຶກຖ້ອຍຄຳໃນການປະກາດຂອງລາວໄວ້ ຊຶ່ງທຳໃຫ້ການກັບຈາກການເປັນຊະເລີຍເພື່ອໄປກໍ່ສ້າງພຣະວິຫານຂື້ນໃໝ່ອີກຄັ້ງ.

  • ຜູ້ປະກາດພຣະທຳເຊກາຣິຢາ ມີຊີວິດຢູ່ໃນສະໄໝດຽວກັບເອສະຣາ ເນເຫມີຢາ ເຊຣູບາເບນແລະຮັກກາຍ ເຂົາຖືກເອີ້ນຊື່ໂດຍທາງພຣະເຢຊູໃນຖານະຜູ້ປະກາດພຣະທຳຄົນສຸດທ້າຍທີ່ຖືກຂ້າໃນສະໄໝພັນທະສັນຍາເດີມ ຜູ້ຊາຍອີກຄົນໜຶ່ງທີ່ຊື່ເຊກາຣິຢາ ເປັນຍາມເຝົ້າປະຕູພຣະວິຫານໃນຊ່ວງເວລາຂອງກະສັດດາວິດ.
  • ເຊກາຣິຢາ ເປັນຊື່ຂອງປະໂລຫິດທີ່ຖືກປະຊາຊົນອິດສະຣາເອນເອົາຫີນຂວາງໃສ່ຕາຍເມື່ອລາວໄດ້ຕຳນິພວກເຂົາທີ່ໄປນະມັດສະການຮູບເຄົາລົບ.
  • ກະສັດເຊກາຣິຢາເປັນບຸດຊາຍຂອງເຢໂຣໂບອາມແລະລາວໄດ້ປົກຄອງ​ພາກເໜືອອິດສະ​ຣາເອນພຽງຫົກເດືອນກ່ອນຖືກຂ້າ.

ເຊກາຣີຢາ ຫລື ເຊກາລີຢາ (ພັນທະສັນຍາໃໝ່)

ຂໍ້ເທັດຈິງ

ໃນພັນທະສັນຍາໃໝ່ ເຊກາຣີຢາເປັນປະໂລຫິດຊາວຢິວຜູ້ເປັັນບິດາຂອງໂຢຮັນຜູ້ໃຫ້ບັບຕິດສະມາ.

  • ເຊກາຣິຢາໄດ້ຮັກພຣະເຈົ້າແລະໄດ້ເຊື່ອຟັງພຣະອົງ.
  • ເປັນເວລາຫລາຍປີເຊກາຣິຢາແລະພັນລະຍາຂອງລາວເອລີຊາເບັດ ໄດ້ອະທິຖານຢ່າງຈິງຈັງຂໍໃຫ້ມີບຸດ ແຕ່ກໍຍັງບໍ່ມີເລີຍຈັກຄົນ ເມື່ອພວກເຂົາມີອາຍຸຫລາຍແລ້ວພຣະເຈົ້າກໍໄດ້ຊົງຕອບຄຳອະທິຖານຂອງພວກເຂົາແລະໃຫ້ພວກເຂົາມີບຸດຊາຍໜຶ່ງຄົນ.
  • ເຊກາຣິຢາໄດ້ທຳນວຍວ່າໂຢຮັນບຸດຊາຍຂອງເຂົາຈະເປັນຜູ້ເຜີຍພຣະ ວັດຈະນະ ຜູ້ທີ່ຈະປະກາດແລະຕຽມທາງສຳລັບພຣະເມສີອາ.

ເຊດ

ຂໍ້ເທັດຈິງ

ໃນປື້ມປະຖົມມະການ, ເຊດແມ່ນລູກຊາຍຄົນທີສາມຂອງອາດາມແລະເອວາ.

  • ເອວາເວົ້າວ່າເຊດໄດ້ມອບໃຫ້ນາງແທນທີ່ອາເບນລູກຊາຍຂອງນາງທີ່ຖືກຂ້າໂດຍກາອີນນ້ອງຊາຍຂອງລາວ.

ໂນອາແມ່ນ ໜຶ່ງໃນບັນດາເຊື້ອສາຍຂອງເຊດ, ສະນັ້ນທຸກຄົນທີ່ມີຊີວິດຢູ່ຕັ້ງແຕ່ສະໄໝນໍ້າຖ້ວມກໍ່ແມ່ນເຊື້ອສາຍຂອງເຊດ. ເຊດ ແມ່ນຄອບຄົວຂອງລາວທຳອິດທີ່ໄດ້“ ຮ້ອງຫາພຣະນາມຂອງພຣະຜູ້ເປັນເຈົ້າ.”


ເຊເດກີຢາ ຫລື ເຊຄາຣີຢາ

ຂໍ້ເທັດຈິງ

ເຊເດກີຢາ ລູກຊາຍຂອງໂຢສີ​ຢາ ເປັນກະສັດອົງສຸດທ້າຍຂອງຢູດາ (597-587 ) ກ່ອນຄຣິ​ສຕະຊະສັກຄະຣາດ) ນອກຈາກນີ້ຍັງມີອີກຫຼາຍຄົນທີ່ຊື່ເຊເດກີຢາ ໃນພັນທະສັນຍາເດີມ.

  • ກະສັດເນບູກາດເນັດຊາໄດ້ແຕ່ງຕັ້ງເຊເດກີຢາເປັນກະສັດແຫ່ງຢູດາ ຫລັງຈາກທີ່ໄດ້ຈັບກະສັດເຢໂຮຢາກິມ ແລະ ໄດ້ນຳເຂົ້າໄປຍັງກຸງບາບີໂລນເຊເດກີຢາ ຕໍ່ມາ ໄດ້ລັບຜົນທີ່ຕາມມາ ກະສັດເນບູກັດເນັດຊາໄດ້ຈັບກຸມພວກເຂົາແລະໄດ້ທຳລາຍກຸງເຢຣູຊາເລັມທັງໝົດ.
  • ເຊເດກີຢາ ລູກຊາຍຂອງເຄນາອັນນາ ເປັນຜູ້ປະກາດພຣະທຳປອມໃນສະໃໝຂອງກະສັດອາຮາດແຫ່ງອິດສະຣາເອນ.
  • ຜູ້ຊາຍທີ່ຊື່ ເຊເດກີຢາ ເປັນຄົນໜຶ່ງໃນຈຳພວກນັ້ນທີ່ໄດ້ລົງຊື່ໃນຂໍ້ຕົກລົງກັບອົງພຣະຜູ້ເປັນເຈົ້າໃນສະໃໝຂອງເນເຫມີຢາ.

ເຊນນາຄາເລັດ

ຂໍ້ເທັດຈິງ

ເຊນນາຄາເລັດ ແມ່ນກະສັດແຫ່ງອັດຊີເຣຍທີ່ມີອຳນາດເຊິ່ງໄດ້ເຮັດໃຫ້ ເມຶອງນີນາເວ ກາຍເປັນເມືອງທີ່ອຸດົມສົມບູນແລະສຳຄັນເມຶອງໜຶ່ງ.

  • ກະສັດເຊນນາຄາເລັດ ແມ່ນເປັນທີ່ຮູ້ຈັກໃນສົງຄາມຂອງລາວຕໍ່ຕ້ານບາບີໂລນແລະອານາຈັກຢູດາ.
  • ລາວເປັນກະສັດທີ່ຈອງຫອງຫລາຍແລະລາວໄດ້ເຍາະເຍີ້ຍ ພຣະເຈົ້າຢາເວ.
  • ກະສັດເຊນນາຄາເລັດ ໂຈມຕີກູງເຢຣູຊາເລັມໃນສະໄຫມຂອງກະສັດເອເຊເກຍຢາ
  • ພຣະເຈົ້າຢາເວ ໄດ້ເຮັດໃຫ້ກອງທັບຂອງ ກະສັດເຊນນາຄາເລັດ ຖືກທໍາລາຍ.
  • ໃນພຣະສັນຍາເດີມ ໃນພຣະທຳຂ່າວຄາວບັນທຶກບາງເຫດການຂອງການປົກຄອງຂອງກະສັດເຊນນາຄາເລັດ.

ເຊບາ

ຂໍ້ເທັດຈິງ

ໃນສະໄໜບູຮານ, ເຊບາເປັນອະລິຍະທຳບູຮານຫລືເປັນແຄ້ວນທີ່ຢູ່ບາງແຫ່ງໃນທາງພາກໃຕ້ຂອງອາຣາເບຍ.

  • ແຄ້ວນເຊບາຫລືປະເທດເຊບາອາດຕັ້ງຢູ່ໃກ້ເຊິ່ງປະຈຸບັນເປັນປະເທດເຢເມນຫລືປະເທດເອທີໂອເປຍໃນປະຈຸບັນນີ້.
  • ຄົນທີ່ອາໃສຢູ່ເປັນລູກຫລານຂອງຮາມ.
  • ຣາຊີນີແຫ່ງເຊບາໄດ້ມາຢ້ຽມຢາມກະສັດໂຊໂລໂມນເມື່ຶອພະນາງໄດ້ຍິນເຖິງກິດຕິສັບໃນຄວາມມັ່ງຄັ່ງແລະສະຕິປັນຍາຂອງພຣະອົງ.
  • ມີຜູ້ຊາຍຫລາຍຄົນທີ່ມີຊື່ວ່າ "ເຊບາ" ທີ່ລະບຸລຳດັບວົງຕະກຸນໃນພຣະຄຳພີເດີມ ເປັນໄປໄດ້ວ່າຊື່ຂອງແຄ້ວນເຊບານັ້ນມາຈາກໜຶ່ງໃນຜູ້ຊາຍເຫລົ່ານີ້.
  • ເມືອງເບເອີເຊບາໄດ້ຖືກຕັດໃຫ້ສັ້ນເປັນເມືອງເຊບາຄັ້ງໜຶ່ງໃນພັນພຣະຄຳພີເດີມ.

ເຊບູໂລນ

ຂໍ້ເທັດຈິງ

ເຊບູໂລນເປັນລູກຊາຍຄົນສຸດທ້າຍທີ່ເກີດຈາກຢາໂຄບກັບນາງເລອາແລະເປັນຊື່ຂອງເຜົ່າໜຶ່ງໃນສິບສອງເຜົ່າຂອງອິດສະຣາເອນ.

  • ຊາວອິດສະຣາເອນເຜົ່າເຊບູໂລນໄດ້ຮັບແຜ່ນດີນທາງຝັ່ງຕາວັນຕົກຂອງທະເລຕາຍ.
  • ບາງຄັ້ງຊື່ "ເຊບູໂລນ" ຖືກນຳມາໃຊ້ເພື່ອອ້າງເຖິງດິນແດນທີ່ຊົນເຜົ່າອິດສະຣາເອນນີ້ໄດ້ອາໃສຢູ່.

ເຊເບດາຍ

ຂໍ້ເທັດຈິງ

ເຊເບດາຍ ເປັນຄົນຫາປາຈາກຄາລິເລ ຜູ້ຊຶ່ງເປັນທີ່ຮູ້ຈັກເພາະລູກຊາຍຂອງລາວຄື ຢາໂກໂບແລະໂຢຮັນເປັນສາວົກຂອງພຣະເຢຊູ ພວກເຂົາຖືກລະບຸໄວ້ໃນພັນທະສັນຍາໃຫມ່ຢູ່ເ​ລື້ອຍໆ ໃນຖານະ "ລູກຊາຍຂອງເຊເບດາຍ"

  • ພວກລູກຊາຍຂອງເຊເບດາຍກໍເປັນຊາວຫາປາດ້ວຍເຊັ່ນກັນແລະໄດ້ເຮັດວຽກກັບເຂົາໃນການຈັບປາ.
  • ຢາໂກໂບແລະໂຢຮັນ ໄດ້ລາຈາກການຫາປາຂອງພໍ່ພວກເຂົາ ຄືເຊເບດາຍແລະໄດ້ຈາກໄປຕິດຕາມພຣະເຢຊູ.

ເຊ​ຟານີຢາ

ຂໍ້ເທັດຈິງ

ເຊ​ຟານີຢາ ລູກຊາຍຂອງກູຊີ ເປັນຜູ້ປະກາດພຣະທຳທີ່ໄດ້ອາໃສຢູ່ໃນກຸງເຢຣູຊາເລັມແລະເປັນຜູ້ປະກາດພຣະທຳໃນສະໃໝໂຢສີຢາກະສັດຂອງຢູດາລາວໄດ້ມີຊີວິດຢູ່ໃນສະໃໝດຽວກັນກັບເຢເຣມີຢາ.

  • ເຊ​ຟານິຢາໄດ້ຕຳນິປະຊາຊົນຂອງຢູດາທີ່ໄປນະມັດສະການພະທຽມທັງຫຼາຍການປະກາດພຣະທຳຂອງລາວໄດ້ຖືກບັນທຶກໄວ້ໃນພຣະທຳໂຣມເຊ​ຟານິຢາໃນພັນທະສັນຍາເດີມ.
  • ມີຜູ້ຊາຍອີກຫຼາຍຄົນໃນພັນທະສັນຍາເດີມທີ່ຊື່ເຊ​ຟານິຢາສ່ວນໃຫຍ່ເປັນປະໂລຫິດ.

ເຊມ

ຂໍ້ເທັດຈິງ

ເຊມເປັນລູກຄົນໜຶ່ງໃນລູກຊາຍສາມຄົນຂອງໂນອາທີ່ໄດ້ເຂົ້າໄປຢູ່ໃນເຮຶອກັບໂນອາໃນຂະນະທີ່ນ້ຳຖ້ວມໂລກ ໄດ້ບັນທຶກໄວ້ໃນພຣະທຳປະຖົມມະການ.

  • ເຊມເປັນບັນພະບູລຸດຂອງອັບຣາຮາມແລະເຊື້ອສາຍຂອງເຂົາ.
  • ເຊື້ອສາຍຂອງເຊມເປັນທີ່ຮູ້ຈັກກັນຄື "ເຊມາຍ " ຜູ້ເວົ້າພາສາ "ເສເມຕິກ " ເຊັ່ນວ່າພາສາເຮັບເຣີແລະພາສາອາຫຣັບ.
  • ພຣະຄຳພີບັນທຶກໄວ້ວ່າ ເຊມມີອາຍຸຍືນຍາວເຖິງ 600 ປີ.

ເຊຣຸບບາເບນ

ຂໍ້ເທັດຈິງ

ເຊຣຸບບາເບນ ເປັນຊື່ຂອງອິດສະຣາເອັນສອງຄົນໃນພັນທະສັນຍາເດີມ.

  • ໜຶ່ງໃນສອງຄົນນີ້ເຊື້ອສາຍຂອງເຢໂຮຢາກິມແລະເຊເດກີຢາ.
  • ເຊຣຸບບາເບນອີກຄົນເປັນລູກຊາຍຂອງເຊອັນຕີເອນ (ເຊອັນເທຽ) ເປັນຫົວໜ້າຕະກຸນຢູດາ ໃນຊ່ວງສະໃໝຂອງເອສະລາແລະເນເຫມີຢາເມື່ອໄຊຣັດກະສັດເປີເຊັຽ ໄດ້ປົດປ່ອຍຄົນອິດສະຣາເອນອອກຈາກການເປັນທາດທີ່ກຸງບາບີໂລນ.
  • ເຊຮຸບບາເບນແລະມະຫາປະໂລຫິດໂຢຊ່ວຍໄດ້ຢູ່ໃນໝູ່ຄົນເຫຼົ່ານັ້ນຜູ້ທີ່ຊ່ວຍສ້າງພຣະວິຫານແລະແທ່ນບູຊາຂອງພຣະເຈົ້າ.

ແຊມຊັນ

ຂໍ້ເທັດຈິງ

ແຊມຊັນເປັນຜູ້ໜຶ່ງໃນພວກຜູ້ປົກຄອງຫລືຜູ້ຊ່ວຍເຫຼືອຄົນໜຶ່ງຂອງຊົນຊາດອິດສະຣາເອນເພິ່ນເປັນຄົນເຜົ່າດານ ພຣະເຈົ້າປະທານພະລັງເໜືອມະນຸດໃຫ້ແກ່ແຊມຊັນ ຊຶ່ງເຂົາໄດ້ໃຊ້ໃນການຕໍ່ສູ້ກັບສັດຕູຂອງຊົນຊາດອິດສະຣາເອນຄືຊາວຟີລິດສະຕິນ.

  • ແຊມຊັນໄດ້ຖືກໃຫ້ຢູ່ພາຍໃຕ້ຄຳປະຕິຍານທີ່ຈະບໍ່ຕັດຜົມຂອງລາວແລະບໍ່ດື່ມເຫຼົ້າອະງຸ່ນຫຼືເຄື່ອງດື່ມທີ່ເປັນເຄື່ອງໝັກເຄື່ອງດອງໃດໆເລີຍ ຕາບໃດທີ່ລາວຮັກສາຄຳປະຕິຍານນີ້ ພຣະເຈົ້າກໍຈະປະທານພະລັງໃຫ້ລາວຢ່າງຕໍ່ເນື່ອງ
  • ແຕ່ສຸດທ້າຍແຊມຊັນໄດ້ເຮັດຜິດຕໍ່ຄຳປະຕິຍານແລະຍອມໃຫ້ຜົມຂອງລາວຖືກຕັດ ຊືງເຮັດໃຫ້ຊາວຟິລິດສະຕິນຈັບລາວໄດ້
  • ໃນຂະນະທີ່ແຊມຊັນຖືກກັກຂັງ ພຣະເຈົ້າໄດ້ຊົງກະທຳໃຫ້ແຊມຊັນມີກຳລັງກັບຄືນມາອີກຄັ້ງ ແລະປະທານໂອກາດໃຫ້ລາວທຳລາຍວິຫານຂອງພຣະທຽມດາໂກນພ້ອມກັບຊາວຟິລິດສະຕີນຫຼາຍຄົນ.

ໂຊດົມ

ຂໍ້ເທັດຈິງ

ໂຊດົມເປັນເມືອງທີ່ຢູ່ຕອນໃຕ້ຂອງການາອານ ຊຶ່ງເປັນສະຖານທີ່ຫລານຊາຍຂອງອັບຣາຮາມ ຄື ໂລດອາໄສຢູ່ກັບພັນລະຍາແລະລູກຫຼານຂອງທ່ານ.

  • ແຜ່ນດິນຂອງພື້ນທີ່ອ້ອມເມືອງໂຊດົມເປັນພື້ນທີ່ຊຸ່ມນ້ຳແລະອຸດົມສົມບູນ, ດັ່ງນັ້ນຈຶ່ງນັ້ນເປັນທີ່ທີ່ໂລດໄດ້ເລືອກທີ່ຈະອາໄສຢູ່ໃນຕອນທີ່ຕັ້ງຖິ່ນຖານໃນການາອານ.
  • ສະຖານທີ່ຕັ້ງທີ່ແນ່ນອນຂອງເມືອງນີ້ບໍ່ເປັນທີ່ຮູ້ແຈ້ງ ເພາະວ່າເມືອງໂຊດົມ ແລະ ເມືອງທີ່ຢູ່ໃກ້ເມືອງ

ໂກໂມຣາທັງໝົດຖືກພຣະເຈົ້າຊົງທຳລາຍຢ່າງສິ້ນຊາກ ເພື່ອເປັນການລົງໂທດສິ່ງຊົ່ວຮ້າຍທີ່ປະຊາຊົນໄດ້ກະທຳຢູ່

  • ຄວາມບາບທີ່ຊົ່ວຮ້າຍທີ່ສຸດທີ່ປະຊາຊົນໃນເມືອງໂຊດົມແລະເມືອງໂກໂມຣາກະທຳຢູ່ຄືການຮັກຮ່ວມເພດ.

ໂຊ​ໂລ​ໂມນ

ຂໍ້ເທັດຈິງ

ໂຊໂລໂມນເປັນໜື່ງໃນລຸກຂອງກະສັດດາວິດ ມານດາຂອງພຣະອົງຄືບັດເຊບາ.

  • ເມື່ອໂຊໂລໂມນໄດ້ເປັນກະສັດແລ້ວ, ພຣະເຈົ້າໄດ້ຊົງບອກພຣະອົງວ່າໃຫ້ຂໍຫຍັງກໍໄດ້ທີ່ກະສັດໂຊໂລໂມນຕ້ອງການ. ດັ່ງນັ້ນໂຊໂລໂມນຈຶ່ງທູນຂໍສະຕິປັນຍາທີ່ຈະປົກຄອງປະຊາກອນຂອງພຣະອົງຢ່າງຊື່ກົງແລະດີ. ພຣະເຈົ້າຊົງພໍພຣະໄທຄຳທູນຂໍຂອງກະສັດໂຊໂລໂມນຈຶ່ງປະທານທັງສະຕິປັນຍາແລະຄວາມມັ່ງຄັ່ງ​ຮັ່ງ​ມີໃຫ້ພຣະອົງ.
  • ກະສັດໂຊໂລໂມນມີຊື່ສຽງໃນດ້ານການສ້າງພຣະວິຫານທີ່ສຳຄັນແລະສວຍ​ງາມໄວ້ໃນກຸງເຢຣູຊາເລັມ.
  • ເຖິງແມ່ນວ່າກະສັດໂຊໂລໂມນໄດ້ຊົງປົກຄອງຢ່າງມີສະຕິປັນຍາໃນຊ່ວງຕົ້ນຂອງການປົກຄອງຂອງພຣະອົງ, ແຕ່ຕໍ່ມາພຣະອົງຊົງແຕ່ງງານກັບຍິງຊາວຕ່າງຊາດຢ່າງໂງ່ເງົ່າແລະເລີ່ມນະມັດສະການບັນດາພຣະຂອງຜູ້ຍິງເຫລົ່ານັ້ນ.
  • ເພາະຄວາມບໍ່ຊື່ສັດຂອງກະສັດໂຊໂລໂມນ, ຫລັງການສິ້ນພຣະຊົນຂອງພຣະອົງພຣະເຈົ້າໄດ້ຊົງແບ່ງແຍກຄົນອິດສະຣາເອນເປັນສອງອານາຈັກ ເປັນອິດສະຣາເອນແລະຢູດາ, ທັງສອງອານາຈັກກໍຕໍ່ສູ້ກັນເລື້ອຍ​ມາ.

ໂຊອາ

ຂໍ້ເທັດຈິງ

ໂຊ​ອາ ເປັນເມືອງນ້ອຍໆ ທີ່ໂລດ ໄດ້ຫລົບໜີເມື່ອພຣະເຈົ້າຊົງທຳລາຍເມືອງໂຊໂດມແລະເມືອງໂກໂມຣາ.

  • ຊື່ທີ່ເປັນຄົນຮູ້ຈັກກັນກ່ອນໜ້ານີ້ຄື "ເບລາ" ແຕ່ໄດ້ຖືກຕັ້ງຊື່ໃໝ່ວ່າ

"ໂຊອາ" ເມື່ອໂລດໄດ້ທູນຂໍພຣະເຈົ້າບໍ່ໃຫ້ສະງວນເມືອງ "ນ້ອຍໆ" ນີ້ໄວ້.

  • ໂຊອາ ໄດ້ຄິດກັນວ່າເມືອງນີ້ໄດ້ຕັ້ງຢູ່ເທີງບ່ອນຮາບ​ພຽງຂອງແມ່ນໍ້າຈໍແດນຫລືທາງຕອນໃຕ້ສຸດຂອງທະເລຕາຍ.

ໄຊປຣັດ

ຂໍ້ເທັດຈິງ

ໄຊປຣັດເປັນເກາະທີ່ຢູ່ໃນທະເລເມດິເຕຣານເນຊຶ່ງຢູ່ຫ່າງຈາກປະເທດຕູຣະກີ (ປະຈຸບັນ) ປະມານ 64 ກິໂລແມັດ.

  • ບານາຣາບາມາຈາກ ໄຊປຣັດ ດັ່ງນັ້ນໜ້າຈະເປັນໄປໄດ້ທີ່

ລູກພີ່ລູກນ້ອງຂອງເຂົາ ຄືໂຢຮັນ ມາຣາໂກ ກໍມາຈາກທີ່ນັ້ນດ້ວຍ.

  • ໂປໂລແລະບານາຣາບາ ໄດ້ເທດສະໜາປະກາດຮ່ວມກັນເທິງ

ເກາະໄຊປຣັດ ໃນຕອນແຣກ ຂອງການເດີນທາງເຜີຍແຜ່ຄຣິສຕະສາດສະໜາຄັ້ງທຳອິດ ໂຢຮັນ ມາຣາໂກກໍມາຊ່ວຍງານພວກເຂົາໃນການເດີນທາງຄັ້ງນັ້ນ.

  • ພາຍຫຼັງ ບາຣານາບາແລະມາຣາໂກ ໄດ້ໄປຢ້ຽມໄຊປຣັດອີກຄັ້ງໜຶ່ງ .
  • ໃນພັນທະສັນຍາເດີມ ເກາະໄຊປຣັດໄດ້ຮັບການກ່າວເຖິງ

ວ່າເປັນແຫ່ຼງທີ່ອຸດົມໄປດ້ວຍຕົ້ນສົນສາມໃບ.


ໄຊຣັສ

ຂໍ້ເທັດຈິງ

ໄຊຣັສ ເປັນກະສັດເປີເຊຍທີ່ກໍ່ຕັ້ງຈັກກະພັດເປີເຊຍຂຶ້ນໃນປີ 550, ກ່ອນຄຣິສຕະສັກກະຣາດ. ດ້ວຍການຊະນະສົງຄາມ ໃນປະຫວັດສາດພຣະອົງເປັນທີ່ຮູ້ຈັກໃນຖານະໄຊຣັສມະຫາຣາຊ

  • ກະສັດໄຊຣັສຢຶດເມືອງບາບີໂລນ ຊຶ່ງນຳໄປສູ່ການປົດປ່ອຍ

ອິດສະຣາເອນທີ່ຖືກຈັບໄປເປັນຊະເລີຍຢູ່ທີ່ນັ້ນ.

  • ກະສັດໄຊຣັສເປັນທ່ີ່ຮູ້ຈັກໃນເລື່ອງທັດສະນະຄະຕິທີ່ອົດທົນ

ໜັກແໜ້ນຕໍ່ປະຊາຊົນໃນປະເທດຕ່າງໆ ທີ່ລົບຊະນະ. ຄວາມ ເມດຕາຂອງພຣະອົງຕໍ່ຄົນຢິວນຳໄປສູ່ການສ້າງວິຫານໃນເຢຣູຊາເລັມຂຶ້ນໃໝ່ພາຍຫຼັງການຕົກເປັນຊະເລີຍ.

  • ໄຊຣັສໄດ້ຄອງຣາດຊະສົມບັດໃນຊ່ວງເວລາ ທີ່ ດານິເອນ

ເອສຣາ ແລະເນເຫມີຢາມີຊີວິດຢູ່.


ໄຊຣິນ

ຂໍ້ເທັດຈິງ

ໄຊຣິນເປັນເມືອງກຣີກຢູ່ທາງຊາຍຝັ່ງຕອນເຫນືອຂອງທະ ວີບອາຟຣິກກາ ເໜືອທະເລເມດີເຕຣານເນ ທາງໃຕ້ຂອງເກາະກຣິກ.

  • ໃນພັນທະສັນຍາໄໝ່ ທັງຄົນຢິວແລະພວກຄຣິສະຕຽນໄດ້ອາສັຍຢູ່ໃນໄຊຣິນ.
  • ໄຊຣິອາດຈະເປັນທີ່ຮູ້ຈັກກັນແຜ່ຫຼາຍທີ່ສຸດໃນພຣະຄຳພີ ວ່າເປັນເມືອງ ບ້ານເກີດຂອງຊາຍຄົນໜຶ່ງທີ່ຊື່ ຊີໂມນຊຶ່ງເປັນຜູ້ທີ່ໄດ້ແບກໄມ້ກາງແຂນຂອງພຣະເຢຊູ.

ດານ

ຂໍ້ເທັດຈິງ

​ດານ​ ເປັນ ​ບຸ​ດ​ຊາຍ​ຄົນ​ທີ່​ຫ້າ ຂອງຢາ​ໂຄບ ​ແລະ​ເປັນ​ນຶ່ງ​ໃນ​ສິບ​ສອ​ງ​ເຜົ່າ​ ຂອງ​ຄົນ​ອິ​ສ​ຣາ​ເອັນ ເຂດ​ປົກ​ຄອງ​ຕັ້ງ​ຖິ່ນ​ຖານ​ຂອງ​ຊົນ​ເຜົ່າ​ດານ​ ຢູ່​ທາງ​ພາກ​ເໜືອ​ຂອງ​ຄາ​ນາ​ອານ ທັ້ງ​ຍັງ​ໄດ້​ຮັບ​ຊື່ນີ້​ດ້ວ

  • ໃນ​ສ​ມັຍ​ຂອງ​ອັບ​ຣາ​ຮາມ ,​ມີ​ເມືອງ​ນຶ່ງ​ຊື່​ດານ​ຕັ້ງ​ຢູ່​ທາງ​ຕາ​ວັນ​ຕົກ​ຂອງ ​ກຸງ​ເຢ​ຣູ​ຊາ​ເລັມ.
  • ຫລາຍ​ປີ ,​ຕໍ່​ມາ​ໃນ​ຊ່ວງ​ເວ​ລາ ​ທີ່​ຊົນ​ຊາດ​ອິ​ສະ​ຣາ​ເອນ​ເຂົ້າ​ສູ່​ດີນ​ແດນ​ທີ່​ພ​ຣະ​ເຈົ້າ​ຊົງ​ສັນ​ຍາ​ໄວ້ ຍັງ​ມີ​ອີກ​ເມືອງ​ນຶ່ງ​ຊື່​ດານ​ຕັ້ງ​ຢູ່​ຫ່າງ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄປ​ທາງ​ເໜືອ​ປະ​ມານ 60 ໄມ​ລ໌.

' ຄຳ​ວ"ຄົນ​ດານ"ກ່າວ​ເຖີງ​ເຊື້ອ​ສາຍ​ຂອງ​ດານ ຜູ້​ຊຶ່ງ​ເປັນ​ພວມ​ສະມາ​ຊິກ​ຂອງ​ຕະ​ກຸນ​ຂອງ​ເຂົາ​ດ້ວຍ.


ດາ​ນີ​ເອນ

ຂໍ້ເທັດຈິງ

​ດາ​ນິ​ເອນ ​ເປັນ​ ຊາວ​ອິ​ສະ​ຣາ​ເອນ​ ຜູ້​ປະກາດພຣະທັມ ​ທີ່​ເປັນ​ຊາຍ​ໜຸ່ມ ​ຖຶກ​ນຳ​ໄປ ​ເປັນ​ສະ​ເລີຍ​ໂດຍ​ເນ​ບູ​ກາດເນ​ັດ​ຊາ ກະ​ສັດ​ບາລີໂລນ​ເມື່ອ​ປະ​ມານ 600 ປີ​ກ່ອນ​ກ່ອນ​ຄ​ຣິ​ສະ​ຕະສັກ​ຣາດ.

  • ນີ້ ​ເປັນ​ຊ່ວງ​ເວ​ລາ ​ທີ່​ຄົນ​ອິ​ສະ​ຣາ​ເອນ ​ຫລາຍ​ຄົນ​ຈາກ​ຢູ​ດາ​ໄດ້​ຖຶກ​ນຳ​ໄປ​ເປັນ​ສະ​ເລີຍ ​ຢູ່​ໃນ​ບາ​ບີ​ໂລນ​ເປັນ​ເວ​ລາ 70 ປີ.
  • ດາ​ນິ​ເອນ​ໄດ້​ຮັບ​ຊື່​ເປັນ​ພາ​ສາ​ບາ​ບີ​ໂລນ ​ວ່າ​ເບັນ​ເຕ​ຊັດ​ຊາ​
  • ດາ​ນິ​ເອນ ​ເປັນ​ຄົນ​ໜຸ່ມ ​ທີ່​ໜ້າ​ຍົກ​ຍ້ອງ​ແລະ​ຊອບ​ທັມ ​ເປັນ​ຜູ້​ທີ່​ເຊື່ອ​ຟັງ ພ​ຣະ​ເຈົ້າ.
  • ພ​ຣະ​ເຈົ້າ ​ໄດ້​ຊ່ວຍ​ເຫລືອ​ ໃຫ້ດາ​ນິ​ເອນແປ​ຄວາມ​ຝັນ ​ຫລື​ນິ​ມິດ​ຫລາຍຢ່າງ​ສຳ​ຫລັບ​ ກະ​ສັດ​ບາ​ບີ​ໂລນ.
  • ເພາະ ​ຄວາມ​ສາ​ມາດນີ້ ​ແລະ​ລັກ​ສະ​ນະ​ນິ​ສັຍ​ທີ່​ໜ້າ​ຍົກ​ຍ້ອງ​ສັນ​ຣະ​ເສີນ​ຂອງ​ເຂົາ ,ດາ​ນິ​ເອນ​ຈຶ່ງ​ໄດ້​ຮັບ​ຕຳ​ແໜ່ງ ​ຜູ້​ນຳ​ລະດັບ​ສູງ​ໃນ​ອາ​ນາ​ຈັກ​ບາ​ບີ​ໂລນ.
  • ຫລາຍ ​ປີ ​ຕໍ່​ມາ ,​ສັ​ຕ​ຕູ​ຂອງ ​ດາ​ນິ​ເອນ ​ໄດ້​ໃຊ້​ກົນ​ອຸ​ບາຍ​ເຮັດ​ໃຫ້​ດາ​ຣິ​ອັດ ກະ​ສັດ​ ບາ​ບີ​ໂລນ ​ອອກ​ກົດ​​ໝາຍ ​ຫ້າ​ມບໍ່ໃຫ້ມີ​ການນະ​ມັ​ສະ​ການ ​ຜູ້​ໃດ ​ຍົກ​ເວັນ​ແຕ່​ກະ​ສັດ ດາ​ນິ​ເອນ​ຍັງ​ຄົງ ​ອະ​ທິ​ຖານ​ຕໍ່​ພ​ຣະ​ເຈົ້າ, ​ຢ່າງ​ຕໍ່​ເນື່ອງ ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຖຶກ​ຈັບ ​ແລະ​ຖຶກ​ໂຍນ​ເຂົ້າ​ໄປ​ໃນ​ຖ້ຳ​ສິງ​ໂຕ. ແຕ່​ພ​ຣະ​ເຈົ້າ,ໄດ້​ຊົງ​ຊ່ວຍ​ປົກ​ປ້ອງ ​ລາວ​ແລະ​ລາວ​ບໍ່ໄດ້​ຮັບອັນ​ຕ​ລາຍ​ໄດໆ​ເລີຍ.

ດາມັສກັດ

ຂໍ້ເທັດຈິງ

ດາມັສກັດ ເປັນ ເມືອງຫລວງ ຂອງ ປະເທດຊີເຣັຍ. ທີ່ຍັງຄົງຕັ້ງຢູ່ໃນສະຖານ ທີ່ດຽວ ກັບ ທີ່ເຄີຍມີຢູ່ໃນ ພຣະຄັມພີກ

  • ດາມັສກັດ ເປັນ ເມືອງທີ່ເກົ່າແກ່ ທີ່ສູດເມືອງນຶ່ງໃນໂລກ ທີ່ຍັງມີຜູ້ຄົນອາສັຍຢູ່ຢ່າງຕໍ່ເນື່ອງ.
  • ໃນຊ່ວງ ເວລາ ຂອງ ອັບຣາຮາມ ດາມັສກັດເປັນເມືອງຫລວງ ຂອງອານາ ຈັກອາຣັມ ( ຄືທີ່ຕັ້ງຊີເຣັຍ ໃນປັຈຸບັນ).
  • ຕລອດຊ່ອງ ຂອງພັນທະສັນເດີມ ມີການອ້າງຫລາຍຄັ້ງເຖີງການມີຄວາມສຳພັນ ລະຫວ່າງ ລະຫວ່າງຊາວ ດາມັສກັດ ກັບຊາວອິສຣເອັນ.
  • ຫລາຍຄຳ ທຳນວາຍ ໃນພຣະຄັມພີທຳນວາຍ ເຖີງການທຳລາຍເມືອງດາມັສກັັັັັັັັັດ. ຄຳທຳນວາຍເຫົ່ລານີ້ ໄດ້ເກີດຂື້ນຈິງ ເມື່ອ ອັດຊີເຣັຍທຳລາຍ ເມືອງນີ້ອີກ ໃນອານາຄົດ ຈົນເມືອງນີ້ຖືກທຳລາຍຈົນໝົດສີ້ນ.
  • ໃນພັນທະສັນຍາໃໜ່,ໂຊໂລຄົນເປັນຟາຣີຊາຍ(ພາຍຫັລງເປັນທີ່ຮູ້ຈັກໃນນາມຂອງໂປໂລ) ກຳລັງຈະໄປຈັບກຸມພວກຄຣີສະຕຽນໃນເມືອງດາມັສກັດ ຂະນະເມື່ອ ພຣະເຢຊູ ໄດ້ປະເຊີນໜ້າກັບເຂົາແລະເຮັດໃຫ້ເຂົາກາຍເປັນຄົນເຊື່ອຄົນນຶ່ງ.

​ດາ​ຣິ​ອັດ

ຂໍ້ເທັດຈິງ

​ດາ​ຣິ​ອັດ​ ເປັນ​ ຊື່​ຂອງ​ກະ​ສັດ​ຫລາຍ​ອົງ ​ຂອງ​ເປີ​ເຊັຍ ເປັນ​ໄປ​ໄດ້​ວ່າ" ດາ​ຣິ​ອັດ"ໜ້າ​ຈະ​ເປັນ​ຕຳ​ແໜ່ງ ແທນ​ທີ່​ຈະ​ເປັນ​ຊື່ '* "ດາ​ຣິ​ອັດ​ເປັນຄົນ​ມີ​ເດັຍ" ເປັນ​ກະ​ສັດ​ທີ່​ຖຶກ​ຫລອກ ​ໃນ​ການ​ໃຫ້​ໂຍນ ​ຜູ້​ປະກາດພຣະທັມ ດາ​ນິ​ເອນ ​ເຂົ້າ​ໄປ​ໃນ​ຖ້ຳ​ສິງ​ໂຕ ​ເພື່ອ​ເປັນ​ລົງ​ໂທດ​ ທີ່​ນະ​ມັ​ສະ​ການ​ພ​ຣະ​ເຈົ້າ.

  • "ດາຣີອັດ ໄດ້​ຊ່ວຍ​ອຳ​ນວຍ​ ຄວາມ​ສະ​ດວກ ​ໃນ​ການ​ສ້ອມ​ແຊມ​ພ​ຣະ​ວິ​ຫານ ​ໃນ​ກຸງ​ເຢ​ຣູ​ຊາ​ເລມ ​ໃນ​ຊ່ວງ​ເວ​ລາ​ຂອງ​ເອ​​ຊາ​ຣາ​ແລະ​ເນ​ເຫມີ​ຢາ.

ດາ​ວິດ

ຂໍ້ເທັດຈິງ

​ດາ​ວິດ ​ເປັນ​ກະ​ສັດ​ ອົງ​ທີ່​ສອງ ​ຂອງ​ອິ​ສະ​ຣາ​ເອນ ພ​ຣະ​ອົງ​ຊົງ​ຮັກ.​​ແລະ ປະ​ຕິ​ບັດ​ພ​ຣະ​ເຈົ້າ ​ພ​ຣະ​ອົງ​ເປັນ​ນັກ​ຂຽນ ຫລັກ​​ພ​ຣະ​ທັມ​​ເພງ​ສັນ​ລະ​ເສີນ.

  • ເມື່ອ ​ດາ​ວິດ ​ຍັງ ​ເປັນ​ເດັກ​ນ້ອຍ ໄດ້​​ດູ​ແລ ​ແກະ​ຂອງ​ຄອບ​ຄົວ​ລາວ, ພ​​​ຣະ​ເຈົ້າ​ຊົງ​ເລືອກ​ລາວ​ ໃຫ້​ເປັນ​ກະ​ສັດ​ຄົນ​ຕໍ່​ໄປ​ ຂອງ​ອິ​ສະ​ຣາ​ເອນ.
  • ດາ​ວິດ ​ໄດ້​ກາຍ​ເປັນ ​ນັກ​ລົບ ​ຜູ້​ຍິ່ງ​ໃຫ່​ຍ ​ແລະ ​ນຳ​ກອງ​ທັບ​ ອິ​ສະ​ຣາ​ເອນ ​ເຂົ້າ​ສູ່​ສົງ​ຄາມ ​ກັບ​ສັດ​ຕູ​ຂອງ.​ພວກ​ເຂົາ ໄຊ​ຊະ​ນະ​ຂອງ​ພະ​ອົງ ​ເຫນືອ ​ໂກ​ລິ​ອາດ ຄົນຟີ​ລີ​ສ​​ຕີນ ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ.
  • ກະ​ສັດ ​ຊາ​ອູນ ​ໄດ້​ຊົງ​ພະ​ຍາ​ຍາມ ​ທີ່​ຈະ​ຂ້າ​ດາ​ວິດ ແຕ່​ພ​ຣະ​ອົງ​ໄດ້​ຊົງ​ກັບ​ໃຈ​ແລະ​ແລະ​ພ​ຣະ​ເຈົ້າ​ໄດ້​ຊົງ​ອະ​ພັຍ​ໂທດ​ໃຫ້​ພ​ຣະ​ອົງ.
  • ດາ​ວິດ ​ໄດ້​ຊົງ​ທຳ​ບາບ ​ຢ່າງໃຫຍ່​ຫລວງ, ​ແຕ່​ພ​ຣະ​ອົງ ​ໄດ້​ຊົງ​ກັບ​ໃຈ ​ແລະ ​ພ​ຣະ​ເຈົ້າ​ໄດ້​ຊົງ ​ອະ​ພັຍ​ໂທດ​ໃຫ້​ພ​ຣະ​ອົງ.
  • ພ​ຣະ​ເຢ​ຊູ ພ​ຣະ​ເມ​ສີ​ອາ ໄດ້​ຊົງ​ຖຶກ​ເອີ້ນ​ວ່າ " ລູກຂອງ​ດາ​ວິດ" ເພາະ​ວ່າ ​ພ​ຣະ​ອົງ​ຊົງ​ເປັນ ​ເຊື້ອ​ສາຍ ຂອງ​ກະ​ສັກ​ດາ​ວິດ.

ເດລີລາ

ຂໍ້ເທັດຈິງ

ເດລີລາ ເປັນຍິງ ຊາວຟີລິດສະຕິນ ຜູ້ຊຶ່ງແຊມຊັ່ນຮັກ ແຕ່ ນາງ ບໍ່ເມັຍຂອງເຂົາ.

  • ເດລີລາ ໄດ້ຮັກເິງນຫລາຍ ກົ່ວທີ່ນາງຮັກແຊມຊັ່ນ .
  • ຄົນຟີລິດສະຕິນ ໄດ້ຕິດສິນບົນ ເດລີລາ ເພື່ອຫລອກໃຫ້ແຊມຊັ່ນບອກນາງ ເຖີງວິທີທີ່ຈະເຮັດໃຫ້ເຂົາ ອອ່ນແອລົງໄດ້ ແລະ ເມື່ອພາລະກຳລັງ ຂອງເຂົາ ຫມົດໄປແລ້ວ ຄົນ ຟີລິດສະຕິນ ກໍໄດ້ຈັບກຸມເຂົາ.

ຕະກູນຂອງດາວິດ

ຂໍ້ເທັດຈິງ

ສຳນວນ "ຕະກູນຂອງດາວິດ" ອ້າງເຖິງຄອບຄົວຫລືລູກຫລານຂອງກະສັດດາວິດ.

  • ຄຳນີ້ສາມາດແປໄດ້ວ່າ, "ລູກຫລານຂອງດາວິດ" ຫລື "ຄອບຄົວຂອງດາວິດ" ຫລື "ເຜົ່າພັນຂອງກະສັດດາວິດ."
  • ເນື່ອງຈາກພຣະເຢຊູຊົງສືບເຊື້ອສາຍມາຈາກດາວິດ, ພຣະອົງຈຶ່ງຊົງເປັນສ່ວນໜຶ່ງຂອງ "ຕະກູນຂອງດາວິດ."
  • ບາງເທື່ອ "ຕະກູນຂອງດາວິດ" ຫລື "ຄົວເຮືອນຂອງດາວິດ" ອ້າງເຖິງຄົນໃນຄອບຄົວຂອງດາວິດທີ່ຍັງຄົງມີຊີວິດຢູ່.
  • ໃນເວລາອື່ນໆ ຄໍານີ້ຈະມີຄວາມໝາຍໂດຍທົ່ວໄປແລະໝາຍເຖິງເຊື້ອສາຍທັງໝົດຂອງເຂົາ ລວມເຖິງຄົນເຫລົ່ານັ້ນທີ່ເສຍຊີວິດໄປແລ້ວ.

ຕິຣະຊາ

ຂໍ້ເທັດຈິງ

ຕິຣະຊາ ເປັນເມືອງຂອງຊາວການາອານທີ່ສຳຄັນເມືອງໜຶ່ງທີ່ອິດສະຣາເອນມີໄຊຊະນະເໜືອເມືອງນີ້. ໄດ້ຊື່ມາຈາກບຸດສາວຂອງກິເລອາດ, ເຊື້ອສາຍຂອງມານາເຊ.

  • ເມືອງຕິຣະຊາ ຕັ້ງຢູ່ໃນຂົງເຂດທີ່ຄອບຄອງໂດຍເຜົ່າມານາເຊ. ຄິດກັນວ່າເມືອງນີ້ມັນຢູ່ຫ່າງ 10 ໄມໄປທາງເຫນືອຂອງເມືອງເຊເຄມ.
  • ຫລາຍປີຕໍ່ມາ, ຕິຣະຊາໄດ້ກາຍເປັນເມືອງຫລວງຊົ່ວຄາວຂອງອານາຈັກອິດສະຣາເອນທາງເຫນືອ, ສະໄໝການປົກຄອງຂອງກະສັດສີ່ພຣະອົງຂອງອິດສະຣາເອນ.
  • ຕິຣະຊາ ຍັງເປັນຊືື່ຂອງຫລານສາວຄົນກົກຂອງມານາເຊຄົນໜຶ່ງທີ່ຂໍແບ່ງສ່ວນຫນຶ່ງຂອງແຜ່ນດິນ, ເນື່ອງຈາກພວກເຂົາບໍ່ມີພີ່ນ້ອງທີ່ເປັນຜູ້ຊາຍທີ່ຈະໄດ້ຮັບມໍລະດົກຕາມປະເພນີ.

ຕີຂີໂກ

ຂໍ້ເທັດຈິງ

ຕີຂີໂກ ເປັນຄົນໜຶ່ງໃນເພື່ອນຜູ້ຮັບໃຊ້ຂ່າວປະເສີດຂອງໂປໂລ.

  • ຕີຂີໂກ ຮ່ວມກັບໂປໂລຢ່າງນ້ອຍໜຶ່ງເທື່ອໃນການເດິນທາງໄປປະກາດເຜີຍແຜ່ຂອງເພິ່ນໄປທີ່ເອເຊຍ.
  • ໂປໂລໄດ້ອະທິບາຍເຖິງຕີຂີໂກ ວ່າ "ຜູ້ທີ່ເປັນທີ່ຮັກ" ແລະ "ຜູ້ທີ່ຊື່ສັດ."
  • ຕີຂີໂກ ໄດ້ນຳຈົດຫມາຍຂອງໂປໂລໄປຫາເມືອງເອເຟໂຊແລະເມືອງ ໂກໂລຊາຍ.

ຕີໂຕ

ຂໍ້ເທັດຈິງ

ຕີໂຕເປັນເປັນຊາວຕ່າງຊາດທີ່ໄດ້ກາຍເປັນຜູ້ເຊື່ອໂດຍທາງພັນທະກິດຂອງອັກຄະສາວົກໂປໂລ.ທ່ານໄດ້ຮັບການຝຶກຝົນຈາກອັກຄະສາວົກໂປໂລໃຫ້ເປັນຜູ້ນຳໃນຄຣິດສະຈັກຍຸກທໍາອິດ.

  • ຈົດຫມາຍສະບັບໜຶ່ງຂອງໂປໂລທີ່ຂຽນເຖິງຕີໂຕເປັນພຣະທຳເຫລັ້ມໜຶ່ງໃນພຣະຄຳພີໃໝ່.
  • ໃນຈົດໝາຍສະບັບນີ້ໂປໂລໄດ້ສອນຕີໂຕໃຫ້ເປັນຜູ້ແຕ່ງຕັ້ງຜູ້ປົກຄອງຄຣິດສະຈັກຕ່າງໆ ເທິງເກາະກະເຣເຕ.
  • ໃນຈົດຫມາຍສະບັບອື່ນໆ ໂປໂລໄດ້ກ່າວເຖິງຕີໂຕວ່າເປັນບາງຄົົນທີ່ສົ່ງເສີມແລະນຳຄວາມຍິນດີມາໃຫ້.

ຕີໂມທຽວ

ຂໍ້ເທັດຈິງ

ຕີໂມທຽວເປັນຊາຍໜຸ່ມຈາກເມືອງລີສະຕຣາທີ່ໄດ້ກາຍເປັນຜູ້ເຊື່ອໃນພຣະຄຣິດອັນເປັນຜົນມາຈາກການພັນທະກິດຂອງໂປໂລໃນເມືອງຂອງລາວ. ຫລັງຈາກນັ້ນລາວໄດ້ເຂົ້າຮ່ວມກັບໂປໂລໃນການເດີນທາງຮ່ວມພັນທະກິດຫລາຍເທື່ອແລະຊ່ວຍລ້ຽງດູຫລາຍຊຸມຊົນຂອງຜູ້ເຊື່ອໃໝ່.

  • ພໍ່ຂອງຕີໂມທຽວເປັນຊາວກຣີກ, ແຕ່ແມ່ເຖົ້າທັງສອງຄື ລູອິດແລະແມ່ຢູນິຊຂອງລາວເປັນຊາວຢິວແລະເປັນຜູ້ທີ່ເຊື່ອໃນພຣະຄຣິດ.
  • ຜູ້ອາວຸໂສທັງຫລາຍແລະໂປໂລໄດ້ແຕ່ງຕັ້ງຕີໂມທຽວຢ່າງເປັນທາງການໃຫ້ໂດຍການວາງມືລົງເທິງລາວແລະອະທິຖານເພື່ອລາວ.
  • ຫນັງສືສອງເຫລັ້ມໃນພຣະຄຳພີໃໝ່ (1 ຕີໂມທຽວແລະ 2 ຕີໂມທຽວ) ເປັນຈົດຫມາຍທີ່ຂຽນຂຶ້ນໂດຍໂປໂລໃຫ້ຄຳແນະນຳແກ່ຕີໂມທຽວໃນຖານະຜູ້ນຳທີ່ໜຸ່ມແໜ້ນຂອງຄຣິດສະຈັກທ້ອງຖິ່ນຫລາຍແຫ່ງ.

ຕູບານ

ຂໍ້ເທັດຈິງ

ມີຜູ້ຊາຍຫລາຍຄົນໃນພຣະຄຳພີເດີມທີ່ມີຊື່ວ່າ "ຕູບານ"

  • ຜູ້ຊາຍທີ່ຊື່ວ່າຕູບານຄົນໜຶ່ງເປັນບຸດຊາຍຂອງຢາເຟດ.
  • ຜູ້ຊາຍທີ່ຊື່ວ່າ "ຕູບານ-ກາອິນ" ເປັນບຸດຊາຍຂອງລາເມັກ ແລະເປັນຜູ້ສືບເຊື້ອສາຍຂອງກາອິນ.
  • ຕູບານເປັນຊື່ຂອງປະຊາຊົນກຸ່ມໜຶ່ງທີ່ໄດ້ຮັບການກ່າວເຖິງໂດຍຜູ້ປະກາດພຣະທຳເອຊາຢາແລະເອເຊກຽນ.

ທະເລ, ທະເລໃຫຍ່, ທະເລຕາເວັນຕົກ, ທະເລເມດີແຕຣາເນ

ຂໍ້ເທັດຈິງ

ໃນພຣະຄັມພີ, "ທະເລໃຫຍ່" ຫລື "ທະເລຕາເວັນຕົກ" ແມ່ນບົ່ງບອກເຖິງການເອີ້ນ "ທະເລເມດີແຕຣາເນ," ເຊິ່ງໃນພຣະຄຳພີເດີມ ທຸກຄົນຮູ້ດີວ່າມັນເປັນສິ່ງທີ່ຍິ່ງໃຫຍ່ຫລາຍ.

  • ທະເລເມດີແຕຣາເນ ຖືກອ້ອມຮອບໂດຍ ອິດສະຣາເອນ (ທິດຕາເວັນອອກ), ຢູໂຣບ (ທິດເໜືອແລະທິດຕາເວັນຕົກ), ແລະອາຟຣິກກາ (ທິດໃຕ້).
  • ໃນສະໄໝບູຮານ ທະເລນີ້ມີຄວາມສຳຄັນຫລາຍ ສຳລັບການຄ້າຂາຍແລະການເດີນທາງ ເພາະມີຫລາຍປະເທດຢູ່ອ້ອມຮອບ. ເມືອງຕ່າງໆ ແລະປະຊາຊົນຫລາຍກຸ່ມ ທີ່ອາໃສຢູ່ຕາມແຄມຝັ່ງທະເລນີ້ ຈະມີຄວາມຈະເລີນຮຸ່ງເຮືອງ ເພາະວ່າ ມັນງ່າຍໃນການຂົນສົ່ງສິນຄ້າຈາກປະເທດຕ່າງໆ ໂດຍທາງເຮືອ.
  • ເນື່ອງຈາກວ່າທະເລໃຫຍ່ນີ້ ຕັ້ງຢູ່ທາງທິດຕາເວັນຕົກຂອງອິດສະຣາເອນ, ດັ່ງນັ້ນ ບາງເທື່ອຈິ່ງຖືກກ່າວເຖິງວ່າເປັນ "ທະເລຕາເວັນຕົກ."

ທະເລເກືອ ທະເລຕາຍ

ຂໍ້ເທັດຈິງ

ທະເລເກືອ(ເອີ້ນອີກຊື່ນຶ່ງວ່າທະເລຕາຍ)ຕັ້ງຢູ່ລະຫວ່າງອິດສະຣາເອນຕອນໃຕ້ທາງທິດຕາເວັນຕົກແລະໂມອາບທາງທິດຕາເວັນອອກ.

  • ແມ່ນ້ຳຈໍແດນໄຫລລົງທາງໃຕ້ສູ່ທະເລເກືອ.
  • ເນື່ອງຈາກມັນມີຂະໜາດນ້ອຍກວ່າທະເລສ່ວນຫລາຍ ຈຶ່ງສາມາດເອີ້ນວ່າ ”ທະເລເກືອ”.
  • ທະເລນີ້ມີຄວາມເຂັ້ມຂົ້ນຂອງແຮ່ທາດຕ່າງໆ ສູງ(ຫຼື ”ເກືອຕ່າງໆ”)ຊື່ງໝາຍຄວາມວ່າບໍ່ມີສິ່ງທີ່ມີຊີວິດຢູ່ໃນນ້ຳນີ້ໄດ້ ເປັນທີ່ມາຂອງຊື່ ”ທະເລຕາຍ”
  • ໃນພຣະສັນຍາເດີມ ທະເລນີ້ຍັງຖືກເອີ້ນວ່າ ”ທະເລອາຣາບາ” ແລະ ”ທະເລຂອງເນເກບ” ເພາະສະຖານທີ່ຕັ້ງຢູ່ໃກ້ກັບອາຣາບາແລະເນເກບ.

ທະເລຄາລິເລ, ທະເລຊີນເນເລຣ , ທະເລສາບຂອງເຍັນເນຊາເລັດ, ທະເລຂອງທີເບເລຍ

ຂໍ້ເທັດຈິງ

"ທະເລຄາລິເລ" ແມ່ນຊື່ຂອງທະເລສາບໃນພາກຕາເວັນອອກຂອງອິດສະຣາເອນ. ໃນພຣະຄຳພີເດີມມັນໄດ້ຖືກເອີ້ນວ່າ "ທະເລຂອງ ຊີນເນເລຣ."

  • ນ້ ຳຂອງທະເລສາບນີ້ໄຫລໄປທາງໃຕ້ຜ່ານແມ່ນ້ ຳຈໍແດນລົງໄປຫາທະເລເກືອ.
  • ເມືອງກາເປນາອູມ, ເມືອງເບັດໃຊດາ, ເຍັນເນຊາເລັດ, ແລະ ທີເບເລຍ ແມ່ນບາງເມືອງທີ່ຕັ້ງຢູ່ທະເລຄາລິເລໃນຊ່ວງເວລາຂອງພຣະຄຳພີໃໝ່.
  • ຫລາຍເຫດການ ໃນຊີວິດຂອງພຣະເຢຊູໄດ້ເກີດຂຶ້ນຢູ່ໃນຫືລໃກ້ທະເລຄາລິເລ.
  • ທະເລຄາລິເລຍັງຖືກເອີ້ນວ່າ “ທະເລທີເບເລຍ”ແລະ“ທະເລເຍັນເນຊາເລັດ.”
  • ຄຳສັບນີ້ຍັງສາມາດຖືກແປເປັນ"ທະເລສາບໃນຂົງເຂດແຂວງຄາລີເລ"ຫລື"ທະເລສາບຄາລີເລ"ຫລື"ທະເລສາບໃກ້ກັບ ທະເລທີເບເລຍ ແລະ (ເຍັນເນຊາເລັດ)."

ທະເລຕົ້ນກົກ, ທະເລແດງ

ຂໍ້ເທັດຈິງ

“ ທະເລຕົ້ນກົກ” ແມ່ນຊື່ຂອງທະເລທີ່ຕັ້ງຢູ່ລະຫວ່າງອີຢີບແລະອາຣາເບຍ. ດຽວນີ້ມັນຖືກເອີ້ນວ່າ "ທະເລແດງ."

  • ທະເລແດງຍາວແລະແຄບ. ມັນໃຫຍ່ກວ່າທະເລສາບຫລືແມ່ນ້ຳ, ແຕ່ມີຂະໜາດນ້ອຍກວ່າມະຫາສະໝຸດ.
  • ຊາວອິສະຣາເອນຕ້ອງຂ້ວາມທະເລແດງເມື່ອພວກເຂົາໜີ ຈາກປະເທດອີຢິບ. ພຣະເຈົ້າໄດ້ເຮັດການອັດສະຈັນແລະເຮັດໃຫ້ນ້ຳທະເລແບ່ງອອກເພື່ອໃຫ້ປະຊາຊົນສາມາດຍ່າງໄປຕາມດິນແຫ້ງ.
  • ທີ່ດິນຂອງ ການາອານ ແມ່ນພາກເໜືອຂອງທະເລນີ້.
  • ນີ້ຍັງສາມາດຖືກແປເປັນ "ທະເລ ແດງ."

ທາຊັດ

ຂໍ້ເທັດຈິງ

ທາຊັດເປັນເມື່ອງທີ່ຈະເລີນຮຸ່ງເຮື່ອງ ທີ່ຕັ້ງຢູ່ຂອງອານາເຂດໂຣມັນແຫ່ງກິລິເກຍ, ໃນປະຈຸບັນເປັນຕອນກາງຂອງປະເທດຕຸລາກີ.

  • ທາຊັດເປັນທີ່ຕັ້ງຂະນານກັບແມ່ນ້ຳຫລັກແລະຢູ່ໃກ້ຊາຍຝັ່ງຂອງທະເລເມດີແຕຣາເນ, ເຮັດໃຫ້ເປັນສ່ວນໜື່ງຂອງເສັ້ນທ່າງຄ້າຂາຍສຳຄັນ.
  • ຊ່ວງເວລາໜື່ງໃນປະວັດສາດ, ທາຊັດເປັນເມືອງຫລວງຂອງປະເທດກິລິເກຍ.
  • ໃນພຣະຄຳພີໃໝ່,ທາຊັດເປັນບ້ານເກຶດເມືອງນອນຂອງອັກຄະຣະສາວົກໂປໂລ.

ທາຊຶດ

ຂໍ້ເທັດຈິງ

ທາຊຶດເປັນຊື່ເມືອງຂອງຜູ້ຊາຍສອງຄົນໃນພັນທະສັນຍາເດຶມ ແລະເປັນຊື່ຂອງເມື່ອງ.

  • ຫລານຄົນໜື່ງຂອງຢາເຟດມີຊື່ວ່າທາຊຶດ.
  • ທາຊຶດເປັນຊື່ໜື່ງຂອງນັກປາດຂອງກະສັດອາຫັດສຸເອລັດ.
  • ທາຊຶດເປັນຊື່ເມືອງທ່າເຮືອທີ່ຮຸ່ງເຮື່ອງ, ທີ່ເຮືອສີນຄ້າໄດ້ນຳຜົນຜະລຶດຕ່າງໆມາຊື້ຫຼືຂາຍຫຼືແລກປ່ຽນ.
  • ເມືອງນີ້ມີສ່ວນກ່ຽວຂ້ອງກັບເມືອງຕີເຣແລະຖືກຄິດວ່າເປັນເມືອງ ຟີນີເຊຍ ທີ່ຢູ່ຫ່າງໄກຈາກປະເທດອິດສະຣາເອນບາງທີອາດຢູ່ຝັ່ງຕາເວັນຕົກຂອງປະເທດສະເປນ.
  • ໃນພຣະຄຳພີເດຶມ ຜູ້ປະກາດພຣະທຳໂຢນາໄດ້ຂີ່ເຮືອໄປທີ່ເມື່ອງທາຊຶດແທ່ນທີ່ຈະເຊື່ອຟັງຄຳສັ່ງພຣະເຈົ້າໄປທີ່ເມືອງນີນາເວ.

ທາມາ

ຂໍ້ເທັດຈິງ

ທາມາເປັນຊື່ຂອງຜູ້ຍຶງຫລາຍຄົນໃນພຣະຄຳພີເດຶມ. ແລະຍັງເປັນຊື່ຫລາຍເມື່ອງຫລືຫລືສະຖານທີ່ຕ່າງໆໃນພຣະຄຳພີເດຶມ.

  • ທາມາເປັນລູກໄພ້ຂອງຢູດາ ລາວໄດ້ໃຫ້ກຳເນີດເປເລດເຊິ່ງເປັນເຊື່ອສາຍຂອງພຣະເຢຊູຄຣຶດ.
  • ໜື່ງໃນລູກສາວຂອງກະສັດດາວຶດກໍ່ມີຊື່ວ່າທາມາເຊັ່ນກັນລາວເປັນນ້ອງສາວຂອງອັບຊາໂລມອ້າຍຕ່າງມານດາຄືອຳໂມນໄດ້ຂົມຂືນລາວແລະໄດ້ຖຶມລາວໃຫ້ຂົມຂືນໃຈ.
  • ເມືອງທີ່ເອີ້ນວ່າ "ຮາເຊໂຊນທາມາ" ເປັນຊື່ດຽວກັບເມື່ອງເອນແກດຶໃນຝັງຕາເວັນຕົກຂອງທະເລເກືອ ຍັງມີເມືອງ "ບາອັນທາມາ" ດ້ວຍຍັງມີການອ້າງອຶງທັ່ວໄປໃນສະຖານທີ່ທີ່ເອີ້ນວ່າ "ທາມາ" ເຊຶງອາດເປັນຊື່ທີ່ໃຊ້ຕ່າງຈາກຊື່ເມື່ອງເຫລົ່ານີ້.

ເທສະໂລນິກກາ, ຊ່າວເທສະໂລນຶກກາ

ຂໍ້ເທັດຈິງ

ໃນຍຸດຂອງພຣະຄຳພີໃໝ່, ເທສະໂລນິກກາເປັນເມື່ອງຫລວງຂອງມາຊຶໂດເນຍໃນອານາຈັກໂຣມບູຮານ. ປະຊາຊົນທີ່ອາໃສ່ໃນເມື່ອງນັ້ນເອີ້ນວ່າ "ຊາວເທສະໂລນິກກາ".

  • ເມືອງເທຊະໂລນີກາເປັນທ່າເຮືອທີ່ສຳຄັນແລະຍັງຕັ້ງຢູ່ແຄມຖະໜົນໃຫຍ່ທີ່ເຊື່ອມຕໍ່ເມືອງໂຣມກັບພາກຕາເວັນອອກຂອງອານາຈັກໂລມັນ.
  • ໂປໂລພ້ອມດ້ວຍສີລາແລະຕີໂມທຽວໄດ້ໄປຢ້ຽມຢາມເທສະໂລນີກາໃນການເດີນທາງໄປປະກາດຂ່າວປະເສີດຄັ້ງທີສອງແລະດ້ວຍເຫດນັ້ນ, ໂບດແຫ່ງໜຶ່ງໄດ້ຖືກສ້າງຕັ້ງຂຶ້ນຢູ່ທີ່ນັ້ນ. ຕໍ່ມາໂປໂລຍັງໄດ້ໄປຢ້ຽມຢາມເມືອງນີ້ໃນການເດີນທາງໄປປະກາດຂ່າວປະເສີດເປັນເທື່ອທີສາມ.
  • ໂປໂລຂຽນຈົດໝາຍສອງສະບັບເຖິງຄລິດສະຕຽນໃນເມືອງເທຊະໂລນີກາ. ຈົດໝາຍເຫລົ່ານີ້ (1 ເທຊະໂລນິກາແລະ 2 ເທຊະໂລນິກາ) ແມ່ນລວມຢູ່ໃນພຣະຄຳພີໃໝ່.

ເທລາ

ຂໍ້ເທັດຈິງ

ເທລາເປັນເຊື່ອສາຍຂອງເຊມລູກຊາຍຂອງໂນອາ, ລາວເປັນບຶດາຂອງອັບຣາມ, ນາໂຮແລະຮາຣານ.

  • ເທລາໄດ້ອອກຈາກບ້ານຂອງລາວໃນເມື່ອງເອີ ເພື່ອທີ່ຈະໄປແຜ່ນດຶນການາອານກັບລູກຊາຍຂອງລາວ, ແລະໂລດຫລານຊາຍຂອງລາວແລະຊາຣາເມຍຂອງອັບຣາມ.
  • ໃນລະຫວ່າງທາງໄປການາອານເທລາແລະຄອບຄັວຂອງລາວໄດ້ອາໃສຢູ່ຫລາຍປີໃນເມືອງຮາລານໃນເມໂສໂປເຕເມຍ. ເທລາເສຍຊີວຶດໃນເມືອງຮາລານເມື່ອອາຍຸ205ປີ.

ໂທມາ

ຂໍ້ເທັດຈິງ

ໂທມາເປັນໜຶ່ງໃນສິບສອງຄົນທີ່ພຣະເຢຊູຊົງເລືອກໃຫ້ເປັນສາວົກຂອງພຣະອົງແລະຕໍ່ມາ, ຄືລາວເປັນອັກຄະສາວົກເປັນທີ່ຮູ້ຈັກໃນຖານະ"ດິໄດມັດ" ເຊິ່ງແປວ່າ "ຝາແຝດ".

  • ໃກ້ຈະເຖິງຊ່ວງຊີວຶດຊ່ວງສຸດທ້າຍໃນຊີວິດຂອງພຣະເຢຊູ, ພຣະອົງຊົງບອກພວກສາວົກຂອງພຣະອົງວ່າພຣະອົງກຳລັງຈະຈາກໄປຢູ່ກັບພຣະບິດາແລະໄປຈັດຕຽມສະຖານທີ່ໃຫ້ກັບພວກເຂົາເພື່ອຢູ່ກັບພຣະອົງ. ໂທມາໄດ້ທູນຖາມພຣະເຢຊູວ່າພວກເຂົາຈະຮູ້ໄດ້ຢ່າງໃດວ່າທາງທີ່ຈະໄປນັ້ນແມ່ນທາງໃດໃນເມື່ອບໍ່ຮູ້ວ່າພຣະອົງຈະໄປທາງໃດ.
  • ພາຍຫລັງພຣະເຢຊູສີ້ນພະຊົນແລະຊົງຄື້ນພະຊົນ ໂທມາໄດ້ກ່າວວ່າລາວຈະບໍ່ເຊື່ອວ່າພຣະເຢຊູຊົງມີຊີວິດຢູ່ຈົນກວ່າລາວຈະໄດ້ເຫັນແລະຈັບຕ້ອງຮອຍບາດແຜທີ່ພຣະເຢຊູໄດ້ຊົງຮັບບາດເຈັບ.

ນັບທາລີ

ຂໍ້ເທັດຈິງ

ນັບທາລີຄືລູກຊາຍຄົນທີຫົກຂອງຢາໂຄບ ລູກຫລານຂອງເຂົາໄດ້ເຕົ້າໂຮມກັບກຸ່ມຄົນນັບທາລີ. ຂຶ້ນມາ ເຊິ່ງໄດ້ເປັນຫນຶ່ງໃນເຜົ່າສິບສອງເຜົ່າຂອງອິສຣາເອນ.

  • ບາງເທື່ອມີການໃຊ້ຄຳວ່າ ນັບທາລີເພື່ອສະແດງເຖິງດິນແດນເຊິ່ງເຜົ່າດັ່ງກ່າວອາໄສຢູ່. (ເບິ່ງເພີ້ມເຕີມ: c://*/ta/man/translate/figs-synecdoche)
  • ດິນແດນຂອງນັບທາລີ ຕັ້ງຢູ່ພາກເໜືອຂອງປະເທດອິສຣາເອນ ຕໍ່ຈາກເຜົ່າດານແລະ ເຜົ່າອາເຊີຍັງຕິດກັບເຂດແດນພາກຕະເວັນຕົກຂອງທະເລກາລີເລ.
  • ເຜົ່ານີ້ໄດ້ຖືກເວົ້າເຖິງໃນພຣະຄໍາພີທັງພຣະສັນຍາເດີມແລະພຣະສັນຍາໃໝ່.

ນາງເຣເບກາ

ຂໍ້ເທັດຈິງ

ນາງເຣເບກາໄດ້ເປັນລູກສາວຫລານຂອງນ້ອງຊາຍຂອງອັບຣາຮາມທີ່ມີຊື່ວ່າ ນາໂຮ.

  • ພຣະເຈົ້າໄດ້ເລືອກເອົານາງເຣເບກາໃຫ້ເປັນເມຍຂອງອີຊາກລູກຊາຍຂອງອັບຣາຮາມ.
  • ນາງເຣເບກາໄດ້ອອກຈາກພື້ນທີ່ຂອງອາຣາມ ນາຮາຣາອິມບ່ອນທີ່ນາງອາໃສຢູ່ແລະໄດ້ໄປກັບຜູ້ຮັບໃຊ້ຂອງອັບຣາຮາມໄປໃນຂົງເຂດພູເກັດທີ່ອີຊາກອາໃສຢູ່.
  • ເປັນເວລາດົນນານທີ່ນາງເຣເບກາບໍ່ມີລູກ, ແຕ່ໃນທີ່ສຸດພຣະ ເຈົ້າໄດ້ອວຍພອນນາງດ້ວຍລູກຊາຍຄູ່ແຝດ, ເອຊາວແລະຢາໂຄບ.

ນາຊາເຣັດ, ຊາວນາຊາເຣັດ

ຂໍ້ເທັດຈິງ

ນາຊາເຣັດຄືເມືອງໜຶ່ງໃນແຂວງກາລີເລເຊິ່ງຕັ້ງຢູ່ທາງພາກເໜືອຂອງປະເທດອິສຣາເອນ. ຫ່າງຈາກກຸງເຍຣູຊາເລັມໄປທາງພາກເໜືອປະມານ 100 ກິໂລແມັດ ເຊິ່ງໃຊ້ເວລາເດີນທາງດ້ວຍການຍ່າງປະມານສາມຫາຫ້າວັນ.

  • ໂຍເຊບແລະມາຣີອາໄດ້ມາຈາກເມືອງນາຊາເຣັດເຊິ່ງເປັນເມືອງທີ່ທັງສອງລ້ຽງດູພຣະເຍຊູ ດ້ວຍເຫດນີ້ເອງພຣະເຍຊູຈຶ່ງເປັນທີ່ຮູ້ກັນໂດຍທົ່ວໄປວ່າ "ຊາວນາຊາເຣັດ".
  • ພວກຢິວຫລາຍຄົນອາໄສຢູ່ໃນເມືອງນາຊາເຣັດບໍ່ໄດ້ເຄົາລົບໃນຄຳສອນຂອງພຣະເຢຊູ ເນື່ອງ

ຈາກພຣະເຢຊູໄດ້ເຕີບໃຫຍ່ຂຶ້ນມາໃນທ່າມກາງພວກເຂົາແລະພວກເຂົາຄິດວ່າພຣະອົງເປັນພຽງບຸກຄົນທຳມະດາ.

  • ເມື່ອພຣະເຢຊູເລີ້ມສັ່ງສອນໃນໂຮງທຳມະສາລາໃນເມືອງນາຊາເຣັດ ຊາວຢິວພະຍາຍາມທີ່ຈະຂ້າພຣະເຢຊູ ເພາະພຣະອົງຊົງປະກາດວ່າ ພຣະອົງຄືພຣະເມຊີອາແລະພຣະອົງຊົງຕັກເຕືອນ

ຊາວເມືອງນັ້ນທີ່ໄດ້ປະຕິເສດພຣະອົງ.

  • ສິ່ງທີ່ນາທານາເອນ ໄດ້ຕັ້ງຂໍ້ສັງເກດເມື່ອຮູ້ວ່າພຣະເຢຊູມາຈາກນາຊາເຣັດນັ້ນ ສະແດງວ່າເມືອງນີ້ບໍ່ໄດ້ຢູ່ໃນຄວາມຄິດວ່າຈະມີອັນໃດດີ.

ນາທານ

ຂໍ້ເທັດຈິງ

ນາທານເປັນຜູ້ປະກາດພຣະທຳທີ່ສັດຊື່ຂອງພຣະເຈົ້າເຊິ່ງມີຊີວິດຢູ່ໃນຊ່ວງເວລາທີ່ກະສັດດາວິດປົກຄອງໃນປະເທດອິສຣາເອນ.

  • ພຣະເຈົ້າໄດ້ສົ່ງນາທານເພື່ອໄປປະເຊີນໜ້າກັບກະສັດດາວິດຫຼັງຈາກທີ່ດາວິດໄດ້ເຮັດບາບຢ່າງຮຸນແຮງຕໍ່ອຸຣິອາ.
  • ນາທານຕັກເຕືອນດາວິດເຖິງແມ່ນວ່າເພິ່ນຈະເປັນເຖິງກະສັດກໍຕາມ.
  • ດາວິດໄດ້ລະນຶກໃນຄວາມຜິດບາບຂອງພະອົງຫລັງຈາກທີ່ນາທານໄດ້ປະເຊີນຫນ້າກັບພະອົງ.

ນາອາມານ

ຂໍ້ເທັດຈິງ

ໃນພັນທະສັນຍາເດີມ ນາອາມານຄືຜູ້ບັນຊາການຂອງກອງທັບຂອງກະສັດອາຣາມ.

  • ນາອາມານປ່ວຍເປັນພະຍາດຜິວຫນັງທີ່ຮ້າຍແຮງທີ່ເອີ້ນວ່າ ພະຍາດຂີ້ທູດ ຊຶ່ງບໍ່ສາມາດຈະຮັກສາໃຫ້ດີໄດ້.
  • ຄົນຮັບໃໍຊ້ຊາວຢິວໃນເຮືອນຂອງນາອາມານໄດ້ເວົ້າຕໍ່ນາຍຍິງຂອງນາງວ່າໃຫ້ໄປຫາຜູ້ປະກາດພຣະທໍາເອລີຊາ ຄົນຜູ້ນັ້ນສາມາດປົວພະຍາດຂີ້ທູດຂອງເຈົ້ານາຍໃຫ້ດີໄດ້."
  • ເອລີຊາໄດ້ບອກກັບນາອາມານວ່າ, ຈົ່ງໄປອາບນ້ຳທີ່ແມ່ນ້ຳຢໍແດນເຈັດເທື່ອ ເມື່ອນາອາມານໄດ້ຍອມເຊື່ອຟັງ ພຣະເຈົ້າກໍຊົງຮັກສາເຂົາໃຫ້ດີໄດ້.
  • ແລ້ວອານາມານ ກໍເວົ້າວ່າ " ດຽວນີ້ຂ້າພະເຈົ້າຮູ້ແລ້ວວ່າ ບໍ່ມີພຣະເຈົ້າອົງອື່ນ" ນອກຈາກພຣະເຈົ້າຂອງອິດສະຣາເອນ.
  • ຜູ້ຊາຍອື່ນທີ່ມີຊື່ວ່າ ນາອາມານອີກສອງຄົນເປັນລູກຫລານຂອງເບັນຢາມິນຜູ້ເປັນລູກຊາຍຂອງຢາໂຄບ.

ນາຮູມ

ຂໍ້ເທັດຈິງ

ນາຮູມຄືຜູ້ປະກາດພຣະທັມຜູ້ເຊິ່ງໄດ້ເທດສະຫນາ ໃນຊ່ວງທີ່ກະສັດມານາເຊ ຜູ້ຊົ່ວຮ້າຍປົກຄອງເຫນືອອານາຈັກຢູດາ.

  • ນາຮູມຊາວເມືອງເອນໂກດ ເຊິ່ງຢູ່ຫ່າງຈາກກຸງເຢຣູຊາເລັມປະມານ 32 ກິໂລແມັດ
  • ພຣະທັມນາຮູມໃນພຣະສັນຍາເດີມໄດ້ບັນທຶກຄຳທຳນວາຍກ່ຽວກັບການພັງທະລາຍຂອງເມືອງນິນາເວຂອງອັດຊີເຣຍ.

ນາໂຮ

ຂໍ້ເທັດຈິງ

ນາໂຮເປັນຊື່ພີ່ນ້ອງສອງຄົນຂອງອັບຣາຮາມ: ປູ່ຂອງອັບຣາຮາມແລະນ້ອງ ຊາຍຂອງອັບຣາຮາມ.

  • ນ້ອງຊາຍຂອງອັບຣາຮາມຄືນາໂຮ ເປັນປູ່ຂອງເຣເບກາ ເມຍຂອງອີຊາກ.
  • ປະໂຫຍກ "ເມືອງຂອງນາໂຮ" ສາມາດຫມາຍເຖິງ "ເມືອງຂອງນາໂຮ" ຫຼື ເມືອງເຊິ່ງນາໂຮເຄີຍອາໄສຢູ່ "ຫຼື" "ເມືອງຂອງນາໂຮ".

ນີເນເວ ຊາວນີເນເວ

ຂໍ້ເທັດຈິງ

ເມື່ອງນີເນເວເປັນເມື່ອງຫລວງຂອງອັດຊີເຣຍ ຊາວນີເນເວ ຄືບູກຄົນທີ່ໃຊ້ຊີວິດຢູ່ໃນເມືອງນີເນເວ

  • ພຣະເຈົ້າໄດ້ຊົງສົ່ງຜູ້ທຳນວາຍຊື່ວ່າໂຢນາໄປເພື່ອເຕືອນຊາວນີເນເວໃຫ້ກັບໃຈຈາກທາງອັນຊົ່ວຮ້າຍ ຊາວເມື່ອງໄດ້ກັບໃຈແລະພຣະເຈົ້າຈຶ່ງບໍ່ໄດ້ທຳລາຍຊາວເມືອງນັ້ນ
  • ຊາວອັດຊີເຣຍໄດ້ຫັນຫລັງໃຫ້ກັບພຣະເຈົ້າໃນເວລາຕໍ່ມາ ພວກເຂົາເອົາຊະນະອານາຈັກອິດສະຣາເອນແລະກວດຕ້ອນຜູ້ຄົນໄປຍັງເມືອງນຶເນເວ

ເນເກບ

ຂໍ້ເທັດຈິງ

ເນເກບເປັນດິນແດນທະເລຊາຍທາງຕອນໃຕ້ຂອງອິດສະຣາເອນ ທາງຕາເວັນຕົກສຽງໃຕ້ຂອງທະເລເກືອ.

  • ຄຳດັງກ່າວເອີ້ນວ່າ ''ທິດໃຕ້'' ພຣະຄຳພີພາສາອັງກິດບາງສະບັບແປວ່າເນເກບວ່າທິດໃຕ້.
  • ອາດຈະເປັນໄປໄດ້ວ່າສະຖານທີ່ທາງຕອນໃຕ້ທີ່ເນເກບເຄີຍຕັ້ງຢຸ່ນັ້ນ ເປັນຄົນລະທີ່ກັບທະເລຊາຍເນເກບໃນປັດຈູບັນ.
  • ເມື່ອອັບຣາຣາມໄດ້ອາໄສຢູ່ທີ່ເມື່ອງເຄເດັດນັ້ນ ເຂົ້າຢູ່ທີ່ເນເກບຫລືແຄ້ນທາງຕອນໃຕ້.
  • ອີຊາກອາໃສຢູ່ໃນເມືອງເນເກບເມືອເຣເບກາ ໄດ້ເດີນທາງມາພົບເຂົາ ແລະໄດ້ກາຍມາເປັນເມຍຂອງເຂົາ.
  • ຊົນເຜົ່າຢິວຂອງຢູດາແລະຊີເມໂອນໄດ້ອາໃສຢູ່ທີ່ແຄ້ນທາງຕອນໃຕ້ນີ້.
  • ເມືອງທີ່ໃຫຍ່ທີ່ສູດໃນແຄວ້ນເນເກບຄືເມືອງເບ ເອນເຊບາ.

ເນບູກາດເນັດຊາ

ຂໍ້ເທັດຈິງ

ເນບູກາດເນັດຊາເປັນກະສັດອົງໜຶ່ງຂອງອານາຈັກບາບີໂລນ ເຊິ່ງເປັນກອງທັບທີ່ ເຕັມດ້ວຍກຳລັງອຳນາດຂອງເຂົາໄດ້ຊະນະເໜືອຊົນຫຼາຍກຸ່ມແລະຫຼາຍປະເທດ.

  • ພາຍໃຕ້ການນຳຂອງເນບູກາດເນັດຊາ ກອງທັບບາບີໂລນໄດ້ໂຈມຕີແລະມີໄຊຊະນະເໜືອອານາຈັກຢູດາແລະໄດ້ນຳປະຊາຊົນສ່ວນໃຫຍ່ຂອງຢູດາໄປເປັນຊະເລີຍໃນບາບີໂລນໃນຖານະຊະເລີຍ. "ການຕົກເປັນຊະເລີຍທີ່ບາບີໂລນ"ນັ້ນເຖິງ 70 ປີ .
  • ໜຶ່ງໃນຊະເລີຍທີ່ຖືກຈັບໄປຄື ດານີເອນ ໄດ້ທຳນວາຍຝັນຂອງກະສັດເນບູກາດເນັດຊາ.
  • ຊະເລີຍຊາວອິດສະຣາເອນອີກສາມ ຄື ຮານັນຢາ ມິຊາເອນແລະອາຊາຣິຢາ ໄດ້ໄດ້ຖືກໂຍນລົງໄປໃນເຕົາໄຟ ເພາະເຂົາທັງສາມປະຕິເສດທີ່ຈະຂາບໄຫວ້ຮູບເຄົາລົບທີ່ກະສັດເນບູກາດເນັດຊາສ້າງຂຶ້ນ.
  • ກະສັດເນບູກາດເນັດຊາອວດຕົວຈອງຫອງແລະຂາບໄຫວ້ພະທຽມ ເມື່ອພະອົງຮົບຊະນະອານາຈັກຢູດາ. ພະອົງໄດ້ລັກເອົາເຄື່ອງເງິນແລະທອງມາຈາກພຣະວິຫານ ເຊິ່ງຕັ້ງຢູ່ໃນນະຄອນເຢຣູຊາເລັມ.
  • ເພາະກະສັດເນບູກາດເນັດຊາອວດຕົວຈອງຫອງແລະປະຕິເສດທີ່ຈະບໍ່ຫັນກັບຈາກການນະມັດສະການພຣະທຽມ ພຣະຢາເວຈຶ່ງໃຫ້ພຣະອົງຂາດສະຕິ
  • ຍ້ອນວ່າເນບູກາດເນັດຊາມີຄວາມພາກພູມໃຈແລະປະຕິເສດທີ່ຈະຫັນໜີ ຈາກການນະມັດສະການພະປອມ, ພຣະເຢໂຫວາເຮັດໃຫ້ລາວຕົກຢູ່ໃນສະ ພາບທີ່ຂັດສົນເປັນເວລາເຈັດປີ, ດຳລົງຊີວິດຄືກັບສັດ. ຫລັງຈາກເຈັດປີ, ພຣະເຈົ້າໄດ້ຟື້ນຟູເນບູກາດເນັດຊາໃນເວລາທີ່ລາວຖ່ອມຕົວລົງແລະ

ຍ້ອງຍໍພະເຈົ້າທ່ຽງແທ້ອົງດຽວ.


ເນເຫມີຢາ

ຂໍ້ເທັດຈິງ

ເນເຫມີຢາ ຄືຊາວອິດສະຣາເອນທີ່ອາໄສຢູ່ໃນບາບີໂລນເມື່ອຄາວທີ່ຊາວອິດສະຣາເອນແລະຢູດາຖືກຈັບໄປເປັນຊະເລີຍໂດຍຊາວບາບີໂລນ.

  • ຂະນະທີ່ເນເຫມີຢາເປັນພະນັກງານຖືຈອກເຫຼົ້າສຳລັບກະສັດເປີເຊຍມີຊື່ວ່າ ອາກຕາເຊເຊັດນັ້ນ ເນເຫມີຢາໄດ້ຂໍອະນຸຍາດກະສັດກັບໄປນະຄອນເຢຣູຊາເລັມ.
  • ເນເຫມີຢາໄດ້ນໍາພາຊາວອິດສະຣາເອນກໍ່ສ້າງກຳແພງນະຄອນເຢຣູຊາເລັມເຊິ່ງຊາວບາບີໂລນໄດ້ທຳລາຍນັ້ນຂຶ້ນໃໝ່.
  • ເປັນເວລາເຖິງ 12 ປີ ທີ່ເນເຫມີຢາເປັນຜູ້ປົກຄອງນະຄອນເຢຣູຊາເລັມ ກ່ອນທີ່ຈະກັບໄປຍັງພຣະຣາຊະວັງຂອງກະສັດ.
  • ພັນທະສັນຍາເດິມໃນພຣະທຳເນເຫມີຢານັ້ນ ໄດ້ເລົ່າເລື່ອງລາວການງານຂອງເນເຫມີຢາໃນການກໍ່ສ້າງກຳແພງເມືອງຂຶ້ນໃໝ່ແລະການປົກຄອງຂອງທ່ານເໜືອປະຊາຊົນໃນນະຄອນເຢຣູຊາເລັມ.
  • ຍັງມີຊື່ເນເຫມີຢາຄົນອື່ນໆໃນພັນທະສັນຍາເດິມອີກດ້ວຍ ໂດຍປົກກະຕິຊື່ຂອງພໍ່ຈະຕໍ່ທ້າຍເພື່ອໃຫ້ເຫັນຄວາມແຕກຕ່າງວ່າເວົ້າເຖິງເນເຫມີຢາຄົນໃດ.

ໂນອາ

ຂໍ້ເທັດຈິງ

ໂນອາຄືຜູ້ຊາຍຜູ້ມີຊີວິດຢູ່ເມື່ອ 4,000 ກວ່າປີມາແລ້ວ ເມື່ອຄາວທີ່ພຣະເຈົ້າຊົງໃຫ້ນ້ຳຖ້ວມໂລກເພື່ອທຳລາຍຄົນຊົ່ວທູກຄົນໃນໂລກ ພຣະເຈົ້າຊົງສັ່ງໃຫ້ໂນອາສ້າງເຮືອຂະໜາດໃຫຍ່ລຳໜຶ່ງ ເຊິ່ງເຂົາແລະຄອບຄົວຂອງເຂົາຈະສາມາດອາໄສຢູ່ໃນຂະນະທີ່ນ້ຳຖ້ວມທົ່ວແຜ່ນດິນໂລກ.

  • ໂນອາເປັນຜູ້ຊາຍທີ່ມີຄວາມຊອບທຳຜູ້ເຊິ່ງເຊື່ອຟັງພຣະເຈົ້າໃນທຸກສິ່ງ.
  • ເມື່ອພຣະເຈົ້າຊົງບອກໃຫ້ໂນອາສ້າງເຮືອລຳໃຫຍ່ນັ້ນ ໂນອາໄດ້ເຮັດຕາມທີ່ພຣະເຈົ້າຊົງສັ່ງທຸກປະການ.
  • ພາຍໃນເຮືອນັ້ນໂນອາແລະຄອບຄົວຂອງເພິ່ນໄດ້ອາໄສຢູ່ທີ່ນັ້ນຢ່າງປອດໄພ ພາຍຫລັງລູກຫລານຂອງໂນອາກໍໄດ້ແຜ່ຫລາຍເຕັມໂລກນີ້ອີກຄັ້ງ.
  • ທຸກຄົນທີ່ເກີດໃນສະໄຫຼນ້ຳຖ້ວມນັ້ນສືບເຊື້ອສາຍມາຈາກໂນອາ.

ໃນພຮະຄຳພີເກົ່າ, ເປັນລຸງ ແລະ ເປັນພໍ່ເຖົ້າຂອງຢາໂຄບ

ຂໍ້ເທັດຈິງ

  • ຢາໂຄບອາໄສຢູ່ກັບຄອບຄົວຂອງລາບັນໃນປາດານອາຮັມ ແລະ ດູແລລ້ຽງດູຝູງເກະ, ແລະ ແບ້. ເຊິ່ງເປັນເງື່ອນໄຂໃນການແຕ່ງງານກັບລູກສາວຂອງລາບັນ
  • ຢາໂຄບນັ້ນມີຄວາມພຶ່ງພໍໃຈກັບລາເຊວລູກສາວຂອງລາບັນເຊື່ງເປັນເມຍຂອງຢາໂຄບ
  • ລາບັນລອກລວງຍາໂຄບໃຫ້ລາວແຕ່ງງານກັບລູກສາວກົກຄືເລອາກ່ອນທີ່ຈະມອບລາເຊວໃຫ້ແກ່ລາວເພື່ອເປັນເມຍ

ບັດເຊບາ

ຂໍ້ເທັດຈິງ

ນາງບັດເຊບາເປັນເມຍຂອງອຶລີ, ເປັນທະຫານໃນກອງທັບຂອງກະສັດດາວິດ. ຫລັງຈາກນາງອູລີຕາຍ, ນາງໄດ້ກາຍເປັນພັນລະຍາຂອງດາວິດ, ແລະແມ່ຂອງຊາໂລໂມນ.

  • ດາວິດໄດ້ຫລິ້ນຊູ້ກັບນາງບາດເຊບາໃນຂະນະທີ່ນາງແຕ່ງງານກັບອູຣີຍາ.
  • ໃນເວລາທີ່ນາງບັດເຊບາຖືພາລູກຂອງດາວິດ, ດາວິດເຮັດໃຫ້ອູຣີຍາຖືກຂ້າຕາຍໃນການສູ້ຮົບ.
  • ຈາກນັ້ນດາວິດໄດ້ແຕ່ງງານກັບນາງບັດເຊບາແລະນາງໄດ້ເກີດລູກຂອງພວກເຂົາ.
  • ພຣະເຈົ້າລົງໂທດດາວິດເພາະຄວາມບາບຂອງລາວໂດຍເຮັດໃຫ້ເດັກນ້ອຍຕາຍໃນມື້ລາວເກີດ.
  • ຕໍ່ມາ, ນາງບັດເຊບາໄດ້ເກີດລູກຊາຍຄົນໜຶ່ງ, ຊາໂລໂມນ, ເຊິ່ງເຕີບໃຫຍ່ຂຶ້ນມາເປັນກະສັດຕໍ່ຈາກທ່ານດາວິດ.

ບາບີໂລນ, ຊາວບາບີໂລນ

ຂໍ້ເທັດຈິງ

ເມືອງບາບີໂລນເປັນເມືອງຫລວງຂອງບາບີໂລນໃນສະໃໝ່ບູ ຮານເປັນສ່ວນໜຶ່ງຂອງອານາຈັກບາບີໂລນ.

  • ບາບີໂລນຕັ້ງຢູ່ລຽບຕາມແມ່ນ້ ຳ ຍູເຟຣຕີສ, ໃນບໍລິເວນດຽວກັນກັບຫໍຄອຍບາເບລໄດ້ຖືກສ້າງຂຶ້ນມາຫຼາຍຮ້ອຍປີກ່ອນ.
  • ບາງຄັ້ງ ຄຳວ່າບາບີໂລນ ໝາຍເຖິງອານາຈັກບາບີໂລນທັງ ໝົດ. ຍົກຕົວຢ່າງ, "ກະສັດແຫ່ງບາບີໂລນ" ປົກຄອງຈັກກະ ພັດທັງໝົດ, ບໍ່ແມ່ນແຕ່ເມືອງ.
  • ຊາວບາບີໂລນແມ່ນກຸ່ມຄົນທີ່ມີອຳນາດເຊິ່ງໄດ້ໂຈມຕີອານາຈັກຢູດາແລະເຮັດໃຫ້ປະຊາຊົນຢູດາຢູ່ໃນປະເທດບາບີໂລນເປັນເວລາ 70 ປີ.
  • ສ່ວນໜຶ່ງ ຂອງຂົງເຂດນີ້ຖືກເອີ້ນວ່າ "ຄັນເດຍ" ແລະປະຊາຊົນທີ່ອາໄສຢູ່ທີ່ນັ້ນແມ່ນ "ຊາວຄັນເດຍ." ດ້ວຍເຫດນັ້ນ ຄຳສັບທີ່ວ່າ "Chaldea" ມັກຖືກໃຊ້ເພື່ອອ້າງເຖິງບາບີໂລນ. (ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-synecdoche)
  • ໃນພຣະຄຳພີໃໝ່, ຄຳວ່າ "ບາບີໂລນ" ບາງຄັ້ງໃຊ້ເປັນຄຳ ປຽບທຽບເພື່ອກ່າວເຖິງສະຖານທີ່, ຄົນ, ແລະຮູບແບບການຄິດທີ່ກ່ຽວຂ້ອງກັບການນະມັດສະການຮູບປັ້ນແລະການປະພຶດທີ່ເຮັດຜິດບາບອື່ນໆ.
  • ປະໂຫຍກທີ່ວ່າ "ບາບີໂລນໃຫຍ່" ຫລື "ເມືອງໃຫຍ່ຂອງບາບີໂລນ" ໝາຍ ເຖິງການປຽບທຽບກັບເມືອງຫລືປະເທດ ໜຶ່ງທີ່ໃຫຍ່, ຮັ່ງມີ, ແລະມີບາບ, ຄືກັນກັບເມືອງບູຮານຂອງບາບີໂລນ. (ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metaphor)

ບາ​ເບນ

ຂໍ້ເທັດຈິງ

ບາ​ເບນເປັນ​ເມືອງ​ສຳ​ຄັນ​ເມືອງຫ​ນຶ່ງ​ຂອງ​ເຂດ​ທີ່​ເອີ້ນ​ວ່າ​ຊີ​ນາ ຊຶ່ງ​ຕັ້ງ​ຢູ່​ໃນ​ພາກ​ໃຕ້​ຂອງ​ເມ​ໂສ​ໂປ​ເຕ​ເມຽ. ໃນ​ຄາວ​ຕໍ່​ມາ​ເມືອງ​ຊີ​ນາ​ໄດ້​ປ່ຽນ​ຊື່​ເປັນ​ບາ​ບີ​ໂລນ.

  • ເມືອງ​ບາ​ເບນ​ໄດ້​ຖືກ​ສ້າງ​ໂດຍ​ຫລານ​ຊາຍ​ຂອງ​ຮາມ​ທີ່​ຊື່ ນິມ​ໂຣດຊຶ່ງ​ເປັນ​ຜູ້​ປົກ​ຄອງ​ດິນ​ແດນ​ຊິ​ນາ.
  • ຊາວ​ເມືອງ​ຊິ​ນາ​ໄດ້​ເລີ່ມ​ອວດ​ໂຕ​ແລະ​ຕັດ​ສິນ​ໃຈ​ຈະ​ສ້າງ​ຫໍ​ຄອຍ​ສູງ​ທຽມ​ຟ້າ. ພາຍ​ຫລັງ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ "ຫໍ​ບາ​ເບນ."
  • ເພາະ​ປະ​ຊາ​ຊົນ​ທີ່​ສ້າງ​ຫໍ​ຄອຍບໍ່​ຕ້ອງ​ການ​ກະ​ຈາຍ​ອອກ​ໄປ​ຕາມ​ທີ່​ພ​ຣະ​ເຈົ້າ​ຊົງ​ໄດ້​ບັນ​ຊາ​ໄວ້, ພ​ຣະ​ອົງ​ຈຶ່ງ​ເຮັດ​ໃຫ້​ພາ​ສາ​ຂອງ​ພວກ​ເຂົາ​ວຸ່ນ​ວາຍ​ໄປ ຈົນ​ພວກ​ເຂົາ​ບໍ່​ສາ​ມາ​ເຂົ້າ​ໃຈ​ກັນ. ສີ່ງນີ້​ໄດ້ບັງ​ຄັບ​ພວກ​ເຂົາ​ໃຫ້​ຍ້າຍ​ອອກ​ໄປ​ອາ​ສັຍ​ຕາມ​ບ່ອນ​ຕ່າງໆ​ທົ່ວ​ໂລກ.
  • ກົກ​ເຄ​ົ້າ​ຂອງ​ຄຳ​ວ່າ "ບາ​ເບນ" ຄື "ຄວາມ​ວຸ້ນ​ວາຍ" ຊຶ່ງ​ໄດ້​ຖືກ​ເອີ້ນ​ແບບນີ້ເມື່ອ​ພ​ຣະ​ເຈົ້າ​ໄດ້ຊົງເຮັດ​ໃຫ້​ພາ​ສາ​ຂອງ​ພວກ​ເຂົາ​ວຸ້ນ​ວາຍ​ໄປ.

(​ເບີ່ງເພີ້ມເຕີມ: Babylon, Ham, Mesopotamia)


ບາຣນາບາ

ຂໍ້ເທັດຈິງ

ບາຣາບາແມ່ນ ໜຶ່ງໃນບັນດາຄຣິດສະຕຽນໃນຍຸກທຳອິດທີ່ມີຊີວິດຢູ່ໃນສະໄໝຂອງພວກອັກຄະສາວົກ.

  • ບາຣາບາ ແມ່ນມາຈາກຊົນເຜົ່າ ເລວີ ຂອງຊົນຍິດສະລາເອນແລະມາຈາກເກາະໄຊປັດ.
  • ເມື່ອໂຊໂລ (ໂປໂລ) ກາຍມາເປັນຄຣິດສະຕຽນ, ບາຣາບາໄດ້ຮຽກຮ້ອງໃຫ້ຜູ້ເຊື່ອຖືອື່ນໆຍອມຮັບເອົາລາວເປັນເພື່ອນຮ່ວມຄວາມເຊື່ອ.
  • ບາຣາບາຣແລະໂປໂລໄດ້ເດີນທາງໄປປະກາດຂ່າວດີກ່ຽວກັບພຣະເຢຊູໃນເມືອງຕ່າງໆ.
  • ຊື່ຂອງລາວແມ່ນໂຢເຊັບ, ແຕ່ລາວຖືກເອີ້ນວ່າ "ບາຣາບາ," ຊຶ່ງຫມາຍຄວາມວ່າ "ລູກຊາຍທີ່ໃຫ້ກຳລັງໃຈ."

ບາຣະໂທໂລມາຍ

ຂໍ້ເທັດຈິງ

ບາຣະໂທໂລມາຍ ແມ່ນໜຶ່ງໃນອັກຄະສາວົກສິບສອງຄົນຂອງພຣະເຢຊູ.

  • ບາຣະໂທໂລມາຍຄຽງຄູ່ກັບອັກຄະສາວົກຄົນອື່ນໆ, ຖືກສົ່ງໄປປະກາດຂ່າວປະເສີດແລະເຮັດການອັດສະຈັນໃນນາມຂອງພຣະເຢຊູ
  • ລາວຍັງແມ່ນ ໜຶ່ງໃນບັນດາຜູ້ທີ່ໄດ້ເຫັນພຣະເຢຊູກັບຄືນສະຫວັນ.
  • ສອງສາມອາທິດຫລັງຈາກນັ້ນ, ລາວໄດ້ຢູ່ກັບພວກອັກຄະສາວົກຄົນອື່ນໆໃນເມືອງເຢຣູຊາເລັມໃນວັນເພັນສເຕຄໍເມື່ອພຣະວິນຍານບໍລິສຸດໄດ້ສະເດັດມາເທິງພວກເຂົາ.

ບາຣາບັດ

ຂໍ້ເທັດຈິງ

ບາຣາບັດ ເປັນນັກໂທດຢູ່ກຸງເຢຣູຊາເລັມໃນເວລາທີ່ພຣະເຢຊູຖືກຈັບ.

  • ບາຣາບັດ ແມ່ນຄະດີອາຍາຜູ້ທີ່ໄດ້ກໍ່ອາຊະຍາກຳຂອງການຄາດຕະກຳ ແລະການກະບົດຕໍ່ຕ້ານລັດຖະບານ ໂລມ.
  • ເມື່ອ ພອນເທີອັດ ປີລາດສະເໜີທີ່ຈະປ່ອຍບາຮາບັດຫລືພຣະເຢຊູປະຊາຊົນໄດ້ເລືອກບາຮາບັດ.
  • ດັ່ງນັ້ນປີລາດຈຶ່ງປ່ອຍໃຫ້ບາຮາບັດຖືກປ່ອຍຕົວແຕ່ໄດ້ຕັດສິນໂທດພຣະເຢຊູໃຫ້ຖືກປະຫານຊີວິດ.

ບາຣູກ

ຂໍ້ເທັດຈິງ

ບາຣູກ ແມ່ນຊື່ຂອງຜູ້ຊາຍຫລາຍຄົນໃນພຣະສັນຍາເດີມ.

  • ມີຄົນໜຶ່ງຊື່ວ່າບາຣູກ (ລູກຊາຍຂອງຊາບາລາ) ໄດ້ເຮັດວຽກຮ່ວມກັບເນເຫມີຢາໃນການສ້ອມແປງກຳແພງເມືອງເຢຣູຊາເລັມ.
  • ເຊັ່ນດຽວກັນໃນຊ່ວງເວລາຂອງເນເຫມີຢາ, ອີກບາຣຸກ (ລູກຊາຍຂອງໂຄໂລ - ໂຮເຊດ) ແມ່ນໜຶ່ງໃນບັນດາຜູ້ນຳທີ່ໄດ້ຕັ້ງຖິ່ນຖານຢູ່ເຢຣູຊາເລັມຫລັງຈາກກຳແພງຂອງເມືອງຖືກສ້າງຂຶ້ນ ໃໝ່.
  • ບາຣູກທີ່ແຕກຕ່າງກັນ (ລູກຊາຍຂອງ ເນລີຍາ) ເປັນຜູ້ຊ່ວຍເຜີຍພຣະຄຳ, ແລະຜູ້ທີ່ໄດ້ຊ່ວຍລາວໃນວຽກງານປະຕິບັດຕ່າງໆເຊັ່ນ: ການຂຽນຂໍ້ຄວາມທີ່ພຣະເຈົ້າໄດ້ໃຫ້ກັບເຢເຣມີຢາແລະຫຼັງຈາກນັ້ນອ່ານໃຫ້ພວກເຂົາຟັງ.

ບາລາອາມ

ຂໍ້ເທັດຈິງ

ບາລາອາມເປັນຜູ້ ທຳ ນວາຍນອກຮີດເຊິ່ງກະສັດ ອາຮາບີກ ໄດ້ຈ້າງເພື່ອສາບແຊ່ງຊາວຍິດສະລາເອນໃນຂະນະທີ່ພວກເຂົາຕັ້ງຄ້າຍພັກຢູ່ແມ່ນ້ ຳ ຈໍແດນທາງພາກ ເໜືອ ຂອງໂມອັບ, ກະກຽມເຂົ້າໄປໃນແຜ່ນດິນການາອານ.

  • ບາລາອາມມາຈາກເມືອງເປເທີເຊິ່ງຕັ້ງຢູ່ໃນບໍລິເວນອ້ອມຮອບແມ່ນ້ ຳ ເຊິ່ງຫ່າງຈາກແຜ່ນດິນໂມອາບ.ປະມານ400ໄມ
  • ກະສັດມີເດຍຄົນໜຶ່ງຊື່ວ່າ ເບເລັກ ມີຄວາມຢ້ານກົວຕໍ່ ກຳ ລັງແລະ ຈຳນວນຂອງຊາວອິດສະລາເອນ, ດັ່ງນັ້ນລາວຈຶ່ງໄດ້ຈ້າງບາລາອາມມາສາບແຊ່ງພວກເຂົາ.
  • ໃນຂະນະທີ່ບາລາອາມ ກຳລັງເດີນທາງໄປສູ່ອິດສະຣາເອນ, ທູດຂອງພຣະເຈົ້າໄດ້ຢືນຢູ່ໃນເສັ້ນທາງຂອງລາວເພື່ອໃຫ້ລາຂອງບາລາອາມເຊົາໄປ. ພຣະເຈົ້າຍັງໃຫ້ລາມີຄວາມສາມາດໃນການເວົ້າກັບບາລາອາມ.
  • ພຣະເຈົ້າບໍ່ຍອມໃຫ້ບາລາອາມສາບແຊ່ງຊາວອິດສະລາເອນແລະສັ່ງໃຫ້ລາວອວຍພອນພວກເຂົາແທນ.
  • ຕໍ່ມາເຖິງຢ່າງໃດກໍ່ຕາມ, ບາລາອາມຍັງໄດ້ນຳເອົາຄວາມຊົ່ວຮ້າຍມາສູ່ຊາວອິດສະລາເອນເມື່ອລາວມີອິດທິພົນໃຫ້ພວກເຂົານະມັດສະການພະບາອານເປັນພະປອມ.

ບາ​ອາ​ຊາ

ຂໍ້ເທັດຈິງ

​ບາ​ອາ​ຊາ​ເປັນ​ຜູ້​ຫນຶ່ງ​ໃນ​ພວກ​ກະ​ສັດ​ທີ່​ຊົ່ວ​ຮ້າຍ​ຂອງ​ອິ​ດສະ​ຣາ​ເອນ, ເປັນ​ຜູ້​ທີ່​ນຳ​ພາ​ຄົນ​ອິ​ດສະ​ຣາ​ເອນ​ໃຫ້​ໄປ​ນະ​ມັດ​ສະ​ການ​ຮູບ​ເຄົາ​ລົບ​ທັງ​ຫລາຍ.

  • ບາ​ອາ​ຊາ​ເປັນ​ກະ​ສັດ​ອົງ​ທີ​ສາມ​ຂອງ​ອິດ​ສ​ະຣາ​ເອນ ແລະ​ໄດ້​ປົກ​ຄອງ​ເປັນ​ເວ​ລາ​ຊາວ​ປີ, ໃນ​ຊ່ວງ​ເວ​ລາ​ທີ່​ອາ​ສາ​ເປັນ​ກະ​ສັດ​ຂອງ​ຢູ​ດາ.
  • ທ່ານ​ເປັນ​ຜູ້​ບັນ​ຊາ​ການ​ທະ​ຫານ​ທີ່​ໄດ້​ກາຍ​ເປັນ​ກະ​ສັດ​ໂດຍ​ການ​ຂ້າ​ກະ​ສັດ​ອົງ​ກ່ອນ​ຄື ນາ​ດາບ.
  • ໃນ​ສ​ມັຍ​ຂອງ​ບາ​ອາ​ຊາ​ໄດ້​ມີ​ສົງ​ຄາມ​ລະ​ຫວ່າງ​ອ​ສ​ຣາ​ເອັນ​ແລະ​ຢູ​ດາ, ໂດຍ​ສ​ເພາະ​ກັບ​ກະ​ສັດ​ອາ​ສາ​ແຫ່ງ​ຢູ​ດາ.
  • ເພາະ​ຄວາມ​ບາບ​ຢ່າງ​ຫລວງ​ຫລາຍ​ຂອງ​ບາ​ອາ​ຊາ ໃນ​ທີ່​ສຸດ​ພ​ຣະ​ເຈົ້າ​ກໍ​ປົດ​ເຂົາ​ອອກ​ຈາກ​ຕຳ​ແໜ່ງ​ໂດຍ​ຄວາມ​ຕາຍ​ຂອງ​ເຂົາ.

(​ເບີ່ງເພີ້ມເຕີມ: : Asa, false god)


​ບາ​ອານ

ຂໍ້ເທັດຈິງ

"ບາ​ອານ" ໝາຍ​ຄວາມ​ວ່າ "ເຈົ້າ" ຫລື "ນາຍ" ແລະ​ເປັນ​ຊື່​ຂອງ​ພ​ະປອມທີ່​ຄົນ​ກາ​ນາ​ອານ​ກາບ​ໄຫວ້​ນະ​ມັ​ດສະ​ການ.

  • ມີ​ພະ​ປອມ​ທ້ອງ​ຖີ່ນ​ທີ່​ມີ​ຄຳ​ວ່າ "ບາ​ອານ" ຢູ່​ໃນ​ຊື່​ຂອງ​ພວກ​ເຂົາ​ດ້ວຍ​ເຊັ່ນ "ບາ​ອານ​ແຫ່ງ​ເປ​ໂອ" ບາງ​ຄັ້ງ​ພວກ​ພ​ະ​ເຫລົ່າ​ນີ້​ຖືກ​ເອີ້ນ​ຮ່ວມ​ກັນ​ວ່າ "ບັນ​ດາ​ພ​ະ​ບາ​ອານ."
  • ບາງ​ຄົນ​ມີ​ຊື່​ທີ່​ມີ​ຄຳ​ວ່າ "ບາ​ອານ" ຢູ່​ໃນ​ຊື່​ຄືກັນ.
  • ​ການ​ນະ​ມັ​ດສະ​ການ​ພ​ະ​ບາ​ອານ ຮວມ​ເຖີງ​ການ​ເຮັດ​ຊົ່ວ​ເຊັ່ນ​ການ​ເອົາ​ເດັກ​ນ້ອຍ​ບູ​ຊາ​ຍັນ​ແລະ​ໃຊ້​ຍິງ​ແມ່​ຈ້າງ​ມາ​ຮ່ວມ​ພິ​ທີ.
  • ຫລາຍ​ເທື່ອ​ໃນ​ປະ​ວັດ​ສາດ​ຂອງ​ພວກ​ເຂົາ, ຄົນ​ອິ​ດສະ​ຣາ​ເອນ​ໄດ້​ມີ​ຄວາມ​ສຳ​ພັນ​ໃກ້​ຊິດ​ກັນ​ການນະ​ມັດ​ສ​ະການ, ​ພ​ະ​ບາ​ອານ​ເຮັດ​ຕາມ​ຢ່າງ​ຊົນ​ຊາດ​ທີ່ບໍ່​ມີ​ພ​ຣະ​ເຈ​ົ້າ​ຢູ່​ອ້ອມ​ແອ້ມ​ພວກ​ເຂົາ.
  • ໃນ​ສ​ະໄຫມ​ຂອງ​ກະ​ສັດ​ອາ​ຫາບ, ເອ​ລີ​ຢາ​ຜູ້​ປະ​ກາດ​ພ​ຣະ​ທັມ​ຂ​ອງ​ພ​ຣະ​ເຈົ້າ​ໄດ້​ທ້າ​ທາຍ​ເພື່ອ​ພິ​ສູດ​ໃຫ້​ປະ​ຊາ​ຊົນ​ໄດ້​ເຫັນ​ວ່າ​ພ​ະ​ບາ​ອານບໍ່​ແມ່ນ​ພ​ະ​ແທ້ ແລະ​ພ​ຣະ​ຢາ​ເວ​ເທົ່າ​ນັ້ນ​ທີ່​ເປັນ​ພ​ຣະ​ເຈ​ົ້າ​ອົງ​ທ່ຽງ​ແທ້​ອົງ​ດຽວ. ຜົນ​ປະ​ກົດ ​ກໍ​ຄື​ພວກ​ຜູ້​ປະ​ກາດ​ຂອງ​ພ​ະ​ບາ​ອານ​ໄດ້​ຖືກ​ທຳ​ລາຍ​ແລະ​ປະ​ຊາ​ຊົນ​ໄດ້​ກັບ​ມາ​ນະ​ມັ​ສ​ການ​ພ​ຣະ​ຢາ​ເວ​ອີກ​ເທື່ອ​ນຶ່ງ.

(ເບີ່ງເພີ້ມເຕີມ: Ahab, Asherah, Elijah, false god, prostitute, Yahweh)


ເບຍເອເຊບາ

ຂໍ້ເທັດຈິງ

ໃນສະ ໄໝພຣະຄຳພີເດີມ, ເມືອງບັດຊາບາແມ່ນເມືອງໜຶ່ງທີ່ຕັ້ງຢູ່ທາງທິດຕາເວັນຕົກສຽງໃຕ້ຂອງນະຄອນເຢຣູຊາເລັມປະມານ 45 ໄມໃນເຂດທະເລຊາຍເຊິ່ງປະຈຸບັນຖືກເອີ້ນວ່າເມືອງນີເວດ.

  • ທະເລຊາຍທີ່ຢູ່ອ້ອມຮອບເມືອງ ເບເລເຊບູນ ແມ່ນເຂດຖິ່ນແຫ້ງແລ້ງກັນດານບ່ອນທີ່ ອາຮາກ ແລະ ອີສະມາເອັນ ຫລົງທາງຫລັງຈາກອັບຣາຮາມໄດ້ສົ່ງພວກເຂົາອອກໄປຈາກເຕັນຂອງລາວ.
  • ຊື່ຂອງນະຄອນນີ້ຫມາຍຄວາມວ່າ "ບໍນ້ຳຂອງຄໍາສາບານ." ໄດ້ມີການຕັ້ງຊື່ນີ້ເມື່ອອັບຣາຮາມໄດ້ສາບານວ່າຈະບໍ່ລົງໂທດຜູ້ຊາຍຂອງກະສັດ ອາບີເມເຫລັກ ເພາະໄດ້ຍຶດຄອງນ້ ຳສ້າງແຫ່ງໜຶ່ງ ຂອງອັບຣາຮາມ.

ເບໄນຍາ

ຂໍ້ເທັດຈິງ

ເບໄນຍາ ແມ່ນຊື່ຂອງຜູ້ຊາຍຫລາຍຄົນໃນພຣະສັນຍາເດີມ.

  • ເບໄນຍາລູກຊາຍຂອງ ເຢໂຮຍາດາ ແມ່ນຫນຶ່ງຂອງຜູ້ຊາຍທີ່ຍິ່ງໃຫຍ່ຂອງດາວິດ. ລາວເປັນນັກຮົບທີ່ເກັ່ງກ້າແລະໄດ້ຮັບໜ້າທີ່ເປັນຕົວແທນເຝົ້າຍາມຂອງດາວິດ.
  • ເມື່ອກະສັດຊາໂລໂມນຖືກແຕ່ງຕັ້ງໃຫ້ເປັນກະສັດ, ເບໄນຣີຍາໄດ້ຊ່ວຍລາວໂຄ່ນລົ້ມສັດຕູຂອງລາວ. ໃນທີ່ສຸດລາວໄດ້ກາຍເປັນຜູ້ບັນຊາການກອງທັບອິດສະລາເອນ.
  • ຜູ້ຊາຍຄົນອື່ນໆໃນສະໃໝ່ພຣະຄຳພີເດີມທີ່ມີຊື່ວ່າ ເບໄນຍາ ປະກອບມີເລວີ 3 ຄົນ: ປະໂລຫິດ, ນັກດົນຕີ, ແລະເຊື້ອສາຍຂອງ ອາຊາກ.

ເບຣູເອັນ

ຂໍ້ເທັດຈິງ

ເບຣູເອັນ ແມ່ນລູກຊາຍຂອງ ນາໂຫອ້າຍຂອງອັບຣາຮາມ.

  • ເບຣູເອັນ ເປັນພໍ່ຂອງເລເບກາແລະ ລາບານ.
  • ນອກນັ້ນຍັງມີເມືອງໜຶ່ງ ຊື່ວ່າເມືອງເບຣູເອັນ, ເຊິ່ງອາດຈະຕັ້ງຢູ່ທາງພາກໃຕ້ຂອງຢູດາ, ເຊິ່ງບໍ່ໄກຈາກເມືອງ ເບັດຣີເຊບາ.

ເບເລເຊບູນ

ຂໍ້ເທັດຈິງ

ເບເລເຊບູນ ແມ່ນຊື່ອື່ນສຳລັບຊາຕານ, ຫລືມານ. ບາງຄັ້ງມັນຍັງຖືກສະກົດ, "ເບເລເຊບູນ."

  • ຊື່ນີ້ມີຄວາມໝາຍວ່າ "ເຈົ້າຂອງແມງວັນ" ເຊິ່ງໝາຍຄວາມວ່າ, "ປົກຄອງຜີປີສາດ." ແຕ່ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປຄຳສັບນີ້ໃກ້ຄຽງກັບການສະກົດເດີມແທນທີ່ຈະແປຄວາມໝາຍ.
  • ມັນຍັງສາມາດຖືກແປເປັນ "ວີນຍານຊົ່ວ, ເບເລເຊບູນ" ເພື່ອເຮັດໃຫ້ມັນຊັດເຈນວ່າຜູ້ທີ່ຖືກກ່າວເຖິງ.
  • ຊື່ນີ້ແມ່ນກ່ຽວຂ້ອງກັບຊື່ຂອງພະທຽມເຈົ້າທີ່ບໍ່ຖືກຕ້ອງ "ບາລາ-ເຊບູນ" ຂອງ ເອໂຄຣ.

ເບັດ ເຊເມດ

ຂໍ້ເທັດຈິງ

ເມືອງເບັດເຊເມດແມ່ນຊື່ຂອງເມືອງການາອານປະມານ 30 ກິໂລແມັດທາງທິດຕາເວັນຕົກຂອງເມືອງເຢຣູຊາເລັມ.

  • ຊາວອິດສະລາແອນໄດ້ຍຶດເອົາເມືອງເບັດເຊເມດໃນຊ່ວງເວລາຂອງການນຳຂອງໂຢຊວຍ.
  • ເມືອງເບັດເຊເມດເປັນເມືອງໜຶ່ງທີ່ຖືກຈັດໃຫ້ເປັນບ່ອນສຳ ລັບພວກປະໂລຫິດຊາວເລວີທີ່ອາໄສຢູ່.
  • ເມື່ອພວກຟີລິດສະຕິນພວມຈັບເອົາຫີບແຫ່ງຄຳສັນຍາທີ່ຖືກຈັບກັບໄປເມືອງເຢຣູຊາເລັມ, ເມືອງເບດເຊເມດແມ່ນເມືອງທຳ ອິດທີ່ພວກເຂົາຢຸດຢູ່ກັບມັນ.

ເບັດທານີ

ຂໍ້ເທັດຈິງ

ເມືອງເບັດທານີຕັ້ງຢູ່ຖານທີ່ຕັ້ງຂອງເປີ້ນພູທາງທິດຕາເວັນອອກຂອງພູເຂົາຕົ້ນຫມາກກອກ, ຫ່າງຈາກເມືອງເຢຣູຊາເລັມປະມານ 2 ໄມ,

  • ບ້ານເບັດທານີໃກ້ກັບຖະໜົນທີ່ແລ່ນຂ້າມເມືອງເຢຣູຊາເລມແລະເມືອງ ເຢຣີໂກ.
  • ພຣະເຢຊູມັກຈະໄປຢາມບ້ານເບັດທານີບ່ອນທີ່ເພື່ອນສະໜິດ ຂອງລາວຊື່ລາຊະໂລ, ມາທາແລະມາລີອາໄສຢູ່.
  • ເບັດທານີ ແມ່ນເປັນທີ່ຮູ້ຈັກໂດຍສະເພາະແມ່ນສະຖານທີ່ ທີ່ພຣະເຢຊູ ປຸກລາຊະໂລໃຫ້ຄືນມາຈາກຕາຍ.

ເບັດເອັນ

ຂໍ້ເທັດຈິງ

ເບັດເອັນ ແມ່ນເມືອງຕັ້ງຢູ່ທາງທິດເໜືອຂອງເຢຣູຊາເລັມໃນແຜ່ນດິນການາອານ. ໃນເມື່ອກ່ອນມັນຖືກເອີ້ນວ່າ "ລູຣ."

  • ຫລັງຈາກໄດ້ຮັບຄຳສັນຍາຂອງພຣະເຈົ້າເປັນເທື່ອທຳອິດ, ອັບຮາມ (ອັບຣາຮາມ) ໄດ້ສ້າງແທ່ນບູຊາຕໍ່ພຣະເຈົ້າໃກ້ ເບັດເອັນ. ຊື່ຕົວຈິງຂອງເມືອງຍັງບໍ່ທັນມີຊື່ວ່າເບັດເອັນໃນເວລານັ້ນ, ແຕ່ຕາມປົກກະຕິແລ້ວມັນຖືກເອີ້ນວ່າ "ເບັດເອັນ" ເຊິ່ງເປັນທີ່ຮູ້ຈັກກັນດີກວ່າ.
  • ເມື່ອໜີຈາກເອຊາວອ້າຍຂອງລາວ, ຢາໂຄບໄດ້ພັກຢູ່ກາງຄືນໃນເມືອງນີ້ແລະນອນຢູ່ກາງແຈ້ງໃນພື້ນທີ່ນັ້ນ. ໃນຂະນະທີ່ລາວ ກຳລັງນອນຢູ່, ລາວມີຄວາມຝັນທີ່ໄດ້ສະແດງໃຫ້ທູດສະຫວັນຂຶ້ນແລະລົງຂັ້ນໄດໄປສະຫວັນ.
  • ເມືອງນີ້ບໍ່ມີຊື່ວ່າ "ເບັດເອັນ" ຈົນກ່ວາຫລັງຈາກຢາໂຄບຕັ້ງຊື່ນັ້ນ. ເພື່ອເຮັດໃຫ້ສິ່ງທີ່ຈະແຈ້ງກວ່ານີ້, ການແປບາງພາສາອາດຈະແປວ່າ "ລູຣ (ຕໍ່ມາເອີ້ນວ່າ ເບັດເອັນ)" ໃນຂໍ້ຄວາມກ່ຽວກັບອັບຣາຮາມ, ເຊັ່ນດຽວກັນກັບເວລາທີ່ຢາໂຄບມາຮອດບ່ອນນັ້ນ (ກ່ອນທີ່ລາວຈະປ່ຽນຊື່).
  • ເບັດເອັນ ໄດ້ຖືກກ່າວເຖິງເລື້ອຍໆໃນສະໃໝພຣະຄຳພີເດີມແລະເປັນສະຖານທີ່ ທີ່ມີເຫດການສຳຄັນຫຼາຍຢ່າງເກີດຂື້ນ.

ເບັນຢາມິນ

ຂໍ້ເທັດຈິງ

ເບັນຍາມິນ ແມ່ນລູກຊາຍຫລ້າທີ່ເກີດກັບຍາໂຄບແລະເມຍຂອງນາງລາເຊນ. ຊື່ຂອງລາວຫມາຍຄວາມວ່າ, "ລູກຊາຍຂອງມືຂວາຂອງຂ້ອຍ."

  • ລາວແລະນ້ອງຊາຍຂອງລາວຊື່ໂຢເຊັບເປັນລູກຄົນດຽວຂອງລາເຊນເຊິ່ງໄດ້ເສຍຊີວິດຫລັງຈາກເບັນຢາມິນເກີດ.
  • ເຊື້ອສາຍຂອງເບັນຢາມິນກາຍເປັນໜຶ່ງໃນສິບສອງເຜົ່າຂອງອິດສະຣາເອນ.
  • ກະສັດຊາອູແມ່ນມາຈາກຊົນເຜົ່າອິດສະລາເອນ.
  • ອັກຄະສາວົກໂປໂລແມ່ນມາຈາກຊົນເຜົ່າເບັນຢາມິນ.

ເບີເຣຍ

ຂໍ້ເທັດຈິງ

ໃນສະໄໝພຣະຄຳພີໃໝ່, ເມືອງເບໂລ (ຫລື Beroea) ແມ່ນເມືອງກຣິກທີ່ຈະເລີນຮຸ່ງເຮືອງທາງພາກຕາເວັນອອກສຽງໃຕ້ຂອງປະເທດມາເຊໂດນີ, ປະມານ 80 ກິໂລແມັດທາງໃຕ້ຂອງເມືອງເທຊະໂລນີກ.

  • ໂປໂລແລະຊີລາໄດ້ ໜີ ໄປເມືອງເບລາອາຫລັງຈາກເພື່ອນຄຣິດສະຕຽນໄດ້ຊ່ວຍພວກເຂົາໜີຈາກຊາວຢິວບາງຄົນທີ່ໄດ້ສ້າງຄວາມເດືອດຮ້ອນໃຫ້ພວກເຂົາໃນເມືອງເທຊະໂລນີກ.
  • ເມື່ອປະຊາຊົນທີ່ອາໄສຢູ່ເມືອງ ເບເລອາ ໄດ້ຍິນໂປໂລປະກາດ, ພວກເຂົາໄດ້ຄົ້ນຄວ້າພຣະຄຳພີເພື່ອຢືນຢັນວ່າສິ່ງທີ່ລາວກຳລັງບອກພວກເຂົາແມ່ນຄວາມຈິງ.

ໂບອາດ

ຂໍ້ເທັດຈິງ

ໂບອາດແມ່ນຊາວອິດສະລາແອນເຊິ່ງເປັນຜົວຂອງນາງຣູເຊິ່ງເປັນພໍ່ຕູ້ໃຫຍ່ຂອງກະສັດດາວິດແລະເປັນເຊື້ອສາຍຂອງພຣະເຢຊູຄຣິດ.

  • ໂບອາດອາໄສຢູ່ໃນຊ່ວງເວລາທີ່ມີຜູ້ພິພາກສາໃນອິດສະຣາເອນ.
  • ລາວເປັນຍາດພີ່ນ້ອງຂອງຜູ້ຍິງຊາວອິດສະລາເອນຊື່ນາໂອມີຜູ້ທີ່ໄດ້ກັບມາປະເທດອິດສະລາແອນຫລັງຈາກສາມີແລະລູກຊາຍຂອງນາງຕາຍຢູ່ປະເທດໂມອາບ.
  • ນາງໂບອາດໄດ້“ ໄຖ່” ລູກສາວທີ່ເປັນເມຍທີ່ເປັນເມຍຂອງນາໂອມີໂດຍນາງ ຣູ ໂດຍໄດ້ແຕ່ງດອງກັບນາງແລະໃຫ້ອະນາຄົດກັບຜົວແລະລູກ.
  • ລາວຖືກວ່າເປັນຮູບພາບຂອງວິທີທີ່ພຣະເຢຊູຊົງຊ່ວຍຊີວິດແລະໄຖ່ພວກເຮົາຈາກບາບ.

ປຣີດສິນລາ

ຂໍ້ເທັດຈິງ

ປຣິດສິນລາແລະຜົວຂອງອະຄວິນລາເປັນຊາວຢິວທີ່ຮ່ວມງານກັບຄຣິສຕຽນຊາວຢິວທີ່ເຮັດວຽກກັບອັຄສາວົກໂປໂລໃນງານປະກາດຂອງທ່ານ

  • ປຣິດສິນລາແລະອະຄວິນລາໄດ້ອອກຈາກໂຣມເນື່ອງຈາກຈັກະພັດໄດ້ບັງຄັບໃຫ້ຄຣິສຕຽນອອກຈາກບ່ອນນັ້ນ
  • ໂປໂລໄດ້ພົບກັບປຣິດສິນລາແລະອະຄວິນລາໃນເມືອງໂກຣິນໂທ ພວກທ່ານເປັນຄົນຫຍິບຜ້າເຕັນແລະໂປໂລກໍໄດ້ຮ່ວມເຮັດວຽກກັບພວກທ່ານໃນງານນີ້ດ້ວຍ
  • ເມື່ອໂປໂລຈາກເມືອງໂກຣິນໂທເພື່ອໄປຊີເຣຍປຣິດສິນລາແລະອະ ຄວິນລາກໍໄດ້ໄປກັບທ່ານດ້ວຍ
  • ຈາກຊີເຣຍ ພວກທ່ານທັງສາມໄດ້ໄປຢັງເອເຟໂຊ ເມື່ອໂປໂລຈາກເອເຟໂຊ ປຣິດສິນລາແລະອະຄວິນລາຢັງຢູ່ບ່ອນນັ້ນແລະໄດ້ດຳເນີນການເທດສະຫນາປະກາດຂ່າວປະເສີດໃນບ່ອນນັ້ນ
  • ພວກທ່ານໄດ້ສອນຜູ້ຊາຍທີ່ຊື່ອາໂປໂລໃນເອເຟໂຊໂດຍສະເພາະຜູ້ຊຶ່ງເຊື່ອໃນພະເຢຊູແລະມີຂອງປະທານໃນການເປັນຜູ້ເວົ້າແລະຜູ້ສອນ

ປອນທັດ

ຂໍ້ເທັດຈິງ

ປອນທັດເປັນແຂວງໜຶ່ງຂອງໂຣມໃນຊ່ວງສະໄໝຂອງຈັກກະວັດໂຣມັນແລະຄຣິດສະຕະຈັກສະໄໝເລີ່ມຕົ້ນ. ຕັ້ງຢູ່ຕາມແນວຊາຍຝັ່ງທາງໃຕ້ຂອງທະເລດຳ ທາງຕອນເໜືອທີ່ປະຈຸບັນເປັນປະເທດຕວກກີ.

  • ຕາມທີ່ມີບັນທຶກໄວ້ໃນພຣະທັມກິດຈະການ, ຄົນຈາກແຂວງປອນທັດໄດ້ຢູ່ທີ່ກຸງເຢລູຊາເລັມເມື່ອພຣະວິນຍານບໍລິສຸດສະເດັດລົງມາ ມື້ແລກເໜືອເຫຼົ່າອັກຄະສາວົກໃນມື້ວັນເພັນເຕຄອດສະເຕ.
  • ຜູ້ເຊື່ອຄົນໜຶ່ງຊື່ວ່າອາກີລາກໍມາຈາກປອນທັດ.
  • ເມື່ອເປໂຕກຳລັງຂຽນເຖິງຄຣິດສະຕຽນທີ່ກະແຈກກະຈາຍໄປໃນ ແຄ້ວນຕ່າງໆ, ປອນທັດກໍຢູ່ໃນໜຶ່ງໃນແຄວ້ນທີ່ທ່ານໄດ້ກ່າວເຖິງ.

ປັດດານ ອາຣຳ

ຂໍ້ເທັດຈິງ

ປັດດານ ອາຣຳ ເປັນຊື່ແຄ້ວນນຶ່ງ ຊຶ່ງຄອບຄົວຂອງອັບຣາຮາມອາໃສ ຢູ່ກ່ອນທີ່ຈະອອກເດີນທາງ ໄປຍັງດິນແດນການາອານ ມີຄວາມໝາຍວ່າ ທົ່ງພຽງແຫ່ງອາຣຳ.

  • ເມືອງອັບບຣາຮາມ ໄດ້ຈາກເມືອງຮາຣານ ໃນ ປັດດານອາຣຳເພື່ອເດີນທາງໄປຍັງດິນແດນ ການາອານນັ້ນ ຄອບຄົວໃຫຍ່ຂອງອັບ ຣາຮາມ ຍັງຄົງອາໃສຢູ່ທີ່ ຮາຣານ
  • ຫຼາຍປີຕໍ່ມາ ຄົນຮັບໃຊ້ຂອງອັບຣາຮາມ ໄດ້ໄປທີ່ ປັດດານອາຣຳເພື່ອຊອກຫາເມຍ ໃຫ້ກັບອີຊາກ ໃນຍາດຕິພີ່ນ້ອງຂອງລາວ ຊຶ່ງອາໃສຢູ່ທີ່ນັ້ນ ແລະໄດ້ພົບກັບ ເຣເບກາ ຊຶ່ງເປັນຫຼານສາວຂອງເບທູເອັນ
  • ບຸດຊາຍຂອງອີຊາກ ແລະ ເຣເບກາ ແມ່ນຢາໂຄບ ໄດ້ເດີນທາງໄປຍັງເມືອງປັດດານອາຣຳ ແລະ ໄດ້ແຕ່ງງານ ກັບລູກສາວສອງຄົນຂອງລາບານ ນ້ອງຊາຍ ເຣເບກາ ຊຶ່ງອາໃສຢູ່ໃນເມືອງ ຮາຣານ
  • ອາຣຳ, ປັດດານອາຣຳ, ແລະ ອາຣຳ ນາຫະຣີອັມ ທຸກເມືອງເປັນແຄ້ວນດຽວກັນ ຊຶ່ງປະຈຸບັນ ເປັນທີ່ຕັ້ງຂອງປະເທດຊີເຣຍ

ປາລານ

ຂໍ້ເທັດຈິງ

ປາລານເປັນທະເລຊາຍຫຼືຖິ່ນທຸລະກັນດານທາງຕາເວັນອອກຂອງເອຢິບແລະດິນແດນທາງຕອນໃຕ້ຂອງການາອານ. ຍັງມີພູເຂົາຊື່ປາລານເຊິ່ງອາດເປັນອີກຊື່ນຶ່ງຂອງພູເຂົາຊີນາຍ.

  • ສາວໃຊ້ຊື່ວ່າຮາກາແລະບຸດຊາຍຊື່ວ່າອິດສະມາເອວໄດ້ອອກໄປອາໃສຢູ່ໃນຖິ່ນແຫ້ງແລ້ງທຸລະກັນດານປາລານຫຼັງຈາກທີ່ນາງຊາລາໄດ້ສັ່ງໃຫ້ອັບລາຮາມສົ່ງພວກເຂົາທັງສອງອອກໄປ.

ເມື່ອໂມເຊນຳຊາວພວກອິດສະລາເອນອອກມາຈາກເອຢິບນັ້ນ ພວກເຂົາໄດ້ເດີນທາງຜ່ານຖິ່ນທຸລະກັນດານແຫ່ງປາລານ.

  • ຈາກຄາເດັດບາເນຍໃນຖິ່ນທຸລະກັນດານປາລານທີ່ໂມເຊໄດ້ສົ່ງຜູ້ຊາຍສິບສອງຄົນໄປສອດແນມດິນແດນການາອານແລະກັບມາລາຍງານ.
  • ຖິ່ນທຸລະກັນດານຊິນ ເຊິ່ງຢູ່ທາງຕອນເໜືອຂອງປາລານແລະຖິ່ນທຸລະກັນດານສີນຢູ່ທາງຕອນໃຕ້ຂອງປາລານ.

ປີລາດ

ຂໍ້ເທັດຈິງ

ປີລາດ​ແມ່ນເຈົ້າເມືອງຂອງໂຣມໃນແຂວງຢູດາຍຊຶ່ງເປັນຜູ້ຕັດສິນປະຫານພຣະເຢຊູ

  • ເນື່ອງຈາກປີລາດເປັນເຈົ້າເມືອງ ທ່ານຈຶ່ງມີອຳນາດໃນການສັ່ງຕັດສິນປະຫານບັນດາອາດຊະຍາກອນ
  • ຜູ້ນຳທາງສາສະໜາຊາວຢິວຕ້ອງການໃຫ້ປີລາຄືງພຣະເຢຊູເທີງກາງແຂນ ດັ່ງນັ້ນພວກທ່ານຈຶ່ງໄດ້ຕົວະວ່າພຣະເຢຊູເປັນອາດຊະຍາກອນ
  • ປີລາດໄດ້ຄິດວ່າພຣະເຢຊູບໍ່ໄດ້ມີຄວາມຜິດ ແຕ່ທ່ານຢູ່ທ່າມກາງຝູງຊົນແລະຕ້ອງການເອົາໃຈຝູງຊົນ ດັ່ງນັ້ນປີລາດຈຶ່ງສັ່ງໃຫ້ທະຫານ​ພ​ຣະ​ເຢ​ຊູ​ໂດຍ​ເອົາ​ໄປ​ທີ່ໄມ້ກາງແຂນ

ເປໂຕ , ຊີໂມນ ເປໂຕ , ເຄຟັດ

ຂໍ້ເທັດຈິງ

ເປໂຕມ່ນ​ຜູ້ໜຶ່ງໃນສາວົກສິບສອງຄົນຂອງພຣະເຢຊູ ທ່ານຄືຜູ້ນຳຄົນສຳຄັນຂອງຄຣິດຕະຈັກໃນຍຸກເລີ່ມຕົ້ນ

  • ກ່ອນທີ່ພຣະເຢຊູຈະເອີ້ນໃຫ້ເປໂຕ​ມາເປັນສາວົກນັ້ນ ເປໂຕມີຊື່ວ່າຊີໂມນ
  • ພາຍຫຼັງພຣະເຢຊູຈຶ່ງຕັ້ງຊື່ເປໂຕວ່າ "ເຄຟັດ" ຊຶ່ງມີຄວາໝາຍວ່າ "ສິລາ" ຫລື "ກ້ອນຫິນ" ໃນພາສາອາລາມິກ ຊື່ເປໂຕນັ້ນກໍມີຄວາມໝາຍວ່າ "ສິລາ" ຫລື "ກ້ອນຫິນ" ໃນພາສາກຣີກດ້ວຍ
  • ພຣະເຈົ້າໄດ້ຊົງເຮັດ​ການ​ອັ​ສ​ຈັນຜ່ານເປໂຕໃນການປິ່ນປົວພະຍາດແລະການປະກາດຂ່າວປະເສີດເລື່ອງພຣະເຢຊູ
  • ພຣະທຳສອງເຫລັ້ມໃນພະຄຳພີພາກພັນທະສັນຍາໃໝ່ຄືຈົດຫມາຍທີ່ເປໂຕໄດ້ຂຽນເພື່ອໜູນໃຈແລະສັ່ງສອນບັນດາຜູ້ເຊື່ອທັງຫຼາຍ

ເປີເຊຍ , ເປີຊຽນ

ຂໍ້ເທັດຈິງ

ເປີເຊຍ ແມ່ນປະເທດໜຶ່ງທີ່ໄດ້ກາຍມາເປັນອານາຈັກທີ່ຮຸ່ງເຮືອງອຳນາດໂດຍການສະຖາປະນາຂອງໄຊລັດມະຫາລາດ ໃນ 550 ກ່ອນ ຄ.ສ. ປະເທດເປີເຊຍຕັ້ງຢູ່ທາງທິດຕະເວັນອອກສຽງໃຕ້ຂອງບາບິໂລນແລະອັດຊີເ​ຣຍປະຈຸບັນນີ້ແມ່ນປະເທດອິຫລ່ານ

  • ຄົນຂອງປະເທດເປີຊ້ຽນເອີ້ນວ່າ "ຄົນເປີເຊຍ"
  • ພາຍໃຕ້ຄຳປະກາດຂອງກະສັດໄຊລັດ ຊາວຢິວໄດ້ຮັບອິດສະຫລະຈາກການເປັນຊະເລີຍໃນບາບິໂລນ ແລະໄດ້ຮັບອະນຸຍາດໃຫ້ກັບໄປທີ່ບ້ານ ແລະໄດ້ມີການສ້າງພຣະວິຫານໃນກຸງເຢລູຊາເລັມຂຶ້ນໃໝ່ດ້ວຍເງີນທືນຈາກອານາຈັກເປີເຊຍ
  • ກະສັດອານທາເຊີຊີດ ຄືຜູ້ຄອງອານາຈັກເປີເຊຍເມື່ອຜູ້ປະກາດພຣະທຳເອສຣາແລະເນເຫມີຢາໄດ້ກັບໄປທີ່ກຸງເຢລູຊາເລັມເພື່ອສ້າງກຳແພງເມືອງເຢລູຊາເລັມຂຶ້ນໃໝ່
  • ເອສເທີໄດ້ກາຍເປັນພະລາຊິນີແຫ່ງອານາຈັກເປີເຊຍເມື່ອນາງໄດ້ແຕ່ງງານກັບກະສັດອານທາເຊີຊີດ

ໂປຕີຟາ

ຂໍ້ເທັດຈິງ

ໂປຕີຟາເປັນເຈົ້າໜ້າທີ່ສຳຄັນຄົນໜື່ງຂອງຟາໂຣແຫ່ງເອຢິບໃນຊ່ວງເວລາໂຢເຊັບຖືກຂາຍໃຫ້ເປັນທາດຂອງຊາວອິດຊະມາເອນ.

  • ໂປຕີຟາໄດ້ຊືໂຢເຊັບຈາກຊາວອິດຊະມາເອນ ແລະໄດ້ແຕ່ງຕັ້ງເຂົາໃຫ້ເປັນຫົວໜ້າໃນຄົວເຮືອນຂອງເຂົາ.
  • ເມືອໂຢເຊັບຖືກກ່າວຫາຢ່າງບໍ່ຖືກຕ້ອງວ່າໄດ້ເຮັດຜິດ ໂປຕີຟາຈຶງໄດ້ຂັງໂຢເຊັບໄວ້ໃນຄຸກ.

ໂປໂລ, ໂຊໂລ

ຂໍ້ເທັດຈິງ

ໂປໂລຄືຜູ້ນຳຂອງຄຣິດສະຈັກໃນຍຸກເລີ້ມຕົ້ນເຊິ່ງພຣະເຢຊູໄດ້ສົ່ງອອກໄປເພື່ອປະກາດຂ່າວປະເສີດແກ່ກຸ່ມຊົນຊາດທັງຫຼາຍ.

  • ໂປໂລເປັນຊາວຢິວເຊິ່ງກຳເນີດໃນເມືອງຂອງໂຣມ ເມືອງໜຶ່ງຊື່ເມືອງທາຊັດ ດ້ວຍເຫດນີ້ໂປໂລຈຶ່ງເປັນຊາວໂຣມ.
  • ໂປໂລ ເດີມນັ້ນມີຊື່ຢິວວ່າໂຊໂລ.
  • ໂຊໂລໄດ້ກາຍມາເປັນຜູ້ນຳສາດສະໜາຊາວຢິວແລະໄດ້ເກີດການຈັບກຸມຊາວຢິວຊຶ່ງປ່ຽນມາເປັນຄຣິດສະຕຽນເພາະທ່ານຄິດວ່າທ່ານເຫຼົ່ານັ້ນບໍ່ສັດຊື່ຕໍ່ພຣະເຈົ້າໂດຍມາເຊື່ອໃນພຣະເຢຊູ.
  • ພຣະເຢຊູຊົງເປີດເຜີຍພຣະອົງແກ່ໂປໂລໃນແສງສະຫວ່າງກ້າຈາກທ້ອງຟ້າ ແລະຊົງກ່າວແກ່ໂຊໂລໃຫ້ທ່ານຢຸດຂົ່ມເຫັງຄຣິດສະຕຽນ.
  • ໂຊໂລໄດ້ເຊື່ອໃນພຣະເຢຊູແລະໄດ້ເລີ່ມຕົ້ນສັ່ງສອນບັນດາຊາວຢິວກ່ຽວກັບພຣະເຢຊູ.
  • ຕໍ່ມາພາຍຫຼັງພຣະເຈົ້າໄດ້ຊົງສົ່ງໂຊໂລໄປສັ່ງສອນປະຊາຊົນທີ່ບໍ່ແມ່ນຊາວຢິວກ່ຽວກັບພຣະເຢຊູແລະໄດ້ເລີ້ມກໍ່ຕັ້ງຄຣິດສະຕະຈັກຕ່າງໆ ໃນເມືອງຫຼາຍເມືອງຂອງອານາຈັກໂຣມ. ໃນເວລານີ້ເອງທີ່ທ່ານຖືກເອີ້ນລາວດ້ວຍຊື່ໂຣມວ່າ "ໂປໂລ."
  • ນອກຈາກນີ້ໂປໂລຍັງໄດ້ຂຽນຈົດໝາຍຫຼາຍສະບັບເພື່ອໜູນໃຈແລະສັ່ງສອນຄຣິດສະຕຽນໃນຄຣິສຕະຈັກຕ່າງໆ. ຈົດໝາຍຫຼາຍສະບັບເຫຼົ່ານີ້ຢູ່ໃນພັນທະສັນຍາໃໝ່.

ຜູ້ສ້າງ

ຂໍ້ເທັດຈິງ

ໂດຍທົ່ວໄປ ຄຳວ່າ "ຜູ້ສ້າງ" ຄືບາງຄົນຜູ້ທີ່ນີລະມິດຫຼືທຳສິ່ງຕ່າງໆ.

  • ໃນພຣະຄັມພີ ຄຳວ່າ "ຜູ້ສ້າງ" ໃນບາງຄັ້ງຖືກໃຊ້ເປັນເໝືອນຊື່ຫຼືຕຳແໜ່ງຂອງພຣະຢາເວເພາະພຣະອົງຊົງສ້າງສັບພະສິ່ງ.
  • ໂດຍປົກກະຕິຄຳນີ້ຖືກໃຊ້ລວມກັບຄຳວ່າ "ຂອງເຂົາ" ຫຼື "ຂອງຂ້ອຍ" ຫຼື "ຂອງທ່ານ."

ຄຳແນະນຳໃນການແປ

  • ຄຳວ່າ "ຜູ້ສ້າງ" ສາມາດແປເປັນ "ພຣະຜູ້ສ້າງ" ຫຼື "ພຣະເຈົ້າຜູ້ຊົງສ້າງ" ຫຼື "ຜູ້ສ້າງສັບພະສິ່ງ."
  • ຄຳເວົ້າ "ຜູ້ສ້າງຂອງເຂົາ" ສາມາດແປວ່າ ຜູ້ໜຶ່ງທີ່ຊົງນີລະມິດສ້າງເຂົາ" ຫຼື "ພຣະເຈົ້າຜູ້ຊົງນີລະມິດສ້າງເຂົາ."
  • ຄຳເວົ້າ "ຜູ້ສ້າງຂອງທ່ານ" ແລະ "ຜູ້ສ້າງຂອງຂ້ອຍ" ສາມາດແປໄດ້ຄ້າຍຄືກັນ.

ຜູ້ຊາຍຂອງພຣະເຈົ້າ

ຂໍ້ເທັດຈິງ

ຄຳກ່າວ "ຜູ້ຊາຍຂອງພຣະເຈົ້າ" ເປັນການກ່າວດ້ວຍຄວາມເຄົາລົບເຖິງຜູ້ປະກາດພຣະວັດຈະນະຂອງພຣະຢາເວ. ນີ້ໄດ້ໃຊ້ເພື່ອອ້າງເຖິງທູດສະຫວັນຂອງພຣະຢາເວ.

  • ເມື່ອອ້າງເຖິງຜູ້ປະກາດພຣະທັມ,ນີ້ສາມາດແປວ່າ "ຜູ້ຊາຍທີ່ເປັນຂອງພຣະເຈົ້າ" ຫຼື "ຜູ້ຊາຍຜູ້ທີ່ຮັບໃຊ້ພຣະເຈົ້າ."
  • ເມື່ອອ້າງເຖິງທູດສະຫວັນ ນີ້ສາມາດແປໄດ້ວ່າ "ຜູ້ສົ່ງຂ່າວຂອງພຣະເຈົ້າ" ຫຼື "ທູດສະຫວັນຂອງທ່ານ" ຫຼື "ຊາວສະຫວັນຈາກພຣະເຈົ້າຜູ້ທີ່ເບິ່ງແລ້ວເໝືອນຜູ້ຊາຍຄົນໜຶ່ງ."

ພູເຂົາໝາກກອກເທດ

ຂໍ້ເທັດຈິງ

ພູເຂົາຫມາກກອກເທດແມ່ນພູເຂົາຫລືເນີນພູໃຫຍ່ຕັ້ງຢູ່ທາງທິດຕາເວັນອອກຂອງເມືອງເຢຣູຊາເລັມ. ມັນສູງປະມານ 787 ແມັດ.

  • ໃນພຣະຄັມພີເດີມ, ບາງຄັ້ງພູນີ້ຖືກເອີ້ນວ່າ "ພູເຂົາທີ່ຢູ່ທາງຕາເວັນອອກຂອງເຢຣູຊາເລັມ."
  • ໃນພຣະຄັມພີໃໝ່ ໄດ້ບັນທຶກໄວ້ຫລາຍເຫດການວ່າ ໃນເວລາທີ່ພຣະເຢຊູແລະສາວົກຂອງພຣະອົງໄປທີ່ພູເຂົາຫມາກກອກເທດເພື່ອອະທິຖານແລະພັກຜ່ອນ.
  • ພຣະເຢຊູຖືກຈັບໃນສວນເຄດເຊມາເນເຊິ່ງຕັ້ງຢູ່ເທິງພູເຂົາຫມາກກອກເທດ.
  • ນີ້ຍັງສາມາດຖືກແປໄດ້ວ່າ "ເນີນພູໝາກກອກເທດ" ຫຼື "ພູເຂົາຕົ້ນໝາກກອກເທດ."

ພູເຂົາເຮີໂມນ

ຂໍ້ເທັດຈິງ

ພູເຂົາເຮີໂມນ ແມ່ນຊື່ຂອງພູເຂົາທີ່ສູງທີ່ສຸດໃນອິດສະຣາເອນທີ່ຢູ່ຈຸດໃຕ້ສຸດຂອງສາຍພູເລບານອນ.

  • ມັນຕັ້ງຢູ່ທາງເໜືອຂອງທະເລຄາລິເລ, ຢູ່ຊາຍແດນພາກເໜືອ ລະຫວ່າງອິດສະຣາເອນແລະຊີເຣຍ.
  • ຊື່ອື່ນໆທີ່ໃຊ້ເອີ້ນ ພູເຂົາເຮີໂມນ ໂດຍກຸ່ມຄົນອື່ນແມ່ນ "ພູເຂົາສິຣິໂອນ" ແລະ "ພູເຂົາເສນີ."
  • ພູເຂົາເຮີໂມນ ມີຍອດພູໃຫຍ່ສາມຈຸດສູງສຸດ. ຍອດສູງສຸດແມ່ນສູງປະມານ 2,800 ແມັດ.

ຟາ​ຣາໂອ , ເຈົ້າ​ຊີ​ວິດ​ເອ​ຢິບ

ຂໍ້ເທັດຈິງ

ໃນສະໄໝບູຮານ ກະສັດຊຶ່ງປົກຄອງປະເທດເອຢິບນັ້ນເອີ້ນວ່າຟາ​ຣາ​ໂອ

  • ​ສ​ລຸບ​ເວ​ລາທັງໝົດ ​ມີຟາຣາ​ໂອຫລາຍກວ່າ 300 ອົງ​ໄດ້ປົກຄອງປະເທດເອຢິບເປັນເວລາດົນກວ່າ 2,000 ປີ
  • ກະສັດປະເທດເອຢິບທຸກອົງມີອຳນາດແລະຮັ່ງ​ມີ
  • ໃນພຣະຄຳພີ​ໄດ້ກ່າວເຖິງກະສັດເອຢິບຫລາຍພຣະອົງ
  • ຫລາຍເທື່ອຕຳແໜ່ງນີ້ໃຊ້ແທນພຣະນາມຫລາຍກວ່າຕຳແໜ່ງ ໃນຫຼາຍກໍລະນີນັ້ນຄຳວ່າ ຟາ​ຣາ​ໂອ ໃນພາສາອັງກິດຈະຂຶ້ນຕົ້ນດ້ວຍອັກສອນໂຕໃຫຍ່

ຟິລິດສະຕິນ

ຂໍ້ເທັດຈິງ

ຟິລິດສະຕິນຄືຊື່ຂອງແຄວ້ນໃຫຍ່ໃນແຜ່ນດິນການາອານ ຊຶ່ງຕັ້ງຢູ່ຕິດກັບຊາຍຝັ່ງຂອງທະເລເມລີເຕເລເນ

  • ແຄວ້ນຟິລິດສະຕິນຕັ້ງຢູ່ເທິງທົ່ງ​ພຽງ ຊາຍຝັ່ງຈາກເມືອງຢັບຟາໃນທິດເໜືອໄປຈົນເຖິງເມືອງກາຊາທາງຕອນໃຕ້ ໄລຍະທາງປະມານ 64 ກິໂລແມດແລະຄວາມກວ້າງປະມານ 16 ກິໂລແມດ
  • ຟິລິດສະຕິນຖືກຄອບຄອງໂດຍ "ຊາວຟິລິດສະຕິນ" ທີ່ແມ່ນກຸ່ມຊົນຊາດທີ່ມີອຳນາດແລະເປັນສັດຕູຊ້ຳແລ້ວຊ້ຳອີກກັບຊາວອິດສະລາເອນ

ຟິລິບ , ການປະກາດຂ່າວປະເສີດ

ຂໍ້ເທັດຈິງ

ຄຣິດຕະຈັກໃນສະໄໝເລີ່ມຕົ້ນໃນກຸງເຢລູຊາເລັມ ຟິລິບແມ່ນ​ໜຶ່ງ​ໃນຜູ້ນຳທັງເຈັດຄົົນທີ່ໄດ້ຮັບການຊົງເລືອກໃຫ້ເບິ່ງແຍງຄົນຍາກຈົນແລະຄຣິດສະຕຽນທີ່ຂາດເຂີນ ສະເພາະໃນບັນດາແມ່ໝ້າຍ

  • ພຣະເຈົ້າຊົງໃຊ້ຟິລິບໃນການແບ່ງປັນຂ່າວປະເສີດໃຫ້ກັບຜູ້ຄົນ​ທີ່ອາໄສຢູ່ໃນເມືອງຕ່າງໆ ໃນແຄວ້ນຢູດາແລະຄາລິເລ ທັງໝົດໄປເຖິງຊາຍຊາວເອທິໂອເປຍທີ່ຟິລິບໄດ້ພົບໃນທາງ ທະເລຊາຍລະຫວ່າງທາງຈາກກຸງເຢລູຊາເລັມເຖິງເມືອງກາຊາ
  • ຫຼາຍປີຕໍ່ມາ ຟິລິບໄດ້ໄປຢູ່ໃນເມືອງຊາຣີ​ເຣຍ ທີ່ໂປໂລແລະສະຫາຍຂອງທ່ານໄດ້ເຂົ້າໄປພັກຢູ່ທີ່ບ້ານຂອງລາວລະຫວ່າງເດິນທາງຂອງພວກທ່ານກັບໄປຢັງກຸງເຢລູຊາເລັມ
  • ຜູ້ຊ່ຽວຊານທາງດ້ານພຣະຄຳພີສ່ວນໃຫຍ່ຄິດວ່າຜູ້ປະກາດຟິລິບບໍ່ແມ່ນຊາຍຄົນດຽວກັບສາວົກຂອງພຣະເຢຊູທີ່ຊື່ຟິລິບ ບາງພາສາຈະສະກົດຊື່ຂອງຊາຍທັງສອງຄົນນີ້ຕ່າງກັນນ້ອຍນຶ່ງເພື່ອຊີ້ໃຫ້ເຫັນຊັດເຈນວ່າເປັນຄົນລະຄົນ

ຟິລິບ , ອັກຄະສາວົກ

ຂໍ້ເທັດຈິງ

ຟິລິບ​ແມ່ນສາວົກລຸ້ນແລກໃນ​ຈຳ​ນວນສິບສອງຄົນຂອງພຣະເຢຊູ ທ່ານມາຈາກເມືອງເບັດໄຊດາ

  • ຟິລິບໄດ້ນຳນາທານາເອນມາພົບກັບພຣະເຢຊູ
  • ພຣະເຢຊູໄດ້ຖາມຟິລິບກ່ຽວກັບການຈັດຫາອາຫານມາລ້ຽງຄົນຫ້າພັນຄົນໄດ້ຢ່າງໃດ
  • ໃນອາຫານຄາບສຸດທ້າຍ​ທີ່ພຣະເຢຊູໄດ້ຮັບປະທານອາຫານກັບບັນດາສາວົກຂອງພຣະອົງ ພຣະອົງໄດ້ຊົງກ່າວກັບພວກສາ​ວົກເລື່ອງພຣະເຈົ້າ ພຣະບິດາຂອງພຣະອົງ ຟິລິບໄດ້ຂໍໃຫ້ພຣະເຢຊູສະແດງໃຫ້ພວກທ່ານເຫັນພຣະບິດາ
  • ບາງພາສາ ມັກ ສະກົດຊື່ຟິລິບຄົນນີ້ແຕກຕ່າງຈາກຟິລິບ (ຜູ້ປະກາດ) ເພື່ອຫຼີກລ້ຽງບໍ່ໃຫ້ສັບສົນ

ຟິລິປອຍ

ຂໍ້ເທັດຈິງ

ຟິລິປອຍເປັນເມືອງໃຫຍ່ແລະເປັນ​ເມືອງອານານິຄົມຂອງອານາຈັກໂຣມທີ່ຕັ້ງຢູ່ໃນແຄວ້ນມາຊິໂດເນຍພາກເໜືອຂອງກຣີກ ບູຮານ

  • ໂປໂລແລະສິລາໄດ້ເດິນທາງໄປເມືອງຟິລິປອຍເພື່ອເທສນາເຣື່ອງພຣະເຢຊູ
  • ໂປໂລແລະສິລາຖືກຈັບກຸມຂະນະທີ່ຢູ່ໃນເມືອງຟິລິປອຍນັ້ນ ແຕ່ພຣະເຈົ້າໄດ້ປົດປ່ອຍພວກທ່ານໃຫ້ເປັນອິດສະຫລະຢ່າງໜ້າອັດສະຈັນ
  • ໃນພັນທະສັນຍາໃໝ່ພຣະທຳຟິລິປອຍເປັນຈົດໝາຍທີ່ອັກຄະສາວົກໂປໂລໄດ້ຂຽນເຖິງບັນດາຄຣິດສະຕຽນທີ່ຄຣິດຕະຈັກໃນເມືອງຟິລິປອຍ
  • ໝາຍເຫດ ນິ້ແມ່ນ​ຄົນລະເມືອງກັບເມືອງຟິລິປອຍໃນແຄວ້ນຊີຊາ​ເຣຍ ​ທີ່ຕັ້ງຢູ່ທ​ພາກເໜືອຂອງອິດສະລາເອນໃກ້ພູເຂົາເຮີໂມນ

ຟີນີເຊຍ

ຂໍ້ເທັດຈິງ

ໃນສະໄໝບູຮານ ຟີນີເຊຍເປັນຊາດທີ່ມີຄວາມຮຸ່ງເຮືອງໃນການາອານຕິດກັບຊາຍຝັ່ງຂອງທະເລເມດິເຕລານເນທາງຕອນເໜືອຂອງອິດສະລາເອນ.

  • ຟີນີເຊຍໄດ້ຄອບຄອງດິນແດນບໍລິເວນທາງທິດຕະເວັນຕົກຊຶ່ງເປັນປະເທດເລເບນອນໃນປະຈຸບັນ.
  • ໃນສະໄໝຂອງພັນທະສັນຍາໃໝ່, ເມືອງຫຼວງຂອງປະເທດຟິນີເຊຍມີຊື່ວ່າເມືອງໄທລະ. ແລະເມືອງທີ່ມີຄວາມສຳຄັນອີກເມືອງໜຶ່ງຂອງຟີນີເຊຍຄືເມືອງໄຊດອນ.
  • ຊາວຟິນີເຊຍມີຊື່ສຽງໃນເລື່ອງຂອງທັກສະງານໄມ້ ພວກເຂົາໃຊ້ວັດຖຸດິບຄືໄມ້ສົນສີດາທີ່ເຕີບໃຫຍ່ຢ່າງອຸດົມສົມບູນໃນປະເທດ,ນຳມາໃຊ້ເປັນສີຍ້ອມສີມ່ວງເຊີ່ງມີລາຄາແພງ, ນອກຈາກນີ້ພວກທ່ານຍັງມີຄວາມສາມາດໃນເລື່ອງຂອງການຄ້າຂາຍທາງທະເລ,ແລະມີທັກສະຢ່າງຫລາຍໃນການຕໍ່ເຮືອອີກດ້ວຍ.
  • ໜຶ່ງໃນຕົວອັກສອນຍຸກເລີ່ມຕົ້ນນັ້ນຖືກຄິດຄົ້ນຂຶ້ນໂດຍຊາວຟິນີເຊຍ. ຕົວອັກສອນຂອງຊາວຟິນີເຊຍຖືກໃຊ້ໄປຢ່າງຫລວງຫຼາຍເພາະພວກເຂົາຕິດຕໍ່ສື່ສານກັບຊົນຫຼາຍກຸ່ມຜ່ານການຄ້າຂາຍ.

ຟີເນຫັດ

ຂໍ້ເທັດຈິງ

ຟີເນຫັດເປັນຊື່ຂອງຜູ້ຊາຍສອງຄົນໃນພັນທະສັນຍາເດີມ

  • ​ຜູ້ໜຶ່ງໃນ​ຈໍ​ນວນຫຼານຊາຍຂອງອາໂລນຄືປະໂລຫິດທີ່ມີຊື່ວ່າຟີເນຫັດ ​ລາວໄດ້ຕໍ່ຕ້ານພວກ​ຂາບ​ໄຫວ້ພະທຽມໃນອິດສະລາເອນ
  • ຟີເນຫັດໄດ້ຊ່ວຍໃຫ້ຊາວອິດສະລາເອນພົ້ນຈາກໂລກລະບາດຊຶ່ງພຣະເຈົ້າຢາເວໄດ້ສົ່ງມາເພື່ອລົງໂທດຊາວອິດສະລາເອນທີ່ໄດ້ແຕ່ງງານກັບຜູ້ຍິງຊາວມີເດຍແລະການນະມັດສະການພະທຽມ
  • ຫຼາຍເທື່ອຟີເນຫັດໄດ້ເດິນທາງຮ່ວມກັບກອງທັບອິດສະລາເອນເພື່ອທຳລາຍຄົນມີເດຍ
  • ໃນພັນທະສັນຍາເດີມໄດ້ກ່າວເຖິງຜູ້ຊາຍທີ່ຊື່ວ່າຟີເນຫັດອີກຄົນໜຶ່ງຊຶ່ງເປັນໜຶ່ງໃນບຸດຊາຍທີ່ຊົ່ວຮ້າຍຂອງປະໂລຫິດເອລີໃນສະໄໝຂອງຜູ້ປະກາດພະທຳຊາມູເອນ
  • ຟີເນຫັດແລະພີ່ນ້ອງຊາຍຂອງທ່ານທີ່ຊື່ວ່າໂລນີຖືກຂ້າຕາຍເມື່ອຊາວຟິລິດສະຕິນເຂົ້າຈູ່ໂຈມຕີອິດສະລາເອນແລະໄດ້ລັກຫີບພັນທະສັນຍາໄປ

ມັດທາຍ, ເລວີ

ຂໍ້ເທັດຈິງ

ມັດທາຍ ເປັນຄົນໜື່ງໃນຜູ້ຊາຍສິບສອງຄົນທີ່ພຣະເຢຊູໄດ້ເລືອກໃຫ້ເປັນອັກຄະສາວົກຂອງພຣະອົງ.ເຂົາເປັນທີ່ຮູ້ຈັກກັນໃນນາມຂອງເລວີ ບຸດຊາຍຂອງອັນເຟອາດ.

  • ເລວີ(ມັດທາຍ) ເປັນຄົນເກັບພາສີຈາກເມືອງກາເປນາອູມກ່ອນທີ່ເຂົາຈະໄດ້ພົບພຣະເຢຊູ.
  • ມັດທາຍ ໄດ້ຂຽນຂ່າວປະເສີດທີ່ໃຊ້ຊື່ຂອງເຂົາ.
  • ມີຄົນຫຼາຍຄົນທີ່ມີຊື່ວ່າ ເລວີ ໃນພຣະຄັມພີ.

ມາຊີໂດເນຍ

ຂໍ້ເທັດຈິງ

ໃນສະໄໝພັນທະສັນທະສັນຍາໃໝ່, ມາຊີໂດເນຍເປັນແຄ້ວນໜຶ່ງຂອງໂຣມທີ່ຕັ້ງຢູ່ທາງຕອນເໜືອຂອງກະຣີດບູຮານ.

  • ເມືອງທີ່ສຳຄັນຂອງມາຊີໂດເນຍ ບາງເມືອງທີ່ຖືກກ່າວເຖິງໃນພຣະຄັມພີຄື ເບເຣຍ,ຟີລີບປອຍແລະເທສະໂລນິກ.
  • ຜາ່ນທາງນິມິດ, ພຣະເຈົ້າໄດ້ສັ່ງໃຫ້ໂປໂລເທດສະໜາຂ່າວປະເສີດໃນແຄ້ວນມາຊີໂດເນຍ.
  • ໂປໂລແລະເພື່ອນຮ່ວນງານຂອງເຂົາໄດ້ໄປແຄ້ວນມາຊີໂດເນຍແລະສອນປະຊາຊົນທີ່ນັ້ນກ່ຽວກັບພຣະເຢຊູແລະໄດ້ຊ່ວຍຜູ້ເຊື່ອໃໝ່ໃຫ້ເຕີບໃຫຍ່ຂຶ້ນໃນຄວາມເຊື່ອຂອງພວກເຂົາ.
  • ໃນພຣະຄັມພີ ມີຈົດໝາຍຫຼາຍສະບັບທີ່ໂປໂລໄດ້ຂຽນເຖິງຜູ້ເຊື່ອໃນເມືອງຟີລິບປອຍແລະເທສະໂລນິກຂອງແຄ້ວນມາຊີໂດເນຍ.

ມາທາ

ຂໍ້ເທັດຈິງ

ມາທາເປັນຜູ້ຍິງຄົນໜຶ່ງຈາກເບັດທານີທີ່ໄດ້ຕິດຕາມພຣະເຢຊູ.

  • ມາທາ ມີນ້ອງສາວຊື່ ມາຣີ ແລະນ້ອງຊາຍຊື່ ລາຊະໂຣ,ຜູ້ທີ່ຕິດຕາມພຣະເຢຊູດ້ວຍເຊັ່ນກັນ.
  • ຄັ້ງໜຶ່ງເມື່ອພຣະເຢຊູໄດ້ມາຢ້ຽມພວກເຂົາທີ່ບ້ານ,ມາທາ ໄດ້ຖືກກວນໃຈໃນການຈັດຕຽມອາຫານ ຂະນະທີ່ ມາຣີ ນ້ອງສາວຂອງນາງໄດ້ນັ່ງແລະຟັງພຣະເຢຊູສັ່ງສອນ.
  • ເມື່ອ ລາຊະໂຣ ໄດ້ຕາຍ, ມາທາ ໄດ້ທູນພຣະເຢຊູວ່າ ນາງໄດ້ເຊື່ອວ່າພຣະເຢຊູເປັນພຣະຄຣິດພຣະບຸດຂອງພຣະເຈົ້າ.

ມານາເຊ, ເຜົ່າມານັດເຊ

ຂໍ້ເທັດຈິງ

ມີຜູ້ຊາຍຫ້າຄົນທີ່ມີຊື່ວ່າ ມານາເຊ ໃນພັນທະສັນຍາເດີມ:

  • ມານາເຊ ເປັນຊື່ຂອງບຸດຊາຍຄົນທຳອິດຂອງໂຢເຊັບ.
  • ທັງ ມານາເຊ ແລະນ້ອງຊາຍຂອງເຂົາຄື ເອຟຣາອິມ ຖືກຮັບເປັນບຸດບຸນທຳໂດຍບິດາຂອງໂຢເຊັບ, ຄື ຢາໂຄບ ຊຶ່ງໄດ້ໃຫ້ສິດທິພິເສດແກ່ເຊື້ອສາຍຂອງພວກເຂົາໃນການໄດ້ຢູ່ທ່າມກາງຊົນຊາດອິດສະຣາເອນສິບສອງເຜົ່າ.
  • ເຊື້ອສາຍຂອງ ມານາເຊ ເປັນໜຶ່ງໃນເຜົ່າຕ່າງໆຂອງອິດສະຣາເອນ.
  • ເຜົ່າ ມານາເຊ ມັກຈະຖືກເອີ້ນວ່າເປັນ "ເຄິ່ງເຜົ່າຂອງ ມານາເຊ" ເພາະສ່ວນໜຶ່ງຂອງເຜົ່າໄດ້ຕັ້ງຮາກເຫົ້ງາຢູ່ໃນດິນແດນການາອານ,ທາງດ້ານຕາເວັນຕົກຂອງແມ່ນ້ຳຈໍແດນ.ອີກສ່ວນໜຶ່ງຂອງເຜົ່າໄດ້ຕັ້ງກົກຮາກໃນທາງດ້ານຕາເວັນອອກຂອງແມ່ນ້ຳຈໍແດນ.
  • ໜຶ່ງໃນບັນດາກະສັດຂອງຢູດາ ຊື່ວ່າ ມານາເຊ.
  • ກະສັດ ມານາເຊ ເປັນກະສັດທີ່ຊົ່ວຮ້າຍທີ່ເອົາບັນດາບຸດຊາຍຂອງເຂົາເອງເຜົາເປັນເຄື່ອງບູຊາໃຫ້ແກ່ພຣະປອມ.
  • ພຣະເຈົ້າຊົງລົງໂທດກະສັດມານາເຊ ໂດຍການຍອມໃຫ້ເຂົາຖືກຈັບຕົວໂດຍກອງທັບຂອງສັດຕູ, ມານາເຊໄດ້ຫັນກັບມາຫາພຣະເຈົ້າແລະທຳລາຍແທ່ນບູຊາທີ່ໃຊ້ນະມັດສະການພວກຮູບເຄົາລົບ.
  • ຜູ້ຊາຍສອງຄົນທີ່ຊື່ວ່າ ມານາເຊ ມີຊີວິດຢູ່ໃນຊ່ວງຍຸກຂອງເອສະຣາ,ພວກເຂົາຄືຄົນທີ່ຕ້ອງປະຢ່າກັບພັນລະຍາຕ່າງສາດສະໜາເຫຼົ່ານັ້ນເພາະພວກນາງມີອິດທິພົນຕໍ່ພວກເຂົາໃນການນັບຖືພຣະປອມ.
  • ມານາເຊອີກຄົນໜຶ່ງເປັນປູ່ຂອງບາງຄົນໃນເຜົ່າດານທີ່ເປັນປະໂລຫິດຂອງຮູບເຄົາລົບຂອງພຣະປອມ.

ມາຣີ (ນ້ອງສາວຂອງມາທາ)

ຂໍ້ເທັດຈິງ

ມາຣີ ເປັນຜູ້ຍິງທີ່ມາຈາກເບັດທານີ ທີ່ມາຕິດຕາມພຣະເຢຊູ.

  • ມາຣີ ມີເອື້ອຍຊື່ວ່າ ມາທາ ແລະ ນ້ອງຊາຍຊື່ ລາຊາໂຣ ເຊິ່ງໄດ້ຕິດຕາມພຣະເຢຊູເຈົ້າຄືກັນ.
  • ຄັ້ງໜຶ່ງ ພຣະເຢຊູເຈົ້າ ໄດ້ກ່າວວ່າ ມາຣີ ໄດ້ເລຶອກສິ່ງທີ່ດີທີ່ສຸດເມື່ອລາວໄດ້ເລຶອກເອົາການມານັ່ງຟັງພຣະອົງ ຫລາຍກວ່າການໄປຫຍຸ້ງຢູ່ກັບການຕຽມອາຫານ ແບບມາທາ ກຳລັງເຮັດຢູ່.
  • ພຣະເຢຊູເຈົ້າ ໄດ້ເອົານ້ອງຊາຍຂອງມາຣີ ໃຫ້ກັບຄືນມາມີຊີວິດອີກ.
  • ບາງເວລາຫລັງຈາກນັ້ນ, ຂະນະທີ່ພຣະເຢຊູເຈົ້າ ກຳລັງກິນເຂົ້າຢູ່ເຮືອນຂອງບາງຄົນໃນເບັດທານີ, ມາຣີ ໄດ້ທານ້ຳຫອມລາຄາແພງ ໃສ່ພຣະບາດຂອງພຣະອົງ ເພື່ອເປັນການນະມັດ ສະການພຣະອົງ.
  • ພຣະເຢຊູເຈົ້າ ກ່າວຍ້ອງຍໍນາງທີ່ໄດ້ເຮັດແບບນີ້ ແລະ ໄດ້ບອກວ່າ ລາວກຳລັງຕຽມຮ່າງກາຍຂອງພຣະອົງ ສຳລັບການຝັງພຣະສົບ.

ມາຣີ ຊາວມັກດາລາ

ຂໍ້ເທັດຈິງ

ມາຣີ ຊາວມັກດາລາຄືໜຶ່ງໃນຈຳນວນຜູ້ຍິງຫຼາຍໆຄົນ ທີ່ເຊື່ອໃນພຣະເຢຊູແລະໄດ້ຕິດຕາມພຣະອົງໃນງານພັນທະກິດຂອງພຣະອົງ. ນາງເປັນທີ່ຮູ້ຈັກໃນຖານະທີ່ເປັນຄົນທີ່ພຣະເຢຊູໄດ້ຮັກສາຈາກຜີປີສາດເຈັດໂຕທີ່ໄດ້ຄວບຄຸມນາງ.

  • ມາຣີ ຊາວມັກດາລາແລະຜູ້ຍິງອື່ນບາງຄົນ ຊ່ວຍສະໜັບສະໜູນພຣະເຢຊູແລະພວກອັກຄະສາວົກຂອງພຣະອົງໂດຍຖວາຍແກ່ພວກເຂົາ.ນາງຖືກອ້າງເຖິງວ່າເປັນຜູ້ຍິງຄົນໜຶ່ງໃນກຸ່ມຜູ້ຍິງກຸ່ມທຳອິດທີ່ເຫັນພຣະເຢຊູ ຫຼັງຈາກພຣະອົງຊົງເປັນຂຶ້ນມາຈາກຄວາມຕາຍ.
  • ຂະນະທີ່ ມາຣີ ຊາວມັກດາລາ ໄດ້ຢືນຢູ່ນອກອຸໂມງທີ່ຫວ່າງເປົ່າ, ນາງໄດ້ເຫັນພຣະເຢຊູຊົງຢືນຢູ່ທີ່ນັ້ນແລະພຣະອົງໄດ້ຊົງບອກນາງໃຫ້ບອກສາວົກຄົນອື່ນໆ ວ່າພຣະອົງຊົງຟື້ນຄືນພຣະຊົນ.

ມາຣີ, ມານດາຂອງພຣະເຢຊູ

ຂໍ້ເທັດຈິງ

ມາຣີ ເປັນຜູ້ຍິງສາວທີ່ອາໃສຢູ່ໃນເມືອງນາຊາເຣັດ ຜູ້ທີ່ຖືກຜູກມັດໃຫ້ແຕ່ງງານກັບຜູ້ຊາຍທີ່ຊື່ໂຢເຊັບ.ພຣະເຈົ້າຊົງເລືອກ ມາຣີ ໃຫ້ເປັນມານດາຂອງພຣະເຢຊູ ພຣະເມຊີອາ, ພຣະບຸດຂອງພຣະເຈົ້າ.

  • ພຣະວິນຍານບໍລິສຸດໂດຍການອັດສະຈັນໄດ້ທຳໃຫ້ມາຣີຕັ້ງທ້ອງໃນຂະນະທີ່ນາງເປັນຍິງພົມມະຈາລີ.
  • ທູດສະຫວັນໄດ້ບອກແກ່ ມາຣີ ວ່າທາລົກໃນທ້ອງຂອງນາງຄືພຣະບຸດຂອງພຣະເຈົ້າຂອງພຣະເຈົ້າແລະນາງຈະເອີ້ນຊື່ກຸມມານນັ້ນວ່າ ເຢຊູ.
  • ມາຣີ ຮັກພຣະເຈົ້າແລະໄດ້ສັນລະເສີນພຣະອົງທີ່ໄດ້ໂປດປານນາງ.
  • ໂຢເຊັບໄດ້ແຕ່ງງານກັບມາຣີ, ແຕ່ມາຣີ ຍັງຄົງເປັນຍິງພົມມະຈາລີຈົນເຖິງຫຼັງຈາກທາລົກໄດ້ຄອດອອກມາແລ້ວ.
  • ມາຣີ ແລະໂຢເຊັບ, ໄດ້ນຳພຣະກຸມມານເຢຊູໄປຖະຫວາຍທີ່ພຣະວິຫານ. ຕໍ່ມາພວກເຂົາໄດ້ພາກ້ນໄປອີຢິບເພື່ອໜີຈາກຄຳສັ່ງຂອງເຮໂຣດທີ່ສັ່ງໃຫ້ຂ້າທາລົກ. ຫຼັງຈາກນັ້ນພວກເຂົາໄດ້ຍ້າຍກັບມາ ທີ່ນາຊາເຣັດ.
  • ເມື່ອພຣະເຢຊູຊົງເປັນຜູ້ໃຫຍ່ແລ້ວ,ມາຣີ ໄດ້ຢູ່ກັບພຣະອົງເມື່ອພຣະອົງຊົງປ່ຽນນ້ຳ ໃຫ້ເປັນເຫຼົ້າອະງຸ່ນໃນງານສົມລົດທີ່ບ້ານການາ.
  • ຂ່າວປະເສີດໄດ້ກ່າວວ່າ ມາຣີ ກໍໄດ້ຢູ່ທີ່ກາງແຂນເມື່ອພຣະເຢຊູກຳລັງຈະສິ້ນພຣະຊົນ.ພຣະອົງໄດ້ບອກໃຫ້ສາວົກໄດ້ດູແລນາງໃຫ້ເໝືອນແມ່ຂອງເຂົາ.

ມາລາກີ

ຂໍ້ເທັດຈິງ

ມາລາກີຄືເປັນໜຶ່ງໃນບັນດາຜູ້ປະກາດພຣະວັດຈະນະຂອງພຣະເຈົ້າໃນອານາຈັກຢູດາ.ເຂົາໄດ້ມີຊີວິດປະມານ 500 ປີກ່ອນພຣະຄຣິດໄດ້ຢູ່ໃນໂລກ.

  • ມາລາກີ ໄດ້ປະກາດພຣະວັດຈະນະໃນຊ່ວງລະຍະເວລາທີ່ພຣະວິຫານຂອງອິດສະຣາເອນກຳລັງຖືກສ້າງຂຶ້ນມາໃໝ່ຫຼັງຈາກທີ່ກັບມາຈາກການເປັນຊະເລີຍຂອງບາບີໂລນ.
  • ເອຊະຣາແລະເນເຫມີຢາມີຊີວິດຢູ່ປະມານເວລາດຽວກັນກັບມາລາກີ.
  • ພຣະທັມມາລາກີຄືພຣະທັມເຫຼັ້ມສຸດທ້າຍຂອງພັນທະສັນຍາເດີມ.
  • ເຊັ່ນດຽວກັນກັບຜູ້ປະກາດພຣະວັດຈະນະທຸກຄົນໃນພັນທະສັນຍາເດີມ,ມາລາກີໄດ້ກະຕຸ້ນໃຫ້ປະຊົນກັບໃຈຈາກບາບຂອງພວກເຂົາແລະຫັນກັບມານະມັດສະການພຣະຢາເວ.

ມາອາກາ

ຂໍ້ເທັດຈິງ

ມາອາກາ (ຫຼືມາອາຄາ) ເປັນໜຶ່ງໃນບັນດາບຸດຊາຍຂອງນ້ອງຊາຍຂອງອັບບະຣາຮາມທີ່ມີຊື່ວ່າ ນາໂຮ. ມີຄົນອື່ນໃນພັນທະສັນຍາເດີມທີ່ໃຊ້ຊື່ນີ້ດ້ວຍ.

  • ເມືອງມາອາກາຫຼືເບັດມາອາກາ ຕັ້ງຢູ່ໄກໄປທາງເໜືອຂອງອິດສະຣາເອນໃນແຄ້ວນທີ່ຖືກຢຶດຄອງໂດຍຊົນເຜົ່າເນັບທາລີ.
  • ເປັນເມືອງທີ່ສຳຄັນແລະຖືກສັດຕູໂຈມຕີຫຼາຍຄັ້ງ.
  • ມາອາກາ ຊື່ຂອງຜູ້ຍິງຫຼາຍຄົນລວມເຖິງມານດາຂອງບຸດຊາຍຂອງດາວິດທີ່ຊື່ວ່າ ອັບຊາໂລມ.
  • ກະສັດ ອາສາໄດ້ປົດມາອາກາທີ່ເປັນແມ່ເຖົ້າຂອງເພິ່ນຈາກການເປັນລາຊີນີເພາະນາງສະໜັບສະໜູນການນະມັດສະການອາເຊຣາ.

ມິຊະປາ

ຂໍ້ເທັດຈິງ

ມິຊະປາ ແມ່ນຊື່ຂອງເມືອງຫລາຍເມືອງ ທີ່ປາກົດໃນພຣະຄັມພີເດີມ. ມີຄວາມໝາຍວ່າ, "ຈຸດຊົມວິວ" ຫລື "ຫໍຄອຍ."

  • ຕອນທີ່ດາວິດຖືກໂຊນຕາມລ່າ, ລາວປະໃຫ້ພໍ່ແມ່ລາວຢູ່ເມືອງມິຊະປາ, ພາຍໃຕ້ການປົກຄອງຂອງກະສັດໂມອາບ.
  • ເມືອງມິຊະປາ ຕັ້ງຢູ່ລະຫວ່າງຊາຍແດນຂອງອານາຈັກຢູດາ ແລະອິດສະຣາເອນ. ເປັນໃຈກາງຂອງກອງທັບໃຫຍ່.

ມີກາ

ຂໍ້ເທັດຈິງ

ມີກາ ແມ່ນຜູ້ປະກາດພຣະທັມ ໃນອານາຈັກຢູດາ ປະມານ 700 ປີ ກ່ອນຄຣິສຕະສັກກະຣາດ, ໃນເວລາດຽວກັນກັບຜູ້ປະກາດພຣະທັມເອຊາຢາ ຍັງເຮັດວຽກຢູ່ແຂວງຢູດາ. ຜູ້ຊາຍອີກຄົນໜຶ່ງທີ່ຊື່ ມີກາ ແມ່ນມີຊີວິດຢູ່ໃນສະໄໝຂອງພວກຜູ້ປົກຄອງ.

  • ພຣະທັມມີກາ ແມ່ນພຣະທັມທີ່ຢູ່ເກືອບທ້າຍໆ ຂອງພຣະຄັມພີເດີມ.
  • ມີກາ ໄດ້ທຳນວາຍເຖິງການຫລົ້ມຈົມຂອງຊາວຊາມາເຣຍ ໂດຍຊາວອັດຊີເຣຍ.
  • ມີກາ ໄດ້ກ່າວຕຳນິປະຊາຊົນຢູດາ ເພາະພວກເຂົາບໍ່ຟັງຄວາມພຣະເຈົ້າ ແລະ ໄດ້ເຕືອນພວກເຂົາວ່າ ສັດຕູຈະມາບຸກໂຈມຕີພວກເຂົາ.
  • ໃນຄຳທຳນວາຍນັ້ນ ຍັງລົງທ້າຍດ້ວຍຖ້ອຍຄຳແຫ່ງຄວາມຫວັງໃນພຣະເຈົ້າ ຜູ້ຊົງສັດຊື່ ແລະ ຈະຊ່ວຍກູ້ປະຊາຊົນຂອງພຣະອົງ.
  • ໃນພຣະທັມພວກຜູ້ປົກຄອງ, ໄດ້ບອກເລື່ອງຂອງຜູ້ຊາຍຄົນໜຶ່ງທີ່ຊື່ ມີກາ ເຊິ່ງອາໃສຢູ່ໃນເຂດແດນເອຟຣາອິມ ເປັນຜູ້ທີ່ສ້າງຮູບເຄົາລົບຈາກເງິນ. ປະໂລຫິດທີ່ຍັງເປັນຄົນໜຸ່ມຄົນໜຶ່ງ ເຊິ່ງເປັນຊາວເລວີ ໄດ້ມາອາໃສຢູ່ກັບຊາຍຜູ້ນີ້ ແລະໄດ້ລັກເອົາຮູບເຄົາລົບ ແລະ ເຄື່ອງຂອງອື່ນໆ, ແລ້ວກໍໜີໄປກັບຊົນເຜົ່າດານ. ສຸດທ້າຍ ຊົນເຜົ່າດານແລະປະໂລຫິດໜຸ່ມຄົນນັ້ນ ກໍມາຕັ້ງຖິ່ນຖານຢູ່ເມືອງລາອິດ ແລະ ພວກເຂົາກໍໄດ້ເອົາຮູບເຄົາລົບທີ່ເຮັດຈາກເງິນນັ້ນມາຕັ້ງໄວ້ ເພື່ອນະມັດສະການ.

ມີຄາເອນ

ຂໍ້ເທັດຈິງ

ມີຄາເອນ ເປັນຫົວໜ້າຂອງພວກທູດສະຫວັນຜູ້ບໍຣິສຸດ, ເປັນທູດສະຫວັນທີ່ເຊື່ອຟັງ. ລາວແມ່ນທູດສະຫວັນຕົນດຽວ ທີ່ຖືກບົ່ງບອກໂດຍກົງວ່າເປັນ "ຫົວໜ້າທູດສະຫວັນ" ຂອງພຣະເຈົ້າ.

  • ຄຳວ່າ "ຫົວໜ້າທູດສະຫວັນ" ຄວາມໝາຍຕາມໂຕອັກສອນແມ່ນ "ຫົວໜ້າຂອງທູດສະຫວັນ" ຫລື "ຜູ້ປົກຄອງທູດສະຫວັນ."
  • ມີຄາເອນ ແມ່ນນົກຮົບ ທີ່ຕໍ່ສູ້ກັບສັດຕູຂອງພຣະເຈົ້າ ທັງຄຸ້ມຄອງຮັກສາປະຊາຊົນຂອງພຣະເຈົ້າ.
  • ລາວໄດ້ນຳພາອິດສະຣາເອນ ຕໍ່ສູ້ກັບກອງທະຫານຂອງເປິເຊຍ. ໃນເວລາສຸດທ້າຍ ລາວຈະນຳພາກອງກຳລັງຂອງອິດສະຣາເອນ ໃນການຕໍ່ສູ້ເທື່ອສຸດທ້າຍກັບກອງກຳລັງຂອງຄວາມຊົ່ວຮ້າຍ ຕາມທີ່ໄດ້ທຳນວາຍໄວ້ໃນພຣະທັມດານີເອນ.
  • ໃນພຣະຄັມພີ ມີຜູ້ຊາຍຫລາຍຄົນທີ່ຊື່ ມີຄາເອນ. ມີຜູ້ຊາຍຫລາຍຄົນທີ່ຖືກເອິ້ນວ່າເປັນ "ລູກຊາຍຂອງມີຄາເອນ."

ມີຊາເອນ

ຂໍ້ເທັດຈິງ

ມີຊາເອນ ແມ່ນຊື່ຂອງຜູ້ຊາຍສາມຄົນ ທີ່ຢູ່ໃນພຣະຄັມພີເດີມ.

  • ມີຊາເອນ ຄົນໜຶ່ງແມ່ນພີ່ນ້ອງຂອງອາໂຣນ. ຕອນທີ່ລູກຊາຍສອງຄົນຂອງອາໂຣນ ຖືກພຣະເຈົ້າປະຫານຊີວິດ ຍ້ອນພວກເຂົານະມັດສະການຮູບເຄົາຣົບ ທີ່ພຣະເຈົ້າຫ້າມບໍ່ໃຫ້ເຮັດເດັດຂາດ, ມີຊາເອນ ແລະ ນ້ອງຊາຍຂອງລາວ ຖືກມອບໝາຍໃຫ້ເຮັດໜ້າທີ່ເອົາສົບອອກໄປໄວ້ຢູ່ນອກແຄ້ມຂອງຊາວອິດສະຣາເອນ.
  • ຜູ້ຊາຍອີກຄົນໜຶ່ງທີ່ຊື່ ມີຊາເອນ ແມ່ນຄົນທີ່ຢືນຢູ່ຂ້າງເອຊະຣາ ຕອນທີ່ລາວກຳລັງເປີດອ່ານໜັງສືມ້ວນ ທີ່ໄດ້ຖືກຄົ້ນພົບອີກ ໃຫ້ແກ່ຄົນທົ່ວໄປ.
  • ຕອນທີ່ຊົນຊາດອິດສະຣາເອນ ຖືກຈັບໄປເປັນຊະເລີຍໃນນະຄອນບາບີໂລນ, ຊາຍໜຸ່ມທີ່ຊື່ ມີຊາເອນ ກໍຖືກຈັບໄປນຳ ແລະໄດ້ຖືກບັງຄັບໃຫ້ຢູ່ໃນນະຄອນບາບີໂລນ. ຊາວບາບີໂລນ ໄດ້ໃສ່ຊື່ໃຫ້ລາວວ່າ, "ເມຊາກ." ລາວ, ແລະ ໝູ່ເພື່ອນຂອງລາວ, ຄື ອາຊາຣີຢາ (ຊັດຣາກ) ແລະ ຮານານີຢາ (ອາເບັດເນໂກ), ໄດ້ປະຕິເສດທີ່ຈະນະມັດສະການຮູບເຄົາຣົບຂອງກະສັດ ແລະໄດ້ຖືກໂຍນຖິ້ມເຂົ້າໄປໃນເຕົາໄຟ.

ມີດີອານ, ຊາວມີດີອານ

ຂໍ້ເທັດຈິງ

ມີດີອານ ແມ່ນລູກຊາຍຂອງອັບຣາຮາມກັບນາງເກຕຸຣາ. ມັນຍັງແມ່ນຊື່ຂອງຊົນຊາດໜຶ່ງ ແລະ ບໍລິເວນທີ່ຕັ້ງຢູ່ທາງເໜືອຂອງທະເລຊາຍອາຣາເບຍ ຈົນຮອດທາງໃຕ້ຂອງແຜ່ນດິນການາອານ. ຄົນທີ່ຢູ່ໃນຊົນຊາດນີ້ ຖືກເອິ້ນວ່າ "ຊາວມີດີອານ."

  • ເມື່ອໂມເຊ ໄດ້ອອກຈາກປະເທດເອຢິບເທື່ອທຳອິດ, ລາວໄດ້ໄປເຖິງເຂດແດນມີດີອານ ເຊິ່ງຢູ່ທີ່ນັ້ນ ລາວໄດ້ພົບກັບພວກລູກສາວຂອງເຢທະໂຣ ແລະໄດ້ຊ່ວຍເອົານ້ຳໃຫ້ສັດລ້ຽງຂອງພວກນາງ. ຕໍ່ມາ ໂມເຊກໍໄດ້ແຕ່ງງານກັບລູກສາວຄົນໜຶ່ງຂອງເຢທະໂຣ.
  • ໂຢເຊັບ ຖືກຈັບໄປເປັນທາດຢູ່ປະເທດເອຢິບ ກໍໂດຍຊາວມີດີອານທີ່ເປັນພວກຄ້າຂາຍທາດ.
  • ຫລາຍປີຕໍ່ມາ ຊາວມີດີອານໄດ້ບຸກໂຈມຕີ ແລະປຸ້ນເອົາເຄື່ອງຂອງ ຂອງຊາວອິດສະຣາເອນໃນແຜ່ນດິນການາອານ. ກິເດໂອນ ຈິ່ງໄດ້ນຳພາຊາວອິດສະຣາເອນຕໍ່ສູ້ກັບຊາວມີດີອານ.
  • ຊົນເຜົ່າອາຫຣັບສະໄໝໃໝ່ຫລາຍຊົນເຜົ່າ ກໍສືບເຊື້ອສາຍມາຈາກກຸ່ມນີ້.

ມີຣີອາມ

ຂໍ້ເທັດຈິງ

ມີຣີອາມ ເປັນເອື້ອຍກົກຂອງອາໂຣນ ແລະ ໂມເຊ.

  • ຕອນທີ່ລາວຍັງເປັນເດັກຢູ່ນັ້ນ, ແມ່ຂອງມີຣີອາມ ໄດ້ບອກໃຫ້ລາວເຝົ້າຈອບເບິ່ງນ້ອງຊາຍຂອງລາວ ຄື ໂມເຊ ທີ່ຍັງເປັນເດັກນ້ອຍໆຢູ່ ແຕ່ຕ້ອງຖືກເຊື່ອງໄວ້ໃນອູ່ ແລະເອົາໄປປະໄວ້ໃນພຸ່ມຫຍ້າອໍ້ ໃນແມ່ນ້ຳນິນ. ເມື່ອລູກສາວຂອງກະສັດຟາໂຣມາພົບ ຈິ່ງຢາກໄດ້ເດັກນ້ອຍຄົນນັ້ນໄປລ້ຽງ ແລະຈຳເປັນຕ້ອງຫາຄົນມາລ້ຽງ ເພາະເດັກນັ້ນຍັງນ້ອຍຢູ່, ດັ່ງນັ້ນ ມີຣີອາມ ຈິ່ງໄປພາແມ່ຂອງລາວມາເຮັດໜ້າທີນີ້.
  • ມີຣີອາມ ໄດ້ພາຊາວອິດສະຣາເອນ ເຕັ້ນລຳຮ້ອງເພງ ເພື່ອສະແດງຄວາມຊົມຊື່ນຍິນດີ ແລະ ຂອບໃຈພຣະເຈົ້າ ທີ່ໄດ້ຊ່ວຍພວກເຂົາໃຫ້ ຂ້ວາມທະເລແດງ ພົ້ນຈາກການໄລ່ຕາມມາຂອງທະຫານອີຢິບ.
  • ຫລາຍປີຕໍ່ມາ ຊາວອິດສະຣາເອນທີ່ເດີນທາງວົນໄປວົນມາຢູ່ໃນທະເລຊາຍແຫ້ງແລ້ງ, ມີຣີອາມ ແລະ ອາໂຣນ ກໍ່ເລີຍເວົ້າຮ້າຍໃສ່ໂມເຊ ຍ້ອນລາວໄປແຕ່ງງານກັບຜູ້ຍິງຊາວກູເຊ.
  • ຍ້ອນນາງບໍ່ສັດຊື່ ແລະ ເວົ້າຮ້າຍໃສ່ໂມເຊ, ພຣະເຈົ້າ ຈິ່ງສາບແຊ່ງມີຣີອາມ ໃຫ້ເປັນພະຍາດຂີ້ເຮື້ອນ. ແຕ່ຕໍ່ມາພາຍຫລັງ ພຣະເຈົ້າ ກໍໄດ້ຊ່ວຍໃຫ້ລາວດີພະຍາດ ເພາະຄຳທູນຂໍຂອງໂມເຊເພື່ອລາວ.

ເມໂສໂປເຕເມຍ, ອາຣາມ ນາຫະຣາອິມ

ຂໍ້ເທັດຈິງ

ເມໂສໂປເຕເມຍ ແມ່ນພື້ນທີ່ຂອງດິນແດນທີ່ຢູ່ລະຫວ່າງແມ່ນ້ຳຕີກຣິດ ແລະ ຢູເຟຣຕິດ. ສະຖານທີ່ຕັ້ງຂອງດິນແດນນີ້ ແມ່ນບໍລິເວນເຂດແດນຂອງປະເທດອີຣັກໃນປະຈຸບັນນີ້.

  • ໃນພຣະຄຳພີເດີມ, ດິນແດນແຫ່ງນີ້ ຖືກເອີ້ນວ່າເປັນ "ອາຣາມ ນາຫະຣາອິມ."
  • ຄຳວ່າ "ເມໂສໂປເຕເມຍ" ໝາຍເຖິງ "ຢູ່ລະຫວ່າງແມ່ນ້ຳ." ປະໂຫຍກທີ່ບອກວ່າ "ອາຣາມ ນາຫະຣາອິມ" ໝາຍຄວາມວ່າ "ອາຣາມ ຂອງແມ່ນ້ຳສອງສາຍ."
  • ອັບຣາຮາມ ໄດ້ອາໃສຢູ່ໃນເມືອງຕ່າງໆ ທີ່ຢູ່ໃນບໍລິເວນເຂດແດນເມໂສໂປເຕເມຍ ຄື ເມືອງເອີແລະຮາຣານ ກ່ອນທີ່ລາວຈະອົບພະຍົບໄປດິນແດນການາອານ.
  • ນະຄອນບາບີໂລນ ເປັນນະຄອນທີ່ສຳຄັນແຫ່ງໜຶ່ງ ຂອງດິນແດນເມໂສໂປເຕເມຍ.
  • ພາກພື້ນທີ່ເອີ້ນວ່າ "ເຄເດຍ" ແມ່ນສ່ວນໜຶ່ງຂອງດິນແດນເມໂສໂປເຕເມຍ.

ເມເຊັກ

ຂໍ້ເທັດຈິງ

ເມເຊັກ ແມ່ນຊື່ຂອງຜູ້ຊາຍສອງຄົນໃນພຣະຄັມພີເດີມ.

  • ເມເຊັກ ຜູ້ໜຶ່ງ ເປັນລູກຊາຍຂອງຢາເຟດ.
  • ເມເຊັກ ອີກຄົນໜຶ່ງ ແມ່ນຫລານຊາຍຂອງ ເຊມ.
  • ເມເຊັກ ຍັງແມ່ນຊື່ຂອງດິນແດນ, ເຊິ່ງອາດຈະຕັ້ງຊື່ຕາມຊາຍຄົນນີ້.
  • ດິນແດນຂອງເມເຊັກ ອາດຈະຕັ້ງຢູ່ໃນບາງສ່ວນຂອງປະເທດຕຸຣະກີໃນປະຈຸບັນ.

ເມນຄີເຊເດັກ

ຂໍ້ເທັດຈິງ

ໃນໄລຍະເວລາທີ່ອັບຣາຮາມຍັງມີຊີວິດຢູ່, ເມນຄີເຊເດັກ ເປັນກະສັດປົກຄອງນະຄອນຊາເລັມ (ເຊິ່ງຕໍ່ມາແມ່ນ, "ນະຄອນເຢຣູຊາເລັມ")

  • ຊື່ຂອງເມນຄີເຊເດັກ ມີຄວາມໝາຍວ່າ, "ກະສັດແຫ່ງຄວາມຊອບທັມ" ແລະຕຳແໜ່ງຂອງເພິ່ນແມ່ນ "ກະສັດແຫ່ງນະຄອນຊາເລັມ" ເຊິ່ງໝາຍເຖິງ "ກະສັດແຫ່ງຄວາມສັນຕິສຸກ."
  • ເພິ່ນຖືກກ່າວຂານວ່າເປັນ "ປະໂລຫິດຂອງພຣະເຈົ້າອົງສູງສຸດ."
  • ເມນຄີເຊເດັກ ຖືກກ່າວເຖິງເປັນເທື່ອທຳອິດໃນພຣະຄັມພີ ແມ່ນຕອນທີ່ລາວເອົາເຂົ້າຈີ່ແລະເຫລົ້າອະງຸ່ນໃຫ້ອັບຣາມ ພາຍຫລັງທີ່ອັບຣາມຊ່ວຍຊີວິດໂລດ ເຊິ່ງເປັນຫລານຂອງລາວ ໃຫ້ພົ້ນຈາກບັນດາກະສັດທີ່ມີອຳນາດ. ອັບຣາມຖວາຍໜຶ່ງສ່ວນສິບຈາກເຄື່ອງຂອງທີ່ປຸ້ນມາໄດ້ດ້ວຍໄຊຊະນະ ໃຫ້ແກ່ເມນຄີເຊເດັກ.
  • ໃນພຣະຄັມພີໃໝ່, ໄດ້ອະທິບາຍວ່າ ເມນຄີເຊເດັກ ແມ່ນບຸກຄົນໆໜຶ່ງ ທີ່ບໍ່ມີພໍ່ແມ່. ເພິ່ນຖືກເອີ້ນວ່າປະໂລຫິດ ແລະ ກະສັດທີ່ປົກຄອງຕະຫລອດໄປ.
  • ໃນພຣະຄັມພີໃໝ່ ຍັງບອກອີກວ່າ ພຣະເຢຊູເຈົ້າ ເປັນປະໂລຫິດຕາມແບບ "ການຈັດລະບຽບຂອງເມນຄີເຊເດັກ." ພຣະເຢຊູເຈົ້າ ບໍ່ໄດ້ສືບທອດເຊື້ອສາຍມາຈາກເຜົ່າເລວີ ຄືກັບປະໂລຫິດຂອງອິດສະຣາເອນ. ພຣະອົງເປັນປະໂລຫິດ ໂດຍແມ່ນພຣະເຈົ້າເປັນຜູ້ປະທານໃຫ້, ເຊັ່ນດຽວກັບເມນຄີເຊເດັກ.
  • ການອະທິບາຍຄຳເຫລົ່ານີ້ກ່ຽວກັບພຣະອົງ ແມ່ນຂຶ້ນກັບພື້ນຖານໃນພຣະຄັມພີ, ເມນຄີເຊເດັກ ຈຶ່ງເປັນປະໂລຫິດທີ່ເປັນມະນຸດ ແຕ່ຖືກແຕ່ງຕັ້ງໂດຍພຣະເຈົ້າ ເພື່ອໃຫ້ເປັນໂຕແທນ ຫລືແນ່ໃສ່ພຣະເຢຊູເຈົ້າ, ທີ່ເປັນກະສັດແຫ່ງຄວາມສັນຕິສຸກ ແລະ ແຫ່ງຄວາມຊອບທັມຕະຫລອດໄປ ແລະຊົງເປັນປະໂລຫິດຜູ້ຍິ່ງໃຫຍ່ຂອງພວກເຮົາ.

ເມັມຟິດ

ຂໍ້ເທັດຈິງ

ເມັມຟິດ ແມ່ນນະຄອນຫລວງບູຮານຂອງປະເທດອີຢິບ, ຕັ້ງຢູ່ແຄມແມ່ນ້ຳນິນ.

  • ເມັມຟິດ ແມ່ນຕັ້ງຢູ່ບໍລິເວນທາງໃຕ້ຂອງປະເທດອີຢິບ, ສະເພາະແຕ່ທາງທິດໃຕ້ເຂດສາມຫລຽມຂອງແມ່ນ້ຳນິນ, ເຊິ່ງເປັນບ່ອນທີ່ອຸດົມສົມບູນຫລາຍ ແລະ ເຕັມໄປດ້ວຍພືດຜົນຫລາຍຊະນິດ.
  • ເນື່ອງຈາກວ່າ ເປັນບ່ອນທີ່ດິນມີຄວາມອຸດົມສົມບູນ ແລະ ສະຖານທີ່ກໍຕັ້ງຢູ່ລະຫວ່າງກາງຂອງອີຢິບທາງເໜືອແລະທາງໃຕ້ ຈິ່ງເຮັດໃຫ້ເມືອງເມັມຟິດກາຍເປັນເມືອງສຳຄັນໃນການຄ້າຂາຍ.

ເມືອງໂກຣິນໂທ, ຊາວໂກຣິນໂທ

ຂໍ້ເທັດຈິງ

ເມືອງໂກຣິນໂທເປັນເມືອງໃນປະເທດອີຣັກ, ຫ່າງປະມານ 80 ກິໂລແມັດ ຢູ່ທາງຕາເວັນຕົກຂອງນະຄອນເອເທນ. ຊາວໂກຣິນໂທເປັນຄົນທີ່ອາໄສຢູ່ທີ່ເມືອງໂກຣິນໂທ.

  • ເມືອງໂກຣິນເປັນທີ່ຕັ້ງຂອງຄຣິສຕະຈັກຄຣິສຕຽນຍຸກທໍາອິດ.
  • ພັນທະສັນຍາໃໝ່, 1 ໂກຣິນໂທແລະ 2ໂກຣິນໂທ ເປັນຈົດ

ໝາຍທີ່ຂຽນໂດຍໂປໂລເຖິງຄຣິສຕຽນທີ່ອາໄສຢູ່ໃນເມືອງ ໂກຣິນໂທ.

  • ໃນການເດີນທາງປະກາດສາສະໜາຄັ້ງທຳອິດ, ໂປໂລຢູ່ທີ່ເມືອງໂກຣິນໂທປະມານ 18 ເດືອນ.
  • ໂປໂລໄດ້ພົບຜູ້ເຊື່ອຊື່ ອາກີລາ ແລະປີຊະກີລາຂະນະທີ່ຢູ່ໃນເມືອງໂກຣິນໂທ.
  • ບັນດາຜູ້ນຳຄຣິສຕະຈັກຍຸກທໍາອິດທີ່ກ່ຽວຂ້ອງກັບເມືອງໂກຣິນໂທໄດ້ແກ່ ຕີໂມທຽວ, ຕີໂຕ, ອາໂປໂລ, ແລະສີລາ.

ເມືອງໂກໂລຊາຍ, ຊາວໂກໂລຊາຍ

ຂໍ້ເທັດຈິງ

ໃນສະໄໝພັນທະສັນຍາໃໝ່, ໂກໂລຊາຍເປັນເມືອງທີ່ຕັ້ງຢູ່ໃນແຄວ້ນຟີເຄຍ, ຂອງໂຣມັນ ໃນປະຈຸບັນນີ້ຢູ່ໃນບໍລິເວັນຕາເວັນຕົກສ່ຽງໃຕ້ຂອງປະເທດຕູຣາກີ. ຊາວໂກໂລຊາຍເປັນຄົນທີ່ອາໄສຢູ່ໃນເມືອງໂກໂລຊາຍ.

  • ເມືອງໂກໂລຊາຍຕັ້ງຢູ່ໃນດິນແດນທີ່ຫ່າງຈາກທະເລເມດີເຕຣາເນປະມານ 160 ກິໂລແມັດ, ເມືອງໂກໂລຊາຍຢູ່ໃນເສັ້ນທາງການຄ້າທີ່ສຳຄັນລະຫວ່າງເມືອງເອເຟໂຊກັບແມ່ນ້ຳຢູເຟຕິດ.
  • ຂະນະທີ່ໂປໂລຖືກຄຸກຢູ່ໃນນະຄອນໂຣມທ່ານຂຽນຈົດໝາຍເຖິງ "ຊາວໂກໂລຊາຍ" ເພື່ອແກ້ໄຂຄຳສອນບໍ່ຈິງໃນໝູ່ຜູ້ເຊື່ອທີ່ເມືອງໂກໂລຊາຍ.
  • ເມື່ອໂປໂລຂຽນຈົດໝາຍນີ້, ທ່ານບໍ່ເຄີຍໄປຢ້ຽມຢາມຄຣິສຕະຈັກທີ່ເມືອງທີ່ໂກໂລຊາຍ, ແຕ່ໄດ້ຍິນຂ່າວກ່ຽວກັບຜູ້ເຊື່ອທີ່ນັ້ນຈາກເອປາຟາ, ຊຶ່ງເປັນເພື່ອນຮ່ວມງານຂອງທ່ານ.
  • ເອປາຟາອາດຈະເປັນຄຣິສຕຽນທີ່ທຳງານໃນການກໍ່ຕັ້ງຄຣິສຕະຈັກທີ່ເມືອງໂກໂລຊາຍ.
  • ພຣະທໍາຟີເລໂມນເປັນຈົດໝາຍທີ່ໂປໂລຂຽນເຖິງຜູ້ທີ່ເປັນເຈົ້າຂອງທາດຄົນໜຶ່ງໃນເມືອງໂກໂລຊາຍ.

ເມືອງຂອງດາວິດ

ຂໍ້ເທັດຈິງ

ຄຳວ່າ "ເມືອງຂອງດາວິດ" ເປັນອີກຊື່ໜຶ່ງຂອງນະຄອນເຢຣູຊາເລັມແລະເບັດເລເຮັມ.

  • ນະຄອນເຢຣູຊາເລັມເປັນບ່ອນທີ່ດາວິດປະທັບຢູ່ໃນຂະນະທີ່ເພິ່ນຊົງຄອບຄອງອິດສະຣາເອນ.
  • ເບັດເລເຮັມ ເປັນເມືອງທີ່ດາວິດເກີດ.

ເມືອງຕີເຣ,ຄົນຕີເຣ

ຂໍ້ເທັດຈິງ

ເມືອງຕີເຣເປັນເມືອງເກົ່າແກ່ຂອງຊາວການາອານຢູ່ເທິງຊາຍຝັ່ງທະເລເມດິເຕເລນຽນ ເຊິ່ງໃນຂະນະນີ້ກໍຄືສ່ວນຫນຶ່ງຂອງປະເທດເລບານອນສະໄໝປະຈຸບັນ. ປະຊາຊົນຂອງປະເທດນີ້ເອີ້ນວ່າ "ຄົນຕີເຣ."

  • ສ່ວນຫນຶ່ງຂອງເມືອງຕີເຣຕັ້ງຢູ່ເທິງເກາະໃນທະເລ, ປະມານໜຶ່ງກິໂລແມັດຈາກຊາຍຝັ່ງ.
  • ດ້ວຍສະພາບທີ່ຕັ້ງແລະຊັບພະຍາກອນທາງທຳມະຊາດທີ່ມີຄຸນຄ່າຕ່າງໆ ເຊັ່ນຕົ້ນແປກ, ເມືອງຕີເຣຈິ່ງມີອຸດສາຫະກຳການຄ້າທີ່ຮັ່ງມີແລະຮັ່ງມີຫລາຍ.
  • ກະສັດຮີຣາມແຫ່ງຕີເຣໄດ້ສົ່ງໄມ້ແປກແລະຄົນງານທີ່ຊຳນານໄປກໍ່ສ້າງພະລາດຊະວັັງຂອງກະສັດດາວິດ.
  • ຫລາຍປີຕໍ່ມາ ຮີຣາມໄດ້ມອບໄມ້ໃຫ້ກະສັດໂຊໂລໂມນແລະຄົນງານທີ່ຊຳນານງານເພື່ອກໍ່ສ້າງພຣະວິຫານ. ໂຊໂລໂມນໄດ້ຈ່າຍໃຫ້ທ່ານດ້ວຍເຂົ້າບະເລແລະນ້ຳມັນມະກອກຈຳນວນຫລາຍ.
  • ເມືອງຕີເຣມັກຈະກ່ຽວຂ້ອງກັບເມືອງໄຊດອນບູຮານ ທີ່ຢູ່ໃກ້ຄຽງກັນ. ສອງເມືອງນີ້ເປັນເມືອງທີ່ສຳຄັນໃນບໍລິເວນການາອານ ທີ່ເອີ້ນວ່າໂຟນີເຊຍ.

ເມືອງໂທອາດ

ຂໍ້ເທັດຈິງ

ເມືອງໂທອາດເປັນເມືອງທ່າເຮືອທີ່ຕັ້ງຢູ່ທາງຝັ່ງຕະເວັນຕົກສຽງເໜືອຂອງແຂວງໂຣມັນບູຮານຂອງເອເຊຍ.

  • ໂປໂລໄດ້ໄປຢ້ຽມເມືອງໂທອາດຢ່າງນ້ອຍສາມເທື່ອໃນລະຫວ່າງການເດີນທາງໄປຫາແຖບທີ່ຕ່າງກັນເພື່ອເທດສະໜາຂ່າວປະເສີດ.
  • ມີຢູ່ເທື່ອໜຶ່ງໃນເມືອງໂທອາດ, ໂປໂລໄດ້ເທດສະໜາຢ່າງຍາວນານໄປຈົນເຖິງເວລາກາງຄືນແລະຊາຍໜຸ່ມຄົນໜຶ່ງຊື່ຢູຕີໂຂ ໄດ້ຫລັບໄປຂະນະທີ່ທ່ານນັ່ງຟັງຢູ່. ເພາະວ່າທ່ານໄດ້ນັ່ງຢູ່ໃນປ່ອງຢ້ຽມທີ່ເປີດຢູ່, ຢູຕີໂຂໄດ້ຕົກລົງມາຈາກທີ່ສູງແລະເສຍຊີວິດ. ດ້ວຍລິດອຳນາດຂອງພຣະເຈົ້າ, ໂປໂລໄດ້ຊຸກຊີວິດໃຫ້ຊາຍໜຸ່ມຄົນນີ້ກັບມາອີກຄັ້ງ.
  • ເມື່ອໂປໂລຢູ່ໃນກຸງໂຣມ,ທ່ານໄດ້ຂໍຕີໂມທຽວນຳມ້ວນຫນັງສືຂອງທ່ານແລະເສື້ອຄຸມຂອງທ່ານທີ່ທ່ານຖິ້ມໄວ້ໃນເມືອງໂທອາດມາດ້ວຍ.

ເມືອງບາຊານ

ຂໍ້ເທັດຈິງ

ເມືອງບາຊານແມ່ນພາກພື້ນດິນແດນທາງຕາເວັນອອກຂອງທະເລຄາລິເລ. ມັນໄດ້ກວມເອົາພື້ນທີ່ປະຈຸບັນແມ່ນພາກສ່ວນ ໜຶ່ງຂອງຊີເຣຍແລະ ພູສູງໂກລານ

  • .ເມືອງທີ່ລີ້ໄພຢູ່ໃນພຣະຄຳພີເດີມເອີ້ນວ່າ "ໂກລານ" ຕັ້ງຢູ່ໃນພາກພື້ນຂອງເມືອງບາຊານ.
  • ເມືອງບາຊານແມ່ນເຂດທີ່ມີຄວາມອຸດົມສົມບູນຫຼາຍເປັນທີ່ຮູ້ຈັກສຳລັບຕົ້ນໄມ້ໂອກແລະທົ່ງຫຍ້າສຳລັບລ້ຽງສັດ.
  • ປະຖົມມະການບົດ 14 ໄດ້ບັນທຶກວ່າບາຊານແມ່ນສະຖານທີ່ແຫ່ງສົງຄາມລະຫວ່າງກະສັດແລະຫລາຍປະເທດທີຕໍ່ສູ້ຂອງພວກເຂົາ.
  • ໃນລະຫວ່າງການເດີນທາງໄປປະເທດອິດສະລາເອນໃນທະເລຊາຍ ຫລັງຈາກພວກເຂົາໜີຈາກປະເທດເອຢິບ, ພວກເຂົາໄດ້ຄອບຄອງບາງສ່ວນຂອງເຂດບາຊານ.
  • ຫລາຍປີຕໍ່ມາກະສັດຊາໂລໂມນໄດ້ຮັບການສະໜອງຈາກຂົງເຂດນັ້ນ.

ເມືອງເບັດເລເຮັມ, ເອຟາດທາ

ຂໍ້ເທັດຈິງ

ເມືອງເບັດເລເຮັມເປັນເມືອງນ້ອຍໆໃນແຜ່ນດິນອິດສະຣາເອນໃກ້ກັບນະຄອນເຢຣູຊາເລັມ. ມັນໄດ້ຖືກເອີ້ນວ່າ "ເອຟາດທາ," ເຊິ່ງອາດຈະແມ່ນຊື່ເດີມຂອງມັນ.

  • ເມືອງເບັດເລເຮັມໄດ້ຖືກເອີ້ນວ່າ "ເມືອງຂອງດາວິດ", ຕັ້ງແຕ່ກະສັດດາວິດໄດ້ເກີດມາຢູ່ທີ່ນັ້ນ.
  • ຜູ້ປະກາດພຣະຄຳມີເກໄດ້ກ່າວວ່າພຣະເມຊີອາຈະມາຈາກ "ເມືອງເບັດເລເຮັມ ເອຟາດທາ."
  • ໂດຍການເຮັດໃຫ້ ຄຳທຳນວຍນັ້ນສຳເລັດເປັນຈິງ, ຫຼາຍປີຕໍ່ມາ.
  • ຊື່ "ເມືອງເບັດເລເຮັມ" ຫມາຍຄວາມວ່າ "ເຮືອນເຂົ້າຈີ່" ຫລື "ເຮືອນກິນອາຫານ".

ແມ່ນໍ້າເອີຟຣັດ

ຂໍ້ເທັດຈິງ

ເອີຟຣັດ ແມ່ນຊື່ໜຶ່ງໃນແມ່ນໍ້າສີ່ສາຍທີ່ໄຫລຜ່ານສວນເອເດນ. ເປັນແມ່ນໍ້າທີ່ຖືກເວົ້າເຖິງຫລາຍທີ່ສຸດໃນພຣະຄໍາພີ.

  • ໃນປະຈຸບັນ ແມ່ນໍ້າທີ່ຖືກເອີ້ນວ່າເອີຟຣັດໄດ້ຕັ້ງຢູ່ແຖວຕາເວັນອອກກາງ ແລະເປັນແມ່ນໍ້າທີ່ຍາວທີ່ສຸດແລະສໍາຄັນທີ່ສຸດໃນອາຊີ.
  • ເມື່ອໄຫລໄປລວມກັບແມ່ນໍ້າຕິກຣິດ, ແມ່ນໍ້າເອີຟຣັດໄດ້ເປັນເຂດແດນຂອງແຜ່ນດິນທີ່ຮູ້ຈັກກັນທີ່ມີຊື່ວ່າ ເມໂສໂປຕາເມຍ.
  • ເມືອງບູຮານເອີ ຊຶ່ງເປັນເມືອງທີ່ອັບຣາຮາມໄດ້ອອກມາຈາກເມືອງນັ້ນ ແມ່ນຕັ້ງຢູ່ປາກແມ່ນໍ້າເອີຟຣັດນີ້.
  • ແມ່ນໍ້ານີ້ແມ່ນສາຍໜຶ່ງໃນເຂດຂອງແຜ່ນດິນທີ່ພຣະເຈົ້າໄດ້ ສັນຍາວ່າຈະມອບໃຫ້ແກ່ອັບຣາຮາມ (ປຖກ 15:18).
  • ບາງເທື່ອແມ່ນໍ້າເອີຟຣັດໄດ້ຖືກເອີ້ນງ່າຍໆວ່າ "ແມ່ນໍ້າ."

ແມ່ນຳ້ຈໍແດນ, ຈໍແດນ

ຂໍ້ເທັດຈິງ

ແມ່ນຳ້ຈໍແດນເປັນແມ່ນນຳ້ທີ່ໄຫລແຕ່ເໜືອຮອດໃຕ້, ແລະເປັນເຂດແດນທາງຕາເວັນອອກຂອງດິນແດນທີ່ຖືກເອີ້ນວ່າການາອານ.

  • ທຸກມື້ນີ້, ແມ່ນຳ້ຈໍແດນໄດ້ແຍກອິດສະຣາເອນທາງທິດຕາເວັນຕົກຈາກຈໍແດນທາງທິດຕາເວັນອອກ.
  • ແມ່ນຳ້ຈໍແດນໄຫລຜ່ານທະເລຄາລີເລແລ້ວຈຶ່ງໄຫລລົງໄປສູ່ທະເລຕາຍ.
  • ເມື່ອໂຢຊວຍໄດ້ນຳອິດສະຣາເອນເຂົ້າສູ່ການາອານ, ພວກເຂົາໄດ້ຂ້າມແມ່ນຳ້ຈໍແດນ. ເນື່ອງຂາກນຳ້ນັ້ນເລິກຫລາຍ, ພຣະເຈົ້າເຮັດການອັດສະຈັນໄດ້ຫຍຸດນຳ້ບໍ່ໃຫ້ໄຫລ ສະນັ້ນພວກເຂົາຈຶ່ງສາມາດຂ້າມນຳ້ໄປໄດ້.
  • ຫລາຍຄັ້ງໃນພຣະຄຳພີ ແມ່ນຳ້ຈໍແດນຖືກເອີ້ນວ່າ“ແມ່ນຳ້ຈໍແດນ“

ແມ່ນ້ຳນິນ, ແມ່ນ້ຳແຫ່ງອີຢິບ

ຂໍ້ເທັດຈິງ

ແມ່ນຳນິນແມ່ນແມ່ນ້ຳສາຍທີ່ຍາວແລະກວ້າງໃນທິດຕາເວັນອອກສຽງເໜືອຂອງອັບຟະຣິກາ ເປັນທີ່ຮຸ້ຈັກກັນດີວ່າແມ່ນຳສາຍດັ່ງກ່າວນີ້ເປັນແມ່ນ້ຳສາຍຫຼັກຂອງປະເທດອີຢິບ

  • ແມ່ນ້ຳນິນໄຫຼຈາກທິດເໜືອຜ່ານປະເທດອີຢິບລົງສູ່ທະເລເມດີແຕເຣເນ
  • ພືດພັນສາມາດເຕີບໂຕໄດ້ດີຕາມຕະຝັ່ງສອງຂ້າງຂອງແມ່ນ້ຳນິນເຊິ່ງມີຄວາມອຸດົມສົມບູນຢ່າງຫຼວງຫຼາຍ
  • ຊາວອີຢິບສ່ວນຫລາຍຈະອາໃສຢູ່ໃກ້ກັບແມ່ນ້ຳນິນເນື່ອງຈາກແມ່ນ້ຳດັ່ງກ່າວເປັນແຫຼ່ງນ້ຳແລະອາຫານທີ່ສຳຄັນ
  • ຊາວອິດສະຣາເອນສ່ວນຫຼາຍ ອາໄສຢູ່ໃນແຜ່ນດິນໂກເຊັນເຊິ່ງມີຄວາມອູດົມສົບູນຢ່າງຫຼາຍເນື່ອງຈາກຕັ້ງຢູ່ຕິດກັບແມ່ນນ້ຳນິນ
  • ເມື່ອໂມເຊຍັງເປັນທາດນັ້ນ ພໍ່ແມ່ຂອງໂມເຊໄດ້ນຳລາວເຂົ້າໄປໄວ້ໃນກະຕ່າຖ້າມກາງຕົ້ນອໍ້ໃນແມ່ນ້ຳນິນເພື່ອເຊື່ອງໂມເຊໃຫ້ພົ້ນຈາກຄົນຂອງຟາໂຣ

ໂມເຊ

ຂໍ້ເທັດຈິງ

ໂມເຊ ເປັນຜູ້ປະກາດພຣະທັມແລະເປັນຜູ້ນຳຊາວອິດສະຣາເອນມາເປັນເວລາ 40 ກວ່າປີ.

  • ຕອນທີ່ ໂມເຊ ຍັງເປັນເດັກນ້ອຍ, ພໍ່ແມ່ຂອງ ໂມເຊ ໄດ້ເອົາລາວໃສ່ໃນກະຕ່າທີ່ຢູ່ໃນປ່າຫຍ້າຂອງແມ່ນ້ຳໄນເພື່ອປົກປິດລາວຈາກກະສັດຟາໂຣແຫ່ງເອຢິບ. ເອື້ອຍຂອງໂມເຊ ມິຣີອາມ ໄດ້ເຝົ້າເບິ່ງລາວຢູ່ທີ່ນັ້ນ. ຊີວິດຂອງໂມເຊໄດ້ລອດເມື່ອລູກສາວຂອງຟາໂຣໄດ້ພົບລາວແລະໄດ້ພາລາວໄປທີ່ວັງເພື່ອລ້ຽງດູລາວເປັນລູກຊາຍຂອງນາງ.
  • ພຣະເຈົ້າໄດ້ເລືອກ ໂມເຊ ໃຫ້ປົດປ່ອຍຊາວອິດສະຣາເອນອອກຈາກການເປັນຂ້າທາດໃນປະເທດອີຢິບແລະ ນຳພວກເຂົາໄປສູ່ດິນແດນທີ່ພຣະອົງໄດ້ສັນຍາໄວ້.
  • ຫລັງຈາກຊາວອິດສະຣາເອນໄດ້ໜີຈາກປະເທດອີຢິບແລະໃນຂະນະທີ່ພວກເຂົາເດີນທາງໄປໃນທະເລຊາຍ, ພຣະເຈົ້າໄດ້ປະທານຫີນສອງແຜ່ນພ້ອມດ້ວຍພຣະບັນຍັດສິບປະການຂຽນໃສ່ໃນຫີນນັ້ນໃຫ້ແກ່ ໂມເຊ.
  • ໃນຕອນທ້າຍຂອງຊີວິດຂອງລາວ, ໂມເຊ ໄດ້ເຫັນແຜ່ນດິນທີ່ໄດ້ສັນຍາໄວ້, ແຕ່ລາວບໍ່ໄດ້ເຂົ້າໄປຢູ່ໃນແຜ່ນດິນນັ້ນເພາະລາວບໍ່ເຊື່ອຟັງພຣະເຈົ້າ.

ໂມຣະເດໄຄ

ຂໍ້ເທັດຈິງ

ໂມຣະເດໄຄ ເປັນຜູ້ຊາຍຊາວຢິວທີ່ຢູ່ໃນປະເທດເປີເຊຍ, ເຂົາເປັນອົງຄະລັກ ເອສະເທີ ຍາດຜູ້ຕໍ່ມາໄດ້ເປັນເມຍຂອງ ອາຫັດສຸເອລັດ ກະສັດຂອງເປີເຊຍ.

  • ຂະນະທີ່ທຳງານຢູ່ທີວັງໂມຣະເດໄຄ ໄດ້ຍິນພວກຜູ້ຊາຍໃນວັງວາງແຜນຈະຂ້າກະສັດ ອາຫັດສຸເອລັດ.ເຂົາໄດ້ລາຍງານເລື່ອງນີ້ແລ້ວຊີວິດຂອງກະສັດກໍ່ປອດໄພ.
  • ຫລາຍປີຕໍ່ມາ ໂມຣະເດໄຄ ໄດ້ຮູ້ລ່ວງໜ້າເຖິງການວາງແຜນຂ້າຄົນຢິວທັງໝົດໃນອານາຈັກເປີເຊຍ. ແລະເຂົາໄດ້ແນະນຳ ເອສະເທີ ໃຫ້ທູນເລື່ອງນີ້ຕໍ່ກະສັດເພື່ອຊ່ວຍເຫລືອປະຊາຊົນ.

ໂມເລັກ, ໂມລ໊ອກ

ຂໍ້ເທັດຈິງ

ໂມເລັກເປັນຊື່ໜຶ່ງຂອງພຣະປອມທີ່ຊາວຄານາອານນະມັດສະການ ອາດມີການສະກົດຊື່ອີກວ່າ "ໂມລ໊ອກ" ແລະ"ໂມເລັກ"

  • ປະຊາຊົນທີ່ນະມັດສະການພຣະໂມເລັກໂດຍການບູຊາຢັນເດັກນ້ອຍທັງຫລາຍໂດຍການເຜົາໄຟ.
  • ປະຊາຊົນອິດສະຣາເອນບາງຄົນໄດ້ນະມັດສະການພຣະໂມເລັກແທນການນະມັດສະການພຣະເຈົ້າທ່ຽງແທ້ ຄືພຣະເຈົ້າຢາເວ ພວກເຂົາໄດ້ປະຕິບັດຕາມພວກທີ່ນະມັດສະການພຣະໂມເລັກໄດ້ກະທຳລວມທັງການບູຊາຍັນເດັກນ້ອຍຂອງພວກເຂົາ.

ໂມອາບ, ຊາວໂມອາບ

ຂໍ້ເທັດຈິງ

ໂມອາບ ເປັນຊື່ລູກຊາຍຂອງລູກສາວຄົນໂຕຂອງໂລດຕໍ່ມາຈຶ່ງກາຍເປັນຊື່ຂອງດິນແດນທີ່ໂມອາບແລະຄອບຄົວໂມອາບອາໃສຢູ່ ຄຳວ່າ "ຊາວໂມອາບ" ອ້າງເຖິງບຸກຄົນທີ່ສືບເຊື້ອສາຍມາຈາກໂມອາບ ຫຼືຜູ້ທີ່ອາໃສຢູ່ໃນປະເທດຊື່ວ່າໂມອາບ.

  • ປະເທດໂມອາບຕັ້ງຢູ່ທາງທິດຕະເວັນຂອງທະເລເກືອ.
  • ໂມອາບຕັ້ງຢູ່ທາງຕາເວັນອອກສ່ຽງໃຕ້ຈາກເມືອງເບັດເລເຮັມທີ່ຄອບຄົວນາງນາໂອມີອາໃສຢູ່.
  • ປະຊາຊົນໃນເບັດເລເຮັມເອີ້ນນາງຣຸດວ່າເປັນ "ຍິງຊາວໂມອາບ" ເພາະວ່ານາງຣຸດເປັນຍິງທີ່ມາຈາກປະເທດໂມອາບ ຄຳນີ້ສາມາດແປໄດ້ວ່າ "ຍິງຊາວໂມອາບ" ຫຼື "ຍິງຈາກປະເທດໂມອາບ."

ຢາໂກໂບ (ນ້ອງຊາຍຂອງພຣະເຢຊູ)

ຂໍ້ເທັດຈິງ

ຢາໂກໂບ ເປັນລູກຊາຍຂອງມາຣີແລະໂຢເຊັບ. ລາວແມ່ນໜຶ່ງ ໃນນ້ອງຊາຍຂອງພຣະເຢຊູເຈົ້າ.

  • ພວກນ້ອງອີກເຄິ່ງໜຶ່ງຂອງພຣະເຢຊູຄຣິດເຈົ້າ ແມ່ນ ໂຢເຊັບ, ຢູດາ, ແລະຊີໂມນ.
  • ໃນໄລຍະການດຳເນີນຊີວິດຂອງພຣະເຢຊູເຈົ້າ, ຢາໂກໂບ ແລະພີ່ນ້ອງຂອງລາວ ບໍ່ເຊື່ອວ່າພຣະເຢຊູຄຣິດເຈົ້າ ເປັນພຣະເມຊີອາ.
  • ຕໍ່ມາ, ຫລັງຈາກທີ່ພຣະເຢຊູເຈົ້າ ເປັນຄືນມາຈາກຄວາມຕາຍ, ຢາໂກໂບຈຶ່ງເຊື່ອໃນພຣະອົງ ແລະໄດ້ກາຍມາເປັນຜູ້ນຳຂອງຄຣິສະຕະຈັກໃນນະຄອນເຢຣູຊາເລັມ.
  • ໃນພຣະສັນຍາໃໝ່ ພຣະທັມຢາໂກໂບ ເປັນຈົດໝາຍທີ່ຢາໂກໂບໄດ້ຂຽນສົ່ງໄປເຖິງຄຣິດສະຕຽນ ທີ່ໜີໄປປະເທດອື່ນໆ ຍ້ອນປົບໜີຈາກການຖືກກົດຂີ່ຂົ່ມເຫັງ.

ຢາໂກໂບ (ລູກຊາຍຂອງເຊເບດາຍ)

ຂໍ້ເທັດຈິງ

ຢາໂກໂບ, ລູກຊາຍຂອງເຊເບດາຍ ເປັນໜຶ່ງໃນອັກຄະສາວົກສິບສອງຄົນຂອງພຣະເຢຊູເຈົ້າ. ລາວມີນ້ອງຊາຍຄົນໜຶ່ງ ຊື່ວ່າໂຢຮັນ ເຊິ່ງເປັນໜຶ່ງໃນອັກຄະສາວົກຂອງພຣະເຢຊູເຈົ້າຄືກັນ.

  • ຢາໂກໂບແລະໂຢຮັນ ນ້ອງຊາຍຂອງລາວ ເຮັດວຽກໂດຍການຫາປາ ຮ່ວມກັບເຊເບດາຍ ພໍ່ຂອງພວກລາວ.
  • ຢາໂກໂບແລະໂຢຮັນ ມີຊື່ຫລິ້ນວ່າ "ລູກຟ້າຮ້ອງ," ບາງເທື່ອຍ້ອນວ່າພວກເຂົາເປັນຄົນຮ້າຍໄວ.
  • ເປໂຕ, ຢາໂກໂບ, ແລະໂຢຮັນ ເປັນອັກຄະສາວົກທີ່ໃກ້ຊິດກັບພຣະເຢຊູເຈົ້າຫຼາຍທີ່ສຸດ ແລະໄດ້ຢູ່ກັບພຣະອົງໃນເຫດການທີ່ໜ້າງຶດງໍ້ ເຊັ່ນ ຕອນທີ່ພຣະເຢຊູຢູ່ເທິງເນີນພູກັບເອລີຢາແລະໂມເຊ ແລະເຫດການທີ່ພຣະເຢຊູເຈົ້າ ເຮັດໃຫ້ເດັກຍິງທີ່ຕາຍແລ້ວກັບຄືນມາມີຊີວິດອີກ.
  • ນີ້ແມ່ນຄົນລະຄົນກັບຢາໂກໂບ ທີ່ຂຽນໜັງສືໃນພຣະຄັມພີ. ໃນບາງພາສາ ອາດຈະຂຽນຊື່ຂອງພວກເຂົາຕ່າງກັນ ເພື່ອເຮັດໃຫ້ເຂົ້າໃຈງ່າຍຂຶ້ນວ່າບໍ່ແມ່ນຄົນດຽວກັນ.

ຢາໂກໂບ (ລູກຊາຍຂອງອາລະຟາຍ)

ຂໍ້ເທັດຈິງ

ຢາໂກໂບ, ລູກຊາຍຂອງອາລະຟາຍ, ເປັນຄົນໜຶ່ງໃນອັກຄະສາວົກສິບສອງຄົນຂອງພຣະເຢຊູຄຣິດເຈົ້າ.

  • ຊື່ລາວມີຢູ່ໃນລາຍຊື່ຂອງສາວົກຂອງພຣະເຢຊູຄ​ຣິດເຈົ້າ ໃນຂ່າວປະເສີດຂອງພຣະທັມມັດທາຍ, ມາຣະໂກ, ແລະລູກາ.
  • ລາວຍັງຖືກກ່າວເຖິງໃນພຣະທຳກິດຈະການ ໃນຖານະທີ່ເປັນໜຶ່ງໃນສາວົກສິບເອັດຄົນ ທີ່ມາອະທິຖານຮ່ວມກັນໃນນະຄອນເຢຣູຊາເລັມ ຫລັງຈາກທີ່ພຣະເຢຊູເຈົ້າ ສະເດັດຂຶ້ນສູ່ສະຫວັນແລ້ວ.

ຢາໂຄບ,ອິດສະຣາແອນ

ຂໍ້ເທັດຈິງ

ຢາໂຄບເປັນລູກຝາແຝດຜູ້ນ້ອງຂອງອີຊາກແລະເຣເບກາ.

  • ຊື່ຂອງຢາໂຄບມີຄວາມໝາຍວ່າ " ຈັບສົ້ນໜ່ອງ"ຊຶ່ງເປັນຄຳເວົ້າ​ທີ່ໝາຍຄວາມວ່າ, " ລາວຫຼອກລວງ." ເມື່ອຢາໂຄບກຳລັງເກີດມາ, ລາວໄດ້ຈັບສົ້ນໜ່ອງຂອງຄູ່ຝາແຝດຂອງລາວຄືເອຊາວ.
  • ຫຼາຍປີຕໍ່ມາ, ພຣະເຈົ້າໄດ້ປ່ຽນຊື່ຂອງຢາໂຄບເປັນ " ອິດສະຣາເອນ, " ເຊິ່ງໝາຍຄວາມວ່າ, " ລາວປຳ້ສູ້ກັບພຣະເຈົ້າ."
  • ຢາໂຄບ ເປັນຄົນສະຫຼາດ ແລະມີເລ້ຫຼ່ຽມ. ລາວຫາວິທີທີ່ຈະຍາດເອົາພຣະພອນຂອງລູກຊາຍກົກ ແລະເອົາກຳມະສິດໃນການຮັບມໍລະດົກຂອງອ້າຍລາວຄື, ເອຊາວ.
  • ເອຊາວ ຢາກຮ້າຍ ແລະໄດ້ວາງແຜນຂ້າລາວ, ດັ່ງນັ້ນ ຢາໂຄບຈຶ່ງໄດ້ອອກຈາກບ້ານເກີດເມືອງນອນໄປ. ແຕ່ຫຼາຍປີຕໍ່ມາ ຢາໂຄບໄດ້ກັບຄືນມາພ້ອມເມັຍແລະລູກຫຼານເຂົ້າສູ່ແຜ່ນດິນການາອານ ທີ່ເອຊາວໄດ້ອາໃສຢູ່, ແລະຄອບຄົວຂອງລາວທັງສອງ ກໍ່ອາໃສຢູ່ຮ່ວມກັນດ້ວຍຄວາມສະຫງົບສຸກ.
  • ຢາໂຄບ ມີລູກຊາຍສິບສອງຄົນ. ເຊື້ອສາຍຂອງພວກເຂົາໄດ້ກາຍມາເປັນຄົນສິບສອງເຜົ່າຂອງອິດສະຣາເອນ.
  • ມີຊາຍຄົນອື່ນອີກທີ່ມີຊື່ວ່າ ຢາໂຄບ ຕາມລຳດັບເຊື້ອວົງຂອງໂຢເຊັບ ໃນພຣະທັມມັດທາຍ.

ຢາເຟດ

ຂໍ້ເທັດຈິງ

ຢາເຟດ ເປັນຄົນໜຶ່ງໃນລູກຊາຍສາມຄົນຂອງໂນອາ

  • ໃນໄລຍະທີ່ນຳ້ຖ້ວມໂລກ ຈົນແຜ່ນດິນຖືກປົກຄຸມໄປດ້ວຍນ້ຳ, ຢາເຟດແລະອ້າຍນ້ອງສອງຄົນຂອງລາວ ຢູ່ກັບໂນອາໃນເຮືອ, ພ້ອມກັບເ​ມັຍຂອງພວກເຂົາ.
  • ລູກຊາຍທັງຫລາຍຂອງໂນອາມັກຈະຖືກຈັດເຂົ້າໃນລຳດັບທີ່ວ່າ "ເຊມ, ຮາມ, ແລະຢາເຟດ." ນີ້ສະແດງວ່າ ຢາເຟດ ເປັນລູກຊາຍຫລ້າ.

ຢູດາ

ຂໍ້ເທັດຈິງ

ຢູດາເປັນໜຶ່ງໃນລູກຊາຍຂອງຢາໂຄບ. ແມ່ຂອງລາວຄືນາງເລອາ. ລູກຫລານຂອງລາວຖືກເອີ້ນວ່າ “ ເຜົ່າຢູດາ“

  • ຢູດາເປັນຄົນທີ່ບອກໃຫ້ອ້າຍຂອງຕົນໃຫ້ຂາຍນ້ອງຊາຍທີ່ຊື່ໂຢເຊັບເປັນຂ້າທາດແທ່ນທີ່ຈະປ່ອຍໃຫ້ລາວຕາຍໃນນຳ້ສ້າງເລິກ.
  • ກະສັດດາວິດແລະກະສັດຕໍ່ໆມາທັງໝົດເປັນເຊື້ອສາຍຂອງ ຢູດາ.ພຣະເຢຊູຄຣິດເຈົ້າກໍ່ຄືກັນພຣະອົງເປັນເຊື້ອສາຍຂອງຢູດາ.
  • ເມື່ອການຄອບຂອງໂຊໂລໂມນໄດ້ສິ້ນສຸດລົງແລະຊົນຊາດອິດສະຣາເອນໄດ້ຖືກແບ່ງແຍກອອກ, ອານາຈັກຢູດາເປັນພາກໃຕ້ຂອງປະເທດ.
  • ໃນພຣະທຳພຣະນິມິດໃນພຣະຄຳພີໃໝ່, ພຣະເຢຊູໄດ້ຖືກເອີ້ນວ່າ “ສິງແຫ່ງຢູດາ.“
  • ຄຳທີ່ວ່າ “ຢິວ“ ແລະ “ຢູດາຍ“ມາຈາກຊື່ “ຢູດາ.“

ຢູດາ ອິສະກາຣີອົດ

ຂໍ້ເທັດຈິງ

ຢູດາ ອິສະກາຣີອົດ ເປັນໜຶ່ງໃນອັກຄະສາວົກຂອງພຣະເຢຂູຄຣິດເຈົ້າ. ລາວເປັນຜູ້ທີ່ທໍລະຍົດພຣະເຢຊຼຄຣິດເຈົ້າຮ່ວມກັບພວກຜູ້ນຳຊາວຢິວ.

  • ຊື່ “ອິສະກາຣີອົດ“ ອາດໝາຍຄວາມວ່າ “ຈາກເກຣີອົດ,“ ບາງເທື່ອອາດສະແດງໃຫ້ເຫັນວ່າຢູດາເຕີບໃຫຍ່ຂຶ້ນໃນເມືອງນັ້ນ.
  • ຢູດາອິສະກາຣີອົດເປັນຜູ້ບໍລິຫານເງິນຂອງພວກອັກຄະສາວົກແລະໄດ້ລັກເອົາເງິນຈຳນວນໜຶ່ງເພື່ອໃຊ້ສຳຫຼັບຕົວເອງ.
  • ຢູດາທໍລະຍົດພຣະເຢຊູຄຣິດເຈົ້າໂດຍການບອກພວກຜູ້ນຳສາສະໜາວ່າພຣະເຢຊູຄຣິດເຈົ້າຢູ່ບ່ອນໃດເພື່ອພວກເຂົາຈະຈັບພຣະອົງ.
  • ຫຼັງຈາກພວກຫົວໜ້າສາສະໜາໄດ້ຕັດສິນໂທດພຣະເຢຊູຄຣິດເຈົ້າໃຫ້ຕາຍ, ຢູດາຮູ້ສຶກເສຍໃຈທີ່ໄດ້ທໍລະຍົດພຣະເຢຊູຄຣິດເຈົ້າ, ສະນັ້ນລາວຈຶ່ງໄດ້ມອບເງິນທີ່ທໍລະຍົດຄືນໃຫ້ຜູ້ນຳຊາວຢິວ. ແລະລາວກໍໄດ້ຂ້າຕົວເອງຕາຍ.
  • ອັກຄະສາວົກອີກຄົນໜຶ່ງຊື່ວ່າຢູດາຄືກັນ ຄົນໜຶ່ງຄືນ້ອງຊາຍຂອງພຣະເຢຊູຄຣິດເຈົ້າ, ມີຊາຍອີກຄົນໜຶ່ງຊື່ວ່າຢູດາໃນພຣະຄຳພີ, ເຊັ່ນນ້ອງຊາຍຂອງພຣະເຢຊູແລະອັກຄະສາວົກຄົນອື່ນໆ. ນ້ອງຊາຍຂອງພຣະເຢຊູຍັງມີຊື່ວ່າ “ຢູດາ.“

ຢູດາ,ອານາຈັກຢູດາ

ຂໍ້ເທັດຈິງ

ເຜົ່າຢູດາເປັນເຜົ່າທີ່ໃຫຍ່ທີ່ສຸດໃນທ່າມກາງສິບສອງເຜົ່າຂອງອິດສະລາເອນ ອານາຈັກຢູດາໄດ້ຖືກແບ່ງອອກເປັນຢູດາແລະເບັນຈາມິນ.

  • ຫຼັງຈາກທີ່ກະສັດໂຊໂລໂມນສະຫວັນນະຄົດ ປະເທດອິດສະລາເອນຖືກແບ່ງອອກເປັນສອງອານາຈັກຄື ອິດສະລາເອນຢູດາແລະອານາຈັກຢູດາເປັນອານາຈັກທາງຕອນໄຕ້ຕັ້ງຢູ່ທາງຕາເວັນອອກຂອງທະເລເກືອ.
  • ເມືອງຫຼວງຂອງອານາຈັກຢູດາຄືກຸງເຢລູຊາເລັມ.
  • ກະສັດເຈັດພຣະອົງຂອງອານາຈັກຢູດາເຊື່ອຟັງພຣະເຈົ້າແລະນຳປະຊາກອນນະມັດສະການພຣະອົງ ແຕ່ມີກະສັດຫຼາຍອົງຂອງຢູດາທີ່ທຳຊົ່ວຮ້າຍແລະໄດ້ນຳປະຊາຊົນໄປນະມັດສະການຮູບເຄົາລົບ.
  • ຫຼາຍກ່ວາ120 ປີຫຼັງຈາກອານຊີເຣັຽໄດ້ປາບປາມອິດສະລາເອນ (ອານາຈັກຕອນເໜືອ) ຢູດາຖືກພິຊິດໂດຍຊົນຊາດບາບີໂລນ ຊາວບາບີໂລນໄດ້ທຳລາຍເມືອງແລະພຣະວິຫານ ແລະນຳຄົນສ່ວນໃຫຍ່ຈາກອານາຈັກຢູດາໄປເປັນຊະເລີຍທີ່ບາບີໂລນ.

ຢູດາຍ

ຂໍ້ເທັດຈິງ

ຄຳວ່າ “ຢູດາຍ“ ໝາຍເຖິງທີ່ດິນໃນປະເທດອິດສະຣາເອນບູຮານ. ບາງເທື່ອໃຊ້ໃນຄວາມໝາຍທີ່ແຄບແລະບາງເທື່ອກໍໃຊ້ໃນຄວາມໝາຍກວ້າງ.

  • ບາງເທື່ອ “ຢູດາຍ“ ໃຊ້ໃນຄວາມໝາຍທີ່ແຄບເພື່ອອ້າງເຖິງທີ່ຕັ້ງທີ່ຢູ່ທາງທິດໃຕ້ຂອງອິດສະຣາເອນບູຮານທາງທິດຕາເວັນຕົກຂອງທະເລຕາຍ. ຄຳແປບາງພາສາເອີ້ນແຂວງນີ້ວ່າ “ຢູດາຍ.“
  • ຊ່ວງເວລາອື່ນໆ “ຢູດາຍ“ ມີຄວາມໝາຍກວ້າງແລະອ້າງອີງເຖິງທຸກໆແຂວງຂອງອິດສະຣາເອນໃນສະໄໝບູຮານ, ລວມທັງແຂວງຄາລີເລ, ສະມາເຣຍ,ເປເຣຍ, ໄອດູເມຍແລະຢູດາຍ (ຢູດາ).
  • ຖ້າຜູ້ແປຕ້ອງການເຮັດໃຫ້ເຫັນຄວາມແຕກຕ່າງມີຄວາມໝາຍຈະແຈ້ງຂຶ້ນ, ຄວາມໝາຍທີ່ກວ້າງຂອງແຂວງຢູດາຍ (ເຊັ່ນໃນ ລູກາ 1:5) ສາມາດແປເປັນ “ປະເທດຢູດາຍ” ແລະຄວາມໝາຍທີ່ແຄບ (ເຊັ່ນໃນ ລູກາ1:39) ສາມາດແປເປັນ “ແຂວງຢູດາຍ“ ຫລື “ແຂວງຢູດາ“ ເນື່ອງຈາກວ່ານີ້ເປັນສ່ວນໜຶ່ງຂອງແຜ່ນດິນອິດສະຣາເອນບູຮານທີ່ຊົນເຜົ່າຢິວເຄີຍອາໄສຢູ່.

ຢູດາລູກຊາຍຂອງຢາໂກໂບ

ຂໍ້ເທັດຈິງ

ຢູດາ, ລູກຊາຍຂອງຢາໂກໂບ, ເປັນໜຶ່ງໃນສາວົກສິບສອງຄົນຂອງພຣະເຢຊູ. ໃຫ້ສັງເກດວ່າຢູດາຄົນນີ້ບໍ່ຄົນດຽວກັນກັບຢູດາອິສະກາຣີອົດ.

  • ໂດຍປົກກະຕິແລ້ວໃນພຣະຄຳພີ, ຜູ້ຊາຍທີ່ມີຊື່ດຽວກັນຖືກຈຳແນກໂດຍກ່າວເຖິງວ່າພວກເຂົາເປັນລູກຊາຍຄົນໃດ. ທີ່ນີ້, ຢູດາຖືກລະບຸວ່າເປັນ “ລູກຊາຍຂອງຢາໂກໂບ.“
  • ຊາຍອິກຄົນໜຶ່ງຊື່ຢູດາເປັນນ້ອງຊາຍຂອງພຣະເຢຊູ. ແລະລາວຍັງຖືກເອີ້ນວ່າ“ຢູເດ.“
  • ພຣະຄຳພີໃໝ່ເອີ້ນວ່າ “ຢູດາ“ ອາດຈະຖືກຂຽນໂດຍຢູດານ້ອງຊາຍຂອງພຣະເຢຊູຄຣິດເຈົ້າ, ເພາະລາວໄດ້ລະບຸຕົວເອງວ່າເປັນ “ນ້ອງຊາຍຂອງຢາໂກໂບ.“ ຢາໂກໂບເປັນນ້ອງຊາຍອີກຄົນໜຶ່ງຂອງພຣະເຢຊູຄຣິດເຈົ້າ.
  • ອາດເປັນໄປໄດ້ວ່າພຣະທຳຢູດານັ້ນຖືກຂຽນໂດຍສາວົກ​ຂອງພຣະເຢຊູຄຣິດເຈົ້າ, ຄືຢູດາລູກຊາຍຂອງຢາໂກໂບ.

ຢົບປາ

ຂໍ້ເທັດຈິງ

ໃນສະໄໝທີ່ຂຽນພຣະຄຳພີ, ເມືອງຢົບປາເປັນເຂດທະທີ່ສຳຄັນທາງການຄ້າຕັ້ງຢູ່ເທິງທະເລເມດິເຕຣາເນ, ທາງທິດໃຕ້ຂອງທົ່ງພຽງຊາຣອນ.

  • ໃນສະຖານທີ່ບູຮານຂອງເມືອງຢົບປາ, ປັດຈຸບັນເປັນເມືອງຢັບຟາເຊິ່ງເປັນສ່ວນໜຶ່ງຂອງເມືອງເທນອາວີບ.
  • ໃນພຣະຄຳພີເດີມເມືອງຢົບປາເປັນເມືອງທີ່ໂຢນາຂີ່ເຮືອໄປເມືອງຕາກຊິດ
  • ໃນພຣະຄຳພີໃໝ່, ແມ່ຍິງຄຣິສະຕຽນທີ່ຊື່ຕາບີທາໄດ້ເສຍຊີວິດທີ່ເມືອງຢົບປາແລະເປໂຕໄດ້ນຳໃຫ້ນາງກັບຄືນມາມີຊີວິດອີກ.

ເຢຊີ

ຂໍ້ເທັດຈິງ

ເຢຊີເປັນພໍ່ຂອງກະສັດດາວິດ, ແລະເປັນຫລານຊາຍຂອງນາງລູດແລະໂບອາດ.

  • ເຢຊີມາຈາກເຜົ່າຂອງຢູດາ.
  • ລາວເປັນຄົນ ”ເອຟຣາທາ” ເຊິ່ງໝາຍຄວາມວ່າເຂົາມາຈາກເມືອງເອຟຣາທາ ( ເບັດເລເຮັມ ).
  • ຜູ້ທຳນວາຍເອຊາຢາໄດ້ທຳນວາຍກ່ຽວກັບ ”ໜໍ່ແໜງ” ຫລື ”ຫງ່າ” ທີ່ມາຈາກ ”ຕົ້ນຕະກຸນຂອງເຢຊີ” ແລະເກີດຜົນ. ນີ້ໝາຍເຖິງພຣະເຢຊູເຈົ້າທີ່ເປັນເຊື້ອສາຍຂອງເຢຊີ.

ເຢເຊເບນ

ຂໍ້ເທັດຈິງ

ເຢເຊເບນເປັນມະເຫສີຂອງກະສັດອາຮາບແຫ່ງອິດສະຣາເອນ.

  • ເຢເຊເບນມີອິດທິພົນໃນການເຮັດໃຫ້ອາຮາບແລະອິດສະຣາເອນທັງໝົດບູຊາຮູບເຄົາລົບ.
  • ນາງໄດ້ຂ້າຜູ້ທຳນວາຍຂອງພຣະເຈົ້າຫລາຍໆຄົນ.
  • ເຢເຊເບນໄດ້ເຮັດໃຫ້ຊາຍບໍຣິສຸດຊື່ນາໂບດຖືກຂ້າເພື່ອທີ່ວ່າອາຮາບສາມາດລັກເອົາສວນອາງຸ່ນຂອງນາໂບດ.
  • ໃນທີ່ສຸດເຢເຊເບນກໍ່ຖືກຂ້າຕາຍຍ້ອນສິ່ງທີ່ຊົ່ວທັງໝົດທີ່ນາງໄດ້ເຮັດ. ເອລີຢາໄດ້ທຳນວາຍວ່ານາງຈະຕາຍຢ່າງໃດແລະທຸກສິ່ງກໍ່ເກີດຂຶ້ນດັງທີ່ລາວໄດ້ທຳນວາຍໄວ້ທຸກປະການ.

ເຢດ​ຊະ​ເຣ​ເອນ

ຂໍ້ເທັດຈິງ

ເຢດ​ຊະ​ເຣ​ເອນແມ່ນຊື່ຂອງເມືອງອິດສະຣາເອນທີ່ສຳຄັນ,ໃນເຂດແດນຂອງເຜົ່າອິດຊາຄາຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງທະເລເກືອ.

  • ເມືອງ​ເຢດ​ຊະ​ເຣ​ເອນເປັນເມືອງໜຶ່ງໃນບັນດາຈຸດທີ່ຢູ່ທາງທິດຕາເວັນຕົກໃນເຂດທົ່ງພຽງຂອງເມກາໂດ, ຊຶ່ງເອີ້ນອີກວ່າ “ຮ່ອມພູແຫ່ງ​ເຢດຊະ​ເຣເອນ“
  • ກະສັດຂອງອິດສະຣາເອນຫລາຍຄົນໄດ້ມີພະລາຊະວັງຂອງພວກເຂົາໃນເມືອງເຢດດຊະ​ເຣເອນ.
  • ສວນອະງຸ່ນຂອງນາໂບດໄດ້ຕັ້ງຢູ່ໃກ້ກັບວັງຂອງກະສັດອາຮາບໃນເມືອງເຢດຊະ​ເຣເອນ. ຜູ້ທຳນວາຍເອລີຢາໄດ້ທຳນວາຍຕໍ່ອາຮາບຢູ່ທີ່ນັ້ນ.
  • ເຢເຊເບນເມຍທີ່ຊົ່ວຂອງອາຮາບຖືກຂ້າຕາຍໃນເຢດຊະເຣເອນ.
  • ມີຫຼາຍເຫດການທີ່ສຳຄັນອື່ນໆເກີດຂຶ້ນໃນເມືອງນີ້, ໃນນັ້ນມີການສູ້ຮົບຫຼາຍຄັ້ງ.

ເຢທະໂຣ, ເຣອູເອນ

ຂໍ້ເທັດຈິງ

ຊື່ ”ເຢທະໂຣ” ແລະ ”ເຣອູເອນ” ຖືກໃຊ້ໃນການອ້າງເຖິງພໍ່ຂອງເມຍໂມເຊ, ຄືຊິບໂປຣາ. ແລະຍັງມີຜູ້ຊາຍອີກສອງຄົນທີ່ຊື່ວ່າ ”ເຣອູເອນ” ໃນພຣະສັນຍາເດີມ.

  • ເມື່ອໂມເຊເປັນຄົນລ້ຽງແກະໃນດິນແດນມີດີອານ, ລາວໄດ້ແຕ່ງງານກັບລູກສາວຂອງຜູ້ຊາຍມີດີອານຊື່ວ່າເຣອູເອນ.
  • ຕໍ່ມາເຣອູເອນໄດ້ຖືກເອີ້ນໃນນາມ ”ເຢທະໂຣປະໂຣຫິດແຫ່ງມີດີອານ.” ອາດຈະເປັນໄປໄດ້ວ່າ “ເຣອູເອນ“ ເປັນຊື່ຂອງເຊື້ອຂອງເຂົາ.
  • ເມື່ອພຣະເຈົ້າໄດ້ເວົ້າກັບໂມເຊຈາກພຸ່ມໄມ້ທີ່ມີໄຟລຸກຢູ່, ຂະນະທີ່ໂມເຊກຳລັງລ້ຽງຝູງແກະຂອງເຢທະໂຣ,
  • ໃນເວລາຕໍ່ມາ, ຫຼັງຈາກທີ່ພຣະເຈົ້າໄດ້ຊ່ວຍກູ້ຊາວອິດສະຣາເອນຈາກພວກເອຢິບແລ້ວ, ເຢທະໂຣໄດ້ອອກມາຫາຊາວອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານແລະໃຫ້ຄຳແນະນຳທີ່ດີແກ່ໂມເຊກ່ຽວກັບການຕັດສິນວຽກງານຂອງປະຊາຊົນ.
  • ລາວໄດ້ເຊື່ອໃນພຣະເຈົ້າເມື່ອລາວໄດ້ຍິນເລື່ອງການອັດສະຈັນທັງໝົດທີ່ພຣະເຈົ້າໄດ້ເຮັດເພື່ອອິດສະຣາເອນໃນປະເທດເອຢິບ.
  • ລູກຊາຍຜູ້ໜຶ່ງຂອງເອຊາວມີຊື່ວ່າ ເຣອູເອນ.
  • ຜູ້ຊາຍອີກຜູ້ໜຶ່ງທີ່ຊື່ວ່າເຣອູເອນໄດ້ຖືກກ່າວເຖິງໃນຕະກູນຂອງອິດສະຣາເອນຜູ້ທີ່ໄດ້ກັບຄືນໄປຕັ້ງຖິ່ນຖານໃໝ່ໃນຢູດາຫລັງຈາກທີ່ພວກເຂົາໄດ້ສິ້ນສຸດໃນການເປັນຊະເລີຍທີ່ນະຄອນບາບິໂລນ.

ເຢຣີໂກ

ຂໍ້ເທັດຈິງ

ເຢຣີໂກເປັນເມືອງທີ່ມີອຳນາດໃນແຜ່ນດິນການາອານ. ມັນຕັ້ງຢູ່ທິດຕາເວັນຕົກຂອງແມ່ນ້ຳ​ຢໍແດນແລະຢູ່ທາງພາກເໜືອຂອງທະເລເກືອ.

  • ເຊັ່ນດຽວກັນຊາວການາອານທຸກຄົນ, ປະຊາຊົນຂອງເຢຣີໂກນະມັດສະການພະເຈົ້າປອມ.
  • ເມືອງເຢລີໂກເປັນເມືອງທຳອິດໃນແຜ່ນດິນການາອານທີ່ພຣະເຈົ້າບອກໃຫ້ຊາວອິດສະຣາເອນຢຶດເອົາ.
  • ເມື່ອໂຢຊວຍນຳຊາວອິດສະຣາເອນຕໍ່ສູ້ເອົາເມືອງເຢຣີໂກ, ພຣະເຈົ້າໄດ້ເຮັດການອັດສະຈັນອັນຍິ່ງໃຫຍ່ເພື່ອຊ່ວຍພວກເຂົາເອົາຊະນະເມືອງນັ້ນໄດ້.

ເຢຣູຊາເລັມ

ຂໍ້ເທັດຈິງ

ເຢຣູຊາເລັມແຕ່ເດີມນັ້ນເປັນເມືອງບູຮານຂອງການາອານທີ່ຕໍ່ມາກາຍເປັນເມືອງທີ່ສຳຄັນທີ່ສຸດໃນອິດສະຣາເອນ. ມັນຕັ້ງຢູ່ປະມານ 34 ກິໂລແມັດທາງຕາເວັນຕົກຂອງທະເລເກືອພາກເໜືອຂອງເມືອງເບັດເລເຮັມ.ແລະຍັງເປັນເມືອງຫລວງຂອງອິດສະຣາເອນໃນປັດຈຸບັນ.

  • ຊື່ ”ເຢຣູຊາເລັມ” ນິ້ຖືກກ່າວເຖິງເທື່ອທຳອິດໃນພຣະທຳໂຢຊວຍ. ຊື່ອື່ນໃນພຣະສັນຍາເດີມຂອງເມືອງນີ້ລວມມີ ”ຊາເລັມ,” ”ເມືອງຂອງເຢບຸດ,” ແລະ ”ຊີໂອນ.” ຄຳວ່າ ”ເຢຣູຊາເລັມ”ແລະ ”ຊາເລັມ” ມາຈາກຮາກສັບດຽວກັບໝາຍຄວາມວ່າ ”ສັນຕິສຸກ.”
  • ນະຄອນເຢຣູຊາເລັມແຕ່ເດີມເປັນເມືອງທີ່ໝັ້ນຂອງຊາວເຢບຸດທີ່ເອີ້ນວ່າ ”ຊີໂອນ” ເຊິ່ງກະສັດດາວິດໄດ້ຢຶດເອົາແລະສ້າງຂຶ້ນເປັນເມືອງຫລວງຂອງເພິ່ນ.
  • ໂຊໂລໂມນລູກຊາຍຂອງດາວິດໄດ້ສ້າງພຣະວິຫານແຫ່ງທຳອິດໃນນະຄອນເຢຣູຊາເລັມ, ເທິງພູໂມລີຢາ, ເຊິ່ງເປັນພູເຂົາທີ່ອັບຣາຮາມໄດ້ຖວາຍອີຊາກລູກຊາຍຂອງລາວໃຫ້ພຣະເຈົ້າ. ພຣະວິຫານໄດ້ຖືກສ້າງຂຶ້ນໃໝ່ຢູ່ທີ່ນັ້ນຫລັງຈາກທີ່ຖືກພວກບາບິໂລນທຳລາຍ.
  • ເນື່ອງຈາກວ່າພຣະວິຫານຕັ້ງຢູ່ໃນນະຄອນເຢຣູຊາເລັມ, ການສະເຫລີມສະຫລອງເທດສະການສຳຄັນຂອງຊາວຢິວຈຶ່ງໄດ້ຈັດຂຶ້ນຢູ່ທີ່ນັ້ນ.
  • ຄົນທົ່ວໄປມັກຈະກ່າວເຖິງການ ”ຂຶ້ນໄປ” ເຖິງນະຄອນເຢຣູຊາເລັມຍ້ອນວ່ານະຄອນນີ້ຕັ້ງຢູ່ເທິງພູເຂົາ.

ເຢເຣມີຢາ

ຂໍ້ເທັດຈິງ

ເຢເຣມີຢາເປັນຜູ້ທຳນວາຍຊອງພຣະເຈົ້າໃນອານາຈັກຢູດາ. ໃນພຣະສັນຍາເດີມພຣະທຳເຢເຣມີຢາໄດ້ບັນທຶກຄຳທຳນວາຍຕ່າງໆຂອງລາວ.

  • ເຊັ່ນດຽວກັບຜູ້ທຳນວາຍສ່ວນຫລາຍ, ເຢເຣມີຢາມັກຈະເຕືອນປະຊາຊົນອິດສະຣາເອນວ່າພຣະເຈົ້າຈະລົງໂທດເຂົາສຳຫລັບຄວາມບາບຂອງພວກເຂົາ.
  • ເຢເຣມີຢາທຳນວາຍວ່າຊາວບາບີໂລນຈະເຂົ້າມາຢຶດເອົານະຄອນເຢຣູຊາເລັມ.ຊຶ່ງເຮັດໃຫ້ປະຊາຊົນບາງຄົນຄຽດແຄ້ນ.ສະນັ້ນພວກເຂົາຈຶ່ງເອົາລາວໂຍນລົງໄປໃນນຳ້ສ້າງເລິກທີ່ແຫ້ງ,ແລະປະລາວໃຫ້ຢູ່ທີ່ນັ້ນເພື່ອຕາຍ.ແຕ່ກະສັດແຫ່ງຢູດາສັ່ງໃຫ້ຜູ້ຮັບໃຊ້ຂອງເພິ່ນຊ່ວຍເອົາເຢເຣມີຢາຂຶ້ນມາຈາກນຳ້ສ້າງ.
  • ເຢເຣມີຢາ ຂຽນວ່າລາວປາຖະໜາໃຫ້ຕາທັງສອງຂ້າງເປັນ “ບໍ່ນຳ້ພຸແຫ່ງນຳ້ຕາ,“ ເພື່ອສະແດງຄວາມເສົ້າສະລົດໃຈຢ່າງເລິກເຊິ່ງຕໍ່ການກະບົດແລະຄວາມທຸກທໍລະມານຂອງປະຊາຊົນຂອງລາວ.

ເຢໂຣໂບອາມ

ຂໍ້ເທັດຈິງ

ເຢໂຣໂບອາມລູກຊາຍຂອງເນບັດເປັນກະສັດຄົນທຳອິດຂອງອານາຈັກທາງພາກເໜືອຂອງອິດສະຣາເອນປະມານ 900-910 ປີກ່ອນຄຣິສຕະສັກກະຣາດ. ເຢໂຣໂບອາມອີກອົງໜຶ່ງ, ເປັນລູກຊາຍຂອງກະສັດໂຢອາດໄດ້ປົກຄອງອິດສະຣາເອນປະມານ120 ປີຕໍ່ມາ.

  • ພຣະຢາເວໃຫ້ຄຳທຳນວາແກ່ເຢໂຣໂບອາມລູກຊາຍຂອງເນບັດວ່າເຂົາຈະເປັນກະສັດຕໍ່ຈາກຊາໂລໂມນແລະລາວຈະໄດ້ປົກຄອງປະຊາຊົນສິບເຜົ່າຂອງອິດສະຣາເອນ.
  • ເມື່ອກະສັດໂຊໂມນສິ້ນຊີວິດ,ສິບເຜົ່າທາງພາກເໜືອຂອງອິດສະຣາເອນໄດ້ກະບົດຕໍ່ກະສັດເຣໂຫໂບອາມລູກຊາຍຂອງກະສັດໂຊໂລໂມນແລະແຕ່ງຕັ້ງເຢໂຣໂບອາມໃຫ້ເປັນກະສັດຂອງພວກເຂົາແທນ, ປະໃຫ້ເຣໂຫໂບອາມເປັນກະສັດພຽງສອງເຜົ່າທາງໃຕ້ຄື: ຢູດາແລະເບັນຢາມິນ.
  • ເຢໂຣໂບອາມເປັນກະສັດທີ່ຊົ່ວຮ້າຍຫລາຍແລະເປັນຜູ້ທີ່ນຳປະຊາຊົນນະມັດສະການຮູບເຄົາຣົບແທນທີ່ຈະພາມານະມັດສະການພຣະເຈົ້າຢາເວ. ກະສັດທັງໝົດຂອງອິດສະຣາເອນກໍ່ໄດ້ເຮັດຕາມຕົວຢ່າງທີ່ຊົ່ວຮ້າຍຄືເຢໂຣໂບອາມ.
  • ເກືອບ 120 ປີຕໍ່ມາ, ກະສັດເຢໂຣໂບອາມອີກຜູ້ໜຶ່ງ ເລິ່ມປົກຄອງອານາຈັກທາງພາກເໜືອຂອງອິດສະຣາເອນ. ເຢໂຣໂບອາມຜູ້ນີ້ເປັນລູກຊາຍຂອງກະສັດໂຢອາດແລະເພິ່ນເປັນຄົນຊົ່ວຮ້າຍເໝືອນກັບບັນດາກະສັດໃນສະໄໝກ່ອນຂອງອິດສະຣາເອນ.
  • ເຖິງວ່າຈະເປັນແນວນັ້ນ,ພຣະເຈົ້າຍັງມີຄວາມເມດຕາຕໍ່ອິດສະຣາເອນແລະຊ່ວຍກະສັດເຢໂຣໂບອາມນີ້ໃຫ້ໄດ້ແຜ່ນດິນແລະຕັ້ງເຂດແດນສຳຫຼັບ​ດິນແດນຂອງພວກເຂົາ​.

ເຢຮູ

ຂໍ້ເທັດຈິງ

ເຢຮູແມ່ນຊື່ຜູ້ຊາຍສອງຄົນໃນພຣະຄຳພີເດີມ.

  • ເຢຮູລູກຊາຍຂອງຮານານີເປັນຜູ້ທຳນວາຍໃນສະໄໝຂອງກະສັດອາຮາບແຫ່ງອິດສະຣາເອນແລະກະສັດເຢໂຮຊາຟັດແຫ່ງຢູດາ.
  • ເຢຮູລູກຊາຍ ( ຫລືຜູ້ສືບເຊື້ອສາຍ ) ຂອງເຢໂຮຊາຟັດເປັນນາຍພົນໃນກອງທັບອິດສະຣາເອນ.
  • ເຢຮູໄດ້ຂ້າກະສັດຊົ່ວສອງຄົນຄື: ກະສັດໂຢຣາມແຫ່ງອິດສະຣາເອນແລະອາຮາດແຫ່ງຢູດາ.
  • ກະສັດເຢຮູຢັງໄດ້ຂ້າພີ່ນ້ອງທັງໝົດຂອງກະສັດອາຮາບຄົນກ່ອນລວມເຖິງພະຣາຊີນີຊົ່ວເຢເຊເບນ.
  • ເຢຮູໄດ້ທຳລາຍສະຖານທີ່ຕ່າງໆຂອງການນະມັດສະການພະບາອານໃນເມືອງຊາມາເຣຍແລະຂ້າຜູ້ທຳນວາຍຂອງພຣະບາອານທັງໝົດ.
  • ກະສັດເຢຮູໄດ້ຮັບໃຊ້ພຣະເຈົ້າ,ຢາເວ,ອົງທ່ຽງແທ້ ແລະເປັນກະສັດປົກຄອງອິດສະຣາເອນເປັນເວລາຊາວແປດປີ.

ເຢໂຮຊາຟັດ

ຂໍ້ເທັດຈິງ

ເຢໂຮຊາຟັດເປັນຊື່ຂອງຜູ້ຊາຍຢ່າງນ້ອຍສອງຄົນໃນພຣະຄຳເດີມ.

  • ຜູ້ຊາຍທີ່ຮູ້ຈັກດີທີ່ສຸດໃນທີ່ນີ້ແມ່ນກະສັດເຢໂຮຊາຟັດເຊິ່ງເປັນກະສັດອົງທີ່ ສີ່ທີ່ປົກຄອງອານາຈັກຢູດາ.
  • ພຣະອົງໄດ້ຟື້ນຟູຄວາມສະຫງົບສຸກລະຫວ່າງຢູດາແລະອິດສະຣາເອນ,ແລະໄດ້ທຳລາຍພະທຽມ.
  • ເຢໂຮຊາຟັດອີກຜູ້ໜຶ່ງແມ່ນ “ຜູ້ບັນທຶກ“ ສຳຫລັບດາວິດແລະໂຊໂລໂມນ.ໜ້າທີ່ຂອງລາວແມ່ນຂຽນເອກະສານໃຫ້ກະສັດລົງລາຍເຊັນແລະບັນທຶກປະຫວັດຂອງເຫດການສຳຄັນຕ່າງໆທີ່ເກີດຂຶ້ນໃນອານາຈັກ.

ເຢໂຮຍອາກິມ

ຂໍ້ເທັດຈິງ

ເຢໂຮຍອາກິມເປັນກະສັດຊົ່ວຮ້າຍທີ່ປົກຄອງອານາຈັກຢູດາເລິ່ມຕົ້ນປະມານ 608 ປີກ່ອນຄຣິສຕະສັກກະຣາດ ພຣະອົງເປັນລູກຊາຍຂອງກະສັດໂຢສີຢາ.ຊື່ເດີມຂອງພຣະອົງແມ່ນເອລີອາກິມ.

  • ເນໂກຟາໂຣຂອງເອຢິບໄດ້ປ່ຽນຊື່ຂອງເອລີຢາກິມເປັນເຢໂຮຍອາກິມແລະແຕ່ງຕັ້ງໃຫ້ເພິ່ນເປັນກະສັດຂອງຢູດາ.
  • ເນໂກບັງຄັບໃຫ້ເຢໂຮຍອາກິມເສັຍພາສີໃນອັດຕາທີ່ສູງໃຫ້ແກ່ເອຢິບ.
  • ຕໍ່ມາຢູດາຖືກຮຸກຮານໂດຍກະສັດເນບູກາດເນັດຊາ,ເຢໂຮຍອາກິມເປັນໜຶ່ງໃນຄົນເຫຼົ່ານັ້ນທີ່ຖືກຈັບແລະຖືກນຳຕົວໄປທີ່ບາບີໂລນ.
  • ເຢໂຮຍອາກິມເປັນກະສັດທີ່ຊົ່ວຮ້າຍເພິ່ນໄດ້ນຳຢູດາອອກຫ່າງຈາກພຣະເຈົ້າຢາເວ.ຜູ້ທຳນວາຍເຢເຣມີຢາໄດ້ກ່າວທຳນວາຍຕັກເຕືອນເພິ່ນ.

ເຢໂຮຍອາດາ

ຂໍ້ເທັດຈິງ

ເຢໂຮຍອາດາ ແມ່ນປະໂຣຫິດທີ່ຊ່ອຍເຊື່ອງແລະປ້ອງກັນຮັກສາລູກຊາຍຂອງກະສັດອາຮາຊີຢາ ຄື ໂຢອາດ ຈົນເຕີບໃຫຍ່ພ້ອມທີ່ຈະປະກາດໃຫ້ເປັນກະສັດໄດ້.

  • ເຢໂຮຍອາດາ ໄດ້ແຕ່ງທະຫານຫຼາຍຮ້ອຍຄົນ ເພື່ອປ້ອງກັນຮັກສາໂຢອາດທີ່ຍັງນ້ອຍຢູ່ ໃນເວລາທີ່ເພິ່ນໄດ້ຮັບການແຕ່ງຕັ້ງໃຫ້ຂຶ້ນເປັນກະສັດ ໂດຍປະຊາຊົນໃນວິຫານ.
  • ເຢໂຮຍອາດາ ໄດ້ພາປະຊາຊົນທຳລາຍແທ່ນບູຊາທັງໝົດທີ່ເປັນຂອງພະທຽມ ຄື ພະບາອານ.
  • ໃນໄລຍະເວລາທີ່ຍັງມີຊີວິດ,ປະໂຣຫິດເຢໂຮຍອາດາໄດ້ໃຫ້ຄຳແນະນຳແກ່ກະສັດໂຢອາດເພື່ອໃຫ້ເພິ່ນເຊື່ອຟັງພຣະເຈົ້າແລະປົກຄອງປະຊາຊົນດ້ວຍຄວາມສະຫຼາດ.
  • ຜູ້ຊາຍອີກຄົນໜຶ່ງທີ່ຊື່ເຢໂຮຍອາດາເປັນພໍ່ຂອງເບນີຢາ.

ເຢໂຮຣາມ,ໂຢຣາມ

ຂໍ້ເທັດຈິງ

ເຢໂຮຣາມເປັນຊື່ຂອງກະສັດທີ່ຕ່າງກັນສອງພຣະອົງໃນພຣະຄຳພີເດີມ.ກະສັດທັງສອງນີ້ຍັງມີຊື່ວ່າ “ໂຢຣາມ“.

  • ກະສັດເຢໂຮຣາມອົງໜຶ່ງປົກຄອງອານາຈັກຢູດາເປັນເວລາແປດປີ.ພຣະອົງເປັນລູກຊາຍຂອງກະສັດເຢໂຮຊາຟັດ.ນີ້ແມ່ນກະສັດທີ່ຮູ້ຈັກກັນດີໃນນາມຊື່ “ເຢໂຮຣາມ“.
  • ກະສັດເຢໂຮຣາມອີກອົງໜຶ່ງຊົງປົກຄອງອານາຈັກອິດສະຣາເອນເປັນເວລາສິບສອງປີ. ເພິ່ນເປັນລູກຊາຍຂອງກະສັດອາຮາບ.
  • ກະສັດເຢໂຮຣາມແຫ່ງຢູດາຊົງປົກຄອງໃນໄລຍະເວລາຂອງຜູ້ທຳນວາຍເຢເຣມີຢາ,ດານີເອນ,ໂອບາດີຢາ,ແລະເອເຊກຽນ ທີ່ໄດ້ທຳນວາຍໃນອານາຈັກຢູດາ.
  • ເຢໂຮຣາມກໍ່ໄດ້ປົກຄອງໃນຊ່ວງເວລາໜຶ່ງທີ່ກະສັດເຢໂຮຊາຟັດພໍ່ຂອງເພິ່ນປົກຄອງຢູດາ.
  • ການແປບາງສະບັບອາດເລືອກທີ່ຈະໃຊ້ຊື່ “ເຢໂຮຣາມ“ ຢ່າງສະໝ່ຳສະເໝີ​ເມື່ອກະສັດອົງນີ້ຂອງອິດສະຣາເອນໄດ້ກ່າວເຖິງໃນຊື່ “ໂຢຣາມ“ ສຳ​ຫຼັບກະສັດຂອງຢູດາ.
  • ອີກວິທີນຶ່ງທີ່ຈະລະບຸຢ່າງຈະແຈ້ງແຕ່ລະ​ຊື່ຄວນ​ຈະລວມເອົາຊື່ພໍ່​ຂອງ​ລາວ​ລົງ​ທ້າຍ.

ເຢໂຮອາກິນ

ຂໍ້ເທັດຈິງ

ເຢໂຮອາກິນເປັນກະສັດອີກອົງໜຶ່ງທີ່ປົກຄອງຢູ່ເໜືອອານາຈັກຢູດາ

  • ເຢໂຮອາກິນໄດ້ເປັນກະສັດເມື່ອຕອນອາຍຸ 18 ປີ ພຣະອົງໄດ້ປົກຄອງພຽງສາມເດືອນແລະຫຼັງຈາກນັ້ນພຣະອົງໄດ້ຖືກຈັບໂດຍກອງທັບບາບີໂລນແລະຖືກນຳຕົວໄປບາບີໂລນ.
  • ໃນໄລຍະອັນສັ້ນທີ່ໄດ້ປົກຄອງນັ້ນ,ເຢໂຮອາກິນໄດ້ເຮັດສິ່ງທີ່ຊົ່ວຮ້າຍຄືກະສັດມານາເຊຜູ້ເປັນປູ່ແລະກະສັດເຢໂຮອາກິມຜູ້ເປັນພໍ່ໄດ້ເຮັດ.

ເຢັບທາ

ຂໍ້ເທັດຈິງ

ເຢັບທາເປັນນັກລົບຈາກກິເລອາດເຊິ່ງເຮັດໜ້າທີ່ເປັນຜູ້ປົກຄອງຂອງອິດສະຣາເອນ.

  • ໃນພຣະທຳເຮັບເຣີ 11:32, ເຢັບທາໄດ້ຮັບການຍ້ອງຍໍວ່າເປັນຜູ້ນຳທີ່ສຳຄັນທີ່ໄດ້ປົດປ່ອຍປະຊາຊົນຂອງລາວອອກຈາກສັດຕູຂອງພວກເຂົາ.
  • ລາວໄດ້ຊ່ວຍປົດປ່ອຍຊາວອິດສະຣາເອນອອກຈາກຄົນອຳໂມນແລະໄ​ດ້ນຳພາປະຊາຊົນຂອງລາວໃຫ້ເອົາຊະນະຊາວເອຟຣາອິມ.
  • ເຖິງຢ່າງໃດກໍ່ຕາມ,ເຢັບທາໄດ້ໃຫ້ຄຳສັນຍາທີ່ໂງ່ຈ້າແລະຮີບຮ້ອນຕໍ່ພຣະເຈົ້າເຊິ່ງສົ່ງຜົນໃຫ້ລາວຖວາຍລູກສາວຂອງລາວເປັນເຄື່ອງບູຊາ.

ໂຢຊວຍ

ຂໍ້ເທັດຈິງ

ມີຜູ້ຊາຍຫລາຍຄົນໃນອິດສະຣາເອນທີ່ຊື່ວ່າໂຢຊວຍໃນພຣະຄຳພີ, ແຕ່ຄົນທີ່ຮູ້ຈັກກັນດີທີ່ສຸດແມ່ນໂຢຊວຍລູກຊາຍຂອງນູນຜູ້ທີ່ເປັນຜູ້ຊ່ວຍຂອງໂມເຊແລະຜູ້ທີ່ຕໍ່ມາກາຍເປັນຜູ້ນຳທີ່ສຳຄັນຂອງປະຊາຊົນຂອງພຣະເຈົ້າ.

  • ໂຢຊວຍແມ່ນໜຶ່ງໃນສິບສອງຄົນຜູ້ສອດແນມທີ່ໂມເຊໄດ້ສົ່ງໄປສຳຫລວດແຜ່ນດິນແຫ່ງພຣະສັນຍາ.
  • ຄຽງຄູກັບຕາເລັບ, ໂຢຊວຍໄດ້ຮຽກຮ້ອງໃຫ້ປະຊາຊົນເຊື່ອຟັງຄຳສັງຂອງພຣະເຈົ້າທີ່ຈະເຂົ້າໄປໃນແຜ່ນດິນແຫ່ງພຣະສັນຍາແລະເອົາຊະນະຊາວການາອານ.
  • ຫລາຍປີຕໍ່ມາຫລັງຈາກໂມເຊເສຍຊີວິດພຣເຈົ້າໄດ້ແຕ່ງຕັ້ງໂຢຊວຍໃຫ້ນຳຊາວອິດສະຣາເອນເຂົ້າໄປໃນແຜ່ນດິນແຫ່ງພຣະສັນຍາ.
  • ໃນສົງຄາມເທື່ອທຳອິດເປັນສົງຄາມທີ່ມີຊື່ສຽງຫລາຍທີ່ສຸດໃນການສູ້ຮົບກັບຊາວການາອານ, ໂຢຊວຍໄດ້ນຳພາຊາວອິດສະຣາເອນເອົາຊະນະເມືອງເຢລີໂກ
  • ໃນພຣະຄຳພີເດີມພຣະທຳໂຢຊວຍບອກວິທີທີ່ໂຢຊວຍນຳພາອິດສະຣາເອນໃນການຄອບຄອງດິນແດນພຣະສັນຍາໄວ້ແລະວິທີທີ່ລາວມອບໝາຍແຜ່ນດິນສ່ວນຕ່າງໆໃຫ້ແຕ່ລະເຜົ່າຂອງອິດສະຣາເອນດຳລົງຊີວິດ.
  • ໂຢຊວຍລູກຊາຍຂອງໂຢຊາດັກໄດ້ຖືກກ່າວເຖິງໃນພຣະຄຳຮັກກາຍແລະເສກາຣີຢາ; ລາວເປັນປະໂຣຫິດໃຫຍ່ທີ່ຊ່ວຍສ້າງກຳແພງເມືອງເຢຣູຊາເລັມ.
  • ມີຜູ້ຊາຍອີກຈຳນວນໜຶ່ງຊື່ວ່າໂຢຊວຍໄດ້ກ່າວເຖິງໃນຕະກູນ ແລະທີ່ອື່ນໆ ໃນພຣະຄຳພີ

ໂຢຊີຢາ

ຂໍ້ເທັດຈິງ

ໂຢຊີຢາເປັນກະສັດທີ່ຊອບທຳຜູ້ທີ່ຄອບຄອງອານາຈັກຂອງຢູດາເປັນເວລາສາມສິບເອັດປິ. ເພິ່ນໄດ້ນຳພາປະຊາຊົນຢູດາໃຫ້ກັບໃຈແລະນະມັດສະການພຣະຢາເວ.

  • ຫລັງຈາກພໍ່ຂອງເພິ່ນຄືກະສັດອາໂມນຖືກຂ້າຕາຍ, ໂຢຊີຢາໄດ້ຂຶ້ນເປັນກະສັດປົກຄອງຢູດາເມື່ອອາຍຸເພິ່ນໄດ້ແປດປີ.
  • ໃນປີທີສິບແປດຂອງການປົກຄອງຂອງເພິ່ນ, ກະສັດໂຢຊີຢາໄດ້ສັ່ງໃຫ້ຮິວຄີຢາຜູ້ເປັນມະຫາປະໂຣຫິດຂຶ້ນສ້າງພຣະວິຫານຂອງພຣະເຈົ້າ. ໃນຂະນະທີ່ກຳລັງເຮັດຢູ່ນັ້ນ, ໜັງສືພຣະບັນຍັດໄດ້ຖືກພົບເຫັນ.
  • ເມື່ອພຣະທຳພຣະບັນຍັດຕ່າງໆ ໄດ້ຮັບການອ່ານໃຫ້ແກ່ໂຢຊີຢາ,ເພິ່ນໄດ້ໂສກເສົ້າໃນການບໍ່ເຊື່ອຟັງພຣະເຈົ້າຂອງປະຊາຊົນຂອງເພິ່ນ. ເພິ່ນໄດ້ສັງໃຫ້ທຳລາຍສະຖານທີ່ບູຊາຮູບເຄົາຣົບທັງໝົດແລະໃຫ້ຂ້າປະໂຣຫິດຂອງພະທຽມ
  • ເພິ່ນໄດ້ຍັງໄດ້ສັ່ງໃຫ້ປະຊາຊົນເລິ່ມສະເຫລີມສະຫລອງເທດສະການປັດສະກາອີກ.

ໂຢເຊັບ

ຂໍ້ເທັດຈິງ

ໂຢເຊັບເປັນພໍ່ໃນໂລກນີ້ຂອງພຣະເຢຊູແລະໄດ້ຮັບລ້ຽງພຣະເຢຊູໃນຖານະລູກຊາຍຄົນໜຶ່ງ. ລາວເປັນຄົນຊອບທຳທີ່ເຮັດວຽກເປັນຊ່າງໄມ້.

  • ໂຢເຊັບໄດ້ໝັ້ນກັບຍິງສາວຊາວຢິວຊື່ວ່າມາຣີ, ເຊິ່ງພຣະເຈົ້າໄດ້ເລືອກໃຫ້ເປັນແມ່ຂອງພຣະເຢຊູຜູ້ເປັນພຣະເມຊີອາ.
  • ທູດສະຫວັນອົງບອກໂຢເຊັບວ່າພຣະວິນຍານບໍຣິສຸດໄດ້ເຮັດການອັດສະຈັນດ້ວຍການເຮັດໃຫ້ນາງມາຣີຖືພາ, ແລະລູກຂອງມາຣີເປັນພຣະບຸດຂອງພຣະເຈົ້າ.
  • ຫລັງຈາກພຣະເຢຊູເກີດແລ້ວ, ທູດສະຫວັນອົງໜຶ່ງໄດ້ເຕືອນໂຢເຊັບໃຫ້ພາເດັກນ້ອຍແລະມາໄປປະເທດເອຢິບເພື່ອທີ່ຈະໜີຈາກເຮໂຣດ.
  • ໂຢເຊັບແລະຄອບຄົວຂອງລາວອາໄສຢູ່ໃນເມືອງນາຊາເຣັດແຂວງຄາລີເລທີ່ລາວຫາລ້ຽງຊີບໂດຍການເປັນຊ່າງໄມ້.

ໂຢເຊັບ (ໃນພຣະຄຳພີເດີມ)

ຂໍ້ເທັດຈິງ

ໂຢເຊັບເປັນລູກຊາຍຄົນທີ່ສິບເອັດຂອງຢາໂຄບແລະເປັນລູກຊາຍຄົນທຳອິດຂອງຣາເຊັນຜູ້ເປັນແມ່ຂອງລາວ.

  • ໂຢເຊັບເປັນລູກຊາຍທີ່ພໍ່ຮັກຫລາຍ.
  • ພວກອ້າຍຂອງລາວອິດສາລາວ ແລະໄດ້ຂາຍລາວໃຫ້ໄປເປັນທາດຮັບໃຊ້
  • ໃນຂະນະຢູ່ໃນປະເທດເອຢິບ, ໂຢເຊັບຖືກກ່າວຫາປອມໆແລະຖືກຂັງຄຸກ.
  • ເຖິງວ່າຈະມີຄວາມຫຍຸ້ງຍາກ, ໂຢເຊັບຍັງຄົງຊື່ສັດຕໍ່ພຣະເຈົ້າ.
  • ພຣະເຈົ້າໄດ້ນຳລາວໃຫ້ມີຕຳແໜ່ງສູງທີ່ສຸດອັນດັບສອງໃນປະເທດເອຢິບແລະໃຊ້ລາວເພື່ອຊ່ວຍປະຊາຊົນໃນເວລາທີ່ມີອາຫານໜ້ອຍ. ປະຊາຊົນຊາວເອຢິບ, ແລະຄອບຄົວຂອງລາວ, ໄດ້ຮັບການຊ່ວຍໃຫ້ພົ້ນຈາກຄວາມອຶດຫິວ.

ໂຢທາມ

ຂໍ້ເທັດຈິງ

ໃນພຣະຄຳພີເດີມ, ມີຜູ້ຊາຍສາມຄົນທີ່ວ່າໂຢທາມ

  • ໂຢທາມຄົນໜິ່ງເປັນລູກຊາຍຫຼາຊອງກິເດໂອນ. ໂຢທາມໄດ້ຊ່ວຍເອົາຊະນະອ້າຍຂອງລາວຊື່ອາບີເມເຫຼັກ, ຜູ້ໄດ້ຂ້າອ້າຍນ້ອງທັງໝົດຂອງພວກເຂົາ.
  • ຜູ້ຊາຍອີກຜູ້ໜຶ່ງທີ່ຊື່ໂຢທາມ ເປັນກະສັດປົກຄອງຢູດາເປັນເວລາສິບຫົກປີຫຼັງຈາກການຕາຍຂອງພໍ່ເພິ່ນຄືອຸດຊີຢາ (ອາຊາຣີຢາ).
  • ເຊັ່ນກັບພໍ່ຂອງເພິ່ນ, ກະສັດໂຢທາມໄດ້ເຊື່ອຟັງພຣະເຈົ້າແລະເປັນກະສັດທີ່ດີ.
  • ເຖິງຢ່າງໃດກໍ່ຕາມ,ລາວບໍ່ໄດ້ຍົກເລີກສະຖານທີ່ນະມັດສະການຮູບເຄົາຣົບແລະສິ່ງນີ້ໄດ້ເຮັດໃຫ້ປະຊາຊົນຢູດາໃນເວລາຕໍ່ມາຫັນໜີຈາກພຣະເຈົ້າ.
  • ໂຢທາມຍັງເປັນໜຶ່ງໃນບັນພະບູລຸດທີ່ໄດ້ລະບຸໄວ້ໃນເຊື້ອສາຍຂອງພຣະເຢຊູຄຣິດເຈົ້າໃນພຣະທຳມັດທາຍ.

ໂຢນາ

ຂໍ້ເທັດຈິງ

ໂຢນາເປັນຜູ້ທຳນວາຍຊາວເຮັບເຣີໃນພຣະຄຳພີເດີມ.

  • ພຣະທຳໂຢຮັນເວົ້າເຖິງເລື່ອງທີ່ພຣະເຈົ້າສົ່ງໂຢນາໄປປະກາດໃຫ້ແກ່ປະຊາຊົນໃນເມືອງນີນາເວ.
  • ໂຢນາໄດ້ປະຕິເສດທີ່ຈະໄປນີນາເວແລະລົງເຮືອມຸ່ງໜ້າໄປປະເທດໜຶ່ງແທ່ນ.
  • ພຣະເຈົ້າຊົງເຮັດໃຫ້ເກີດມີພາຍຸໃຫຍ່ທີ່ແຮງທີ່ສຸດຄອບງຳເຮືອນັ້ນ.
  • ເມື່ອພວກຜູ້ຊາຍຢູ່ໃນເຮືອຮູ້ວ່າໂຢຮັນບໍ່ເຊື່ອຟັງພຣະເຈົ້າ ,ພວກເຂົາໄດ້ໂຍນລາວລົງໃນທະເລແລະລົມພາຍຸກໍ່ຢຸດ.
  • ໂຢນາຖືກກືນໂດຍປາໃຫຍ່ແລະລາວໄດ້ຢູ່ໃນທ້ອງປາເປັນເວລາສາມວັນສາມຄືນ.
  • ຫລັງຈາກນັ້ນ, ໂຢນາໄດ້ໄປທີ່ເມືອງນີນາເວແລະປະກາດກັບປະຊາຊົນແລະພວກເຂົາໄດ້ຫັນໜີຈາກບາບຂອງພວກເຂົາ.

ໂຢນາທານ

ຂໍ້ເທັດຈິງ

ໂຢນາທານແມ່ນຊື່ຂອງຜູ້ຊາຍຢ່າງນ້ອຍສິບຄົນໃນພຣະຄຳພີເດີມ. ຊື່ນີ້ໝາຍຄວາມວ່າ “ພຣະຢາເວໄດ້ປະທານ.“

  • ໂຢນາທານເປັນເພື່ອນທີ່ດີທີ່ສຸດຂອງດາວິດເປັນຜູ້ຊາຍທີ່ຮູ້ຈັກກັນດີທີ່ສຸດໃນພຣະຄຳພີໄບເບິນໃນຊື່ນີ້. ໂຢນາທານເປັນລູກຊາຍກົກຂອງກະສັດໂຊນ.
  • ໂຢນາທານຄົນອື່ນໆທີ່ກ່າວເຖິງໃນພຣະຄຳພີເດີມລວມມີ: ເຊື້ອສາຍຂອງໂມເຊ; ຫລານຊາຍຂອງກະສັດດາວິດ; ປະໂຣຫິດຈຳນວນໜຶ່ງ, ໃນນັ້ນມີລູກຊາຍຂອງອາບີຢາທາ; ແລະນັກຂຽນໃນພຣະຄຳພີເດີມຢູ່ໃນເຮືອນຂອງເຂົາຜູ້ທຳນວາຍເຢເຣມີຢາໄດ້ຖືກຂັງຄຸກ.

ໂຢບ

ຂໍ້ເທັດຈິງ

ໂຢບແມ່ນຜູ້ຊາຍທີ່ຖືກອະທິບາຍໃນພຣະຄຳພີວ່າເປັນຄົນທີ່ບໍ່ມີຄວາມຜິດແລະຊອບທຳຕໍ່ໜ້າພຣະເຈົ້າ. ລາວມີຊື່ສຽງດີທີ່ສຸດສຳລັບຄວາມອົດທົນໃນຄວາມເຊື່ອຂອງລາວໃນພຣະເຈົ້າຕະຫລອດເວລາທີ່ມີຄວາມທຸກທໍລະມານ.

  • ໂຢບອາໄສຢູ່ໃນແຜ່ນດິນອູ, ຊຶ່ງຕັ້ງຢູ່ທາງທິດຕາເວັນອອກຂອງແຜ່ນດິນການາອານ, ອາດຈະຢູ່ໃກ້ກັບເຂດຂອງຊາວເອໂດມ.
  • ຄິດກັນວ່າລາວມີຊີວິດຢູ່ໃນຊ່ວງເວລາຂອງເອຊາວແລະຢາໂຄບເພາະວ່າເພື່ອນຄົນໜຶ່ງຂອງໂຢບເປັນຄົນ “ເທມານາຍ,“ ຊຶ່ງເປັນກຸ່ມຄົນທີ່ມາຈາກເຊື້ອສາຍຫລານຊາຍຂອງເອຊາວ.
  • ໃນພຣະຄຳພີເດີມພຣະທຳໂຢບໄດ້ບອກກ່ຽວກັບວິທີທີ່ໂຢບແລະຄົນອື່ນໆຕອບສະນໜອງຕໍ່ຄວາມທຸກທໍລະມານຂອງລາວ.ແລະຍັງໃຫ້ທັດສະນະຂອງພຣະເຈົ້າໃນຖານະຜູ້ສ້າງຜູ້ເປັນອົງອະທິປະໄຕແລະຜູ້ຄອບຄອງຈັກກະພົບດ້ວຍ.
  • ຫລັງຈາກໄພພິບັດທັງໝົດ,ພຣະເຈົ້າຊົງຮັກສາໂຢບແລະປະທານລູກແລະຄວາມຮັ່ງມີເພີ່ມຂຶ້ນອີກ.
  • ພຣະທຳໂຢບບອກວ່າລາວເຖົ້າຫລາຍເມື່ອລາວຕາຍ.

ໂຢຣາມ

ຂໍ້ເທັດຈິງ

ໂຢຣາມເປັນລູດຊາຍຂອງກະສັດອາຮາຍແຫ່ງອິດສະຣາເອນ. ໃນບາງຄັ້ງລາວຖືກເອີ້ນໃນຊື່ “ເຢໂຮຣາມ.“

  • ກະສັດໂຢຣາມແຫ່ງອິດສະຣາເອນໄດ້ປົກຄອງໃນເວລາດຽວກັນກັບກະສັດເຢໂຮຣາມແຫ່ງຢູດາ.
  • ໂຢຣາມເປັນກະສັດທີ່ຊົ່ວຮ້າຍທີ່ໄດ້ນະມັດສະການພະທຽມແລະນຳອິດສະຣາເອນໃຫ້ເຮັດບາບ.
  • ກະສັດໂຢຣາມແຫ່ງອິດສະຣາເອນໄດ້ຄອບຄອງໃນໄລຍະເວລາຂອງຜູ້ທຳນວາຍເອລີຢາແລະໂອບາດີຢາ.
  • ມີຜູ້ຊາຍອີກຄົນໜຶ່ງຊື່ໂຢຣາມ ເປັນລູກຊາຍຂອງກະສັດທູແຫ່ງຮາມາດໃນຊ່ວງທີ່ດາວິດເປັນກະສັດ.

ໂຢອາດ

ຂໍ້ເທັດຈິງ

ໂຢອາດແມ່ນຊື່ຂອງຜູ້ຊາຍຫລາຍຄົນໃນພຣະຄຳພີເດີມ

  • ໂຢອາດອີກຜູ້ໜຶ່ງເປັນພໍ່ຂອງຜູ້ປົດປ່ອຍຊາວອິດສະຣາເອນຄື, ກິເດໂອນ.
  • ຜູ້ຊາຍອີກຄົນໜຶ່ງທີ່ຊື່ໂຢອາດເປັນເຊື້ອສາຍຂອງລູກຊາຍຫຼ້າຢາໂຄບຄື, ເບັນຢາມິນ.
  • ໂຢອາດທີ່ມີຊື່ສຽງຫຼາຍທີ່ສຸດເພິ່ນໄດ້ກາຍເປັນກະສັດຂອງຢູດາເມື່ອອາຍຸໄດ້ເຈັດປີ. ເພິ່ນເປັນລູກຊາຍຂອງອາຮາຊີຢາກະສັດແຫ່ງຢູດາ, ຜູ້ທີ່ຖືກຄາດຕະກຳ.
  • ໃນເວລາທີ່ໂຢອາດເປັນເດັກນ້ອຍ, ປ້າຂອງເພິ່ນໄດ້ຊ່ວຍເພິ່ນຈາກການຖືກຂ້າໂດຍການປິດບັງເພິ່ນໄວ້ຈົນກວ່າເພິ່ນມີອາຍຸພຽງພໍທີ່ຈະໄດ້ຮັບຕຳແໜ່ງກະສັດ.
  • ກະສັດໂຢອາດເປັນກະສັດທີ່ດີເຊິ່ງທຳອິດໄດ້ເຊື່ອຟັງພຣະເຈົ້າ. ແຕ່ລາວບໍ່ໄດ້ຍົກຍ້າຍບ່ອນທີ່ຂາບໄຫວ້ຂອງຄົນຕ່າງຊາດ ແລະ ຊາວອິດສະຣາເອນກໍ່ເລິ່ມນະມັດສະການຮູບເຄົາລົບອີກ.
  • ກະສັດໂຢອາດໄດ້ປົກຄອງຢູດາໃນຊ່ວງເວລາບາງປີທີ່ກະສັດເຢໂຮອາດໄດ້ປົກຄອງອິດສະຣາເອນ. ພວກເພິ່ນທັງສອງແມ່ນກະສັດຄົນລະອົງ.

ໂຢອາບ

ຂໍ້ເທັດຈິງ

ໂຢອາບແມ່ນຫົວໜ້າທະຫານທີ່ສຳຄັນສຳຫລັບກະສັດດາວິດຕະຫຼອດການປົກຄອງທັງໝົດ.

  • ກ່ອນທີ່ດາວິດຈະຂຶ້ນເປັນກະສັດ, ໂຢອາບກໍ່ເປັນຜູ້ຕິດຕາມທີ່ສັດຊື່ຂອງພຣະອົງແລ້ວ.
  • ຕໍ່ມາໃນລະຫວ່າງທີ່ກະສັດດາວິດປົກຄອງປະເທດອິດສະຣາເອນ, ໂຢອາບກາຍເປັນຜູ້ບັນຊາການກອງທັບຂອງກະສັດດາວິດ.
  • ໂຢອາບກໍ່ເປັນຫຼານຊາຍຂອງກະສັດດາວິດຍ້ອນວ່າແມ່ຂອງໂຢອາບເປັນນ້ອງສາວອີກຜູ້ໜຶ່ງຂອງກະສັດດາວິດ.
  • ເມື່ອອັບຊາໂລມລູກຊາຍຂອງກະສັດດາວິດໄດ້ທໍລະຍົດຕໍ່ເພິ່ນໂດຍພະຍາຍາມເຂົ້າຄອບຄອງຄວາມເປັນກະສັດ, ໂຢອາບໄດ້ຂ້າອັບຊາໂລມເພື່ອປົກປ້ອງກະສັດ.
  • ໂຢອາບເປັນນັກຮົບທີ່ຮຸນ​ແຮງຫຼາຍແລະໄດ້ຂ້າຫຼາຍຄົນທີ່ເປັນສັດຕູຂອງອິດສະຣາເອນ.

ໂຢເອນ

ຂໍ້ເທັດຈິງ

ໂຢເອນແມ່ນຊື່ຂອງຜູ້ທຳນວາຍຜູ້ທີ່ອາດຈະມີຊີວິດຢູ່ໃນໄລຍະການປົກຄອງຂອງກະສັດໂຢອາດແຫ່ງຢູດາ. ຍັງມີຜູ້ຊາຍຫລາຍຄົນຢູ່ໃນພຣະຄຳພີເດີມທີ່ມີຊື່ວ່າໂຢເອນ.

  • ພຣະທຳໂຢເອນແມ່ນພຣະທຳທີ່ສັ້ນຫົວໜຶ່ງໃນສິບສອງຫົວຂອງຜູ້ທຳນວາຍໃນພາກພຣະຄຳພີເດີມ.
  • ຂໍ້ມູນສ່ວນຕົວເທົ່ານັ້ນທີ່ພວກເຮົາມີກ່ຽວກັບຜູ້ທຳນວາຍໂຢເອນຄືພໍ່ຂອງລາວຊື່ວ່າ ເປທູເອນ.
  • ໃນຄຳເທດສະໜາຂອງວັນເພັນເຕຄໍສະເຕ, ອັກຄະສາວົກເປໂຕໄດ້ອ້າງອີງຈາກພຣະໂຢເອນ.

ໂຢຮັນ ( ອັກຄະສາວົກ )

ຂໍ້ເທັດຈິງ

ໂຢຮັນເປັນໜຶ່ງໃນອັກຄະສາວົກສິບສອງຄົນຂອງພຣະເຢຊູແລະເປັນສະຫາຍທີ່ໃກ້ຊິດທີ່ສຸດຂອງພຣະເຢຊູ.

  • ໂຢຮັນແລະນ້ອງຊາຍຂອງລາວຊື່ຢາໂກໂບເປັນລູກຊາຍຂອງຊາວປະມົງຊື່ເຊເບດາຍ.
  • ໃນຂ່າວປະເສີດທີ່ລາວໄດ້ຂຽນກ່ຽວກັບຊີວິດຂອງພຣະເຢຊູ,ໂຢຮັນໄດ້ກ່າວເຖິງຕົນເອງວ່າ “ສາວົກທີ່ພຣະເຢຊູຊົງຮັກ.“ ນີ້ເບິ່ງຄືວ່າຈະແສດງໃຫ້ເຫັນວ່າໂຢຮັນເປັນສະຫາຍສະໜິດທີ່ສຸດຂອງພຣະເຢຊູ.
  • ອັກຄະສາວົກໂຢຮັນໄດ້ຂຽນພຣະທຳຫ້າເຫລັ້ມໃນພຣະຄຳໃໝ່ຄື: ພຣະທຳຂ່າວປະເສີດຂອງໂຢຮັນ, ພຣະທຳພຣະນິມິດຂອງພຣະເຢຊູຄຣິດເຈົ້າ, ແລະຈົດໝາຍສາມສະບັບທີ່ຂຽນເຖິງຜູ້ເຊື່ອຄົນອື່ນໆ.
  • ໃຫ້ສັງເກດວ່າອັກຄະສາວົກໂຢຮັນເປັນຄົນລະຄົນກັນກັບໂຢຮັນບັບຕິສະໂຕ.

ໂຢຮັນ ມາຣະໂກ

ຂໍ້ເທັດຈິງ

ໂຢຮັນມາຣະໂກ, ເຊິ່ງເອີ້ນກັນວ່າ “ມາຣະໂກ “ ເປັນໜຶ່ງໃນບັນດາຜູ້ທີ່ເດິນທາງໄປກັບໂປໂລໃນການເດິນທາງໄປສອນສາສະໜາ. ສ່ວນຫລາຍຈະເປັນຜູ້ຂຽນພຣະກິດຕິຄຸນມາຣະໂກ.

  • ໂຢຮັນມາຣະໂກໄດ້ໄປນຳພີ່ນ້ອງຂອງລາວຊື່ບາຣະນາບາແລະໂປໂລໃນການເດີນທາງໄປສອນສາສະໜາຄັ້ງທຳອິດ.
  • ໃນເວລາທີ່ເປໂຕໄດ້ຖືກຂັງຢູ່ໃນນະຄອນເຢຣູຊາເລັມ, ຜູ້ທີ່ເຊື່ອຢູ່ທີ່ນັ້ນໄດ້ອະທິຖານເພື່ອລາວຢູ່ເຮືອນແມ່ຂອງໂຢຮັນມາຣະໂກ.
  • ມາຣະໂກບໍ່ແມ່ນອັກຄະສາວົກດັ້ງເດີມ, ແຕ່ທັງໂປໂລແລະເປໂຕໄດ້ສອນລາວ ແລະໄດ້ເຮັດວຽກຮ່ວມກັບພວກເຂົາໃນວຽກຮັບໃຊ້

ໂຢຮັນ( ຜູ້ໃຫ້ບັບຕິສະໂຕ )

ຂໍ້ເທັດຈິງ

ໂຢຮັນເປັນລູກຊາຍຂອງເຊກາຣີຢາແລະເອລີຊາເບັດ, ເນື່ອງຈາກຊື່ “ໂຢຮັນ“ເປັນຊື່ທຳມະດາລາວມັກຈະຖືກເອີ້ນວ່າ “ໂຢຮັນບັບຕິສະໂຕເພື່ອຈຳແນກລາວຈາກຄົນອື່ນໆທີ່ມີຊື່ວ່າໂຢຮັນເຊັ່ນ, ອັກຄະສາວົກໂຢຮັນ.

  • ໂຢຮັນເປັນຜູ້ທຳນວາຍທີ່ພຣະເຈົ້າໄດ້ສົ່ງມາເພື່ອກະກຽມຜູ້ຄົນໃຫ້ເຊື່ອແລະຕິດຕາມພຣະເມຊີອາ.
  • ໂຢຮັນໄດ້ບອກໃຫ້ປະຊາຊົນສາລະບາບຂອງພວກເຂົາ, ແລະຫັນມາຫາພຣະເຈົ້າ,ແລະຢຸດເຮັດບາບ, ເພື່ອພວກເຂົາຈະພ້ອມທີ່ຈະຕ້ອນຮັບພຣະເມຊີອາ.
  • ໂຢຮັນໄດ້ໃຫ້ບັບຕິສະມາຫລາຍຄົນໃນນຳ້ເພື່ອເປັນສັນຍາລັກວ່າພວກເຂົາຂໍອະໄພສຳລັບບາບຂອງພວກເຂົາແລະຫັນໜີຈາກບາບເຫລົ່ານັ້ນ.
  • ໂຢຮັນຖືກເອີ້ນວ່າ “ໂຢຮັນຜູ້ໃຫ້ບັບຕິສະມາ“ ເພາະວ່າລາວໄດ້ໃຫ້ບັບຕິສະມາແກ່ຫລາຍຄົນ.
  • ເພື່ອໃຫ້ແນ່ໃຈວ່າປະຊາຊົນຈະເຂົ້າໃຈວ່າ “ຜູ້ໃຫ້ບັບຕິສະມາ”ບໍ່ໄດ້ອ້າງເຖິງຄຣິສະຕະຈັກໂດຍຊື່ນີ້. ສະນັ້ນຈຶ່ງຈຳເປັນທີ່ຈະເວົ້າຊື່ວ່າ, “ໂຢຮັນບັບຕິສະໂຕ“ ຫລື “ໂຢຮັນຜູ້ໃຫ້ບັບຕິສະມາ“

ຣັບບາ

ຂໍ້ເທັດຈິງ

ຣັບບາ ເປັນເມືອງທີ່ສຳຄັນທີ່ສຸດຂອງຊາວອຳໂມນ.

  • ໃນການຕໍ່ສູ້ກັບຊາວອຳໂມນ, ຊາວອິສະຣາເອນໄດ້ໂຈມຕີເມືອງຣັບບາຢູ່ຫຼາຍເທື່ອ.
  • ກະສັດຂອງຊາວອິສະຣາເອນ ຄືກະສັດດາວິດໄດ້ຢຶດຄອງເມືອງຣັບບາເຊິ່ງເປັນນຶ່ງໃນເມືອງສຸດທ້າຍທີ່ພຣະອົງຢຶດຄອງໄດ້.
  • ເມືອງອຳມານຈໍແດນໃນປັດຈຸບັັນນີ້ເຄີຍເປັນທີ່ຕັ້ງຂອງເມືອງຣັບບາໃນອະດີດ.

ຣາເຊັນ

ຂໍ້ເທັດຈິງ

ຣາເຊັນເປັນນຶ່ງໃນບັນດາພັນລະຍາຂອງຢາໂຄບ.ເຂົາແລະເອື້ອຍຂອງເຂົາ ເລອາ ເປັນລູກສາວຂອງລາບານ,ເຊິ່ງເປັນລູງຂອງຢາໂຄບ.

  • ຣາເຊັນເປັນແມ່ຂອງໂຢເຊັບແລະເບັນຢາມິນ,ເຊິ່ງລູກຫຼານຂອງພວກເຂົາກາຍມາເປັນສອງເຜົ່າໃນສິບສອງເຜົ່າຂອງຊົນຊາດອິສະຣາເອນ.
  • ເປັນເວລາຫຼາຍປີ,ທີ່ຣາເຊັນບໍ່ສາມາດມີລູກໄດ້. ດັ່ງນັ້ນພຣະເຈົ້າເຮັດໃຫ້ຣາເຊັນໃຫ້ກຳເນີດໂຢເຊັບ.
  • ຫຼາຍປີຕໍ່ມາ,ຣາເຊັນເສຍຊີວິດຫຼັງຈາກໃຫ້ກຳເນີດເບັນຢາມິນ ແລະຢາໂຄບໄດ້ຝັງເຂົາໃກ້ກັບເບັດເລເຮັມ.

ຣາມາ

ຂໍ້ເທັດຈິງ

ຣາມາເປັນເມືອງບູຮານຂອງຊາວອິສະຣາເອນ ປະມານ 8 ກິໂລແມັດຈາກກຸງເຢຣູຊາເລັມ ເມືອງຣາມາຢຼ່ໃນດິນທີ່ມີເຜົ່າເບັນຢາມິນໄດ້ອາໃສຢູ່.

  • ເມືອງຣາມາແມ່ນ​ເມືອງນາງຣາເຊັນຕາຍ​ຢູ່​ຫັ້ນຫລັງຈາກໃຫ້ກຳເນີດເບັນຢາມິນແລ້ວ.
  • ຕອນທີ່ຊົນຊາດອິສະຣາເອນຖືກກວດຕ້ອນໄປເປັນຊະເລີຍທີ່ບາບີໂລນພວກເຂົາຖືກນຳໄປທີ່ເມືອງຣາມາກ່ອນທີ່ຈະຍ້າຍໄປທີ່ເມືອງບາບີໂລນ.
  • ຣາມາເປັນຖິ່ນກຳເນີດຂອງມານດາແລະບິດາຊອງຊາມູເອນ.

ຣາໂມດ

ຂໍ້ເທັດຈິງ

ຣາໂມດ ເປັນເມືອງສຳຄັນເມືອງນຶ່ງທີ່ຢູ່ເທິງພູເຂົາກິເລອາດໃກ້ກັບແມ່ນ້ຳຈໍແດນ. ມັນຖືກເອີ້ນວ່າ ຣາໂມດກິເລອາດດ້ວຍ.

  • ຣາໂມດເປັນເມືອງຂອງອິສະຣາເອນເຜົ່າກາດແລະໄດ້ຖືກອອກແບບໃຫ້ເປັນເມືອງລີ້ພັຍ.
  • ກະສັດອາຮາບແຫ່ງອິສະຣາເອນແລະກະສັດເຢໂຮຊາຟັດແຫ່ງຢູດາໄດ້ຮ່ວມກັນຕໍ່ສູ້ກັບກະສັດແຫ່ງອາຣາມທີ່ເມືອງຣາໂມດ ກະສັດອາຮາບຖືກຂ້າຕາຍໃນສົງຄາມນັ້ນ.
  • ເວລາຕໍ່ມາ, ກະສັດອາຮາດເຊຍແລະກາສັດໂຢຣາມໄດ້ພະຍາຍາມຊີງເອົາເມືອງຣາໂມດຈາກກະສັດແຫ່ງອາຣາມ.
  • ຣາໂມດກິເລອາດເປັນທີ່ທີ່ເຢຮູຖືກເຈີມໃຫ້ເປັນກະສັດເໜືອອິສະຣາເອນ.

ຣາຮາບ

ຂໍ້ເທັດຈິງ

ຣາຮາບເປັນຜູ້ຍິງທີ່ອາໃສຢູ່ໃນເມືອງເຢຣິໂກເມື່ອຄົນອິສະຣາເອນໂຈມຕີເມືອງເຢຣິໂກ. ເຂົາເປັນຍິງໂສເພນີ.

  • ຣາຮາບ ໄດ້ເຊື່ອງຄົນອິດສະຣາເອນສອງຄົນທີ່ມາສອດແນມເມືອງເຢຣິໂກກ່ອນທີ່ອິດສະຣາເອນຈະໂຈມຕີເມືອງນັ້ນ. ນາງຣາຮາບໄດ້ຊ່ອຍໃຫ້ຄົນອິສະຣາເອນສອງຄົນນີ້ໜີກັບໄປຄ້າຍຂອງອິສະຣາເອນ.
  • ຣາຮາບໄດ້ກາຍເປັນຜູ້ເຊື່ອໃນພຣະຢາເວ.
  • ເຂົາແລະຄອບຄົວຂອງເຂົາໄດ້ຮັບການໄວ້ຊີວິດເມື່ອເມືອງເຢຣິໂກຖືກມ້າງເພແລະພວກເຂົາທັງໝົດໄດ້ມາອາໃສຢູ່ກັບຊາວອິສະຣາເອນ.

ຣິມໂມນ

ຂໍ້ເທັດຈິງ

ຣິມໂມນແມ່ນຊື່ຂອງຜູ້ຊາຍແລະຫຼາຍໆສະຖານທີ່ໆກ່າວເຖິງໃນ ພຣະຄັມພີ. ມັນຍັງແມ່ນຊື່ຂອງພຣະເຈົ້າປອມ.

  • ຊາຍຄົນໜຶ່ງຊື່ວ່າຣິມໂມນເປັນຄົນເບັນຢາມິນຈາກເມືອງເບັດໂບັດໃນເມືອງ ເສບູລູນ. ພວກລູກຊາຍຂອງຊາຍຄົນນີ້ໄດ້ຂ້າ ອີໂບເຊ, ລູກຊາຍທີ່ຖືກຂັງຂອງໂຍນາທານ.
  • ເມືອງ ຣິມໂມນ ແມ່ນເມືອງໜຶ່ງໃນພາກໃຕ້ຂອງຢູດາ, ໃນພາກພື້ນທີ່ຄອບຄອງໂດຍຊົນເຜົ່າຂອງເບັນຢາມິນ.
  • "ຫີນຂອງ ຣິນໂມນ" ແມ່ນສະຖານທີ່ປອດພັຍບ່ອນທີ່ຊາວເບັນ ຢາມິນໄດ້ໜີຈາກການຖືກຂ້າຕາຍໃນການສູ້ຮົບ.
  • ຣິນໂມນ-ເປເລດ ແມ່ນສະຖານທີ່ທີ່ບໍ່ຮູ້ຈັກໃນຖິ່ນແຫ້ງແລ້ງກັນດານຢູເດຍ.
  • ທ່ານນາມານຜູ້ບັນຊາການຊາວຊີເຣຍກ່າວເຖິງວິຫານຂອງພຣະເຈົ້າ ຮິນໂມນທີ່ບໍ່ຖືກຕ້ອງ, ບ່ອນທີ່ກະສັດແຫ່ງປະເທດຊີເຣຍເຄົາລົບບູຊາ.

ຣຸດ

ຂໍ້ເທັດຈິງ

ຣຸດເປັນຜູ້ຍິງຊາວໂມໄບ ທີ່ໄດ້ແຕ່ງງານກັບຜູ້ຊາຍອິສະຣາເອນແລ້ວໄດ້ຍ້າຍໄປຍັງໂມອາບພ້ອມດ້ວຍຄອບຄົວຂອງເຂົາໃນລະຍະເວລາທີ່ເຫຼົ່າຜູ້ວິນິດໃສນຳອິສະຣາເອນ.

  • ສາມີຂອງ ຣຸດ ໄດ້ຕາຍແລະໃນຕອນຫຼັງຈາກນັ້ນນາງໄດ້ຈາກໂມອາບເພື່ອເດີນທາງໄປກັບນາງນາໂອມີແມ່ສາມີຂອງນາງຜູ້ທີ່ກັບໄປຍັງເບັດເລເຮັມ ອິສະຣາເອນບ້ານເກີດຂອງນາງ.
  • ຣຸດ ຊື່ສັດຕໍ່ນາໂອມີແລະທຳງານໜັກເພື່ອຈັດຫາອາຫານໃຫ້ນາງ.
  • ນາງຍັງອຸທິດຕົວເອງວ່າຈະຮັບໃຊ້ພຣະເຈົ້າທີ່ທ່ຽງແທ້ຂອງອິສະຣາເອນ.
  • ຣຸດ ໄດ້ແຕ່ງງານກັບຊາວອິສະຣາເອນຊື່ ໂບອາດແລະໃຫ້ກຳເນີດບຸດຊາຍຄົນນຶ່ງຜູ້ຊຶ່ງໄດ້ກາຍມາເປັນປູ່ຂອງກະສັດດາວິດແລະບັນພະບຸລຸດຂອງພຣະເຢຊູຄຣິດ.

ຣູເບັນ

ຂໍ້ເທັດຈິງ

ຣູເບັນ ແມ່ນລູກຊາຍກົກຂອງຢາໂຄບ. ແມ່ຂອງລາວຊື່ວ່າເລອາ.

  • ເມື່ອພວກອ້າຍຂອງລາວວາງແຜນທີ່ຈະຂ້ານ້ອງຊາຍຂອງພວກເຂົາໂຢເຊັບ, ນາງ ຣູເບັນ ໄດ້ເອົາຊີວິດຂອງໂຢເຊັບໂດຍບອກໃຫ້ພວກເຂົາເອົາລາວເຂົ້າໄປໃນຂຸມອີກ.
  • ຕໍ່ມາຣູເບນໄດ້ກັບມາຊ່ອຍໂຢເຊັບ, ແຕ່ອ້າຍນ້ອງອື່ນໆໄດ້ຂາຍລາວໃຫ້ເປັນທາດໃຫ້ແກ່ພໍ່ຄ້າທີ່ ກຳ ລັງຜ່ານໄປ.
  • ເຊື້ອສາຍຂອງ ຣູເບັນ ໄດ້ກາຍເປັນ ໜຶ່ງ ໃນສິບສອງເຜົ່າຂອງອິສະຣາເອນ.

ເຣໂຮໂບອາມ

ຂໍ້ເທັດຈິງ

ເຣໂຮໂບອາມ ແມ່ນຫນຶ່ງໃນລູກຊາຍຂອງກະສັດໂຊໂລໂມນ, ແລະໄດ້ກາຍເປັນກະສັດຂອງປະເທດຊາດອິສະຣາເອນຫລັງຈາກໂຊໂລໂມນສິ້ນຊີວິດ.

  • ໃນຕອນເລີ່ມຕົ້ນຂອງກະສັດ, ກະສັດເຣໂບອາມມີຄວາມຮຸນແຮງກັບປະຊາຊົນຂອງລາວ, ສະນັ້ນສິບເຜົ່າຂອງອິສະຣາເອນ ໄດ້ກະບົດຕໍ່ລາວແລະສ້າງຕັ້ງ "ອານາຈັກອິສະຣາເອນ" ໃນພາກເໜືອ.
  • ເຣໂຮໂບອາມ ສືບຕໍ່ເປັນກະສັດຂອງອານາຈັກພາກໃຕ້ຂອງຢູດາເຊິ່ງປະກອບດ້ວຍສອງຊົນເຜົ່າຄືຢູດາແລະເບັນຢາມິນ.

ເຣໂຮໂບອາມ ແມ່ນຄົນຊົ່ວຮ້າຍຜູ້ທີ່ບໍ່ໄດ້ເຊື່ອຟັງ ພຣະເຈົ້າຢາເວ, ແຕ່ນະມັດສະການບັນດາພຣະປອມ.


ໂຣມ, ໂຣມັນ

ຂໍ້ເທັດຈິງ

ໃນສະໄໝພຣະຄັມພີໃໝ່, ເມືອງໂຣມເປັນສູນກາງຂອງຈັກ ກະພັດໂຣມັນ. ດຽວນີ້ມັນເປັນເມືອງຫລວງຂອງປະເທດອີຕາລີທີ່ທັນສະ ໄໝ.

  • ຈັກກະພັດໂຣມັນໄດ້ປົກຄອງທຸກຂົງເຂດອ້ອມແອ້ມທະເລເມດິເເຕຣາເນ, ຮ່ວມທັງອິສະຣາເອນ.
  • ຄຳວ່າ "ໂຣມັນ" ໝາຍ ເຖິງສິ່ງໃດໜຶ່ງທີ່ກ່ຽວຂ້ອງກັບຂົງເຂດຕ່າງໆທີ່ຣັຖະບານໃນນະຄອນໂຣມຄວບຄຸມລວມທັງພົນ ລະ ເມືອງແລະເຈົ້າໜ້າທີ່ໂຣມັນ.
  • ອັກຄະສາວົກໂປໂລຖືກພາໄປເມືອງໂຣມໃນຖານະເປັນນັກໂທດເພາະລາວປະກາດຂ່າວດີກ່ຽວກັບພຣະເຢຊູ.
  • ປື້ມພຣະຄັມພີ ໃໝ່ຂອງ "ໂຣມ" ແມ່ນຈົດໝາຍທີ່ໂປໂລຂຽນເຖິງຄຣິສະຕຽນໃນເມືອງໂຣມ.

ລາຊະໂຮ

ຂໍ້ເທັດຈິງ

ລາຊະໂຣ ແລະ ເອື້ອຍເອື້ອຍຂອງລາວ, ມາລີ ແລະ ມາທາເປັນເພື່ອນພິເສດຂອງພຮະເຢຊູ. ພຮະອົງມັກມາອາໄສກັບພວກເຂົາທີ່ບ້ານຂອງພວກເຂົາໃນ ເບັດທານີ.

  • ລາຊະໂຣເປັນທີ່ຮູ້ຈັກກັນດີສຳລັບຂໍ້ແທ້ຈິງວ່າ ພຮະເຢຊູໄດ້ຊຸບຊີວິດລາວຈາກຄວາມຕາຍຫຼັງຈາກທີ່ຖືກຝັງໄວ້ທີ່ອຸໂມງຫຼາຍວັນແລ້ວ.
  • ຜູ້ນຳຊາວຢີວທັງຫຼາຍເກີດຄວາມຢາກຮ້າຍ ແລະ ອິດສາວ່າພຣະເຢຊໄດ້ເຮັດສິ່ງທີ່ອັດສະຈັນ ແລະ ພວກເຂົາພະຍາຍາມຫາວິທີທາງທີ່ຈະຂ້າພຣະເຢຊູ ແລະ ລາຊະໂຣ.
  • ພຣະເຢຊູໄດ້ຊົງກ່າວຄຳອຸປະມາເລື່ອງຜູ້ຊາຍຂໍທານຢາກຈົນຄົນໜຶ່ງ ແລະ ເສດຖີຄົນໜຶ່ງ ເຊິ່ງຂໍທານນັ້ນມີຊື່ວ່າ ລາຊະໂຣ.

ລາເມດ

ຂໍ້ເທັດຈິງ

ລາເມດເປັນຊື່ຂອງຜູ້ຊາຍສອງຄົນທີ່ໄດ້ຮັບການການກ່າວເຖີງໃນພຣະຄຳປະຖົມມະການ

  • ລາເມດເປັນຄົນທຳອິດທີ່ໄດ້ຮັບການກ່າວເຖີງເປັນເຊື້ອສາຍຂອງກາອິນ ລາວໄດ້ໂອ້ອວດຕໍ່ເມຍຂອງລາວທັງສອງຂອງລາວ ວ່າລາວໄດ້ຂ້າຊາຍຄົນໜຶ່ງທີ່ເຮັດໃຫ້ລາວໄດ້ຮັບບາດເຈັບ.
  • ລາເມດຄົນທີ່ສອງເປັນເຊື້ອສາຍຂອງເຊດ ລາວເປັນບິດາຂອງໂນອາ

ລີສຕຮາ

ຂໍ້ເທັດຈິງ

ລີສຕຮາເປັນຊື່ຂອງເມືງໃນເອເຊຍໄມເນີ້ບູຮານເຊີ່ງໂປໂລໄດ້ໄປຢ້ຽມຍາມໃນການເດີນທາງເປັນຜູ້ປະກາດພຣະຄຳ ເມືອງນີ້ຕັ້າຢູ່ໃນເຂດແຄ້ນລີຊາວເນຍ ເຊິ່ງປັດຈຸບັດນີ້ເປັນປະເທດຕຸລະກີ

  • ໂປໂລ ແລະ ເພື່ອນຮ່ວມງານຂອງເຂົາໄດ້ໜີໄປຍັງເດີບີ ແລະ ລີສຕຮາ ເມື່ອພວກເຂົາຖືກກົດຄີ່ຄົມເຄັ່ງໂດຍພວກຢິວໃນເມືອງຄອນຍາ
  • ໃນລີສຕຮາ ໂປໂລໄດ້ພົບກັບຕີໂມທຽວຜູ້ທີ່ໄດກາຍມາເປັນເພື່ອນນັກປະກາດ ແລະ ກໍ່ຕັ້ງຄຮິດຕະຈັກດ້ວຍກັນ
  • ຫລັງຈາກ ໂປໂລໄດ້ຮັກສາຊາຍພິການໃນເມືອງລີສຕຮາ ປະຊາຊົນທີ່ນັ້ນພະຍາຍາມນະມັດສະການໂປໂລ ແລະ ບານານັດເປັນພະເຈົ້າ ແຕ່ ພວກອັກຄະສາວົກໄດ້ຕຳໜິພວກເຂົາ ແລະ ຢຸດຢັ້ງພວກເຂົາໃນການເຮັດສິ່ງນັ້ນ

ລູກາ

ຂໍ້ເທັດຈິງ

ລູກາເປັນຜູ້ຂຽນພຮະຄຳສອງເຫລັ້ມໃນພັນທະສັນຍາໃໝ່ ຄື ພີ້ະກິດຕິຄຸນ ແລະ ພີະຄຳກິຈະການ

  • ໃນຈົດໝາຍຂອງ ໂປໂລທີ່ຂຽນໄປເດຖີງຜູ້ເຊື່ອໃນເມືອງ ໂກໂລຊາຍ ໂປໂລ ອ້າງເຖີງລູກາວ່າເປັນທ່ານໝໍ ໂປໂລ ຍັງໄດ້ເວົ້າເຖີງລູກາໃນຈົດໝາຍອື່ນຽອີກສອງສະບັບຂອງເຂົາດ້ວຍ
  • ເຄີຍຄິດກັນວ່າ ລູກາເປັນຊາວກຮີກ ແລະ ຄົນຕາ່ງຊາດ ກ່ອນຈະມາຮູ້ຈັກກັບພີ້ະເຢຊູ ໃນພີ້ະກິດຕິຄຸນຂອງເຂົາ ລູກາລວມການຕອນທີ່ສະແດງໃຫ້ເຫັນເຖີງຄວາມຮັກຂອງພຣະເຢຊູສຳລັບທຸກຄົນ ທັງຊາວຢິວ ແລະ ຄົນຕ່າງຊາດ
  • ລູກາຮ່ວມເດີນທາງເປັນຜູ້ປະກາດພຣະຄຳກັບໂປໂລສອງຄັ້ງ ແລະ ໄດ້ຊ່ວຍໂປໂລໃນການເຮັດວຽກງານຂອງເຂົາ
  • ໃນການຂຽນບາງສ່ວນຂອງງານຂອງຄຣິດຕະຈັກທຳອິດ ໄດ້ເວົ້າໄວ້ວ່າລູກາໄດ້ເກີດໃນເມືອງອັນທີໂອເບ້ຍໃນຊີເຮຍ

ເລບານອນ

ຂໍ້ເທັດຈິງ

ເລບານອນເປັນເຂດດິນທີ່ສວຍງາມທີ່ຕັ້ງຢູ່ເທິງພູເຂົາຕາມແຄມຝັ່ງ ທະເລ ເມດິເຕີເຮນ້ຽນ ທາງເໜືອຂອງປະເທດ ອິດສເອນ ໃນສະໄໝພຮະຄຳພີ ດິນແດນແຫ່ງນີ້ເປັນປ່າດົງຕຶບຫນາ ເຊັ່ນຕົ້ນສີດາ ແລະ ຕົ້ນສົນ.

  • ກະສັດໂຊໂລໂມນໄດ້ສົ່ງຄົນງານໄປເລບານອນໄປຕັດຕົ້ນສີດາເພື່ອໃຊ້ໃນການສ້າງພຮະວິຫານຂອງພຮະເຈົ້າ.
  • ຊາວເລບານອນໃນສະໄຫມບູຮານໃຫ້ຄວາມສຳຄັນກັບທີ່ຢູ່ອາໄສກັບຊາວຟິນີເຊຍເຊິ່ງມີທັກສະໃນການສ້າງເຮືອ

ເລວີ, ຄົນເລວີ

ຂໍ້ເທັດຈິງ

ເລວີເປັນລູກຊາຍຄົນໜຶ່ງໃນສິບສອງຂອງຢາໂຄບ ຄຳວ່າ " ເລວີ " ອ້າງອີງເຖີງບຸກຄົນຜູ້ທີ່ເປັນສະມາຊິກຂອງຊົນເຜົ່າອິດສເອນເອງທີ່ສືບເຊື້ອສາຍຄົນເລວີ.

  • ຄົນເລວີມີຫນ້າທີ່ຮັບຜິດຊອບໃນພຮະວິຫານ ແລະ ການເຮັດພິທີກຳທາງສາດສສໜາ ລວມເຖີງການຖວາຍເຄື່ອງບູຊາ ແລະ ອະທິຖານ.
  • ພວກພະໂລຫິດຊາວຢິວທັງໝົດເປັນຄົນທີ່ມາຈາກເຜົ່າເລວີ ແລະ ບາງສ່ວນຂອງເຜົ່າເລວີ ( ແນວໃດກໍ່ຕາມບໍ່ແມ່ນຄົນໃນເຜົ່າເລວີທຸກຄົນຈະເປັນພະໂລຫິດ )
  • ພວກພະໂລຫິດທີ່ເປັນຄົນເລວີຈະຖືກແຍກອອກ ແລະ ໄດ້ອຸທິດຕົນສຳລັບເຮັດວຽກງານພິເສດໃນການປົວລະບັດພຮະເຈົ້າໃນພຮະວິຫານ.
  • ມີຜູ້ຊາຍສອງຄົນທີ່ຊື່ວ່າ " ເລວີ " ເປັນເຊື້ອສາຍຂອງພຮະເຢຊູ ແລະ ຊື່ຂອງພວກເຂົາຢູ່ໃນລຳດັບໃນຫນັງສືພຮະກິດຕິຄຸນລູກາ.
  • ສາວົກຂອງພຮະເຢຊູຄົນໜຶ່ງ ຄື ມັດທາຍ ກໍ່ຖືກເອີ້ນວ່າເລວີ.

ເລວີອາທັນ

ຂໍ້ເທັດຈິງ

ຄຳວ່າ " ເລວີອາທັນ " ອ້າງອີງເຖືງສັດທີ່ໂຕໃຫ່ຍທີ່ສູນພັນໃນສັດທີ່ເກົ່າແກ່ທີ່ສຸດ ໄດ້ຖືກຂຽນໃນພັນທະສັນຍາເດີມ, ໃນພຮະຄຳພີ ໂຢບ, ເພງສັນລະເສີນ ແລະ ເອຊາຢາ.

  • ເລວີອາທັນໄດ້ຖືກອະທິບາຍວ່າເປັນສັດໂຕໃຫ່ຍຫລາຍ, ຄ້າຍກັບງູ ແຂງແຮງ ດຸຮ້າຍ ແລະ ສາມມາດເຮັດໃຫ້ນຳ້ຮອບຕົວເອງ " ຮ້ອນ " ຄຳອະທິບາຍກ່ຽວກັບມັນຄ້າຍຽກັບອະທິບາຍເຖີງເລື່ອງໄນໂນເສົາ.
  • ຜູ້ປະກາດຖ້ອຍຄຳຂອງພຮະເຈົ້າເອຊະຢາອ້າງອີງເຖີງເລວີອາທັນວ່າເປັນ " ງູເຫລື້ອມໃຫຍ່ ."
  • ຢາໂຄບໄດ້ຂຽນຈາກຄວາມຮູ້ທີ່ໄດ້ມາໂດຍຕົງເຖີງເລວີອາທັນ ດັ່ງນັ້ນ ສັດນີ້ດູເໝືອນຈະຫຍັງມີຊິວວິດຢູ່ໃນຊ່ວງເວລາທີ່ລາວຍັງມີຊີວິດຢູ່.

ເລອາ

ຂໍ້ເທັດຈິງ

ເລອາເປັນເມຍຄົນໜຶ່ງຂອງຢາໂຄບ ລາວເປັນແມ່ຂອງລູກຊາຍສິບຄົນຂອງຢາໂຄບທີ່ມີເຊື້ອສາຍແມ່ນບາງສ່ວນຂອງສິບສອງຊົນເຜົ່າຂອງອິດສເອນ.

  • ພໍ່ຂອງເລອາຄືລາບັນ ຜູ້ທີ່ເປັນອ້າຍຂອງເລເບກາແມ່ຂອງຢາໂຄບ.
  • ຢາໂຄບບໍ່ໄດ້ຮັກເລອາເທົ່າກັບທີ່ລາວຮັກເມຍຂອງລາວອີກຄົນໜຶ່ງຄືລາເຊວ ແຕ່ພຣະເຈົ້າກໍ່ຊົງເມດຕາເລອາຢ່າງຫຼວງຫຼາຍໂດຍໃຫ້ລາວມີລລູກຢ່າງຫຼວງຫຼາຍ.
  • ລູກຊາຍຄົນໜຶ່ງຂອງເລອາ ຄືື ຢູດາ ເປັນເຊື້ອສາຍຂອງກະສັດກາວິດ ແລະ ພຮະເຢຊູ.

ໂລທ

ຂໍ້ເທັດຈິງ

ໂລທເປັນຊື່ຂອງຫຼານຊາຍຂອງອັບຮາຮາມ

  • ເຂົາເປັນລູກຊາຍຂອງອ້າຍຂອງອັບຮາຮາມທີມີຊື່ວ່າຣາຮັນ
  • ໂລທໄດ້ເດີນທາງໄປກັບອັບຮາຮາມເພື່ອໄປຍັງດິນແດນຄານາອິນ ແລະ ຕັ້ງເຮືອນຢູ່ໃນເມືອງໂຊໂດມ
  • ໂລທສືບເຊື້ອສາຍມາຈາກຊາວໂມອັບ ແລະ ອັບໂມນ
  • ເມື່ອກະສັກທີ່ເປັນສັດຕູ ໄດ້ໂຈມຕີເມືອງໂຊໂດມ ແລະ ໄດ້ຈັບໂລທ ອັບຮາຮາມໄດ້ມາພ້ອມກັບຊາຍຫຼາຍຮ້ອຍຄົນເພື່ອຊ່ວຍ ໂລທ ແລະ ເອົາສິ່ງຂອງຂອງເຂົາຄືນມາ
  • ຜູ້ຄົນທີ່ອາໄສຢູ່ໃນເມືອງໂຊໂດມໄດ້ອອ່ນເພຍກຳລັງຫຼາຍ ດັ່ງນັ້ນພຣະເຈົ້າຈຶ່ງໄດ້ຊົງທຳລາຍນເມືອງນັ້ນ ແຕ່ພຣະອັງຊົງໄດ້ບອກໂລທ ແລະ ຄອບຄົວຂອງເຂົາກ່ອນເພື່ອໃຫ້ພວກເຂົາໜີອອກຈາກເມືອງນັ້ນ

ວາຊະຕີ

ຂໍ້ເທັດຈິງ

ໃນພັນທະສັນຍາເດີມພຣະທໍາເອສະເທີ, ວາຊະຕີເປັນຣາຊີນີຂອງກະສັດເຊເຊັດ, ກະສັດແຫ່ງເປີເຊຍ

  • ກະສັດເຊເຊັດໄດ້ເນລະເທດຣາຊີນີວາຊະຕີໄປເມື່ອເພິ່ນປະຕິເສດທີ່ຈະປະຕິບັດຕາມຄໍາສັ່ງຂອງກະສັດໃຫ້ມາງານລ້ຽງອາຫານຄໍ່າຂອງພຣະອົງແລະສະແດງຄວາມງາມຂອງນາງໃຫ້ກັບບັນດາແຂກຂີ້ເມົາຂອງພຣະອົງ.
  • ຜົນກໍຄື ໄດ້ມີການຄົ້ນຫາຜູ້ທີຈະເປັນຣາຊີນີອົງໃໝ່ ແລະໃນທີ່ສຸດ ເອສະເທີກໍໄດ້ຮັບເລືອກເປັນຣາຊີນີອົງໃໝ່ຂອງກະສັດ.

ອັດຊີເຣຍ, ຄົນອັດຊີເຣຍ, ອານາຈັກອັດຊີເຣຍ

ຂໍ້ເທັດຈິງ

ອັດຊີເຣຍເປັນຊົນຊາດທີ່ມີອຳນາດຫລາຍໃນສະໄໝທີ່ຄົນອິສະຣາເອນອາໃສຢູ່ໃນແຜ່ນດິນການາອານ. ອານາຈັກອັດຊີເຣຍເປັນກຸ່ມປະເທດກຸ່ມໜຶ່ງໃນປະເທດຕ່າງໆ ທີ່ຖືກປົກຄອງໂດຍກະສັດອັດຊີເຣຍ.

  • ປະເທດອັດຊີເຣຍຕັ້ງຢູ່ໃນພື້ນທີ່ທາງພາກເໜືອຂອງປະເທດອີຣັກໃນປະຈຸບັນນີ້.
  • ຄົນອັດຊີເຣຍຕໍ່ສູ້ກັບຄົນອິດສະຣາເອນຫລາຍຄັ້ງໃນປະຫວັດສາດຂອງພວກເຂົາ.
  • ໃນປີ 722 ກ.ຄ.ສ. ຄົນອັດຊີເຣຍໄດ້ໄຊຊະນະເດັດດ່ຽວເໜືອອານາຈັກອິສະຣາເອນແລະບັງຄັບໃຫ້ຄົນອິສະຣາເອນຢ່າງຫລວງຫລາຍຍ້າຍໄປຢູ່ໃນອັດຊີເຣຍ.
  • ຄົນອິສະຣາເອນທີ່ເຫລືອໃນປະເທດໄດ້ແຕ່ງງານກັບຄົນຕ່າງຊາດທີ່ຄົນອັດຊີເຣຍນຳເຂົ້າມາຈາກສະມາເຣຍ.ໃຫ້ມາຢູ່ໃນອິສະຣາເອນ ເຊື້ອຊາຍຂອງຄົນຊີເຣຍທີ່ແຕ່ງງານກັບຄົນຕ່າງຊາດນັ້ນ ພາຍຫລັງຖືກເອີ້ນວ່າຄົນສະມາເຣຍ.

ອັນເດອາ

ຂໍ້ເທັດຈິງ

ອັນເດອາ ເປັນໜຶ່ງໃນຜູ້ຊາຍສິບສອງຄົນທີ່ພຣະເຢຊູຊົງໄດ້ເລືອກໃຫ້ເປັນສາວົກທີ່ໃກ້ຊິດທີ່ສຸດ(ພາຍຫຼັງເອີ້ນວ່າພວກອັກຄະທູດ).

  • ອ້າຍຂອງອັນເດອາຄືຊີໂມນ ເປໂຕ ພວກເຂົາທັງສອງເປັນຊາວປະມົງ.
  • ເປໂຕແລະອັນເດອາກຳລັງຫາປາໃນທະເລກາລີເລ ເມື່ອພຣະເຢຊູຊົງຮຽກເອີ້ນພວກເຂົາໃຫ້ມາເປັນສາວົກຂອງພຣະອົງ.
  • ກ່ອນທີ່ເປໂຕແລະອັນເດອາຈະພົບກັບພຣະເຢຊູ ພວກເຂົາເຄີຍເປັນສາວົກຂອງໂຢຮັນຜູ້ໃຫ້ບັບຕິສະມາມາກ່ອນ.

ອັນທິໂອກ

ຂໍ້ເທັດຈິງ

ອັນທິໂອກ ເປັນຊື່ເມືອງສອງເມືອງໃນພັນທະສັນຍາໃໝ່. ເມືອງໜຶ່ງຢູ່ໃນແຄ້ວນຊີເຣຍ ໃກ້ກັບຊາຍຝັ່ງທະເລເມດີເເຕຣາເນ ອີກເມືອງຕັ້ງຢູ່ໃນແຄວ້ນປີຊິເດຍ,ຂອງອານາຈັກໂຣມ ໃກ້ກັບເມື່ອງໂກໂລຊາຍ.

  • ຄຣິສຕະຈັກທ້ອງຖິ່ນໃນເມືອງອັນທິໂອກ ແຄ້ວນຊິເຣຍ ເປັນຄຣິສຕະຈັກແຫ່ງທຳອິດທີ່ບັນດາຜູ້ເຊື່ອຖືໃນພຣະເຢຊູເຈົ້າຖືກເອີ້ນວ່າ "ຄຣິສະຕຽນ" ຄຣິສຕະຈັກທີ່ນັ້ນໄດ້ຮ້ອນຮົນໃນການສົ່ງຜູ້ປະກາດຂ່າວປະເສີດໄປຍັງຄົນຕ່າງຊາດ.
  • ພວກຜູ້ນຳຄຣິສຕະຈັກໃນກຸງເຢຣູຊາເລັມໄດ້ສົ່ງຈົດໝາຍສະບັບໜຶ່ງໄປຍັງຜູ້ເຊື່ອຖືໃນຄຣິສຕະຈັກທີ່ເມືອງອັນທິໂອກ ແຄ້ວນຊີເຣຍເພື່ອຊ່ວຍໃຫ້ພວກເຂົາຮູ້ວ່າໃນການທີ່ຈະເປັນຄຣິສະຕຽນນັ້ນ ພວກເຂົາບໍ່ຕ້ອງຮັກສາບົດບັນຍັດຂອງໂມເຊ.
  • ໂປໂລ ບາຣະນາບັດແລະໂຢຮັນມາຣະໂກ ໄດ້ເດີນທາງໄປຍັງເມືອງອັນທິໂອກ ແຄ້ວນປິສິເດຍເພື່ອປະກາດຂ່າວປະເສີດ. ມີຄົນຢີວບາງຄົນຈາກເມືອງອື່ນໆ ມາສ້າງປັນຫາກໍ່ກວນແລະພະຍາຍາມຂ້າໂປໂລແຕ່ມີຄົນຫລວງຫລາຍທັງຄົນຢິວແລະຄົນຕ່າງຊາດໄດ້ຟັງຄຳສອນແລະໄດ້ເຊື່ອໃນພຣະເຢຊູເຈົ້າ.

ອັນນາດ

ຂໍ້ເທັດຈິງ

ອັນນາດ ເປັນມະຫາປະໂລຫິດໃນກຸງເຢຣູຊາເລັມເປັນເວລາ 10 ປີປະມານປີ ຄ.ສ. 6 ເຖິງ ຄ.ສ. 15 ແລະຖືກຣັຖະບານໂຣມປົດອອກຈາກການເປັນປະໂລຫິດ, ແຕ່ເຂົາກະຢູ່ເປັນຜູ້ນຳທີ່ຊົງອິດທິພົນຕໍ່ຄົນຢິວຕໍ່ໄປ.

  • ອັນນາດ ເປັນພໍ່ເຖົ້າຂອງຄາຢາຟັດມະຫາປະໂລຫິດໃນສະໄໝທີ່ພຣະເຢຊູເຈົ້າຊົງທຳພັນທະກິດ.
  • ຫລັງຈາກມະຫາປະໂລຫິດກະສຽນແລ້ວ, ພວກເຂົາຢັງຄົງໃຫ້ໃຊ້ຊື່ຕຳແໜ່ງຕໍ່ໄປ, ພ້ອມກັບມີໜ້າທີ່ຮັບຜິດຊອບຢູ່ນຳ, ດັ່ງນັ້ນອັນນາດຍັງຖືກເອີ້ນວ່າເປັນມະຫາປະໂລຫິດຢູ່ໃນຍຸກ ຄາຢາຟັດແລະຄົນອື່ນໆ.
  • ໃນຊ່ວງການແກ້ຄະດີຕໍ່ໜ້າ ຄາຢາຟັດ ພຣະເຢຊູເຈົ້າຖືກນຳມາໃຫ້ອັນນາດ ໄຕ່ສວນກ່ອນ.

ອັບ​ຊາ​ໂລມ

ຂໍ້ເທັດຈິງ

ອັບຊາໂລມເປັນລູກຊາຍທີ່ສາມຂອງກະສັດດາວິດ. ທ່ານໄດ້ຊື່ວ່າເປັນຄົນຮູບງາມແລະເຈົ້າອາລົມ.

  • ເມື່ອ ຕາມາ ນ້ອງສາວຂອງອັບຊາໂລມຖືກຂົ່ມຂືນໂດຍອຳໂນນຊຶ່ງເປັນພີ່ນ້ອງຕ່າງແມ່, ອັບຊາໂລມໄດ້ວາງແຜນຂ້າອຳໂນນ.
  • ຫຼັງຈາກທີ່ຂ້າ​ອຳໂນນແລ້ວ ອັບຊາໂລມໄດ້ໜີໄປຢັງແຄວ້ນຂອງຄົນເກຊູ (ຊຶ່ງ ມາອາຄາ ແມ່ຂອງທ່ານມາຈາກນັ້ນ) ແລະຢູ່ບ່ອນນັ້ນສາມປີ. ແລ້ວກະສັດດາວິດຊົງໄດ້ບອກໃຫ້ທ່ານກັບມາຍັງກຸງເຢຣູຊາເລັມ, ແຕ່ຊົງບໍ່ອະນຸຍາດໃຫ້ເຂົ້າເຝົ້າເປັນເວລາສອງປີ.
  • ອັບຊາໂລມໄດ້ຊັກຊວນປະຊາຊົນບາງສ່ວນໃຫ້ຕໍ່ຕ້ານກະສັດດາວິດແລະກະບົດຕໍ່ພະອົງ.
  • ທະຫານຂອງດາວິດໄດ້ຕໍ່ສູ້ກັບອັບຊາໂລມແລະໄດ້ຂ້າທ່ານເສຍ ດາວິດເສຍໃຈເປັນຢ່າງຫນັກຕໍ່ເຫດການນີ້.

ອັບ​ເນ

ຂໍ້ເທັດຈິງ

​ໃນ​ພຣະ​ສັນ​ຍາ​ເດີມ ອັບ​ເນ ​​ເປັນ​ລູ​ກ​ອ້າຍ​ລູກ​ນ້ອງ​​ຂອງ​ກະ​ສັດ​ໂຊນ.

  • ອັບ​ເນ​ເປັນ​ຜູ້​ບັນ​ຊາ​ການກອງ​ທະ​ຫານ​ຂອງ​ໂຊນ​, ແລະ​ໄດ້ພາ​ເດ​ັກ​ໜຸ່ມດາ​ວິດ​ໄປ​ເຂົ້າ​ເຝົ້າໂຊນຫລັງ​ຈາກ​ທີ່​ດາ​ວິດ​ໄດ້​ຂ້າ​ຍັກ​ໃຫ່​ຍ ໂກ​ລິອ​າດ.
  • ຫລັງ​ຈາກ​ທີ່​ກະ​ສັດ​ໂຊນ​ເສຍ​ຊີ​ວິດ, ອັບ​ເນ​ໄດ້​ແຕ່ງ​ຕັ້ງ​ອິ​​ດະ​ໂບ​ເສັດ​ລູກ​ຊາຍ​ຂອງ​ໂຊນ​ຂື້ນເປັນ​​ກະ​ສັດ​ຂອງ​ອິ​ສ​ະ​ຣາເອນ​ໃນ​ຂະ​ນະ​ທີ່​ດາ​ວິດ​ໄດ້​ຮັບ​ການ​ແຕ່ງ​ໃຫ້​ເປັນ​ກະ​ສັດ​ຂອງ​ຢູ​ດາ.
  • ພາຍ​ຫລັງ​ມາ, ໂຢອາບ​ຊຶ່ງ​ເປັນ​ຜູ້​ບັນ​ຊາ​ການ​ທະ​ຫານ​ຂອງ​ດາ​ວິດ​ໄດ້​ວາງ​ແຜນ​ຂ້າ​ອັບ​ເນ.

ອັບ​ຣາ​ຮາມ, ອັບ​ຣາມ

ຂໍ້ເທັດຈິງ

ອັບຣາມເປັນຄົນເຄລະດຽນມາຈາກເມືອງອຸເຣ ເປັນຜູ້ໄດ້ຮັບການຊົງເລືອກຈາກພຣະເຈົ້າໃຫ້ເປັນບັນພະບຸລຸດຂອງຄົນອິສະຣາເອນ. ພຣະເຈົ້າຊົງໄດ້ປ່ຽນຊື່ຂອງທ່ານເປັນ "ອັບຣາຮາມ."

  • ຊື່ "ອັບຣາມ" ໝາຍຄວາມວ່າ "ພໍ່ທີ່ໄດ້ຮັບການຍົກຍ້ອງ"
  • "ອັບຣາຮາມ" ໝາຍຄວາມວ່າ "ພໍ່ຂອງຄົນທັງຫຼາຍ."
  • ພຣະເຈົ້າຊົງໄດ້ສັນຍາກັບຮັບຣາຮາມວ່າ ທ່ານຈະມີເຊື້ອສາຍຫລວງຫລາຍ, ຊຶ່ງພວກທ່ານທັງຫຼາຍຈະກາຍເປັນຊົນຊາດໃຫຍ່.
  • ອັບຣາຮາມເຊື່ອໃນພຣະເຈົ້າແລະເຊື່ອຟັງພຣະອົງ. ພຣະເຈົ້າຊົງໄດ້ນຳອັບຣາຮາມໃຫ້ຍ້າຍອອກຈາກຖິ່ນຂອງຄົນເຊັນເດຍໄປຢັງແຜ່ນດິນການາອານ.
  • ໃນຂະນະທີ່ອາໃສຢູ່ໃນແຜ່ນດິນການາອານ, ເມື່ອພວກທ່ານເຖົ້າແກ່ຫລາຍແລ້ວ, ອັບຣາຮາມແລະນາງຊາຣາພັນລະຍາຂອງທ່ານກໍໄດ້ມີບຸດຊາຍຄົນໜຶ່ງຊື່ ອິຊາກ.

ອາກຕາເຊເຊັດ ຫລື( ອາກທາເຊີຊີ )

ຂໍ້ເທັດຈິງ

ອາກຕາເຊເຊັດ ຫລື( ອາກທາເຊີຊີ ເປັນກະສັດຜູ້ປົກຄອງອານາຈັກເປີເຊຍປະມານປີ 464 ກ.ຄ.ສ. ເຖິງ 424 ກ.ຄ.ສ.

  • ໃນສະໄໝການປົກຄອງຂອງອາກຕາເຊເຊັດ( ອາກທາເຊີຊີ ) ປະຊາຊົນອິສະຣາເອນຈາກຢູດາຕົນເປັນຊະເລີຍໃນກຸງບາບີໂລນ ຊຶ່ງຢູ່ພາຍໃຕ້ອຳນາດຂອງເປີເຊຍໃນເວລານັ້ນ.
  • ອາກຕາເຊເຊັດຊົງອະນຸຍາດໃຫ້ປະໂຣຫິດ ເອຊະຣາ ແລະຜູ້ນຳຊາວຢີວອື່ນໆ ອອກຈາກກຸງບາບີໂລນກັບໄປຍັງກຸງເຢຣູຊາເລັມເພື່ອສັ່ງສອນພຣະບັນຍັດຂອງພຣະເຈົ້າໃຫ້ແກ່ຊາວອິສະຣາເອນ.
  • ຕໍ່ມາພາຍຫລັງ ອາກຕາເຊເຊັດ ຊົງໄດ້ອະນຸຍາດໃຫ້ພະນັກງານຖືຈອກຂອງພຣະອົງຄື ເນເຫມີຢາກັບມາຍັງກຸງເຢຣູຊາເລັມເພື່ອນຳຊາວຢິວໃນການສ້ອມແປງກຳແພງຮອບໆເມືືອງ.
  • ເປັນເພາະກຸງບາບີໂລນຢູ່ພາຍໃຕ້ການປົກຄອງຂອງເປີເຊຍບາງຄັ້ງອາກຕາເຊເຊັດຖືກເອີ້ນວ່າ " ກະສັດແຫ່ງບາບີໂລນ "
  • ໃຫ້ສັງເກດວ່າອາກຕາເຊເຊັດເປັນຄົນລະຄົນກັບເຊີຊີ ( ອາຫາສູເອຣັດ)

ອາກີລາ

ຂໍ້ເທັດຈິງ

ທ່ານ ອາກີລາ ແມ່ນຊາວຄຣິສະຕຽນຊາວຢິວທີ່ມາຈາກແຂວງ ຟອນຕັດ, ເຊິ່ງຕັ້ງຢູ່ແຄມຝັ່ງທະເລທາງໃຕ້ຂອງທະເລດຳ.

  • ອາກີລາ ແລະ ປຣິສິລາ ອາໃສຢູ່ໃນກຸງໂຣມ , ອີຕາລີເປັນເວລາ ໜຶ່ງ, ແຕ່ຕໍ່ມາເຈົ້າຊີວິດໂຣມ, ຄາໂລດີອາດ ໄດ້ບັງຄັບໃຫ້ຊາວຢິວທັງໝົດຕ້ອງໜີອອກຈາກ ໂຣມ.
  • ຫລັງຈາກນັ້ນອາກີລາແລະປຣິສິລາໄດ້ເດີນທາງໄປເມືອງໂກຣິນໂທ ບ່ອນທີ່ເຂົາເຈົ້າໄດ້ພົບກັບອັກຄະສາວົກໂປໂລ.
  • ພວກເຂົາເຮັດວຽກເປັນຜູ້ສ້າງເຕັນກັບໂປໂລ, ພ້ອມທັງຊ່ວຍລາວໃນວຽກງານເຜີຍແຜ່ຂອງລາວ.
  • ທັງສອງ ອາກີລາ ແລະ ປຣິສິລາ ໄດ້ສອນຜູ້ທີ່ເຊື່ອຄວາມຈິງກ່ຽວກັບພຣະເຢຊູ; ໜຶ່ງໃນຜູ້ທີ່ເຊື່ອນັ້ນແມ່ນຄຣູສອນທີ່ມີພອນສະຫວັນທີ່ມີຊື່ວ່າ ອະໂປໂລ.

ອາສະເກໂລນ

ຂໍ້ເທັດຈິງ

ໃນສະໄໝພຣະຄັມພີ ອາສະເກໂລນເປັນເມືອງເອກຂອງຟີລິດສະຕິນທີ່ຕັ້ງຢູ່ແຖບຊາຍຝັ່ງທະເລເມດີເເຕຣານຽນ ແລະຍັງຄົງມີຢູ່ໃນອິສະຣາເອນຈົນທຸກວັນນີ້.

  • ເມືອງອາສະເກໂລນເປັນໜຶ່ງໃນຫ້າເມືອງທີ່ສຳຄັນທີ່ສຸດຂອງຟີລິດສະຕິນເຊັ່ນດຽວກັບເມືອງອາສະໂດດ, ເມືອງເອກອນ, ເມືອງກາດແລະເມືອງກາຊາ.
  • ຄົນອິສະຣາເອນບໍ່ໄດ້ຮັບໄຊຊະນະຢ່າງເດັດຂາດເມື່ອຊາວເມືອງກາຊາອາສະເກໂລນ ບໍ່ວ່າອານາຈັກຢູດາຈະໄດ້ຄອງປະເທດຫູບເຂົາເຫລົ່ານີ້.
  • ອາສະເກໂລນໄດ້ຖືກຍຶດຄອງໂດຍຟີລິດສະຕິນເປັນເວລາຫລາຍຮ້ອຍປີ.

ອາສະໂດດ, ອາໂຊຕັດ

ຂໍ້ເທັດຈິງ

ອາສະໂດດ ເປັນໜຶ່ງໃນຫ້າເມືອງທີ່ສຳຄັນທີ່ສຸດຂອງຊາວຟີລິດສະຕີນ ຕັ້ງຢູ່ໃນພາກຕາວັນຕົນສຽງໃຕ້ຂອງການາອານ ໃກ້ກັບທະເລເມດີເຕຣານຽນ, ຢູ່ລະຫວ່າງທາງຈາກເມືອງກາຊາໄປຍັງເມືອງໂຢປາ.

  • ວິຫານຂອງພຣະດາກອນ ພຣະປອມຂອງຄົນຟີລິດສະຕີນ ຕັ້ງຢູ່ໃນເມືອງອາສະໂດດ.
  • ພຣະເຈົ້າຊົງລົງໂທດຊາວເມືອງອາສະໂດດຄົນຟີລິດສະຕີນ ໄດ້ລັກເອົາຫີບພັນທະສັນຍາໄປ ແລະເອົາໄປໄວ້ໃນວິຫານພຣະນອກຮີດ ໃນເມືອງອາສະໂດດ.
  • ຊື່ພາສາກຣີກຂອງເມືອງນີ້ຄື ອາສະໂດດເປັນໜຶ່ງໃນເມືອງທີ່ຜູ້ປະກາດຂ່າວປະເສີດ ຟີລິບໄດ້ປະກາດຂ່າວປະເສີດ.

ອາສັບ

ຂໍ້ເທັດຈິງ

ອາສັບເປັນປະໂຣຫິດຊາວເລວີແລະເປັນນັກດົນຕຣີທີ່ເກັ່ງ ເປັນຜູ້ແຕ່ງທຳນອງສຳລັບບົດເພງສັນລະເສີນຂອງກະສັດດາວິດ. ລາວໄດ້ຂຽນເພງສັນລະເສີນຂອງຕົວເອງອີກດ້ວຍ.

  • ອາສັບ ໄດ້ຮັບການແຕ່ງຕັ້ງຈາກກະສັດດາວິດໃຫ້ເປັນຜູ້ໜຶ່ງໃນສາມນັກດົນຕຣີທີ່ຮັບຜິດຊອບໃນການຈັດຕຽມເພງຕ່າງໆ ສຳລັບນະມັດ

ສະການໃນພຣະວິຫານ ບາງເພງກໍເປັນພິທີກອນອີກດ້ວຍ.

  • ອາສັບ ໄດ້ຝຶກລູກຊາຍທັງຫລາຍຂອງລາວ ໃຫ້ຮັບຜິດຊອບໜ້າທີ່ນີ້ຕໍ່ໄປ, ໃນການເຫລັ້ນເຄື່ອງດົນຕີຕ່າງໆ ແລະການພິທີກອນໃນພຣະວິຫານ.
  • ເຄື່ອງດົນຕຣີບາງອັນລວມເຖິງ ປີ່, ພິນ, ເຂົາສັດ, ແລະສາບ.
  • ເພງສັນລະເສີນ ບົດທີ 50 ແລະເພງສັນລະເສີນ ບົດທີ 73-88 ໄດ້ບອກກ່າວວ່າມາຈາກ ອາສັບ ອາດເປັນໄປໄດ້ວ່າເພງສັນລະເສີນເຫລົ່ານີ້ບາງເພງໄດ້ຂຽນຂຶ້ນໂດຍສະມາຊິກບາງຄົນໃນຄອບຄົວຂອງລາວເອງ.

ອາຊາ

ຂໍ້ເທັດຈິງ

ອາຊາເປັນກະສັດຜູ້ປົກຄອງອານາຈັກຢູດາ ເປັນເວລາສີ່ສິບປີ ໃນປີ 913-873 ກ.ຄ.ສ.

  • ກະສັດອາຊາເປັນກະສັດທີ່ດີ ພຣະອົງເປັນຜູ້ໜຶ່ງທີ່ກຳຈັດຮູບເຄົາລົບ

ຫຼືພຣະເຈົ້າປອມທັງຫລາຍອອກໄປ ແລະເຮັດໃຫ້ຊາວອິສະຣາເອນເລີ້ມກັບຄືນນະມັດສະການພຣະຢາເວອີກໃໝ່.

  • ພຣະຢາເວ ຊົງໃຫ້ກະສັດ ອາຊາ ມີໄຊຊະນະໃນການເຮັດສົງຄາມກັບຊົນຊາດອື່ນໆອີກ.
  • ໃນຕອນສຸດທ້າຍຂອງຣາຊະການ ກະສັດອາຊາຊົງບໍ່ໄວ້ວາງໃຈໃນພຣະຢາເວ ແລະປະຊວນດ້ວຍໂຣກຮ້າຍຈົນກະທັງເຖິງສະຫວັນນະຄົດ.

ອາເຊ

ຂໍ້ເທັດຈິງ

ອາເຊເປັນລູກຊາຍຄົນທີແປດຂອງຢາໂຄບ. ເຊຶ້ອສາຍຂອງລາວໄດ້ກາຍເປັນໜຶ່ງໃນສິບສອງເຜົ່າຂອງອິສະຣາເອນຊຶ່ງມີຊື່ເຜົ່າວ່າ"ອາເຊ" ດ້ວຍ.

  • ມານດາຂອງອາເຊຄືນາງຊິນປາ ເປັນສາວໃຊ້ຂອງນາງເລອາ.
  • ຊື່ຂອງເຂົາມີຄວາມໝາຍວ່າ " ຄວາມສຸກ " ຫລື " ເປັນສຸກ. "
  • ອາເຊບັງເປັນຊື່ຂອງດິນແດນທີ່ມອບໃຫ້ແກ່ເຜົ່າອາເຊ ເມື່ອຄົນອິສະຣາເອນໄດ້ເຂົ້າໄປໃນແຜ່ນດິນແຫ່ງພັນທະສັນຍາ.

ອາເຊຣາ,ຫລື( ອັດຊະຕາກ) ເສົາອາເຊ- ອັດໂທເຣັດ

ຂໍ້ເທັດຈິງ

ອາເຊຣາ ເປັນຊື່ຂອງເຈົ້າແມ່ທີ່ຄົນການາອານກາບໄຫວ້ໃນສະໄໝພັນທະສັນຍາເດີມ " ອັດໂທເຣັດ "ອາດເປັນອີກຊື່ໜຶ່ງຂອງ " ອາເຊຣາ " ຫລືອາດຈະເປັນເຈົ້າແມ່ອີກອົງໜຶ່ງທີີ່ຄ້າຍຄືກັນ.

  • ຄຳວ່າ "ເສົາອາເຊຣາ "ເວົ້າເຖິງເສົາໄມ້ທີ່ຖືກແກະສະຫລັກຮູບຫລືຕົ້ນໄມ້ທີ່ຖືກແກະສະຫລັກເພື່ອໃຊ້ເປັນຕົວແທນຂອງເຈົ້າແມ່.
  • ເສົາອາເຊຣາ ມັກຈະຕັ້ງຢູ່ໃກ້ໆ ແທ່ນບູຊາພຣະບາອານ,ຊຶ່ງຜູ້ຄົນຄິດວ່າເປັນສາມີຂອງເຈົ້າແມ່ອາເຊຣາ, ຄົນບາງກຸ່ມກາບໄຫວ້ພຣະບາອານເປັນເໝືອນເທບແຫ່ງດວງອາທິດ ແລະເຈົ້າແມ່ອາເຊຣາຫລືອັບໂທເຣັດເປັນເໝືອນເຈົ້າແມ່ແຫ່ງດວງຈັນ.
  • ພຣະເຈົ້າຊົງສັ່ງໃຫ້ຄົນອິສະຣາເອນທຳລາຍຮູບແກະສະຫລັກຂອງອາເຊຣາທັງໝົດ.
  • ຜູ້ນຳອິສະຣາເອນບາງຄົນເຊັ່ນກີເດໂອນ ກະສັດອາຊາແລະກະສັດໂຢຊີອາ ໄດ້ເຊື່ອຟັງພຣະເຈົ້າ ແລະໄດ້ພາປະຊາຊົນທຳລາຍຮູບເຄົາລົບເຫລົ່ານີ້.
  • ແຕ່ຜູ້ນຳອິສະຣາເອນຄົນອື່ນໆ ເຊັ່ນ ກະສັດໂຊໂລໂມນ ກະສັດນັດຊາເຊ ແລະກະສັດອາຮັບ ບໍ່ໄດ້ທຳລາຍເສົາອາເຊຣາ ແລະຍັງໄດ້ຊັກຊວນໃຫ້ປະຊາຊົນກາບໄຫວ້ຮູບເຄົາລົບເຫລົ່ານີ້.

ອາ​ດາມ

ຂໍ້ເທັດຈິງ

ອາ​ດາມ​ເປັນ​ຄົນ​ທຳ​ອິດ​ທີ່​ພ​ຣະ​ເຈົ້າ​ໄດ້​ຊົງ​ສ້າງ. ລາວ​ແລະ​ເອ​ວາ​ຜູ້​ເປັນ​ເມຍຖືກ​ສ້າງ​ຕາມ​ພ​ຣະ​ລັກສະນະ​ຂອງ​ພ​ຣະ​ເຈົ້າ.

  • ພ​ຣະ​ເຈົ້າ​ຊົງ​ສ້າງ​ອາ​ດາມ​ຂື້ນ​ມາ​ຈາກ​ດິນ​ແລ້ວ​ເປົ່າ​ລົມ​ຫາຍ​ໃຈ​ເຂົ້າ​ໄປ​ໃນ​ລາວ​ເພື່ອ​ໃຫ້​ມີ​ຊີ​ວິດ.
  • ຊື່​ອາ​ດາມ​ຄື​ກັບ​ຄຳ​ໃນ​ພາ​ສາ​ເຮັບ​ເຣິ​ທີ່​ແປ​ວ່າ "ດິນ​ແດງ" ຫລື "ພື້ນ​ດິນ."
  • ຄຳ​ວ່າ "ອາ​ດາມ" ເປັນ​ຄຳ​ດຽວ​ກັບ​ຄຳ​ໃນ​ພັນ​ທະ​ສັນ​ຍາ​ເດີມ​ທີ່​ໃຊ້​ເອີ້ນ "ມະ​ນຸດ​ຊາດ" ຫລື "ມະ​ນຸດ."
  • ມະ​ນຸດ​ທຸກ​ຄົນ​ເປັນ​ເຊື້ອ​ສາຍ​ຂອງ​ອາ​ດາມ​ແລະ​ເອ​ວາ.
  • ອາ​ດາມ​ແລະ​ເອ​ວາບໍ່​ເຊື່ອ​ຟັງ​ພ​ຣະ​ເຈົ້າ. ​ສະນັ້ນພວກ​ເຂົາ​ຈຶ່ງ​ໄດ້​ຖືກ​ແຍກ​ຕົວ​ອອກ​ຈາກ​ພ​ຣະ​ເຈົ້າ; ​​ການບໍ່​ເຊື່ອ​ຟັງ​ເຮັດ​​ໃຫ້​ເກີດຄວາມ​ບາບ​ແລະ​ຄວາມ​ຕາຍ​ເຂົ້າ​ມາ​ໃນ​ໂລກ.

(​ເບີ່ງເພີ້ມເຕີມ: death, descendant, Eve, image of God, life)


ອາ​ໂດ​ນີ​ຢາ

ຂໍ້ເທັດຈິງ

​ອາ​ໂດ​ນີ​ຢາ​ເປັນ​ລູກ​ຜູ້​ທີ​ສີ່​ຂອງ​ກະ​ສັດ​ດາ​ວິດ.

  • ອາ​ໂດ​ນີ​ຢາ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຢຶດ​ອຳ​ນາດ​ເພື່ອ​ເປັນ​ກະ​ສັດ​ຂອງ​ອິ​ສ​ະຣາ​ເອນ​ຫລັງ​ຈາກ​ອ້າຍ​ຄົນ​ທີ່​ຊື່​ອັບ​ຊາ​ໂລມ​ແລະ​ຊື່ອຳ​ໂນນ​ໄດ້​ເສັຽ​ຊີ​ວິດ​ແລ້ວ.
  • ແຕ່​ພ​ຣະ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ທີ່​ຈະ​ມອບ​ບັນ​ລັງ​ໃຫ້​ໂຊ​ໂລ​ໂມນ​,ລູກ​ຂອງ​ດາ​ວິດ, ດັ່ງ​ນັ້ນ​ແຜນ​ຂອງ​ອາ​ໂດ​ນີ​ຢາ​ຈຶ່ງ​ຫລົ້ມ​ເຫລວ ແລະ​ໂຊ​ໂລ​ໂມນ​ກໍ​ໄດ້​ຂື້ນ​ຄອງ​ບັນ​ລັງ.
  • ເມື່ອ​ອາ​ໂດ​ນີ​ຢາ​ໄດ້​ພະ​ຍາ​ຍາມ​ຄັ້ງ​ທີ​ສອງ, ໂຊ​ໂລ​ໂມນ​​ຈຶ່ງ​ສັ່ງ​ປະ​ຫານ​ຊີ​ວິດ​ລາວ​ເສຍ.

( ຄຳ​ແນະ​ນຳ​​ໃນການ​ແປ: https://read.bibletranslationtools.org/u/WA-Catalog/lo_tm/translate.html#translate-names) )

(ເບີ່ງເພີ້ມເຕີມ: David, Solomon)


ອາທາລິຢາ

ຂໍ້ເທັດຈິງ

ອາທາລິຢາເປັນມະເຫສີທີ່ຊົ່ວຮ້າຍຂອງກະສັດເຢໂຮຣາມແຫ່ງຢູດາ ນາງເປັນຫລານສາວຂອງກະສັດອົມຣິຜູ້ຊົ່ວຮ້າຍແຫ່ງອິສະຣາເອນ.

  • ອາທາລີຢາ ໂອຣົດຂອງພຣະນາງອາຮາຊີຢາໄດ້ຂຶ້ນເປັນກະສັດຫລັງຈາກທີ່ກະສັດເຢໂຮຣາມສະຫວັນນະຄົດ.
  • ເມື່ອກະສັດອາຫັດຊີຢາ ໂອຣົດຂອງພຣະນາງໄດ້ສະຫວັນນະຄົດ ອາມາລິຢາໄດ້ວາງແຜນທີ່ຈະຂ້າຕະກຸນຂອງກະສັດທີ່ເຫລືອຢູ່ເສຍ.
  • ແຕ່ໂຢອາດ ຫລານຜູ້ນ້ອຍຂອງພຣະນາງອາທາລິຢາໄດ້ຖືກຊ້ອນໄວ້ດ້ວຍປ້າຂອງລາວ ແລະໄດ້ລອດພົ້ນຈາກການຖືກຂ້າ ຕໍ່ມາພາຍຫລັງໂຢອາດໄດ້ກາຍເປັນກະສັດ.

ອານາຈັກອິດສະຣາເອນ

ຂໍ້ເທັດຈິງ

ຄຳວ່າ "ອານາຈັກອິດສະຣາເອນ" ຫມາຍເຖິງເຂດພາກເໜືອຂອງອິດສະຣາເອນເມື່ອສິບສອງເຜົ່າຂອງອິດສະຣາເອນຖືກແບ່ງອອກເປັນສອງອານາຈັກຫລັງຈາກກະສັດຊາໂລໂມນຊິ້ນພຣະຊົນ.

  • ອານາຈັກຂອງອິດສິຣາເອນໃນຕອນເໜືອມີສິບເຜົ່າແລະອານາຈັກຢູດາຢູ່ທາງທິດໃຕ້ມີສອງເຜົ່າ.
  • ເມືອງຫລວງຂອງອານາຈັກອິດສະຣາເອນແມ່ນເມືອງຊາມາເຣຍ ເຊິ່ງຢູ່ຫ່າງປະມານ 50 ກິໂລແມັດຈາກກຸງເຢຣູຊາເລັມ ເມືອງຫລວງຂອງຢູດາ.
  • ກະສັດທຸກພຣະອົງຂອງອານາຈັກອິດສະຣາເອນຊົ່ວຮ້າຍ ພວກເຂົາໃຫ້ປະຊາຊົນຮັບໃຊ້ຮູບເຄົາລົບແລະພະທຽມຕ່າງໆ.
  • ພຣະເຈົ້າໄດ້ສົ່ງຊາວອັດຊີເຣຍໄປໂຈມຕີອານາຈັກອິດສະຣາເອນ ປະຊາຊົນອິດສະຣາເອນຈຳນວນຫລວງຫລາຍຖືກຈັບເປັນຊະເລີຍແລະຖືກກວາດຕ້ອນໄປໃຊ້ຊີວິດໃນອັດຊີເຣຍ
  • ພວກອັດຊີເຣຍໄດ້ພາພວກຄົນຕ່າງຊາດເຂົ້າມາອາໄສຢູ່ຮ່ວມກັບປະຊາກອນທີ່ເຫລືອຢູ່ພຽງເລັກນ້ອຍໃນອານາຈັກອິດສະຣາເອນ ຄົນຕ່າງຊາດເຫລົ່ານີ້ໄດ້ແຕ່ງງານກັບຊາວອິດສະຣາເອນແລະເຊື່ອສາຍຂອງພວກຊາຍຊາມາເຣຍ.

​ອາ​ບີ​ເມ​ເຫລັກ

ຂໍ້ເທັດຈິງ

ອາ​ບີ​ເມ​ເຫລັກ ​ເປັນ​ກະ​ສັດ​ຂອງ​ຟີ​ລິດ​ສະ​ຕິນ​ທີ່​ປົກ​ຄອງ​ຢູ່​ເມືອງ​ເກ​ຣາ​ໃນ​ຂະ​ນະ​ທີ່​ ອັບ​ຣາ​ຮາມ ​ແລະ​ ອີ​ຊາກ ​ອາ​ໃສ​ຢູ່​ແຜ່ນ​ດິນ​ກາ​ນາ​ອານ.

  • ອັບ​ຣາ​ຮາມ ​ໄດ້​ຕົວະ​ກະ​ສັດອາ​ບີ​ເມ​ເຫລັກ​ວ່າ​ນາງ​ຊາ​ຣາ​ເປັນ​ນ້ອງ​ສາວ​ຂອງ​ເພິ່ນ​ແທນ​ທີ່​ຈະ​ບອກວ່າ​ເປັນ​ເມຍ​.
  • ອັບ​ຣາ​ຮາມ​ແລະ​ອາ​ບີ​ເມ​ເຫລັກ​ໄດ້​ເຮັດ​ຂໍ້​ຕົກ​ລັງ​ກັນ​ເ​ລື້ອງ​ສິດ​ການ​ເປັນ​ເຈົ້າ​ຂອງ​ນ້ຳ​ສ້າງ​ທີ່​ເບ​ເອນ​ເຊ​ບາ.
  • ຫລາຍ​ປີ​ຕໍ່​ມາ, ອີ​ຊາກ​ກໍ​ໄດ້​ຕົວະ​ອາ​ບີ​ເມ​ເຫລັກ​ແລະ​ຜູ້​ຊາຍ​ທັງ​ຫລາຍ​ໃນ​ເມືອງ​ເກ​ຣາ​ວ່າ​ນາງ​ເຣ​ເບ​ກາ​ເປັນ​ນ້ອງ​ສາວ, ​​ບໍ່​ແມ່ນ​ເມຍ.
  • ກະ​ສັດ​ອາ​ບີ​ເມ​ເຫລັກ​ໄດ້​ຕຳ​ນິ​ອັບ​ຣາ​ຮາມ ແລະ​ອີ​ຊາກ​ໃນ​ເລື້ອງ​ການ​ຕົວະ​ເພິ່ນ.
  • ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ກິ​ເດ​ໂອນ​ມີ​ຊື່​ວ່າ​ອາ​ບີ​ເມ​ເຫລັກ​ແລະ​ລາວ​ເປັນ​ອ້າຍ​ຂອງ​ໂຢ​ທາມ. ພ​ຣະ​ຄັມ​ພີ​ບາງ​ສະ​ບັບ​ອາດ​ຈະ​ສະ​ກົດ​ຊື່​ຂອງ​ເຂົາ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ເພື່ອ​ເຮັດ​ໃຫ້​ແຕກ​ຕ່າງ​ຈາກ​ຊື່​ກະ​ສັດ​ອາ​ບີ​ເມ​ເຫລັກ.

​ອາ​ບີ​ຢາ

ຂໍ້ເທັດຈິງ

​ອາ​ບີ​ຢາ​ເປັນ​ຊື່​ຂອງ​ກະ​ສ​ັດ​ອົງ​ນຶ່ງ​ຂອງ​ຢູ​ດາ ຊຶ່ງ​ຜູ້​ປົກ​ຄອງ​ຕັ້ງ​ແຕ່​ປີ 915-913 ກ​ຄ​ສ. ພຣະ​ອົງ​ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ກະ​ສັດ​ເຮ​ໂຫ​ໂບ​ອາມ ໃນ​ພັນ​ທະ​ສ​ັນ​ຍາ​ເດີມ​ມີ​ຜູ້​ຊາຍ​ອີກ​ຫລາຍ​ຄົນ​ທີ່​ມີ​ຊື່​ວ່າ​ ອາ​ບີ​ຢາ.

  • ບຸດ​ຊາຍ​ຂອງ​ຊາ​ມູ​ເອນ ຊື່​ອາ​ບີ​ຢາ​ແລະ​ໂຢ​ເອນ ໄດ້​ເປັນ​ຜູ້​ນຳ​ປະ​ຊາ​ຊົນ​ອິ​ສະ​ຣາ​ເອນ​ທີ່​ເບ​ດ​ເຊ​ບາ. ແຕ່​ເພາະ​ອາ​ບີ​ຢາ​ແລະ​ນ້ອງ​ຂອງ​ເຂົາ​ບໍ່​ສັດ​ຊື່​ແລະ​ຮັບ​ສິນ​ບົນ, ປະ​ຊາ​ຊົນ​ຈຶ່ງ​ໄດ້​ຮ້ອງ​ຂໍ​ໃຫ້ ຊາ​ມູ​ເອນ​ແຕ່ງ​ຕັ້ງ​ກະ​ສັດ​ໃຫ້​ເປັນ​ຜູ້​ປົກ​ຄອງ​ພວກເຂົາ.
  • ປະ​ໂລ​ຫິດ​ຄົນ​ໜຶ່ງ​ຂອງ​ພຣະ​ວິ​ຫານ​ ໃນສະ​ໄຫມ​ກະ​ສັດດາ​ວິດຊື່​ອາ​ບີ​ຢາ.
  • ອາ​ບີ​ຢາ​ເປັນ​ຊື່​ຂອງ​ລູກຊາຍ​ຜູ່້ໜຶ່ງ​ຂອງ​ກະ​ສັດ​ເຢ​ໂຮ​ໂບ​ອາມ.
  • ອາ​ບີ​ຢາ​ເປັນ​ຊື່​ຂອງ​ຫົ​ວ​ໜ້າ​ປະ​ໂລ​ຫິດ​ຜູ້​ທີ່​ກັບ​ຈາກ​ການ​ເປັນ​ຊະ​ເລີຍ​ຂອງ​ຊາວ​ບາບີ​ໂລນມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ພ້ອມ​ກັບ​ເ​ຊ​ຣູ​​ບາ​ເບນ.

ອາ​ບີ​ອາ​ທາ

ຂໍ້ເທັດຈິງ

​ໃນ​ສ​ະໄຫມ​ຂອງ​ກະ​ສັດ​ດາ​ວິດ ອາ​ບີອາ​ທາ​ໄດ້​ເປັນ​ມະ​ຫາ​ປະ​ໂລ​ຫິດຂອງ​ຊົນ​ຊາດ ອິ​ສະ​ຣາ​ເອນ.

  • ເມື່ອ​ກະ​ສັດ​ໂຊນ​ຂ້າ​ພວກ​ປະ​ໂລ​ຫິດ,​ ອາ​ບີ​ອາທາໄດ້​ຫລົບ​ໜີ​ໄປ​ຫາ​ດາ​ວິດ​ໃນ​ຖິ່ນ​ທຸ​ລະ​ກັນ​ດານ.
  • ອາ​ບີ​ອາ​ທາ​ແລະ​ມະ​ຫາ​ປະ​ໂລ​ຫິດ​ອີກ​ຜູ້​ນຶ່ງ​ຊື່​ຊາ​​​ດົກໄດ້​ຮັບ​ໃຊ້​ດາ​ວິດ​ຢ່າງ​ສັດ​ຊື່​ຕະຫ​ລອດ​ຣາ​ຊການ​ຂອງ​ດາ​ວິດ.
  • ຫລັງ​ຈາກ​ດາ​ວິດ​ສິ້ນ​ພຣະ​ຊົນ ອາ​ບີ​ອາ​ທາ​ໄດ້​ພະ​ຍາ​ຍາມ​ສ​ນັບ​ສ​ນູນ​ອາ​ໂດ​ນີ​ຢາ​ຂື້​ນ​ເປັນ​ກະ​ສັດ​ແທນ​ທີ່​ຈະ​ແມ່ນໂ​ຊໂລ​ໂມນ.
  • ດ້ວຍ​ເຫດນີ້ ກະ​ສັດ​ໂຊ​ໂລ​ໂມນ​ຈຶ່ງ​ໄດ້​ປົດ​ອາ​ບີ​ອາ​ທາ​ອອກ​ຈາກກ​ານ​ເປັນ​ປະ​ໂລ​ຫິດ.

(ເບິ່ງເພີ້ມເຕີມ: Zadok · Saul (OT) · David · Solomon · Adonijah)


ອາເບັນ

ຂໍ້ເທັດຈິງ

ອາເບັນເປັນລູກຊາຍຜູ້ທີສອງຂອງອາດາມ ແລະເອວາ. ອາເບັນເປັນນ້ອງຊາຍຂອງກາອິນ.

  • ອາເບັນເປັນຄົນລ້ຽງສັດ.
  • ອາເບັນນຳເອົາສັດຂອງຕົນບາງສ່ວນໄປເປັນເຄື່ອງເຜົາບູຊາແກ່ພຣະເຈົ້າ.
  • ພຣະເຈົ້າຊົງພໍພຣະທັຍໃນຕົວຂອງອາເບັນ ແລະເຄື່ອງເຜົາຖວາຍບູຊາຂອງເພິ່ນ.
  • ກາອິນຜູ້ທີ່ເປັນລູກຊາຍກົກຂອງອາດາມ ແລະເອວາ ເປັນຄົນຂ້າອາເບັນ.

ອາໂປໂລ

ຂໍ້ເທັດຈິງ

ອາໂປໂລເປັນຄົນຢິວທີ່ມາຈາກເມືອງອາເລັກຊານເດຍໃນອີຢິບແລະເຂົາມີຄວາມສາມາດພິເສດໃນການສອນເລື້ອງພຣະເຢຊູເຈົ້າໃຫ້ກັບຜູ້ຄົນ.

  • ອາໂປໂລເປັນຄົນທີ່ມີການສືກສາດີໃນພຣະຄັມພີເຮັບເຣີແລະມີຂອງປະທານໃນເລື້ອງຂອງການເວົ້າ.
  • ເຂົາໄດ້ຮັບການອົບຮົມຈາກຄຣິສະຕຽນສອງຄົນໃນເມືອງເອເຟໂຊຊື່ ອາຄິນລາແລະປິນສິລາ.
  • ໂປໂລເນ້້ນວ່າທ່ານແລະອາໂປໂລ ເປັນເຊັ່ນດຽວກັນກັບຜູ້ປະກາດຂ່າວປະເສີດແລະຄຣູຄົນອື່ນໆ ເຊິ່ງກຳລັງທຳງານເພື່ອເປົ້າໝາຍດຽວກັນໃນການຊ່ວຍໃຫ້ຜູ້ຄົນເຊື່ອໃນພຣະເຢຊູເຈົ້າ.

ອາມອດ

ຂໍ້ເທັດຈິງ

ອາມອດເປັນບິດາຂອງຜູ້ປະກາດພຣະຄັມ ອິຊາຢາ

  • ທ່ານຖືກກ່າວເຖິງໃນພຣະຄັມພີພຽງຄັ້ງດຽວເພື່ອສະແດງເຖິງທີ່ມາຂອງ ອິຊາຢາວ່າ "ເປັນບຸດຊາຍຂອງອາມອດ."
  • ຊື່ນີ້ແຕກຕ່າງຈາກຊື່ຂອງຜູ້ປະກາດພຣະຄັມ ອາໂມດແລະຄວນສະກົດຄຳນີ້ໃຫ້ແຕກຕ່າງກັນດ້ວຍ.

ອາມາຊີຢາ

ຂໍ້ເທັດຈິງ

ອາມາຊີຢາໄດ້ກາຍເປັນກະສັດປົກຄອງເຫນືອອານາຈັກຢູດາເມື່ອກະສັດໂຢອາດ,ພໍ່ຂອງເພິ່ນ,ຖືກເສຍຊີວິດ.

  • ກະສັດ ອາມາຊີຢາໄດ້ປົກຄອງເໜືອຢູດາ ເປັນເວລາຊາວເກົ້່າປີ, ຈາກປີ 796 ກ.ຄ.ສ. ເຖິງ 767 ກ.ຄ.ສ.
  • ພຣະອົງຊົງເປັນກະສັດທີ່ດີ ແຕ່ພຣະອົງຊົງບໍ່ໄດ້ທຳລາຍສະຖານສູງທັງຫຼາຍທີ່ຊຶ່ງໃຊ້ບູຊາຮູບເຄົາລົບ.
  • ກະສັດອາມາຊີຢາ ຊົງໄດ້ປະຫານບັນດາຄົນທີ່ມີສ່ວນໃນການປົງພຣະຊົນພຣະບິດາຂອງພຣະອົງ.
  • ພຣະອົງຊົງເອົາຊະນະຄົນເອໂດມທີ່ກະບົດ ແລະທຳໃຫ້ພວກເຂົາຢູ່ພາຍໃຕ້ການປົກຄອງຂອງອານາຈັກຢູດາ.
  • ພຣະອົງຊົງທ້າທາຍກະສັດເຢໂຮອາດຂອງອິສະຣາເອນໃຫ້ມາສູ້ຮົບກັນ ແຕ່ກັບພ່າຍແພ້.ກຳແພງເມືອງເຢຣູຊາເລັມສ່ວນນຶ່ງໄດ້ພັງລົງມາ ແລະພາຊະນະເງິນແລະຄຳທັງຫຼາຍຂອງພຣະວິຫານໄດ້ຖືກລັກໄປ.
  • ຫຼາຍປີຕໍ່ມາກະສັດ ອາມາຊີຢາ ຊົງໄດ້ຫັນຫຼັງໃຫ້ພຣະຢາເວ ແລະມີບາງຄົນໃນກຸງເຢຣູຊາເລັມໄດ້ວາງແຜນຮ່ວມກັນແລະໄດ້ປົງພຣະຊົນພຣະອົງ.

ອາມາເລກ, ຄົນອາມາເລກ

ຂໍ້ເທັດຈິງ

ຄົນອາມາເລກເປັນກຸ່ມຄົນທີ່ເລ້ລ້ອນໝູ່ໜຶ່ງເຊິ່ງອາໃສຢູ່ທົ່ວໄປໃນຕອນໃຕ້ຂອງແຜ່ນດິນຄານາອານ, ຈາກທະເລຊາຍເນເກບໄປຈົນເຖິງອາລາເບຍ. ຄົນກຸ່ມນີ້ເປັນເຊື້ອສາຍຂອງອາມາເລກ ຜູ້ເປັນຫລານຊາຍຂອງເອຊາວ.

  • ຄົນອາມາເລກເປັນສັດຕູຄູ່ອາຄາດຂອງຄົນອິສະຣາເອນຕັ້ງແຕ່ເມື່ອອິສະຣາເອນອາໃສ່ໃນແຜ່ນດິນຄານາອານຄັ້ງທຳອິດ.
  • ບາງຄັ້ງຄຳວ່າ "ອາມາເລກ" ຖືກໃຊ້ເປັນພາບເລັງເຖິງຄົນອາມາເລກທັ້ງໝົດ (ເບິ່ງເພີ້ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-synecdoche)
  • ຄັ້ງໜຶ່ງໃນສົງຄາມຕໍ່ສູ້ກັບຄົນອາມາເລກ, ເມື່ອໂມເຊຍົກມືຂອງທ່ານຂຶ້ນ ຄົນອິສະຣາເອນກໍ່ໄດ້ຊັຍຊະນະ, ເມື່ອໂມເຊເມື່ອຍແລະມືຕົກລົງ ຄົນອິສະຣາເອນກໍພ່າຍແພ້. ດັ່ງນັ້ນອາໂລນແລະເຮີຈຶ່ງໄດ້ຈັບມືຂອງໂມເຊຍົກຂຶ້ນຈົນກະທັ້ງຄົນອິສະຣາເອນໄດ້ເອົາຊະນະກອງທັບອາມາເລກ.
  • ທັງກະສັດຊາອູນແລະກະສັດດາວິດໄດ້ເຄີຍນຳກອງທັບບຸກໂຈມຕີຄົນອາມາເລກ.
  • ຄັ້ງໜຶ່ງຫລັງຈາກທີ່ມີຊັຍຊະນະເໜືອຄົນອາມາເລກ,ກະສັດຊາອູນບໍ່ເຊື່ອຟັງພຣະເຈົ້າໂດຍແອບເກັບຂອງທີ່ຢຶດມາໄດ້ ແລະບໍ່ໄດ້ຂ້າກະສັດຂອງຄົນອາມາເລກຕາມທີ່ພຣະເຈົ້າໄດ້ບັນຊາໃຫ້ທຳ.

ອາໂມດ

ຂໍ້ເທັດຈິງ

ອາໂມດເປັນຜູ້ປະກາດພຣະຄັມອິສະຣາເອນຄົນໜຶ່ງ ຊຶ່ງມີຊີວິດຢູ່ໃນສະໄໝຂອງ ອຸດຊີຢາ ກະສັດຢູດາ.

  • ກ່ອນທີ່ທ່ານຈະຖືກເອີ້ນໃຫ້ເປັນຜູ້ປະກາດພຣະຄັມ,ອາໂມດເປັນຄົນລ້ຽງແກະແລະທຳສວນໝາກເດື່ອຢູ່ໃນອານາຈັກຢູດາ.
  • ອາໂມດໄດ້ພະຍາກອນຕໍ່ຕ້ານອານາຈັກຝ່າຍເໜືອ ຄືອິສະຣາເອນກ່ຽວກັບເລື້ອງທີ່ພວກເຂົາບໍ່ມີຄວາມຍຸດຕິທັມຕໍ່ປະຊາຊົນ.

ອາຣາບາ

ຂໍ້ເທັດຈິງ

ໃນພຣະຄັມພີເດີມ ຄຳສັບຂອງຄຳວ່າ "ອາຣາບາ" ມັກຈະ ໝາຍ ເຖິງເຂດທະເລຊາຍແລະທົ່ງພຽງທີ່ກວ້າງໃຫຍ່ໄພສານເຊິ່ງປະກອບມີຮ່ອມພູທີ່ຢູ່ອ້ອມຮອບແມ່ນ້ຳຈໍແດນແລະແຜ່ໄປທາງໃຕ້ໄປທາງທິດ ເໜືອ ຂອງທະເລແດງ.

  • ຊາວອິສະຣາເອນເດີນທາງຜ່ານເຂດທະເລຊາຍແຫ່ງນີ້ໃນການເດີນທາງຈາກປະເທດອີຢິບໄປຍັງແຜ່ນດິນການາອານ.
  • "ທະເລຂອງ ອັບຣາບາ" ຍັງສາມາດຖືກແປເປັນ, "ທະເລທີ່ຕັ້ງຢູ່ໃນເຂດທະເລຊາຍອັບຣາບາ." ທະເລນີ້ມັກຖືກເອີ້ນວ່າ "ທະເລເກືອ" ຫລື "ທະເລຕາຍ."

ອາຣາເບຍ, ຊາວອາຣາເບຍ

ຂໍ້ເທັດຈິງ

ອາຣາເບຍ ແມ່ນແຫຼມໃຫຍ່ທີ່ສຸດໃນໂລກ, ມີເນື້ອທີ່ເກືອບ 3,000,000 ກິໂລຕາແມັດ. ມັນຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ຂອງອິສະຣາເອນ, ແລະມີຊາຍແດນຕິດກັບທະເລແດງ, ທະເລອາຣາເບຍ, ແລະອ່າວເປີເຊຍ.

  • ຄຳວ່າ "ອາຣາເບຍ" ແມ່ນໃຊ້ເພື່ອໝາຍເຖິງຄົນທີ່ອາໃສຢູ່ໃນປະເທດອາຣາເບຍຫຼືກ່ຽວກັບບາງສິ່ງບາງຢ່າງທີ່ພົວພັນກັບອາຣາເບຍ.
  • ຄົນທຳອິດທີ່ອາໃສຢູ່ປະເທດອາຣາເບຍແມ່ນລູກຫລານຂອງເຊມ. ຜູ້ອາໃສຢູ່ໃນຍຸກອື່ນໆຂອງອາຣາເບຍລວມມີອິດຊະມາເອນລູກຊາຍຂອງອັບຣາຮາມແລະເຊື້ອສາຍຂອງລາວ, ພ້ອມທັງລູກຫລານຂອງເອຊາວ.
  • ເຂດທະເລຊາຍບ່ອນທີ່ຊົນຊາດອິສະຣາເອນເດີນທາງມາເປັນເວລາ 40 ປີຕັ້ງຢູ່ປະເທດອາຣາເບຍ.
  • ຫລັງຈາກກາຍເປັນຜູ້ທີ່ເຊື່ອໃນພຣະເຢຊູ, ອັກຄະສາວົກໂປໂລໄດ້ໃຊ້ເວລາສອງສາມປີຢູ່ໃນທະເລຊາຍຂອງອາຣະເບຍ.

ອາຣາມ,ຊາວອາຣາມີນ , ອາຣາມມຽກ

ຂໍ້ເທັດຈິງ

"ອາຣາມ" ແມ່ນຊື່ຂອງຜູ້ຊາຍສອງຄົນໃນພຣະຄັມພີເດີມ. ມັນຍັງແມ່ນຊື່ຂອງພາກພື້ນທາງຕາເວັນອອກສ່ຽງ ເໜືອ ຂອງການາ ອານເຊິ່ງເປັນບ່ອນທີ່ປະເທດຊີເຣຍສະ ໄໝນີ້ຕັ້ງຢູ່.

  • ປະຊາຊົນທີ່ອາໃສຢູ່ໃນ ອາຣາມ ໄດ້ກາຍເປັນທີ່ຮູ້ຈັກກັນວ່າ "ຊາວອາຣາມິນ" ແລະເວົ້າພາສາອາຣັບມຽກ. ພຣະເຢຊູແລະຊາວຢິວຄົນອື່ນໆໃນສະໄໝຂອງພຣະອົງຍັງເວົ້າພາສາອາຣັບມຽກ.
  • ລູກຊາຍຄົນ ໜຶ່ງ ຂອງເຊມມີຊື່ວ່າອາຣາມ. ຊາຍອີກຄົນ ໜຶ່ງຊື່ວ່າອາຣາມເປັນລູກພີ່ນ້ອງຂອງນາງເຣເບກາ. ເປັນໄປໄດ້ວ່າຂົງເຂດອາຣາມໄດ້ຕັ້ງຊື່ຕາມຊາຍຄົນໜຶ່ງໃນສອງຄົນນີ້.
  • ອາຣາມ ຕໍ່ມາໄດ້ກາຍເປັນທີ່ຮູ້ຈັກໂດຍຊື່ ກຣີກ, "ຊີເຣຍ."
  • ຄຳ ວ່າ "ຟາດເດັນອາຣາມ" ໝາຍຄວາມວ່າ "ທົ່ງພຽງຂອງ ອາຣາມ" ແລະມີທີ່ຕັ້ງຢູ່ໃນເຂດພາກ ເໜືອ ຂອງອາຣາມ.
  • ຍາດພີ່ນ້ອງຂອງອັບຣາຮາມບາງຄົນອາໃສຢູ່ໃນເມືອງຮາລານເຊິ່ງຕັ້ງຢູ່ໃນ "ຟາດເດັນ ອາຣາມ."
  • ໃນພຣະຄັມພີເດີມ, ບາງຄັ້ງ ຄຳ ສັບທີ່ວ່າ "ອາຣາມ" ແລະ "ຟາດເດັນອາຣາມ" ໝາຍເຖິງພາກພື້ນດຽວກັນ.
  • ຄຳ ວ່າ "ອາຣາມ ນາຮາຣາອິມ" ອາດຈະໝາຍຄວາມວ່າ ອາຣາມ ແມ່ນ້ຳສອງສາຍ". ຂົງເຂດນີ້ຕັ້ງຢູ່ທາງພາກ ເໜືອ ຂອງ ເມໂຊໂປຣຕາເມຍ ແລະຢູ່ທາງທິດຕາເວັນອອກຂອງ "ຟອດເດັນອາຣາມ."

ອາຣາຣັດ

ຂໍ້ເທັດຈິງ

ໃນພຣະຄັມພີ " ອາຣາຣັດ " ເປັນຊື່ໃຊ້ເອີ້ນດິນແດນ ອານາຈັກ ແລະຮ່ອມພູ.

  • " ແຜ່ນດິນແຫ່ງອາຣາຣາດ " ອາດຕັ້ງຢູ່ໃນດິນແດນທາງພາກເໜືອຂອງປະເທດຕຸຣະກີຈົນເຖິງທຸກວັນນີ້.
  • ອາຣາຣັດ ເປັນທີ່ຮູ້ຈັກດີໃນຊື່ຂອງພູເຂົາທີ່ເຮືອຂອງໂນອາໄປຕິດຄ້າງຫລັງຈາກນາໍ້ຖ້ວມໄດ້ເລີ້ມທີ່ຄ່ອຍໆລົດລົງ.
  • ໃນປະຈຸບັນນີ້ ພູເຂົານັ້ນໄດ້ເອີ້ນວ່າ " ພູເຂົາອາຣາຣັດ " ມັກຈະຖືກຄິດວ່າແມ່ນບ່ອນດຽວກັນ " ພູເຂົາອາຣາຣັດ " ໃນພຣະຄັມພີ.

ອາໂຣນ

ຂໍ້ເທັດຈິງ

ອາໂຣນເປັນອ້າຍກົກຂອງໂມເຊ ເຊິ່ງພຣະເຈົ້າໄດ້ເລືອກອາໂຣນໃຫ້ເປັນມະຫາປະໂລຫິດຄົນທຳອິດຂອງຊົນຊາດອິສະຣາເອນ.

  • ອາໂຣນໄດ້ຊ່ອຍໂມເຊເວົ້າກັບກະສັດຟາໂຣ ເພື່ອໃຫ້ປົດປ່ອຍຊົນຊາດອິສະຣາເອນໃຫ້ໄປເປັນອິດສະຫຼະ.
  • ໃນຂະນະທີ່ຊົນຊາດອິສະຣາເອນກຳລັງເດີນທາງໃນເຂດທຸລະກັນດານນັ້ນ ອາໂຣນໄດ້ເຮັດຜິດບາບໂດຍການສ້າງຮູບເຄົາລົບໃຫ້ປະຊາຊົນກາບໄຫວ້ບູຊາ.
  • ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ອາໂຣນ ແລະລູກຫລານຂອງເພິ່ນໃຫ້ເປັນມະຫາປະໂລຫິດສຳລັບຊົນຊາດອິສະຣາເອນ.

ອາ​ຫາ​ສຸ​ເອ​ຣັດ

ຂໍ້ເທັດຈິງ

​ອາ​ຫາ​ສຸ​ເອ​ຣັດ​ເປັນ​ກະ​ສັດ​ຜູ້​ປົກ​ຄອງ​ອາ​ນາ​ຈັກ​ເປີ​ເຊຍ​ບູ​ຮານ​ເປັນ​ເວ​ລາ​ຊາວ​ປີ.

  • ນີ້​ເປັນ​ຊ່ວງເວ​ລາ​ທີ່​ຄົນ​ຢິວ​ທີ່​ຖືກ​ເນ​ລະ​ເທດ​ອອກ​ໄປ​ອາ​ໃສ​ຢຸ່​ໃນ​ກຸງ​ບາ​ບີ​ໂລນເນຍ​ຊຶ່ງ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ຊາວ​ເປີ​ເຊຍ.
  • ອີກ​ນາມ​ນຶ່ງ​ຂອງ​ກະ​ສັດ​ນີ້​ແມ່ນ ເຊເຊັດ.
  • ຫລັງ​ຈາກ​ທີ່​ໄດ້​ຊົງ​ໄລ່​ພຣະ​ຣາ​ຊີ​ນີ​ຂອງ​ເພິ່ນ​ອອກ​ຈາກ​ຕຳ​ແໜ່ງ​ເພາະ​ຄວາມ​​ໂກດຮ້າຍ​​ແລ້ວ, ຕໍ່​ມາ​ກະ​ສັດ​ອາ​ຫາ​ສຸ​ເອ​ຣັດ​ໄດ້​ເລືອກ​ເອົາ​ຍິງ​ຊາວ​ຢິວ​ຊື່ ​ເອ​ສະ​ເທີ ໃຫ້​ເປັນ​ມະ​ເຫ​ສີ​ແລະ​​ພະຣາ​ຊິ​ນີ​ໃໝ່​ຂອງ​ເພິ່ນ​.

(​ເບີ່ງເພີ້ມເຕີມ: Babylon, Esther, Ethiopia, exile, Persia)


ອາ​ອີ

ຂໍ້ເທັດຈິງ

​ອາ​ອີ​ເປັນ​ເມືອງ​ນຶ່ງ​​ຂອງ​ຊາວ​ກາ​ນາ​ອານໃນ​ສະໄຫມ​ພ​ຣ​ະ​ສັນ​ຍາ​ເດີມ ທີ່​ຕັ້ງ​ທາງ​ທິດ​ໃຕ້​ຂອງ​ເມືອງ​ເບ​ັດເອນ ແລະ​ຢູ່​ຫ່າງ​ຈາກ​ເມືອງ​ເຢ​ຣິ​ໂກ​ໄປ​ທາງ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ປະ​ມານ​ແປດ​ກິ​ໂລ​ແມັດ.

  • ຫລັງ​ຈາກ​ເອົາ​ຊະ​ນະ​ເມືອງ​ເຢ​ຣິ​ໂກ​ແລ້ວ, ໂຢ​ຊວຍ​ໄດ້​ນຳ​ພວກ​ອິ​ສະ​ຣາ​ເອນ​ບຸກ​ໂຈມ​ຕີ​ເມືອງ​ອາ​ອີ ແຕ່​ວ່າ​ພວກ​ເຂົາ​ຕ້ອງເສຍຊັຍ ເພາະ​ພ​ຣະ​ເຈົ້າ​ບໍ່​ຊົງ​ພໍ​ພ​ຣະ​ທັຍໃນ​ພວກ​ເຂົາ.
  • ມີ​ຄົນ​ອິ​ສະ​ຣາ​ເອນ​ຄົນ​ນຶ່ງ​ຊື່ ອາ​ການ​ໄດ້​ລັກ​ຊັບ​ສິນ​ທີ່​ຍຶດ​ມາ​ຈາກ​ເມືອງ​ເຢ​ຣິ​ໂກ ແລະ​ພ​ຣະ​ເຈົ້າ​ໄດ້​ຊົງ​ບັນ​ຊາ​ໃຫ້​ຂ້າ​ເຂົາ​ທັງ​ຄອບ​ຄົວ​ແລ້ວ​ພ​ຣະ​ເຈົ້າ​ໄດ້​ຊົງ​ຊ່ວຍ​ໃຫ້​ພວກ​ອິ​ສ​ະຣາ​ເອນ​ເອົາ​ຊະ​ນະ​ຊາວ​ເມືອງ​ອາ​ອີ​ໄດ້.

(ເບີ່ງເພີ້ມເຕີມ: Bethel, Jericho)


​ອາ​ຮ​າຊີ​ຢາ

ຂໍ້ເທັດຈິງ

​ອາ​ຮ​າຊີ​ຢາ ເປັນ​ຊື່​ຂອງ​ກະ​ສັດ​ສອງ​ອົງ: ອົງ​ນຶ່ງ​ປົກ​ຄອງ​ອິ​ສະ​ຣາ​ເອນ ແລະ​ອີກ​ອົງ​ນຶ່ງ​ປົກ​ຄອງ​ຢູ​ດາ.

  • ກະ​ສັດ​ອາ​ຮາ​ຊີ​ຢາ​ແຫ່ງ​ຢູ​ດາ​ເປັນ​ບຸດ​ຂອງ​ກະ​ສັດ​ເຢ​ໂຮ​ຣາມ; ເພິ່ນໄດ້ປົກ​ຄອງ​ເປັນ​ເວ​ລາ​ນຶ່ງ​ປີ (ປີ 841 ກ. ຄ.ສ.) ແລ້ວ​ຖືກ ​ເຢ​ຮູ ຜູ້​ເປັນ​ລູກ​ຂອງ​ອາ​ຮາຊີ​ຢາ​ຂ້າ​ຕາຍ. ໃນ​ທີ່​ສຸດ​ໂຢ​ອາດ​ໄດ້​ຂຶ້ນ​ມາ​ເປັນ​ກະ​ສັດ​ແທນ.
  • ກະ​ສັດ​ອາ​ຮາ​ຊີ​ຢາ​ແຫ່ງ​ອິ​ສະ​ຣາ​ເອນ ເປັນ​ລູກ​ຂອງ​ກະ​ສັດ​ອາ​ຮາບ. ທ່ານ​ປົກ​ຄອງ​ເປັນ​ເວ​ລາ​ສອງ​ປີ (850-849 ກ.ຄ.ສ). ອາ​ຮາ​ຊີ​ຢາ​ຕາຍ​ຈາກ​ບາດ​ແຜເພາະເພິ່ນ​ລົ້ມຢູ່​ໃນ​ພຣະ​ຣາ​ຊວັງ ແລະ​ໂຢ​ຣາມ​ຜູ້​ເປັນ​ນ້ອງ​ໄດ້​ເປັນ​ກະ​ສັດ​ແທນ.

(​ເບີ່ງເພີ້ມເຕີມ: Jehu, Ahab, Jeroboam, Joash)


ອາ​ຮາດ

ຂໍ້ເທັດຈິງ

​ອາ​ຮາດ​ເປັນ​ກະ​ສັດ​ຜູ້​​ຊົ່ວ​ຮ້າຍ​ຜູ້​ທີ່​ປົກ​ຄອງ​ອາ​ນາ​ຈັກ​ຢູ​ດາ ຈາກ​ປີ 732 ກ.ຄ.ສ. ເຖິງ 716 ກ.ຄ.ສ. ຊຶ່ງ​ເປັນ​ເວ​ລາ 140 ປີ ກ່ອນ​ຫລາຍ​ຄົນ​ໃນ​ ອິ​ສະ​ຣາ​ເອນ​ແລະ​ຢູ​ດາ​ຖືກ​ຈັບ​ເປັນ​ຊະ​ເລີຍ​ທີ່​ບາ​ບີ​ໂລນ.

  • ໃນ​ຂະ​ນະ​ທີ່​ເພີ່ນໄດ້​ປົກ​ຄອງ​ຢູ​ດາ, ອາ​ຮາດ​ໄດ້​ສ້າງ​ແທ່ນ​ບູ​ຊາ​ເພື່ອ​ນະ​ມັ​ສ​ການ​​ພວກ​ພຣ​ະ​ປອມ​ຂອງ​ຊາວ​ອັດ​ຊີ​ຣຽນ,ຊຶ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ໜີ​ຈາກ ​ພ​ຣະ​ຢາ​ເວ, ພ​ຣະ​ເຈົ້າ​ອົງ​ທ່ຽງ​ແທ້​ອົງ​ດຽວ.
  • ກະ​ສັດ​ອາ​ຮາດ​ມີ​ອາ​​ຍຸ​ຊາວ​ປີ​ເມື່ອ​ເພິ່ນ​ໄດ້​ເລີ້ມ​ຂື້ນ​ປົກ​ຄອງ​ຢູ​ດາ, ແລະ​ໄດ້​ຄອງ​ບັນ​ລັງ​ເປັນ​ເວ​ລາສິບ​ຫົກ​ປີ.

(ເບີ່ງເເພີ້ມເຕີມ: Babylon)


ອາ​ຮາບ

ຂໍ້ເທັດຈິງ

ອາ​ຮາບ​ເປັນ​ກະ​ສັດ​ຜູ້​ຊົ່ວ​ຮ້າຍ​ຜູ້​ນຶ່ງ​ປົກ​ຄອງ​ອາ​ນາ​ຈັກ​ເໜືອ​ຂອງ​ອິ​ສະ​ຣາ​ເອນ​ຈາກ​ປີ 875 ກ.ຄ.ສ ຈົນ​ເຖີງ​ປີ 854 ກ.ຄ​ສ.

  • ກະ​ສັດ​ອາ​ຮາບ​ນຳ​ພາ​ໃຫ້​ປະ​ຊາ​ຊົນ​ອິ​ສະ​ຣາ​ເອນ​ໄປ​ນະ​ມັ​ສ​ການ​ພຣ​ະ​ປອມ​ທັງ​ຫລາຍ.
  • ຜູ້​ປະ​ກາດ​ພ​ຣະ​ທັມ​ເອ​ລີ​ຢາ​ໄດ້​ຕໍ່​ສູ້​ກະ​ສັດ​ອາ​ຮາບ ແລະ​ບອກ​ພ​ຣະ​ອົງ​ວ່າ​ຈະ​ມີ​ການ​ອຶດ​ອາ​ຫານ​ຢ່າງ​ແຮງ​ເປັນ​ເວ​ລາ​ສາມ​ປີ​ເຄິ່ງ ເພື່ອ​ເປັນ​ການ​ລົງ​ໂທດ​ຄວາມ​ບາບ​ທີ່​ອາ​ຮາບ​ໄດ້​ຊັກ​ຊວນ​ອິ​ສະ​ຣາ​ເອນ​ໃຫ້​ເຮັດ.
  • ອາ​ຮາບ​ແລະ​ເຢ​ເຊ​ເບນ​ເມຍ​ຂອງເ​ພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫລາຍ, ຮລວມ​ເຖິງ​ການ​ໃຊ້​ອຳ​ນາດ​ຂອງ​ເພິ່ນ​ໃນ​ການ​ຊົ່ວ​ເຊັ່ນ​ຂ້າ​ປະ​ຊາ​ຊົນ​ຜູ້​ບໍ​ຣິ​ສຸດ.

(​ເບີ່ງເພີ້ມເຕີມ: Baal, Elijah, Jezebel, kingdom of Israel, Yahweh)


​ອາ​ຮີ​ຢາ

ຂໍ້ເທັດຈິງ

​ອາ​ຮີ​ຢາ​ເປັນ​ຊື່​ຂອງ​ຫລາຍ​ຄົນແຕກຕ່າງກັນ​ໃນ​ພ​ຣະ​ສັນ​ຍາ​ເດີມ ດັ່ງ​ຕໍ່​ໄປ​ນີ້:

  • ອາ​ຮີ​ຢາ​ເປັນ​ຊື່​ຂອງ​ປະ​ໂຣ​ຫິດ​ໃນ​ສະໄຫ​ມຂອງ​ຊາ​ອູນ.
  • ອາ​ຮີ​ຢາ​ເປັນ​ຊື່​ຂອງ​ເລ​ຂາ​ນຸ​ການ​ໃນ​ສ​ະໄຫມ​ຂອງ​ກະ​ສັດ​ໂຊ​ໂລ​ໂມນ.
  • ອາ​ຮີ​ຢາ​ເປັນ​ຊື່​ຂອງ​ຜູ້​ປະ​ກາດ​ພ​ຣະ​ຄັມ ​ທ່ານ​ນຶ່ງ​ຈາກ​ຊີ​ໂລ ເພິ່ນ​ເປັນ​ຜູ້​ທຳ​ນ​ວາຍ​ວ່າ​ຊົນ​ຊາດ​ອິ​ສະ​ຣາ​ເອນ​ຈະ​ຖືກ​ແບ່ງ​ແຍກ​ອອກ​ເປັນ​ສອງ​ອາ​ນາ​ຈັກ.
  • ​ບິ​ດາ​ຂອງ​ກະ​ສັດ​ບາ​ອາ​ຊາ​ແຫ່ງ​ອິ​ສະຣາ​ເອນ​ກໍ​ມີ​ຊື່​ວ່າ ອາ​ຮີ​ຢາ.

(ເບີ່ງເພີ້ມເຕີມ: Baasha, Shiloh)


ອຳໂນນ

ຂໍ້ເທັດຈິງ

ອຳໂນນ ເປັນໂອລົດຄົນໃຫຍ່ຂອງກະສັດດາວິດກັບອາລີໂນອຳ ມະເຫສີຂອງເພິ່ນ.

  • ອຳໂນນໄດ້ຂົ່ມຂືນ ຕາມາ ນ້ອງສາວຕ່າງມານດາຂອງເຂົາ ຊຶ່ງເປັນນ້ອງສາວຂອງອັບຊາໂລມ.
  • ເພາະເຫດນີ້ ອັບຊາໂລມຈຶ່ງໄດ້ວາງແຜນຮ້າຍຕໍ່ອຳໂນນແລະໄດ້ຂ້າອຳໂນນເສຍ.

ອຳໂມນ, ຄົນອຳໂມນ, ຍິງອຳໂມນ

ຂໍ້ເທັດຈິງ

ຄຳວ່າ "ປະຊາຊົນອຳໂມນ" ຫຼື "ຄົນອຳໂມນ" ຄືກຸ່ມຄົນໃນແຜ່ນດິນ ການາອານ ພວກເຂົາສືບເຊື້ອສາຍມາຈາກເບັນ-ອຳມີ ຜູ້ຊຶ່ງເປັນບຸດຊາຍຂອງ ໂລດ ທີ່ເກີດຈາກລູກສາວຄົນນ້ອຍຂອງ ໂລດ.

  • ຄຳວ່າ "ຍິງອຳໂມນ" ກ່າວເຖິງຜູ້ຍິງອຳໂມນໂດຍສະເພາະ ຄຳນີ້ສາມາດແປໄດ້ອີກວ່າ "ຜູ້ຍິງຊາວອຳໂມນ."
  • ຄົນອຳໂມນອາໃສຢູ່ຝັ່ງຕາເວັນອອກຂອງແມ່ນ້ຳຈໍແດນແລະເປັນສັດຕູຂອງຄົນອິສະຣາເອນ.
  • ມີຄັ້ງໜຶ່ງ ຄົນອຳໂມນໄດ້ຈ້າງຜູ້ປະກາດພຣະຄັມຄົນໜຶ່ງຊື່ວ່າ ບາລາອາມ ເພື່ອໃຫ້ໄປສາບແຊ່ງອິສະຣາເອນ ແຕ່ພຣະເຈົ້າບໍ່ຊົງອະນຸຍາດ.

ອິດຊະມາເອນ

ຂໍ້ເທັດຈິງ

ອິດຊະມາເອນເປັນລູກຊາຍຂອງອັບລາຮາມແລະຄົນຮັບໃຊ້ຂອງຊາຣາຄືຮາກາ ມີຜູ້ຊາຍຫລາຍຄົນໃນພ​ັນ​ທະ​ສັນ​ຍາເດີມທີ່ມີຊື່ວ່າອິດຊະມາເອນ.

  • ຄຳວ່າ "ອິດຊະມາເອນ " ຫມາຍເຖີງ "ພຣະເຈົ້າຊົງໄດ້ຍິນ "
  • ພຣະເຈົ້າຊົງສັນຍາ ວ່າ ຈະອວຍພອນລູກຊາຍຂອງອັບລາຮາມ ຄື ອິດຊະມາເອນ ແຕ່ເຂົາບໍ່ແມ່ນລູກຊາຍທີ່ພຣະເຈົ້າໄດ້ຊົງສັນຍາວ່າຈະເຮັດພັນທະສັນຍາດ້ວຍ.
  • ພຣະເຈົ້າຊົງປົກປ້ອງຮາກາ ແລະ ອິດຊະມາເອນເມື່ອເຂົາຖືກສົ່ງອອກໄປໃນທະເລຊາຍ.
  • ອິດຊະມາເອນລູກຊາຍຂອງເນທາລີຢາເປັນເຈົ້າຫນ້າທີ່ກອງທັບຈາກຢູດາ ຜູ້ທີ່ໄດ້ນຳກຸ່ມຜູ້ຊາຍໄປຂ້າ​ຜູ້​ວ່າ​ລາດ​ຊະ​ການ​ຜູ້​ທີ່​ຖຶກ​ແຕ່ງ​ຕັ້ງ​ໂດຍ​ກະ​ສັດເນ​ບູ​ກາ​ເນັດ​ຊາ.
  • ມີ​ຜູ້​ຊາຍ​ອີກ​ສີ່​ຄົນ​ທີ່​ມີ​ຊື່​ວ່າ​ອິດ​ຊະ​ມາ​ເອນ​ໃນ​ພ​ັນ​ທະ​ສັນ​ຍາ​ເດີມ

ອິດ​ຊາຄາ

ຂໍ້ເທັດຈິງ

ອິດ​ຊາຄາເປັນລູກຊາຍຄົນທີຫ້າຂອງຢາໂຄບ ແມ່ຂອງເຂົາຄື ເລອາ.

  • ເຜົ່າອິດຊາຄາເປັນນື່ງໃນສິບສອງເຜົ່າຂອງອິດສະຣາເອນ.
  • ແຜ່ນດິນຂອງອິດຊາຄາຖືກລ້ອມຮອບດ້ວຍເນັບທາລີ,ເຊບູໂລນ,ມານາເຊ,ແລະກາດ.
  • ແຜ່ນດິນນີ້ຕັ້ງຢູ່ທາງທິດໃຕ້ຂອງທະເລກາລີເລ.

ອີໂກນິອົມ

ຂໍ້ເທັດຈິງ

ອີໂກນິອົມເປັນເມືອງໃນທາງໃຕ້ຂອງພາກກາງຊຶ່ງປັດຈຸບັນນີ້ຄືປະເທດຕຸ​ຣະກີ

  • ໃນການເດີນທາງເປັນມິດເຊັນນາລີຄັ້ງທຳອິດຂອງອາຈານໂປໂລ ເພິ່ນແລະບາ​ຣະນາບາໄດ້ເດີນທາງໄປຍັງເມືອງອີໂກນິອົມຫລັງຈາກທີ່ພວກຢີວໄດ້ບັງຄັບໃຫ້ພວກເຂົາອອກຈາກເມືອງອັນຕີໂອເຂຍ
  • ແລ້ວຄົນຢີວແລະຄົນຕ່າງຊາດທີ່ບໍ່ເຊື່ອໃນເມືອງອີໂກນິອົມພວກເຂົາວາງແຜນທີ່ຈະເອົາກ້ອນຫີນຄ່ວາງ​ໃ່​ສ່ໂປໂລແລະເພື່ອນຮ່ວມງານຂອງເຂົາ ແຕ່ພວກເ​ຂົາໄດ້ຫລົບໜີໄປຍັງເມືອງໃກ້ຄຽງທີ່ຊື່ລິສະຕຣາ
  • ຫລັງຈາກນັ້ນຜູ້ຄົນຈາກເມືອງອັນຕີໂອເຂຍໄດ້ມາຍັງເມືອງລິສະຕຣາແລະຍົວະໃຫ້ຜູ້ຄົນທີ່ນັ້ນເອົາກ້ອນຫີນຄ່ວາງໃສ່ໂປໂລ

ອີຊາກ

ຂໍ້ເທັດຈິງ

ອີຊາກເປັນລູກຊາຍຄົນດຽວຂອງອັບລາຮາມແລະຊາຣາ.ພຣະເຈົ້າໄດ້ຊົງສັນຍາວ່າຈະປະທານບຸດຊາຍໃຫ້ແກ່ພວກເຂົາເຖີງແມ່ນວ່າພວກເຂົາຈະເຖົ້າແກ່ແລ້ວ.

  • ຊື່ "ອີຊາກ " ຫມາຍຄວາມວ່າ "ເຂົາຫົວຂວັນ " ເມື່ອພຣະເຈົ້າກ່າວກັບອັບລາຮາມວ່າເຂົາແລະຊາລາຈະມີບຸດຊາຍ, ອັບລາຮາມໄດ້ຫົວຂວັນ ເພາະເຂົາທັງສອງເຖົ້າແກ່ຫລາຍແລ້ວ. ຕໍ່ມາພາຍຫລັງ,ຊາຣາກໍໄດ້ຫົວຂວັນ ເຫມືອນກັນເມື່ອເຂົາໄດ້ຮູ້ຈັກຂ່າວນີ້.
  • ແຕ່ພຣະເຈົ້າຊົງເຮັດໃຫ້ຄຳສັນຍາຂອງພຣະອົງສຳເລັດແລະອີຊາກກໍໄດ້ເກີດໃຫ້ອັບລາຮາມແລະຊາຣາໃນຊ້ວງພວກເຂົາຍັງເຖົ້າແກ່.
  • ພຣະເຈົ້າໄດ້ຊົງບອກອັບລາຮາມວ່າພັນທະສັນຍາທີ່ພຣະອົງໄດ້ເຮັດກັບອັບລາຮາມຈະເປັນຂອງອີຊາກແລະຜູ້ສຶບເຊື້ອສາຍຂອງເຂົາຕລອດການ.
  • ເມື່ອອີຊາກເປັນຫມຸ່ມ,ພຣະເຈົ້າຊົງທົດສອບຄວາມເຊື່ອຂອງອັບລາຮາມໂດຍສັ່ງເຂົາໃຫ້ຖວາຍບູຊາອີຊາກ.
  • ລູກຂອງອີຊາກຄືຢາໂຄບຜູ້ຊຶ່ງມີລູກຊາຍສິບສອງຄົນ ພາຍຫລັງເຊື້ອສາຍຂອງພວກເຂົາໄດ້ກາຍມາເປັນສິບສອງເຜົ່າຂອງຊົນຊາດອິສລະເອນ.

ອຸດຊີຢາ, ອາຊາຣິຢາ

ຂໍ້ເທັດຈິງ

ອຸດຊີຢາໄດ້ກາຍເປັນກະສັດຢູດາຕອນທ່ານອາຍຸ 16 ປີແລະຄອງລາດຢູ່ 52 ປີ, ຊຶ່ງເປັນຣາດຊະການທີ່ຍາວນານຜິດປົກກະຕິ. ອຸດຊີຢາຍັງເປັນທີ່ຮູ້ຈັກໃນຊື່ "ອາຊາຣິຢາ."

  • ກະສັດອຸດຊີຢາເປັນທີ່ຮູ້ຈັກໃນເລື່ອງທະຫານທີ່ມີການຈັດການແລະຊ່ຽວຊານໃນການສູ້ຮົບ. ທ່ານມີຫໍຄອຍທີ່ສ້າງຂຶ້ນເພື່ອປົກປ້ອງເມືອງແລະມີອາວຸດສົງຄາມທີ່ອອກແບບມາເປັນພິເສດເພື່ອໃຊ້ຂຶ້ນຂີ່ພວກມັນເພື່ອຍິງລູກສອນແລະໂຢນກ້ອນຫີນຂະໜາດໃຫຍ່ໄດ້ສະດວກ.
  • ຕາບເທົ່າທີ່ອຸດຊີຢາປົນນິບັດຮັບໃຊ້ພຣະເຈົ້າ, ເຂົາກໍ່ຊົງຈະເລີນຂຶ້ນ. ໃນຊ່ວງໃກ້ຈະສິ້ນຣາດຊະການຂອງເຂົາ, ຢ່າງໃດກໍຕາມ, ອຸດຊີຢາກັບອວດດີຈອງຫອງແລະບໍ່ເຊື່ອຟັງພຣະເຈົ້າດ້ວຍການເຜົາເຄື່ອງຫອມໃນພຣະວິຫານ, ຊຶ່ງມີພຽງປະໂຣຫິດເທົ່ານັ້ນທີ່ໄດ້ຮັບອະນຸຍາດກະທຳໄດ້.
  • ເພາະຄວາມບາບນີ້ອຸດຊີຢາໄດ້ປ່ວຍເປັນພະຍາດຂີ້ທູດແລະຕ້ອງມີຊີວິດທີ່ແຍກຕັວອອກຈາກຄົນອື່ນຕະຫລອດສິ້ນຣາດຊະການຂອງເຂົາ.

ອູຣິຢາ

ຂໍ້ເທັດຈິງ

ອູຣິຢາເປັນຄົນຊອບທຳແລະເປັນໜຶ່ງໃນທະຫານທີ່ດີທີ່ສຸດຂອງກະສັດດາວິດ. ທ່ານໄດ້ຮັບອ້າງອີງສະເໝີວ່າເປັນ "ອູຣິຢາຊາວຮິດຕີ."

  • ອູຣິຢາມີພັນລະຍາທີ່ງາມຫລາຍຊື່ບັດເຊບາ.
  • ດາວິດຊົງປະພຶດລ່ວງປະເວນີກັບພັນລະຍາຂອງອູຣິຢາ, ແລະນາງຕັ້ງໄດ້ທ້ອງມີລູກກັບດາວິດ.
  • ເພື່ອປົກປິດບາບນີ້, ດາວິດເຮັດໃຫ້ອູຣິຢາຖືກຂ້າຕາຍໃນສົງຄາມ. ແລ້ວດາວິດຈຶ່ງແຕ່ງງານກັບບັດເຊບາ.
  • ຊາຍອີກຄົນໜຶ່ງຊື່ວ່າອູຣິຢາ ເປັນປະໂຣຫິດໃນຊ່ວງສະໄໝກະສັດອາຮາບ.

ອົມຣີ

ຂໍ້ເທັດຈິງ

ອົມຣີ ເປັນຜູ້ບັນຊາການກອງທັບ ຜູ້ທີ່ໄດ້ກາຍເປັນກະສັດ ຜູ້ທີ່ຫົກ ຂອງອິສະຣາເອນ.

  • ກະສັດ ອົມຣີ ຊົງຄອບຄອງ 12 ປີ ໃນເມືອງຕີຣະຊາ.
  • ເຊັ່ນດຽວກັບ ກະສັດທຸກພຣະອົງ ກ່ອນໜ້າພຣະອົງ, ກະສັດອົມຣີ ຊົງເປັນກະສັດ ທີ່ຊົ່ວຮ້າຍຫລາຍ ທີ່ໄດ້ນຳປະຊາກອນອິສະຣາເອນ ໃຫ້ນະມັດສະການພຣະອື່ນ.
  • ອົມຣີ ຢັງເປັນບິດາ ຂອງກະສັດອາຮາບ ອີກດ້ວຍ.

ເອກໂຣນ

ຂໍ້ເທັດຈິງ

ເອກໂຣນເປັນເມືອງໃຫຍ່ຂອງຟິລິດສະຕິນ, ຊຶ່ງຢູ່ຫ່າງຈາກທະເລເມດີເເຕຣາເນປະມານ 14 ກິໂລແມັດ.

  • ວິຫານຂອງພະທຽມບາອານ - ເຊບຸບ ຕັ້ງຢູ່ທີ່ເອກໂຣນ.
  • ເມື່ອຟີລິດສະຕິນໄດ້ຍຶດເອົາຫີບພັນທະສັນຍາ, ເຂົາເອົາໄປຍັງເມືອງອາສະໂດດ, ດ້ວຍສາເຫດນີ້ເອງພຣະເຈົ້າຈຶ່ງເຮັດໃຫ້ຫລາຍຄົນເຈັບປ່ວຍແລະຕາຍຢູ່ໃນເມືອງຕ່າງໆ ທີ່ຫີບພັນທະສັນຍາໄດ້ຍ້າຍໄປຕັ້ງຢູ່. ໃນທີ່ສຸດຄົນຟິລິດສະຕິນກໍສົ່ງຫີບພັນທະສັນຍາກັບຄືນໄປຍັງອິດສະຣາເອນ.
  • ເມື່ອກະສັດອາຮາຊີຢາຕົກຈາກຫລັງຄາພຣະຣາຊວັງຂອງເພິ່ນແລະໄດ້ຮັບບາດເຈັບ, ເພິ່ນໄດ້ເຮັດບາບດ້ວຍການປຶກສາຈາກພະບາອານ - ຊາບຸບ ແຫ່ງເອກໂຣນວ່າເພິ່ນຈະຕາຍຫລືບໍຈາກການບາດເຈັບຂອງເພິ່ນ. ຍ້ອນບາບນີ້ເອງ, ພຣະຢາເວໄດ້ກ່າວວ່າເພິ່ນຕ້ອງຕາຍແນ່ນອນ.

ເອສະເທີ

ຂໍ້ເທັດຈິງ

ເອສະເທີເປັນຍິງຊາວຢິວທີ່ໄດ້ເປັນຣາຊິນີແຫ່ງຣາຊອານາຈັກເປີເຊຍ ໃນຊ່ວງເວລາທີ່ພວກຢິວຖືກກວາດຕ້ອນໄປເປັນຊະເລີຍໃນປະເທດບາບີໂລນ.

  • ພຣະທຳເອສະເທີໄດ້ເລົ່າເລື່ອງລາວຂອງເອສະເທີທີ່ນາງໄດ້ກາຍເປັນຣາຊິນີຂອງເຊເຊັດກະສັດເປີເຊຍ ແລະວິທີທີ່ພຣະເຈົ້າໄດ້ໃຊ້ນາງໃຫ້ຊ່ວຍປະຊາຊົນຂອງນາງ.
  • ເອສະເທີເປັນລູກກຳພ້າທີ່ມໍເດໄກຊຶ່ງເປັນພີ່ນ້ອງຜູ້ສູງອາຍຸທີ່ມີຄວາມເຊື່ອໃນພຣະເຈົ້າ, ໄດ້ເອົາມາລ້ຽງ.
  • ຍ້ອນວ່ານາງເຊື່ອຟັງມໍເດໄກພໍ່ລ້ຽງຂອງນາງຈຶ່ງຊ່ວຍໃຫ້ນາງມີຄວາມເຊື່ອໃນພຣະເຈົ້າ.
  • ເອສະເທີໄດ້ເຊື່ອຟັງພຣະເຈົ້າແລະໄດ້ສ່ຽງຊີວິດເພື່ອຊ່ວຍພວກຢິວ, ທີ່ເປັນຊົນຊາດຂອງນາງ.
  • ເລື່ອງລາວຂອງເອສະເທີ ຊີ້ໃຫ້ເຫັນເຖິງການຄຸ້ມຄອງຂອງພຣະເຈົ້າທີ່ຢູ່ເໜືອເຫດການໃນປະຫວັດສາດ, ໂດຍສະເພາະແລ້ວ ແມ່ນວິທີທີ່ພຣະອົງປົກຄອງໄພ່ພົນຂອງພຣະອົງແລະໄດ້ທຳງານຜ່ານຜູ້ທີ່ເຊື່ອຟັງພຣະອົງ.

ເອຊະຣາ

ຂໍ້ເທັດຈິງ

ເອຊະຣາເປັນປະໂຣຫິດອິດສະຣາເອນແລະຮອບຮູ້ດ້ານກົດໝາຍຂອງຄົນຢິວ ເປັນຜູ້ຈົດບັນທຶກປະຫວັດສາດການກັບຄືນສູ່ນະຄອນເຢຣູຊາເລັມຂອງຄົນອິດສະຣາເອນ ຈາກນະຄອນບາບີໂລນທີ່ພວກເຂົາໄດ້ຖືກຈັບໄປເປັນຊະເລີຍຢູ່ທີ່ນັ້ນເປັນເວລາເຖິງ 70 ປີ.

  • ເອຊະຣາໄດ້ຈົດບັນທຶກປະຫວັດສາດຂອງຄົນອິດສະຣາເອນ ຕອນນີ້ຢູ່ໃນພຣະທໍາເອຊະຣາ. ແລະລາວຍັງໄດ້ຂຽນພຣະທໍາເນເຫມີຢາ, ຕັ້ງແຕ່ພຣະທໍາເຫລັ້ມນີ້ຍັງເປັນເຫລັ້ມດຽວກັນກັບ ພຣະທໍາເນເຫມີຢາ.
  • ເມື່ອເອຊະຣາໄດ້ກັບມາຍັງນະຄອນເຢຣູຊາເລັມແລ້ວ ລາວໄດ້ສ້າງຕັ້ງພຣະບັນຍັດຂຶ້ນໃໝ່, ຕັ້ງແຕ່ຕອນທີ່ຄົນອິດສະຣາເອນບໍ່ເຊື່ອຟັງພຣະບັນຍັດເລື່ອງວັນສະບາໂຕ ແລະໄດ້ແຕ່ງງານກັບຍິງທີ່ນັບຖືສາສະໜາອື່ນ.
  • ເອຊະຣາຍັງໄດ້ຊ່ວຍສ້ອມແປງພຣະວິຫານທີ່ຖືກທໍາລາຍໂດຍພວກບາບີໂລນຕອນທີ່ພວກເຂົາເຂົ້າຢຶດຄອງນະຄອນເຢຣູຊາເລັມ.
  • ຍັງມີຊາຍອີກສອງຄົນຊື່ເອຊະຣາທີ່ຖືກເວົ້າເຖິງໃນພັນທະ ສັນຍາເດີມ.

ເອຊາຢາ

ຂໍ້ເທັດຈິງ

ເອຊາຢາເປັນຜູ້ປະກາດພຣະຄຳຂອງພຣະເຈົ້າຜູ້ປະກາດພຣະຄຳໃນຊ້ວງການຄອງລາດຂອງກະສັດສີ່ອົງ ຂອງ ຢູດາ ຄື :ອຸດຊີຢາ,ໂຢທາມ,ອາ​ຮາດ,ແລະ ເຮເຊກີຢາ.

  • ເຂົາໄດ້ອາໃສຢູ່ໃນກຸງເຢຣູຊາເລັມ ໃນຊ່ວງເວລາທີ່ອັດຊີເຣຍກຳລັງໂຈມຕີເມືອງຫຼວງ.ລະຫວ່າງການປົກຄອງຂອງເຫເຊກີຢາ.
  • ໃນພັນທະສັນຍາເດີມພຮະຄຳເອຊາຢາເປັນຫນັງສືສຳຄັນໃນພຣະຄຳພີ.
  • ເອຊາຢາຂຽນຖ້ອຍຄຳທີ່ປະກາດພຣະຄຳຫລາຍທີ່ສຸດທີ່ໄດ້ເກີດຂື້ນຈິງໃນຂະນະທີ່ເຂົາຍັງມີຊີວິດຢູ່.
  • ເອຊາຢາເປັນທີ່ຮູ້ຈັກຈາກຖ້ອຍຄຳທີ່ປະກາດພຣະຄຳທີ່ເຂົາຂຽນກ່ຽວກັບພຣະເມຊີອາທີ່ເກີດຂື້ນຈິງ 700 ປີຕໍ່ມາເມື່ອພຣະເຢຊູໄດ້ຊົງມີຊີວິດຢູ່ໃນໂລກນີ້.
  • ພຣະເຢຊູແລະສາວົກຂອງພຣະອົງໄດ້ອ້າງເຖີງຖ້ອຍຄຳທີ່ປະກາດພຣະຄຳຂອງເອຊາຢາເພື່ອສອນຜູ້ຄົນກ່ຽວກັບພຣະເມຊີອາ.

ເອຊາຣິຢາ

ຂໍ້ເທັດຈິງ

ອາຊາຣິຢາ ເປັນຊື່ຂອງຜູ້ຊາຍຫລາຍຄົນໃນພັນທະສັນຍາເດີມ.

  • ອາຊາຣິຢາ ຄົນໜຶ່ງເປັນທີ່ຮູ້ຈັກກັນດີໃນຊື່ພາສາບາບີໂລນວ່າ ອາບັນເນໂກ ເຂົາເປັນໜຶ່ງໃນຄົນອິສະຣາເອນຫລວງຫລາຍທີ່ມາຈາກຢູດາ ຜູ້ທີ່ຖືກຈັບໄປເປັນຊະເລີຍໂດຍກອງທັບຂອງເນບູກາດເນັດຊາ ແລະຖືກນຳໄປຢູ່ໃນກຸງບາບີໂລນ. ອາຊາຣິຢາແລະເພື່ອນຄົນອິສະຣາເອນຂອງລາວຄືຮານັັນຢາ ແລະມີຊາເອນໄດ້ປະຕິເສດທີ່ຈະນະມັດສະການກະສັດບາບີໂລນ.ດັ່ງນັ້ນພວກເຂົາຈິ່ງຖືກໂຍນເຂົ້າເຕົາໄຟເພື່ອເປັນການລົງໂທດ, ແຕ່ພຣະເຈົ້າຊົງໄດ້ຄຸ້ມຄອງພວກເຂົາ ແລະພວກເຂົາບໍ່ໄດ້ຮັບບາດເຈັບໃດໆເລີຍ.
  • ອຸດຊີຢາ ກະສັດຂອງຢູດາກໍໄດ້ເອີ້ນວ່າ " ອາຊາຣິຢາ " ດ້ວຍ

ອາຊາຣິຢາອີກຄົນໜຶ່ງເປັນມະຫາປະໂລຫິດໃນພັນທະສັນຍາເດີມ.

  • ໃນສະໄໝຂອງຜູ້ປະກາດພຣະວັດຈະນະເຢເຣມີຢາ, ມີຊາຍຄົນໜຶ່ງຊື່ ອາຊາຣິຢາ ໄດ້ຊັກຊວນໃຫ້ຄົນອິສະຣາເອນບໍ່ເຊື່ອຟັງພຣະເຈົ້າໂດຍການໃຫ້ລະຖິ້ມບ້ານເກີດຂອງຕົນເອງ.

ເອຊາວ

ຂໍ້ເທັດຈິງ

ເອຊາວ ເປັນລູກຝາແຝດຄົນໜຶ່ງຂອງອີຊາກກັບເຣເບກາ. ລາວເປັນລູກທີ່ເກີດກ່ອນ. ນ້ອງຊາຍຝາແຝດຂອງລາວຊື່ຢາໂຄບ.

  • ເອຊາວຂາຍສິດລູກກົກໃຫ້ຢາໂຄບຜູ້ເປັນນ້ອງຊາຍເພື່ອ ປ່ຽນກັບແກງໝາກຖົ່ວແດງພຽງຖ້ວຍດຽວ.
  • ເພາະວ່າເອຊາວເປັນລູກກົກ, ອີຊາກພໍ່ຂອງລາວຕັ້ງຄວາມຫວັງໄວ້ວ່າຈະອວຍພອນໃຫ້ລາວເປັນພິເສດ. ແຕ່ຢາໂຄບໄດ້ຫລອກລວງອີຊາກ ໃຫ້ຜູ້ເປັນພໍ່ອວຍພອນຕົນເອງແທນ. ຕອນທຳອິດເອຊາວຄຽດຮ້າຍຫລາຍເອຊາວຢາກຂ້າຢາໂຄບ, ແຕ່ພາຍຫລັງມາເອຊາວໄດ້ໃຫ້ອະໄພແກ່ຢາໂຄບ.
  • ເອຊາວມີລູກຫລານຢ່າງຫລວງຫລາຍ, ແລະລູກຫລານເຫລົ່ານັ້ນໄດ້ລວມກັນເຂົ້າເປັນປະຊາຊົນກຸ່ມໃຫຍ່ທີ່ອາໄສຢູ່ໃນແຜ່ນດິນການາອານ.

ເອເຊກຽນ

ຂໍ້ເທັດຈິງ

ເອເຊກຽນເປັນຜູ້ປະກາດພຣະທໍາຂອງພຣະເຈົ້າໃນຊ່ວງເວລາທີ່ຖືກເນລະເທດ ເມື່ອຄົນຢິວຈໍານວນຫລາຍຖືກກວາດຕ້ອນໄປຍັງນະຄອນບາບີໂລນ.

  • ເອເຊກຽນແມ່ນປະໂຣຫິດຄົນໜຶ່ງທີ່ອາໄສຢູ່ໃນອານາຈັກຢູດາ ເມື່ອລາວແລະບັນດາຄົນຢິວຖືກຈັບໄປໂດຍກອງທັບບາບີໂລນ.
  • ເປັນເວລາຫລາຍກວ່າຊາວປີ, ເອເຊກຽນແລະເມຍຂອງລາວໄດ້ອາໄສຢູ່ໃນນະຄອນບາບີໂລນໃກ້ກັບແມ່ນໍ້າ, ແລະຄົນຢິວໄດ້ມາຫາລາວເພື່ອຟັງຖ້ອຍຄໍາຈາກພຣະເຈົ້າ.
  • ຖ່າມກາງສິ່ງອື່ນໆ, ເອເຊກຽນໄດ້ທໍານວາຍເລື່ອງການທໍາລາຍ ແລະການສ້ອມແປງນະຄອນເຢຣູຊາເລັມແລະພຣະວິຫານ.
  • ລາວໄດ້ທໍານວາຍພຣະທໍາເຖິງອານາຈັກຂອງພຣະເມຊີອາໃນ ອະນາຄົດອີກດ້ວຍ.

ເອເດນ, ສວນເອເດນ

ຂໍ້ເທັດຈິງ

ໃນສະໄໝບູຮານ, ເອເດນເປັນພື້ນທີ່ທີ່ມີສວນພຣະເຈົ້າຊົງໃຫ້ຊາຍແລະຍິງຄູ່ທໍາອິດອາໄສຢູ່.

  • ສວນທີ່ອາດາມແລະເອວາອາໄສຢູ່ເປັນພຽງສ່ວນໜຶຶ່ງຂອງເອເດນເທົ່ານັ້ນ.
  • ບ່ອນຢູ່ທີ່ແນ່ນອນຂອງບໍລິເວນເອເດນນັ້ນບໍ່ແນ່ນອນ, ແຕ່ວ່າແມ່ນໍ້າຕິກຣິດແລະແມ່ນເອີຟຣັດໄຫລຜ່ານທີ່ນີ້.
  • ຄໍາວ່າ "ເອເດນ" ມາຈາກຄໍາພາສາເຮັບເຣີທີ່ມີຄວາມໝາຍວ່າ "ນໍາມາຊຶ່ງຄວາມຊົມຊື່ນຍິນດີ."

ເອໂດມ, ຊາວເອໂດມ, ອີດູເມຍ

ຂໍ້ເທັດຈິງ

ເອໂດມແມ່ນອີກຊື່ໜຶ່ງຂອງເອຊາວ. ຜືນດິນທີ່ລາວອາໄສຢູ່ເປັນທີ່ຮູ້ຈັກກັນໃນຊື່ວ່າ "ເອໂດມ" ແລະພາຍຫລັງມາ, ໄດ້ເອີ້ນວ່າ "ອີດູເມຍ." "ຊາວເອໂດມ" ເປັນເຊື້ອສາຍຂອງເອຊາວ.

  • ບ່ອນຢູ່ຂອງເອໂດມໄດ້ປ່ຽນໄປບ່ອນໃໝ່. ສ່ວນໃຫຍ່ແມ່ນຕັ້ງຢູ່ທາງພາກໃຕ້ຂອງອິດສະຣາເອນ ແລະຂະຫຍາຍເຂົ້າໄປທາງໃຕ້ຂອງຢູດາ.
  • ໃນສະໄໝພັນທະສັນຍາໃໝ່, ເອໂດມມີເນື້ອທີ່ກວມໄປທາງໃຕ້ຂອງແຂວງຢູດາ. ຄັ້ງໜຶ່ງພວກກຣີກໄດ້ເອີ້ນເອໂດມວ່າ "ອີດູເມຍ."
  • ຊື່ເອໂດມໝາຍເຖິງ "ສີແດງ," ຊຶ່ງອ້າງເຖິງຄວາມຈິງທີ່ວ່າເອຊາວຖືກຫົ່ມດ້ວຍຂົນສີແດງຕອນທີ່ລາວເກີດໃໝ່. ຫລືອາດຈະເວົ້າເຖິງຖົ່ວແດງຕົ້ມ ທີ່ເອຊາວໄດ້ປ່ຽນເອົາສິດທິອ້າຍກົກຂອງລາວ.
  • ໃນພັນທະສັນຍາເດີມ, ປະເທດເອໂດມໄດ້ຖືກເວົ້າເຖິງວ່າເປັນສັດຕູຂອງອິດສະຣາເອນ.
  • ພຣະທໍາໂອບາດີຢາໝົດທັງເຫລັ້ມເປັນເລື່ອງກ່ຽວກັບການທໍາລາຍເອໂດມ. ແລະຜູ້ປະກາດພຣະທໍາໃນພັນທະສັນຍາເດີມເຫລັ້ມອື່ນໆ ຍັງໄດ້ທໍານວາຍໃນທາງລົບຕໍ່ຕ້ານເອໂດມ.

ເອທິໂອເປຍ, ຊາວເອທິໂອເປຍ

ຂໍ້ເທັດຈິງ

ເອທິໂອເປຍ ເປັນປະເທດໃນອາຟິກກາ ຕັ້ງຢູ່ທາງພາກໃຕ້ຂອງປະເທດເອຢິບ, ມີແມ່ນໍ້ານິນເປັນເຂດແດນທາງຕາາເວັນຕົກ ແລະທະເລແດງຢູ່ທາງທິດຕາເວັນອອກ. ຄົນທີ່ມາຈາກເອທິໂອເປຍເອີ້ນວ່າ "ຊາວເອທິໂອເປຍ."

  • ເອທິໂອເປຍບູຮານຕັ້ງຢູ່ທາງໃຕ້ຂອງປະເທດເອຢິບ ແລະລວມໄປເຖິງດິນແດນທີ່ເປັນສ່ວນໜຶ່ງຂອງຫລາຍປະເທດຂອງອາຟິກກາເຊັ່ນ ຊູດານ, ເອທິໂອເປຍປະຈຸບັນ, ໂໍຊມາເລຍ, ເຄນຢາ, ຢູການດາ, ສາທາລະນະລັດອາຟິກກາກາງ, ແລະ ຊາດ.
  • ໃນພຣະຄໍາພີ, ເອທິໂອເປຍ ລາງເທື່ອຖືກເອີ້ນວ່າ "ຄູດ" ຫລື "ນູເບຍ."
  • ປະເທດເອທິໂອເປຍ(ຄູດ) ແລະເອຢິບ ມັກຈະຖືກເອີ້ນລວມ ກັນໃນພຣະຄໍາພີ, ລາງເທື່ອອາດຈະເປັນເພາະວ່າປະເທດທັງສອງຢູ່ຕິດກັນ ແລະປະຊາຊົນຂອງທັງສອງປະເທດອາດຈະມີບັນພະບູລຸດດຽວກັນ.
  • ພຣະເຈົ້າຊົງໄດ້ສົ່ງຟີລິບຜູ້ປະກາດຂ່າວປະເສີດໄປຍັງທະເລ ຊາຍບ່ອນທີ່ລາວໄດ້ແບ່ງປັນຂ່າວປະເສີດເລື່ອງພຣະເຢຊູກັບຄົນເທືອຍຊາວເອທິໂອເປຍ.

ເອນເກດີ

ຂໍ້ເທັດຈິງ

ເອນເກດີເປັນຊື່ຂອງເມືອງທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານທາງຕາເວັນອອກສ່ຽງເໜືອຂອງນະຄອນເຢຣູຊາເລັມ.

  • ເອນເກດີຕັ້ງຢູ່ທາງຝັ່ງຕາເວັນຕົກຂອງທະເລເກືອ.
  • ພາກສ່ວນໜຶ່ງຂອງຊື່ໝາຍເຖິງ "ນໍ້າພຸ," ອ້າງເຖິງນໍ້າພຸທີ່ໄຫລລົງມາຈາກເມືອງໄປສູ່ທະເລ.
  • ເອນເກດີເປັນທີ່່ຮູ້ຈັກດີເພາະວ່າມີໄຮ່ອະງຸ່ນທີ່ສວຍງາມແລະດິນທີ່ອຸດົມສົມບູນ, ຊຶ່ງອາດຈະເປັນຍ້ອນວ່ານໍ້າໄດ້ຫົດດິນຕອນນັ້ນຢ່າງຕໍ່ເນື່ອງໂດຍນໍ້າພຸນັ້ນ.
  • ມີທີ່ໝັ້ນໃນເອນເກດີຊຶ່ງດາວິດໄດ້ໜີໄປລີ້ຢູ່ເມື່ອລາວຖືກກະສັດໂຊນຕິດຕາມໄລ່ລ້າ.

ເອໂນດ

ຂໍ້ເທັດຈິງ

ເອໂນດແມ່ນຊື່ຂອງຊາຍສອງຄົນໃນພັນທະສັນຍາເດີມ.

  • ຊາຍຄົນໜຶ່ງຊື່ເອໂນດໄດ້ສືບເຊື້ອສາຍມາຈາກເຊດ ລາວເປັນປູ່ທວດຂອງໂນອາ.
  • ເອໂນດເປັນຄົນທີ່ມີຄວາມໃກ້ຊິດກັບພຣະເຈົ້າ ແລະເມື່ອລາວອາຍຸໄດ້ 365 ປີ, ພຣະເຈົ້າໄດ້ຮັບລາວຂຶ້ນສະຫວັນໂດຍທີ່ບໍ່ຕ້ອງຜ່ານຄວາມຕາຍ.
  • ຜູ້ຊາຍອີກຄົນໜຶ່ງທີ່ຊື່ເອໂນດຊຶ່ງເປັນລູກຊາຍຂອງກາອິນ.

ເອຟຣາທາ, ຄົນເອຟຣາທາ

ຂໍ້ເທັດຈິງ

ເອຟຣາທາແມ່ນຊື່ຂອງເມືອງແລະແຂວງທາງພາກເໜືອຂອງອິດສະຣາເອນ. ໃນເວລາຕໍ່ມາເມືອງເອຟຣາທາໄດ້ຖືກເອີ້ນວ່າ "ເບັດເລເຮັມ" ຫລື "ເອຟຣາທາ-ເບດເລເຮັມ."

  • ເອຟຣາທາແມ່ນຊື່ລູກຊາຍຄົນໜຶ່ງຂອງກາເຫລັບ ເມືອງເອຟຣາທາອາດຈະໄດ້ຊື່ຕາມຊື່ຂອງລາວ.
  • ຄົນທີ່ມາຈາກເມືອງເອຟຣາທາຖືກເອີ້ນວ່າ "ຄົນເອຟຣາທາ."
  • ໂບອາດ, ປູ່ທວດຂອງດາວິດ, ເປັນຄົນເອຟຣາທາ.

ເອຟຣາອິມ

ຂໍ້ເທັດຈິງ

ເອຟຣາອິມເປັນລູກຊາຍຄົນໜຶ່ງຂອງໂຢເຊບ. ເຊື້ອສາຍຂອງລາວ, ແມ່ນເຜົ່າເອຟຣາອິມ, ແລະເປັນໜຶ່ງໃນສິບສອງເຜົ່າຂອງອິດສະຣາເອນ.

  • ເຜົ່າເອຟຣາອິມເປັນໜຶ່ງໃນສິບສອງເຜົ່າຊຶ່ງຕັ້ງຢູ່ທາງພາກເໜືອຂອງອິດສະຣາເອນ.
  • ລາງເທື່ອຊື່ເອຟຣາອິມຈະຖືກໃຊ້ໃນພຣະຄໍາພີເພື່ອອ້າງເຖິງອານາຈັກທາງພາກເໜືອຂອງອິດສະຣາເອນ. (ເບິ່ງເພີ່ມເຕີມ: [synecdoche](https://git.door43.org/Door43/en-ta-translate-vol2/src/master/content/figs _synecdo che.md))
  • ຈະເຫັນໄດ້ຢ່າງແຈ່ມແຈ້ງວ່າເອຟຣາອິມເປັນພື້ນທີ່ຊຶ່ງເປັນພູ ຫລືຈ້າຍພູ, ດ້ວຍເຫດນີ້ຈຶ່ງເອີ້ນວ່າ "ພູແຫ່ງເອຟຣາອິມ" ຫລື "ເນີນພູເອຟຣາອິມ."

ເອເຟໂຊ

ຂໍ້ເທັດຈິງ

ເມືອງເອເຟໂຊເປັນເມືອງກຣີກບູຮານທີ່ຕັ້ງຢູ່ທາງຝັ່ງຕາເວັນຕົກຊຶ່ງປະຈຸບັນແມ່ນປະເທດຕູລະກີ.

  • ໃນຍຸກສະໄໝເລີ່ມຕົ້ນຂອງຄຣິສຕຽນ, ເອເຟໂຊເປັນເມືອງຫລວງຂອງເອເຊຍຊຶ່ງເປັນແຂວງນ້ອຍໆ, ຂອງຊາວໂຣມັນໃນເວລານັ້ນ.
  • ເພາະສະຖານທີ່ຕັ້ງຂອງເມືອງ, ເມືອງນີ້ຈຶ່ງເປັນສູນກາງການຄ້າຂາຍແລະທ່ອງທ່ຽວທີ່ສໍາຄັນ.
  • ວິຫານຂອງຄົນຕ່າງຊາດທີ່ຮູ້ຈັກກັນດີສໍາລັບການນະມັດສະການ ພະອາເຕມິດ(ໄດອານາ) ຕັ້ງຢູ່ໃນເມືອງເອເຟໂຊ.
  • ໂປໂລໄດ້ອາໄສແລະເຮັດງານຢູ່ໃນເມືອງເອເຟໂຊຫລາຍກວ່າສອງປີ ແລະພາຍຫລັງຈຶ່ງໄດ້ແຕ່ງຕັ້ງຕີໂມທຽວເພື່ອນໍາພາຜູ້ເຊື່ອໃໝ່ຢູ່ທີ່ນັ້ນ.
  • ພຣະທໍາເອເຟໂຊໃນພັນທະສັນຍາໃໝ່ແມ່ນຈົດໝາຍທີ່ໂປໂລໄດ້ຂຽນໄປເຖິງບັນດາຜູ້ທີ່ເຊື່ອໃນເມືອງເອເຟໂຊ.

ເອຢິບ, ຊາວເອຢິບ

ຂໍ້ເທັດຈິງ

ເອຢິບເປັນປະເທດໃນພາກຕາເວັນອອກສ່ຽງເໜືອຂອງທະວີບອາຟິກກາ, ທາງຕາເວັນຕົກສ່ຽງໃຕ້ຂອງແຜ່ນດິນການາອານ. ຄົນເອຢິບເປັນຄົນທີ່ມາຈາກປະເທດເອຢິບ.

  • ໃນສະໄໝບູຮານ, ເອຢິບເປັນປະເທດມະຫາອໍານາດແລະຮັ່ງມີ.
  • ເອຢິບບູຮານແບ່ງອອກເປັນສອງພາກສ່ວນ, ເອຢິບສ່ວນລຸ່ມ(ທາງເໜືອເປັນບ່ອນທີ່ແມ່ນໍ້ານິນໄຫລລົງສູ່ທະເລ) ແລະເອຢິບສ່ວນເທິງ(ທາງໃຕ້). ໃນພັນທະສັນຍາເດີມ, ສ່ວນຕ່າງໆ ເຫລົ່ານີ້ຖືກເວົ້າເຖິງວ່າເປັນ "ເອຢິບ" ແລະ "ປັດໂຣດ" ໃນພາສາຕົ້ນສະບັບດັ້ງເດີມ.
  • ຫລາຍເທື່ອ ເມື່ອເກີດການອຶດອາຫານໃນການາອານ, ບັນພະບຸລຸດອິດສະຣາເອນໄດ້ເດີນທາງໄປປະເທດເອຢິບເພື່ອຊື້ອາຫານສໍາລັບຄອບຄົວຂອງເຂົາເຈົ້າ.
  • ເປັນເວລາຫລາຍຮ້ອຍປີ, ຄົນອິດສະຣາເອນຕົກເປັນທາດໃນເອຢິບ.
  • ໂຢເຊບກັບມາຣີອາ ໄດ້ໄປເອຢິບພ້ອມກັບພຣະກຸມມານເຢຊູ, ເພື່ອປົບໜີຈາກກະສັດເຮໂຣດ.

ເອລາມ

ຂໍ້ເທັດຈິງ

ເອລາມເປັນລູກຊາຍຂອງເຊມແລະເປັນຫລານຂອງໂນອາ.

  • ເຊື້ອສາຍຂອງເອລາມເອີ້ນວ່າ "ເອລາມ" ແລະເຂົາເຈົ້າອາໄສຢູ່ໃນພື້ນທີ່ທີ່ເອີ້ນວ່າ "ເອລາມ."
  • ພື້ນທີ່ຂອງເອລາມຕັ້ງຢູ່ທາງຕາເວັນອອກສ່ຽງໃຕ້ຂອງແມ່ນໍ້າ ຕິກຣິດ, ປະຈຸບັນນີ້ແມ່ນທາງຕາເວັນຕົກຂອງປະເທດອີຫຣ່ານ.

ເອລີຊາ

ຂໍ້ເທັດຈິງ

ເອລີຊາເປັນຜູ້ປະກາດພຣະທຳໃນອິດສະຣາເອນໃນຫລາຍສະໄໝຂອງກະສັດອິດສະຣາເອນຊຶ່ງໄດ້ແກ່: ອາຮາບ, ອາຮາຊີຢາ, ເຢໂຮຣາມ, ເຢຮູ, ເຢໂຮອາຮາດ, ແລະເຢໂຮອາດ.

  • ພຣະເຈົ້າໄດ້ເວົ້າກັບຜູ້ປະກາດພຣະທຳເອລີຢາວ່າ ໃຫ້ເຈີມແຕ່ງຕັ້ງເອລີຊາເປັນຜູ້ປະກາດພຣະທຳ.
  • ເມື່ອເອລີຢາຖືກຮັບຂຶ້ນໄປສະຫວັນໂດຍລົດມ້າໄຟແລ້ວ, ເອລີຊາກໍໄດ້ເປັນຜູ້ປະກາດພຣະທໍາຂອງພຣະເຈົ້າທ່າມກາງບັນດາກະສັດອິດສະຣາເອນ.
  • ເອລີຊາໄດ້ເຮັດການອັດສະຈັນຫລາຍຢ່າງ, ລວມທັງການປິ່ນປົວຜູ້ຊາຍຄົນໜຶ່ງທີ່ເປັນຂີ້ທູດຈາກປະເທດຊີເຣຍໃຫ້ຫາຍດີ ແລະເຮັດໃຫ້ລູກຊາຍຂອງຍິງຄົນໜຶ່ງໃນເມືອງຊູເນມຄືນມາຈາກຕາຍ.

ເອລີຊາເບັດ

ຂໍ້ເທັດຈິງ

ເອລີຊາເບັດເປັນແມ່ຂອງໂຢຮັນຜູ້ໃຫ້ບັບຕິສະມາ. ຜົວຂອງນາງຊື່ເຊຂາຣີຢາ.

  • ເຊຂາຣີຢາແລະເອລີຊາເບັດບໍ່ເຄີຍມີລູກ, ແຕ່ເມື່ອທັງສອງເຖົ້າແກ່ແລ້ວ, ພຣະເຈົ້າໄດ້ສັນຍາກັບເຊຂາຣີຢາວ່າເອລີຊາເບັດຈະເກີດລູກຊາຍຄົນໜຶ່ງ.
  • ພຣະເຈົ້າໄດ້ຮັກສາຄໍາສັນຍາຂອງພຣະອົງ, ແລະອີກບໍ່ດົນເຊຂາຣີຢາແລະເອລີຊາເບັດກໍຈະມີລູກຊາຍ, ແລະນາງຈະໄດ້ຕັ້ງທ້ອງ. ແລະໃຫ້ຊື່ເດັກນ້ອຍນັ້ນວ່າໂຢຮັນ.
  • ເອລີຊາເບັດເປັນພີ່ນ້ອງກັນກັບມາຣີອາ, ແມ່ຂອງພຣະເຢຊູ.

ເອລີຢາ

ຂໍ້ເທັດຈິງ

ເອລີຢາເປັນຜູ້ປະກາດພຣະທໍາທີ່ສໍາຄັນທີ່ສຸດຄົນໜຶ່ງຂອງພຣະເຈົ້າຢາເວ. ເອລີຢາໄດ້ປະກາດພຣະທໍາໃນຊ່ວງຫລາຍສະໄໝຂອງກະສັດອິດສະຣາເອນຫລືຢູດາ, ລວມທັງກະສັດອາຮາບ.

  • ພຣະເຈົ້າໄດ້ເຮັດການອັດສະຈັນຢ່າງຫລວງຫລາຍຜ່ານທາງເອລີຢາ, ລວມທັງການເຮັດໃຫ້ເດັກຊາຍຄົນໜຶ່ງທີ່ຕາຍແລ້ວກັບຄືນມາມີຊີວິດອີກ.
  • ເອລີຢາໄດ້ຕຳນິກະສັດອາຮາບທີ່ນະມັດສະການພະທຽມເທັດ ບາອານ.
  • ເພິ່ນໄດ້ທ້າທາຍຜູ້ປະກາດພຣະທຳຂອງພະບາອານໃຫ້ທົດສອບເພື່ອຈະພິສູດໃຫ້ເຫັນວ່າ ພຣະຜູ້ເປັນເຈົ້າເປັນພຣະເຈົ້າອົງດຽວເທົ່ານັ້ນ.
  • ໃນບັ້ນປາຍຊີວິດຂອງເອລີຢາ, ພຣະເຈົ້າໄດ້ຮັບເອົາເພິ່ນຂຶ້ນໄປສະຫວັນຢ່າງອັດສະຈັນໃນຂະນະທີ່ເພິ່ນຍັງມີຊີວິດຢູ່.
  • ຫລາຍຮ້ອຍປີຕໍ່ມາເອລີຢາ, ພ້ອມດ້ວຍໂມເຊ, ໄດ້ປາກົດຕົວພ້ອມກັບພຣະເຢຊູຢູ່ເທິງພູ ແລະພວກເພິ່ນໄດ້ໂອ້ລົມກັນກ່ຽວກັບຄວາມທຸກທໍລະມານແລະຄວາມຕາຍທີ່ຈະມາເຖິງພຣະເຢຊູໃນນະຄອນເຢຣູຊາເລັມ.

ເອລີອາກິມ

ຂໍ້ເທັດຈິງ

ເອລີອາກິມແມ່ນຊື່ຂອງຊາຍສອງຄົນໃນພັນທະສັນຍາເດີມ.

  • ຊາຍຄົນໜຶ່ງຊື່ເອລີອາກິມເປັນຜູ້ຈັດການພາຍໃຕ້ກະສັດເຮເຊກີຢາ.
  • ຊາຍອີກຄົນໜຶ່ງຊື່ເອລີອາກິມເປັນລູກຊາຍຂອງກະສັດໂຢສີຢາ. ເພິ່ນເປັນກະສັດຂອງຢູດາ. ໂດຍ ເນໂກ ຟາໂຣ, ປະເທດເອຢິບ.
  • ເນໂກ ໄດ້ປ່ຽນຊື່ເອລີອາກິມເປັນເຢໂຮຍອາກິມ.

ເອເລອາຊາ

ຂໍ້ເທັດຈິງ

ເອເລອາຊາແມ່່ນຊື່ຂອງຜູ້ຊາຍຫລາຍຄົນໃນພຣະຄໍາພີ.

  • ເອເລອາຊາເປັນລູກຊາຍຄົນທີສາມຂອງອາໂຣນຜູ້ເປັນອ້າຍຂອງໂມເຊ. ຫລັງຈາກອາໂຣນຕາຍໄປແລ້ວ, ເອເລອາຊາກໍໄດ້ເປັນມະຫາປະໂຣຫິດໃນອິດສະຣາເອນ.
  • ເອເລອາຊາຍັງເປັນຊື່ຂອງ "ນັກຮົບຜູ້ເກັ່ງກ້າອາດຫານ." ຂອງດາວິດ
  • ເອເລອາຊາອີກຄົນໜຶ່ງ ເປັນໜຶ່ງໃນບັນພະບູລຸດຂອງພຣະເຢຊູ.

ເອວາ

ຂໍ້ເທັດຈິງ

ນີ້ແມ່ນຊື່ຂອງຜູ້ຍິງຄົນທໍາອິດ. ຊື່ຂອງລາວມີຄວາມໝາຍວ່າ "ຊີວິດ" ຫລື "ມີຊີວິດ."

  • ພຣະເຈົ້າຊົງໄດ້ສ້າງເອວາຂຶ້ນມາຈາກກະດູກຂ້າງທີ່ພຣະອົງດຶງອອກມາຈາກອາດາມ.
  • ເອວາໄດ້ຖືກສ້າງມາໃຫ້ເປັນ "ຜູ້ຊ່ວຍ." ຂອງອາດາມ ນາງໄດ້ຢູ່ຄຽງຂ້າງອາດາມເພື່ອຊ່ອຍລາວໃນງານທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາເຮັດ.
  • ເອວາໄດ້ຖືກມານຊາຕານຫລອກລວງ(ໃນຮູບແບບຂອງງູ) ແລະນັ້ນແມ່ນການເຮັດບາບເທື່ອທໍາອິດໂດຍການກິນໝາກໄມ້ທີ່ພຣະເຈົ້າຫ້າມບໍ່ໃຫ້ກິນ.

ເອີ

ຂໍ້ເທັດຈິງ

ເອີ ເປັນເມືອງທີ່ມີຄວາມສຳຄັນທາງແຖບແມ່ນ້ຳຢູເຟຕິດໃນເຂດບູຮານຂອງເຄນເດຍ, ຊຶ່ງເຄີຍເປັນສ່ວນໜຶ່ງຂອງເມໂຊໂປຕາເມຍ. ເຂດນີ້ຕັ້ງຢູ່ໃນພື້ນທີ່ຂອງປະເທດອີຣັກໃນປະຈຸບັນ.

  • ອັບຣາຮາມມາຈາກເມືອງເອີແລະຈາກບ່ອນນັ້ນເພາະພຣະເຈົ້າຊົງເອີ້ນໃຫ້ທ່ານຈາກໄປຢັງແຜ່ນດິນການາອານ.
  • ຮາຣານ ນ້ອງຊາຍຂອງອັບຣາຮາມແລະເປັນພໍ່ຂອງໂລດ, ເພີ່ນໄດ້ສິ້ນຊີວິດໃນເມືອງເອີ. ນີ້ບາງທີອາດຈະເປັນສາເຫດເຮັດໃຫ້ໂລດຈາກເມືອງເອີ ໄປກັບອັບຣາຮາມ.

ໂອບາດີຢາ

ຂໍ້ເທັດຈິງ

ໂອບາດີຢາ ເປັນ ຜູ້ປະກາດພຣະທັມ ໃນພັນທະສັນຍາເດີມ ທີ່ເຜີຍພຣະທັມ ຕໍ່ຕ້ານຊາວເມືອງເອໂດມ ເຊິ່ງເປັນລູກຫລານຂອງເອຊາວ ຍັງມີຜູ້ຊາຍອີກ ຫລາຍຄົນ ໃນພັນທະສັນຍາເດີມ ທີ່ມີຊື່ວ່າໂອບາດີຢາ ດ້ວຍ.

  • ພຣະທັມ ໂອບາດີຢາ ເປັນພຣະທັມ ເຫລັ້ມທີ່ສັ້ນທີ່ສຸດ ໃນພັນທະສັນຍາເດີມ ແລະບອກເຖິງ ຄຳທໍານວາຍ ທີ່ໂອບາດີຢາ ໄດ້ຮັບຜ່ານທາງນິມິດ ຈາກພຣະເຈົ້າ.
  • ຍັງບໍ່ເປັນທີ່ຊັດເຈນວ່າ ໂອບາດີຢາ ມີຊີວິດຢູ່ ຫລືເຜີຍພຣະທໍັມເມື່ອໃດ ອາດເປັນຊ່ວງ ການປົກຄອງ ຂອງກະສັດແຫ່ງ ຢູດາຄືກະສັດ ເຢໂຮຣາມ, ອາຮາດຢາ, ໂຢອາດ, ແລະອາທາລິຢາ, ຜູ້ປະກາດພຣະທັມ ດານີເອນ, ເອເຊກຽນ, ແລະເຢເຣມີຢາ ອາດເຮັດການທໍານວາຍ ໃນຊ່ວງເວລາດຽວກັນດ້ວຍ.
  • ໂອບາດີຢາ ອາດມີຊີວິດຢູ່ ໃນຊ່ວງທ້າຍການປົກຄອງ ຂອງເຊເດກີຢາ ແລະຊ່ວງເວລາທີ່ເປັນຊະເລີຍ ໃນບາບີໂລນ.
  • ບຸກຄົນ ອື່ນທີ່ມີຊື່ວ່າ ໂອບາດີຢາ ລວມເຖິງ ຜູ້ສືບເຊື້ອສາຍມາຈາກກະສັດ ໂຊນ, ຜູ້ຊາຍຈາກເຜົ່າກາດ ເຊຶ່ງຕໍ່ມາ ກາຍເປັນຄົນຂອງດາວິດ, ຜູ້ເບິ່ງແຍງພຣະຣາຊະວັັງ ຂອງກະສັດອາຮາບ, ຂ້າຣາຊການ ຂອງກະສັດເຢໂຮຊາຟັດ ເຊິ່ງແມ່ນຜູ້ຊາຍ ທີ່ຊ່ວຍສ້ອມແປງພຣະວິຫານ ໃນສະໄໝຂອງກະສັດ ໂຢສີຢາ; ຜູ້ຊາຍຊາວເລວີ ຜູ້ເຝົ້າປະຕູ ໃນສະໄໝ ຂອງຜູ້ປະກາດພຣະທັມ ເນເຫມີຢາ.
  • ອາດເປັນໄປໄດ້ ຜູ້ຂຽນພຣະທັມ ໂອບາດີຢາ ນັ້ນອາດເປັນຜູ້ຊາຍເຫລົ່ານີ້ຄົນໃດ ຄົນໜຶ່ງ.

ຮ່ອມພູກິດໂຣນ

ຂໍ້ເທັດຈິງ

ຮ່ອມພູກິດໂຣນເປັນຮ່ອມພູທີ່ເລິກເຊິ່ງຢູ່ນອກເມຶອງເຢຣູຊາເລັມ ຢູ່ລະຫວ່າງກຳແພງທາງທິດຕາເວັນອອກແລະພູເຂົາໝາກກອກເທດ.

  • ຮ່ອມພູນີ້ເລິກຫລາຍກວ່າ 1,000 ແມັດ ແລະຍາວປະມານ 32 ກິໂລແມັດ.
  • ເມື່ອກະສັດດາວິດກຳລັງຫລົບຫນີຈາກລູກຊາຍເພີ່ນຄື ອັບຊາໂລມ ພຣະອົງໄດ້ຜ່ານຮ່ອມພູ​ກິດໂຣນເພື່ອໄປເພື່ອໄປພູໝາກກອກເທດ.
  • ກະສັດໂຢຊີຢາແລະກະສັດອາຊາແຫ່ງຢູດາໄດ້ສັ່ງໃຫ້ສະຖານທີ່ສູງແລະແທ່ນບູຊາຂອງພະທຽມຕ້ອງຖຶກທຳລາຍແລະຖຶກເຜົາຖິ້ມ ເຊິ່ງຂີ້ເຖົ່າຖືກຖິ້ມລົງໄປໃນຮ່ອມພູກິດໂຣນ.
  • ໃນຊ່ວງລະຫວ່າງການຄອງລາດຂອງກະສັດເຮເຊກີຢາ ຮ່ອມພູກິດໂຣນຄືສະຖານທີ່ ທີ່ບັນດາປະໂລຫິດປະຖິ້ມທຸກສິ່ງທີ່ບໍ່ບໍລິສູດນັ້ນພວກເຂົາໄດ້ຂັບໄລ່ອອກຈາກພຣະວີຫານ.
  • ພະຣາຊິນີທີ່ຊົ່ວຮ້າຍຄື ອາທາລິຢາ ໄດ້ຖືກສັງຫານໃນຮ່ອມພູນີ້ ເພາະສິ່ງຊົ່ວຮ້າຍທີ່ລາວໄດ້ເຮັດໄປນັ້ນ.

ຮັກກາຍ

ຂໍ້ເທັດຈິງ

ຮັກກາຍເປັນຜູ້ປະກາດພຣະທໍາຂອງຢູດາໃນຊ່ວງເວລາທີ່ຄົນຢິວກັບມາຈາກການຖືກຈັບໄປເປັນຊະເລີຍທີ່ບາບີໂລນ

  • ໃນສະໄໝທີ່ຮັກກາຍປະກາດພຣະທໍາກະສັດອຸດຊີຢາໄດ້ປົກຄອງເໜືອຢູດາ
  • ຜູ້ປະກາດພຣະທຳເຊກາຣີຢາກໍາລັງປະກາດພຣະທຳຢູ່ໃນຊ່ວງເວລານີ້ດ້ວຍ
  • ຮັກກາຍແລະເຊກາຣີຢາໄດ້ປຸກລະດົມຄົນຢິວໃຫ້ສ້າງພຣະວິຫານຂຶ້ນໃໝ່ທີ່ໄດ້ຖືກທໍາລາຍໄປໂດຍຊາວບາບີໂລນທີ່ຢູ່ພາຍໃຕ້ການປົກຄອງຂອງກະສັດເນບູກາເນັດຊາ

ຮັນນາ

ຂໍ້ເທັດຈິງ

ຮັນນາເປັນແມ່ຂອງຜູ້ປະກາດພຣະທຳຊາມູເອນ. ໃນພັນທະສັນຍາເດີມ ນາງເປັນໜຶ່ງໃນພັນລະຍາສອງຄົນຂອງເອນການາ.

  • ຮັນນາບໍ່ສາມາດມີລູກໄດ້, ຊຶ່ງເປັນເລື່ອງເສົ້າຢ່າງຫລາຍສຳລັບນາງ.
  • ໃນພຣະວິຫານ, ຮັນນາໄດ້ອະທິຖານຕໍ່ພຣະເຈົ້າດ້ວຍໃຈຮ້ອນຮົນໃຫ້ພຣະອົງປະທານລູກໃຫ້, ໂດຍປະຕິຍານວ່າຈະມອບຖວາຍລູກໃຫ້ຮັບໃຊ້ພຣະເຈົ້າ.
  • ພຣະເຈົ້າໄດ້ປະທານໃຫ້ຕາມທີ່ນາງຂໍແລະເມື່ອເດັກຊາຍຊາມູເອນໃຫຍ່ພໍແລ້ວ, ນາງໄດ້ພາທ່ານມາຮັບໃຊ້ໃນພຣະວິຫານ.
  • ພຣະເຈົ້າຍັງປະທານລູກຄົນອື່ນໆ ໃຫ້ແກ່ຮັນນາຫລັງຈາກນັ້ນ.

ຮາກາ

ຂໍ້ເທັດຈິງ

ຮາກາເປັນຍິງຊາວເອຢິບທີ່ເປັນທາດຮັບໃຊ້ຂອງນາງຊາຣາຍ.

  • ເມື່ອຊາຣາຍເປັນໝັນບໍ່ສາມາດມີລູກໄດ້, ນາງຈຶ່ງມອບຮາກາໃຫ້ແກ່ອັບຣາມສາມີຂອງຕົນ ເພື່ອໃຫ້ມີລູກແກ່ອັບຣາມ.
  • ຮາກາຕັ້ງທ້ອງແລະໃຫ້ກໍາເນີດລູກຊາຍໃຫ້ແກ່ອັບຣາມ, ຄືອິດຊະມາເອນ.
  • ພຣະເຈົ້າຊົງປົກປ້ອງຄຸ້ມຄອງດູແລຮາກາເມື່ອນາງພົບຄວາມຍາກລໍາບາກໃນທະເລຊາຍແລະໄດ້ສັນຍາວ່າຈະອວຍພອນແກ່ເຊື້ອສາຍຂອງນາງ.

ຮານານີຢາ

ຂໍ້ເທັດຈິງ

ຮານານີຢາເປັນຊື່ຂອງຜູ້ຊາຍຫລາຍຄົນໃນພັນທະສັນຍາເດີມ.

  • ຮານານີຢາເປັນຄົນໜຶ່ງທີ່ເປັນຊະເລີຍອິດສະຣາເອນໃນບາບີໂລນຊື່ຂອງເຂົາໄດ້ປ່ຽນເປັນ "ຊັດລາກ."
  • ເຂົາໄດ້ຮັບຕໍາແໜ່ງເປັນຜູ້ຮັບໃຊ້ກະສັດເນື່ອງຈາກເຂົາມີບຸກຄະລິກລັກສະນະທີ່ເປັນເລີດແລະມີຄວາມສາມາດ.
  • ຄັ້ງໜຶ່ງຮານານີຢາ(ຊັດລາກ)ແລະເພື່ອນຄົນໜຸ່ມຄົນອິດສະຣາເອນອີກສອງຄົນຖືກໂຍນລົງໄປໃນກອງໄຟເຕົາຫລອມເພາະພວກເຂົາປະຕິເສດທີ່ຈະນະມັດສະການກະສັດ ພຣະເຈົ້າຊົງສໍາແດງຣິດອໍານາດຂອງພຣະອົງໂດຍການປົກປ້ອງພວກເຂົາໄວ້ຈາກອັນຕະລາຍ.
  • ມີຊາຍຄົນອື່ນທີ່ຊື່ຮານານີຢາຖືກລຽງລໍາດັບເປັນຜູ້ສືບເຊື້ອສາຍຂອງກະສັດໂຊໂລໂມນ.
  • ຮານານີຢາອີກຄົນໜຶ່ງເປັນຜູ້ປະກາດພຣະທຳເທັດໃນສະໄໝຂອງຜູ້ປະກາດພຣະທໍາເຢເຣມີຢາ.
  • ຜູ້ຊາຍອີກຄົນໜຶ່ງທີ່ຊື່ຮານານີຢາເປັນປະໂຣຫິດຜູ້ທີ່ໄດ້ຊ່ວຍນໍາການສະເຫລີມສະຫລອງລະຫວ່າງຊ່ວງເວລາຂອງເນເຫມີຢາ.

ຮາບາກຸກ

ຂໍ້ເທັດຈິງ

ຮາບາກຸກເປັນຜູ້ປະກາດພຣະຄຳໃນພັນທະສັນຍາເດີມເຊີ່ງໄດ້ມີຊີວິດອາໄສຢູ່ໃນລະຫວ່າງສະໄໝຂອງກະສັດເຢໂຮຢາກີມແຫ່ງເຜົ່າຢູດາ ຜູ້ປະກາດພຣະຄຳເຢເຣມີຢາກໍໄດ້ມີຊີວິດຢູ່ໃນຊ່ວງຂອງເວລານີ້.

  • ຜູ້ປະກາດພຣະຄຳຄົນນີ້ໄດ້ຂຽນໜັງສືຮາບາກຸກກ່ອນທີ່ນະຄອນເຢລູຊາເລັມ

ຈະຖືກຄອບຄອງໂດຍຊາວບາບີໂລນກ່ອນ, ຄ.ສ. 600 ປີ ແລະໄດ້ນຳເອົາປະຊາຊົນຢູດາໄປນຳຢ່າງຫລວງຫລາຍ.

  • ພຣະຢາເວຊົງໃຫ້ຮາບາກຸກໄດ້ທຳນວາຍກ່ຽວກັບ ”ຊາວເຄເດຍ” (ຊາວບາບີໂລນ) ຈະມາມີໄຊຊະນະເໜືອຄົນຢູດາຢ່າງໃດ
  • ໜື່ງໃນຄຳເວົ້າເປັນທີ່ຮູ້ຈັກກັນດີຊື່ງໄດ້ກ່າວວ່າ: ” ຄົນຊອບທຳຈະມີຊີວິດຢູ່ໂດຍຄວາມເຊື່ອຂອງເຂົາ

ຮາມ

ຂໍ້ເທັດຈິງ

ຮາມເປັນລູກຊາຍຄົນທີສອງ ໃນຈໍານວນລູກຊາຍສາມຄົນຂອງໂນອາ.

  • ໃນລະຫວ່າງຊ່ວງເວລານໍ້າຖ້ວມແຜ່ນດິນໂລກນັ້ນ, ຮາມແລະພີ່ນ້ອງຂອງເຂົາຢູ່ກັບໂນອາໃນເຮືອ, ພ້ອມດ້ວຍເມຍຂອງພວກເຂົາ.
  • ຫລັງຈາກນໍ້າຖ້ວມເເຜ່ນດິນໂລກແລ້ວ, ເກີດເຫດການທີ່ຮາມບໍ່ໃຫ້ກຽດແກ່ໂນອາພໍ່ຂອງເຂົາ, ຜົນທີ່ຕາມມາ ໂນອາ. ຈຶ່ງສາບແຊ່ງການາອານລູກຂອງຮາມແລະເຊື້ອສາຍທັງໝົດຂອງເຂົາ, ໃນທ້າຍທີ່ສຸດແລ້ວເປັນທີ່ຮູ້ຈັກກັນໃນນາມຊາວການາອານ.

ຮາມັດ, ເລໂບ ຮາມັດ, ຄົນຮາມັດ

ຂໍ້ເທັດຈິງ

ຮາມັດເປັນເມືອງສໍາຄັນໃນຊີເຣຍທາງພາກເໜືອ, ຊຶ່ງຢູ່ທາງເໜືອຂອງແຜ່ນດິນການາອານ. ຄົນຮາມັດເປັນຜູ້ສືບເຊື້ອສາຍຂອງການາອານຊຶ່ງເປັນລູກຊາຍ, ຂອງໂນອາ.

  • ຄໍາວ່າ "ເລໂບ ຮາມັດ" ບາງທີອ້າງເຖິງທາງຜ່ານພູເຂົາທີ່ຢູ່ໃກ້ກັບເມືອງຮາມັດ.
  • ໃນບາງສະບັບແປ "ເລໂບ ຮາມັດ" ວ່າ "ທາງຜ່ານເຂົ້າສູ່ເມືອງຮາມັດ."
  • ກະສັດດາວິດໄດ້ເອົາຊະນະສັດຕູຂອງກະສັດໂທອູແຫ່ງຮາມັດ, ຊຶ່ງເຮັດໃຫ້ພວກເຂົາເປັນມິດຕໍ່ກັນ.
  • ຮາມັດເປັນເມືອງໜຶ່ງທີ່ເປັນສະຖານທີ່ເກັບຮັກສາສະບຽງອາຫານຂອງໂຊໂລໂມນ.
  • ແຜ່ນດິນຮາມັດເປັນສະຖານທີ່ທີ່ກະສັດເຊເດກີຢາຖືກຂ້າໂດຍກະສັດເນບູກາເນັດຊາແລະເປັນສະຖານທີ່ທີ່ກະສັດເຢໂຮອາອາດຖືກຈັບໄປໂດຍຟາໂຣແຫ່ງເອຢິບ.
  • ຄໍາວ່າ "ຄົນຮາມັດ" ສາມາດແປວ່າ "ປະຊາຊົນຈາກຮາມັດ."

ຮາໂມ

ຂໍ້ເທັດຈິງ

ຮາໂມເປັນຜູ້ຊາຍຄົນການາອານທີ່ອາໄສຢູ່ໃນເມືອງຊີເຄມເມື່ອຢາໂຄບແລະຄອບຄົວຂອງເຂົາອາໄສຢູ່ໃກ້ເມືອງຊຸກໂກດ. ລາວເປັນຄົນຮີວີ.

  • ຢາໂຄບໄດ້ຊື້ທີ່ດິນຝັງສົບສຳລັບຄອບຄົວຈາກລູກຊາຍຂອງຮາໂມ.
  • ຂະນະທີ່ພວກເຂົາອາໄສຢູ່ທີ່ນັ້ນ, ຊີເຄມລູກຊາຍຂອງຮາໂມໄດ້ຂົ່ມຂືນນາງດີນາລູກສາວຂອງຢາໂຄບ.
  • ອ້າຍຂອງນາງດີນາຈຶ່ງໄດ້ແກ້ແຄ້ນຮາໂມແລະຄອບຄົວ ແລະໄດ້ຂ້າຜູ້ຊາຍທັງໝົດໃນເມືອງຊີເຄມ.

ຮາຣານ

ຂໍ້ເທັດຈິງ

ຮາຣານເປັນນ້ອງຊາຍຂອງອັບຣາຮາມແລະເປັນພໍ່ຂອງໂລດ.

  • ຮາຣານຍັງເປັນຊື່ຂອງເມືອງທີ່ອັບຣາຮາມແລະຄອບຄົວຂອງທ່ານໄດ້ອາໄສຢູ່ຊົ່ວໄລຍະເວລາໜຶ່ງໃນລະຫວ່າງການເດີນທາງຈາກເມືອງອູເຣໄປຍັງແຜ່ນດິນການາອານ.
  • ມີຜູ້ຊາຍອີກຄົົນທີ່ຊື່ວ່າຮາຣານເປັນລູກຊາຍຂອງກາເຫລັບ.
  • ຜູ້ຊາຍຄົົນທີ່ສາມໃນພຣະຄຳພີທີ່ຊື່ວ່າຮາຣານເປັນເຊື້ອສາຍຂອງເລວີ.

ຮິດຕີ

ຂໍ້ເທັດຈິງ

ຮິດຕີເປັນຜູ້ສືບເຊື້ອສາຍຂອງຮາມຜ່ານທາງລູກຊາຍຂອງການາອານ. ພວກເຂົາໄດ້ກາຍມາເປັນອານາຈັກໃຫຍ່ຕັ້ງຢູ່ໃນສະຖານທີ່ທີ່ປະຈຸບັນຄືຕູລາກີແລະປາເເລັດສະຕາຍເໜືອ.

  • ອັບຣາຮາມໄດ້ຊື້ທີ່ດິນຈາກເອຟະໂຣນຄົນຮິດຕີ ດັ່ງນັ້ນເຂົາຈຶ່ງໄດ້ຝັງສົບຊາຣາເມຍຂອງເຂົາທີ່ເສຍຊີວິດໄປໃນຖ້ຳບ່ອນນັ້ນ ໃນທີ່ສຸດອັບຣາຮາມແລະເຊື້ອສາຍຂອງເຂົາຫລາຍຄົນໄດ້ຖືກຝັງໄວ້ໃນຖ້ຳນັ້ນເຊັ່ນກັນ.
  • ພໍ່ແມ່ຂອງເອຊາວເສົ້າໂສກເມື່ອທ່ານແຕ່ງງານກັບຍິງຊາວຄົນຮິດຕີສອງຄົນ.
  • ໜຶ່ງໃນບັນດາຄົນເກັ່ງກ້າຂອງດາວິດຄົນໜຶ່ງມີຊື່ວ່າອູຣິຢາຄົນຮິດຕີ.
  • ຊາວຕ່າງດ້າວສ່ວນໜຶ່ງທີ່ເປັນນາງສະໜົມຂອງຊາໂລໂມນເປັນຄົນຮິດຕີ. ຊາວເຫລົ່ານີ້ໄດ້ເຮັດໃຫ້ໃຈຂອງຊາໂລໂມນອອກຫ່າງຈາກພຣະເຈົ້າເພາະພະທຽມເທັດທີ່ພວກນາງໄດ້ນະມັດການ.
  • ພວກຮິດຕີມັກຈະຮຸກຮານພວກຄົນອິດສະຣາເອນຫລາຍຄັ້ງ, ທາງດ້ານຮ່າງກາຍແລະຈິດວິນຍານ.

ຮິນກີຢາ

ຂໍ້ເທັດຈິງ

ຮິນກີຢາເປັນຊື່ຂອງມະຫາປະໂລຫິດໃນລັດຊະສະໄໝຂອງກະສັດໂຢສີຢາ.

  • ເມື່ອມີການສ້ອມແຊມວິຫານ, ມະຫາປະໂລຫິດຮິນກີຢາໄດ້ພົບໜັງສືທຳບັນຍັດແລະສັ່ງໃຫ້ນຳໄປໃຫ້ກະສັດໂຢສີຢາ.
  • ຫຼັງຈາກໄດ້ມີການອ່ານໜັງສືທຳບັນຍັດໃຫ້ທ່ານຟັງ, ໂຢສີຢາຮູ້ສຶກໂສກເສົ້າ ແລະເລີ່ມຕົ້ນໃຫ້ຜູ້ຄົນໃນຢູດາມານະມັດການພະເຈົ້າຢາເວອີກຄັ້ງແລະເຊື່ອຟັງທຳບັນຍັດຂອງພຣະອົງ.
  • ຜູ້ຊາຍອີກຄົນໜຶ່ງທີ່ຊື່ຮິນກີຢາເປັນລູກຂອງເອລີອາກິມແລະເຮັດວຽກໃນພຣະລາດຊະວັັງໃນສະໄໝຂອງກະສັດເຮເຊກີຢາ.

ຮີວີ

ຂໍ້ເທັດຈິງ

ຄົນຮີີເປັນໜຶ່ງໃນກຸ່ມຄົນໃຫຍ່ເຈັດກຸ່ມທີ່ອາໄສຢູ່ໃນແຜ່ນດິນການາອານເມື່ອໂຢຊວຍໄດ້ນຳຄົນອິດສະຣາເອນມາຄອບຄອງແຜ່ນດິນນັ້ນ.

  • ເໝືອນກັບຄົນທັງໝົດໃນກຸ່ມນີ້, ຄົນຮີວີສືບເຊື້ອສາຍມາຈາກການາອານ, ຜູ້ຊຶ່ງເປັນຫລານຊາຍຂອງໂນອາ.
  • ຊີເຄມ ຄົນຮີວີໄດ້ຂົ່ມຂືນດິນາລູກສາວຂອງຢາໂຄບ, ແລະອ້າຍຂອງນາງໄດ້ຂ້າຄົນຮີວີຫລາຍຄົນເປັນການແກ້ແຄ້ນ.
  • ເມື່ອໂຢຊວຍໄດ້ນຳຄົນອິດສະຣາເອນມາຄອບຄອງແຜ່ນດິນການາອານ, ພວກອິດສະຣາເອນໄດ້ໃຊ້ເລ້ຫລ່ຽມເຮັດສັນຍາກັບຄົນຮີວີແທນທີ່ຈະປາບເອົາຊະນະພວກເຂົາ.

ເຮເຊກີຢາ

ຂໍ້ເທັດຈິງ

ເຮເຊກີຢາເປັນກະສັດອົງທີ 13 ແຫ່ງອານາຈັກຢູດາຍ ທ່ານເປັນກະສັດຜູ້ທີ່ໄດ້ໄວ້ວາງໃຈແລະເຊື່ອຟັງພຣະເຈົ້າ.

  • ບໍ່ເໝືອນກັນກັບອາຮາບພໍ່ຂອງທ່ານທີ່ເປັນກະສັດຊົ່ວຮ້າຍ, ກະສັດເຮເຊກີຢາເປັນກະສັດທີ່ດີຜູ້ໄດ້ທຳລາຍສະຖານນະມັດການຮູບເຄົາລົບທັງໝົດໃນຢູດາຍ.
  • ມີເທື່ອໜຶ່ງເມື່ອເຮເຊກີຢາໄດ້ປ່ວຍໜັກແລະເກືອບເສຍຊີວິດ, ພຣະອົງໄດ້ອະທິຖານຢ່າງຮ້ອນຮົນ. ພຣະເຈົ້າຊົງຮັກສາທ່ານຈາກພະຍາດຮ້າຍແຮງແລະໃຫ້ທ່ານມີຊີວິດຢູ່ອີກ 15 ປີ.
  • ແລະເປັນສັນຍານຕໍ່ເຮເຊກີຢາວ່າສິ່ງນີ້ຈະເກີດຂຶ້ນ, ພຣະເຈ້າຊົງໄດ້ກະທຳການອັດສະຈັນແລະຊົງເຮັດໃຫ້ເວລາໄດ້ຍ້ອນກັບ.
  • ພຣະເຈົ້າຊົງຕອບຄຳອະທິຖານຂອງເຮເຊກີຢາເພື່ອຊ່ວຍປະຊາຊົນຂອງເພີ່ນຈາກກະສັດເຊັນນາເກຣິບແຫ່ງອັດຊີເຣຍ, ຜູ້ທີ່ກຳລັງໂຈມຕີພວກເຂົາ.

ເຮໂຣດ ມະຫາຣາດ

ຂໍ້ເທັດຈິງ

ເຮໂຣດ ມະຫາຣາດ ໄດ້ປົກຄອງເໜືອຢູດາໃນເວລາທີ່ພຣະເຢຊູຊົງບັງເກີດ. ທ່ານເປັນພວກຜູ້ປົກຄອງຊາວເອໂດມຄົນທຳອິດທີ່ມີຊື່ວ່າເຮໂຣດຜູ້ໄດ້ປົກຄອງເໜືອຫລາຍສ່ວນຂອງອານາຈັກໂຣມັນ.

  • ບັນພະບຸລຸດຂອງທ່ານໄດ້ປ່ຽນມານັບຖືລັດທິຢູດາຍແລະທ່ານຖືກລ້ຽງດູມາເໝືອນຄົນຢິວ.
  • ຊີຊາອໍກັດຕັດໄດ້ຕັ້ງຊື່ທ່ານວ່າ "ກະສັດເຮໂຣດ" ເຖິງແມ່ນວ່າທ່ານບໍ່ໄດ້ເປັນກະສັດທີ່ແທ້ຈິງກໍຕາມ. ທ່ານໄດ້ປົກຄອງເໜືອຊາວຢິວໃນຢູດາຍເປັນເວລາ 33 ປີ.
  • ເຮໂຣດ ມະຫາຣາດໄດ້ເປັນທີ່ຮູ້ຈັກກັນໃນຖານະທີ່ໄດ້ສັ່ງໃຫ້ມີການກໍ່ສ້າງອາຄານທີ່ສວຍງາມ, ລວມທັງການບູລະນະພຣະວິຫານຂອງພວກຢິວໃນນະຄອນເຢຣູຊາເລັມ.
  • ເຮໂຣດອົງນີ້ໂຫດຮ້າຍຫລາຍແລະທ່ານໄດ້ສັ່ງໃຫ້ປະຫານປະຊາຊົນຫລາຍຄົນ ເມື່ອທ່ານໄດ້ຍິນວ່າ " ກະສັດຂອງຢິວ" ອີກອົງໜຶ່ງໄດ້ມາບັງເກີດໃນເບັດເລເຮັມ, ທ່ານໄດ້ສັ່ງໃຫ້ປະຫານເດັກນ້ອຍຊາຍທັງໝົດໃນເມືອງນັ້ນ.
  • ລູກຊາຍ, ຂອງທ່ານ ເຮໂຣດ ອັນທິປັດແລະເຮໂຣດ ຟິລິບແລະຫລານຊາຍຂອງທ່ານ ເຮໂຣດ ອາກຣິບປາໄດ້ກາຍມາເປັນຜູ້ປົກຄອງໂຣມັນ. ເຫລນຊາຍຂອງທ່ານ ເຮໂຣດ ອາກຣິບປາທີສອງ (ເອີ້ນກັນວ່າ "ກະສັດອາກຣິບປາ") ໄດ້ປົກຄອງທົ່ວທັງອານາເຂດຢູດາຍ.

ເຮໂຣດ ອັນທິປັດ

ຂໍ້ເທັດຈິງ

ລະຫວ່າງເກືອບຊົ່ວຊີວິດຂອງພຣະເຢຊູ, ເຮໂຣດ ອັນທິປັດເປັນຜູ້ປົກຄອງ ສ່ວນໜຶ່ງຂອງອານາຈັກໂຣມັນຊຶ່ງລວມທັງແຄວ້ນຄາລີເລ.

  • ເໝືອນກັບພໍ່ຂອງທ່ານຄືເຮໂຣດມະຫາຣາດ, ບາງເທື່ອອັນທິປັດໄດ້ຖືກອ້າງເຖິງໃນນາມ "ກະສັດເຮໂຣດ" ເຖິງວ່າທ່ານຈະບໍ່ແມ່ນກະສັດທີ່ແທ້ຈິງກໍຕາມ.
  • ເຮໂຣດ ອັນທິປັດປົກຄອງໜຶ່ງໃນສີ່ຂອງອານາຈັກໂຣມັນ ແລະທ່ານຍັງຖືກເອີ້ນວ່າ "ເຮໂຣດເຈົ້າເມືອງ."
  • ອັນທິປັດຄື "ເຮໂຣດ" ທີ່ສັ່ງໃຫ້ປະຫານໂຢຮັນຜູ້ໃຫ້ບັບຕິສະມາໂດຍການຕັດຫົວ.
  • ເປັນເຮໂຣດ ອັນທິປັດ ຜູ້ທີ່ໄດ້ຊັກຖາມພຣະເຢຊູກ່ອນທີ່ພຣະອົງຈະຖືກຄຶງທີ່ໄມ້ກາງແຂນ.
  • "ເຮໂຣດ" ອີກຄົນໜຶ່ງໃນພັນທະສັນຍາໃໝ່ ຄື ບຸດຊາຍຂອງອັນທິປັດ (ອາກຣິບປາ) ແລະຫລານ (ອາກຣິບປາ ທີ 2) ຜູ້ໄດ້ປົກຄອງລະຫວ່າງເວລາຂອງບັນດາອັດຄະສາວົກ.

ເຮໂຣເດຍ

ຂໍ້ເທັດຈິງ

ເຮໂຣດຽດເປັນມະເຫສີຂອງກະສັດເຮໂຣດ ອັນທິປັດ ໃນແຄວ້ນຢູເດຍໃນສະໄໝຂອງໂຢຮັນ ຜູ້ໃຫ້ບັບຕິສະມາ.

  • ແຕ່ເດີມເຮໂຣດຽດເປັນມະເຫສີຂອງຟິລິບ ອ້າຍຂອງເຮໂຣດ ອັນທິປັດ, ແຕ່ຕໍ່ມາໄດ້ສົມຣົດຢ່າງບໍ່ຖືກຕ້ອງຕາມກົດໝາຍກັບເຮໂຣດ ອັນທິປັດ.
  • ໂຢຮັນຜູ້ໃຫ້ບັບຕິມາໄດ້ຕຳນິເຮໂຣດແລະເຮໂຣດຽດໃນເລື່ອງການສົມຣົດຢ່າງບໍ່ຖືກຕ້ອງຕາມກົດໝາຍ ດ້ວຍເຫດນີ້, ເຮໂຣດຈຶ່ງຂັງໂຢຮັນໄວ້ໃນຄຸກແລະໃນທີ່ສຸດກໍສັ່ງໃຫ້ຕັດຫົວທ່ານ.

ເຮັບໂຣນ

ຂໍ້ເທັດຈິງ

ເຮັບໂຣນເປັນເມືອງທີ່ຕັ້ງຢູ່ເທິງໂນນພູຫີນສູງ, ຫ່າງຈາກກຸງເຢຣູຊາເລັມໄປທາງໃຕ້ປະະມານ 32ກິໂລແມັດ.

  • ເມືອງນີ້ຖືກສ້າງປະມານ 2.000 ປີ ກ່ອນ ຄ.ສ. ໃນສະໄໝຂອງອັບຣາຣາມ. ເປັນເມືອງທີ່ຖືກກ່າວເຖິງຫລາຍເທື່ອໃນເລື່ອງລາວທາງປະຫວັດສາດທີ່ມີບັນທຶກໃນພັນທະສັນຍາເດີມ.
  • ເຮັບໂຣນມີບົດບາດສຳຄັນຫລາຍໃນຊີວິດຂອງກະສັດດາວິດ. ລູກຫລາຍຄົນຂອງທ່ານ, ລວມເຖິງອັບຊາໂລມ, ກໍເກີດບ່ອນນັ້ນ.
  • ເມືອງນີ້ຖືກທຳລາຍປະມານປີ ຄ.ສ ທີ 70 ໂດຍຊາວໂຣມັນ.

ໂຮເສອາ

ຂໍ້ເທັດຈິງ

ໂຮເສອາເປັນຜູ້ປະກາດພຣະທຳຂອງອິດສະຣາເອນປະມານ 750 ປີກ່ອນ ຄ.ສ.

  • ການປະຕິບັດຂອງເຂົາຄົງຢູ່ເປັນເວລາຫລາຍປີຕະຫລອດຣາຊການຂອງກະສັດຫລາຍພຣະອົງ ເຊັ່ນ ເຢໂຣໂບອາມ, ເຊກາລີຢາ, ໂຢທາມ, ອາຮາບ, ໂຮເສອາ, ອຸດຊີຢາ, ແລະເຮເຊກີຢາ.
  • ພຣະເຈົ້າບອກກັບໂຮເສອາໃຫ້ແຕ່ງງານກັບຍິງໂສເພນີທີ່ຊື່ວ່າໂກເມແລະຮັກນາງຕໍ່ໄປ ເຖິງວ່ານາງຈະບໍ່ຊື່ສັດກັບເຂົາ.
  • ນິ້ເປັນພາບປຽບທຽບຄວາມຮັກຂອງພຣະເຈົ້າສຳລັບຄົນຂອງພຣະອົງທີ່ບໍ່ສັດຊື່ ຄືອິດສະຣາເອນ.
  • ໂຮເສອາໄດ້ປະກາດພຣະທຳຕໍ່ປະຊາກອນອິດສະຣາເອນໂດຍການເຕືອນພວກເຂົາ, ໃຫ້ເລີກບູຊາຮູບເຄົາລົບ.

ໂຮເຊຢາ

ຂໍ້ເທັດຈິງ

ໂຮເຊຢາເປັນຊື່ກະສັດຂອງອິດສະຣາເອນ ແລະເປັນຊື່ຊາຍອີກຫລາຍຄົນໃນພັນທະສັນຍາເດີມ.

  • ໂຮເຊຢາເປັນຊື່ກະສັດຂອງອິດສະຣາເອນເປັນເວລາເກົ້າປີໃນລະຫວ່າງສ່ວນໜຶ່ງຂອງຣາຊການຂອງອາຮາບ ແລະເຮເຊກີຢາ, ກະສັດແຫ່ງຢູດາຍ.
  • ໂຢຊວຍລູກຊາຍຂອງນູນກ່ອນໜ້ານັ້ນເຄີຍຊື່ວ່າໂຮເຊຢາ ໂມເຊໄດ້ປ່ຽນຊື່ໂຮເຊຢາເປັນໂຢຊວຍກ່ອນທີ່ຈະສັ່ງທ່ານແລະຜູ້ຊາຍອີກສິບເອັດຄົນໄປສອດແນມໃນແຜ່ນດິນການາອານ.
  • ຫລັງຈາກທີ່ໂມເຊເສຍຊີວິດແລ້ວ, ໂຢຊວຍນຳປະຊາກອນອິດສະຣາເອນເຂົ້າໄປຄອບຄອງແຜ່ນດິນການາອານ.
  • ຜູ້ຊາຍອີກຄົນໜຶ່ງທີ່ຊື່ໂຮເຊຢາເປັນບຸດຊາຍຂອງອາບີໄຊແລະເປັນຜູ້ນຳຄົນໜຶ່ງຂອງເຜົ່າເອຟຣາອິມ.

ໂຮເຣັບ

ຂໍ້ເທັດຈິງ

ພູເຂົາໂຮເຣັບເປັນອີກຊື່ໜຶ່ງຂອງພູເຂົາຊີນາຍ ທີ່ພຣະເຈົ້າໄດ້ປະທານແຜ່ນຫີນຈາລຶກພຣະບັນຍັດສິບປະການໃຫ້ແກ່ໂມເຊ.

  • ພູເຂົາໂຮເຣັບໄດ້ຊື່ວ່າ "ພູເຂົາຂອງພຣະເຈົ້າ."
  • ໂຮເຣັບເປັນສະຖານທີ່ທີ່ໂມເຊໄດ້ເບິ່ງເຫັນພຸ່ມໄມ້ທີ່ໄຟລຸກຢູ່ເມື່ອທ່ານກຳລັງລ້ຽງດູຝູງແກະ.
  • ພູເຂົາໂຮເຣັບເປັນສະຖານທີ່ພຣະເຈົ້າໄດ້ເປີດເຜີຍພັນທະສັນຍາແກ່ຄົນອິດສະຣາເອນໂດຍໃຫ້ພວກເຂົາໄດ້ຮັບແຜ່ນຫີນທີ່ມີພຣະບັນຍັດຂອງພຣະອົງຂຽນເທິງແຜ່ນຫີນເຫລົ່ານັ້ນ.
  • ນິ້ເປັນສະຖານທີ່ທີ່ພຣະເຈົ້າຕໍ່ມາໄດ້ກ່າວກັບໂມເຊໃຫ້ຕີຫີນເພື່ອຈັດຫານ້ຳໃຫ້ກັບຄົນອິດສະຣາເອນທີ່ກະຫາຍນ້ຳຂະນະທີ່ເຂົາກຳລັງເດີນທາງຢູ່ໃນທະເລຊາຍ.
  • ສະຖານທີ່ແນ່ນອນຂອງພູເຂົານີ້ບໍ່ເປັນທີ່ຮູ້ກັນ, ແຕ່ອາດຈະຢູ່ທາງຕອນໃຕ້ຂອງຄາບທະເລຊີນາຍ.
  • ເປັນໄປໄດ້ວ່າ "ໂຮເຣັບ" ເປັນຊື່ທີ່ແທ້ຈິງຂອງພູເຂົາແລະ "ພູເຂົາຊີນາຍ" ຫລື "ພູເຂົາແຫ່ງຊີນາຍ," ອ້າງເຖິງຂໍ້ເທັດຈິງວ່າພູເຂົາໂຮເຣັບຕັ້ງທີ່ຢູ່ໃນທະເລຊາຍຊີນາຍ.