Key Terms

ກ້ອນຫີນ, ແກວ່ງກ້ອນຫີນ

ນິຍາມ

ກ້ອນຫີນແມ່ນກ້ອນຫີນນ້ອຍໆ ຄຳວ່າ " ແກວ່ງກ້ອນຫີນ " ໝາຍເຖິງການໂຍນກ້ອນຫີນແລະກ້ອນຫີນໃຫຍ່ໃສ່ຄົນຜູ້ໜຶ່ງເພື່ອຂ້າລາວ.

  • ໃນສະໄໝບູຮານການແກວ່ງກ້ອນຫີນແມ່ນວິທີການທົ່ວໄປຂອງການລົງໂທດສຳລັບການກະທຳຜິດທີ່ພວກເຂົາໄດ້ກະທຳ.
  • ພຣະເຈົ້າໄດ້ສັ່ງໃຫ້ພວກຜູ້ນຳຊາວອິດສະຣາເອນແກວ່ງກ້ອນຫີນໃສ່ປະຊາຊົນຜູ້ທີ່ເຮັດບາບ ເຊັ່ນ ການຫລິ້ນຊູ້.
  • ໃນພຣະຄຳພີໃໝ່ໄດ້ບອກເວລາທີ່ພຣະເຢຊູຊົງຍົກໂທດໃຫ້ຜູ້ຍິງທີຸ່ໍຖືກຈັບໃນການຫລິ້ນຊູ້ແລະໄດ້ສັ່ງໃຫ້ປະຊາຊົນຢຸດແກວ່ງກ້ອນຫີນໃສ່ຜູ້ຍິງຄົນນັ້ນ.
  • ສະເຕຟາໂນເປັນບຸກຄົນທຳອິດໃນພຣະຄຳພີທີ່ຖືກຂ້າຕາຍເພາະການເປັນພະຍານເລື່ອງພຣະເຢຊູ ດ້ວຍການແກວ່ງກ້ອນຫີນໃສ່ໃຫ້ຕາຍ.
  • ໃນເມືອງລີສະຕາ ອັກຄະສາວົກໂປໂລກໍ່ຖືກແກວ່ງກ້ອນຫີນໃສ່ ແຕ່ວ່າເພິ່ນບໍ່ໄດ້ເສຍຊີວິດຍ້ອນບາດແຜຂອງລາວ.

ກະສັດຂອງພວກຢິວ

ນິຍາມ

ຄຳວ່າກະສັດຂອງພວກຢິວເປັນຕຳແໜ່ງທີ່ອ້າງເຖິງ ພຣະເຢຊູ, ພຣະເມຊີອາ.

  • ຄັ້ງທຳອິດທີ່ຕຳແໜ່ງນີ້ໄດ້ຮັບການບັນທຶກໃນພຣະຄຳພີຄືເມື່ອນັກປາດຜູ້ທີ່ເດິນທາງໄປຍັງເບດເລເຮັມເພື່ອຕາມຫາເດັກເກີດໃໝ່ຜູ້ເປັນ "ກະສັດຂອງພວກຢິວ."
  • ທູດສະຫວັນເປີດເຜີຍຕໍ່ມາຣີວ່າ ລູກຊາຍຂອງລາວຜູ້ເປັນເຊື້ອສາຍຂອງກະສັດດາວິດຈະເປັນກະສັດອົງໜຶ່ງທີ່ຄອບຄອງຈົນຕະຫຼອດໄປເປັນນິດ.
  • ກ່ອນພຣະເຢຊູຖືກຄຶງ ພວກທະຫານໂຣມເວົ້າລໍ້ຫຼິ້ນພຣະເຢຊູວ່າ "ກະສັດຂອງພວກຢິວ" ຕຳແໜ່ງນີ້ຖືກຂຽນໄວ້ເທິງແຜ່ນໄມ້ແລະຕອກຕະປູຕິດໄວ້ເທິງໄມ້ກາງແຂນຂອງພຣະເຢຊູ.
  • ພຣະເຢຊູຊົງເປັນກະສັດທີ່ແທ້ຈິງຂອງພວກຢິວແລະຊົງເປັນກະສັດເໜືອສິ່ງຊົງສ້າງທັງປວງ.

%ຄຳແນະນຳໃນການແປ

  • ຄຳວ່າ "ກະສັດຂອງພວກຢິວ"ສາມາດແປໄດ້ວ່າ"ກະສັດເໜືອພວກຢິວ "ຫຼື" ກະສັດຜູ້ປົກຄອງເໜືອພວກຢິວ "ຫຼື" ຜູ້ປົກຄອງສູງສຸດເໜືອພວກຢິວ"
  • ກວດສອບເບິ່ງວິທີການແປປະໂຫຍກ "ກະສັດຂອງ" ໃນຕອນອື່ນໃນການແປດ້ວຍ.

ກັບໃຈ, ການກັບໃຈ

ນິຍາມ

ຄຳວ່າ "ກັບໃຈ" ແລະ "ການກັບໃຈ" ໝາຍເຖິງການຫັນໜີຈາກບາບແລະຫັນກັບມາຫາພຣະເຈົ້າ.

  • ການກັບໃຈ "ກັບໃຈ" ໝາຍ ເຖິງ "ການປ່ຽນໃຈຂອງຄົນເຮົາ."
  • ໃນພຣະຄັມພີ, "ການກັບໃຈ" ໂດຍປົກກະຕິ ໝາຍ ເຖິງການຫັນ ໜີຈາກແນວຄິດທີ່ຜິດແລະການກະທຳຂອງມະນຸດ, ແລະຫັນໄປສູ່ແນວຄິດແລະການກະ ທຳ ຂອງພຣະເຈົ້າ.
  • ເມື່ອຜູ້ຄົນກັບໃຈຈາກບາບຂອງພວກເຂົາຢ່າງແທ້ຈິງ, ພຣະເຈົ້າຈະໃຫ້ອະພັຍພວກເຂົາແລະຊ່ວຍພວກເຂົາເລີ້ມເຊື່ອຟັງພຣະອົງ.

ຄຳແນະນຳໃນການແປ

  • ຄຳວ່າ, "ກັບໃຈ" ສາມາດແປກັບ ຄຳເວົ້າຫລືປະໂຫຍກທີ່ມີຄວາມ ໝາຍ ວ່າ "ຫັນກັບຄືນ.

ການຄືນດີ, ການໄຖ່, ຄືນດີ, ໄຖ່

ນິຍາມ

ຄຳວ່າ " ຄືນດີ " ແລະ " ການຄືນດີ " ໄດ້ເວົ້າເຖິງການທີ່ພຣະເຈົ້າໄດ້ຈັດຕຽມເຄື່ອງບູຊາທີ່ຈະໄຖ່ຄວາມບາບຂອງປະຊາຊົນແລະລະງັບພຣະພິໂຣດຂອງພຣະອົງຕໍ່ຄວາມບາບ.

  • ໃນສະໄໝພັນທະສັນຍາເດີມ ພຣະເຈົ້າຊົງອະນຸຍາດໃຫ້ມີການໄຖ່ຊົ່ວຄາວສຳລັບຄວາມບາບຂອງຄົນອິສະຣາເອນ ດ້ວຍການຖວາຍເຄື່ອງບູຊາດ້ວຍເລືອດຊຶ່ງກ່ຽວຂ້ອງກັບການຂ້າສັດ.
  • ຕາມທີ່ໄດ້ບັນທຶກໃນພັນທະສັນຍາໃໝ່ ການສິ້ນພຣະຊົນຂອງພຣະຄຣິດເທິງໄມ້ກາງແຂນເປັນການໄຖ່ບາບທີ່ແທ້ຈິງແລະຖາວອນພຽງຢ່າງດຽວເທົ່ານັ້ນ.
  • ເມື່ອພຣະເຢຊູສິ້ນພຣະຊົນ, ພຣະອົງໄດ້ຮັບການລົງໂທດທີ່ມະນຸດຄວນໄດ້ຮັບ,ເພາະຮັບຄວາມບາບຂອງພວກເຂົາໄວ້ແທນ. ພຣະອົງໄດ້ຈ່າຍຄ່າລົບລ້າງບາບດ້ວຍການສິ້ນພຣະຊົນຂອງພຣະອົງ.

ຂໍ້ແນະນຳໃນການແປ

  • ຄຳວ່າ " ໄຖ່ " ໄດ້ຖືກແປດ້ວຍຄຳ ຫລືຖ້ອຍຄຳທີ່ມີຄວາມໝາຍວ່າ " ຈ່າຍໃຫ້ " ຫລື " ຈ່າຍແທນ " ຫລື " ທຳໃຫ້ບາບຂອງບາງຄົນໄດ້ຮັບການອະພັຍ " ຫລື " ຈ່າຍຊົດໃຊ້ຄ່າເສຍຫາຍສຳຫລັບອາຊະຍາກຳ. "
  • ໃນວິທີອື່ນໆທີ່ໄດ້ແປຄຳວ່າ " ການໄຖ່ " ອາດລວມເຖິງຄຳວ່າ " ການຈ່າຍ "ຫລື" ເຄື່ອງບູຊາທີ່ຊົດໃຊ້ມາ " ຫລື " ເຮັດໃຫ້ມີການອະພັຍໂທດ. "
  • ໃຫ້ໝັ້ນໃຈວ່າການແປຄຳນີ້ບໍ່ໄດ້ໝາຍເຖິງ ການຈ່າຍເງິນ.

ການທົດສອບ

ນິຍາມ

ຄຳວ່າ "ການທົດສອບ" ອ້າງເຸຖີງປະສົບການທີ່ຍາກລຳບາກຫຼືເຈັບປວດເຊິ່ງສະແດງໃຫ້ເຫັນເຖີງຈຸດແຂງແລະຈຸອ່ອນຂອງບຸກຄົນ

  • ພຣະເຈົ້າທົດສອບຄົນ, ແຕ່ພຣະອົງບໍ່ໄດ້ລໍ້ລວງພວກເຂົາ. ແນວໃດກໍ່ຕາມຊາຕານຊັກຊວນຜູ້ຄົນໃຫ້ເຮັດບາບ.
  • ບາງຄັ້ງພຣະເຈົ້າໃຊ້ການທົດສອບເພື່ອເປີດເຜີຍຄວາມຜິດຂອງຄົນ. ການທົດສອບຊ່ວຍໃຫ້ບຸກຄົນຫັນໜີຈາກຄວາມບາບແລະໃກ້ຊິດກັບພະເຈົ້າ.
  • ຄຳແລະໂລຫະອື່ນໆຖືກທົດສອບດ້ວຍໄຟເພື່ອຮູ້ວ່າມັນມີຄວາມບໍລິສຸດແລະແຂງແຮງດີປານໃດ. ນີ້ແມ່ນພາບທີ່ພຣະເຈົ້າໃຊ້ສະພາບການທີ່ເຈັບປວດເພື່ອທົດສອບປະຊາຊົນຂອງພຣະອົງ.
  • ເພື່ອ "ທົດສອບ" ສາມາດໝາຍວ່າ, "ທ້າທາຍບາງຢ່າງຫຼືບາງຄົນເພື່ອພິສູດຄຸນຄ່າຂອງມັນ."
  • ໃນແງ່ຂອງການທົດລອງພຣະເຈົ້າ, ມັນໝາຍຄວາມວ່າຈະບໍ່ເຊື່ອຟັງພຣະອົງ, ໃຊ້ປະໂຫຍດຈາກຄວາມເມດຕາຂອງພຣະອົງ.
  • ພຣະເຢຊູບອກຊາຕານວ່າການທົດລອງພຣະເຈົ້າບໍ່ຖືກຕ້ອງ. ພະອົງເປັນພຣະເຈົ້າຜູ້ມີລິດທານຸພາບສູງສຸດ, ບໍລິສຸດທີ່ສູງກວ່າທຸກສິ່ງທຸກຢ່າງແລະທຸກຄົນ.

ຄຳແນະນຳໃນການແປ

  • ຄຳວ່າ "ທົດສອບ"ສາມາດແປໄດ້ວ່າ "ທ້າທາຍ" ຫຼື "ເຮັດໃຫ້ເກິດປະສົບການທີ່ຍາກລຳບາກ"ຫຼື "ພິສູດ".
  • ວິທີການແປ "ການທົດສອບ" ສາມາດເປັນ "ຄວາມທ້າທາຍ" ຫຼື "ປະສົບການທີ່ຫຍຸ້ງຍາກລຳບາກ".
  • "ທຳການທົດສອບ" ສາມາດແປວ່າ "ທົດສອບ" ຫຼື "ການເຮັດໃຫ້ມີຄວາມທ້າທາຍ" ຫຼື "ບັງຄັບເພື່ອພິສູດຕົນເອງ".
  • ໃນແງ່ຂອງການທົດລອງພຣະເຈົ້າ, ສິ່ງນີ້ສາມາດແປເປັນ "ພະຍາຍາມບັງຄັບໃຫ້ພຣະເຈົ້າພິສູດຄວາມຮັກຂອງພຣະອົງ."
  • ໃນບາງສະພາບການ, ຄຳວ່າ "ທົດສອບ" ສາມາດໝາຍຄວາມວ່າ "ລໍ້ລວງ".

ການນະມັດສະການ

ນິຍາມ

"ການນະມັດສະການ" ໝາຍເຖິງການຍົກຍ້ອງສັນລະເສີນແລະເຊື່ອຟັງພຣະເຈົ້າຢ່າງຈິງໃຈ.

  • ຄຳນີ້ບາງຄັ້ງຈະມີຄວາມໝາຍຕາມຕົວອັກສອນ "ນ້ອມຕົວລົງ" ຫລື "ຂາບໄຫວ້" ເພື່ອຖ່ອມຕົວແລະໃຫ້ກຽດບາງຄົນ.
  • ພວກເຮົານະມັດສະການພຣະເຈົ້າເມື່ອເຮົາຮັບໃຊ້ແລະໃຫ້ກຽດພຣະອົງ ໂດຍການສັນລະເສີນພຣະອົງແລະເຊື່ອຟັງພຣະອົງ.
  • ເມື່ອປະຊາຊົນອິດສະຣາເອນນະມັດສະການພຣະເຈົ້າ ມັກມີການຖະຫວາຍສັດເທິງແທ່ນບູຊາ.
  • ບາງຄົນນະມັດສະການພະທຽມທັງ​ຫຼາຍ.

ຄຳນະນຳໃນການແປ:

  • ຄຳທີ່ວ່າ "ນະມັດສະການ" ໝາຍເຖິງ "ກົ້ມລົງ" ຫຼື "ໃຫ້ກຽດແລະຮັບໃຊ້ພຣະເຈົ້າ" ຫຼື "ໃຫ້ກຽດແລະເຊື່ອຟັງ."
  • ໃນບາງກໍລະນີ, ກໍສາມາດແປວ່າ "ການສັນລະເສີນຢ່າງຖ່ອມຕົວ" ຫລື "ໃຫ້ກຽດແລະສັນລະເສີນ."

ການບັນເທົາ

ນິຍາມ

ຄຳວ່າ "ການບັນເທົາ" ອ້າງເຖິງເຄື່ອງບູຊາທີ່ເຮັດໃຫ້ມີຄງາມພໍໃຈຫລືເຮັດໃຫ້ບັນລຸຄວາມທ່ຽງທຳຂອງພະເຈົ້າແລະເພື່ອໃຫ້ການບັນເທົາພະພິໂຣດຂອງພະເຈົ້າຈະສະຫງົບລົງ

  • ການຖວາຍເຄື່ອງບູຊາເລືອດຂອງພະເຢຊູຄຣິດເປັນການບັນເທົາແດ່ພະເຈົ້າສຳລັບຄວາມບາບຂອງມະນຸດຊາດ
  • ການຕາຍຂອງພະເຢຊູຄຣິດເທີງໄມ້ກາງແຂນບັນເທົາພະພິໂຣດຂອງພະເຈົ້າຕໍ່ຄວາມບາບ ນິ້ເປັນການຈັດຕຽມທາງສຳລັບພະເຈົ້າຕໍ່ຄົນຂອງພະອົງດ້ວຍຄວາມພໍພຣະທັຍແລະຊົງປຣະທານຊີວິດນິຣັນດອນແກ່ພວກເຂົາ

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ເຊັ່ນ "ການບັນເທົາ" ຫລື "ເປັນເຫດໃຫ້ພະເຈົ້າຢົກໂທດຄວາມບາບແລະໃຫ້ຄວາມເມດຕາສົງສານປະຊາຊົນ"
  • ຄຳວ່າ "ການໄຖ່ໂທດ" ເປັນຄວາມຫມາຍທີ່ໃກ້ຄຽງກັບ "ການບັນເທົາ" ເປັນສິ່ງສຳຄັນຫລາຍທີ່ປຽບທຽບວ່າສອງຄຳນີ້ໃຊ້ຢ່າງໃດ

ການປົກຄອງ

ນິຍາມ

ຄຳວ່າ "ການປົກຄອງ" ກ່າວເຖີງອຳນາດການຄວບຄຸມ ຫລື ສິດທິອຳນາດ ເຫນືອມະນຸດ ສັດ ຫລື ແຜ່ນດິນໂລກ.

  • ພຣະເຢຊູຄຣິສ ໄດ້ຮັບການກ່າວເຖີງວ່າ ມີອຳນາດເຫນືອທຸກສິ່ງ ເທິງແຜ່ນດິນໂລກ ເປັນຜູ້ທຳນວຍ ປະໂລຫິດ ແລະກະສັດ.
  • ການປົກຄອງ ຂອງຊາຕານ ພ່າຍແພ້ຕະຫລອດການ ໂດຍການສີ້ນພຣະຊົນຂອງພຣະເຢຊູຄຣິສ ເທິງໃມ້ກາງແຂນ.
  • ໃນການຊົງສ້າງ ພຣະເຈົ້າໄດ້ກ່າວວ່າ ມະນຸດໄດ້ອຳນາດຄອບຄອງ ເຫນືອປາ ນົກ ແລະສິ່ງທີ່ມີຊີວິດທັງຫມົດ ເທິງແຜ່ນດິນໂລກ.

ຄຳແນະນຳໃນການແປ

  • ວິທີອື່ນໆ ໃນການແປຄຳນີ້ ອາດລວມເຖີງ "ສິດທິອຳນາດ"

ຫລື "ພະລັງອຳນາດ" ຫລື "ການຄວບຄຸມ" ທັງນີ້ຂື້ນຢູ່ກັບບໍລິບົດນັ້ນໆ.

  • ຄຳເວົ້າວ່າ "ມອບອຳນາດເຫນືອ" ອາດແປວ່າ "ປົກຄອງເຫນືອ" ຫລື"ຈັດການ".

ການ​ເປັນ​ຊູ້, ເປັນ​ຊູ້, ຊາຍ​ຊູ້, ຍິງ​ຊູ້

ນິຍາມ

​ຄຳ​ວ່າ "ການ​ເປັນ​ຊູ້" ເວົ້າ​ເຖິງ​ຄວາມ​ບາບ​ທີ່​ກ່ຽວ​ຂ້ອງ​ກັບ​ຄົນ​ທີ່​ແຕ່ງ​ງານ​ແລ້ວ​ໄປ​ມີ​ເພດ​ສຳ​ພັນ​ກັບ​ຄົນ​ອື່ນ​ທີ່ບໍ່​ແມ່ນ​ຄູ່​ຄອງ​ຂອງ​ຕົນ​ເອງ. ຄຳ​ວ່າ "ເປັນ​ຊູ້" ອະ​ທິ​ບາຍ​ເຖິງ​ການ​ເຮັດ​ແບບນີ້​ຫລື​ບຸກ​ຄົນ​ທີ່​ເຮັດ​ຄວາມ​ບາບ​ແບບນີ້.

  • ຄຳ​ວ່າ "ຊາຍ​ຊູ້" ໂດຍ​ທົ່ວ​ໄປ​ເວົ້າ​ເຖິງ​ໃຜ​ກໍ​ໄດ້​ທີ່​ເປັນ​ຊູ້.
  • ບາງ​ຄັ້ງ​ຄຳ​​ວ່າ "ຍິງ​ຊູ້" ຖືກ​ໃຊ້​ສະ​ເພາະ​ກັບ​ຜູ້​ຍິງ​ທີ່​ເປັນ​ຊູ້.
  • ການ​ເປັນ​ຊູ້​ທຳ​ລາຍ​ຄຳ​ສັນ​ຍາ​ທີ່​ຜົວ​ເມຍ​ໄດ້​ໃຫ້​ຕໍ່​ກັນ​ໃນ​ຄຳ​ສັນ​ຍາ​ຂອງ​ການ​ແຕ່ງດອງ​ຂອງ​ພວກ​ເຂົາ.
  • ພ​ຣະ​ເຈົ້າ​ຊົງ​ໄດ້​ບັນ​ຊາ​ຫ້າມ​ຄົນ​ອິ​ສະ​ຣາ​ເອນ​ຫລິ້ນ​ຊູ້.
  • ຄຳ​ວ່າ "ເປັນ​ຊູ້" ມັກ​ໃຊ້​ເປັນ​ຮູບ​ປຽບ​ທຽບ​ເພື່ອ​ອະ​ທິ​ບາຍ​ເຖິງ​ປະ​ຊາ​ຊົນ​ອິສະ​ຣາ​ເອນ​ທີ່ບໍ່​ຊື່​ສັດ​ຕໍ່​ພ​ຣະ​ເຈົ້າ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ເມື່ອ​ພວກ​ເຂົາ​ໄດ້​ໄປ​ນະ​ມັ​ສ​ການ​ພຣ​ະ​ອື່ນ.

ຄຳ​ແນະ​ນຳ​ໃນ​ການ​ແປ

  • ຖ້າ​ພາ​ສາ​ທີ່​ຈະ​ແປນັ້ນ​ບໍ່​ມີ​ຄຳ​ທີ່​ໝາຍ​ຄວາມ​ວ່າ "ການ​ເປັນ​ຊູ້" ຄຳ​ນີ້​ກໍ​ອາດ​ຈະ​ແປ​ວິ​ທີ​ອື່ນ​ເຊັ່ນ "ການ​​ໄປ​ນອນກັບ​ຜົວ​ຫລື​ເມຍ​ຂອງ​ຄົນ​ອື່ນ" ຫລື "ການ​ຫລິ້ນ​ຊູ້."
  • ​ບາງ​ພາ​ສາ​ອາດ​ຈະ​ເວົ້າ​ເລື້ອງ​ການ​ເປັນ​ຊູ້​ແບບ​ທາງ​ອ້ອມ​ເຊັ່ນ "ການນອກ​ໃຈ​ກັນ" ຫລື "ການບໍ່​ສັດ​ຊື່​ຕໍ່​ຄອບ​ຄົວ."

(​ເບີ່ງເພີ້ມເຕີມ: commit, covenant, sexual immorality, sleep with, faithful)


ການໝິ່ນປະໝາດ, ການປະໝາດ , ດູໝິ່ນ

ນິຍາມ

ໃນພຣະຄຳພີ, ຄຳວ່າ "ໝິ່ນປະໝາດ" ໝາຍເຖິງການເວົ້າໃນແບບທີ່ສະແດງຄວາມບໍ່ເຄົາລົບຕໍ່ພຣະເຈົ້າຫລືຜູ້ຄົນ. ການ“ ໝິ່ນປະໝາດ” ຜູ້ໃດຜູ້ໜຶ່ງແມ່ນເວົ້າໃສ່ຄົນນັ້ນເພື່ອໃຫ້ຄົນອື່ນຄິດບາງຢ່າງທີ່ບໍ່ຖືກຕ້ອງຫຼືບໍ່ດີກ່ຽວກັບລາວ.

  • ສ່ວນຫລາຍການເວົ້າໝິ່ນປະໝາດພຣະເຈົ້າໝາຍເຖິງການເວົ້າໃສ່ຮ້າຍລື ດູຖຸກລາວໂດຍການເວົ້າສິ່ງທີ່ບໍ່ແມ່ນຄວາມຈິງກ່ຽວກັບລາວຫຼືໂດຍການປະພຶດທີ່ບໍ່ສົມຄວນທີ່ເຮັດໃຫ້ກຽດຊັງລາວ.
  • ມັນເປັນການໝິ່ນປະໝາດສຳລັບມະນຸດທີ່ອ້າງວ່າຕົນເປັນພຣະເຈົ້າຫລືອ້າງວ່າມີພຣະເຈົ້າອື່ນນອກເໜືອຈາກພຣະເຈົ້າທ່ຽງແທ້.
  • ສະບັບພາສາອັງກິດບາງສະບັບແປຄຳນີ້ວ່າ "ໃສ່ຮ້າຍປ້າຍສີ" ເມື່ອເວົ້າເຖິງການໝິ່ນປະໝາດຄົນ.

ຄຳແນະນຳໃນການແປ

  • ເພື່ອ“ ໝິ່ນປະໝາດ” ສາມາດຖືກແປເປັນ,“ ເວົ້າໃສ່ຮ້າຍ” ຫລື“ ດູຖູກພຣະເຈົ້າ” ຫລື“ ໝິ່ນປະໝາດ”.
  • ວິທີການແປ "ການ ໝິ່ນປະໝາດ" ສາມາດປະກອບມີ, "ເວົ້າຜິດກັບຄົນອື່ນ" ຫລື "ເວົ້າເຍາະເຍີ້ຍ" ຫລື "ເຜີຍແຜ່ຂ່າວລືທີ່ບໍ່ຖືກຕ້ອງ."

ການອັດສະຈັນ, ສິ່ງມະຫັດສະຈັນ, ໝາຍສຳຄັນ

ນິຍາມ

"ການອັດສະຈັນ" ແມ່ນບາງສິ່ງທີ່ໜ້າງຶດງໍ້ປະຫລາດໃຈ ທີ່ບໍ່ໜ້າຈະເປັນໄປໄດ້ ນອກຈາກພຣະເຈົ້າ ຈະເຮັດໃຫ້ສິ່ງນັ້ນເກີດຂຶ້ນ.

  • ຕົວຢ່າງການອັດສະຈັນທີ່ພຣະເຢຊູໄດ້ເຮັດແລ້ວ ເຊັ່ນ ຫ້າມລົມພາຍຸ ແລະ ຊ່ວຍຊາຍຕາບອດໃຫ້ເຫັນຮຸ່ງ.
  • ບາງເທື່ອກໍເອິ້ນການອັດສະຈັນວ່າ "ມະຫັດສະຈັນ" ເພາະວ່າ ສິ່ງເຫລົ່ານັ້ນໄດ້ເຮັດໃຫ້ຄົນທັງຫລາຍຮູ້ສຶກງຶດງໍ້ແລະປະຫລາດໃຈ.
  • ຄຳວ່າ "ມະຫັດສະຈັນ" ຍັງສາມາດບົ່ງບອກເຖິງການສຳແດງຣິດທານຸພາບຂອງພຣະເຈົ້າໄດ້ອີກ, ເຊັ່ນ ຕອນພຣະອົງນີຣະມິດສ້າງຟ້າສະຫວັນ ແລະ ຜືນແຜ່ນດິນໂລກ.
  • ການອັດສະຈັນ ສາມາດເອີ້ນອີກແບບໜຶ່ງວ່າ "ໝາຍສຳຄັນ" ເພາະວ່າສິ່ງເຫລົ່ານີ້ ແມ່ນບົ່ງບອກ ຫລື ເປັນຫລັກຖານບອກວ່າ ພຣະເຈົ້າຊົງເຕັມດ້ວຍຣິດທານຸພາບສູງສຸດ ຊົງຢູ່ເໜືອໂລກຈັກກະວານນີ້.
  • ການອັດສະຈັນບາງຢ່າງ ແມ່ນການຊ່ວຍໄຖ່ໃຫ້ພົ້ນຂອງພຣະເຈົ້າ, ເຊັ່ນ ຕອນທີ່ພຣະອົງ ຊ່ວຍຊົນຊາດອິດສະຣາເອນໃຫ້ພົ້ນຈາກການເປັນທາດໃນປະເທດເອຢິບ ແລະ ຕອນທີ່ພຣະອົງຊ່ວຍຮັກສາ ດານີເອນ ໃຫ້ພົ້ນຈາກການກັດກິນຂອງສິງໂຕ ເປັນຕົ້ນ.
  • ການອັດສະຈັນອື່ນໆ ອາດຈະໝາຍເຖິງການພິພາກສາຂອງພຣະເຈົ້າ, ເຊັ່ນ ຕອນພຣະອົງເຮັດໃຫ້ນ້ຳຖ້ວມໂລກໃນສະໄໝຂອງໂນອາ ແລະ ຕອນທີ່ພຣະອົງ ສົ່ງພັຍພິບັດມາເໜືອແຜ່ນດິນປະເທດເອຢິບ ໃນສະໄໝຂອງໂມເຊ.
  • ການອັດສະຈັນຫລາຍຢ່າງຂອງພຣະເຈົ້າ ແມ່ນການປິ່ນປົວຮັກສາຄົນເຈັບໄຂ້ປ່ວຍໂຊ ຫລື ເຮັດໃຫ້ຄົນທີ່ຕາຍແລ້ວ ເປັນຄືນຂຶ້ນມາມີຊີວິດອີກ.
  • ຣິດອຳນາດຂອງພຣະເຈົ້າ ຈະສຳແດງຜ່ານທາງພຣະເຢຊູເຈົ້າ ໃນຂະນະທີ່ພຣະອົງຊ່ວຍປິ່ນປົວຮັກສາຄົນ, ຫ້າມລົມພາຍຸ, ຍ່າງເທິງໜ້ານ້ຳ, ແລະ ຊ່ວຍຄົນໃຫ້ເປັນຄືນມາຈາກຕາຍ. ສິ່ງທັງໝົດນີ້ແມ່ນການອັດສະຈັນ.
  • ​ ພຣະເຈົ້າ ຍັງໃຫ້ພວກຜູ້ປະກາດພຣະທັມ ແລະ ພວກອັກຄະສາວົກ ເຮັດການອັດສະຈັນ ເພື່ອປິ່ນປົວຮັກສາ ແລະ ເຮັດຫລາຍສິ່ງຫລາຍຢ່າງ ໃຫ້ເປັນໄປໄດ້ ໂດຍຜ່ານທາງຣິດອຳນາດຂອງພຣະເຈົ້າ ເທົ່ານັ້ນ.

ຄຳແນະນຳໃນການແປ

  • ການແປທີ່ເປັນໄປໄດ້ສຳລັບຄຳວ່າ "ການອັດສະຈັນ" ຫລື "ສິ່ງມະຫັດສະຈັນ" ສາມາດແປໄດ້ວ່າ, "ສິ່ງທີ່ເປັນໄປບໍ່ໄດ້ ພຣະເຈົ້າຈະເຮັດສິ່ງນັ້ນ" ຫລື "ພາລະກິດທີ່ເຕັມດ້ວຍຣິດທານຸພາບຂອງພຣະເຈົ້າ" ຫລື "ການກະທຳທີ່ມະຫັດສະຈັນຂອງພຣະເຈົ້າ."
  • ຄຳກ່າວທີ່ໄດ້ຍິນຢູ່ເລື້ອຍໆ ວ່າ "ໝາຍສຳຄັນ ແລະ ການອັດສະຈັນ" ສາມາດແປໄດ້ວ່າ "ຂໍ້ພິສູດ ແລະ ການອັດສະຈັນ" ຫລື "ກິດຈະການອັນອັດສະຈັນທີ່ໄດ້ພິສູດອຳນາດຂອງພຣະເຈົ້າ" ຫລື "ການອັດສະຈັນທີ່ມະຫັດສະຈັນ ເຊິ່ງໄດ້ສຳແດງຄວາມຍິ່ງໃຫຍ່ຂອງພຣະເຈົ້າ."
  • ໝາຍເຫດ ຄວາມໝາຍຂອງໝາຍສຳຄັນ ເຊິ່ງເປັນເລື່ອງທີ່ໜ້າເຫລືອເຊື່ອນັ້ນ ຕ່າງກັບຄວາມໝາຍຂອງໝາຍສຳຄັນ ເຊິ່ງເປັນການພິສູດ ຫລື ເປັນຫລັກຖານສຳລັບບາງສິ່ງ. ທັງສອງຢ່າງສາມາດເຊື່ອມຕໍ່ເຖິງກັນໄດ້.

ການ​ຮັບ​ເປັນ​ລູກ

ນິຍາມ

​ຄຳ​ວ່າ "ການ​ຮັບ​ເປັນ​ລູກ" ເວົ້າ​ເຖິງ​ການ​ທີ່​ບາງ​ຄົນ​ໄດ້​ກາຍ​ເປັນ​ລູກ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ບຸກ​ຄົນ​ອື່ນ ​ທີ່ບໍ່​ແມ່ນ​ພໍ່​ແມ່​ຄີງ.

  • ພ​ຣະ​ຄັມ​ພີ​ໃຊ້​ຄຳ​ວ່າ "ການ​ຮັບ​ເປັນ​ລູກ" ຫລື "ຮັບ​ເປັນ​ລູກ" ເປັນ​​ພາບ​ປຽບ​ທຽບ​ເພື່ອ​ອະ​ທິ​ບາຍ​ວ່າ​ພ​ຣະ​ເຈົ້າ​ເຮັດ​ໃຫ້​ຄົນ​ໄດ້​ມີ​ສ່ວນ​ໃນ​ຄອບ​ຄົວ​ຂອງ​ພ​ຣະ​ອົງ, ແລະ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ລູກ​ຊາຍ​ແລະ​ລູກ​ຍິງ​ຝ່າຍ​ວິນ​ຍານ​ຂອງ​ພ​ຣະ​ອົງ​ໄດ້​ຢ່າງ​ໃດ.
  • ໃນ​ຖາ​ນະ​ລູກ​ລ້ຽງ ພວກ​ຜູ້​ເຊື່ອ​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ​ຮ່ວມ​ກັນ​ກັບ​ພ​ຣະ​ເຢ​ຊູ​ຄ​ຣິດ, ພວກ​ເຂົາ​ເຈົ້າ​ມີ​ສິດ​ພິ​ເສດ​ຂອງ​ລູກ​ຊາຍ​ລູກ​ຍິງ​ຂອງ​ພ​ຣະ​ເຈົ້າ.

ຄຳ​ແນະ​ນຳ​ໃນ​ການ​ແປ

  • ຄຳ​ນີ້​ອາດ​ແປ​ໂດຍ​ໃຊ້​ຄຳ​ຂອງ​ພາ​ສານັ້ນໆ ທີ່​ເຮົາ​ຈະ​ແປ​ເພື່ອ​ອະ​ທິ​ບາຍ​ເຖິງ​ຄວາມ​ສຳ​ພັນ​ພິ​ເສດ​ຂອງ​ພໍ່​ແມ່​ແລະ​ລູກ. ແຕ່​ໃຫ້​ແນ່​ໃຈ​ວ່າ​ຄຳ​ນີ້​ມີ​ຄວາມ​ໝາຍ​ທີ່​ເປັນ​ພາບ​ປຽບ​ທຽບ​ຫລື​ຄວາມ​ໝາຍ​ຝ່າຍ​ວິນ​ຍານ.
  • ຄຳ​ທີ່​ວ່າ "ການ​ຖືກ​ຮັບ​ເປັນ​ລູກ" ກໍ​ອາດ​ແປ​ໄດ້​ວ່າ "ພ​ຣະ​ເຈົ້າ​ໄດ້​ຊົງຮັບ​ໃຫ້​ເປັນ​ລູກ​ຂອງ​ພຣະ​ອົງ" ຫລື "ເປັນລູກ​ຂອງ​ພ​ຣະ​ເຈົ້າ​ຝ່າຍ​ວິນ​ຍານ."

(​ເບີ່ງເພີ້ມເຕີມ: heir, inherit, spirit)


ກຳນົດໄວ້ລ່ວງໜ້າ, ຖືກກຳນົດໄວ້ລ່ວງໜ້າ

ນິຍາມ

ຄຳວ່າ "ກຳນົດໄວ້ລ່ວງໜ້າ" ແລະ "ຖືກກຳນົດໄວ້ລ່ວງໜ້າແລ້ວ" ອ້າງເຖິງການຕັດສິນໃຈຫລືການວາງແຜນລ່ວງໜ້າວ່າບາງສິ່ງຈະເກີດຂຶ້ນ

  • ຄຳນີ້ຈະອ້າງເປັນພິເສດເຖິງການກຳນົດໄວ້ລ່ວງໜ້າຂອງພະເຈົ້າໃຫ້ສຳລັບຄົົນທີ່ຈະໄດ້ຮັບຊີວິດນິຣັນດອນ
  • ບາງເທື່ອກໍໃຊ້ຄຳວ່າ "ກຳນົດລ່ວງໜ້າ" ຊຶ່ງໝາຍເຖິງການຕັດສິນໃຈໄວ້ລ່ວງໜ້າເຊັ່ນກັນ

ຄຳແນະນຳໃນການແປ

  • ຄຳວ່າ "ກຳນົດໄວ້ລ່ວງໜ້າ" ສາມາດແປວ່າ "ຕັດສິນໃຈກ່ອນ" ຫລື "ຕັດສິນໃຈກ່ອນເວລາ"
  • ຄຳວ່າ "ກຳນົດໄວ້ລ່ວງໜ້າ" ສາມາດແປວ່າ "ໄດ້ຕັດສິນໃຈດົນມາແລ້ວ" ຫລື "ໄດ້ວາງແຜນກ່ອນເວລາ" ຫລື "ໄດ້ຕັດສິນໃຈກ່ອນເວລາແລ້ວ"
  • ການໃຊ້ຖ້ອຍຄຳ ຢ່າງເຊັ່ນ "ກຳນົດລ່ວງໜ້າພວກເຮົາ" ສາມາດແປວ່າ "ຕັດສິນໃຈດົນມາແລ້ວວ່າພວກເຮົາ" ຫລື "ຕິດສິນໃຈມາຮຽບຮ້ອຍແລ້ວກ່ອນເວລາທີ່ພວກເຮົາ"
  • ໝາຍເຫດການແປຄຳນີ້ຄວນແຕກຕ່າງຈາກການແປຄຳວ່າ "ຮູ້ຕັວລ່ວງໜ້າ"

ກົດມໝາຍ, ກົດບັນຍັດຂອງໂມເຊ, ກົດບັນຍັດຂອງພຮະເຈົ້າ, ກົດບັນຍັດຂອງຊາວຢິວ

ນິຍາມ

ຄຳທັງໝົດເຫຼົ່ານີ້ເວົ້າເຖີງຄຳສັ່ງ ແລະ ຄຳສອນຕ່າງຽທີ່ພຮະເຈົ້າມອບໄວ້ໃຫ້ແກ່ໂມເຊເພື່ອໃຫ້ຊາວອິດສະເອນເຮັດຕາມ ຄໄວ່າ " ກົດ " ແລະ " ພຣະບັນຍັດຂອງພຣະເຈົ້າ " ໂດຍປົກກະຕິແລ້ວຈະໃຊ້ພື່ອອ້າງອີງເຖິງທຸກສິ່ງມີ່ພຣະເຈົ້າຕ້ອງການໃຫ້ປະຊາຊົນຊອງພຣະອົງເຊື່ອຟັງ.

  • ຂື້ນຢູ່ກັບສະພາບການຄຳວ່າ " ກົດ " ສາມາດອ້າງອິງເຖີງສິ່່ງຕໍ່ໄປນີ້.
  • ພຣະບັນຍັດສິບປະການທີ່ພຣະເຈົ້າໄດ້ຂຽນເທິງແຜ່ນສິລາສຳລັບຊາວອິດສເອນ.
  • ກົດບັນຍັດທັງໝົດໄດ້ມອບໃຫ້ໂມເຊ.
  • ພຣະຄຳຫ້າເລ້້ມທຳອິດຂອງປື້ມພຣະຄຳພີເດີມ.
  • ພຣະຄຳພີພັນທະສັນສາຍາເດີມທັງໝົດ ( ໄດ້ອ້າງອີງເຖິງ " ພຣະຄຳພີ "

ໃນພັນທະສັນຍາໃໝ່ອີກດ້ວຍ.)

  • ຄຳສັ່ງສອນທັງໝົດຂອງພຣະເຈົ້າ ແລະ ຄວາມປາດຖະໝາ.
  • ວະລີ (ປະໂຫຍກ) ກົດບັນຍັດ ແລະ ຜູ້ເຜີຍຖ້ອຍຄຳຂອງພຣະເຈົ້າ ຖືກໃຊ້ໃນພັນທະສັນຍາໃໝ່ເພື່ອອ້າງອີງເຖິງພຣະຄຳພີຂອງຮິບຣູ ( ພັນທະທະສັນຍາສັນຍາເດີມ )

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໂດຍການໃຊ້ຄຳນາມ " ກົດໝາຍທັງຫຼາຍ " ນັບຕັ້ງແຕ່ພວກເຂົາອ້າງອີງເຖີງຄຳເເນະນຳຢ່າງຫຼວງຫຼາຍ.
  • ຄຳວ່າ " ກົດບັນຍັດຂອງໂມເຊ " ສາມາດແປວ່າ " ກົດບັນຍັດທີ່ພຣະເຈົ້າໄດ້ຊົງບອກໃຫ້ໂມເຊມອບໃຫ້ແກ່ຊາວອິດສເອນ. "
  • ຂື້ນຢູ່ກັບສະພາບການ ຄຳວ່າ " ກົດບັນຍັດຂອງໂມເຊ " ສາມາດແປວ່າ " ກົດບັດຍັດທີ່ພຣະເຈົ້າບອກໃຫ້ໂມເຊ " ຫຼື " ກົກບັນຍັດຂອງພຣະເຈົ້າທີ່ໂມເຊໄດ້ຂຽນໄວ້ " ຫຼື " ກົດບັນບັດທີ່ພະເຈົ້າໄດ້ບອກໂມເຊເພື່ອມ້ອມໃຫ້ແກ່ຊາວອິດສເອນ. "
  • ວິທີການແປຄຳວ່າ " ກົດບັນຍັດ " ຫຼື " ກົດບັນຍັດຂອງພຣະເຈົ້າ " ສາມາດລວບລວມຄຳວ່າ " ພະບັນຍັດຂອງພຣະເຈົ້າ " ຫຼື " ພະບັນຊາຂອງພຣະເຈົ້າ " ຫຼື " ບັນດາກົດຕ່າງໆທີ່ພຣະເຈົ້າປະທ່ານໃຫ້ " ຫຼື " ທຸກສິ່ງທີ່ພຣະເຈົ້າບັນຊາ " ຫຼື " ຄຳສັ່ງສອນທັງໝົດຂອງພຣະເຈົ້າ. "
  • ວະລີ ( ປະໂຫຍກ ) " ກົດໝາຍຂອງພຣະເຈົ້າຢາເວ " ສາມາດແປວ່າ " ກົດໝາຍຕ່າງໆຂອງພຣະເຈົ້າຢາເວ " ຫຼື " ກົດໝາຍທີ່ພຣະເຈົ້າຢາເວ " ເວົ້າໃຫ້ຟັງ " ຫຼື "ກົດໝາຍຈາກພຣະເຈົ້າຢາເວ " ຫຼື " ສິ່ງຕ່າງໆທີ່ພຣະເຈົ້າຢາເວຊົງບັນຊາ. "

ກຽດ, ໃຫ້ກຽດ

ນິຍາມ

ຄຳວ່າ "ກຽດ" ແລະ "ໃຫ້ກຽດ" ອ້າງເຖິງບາງຄົນເຄົາລົບ, ນັບຖື ຍົກຍ້ອງ, ຫລືການຄາລະວະ.

  • ກຽດຕິຍົດປົກກະຕິຈະໃຫ້ແກ່ບາງຄົນຜູ້ທີ່ຢູ່ໃນຖານະທີ່ສູງກວ່າແລະມີຄວາມສຳຄັນ, ຢ່າງເຊັ່ນກະສັດຫລືພຣະເຈົ້າ.
  • ພຣະເຈົ້າຊົງສອນໃຫ້ຄຣິດສະຕຽນໃຫ້ກຽດຜູ້ອື່ນ, ແຕ່ບໍ່ໃຫ້ສະແຫວງຫາກຽດສຳລັບຕົນເອງ.
  • ເດັກນ້ອຍ ຖືກສອນໃຫ້ກຽດພໍ່ແມ່ຂອງພວກເຂົາ ຊຶ່ງລວມເຖິງຄວາມເຄົາລົບແລະການເຊື່ອຟັງ.

ຄຳວ່າ "ກຽດ" ແລະ "ສິຣິ" ມັກຈະຖືກໃຊ້ນຳກັນ, ໂດຍສະເພາະເມື່ອກ່າວເຖິງພຣະເຢຊູ .ນີ້ອາດຈະເປັນວິທີການສອງຢ່າງທີ່ແຕກຕ່າງກັນໃນການກ່າວເຖິງສິ່ງດຽວກັນ.

  • ກຽດທີ່ໃຫ້ແດ່ພຣະເຈົ້າລວມເຖິງການຂອບຄຸນ ແລະສັນລະເສີນພຣະອົງ, ແລະສະແດງຄວາມເຄົາລົບຕໍ່ພຣະອົງໂດຍການເຊື່ອຟັງພຣະອົງ ແລະໃຊ້ຊີວິດໃນທາງທີ່ສະແດງໃຫ້ເຫັນວ່າພຣະອົງຊົງຍິ່ງໃຫຍ່ພຽງໃດ.

ຄຳແນະນຳໃນການແປ

  • ວິທີອື່ນທີ່ຈະແປ "ກຽດ" ລວມເຖິງ, "ເຄົາລົບ" ຫລື "ການຍົກຍ້ອງ" ຫລື "ນັບຖືຢ່າງສູງ."
  • ຄຳວ່າ "ໃຫ້ກຽດ" ສາມາດແປວ່າ "ສະແດງຄວາມເຄົາລົບພິເສດແກ່" ຫລື "ເຮັດໃຫ້ໄດ້ຮັບການສັນເລະເສີນ" ຫລື "ສະແດງຄວາມນັບຖືຢ່າງສູງສຳລັບ" ຫລື "ໃຫ້ຄວາມສຳຄັນຢ່າງສູງ."

ເກີດໃໝ່, ເກີດຈາກພຣະເຈົ້າ,ບັງເກີດໃໝ່

ນິຍາມ

ຄຳວ່າ“ ເກີດໃໝ່” ຄັ້ງທຳອິດໂດຍພຣະເຢຊູໃຊ້ເພື່ອພັນລະນາເຖິງຄວາມໝາຍຂອງພຣະເຈົ້າທີ່ຈະປ່ຽນບຸກຄົນຈາກການຕາຍໃຫ້ກາຍເປັນຊີວິດທາງວິນຍານ. ຄຳສັບທີ່ວ່າ "ເກີດຈາກພຣະເຈົ້າ" ແລະ "ເກີດຈາກພຣະວິນຍານ" ກໍ່ໝາຍເຖິງບຸກຄົນທີ່ໄດ້ຮັບຊີວິດທາງວິນຍານໃໝ່.

  • ມະນຸດທຸກຄົນເກີດມາທາງວິນຍານທີ່ຕາຍແລ້ວແລະໄດ້ຮັບ“ ການເກີດໃໝ່” ເມື່ອພວກເຂົາຍອມຮັບເອົາພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງພວກເຂົາ.
  • ໃນຊ່ວງເວລາແຫ່ງການເກີດໃໝ່ທາງວິນຍານ, ພຣະວິນຍານບໍລິສຸດຂອງພຣະເຈົ້າເລີ່ມຕົ້ນອາໄສຢູ່ໃນຜູ້ທີ່ເຊື່ອໃໝ່ ແລະສ້າງຄວາມເຂັ້ມແຂງໃຫ້ລາວເພື່ອໃຫ້ເກີດໝາກໄມ້ທາງວິນຍານທີ່ດີໃນຊີວິດຂອງລາວ.
  • ມັນແມ່ນວຽກຂອງພຣະເຈົ້າທີ່ເຮັດໃຫ້ຄົນເຮົາເກີດໃໝ່ ແລະກາຍມາເປັນລູກຂອງພຣະອົງ.

ຄຳແນະນຳໃນການແແປ

  • ອີກວິທີໜຶ່ງທີ່ຈະແປວ່າ "ເກີດໃໝ່" ອາດປະກອບມີ, "ເກີດມາ ໃໝ່" ຫລື "ເກີດມາທາງວິນຍານ."
  • ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປ ຄຳສັບນີ້ໃຫ້ເປັນຕົວຈິງແລະໃຊ້ ຄຳທຳມະດາໃນພາສາທີ່ຈະໃຊ້ສຳລັບເກີດ.
  • ຄຳວ່າ "ການເກີດໃໝ່" ອາດຈະຖືກແປວ່າ "ການເກີດໃໝ່ທາງວິນຍານ."
  • ປະໂຫຍກທີ່ວ່າ "ເກີດຈາກພຣະເຈົ້າ" ສາມາດຖືກແປເປັນ, "ທີ່ເກີດຈາກພຣະເຈົ້າທີ່ຈະມີຊີວິດໃຫມ່ຄືກັບເດັກເກີດໃຫມ່" ຫລື "ໃຫ້ຊີວິດໃຫມ່ໂດຍພຣະເຈົ້າ."
  • ໃນທາງດຽວກັນ, "ເກີດຈາກພຣະວິນຍານ" ສາມາດຖືກແປເປັນ, "ໃຫ້ຊີວິດໃໝ່ໂດຍພຣະວິນຍານບໍລິສຸດ" ຫລື "ອໍານາດໂດຍພຣະວິນຍານບໍລິສຸດກາຍເປັນລູກຂອງພຣະເຈົ້າ" ຫລື "ທີ່ເກີດຈາກພຣະວິນຍານມີຊີວິດ ໃໝ່ຄືກັບເດັກເກີດໃໝ່ເດັກນ້ອຍ. "

ຂອງຂວັນ,ຂອງປະທານ

ນິຍາມ

ຄຳວ່າ "ຂອງຂັວນ" ອ້າງເຖິງຫຍັງກໍໄດ້ທ່ີ່ຄົນໜຶ່ງໄດ້ຮັບຫລືໃຫ້ແກ່ບາງຄົນ. ຂອງຂວັນຄືສິ່ງທີ່ໃຫ້ໂດຍບໍ່ໄດ້ຄາດຫວັງວ່າຈະໄດ້ຫຍັງກັບຄືນມາ.

  • ເງິນ, ອາຫານ, ເສື້ອຜ້າ,ຫລືແມ່ນຫຍັງກໍຕາມທ່ີ່ໃຫ້ແກ່ຄົນຍາກຈົນເອີ້ນວ່າ "ຂອງຂວັນ."
  • ໃນພຣະຄັມພີ,ຂອງຖວາຍຫລືເຄື່ອງບູຊາທ່ີ່ໃຫ້ແກ່ພຣະເຈົ້າເອີ້ນວ່າຂອງຂວັນ.
  • ຂອງຂວັນຂອງຄວາມລອດຄືບາງສິ່ງທ່ີ່ພຣະເຈົ້າໃຫ້ເຮົາຜ່ານທາງຄວາມເຊື່ອໃນພຣະເຢຊຸ.
  • ໃນພັນທະສັນຍາໃຫມ່ ຄຳວ່າ "ຂອງປະທານ" ກໍໃຊ້ເພື່ອບົ່ງບອກເຖິງຄວາມສາມາດພິເສດຝ່າຍວິນຍານທ່ີ່ພຣະເຈົ້າໃຫ້ແກ່ຄຣິສະຕຽນທັງຫລາຍເພື່ອຮັບໃຊ້ຜຸ້ອື່ນ.

ຄຳແນະນຳການແປ

  • ຄວາມທົ່ວໄປຂອງຄຳວ່າ" ຂອງຂັວນ" ສາມາດແປດວ້ຍຄຳຫລືຄຳທ່ີ່ໝາຍເຖິງ "ຂອງບາງສິ່ງທີ່ໄດ້ມາ".
  • ໃນບໍຣິບົດທ່ີ່ໃຜຈັກຄົນນຶ່ງມີຂອງຂວັນຫລືຄວາມສາມາດພິເສດທ່ີ່ມາຈາກພຣະເຈົ້າ "ຂອງຂວັນຈາກພຣະວິນຍານ" ສາມາດແປໄດ້ອີກວ່າ "ຄວາມສາມາດຝ່າຍວິນຍານ" ຫລື "ຄວາມສາມາດພິເສດຈາກພຣະວິນຍານບໍຣິສຸດ" ຫລື " ຄວາມສາມາດຝ່າຍວິນຍານຈິດ ທ່ີ່ພຣະເຈົ້າປະທານໃຫ້."

ຂາດຄວາມເຊື່ອ, ການຂາດຄວາມເຊື່ອ

ນິຍາມ

ຄໍາວ່າ "ຄວາມເຊື່ອ" ໝາຍເຖິງການບໍ່ມີຄວາມເຊື່ອຫລືບໍ່ສັດທາ.

  • ຄໍານີ້ໃຊ້ເພື່ອບັນລະຍາຍເຖິງຄົນທີ່ບໍ່ສັດທາໃນພຣະເຈົ້າ, ຊຶ່ງສາມາດເຫັນໄດ້ຈາກການກະທໍາຂອງລາວທີ່ບໍ່ມີສັດທາ.
  • ຜູ້ປະກາດພຣະທັມເຢເຣມີຢາໄດ້ຕໍາໜິຊົນຊາດອິສະຣາເອນທີ່ ຂາດຄວາມເຊື່ອ ແລະບໍ່ເຊື່ອຟັງພຣະເຈົ້າ.
  • ພວກເຂົາໄດ້ນະມັດສະການຮູບເຄົາລົບ ແລະຕິດຕາມພຣະປອມຕ່າງໆ ທີ່ບໍ່ຖືກຕ້ອງຂອງຄົນຊາດອື່ນທີ່ບໍ່ໄດ້ນະມັດສະການ ຫລືເຊື່ອຟັງພຣະເຈົ້າ.

ຄໍາແນະນຳການແປ

  • ຂຶ້ນຢູ່ກັບກໍລະນີຂອງຂໍ້ນັ້ນ ຄໍາວ່າ "ຂາດຄວາມເຊື່ອ" ສາມາດແປໄດ້ອີກວ່າ "ບໍ່ສັດຊື່" ຫລື "ຄວາມບໍ່ສັດທາ" ຫລື "ບໍ່ເຊື່ອຟັງ ພຣະເຈົ້າ" ຫລື "ບໍ່ສັດທາ."
  • ຄໍາວ່າ "ການຂາດຄວາມເຊື່ອ" ສາມາດແປໄດ້ວ່າ "ຄວາມບໍ່ສັດທາ" ຫລື "ຄວາມບໍ່ສັດຊື່" ຫລື "ກະບົດຕໍ່ຕ້ານພຣະເຈົ້າ."

ຂາ່ວດີ,ຂ່າວປະເສີດ,ພຣະກິດຕິຄຸນ

ນິຍາມ

ຄຳວ່າ "ຂ່າວປະເສີດ" ຕາມຕົວອັກສອນໝາຍເຖິງ "ຂ່າວດີ" ອ້າງເຖິງຂໍ້ຄວາມຫລືການປະກາດທີ່ບອກແກ່ຜູ້ທີ່ເປັນສຳລັບພວກເຂົາແລະເຮັດໃຫ້ພວກເຂົາຍິນດີ.

  • ໃນພຣະຄັມພີ,ຄຳນີ້ມັກຈະໝາຍເຖິງຂໍ້ຄວາມກ່ຽວກັບຄວາມລອດຂອງພຣະເຈົ້າສຳລັບຜູ້ຄົນໂດຍທາງການຖວາຍບູຊາພຣະເຢຊູຄຣິດເທິງໄມ້ກາງແຂນ.
  • ໃນຄຳພີພາສາອັງກິດສ່ວນໃຫຍ່ "ຂ່າວດີ" ມັກແປວ່າ "ຂ່າວປະເສີດ" ແລະໃຊ້ໃນຄຳເຊັ່ນ " ຂ່າວປະເສີດຂອງພຣະເຢຊູຄຣິດ,"

" ຂ່າວປະເສີດຂອງພຣະເຈົ້າ" ແລະ " ຂ່າວປະເສີດຂອງອານາຈັກ"

ຄຳແນະນຳການແປ

" ວິທີຕ່າງໆໃນການແປຄຳນີ້ອາດລວມເຖິງ "ຂ່າວສານທີ່ດີ" ຫລື "ຄຳປະກາດທີ່ດີ" ຫລື "ຂໍ້ຄວາມແຫ່ງຄວາມລອດຂອງພຣະເຈົ້າ" ຫລື "ສິ່ງທ່ີ່ພຣະເຈົ້າສອນກ່ຽວກັບພຣະເຢຊູ."

  • ຂື້ນຢູ່ກັບບໍຣິບົດ,ວິທີການແປຄຳທ່ີ່ວ່າ "ຂ່າວດີຂອງ" ຫລື "ສາມາດລວມເຖິງຂ່າວດີ/ຂ່າວສານກ່ຽວກັບ" ຫລື "ຂ່າວສານທ່ີ່ດີໆຈາກ" ຫລື" ສິ່ງດີໆທີ່ພຣະເຈົ້າຊົງບອກເຮົາກ່ຽວກັບການຊ່ວຍເຫລືອມະນຸດ."

ເຂົ້າຈີ່ບໍ່ມີເຊື້ອແປ້ງ

ນິຍາມ

ຄຳວ່າ "ເຂົ້າຈີ່ບໍ່ມີເຊື້ອແປ້ງ" ອ້າງເຖິງເຂົ້າຈີ່ທີ່ເຮັດໂດຍບໍ່ໃຊ້ເຊື້ອແປ້ງຫລືເຊື້້ອໝັກໃຫ້ຟູອື່ນໆ. ເຂົ້າຈີ່ຊະນິດນີ້ຈະແປເພາະວ່າມັນບໍ່ມີເຊື້ອໝັກໃຫ້ຟູທີ່ຈະເຮັດໃຫ້ເຂົ້າຈີ່ຟູຂຶ້ນ.

  • ເມື່ອພະເຈົ້າປົດປ່ອຍຊາວອິດສະຣາເອນອອກຈາກການເປັນທາດໃນປະເທດເອຢິບ, ພະອົງຊົງບອກໃຫ້ພວກເຂົາໜີອອກຈາກເອຢິບຢ່າງວ່ອງໄວໂດຍບໍ່ຕ້ອງລໍຖ້າເຂົ້າຈີ່ຟູຂຶ້ນ. ເຂົາຈຶ່ງຮັບປະທານເຂົ້າຈີ່ຂາດເຊື້ອແປ້ງໃນມື້ອາຫານຂອງເຂົາ. ຕັ້ງແຕ່ນັ້ນເຂົ້າຈີ່ຂາດເຊື້ອແປ້ງຈະໃຊ້ໃນການສະເຫລີມສະຫລອງເທດສະການປັດສະຄາປະຈຳປີຂອງພວກເຂົາເພື່່ອເຕືອນພວກເຂົາໃຫ້ຄຶດເຖິງເວລານັ້ນ.
  • ເນື່ອງຈາກເຊື້ອເຂົ້າຈີ່ບາງເທື່ອໃຊ້ເປັນພາບຂອງຄວາມບາບ, "ເຂົ້າຈີ່ຂາດເຊື້ອແປ້ງ" ແທນການກຳຈັດບາບຈາກຊີວິດຂອງບຸກຄົນເພື່ອທີ່ຈະດຳເນີນຊີວິດໃນແບບທີ່ຖວາຍກຽດແກ່ພຣະເຈົ້າ.

ຄຳແນະນຳໃນການແປ

  • ວິທີອື່ນໃນການແປຄຳນີ້ສາມາດລວມເຖິງ, "ເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ" ຫລື "ເຂົ້າຈີ່ແບນທີ່ບໍ່ໄດ້ຟູຂຶ້ນ."
  • ກວດສອບໃຫ້ແນ່ໃຈວ່າຄຳແປຂອງຄຳນີ້ສອດຄ່ອງກັບຄຳທີ່ແປຄຳວ່າ "ເຊື້ອແປ້ງ, ເຊື້ອໝັກໃຫ້ຟູ."
  • ໃນບາງກໍລະນີ ຄຳວ່າ, "ເຂົ້າຈີ່ຂາດເຊື້ອແປ້ງ" ອ້າງເຖິງ "ເທດສະການລ້ຽງເຂົ້າຈີ່ບໍ່ມີເຊື້ອແປ້ງ" ແລະສາມາດແປໄດ້ໃນລັກສະນະເຊັ່ນນັ້ນ.

ເຂົ້າພິທີຕັດ, ການເຂົ້າພິທີຕັດ

ນິຍາມ

ຄຳວ່າ "ເຂົ້າພິທີຕັດ" ໝາຍເຖິງການຕັດໜັງຫຸ້ມປາຍອົງຄະຊາດຂອງຜູ້ຊາຍຫຼືເດັກຊາຍ. ພິທີການເຂົ້າພິທີຕັດອາດຈະຈັດຂື້ນເພື່ອດຳເນີນການໃນເລື່ອງນີ້.

  • ພຣະເຈົ້າໄດ້ສັ່ງກັບອັບຣາຮາມໃຫ້ຜູ້ຊາຍໃນຄອບຄົວແລະຄົນຮັບໃຊ້ທຸກຄົນເຂົ້າພິທີຕັດເພື່ອເປັນເຄື່ອງໝາຍຂອງພັນທະສັນຍາຂອງພຣະເຈົ້າທີ່ພຣະອົງຊົງກະທຳກັບພວກເຂົາ.
  • ພະເຈົ້າໄດ້ຊົງສັ່ງໃຫ້ເຊື້ອສາຍຂອງອັບຣາຮາມຈະຕ້ອງເຮັດການນີ້ຕໍ່ໄປກັບເດັກນ້ອຍຜູ້ຊາຍທີ່ເກີດໃນຄອບຄົວຂອງພວກເຂົາ.
  • ຄຳເວົ້າ, "ການເຂົ້າພິທີຕັດຫົວໃຈ" ໝາຍເຖິງຄຳປຽບທຽບຂອງ "ການຕັດອອກໄປ" ຫລື ການເອົາຄວາມບາບອອກໄປຈາກບຸກຄົນ.
  • ໃນຝ່າຍວິນຍານ, "ການເຂົ້າພິທີຕັດ"ໝາຍເຖິງຄົນທີ່ພຣະເຈົ້າຊົງຊຳລະຈາກບາບໂດຍພຣະໂລຫິດຂອງພຣະເຢຊູ ແລະຜູ້ທີ່ເປັນປະຊາຊົນຂອງພຣະອົງ.
  • ຄຳວ່າ "ບໍ່ໄດ້ເຂົ້າພິທີຕັດ" ໝາຍເຖິງຄົນເຫົ່ຼານັ້ນທີ່ບໍ່ໄດ້ເຂົ້າພິທີຕັດທາງຮ່າງກາຍ. ຄຳນີ້ຍັງໝາຍເຖິງຄົນທີ່ຍັງບໍ່ໄດ້ເຂົ້າພິທີຕັດຝ່າຍວິນຍານ, ຊຶ່ງເປັນບຸກຄົນທີ່ບໍ່ມີຄວາມສຳພັນກັບພຣະເຈົ້າດວ້ຍ.

ຄຳແນະນຳໃນການແປ

  • ຖ້າວັດທະນະທໍາທາງພາສາທີ່ຈະແປມີການເຂົ້າພິທີຕັດໃນຜູ້ຊາຍ, ຄຳທີ່ໃຊ້ຄຳເວົ້າເຖິງການກະທຳນີ້ອາດຈະໃຊ້ສຳລັບຄຳນີ້ໄດ້.
  • ການແປຄຳນີ້ ໃນຮູບແບບອື່ນໆ ໜ້າຈະເປັນ"ຕັດຮອບໆ" ຫຼື

ຕັດເປັນວົງກົມ" ຫຼື "ຕັດໜັງຫຸ້ມອົງຄະຊາດອອກ."

  • ໃນວັດທະນະທໍາທີ່ການເຂົ້າພິທີຕັດບໍ່ເປັນທີ່ຮູ້ຈັກ, ຄຳນີ້ຈຳເປັນຕ້ອງອະທິບາຍໃນສາລະບານຫົວເລື່ອງ.
  • ຂໍໃຫ້ແນ່ໃຈວ່າ ຄຳທີ່ໃຊ້ແປຄຳນີ້ບໍ່ໄດ້ໝາຍເຖິງຜູ້ຍິງ. ຄຳນີ້ຈຳເປັນຕອ້ງແປດ້ວຍຄຳ ຫລື ຄຳເວົ້າທີ່ລວມເຖິງຄວາມໝາຍຂອງ"ຜູ້ຊາຍ."

ຄຣິສຕະຈັກ

ນິຍາມ

ໃນພັນທະສັນຍາໃຫມ່ ຄຳວ່າ "ຄຣິສຕະຈັກ" ກ່າວເຖີງກຸ່ມຜູ້ເຊື່ອໃນພຣະເຢຊູໃນທອ້ງຖິ່ນ ທີ່ມາລວມກັນຢູ່ຢ່າງສະຫມ່ຳສະເໝີເພື່ອທີ່ຈະອະທິຖານ ແລະຟັງພຣະຄຳຂອງພຣະເຈົ້າ ຄຳວ່າ "ຄຣິສຕະຈັກ" ມັກຈະຫມາຍເຖີງຄຣິສຕຽນທຸກຄົນ.

  • ຄຳນີ້ກ່າວຕາມຕົວຫນັງສືວ່າ "ຖືກເອີ້ນອອກມາ"ການລວມກັນ ຫລື ຊຸມນຸມກັນຂອງປະຊາຊົນທີ່ມາລວມກັນເພື່ອເປົ້າຫມາຍສະເພາະ.
  • ເມື່ອຄຳນີ້ໃຊ້ກ່າວເຖີງຜູ້ທີ່ເຊື່ອທຸກຄົນໃນທຸກທີ່ໃນພຣະກາຍຂອງພຣະຄຣິດ ການແປພຣະຄຳພີພາສາອັງກິດບາງສະບັບໃຊ້ຫນັງສືຕົວທຳອິດເປັນຕົວໃຫຍ່("Church") ເພື່ອໃຫ້ເປັນຄວາມແຕກຕ່າງຂອງຄຳນີ້ ຈາກຄຣິສຕະຈັກທອ້ງຖິ່ນ.
  • ບັນດາຜູ້ເຊື່ອໃນເມືອງໃດເມືອງຫນຶ່ງມັກຈະປະຊຸມກັນໃນບ້ານຂອງຄົນໃດຄົນຫນຶ່ງ ຄຣິສຕະຈັກທອ້ງຖິ່ນເຫົ່ລານີ້ໄດ້ຕັ້ງຊື່ຕາມເມືອງນັ້ນໆຢ່າງເຊັ່ນ "ຄຣິສຕະຈັກເອເຟໂຊ" .

ໃນພຣະຄຳພີ "ຄຣິສຕະຈັກ" ບໍ່ໄດ້ຫມາຍເຖີງອາຄານ.

%ຄຳແນະນຳໃນການແປ

  • ຄຳວ່າ "ຄຣິສຕະຈັກ" ສາມາດແປໄດ້ວ່າ "ຊຸມນຸມກັນ" ຫລື "ລວມຕົວກັນ" ຫລື "ການຮວ່ມຊຸມນຸມກັນ" ຫລື "ຄົນທີ່ມາປະຊຸມກັນ" .
  • ຄຳຫລື ຄຳເວົ້າທີ່ໃຊ້ແປຄຳນີ້ຄວນຈະຫມາຍເຖີງຜູ້ເຊື່ອທຸກຄົນ ບໍ່ແມ່ນພຽງກຸ່ມນອ້ຍໆ ພຽງກຸ່ມດຽວ.
  • ຂໍໃຫ້ແນ່ໃຈວ່າການແປຄຳວ່າ "ຄຣິສຕະຈັກ" ບໍ່ໄດ້ຫມາຍເຖີງອາຄານ".
  • ຄຳທີ່ໃຊ້ແປ "ການລວມຕົວກັນ" ໃນພັນທະສັນຍາເດີມສາມາດໃຊ້ແປຄຳນີ້ໄດ້ດວ້ຍ.
  • ຂໍໃຫ້ພິຈາຣະນາໃຫ້ດີໃນການແປຄຳນີ້ ໃນການແປພຣະຄັມພີໃນພາສາທອ້ງຖິ່ນ ຫລື ພາສາກາງ.

ຄຣິສຕຽນ

ນິຍາມ

ຫລັງຈາກທີ່ພຣະເຢຊູສະເດັດກັບສູ່ສະຫັວນ ຄົນທົ່ວໄປໄດ້ເອີ້ນຊື່"ຄຣິສຕຽນ" ທີ່ມີຄວາມຫມາຍວ່າ "ຜູ້ຕິດຕາມພຣະຄຣິດ"

  • ບັນດາຜູ້ຕິດຕາມພຣະເຢຊູໄດ້ຖືກເອີ້ນວ່າ "ຄຣິສຕຽນ"ເປັນຄັ້ງທຳອິດໃນເມືອງອັນທີໂອເຂຍ.
  • ຄຣິສຕຽນເປັນຜູ້ທີ່ສັດທາວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າແລະຜູ້ທີ່ວາງໃຈໃນພຣະເຢຊູທີ່ຈະຊວ່ຍເຂົາໃຫ້ລອດຈາກບາບທັງປວງຂອງເຂົາ.
  • ໃນສະໄຫມປະຈຸບັນນີ້ ຫລາຍຄັ້ງທີ່ຄຳວ່າ "ຄຣິສຕຽນ"ໃຊ້ສຳຫລັບຄົນທີ່ລະບຸຕົວຕົນວ່າເປັນຄົນຖືສາດສະຫນາຄຣິສ ແຕ່ບໍ່ໄດ້ເປັນຜູ້ຕິດຕາມພຣະເຢຊູຈິງໆ ນີ້ບໍ່ແມ່ນຄວາມ

ຫມາຍຂອງ "ຄຣິສຕຽນ" ໃນພຣະຄຳພີ.

  • ເພາະຄຳວ່າ "ຄຣິສຕຽນ " ໃນພຣະຄຳພີກ່າວເຖີງບາງຄົນທີ່ເປັນຜູ້ສັດທາຢ່າງແທ້ຈິງໃນພຣະເຢຊູ ຄຣິສຕຽນຍັງຖືກເອີ້ນວ່າ

"ຜູ້ສັດທາ"ດວ້ຍ.

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ວ່າ "ຜູ້ຕິດຕາມພຣະຄຣິດ" ຫລື "ຜູ້ຕິດຕາມຂອງພຣະຄຣິດ" ຫລືບາງທີກໍເຫມືອນກັບ "ຄົນຂອງພຣະຄຣິດ".
  • ຂໍໃຫ້ແນ່ໃຈວ່າການແປຄຳນີ້ຈະແຕກຕ່າງໄປຈາກຄຳທີ່ໃຊ້ສຳຫລັບສາວົກ ຫລືປະໂລຫິດ.
  • ຂໍໃຫ້ລະມັດລະວັງໃນການແປຄຳນີ້ດວ້ຍຄຳທີ່ສາມາດກ່າວເຖີງ

ທຸກຄົນທີ່ເປັນຜູ້ສັດທາ ໃນພຣະເຢຊູ ບໍ່ແມ່ນສະເພາະກຸ່ມຄົນ.

  • ຂໍພິຈາຣະນາໃຫ້ດີໃນການແປຄຳນີ້ໃນພຣະຄຳພີໃນພາສາທອ້ງຖິ່ນ ຫລື ພາສາກາງດວ້ຍ.

ຄວາມກະຕືລືລົ້ນ, ກະຕືລືລົ້ນ

ນິຍາມ

ຄຳວ່າ " ຄວາມກະຕືລືລົ້ນ" ແລະ" ກະຕືລືລົ້ນ" ອ້າງເຖິງການອຸທິດຕົນເພື່ອສະນັບສະໜູນບຸກຄົນຫລືແນວຄິດ.

  • ຄວາມກະຕືລືລົ້ນ ມີຄວາມປາຖະນາຢ່າງແຮງກ້າແລະການກະທຳ

ຕ່າງໆ ທີ່ສົ່ງເສີມເຫດທີ່ດີ ມັກໃຊ້ຢູ່ສະເມີໃນການອະທິບາຍເຖິງຄົນທີ່ສັດທາເຊື່ອຟັງໃນພຣະເຈົ້າແລະສອນໃຫ້ຄົນອື່ນທຳເຊັ່ນນັ້ນດ້ວຍ

  • ການກະຕືລືລົນໝາຍເຖິງການໃສ່ຄວາມພະຍາຍາມຈິງ​ຈັງໃນການງານບາ​​ງຢ່າງໂດຍບໍ່​ເຊົາ​ຕໍ່ຄວາມພະຍາຍາມ.
  • ຄຳວ່າ " ຄວາມກະຕືລືລົ້ນຂອງອົງພຣະຜູ້ເປັນເຈົ້າ" ຫລື" ຄວາມກະຕືລືລົ້ນຂອງພຣະຢາເວ" ອ້າງເຖິງຄວາມເຂັ້ງແຂງ ການກະທຳທີ່ບໍ່ລົດລະທີ່ຈະອວຍພອນແກ່ປະຊາຊົນຂອງພຣະອົງ ຫລື ເພື່ອໃຫ້ເກີດຄວາມຊອບທຳ.

ຄຳແນະນຳໃນການແປ

  • "ການກະຕືລຶລົ້ນ" ສາມາດແປວ່າ "ຈົ່ງຂະ​ຫຍັນຢ່າງວ່ອງໄວ" ຫລື "ພະຍາຍາມຢ່າງສູງສຸດ."
  • ຄຳວ່າ "ຄວາມກະຕືລືລົ້ນ" ສາມາດແປວ່າ "ຄວາມອຸທິດຕົນທີ່ມີພະ

ລັງ" ຫລື "ຄວາມກະຕືລືລົ້ນທີ່ຊອບທັມ."

  • ວະລີວ່າ " ກະຕືລືລົ້ນສຳລັບບ້ານຂອງທ່ານ" ສາມາດແປໄດ້ວ່າ "ໃຫ້ກຽດຢ່າງຍິ່ງຕໍ່ວິຫານຂອງທ່ານ" ຫລື "ຄວາມປາຖະນາຢ່າງແຮງກ້າໃນການດູແລບ້ານຂອງທ່ານ."

ຄວາມໂກດຮ້າຍ, ຄວາມຄຽດຮ້າຍແຮງ

ນິຍາມ

ຄວາມຄຽດຮ້າຍເປັນຄວາມຄຽດຢ່າງຮ້າຍແຮງຊຶ່ງບາງຄັ້ງກໍຍັງຄ້າງຢູ່ໃນໃຈຂອງພວກເຮົາໂດຍສະເພາະໝາຍເຖິງການພິພາກສາອັນຊອບທຳຂອງພຣະເຈົ້າກ່ຽວກັບບາບແລະການລົງໂທດຜູ້ທີ່ທໍລະຍົດຕໍ່ພຣະອົງ.

  • ໃນພຣະຄຳພີ "ຄວາມໂກດຮ້າຍ" ໂດຍປົກກະຕິແລ້ວແມ່ນຄວາມໂກດຂອງພຣະເຈົ້າຕໍ່ມະນຸດທັງຫຼາຍທີ່ໄດ້ທຳບາບຕໍ່ສູ້ພຣະອົງ.
  • "ຄວາມໂກດຮ້າຍຂອງພຣະເຈັົ້າ" ຍັງໄດ້ກ່າວເຖິງການພິພາກສາແລະການລົງໂທດເພາະຄວາມບາບ.
  • ຄວາມໂກດຮ້າຍຂອງພຣະເຈົ້າເປັນການລົງໂທດທີ່ຊອບທຳແກ່ມະນຸດທີ່ບໍ່ກັບໃຈຈາກບາບຂອງພວກເຂົາ.

ຄຳແນະນຳໃນການແປ:

  • ຂຶ້ນຢູ່ກັບກໍລະນີ ໃນວິທີອື່ນໆ ທີ່ໃຊ້ເນື້້ອຄວາມນີ້ອາດຮວມເຖິງ

"ຄວາມໂກດຮ້າຍ" ຫຼື "ການພິພາກສາທີ່ຊອບທຳ" ຫຼື "ຄວາມໂກດ."

  • ເມື່ອເວົ້າເຖິງພຣະພິໂລດຂອງພຣະເຈົ້າ ຈົງໃຫ້ແນ່ວ່າຄຳຫຼືຖ້ອຍຄຳທີ່ໃຊ້ໃນການແປໃນຄຳນີ້ບໍ່ໄດ້ໝາຍເຖິງການໂມໂຫຮ້າຍດ້ວຍຄວາມບາບຫຼືຄວາມໂກດຂອງພຣະເຈົ້າເປັນຄວາມຍຸຕິທຳແລະບໍລິສຸດສັກສິດ.

ຄວາມສັດຊື່ໃນພັນທະສັນຍາ, ຄວາມພັກດີຂອງພັນທະສັນຍາ, ຄວາມຮັກເມດຕາ, ຄວາມຮັກທີ່ບໍ່ຫຼົ້ມເຫຼວ.

ນິຍາມ

ຄຳນີ້ໃຊ້ເພື່ອອະທິບາຍຄວາມມຸ່ງໝັ້ນຂອງພຣະເຈົ້າໃນການປະຕິບັດຕາມສັນຍາ ທີ່ພຣະອົງໄດ້ທຳກັບປະຊາຊົນຂອງພຣະອົງ.

  • ພຣະເຈົ້າໄດ້ຊົງທຳສັນຍາກັບຄົນອິດສະຣາເອນເປັນຂໍ້ຕົງລົງຢ່າງເປັນທາງການທີ່ເອີ້ນວ່າ "ພັນທະສັນຍາ."
  • "ຄວາມສັດຊື່ໃນພັນທະສັນຍາ" ຫຼື "ຄວາມຈົງຮັກພັກດີຂອງພັນທະສັນຍາ" ຂອງພຣະເຈົ້າຢາເວ ກ່າວເຖິງຂໍ້ຄວາມເເທ້ຈິງ ທີ່

ວ່າ ພຣະອົງຍັງຄົງຮັກສາສັນຍາຂອງຕົນໄວ້ກັບປະຊາຊົນຂອງພຣະອົງ.

  • ຄວາມສັດຊື່ຂອງພຣະເຈົ້າທີ່ຈະຮັກສາພັນທະສັນຍາຂອງພຣະອົງຄື ການສະແດງອອກເຖິງພຣະຄຸນຂອງພຣະອົງທີ່ມີຕໍ່ປະຊາຊົນຂອງພຣະອົງ.
  • ຄຳວ່າ "ຄວາມຈົງຮັກພັກດີ" ເປັນອີກຄຳໜຶ່ງທີ່ໝາຍເຖິງ ຄວາມມຸ່ງໝັ້ນ ແລະເຊື່ອຖືໄດ້ໃນການທຳ ແລະເວົ້າໃນສິ່ງທີ່ໄດ້ສັນຍາໄວ້ແລະທີ່ຈະເປັນປະໂຫຍດຕໍ່ຜູ້ອື່ນ.

ຄຳແນະນຳໃນການແປ

  • ວິທີການແປຄຳນີ້ ຈະຂຶ້ນຢູ່ກັບວິທີແປຄຳວ່າ "ພັນທະສັນຍາ" ແລະ "ຄວາມສັດຊື່"
  • ວິທີໃນການແປຄຳນີ້ອາດລວມເຖິງ, " ຄວາມຮັກທີ່ສັດຊື່," ຫຼື

"ຄວາມພັກດີທີ່ມຸ່ງໝັ້ນຮັກ" ຫຼື "ຄວາມຮັກທີ່ໄວ້ເນື້ອເຊື່ອໃຈ."


ຄວາມສຳນຶກ

ນິຍາມ

ຄວາມສຳນຶກເປັນສ່ວນໜຶ່ງຂອງຄວາມຄິດຂອງບຸກຄົນ ຊຶ່ງພຣເຈົ້າໃຫ້ເຂົາເຂົ້າໃຈວ່າເຂົາທຳສິ່ງທີ່ຜິດບາບ.

  • ພຣະເຈົ້າໄດ້ໃຫ້ຄວາມສຳນຶກແກ່ມະນຸດທີ່ຈະຊ່ວຍພວກເຂົາ ໃຫ້ຮູ້ເຖິງຄວາມແຕກຕ່າງລະຫວ່າງສິ່ງທີ່ຖືກຕ້ອງແລະສິ່ງທີ່ຜິດ.
  • ບຸກຄົນທີ່ເຊື່ອຟັງພຣະເຈົ້າເວົ້າໄດ້ວ່າເຂົາມີຄວາມສຳນຶກ"ບໍຣິ

ສຸດ" ຫຼື "ຊັດເຈນ" ຫຼື "ສະອາດ" .

  • ຖ້າບຸກຄົນມີ " ຄວາມສຳນຶກທີ່ຊັດເຈນ" ໝາຍເຖິງເຂົາບໍ່ໄດ້ຊ້ອນຄວາມບາບໃດໆ .
  • ຖ້າບຸກຄົນລະເລີຍຕໍ່ຄວາມສຳນຶກຂອງຕົນແລະບໍ່ຮູ້ສຶກຜິດໃດໆຕໍ່ການທຳຜິດ ພຣະຄຳພີເອີ້ນສິ່ງນີ້ວ່າຄວາມສຳນຶກທີ່"ຂຸ່ນມົວ" ຊຶ່ງນີ້ກໍຈະ"ກ່າວຫາວ່າ"ເປັນເໝືອນເຫຼັກຮ້ອນ ຄວາມສຳນຶກເຊັ່ນນີ້ຍັງເອີ້ນວ່າ "ເຢັນຊາ" ແລະເປັນ"ມົນທິນບາບ" .
  • ວິທີແປທີ່ໜ້າຈະເປັນໄປໄດ້ສຳລັບຄຳນີ້ຄວນຈະລວມ"ຂໍ້ແນະນຳສິລະທຳພາຍໃນ" ຫຼື ຄວາມຄິດທາງດ້ານສິນລະທຳ.

ຄວາມຊັ່ວຊ້າ

ນິຍາມ

ຄຳວ່າ "ຄວາມຊົ່ວຊ້າ" ຄືຄຳທີ່ຄ້າຍກັນຫຼາຍກັບຄຳວ່າ "ບາບ" ແຕ່ອາດເຈາະຈົງອ້າງເຖຶງການທຳຄວາມຜຶດຫຼືຄວາມຊົ່ວຮ້າຍຢ່າງຫຼວງຫຼາຍ

  • ຄຳວ່າ "ຄວາມຊົ່ວຊ້າ" ມີຄວາມໝາຍຕົງຕົວຄືບຶດບຽວຫຼືຜຶດພ້ຽນໄປ (ໃນເລືອງທຳບັນຍັດ) ຄຳນີ້ອ້າງເຖຶງຄວາມລວງລະເມຶດຢ່າງຮ້າຍແຮງ
  • ຄວາມຊົ່ວຊ້າສາມາດອະທຶບາຍໄດ້ວ່າເປັນການກະທຳໂດຍເຈຕະນາໂດຍກໍ່ໃຫ້ເກຶດອັນຕລາຍຕໍ່ຜູ້ອື່ນ
  • ຄຳໝາຍອື່ນຂອງຄວາມຊົ່ວຊ້າລວມເຖຶງ "ຄວາມຄົນ​ປະ​ສາດ" ແລະ"ຄວາມຊົ່ວຊ້າ"ຊຶ່ງທັ້ງສອງຄຳໃຊ້ອະທຶບາຍ​ສະ​ພາບຄວາມບາບອັນຮ້າຍແຮງ

ຄຳແນະນຳການແປ

  • ຄຳວ່າ "ຄວາມຊົ່ວຊ້າ" ສາມາດແປໄດ້ວ່າ "ຄວາມຊົ່ວຮ້າຍ" ຫຼື "ການກະທຳຄົນ​ປະ​ສາດ" ຫຼື "ການປະພືດທີ່ອັນຕລາຍ"
  • ຫຼາຍ​ເທື່ອ "ຄວາມຊົ່ວຊ້າ" ປາກົດກັບຂໍ້ຄວາມ​ຄຽງກັນກັບຄຳວ່າ"ບາບ" ແລະ "ການລະເມຶດ" ດັ່ງນັ້ນຈື່ງສິ່ງສຳຄັນທີ່ຈະຕ້ອງມີວິ​ຖີ​ຊີ​ວິດທີ່ແຕກຕ່າງກັນໃນການແປຄຳເຫຼົ່ານີ້

ຄວາມເຊື່ອ

ນິຍາມ

ໂດຍທົ່ວໄປແລ້ວ, ຄຳວ່າ ຄວາມເຊື່ອ" ແມ່ນເວົ້າເຖິງ ຄວາມສັດທາ, ຄວາມວາງໃຈ ຫລືຄວາມໝັ້ນໃຈໃນບາງຄົນຫລືບາງສິ່ງ.

  • ການ "ມີຄວາມເຊື່ອ" ໃນບາງຄົນແມ່ນການສັດທາວ່າ ສິ່ງທີ່ລາວເວົ້າແລະເຮັດນັ້ນຈິງແລະໄວ້ໃຈໄດ້.
  • ການ "ມີຄວາມເຊື່ອໃນພຣະເຢຊູ" ໝາຍເຖິງການສັດທາໃນຄຳສອນທຸກຢ່າງຂອງພຣະເຈົ້າທີ່ກ່ຽວຂ້ອງກັບພຣະເຢຊູ. ໂດຍສະເພາະຍ່າງຍິ່ງໝາຍເຖິງຄົນທີ່ວາງໃຈໃນພຣະເຢຊູ ແລະການເສຍສະລະເພື່ອຊຳລະພວກເຂົາຈາກຄວາມບາບຂອງພວກເຂົາ ແລະເພື່ອຊ່ອຍພວກເຂົາຈາກການຖືກລົງໂທດທີ່ພວກເຂົາຄວນໄດ້ຮັບ ເພາະຄວາມບາບຂອງພວກເຂົາ.
  • ຄວາມເຊື່ອທີ່ແທ້ຈິງ ຫລືສັດທາໃນພຣະເຢຊູຈະເຮັດໃຫ້ຄົນນັ້ນເກີດຜົນດີທາງຝ່າຍວິນຍານ ຫລືທາງການປະພືດເພາະວ່າ ພຣະວິນຍານບໍຣິສຸດຢູ່ໃນເຂົາ.
  • ບາງເທື່ອ "ຄວາມເຊື່ອ" ເວົ້າທົ່ວໆ ໄປເຖິງຄຳສອນທັງໝົດກ່ຽວກັບພຣະເຢຊູ, ເຊັ່ນດຽວກັບການສະແດງອອກທີ່ວ່າ, "ຄວາມຈິງຂອງຄວາມເຊື່ອ."
  • ໃນບາງຂໍ້ເຊັ່ນ "ຮັກສາຄວາມເຊື່ອ" ຫລື "ປະຖິ້ມຄວາມເຊື່ອ" ຄຳວ່າ "ຄວາມເຊື່ອ" ກ່າວເຖິງຄຳເວົ້າ ຫລືເງື່ອນໄຂຂອງຄວາມສັດທາໃນຄຳສອນທັງໝົດກ່ຽວກັບພຣະເຢຊູ.

ຄຳແນະນຳການແປ

  • ໃນບາງຂໍ້ຄວາມ "ຄວາມເຊື່ອ" ສາມາດແປໄດ້ວ່າ "ສັດທາ" ຫລື "ຄວາມເຊື່ອໝັ້ນ" ຫລື "ຄວາມໝັ້ນໃຈ" ຫລື "ຄວາມໄວ້ໃຈ."
  • ໃນບາງພາສາຄຳເຫລົ່ານີ້ຈະແປໂດຍການໃຊ້ຮູບແບບຂອງຄຳກິລິຍາວ່າ "ສັດທາ."

ຄວາມຜິດ,ມີຄວາມຜິດ

ນິຍາມ

ຄຳວ່າ "ຄວາມຜິດ" ອ້າງເຖິງຂໍ້ເທັດຈິງຂອງການທຳບາບຫລືທຳຄວາມຜິດ.

  • ການ "ທຳຜິດ"ໝາຍເຖິງການໄດ້ທຳຜິດທາງສິລະທັມກໍຄືການບໍ່ໄດ້ເຊື່ອພຣະເຈົ້າ.
  • ສິ່ງທີ່ກົງກັນຂວ້າມກັບ"ຄວາມຜິດ"ກໍຄື"ບໍຣິສຸດ".

%ຄຳແນະນຳໃນການແປ

  • ບາງພາສາອາດແປວ່າ "ຄວາມຜິດ" ເປັນ"ນ້ຳໜັກຂອງບາບ"ຫລື "ຄວາມຜິດບາບທີ່ນັບໄດ້".
  • ການແປຄຳວ່າ "ທຳຄວາມຜິດສາມາດລວມເຖິງຄຳຫລືຄຳເວົ້າທີ່ແປວ່າ"ຜິດ"ຫລື "ທຳຫຍັງຜິດສິລະທັມ"ຫືຼ "ກະທຳບາບ".

ULB ຕົວຢ່າງ: ກຳຈັດຄວາມຜິດຂອງບາບຂອງທ່ານ, ເອົາຄວາມຜິດຂອງທ່ານອອກໄປ, ການຖວາຍບູຊາຄວາມຜິດ, ລົງໂທດຄວາມຜິດຂອງທ່ານ,ບໍ່ມີຄວາມຜິດສຳລັບການຄາດຕະກຳຈະຕິດຕາມເຂົາ, ແບກຮັບຄວາມຜິດຂອງຕົວເອງ, ຊຳຣະຄວາມຜິດຂອງເຂົາ, ເປັນຄວາມຜິດທີ່ໃຫຍ່ຫລວງຄວາມຜິດຂອງເຮົາຂື້ນໄປຍັງສະຫວັນ.


ຄວາມເມດຕາ, ມີຄວາມເມດຕາ, ພຣະເມດຕາ

ນິຍາມ

ຄຳວ່າ "ຄວາມເມດຕາ" ກ່າວເຖິງຄວາມຫ່ວງໃຍຜູ້ອື່ນ ໂດຍສະເພາະຢ່າງຍິ່ງຄົນເຫຼົ່ານັ້ນທີ່ໄດ້ຮັບຄວາມທຸກຍາກ. ຄົນທີ່ "ມີຄວາມເມດຕາ" ຫ່ວງໃຍຄົນອື່ນ ແລະຊ່ວຍເຫຼືອພວກເຂົາ.

  • ຄຳວ່າ "ຄວາມເມດຕາ" ມັກຈະລວມເຖິງການໃສ່ໃຈຄົນທີ່ຂັດສົນ, ແລະການທຳການຊ່ວຍເຫຼືອພວກເຂົາດ້ວຍ.
  • ພຣະຄໍາພີບອກວ່າພຣະເຈົ້າຊົງພຣະເມດຕາ, ນັ້ນຄື, ພຣະອົງ

ຊົງປ່ຽມດ້ວຍຄວາມຮັກ ແລະຄວາມເມດຕາ.

  • ໃນຈົດໝາຍຂອງໂປໂລ ທີ່ໄປເຖິງຊາວໂກໂລຊາຍ, ທ່ານບອກພວກເຂົາໃຫ້ "ສວມໃຈເມດຕາ." ທ່ານສອນພວກເຂົາໃຫ້ໃສ່ໃຈ

ຜູ້ຄົນ ແລະທຳການຊ່ວຍເຫຼືອຄົນອື່ນໆທີ່ຂັດສົນ.

ຄຳແນະນຳໃນການແປ

  • ຄວາມໝາຍຕາມຕົວອັກສອນຂອງຄຳວ່າ "ຄວາມເມດຕາ" ຄື " ຄວາມເຫັນໃຈດ້ວຍຄວາມເມດຕາ." ຄຳນີ້ເປັນສຳນວນທີ່ໝາຍເຖິງ "ຄວາມເມດຕາ" ຫຼື "ສົງສານ." ບາງພາສາອາດຈະມີສຳນວນພາສາຂອງຕົນເອງໃນການແປຄຳນີ້.
  • ການແປ "ຄວາມເມດຕາ" ໃນຮູບແບບອື່ນໆ ສາມາດລວມເຖິງ"ຄວາມໃສ່ໃຈຢ່າງເລິກເຊິ່ງຕໍ່" ຫຼື "ການຊວ່ຍເຫຼືອທີ່ເຕັມດ້ວຍຄວາມເມດຕາ."
  • ຄຳວ່າ "ເມດຕາ" ສາມາດແປໄດ້ວ່າ "ການໃສ່ໃຈແລະຊວ່ຍເຫຼືອຢ່າງເຕັມທີ່" ຫຼື "ປ່ຽມດ້ວຍຄວາມຮັກແລະເມດຕາຢ່າງເລິກເຊິ່ງ."

ຄວາມຢ້ານກົວ, ຢ້ານກົວ, ຄວາມຢຳເກງພຣະຢາເວ

ນິຍາມ

ຄຳວ່າ "ຄວາມກົວຢ້ານ" ແລະ "ຢ້ານກົວ" ໝາຍເຖິງຄວາມຮູ້ສຶກທີ່ບໍ່ໜ້າຍິນດີທີ່ຄົນຜູ້ໜຶ່ງມີ ເມື່ອເກີດອັນຕະລາຍຂຶ້ນຕໍ່ຕົນເອງຫລືຜູ້ອື່ນ.

  • ຄຳວ່າ "ຄວາມກົວຢ້ານ" ສາມາດກ່າວເຖິງການໃຫ້ຄວາມເຄົາລົບນັບຖືທີ່ເລິກເຊິ່ງ ແລະການເຄົາລົບຕໍ່ຜູ້ທີ່ມີອຳນາດ.
  • ຄຳວ່າ "ຄວາມຢຳເກງພຣະຢາເວ," ແລະຄຳທີ່ກ່ຽວຂ້ອງຢ່າງເຊັ່ນ "ຄວາມຢຳເກງພຣະເຈົ້າ" ແລະ "ຄວາມຢຳເກງອົງພຣະຜູ້ເປັນເຈົ້າ," ກ່າວເຖິງການເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ພຣະເຈົ້າແລະການສະແດງການໃຫ້ກຽດນັ້ນໂດຍການເຊື່ອຟັງພຣະອົງ. ຄວາມເກງກົວນີ້ຖືກຝັກດັນໂດຍການຮູ້ຈັກວ່າ ພຣະເຈົ້າຊົງບໍຣິສຸດແລະກຽດຊັງຄວາມບາບ.
  • ພຣະຄໍັມພີສອນໄວ້ວ່າຜູ້ທີ່ຢຳເກງພຣະຢາເວນັ້ນຈະສະຫລາດ.

ຄຳແນະນຳການແປ

  • ຂຶ້ນຢູ່ກັບບໍຣິບົດຂອງຂໍ້ນັ້ນ, "ທີ່ຈະຢຳເກງ" ສາມາດແປໄດ້ອີກວ່າ "ທີ່ຈະເກງກົວ" ຫລື "ທີ່ຈະໃຫ້ກຽດຢ່າງເລິກເຊິ່ງ" ຫລື "ທີ່ຈະນົບນ້ອມ" ຫລື "ເປັນທີ່ໜ້າເກງຂາມ."
  • ຄຳວ່າ "ຢ້ານກົວ" ສາມາດແປໄດ້ອີກວ່າ "ທຳໃຫ້ໜ້າຢ້ານກົວຫລາຍ" ຫລື "ທຳໃຫ້ຕົກໃຈ" ຫລື "ໜ້າຢ້ານກົວ."
  • ປະໂຫຍກ, ຄວາມກົວເກງພຣະເຈົ້າຈະຕົກຢູ່ເໜືອພວກເຂົາ ສາມາດແປໄດ້ອີກວ່າ, "ທັນໃດນັ້ນພວກເຂົາກໍຮູ້ສຶກເຖິງຄວາມໜ້າເກງກົວແລະໃຫ້ກຽດພຣະເຈົ້າຢ່າງເລິກເຊິ່ງ" ຫລື "ທັນໃດນັ້ນ, ພວກເຂົາຮູ້ສຶກປະຫລາດໃຈແລະນົບນ້ອມຕໍ່ພຣະເຈົ້າຢ່າງເລິກເຊິ່ງ" ຫລື "ຈາກນັ້ນ, ພວກເຂົາກໍຮູ້ສຶກຢ້ານກົວພຣະເຈົ້າ."

ຄວາມຫວັງ

ນິຍາມ

ຄຳວ່າ "ຄວາມຫວັງ" ອ້າງເຖິງການຄາດຫວັງແລະຄວາມປາດຖະໜາຢ່າງແຮງໃຫ້ບາງສິ່ງເກີດຂຶ້ນ. ແລະຍັງສາມາດແປວ່າ ບໍ່ແນ່ນອນວ່າສິ່ງນັ້ນຈະເກີດຂຶ້ນ.

  • ໃນພຣະຄຳພີ, ຄຳວ່າ "ຄວາມຫວັງ" ມີຄວາມໝາຍວ່າ "ເຊື່ອໝັ້້ນໃນ," ຢ່າງເຊັ່ນ "ຄວາມຫວັງຂອງຂ້າພຣະເຈົ້າຢູ່ໃນອົງພຣະຜູ້ເປັນເຈົ້າ." ນີ້ອ້າງເຖິງການຄາດຫວັງຢ່າງແນ່ນອນວ່າຈະໄດ້ຮັບສິ່ງທີ່ພຣະເຈົ້າຊົງສັນຍາໄວ້ກັບປະຊາກອນຂອງພຣະອົງ.
  • ບາງເທື່ອ ULB ໄດ້ແປຄຳວ່າ "ຄວາມຫວັງ" ເປັນ "ຄວາມໝັ້ນໃຈ," ສະເພາະຢ່າງຍິ່ງໃນພັນທະສັນຍາໃໝ່ ໃນບໍລິບົດທີ່ອ້າງເຖິງຄວາມໝັ້ນໃຈທີ່ຈະໄດ້ຮັບສິ່ງທີ່ພຣະເຈົ້າໄດ້ຊົງສັນຍາໄວ້ກັບປະຊາຊົນຜູ້ທີ່ເຊື່ອໃນພຣະເຢຊູເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ.
  • ການ "ບໍ່ມີຄວາມຫວັງ" ໝາຍເຖິງການບໍ່ມີຄວາມຄາດຫວັງວ່າສິ່ງທີ່ດີຈະເກີດຂຶ້ນ. ນີ້ໝາຍຄວາມວ່າມັນເປັນເລື່ອງຈິງແນ່ນອນທີ່ມັນຈະບໍ່ເກີດຂຶ້ນ.

ຄຳແນະນຳໃນການແປ

  • ໃນບາງບໍລິບົດ, ຄຳວ່າ "ຫວັງ" ສາມາດແປໄດ້ວ່າ "ປາຖະໜາ" ຫລື "ຕ້ອງການ" ຫລື "ຄາດຫວັງ."
  • ຄຳກ່າວ, "ບໍ່ມີຫຍັງໃຫ້ຫວັງ" ສາມາດແປໄດ້ວ່າ "ບໍ່ມີຫຍັງໃຫ້ເຊື່ອ" ຫລື "ບໍ່ມີຄວາມຄາດຫວັງໃນສິ່ງທີ່ດີຫຍັງເລີຍ"
  • ການ "ບໍ່ມີຄວາມຫວັງ" ສາມາດແປໄດ້ວ່າ, "ບໍ່ມີຄວາມຄາດຫວັງໃນສິ່ງທີ່ດີຫຍັງເລີຍ" ຫລື "ບໍ່ມີຫລັກປະກັນ" ຫລື "ໝັ້ນໃຈວ່າຈະບໍ່ມີຫຍັງດີເກີດຂຶ້ນ."
  • ຄຳກ່າວ, "ຈົ່ງຕັ້ງຄວາມຫວັງຂອງທ່ານໃນ " ສາມາດແປວ່າ " ໄດ້ວາງຄວາມໝັ້ນໃຈຂອງທ່ານໃນ" ຫລື "ໄດ້ເຊື່ອໝັ້ນໃນ."
  • ວະລີ "ຂ້າພະເຈົ້າພົບຄວາມຫວັງໃນພະຄຳຂອງພຣະອົງ" ສາມາດແປວ່າ, "ຂ້າພະເຈົ້າໝັ້ນໃຈວ່າພຣະຄຳຂອງພຣະອົງເປັນຄວາມຈິງ" ຫລື "ພຣະຄຳຂອງພຣະອົງຊ່ວຍຂ້າພະເຈົ້າໃຫ້ເຊື່ອໝັ້ນໃຈໃນພຣະອົງ" ຫລື "ເມື່ອຂ້າພະເຈົ້າເຊື່ອຟັງພຣະຄຳຂອງພຣະອົງ ຂ້າພະເຈົ້າແນ່ໃຈວ່າຈະໄດ້ຮັບພຣະພອນ."
  • ຄຳວະລີຕ່າງໆ, ເຊັ່ນ "ຫວັງໃນ" ພຣະເຈົ້າ ສາມາດແປວ່າ, "ເຊື່ອໝັ້ນໃນພຣະເຈົ້າ" ຫລື "ຮູ້ແນ່ນອນວ່າພຣະເຈົ້າຈະກະທຳສິ່ງທີ່ພຣະອົງໄດ້ຊົງສັນຍາໄວ້" ຫລື "ແນ່ໃຈວ່າພຣະເຈົ້າຊົງສັດຊື່."

ຄວາມຮັກ

ນິຍາມ

ການທີ່ຈະຮັກຄົນອື່ນແມ່ນການເບິ່ງແຍງຄົນນັ້ນ ແລະ ເຮັດສິ່ງທີ່ຈະເປັນປະໂຫຍດຕໍ່ລາວ. ມີຄວາມໝາຍ ທີ່ແຕກຕ່າງກັນສຳລັບ " ຄວາມຮັກ " ເຊິ່ງບາງພາສາອາດສະແດງອອກໂດຍໃຊ້ຄຳສັບຕ່າງກັນ: 1. ຄວາມຮັກທີ່ມາຈາກພຣະເຈົ້າແມ່ນສຸມໃສ່ຄວາມດີຂອງຄົນອື່ນ, ເຖິງແມ່ນວ່າມັນບໍ່ໄດ້ຮັບຜົນປະໂຫຍດແກ່ຕົວເອງ. ຄວາມຮັກແບບນີ້ສົນໃຈຄົນອື່ນ, ບໍ່ວ່າພວກເຂົາຈະເຮັດຫຍັງກໍ່ຕາມ. ພຣະເຈົ້າເອງເປັນຄວາມຮັກແລະ ເປັນແຫຼ່ງຂອງຄວາມຮັກທີ່ແທ້ຈິງ.

  • ພຣະເຍຊູສະແດງຄວາມຮັກແບບນີ້ໂດຍການເສຍສະຫຼະຊີວິດເພື່ອທີ່ຈະຊ່ວຍເຮົາໃຫ້ພົ້ນຈາກບາບ ແລະຄວາມຕາຍ. ພຣະອົງຍັງໄດ້ສອນຜູ້ຕິດຕາມຂອງພຣະອົງໃຫ້ຮັກຄົນອື່ນໂດຍເສຍສະຫຼະ.
  • ເມື່ອຄົນອື່ນຮັກຄົນອື່ນດ້ວຍຄວາມຮັກແບບນີ້, ມັນກ່ຽວຂ້ອງກັບການກະທຳທີ່ສະແດງໃຫ້ເຫັນວ່າຜູ້ໃດຜູ້ ໜຶ່ງກຳລັງຄິດເຖິງສິ່ງທີ່ຈະເຮັດໃຫ້ຄົນອື່ນຈະເລີນຮຸ່ງເຮືອງ. ຄວາມຮັກແບບນີ້ໂດຍສະເພາະແມ່ນລວມທັງການໃຫ້ອະໄພຄົນອື່ນ.
  • ໃນ ULB, ຄຳວ່າ "ຄວາມຮັກ" ໝາຍເຖິງຄວາມຮັກແບບເສຍສະຫຼະຊະນິດນີ້, ເວັ້ນເສຍແຕ່ວ່າປື້ມບັນທຶກການແປໝາຍເຖິງຄວາມໝາຍທີ່ແຕກຕ່າງກັນ.
  1. ອີກຄຳໜຶ່ງໃນພັນທະສັນຍາໃໝ່ໝາຍເຖິງຄວາມຮັກແບບອ້າຍນ້ອງ ຫຼື ຄວາມຮັກສຳລັບໝູ່ເພື່ອນ ຫຼື ສະມາຊິກໃນຄອບຄົວ.
  • ຄຳນີ້ໝາຍເຖິງຄວາມຮັກແບບທຳມະຊາດຂອງມະນຸດລະຫວ່າງໝູ່ເພື່ອນ ຫຼື ຍາດພີ່ນ້ອງ.
  • ມັນຍັງສາມາດຖືກນຳໃຊ້ໃນສະພາບການເຊັ່ນ "ພວກເຂົາມັກນັ່ງຢູ່ບ່ອນນັ່ງທີ່ສຳຄັນທີ່ສຸດໃນງານລ້ຽງ". ນີ້ ໝາຍຄວາມວ່າພວກເຂົາ“ ມັກຫລາຍ” ຫຼື “ ປາດຖະໜາຢ່າງຍິ່ງ” ທີ່ຈະເຮັດແນວນັ້ນ.
  1. ຄຳວ່າ "ຄວາມຮັກ" ຍັງສາມາດໝາຍເຖິງຄວາມຮັກແບບໂລແມນຕິກລະຫວ່າງຊາຍແລະຍິງ. ໃນຄຳເວົ້າທີ່ປຽບທຽບ, "ຢາໂຄບຂ້ອຍມິຄວາມຮັກ, ແຕ່ເອຊາອາມຂ້ອຍໄດ້ກຽດຊັງ", ຄຳວ່າ "ຮັກ" ໝາຍເຖິງການທີ່ພຣະເຈົ້າເລືອກຢາໂຄບໃຫ້ຢູ່ໃນຄວາມສຳພັນແຫ່ງພັນທະສັນຍາກັບລາວ. ນີ້ຍັງສາມາດຖືກແປເປັນ "ເລືອກ." ເຖິງແມ່ນວ່າເອຊາອາມຍັງໄດ້ຮັບພອນຈາກພຣະເຈົ້າ, ລາວບໍ່ໄດ້ຮັບສິດທິພິເສດທີ່ຈະຢູ່ໃນພັນທະສັນຍາ. ຄຳວ່າ "ກຽດຊັງ" ຖືກນຳໃຊ້ເປັນຕົວເລກໃນນີ້ເພື່ອໝາຍຄວາມວ່າ "ຖືກປະຕິເສດ" ຫຼື "ບໍ່ໄດ້ຖືກເລືອກ."

ຄຳແນະນຳໃນການແປ

  • ເວັ້ນເສຍແຕ່ໄດ້ລະບຸຢ່າງອື່ນໃນປື້ມບັນທຶກການແປ, ຄຳວ່າ "ຄວາມຮັກ" ໃນ ULB ໝາຍເຖິງຄວາມຮັກແບບເສຍສະຫຼະທີ່ມາຈາກພຣະເຈົ້າ.
  • ບາງພາສາອາດມີຄຳເວົ້າທີ່ພິເສດສຳລັບຄວາມຮັກທີ່ບໍ່ເຫັນແກ່ຕົວແລະເສຍສະຫຼະທີ່ພະເຈົ້າມີ. ວິທີການແປສິ່ງນີ້ອາດປະກອບມີ, "ການອຸທິດຕົນ, ການດູແລທີ່ຊື່ສັດ" ຫຼື "ເບິ່ງແຍງຄວາມເຫັນແກ່ຕົວ" ຫຼື "ຄວາມຮັກຈາກພຣະເຈົ້າ." ໃຫ້ແນ່ໃຈວ່າຄຳທີ່ໃຊ້ໃນການແປຄວາມຮັກຂອງພຣະເຈົ້າສາມາດປະກອບມີການສະລະຜົນປະໂຫຍດຂອງຕົນເອງເພື່ອປະໂຫຍດແລະຮັກຄົນອື່ນບໍ່ວ່າພວກເຂົາຈະເຮັດຫຍັງກໍ່ຕາມ.
  • ບາງຄັ້ງຄຳວ່າ "ຄວາມຮັກ" ໃນພາສາອັງກິດໄດ້ພັນລະນາເຖິງຄວາມເອົາໃຈໃສ່ຢ່າງເລິກເຊິ່ງທີ່ຄົນເຮົາມີ ສຳລັບໝູ່ເພື່ອນ ແລະ ສະມາຊິກໃນຄອບຄົວ. ບາງພາສາອາດຈະແປພາສານີ້ດ້ວຍຄຳສັບ ຫລື ປະໂຫຍກທີ່ມີຄວາມໝາຍວ່າ "ຄືກັນຫຼາຍ" ຫລື "ເບິ່ງແຍງຮັກສາ" ຫລື "ມີຄວາມຮັກທີ່ແຮງກ້າ."
  • ໃນສະພາບການຄຳວ່າ "ຮັກ" ຖືກນຳໃຊ້ເພື່ອສະແດງຄວາມມັກທີ່ໜັກແໜ້ນສຳລັບບາງສິ່ງບາງຢ່າງ, ສິ່ງນີ້ອາດຈະຖືກແປໂດຍ "ມັກຫຼາຍ" ຫຼື "ມັກຫຼາຍ" ຫຼື "ຄວາມປາດຖະໜາທີ່ສຸດ."
  • ບາງພາສາອາດຈະມີຄຳສັບແຍກຕ່າງຫາກທີ່ໝາຍເຖິງຄວາມຮັກແບບໂລແມນຕິກ ຫລື ຄວາມຮັກທາງເພດລະຫວ່າງສາມີ ແລະ ພັນລະຍາ.
  • ຫລາຍພາສາຕ້ອງສະແດງ "ຄວາມຮັກ" ເປັນການກະທຳ. ດັ່ງນັ້ນຕົວຢ່າງ, ພວກເຂົາອາດຈະແປວ່າ "ຄວາມຮັກແມ່ນຄວາມອົດທົນ, ຄວາມຮັກຈະສະແດງຄວາມກະລຸນາ" ເຊັ່ນດຽວກັນ, "ເມື່ອຄົນຮັກໃຜຜູ້ ໜຶ່ງ, ລາວມີຄວາມອົດທົນແລະໃຈດີຕໍ່ລາວ."

ຄ່າໄຖ່

ນິຍາມ

ຄຳວ່າ "ຄ່າໄຖ່" ໝາຍເຖິງຈຳນວນເງິນຫຼືການຈ່າຍໂດຍການຖືກບັງຄັບຫຼືຈ່າຍເພື່ອໄຖ່ໃຜຜູ້ນຶ່ງທີ່ຖືກຈັບກຸມ.

  • ຄຳວ່າ "ໄຖ່" ເປັນຄຳກິຣິຍາ ໝາຍເຖິງຈ່າຍເງິນ ຫຼືເຮັດບາງຢ່າງທີ່ເປັນການເສຍສະຫຼະຕົນເອງເພື່ອໄຖ່ໃຜຜູ້ນຶ່ງທີ່ຖືກຈັບກຸມ, ເປັນທາດຫຼືຕິດຄຸກ. ຄວາມໝາຍຂອງຄຳວ່າ "ຊື້ຄືນ"ມີຄວາມໝາຍຄືກັນກັບ "ໄຖ່ຄືນ."
  • ພຣະເຢຊູ ອະນຸຍາດຕົວເອງໃຫ້ຖືກຂ້າເພື່ອເປັນຄ່າໄຖ່ມະນຸດໃຫ້ຫຼຸດພົ້ນຂອງການເປັນທາດຄວາມບາບຂອງພວກເຂົາ. ການເຮັດແບບນີ້ຂອງພຣະເຈົ້າເພື່ອຊື້ຄືນຄົນຂອງພຣະອົງຜ່ານການຈ່າຍແທນຄວາມຜິດບາບຂອງພວກເຂົາ ທີ່ເອີ້ນອີກຢ່າງນື່ງວ່າ "ການໄຖ່ບາບ" ຢູ່ໃນພຣະຄັມພີ.

ຄຳແນະນຳໃນການແປ

  • ຄຳວ່າ "ການໄຖ່" ສາມາດແປໄດ້ອີກຢ່າງເຊັ່ນ "ການຈ່າຍເພື່ອປົດປ່ອຍ" ຫຼື "ຈ່າຍຄ່າເພື່ອເປັນອິດສະຫຼະ ຫຼື "ຊື້ຄືນ"ບາງຄົນ.
  • ຄຳວ່າ "ຈ່າຍຄ່າໄຖ່" ສາມາດແປໄດ້ອີກຢ່າງເຊັ່ນ "ຈ່າຍຄ່າລາຄາ"

ຄຳສັ່ງ, ສັ່ງ, ພຣະບັນຍັດ

ນິຍາມ

ຄຳສັ່ງ "ສັ່ງ" ໝາຍເຖິງ ການສັ່ງໃຫ້ຄົນໃດຄົນໜຶ່ງເຮັດບາງສິ່ງ. "ຄຳສັ່ງ" ຫຼື" ພຣະບັນຍັດ" ເປັນສິ່ງທີ່ຄົນຖືກສັ່ງໃຫ້ທຳຕາມ.

  • ເຖິງແມ່ນວ່າຄຳເຫຼົ່ານີ້ຈະມີພື້ນຖານຄວາມໝາຍຢ່າງດຽວກັນ, "ພຣະບັນຍັດ" ມັກຈະໝາຍເຖິງພຣະບັນຊາສະເພາະຂອງພຣະເຈົ້າທີ່ເປັນທາງການແລະຍັ້ງຢືນຖາວອນຫລາຍກວ່າ, ຢ່າງເຊັ່ນ "ພຣະບັນຍັດສິບປະການ."
  • ພຣະບັນຍັດສາມາດຂຽນເປັນທາງບວກ ("ຈົ່ງໃຫ້ກຽດບິດາມານດາ") ຫຼື ທາງລົບ ("ຢ່າລັກ") ກໍໄດ້.
  • "ຮັບຄຳສັ່ງ" ໝາຍເຖິງ "ຮັບໜ້າທີ່ຄວບຄຸມດູແລ" ຫຼື "ຮັບໜ້າທີ່ຜິດຊອບ" ຂອງບາງສິ່ງຫຼືບາງຄົນ.

ຄຳແນະນຳໃນການແປ

  • ການແປຄຳນີ້ ໃຫ້ດີທີ່ສຸດຄືການແປໃຫ້ແຕກຕ່າງຈາກຄຳວ່າ,

" ກົດໝາຍ." ຂໍໃຫ້ປຽບທຽບກັບຄຳຈຳກັດຄວາມຂອງຄຳວ່າ "ພຣະບັນຊາ" ແລະ "ລະບຽບ" ດ້ວຍ.

  • ຜູ້ແປບາງຄົນອາດຈະແປ "ຄຳສັ່ງ" ແລະ "ພຣະບັນຍາດ" ທີ່ກ່າວເຖິງຄຳສັ່ງທີ່ຖາວອນແລະເປັນທາງການ, ທີ່ພຣະເຈົ້າຊົງໄດ້ບັນຊາ.
  • ບາງຄົນມັກໃຊ້ຄຳສະເພາະຫຼາຍກວ່າສຳລັບ ພຣະບັນຍັດ ທີ່ກ່າວເຖິງຄຳສັ່ງທີ່ຖາວອນແລະເປັນທາງການທີ່ພຣະເຈົ້າຊົງໄດ້ບັນຊາ

ຄຳສັນຍາ

ນິຍາມ

ຄຳສັນຍາຄື ຄຳປະຕິຍານເພື່ອເຮັດບາງຢ່າງ ເມື່ອມີຄົນສັນຍາບາງຢ່າງນັ້ນແປວ່າທ່ານກຳລັງໃຫ້ຄຳຫມັ້ນສັນຍາທີ່ຈະເຮັດບາງສິ່ງບາງຢ່າງ

  • ພະຄັມພີບັນທຶກພະສັນຍາຫຼາຍປະການທີ່ພະເຈົ້າໄດ້ຊົງກະທຳເພື່ອປະຊາກອນຂອງພະອົງ
  • ຄຳສັນຍາເປັນສ່ວນສຳຄັນສ່ວນຫນຶ່ງຂອງຂໍ້ຕົກລົງຢ່າງເປັນທາງການເຊັ່ນ ພັນທະສັນຍາ
  • ຄຳສັນຍາຫລາຍເທື່ອມາພ້ອມກັບຄຳປະຕິຍານເພື່ອຢືນຢັນວ່າມັນຈະຕ້ອງເຮັດດັ່ງນັ້ນ

ຄຳແນະນຳໃນການແປ

  • ຄຳວ່າ "ສັນຍາ" ສາມາດແປວ່າ "ຄວາມມຸ້ງຫມັ້ນ" ຫລື "ການໃຫ້ຄຳໝັ້ນໃຈ" ຫລື "ການຮັບປະກັນ"
  • "ສັນຍາວ່າຈະເຮັດ" ສາມາດແປວ່າ "ຮັບປະກັນກັບບາງຄົນວ່າທ່ານຈະເຮັດບາງຢ່າງ" ຫລື "ມຸ້ງຫມັ້ນທີ່ຈະເຮັດບາງຢ່າງ"

ຄຳປະຕິຍານ

ນິຍາມ

ຄຳປະຕິຍານ ຄືຄຳສັນຍາທີ່ບຸກຄົນຈະປະ​ຕິ​ບັດກັບພຣະເຈົ້າ. ບຸກຄົນສັນຍາວ່າຈະເຮັດຫຍັງບາງຢ່າງເພື່ອເປັນການຖວາຍກຽດຢ່າງພິເສດແດ່ພຣະເຈົ້າຫລືເພື່ອສະແດງຄວາມຈົ່ງຮັກພັກດີຕໍ່ພຣະອົງ.

  • ຫຼັງຈາກທີ່ບຸກຄົນປະຕິຍານ, ເຂົາມີຂໍ້ຜູກມັດທີ່ຕ້ອງປະຕິບັດຕາມຄຳປະຕິຍານນັ້ນ.
  • ພຣະຄຳພີສອນວ່າບຸກຄົນອາດຈະຖືກພິພາກສາໂດຍພຣະເຈົ້າ ຖ້າທ່ານບໍ່ປະຕິບັດຕາມຄຳປະຕິຍານນັ້ນ.
  • ບາງເທື່ອບຸກຄົນທູນຂໍໃຫ້ພຣະເຈົ້າຊົງປົກປ້ອງ ຫລືປະທານບາງຢ່າງເພື່ອແລກກັບການກໍ່ການປະຕິຍານຕົນ.
  • ແຕ່ພຣະເຈົ້າບໍ່ຈຳເປັນຕ້ອງເຮັດຕາມຄຳຮ້ອງຂໍທີ່ບຸກຄົນຮ້ອງຂໍໃນຄຳປະຕິຍານນັ້ນ.

% ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບບໍລິບົດ, "ຄຳປະຕິຍານ" ອາດແປວ່າ "ສັນຍາທີ່ຈິງຈັງ" ຫລື "ສັນຍາຕໍ່ພຣະເຈົ້າ."
  • ຄຳນີ້ຄວນໄດ້ຮັບການແປແຕກຕ່າງຈາກ ຄຳວ່າ "ຄຳສາບານ."

ຄຳອຸປະມາ

ນິຍາມ

ຄຳວ່າ "ຄຳອຸປະມາ" ໂດຍປົກກະຕິແລ້ວອ້າງເຖິງເລື່ອງສັ້ນຫຼືບົດຮຽນເປົ້າໝາຍໃນຊີວິດປະຈຳວັນທີ່ໃຊ້ເປັນອະທິບາຍຫຼືສັ່ງສອນຄວາມຈີງດ້ານສິນລະທັມ.

  • ພຣະເຢຊູຊົງໃຊ້ຄຳອຸປະມາເພື່ອສັ່ງສອນພວກສາວົກຂອງພຣະອົງ. ແມ່ນວ່າພຣະອົງຊົງໃຊ້ຄຳອຸປະມາເພື່ອສັ່ງສອນປະຊາຊົນເຊັ່ນດຽວກັນ, ແຕ່ພຣະອົງກໍບໍ່ໄດ້ອະທິບາຍເຖີງຄວາມໝາຍຂອງຄຳອຸປະມາສະເໝີໄປ
  • ຄຳອຸປະມາສາມາດໃຊ້ເພື່ອເປີດເຜີຍຄວາມຈີງບາງຢ່າງຕໍ່ສາວົກຂອງພຣະອົງໄດ້ໃນຂະນະທີ່ເຊື່ອງຄວາມຈີງຈາກປະຊາຊົນເຊັ່ນພວກຟາລີຊາຍຜູ້ທີ່ເຊື່ອໃນອົງພຣະເຢຊູຄຣິດ.
  • ຜູ້ເຜີຍພຣະວັດຈະນະນາທານໄດ້ໃຊ້ຄຳອຸປະມາໜື່ງເພື່ອສະແດງໃຫ້ກະສັດເຫັນເຖິງບາບອັນຊົ່ວຮ້າຍຂອງທ່ານ.
  • ເລື່ອງລາວຂອງຊາວສະມາເລຍໃຈດີເປັນຕົວຢ່າງຂອງຄຳອຸປະມາທີ່ເປັນເລື່ອງລາວ ການປຽບທຽບຂອງພຣະເຢຊູ ລະຫວ່າງຖົງເຫລົ້າອາງຸ່ນເກົ່າແລະໃໝ່ນັ້ນ,ເປັນຕົວຢ່າງຂອງຄຳອຸປະມາທີ່ເປັນບົດຮຽນຈາກການໃຊ້ສີ່ງຂອງເພື່ອຊ່ວຍໃຫ້ສາວົກເຂົ້າໃຈຄຳສອນຂອງພຣະເຢຊູ.

ຄຶງກາງແຂນ

ນິຍາມ

ຄຳວ່າ "ຄຶງກາງແຂນ"ໝາຍເຖິງການປະຫານບຸກຄົນ ດ້ວຍການຜູກມັດເຂົາໄວ້ກັບໄມ້ກາງແຂນແລະປ່ອຍໃຫ້ເຂົາຢູ່ທີ່ນັ້ນເພື່ອຈະທົນທຸກທໍຣະ ມານແລະຕາຍດ້ວຍຄວາມເຈັບປວດຢ່າງຍິ່ງ.

  • ຜູ້ເຄາະຮ້າຍຖືກມັດຫຼື ຕອກຕະປູຕິດກັບໄມ້ກາງແຂນ ຄົນທີ່ຖືກຄຶງກາງແຂນເສຍຊີວິດຈາກການເສຍເລືອດຫຼືຈາກການຫາຍໃຈບໍ່ອອກ.
  • ຈັກກະພັດໂຣມບູຮານໃຊ້ວິທີນີ້ໃນການລົງໂທດແລະຂ້າຄົນທີ່ເປັນອາດຊະຍາກອນຫຼືຜູ້ກໍ່ກະບົດຕໍ່ຕ້ານອຳນາດລັດຖະບານຂອງພວກເຂົາ.
  • ພວກຜູ້ນຳສາດສະໜາຢິວໄດ້ຂໍໃຫ້ຜູ້ວ່າຣາຊະການໂຣມສັ່ງໃຫ້ທະຫານຂອງເຂົາຄຶງພຣະເຢຊູ ພວກທະຫານໄດ້ຕອກຕະປູໃສ່ມືພຣະເຢຊູເຂົ້າກັບໄມ້ກາງແຂນ. ພຣະອົງຊົງທົນທຸກທໍຣະມານຢູ່ທີ່ນັ້ນເປັນເວລາຫົກຊົ່ວໂມງແລ້ວກໍສິ້ນພຣະຊົນ.

ຄຳແນະນຳໃນການແປ

  • ຄຳວ່າ"ຄຶງທີ່ກາງແຂນ"ອາດແປວ່າ "ຂ້າເທິງໄມ້ກາງແຂນ" ຫຼື

"ປະຫານໂດຍການຕອກຕະປູເຂົ້າກັບໄມ້ກາງແຂນ.


ຄືນດີ, ການຄືນດີ

ນິຍາມ

ຄຳວ່າ "ຄືນດີ" ແລະ "ການຄືນດີ" ອ້າງເຖິງ "ການສ້າງສັນຕິພາບ" ລະຫວ່າງຄົນທີ່ເຄີຍເປັນສັດຕູກັນມາກ່ອນ.

  • ໃນພຣະຄັມພີ ຄຳນີ້ມັກອ້າງເຖິງ ການທີ່ພຣະເຈົ້າໃຫ້ຄົນຄືນດີກັບພຣະອົງຜ່ານການຖວາຍບູຊາຂອງພຣະເຢຊູຄຣິດ,ພຣະບຸດຂອງພຣະອົງ.
  • ເພາະວ່າຄວາມບາບ ທຸກຄົນຈຶ່ງເປັນສັດຕູຂອງພຣະເຈົ້າ.ເພາະດ້ວຍຄວາມຮັກທີ່ປ່ຽມລົ້ນດ້ວຍພຣະເມດຕາຂອງພຣະອົງ,ພຣະເຈົ້າໄດ້ຈັດຕຣຽມຫົນທາງສຳລັບຄົນທັງຫຼາຍເພື່ອການຄືນດີກັບພຣະອົງຜ່ານທາງພຣະເຢຊູ.
  • ຜ່ານການເຊື່ອໄວ້ວາງໃຈໃນການຖວາຍບູຊາຂອງພຣະເຢຊູເພື່ອເປັນການຈ່າຍຄ່າຄວາມບາບຂອງພວກເຂົາ, ຄົນທັງຫຼາຍສາມາດໄດ້ຮັບການອະພັຍແລະມີສັນຕິກັບພຣະອົງ.

ຄຳແນະນຳໃນການແປ

  • ຄຳວ່າ "ຄືນດີ" ສາມາດແປວ່າ "ທຳສັນຕິພາບ" ຫຼື "ນຳຄວາມສຳພັນອັນດີກັບຄືນມາ" ຫຼື "ສ້າງສັນຕິ" ຫຼື "ທຳໃຫ້ເປັນເພື່ອນກັນ."
  • ຄຳວ່າ "ການຄືນດີກັນ" ສາມາດແປວ່າ "ນຳເອົາຄວາມສຳພັນອັນດີກັບຄືນມາ" ຫຼື "ສ້າງສັນຕິ" ຫຼື "ທຳໃຫ້ເກີດຄວາມສຳພັນຢ່າງສັນຕິ."

ຄົນໂງ່, ໂງ່, ຄວາມໂງ່

ນິຍາມ

ຄຳວ່າ "ຄົນໂງ່" ກ່າວເຖິງຄົນທີ່ມັກເລືອກສິ່ງທີ່ຜິດໆ, ໂດຍສະເພາະຢ່າງຍິ່ງ ການເລືອກທີ່ບໍ່ເຊື່ອຟັງ ຄຳວ່າ "ໂງ່" ບັນລະຍາຍວ່າຄົນຫຼືພຶດຕິກຳທີ່ບໍ່ສະຫຼາດ.

  • ໃນພຣະຄັມພີຄຳວ່າ "ຄົນໂງ່" ມັກຈະອ້າງເຖິງຄົນທີ່ບໍ່ສັດທາຫຼືບໍ່ເຊື່ອຟັງພຣະເຈົ້າ. ຄຳນີ້ຈະແຕກຕ່າງກັບຄົນສະຫຼາດ, ຜູ້ທີ່ວາງໃຈໃນພຣະເຈົ້າແລະເຊື່ອຟັງພຣະອົງ.
  • ໃນເພງສັນລະເສີນ, ດາວິດບັນລະຍາຍວ່າຄົນໂງ່ນັ້ນຄືຄົນທີ່ບໍ່ສັດທາໃນພຣະເຈົ້າ,ຜູ້ທີ່ເພີກເສີຍຕໍ່ຫຼັກຖານການຊົງສ້າງຂອງພຣະອົງ.
  • ໃນພັນທະສັນຍາເດີມໃນພຣະທັມສຸພາສິດໃຫ້ຄຳອະທິບາຍຫຼາຍຢ່າງກ່ຽວກັບຄົນໂງ່,ຫຼືບຸກຄົນທີ່ໂງ່ຈ້ານັ້ນເປັນຢ່າງໃດ.
  • ຄຳວ່າ "ຄວາມໂງ່" ອ້າງເຖິງການກະທຳທີ່ບໍ່ສະຫຼາດເພາະວ່າສິ່ງນັ້ນຕໍ່ຕ້ານນ້ຳພຣະທັຍພຣະເຈົ້າ ຫຼາຍໆຄັ້ງຄຳວ່າ "ຄວາມໂງ່" ຍັງລວມເຖິງຄວາມໝາຍຂອງບາງສິ່ງທີ່ໜ້າຢາກຫົວຫຼືອັນຕະລາຍດ້ວຍ.

ຄຳແນະນຳການແປ

  • ຄຳວ່າ "ຄົນໂງ່" ສາມາດແປໄດ້ອີກວ່າ "ຄົນຈ້າ" ຫຼື "ຄົນທີ່ບໍ່ສະຫຼາດ " ຫຼື "ຄົນທີ່ໄຮ້ສາລະ" ຫຼື "ຄົນອະທັມ"
  • ແນວທາງການແປຄຳວ່າ "ໂງ່" ສາມາດລວມທັງ "ຂາດຄວາມເຂົ້າໃຈ " ຫຼື "ບໍ່ສະຫຼາດ " ຫຼື "ໄຮ້ສາລະ".

ຄົນຕ່າງຊາດ

ນິຍາມ

ຄຳວ່າ "ຄົນຕ່າງຊາດ" ອ້າງເຖິງຄົນທ່ີບໍ່ໄດ້ເປັນຢິວ ຄົນຕ່າງຊາດຄືປະຊາຊົນຜູ້ທີ່ບໍ່ໄດ້ສືບເຊື້ອສາຍມາຈາກຢາໂຄບ.

  • ໃນພຣະຄັມພີ, ຄຳວ່າ "ພວກທ່ີ່ບໍ່ໄດ້ເຂົ້າຮັບພິທີຕັດ"ກໍໃຊ້ຄືກັນກັບຄຳອູປະມາອ້າງເຖິງຄົນຕ່າງຊາດເພາະວ່າພວກເຂົາຫລາຍຄົນບໍ່ໄດ້ໃຫ້ລູກຫລານທີ່ເປັນຜູ້ຊາຍເຂົ້າຮັບພິທີຕັດເໝືອນຢ່າງຊົນຊາດອິສະຣາເອນໄດ້ເຮັດ.
  • ເພາະວ່າພຣະເຈົ້າໄດ້ເລືອກຄົນຢິວເພື່ອເປັນຊົນຊາດທີ່ພິເສດສຳລັບພຣະເຈົ້າ. ພວກເຂົາໄດ້ຄິດວ່າພວກຄົນຕ່າງຊາດຄືພວກຄົນນອກທີ່ບໍ່ມີວັນຈະໄດ້ເປັນຄົນຂອງພຣະເຈົ້າ.
  • ຄົນຢິວຫລືທີ່ເອີ້ນວ່າຊົນຊາດອິສະຣາເອນຫລືຄົນເຮັບເຣີໃນຊວ່ງເວລາທີ່ແຕກຕ່າງຂອງປະຫວັດສາດ ພວກເຂົາອ້າງເຖິງຄົນອື່ນໆ ທ່ີ່ເຫລືອເປັນ"ຄົນຕ່າງຊາດ."
  • ຄົນຕ່າງຊາດສາມາດແປໄດ້ອີກວ່າ"ຄົນບໍ່ແມ່ນຄົນຢິວ" ຫລື " "ບໍ່ແມ່ນຄົນອິສະຣາເອນ" (ພັນທະສັນຍາເດີມ) ຫລື"ບໍ່ແມ່ນຄົນຢິວ"
  • ຕາມປະເພນີແລ້ວ ຄົນຢິວຈະບໍ່ກິນເຂົ້າຮວ່ມກັບຄົນຕ່າງຊາດຫລຶຄົບຄ້າສາມາຄົມກັບພວກເຂົາ ຊຶ່ງໃນຕອນທຳອິດເຮັດໃຫ້ເກີດບັນຫາຫລວງຫລາຍໃນຄຣິສຕະຈັກຍຸກຕົ້ນໆ.

ຄົນເທືອຍ

ນິຍາມ

ຕາມປົກກະຕິແລ້ວຄໍາວ່າ "ຄົນເທືອຍ" ແມ່ນເວົ້າເຖິງຜູ້ຊາຍທີ່ໄດ້ຮັບການຕອນແລ້ວ. ຄໍາສັບນີ້ຕໍ່ມາການເປັນຄໍາເວົ້າທົ່ວໄປທີ່ເວົ້າເຖິງເຈົ້າໜ້າທີ່ຂອງລັດຖະບານຄົນໃດຄົນໜຶ່ງ, ແມ່ນແຕ່ຜູ້ບໍ່ໄດ້ຮັບການຕອນກໍຖືກເອີ້ນດ້ວຍຄໍານີ້ຄືກັນ.

  • ພຣະເຢຊູໄດ້ກ່າວວ່າຄົນເທືອຍບາງຄົນເກີດມາໃນລັກສະນະນີ້, ລາງເທື່ອອາດຈະເປັນຍ້ອນວ່າອະໄວຍະວະເພດຖືກທໍາລາຍ ຫລືເປັນຍ້ອນວ່າບໍ່ສາມາດຮ່ວມເພດສໍາພັນໄດ້. ມີຫລາຍຄົນເລືອກທີ່ຈະມີຊີວິດແບບຄົນເທືອຍໂດຍມີຊີວິດທີ່ຖືວ່າເປັນພົມມະຈາລີ.
  • ໃນສະໄໝບູຮານ, ຄົນເທືອຍມັກເປັນຂ້າຣາຊການຂອງກະສັດທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ຄຸ້ມຄອງສະຖານທີ່ຂອງພວກຜູ້ຍິງ.
  • ຄົນເທືຶອຍບາງຄົນເປັນຂ້າຣາຊການທີ່ສໍາຄັນ, ເຊັ່ນຄົນເທືອຍຊາວເອທິໂອເປຍຜູ້ທີ່ໄດ້ພົບກັບອັກຄະສາວົກຟີລິບທີ່ທະເລຊາຍ.

ຄົນໜ້າຊື່ໃຈຄົດ, ການໜ້າຊື່ໃຈຄົດ

ນິຍາມ

ຄຳວ່າ "ຄົນໜ້າຊື່ໃຈຄົດ" ອ້າງເຖິງຄົົນທີ່ເຮັດສິ່ງທີ່ເບິ່ງເໝືອນຊອບທຳ, ແຕ່ແອບປະພຶດໃນສິ່ງທີ່ຊົ່ວຮ້າຍ. ຄຳວ່າ "ການໜ້າຊື່ໃຈຄົດ" ອ້າງເຖິງພຶດຕິກຳທີ່ຫລອກລວງຜູ້ຄົນໃຫ້ຄິດວ່າຄົນນັ້ນເປັນຄົນຊອບທຳ.

  • ຄົນໜ້າຊື່ໃຈຄົດຕ້ອງການໃຫ້ຄົນອື່ນເຫັນວ່າຕົນເອງເຮັດສິ່ງທີ່ດີເພື່ອທີ່ວ່າຄົນອື່ນຈະຄິດວ່າພວກເຂົາເປັນຄົນດີ.
  • ຄົນໜ້າຊື່ໃຈຄົດມັກຈະວິພາກວິຈານຄົນອື່ນວ່າເຮັດສິ່ງທີ່ເປັນຄວາມບາບຊຶ່ງພວກເຂົາເອງກໍລັກເຮັດ.
  • ພຣະເຢຊູຊົງເອີ້ນພວກຟາຣີຊາຍວ່າຄົນໜ້າຊື່ໃຈຄົດເພາະພວກເຂົາເຮັດແລະປະພຶດຕາມຫລັກສາດສະໜາເຊັ່ນ ໃສ່ເສື້ອຜ້າບາງຢ່າງແລະຮັບປະທານອາຫານບາງຢ່າງ, ແຕ່ພວກເຂົາບໍ່ໄດ້ເມດຕາຫລືຍຸຕິທຳຕໍ່ຄົນອື່ນ.
  • ຄົນໜ້າຊື່ໃຈຄົດຊີ້ຄວາມຜິດໃນຕົວຄົນອື່ນໄດ້, ແຕ່ບໍ່ຍອມຮັບຄວາມຜິດຂອງຕົນເອງ.

.

ຄຳແນະນຳໃນການແປ

  • ບາງພາສາມີຄຳກ່າວເຊັ່ນ "ສອງໜ້າ" ທີ່ອ້າງເຖິງຄົນໜ້າຊື່ໃຈຄົດຫຼືການປະພຶດຂອງຄົນໜ້າຊື່ໃຈຄົດ.
  • ວິທີອື່ນທີ່ຈະແປ "ຄົນໜ້າຊື່ໃຈຄົດ" ສາມາດລວມເຖິງ, "ຄົນຫລອກລວງ" ຫຼື"ຄົນທໍາທ່າ" ຫຼື "ຄົນຈອງຫອງຫລອກລວງ."
  • ຄຳວ່າ "ການໜ້າຊື່ໃຈຄົດ" ສາມາດແປໄດ້ວ່າ, "ການຫລອກລວງ" ຫລື "ການກະທຳທີ່ຈອມປອມ" ຫລື "ການທໍາທ່າ."

ຈິງ,ຄວາມຈິງ,ກາຍເປັນຈິງ

ນິຍາມ

ຄຳວ່າ "ຈິງ" ແລະ "ຄວາມຈິງ" ອ້າງເຖິງແນວຄິດທີ່ເປັນຂໍ້ເທັດຈິງ,ເຫດການທີ່ເກິດຂື້ນຈິງ,ແລະຂໍ້ຄວາມທີ່ໄດ້ເວົ້າຈິງ.

  • ສິ່ງທີ່ຈິງ, ເປັນຈິງ, ແທ້ຈິງ, ຖືກຕ້ອງ, ຖືກກົດຫມາຍ, ຕາມຂໍ້ເທັດຈິງ.
  • ຄວາມຈິງຄືຄວາມເຂົ້າໃຈ, ຄວາມເຊື່ອ, ຄວາມຈິງ,ຫລືຂໍ້ຄວາມທີ່ເປັນຄວາມຈິງ.
  • ຂໍ້ຄວາມວ່າ "ເປັນຈິງ" ຫລື "ໄດ້ເປັນຈິງ" ເປັນສຳນວນເຊິ່ງໝາຍຄວາມວ່າຄຳທຳນວາຍເກີດຂຶ້ນຈິງຕາມທີ່ຄາດການໄວ້.
  • ຄວາມຈິງທັງໝົດເຖິງແນວຄິດການສະແດງໃນແບບທີ່ເຊື່ອຖືໄດ້ແລະຊື່ສັດ.
  • ພຣະເຢຊູຄຣິດໄດ້ຊົງສະແດງຄວາມຈິງຂອງພຣະເຈົ້າໃນຄຳເວົ້າທີ່ພຣະອົງໄດ້ກ່າວແລ້ວ.
  • ພຣະຄຳຂອງພຣະເຈົ້າຄືຄວາມຈິງ. ມັນບອກກ່ຽວກັບສິ່ງທີ່ເກີດຂື້ນຈິງແລະສອນສິ່ງທີ່ເປັນຈິງກ່ຽວກັບພຣະເຈົ້າແລະກ່ຽວກັບທຸກສິ່ງທີ່ພຣະອົງໄດ້ຊົງກະທຳ.

ຄຳແນະນຳໃນການແປ

  • ຂຶ້ນຢູ່່ກັບບໍລິບົດແລະສິ່ງທີ່ໄດ້ຮັບກ່າວເຖິງ, ຄຳວ່າ "ຈິງ" ອາດແປໂດຍ "ຈິງ" ຫລື "ຄວາມເປັນຈິງ" ຫລື "ຖືກຕ້ອງ" ຫລື "ຖືກຕ້ອງ" ຫລື "ແນ່ນອນ" ຫລື "ຂອງແທ້."
  • ວິທີເພື່ອແປຄຳວ່າ "ຄວາມຈິງ" ສາມາດລວມເຖິງ, "ສິ່ງທີ່ເປັນຄວາມຈິງ" ຫລື "ຄວາມເປັນຈິງ" ຫລື "ຄວາມແນ່ນອນ" ຫລື "ຫລັກການ."
  • ຄໍາກ່າວວ່າ "ເປັນຈິງ" ສາມາດແປວ່າ "ເກີດຂຶ້ນຈິງ" ຫລື "ສຳເລັດ" ຫລື "ເກີດຂຶ້ນຕາມທີ່ຄາດການໄວ້."
  • ຄຳກ່າວທີ່ວ່າ "ບອກຄວາມຈິງ" ຫລື "ເວົ້າຄວາມຈິງ" ສາມາດແປວ່າ, "ເວົ້າໃນສິ່ງທີ່ເປັນຄວາມຈິງ" ຫລື "ບອກສິ່ງທີ່ເກິດຂື້ນຈິງ" ຫລື "ເວົ້າໃນສິ່ງທີ່ເຊື່ອຖືໄດ້."
  • "ຍອມຮັບຄວາມຈິງ" ສາມາດແປວ່າ "ເຊື່ອໃນສິ່ງທີ່ເປັນຄວາມຈິງກ່ຽວກັບພຣະເຈົ້າ."
  • ໃນຄຳກ່າວເຊັ່ນ "ນະມັດສະການພຣະເຈົ້າດ້ວຍຈິດວິນຍານແລະຄວາມຈິງ" ຄຳກ່າວ "ໃນຄວາມຈິງ" ສາມາດແປໂດຍ "ເຊື່ອຟັງຢ່າງຊື່ສັດໃນສິ່ງທີ່ພຣະເຈົ້າໄດ້ຊົງສອນເຮົາແລ້ວ."

ຈິດໃຈ

ນິຍາມ

ຈິດໃຈເປັນສິ່ງພາຍໃນ, ເບິ່ງບໍ່ເຫັນ, ເປັນສ່ວນນິລັນດອນຂອງບຸກຄົນ. ມັນອ້າງເຖິງສ່ວນທີ່ບໍ່ເປັນຮ່າງກາຍຂອງບຸກຄົນ.

  • ຄຳວ່າ "ຈິດໃຈ" ແລະ"ວິນຍານ" ອາດມີແນວຄິດສອງແບບ, ຫລືອາດເປັນຄຳສອງຄຳທີ່ມີຄວາມໝາຍເຖິງຄວາມຄິດດຽວກັນ.
  • ເມື່ອບຸກຄົນຕາຍ ຈິດວິນຍານຂອງເຂົາກໍໄດ້ອອກຈາກຮ່າງກາຍໄປ.
  • ຄຳວ່າ "ວິນຍານ" ບາງເທື່ອຈະໃຊ້ເປັນຄຳປຽບທຽບທີ່ອ້າງເຖິງບຸກຄົນທັງຕົວ. ຕົວຢ່າງເຊັ່ນ "ຈິດໃຈທີ່ເຮັດບາບ" ໝາຍເຖິງ, "ບຸກຄົນທີ່ເຮັດບາບ" ແລະ "ຈິດໃຈຂອງຂ້າພຣະເຈົ້າອິດເມື່ອຍ" ໝາຍເຖິງ "ຂ້າພຣະເຈົ້າອິດເມື່ອຍ."

ເບິ່ງເພີ່ມຕື່ມ

  • ຄຳວ່າ "ຈິດໃຈ" ສາມາດແປວ່າ "ຮ່າງພາຍໃນ" ຫລື "ພາຍໃນບຸກຄົນ."
  • ໃນບາງສະພາບການ "ວິນຍານຂອງຂ້ອຍ" ສາມາດແປວ່າ, "ຂ້ອຍ" ຫລື "ຂ້ອຍ."

"ໂດຍປົກກະຕິ ຄຳ​ວ່າ "ຈິດໃຈ" ສາມາດແປວ່າ "ບຸກຄົນ" ຫລື "ເຂົາ" ຫລື "ທ່ານ," ຂຶ້ນຢູ່ກັບສະພາບການ

  • ບາງພາສາອາດມີພຽງຄຳດຽວທີ່ແປວ່າ "ຈິດໃຈ" ແລະ "ວິນຍານ."
  • ໃນເຮັບເຣີ 4.12 ໃນ​ຄຳ​ວ່າ "ແບ່ງຈິດໃຈແລະວິນຍານ," ສາມາດໝາຍຄວາມວ່າ, "ຫຍັ່ງຮູ້ຢ່າງເລິກໆ ຫລື ສະແດງອອກສິ່ງພາຍໃນບຸກຄົນ."

ຈິບຫາຍ

ນິຍາມ

ຄຳວ່າ "ຈິບຫາຍ" ໝາຍເຖິງຕາຍຫຼືຖືກທຳລາຍເຊີ່ງມັກຈະເປັນຜົນມາຈາກຄວາມຮຸນແຮງຫຼືໄພພິບັດ ໃນພຣະຄຳພີນັ້ນ ຄຳນີ້ມີຄວາມໝາຍວ່າຖືກລົງໂທດໃນນາລົກຊົ່ວນິລັນດອນ

  • ຜູ້ຄົນ​ທີ່ກຳລັງ "​ຈິບຫາຍ" ໝາຍເຖິງຜູ້ຄົນເຊີ່ງປາຍທາງຂອງທ່ານນັ້ນຄືນາລົກເພາະພວກທ່ານປະຕິເສດທີ່ຈະເຊື່ອໃນພຣະເຢຊູມາ​ເປັນ​ພ​ຣະຊ່ວຍໃຫ້ພົ້ນ
  • ໃນໂຢຮັນ 3:16 ໄດ້ສອນເຮົາໃນເລື່ອງຂອງຄວາມ "ຈິບຫາຍ" ວ່າໝາຍເຖິງການບໍ່ໄດ້ຢູ່ໃນສະຫວັນນິລັນດອນ

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບກໍ​ລະ​ນີ ຂອງເນື້ອຄວາມ ວິທີການແປຄຳນີ້ສາມາດທັງໝົດ "ຕາຍນິລັນດອນ" ຫຼື "ຖືກລົງໂທດໃນນາລົກ" ຫຼື "ຖືກທຳລາຍ"
  • ໃຫ້ແນ່ໃຈວ່າເມື່ອແປຄຳວ່າ "ຈິບຫາຍ" ສາມາດມີຄວາມໝາຍວ່າຢູ່ໃນນາລົກຊົ່ວນິລັນດອນ ບໍ່ໄດ້ມີໝາຍຄວາມວ່າ "ຢຸດທີ່ຈະມີຊີວິດຢູ່"

ເຈີມ, ໄດ້ເຈີມ

ນິຍາມ

ຄຳວ່າ "ເຈີມ" ໝາຍເຖິງການເອົານ້ຳມັນທາຫຼືເທເທິງບຸກຄົນຫຼືວັດຖຸ. ບາງຄັ້ງນ້ຳມັນນັ້ນຖືກປະສົມກັບເຄື່ອງເທດ, ມີກິ່ນດີມີກິ່ນນ້ຳຫອມ, ຄຳນີ້ໃຊ້ປຽບທຽບໝາຍເຖິງການເລືອກຂອງພຣະວິນຍານບໍຣິສຸດແລະໃຫ້ອຳນາດກັບບາງຄົນດ້ວຍ.

  • ໃນພັນທະສັນຍາເດີມພວກປະໂລຫິດແລະກະສັດ ແລະຜູ້ປະກາດພຣະທັມໄດ້ເຈີມດ້ວຍນ້ຳມັນເພື່ອແຕ່ງຕັ້ງພວກເຂົາແຍກໄວ້ຕ່າງຫາກເພື່ອຮັບໃຊ້ພຣະເຈົ້າ.
  • ວັດຖຸຢ່າງເຊັ່ນແທນບູຊາແລະພັບພາ ກໍ່ໄດ້ເຈີມດ້ວຍນ້ຳມັນເພື່ອສະແດງວ່າສິ່ງເຫລົ່ານີ້ຖືກໃຊ້ເພື່ອນະມັດສະການແລະຖວາຍກຽດແດ່ພຣະເຈົ້າ.
  • ໃນພັນທະສັນຍາໃໝ່ ຄົນປ່ວຍກໍ່ຖືກເຈີມດ້ວຍນ້ຳມັນເພື່ອການຮັກສາໃຫ້ຫາຍປ່ວຍ.
  • ໃນພັນທະສັນຍາໃໝ່ບັນທືກໄວ້ສອງຄັ້ງ ພຣະເຢຊູເຈົ້າຖືກເຈີມດ້ວຍນ້ຳຫອມໂດຍຜູ້ຍິງຄົນໜຶ່ງ ເພື່ອເປັນການນະມັດສະການພຣະອົງ. ມີຄັ້ງໜຶ່ງພຣະເຢຊູເຈົ້າຊົງກ່າວວ່ານາງໄດ້ທຳເພື່ອເປັນການຕຽມຝັງພຣະສົບຂອງພຣະອົງໃນອານາຄົດ.
  • ຫລັງຈາກທີ່ພຣະເຢຊູເຈົ້າຊົງສີ້ນພຣະຊົນ, ບັນດາມິດສະຫາຍຂອງພຣະອົງໄດ້ຈັດຕຽມພຣະກາຍຂອງພຣະອົງໂດຍການຊາໂລມດ້ວນນ້ຳມັນແລະເຄື່ອງເທດ.
  • ຊື່ເອີ້ນວ່າ "ເມຊິຢາ" (ພາສາເຮັບເຣີ) ແລະ "ພຣະຄຣິດ" (ພາສາກຣີກ) ໝາຍຄວາມວ່າ "(ຜູ້ທີ່) ຖືກເຈີມ"
  • ພຣະເຢຊູເຈົ້າ ພຣະເມຊິຢາ ຄືຜູ້ທີ່ຖືກເລືອກຫຼືເຈີມເໝືອນຜູ້ປະກາດພຣະທັມ ມະຫາປະໂລຫິດ ແລະກະສັດ.

ຂໍ້ແນະນຳການແປ

  • ຄຳວ່າ "ເຈີມ" ອາດແປໄດ້ອີກວ່າ "ເທນ້ຳມັນເທິງ" ຫຼື "ທານ້ຳມັນເທິງ" ຫຼື "ຖວາຍໃຫ້ໂດຍການເທນ້ຳມັນຫອມລົງເທິງນັ້ນ" ທັງນີ້ຢູ່ກັບບໍຣິບົດນັ້ນໆ.
  • ການ "ຖືກເຈີມ" ອາດແປໄດ້ອີກວ່າ "ຖືກຖວາຍໃຫ້ດ້ວຍນ້ຳມັນ" ຫຼື "ຖືກແຕ່ງຕັ້ງ" ຫຼື "ຖືກມອບຖວາຍໄວ້"
  • ໃນບາງບໍຣິບົດຄຳວ່າ "ເຈີມ" ອາດແປໄດ້ອີກວ່າ "ແຕ່ງຕັ້ງ"
  • ຄຳທີ່ວ່າ "ປະໂລຫິດທີ່ຖືກເຈີມ" ອາດແປໄດ້ອີກວ່າ "ປະໂລຫິດຜູ້ຖືກຖວາຍໄວ້ດ້ວຍນ້ຳມັນ" ຫຼື "ປະໂລຫິດຜູ້ຖືກແຕ່ງຕັ້ງແຍກໄວ້ຕ່າງຫາກໂດຍຖືກມອບໄວ້ໂດຍການເທນ້ຳມັນເທິງເຂົາ."

ເຈົ້ານາຍ, ນາຍ, ນາຍທ່ານ

ນິຍາມ

ຄຳວ່າ " ເຈົ້ານາຍ " ອ້າງເຖືງບາງຄົນທີ່ເປັນເຈົ້າຂອງ ຫລື ມີສິດອຳນາດເຫນື່ອກ່ວາຄົນອື່ນ.

  • ບາງເທື່ອຄຳນີ້ໄດ້ຮັບການແປວ່າ " ນາຍ " ເມື່ອກ່າວເຖຶງພຣະເຢຊູ ຫລື ກ່າວເຖືງໃຜບາງຄົນທີ່ເປັນເຈົ້າຂອງພວກຄົນທີ່ເປັນທາດ.
  • ໃນສະບັບແປພາສາອັງກິດບາງສະບັບໃຊ້ຄຳນີ້ວ່າ " ນາຍທ່ານ " ໃນເນື້ອຫາທີ່ໃຊ້ເພື່ອກ່າວເຖືງຄົນທີ່ມີຕຳແຫນ່ງສູງດ້ວຍຄວາມສຸພາບ.

ຄຳແນະນຳໃນການແປ

  • ຄຳນີ້ຕ້ອງແປວ່າ " ນາຍ " ເມື່ອໃຊ້ກ່າວເຖືງບຸກຄົນຫນື່ງທີ່ເປັນເຈົ້າຂອງຄົນທີ່ເປັນທາດ ຄຳນີ້ສາມາດໃຊ້ໂດຍທາດຄົນຫນຶ່ງເພື່ອເອີ້ນບຸກຄົນທີ່ເຂົາມາຮັບໃຊ້ຢູ່.
  • ເມື່ອກ່າວເຖືງພຣະເຢຊູ ສາມາດແປໂດຍໃຊ້ ຄຳວ່າ " ນາຍ " ຖ້າຫາກໃນເນື້ອຫານັ້ນຫມາຍເຖືງ " ອາຈານສອນທາງສາດສະຫນາ. "
  • ຖ້າບຸກຄົນທີ່ກ່າວເຖືງພຣະເຢຊູບໍ່ຮູ້ຈັກພຣະອົງຄຳວ່າ " ເຈົ້ານາຍ "ສາມາດແປວ່າ " ນາຍທ່ານ " ໄດ້ ການແປແບບນີ້ຈະໃຊ້ສຳຫລັບເນື້ອຫາອື່ນໆ ທີ່ເອີ້ນບຸກຄົນຫນຶ່ງດ້ວຍຄວາມສຸພາບເຊັ່ນກັນ.
  • ເມື່ອກ່າວເຖືງພຣະເຈົ້າພຣະບິດາ ຫລື ກ່າວເຖືງພະເຢຊູ ຄຳນີ້ຈະຖືກຂຽນວ່າ " ອັງພຣະຜູ້ເປັນເຈົ້າ. "

ເຈົ້າເມື່ອງ

ນິຍາມ

ຄຳວ່າ "ເຈົ້າເມື່ອງ" ອ້າງເຖີງເຈົ້າໜ້າທີ່ປົກຄອງທີ່ປົກຄອງດູແລສ່ວນໜຶ່ງຂອງອານາຈັກໂຣມ. ເຈົ້າເມື່ອງແຕ່ລະຄົນຢູ່ຟາຍໃຕ້ອຳນາດສິດຂາດຂອງຈັກກະພັດໂຣມ.

  • ຕຳແໜ່ງ "ເຈົ້າເມື່ອງ" ມີຄວາມໝາຍວ່າ "ໜຶ່ງໃນສີ່ລວມກັນຂອງຜູ້ປົກຄອງ".
  • ເລິ່ມຈາກພາຍໃຕ້ຂອງຈັກກະພັດໂອຣຶຊຽນແຫ່ງໂຣມ, ມີສີ່ສ່ວນໃຫ່ຍຂອງອານາຈັກໂຣມແລະແຕ່ລະເຈົ້າເມືອງປົກຄອງໜຶ່ງສ່ວນ.
  • ອານາຈັກຂອງເຮໂລດ"ມະຫາລາດ" ຜູ້ເປັນກະສັດໃນເວລາທີ່ພຣະເຊູເຈົ້າຊົງບັງເກິດໄດ້ຖືກແບ່ງອອກເປັນສີ່່ສ່ວນຫລັງຈາກທ່ານໄດ້ເສຍຊີວິດແລະຖືກປົກຄອງໂດຍບັນດາລູກໆຂອງລາວເປັນ "ເຈົ້າເມືອງ" ຫຼື"ຜູ້ປົກຄອງຂອງໜຶ່ງໃນສີ່ສ່ວນ".
  • ແຕ່ລະສ່ວນມີສ່ວນໜຶ່ງຫຼືຫລາຍພາກສ່ວນນ້ອຍໆທີ່ເອີ້ນວ່າ"ແຂວງ" ຢ່າງເຊັ່ນກາລີເລຫຼືສະມາເຣຍ.
  • ຄຳວ່າ"ເຈົ້າເມື່ອງ" ສາມາດແປໄດ້ວ່າ "ຜູ້ປົກຄອງພູມມຶພາກ" ຫຼື"ຜູ້ປົກຄອງແຂວງ" ຫຼື "ຜູ້ປົກຄອງ" ຫຼື "ເຈົ້າແຂວງ"ກໍ່ໄດ້.

ສະງ່າຜ່າເຜີຍ

ນິຍາມ

ຄຳວ່າ "ສະງ່າຜ່າເຜີຍ" ອ້າງເຖິງຄວາມຍິ່ງໃຫຍ່ແລະຄວາມຮຸ່ງເຮືອງ,ຫຼາຍຄັ້ງມັກຈະກ່ຽວຂ້ອງກັບຄຸນສົມບັດຂອງກະສັດ.

  • ໃນພຣະຄັມພີວ່າ "ສະງ່າຜ່າເຜີຍ" ຫຼາຍຄັ້ງມັກຈະກ່າວເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າຜູ້ຊຶ່ງເປັນກະສັດຜູ້ຍິ່ງໃຫຍ່ເໜືອຈັກກະວານ.
  • ຝ່າລະອອງທຸລີພຣະບາດ ເປັນວິທີເວົ້າກັບກະສັດ.

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປເປັນ "ພຣະບາລະມີ" ຫຼື "ໃຕ້ຝ່າລະອອງທຸລີພຣະບາດ."
  • "ຝ່າລະອອງທຸລີພຣະບາດ" ສາມາດແປວ່າ "ຄວາມສະງ່າຜ່າເຜີຍ" ຫຼື "ຄວາມມີອຳນາດ" ຫຼືໃຊ້ແບບທຳມະດາໃນການກ່າວກັບຜູ້ປົກຄອງໃນພາສາທີ່ແປນັ້ນ.

ສະດູກາຍ

ນິຍາມ

ພວກສະດູກາຍເປັນກຸ່ມທີ່ກ່ຽວຂ້ອງກັບການເມືອງຂອງພວກປະໂລຫິດຊາວຢີວໃນຊ່ວງເວລາຂອງພຣະເຢຊູຄຣິດເຈົ້າ ເປັນຜູ້ສະໜັບສະໜູນການປົກຄອງຂອງຊາວໂຣມແລະບໍ່ເຊື່ອໃນການເປັນຄືນມາຈາກຕາຍ

  • ພວກສະດູກາຍຫຼາຍຄົນເປັນຄົນຮັ່ງມີ ເປັນຊາວຢິວຊັ້ນສູງແລະເປັນຜູ້ທີ່ດຳລົງຕ່ຳແໜ່ງຜູ້ນຳທີ່ມີອຳນາດ ຕົວຢ່າງເຊັ່ນ ຫົວໜ້າປະໂລຫິດແລະມະຫາປະໂລຫິດ.
  • ໜ້າທີ່ຂອງພວກສະດູກາຍ ລວມເຖິງການດູແລຮັກສາບໍລິເວນພຣະວິຫານແລະວຽກງານໃນໜ້າທີ່ປະໂລຫິດ ຕົວຢ່າງເຊັ່ນ ການຖະຫວາຍເຄື່ອງບູຊາ.
  • ພວກສະດູກາຍແລະຟາຣີຊາຍມີອິດທິພົນຢ່າງຫຼວງຫຼາຍຕໍ່ຜູ້ນຳຊາວໂລມໃນການຄຶງພຣະເຢຊູ.
  • ພຣະເຢຊູໄດ້ເວົ້າຕໍ່ຕ້ານພວກຜູ້ນຳທາງສາດສະໜາສອງກຸ່ມນີ້ເພາະຄວາມເຫັນແກ່ຕົວແລະການໜ້າຊື່ໃຈຄົດຂອງພວກເຂົາ.

ສະຖານທີ່ສັກສິດ

ນິຍາມ

ຄຳວ່າ “ສະຖານທີ່ສັກສິດ” ຕາມຕົວອັກສອນມີຄວາມໝາຍວ່າ ”ສະຖານທີ່ບໍລິສຸດ” ແລະອ້າງເຖິງສະຖານທີ່ ທີ່ພຣະເຈົ້າໄດ້ທຳໃຫ້ເປັນທີ່ສັກສິດແລະບໍລິສຸດ ແລະຍັງສາມາດອ້າງເຖິງສະຖານທີ່ ທີ່ມີການຄຸ້ມຄອງແລະມີຄວາມປອດໄພ.

  • ໃນພັນທະສັນຍາເດີມ ຄຳວ່າ ”ສະຖານທີສັກສິດ” ຖືກໃຊ້ຫຼາຍເພື່ອອ້າງເຖິງຫໍເຕັນຫຼືອາຄານພຣະວິຫານທີ່ ”ສະຖານທີ່ສັກສິດ” ແລະ ”ສະຖານທີ່ສັກສິດທີ່ສຸດ” ຕັ້ງຢູ່
  • ພຣະເຈົ້າໄດ້ອ້າງສະຖານທີ່ສັກສິດດັ່ງເປັນສະຖານທີ່ຊຶ່ງພຣະອົງສະຖິດໃນທ່າມກາງປະຊາກອນຂອງພຣະອົງຄືພວກອິດສະຣາເອນ.
  • ພຣະອົງໄດ້ຊົງເອີ້ນພຣະອົງວ່າ ”ສະຖານທີສັກສິດ” ຫລືເປັນທີ່ປອດໄພສຳລັບປະຊາຊົນທີ່ພວກເຂົາສາມາດຫາການປົກປ້ອງຮັກສາໄດ້.

ຄຳແນະນຳໃນການແປ

  • ຄຳນີ້ມີຄວາມໝາຍທັມມະດາຂອງ ”ສະຖານທີ່ສັກສິດ” ຫລື ”ສະຖານທີ່ຖືກແຍກອອກມາ”.
  • ຂຶ້ນຢູ່ກັບກໍລະນີ ຄຳວ່າ ”ສະຖານສັກສິດ” ສາມາດແປວ່າ ”ສະຖານທີສັກສິດ” ຫລື "ອາຄານສັກສິດ” ຫລື ”ສະຖານທີ່ຄວາມສັກສິດຂອງພຣະເຈົ້າສະຖິດຢູ່” ຫລື ”ສະຖານທີສັກສິດຂອງການປົກປັກຮັກສາ”ຫລື”ສະຖານທີ່ສັກສິດແຫ່ງຄວາມປອດໄພ”.
  • ຖ້ອຍຄໍາທີ່ວ່າ ”ເງິນເຊກຽນຂອງສະຖານສັກສີດ” ສາມາດແປວ່າ ”ຊະນິດຂອງເງິນເຊກຽນທີ່ໄດ້ໃຫ້ສຳລັບຫໍເຕັນ” ຫລື ”ເງິນເຊກຽນທີ່ໄດ້ໃຊ້ເປັນເໝືອນເງິນພາສີເພື່ອບຳລຸງພຣະວິຫານ”.
  • ຫມາຍເຫດ ຈົ່ງລະວັງວ່າການແປຄຳນີ້ຈະບໍ່ອ້າງເຖິງຫ້ອງນະມັດສະການໃນຄຣິດຕະຈັກໃຫມ່.

ສະຫວັນ, ທ້ອງຟ້າ, ທ້ອງຟ້າທັງໝົດ, ດັ່ງສະຫວັນ

ນິຍາມ

ຄຳທີ່ແປວ່າ "ສະຫວັນ" ອ້າງເຖິງສະຖານທີ່ທີ່ພຣະເຈົ້າປະທັບຢູ່ . ຄຳດຽວກັນອາດຈະໝາຍເຖິງ "ທ້ອງຟ້າ," ຂຶ້ນຢູ່ບໍລິບົດ.

  • ຄຳວ່າ "ທ້ອງຟ້າທັງໝົດ" ອ້າງເຖິງທຸກສິ່ງທີ່ເຮົາເຫັນເໜືອແຜ່ນດິນໂລກ, ລວມເຖິງດວງອາທິດ ດວງຈັນ, ແລະດວງດາວ, ເຊິ່ງທັງໝົດລວມເຖິງສິ່ງຕ່າງໆໃນທ້ອງຟ້າ. ເຊັ່ນ ດາວເຄາະທີ່ຢູ່ຫ່າງອອກໄປ, ເຊິ່ງເຮົາບໍ່ສາມາດເບິ່ງເຫັນໄດ້ໂດຍກົງຈາກໂລກ.
  • ຄຳວ່າ "ທ້ອງຟ້າ" ອ້າງເຖິງພື້ນທີ່ກວ້າງໃຫຍ່ໄພສານສີຟ້າເໜືອແຜ່ນດິນໂລກທີ່ມີເມກແລະອາກາດທີ່ເຮົາຫາຍໃຈເຂົ້າໄປ. ດວງອາທິດແລະດວງຈັນມັກຈະຖືກກ່າວເຖິງວ່າຢູ່ "ເທິງທ້ອງຟ້າ."
  • ໃນບາງບໍລິບົດໃນພຣະຄຳພີຄຳວ່າ, "ສະຫວັນ" ອາດໝາຍເຖິງທ້ອງຟ້າຫລືສະຖານທີ່ທີ່ພຣະເຈົ້າປະທັບຢູ່.
  • ເມື່ອ "ສະຫວັນ" ຖືກໃຊ້ໃນເຊີງປຽບທຽບ, ນັ້ນເປັນວິທີທີ່ກ່າວເຖິງພຣະເຈົ້າ. ຍົກຕົວຢ່າງເຊັ່ນ, ເມື່ອມັດທາຍຂຽນກ່ຽວກັບ "ອານາຈັກແຫ່ງສະຫວັນ" ທ່ານກຳລັງອ້າງເຖິງອານາຈັກຂອງພຣະເຈົ້າ.

ຄຳແນະນຳໃນການແປ

  • ເມື່ອ "ສະຫວັນ" ຖືກໃຊ້ໃນເຊີງປຽບທຽບ, ສາມາດແປໄດ້ວ່າ"ພຣະເຈົ້າ."
  • ສຳລັບ "ອານາຈັກແຫ່ງສະຫວັນ" ໃນໜັງສືມັດທາຍນັ້ນ, ເປັນການດີທີ່ສຸດທີ່ຈະຖືຮັກສາຄຳວ່າ "ສະຫວັນ" ໄວ້ເນື່ອງຈາກນິ້ເປັນລັກສະນະສະເພາະຂອງພຣະກິດຕິຄຸນມັດທາຍ.
  • ຄຳວ່າ "ສະຫວັນ" ຫລື "ດວງດາວໃນທ້ອງຟ້າ" ສາມາດແປໄດ້ວ່າ, "ດວງອາທິດ ດວງຈັນ ແລະດວງດາວ" ຫລື "ດວງດາວທັງໝົດໃນຈັກກະວານ."
  • ວະລີ, "ດວງດາວທັງຫລາຍແຫ່ງສະຫວັນ" ສາມາດແປໄດ້ວ່າ "ດວງດາວທັງຫລາຍໃນທ້ອງຟ້າ" ຫລື "ດວງດາວທັງຫລາຍໃນທາງຊ້າງເຜືອກ" ຫລື "ດວງດາວທັງຫລາຍໃນຈັກກະວານ."

ສະຫຼາດ, ຄວາມສະຫຼາດ

ນິຍາມ

ຄຳວ່າ "ສະຫຼາດ" ອະທິບາຍເຖິງຄົນທີ່ເຂົ້າໃຈວ່າແມ່ນຫຍັງເປັນສິ່ງທີ່ຖືກຕ້ອງແລະຄຸນນະທຳພໍທີ່ຈະທຳໃນສິ່ງນັ້ນ "ຄວາມສະຫຼາດ" ຄືຄວາມເຂົ້າໃຈແລະການປະຕິບັດໃນສິ່ງທີ່ເປັນຄວາມຈິງແລະຖືກຕ້ອງຕາມຫຼັກສິນລະທຳ.

  • ການເປັນຄົນສະຫຼາດຮວມເຖິງຄວາມສາມາດໃນການຕັດສິນໃຈທີ່ດີໂດຍສະເພາະຢ່າງຍິ່ງໃນການເລືອກທີ່ຈະທຳໃນສິ່ງທີ່ເປັນທີ່ພໍພຣະໄທຂອງພຣະເຈົ້າ.
  • ໃນພຣະຄຳພີ ຄຳທີ່ວ່າ "ຄວາມສະຫຼາດຝ່າຍໂລກ " ເປັນວິທີທີ່ປຽບໃນການອ້າງອີງເຖິງສິ່ງທີ່ຜູ້ຄົນໃນໂລກນີ້ຄິດວ່າສະຫຼາດ ແຕ່ທີ່ຈິງແລ້ວເປັນສິ່ງທີ່ໂງ່.
  • ຄົນຈະກາຍເປັນຄົນສະຫຼາດໂດຍການເຊື່ອຟັງພຣະເຈົ້າແລະເຊື່ອຟັງພຣະປະສົງຂອງພຣະອົງດ້ວຍຄວາມຖ່ອມໃຈ.
  • ຄົນສະຫຼາດຈະສະແດງເຖິງຜົນຂອງພຣະວິນຍານບໍຣິສຸດໃນຊີວິດຂອງເຂົາເຊັ່ນ ຄວາມສຸກ, ຄວາມເມດຕາ, ຄວາມຮັກ, ແລະຄວາມອົດທົນ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບບໍລິສັດ ໃນວິທີອື່ນໃນການແປ "ສະຫຼາດ" ອາດຈະຮວມເຖິງ "ການເຊື່ອຟັງເຈົ້າ" ຫຼື "ມີເຫດຜົນແລະເຊື່ອຟັງ" ຫຼື "ການຢໍາເກງພຣະເຈົ້າ."
  • "ສະຕິປັນຍາ" ອາດຈະແປໂດຍຄຳຫຼືຄຳທີ່ແປວ່າ "ໃຊ້ຊີວິດທີ່ສະຫຼາດ" ຫລື "ດຳເນີນຊີວິດທີ່ເໝາະສົມໃນການເຊື່ອຟັງ" ຫຼື "ການຕົດສິນຄວາມທີ່ດີ"
  • ທາງທີ່ດີທີ່ສຸດໃນການແປ "ສະຫຼາດ" ແລະ "ສະຕິປັນຍາ" ໃນແບບທີ່ມັນເປັນຄຳທີ່ແຕກຕ່າງຈາກຄຳອື່ນໆ ເຊັ່ນຄຳວ່າຊອບທຳຫຼື ເຊື່ອຟັງເປັນຕົ້ນ.

ສະອາດ, ຊຳລະໃຫ້ສະອາດ

ນິຍາມ

ຄຳວ່າ "ສະອາດ" ມີຄວາມໝາຍຕາມຕົວໜັງສືວ່າບໍ່ມີຄວາມສົກກະປົກຫຼືມົນທິນໃດໆ. ໃນພຣະຄໍາພີ, ຄຳນີ້ມັກໃຊ້ເປັນຄຳປຽບທຽບທີ່ໝາຍເຖິງ, "ເຮັດໃຫ້ບໍຣິສຸດ," "ບໍຣິສຸດ," ຫຼື "ປາສະຈາກບາບ."

  • "ການສຳລະໃຫ້ສະອາດ" ເປັນກະບວນການຂອງການເຮັດໃຫ້ສິ່ງໃດສິ່ງໜຶ່ງ "ສະອາດ." ຄຳນີ້ສາມາດແປໄດ້ວ່າ "ຊຳລະລ້າງ"

ຫຼື "ເຮັດໃຫ້ບໍຣິສຸດ."

  • ໃນພັນທະສັນຍາເດີມ, ພຣະເຈົ້າໄດ້ຊົງບອກຊົນຊາດອິດສະຣາເອນວ່າສັດຊະນິດໃດທີ່ຊີ້ສະເພາະເຈາະຈົງວ່າເປັນສັດທີ່ "ສະອາດ" ທີ່ໃຊ້ຖວາຍບູຊາແລະສັດຊະນິດໃດທີ່ເປັນ "ມົນທິນ." ສັດທີ່ສະອາດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ໃຊ້ເພື່ອກິນຫລືຖວາຍບູຊາ. ໃນບໍຣິບົດນີ້, ຄຳວ່າ "ສະອາດ" ມີຄວາມໝາຍວ່າ ສັດຕົວນັ້ນໄດ້ຮັບການຍອມຮັບຈາກພຣະເຈົ້າເພື່ອໃຊ້ເປັນເຄື່ອງຖວາຍບູຊາ.
  • ຄົນທີ່ເປັນໂລກຜິວໜັງບາງຢ່າງຈະເປັນມົນທິນຈົນກວ່າຜິວໜັງຈະໄດ້ຮັບການຮັກສາໃຫ້ດີພໍທີ່ຈະບໍ່ສາມາດແຜ່ເຊື້ອໂລກໄດ້. ຄຳສອນກ່ຽວກັບການສຳລະຜິວໜັງໃຫ້ສະອາດທີ່ຕ້ອງເຊື່ອຟັງ ເພື່ອທີ່ຄົນນັ້ນຈະໄດ້ຮັບການປະກາດວ່າ "ສະອາດ" ອີກຄັ້ງ.
  • ບາງຄັ້ງ "ສະອາດ" ໃຊ້ເປັນຄຳປຽບທຽບທີ່ກ່າວເຖິງ ຄວາມບໍຣິສຸດທາງສິລະທໍາ.

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປດ້ວຍຄຳທົ່ວໆໄປ ສຳລັບຄຳວ່າ "ສະອາດ"

ຫຼື "ບໍຣິສຸດ"


ສັດຊື່, ຄວາມສັດຊື່

ນິຍາມ

"ສັດຊື່" ຕໍ່ພຣະເຈົ້າໝາຍເຖິງການດໍາເນີນຊີວິດຢ່າງຕໍ່ເນື່ອງຕາມຄໍາສອນຂອງພຣະເຈົ້າ. ນັ້ນໝາຍເຖິງການຈົງຮັກພັກດີຕໍ່ພຣະອົງໂດຍການເຊື່ອຟັງພຣະອົງ ຄໍາກ່າວ ຫລືເງື່ອນໄຂຂອງການສັດຊື່ແມ່ນ "ຄວາມສັດຊື່."

  • ຄົນທີ່ສັດຊື່ສາມາດໄວ້ວາງໃຈທີ່ຈະຮັກສາສັນຍາຂອງລາວແລະ ເຕີມເຕັມຄວາມຮັບຜິດຊອບຂອງລາວຕໍ່ຄົນອື່ນສະເໝີ.
  • ຄົນທີ່ສັດຊື່ຈະມີຄວາມມຸ້ງໝັ້ນໃນການເຮັດງານ ເຖິງແມ່ນຈະຍາກແລະໃຊ້ເວລາດົນນານ.
  • ຄວາມສັດຊື່ຕໍ່ພຣະເຈົ້າ ແມ່ນການກະທໍາຢ່າງຕໍ່ເນື່ອງໃນສິ່ງທີ່ ພຣະເຈົ້າຕ້ອງການໃຫ້ເຮົາເຮັດ.

ຄໍາແນະນໍາການແປ

  • ໃນຫລາຍໆ ຖ້ອຍຄໍາທີ່ວ່າ "ສັດຊື່" ສາມາດແປໄດ້ອີກຢ່າງນຶ່ງວ່າ "ພັກດີ" ຫລື "ອຸທິດຕົນ" ຫລື "ເພິ່ງພາໄດ້."
  • ໃນຖ້ອຍຄໍາອື່ນໆ ທີ່ວ່າ "ສັດຊື່" ສາມາດແປໄດ້ໂດຍໃຊ້ຄໍາ ຫລືຖ້ອຍຄໍາທີ່ໝາຍເຖິງ "ສັດທາຢ່າງຕໍ່ເນື່ອງ" ຫລື "ພາກພຽນໃນຄວາມສັດທາ" ຫລື "ຈົງຮັກພັກດີ" ຫລື "ຄວາມເຊື່ອຖືໄດ້" ຫລື "ຄວາມສັດທາແລະເຊື່ອຟັງພຣະເຈົ້າ."

ສັດຕູພຣະຄຣິດເຈົ້າ, ປໍລະປັກພຣະຄຣິດເຈົ້າ

ນິຍາມ

ຄຳວ່າ "ສັດຕູພຣະຄຣິດເຈົ້າ" ກ່າວເຖິງບຸກຄົນຫຼືຄຳສອນທີ່ຕໍ່ຕ້ານພຣະເຢຊູຄຣິດເຈົ້າແລະພຣະຣາຊະກິດຂອງພຣະອົງ ມີສັດຕູຂອງພຣະຄຣິດເຈົ້າຢູ່ຫລວງຫລາຍໃນໂລກນີ້.

  • ອັກຄະຣາທູດໂຢຮັນໄດ້ຂຽນໄວ້ວ່າ ຄົນຜູ້ເປັນສັດຕູພຣະຄຣິດ ເຂົາຈະຫລອກລວງຜູ້ຄົນໂດຍກ່າວວ່າ ພຣະເຢຊູເຈົ້າບໍ່ແມ່ນພຣະເມຊິຢາ ຫຼືປະຕິເສດວ່າພຣະເຢຊູເຈົ້າບໍ່ແມ່ນທັງພຣະເຈົ້າແລະມະນຸດ.
  • ພຣະຄັມພີຍັງສອນອີກວ່າມີວິນຍານທົ່ວໄປທີ່ເປັນສັດຕູພຣະຄຣິດເຈົ້າໃນໂລກນີ້ທີ່ຕໍ່ຕ້ານພຣະຣາຊະກິດຂອງພຣະເຢຊູເຈົ້າ.
  • ໃນພຣະຄັມພຣະນິມິດໃນພັນທະສັນຍາໃໝ່ອະທິບາຍວ່າ ຈະມີຄົນທີ່ເອີ້ນວ່າ "ສັດຕູພຣະຄຣິດເຈົ້າ" ມາປະກົດໃນວາລະສຸດທ້າຍ ຊາຍຄົນນີ້ຈະຫາທາງທຳລາຍປະຊາກອນຂອງພຣະເຈົ້າ ແຕ່ໃນທີ່ສຸດເຂົາຈະພ່າຍແພ້ແກ່ພຣະເຢຊູເຈົ້າ.

ຂໍ້ແນະນຳໃນການແປ

  • ມີອີກຫລາຍວິທີທີ່ຈະແປຄຳນີ້ ອາດຈະລວມເຖິງຄຳຫຼືຄຳເວົ້າທີ່ໝາຍເຖິງ "ຜູ້ຕໍ່ຕ້ານພຣະຄຣິດເຈົ້າ" ຫຼື "ສັດຕູພຣະຄຣິດເຈົ້າ" ຫຼື "ຄົນທີ່ຕໍ່ຕ້ານພຣະຄຣິດເຈົ້າ."
  • ຄຳເວົ້າທີ່ວ່າ "ວິນຍານຂອງສັດຕູພຣະຄຣິດເຈົ້າ" ອາດແປໄດ້ອີກວ່າ "ວິນຍານທີ່ຕໍ່ຕ້ານພຣະຄຣິດເຈົ້າ."

ສັນຍານ, ພິສູດ, ການແຈ້ງເຕືອນ

ນິຍາມ

ສັນຍານ ສາມາດໝາຍເຖິງ ສິ່ງຂອງ, ເຫດການ, ຫລືການສື່ສານເຖິງຄວາມໝາຍພິເສດ.

  • ສັນຍານ ສາມາດເປັນເຄື່ອງເຕືອນຄວາມຈຳບາງສິ່ງທີ່ໄດ້ສັນຍາໄວ້ແລ້ວ.
  • ຮຸ້ງທີ່ພຣະເຈົ້າໄດ້ເນລະມິດໄວ້ເທິງທ້ອງຟ້າເປັນສັນຍານທີ່ເຕືອນຜູ້ຄົນຮູ້ວ່າ ພຣະເຈົ້າຈະບໍ່ທໍາລາຍທຸກຊີວິດດ້ວຍການໃຫ້ນໍ້າຖ້ວມໂລກອີກ.
  • ພຣະເຈົ້າສັ່ງກັບຄົນອິດສະຣາເອນໃຫ້ລູກຊາຍຂອງພວກເຂົາເຂົ້າເຮັດພິທີຕັດເພື່ອເປັນສັນຍານແຫ່ງພັນທະສັນຍາກັບພວກເຂົາ.
  • ສັນຍານສາມາດເປີດເຜີຍຫລືຊີ້ໃຫ້ເຫັນເຖິງບາງສິ່ງບາງຢ່າງໄດ້.
  • ທູດສະຫວັນອົງໜຶ່ງໄດ້ໃຫ້ສັນຍານແກ່ຄົນລ້ຽງແກະເພື່ອຈະຊ່ວຍໃຫ້ພວກເຂົາຮູ້ວ່າ ເດັກນ້ອຍຄົນໃດ ໃນເມືືອງເບັດເລເຮັມທີ່ເປັນພຣະເມຊີອາທີ່ບັງເກີດໃໝ່.
  • ຢູດາອິດສະກາຣີອົດໄດ້ຈູບພຣະເຢຊູເພື່ອເປັນສັນຍານໃຫ້ແກ່ພວກຜູ້ນໍາສາສະໜາວ່າ ພຣະເຢຊູເປັນຜູ້ທີ່ພວກເຂົາຄວນຈະຈັບ.
  • ສັນຍານສາມາດພິສູດບາງຢ່າງໄດ້ວ່າເປັນຄວາມຈິງ.
  • ການອັດສະຈັນຕ່າງໆທີ່ຜູ້ປະກາດພຣະທຳແລະພວກເຫລົ່າສາວົກໄດ້ເຮັດ ເປັນສັນຍານທີ່ພິສູດວ່າຄົນເຫລົ່ານີ້ກຳລັງເວົ້າເຖິງພຣະຄຳຂອງພຣະເຈົ້າ.
  • ການອັດສະຈັນຕ່າງໆທີ່ພຣະເຢຊູໄດ້ເຮັດເປັນເຄື່ອງໝາຍທີ່ພິສູດວ່າ ແທ້ຈິງພຣະອົງຊົງເປັນພຣະເມຊີອາ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບເນື້ອເລື້ອງ, " ສັນຍານ" ສາມາດແປວ່າ "ສັນຍານ" ຫລື "ສັນຍາລັກ" ຫລື "ເຄື່ອງໝາຍ" ຫລື "ຫລັກຖານ" ຫລື "ຂໍ້ພິສູດ" ຫລື"ການໃຫ້ສັນຍານ."
  • "ການເຮັດສັນຍານດ້ວຍມື" ສາມາດແປວ່າ, "ການເຄື່ອນໄຫວດ້ວຍມື" ຫລື "ການໃຫ້ສັນຍານດ້ວຍມື" ຫລື "ເຮັດສັນຍານ."
  • ໃນບາງພາສາ, ອາດຈະມີຫລາຍຄຳສຳລັບ "ສັນຍານ" ທີ່ພິສູດບາງສິ່ງແລະຄຳຕ່າງກັນສຳລັບ "ສັນຍານ" ນັ້ນຄື ການອັດສະຈັນ.

ສາບແຊ່ງ,ຖືກສາບແຊ່ງ

ນິຍາມ

ຄຳວ່າ "ສາບແຊ່ງ" ໝາຍເຖິງການກໍ່ໃຫ້ເກີດສິ່ງບໍ່ດີໃນທາງລົບທີ່ຈະເກີດກັບບຸກຄົນຫຼືສິ່ງທີ່ຖືກສາບແຊ່ງ.

  • ສາບແຊ່ງອາດເປັນຂໍ້ຄວາມວ່າອັນຕະລາຍຈະເກີດຂື້ນກັບບຸກຄົນແລະສິ່ງຂອງບາງສິ່ງ.
  • ການສາບແຊ່ງ ບາງຄົນຍັງສາມາດສະແດງອອກເຖິງຄວາມປາດຖະຫນາທີ່ໃຫ້ສິ່ງບໍ່ດີຈະເກີດຂຶ້ນກັບພວກເຂົາ.
  • ນອກຈາກນີ້ຍັງກ່າວເຖີງການລົງໂທດຫຼື ສິ່ງທີ່ເປັນທາງລົບ

ອື່ນໆ ທີ່ບາງຄົນເປັນເຫດໃຫ້ເກີດຂຶ້ນກັບບາງຄົນ.

ຄຳແນະນຳໃນການແປ

  • ຄຳນີ້ອາດແປວ່າ"ທຳໃຫ້ເກີດສິ່ງບໍ່ດີຂຶ້ນ" ຫຼື "ປະກາດວ່າມີບາງຢ່າງທີ່ບໍ່ດີຈະເກີດຂຶ້ນ"ຫຼື "ສາບານວ່າ "ຈະກໍ່ໃຫ້ເກີດສິ່ງຊົ່ວຮ້າຍຂຶ້ນ".
  • ໃນກໍລະນີຂອງພຣະເຈົ້າທີ່ສົ່ງຄຳສາບແຊ່ງໄປຍັງປະຊາຊົນທີ່ບໍ່ເຊື່ອຟັງຂອງພຣະອົງ ອາດແປວ່າ "ລົງໂທດດ້ວຍການປ່ອຍໃຫ້ສິ່ງບໍ່ດີເກີດຂຶ້ນ.
  • ຄຳວ່າ "ສາບແຊ່ງ"ເມື່ອໃຊ້ເພື່ອອະທິບາຍ ປະຊາຊົນສາມາດແປໄດ້ເຊັ່ນນີ້.

ສາມັກຄີທັມ, ຄວາມສາມັກຄີທັມ

ນິຍາມ

ໂດຍທົ່ວໄປຄຳວ່າ "ສາມັກຄີທັມ" ກ່າວເຖິງການມີຄວາມສຳພັນແບບເພື່ອນລະຫວ່າງສະມາຊິກໃນກຸ່ມຄົນທີ່ແບ່ງປັນຄວາມສົນໃຈແລະປະສົບປະການທີ່ຄ້າຍຄືກັນ.

  • ໃນພຣະຄັມພີ, ຄຳວ່າ "ສາມັກຄີທັມ" ປົກກະຕິແລ້ວກ່າວເຖິງຄວາມເປັນນຶ່ງດຽວກັນຂອງຜູ້ສັດທາໃນພຣະຄຣິດ.
  • ການສາມັກຄີທັມຂອງຄຣິສະຕຽນຄືການແບ່ງປັນຄວາມສຳພັນທີ່ຜູ້ສັດທາມີລະຫວ່າງກັນ ຜ່ານຄວາມສຳພັນຂອງພວກເຂົາກັບພຣະຄຣິດແລະພຣະວິນຍານບໍຣິສຸດ.
  • ຄຣິສະຕຽນຍຸກຕົ້ນໆ ສະແດງການສາມັກຄີທັມຂອງພວກເຂົາຜ່ານການຟັງຄຳສອນພຣະຄັມຂອງພຣະເຈົ້າແລະອະທິຖານດ້ວຍກັນ, ຜ່ານການແບ່ງປັນສິ່ງຂອງທີ່ພວກເຂົາມີ,ແລະການຮັບປະທານອາຫານຮ່ວມກັນ.
  • ຄຣິສະຕຽນກໍມີຄວາມສາມັກຄີທັມກັບພຣະເຈົ້າຜ່ານຄວາມເຊື່ອຂອງພວກເຂົາໃນພຣະເຢຊູແລະສິ້ນພຣະຊົນເທິງໄມ້ກາງແຂນທີ່ໄດ້ທຳລາຍອຸປະສັກລະຫວ່າງພຣະເຈົ້າກັບມະນຸດ.

ຄຳແນະນຳການແປ

  • ແນວທາງການແປຄຳວ່າ "ສາມັກຄີທັມ" ສາມາດລວມທັງຄຳວ່າ "ການແບ່ງປັນຊຶ່ງກັນແລະກັນ" ຫຼື "ສຳພັນທະໄມຕີ" ຫຼື "ຊຸມຊົນຄຣິສະຕຽນ".

ສາລະພາບ, ຍອມຮັບ, ການສາລະພາບ

ນິຍາມ

ສາລະພາບ ໝາຍເຖິງການຍອມຮັບ ຫຼືການຢືນຢັນວ່າບາງສິ່ງເປັນຄວາມຈິງ. "ການສາລະພາບ" ເປັນການກ່າວ ຫຼື ການຍອມຮັບວ່າບາງສິ່ງເປັນຄວາມຈິງ.

  • ຄຳວ່າ "ສາລະພາບ" ສາມາດກ່າວເຖິງການກ່າວຄວາມຈິງເລື່ອງພຣະເຈົ້າຢ່າງກ້າຫານ. ຄຳນີ້ຍັງກ່າວເຖິງການຍອມຮັບວ່າເຮົາເຮັດບາບດ້ວຍ.
  • ພຣະຄໍາພີບອກວ່າຖ້າປະຊາຊົນສາລະພາບບາບຂອງພວກເຂົາຕໍ່ພຣະເຈົ້າ, ພຣະອົງຈະຊົງອະໄພໃຫ້ພວກເຂົາ.
  • ອັກຄະສາວົກຢາໂກໂບໄດ້ຂຽນໃນຈົດໝາຍຂອງທ່ານວ່າ ເມື່ອຜູ້ເຊື່ອສາລະພາບບາບພວກເຂົາຕໍ່ກັນແລະກັນ. ນີ້ຈະນຳໄປສູ່ການຮັກສາໂຣກຝ່າຍວິນຍານ.
  • ອັກຄະສາວົກໂປໂລໄດ້ຂຽນໄປເຖິງຊາວຟີລິບປອຍວ່າວັນໜຶ່ງທຸກຄົນຈະຕ້ອງຍອມຮັບ ແລະປະກາດວ່າພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ.
  • ໂປໂລຍັງໄດ້ເວົ້າອີກດ້ວຍວ່າ ຖ້າປະຊາຊົນຍອມຮັບວ່າພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ ແລະເຊື່ອວ່າພຣະເຈົ້້າໄດ້ເຮັດໃຫ້ພຣະອົງເປັນຂຶ້ນມາຈາກຄວາມຕາຍ, ພວກເຂົາກໍຈະໄດ້ຮັບຄວາມພົ້ນ.

ຄຳແນະນຳໃນການແປ

  • ການແປຄຳວ່າ "ສາລະພາບ" ໃນຮູບແບບຕ່າງໆຂື້ນຢູ່ກັບເນື້ອຫາລວມເຖິງ "ຍອມຮັບ" ຫຼື "ພິສູດແລ້ວ" ຫຼື "ການປະກາດ" ຫຼື"ຮັບຮູ້" ຫຼື "ຢືນຢັນ."
  • ການແປ "ການສາລະພາບ" ໃນຮູບແບບທີ່ແຕກຕ່າງອອກໄປ ຄື, "ການປະກາດ" ຫຼື" ການເປັນພະຍານ" ຫຼື "ເວົ້າກ່ຽວກັບສິ່ງທີ່ເຮົາເຊື່ອ" ຫຼື " ຍອມຮັບວ່າທຳບາບ."

ສາວົກ, ອັກຄະສາວົກ

ນິຍາມ

“ ສາວົກ” ແມ່ນຜູ້ຊາຍທີ່ພຣະເຢຊູສົ່ງມາເພື່ອປະກາດກ່ຽວກັບພຣະເຈົ້າແລະຣາຊະອານາຈັກຂອງພຣະອົງ. ຄຳ ວ່າ "ອັກຄະ ສາ ວົກ " ໝາຍເຖິງຕຳແໜ່ງ ແລະສິດອຳນາດຂອງຜູ້ທີ່ຖືກເລືອກເປັນອັກຄະສາວົກ.

  • ຄຳ ວ່າອັກຄະສາວົກໝາຍຄວາມວ່າ, "ຄົນທີ່ຖືກສົ່ງໄປເພື່ອຈຸດ ປະສົງພິເສດ." ອັກຄະສາວົກມີສິດອຳນາດເທົ່າກັບຜູ້ທີ່ໄດ້ສົ່ງລາວໄປ.
  • ສາວົກສິບສອງຄົນທີ່ໃກ້ຊິດທີ່ສຸດຂອງພຣະເຢຊູກາຍເປັນອັກຄະສາວົກຄົນທຳອິດ. ຄົນອື່ນໆເຊັ່ນໂປໂລແລະຢາໂກໂບກໍ່ກາຍເປັນອັກຄະສາວົກ.
  • ໂດຍອຳນາດຂອງພຣະເຈົ້າ, ພວກອັກຄະສາວົກສາມາດສັ່ງ ສອນເລື້ອງຂ່າວປະເສີດຢ່າງກ້າຫານແລະປິ່ນປົວຄົນ, ລວມທັງບັງຄັບໃຫ້ພວກຜີປີສາດອອກມາຈາກຄົນໄດ້.

ຄຳແນະນຳໃນການແປ

  • ຄຳວ່າ "ອັກຄະສາວົກ" ຍັງສາມາດແປດ້ວຍຄຳຫລືປະໂຫຍກທີ່ມີຄວາມໝາຍ ວ່າ "ຄົນທີ່ຖືກສົ່ງອອກ" ຫລື "ສົ່ງຄົນໜຶ່ງ" ຫລື "ຄົນທີ່ຖືກເອີ້ນໃຫ້ອອກໄປປະກາດຂ່າວປະເສີດເລື່ອງລາວຂອງພຣະເຈົ້າໃຫ້ແກ່ຜູ້ຄົນ."
  • ມັນເປັນສິ່ງສຳຄັນທີ່ຈະແປ ຄຳ ວ່າອັກຄະສາວົກແລະ“ ສາວົກ” ໃນລັກສະນະທີ່ແຕກຕ່າງຈາກກັນແລະກັນ.
  • ຍັງພິຈາລະນາວິທີການໃຊ້ຄຳສັບນີ້ໃນການແປພຣະຄັມພີເປັນພາສາທ້ອງຖິ່ນຫລືປະເທດຊາດ.

ສຳແດງ, ການເປີດເຜີຍ

ນິຍາມ

ຄຳວ່າ "ສຳແດງ" ໝາຍເຖິງການເຮັດໃຫ້ບາງສິ່ງບາງຢ່າງເປັນທີ່ຮູ້ຈັກ. "ການເປີດເຜີຍ" ແມ່ນສິ່ງທີ່ເຮັດໃຫ້ເປັນທີ່ຮູ້ຈັກ.

  • ໃນພຣະຄັມພີຄຳວ່າ“ສຳແດງ ” ມັກຖືກໃຊ້ເພື່ອບັນລະຍາຍເຖິງວິທີທີ່ພຣະເຈົ້າໄດ້ເຮັດໃຫ້ຕົວເອງຮູ້ຈັກກັບຜູ້ຄົນ.
  • ພຣະເຈົ້າຍັງໄດ້ສຳແດງຕົວເອງໂດຍຜ່ານທຸກສິ່ງທີ່ລາວສ້າງແລະຜ່ານການສື່ສານຂອງລາວກັບຜູ້ຄົນໂດຍການເວົ້າແລະການຂຽນຂໍ້ຄວາມ.
  • ພຣະເຈົ້າຍັງສຳແດງຕົນເອງຜ່ານຄວາມຝັນຫລືຜ່ານນິມິດ.
  • ເມື່ອໂປໂລກ່າວວ່າລາວໄດ້ຮັບຂ່າວປະເສີດໂດຍ“ ການເປີດເຜີຍເລື່ອງລາວຂອງພຣະເຢຊູຄຣິດ,” ລາວໝາຍຄວາມວ່າພຣະເຢຊູເອງໄດ້ສຳແດງຂ່າວປະເສີດແກ່ລາວ.
  • ພຣະຄັມພີໃໝ່ "ການເປີດເຜີຍ" ແມ່ນກ່ຽວກັບພຣະເຈົ້າເປີດເຜີຍເຫດການທີ່ຈະເກີດຂື້ນໃນຍຸກສຸດທ້າຍ. ພຣະອົງໄດ້ເປີດເຜີຍເລື່ອງນີ້ຕໍ່ອັກຄະສາວົກໂຢຮັນໂດຍຜ່ານນິມິດ.

ຄຳແນະນຳໃນການແປ

  • ວິທີການອື່ນໃນການແປ "ເປີດເຜີຍ" ສາມາດປະກອບມີ, "ເຮັດໃຫ້ຮູ້ຈັກ" ຫລື "ເປີດເຜີຍ" ຫລື "ສະແດງໃຫ້ເຫັນຢ່າງຈະແຈ້ງ."
  • ອີງຕາມສະພາບການ, ວິທີການທີ່ເປັນໄປໄດ້ໃນການແປ "ການເປີດເຜີຍ" ອາດຈະແມ່ນ "ການສື່ສານຈາກພຣະເຈົ້າ" ຫລື "ສິ່ງທີ່ພຣະເຈົ້າໄດ້ເປີດເຜີຍ" ຫລື "ຄຳສອນກ່ຽວກັບພຣະ ເຈົ້າ." ມັນດີທີ່ສຸດທີ່ຈະຮັກສາຄວາມໝາຍຂອງ "ເປີດເຜີຍ" ໃນ ຄຳນີ້.
  • ປະໂຫຍກທີ່ວ່າ "ບ່ອນທີ່ບໍ່ມີການເປີດເຜີຍ" ສາມາດຖືກແປເປັນ "ໃນເວລາທີ່ພຣະເຈົ້າບໍ່ໄດ້ເປີດເຜີຍຕົວເອງຕໍ່ຜູ້ຄົນ" ຫລື "ເມື່ອພຣະເຈົ້າບໍ່ໄດ້ເວົ້າກັບຜູ້ຄົນ" ຫລື "ໃນບັນດາຄົນທີ່ພຣະເຈົ້າບໍ່ໄດ້ສື່ສານ."

ສິດ

ນິຍາມ

ຄຳວ່າ "ສິດ" ກ່າວເຖິງບຸກຄົນທີ່ໃຊ້ເວລາສ່ວນໃຫຍ່ກັບຄຣູ, ຮຽນຮູ້ບຸກຄະລິກລັກສະນະ ແລະການສອນຂອງຄຣູຜູ້ນັ້ນ.

  • ຄົນທີ່ຕິດຕາມພຣະເຢຊູໄປເລື້ອຍໆ, ຟັງຄຳສອນຂອງພຣະອົງແລະເຊື່ອຟັງຄຳສອນນັ້ນໆ,ພວກເຂົາຖືກເອີ້ນວ່າສິດຂອງພຣະອົງ.
  • ໂຢຮັນຜູ້ໃຫ້ບັບຕິສະມາກໍມີສິດດ້ວຍ.
  • ໃນລະຍະພັນທະກິດຂອງພຣະເຢຊູ, ມີສິດຫຼາຍຄົນທີ່ຕິດຕາມພຣະອົງແລະໄດ້ຟັງຄຳສອນຂອງພຣະອົງ.
  • ພຣະເຢຊູເລືອກສິດສິບສອງໃຫ້ເປັນຜູ້ຕິດຕາມທີ່ໃກ້ຊິດພຣະອົງຫຼາຍທີ່ສຸດ, ຄົນເຫຼົ່ານີ້ກາຍເປັນທີ່ຮູ້ຈັກໃນຖານະ "ອັກຄະທູດ" ຂອງພຣະອົງ.
  • ອັກຄະທູດສິບສອງຄົນຂອງພຣະເຢຊູຍັງຄົງເປັນທີ່ຮູ້ຈັກໃນຖານະ "ສິດ" ຫຼື "ສິບສອງຄົນ" ຂອງພຣະອົງ.
  • ກ່ອນທີ່ພຣະເຢຊູສະເດັດຂຶ້ນສູ່ສະຫວັນ,ພຣະອົງຊົງບັນຊາໃຫ້ສິດຂອງພຣະອົງສອນຄົນອື່ນກ່ຽວກັບການເປັນສິດຂອງພຣະອົງ ເຊັ່ນດຽວກັນ.
  • ຄົນທີ່ສັດທາໃນພຣະເຢຊູແລະເຊື່ອຕາມຄຳສອນຂອງພຣະອົງຖືກເອີ້ນວ່າ ສິດຂອງພຣະເຢຊູ.

ຄຳແນະນຳໃນການແປ

ຄຳວ່າ "ສິດ" ສາມາດແປໄດ້ໂດຍຄຳຫຼືຄຳເວົ້າທີ່ໝາຍເຖິງ "ຜູ້ຕິດຕາມ" ຫຼື "ນັກສຶກສາ" ຫຼື "ນັກຮຽນ" ຫຼື "ຜູ້ຮຽນ".

  • ກວດສອບໃຫ້ແນ່ໃຈວ່າ ການແປຂອງຄຳນີ້ບໍ່ໄດ້ໝາຍເຖິງສະເພາະນັກສຶກສາທີ່ຮຽນຮູ້ໃນຫ້ອງຮຽນເທົ່ານັ້ນ.
  • ການແປຄຳນີ້ຄວນແຕກຕ່າງຈາກຄຳແປຂອງຄຳວ່າ"apostl".

ສິດຍາພິບານ

ນິຍາມ

ຄຳວ່າ "ສິດຍາພິບານ" ມີຄວາມໝາຍຕາມຕັວອັກສອນເຊັ່ນດຽວກັນກັບຄຳວ່າ "ຜູ້ລ້ຽງແກະ" ໃຊ້ເປັນຄຳຊຶ່ງບອກຕຳແໜ່ງຂອງຄົນຊຶ່ງເປັນຜູ້ນຳຝ່າຍຈິດວິດຍານຂອງຄົນທີ່ເຊື່ອ.

  • ໃນພຣະຄັມພີສະບັບພາສາອັງກິດນັ້ນ ຄຳວ່າ "ສິດຍາພິບານ" ປາກົດພຽງເທື່ອດຽວໃນພຣະທັມ ເອເຟໂຊ ຄຳດັ່ງກ່າວເປັນຄຳດຽວກັບຄຳວ່າ "ຜູ້ລ້ຽງແກະ" ເຊິ່ງປາກົດໃນພຣະຄັມຂໍ້ອື່ນໆ.
  • ສຳລັບພາສາອື່ນໆນັ້ນ ຄຳວ່າ "ສິດຍາພິບານ" ອາດເປັນຄຳດຽວກັບຄຳວ່າ "ຜູ້ລ້ຽງແກະ"
  • ເປັນຄຳດຽວກັບຄຳທີ່ໃຊ້ອ້າງເຖິງພຣະເຢຊູໃນຖານະ "ຜູ້ລ້ຽງແກະທີ່ດີ."

ຄຳແນະນຳໃນການແປ

  • ທາງທີ່ດີທີ່ສຸດຄວນແປຄຳນີ້ເປັນຄຳດຽວທີ່ແປວ່າ "ຜູ້ລ້ຽງແກະ" ໃນພາສາຕາມໂຄງການແປ.
  • ວິທີອື່ນໃນການແປຄຳນີ້ລວມເຖິງ"ຜູ້ລ້ຽງຝ່າຍຈິດວິດຍານ" ຫລື "ຜູ້ນຳຜູ້ລ້ຽງຄຣິດສະຕຽນ."

ສິດທິໃນການເກີດ

ນິຍາມ

ຄຳວ່າ "ສິດທິອ້າຍກົກ" ໃນພຣະຄຳພີໝາຍເຖິງກຽດຕິຍົດ, ຊື່ຄອບຄົວ, ແລະຄວາມຮັ່ງມີທາງຮ່າງກາຍເຊິ່ງຕາມປົກກະຕິແມ່ນໃຫ້ກັບລູກຊາຍກົກໃນຄອບຄົວ.

  • ລູກກົກຂອງລູກຊາຍກົກປະກອບມີສອງສ່ວນຂອງມໍລະດົກຂອງພໍ່.
  • ໂດຍປົກກະຕິລູກຊາຍກົກຂອງກະສັດໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ປົກຄອງຕາມປົກກະຕິຫລັງຈາກພໍ່ຂອງລາວຕາຍ.
  • ເອຊາວຂາຍສິດທິອ້າຍກົກຂອງລາວໃຫ້ຍາໂຄບນ້ອງຊາຍຂອງລາວ. ຍ້ອນເຫດນີ້, ຢາໂຄບຈຶ່ງໄດ້ຮັບມໍລະດົກຈາກລູກຊາຍກົກແທນເອຊາວ.
  • ສິດທິອ້າຍກົກກໍ່ຍັງລວມເອົາກຽດຕິຍົດຂອງການມີລູກຫລານຂອງຄອບຄົວຕາມເສັ້ນທາງຂອງລູກຊາຍກົກ.

% ຄຳແນະນຳໃນການແປ

  • ວິທີການທີ່ເປັນໄປໄດ້ໃນການແປ "ສິດທິລຸ້ນກ່ອນ" ສາມາດປະກອບມີ, "ສິດທິແລະຄວາມຮັ່ງມີຂອງລູກຊາຍກົກ" ຫລື "ກຽດຕິຍົດໃນຄອບຄົວ" ຫລື "ສິດທິພິເສດແລະການເປັນມໍລະດົກຂອງລູກກົກ."

ສິດທິອຳນາດ

ນິຍາມ

ຄຳວ່າ " ສິດທິອຳນາດ " ເວົ້າເຖິງອຳນາດຫລືອິດທິພົນແລະການຄວບຄຸມທີ່ບາງຄົນມີເໜືອບາງຄົນ.

  • ກະສັດແລະຜູ້ປົກຄອງຄົນອື່ນໆ ມີສິດທິອຳນາດເໜືອປະຊາຊົນທີ່ພວກເຂົາປົກຄອງ.
  • ຄຳວ່າ " ຜູ້ມີອຳນາດທັງຫລາຍ " ເວົ້າເຖິງປະຊາຊົນ ຣັຖະບານ ຫລືອົງການຕ່າງໆ ທີ່ມີສິດອຳນາດເໜືອຄົນອື່ນ.
  • ເຈົ້ານາຍມີອຳນາດເໜືອພວກຄົນຮັບໃຊ້ ຫລືພວກທາດຂອງພວກເຂົາ ຜູ້ປົກຄອງມີອຳນາດເໜືອພວກເດັກນ້ອຍຂອງພວກເຂົາ.
  • ຣັຖະບານມີອຳນາດ ຫລື ສິດທິທີ່ຈະອອກກົດໝາຍທີ່ຈະປົກຄອງພວກພົນລະເມືອງຂອງພວກເຂົາ.

ຂໍ້ແນະນຳໃນການແປ

  • ຄຳວ່າ "ສິດທິອຳນາດ " ອາດແປໄດ້ອີກວ່າ " ຄວບຄຸມ " ຫລື " ສິດທິ " ຫລື " ຄຸນສົມບັດ. "
  • ບາງຄັ້ງຄຳວ່າ " ສິດທິອຳນາດ " ຖືກໃຊ້ໝາຍຄວາມວ່າ " ອຳນາດ. "
  • ມີຄຳວ່າ " ຜູ້ມີອຳນາດ " ຖືກໃຊ້ເພື່ອເວົ້າເຖິງຜູ້ຄົນຫລືອົງການຕ່າງໆ ທີ່ປົກຄອງປະຊາຊົນ, ຄຳນີ້ກໍສາມາດແປໄດ້ອີກວ່າ "ພວກຜູ້ນຳ "ຫລື " ພວກຜູ້ປົກຄອງ " ຫລື " ພວກຜູ້ມີອຳນາດ. "
  • ຖ້ອຍຄຳທີ່ວ່າ " ດ້ວຍສິດທິອຳນາດຂອງຕົນເອງ " ຫລື " ຂຶ້ນຢູ່ກັບຄຸນສົມບັດຂອງເຂົາເອງ. "
  • ມີຄຳທີ່ວ່າ " ພາຍໃຕ້ສິດທິອຳນາດ, " ອາດຈະໄດ້ວ່າ " ຮັບຜິດຊອບທີ່ຈະເຊື່ອຟັງ, " ຫລື " ຕ້ອງເຊື່ອຟັງຄຳສັ່ງຂອງຄົນອື່ນ. "

ສີລາເສົາເອກ

ນິຍາມ

ຄຳວ່າ "ສີລາເສົາເອກ" ກ່າວເຖິງຫີນຂະໜາດໃຫຍ່ ທີ່ຖືກຕັດເປັນພິເສດແລະວາງໄວ້ຊື່ເສົາຂອງຮາກຖານຂອງອາຄານ.

  • ຫີນອື່ນໆທັງໝົດຂອງອາຄານຈະຖືກແທກແລະປູໄວ້ໃຫ້ຕິດກັບສີລາເສົາເອກນີ້.
  • ເປັນສິ່ງສຳຄັນຫຼາຍສຳລັບຄວາມແຂງແຮງແລະຄວາມໝັ້ນຄົງຂອງໂຄງສ້າງທັງໝົດ.
  • ໃນພຣະຄໍາພີໃໝ່, ການຊຸມນຸມຂອງຜູ້ເຊື່ອປຽບກັບອາຄານທີ່ມີພຣະເຢຊູເປັນ "ສີລາເສົາເອກ."
  • ໃນລັກສະນະດຽວກັນທີ່ສີລາເສົາເອກຂອງອາຄານຈະຄ້ຳແລະກຳນົດຕຳແໜ່ງຂອງອາຄານໝົດທັງຫຼັງ, ດັ່ງນັ້ນພຣະເຢຊູຈິ່ງເປັນສີລາເສົາເອກທີ່ສຳຄັນສຳລັບການກໍ່ຕັ້ງ ແລະສະໜັບສະໜຸນການຊຸມນຸມຂອງຜູ້ເຊື່ອ.

ຄຳແນະນໍາໃນການແປ

  • ຄຳວ່າ "ສີລາເສົາເອກ" ອາດແປວ່າ "ສີລາຫຼັກຂອງອາຄານ"

ຫຼື " ສີລາຮາກຖານ."

  • ພິຈາລະນາວ່າພາສາເປົ້າໝາຍໃນການແປມີຄຳສໍາລັບ

ສ່ວນທີ່ເປັນຮາກຖານຂອງອາຄານທີ່ເປັນສ່ວນຄ້ຳຫຼັກຫຼືບບໍ່. ຖ້າມີ, ໃຫ້ໃຊ້ຄຳນີ້ໄດ້.

  • ອີກວິທີໜຶ່ງໃນການແປຄຳນີ້ຄື, "ສີລາຮາກຖານ" ທີ່ໃຊ້ສຳລັບເສົາຂອງອາຄານ."
  • ສິ່ງທີ່ສຳຄັນຄືຕ້ອງຮັກສາຄວາມຈິງທີ່ວ່ານີ້ເປັນຫີນຂະ

ໜາດໃຫຍ່, ທີ່ໃຊ້ເປັນວັດຖຸກໍ່ສ້າງທີ່ແຂງແຮງແລະໝັ້ນຄົງ. ຖ້າຫີນບໍ່ໄດ້ໃຊ້ສຳລັບສ້າງອາຄານ, ມີຄຳອື່ນທີ່ສາມາດນຳມາໃຊ້ຊຶ່ງໝາຍຄວາມວ່າ "ຫີນຂະໜາດໃຫ່ຍ"


ເສຍໃຈ, ຄວາມເສຍໃຈ

ນິຍາມ

ຄຳວ່າ " ເສຍໃຈ " ແລະ " ຄວາມເສຍໃຈ " ໝາຍເຖິງການສະແດງອອກຢ່າງຮຸ່ນແຮງເຖິງຄວາມເສົ້າໂສກ ແລະ ເສຍໃຈ ຫຼືສະລົດໃຈ.

  • ບາງເທື່ອຄຳນີ້ໝາຍເຖີງຄວາມເສຍໃຈຢ່າງເຈັບປວດຕໍ່ຄວາມບາບ ຫຼື ຄວາມເມດຕາສົງສານຕໍ່ຜູ້ຄົນທີ່ໄດ້ປະສົບກັບຄວາມຈິບຫາຍ
  • ຄວາມເສຍໃຈສາມາດໝາຍເຖິງຄຳວ່າໂສກເສົ້າ ຮ້ອງໃຫ້ ຫຼື ເສຍໃຈ.

ຄຳແນະນຳໃນການແປ

  • ຄຳວ່າ " ເສຍໃຈ " ສາມາດແປໄດ້ວ່າ " ໂສກເສົ້າຢ່າງສຸດເຊື້ງ " ຫຼື " ຮ້ອງໃຫ້ " ດ້ວຍຄວາມສະລົດໃຈ " ຫຼື ເຕັມໄປດ້ວຍຄວາມເສຍໃຈ. "
  • " ຄວາມເສຍໃຈ "

ຊ່ວຍຊີວິດ , ປອດໄພ

ນິຍາມ

ຄຳວ່າ ”ຊ່ວຍຊີວິດ”ເວົ້າເຖິງການຊ່ວຍໃຫ້ບາງຄົນພົ້ນຈາກສີ່ງຊົ່ວຮ້າຍຫລືສີ່ງທີ່ຊື່ງອັນຕະລາຍ ການ“ໄດ້ຮັບຄວາມປອດໄພ” ຫມາຍເຖິງການປົກປ້ອງຈາກການຖືກທຳລາຍຫລືຈາກອັນຕະລາຍ

  • ໃນທາງເນື້ອຫນັງມະນຸດສາມາດຖືກຊ່ວຍຫລືຊ່ວຍກູ້ໃຫ້ພົ້ນຈາກການຖຶກທຳລາຍ ອັນຕະລາຍຫລຶຄວາມຕາຍໄດ້
  • ໃນທາງຝ່າຍວິນຍານຫາກຄົນນື່ງທີ່ໄດ້ຮັບການ ”ຊ່ວຍໃຫ້ລອດ”ນັ້ນຫມາຍເຖີງໂດຍຜ່ານທາງສະຫວັນຂອງພຣະເຢຊູຄຣິດເທິງໄມ້ກາງເຂນ ພຣະເຈົ້າໄດ້ໃຫ້ອະໄພເຂົາແລະໄດ້ຊ່ວຍກູ້ເຂົາຕໍ່ການຖືກທຳໂທດໃນນາລົກເພາະບາບຂອງພວກເຂົາ
  • ມະນຸດສາມາດຊ່ອຍເຫລືອແລະຊ່ອຍກຸ້ຈາກອັນຕະລາຍໄດ້ມີພຽງພຣະເຈົ້າອົງດຽວທີ່ສາມາດຊ່ອຍມະນຸດຈາກການຖືກລົງໂທດນຶລັນໄດ້ເພາະຄວາມບາບຂອງພວກເຂົາ

ຄຳແນະນຳການແປ

  • ວຶທີທີ່ແປຄຳ "ຊ່ອຍຊີວຶດ" ສາມາດລວມຄຳວ່າ ""ສົ່ງມອບ" ຫຼືຊ່ອຍຈາກອັນຕະລາຍ" ຫຼື"ຕັດທ່າງແຫ່ງອັນຕະລາຍອອກໄປ" ຫຼື"ຊ່ອຍໃຫ້ພົ້ນຈາກຄວາມຕາຍ"
  • ຄຳເວົ້າ "ຜູ້ໃດກໍ່ຕາມທີ່ຮັກສາຊີວຶດ" ຄຳວ່າ"ຮັກສາ" ສາມາດແປວ່າ "ສະງວນ" ຫຼື "ປ້ອງກັນ"
  • ຄຳວ່າ "ບໍ່ຊ່ອຍເຫລືອ" ສາມາດແປວ່າ "ປ້ອງກັນຈາກອັນຕະລາຍ" ຫຼື "ໃນສະຖານທີ່ທີບໍ່ມີສິ່ງໃດຈະທຳອັນຕະລາຍຜູ້ນັ້ນໄດ້"

ຊອບທັມ, ຄວາມຊອບ ທັມ

ນິຍາມ

ຄຳ ວ່າ "ຊອບ ທັມ" ແລະ "ຄວາມຊອບ ທັມ" ໝາຍ ເຖິງຄວາມດີ, ຄວາມຍຸດຕິທັມ, ຄວາມສັດຊື່ແລະຄວາມຮັກຂອງພຣະເຈົ້າ. ເພາະວ່າພຣະເຈົ້າທ່ຽງ ທັມ ລາວຕ້ອງຕັດສິນລົງໂທດບາບ.

  • ຂໍ້ກຳນົດເຫຼົ່ານີ້ຍັງຖືກນຳໃຊ້ເລື້ອຍໆເພື່ອພັນລະນາເຖິງຄົນທີ່ເຊື່ອຟັງພຣະເຈົ້າແລະມີສິນລະທັມ. ເຖິງຢ່າງໃດກໍ່ຕາມ, ຍ້ອນວ່າທຸກຄົນໄດ້ເຮັດບາບ, ບໍ່ມີໃຜຍົກເວັ້ນພຣະເຈົ້າທີ່ຊອບທັມໝົດ.
  • ຕົວຢ່າງຂອງຄົນທີ່ພຣະຄັມພີເອີ້ນວ່າ "ຊອບທັມ" ປະກອບມີ ໂນອາ, ໂຢບ, ອັບຣາຮາມ, ຊາກາລີຢາ, ແລະເອລີຊາເບັດ.
  • ເມື່ອຜູ້ຄົນໄວ້ວາງໃຈໃນພຣະເຢຊູເພື່ອຊ່ວຍພວກເຂົາ, ພຣະເຈົ້າໄດ້ ຊຳ ລະລ້າງພວກເຂົາຈາກບາບຂອງພວກເຂົາແລະປະກາດວ່າພວກເຂົາເປັນຄົນຊອບທັມ ໂດຍອີງໃສ່ຄວາມຊອບທັມ ຂອງພຣະເຢຊູ.

ຄຳແນະນຳໃນການແປ

  • ເມື່ອກ່າວເຖິງພຣະເຈົ້າ, ຄຳວ່າ "ຊອບທັມ" ສາມາດຖືກແປວ່າ "ດີເລີດແລະທ່ຽງທັມ" ຫລື "ປະຕິບັດຢ່າງຖືກຕ້ອງສະເໝີ ໄປ."
  • "ຄວາມຊອບທັມ" ຂອງພຣະເຈົ້າຍັງສາມາດແປເປັນ "ຄວາມຊື່ສັດທີ່ສົມບູນແບບແລະຄວາມດີງາມ."
  • ເມື່ອເວົ້າເຖິງຄົນທີ່ເຊື່ອຟັງພຣະເຈົ້າ, ຄຳວ່າ "ຊອບທັມ" ຍັງສາມາດແປວ່າ "ສົມບັດສິນທັມ" ຫລື "ທ່ຽງທັມ" ຫລື "ດຳລົງຊີ ວິດທີ່ເຮັດໃຫ້ພຣະເຈົ້າພໍໃຈ."
  • ປະໂຫຍກທີ່ວ່າ "ຄົນຊອບທັມ" ຍັງສາມາດແປເປັນ "ຄົນຊອບທັມ" ຫລື "ຄົນທີ່ເຄົາລົບພຣະເຈົ້າ."
  • ອີງຕາມສະພາບການ, "ຄວາມຊອບທັມ" ຍັງສາມາດແປດ້ວຍ ຄຳສັບຫລືປະໂຫຍກທີ່ມີຄວາມໝາຍວ່າ "ຄວາມດີ" ຫລື "ດີ ເລີດຕໍ່ໜ້າພຣະເຈົ້າ" ຫລື "ປະຕິບັດໃນທາງທີ່ຖືກຕ້ອງໂດຍການເຊື່ອຟັງພຣະເຈົ້າ" ຫລື "ເຮັດດີຢ່າງສົມບູນ
  • ບາງຄັ້ງ "ຄົນຊອບທັມ" ຖືກໃຊ້ເປັນຕົວເລກແລະໝາຍເຖິງ "ຄົນທີ່ຄິດວ່າຕົນເປັນຄົນດີ" ຫລື "ຄົນທີ່ເບິ່ງຄືວ່າເປັນຄົນຊອບທັມ."

ຊາຕານ ,ມານ, ຜູ້ຊົ່ວຮ້າຍ

ນິຍາມ

ມານເປັນວິນຍານຫນື່ງທີ່ພຣະເຈົ້າໄດ້ຊົງເນລະມິດສ້າງຂື້ນມາ(ຊື່ງເຄີຍເປັນທູດສະຫວັນທີມີຕ່ຳແຫນງສູງ)ແຕ່ມັນໄດ້ກະບົດຕໍ່ພຣະເຈົ້າແລະກາຍມາເປັນສັດຕູຂອງພຣະເຂົ້າ ມານຍັງຖືກເອີ້ນອີກຊື່ວ່າ”ຊາຕານ”ແລະ”ຜູ້ຊົ່ວຮ້າຍ

  • ມານກຽດຊັງພຮະເຈົ້າແລະທຸກສິ່ງທີ່ພຣະເຈົ້າຊົງເນລະມິດສ້າງ ເພາະມັນຍາກແທນຕ່ຳແຫນ່ງຂອງພຣະເຈົ້າ ແລະຍາກໄດ້ຮັບການນະມັດສະການເໝືອນກັບພຮະເຈົ້າ
  • ຊາຕານທົດລອງມະນຸດໃຫ້ກະບົດຕໍ່ພຣະເຈົ້າ
  • ພຣະເຈົ້າປະທານພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດເຈົ້າເພື່ອຊ່ວຍກູ້ມະນຸດຈາກການຄວບຄຸມຂອງຊາຕານ
  • ຊື່ຂອງ ”ຊາຕານ”ມີຄວາມຫມາຍວ່າ”ປໍລະປັກ”ຫລື”ສັດຕູ”
  • ຄຳວ່າ ”ມານ” ມີຄວາມຫມາຍວ່າ ”ຜູ້ກ່າວໂທດ”

%ຄຳແນະນຳໃນການແປ

  • ຄຳວ່າ”ມານ” ສາມາດແປວ່າ”ຜູ້ກ່າວໂທດ” ຫລື”ຜູ້ຊົ່ວຮ້າຍ”
  • ຫລຶ”ເຈົ້າແຫ່ງວິນຍານຊົ່ວທັງຫລາຍ ”ຫລື” ”ຫົວຫນ້າວິນຍານຊົ່ວ”
  • ຊາຕານ ”ສາມາດແປວ່າ “ຝ່າຍຕົງກັນຂ້າມ ”ຫລື “ປໍລະປັກ”ຫລື ”ຊື່ອື່ນໆທີ່ສະແດງວ່າມັນປັນມານ
  • ຄຳເຫລົ່ານີ້ຄວນແປໃຫ້ຕ່າງຈາກຄຳວ່າປີສາດແລະວິນຍານຊົ່ວ
  • ໃຫ້ພິຈາລະນາວ່າຄຳເຫລົ່ານີ້ແປວ່າຢ່າງໃດໃນທ້ອງຖິ່ນຫລືພາສາກາງ

ຊຳລະໃຫ້ບໍລິສຸດ , ການຊຳລະໃຫ້ບໍລິສຸດ

ນິຍາມ

ການຊຳລະໃຫ້ບໍລິສຸດຄືການແຍກອອກຫຼືເຮັດໃຫ້ບໍລິສຸດ ການຊຳລະໃຫ້ບໍລິສຸດເປັນຂະບວນການທີ່ຈະເຮັດໃຫ້ບໍລິສຸດ.

  • ໃນພຣະສັນຍາເດີມປະຊາຊົນບາງຄົນ ແລະບາງສິ່ງໄດ້ຮັບການຊຳລະໃຫ້ບໍລິສຸດ ຫຼືໄດ້ແຍກອອກເພື່ອຮັບໃຊ້ພຣະເຈົ້າ.
  • ໃນພຣະສັນຍາໃຫມ່ ສອນວ່າພຣະເຈົ້າຊົງຊຳລະປະຊາ ກອນທີ່ເຊື່ອໃນພຣະເຢຊູຄຣິດເຈົ້າໃຫ້ບໍລິສຸດ ເພື່ອວ່າພຣະອົງຊົງຊຳລະພວກເຂົາໃຫ້ບໍລິສຸດແລະແຍກພວກເຂົາອອກມາ ເພື່ອໃຫ້ຮັບໃຊ້ພຣະອົງ.
  • ບັນດາຜູ້ທີ່ເຊື່ອ ໃນພຣະເຢຊູ ໄດ້ຮັບຄຳບັນຊາໃຫ້ຮັບການຊຳລະຕົນໃຫ້ບໍລິສຸດຕໍ່ພຣະເຈົ້າ ເພື່ອໃຫ້ທຸກສິ່ງທີ່ພວກເຂົາກະທຳບໍລິສຸດ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບກໍລະນີນັ້ນໆ ຄຳວ່າ ”ຊຳລະໃຫ້ບໍລິສຸດ” ສາມາດແປວ່າ ”ຖືກແຍກອອກ” ຫຼື ”ເຮັດໃຫ້ສັກສິດ” ຫຼື ”ເຮັດໃຫ້ບໍລິສຸດ”.
  • ເມື່ອປະຊາຊົນຊຳລະຕົວໃຫ້ບໍລິສຸດ ໝາຍຄວາມວ່າພວກເຂົາບໍລິສຸດແລະອຸທິດຖະຫວາຍຕົວຕໍ່ການຮັບໃຊ້ພຣະເຈົ້າ ຫຼາຍຄັ້ງຄຳວ່າ ”ການປຸກເສກ” ກໍໄດ້ໃຊ້ໃນພຣະຄຳພີສຳລັບຄວາມໝາຍນີ້ດ້ວຍ.
  • ດ້ວຍຄວາມໝາຍຂອງຄຳວ່າ ”ການປຸກເສກ” ຄຳນີ້ຄວນແປວ່າ ”ອຸທິດຕົວໃຫ້ບາງຄົນ".

ຊີວິດ, ມີຊີວິດ, ການມີຊີວິດ, ການອາໄສຢູ່

ນິຍາມ

ຂໍ້ກຳນົດທັງໝົດເຫຼົ່ານີ້ໝາຍເຖິງການມີຊີວິດທາງຮ່າງກາຍ, ບໍ່ແມ່ນການຕາຍ. ຄຳສັບເຫລົ່ານີ້ຍັງຖືກນຳ ໃຊ້ເປັນຕົວເລກເພື່ອໝາຍເຖິງການມີຊີວິດທາງວິນຍານ. ຕໍ່ໄປນີ້ຈະເວົ້າເຖິງຄວາມໝາຍຂອງຊີວິດທາງຮ່າງກາຍແລະຊີວິດທາງວິນຍານ.

ຄຳແນະນຳໃນການແປ

  • ອີງຕາມສະພາບການ "ຊີວິດ" ສາມາດແປເປັນ "ການມີຊີວິດ " ຫລື " ຄົນ " ຫລື " ຈິດວິນຍານ " ຫຼື " ການເປັນ " ຫຼື " ປະສົບການ. "
  • ຄຳວ່າ “ ມີຊີວິດ ” ສາມາດແປໄດ້ໂດຍ “ ຢູ່ ” ຫລື “ ອາໄສຢູ່ ” ຫລື “ ມີຢູ່. ”
  • ສຳນວນທີ່ວ່າ " ສິ້ນສຸດຊີວິດຂອງລາວ " ສາມາດແປເປັນ " ໃນເວລາທີ່ລາວຢຸດດຳລົງຊິວິດ. "
  • ສຳນວນທີ່ວ່າ " ໄວ້ຊີວິດຂອງພວກເຂົາເຈົ້າ " ສາມາດຖືກແປເປັນ " ອະນຸຍາດໃຫ້ພວກເຂົາມີຊີວິດຢູ່ " ຫຼື " ບໍ່ໄດ້ຂ້າພວກເຂົາ. "
  • ສຳນວນທີ່ວ່າ " ພວກເຂົາໄດ້ສ່ຽງຊີວິດຂອງພວກເຂົາ " ສາມາດແປເປັນ "ພວກເຂົາວາງຕົວເອງຢູ່ໃນອັນຕະລາຍ" ຫຼື " ພວກເຂົາໄດ້ເຮັດບາງສິ່ງບາງຢ່າງທີ່ອາດເຮັດໃຫ້ພວກເຂົາຕາຍ."
  • ເມື່ອຂໍ້ພຣະຄຳພີກ່າວເຖິງການມີຊີວິດທາງວິນຍານ, " ຊີວິດ " ສາມາດຖືກແປວ່າ " ຊີວິດທາງວິນຍານ" ຫລື " ຊີວິດນິລັນດອນ ", ຂື້ນກັບສະພາບການ.
  • ແນວຄວາມຄິດຂອງ " ຊີວິດທາງວິນຍານ " ຍັງສາມາດຖືກແປວ່າ " ພຣະເຈົ້າເຮັດໃຫ້ພວກເຮົາມີຊີວິດຢູ່ໃນວິນຍານຂອງພວກເຮົາ " ຫລື " ຊີວິດໃໝ່ ໂດຍພຣະວິນຍານຂອງພຣະເຈົ້າ " ຫລື " ຖືກເຮັດໃຫ້ມີຊີວິດຢູ່ໃນຕົວເຮົາເອງພາຍໃນ."
  • ອີງຕາມສະພາບການ, ສຳນວນທີ່ວ່າ " ໃຫ້ຊີວິດ " ກໍ່ອາດຈະຖືກແປເປັນ " ສາເຫດທີ່ຈະມີຊີວິດ " ຫລື " ໃຫ້ຊີວິດນິລັນດອນ " ຫລື " ສາເຫດທີ່ຈະມີຊີວິດຕະຫຼອດໄປ."

ຊີໂອນ, ພູເຂົາຊີໂອນ

ນິຍາມ

ເດີມຄຳວ່າ "ຊີໂອນ" ຫລື "ພູເຂົາຊີໂອນ" ອ້າງເຖິງທີ່ໝັ້ນຫລືປ້ອມປາການທີ່ກະສັດດາວິດຍຶດຈາກຄົນເຢບຸດ ຄຳທັງສອງນີ້ໄດ້ກາຍມາເປັນການອ້າງອີງເຖິງກຸງເຢຣູຊາເລັມ.

  • ພູເຂົາຊີໂອນແລະພູເຂົາໂມຮິອາເປັນເນີນເຂົາສອງແຫ່ງຊຶ່ງກຸງເຢຣູຊາເລັມຕັ້ງຢູ່ ຕໍ່ມາພາຍຫລັງ "ຊີໂອນ" ແລະ "ພູເຂົາຊີໂອນ" ໄດ້ກາຍເປັນຄຳສັບທົ່ວໄປທີ່ອ້າງເຖິງວິຫານທີ່ຕັ້ງຢູ່ໃນກຸງເຢຣູຊາເລັມ (ເບິ່ງ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metonymy)
  • ດາວິດໄດ້ຕັ້ງຊື່ "ຊີໂອນ ຫລື ກຸງເຢຣູຊາເລັມ ວ່າ "ເມືອງຂອງດາວິດ" ນີ້ແຕກຕ່າງຈາກບ້ານເກີດຂອງດາວິດ ຄືເມືອງເບັດເລເຮັມ ຊື່ງໄດ້ຖືກເອີ້ນວ່າເມືອງດາວິດ.
  • ຄຳວ່າ " ຊີໂອນ "ໄດ້ໃຊ້ໃນການປຽບທຽບອື່ນໆ ອີກ ເພື່ອອ້າງເຖິງອິດສະຣາເອັນຫລືອານາຈັກແຫ່ງຈິດວິນຍານຂອງພຣະເຈົ້າ ຫລືກຸງເຢຣູຊາເລັມໃໝ່ ກຸງເຢຣູຊາເລັມແຫ່ງສະຫວັນໃໝ່ຊຶ່ງພຣະເຈົ້າຊົງເນຣະມິດສ້າງ.

ຊື່, ນາມ, ພຣະນາມ

ນິຍາມ

ໃນພຣະຄຳພີນັ້ນ ຄຳວ່າ "ຊື່" ສາມາດໃຊ້ໄດ້ໃນຄຳອຸປະມາໄດ້ຫລາຍທາງ.

  • ໃນບາງກໍລະນີ "ຊື່" ອ້າງເຖິງຊື່ສຽງຂອງບຸກຄົນ ເຊັ່ນ : "ໃຫ້ເຮົາສ້າງຊື່ສຽງໄວ້ສຳລັບພວກເຮົາ"
  • ຄຳວ່າ "ຊື່" ຫມາຍເຖິງຄວາມຈົດຈຳບາງສິ່ງບາງຢ່າງ ເຊັ່ນ : "ລຶບຊື່ຂອງຮູບເຄົາລົບເສຍ"ຫມາຍເຖິງການທຳລາຍຮູບເຄົາລົບຕ່າງໆ ເພື່ອພວກມັນຈະບໍ່ເປັນທີ່ຈົດຈຳຫລືເຄົາລົບບູຊາອີກຕໍ່ໄປ.
  • ການເວົ້າ : "ໃນພຣະນາມຂອງພຣະເຈົ້າ" ໝາຍເຖິງການເວົ້າດ້ວຍສິດທິອຳນາດຫຼືເປັນຕົວແທນຂອງພຣະເຈົ້າ.
  • ຄຳວ່າ "ຊື່" ຂອງບາງຄົນຍັງສາມາດອ້າງຕົວບຸກຄົນ ເຊັ່ນ : "ດ້ວຍວ່າບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າທີ່ຊົງປະທານແກ່ມະນຸດເພື່ອໃຫ້ເຮົາທັງຫຼາຍຕ້ອງໄດ້ພົ້ນ".

(ເບິ່ງເພິ່ມຕື່ມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metonymy)

ຄຳແນະນຳໃນການແປ

  • ຄຳເວົ້າວ່າ "ພຣະນາມອັນປະເສີດ" ສາມາດແປອີກຢ່າງໜຶ່ງໄດ້ວ່າ "ຊື່ສຽງອັນດີຂອງພຣະອົງ".
  • ການເຮັດບາງຢ່າງ "ໃນພຣະນາມຂອງ" ສາມາດແປອີກຢ່າງໜຶ່ງໄດ້ວ່າ "ໂດຍລິດອຳນາດຂອງ" ຫຼື "ໂດຍການຊົງອະນຸນາດຂອງ" ຫຼື "ໂດຍການເປັນຕົວແທນຂອງ" ບຸກຄົນນັ້ນ.
  • ຄຳເວົ້າທີ່ວ່າ "ໃຫ້ເຮົາສ້າງຊື່ສຽງໄວ້" ສາມາດແປໄດ້ວ່າ "ເຮັດໃຫ້ຜູ້ຄົນຮູ້ຈັກເຮົາ" ຫຼື "ເຮັດໃຫ້ຜູ້ຄົນຄິດວ່າເຮົາມີຄວາມສຳຄັນຫຼາຍສ່ຳໃດ".
  • ປະໂຫຍກທີ່ວ່າ "ຈົ່ງເອີ້ນນາມເຂົາວ່າ" ສາມາດແປໄດ້ອີກ "ຈົ່ງຕັ້ງຊື່ເຂົາ" ຫຼື "ຈົ່ງໃຫ້ຊື່ເຂົາວ່າ".
  • ຄຳເວົ້າ "ຄົນເຫຼົ່ານັ້ນທີ່ຮັກຊື່ຂອງທ່ານ" ແປໄດ້ອີກວ່າ "ຄົນເຫຼົ່ານັ້ນທີ່ຮັກທ່ານ".
  • ຄຳເວົ້າ "ໃຫ້ຕັດຊື່ຕ່າງໆຂອງຮູບເຄົາລົບອອກ" ແປໄດ້ອີກວ່າ "ທຳລາຍຮູບເຄົາລົບຂອງຄົນນອກສາດສະນາອອກ ເພື່ອທີ່ພວກເຂົາຈະບໍ່ເປັນທີ່ຈົດຈຳ" ຫຼື "ເຮັດໃຫ້ປະຊາຊົນເຊົານະມັສການພະທຽມ" ຫຼື ໃຫ້ທຳລາຍພະທຽມຢ່າງໝົດສິ້ນ ເພື່ອທີ່ປະຊາຊົນຈະບໍ່ຄິດເຖິງພວກມັນອີກຕໍ່ໄປ".

ຊື່ນຊອບ, ຊຶ່ງເປັນທີ່ຊື່ນຊອບ, ຄວາມລຳອຽງ

ນິຍາມ

ຄຳວ່າ "ຊື່ນຊອບ" ກ່າວເຖິງການທຳບາງສິ່ງທີ່ເປັນປະໂຫຍດກັບບາງຄົນໃນທາງບວກ. ບາງຢ່າງ "ຊຶ່ງເປັນທີ່ຊື່ນຊອບ" ທີ່ເປັນການຍອມຮັບ, ໃນທາງບວກ, ຫລືໃຫ້ປະໂຫຍດ.

  • ຄຳວ່າ "ຄວາມລຳອຽງ" ໝາຍເຖິງການກະທຳຢ່າງຊື່ນຊອບຕໍ່ບາງຄົນແຕ່ບໍ່ແມ່ນທຸກຄົນ. ຫລາຍຄັ້ງຄວາມລຳອຽງຄືຄຳວ່າ "ລຳອຽງ" ໝາຍຄວາມເຖິງການກະທຳຢ່າງຊື່ນຊອບຕໍ່ບາງຄົນ, ແຕ່ບໍ່ແມ່ນຄົນອື່ນໆ. ເຊັ່ນການສະແດງຕໍ່ຄົນລວຍຫລືຄົນທີ່ພິຈາລະນາກຳນົດໄວ້.
  • ພຣະເຢຊູຊົງໄດ້ເຕີບໂຕ "ດ້ວຍຄວາມຊື່ນຊອບຂອງ" ພຣະເຈົ້າແລະມະນຸດ. ນີ້ໝາຍຄວາມວ່າພວກເຂົາໄດ້ຍອມຮັບພຣະລັກສະນະແລະຄວາມປະພຶດຂອງພຣະອົງ.
  • ສຳນວນຄຳວ່າ "ຫາຄວາມຊື່ນຊອບ" ໝາຍເຖິງບຸກຄົນທີ່ໄດ້ເປັນທີ່ຍອມຮັບໂດຍບາງຄົນ.
  • ເມື່ອກະສັດຊົງສະແດງຄວາມຊື່ນຊອບແກ່ບາງຄົນ, ຫລາຍຄັ້ງມີຄວາມໝາຍວ່າພຣະອົງຊົງຍອມຮັບຄຳຮ້ອງຂໍຂອງຄົນນັ້ນແລະມອບໃຫ້.

ຄຳແນະນຳການແປ

  • ອີກແນວທາງໜຶ່ງໃນຄຳແປຄຳວ່າ "ຊື່ນຊອບ" ສາມາດລວມທັງ "ຄຳອວຍພອນ" ຫລື "ຜົນປະໂຫຍດໄດ້ດ້ວຍ."
  • ຄຳວ່າ "ປີແຫ່ງຄວາມຊື່ນຊອບຂອງພຣະຢາເວ" ສາມາດແປໄດ້ອີກວ່າ, "ປີນັ້ນ."

ຊົ່ວ, ຊົ່ວຮ້າຍ, ຄວາມຊົ່ວຮ້າຍ

ນິຍາມ

ຄໍາວ່າ "ຊົ່ວ" ແລະ "ຊົ່ວຮ້າຍ" ທັງສອງຄໍານີ້ ໄດ້ອ້າງເຖິງສິ່ງໃດສິ່ງໜຶ່ງທີ່ກົງກັນຂ້າມກັບພຣະລັກສະນະທີ່ບໍຣິສຸດແລະນໍ້າພຣະໄທຂອງພຣະເຈົ້າ.

  • ໃນເມື່ອຄໍາທີ່ວ່າ "ຊົ່ວ" ອາດຈະເວົ້າເຖິງລັກສະນະຂອງຄົນໃດຄົນໜຶ່ງ, ຄໍາວ່າ "ຊົ່ວຮ້າຍ" ອາດຈະເວົ້າເຖິງໃນເລື່ອງພຶດຕິກໍາຂອງຄົນຫລາຍກວ່າ. ແຕ່ຢ່າງໃດກໍຕາມ, ທັງສອງຄໍານີ້ກໍມີຄວາມໝາຍທີ່ຄ້າຍຄືກັນ.
  • ຄໍາວ່າ "ຄວາມຊົ່ວຮ້າຍ" ເວົ້າເຖິງຊີວິດການເປັນຢູ່ ເມື່ອມະນຸດເຮັດສິ່ງຊົ່ວຮ້າຍ.
  • ຜົນຂອງຄວາມຊົ່ວນັ້ນສະແດງໃຫ້ເຫັນຢ່າງແຈ່ມແຈ້ງ ເມື່ອມະນຸດເຮັດກັບຄົນອື່ນແບບຜິດໆ ດ້ວຍການເຂັ່ນຂ້າ, ລັກຂະໂມຍ, ເວົ້າໃສ່ຮ້າຍ ຫລືເປັນຄົນທີ່ໂຫດຮ້າຍແລະໃຈຮ້າຍ.

ຄໍາແນະນໍາໃນການແປ

  • ຄໍາວ່າ "ຊົ່ວ" ແລະ "ຊົ່ວຮ້າຍ" ສາມາດແປໄດ້ວ່າ "ຊົ່ວຊ້າ" ຫລື "ມີບາບ" ຫລື "ຜິດສິນທໍາ" ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີນັ້ນໆ.
  • ຄວາມໝາຍອື່ນໃນການແປຄໍາເຫລົ່ານີ້ອາດຈະລວມເຖິງຄໍາວ່າ, "ບໍ່ດີ" ຫລື "ບໍ່ ຊອບທໍາ" ຫລື "ບໍ່ມີສິນທໍາ."
  • ຕ້ອງໃຫ້ແນ່ໃຈວ່າຄໍາເຫລົ່ານີ້ຫລ່ືຖ້ອຍຄໍາທີ່ເຄີຍແປຄໍາເຫລົ່ານີ້ ເໝາະສົມກັບກໍລະນີນັ້ນໆແລະມີຄວາມເປັນທໍາມະຊາດໃນພາສາທີ່ແປ.

ເຊື່ອ, ເຊື່ອໃນ, ຄວາມເຊື່ອ

ນິຍາມ

ຄຳວ່າ "ເຊື່ອ" ແລະ "ເຊື່ອໃນ" ມີຄວາມກ່ຽວຂ້ອງກັນຢ່າງໃກ້ຊິດ, ແຕ່ມີຄວາຍໝາຍທີ່ແຕກຕ່າງກັນເລັກນ້ອຍ:

ຄຳແນະນຳໃນການແປ

  • "ເຊື່ອ" ສາມາດຖືກແປເປັນ "ຮູ້ວ່າເປັນຄວາມຈິງ" ຫລື "ຮູ້ວ່າຖືກຕ້ອງ."
  • "ເຊື່ອໃນ" ສາມາດຖືກແປເປັນ "ໄວ້ວາງໃຈຢ່າງສົມບູນ" ຫລີ "ໄວ້ວາງໃຈແລະເຊື່ອຟັງ" ຫລື "ເພິ່ງພາແລະເຊື່ອຟັງຢ່າງສົມບູນ."

ຍົກຊູ, ການເທີດທູນ

ນິຍາມ

ການຍົກຊູແມ່ນການສັນລະເສີນທີ່ສູງສົ່ງແລະການໃຫ້ກຽດບາງຄົນ. ອີກທັງສາມາດໝາຍເຖິງການວາງບາງຄົນໄວ້ໃນຕໍາແໜ່ງທີ່ສູງ.

  • ໃນພຣະຄໍາພີ, ຄໍາວ່າ "ຍົກຊູ" ສ່ວນຫລາຍແມ່ນໃຊ້ເພື່ອຍົກຊູພຣະເຈົ້າ.
  • ເມື່ອມະນຸດຍົກຊູຕົວເອງ, ນັ້ນໝາຍຄວາມວ່າລາວກໍາລັງຄິດເຖິງຕົວເອງໃນແບບທີ່ອວດຕົວຫລືໂອ້ອວດຈອງຫອງ.

ຄໍາແນະນໍາໃນການແປ

  • ແນວທາງການແປ "ຍົກຊູ" ສາມາດລວມເຖິງ, "ການສັນລະເສີນທີ່ສູງສຸດ" ຫລື "ໃຫ້ກຽດຢ່າງຍິ່ງໃຫຍ່" ຫລື "ຍ້ອງຍໍ" ຫລື "ການເວົ້າສັນລະເສີນ."
  • ໃນບາງກໍລະນີ, ສາມາດແປໄດ້ດ້ວຍຄໍາ ຫລືຖ້ອຍຄໍາທີ່ມີຄວາມໝາຍວ່າ, "ການວາງໄວ້ໃນຕໍາແໜ່ງສູງ" ຫລື "ໃຫ້ກຽດຢ່າງຫລວງຫລາຍຂຶ້ນໃຫ້ແກ່" ຫລື "ເວົ້າເຖິງຄວາມຊື່ນຊົມ."
  • "ຢ່າຍົກຊູຕົນເອງ" ສາມາດແປໄດ້ອີກວ່າ "ຢ່າຄິດເຖິງຕົນເອງສູງເກີນໄປ" ຫລື "ຢ່າອວດດີກ່ຽວກັບຕົນເອງ."
  • "ຄົນເຫລົ່ານັ້ນທີ່ຍົກຊູຕົນເອງ" ສາມາດແປໄດ້ອີກວ່າ "ຄົນເຫລົ່ານັ້ນທີ່ຄິດຢ່າງຈອງຫອງກ່ຽວກັບພວກເຂົາເອງ" ຫລື "ຄົນເຫລົ່ານັ້ນທີ່ໂອ້ອວດກ່ຽວກັບພວກຕົນເອງ.

ຍົກໂທດ, ການຍົກໂທດ

ນິຍາມ

ຍົກໂທດໃຫ້ບາງຄົນໝາຍເຖິງການບໍ່ຢຶດຕິດກັບຄວາມຂຸ່ນເຄືອງໃຈທີ່ມີຕໍ່ບຸກຄົນຜູ້ທີ່ໄດ້ທຳບາງສິ່ງທີ່ແສນເຈັບປວດ. "ການຍົກໂທດ" ຄືການກະທຳຂອງການຍົກໂທດໃຫ້ບາງຄົນ.

  • ການຍົກໂທດໃຫ້ບາງຄົນ ຫຼາຍໆຄັ້ງໝາຍເຖິງການບໍ່ລົງໂທດຄົນນັ້ນ ສຳລັບສິ່ງທີ່ບໍ່ຖືກຕ້ອງທີ່ເຂົາໄດ້ກະທຳ.
  • ຄຳນີ້ສາມາດໃຊ້ໃນຮູບການປຽບທຽບທີ່ໝາຍເຖິງ, "ຍົກເລີກ" ເພື່ອເປັນການສະແດງອອກ "ຍົກເລີກໜີ້".
  • ເມື່ອມະນຸດນັ້ນສາລະພາບບາບຂອງພວກເຂົາ,ພຣະເຈົ້າຍົກໂທດພວກເຂົາບົນພື້ນຖານການເສັຽສະຫຼະຂອງພຣະເຢຊູທີ່ຍອມຕາຍເທິງໄມ້ກາງແຂນ.
  • ພຣະເຢຊູຊົງໄດ້ສອນສາວົກຂອງພຣະອົງໃຫ້ຍົກໂທດຄົນອື່ນເພາະພຣະອົງຊົງໄດ້ຍົກໂທດແກ່ພວກເຂົາ.

ຄຳແນະນຳການໃນແປ

  • ຄຳວ່າ "ຍົກໂທດ" ສາມາດແປໄດ້ອີກວ່າ "ອະພັຍ" ຫຼື "ຍົກເລີກ" ຫຼື "ປົດປ່ອຍ" ຫຼື "ບໍ່ຖືສາ" ທັງນີ້ຂຶ້ນຢູ່ກັບບໍຣິບົດນັ້ນໆ.

ແຍກອອກຈາກກັນ

ນິຍາມ

ຄຳວ່າ "ແຍກອອກຈາກກັນ" ໝາຍຄວາມວ່າຖືກແຍກອອກຈາກບາງສິ່ງບາງຢ່າງເພື່ອບັນລຸຈຸດປະສົງໃດໜຶ່ງ.

  • ຊາວອິດສະລາແອນຖືກແຍກອອກໄປຮັບໃຊ້ພະເຈົ້າ.
  • ພຣະວິນຍານບໍລິສຸດໄດ້ສັ່ງໃຫ້ຊາວຄຣິດສຕຽນທີ່ເມືອງອັນຕີອົກເຂຍໄດ້ແບ່ງແຍກໂປໂລແລະບານາບາເພື່ອເຮັດວຽກທີ່ພຣະເຈົ້າປະສົງໃຫ້ພວກເຂົາເຮັດ.
  • ຜູ້ທີ່ເຊື່ອທີ່ "ແຍກອອກຈາກກັນ" ເພື່ອຮັບໃຊ້ພະເຈົ້າແມ່ນ "ອຸທິດຕົນເພື່ອ" ເຮັດໃຫ້ໃຈປະສົງຂອງພະເຈົ້າ ສຳ ເລັດ.
  • ຄວາມໝາຍໜຶ່ງຂອງຄຳວ່າ "ບໍລິສຸດ" ແມ່ນການແຍກອອກເປັນຂອງພຣະເຈົ້າແລະຖືກແຍກອອກຈາກແນວທາງທີ່ຜິດຂອງໂລກ.
  • ຄຳວ່າ "ບໍລິສຸດ" ໝາຍເຖິງການແຍກຄົນໃຫ້ຮັບໃຊ້ພຣະເຈົ້າ.

%ຄຳແນະນຳໃນການແປ

  • ວິທີການແປ "ເພື່ອແຍກອອກໄປ" ສາມາດປະກອບມີ, "ເພື່ອເລືອກເອົາພິເສດ" ຫຼື "ແຍກອອກຈາກບັນດາທ່ານ" ຫຼື "ເອົາໄປເຮັດໜ້າທີ່ພິເສດ."
  • "ຖືກແຍກອອກໄປ" ສາມາດຖືກແປເປັນ "ແຍກອອກຈາກກັນ."

ດີ,ຄວາມດີ

ນິຍາມ

ຄຳວ່າ "ດີ "ມີຄວາມໝາຍແຕກຕ່າງກັນຂື້ນຢູ່ກັບບໍຣິບົດ. ຫລາຍພາສາຈະໃຊ້ຄຳອື່ນໃນການແປຄວາມໝາຍທ່ີ່ແຕກຕ່າງກັນເຫົ່ຼານີ້.

  • ໂດຍທົ່ວໄປສິ່ງທີ່ດີຄືຖ້າສິ່ງນັ້ນ ເໝາະສົມກັບພຣະລັກສະນະຂອງພຣະເຈົ້າ, ວັດຖຸປະສົງແລະນ້ຳພຣະທັຍຂອງພຣະອົງ.
  • ບາງສິ່ງທີ່ "ດີ" ສາມາດເປັນຄວາມພໍໃຈ ດີເລີດ, ເປັນປະໂຫຍດ

ເໝາະສົມ, ມີກຳໄລ,ຫລືຖືກຕ້ອງຕາມຫລັກສິລະທັມ.

  • ທີ່ດິນທີ່"ດີ "ສາມາດເອີ້ນໄດ້ອີກວ່າ "ສົມບູນ" ຫລື "ປະສິດທິຜົນ".
  • ພືດຜົນທີ່ "ດີ" ສາມາດເປັນພືດຜົນທີ່ "ສົມບູນ."
  • ບຸກຄົນສາມາດ"ດີ" ໃນສິ່ງທີ່ພວກເຂົາເຮັດ,ຖ້າພວກເຂົາຊຳນານໃນງານຫລືອາຊີບຂອງພວກເຂົາເຊັ່ນດຽວກັບໃນ, "ຊາວນາທີ່ດີ".
  • ໃນພຣະຄັມພີ ຄວາມໝາຍທົ່ວໄປຂອງຄຳວ່າ "ດີ" ມັກກົງກັນຂວ້າມກັບຄຳວ່າ "ຊົ່ວຮ້າຍ".
  • ຄຳວ່າ "ຄວາມດີ" ປົກກະຕິແລ້ວໝາຍເຖິງການເປັນຄົນທີ່ຢູ່ໃນສິລະທັມທີ່ດີຫລືມີຄວາມຄິດແລະການກະທຳທີ່ເປັນທັມ.
  • ຄວາມດີຂອງພຣະເຈົ້າອ້າງເຖິງວ່າພຣະອົງໄດ້ອວຍພອນແກ່ມະນຸດ"ຢ່າງໃດ,ໂດຍການໃຫ້ສິ່ງດີໆ ແລະປະໂຫຍດທີ່ດີ. ນອກຈາກນີ້ຍັງສາມາດອ້າງເຖິງຄວາມສົມບູນແບບທາງຈະຣິຍະທັມຂອງພຣະອົງ.

ຄຳແນະນຳການແປ

  • ຄຳທົ່ວໄປສຳຫລັບຄຳວ່າ"ດີ"ໃນພາສາເປົ້າໝາຍຄວນໃຊ້ຄຳໃດກໍຕາມທີ່ມີຄວາມໝາຍທົ່ວໄປທີ່ຖືກຕ້ອງແລະເປັນທັມະຊາດ

ໂດຍສະເພາະຢ່າງຍິ່ງໃນບໍຣິບົດທີ່ແຕກຕ່າງຈາກຄວາມຊົ່ວຮ້າຍ.

  • ຂື້ນຢູ່ກັບບໍຣິບົດວິທີອື່ນໃນການແປຄຳນີ້ອາດລວມເຖິງ"ໃຈດີ" ຫລື"ດີເລີດ" ຫລື" ທີ່ຊື່ນຊອບຕໍ່ພຣະເຈົ້າ" ຫລື "ຊອບທັມ"ຫລື

ສິລະທັມທີ່ຕັ້ງຂື້ນ" ຫລື "ທຳກຳໄລໄດ້".

  • "ດິນແດນທີ່ດີ" ສາມາດແປໄດ້ວ່າ "ແຜ່ນດິນອຸດົມສົມບູນ"

ຫລື "ທີ່ດິນທີ່ມີການຜະລິດ" ພືດທີ່ດີ" ອາດແປໄດ້ອີກວ່າ "ການເກັບກ່ຽວທີ່ອຸດົມສົມບູນ" ຫລື "ພືດຜົນຈຳນວນຫລາຍ"

  • ຄຳເວົ້າ "ທຳດີຕໍ່" ໝາຍເຖິງການທຳສິ່ງທີ່ເປັນປະໂຫຍດຕໍ່ຜູ້ອື່ນແລະສາມາດແປເປັນຄຳວ່າ "ໃຈດີ" ຫລື "ຊ່ວຍ" ຫລື "ປະໂຫຍດ" ກັບຜູ້ນຶ່ງໄດ້.
  • "ທຳດີໃນວັນສະບາໂຕ" ໝາຍຄວາມວ່າ"ເຮັດໃນສິ່ງທີ່ຊ່ວຍ

ຄົນອ່ື່ນໃນວັນສະບາໂຕ".

  • ຂື້ນຢູ່ກັບບໍລິບົດ ວິທີການແປຄຳວ່າ"ຄວາມດີ" ສາມາດລວມເຖິງ"ພຣະພອນ" ຫລື" ຄວາມເມດຕາ" ຫລື ຄວາມສົມບູນແບບທາງຈະຣິຍະທັມ" ຫລື "ຄວາມຊອບທັມ" ຫລື ຄວາມບໍຣິສຸດ."

ແດນມໍລະນາ

ນິຍາມ

ຄຳວ່າ "ແດນມໍລະນາ" ແລະ "ແດນຄົນຕາຍ" ໄດ້ໃຊ້ໃນພຣະຄຳພີເພື່ອອ້າງເຖີງຄວາມຕາຍແລະສະຖານທີ່ທີ່ດວງວິນຍານຂອງຜູ້ຄົນໄປຢູ່ທີ່ນັ້ນເມື່ອພວກເຂົາຕາຍ. ຄວາມໝາຍຂອງທັງສອງຄຳຄ້າຍຄືກັນ.

  • ພາສາເຮັບເຣີ ຄຳວ່າ "ແດນມໍລະນາ" ແມ່ນມັກໃຊ້ໃນພັນທະສັນຍາເດີມເພື່ອອ້າງເຖິງສະຖານທີ່ແຫ່ງຄວາມຕາຍ.
  • ໃນພັນທະສັນຍາໃໝ່, ຄຳໃນພາສາກຣີກທີ່ວ່າ "ແດນຄົນຕາຍ" ໝາຍເຖິງສະຖານທີ່ສຳລັບດວງວິນຍານທີ່ກະບົດຕໍ່ສູ້ພຣະເຈົ້າ. ວິນຍານເຫລົ່ານີ້ບົ່ງບອກເຖິງການ "ລົງ" ໄປສູ່ແດນມໍລະນາ. ຊຶ່ງແຕກຕ່າງກັນກັບການ "ຂຶ້ນ" ໄປແຜ່ນດິນສະຫວັນ, ສະຖານທີ່ວິນຍານຂອງຄົນທີ່ເຊື່ອໃນພຣະເຢຊູຄຣິດເຈົ້າປະທັບຢູ່.
  • ຄໍາວ່າ "ແດນມໍລະນາ" ແມ່ນຄູ່ກັບຄໍາວ່າ "ຄວາມຕາຍ" ໃນພຣະທຳພຣະນິມິດ. ໃນຄາວສຸດທ້າຍທັງຄວາມຕາຍແລະແດນມໍລະນາຈະຖືກຖິ້ມລົງບຶງໄຟຊຶ່ງເອີ້ນວ່ານາລົກ.

ຄໍາແນະນຳໃນການແປ

  • ໃນພັນທະສັນຍາເດີມຄໍາວ່າ "ແດນຄົນຕາຍ" ສາມາດແປວ່າ "ສະຖານທີ່ແຫ່ງຄວາມຕາຍ" ຫລື "ສະຖານທີ່ສໍາລັບວິນຍານຜູ້ທີ່ຕາຍແລ້ວ" ການແປບາງສໍານວນຄື "ຂຸມນາລົກ" ຫລື "ຄວາມຕາຍ," ຂຶ້ນຢູ່ກັບບໍລິບົດ.
  • ໃນພັນທະສັນຍາໃໝ່ຄໍາວ່າ "ແດນມໍລະນາ" ສາມາດແປວ່າ "ສະຖານທີ່ສໍາລັບຄົນຕາຍທີ່ບໍ່ເຊື່ອ" ຫລື "ສະຖານທີ່ແຫ່ງຄວາມທຸກທໍລະມານສໍາລັບຄົນຕາຍ" ຫລື "ສະຖານທີ່ສໍາລັບວິນຍານຂອງຄົນທີ່ບໍ່ເຊື່ອ."
  • ຄໍາແປບາງສະບັບຍັງຮັກສາຄໍາວ່າ "ແດນຄົນຕາຍ" ຫລື "ແດນມໍລະນາ," ການສະກົດຄໍາໃຫ້ເໝາະສົມກັບຮູບແບບສຽງຂອງພາສາໃນການແປ.

ຕາມທາງພຣະເຈົ້າ,ຢຸ່ໃນທາງທັມ

ນິຍາມ

ຄຳວ່າ"ຕາມທາງຂອງພຣະເຈົ້າ "ໃຊ້ເພື່ອບັນລະຍາຍເຖິງການກະທຳຂອງຄົນທີ່ສະແດງອອກແບບໃຫ້ກຽດພຣະເຈົ້າແລະສະແດງວ່າພຣະເຈົ້າຊົງເປັນແນວໃດ. "ເປັນເໝືອນພຣະເຈົ້າ" ຄືຄຸນນະພາບຂອງບຸກຄະລິກລັກສະນະທີ່ຖວາຍກຽດແດ່ພຣະເຈົ້າໂດຍການທຳຕາມພຣະທັຍຂອງພຣະເຈົ້າ.

  • ຄົນທີ່ມີບຸກຄະລິກລັກສະນະຕາມທາງພຣະເຈົ້າຈະສະແດງໃຫ້ເຫັນຜົນ ຂອງພຣະວິນຍານບໍຣິສຸດເຊັ່ນ,ຄວາມຮັກ. ຄວາມຊົມຊື່ນຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມສຸພາບ,ແລະການບັງຄັບຕົນ
  • ຄຸນນະພາບຂອງຄົນທີ່ຢູ່ໃນທາງທັມສະແດງບຸກຄົນນັ້ນມີພຣະວິນຍານ ບໍຣິສຸດແລະເຊື່ອຟັງພຣະອົງ.

ຄຳແນະນຳການແປ

ຄຳເວົ້າທີ່ວ່າ "ຕາມທາງພຣະເຈົ້າ" ສາມາດແປໄດ້ອີກວ່າ "ຄົນທີ່ຢູ່ ຕາມທາງພຣະເຈົ້າ" ຫລື "ຄົນທີ່ເຊື່ອຟັງພຣະເຈົ້າ.


ເຕືອນສະຕິ, ການເຕືອນສະຕິ

ນິຍາມ

ຄໍາວ່າ "ເຕືອນສະຕິ" ໝາຍເຖິງການໜູນໃຈທີ່ໜັກແໜ້ນແລະກະຕຸ້ນໃຫ້ບາງຄົນເຮັດໃນສິ່ງທີ່ຖືກຕ້ອງ. ແມ່ນຄໍາໜູນໃຈທີ່ເອີ້ນວ່າ "ການເຕືັອນສະຕິ."

  • ຈຸດປະສົງຂອງການເຕືອນສະຕິແມ່ນເພື່ອໂນ້ມນ້າວຄົນອື່ນໃຫ້ຫລີກລ້ຽງຄວາມບາບ ແລະໃຫ້ເຊື່ອຟັງນໍ້າພຣະໄທພຣະເຈົ້າ.
  • ພັນທະສັນຍາໃໝ່ສອນໃຫ້ບັນດາຄຣິສຕຽນໃຫ້ເຕືອນສະຕິເຊິ່ງກັນແລະກັນໃນຄວາມຮັກ, ບໍ່ແມ່ນດ້ວຍຄວາມຮຸນແຮງ ຫລືຫຍາບຊ້າ.

ຄໍາແນະນໍາໃນການແປ

  • ຄໍາວ່າ, "ເຕືອນສະຕິ" ສາມາດແປໄດ້ອີກວ່າ "ກະຕຸ້ນຢ່າງໜັກແໜ້ນ" ຫລື "ໂນ້ມນ້າວ" ຫລື "ແນະນໍາ." ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີນັ້ນໆ
  • ໃຫ້ແນ່ໃຈວ່າການແປຂອງຄໍານີ້ບໍ່ໄດ້ໝາຍຄວາມວ່າ ຄົນທີ່ເຕືອນສະຕິນັ້ນຄຽດຮ້າຍ. ຄໍານີ້ຄວນຊີ້ເຖິງຄວາມແຂງແກ່ງແລະຄວາມຈິງຈັງ, ແຕ່ບໍ່ຊີ້ເຖິງຄໍາເວົ້າທີ່ຄຽດຮ້າຍ.
  • ໃນກໍລະນີສ່ວນຫລາຍ, ຄໍາວ່າ "ເຕືອນສະຕິ" ຄວນຖືກແປໃນແບບທີ່ແຕກຕ່າງກັບຄໍາວ່າ "ໜູນໃຈ," ທີ່ໝາຍເຖິງການໃຫ້ແຮງບັນດານໃຈ, ການສ້າງຄວາມໝັ້ນໃຈ, ຫລືເລົ້າໂລມໃຈບາງຄົນ.
  • ໂດຍປົກກະຕິແລ້ວຄໍານີ້ສາມາດແປໄດ້ຫລາຍແບບຈາກຄໍາວ່າ "ວ່າກ່າວ," ຊຶ່ງໝາຍເຖິງການເຕືອນ ຫລືການແກ້ໄຂພຶດຕິກໍາຂອງບາງຄົນທີ່ລາວເຮັດບໍ່ຖືກຕ້ອງ.

ແຕ່ງຕັ້ງ, ຖືກແຕ່ງຕັ້ງ

ນິຍາມ

ຄຳວ່າ "ແຕ່ງຕັ້ງ" ແລະ "ຖືກແຕ່ງຕັ້ງ" ໝາຍ ເຖິງການເລືອກເອົາຜູ້ໃດຜູ້ໜຶ່ງເພື່ອປະຕິບັດໜ້າທີ່ຫຼືບົດບາດສະເພາະ.

  • ເພື່ອ "ຖືກແຕ່ງຕັ້ງ" ຍັງສາມາດ ໝາຍເຖິງການຖືກ "ເລືອກ" ເພື່ອຈະໄດ້ຮັບບາງສິ່ງບາງຢ່າງຄືໃນ "ແຕ່ງຕັ້ງໃຫ້ມີຊີວິດນິຣັນດອນ". ນີ້ ໝາຍ ຄວາມວ່າພວກເຂົາຖືກເລືອກໃຫ້ໄດ້ຮັບຊີວິດນິຣັນດອນ.
  • ຄຳວ່າ "ເວລາ ກຳນົດ" ໝາຍເຖິງ "ເວລາທີ່ຖືກເລືອກໄວ້" ຫລື "ເວລາທີ່ວາງແຜນໄວ້" ສຳ ລັບບາງສິ່ງທີ່ເກີດຂື້ນ.
  • ຄຳວ່າ "ແຕ່ງຕັ້ງ" ກໍ່ອາດຈະໝາຍ ເຖິງ "ຄຳສັ່ງ" ຫລື "ມອບ ໝາຍ" ໃຫ້ຜູ້ໃດຜູ້ ໜຶ່ງເຮັດຫຍັງ.

ຄຳແນະນຳໃນການແປ

  • ອີງຕາມສະພາບການ, ວິທີການແປ "ແຕ່ງຕັ້ງ" ສາມາດປະກອບມີ, "ເລືອກ" ຫຼື "ມອບ ໝາຍ" ຫລື "ເລືອກຢ່າງເປັນທາງການ" ຫຼື "ແຕ່ງຕັ້ງ."
  • ຄຳວ່າ "ແຕ່ງຕັ້ງ" ສາມາດແປເປັນ, "ມອບ ໝາຍ" ຫລື "ວາງແຜນ" ຫລື "ເລືອກໂດຍສະເພາະ."
  • ປະໂຫຍກທີ່ວ່າ "ໄດ້ຮັບການແຕ່ງຕັ້ງ" ຍັງສາມາດແປເປັນ "ຖືກເລືອກ."

ຖ່ອມໃຈ, ຄວາມຖ່ອມໃຈ

ນິຍາມ

ຄຳວ່າ "ຖ່ອມໃຈ" ອະທິບາຍເຖິງບຸຸກຄົນທີ່ບໍ່ຄິດວ່າຕົນເອງດີກວ່າຄົນອື່ນ ເຂົາບໍ່ໄດ້ຍິ່ງຫລືທະນົງຕົວ ການຖ່ອມໃຈຄືຄຸນນະພາບຂອງການເປັນຄົນຖ່ອມ.

  • ການຖ່ອມໃຈຕໍ່ພຣະເຈົ້າໝາຍເຖິງການເຂົ້າໃຈຄວາມອ່ອນແອແລະຄວາມບໍ່ສົມບູນແບບເມື່ອປຽບທຽບກັບຄວາມຍິ່ງໃຫຍ່, ພະປັນຍາແລະຄວາມສົມບູນແບບຂອງພຣະອົງ.
  • ຖ້າຄົນໜຶ່ງຖ່ອມຕົນເອງລົງ, ລາວໃຫ້ຕົນເອງຢູ່ໃນຕຳແໜ່ງທີ່ສຳຄັນນ້ອຍກວ່າ.
  • ຄວາມຖ່ອມໃຈຄືການຄິດເຖິງຄວາມຈຳເປັນຂອງຄົນອື່ນຫລາຍກ່ອນຄວາມຕ້ອງການຂອງຕົນເອງ.
  • ຄວາມຖ່ອມໃຈຍັງໝາຍເຖິງການຮັບໃຊ້ດ້ວຍທ່າທີສະຫງົບສະງ່ຽມໃນຂະນະທີ່ໃຊ້ຂອງປະທານແລະຄວາມສາມາດຂອງຕົນເອງ.
  • ວະລີ "ຖ່ອມໃຈ" ສາມາດແປໄດ້ວ່າ "ຢ່າຈອງຫອງ."
  • "ຖ່ອມໃຈລົງຕໍ່ພຣະເຈົ້າ" ສາມາດແປໄດ້ວ່າ, "ຍອມມອບຄວາມປະສົງຂອງຕົນເອງໃຫ້ແກ່ພຣະເຈົ້າໂດຍຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະອົງ."

ໄຖ່, ການໄຖ່, ຜູ້ໄຖ່

ນິຍາມ

ຄຳສັບທີ່ວ່າ "ໄຖ່" ແລະ "ການໄຖ່" ໝາຍເຖິງການຊື້ສິ່ງຂອງທີ່ເຄີຍເປັນເຈົ້າຂອງຫຼືຖືກຈັບເປັນຊະເລີຍ. "ຜູ້ໄຖ່" ແມ່ນຜູ້ທີ່ໄຖ່ບາງສິ່ງບາງຢ່າງຫຼືຄົນອື່ນ.

  • ພຣະເຈົ້າໄດ້ໃຫ້ກົດໝາຍແກ່ຊາວອິສະຣາເອນກ່ຽວກັບວິທີການໄຖ່ຄົນຫຼືສິ່ງຂອງຕ່າງໆ.
  • ຍົກຕົວຢ່າງ, ຜູ້ໃດຜູ້ ນຶ່ງ ສາມາດໄຖ່ຄົນທີ່ຕົກເປັນຂ້າທາດໂດຍການຈ່າຍຄ່າລາຄາເພື່ອໃຫ້ຂ້າໃຊ້ນັ້ນມີອິດສະຫຼະ. ຄຳ ວ່າ "ຄ່າໄຖ່" ກໍ່ໝາຍເຖິງການປະຕິບັດນີ້.
  • ຖ້າທີ່ດິນຂອງຜູ້ໃດຜູ້ ນຶ່ງ ຖືກຂາຍໄປ, ຍາດພີ່ນ້ອງຂອງຄົນນັ້ນສາມາດ“ ໄຖ່ຄືນ” ຫລື“ ຊື້ຄືນ” ທີ່ດິນໄດ້ເພື່ອວ່າມັນຈະຢູ່ໃນຄອບຄົວ.
  • ການປະຕິບັດເຫຼົ່ານີ້ສະແດງໃຫ້ເຫັນວ່າພຣະເຈົ້າຊົງໄຖ່ຄົນທີ່ຕົກເປັນທາດຂອງບາບ. ເມື່ອລາວຕາຍເທິງໄມ້ກາງແຂນ, ພຣະ ເຢຊູໄດ້ຈ່າຍເຕັມ ສຳ ລັບບາບຂອງຜູ້ຄົນແລະໄດ້ໄຖ່ຜູ້ທີ່ໄວ້ວາງ ໃຈໃນພຣະອົງເພື່ອຄວາມລອດ. ຄົນທີ່ພຣະເຈົ້າໄດ້ໄຖ່ໄດ້ຖືກປົດປ່ອຍຈາກບາບແລະການລົງໂທດຂອງມັນ.

ຄຳແນະນຳໃນການແປ

  • ອີງຕາມສະພາບການ, ຄຳ ວ່າ "ໄຖ່" ຍັງສາມາດແປເປັນ "ຊື້ຄືນ" ຫລື "ຈ່າຍໃຫ້ລ້າໆ."

ທຳມະຈານ ,ຜູ້ທີ່ຊ່ຽວຊານພຣະບັນຍັດຂອງຢີວ

ນິຍາມ

ພວກທຳມະຈານເປັນເຈົ້າຫນ້າທີຜູ້ທີ່ຮັບຜິດຊອບໃນການຂຽນຫລືຄັດລອກເອກກະສານຂອງລັດຫລືຫນັງສືທາງສາດສະໜາໂດຍການໃຊ້ມືຄັດລອກ ອີກຊື່ຫນື່ງຂອງທຳມະຈານຂອງຢີວ ຄື ”ຜູ້ຊ່ຽວຊານໃນພຣະບັນຍັດຂອງຊາວຢີວ”

  • ທຳມະຈານເປັນຜູ້ທີ່ຕ້ອງຮັບຜິດຊອບ ໃນການຄັດລອກແລະເກັບຮັກສາພຣະທຳຕ່າງໆ ຂອງພັນທະສັນຍາເດີມ
  • ທຳມະຈານຍັງຄັດລອກ, ຮັກສາແລະຕີຄວາມຫມາຍຄວາມຄິດເຫັນທາງດ້ານສາດສະໜາແລະຄຳອະທິບາຍໃນເລື່ອງພຣະບັນຍັດຂອງພຣະເຈົ້າ
  • ບາງຄັ້ງພວກທຳມະຈານຍັງເປັນເຈົ້າຫນ້າທີທີ່ສຳຄັນຂອງລັດດ້ວຍ
  • ທຳມະຈານດ້ານພຣະຄຳພີທີ່ສຳຄັນລວມເຖິງບາລຸແລະເອສະຣາ
  • ໃນພັນທະສັນຍາໃຫມ່ ຄຳວ່າ “ພວກທຳມະຈານ”ໄດ້ແປໄວ້ວ່າ“ພວກຄຣູສອນພຣະບັນຍັດ”
  • ໃນພັນທະສັນຍາໃຫມ່ ພວກທຳມະຈານເປັນສ່ວນຫນື່ງຂອງກຸ່ມ
  • ສາດສະໜາທີ່ເອີ້ນວ່າ ”ພວກຟາລີຊາຍ“ແລະທັງສອງກຸ່ມຖືກກ່າວເຖິງດ້ວຍກັນຫລາຍຄັ້ງດ້ວຍ

ທຳມະສາລາ

ນິຍາມ

ທຳມະສາລາເປັນຕຶກທີ່ພວກຊາວຢິວປະຊຸມກັນເພື່ອນະມັດສະການພະເຈົ້າ.

  • ຕັ້ງແຕ່ສະໄໝບູຮານນະການ, ການນະມັດສະການຂອງຊາວຢິວນັ້ນໄດ້ລວມເອົາເຖິງເວລາຂອງການອະທິຖານ, ການອ່ານພຣະຄຳພີແລະການສອນກ່ຽວກັບພຣະຄຳພີ.
  • ໃນເບື້ອງຕົ້ນຊາວຢິວເລີ່ມກໍ່ສ້າງທຳມະສາລາເປັນສະຖານທີ່ເພື່ອອະທິຖານແລະນະມັດສະການພຣະເຈົ້າໃນເມືອງຂອງພວກເຂົາ, ເພາະວ່າພວກເຂົາສ່ວນຫລາຍອາໄສຢູ່ຫ່າງໄກຈາກພຣະວິຫານໃນເມືອງເຢຣູຊາເລັມ.
  • ພຣະເຍຊູສັ່ງສອນຢູ່ຕາມທຳມະສາລາເລື້ອຍໆແລະປິ່ນປົວປະຊາຊົນຢູ່ທີ່ນັ້ນ.
  • ຄຳວ່າ“ ທຳມະສາລາ” ສາມາດໃຊ້ເປັນເພື່ອອ້າງອີງເຖິງກຸ່ມຄົນລວມຕົວກັນທີ່ປະຊຸມຢູ່ທີ່ນັ້ນ.

ທຳມິກະຊົນ, ນັກບຸນ

ນິຍາມ

ຄຳວ່າ ”ທຳມິກະຊົນ” ຕາມຕົວອັກສອນແລ້ວຫມາຍເຖິງ ”ວິສຸດທິຊົນ” ຊື່ງອ້າງເຖິງຜູ້ທີ່ເຊື່ອໃນພຣະເຢຊູ

  • ຕໍ່ມາໃນປະຫວັດສາດຄຣິດຕະຈັກ ບຸກຄົນທີ່ຮູ້ຈັກກັນໃນຜົນງານທີດີຂອງເຂົາຈະໄດ້ຖືກຂະໜານນາມວ່າ” ທຳມິກະຊົນ” ແຕ່ນັ້ນກໍບໍ່ແມ່ນວິທີທີ່ຄຳນີ້ໄດ້ຖືກໃຊ້ໃນພຣະສັນຍາໃໝ່
  • ຜູ້ທີ່ເຊື່ອໃນພຣະເຢຊູເປັນທຳມິກະຊົນຫຼື ບໍລິສຸດບໍ່ແມ່ນເພາະການກຳທຳຂອງພວກເຂົາ ແຕ່ໂດຍຜ່ານທາງຄວາມເຊື່ອແຕ່ເປັນຄວາມສັດທາ ໃນການທຳງານຂອງພຣະເຢຊູຄຣິດຫລາຍກວ່າ ພຣະອົງເປັນຜູ້ທີ່ເຮັດໃຫ້ພວກເຮົາບໍລິສຸດ

%ຄຳແນະນຳໃນການແປ

  • ວິທີແປຄຳວ່າ “ທຳມິກະຊົນ” ສາມາດລວມເອົາ ”ຜູ້ບໍລິສຸດ” ຫຼື ”ປະຊາຊົນຜູ້ບໍລິສຸດ” ຫຼື”ຜູ້ເຊື່ອໃນພຣະເຢຊູ ຜູ້ບໍລິສຸດ”ຫຼື”ຜູ້ທີຖືກແຍກອອກມາ”
  • ໃຫ້ລະມັດລະວັງທີ່ຈະບໍ່ໃຊ້ຄຳນີ້ອ້າງເຖິງປະຊາຊົນຂອງຄຣິດສະຕຽນພຽງກຸ່ມດຽວ

ທີ່ເຫລືອ, ຍັງເຫລືອ

ນິຍາມ

ຄຳວ່າ“ ທີ່ເຫຼືອ” ຕາມຄວາມໝາຍຕົວຈິງ ໝາຍເຖິງຄົນຫຼືສິ່ງທີ່“ ເຫລືອ” ຫລື“ ເຫລືອ” ຈາກ ຈຳນວນຫຼືກຸ່ມທີ່ໃຫຍ່ກວ່າ.

  • ສ່ວນຫຼາຍແມ່ນ "ຜູ້ທີ່ເຫລືອ" ໝາຍເຖິງຄົນທີ່ລອດຊີວິດຈາກສະຖານະການທີ່ເປັນໄພຂົ່ມຂູ່ຕໍ່ຊີວິດຫຼືຜູ້ທີ່ຍັງຊື່ສັດຕໍ່ພຣະເຈົ້າໃນຂະນະທີ່ຖືກຂົ່ມເຫັງ.
  • ເອຊາຢາໄດ້ກ່າວເຖິງຊາວຢິວກຸ່ມໜຶ່ງວ່າເປັນຄົນທີ່ເຫລືອຢູ່ທີ່ລອດຊີວິດຈາກການໂຈມຕີຈາກຄົນພາຍນອກແລະມີຊີວິດຢູ່ເພື່ອກັບໄປດິນແດນແຫ່ງ ຄຳ ສັນຍາໃນການາອານ.
  • ໂປໂລເວົ້າກ່ຽວກັບການເປັນຄົນທີ່ເຫລືອຢູ່ຂອງຄົນທີ່ພຣະເຈົ້າໄດ້ເລືອກໃຫ້ຮັບເອົາພຣະຄຸນຂອງພຣະອົງ.
  • ຄຳວ່າ“ ທີ່ເຫຼືອ” ໝາຍຄວາມວ່າມີຄົນອື່ນທີ່ບໍ່ສັດຊື່ຫລືຜູ້ທີ່ບໍ່ໄດ້ລອດຊີວິດຫຼືຜູ້ທີ່ບໍ່ໄດ້ຖືກເລືອກ.

% ຄຳແນະນຳໃນການແປ

  • ປະໂຫຍກທີ່ກ່າວວ່າ, "ຄົນທີ່ເຫລືອຢູ່ນີ້" ສາມາດຖືກແປເປັນ "ຄົນສ່ວນທີ່ເຫຼືອນີ້" ຫຼື "ຄົນທີ່ຍັງຊື່ສັດ" ຫຼື "ຄົນທີ່ເຫລືອຢູ່."
  • "ປະຊາຊົນທີ່ເຫລືອຢູ່ທັງ ໝົດ" ສາມາດຖືກແປໂດຍ "ສ່ວນທີ່ເຫຼືອຂອງປະຊາຊົນທັງ ໝົດ" ຫຼື "ຄົນທີ່ຍັງເຫຼືອ".

ທີ່ຮັກແພງ

ນິຍາມ

ຄຳວ່າ "ທີ່ຮັກ" ແມ່ນການສະແດງຄວາມຮັກແພງເຊິ່ງພັນລະນາເຖິງຄົນທີ່ຖືກຮັກແລະຮັກແພງຈາກຄົນອື່ນ.

  • ຄຳວ່າ "ທີ່ຮັກ" ທີ່ມີຄວາມໝາຍກໍ່ ໝາຍຄວາມວ່າ "ຮັກ (ຄົນ)" ຫລື "(ໃຜເປັນຄົນທີ່ຮັກ)."
  • ພຣະເຈົ້າກ່າວເຖິງພຣະເຢຊູວ່າ“ ພຣະບຸດທີ່ຮັກຂອງພຣະອົງ”.
  • ໃນຈົດໝາຍຂອງພວກເຂົາເຖິງຄຣິສຕະຈັກ, ພວກອັກຄະສາວົກ ມັກກ່າວເຖິງເພື່ອນຮ່ວມຄວາມເຊື່ອຂອງພວກເຂົາວ່າເປັນທີ່ຮັກແພງ.

ຄຳແນະນຳໃນການແປ

  • ຄຳສັບນີ້ຍັງສາມາດແປວ່າ "ຮັກ" ຫລື "ຮັກແພງ" ຫລື "ຮັກແພງ" ຫລື "ຮັກແພງຫຼາຍ."
  • ໃນສະພາບການເວົ້າກ່ຽວກັບເພື່ອນສະໜິດ, ສິ່ງນີ້ອາດຈະແປວ່າ "ເພື່ອນທີ່ຮັກແພງຂອງຂ້ອຍ" ຫລື "ເພື່ອນສະໜິດຂອງຂ້ອຍ". ໃນພາສາອັງກິດມັນເປັນເລື່ອງທຳມະຊາດທີ່ຈະເວົ້າວ່າ, "ເພື່ອນທີ່ຮັກ" ຫລື "ເພື່ອນ, ເຊິ່ງແມ່ນເພື່ອນທີ່ຮັກຂອງຂ້ອຍ." ພາສາອື່ນໆອາດຈະເຫັນວ່າມັນເປັນເລື່ອງທຳມະຊາດຫຼາຍກວ່າທີ່ຈະສັ່ງສິນຄ້າແບບນີ້.
  • ຈົ່ງສັງເກດວ່າຄຳວ່າ "ທີ່ຮັກແພງ" ແມ່ນມາຈາກຄຳສັບສຳລັບຄວາມຮັກຂອງພຣະເຈົ້າ, ເຊິ່ງເປັນຮັກທີ່ບໍ່ມີເງື່ອນໄຂ, ບໍ່ເຫັນແກ່ຕົວແລະເສຍສະລະ.

ທູດສະຫວັນ, ຫົວໜ້າທູດສະຫວັນ

ນິຍາມ

ທູດສະຫວັນເປັນວິນຍານທີ່ມີອຳນາດຫຼາຍທີ່ພຣະເຈົ້າຊົງໄດ້ສ້າງ.ທູດສະຫວັນມີຢູ່ເພື່ອຮັບໃຊ້ພຣະເຈົ້າໂດຍທຳຕາມທີ່ພຣະເຈົ້າຊົງບັນຊາໃຫ້ທຳ.ຄຳວ່າ ຫົວໜ້າທູດສະຫວັນ ໝາຍເຖິງທູດສະຫວັນຜູ້ທີ່ປົກຄອງຫຼືຜູ້ນຳທູດສະຫວັນອື່ນໆທັງໝົດ.

  • ຄຳວ່າ "ທູດສະຫວັນ" ໝາຍຄວາມຕາມຕົວອັກສອນວ່າ "ຜູ້ສົ່ງຂ່າວ." * ຄຳວ່າ "ຫົວໜ້າທູດສະຫວັນ" ໝາຍຄວາມຕາມຕົວອັກສອນວ່າ "ຫົວໜ້າຜູ້ສົ່ງຂ່າວ" ມີທູດສະຫວັນອົງດຽວທີ່ຖືກເວົ້າເຖິງໃນພຣະຄັມພີວ່າເປັນ "ຫົວໜ້າທູດສະຫວັນ" ຄື ມີຄາເອນ.
  • ໃນພຣະຄັມພີ ທູດສະຫວັນຈະນຳຂ່າວສານມາຈາກພຣະເຈົ້າມາໃຫ້ມະນຸດ.ຂ່າວສານເຫຼົ່ານີ້ລວມທັງຂໍ້ແນະນຳຕ່າງໆທີ່ພຣະເຈົ້າຕ້ອງການໃຫ້ມະນຸດກະທຳ.
  • ທູດສະຫວັນບອກມະນຸດເຖິງເຫດການຕ່າງໆທີ່ກຳລັງຈະເກີດຂຶ້ນໃນອະນາຄົດຫຼືເຫດການຕ່າງໆທີ່ໄດ້ເກີດຂຶ້ນໄປແລ້ວດ້ວຍ.
  • ທູດສະຫວັນມີສິດອຳນາດຂອງພຣະເຈົ້າໃນຖານະທີ່ເປັນຕົວແທນຂອງພຣະອົງແລະໃນພຣະຄັມພີ ບາງຄັ້ງພວກທູດສະຫວັນກໍຈະເວົ້າເໝືອນດັ່ງກັບວ່າພຣະເຈົ້າກຳລັງເວົ້າເອງ.
  • ວິທີອື່ນໆທີ່ທູດສະຫວັນຮັບໃຊ້ພຣະເຈົ້າຄື ການປົກປ້ອງແລະເສີມກຳລັງມະນຸດ.
  • ຄຳເວົ້າພິເສດເຊັ່ນ "ທູດສະຫວັນຂອງພຣະຢາເວ"ມີຄວາມໝາຍໄດ້ຫຼາຍຢ່າງເຊັ່ນ 1.)ອາດໝາຍເຖິງ "ທູດສະຫວັນທີ່ເປັນຕົວແທນຂອງພຣະຢາເວ" ຫຼື "ຜູ້ສົ່ງຂ່າວທີ່ຮັບໃຊ້ພຣະຢາເວ" 2.)ອາດໝາຍເຖິງພຣະຢາເວ ເອງຜູ້ຊົງເບິ່ງແລ້ວຄ້າຍຄືທູດສະຫວັນໃນຂະນະທີ່ພຣະອົງຊົງເວົ້າກັບມະນຸດ ຫຼື ໜຶ່ງໃນຄວາມໝາຍເຫຼົ່ານີ້ອາດອະທິບາຍເຖິງບ່ອນທີ່ວ່າ ທູດສະຫວັນໃຊ້ຄຳວ່າ "ເຮົາ" ເໝືອນກັບເປັນພຣະຢາເວກຳລັງເວົ້າເອງ .

ຂໍ້ແນະນຳໃນການແປ

  • ຫຼາຍວິທີທີ່ຈະແປຄຳວ່າ "ທູດສະຫວັນ" ອາດລວມເຖິງຄຳວ່າ "ຜູ້ສົ່ງຂ່າວຈາກພຣະເຈົ້າ" ຫຼື "ຜູ້ຮັບໃຊ້ແຫ່ງຟ້າສະຫວັນຂອງພຣະເຈົ້າ" ຫຼື "ຜູ້ສົ່ງຂ່າວແຫ່ງພຣະວິນຍານຂອງພຣະເຈົ້າ".
  • ຄຳວ່າ "ຫົວໜ້າທູດສະຫວັນ" ອາດແປໄດ້ອີກວ່າ "ຜູ້ນຳຂອງທູດສະຫວັນ" ຫຼື "ຫົວໜ້າທີ່ປົກຄອງທູດສະຫວັນ" ຫຼື "ຜູ້ນຳທູດສະຫວັນ."
  • ໃຫ້ພິຈາລະນາເຖິງການແປຄຳເຫຼົ່ານີ້ໃນພາສາກາງຫຼືໃນພາສາທ້ອງຖິ່ນດ້ວຍ.
  • ຄຳເວົ້າທີ່ວ່າ "ທູດສະຫວັນຂອງພຣະຢາເວ" ຄວນແປໂດຍໃຊ້ຄຳສຳລັບ "ທູດສະຫວັນ" ແລະ "ພຣະຢາເວ" ຊຶ່ງຈະສາມາດໃຊ້ຄຳນີ້ໃນຮູບແບບທີ່ແຕກຕ່າງກັນໄດ້ ຫຼື ອາດແປໄດ້ອີກວ່າ "ທູດສະຫວັນຈາກພຣະຢາເວ" ຫຼື "ທູດສະຫວັນທີ່ຖືກສົ່ງມາໂດຍພຣະຢາເວ" ຫຼື "ພຣະຢາເວຜູ້ຊົງດູເໝືອນທູດສະຫວັນ."

ທົດລອງ, ການທົດລອງ

ນິຍາມ

ການທົດລອງຜູ້ໃດຜູ້ໜື່ງເປັນການພະຍາຍາມໃຫ້ເຂົາເຮັດບາງສຶ່ງຜຶດ.

  • ການທົດລອງຄືບາງສຶ່ງທີ່ເປັນເຫດໃຫ້ບຸກຄົນໄດ້ເຮັດໃນສຶ່ງທີ່ຜຶດ.
  • ຜູ້ຄົນມັກຖືກທົດລອງໂດຍບາບທຳມະຊາດໃນຕົວຂອງເຂົາແລະໂດຍຄົນອື່ນ.
  • ຊາຕານກໍ່ທົດລອງມະນຸດບໍ່ໃຫ້ເຊື່ອຟັງພຣະເຈົ້າແລະທຳບາບຕໍ່ພຣະເຈົ້າໂດຍການທຳສຶ່ງທີ່ຜຶດ.
  • ຊາຕານໄດ້ທົດລອງພຣະເຢຊູເຈົ້າແລະໄດ້ພະຍາຍາມໃຫ້ພຣະອົງທຳໃນສຶ່ງທີ່ຜຶດແຕ່ພຣະເຢຊູຊົງຕໍ່ຕ້ານຕໍ່ການທົດລອງຂອງຊາຕານທຸກຢ່າງແລະບໍ່ເຄີຍທຳບາບ.
  • ຄຳວ່າ"ການທົດລອງ" ໄດ້ຖືກໃຊ້ອ້າງອຶງເຖຶງການທົດລອງພຣະເຈົ້້າດ້ວຍເຊຶງມີຄວາມໝາຍວ່າເປັນການດື້ດືງແລະບໍ່ເຊື່ອຟັງພຣະອົງຈົນເຖຶງຂັ້ນທີ່ຕ້ອງຮັບຜູ້ທີ່ບໍ່ເຊື່ອຟັງໂດຍການລົງໂທດຕໍ່ຜູ້ທີ່ບໍ່ເຊື່ອຟັງ ນີ້ອາດເອຶ້ນໄດ້ວ່າ "ການທົດລອງ"ພຣະເຈົ້າ.

ຄຳແນະນຳໃນການແປ

  • ຄຳວ່າ "ທົດລອງ" ສາມາດແປວ່າ "ພະຍາຍາມທີ່ຈະທຳບາບ" ຫຼື "ລໍ່ລວງ" ຫຼື "ເປັນເຫດໃຫ້ປາຖະໜາທີ່ຈະທຳບາບ".
  • ວຶທີແປ"ການທົດລອງ" ສາມາດລວມ "ສຶງທີ່ທົດລອງ" ຫຼືສຶ່ງທີ່ລໍ່ລວງບາງຄົນໃຫ້ເຮັດບາບ" ຫຼື "ສຶ່ງທີ່ເປັນສຶ່ງທີ່ປາຖະໜາໃຫ້ເຮັດຜຶດ".
  • ໃນບາງເຫດການໃນການທົດລອງພຣະເຈົ້າ, ນີ້ສາມາດແປໄດ້ວ່າ "ເອົາພຣະເຈົ້າມາທົດສອບ" ຫຼື"ທົດສອບພຣະເຈົ້າ" ຫຼື "ທົດສອບຄວາມອົດທົນຂອງພຣະເຈົ້າ" ຫຼື"ເປັນສາຍເຫດໃຫ້ພຣະເຈົ້າລົງໂທດ" ຫຼື "ຍັງດື້ດ້ານທີ່ຈະບໍ່ເຊື່ອຟັງພຣະເຈົ້າ".

ແທ່ນບູຊາ

ນິຍາມ

ແທ່ນບູຊາເປັນບ່ອນສ້າງສູງທີ່ຕັ້ງຂື້ນຈາກພື້ນຂຶ້ນມາ ຊຶ່ງຄົນອິສະຣາເອນໃຊ້ເປັນບ່ອນເຜົາສັດ ແລະເມັດພືດຕ່າງໆເພື່ອເປັນບູຊາຖວາຍແດ່ພຣະເຈົ້າ.

  • ໃນສະໄໝຂອງພຣະຄັມພີ ແທ່ນບູຊາຢ່າງງ່າຍໆ ມັກຈະທຳຂຶ້ນມາຈາກການປັ້ນຂຶ້ນເປັນຮູບຫລືການເອົາກ້ອນຫີນກ້ອນໃຫຍ່ມາເຮັດເປັນກອງກັນຂຶ້ນໃຫ້ໝັ້ນຄົງ.
  • ແທ່ນບູຊາແບບພິເສດບາງຊະນິດທີ່ເປັນຮູບຊົງແລ້ວກໍຈະທຳມາຈາກໄມ້ແລ້ວຫຸ້ມຫໍ່ດ້ວຍໂລຫະເຊັ່ນ ຄຳ, ທອງເຫລືອງ, ຫລືທອງສຳຣິດ.
  • ປະຊາຊົນກຸ່ມອື່ນໆ ທີ່ອາໃສຢູ່ໃກ້ອິສະຣາເອນກໍໄດ້ສ້າງແທ່ນບູຊາເພື່ອຖວາຍບູຊາແດ່ພຣະຂອງພວກເຂົາ

ນະຮົກ, ບຶງໄຟນະຣົກ

ນິຍາມ

ນາລົກເປັນສະຖານທີ່ສຸດທ້າຍແຫ່ງຄວາມເຈັບປວດແລະການທົນທຸກທີ່ບໍ່ມີມື້ຈົບສິ້ນ ຊຶ່ງພຣະເຈົ້າຈະຊົງລົງໂທດທຸກຄົົນທີ່ກະບົດຕໍ່ພຣະອົງແລະປະຕິເສດແຜນການຂອງພຣະອົງໃນການຊ່ວຍພວກເຂົາໃຫ້ລອດພົ້ນໂດຍທາງຂອງພຣະເຢຊູ. ຄໍານີ້ຍັງມີການອ້າງເຖິງວ່າເປັນ "ບຶງໄຟນາລົກ."

  • ນາລົກໄດ້ຖືກອະທິບາຍວ່າເປັນສະຖານທີ່ແຫ່ງໄຟແລະການທົນທຸກຢ່າງສາຫັດ.
  • ຊາຕານແລະວິນຍານຊົ່ວທັງຫລາຍທີ່ຕິດຕາມມັນຈະຖືກໂຍນລົງໄປໃນນາລົກເພື່ອຮັບໂທດຕະຫລອດການ.
  • ຄົົນທີ່ບໍ່ເຊື່ອໃນການຖວາຍບູຊາຂອງພຣະເຢຊູເພື່ອຄວາມບາບຂອງພວກເຂົາ ແລະບໍ່ເຊື່ອວາງໃຈໃນພຣະອົງໃຫ້ຊ່ວຍພວກເຂົາ, ໃຫ້ລອດພົ້ນຈະຖືກລົງໂທດໃນນາລົກຢ່າງນິລັນດອນ.

% ຄຳແນະນຳໃນການແປ

  • ຄຳເຫລົ່ານີ້ຄວນຈະຖືກແປຕ່າງກັນເນື່ອງຈາກຄຳພວກນີ້ປາກົດໃນສະພາບການທີ່ແຕກຕ່າງກັນ.
  • ບາງພາສາບໍ່ສາມາດໃຊ້ "ບຶງ" ໃນວະລີ "ບຶງໄຟນາລົກ" ໄດ້ ເພາະເປັນຄຳທີ່ອ້າງເຖິງນ້ຳ.
  • ຄຳວ່າ "ນາລົກ" ສາມາດແປວ່າ "ສະຖານທີ່ແຫ່ງການທົນທຸກ" ຫລື "ສະຖານທີ່ສຸດທ້າຍແຫ່ງຄວາມມືດແລະຄວາມເຈັບປວດ."
  • ຄຳວ່າ "ບຶງໄຟນາລົກ" ສາມາດແປໄດ້ວ່າ, "ທະເລແຫ່ງໄຟ" ຫລື "ໄຟຂະໜາດໃຫຍ່"

ນາຊີຣີ

ນິຍາມ

ຄຳວ່າ "ນາຊີຣີ" ອ້າງເຖິງບຸກຄົນທີ່ໄດ້ກ່າວຄຳປະຕິຍານຂອງ "ນາຊີຣີ" ສ່ວນໃຫຍ່ແລ້ວຈະເປັນຜູ້ຊາຍ ແຕ່ຜູ້ຍິງກໍສາມາດກ່າວຄຳປະຕິຍານນີ້ໄດ້ເຊັ່ນກັນ.

  • ບຸກຄົນທີ່ໄດ້ຄຳປະຕິຍານຂອງນາຊີຣີນັ້ນຍອມຮັບການບໍ່ດື່ມຫລືກິນອາຫານທີ່ເຮັດມາຈາກໝາກອະງຸ່ນ ຕາມຈຳນວນວັນ, ສັບປະດາ, ຫລື ເດືອນທີ່ປະຕິຍານເອົາໄວ້ ໃນລະຫວ່າງຊ່ວງເວລານັ້ນ ເຂົາຈະບໍ່ຕັດຜົມແລະບໍ່ເຂົ້າໃກ້ຊາກສົບຄົນຕາຍ.
  • ເມື່ອຄົບກຳນົດໄລຍະເວລາທີ່ກຳໜົດໄວ້ແລະຄຳປະຕິຍານໄດ້ຮັບຄວາມສຳເລັດແລ້ວນາຊີຣີ ຈະເຂົ້າໄປພົບປະໂລຫິດແລະຕຽມຖະຫວາຍເຄື່ອງບູຊາ ເຊິ່ງຈະລວມເຖິງການຕັດຜົມແລະເຜົາເສັ້ນຜົມຂອງເຂົາຖິ້ມ ຂໍ້ຫ້າມຕ່າງໆກໍຖືກຍົກເລີກໄປ.
  • ແຊມສັນເປັນທີ່ຮູ້ຈັກກັນດີໃນພຣະສັນຍາເດີມ ເປັນຜູ້ເຊິ່ງປະຕິຍານຕົນເປັນນາຊີຣີ
  • ທູດສະຫວັນໄດ້ປະກາດເລື່ອງການກຳເນີດຂອງໂຢຮັນຜູ້ໃຫ້ບັບຕິສະມາແກ່ເສກາຣີຢາທີ່ລູກຊາຍຂອງເຂົາທີ່ບໍ່ດື່ມສິ່ງມຶນເມົາ ເຊິ່ງອາດຈະສະແດງວ່າ ໂຢຮັນຢູ່ພາຍໃຕ້ຄຳປະຕິຍານຂອງນາຊີຣີ.
  • ອັກຄະສາວົກໂປໂລອາດຈະເຄີຍປະຕິຍານຕົນຄັ້ງໜຶ່ງ ເຫັນໄດ້ຈາກຂໍ້ຄວາມຕອນໜຶ່ງໃນພຣະທຳກິດຈະການຂອງອັກຄະສາວົກ.

ນາຍຮ້ອຍ

ນິຍາມ

ນາຍຮ້ອຍເປັນນາຍທະຫານໂຣມັນທີ່ມີກຸ່ມທະຫານ 100ຄົນ ຢູ່ພາຍໃຕ້ການບັງຄັບບັນຊາ

  • ຄຳນີ້ສາມາດແປດ້ວຍຄຳທີ່ມີຄວາມຫມາຍວ່່າ"ຜູ້ນຳຂອງຄົນຫນຶ່ງຮ້ອຍຄົນ"
  • ນາຍຮ້ອຍຊາວໂຣມັນຄົນຫນຶ່ງມາຫາພຣະເຢຊູເພື່ອຂໍການຮັກສາໃຫ້ກັບຄົນຮັບໃຊ້ຂອງເຂົາ
  • ນາຍຮ້ອຍຄົນຫນຶ່ງທີ່ເບິ່ງການຄຶງພຣະເຢຊູທີ່ໄມ້ກາງແຂນເພິ່ນເສຍໃຈຫຼາຍເມື່ອຮູ້ວ່າພຣະເຢຊູຊົງສິ້ນພຣະຊົນຢ່າງໃດ
  • ພຣະເຈົ້າຊົງສົ່ງນາຍຮ້ອຍຄົນຫນຶ່ງໄປຫາເປໂຕ ເພື່ອທີ່ເປໂຕຈະອະທິບາຍຂ່າວປະເສີດເລື່ອງພຣະເຢຊູຄຣິດໃຫ້ພວກເຂົາຟັງ

ນິຣັນດອນ, ນິຣັນການ, ເປັນນິດ, ນິດນິຣັນ

ນິຍາມ

ຄຳວ່າ "ນິຣັນດອນ" ແລະ "ນິດນິຣັນ" ມີຄວາມໝາຍທີ່ໃກ້ຄຽງກັນຫລາຍແລະໄດ້ບົ່ງບອກເຖິງບາງສິ່ງທີ່ຍັງຄົງມີຢູ່ ຫລືຄົງເປັນຢູ່ຕະຫລອດໄປ.

  • ຄຳວ່າ "ນິດນິຣັນ" ໄດ້ບອກເຖິງສະພາບການມີຢູ(ເປັນຢູ່)ທີ່ບໍ່ມີຈຸດເລີ້ມຕົ້ນຫລືຈຸດສິ້ນສຸດ. ຄໍານີ້ຍັງສາມາດເວົ້າເຖິງຊີວິດທີ່ບໍ່ມີວັນສິ້ນສຸດອີກດ້ວຍ.
  • ຫລັງຈາກສິ້ນຊີວິດຈາກໂລກນີ້ແລ້ວ, ມະນຸດຈະມີຊີວິດອັນບໍ່ມີທີ່ສິ້ນສຸດຕໍ່ໄປກັບພຣະເຈົ້າໃນແຜ່ນດິນສະຫວັນ ຫລືຢູ່ໃນນາລົກໂດຍທີ່ບໍ່ມີພຣະເຈົ້າ.
  • ຄໍາວ່າ "ຊີວິດອັນຕະຫລອດໄປເປັນນິດ" ຫລື "ຊີວິດນິຣັນ" ຖືກໃຊ້ໃນພຣະຄໍາພີໃໝ່ ເພື່ອບອກເຖິງການມີຊີວິດຢູ່ຕະຫລອດໄປເປັນນິດກັບພຣະເຈົ້າໃນແຜ່ນດິນສະຫວັນ.
  • ຖ້ອຍຄໍາທີ່ວ່າ "ຕະຫລອດໄປເປັນນິດ" ແມ່ນຄວາມຄິດເລື່ອງຂອງເວລາທີ່ບໍ່ມີມື້ສິ້ນສຸດແລະສະແດງເຖິງຄວາມເປັນນິຣັນຫລືຕະຫລອດໄປເປັນນິດນັ້ນເປັນຢ່າງໃດ.

ຄໍາແນະນໍາໃນການແປ

  • ອີກວິທີໜຶ່ງໃນການແປວ່າ "ອັນຕະຫລອດໄປ" ຫລື "ຕະຫລອດໄປ" ສາມາດລວມກັບຄໍາວ່າ "ບໍ່ມີສິ້ນສຸດ" ຫລື "ບໍ່ເຊົາ" ຫລື "ຍັງ ດໍາເນີນຕໍ່ໄປ."
  • ຄໍາວ່າ "ຊີວິດອັນຕະຫລອດໄປເປັນນິດ" ແລະ "ຊີວິດນິລັນ" ສາມາດແປໄດ້ອີກວ່າ "ຊີວິດທີ່ບໍ່ມີສິ້ນສຸດ" ຫລື "ຊີວິດທີ່ມີຢູ່ຕະຫລອດໄປບໍ່ຢຸດ" ຫລື "ການເປັນຄືນມາຈາກຕາຍແລະມີຊີວິດອີກຕະຫລອດໄປ"
  • ວິທີການແປທີ່ແຕກຕ່າງ ຄໍາວ່າ "ຕະຫລອດໄປ" ສາມາດລວມໄປເຖິງຄໍາວ່າ "ການເປັນຢູ່ເໜືອເວລາ" ຫລື "ຊີວິດທີ່ບໍ່ມີຈຸດຈົບ" ຫລື "ຊີວິດໃນແຜ່ນດິນສະຫວັນ" ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີ ນັ້ນໆ.
  • ທັງນີ້ຄວນພິຈາລະນາວ່າຄໍານີ້ ຄວນແປວ່າຢ່າງໃດໃນພຣະຄໍາພີສະບັບທ້ອງຖິ່ນ ຫລືພາສາກາງ.

ເນື້ອໜັງ

ນິຍາມ

ໃນພຣະຄັມພີຄຳວ່າ "ເນື້ອໜັງ" ຕາມຕົວອັກສອນກ່າວເຖິງສິ່ງທີ່ນຸ້ມນວນທາງກາຍະພາບຂອງຮ່າງກາຍຂອງມະນຸດຫຼືສັດ.

  • ພຣະຄັມພີໃຊ້ຄຳວ່າ "ເນື້ອໜັງ" ໃນຮູບແບບປຽບທຽບທີ່ກ່າວເຖິງມະນຸດທຸກຄົນ ຫຼືສິ່ງມີຊີວິດທຸກຢ່າງ.
  • ໃນພັນທະສັນຍາໃໝ່ຄຳວ່າ "ເນື້ອໜັງ" ໃຊ້ເພື່ອອ້າງເຖິງຄວາມບາບຊຶ່ງເປັນທຳມະຊາດຂອງມະນຸດ. ຄຳນີ້ມັກໃຊ້ໃນລັກສະນະທີ່ແຕກຕ່າງກັບທຳມະຊາດຝ່າຍວິນຍານຂອງພວກເຂົາ.
  • ສ່ວນສຳນວນຄຳວ່າ, "ເນື້ອແລະເລືອດຂອງຕົນ" ອ້າງເຖິງທີ່ບາງຄົນກ່ຽວຂ້ອງກັບອີກຄົນໂດຍທາງສາຍເລືອດ,ຕົວຢ່າງເຊັ່ນ ພໍ່ແມ່, ຍາດ,ບຸດຫຼານ.
  • ສ່ວນສຳນວນຄຳວ່າ "ເນື້ອແລະເລືອດ" ສາມາດໝາຍເຖິງບັນພະບຸຣຸດຫຼືລູກຫຼານຂອງຄົນນັ້ນ.
  • ການສະແດງອອກຂອງຄຳວ່າ "ເນື້ອດຽວກັນ" ກ່າວເຖິງການເປັນໜຶ່ງດຽວທາງກາຍະພາບຂອງຜູ້ຊາຍແລະຜູ້ຍິງໃນການແຕ່ງງານ.

ຄຳແນະນຳການແປ

  • ໃນບໍຣິບົດຂອງຮ່າງກາຍສັດ, "ເນື້ອໜັງ" ສາມາດແປໄດ້ອີກວ່າ "ຮ່າງກາຍ" ຫຼື "ໜັງ" ຫຼື "ເນື້ອ".
  • ເມື່ອຄຳນີ້ຖືກໃຊ້ກ່າວເຖິງມະນຸດທັງໝົດ, ຄຳນີ້ສາມາດແປໄດ້ອີກວ່າ "ປະຊາຊົນ" ຫຼື "ມະນຸດ" ຫຼື "ທຸກຄົນທີ່ມີຊີວິດ".
  • ເມື່ອເອີ່ຍເຖິງມະນຸດທຸກຄົນທົ່ວໄປ, ຄຳນີ້ສາມາດແປໄດ້ອີກວ່າ "ຄົນ" ຫຼື "ມະນຸດ" ຫຼື "ທຸກຄົນທີ່ມີຊີວິດ".
  • ສຳນວນ, "ເນື້ອແລະເລືອດ" ສາມາດແປໄດ້ອີກວ່າ "ຍາດ" ຫຼື "ຄອບຄົວຫຼື "ຍາດພີ່ນ້ອງ" ຫຼື "ຕະກູນຄອບຄົວ," ແລະຍັງມີອີກຫຼາຍຂໍ້ທີ່ສາມາດແປດ້ວຍຄຳວ່າ "ບັນພະບຸຣຸດ" ຫຼື "ບັນດາເຊື້ອສາຍ".
  • ໃນບາງພາສາອາດຈະມີຄຳທີ່ສະແດງອອກໃນຄວາມໝາຍດຽວກັນກັບ "ເນື້ອແລະເລືອດ".
  • ຄຳເວົ້າທີ່ສະແດງວ່າ, "ກາຍເປັນເນື້ອດຽວ" ສາມາດແປໄດ້ອີກວ່າ, "ຮ່ວມທາງເພດ" ຫຼື "ກາຍເປັນກາຍດຽວກັນ" ຫຼື "ກາຍເປັນເໝືອນບຸກຄົນດຽວໃນທາງຮ່າງກາຍແລະວິນຍານ." ການແປຂໍ້ຄວາມນີ້ຄວນກວດສອບໃຫ້ແນ່ໃຈວ່າເປັນສິ່ງທີ່ຍອມຮັບໃນພາສາທີ່ແປແລະວັດທະນະທັມ.

ໃນພຣະຄຣຶດ,ໃນພຣະເຢຊູ,ໃນອົງພຣະຜູ້ເປັນເຈົ້າ,ໃນພຣະອົງ

ນິຍາມ

ກໍ​ຣະ​ນີ "ໃນພຣະຄຣຶດ"ແລະຄຳຕ່າງໆທີ່ກ່ຽວຂ້ອງ ໝາຍເຖຶງພາວະຫຼືສະພາບຂອງການມີຄວາມສຳພັນກັບພຣະເຢຊູຄຣຶດ ຜ່ານທ່າງຄວາມເຊື່ອໃນພຣະອົງເຈົ້າ

  • ຄຳອື່ນໆທີ່ກ່ຽວຂ້ອງລວມເຖຶງ "ໃນພຣະຄຣຶດ ພຣະເຢຊູ ໃນພຣະເຢຊູຄຣຶດ ໃນອົງພຣະເຢຊູຄ​ຣິດເຈົ້າ"
  • ຄວາມໝາຍທີ່ເປັນໄປໄດ້ຂອງຄຳວ່າ "ໃນພຣະຄຣຶດເຈົ້າ"ສາມດລວມເຖຶງ "ເພາະທ່ານເປັນຂອງພຣະຄຣຶດ" ຫຼື "ໂດຍທາງຄວາມສຳພັນທີ່ທ່ານມີກັບພຣະຄຣຶດ" ຫຼື " ຂື້ນຢູ່ກັບຄວາມເຊື່ອຂອງທ່ານໃນພຣະຄຣຶດເຈົ້າ"
  • ຄຳສັບທີ່ກ່ຽວຂ້ອງເຫຼົ່ານີ້ທັງ​ໝົດມີຄວາມໝາຍດຽວກັນຄືການຢູ່ໃນສະພາບຂອງການເຊື່ອໃນພຣະເຢຊູຄຣຶດເຈົ້າແລະເປັນສາວົກຂອງພຣະອົງ
  • ໝາຍເຫດ: ບາງຄັ້ງຄຳວ່າ "ໃນ" ຈະໃຊ້ຄູ່ກັບຄຳກະຣຶຍາ ຍົກຕັວຢ່າງເຊັ່ນ "ມີສ່ວນຮ່ວມໃນພຣະຄຣຶດ" ໝາຍເຖຶງການ "ມີສວນຮ່ວມໃນ"ຜົນປະໂຍດທີ່ມາຈາກການຮູ້ຈັກພຣະເຢຊູຄຣຶດ ການ "ມີຄວາມຍຶນດີໃນ" ພຣະຄຣຶດໝາຍ​ເຖີງການຮູ້ສືກຍຶນດີແລະສັນລະເສີນພຣະເຈົ້າສຳຫຼັບສຶ່ງທີ່ພຮະເຢຊູຊົງເປັນແລະສິ່ງທີພຣະອົງໄດ້ຊົງກະທຳ ການ "ເຊື່ອໃນ" ໝາຍເຖຶງການໄວ້ວາງໃຈໃນພຣະອົງໃນຖານະທີ່ເປັນພຮະຜູ້ຊ່ວຍໃຫ້ລອດແລະຮູ້ຈັກພຣະອົງ

ຄຳແນະນຳໃນການແປ


ບໍ່ມີຕຳນິ

ນິຍາມ

ຄຳວ່າ "ບໍ່ມີຕຳນິ" ໝາຍຄວາມວ່າແທ້ບໍ່ມີຄຳຕຳນິ. ມັນໄດ້ຖືກນໍາໃຊ້ເພື່ອກ່າວເຖິງບຸກຄົນຜູ້ທີ່ເຊື່ອຟັງພະເຈົ້າຢ່າງສຸດຈິດສຸດໃຈ, ແຕ່ມັນບໍ່ໄດ້ໝາຍຄວາມວ່າຄົນນັ້ນບໍ່ມີບາບ.

  • ອັບຣາຮາມແລະໂນອາຖືວ່າບໍ່ມີຄວາມຜິດຕໍ່ໜ້າພຣະເຈົ້າ.
  • ບຸກຄົນຜູ້ທີ່ມີຊື່ສຽງວ່າເປັນຄົນຊອບທຳ“ ບໍ່ມີກຽດຕິຍົດ” ປະພຶດຕົນໃນແບບທີ່ໃຫ້ກຽດພຣະເຈົ້າ.
  • ອີງຕາມຂໍ້ທີໜຶ່ງ, ຄົນທີ່ບໍ່ມີຄວາມຜິດແມ່ນ "ຜູ້ທີ່ຢຳເກງພຣະເຈົ້າແລະຫັນໜີຈາກຄວາມຊົ່ວ."

ຄຳແນະນຳໃນການແປ

  • ນີ້ຍັງສາມາດຖືກແປເປັນ "ໂດຍບໍ່ມີຄວາມຜິດຕໍ່ຄຸນລັກສະນະຂອງລາວ" ຫລື "ເຊື່ອຟັງພຣະເຈົ້າຢ່າງສົມບູນ" ຫລື "ຫລີກລ່ຽງບາບ" ຫຼື "ຮັກສາຕົວຈາກຄວາມຊົ່ວ."

ບໍລິສຸດ, ຄວາມບໍລິສຸດ

ນິຍາມ

ຄຳວ່າ "ບໍລິສຸດ" ແລະ "ຄວາມບໍລິສຸດ" ອ້າງເຖິງພຣະລັກສະນະຂອງພຣະເຈົ້າທີ່ແຍກອອກມາໂດຍສິ້ນເຊີງແລະແຍກຈາກທຸກສິ່ງທີ່ເປັນຄວາມບາບແລະບໍ່ສົມບູນແບບ.

  • ພຣະເຈົ້າເທົ່ານັ້ນທີ່ຊົງບໍລິສຸດໂດຍສິ້ນເຊີງ. ພຣະອົງຊົງກະທຳໃຫ້ຄົນແລະສິ່ງຕ່າງໆ ບໍລິສຸດ.
  • ບຸກຄົນທີ່ບໍລິສຸດເປັນຂອງພຣະເຈົ້າແລະໄດ້ຮັບການແຍກໄວ້ເພື່ອເປົ້າໝາຍໃນການຮັບໃຊ້ພຣະເຈົ້າແລະນຳພຣະສິຣິມາສູ່ພຣະອົງ.
  • ສິ່ງທີ່ພຣະເຈົ້າໄດ້ຊົງປະກາດໃຫ້ບໍລິສຸດຄືສິ່ງທີ່ພຣະອົງໄດ້ຊົງແຍກໄວ້ເພື່ອພຣະສິຣິຂອງພຣະອົງແລະໃຫ້ພຣະອົງໃຊ້ໄດ້, ເຊັ່ນແທ່ນບູຊາທີ່ມີໄວ້ເພື່ອຖວາຍເຄື່ອງບູຊາແດ່ພຣະອົງ.
  • ເນື່ອງຈາກພຣະເຈົ້າຊົງບໍລິສຸດ, ຄົນບໍ່ສາມາດເຂົ້າໃກ້ພຣະອົງໄດ້ເວັ້ນເສຍແຕ່ວ່າພຣະອົງຊົງອະນຸຍາດໃຫ້ທ່ານເຂົ້າໃກ້ໄດ້, ເພາະພວກທ່ານເປັນພຽງມະນຸດ, ມີຄວາມບາບແລະບໍ່ສົມບູນແບບ.
  • ໃນພັນທະສັນຍາເດີມ, ພຣະເຈົ້າຊົງແຍກປະໂລຫິດໄວ້ໃຫ້ບໍລິສຸດເພື່ອຮັບໃຊ້ພຣະອົງເປັນການພິເສດ. ພວກເຂົາຕ້ອງຜ່ານພິທີການຊຳລະໃຫ້ສະອາດຈາກຄວາມບາບເພື່ອທີ່ຈະເຂົ້າໃກ້ພຣະເຈົ້າ.
  • ພຣະເຈົ້າຍັງຊົງແຍກສະຖານທີ່ບາງແຫ່ງແລະສິ່ງຂອງບາງຢ່າງທີ່ເປັນຂອງພຣະອົງ ຫລືເປັນທີ່ທີ່ພຣະອົງຊົງສຳແດງພຣະອົງ, ເຊັ່ນພຣະວິຫານຂອງພຣະອົງ.

ຄຳແນະນຳໃນການແປ

  • ວິທີການທີ່ຈະແປ "ບໍລິສຸດ" ອາດລວມເຖິງ, "ແຍກໄວ້ສຳລັບພຣະເຈົ້າ" ຫລື "ເປັນຂອງພຣະເຈົ້າ" ຫລື "ບໍລິສຸດຢ່າງສິ້ນເຊີງ" ຫລື "ປະສະຈາກຄວາມບາບໂດຍສົມບູນ" ຫລື "ແຍກຈາກຄວາມບາບ."
  • ການ "ເຮັດໃຫ້ບໍລິສຸດ" ມັກຈະໄດ້ຮັບການແປວ່າ "ຊຳລະໃຫ້ບໍລິສຸດ" ໃນພາສາອັງກິດ. ແລະອາດຈະແປໄດ້ວ່າ "ແຍກໄວ້"

ບໍລິສຸດ, ຊຳຮະໃຫ້ບໍລິສຸດ, ການບໍ່ມີຕຳໜິ

ນິຍາມ

"ບໍລິສຸດ" ໝາຍເຖິງການບໍ່ມີຕຳໜິຫລືບໍ່ມີຫຍັງປະສົມໃນສິ່ງທີ່ບໍ່ຄວນຈະຢູ່ບ່ອນນັ້ນ ການຊຳຣະໃຫ້ສະອາດແກ່ບາງສິ່ງບາງຢ່າງເປັນການເຮັດໃຫ້ສະອາດແລະກຳຈັດສິ່ງປົນເປື້ອນຫລືສິ່ງທີ່ເຮັດໃຫ້ເປັນມົນພິດອອກໄປ

  • ໃນພັນທະສັນຍາເດີມ "ບໍລິສຸດ" ແລະ"ການຊຳຣະໃຫ້ບໍລິສຸດ" ອ້າງເຖິງການເຮັດໃຫ້ສະອາດຈາກສິ່ງທີ່ເຮັດໃຫ້ສິ່ງຂອງຫລືຄົນບໍ່ສະອາດຕາມພິທີກຳ ເຊັ່ນພະຍາດ ຂອງແຫລວໃນຮ່າງກາຍ ຫລືການເກີດລູກ
  • ພັນທະສັນຍາເດີມຍັງມີກົດທີ່ບອກວິທີທີ່ເຮັດໃຫ້ປະຊາຊົນບໍລິສຸດຈາກຄວາມບາບ ໂດຍທັ່ວໄປຈະເປັນການຖວາຍສັດບູຊາ ນິ້ເປັນພຽງຊັ່ວຄາວແລະຕ້ອງຖວາຍເຄື່ອງບູຊາຊ້ຳອີກເທື່ອແລ້ວເທື່ອເລົ່າ
  • ໃນພັນທະສັນຍາໃໝ່ການເຮັດໃຫ້ບໍລິສຸດຫລາຍເທື່ອອ້າງເຖິງການໄດ້ຮັບການຊຳຣະໃຫ້ສະອາດຈາກຄວາມບາບ
  • ທາງດຽວທີ່ຜູ້ຄົນຈະສາມາດເຮັດໃຫ້ບໍລິສຸດໄດ້ຢ່າງສົມບູນແລະຢ່າງຖາວອນຈາກຄວາມບາບຄືຜ່ານການກັບໃຈໃໝ່ແລະການຮັບເອົາການອະໄພໂທດຈາກພະເຈົ້າໂດຍຜ່ານທາງການວາງໃຈໃນພະເຢຊູແລະເຄື່ອງບູຊາຂອງພະອົງ

ຄຳແນະນຳໃນການແປ

  • ຄຳວ່າ "ຊຳຣະໃຫ້ບໍລິສຸດ" ສາມາດແປວ່າ "ເຮັດໃຫ້ບໍລິສຸດ" ຫລື "ເຮັດໃຫ້ໃສສະອາດ" ຫລື "ເຮັດໃຫ້ສະອາດຈາກສິ່ງປົນເປື້ອນ" ຫລື "ກຳຈັດຄວາມບາບທັງສິ້ນ"
  • ຄຳວ່າ , "ເມື່ອການເຮັດໃຫ້ບໍລິສຸດສຳເລັດສິ້ນໄປ" ສາມາດແປວ່າ "ເມື່ອພວກທ່ານໄດ້ເຮັດໃຫ້ພວກທ່ານສະອາດບໍລິສຸດໂດຍການຕາມວັນທີ່ກຳນົດໄວ້"
  • ຄຳວ່າ " ຈັດຕຽມການເຮັດໃຫ້ບໍລິສຸດຈາກບາບ" ສາມາດແປວ່າ "ຈັດຕຽມວິທີສຳລັບປະຊາຊົນໃຫ້ສະອາດຢ່າງສົມບູນຈາກຄວາມບາບຂອງພວກເຂົາ"
  • ວິທີອື່ນທີ່ແປ "ການຊຳຣະໃຫ້ບໍລິສຸດ" ສາມາດລວມທັງ "ການເຮັດໃຫ້ສະອາດ" ຫລື "ການຊຳຮະລ້າງຝ່າຍວິນຍານ" ຫລື "ກາຍເປັນສະອາດໂດຍພິທີກຳ"

ບັນດາບຸດຂອງພຣະເຈົ້າ

ນິຍາມ

ຄຳວ່າ "ບັນດາບຸດຂອງພຣະເຈົ້າ" ເປັນຄຳເວົ້າໂດຍປຽບທຽບທີ່ມີຄວາມໝາຍທີ່ເປັນໄປໄດ້ຫລາຍຢ່າງ.

  • ໃນພັນທະສັນຍາໃໝ່ຄຳວ່າ, "ບັນດາບຸດຂອງພຣະເຈົ້າ" ອ້າງເຖິງຜູ້ເຊື່ອໃນພຣະເຢຊູທັງຫລາຍ ແລະຫລາຍຄັ້ງຍັງແປໄດ້ອີກວ່າ"ລູກຫລານຂອງພຣະເຈົ້າ" ເນື່ອງຈາກລວມໝາຍເຖິງລວມທັງຊາຍແລະຍິງດ້ວຍ.
  • ການໃຊ້ຄຳນີ້ເວົ້າເຖິງຄວາມສຳພັນຂອງພຣະເຈົ້າທີ່ເໝືອນຄວາມສຳພັນລະຫວ່າງລູກ ມະນຸດກັບພຣະບິດາ, ຂອງເຮົາລວມເຖິງສິດທິພິເສດໃນການເປັນບຸດ.
  • ໃນປະຖົມມະການ ບົດທີ 6, ບາງຄົນແປຄຳວ່າ "ບັນດາບຸດມະນຸດຂອງພຣະເຈົ້າ" ເປັນທູດສະຫວັນທີ່ຕົກລົງມາ, ເປັນວິນຍານຊົ່ວຫລືປີສາດ, ຄົນອື່ນໆ ຄິດວ່າອາດຈະເປັນຜູ້ປົກຄອງທາງການເມືອງທີ່ມີອຳນາດຫລືລູກຫລານຂອງເຊດ.
  • ໃນພັນທະສັນຍາໃໝ່, ຄໍາວ່າ "ບັນດາບຸດຂອງພຣະເຈົ້າ" ອ້າງເຖິງຄົນທັງຫລາຍທີ່ເຊື່ອໃນພຣະເຢຊູ ແລະຫລາຍເທື່ອແປວ່າ "ລູກຫລານຂອງພຣະເຈົ້າ" ເພາະເຫດວ່າທັງໝົດທັງຜູ້ຍິງແລະຜູ້ຊາຍ.
  • ການໃຊ້ຄຳນີ້ເວົ້າເຖິງຄວາມສຳພັນກັບພຣະເຈົ້າທີ່ເໝືອນຄວາມສຳພັນລະຫວ່າງລູກ ມະນຸດກັບພຣະບິດາຂອງເຂົາທັງໝົດເຖິງສິດທິພິເສດໃນການເປັນບຸດ.
  • ຕຳແໜ່ງ "ພຣະບຸດຂອງພຣະເຈົ້າ" ເປັນຄຳທີ່ແຕກຕ່າງອອກໄປທີ່ໝາຍເຖິງພຣະເຢຊູ, ຜູ້ເປັນພຣະບຸດອົງດຽວຂອງພຣະເຈົ້າ.

ເບິ່ງເພີ່ມຕື່ມ

  • ເມື່ອ "ບັນດາບຸດຂອງພຣະເຈົ້າ" ອ້າງເຖິງຜູ້ເຊື່ອທັງຫລາຍໃນພຣະເຢຊູ , ກໍສາມາດແປວ່າ, "ບັນດາລູກຫລານຂອງພຣະເຈົ້າ."
  • ອີກວິທີໜຶ່ງໃນການແປ "ບັນດາລູກຫລານຂອງພຣະເຈົ້າ" ສາມາດທັງໝົດເອົາ, "ທູດສະຫວັນ" ຫລື "ຮ່າງວິນຍານທັງຫລາຍ," ຫລື "ຜີມານຮ້າຍທັງຫລາຍ," ຂຶ້ນຢູ່ກັບສະພາບການ
  • ໃຫ້ເບິ່ງລິ້ງສຳລັບ "ບຸດ." ດ້ວຍ

ບາບ, ເຕັມໄປດ້ວຍບາບ, ຄົນບາບ, ການເຮັດບາບ

ນິຍາມ

ຄຳວ່າ "ບາບ" ອ້າງເຖິງການກະທຳ, ຄວາມຄິດ ແລະຄຳເວົ້າຕ່າງໆ ທີ່ຕໍ່ຕ້ານນ້ຳພຣະທັຍແລະກົດເກນຂອງພຣະເຈົ້າ ບາບຍັງອ້າງເຖິງການບໍ່ເຮັດໃນສິ່ງທີ່ພຣະເຈົ້າປະສົງໃຫ້ເຮົາເຮັດ.

  • ບາບໝາຍເຖິງສິ່ງອື່ນໆທີ່ເຮົາເຮັດໂດຍທີ່ບໍ່ເຊື່ອຟັງຫລືເຮັດໃນສິ່ງທີ່ພຣະເຈົ້າບໍ່ພໍພຣະທັຍ, ເຖິງວ່າຈະເປັນສິ່ງທີ່ບໍ່ມີໃຜຮູ້ກໍຕາມ.
  • ຄວາມຄິດແລະການກະທຳທີ່ບໍ່ເຊື່ອຟັງນ້ຳພະທັຍພຣະເຈົ້າເອີ້ນວ່າ "ເຕັມໄປດ້ວຍບາບ."
  • ເພາະວ່າອາດາມໄດ້ເຮັດບາບ, ມະນຸດທຸກຄົນຈຶ່ງເກີດມາພາຍໃຕ້ທຳມະຊາດຂອງບາບທີ່ຄວບຄຸມພວກທ່ານ.
  • "ຄົນບາບ" ຄືຄົົນທີ່ເຮັດບາບ, ດັ່ງນັ້ນມະນຸດທຸກຄົນຈຶ່ງເປັນຄົນບາບ
  • ບາງເທື່ອຄຳວ່າ "ຄົນບາບ" ເປັນຄຳທີ່ເວົ້າເຖີງຄົນໃນສາສະໜາເຊັ່ນພວກຟາຣີຊາຍໃຊ້ເພື່ອປຽບທຽບເຖິງຄົົນທີ່ບໍ່ຖືຮັກສາກົດບັນຍັດຕາມທີ່ພວກຟາຣີຊາຍຄິດວ່າພວກທ່ານຄວນເຮັດຕາມ.
  • ຄຳວ່າ "ຄົນບາບ" ໃຊ້ເພື່ອເວົ້າເຖິງຄົົນທີ່ຖືວ່າມີບາບຫລາຍກວ່າຄົນອື່ນໆ. ຕົວຢ່າງເຊັ່ນ ຄົນເກັບພາສີແລະຍິງໂສເພນີຖືກຈັດໃຫ້ເປັນຄົນບາບ.

ຄຳແນະນຳໃນການແປ

  • ຄຳວ່າ "ບາບ" ສາມາດແປດ້ວຍຄຳ ຫລືຖ້ອຍຄຳທີ່ມີຄວາມໝາຍວ່າ "ບໍ່ເຊື່ອຟັງພຣະເຈົ້າ" ຫລື "ຕໍ່ຕ້ານພຣະປະສົງຂອງພຣະເຈົ້າ" ຫລື "ຄວາມປະພຶດແລະຄວາມຄິດທີ່ຊົ່ວຮ້າຍ" ຫລື "ການເຮັດຜິດ."
  • "ເຮັດບາບ" ສາມາດແປວ່າ "ບໍ່ເຊື່ອຟັງພຣະເຈົ້າ" ຫລື "ເຮັດຄວາມຜິດ."
  • ຂຶ້ນຢູ່ກັບສະພາບການ, ຄໍາວ່າ "ຄົນບາບ" ສາມາດແປດ້ວຍຄຳຫລືຖ້ອຍຄຳທີ່ມີຄວາມໝາຍວ່າ, "ບຸກຄົນທີ່ເປັນຄົນບາບ" ຫລື "ບຸກຄົນທີ່ເຮັດຄວາມຜິດ" ຫລື "ບຸກຄົນຜູ້ບໍ່ເຊື່ອຟັງພຣະເຈົ້າ" ຫລື "ບຸກຄົນຜູ້ບໍ່ເຊື່ອຟັງພຣະບັນຍັດ."
  • ຄຳວ່າ "ເຫລົ່າຄົນບາບ" ສາມາດແປໂດຍໃຊ້ຄຳຫລືຖ້ອຍຄຳທີ່ມີຄວາມໝາຍວ່າ, "ປະຊາຊົນທີ່ມີບາບໜາ" ຫລື "ປະຊາຊົນທີ່ໄດ້ຮັບການພິຈາລະນາວ່າມີບາບໜາ" ຫລື "ປະຊາຊົນທີ່ບໍ່ມີສິນລະທຳ."
  • ວິທີທີ່ແປ "ຄົນເກັບພາສີແລະຄົນບາບທັງຫລາຍ" ສາມາດແປວ່າ, "ປະຊາຊົນຜູ້ທີ່ເກັບເງີນສຳລັບລັດຖະບານ, ແລະປະຊາຊົນຄົນບາບຄົນອື່ນໆ " ຫລື "ປະຊາຊົນທີ່ມີບາບໜາ," ທັງໝົດລວມຢູ່ດ້ວຍ.

ບຸດ, ບຸດຂອງ, ລູກ​ຊາຍ

ນິຍາມ

ຄຳວ່າ "ບຸດ" ອ້າງເຖິງເດັກຜູ້ຊາຍຫລຶຜູ້ຊາຍທີ່ມີຄວາມສຳພັນ​ກັບພໍ່ແມ່ຂອງເຂົາ. ແລະຍັງອ້າງເຖິງເຊື້ອສາຍຂອງໃຜຫລາຍຄົນ ຫລືລູກບຸນທຳ.

  • ຄຳວ່າ "ບຸດ" ມັກໃຊ້ເປັນຄຳປຽບທຽບໃນພຣະຄຳພີທີ່ອ້າງເຖິງຜູ້ສືບເຊື້ອສາຍທີ່ເປັນຜູ້ຊາຍ, ຢ່າງເຊັນຫລານຊາຍຫລືເຫລນຊາຍ.
  • ຄຳວ່າ "ບຸດ" ສາມາດໃຊ້ເປັນຮູບແບບທີ່ສຸພາບໃນການເອີ້ນເດັກຜູ້ຊາຍຫລືຜູ້ຊາຍທີ່ມີອາຍຸນ້ອຍກວ່າ.
  • ບາງຄັ້ງຄຳວ່າ "ບັນດາບຸດຂອງພຣະເຈົ້າ" ຖືກໃຊ້ໃນພັນທະສັນຍາໃໝ່ທີ່ໝາຍເຖິງເຫລົ່າຜູ້ເຊື່ອໃນພຣະເຢຊູຄຣິດ.
  • ພຣະເຈົ້າຊົງເອີ້ນຊົນຊາດອິດສະຣາເອນວ່າ "ລູກຫົວປີ." ຂອງພຣະອົງ ນີ້ອ້າງເຖິງຊົນຊາດພຣະເຈົ້າຊົງຄັດເລືອກໄວ້ໃຫ້ເປັນປະຊາກອນພິເສດຂອງພຣະອົງ. ໂດຍຜ່ານທາງພວກເຂົາພຣະຄຳຂອງພຣະເຈົ້າແຫ່ງການຊົງໄຖ່ແລະການຊົງຊ່ວຍກູ້ໂດຍໄດ້ມາເຖິ,ງ ຊຶ່ງເປັນຜົນໃຫ້ຫລາຍຄົນໄດ້ມາເປັນບຸດທາງຝ່າຍວິນຍານຂອງພຣະອົງ.
  • ປະ​ໂຫຍກ​ທີ່ວ່າ "ບຸດຂອງ" ມັກມີຄຳອຸປະມາທີ່ໝາຍເຖິງ, "ມີລັກສະນະຂອງ" ຕົວຢ່າງເຊັ່ນ "ບຸດຂອງຄວາມສະຫວ່າງ." "ບຸດຂອງຄວາມບໍ່ເຊື່ອຟັງ," "ບຸດແຫ່ງສັນຕິສຸກ,"ແລະ "ບຸດແຫ່ງຟ້າຮ້ອງ."
  • ​ປະ​ໂຫຍກ​ທີ່ວ່າ "ບຸດຂອງ" ຍັງໃຊ້ເພື່ອບອກວ່າໃຜເປັນພໍ່ຂອງໃຜ. ​ປະ​ໂຫຍກນີ້ຍັງໃຊ້ໃນລຳດັບວົງຕະກູນແລະທີ່ອື່ນໆ ອີກຫລາຍທີ່.
  • ການໃຊ້ "ບຸດຂອງ" ເພື່ອຊ່ວຍໃຫ້ຊື່ພໍ່ຊ່ວຍແຍກແຍະປະຊາຊົນທີ່ມີຊື່ຄືກັນ ຕົວຢ່າງເຊັ່ນ, "ເອຊາຢາ, ບຸດແຫ່ງສາໂດກ" ແລະ "ເອລີຢາ, ບຸດແຫ່ງນາທັນ" ໃນ 1 ກະສັດ ບົດທີ 4, ແລະ "ເອຊາຢາ, ບຸດແຫ່ງອະມາຊິ ໃນ 2 ກະສັດ ບົດທີ 15 ຜູ້ຊາຍທີ່ຊື່ດຽວກັນສາມຄົນ."

ຄຳແນະນຳໃນການແປ

  • ໃນສິ່ງທີ່ປະກົດຂອງຄຳນີ້, ເປັນການດີທີ່ສຸດທີ່ຈະແປ "ບຸດ" ໂດຍໃຊ້ຄຳຕົງຕົວໃນພາສາທີ່ໃຊ້ອ້າງເຖິງບຸດ.
  • ເມື່ອແປຄຳວ່າ "ພຣະບຸດຂອງພຣະເຈົ້າ," ຄວນໃຊ້ຄຳທຳມະດາໃນພາສາເປົ້າໝາຍທີ່ຈະແປຄຳວ່າ "ບຸດ"
  • ເມື່ອໄດ້ໃຊ້ອ້າງອິງເຖິງຜູ້ສືບເຊື້ອສາຍຫລາຍວ່າບຸດຊາຍ, ໂດຍກົງກວ່າ "ເຊື້ອສາຍ" ຄວນຈະນຳມາໃຊ້ , ທີ່ອ້າງອີງເຖິງພຣະເຢຊູໃນຖານະ "ຜູ້ສືບເຊື້ອສາຍຂອງດາວິດ" ຫລືໃນການສືບວົງຕະກູນບາງເທື່ອ "ບຸດຊາຍ" ອ້າງອີງຜູ້ສືບເຊື້ອສາຍທີ່ເປັນຜູ້ຊາຍ ບໍ່ໄດ້ໝາຍເຖິງບຸດຊາຍແທ້ ໆ.
  • ບາງເທື່ອ "ພວກບຸດຊາຍ" ສາມາດແປວ່າ "ລູກຫລານ," ເມື່ອມີທັງຜູ້ຊາຍແລະຜູ້ຍິງໄດ້ຮັບການອ້າງເຖິງ ຕົວຢ່າງເຊັ່ນ, "ພວກບຸດຊາຍຂອງພຣະເຈົ້າ" ສາມາດແປວ່າ "ລູກຫລານຂອງພຣະເຈົ້າ" ເນື່ອງຈາກຄຳກ່າວນີ້ທັງໝົດທັງຜູ້ຍິງແລະຜູ້ຊາຍດ້ວຍ.
  • ຄຳກ່າວປຽບທຽບ "ບຸດຂອງ" ສາມາດແປວ່າ "ບາງຄົນຜູ້ມີບຸກຄະລິກລັກສະນະຂອງ" ຫລື "ບາງຄົນຜູ້ທີ່ເໝືອນ" ຫລື "ບາງຄົນຜູ້ທີ່ມີ" ຫລື"ບາງຄົນຜູ້ທີ່ກະທຳເໝືອນ."

ບຸດມະນຸດ, ບຸດມະນຸດ

ນິຍາມ

ຄຳວ່າ, "ບຸດມະນຸດ" ຈະໃຊ້ເອີ້ນພຣະເຢຊູຊຶ່ງໝາຍເຖິງຕົວຂອງພຣະອົງເອງ ພຣະອົງມັກໃຊ້ຄຳນີ້ເພື່ອແທນການເອີ້ນວ່າ "ເຮົາ" ຫລື "ຕົວເຮົາ."

  • ໃນພຣະຄຳພີ, "ບຸດມະນຸດ" ສາມາດເປັນວິທີໃນການອ້າງເຖິງໝາຍເຖິງຫລືກ່າວເຖິງຊາຍຄົນໜຶ່ງ. ແລະຍັງໝາຍເຖິງ "ມະນຸດ."
  • ຕະຫລອດພຣະຄຳພີເດີມໃນພຣະຄຳເອເຊກຽນ, ຫລາຍເທື່ອພຣະເຈົ້າມັກເວົ້າເຖິງເອເຊກຽນວ່າ "ບຸດມະນຸດ." ຕົວຢ່າງເຊັ່ນ ພຣະອົງກ່າວວ່າ, "ເຈົ້າ ບຸດມະນຸດ ຈະຕ້ອງປະກາດພຣະຄຳ."
  • ຜູ້ປະກາດພຣະຄຳດານີເອນໄດ້ເຫັນນິມິດຂອງ "ບຸດມະນຸດ" ມາດ້ວຍກ້ອນເມກຊຶ່ງເລັງເຖິງການສະເດັດມາຂອງພຣະເມຊີອາ
  • ພຣະເຢຊູໄດ້ກ່າວວ່າບຸດມະນຸດຈະສະເດັດກັບມາໃນມື້ໜຶ່ງເທິງກ້ອນເມກທັງຫລາຍ.
  • ນີ້ອ້າງອີງເຖິງບຸດມະນຸດສະເດັດມາໃນກ້ອນເມກປາກົດເປີດເຜີຍໃຫ້ເຫັນວ່າພຣະເຢຊູ ພຣະເມຊີອາ

ຊົງເປັນພຣະເຈົ້າ.

ເບິ່ງເພີ່ມຕື່ມ

  • ເມື່ອພຣະເຢຊູຊົງໃຊ້ຄຳວ່າ "ບຸດມະນຸດ," ນີ້ສາມາດແປວ່າ, "ທ່ານຜູ້ທີ່ໄດ້ກາຍເປັນມະນຸດ" ຫລື "ຜູ້ຊາຍຈາກສະຫວັນ."
  • ຜູ້ແປບາງຄົນຈະຮ່ວມເອົາຄຳວ່າ "ເຮົາ" ຫລື "ຕົວເຮົາ" ໃນຕຳແໜ່ງນີ້ດ້ວຍ

ປະກອບດ້ວຍພຣະວິນຍານ

ນິຍາມ

ຄຳວ່າ "ປະກອບດ້ວຍພຣະວິນຍານ" ເປັນຮູບແບບການສະແດງອອກໃນທາງປຽບທຽບທີ່ໝາຍຄວາມວ່າພຣະວິນຍານບໍຣິສຸດກຳລັງເພີ້ມອຳນາດໃຫ້ບຸກຄົນທີ່ຈະທຳຕາມນ້ຳພຣະທັຍຂອງພຣະເຈົ້າ.

  • ປະໂຫຍດ "ປະກອບດ້ວຍ" ເປັນສຳນວນທີ່ຫຼາຍໆຄັ້ງໝາຍເຖິງ"ຄວບຄຸມໂດຍ".
  • ຜູ້ຄົນ "ປະກອບໄປດ້ວຍພຣະວິນຍານ" ເມື່ອພວກເຂົາຕິດຕາມການຊົງນຳຂອງພຣະວິນຍານບໍຣິສຸດ ແລະເພິ່ງພາພຣະອົງຢ່າງເຕັມທີ ໃຫ້ຊ່ວຍພວກເຂົາສາມາດທຳຕາມທີ່ພຣະເຈົ້າຊົງຕ້ອງການໄດ້.

ຄຳແນະນຳການແປ

  • ຄຳນີ້ສາມາດແປໄດ້ວ່າ "ເພີ່ມອຳນາດໂດຍພຣະວິນຍານບໍຣິສຸດ" ຫຼື "ຄວບຄຸມໂດຍພຣະວິນຍານບໍຣິສຸດ." ແຕ່ບໍ່ຄວນຈະແປໃຫ້ຟັງເໝືອນກັບວ່າພຣະວິນຍານບໍຣິສຸດກຳລັງບັງຄັບບຸກຄົນໃຫ້ທຳບາງສິ່ງ.
  • ຕົວຢ່າງປະໂຫຍດເຊັ່ນນີ້ "ເຂົາໄດ້ປະກອບໄປດ້ວຍພຣະວິນຍານ" ສາມາດແປໄດ້ອີກວ່າ, "ເຂົາມີຊີວິດທີ່ເຕັມລົ້ນໄດ້ດ້ວຍພະລັງຂອງພຣະວິນຍານ" ຫຼື "ເຂົາໄດ້ຮັບການຊົງນຳຢ່າງສົມບູນໂດຍພຣະວິນຍານບໍຣິສຸດ" ຫຼື "ພຣະວິນຍານບໍຣິສຸດໄດ້ຊົງນຳເຂົາຢ່າງສົມບູນ."
  • ຄຳນີ້ມີຄວາມໝາຍທີ່ຄ້າຍຄືກັບສຳນວນທີ່ວ່າ "ມີຊີວິດຢູ່ໂດຍພຣະວິນຍານ" ແຕ່ "ປະກອບດ້ວຍພຣະວິນຍານ" ເນັ້ນໄດ້ຢ່າງສົມບູນແບບທີ່ວ່າຄົນນັ້ນໄດ້ອະນຸຍາດໃຫ້ພຣະວິນຍານບໍຣິສຸດໃນການຄວບຄຸມ ຫຼືມີອິດທິພົນເໜືອຊີວິດຂອງເຂົາ. ດັ່ງນັ້ນຖ້າເປັນໄປໄດ້ ສຳນວນທັງສອງຄວນມີການແປທີ່ແຕກຕ່າງກັນ.

ປະຈັກພະຍານ,ເປັນພະຍານ

ນິຍາມ

ຄຳວ່າ "ປະຈັກພະຍານ" ແລະ "ພະຍານ" ແມ່ນການເວົ້າກ່ຽວກັບບາງສິ່ງບາງຢ່າງທີ່ຄົນໜຶ່ງຮູ້ວ່າເປັນຄວາມຈິງ.

  • ປົກກະຕິແລ້ວບຸກຄົນໃດຫນຶ່ງ "ເປັນພະຍານ" ກ່ຽວກັບບາງສິ່ງບາງຢ່າງທີ່ລາວໄດ້ປະສົບໂດຍກົງ.
  • ພະຍານທີ່ໃຫ້ "ການເປັນພະຍານບໍ່ຈິງ" ບໍ່ໄດ້ເວົ້າຄວາມຈິງກ່ຽວກັບສິ່ງເກິດຂື້ນ.
  • ບາງຄັ້ງຄຳວ່າ "ປະຈັກພະຍານ" ອ້າງເຖີງຄຳປະກາດພຣະຄຳແລະຜູ້ປະກາດພຣະຄຳ.
  • ໃນພຣະຄຳພີໃໝ່ ຄຳນີ້ມັກໃຊ້ອ້າງເຖິງຜູ້ຕຶດຕາມຂອງພຣະເຢຊູເຈົ້າໄດ້ເປັນພະຍານເຖິງເຫດການທີ່ເກຶດຂື້ນໃນຊີວຶດ ຄວາມຕາຍແລະການຄືນຈາກຕາຍຂອງພຣະເຢຊູເຈົ້າ.

ຄຳແນະນຳໃນການແປ

  • ຄຳວ່າ "ເປັນພະຍານ" ຫຼື "ໃຫ້ການເປັນພະຍານ" ສາມາດແປວ່າ "ບອກຂໍ້ແທ້ຈິງ" ຫຼື "ບອກສິ່ງທີ່ໄດ້ເຫັນຫຼືໄດ້ຍິນ" ຫຼື "ບອກເລົ່າຈາກປະສົບການສ່ວນຕັວ" ຫຼື "ໃຫ້ຫລັກຖານ" ຫຼື "ບອກສິ່ງທີ່ໄດ້ເກິດຂື້ນ".
  • ວິທີການແປ "ການເປັນພະຍານ" ສາມາດລວມເຖິງ "ລາຍງານວ່າເກິດສິ່ງໃດຂື້ນ" ຫຼື "ຄຳຖະແຫລ່ງວ່າອັນໃດເປັນຄວາມຈິງ" ຫຼື "ຫລັກຖານ" ຫຼື"ສິ່ງທີ່ໄດ້ຮັບການເວົ້າ" ຫຼື "ຄຳທຳນວາຍ".
  • ປະໂຫຍກທີ່ວ່າ, "ເປັນປະຈັກພະຍານຕໍ່ພວກເຂົາ" ສາມາດຖືກແປເປັນ, "ເພື່ອສະແດງໃຫ້ພວກເຂົາເຫັນສິ່ງທີ່ເປັນຄວາມຈິງ" ຫຼື "ເພື່ອພິສູດໃຫ້ພວກເຂົາຮູ້ວ່າອັນໃດແມ່ນຄວາມຈິງ."
  • ປະໂຫຍກທີ່ວ່າ "ເປັນພະຍານຕໍ່ຕ້ານກັບພວກເຂົາ" ອາດແປວ່າ"ເຊີງຈະສະແດງໃຫ້ພວກເຂົາເຫັນເຖິງຄວາມບາບຂອງເຂົາ" ຫຼື "ເປິດເຜີຍຄວາມໜ້າຊື່ໃຈຄົດຂອງພວກເຂົາ" ຫຼື "ເຊີ່ງຈະພຶສູດໄດ້ວ່າພວກເຂົາຜິດ".
  • ການ "ໃຫ້ຄຳພະຍານບໍ່ຈິງ" ສາມາດແປວ່າ "ເວົ້າເລື່ອງບໍ່ຈິງກ່ຽວກັບ" ຫຼື "ລະບຸສິ່ງທີ່ບໍ່ເປັນຈິງ".

ປະຊາກອນຂອງພຣະເຈົ້າ, ປະຊາກອນຂອງເຮົາ

ນິຍາມ

ຄຳວ່າ "ປະຊາກອນຂອງພຣະເຈົ້າ" ອ້າງເຖິງປະຊາຊົນ​ທີ່ພຣະເຈົ້າຊົງເອີ້ນອອກມາຈາກ​ຝ່າຍໂລກເພື່ອໃຫ້ມີຄວາມສຳພັນພິເສດກັບພຣະອົງ

  • ເມື່ອພຣະເຈົ້າສັ່ງວ່າ "ປະຊາກອນຂອງເຮົາ" ນັ້ນພຣະອົງຊົງກຳລັງກ່າວເຖິງປະຊາກອນ​ທີ່ພຣະອົງຊົງເລືອກແລະຜູ້ທີ່ມີຄວາມສຳພັນກັບພຣະອົງ
  • ປະຊາກອນຂອງພຣະເຈົ້າໄດ້ຮັບການຊົງເລືອກໂດຍພຣະອົງເອງແລະຖືກແຍກອອກມາຈາກໂລກເພື່ອດຳເນີນຊີວິດໃຫ້ເປັນທີ່ພໍພະໄທຂອງພຣະອົງ ພະອົງຊົງເອີ້ນພວກທ່ານວ່າລູກຫຼານຂອງພຣະອົງ
  • ໃນພັນທະສັນຍາເດີມ ຄຳວ່າ "ປະຊາກອນຂອງພຣະເຈົ້າ" ອ້າງເຖິງຊົນຊາດອິດສະລາເອນເຊີ່ງໄດ້ຮັບການຊົງເລືອກຈາກພຣະເຈົ້າແລະຖືກແຍກອອກມາຈາກຊົນຊາດອື່ນໆ ຂອງໂລກເພື່ອຮັບໃຊ້ແລະເຊື່ອຟັງພຣະອົງ
  • ໃນພັນທະສັນຍາໃໝ່ ຄຳວ່າ "ປະຊາກອນຂອງພຣະເຈົ້າ" ​ເວົ້າເຖິງຄົນທັງໝົດທີ່ເຊື່ອໃນພຣະເຢຊູແລະຖືກເອີ້ນວ່າຄຣິດຕະຈັກ ​ຮວ​ມ​ທັງຊາວຢິວແລະຊາວຕ່າງຊາດ

ຄຳແນະນຳໃນການແປ

  • ຄຳວ່າ "ປະຊາກອນຂອງພຣະເຈົ້າ" ສາມາດແປອີກຢ່າງໄດ້ວ່າ "ປະຊາກອນຂອງພຣະເຈົ້າ" ຫຼື "ປະຊາກອນທີ່ນະມັດການພຣະເຈົ້າ" ຫຼື "ປະຊາກອນຜູ້ຮັບໃຊ້ພຣະເຈົ້າ" ຫຼື "ປະຊາກອນເຊີ່ງເປັນຂອງພຣະເຈົ້າ"
  • ວິທີອື່ນທີ່ແປ "ປະຊາກອນຂອງເຮົາ" ເມື່ອພຣະເຈົ້າຊົງກ່າວນັ້ນ ສາມາດທັງໝົດ "ປະຊາກອນທີ່ເຮົາໄດ້ເລືອກໄວ້" ຫຼື "ປະຊາກອນຊຶ່ງນະມັດການເຮົາ" ຫລື "ປະຊາກອນເຊີ່ງເປັນຂອງເຮົາ"
  • ໃນທຳນອງຄ້າຍກັນ ຄຳວ່າ "ປະຊາກອນຂອງທ່ານ" ສາມາດແປອີກຢ່າງໄດ້ວ່າ "ປະຊາກອນເຊີ່ງເປັນຂອງທ່ານ" ຫຼື "ປະຊາກອນຊຶ່ງທ່ານໄດ້ເລືອກໃຫ້ເປັນຂອງທ່ານ"
  • "ປະຊາກອນຂອງພຣະອົງເຈົ້າ" ສາມາດແປອີກຢ່າງໄດ້ວ່າ "ປະຊາກອນເຊີ່ງເປັນຂອງພຣະອົງເຈົ້າ" ຫຼື "ປະຊາກອນເຊີ່ງພຣະເຈົ້າຊົງເລືອກໃຫ້ເປັນຂອງພຣະອົງ"

ປະນາມ, ການປະນາມ

ນິຍາມ

ຄຳວ່າ "ປະນາມ" ແລະ "ການປະນາມ" ການຕັດສິນຄົນໃດຄົນໜຶ່ງທີ່ເຮັດຜິດບາງຢ່າງ.

  • ຫລາຍຄັ້ງຄຳວ່າ "ປະນາມ" ລວມເຖິງການລົງໂທດຄົນນັ້ນສຳລັບຄວາມຜິດທີ່ເຂົາໄດ້ກະທຳ.
  • ບາງຄັ້ງຄຳວ່າ "ປະນາມ" ເວົ້າເຖິງ ການກ່າວຫາຄົນໃດຄົນໜຶ່ງຢ່າງຜິດໆ ຫຼືການຕັດສິນບາງຄົນຢ່າງຫຍາບຊ້າ.
  • ຄຳວ່າ "ການປະນາມ" ເວົ້າເຖິງການກະທຳຂອງການປະນາມ ຫຼືການດ່າບາງຄົນ.

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປຕາມຖ້ອຍຄຳໄດ້ວ່າ "ການຕັດສິນຢ່າງບໍ່ເປັນທໍາ" ຫຼື "ວິພາກວິຈານຢ່າງຜິດໆ."
  • ຄຳວ່າ "ປະນາມເຂົາ" ສາມາດແປໄດ້ວ່າ, "ຕັດສິນວ່າເຂົາມີຄວາມຜິດ" ຫຼື "ກ່າວວ່າເຂົາຕ້ອງຖືກລົງໂທດເພາະບາບຂອງເຂົາ."
  • ຄຳວ່າ "ການປະນາມ" ສາມາດແປໄດ້ວ່າ, "ການຕັດສິນທີ່ບໍ່ເປັນທໍາ" ຫຼື "ການປະກາດວ່າມີຄວາມຜິດ" ຫຼື "ການລົງໂທດຄວາມຜິດ."

ປະໂລຫິດ, ມະຫາປະໂລຫິດ

ນິຍາມ

ໃນພະຄັມພີປະໂລຫິດເປັນຄົົນທີ່ຖືກຮັບເລືອກໃຫ້ຖວາຍເຄື່ອງບູຊາແດ່ພະເຈົ້າໃນນາມຂອງປະຊາກອນຂອງພະເຈົ້າ "ຄວາມເປັນປະໂລຫິດ" ເປັນຊື່ສຳລັບທີ່ເຮັດວຽກຫລືເງື່ອໄຂໃນການເປັນປະໂລຫິດ

  • ໃນພັນທະສັນຍາເດີມພະເຈົ້າໄດ້ເລືອກອາໂຣນແລະລູກຫຼານຂອງທ່ານໃຫ້ເປັນປະໂລຫິດຂອງພະອົງສຳລັບປະຊາກອນອິດສະຣາເອນ
  • "ຄວາມເປັນປະໂລຫິດ" ເປັນສິດແລະເປັນຄວາມຮັບຜິດຊອບທີ່ສືບທອດຈາກພໍ່ສູ່ບຸດໃນຕະກູນເລວີ
  • ປະໂລຫິດອິດຣາເອນມີຄວາມຮັບຜິດຊອບທີ່ຕ້ອງຖວາຍເຄື່ອງບູຊາຂອງປະຊາຊົນຕໍ່ພະເຈົ້າ ພ້ອມກັບຫນ້າທີ່ອື່ນໆໃນພະວິຫານ
  • ປະໂລຫິດຢັງຖວາຍຄຳອະທິຖານປະຈຳແດ່ພະເຈົ້າໃນນາມຂອງປະຊາກອນຂອງພະອົງແລະປະກອບພິທີກຳອື່ນໆ ທາງສາດສະຫນາ
  • ປະໂລຫິດເປ່ງສຽງອະທິຖານຕໍ່ພຣະເຈົ້າແກ່ປະຊາຊົນແລະສອນທຳມະບັນຍັດຂອງພະເຈົ້າໃຫ້ພວກເຂົາ.
  • ໃນສະໄໝຂອງພະເຢຊູມີຣະດັບປະໂລຫິດທີ່ແຕກຕ່າງກັນ ທັງຫມົດໄປເຖິງຫັວໜ້າປະໂລຫິດແລະມະຫາປະໂລຫິດ
  • ພະເຢຊູຊົງເປັນ "ມະຫາປະໂລຫິດທີ່ຢິ່ງໃຫຍ່" ຂອງເຮົາ ຜູ້ຊົງວິງວອນເພື່ອເຮົາຕໍ່ພະພັກອົງພະເຈົ້າ ພະອົງຊົງຖວາຍຕັວຂອງພະອົງເປັນເຄື່ອງບູຊາສູງສຸດສຳລັບຄວາມບາບ ນີ້ໝາຍຄວາມວ່າເຄື່ອງບູຊາທີ່ເຮັດໂດຍປະໂລຫິດທີ່ເປັນມະນຸດບໍ່ຈຳເປັນອີກຕໍ່ໄປ
  • ໃນພັນທະສັນຍາໃໝ່ ທຸກຄົົນທີ່ເຊື່ອໃນພະເຢຊູຈະຖືກຮຽກວ່າ "ປະໂລຫິດ" ຜູ້ຊຶ່ງສາມາດມາເຖິງພະເຈົ້າໂດຍກົງໄດ້ດ້ວຍຄຳອະທິຖານເພື່ອຂໍຮ້ອງໃຫ້ກັບຕັວເອງແລະເພື່ອຄົນອື່ນດ້ວຍ
  • ໃນສະໄໝບູຮານມີປະໂລຫິດນອກສາດສະຫນາຜູ້ຖວາຍເຄື່ອງບູຊາແດ່ພະເທັດເຊັ່ນພະບາອັນ

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບເຣື້ອງຣາວ, ຄຳວ່າ "ປະໂລຫິດ" ສາມາດແປລວ່າ "ເຄື່ອງຖວາຍບູຊາທີ່ເປັນບຸກຄົນ" ຫລື "ຜູ້ກາງຂອງພະເຈົ້າ" ຫລື "ເຄື່ອງຖວາຍບູຊາຜູ້ກາງ" ຫລື "ບຸກຄົນທີ່ພະເຈົ້າຊົງແຕ່ງຕັ້ງເພື່ອເປັນຕັວແທນຂອງພະອົງ"
  • ການແປຄຳວ່າ "ປະໂລຫິດ" ຄວນຈະແຕກຕ່າງຈາກຄຳວ່າ "ຄົນກາງ"
  • ການແປບາງເທື່ອອາດຕ້ອງກ່າວເຖິງບາງສິ່ງເຊັ່ນ "ປະໂລຫິດຂອງອິດຣາເອນ" ຫລື "ປະໂລຫິດຂອງຊາວຢິວ" ຫລື "ປະໂລຫິດຂອງພະຢາເວ" ຫລື ປະໂລຫິດຂອງພະບາອັນ" ເພື່ອໃຫ້ຊັດເຈນວ່ານີ້ບໍ່ໄດ້ອ້າງເຖິງປະເພດຂອງປະໂລຫິດສະໄໝໃໝ່
  • ຄຳທີ່ໃຊ້ແປວ່າ "ປະໂລຫິດ" ຄວນແຕກຕ່າງຈາກຄຳວ່າ "ຫັວໜ້າປະໂລຫິດ" ແລະ "ປະໂລຫິດຫຼວງ" ແລະ ເລວີ" ແລະ"ຜູ້ປະກາດພະທຳ"

ປັດສະຄາ

ນິຍາມ

ຄຳວ່າ "ປັດສະຄາ" ນັ້ນເປັນຊື່ຂອງເທດການທາງສາສະໜາຊຶ່ງຊາວຢິວສະເຫລີມສະຫລອງເປັນປະຈຳທຸກປີ, ເພື່ອລະນຶກວ່າພະເຈົ້າຊົງຊ່ວຍກູ້ບັນພະບຸລຸດຂອງພວກເຂົາຊາວອິດສະຣາເອນໃຫ້ພົ້ນ,ຈາກການເປັນຂ້າທາດໃນເອຢິບໄດ້ ຢ່າງໃດ.

  • ຊື່ຂອງເທດສະການຕາມຈິງແລ້ວມີທີ່ມາຈາກຂໍ້ແທ້ຈິງວ່າພຣະເຈົ້າຊົງ "ຜ່ານຂ້ວາມໄປ" ບ້ານທັງຫຼາຍຂອງຊາວອິດສະລາເອນ ແລະບໍ່ໄດ້ປະຫານບຸດຊາຍຂອງຊາວອິດສະຣາເອນ ຕອນທີ່ພຣະອົງຊົງປະຫານບຸດຊາຍຫົວປີທຸກຄົນຂອງຊາວອີຢິບ.
  • ການສະເຫລີມສະຫລອງເທດສະການປັດສະຄາທັງໝົດໄປເຖິງອາຫານຄາບພິເສດຄືລູກແກະທີ່ປາສະຈາກຕຳໜິຊຶ່ງພວກເຂົາໄດ້ຂ້າແລະອົບ, ເຊັ່ນດຽວກັບຂະໜົມປັງທີ່ປາສະຈາກເຊື້ອແປ້ງ, ອາຫານເຫຼົ່ານີ້ເປັນທີ່ລະນຶກເຖິງຄາບອາຫານທີ່ຊາວອິດສະຣາເອນໄດ້ຮັບປະທານໃນຄືນກ່ອນທີ່ພວກທ່ານຈະໜີອອກຈາກອີຢິປ.
  • ພຣະເຈົ້າຕັດກ່າວກັບຊາວອິດສະຣາເອນໃຫ້ຮັບປະທານອາຫານມື້ນີ້ທຸກປີເພື່ອລະນຶກແລະສະເຫລີມສະຫລອງທີ່ພຣະເຈົ້າໄດ້ "ຂ້ວາມຜ່ານ" ບ້ານຂອງພວກເຂົາໄປແລະເຮັດໃຫ້ພວກເຂົາເປັນອິດສະຫລະຈາກການເປັນຂ້າທາດໃນເອຢີບ.

ຄຳແນະນຳໃນການແປ

  • ຄຳວ່າ "ປັດສະຄາ" ສາມາດແປໂດຍການນຳເອົາສອງຄຳມາລວມກັນນັ້ນຄືຄຳວ່າ "ຜ່ານ" ແລະ "ຂ້ວາມ" ຫລືປະສົມກັບຄຳອື່ນທີ່ມີຄວາມໝາຍແບບນີ້.
  • ຈະເປັນປະໂຫຍດຫຼາຍຫາກຊື່ຂອງເທດສະການນີ້ມີຄວາມເຊື່ອມຕໍ່ທີ່ຊັດແຈ້ງລະຫວ່າງຄຳຊຶ່ງສາມາດໃຊ້ອະທິບາຍໄດ້ວ່າທູດຂອງອົງພຣະຜູ້ເປັນເຈົ້າໄດ້ຂ້ວາມຜ່ານໜ້າບ້ານທັງຫຼາຍຂອງຊາວອິດສະຣາເອນແລະບໍ່ເອົາຊີວິດບຸດຊາຍຂອງພວກທ່ານແຕ່ຢ່າງໃດ.

ເປັນທຳ, ທ່ຽງທຳ, ຍຸດຕິທຳ

ນິຍາມ

ຄຳເຫລົ່ານີ້ໝາຍເຖິງການປະຕິບັດຕໍ່ຜູ້ຄົນຢ່າງຖືກຕ້ອງຕາມກົດໝາຍຂອງພຣະເຈົ້າ. ກົດໝາຍຂອງມະນຸດທີ່ສະທ້ອນໃຫ້ເຫັນມາດຕະຖານຂອງພຣະເຈົ້າໃນການປະພຶດທີ່ຖືກຕ້ອງຕໍ່ຄົນອື່ນກໍ່ມີຄວາມຍຸດຕິທຳເຊັ່ນກັນ.

  • “ເປັນທຳ“ ແມ່ນການກະທຳທີ່ຖືກຕ້ອງຕໍ່ຄົນອື່ນ. ແລະຍັງໝາຍເຖິງຄວາມສັດຊື່ແລະຊື່ສັດທີ່ຈະເຮັດໃນສິ່ງທີ່ຖືກຕ້ອງທາງສິນທຳໃນສາຍຕາຂອງພຣະເຈົ້າ.
  • ການກະທຳ “ຍຸດຕິທຳ“ ໝາຍເຖິງການປະຕິບັດຕໍ່ຜູ້ຄົນໃນແບບທີ່ຖືກຕ້ອງ, ດີແລະຖືກຕ້ອງຕາມກົດໝາຍຂອງພຣະເຈົ້າ.
  • ການໄດ້ຮັບ “ຄວາມທ່ຽງທຳ“ ໝາຍເຖິງການໄດ້ຮັບການປະຕິບັດຢ່າງຖືກຕ້ອງພາຍໃຕ້ກົດໝາຍ, ບໍ່ວ່າຈະຖືກປົກປ້ອງໂດຍກົດໝາຍຫຼືຖືກລົງໂທດຍ້ອນການລະເມີດກົດໝາຍ.
  • ບາງເທື່ອຄຳວ່າ “ເປັນທຳ“ ມີຄວາມໝາຍທີ່ກວ້າງຂອງ “ຄົນຊອບທຳ“ ຫຼື “ປະຕິບັດຕາມກົດໝາຍຂອງພຣະເຈົ້າ.“

ຄຳແນະນຳ ໃນການແປ

  • ອີງຕາມສະພາບການ, ວິທີການອື່ນໆທີ່ຈະແປຄຳວ່າ “ເປັນທຳ“ ສາມາດປະກອບມີ, “ຖືກຕ້ອງທາງສິນທຳ“ ຫຼື “ຍຸຕິທຳ.“
  • ຄຳວ່າ “ຄວາມທ່ຽງທຳ“ ສາມາດແປໄດ້ວ່າ, “ການປະຕິບັດທີ່ຖືກຕ້ອງ“ ຫຼື “ສົມຄວນໄດ້ຮັບຜົນຢ່າງເໝາະສົມ.“
  • ການ “ປະຕິບັດຢ່າງຍຸດຕິທຳ“ ສາມາດແປໄດ້ວ່າ “ປະຕິບັດຢ່າງເປັນທຳ“ ຫຼື “ປະພຶດຕົວໃນທາງທີ່ຖືກຕ້ອງ.“
  • ໃນບາງສະພາບການຄຳວ່າ, “ເປັນທຳ“ ສາມາດແປໄດ້ວ່າ “ຊອບທຳ“ ຫຼື "ທ່ຽງແທ້.“

ຜີເຂົ້າ

ນິຍາມ

ຄົນຖືກຜີເຂົ້າ ມີຜີ ຫລື ວິນຍານຊົ່ວຮ້າຍ ທີ່ຄວບຄຸມ ສິ່ງທີ່ເຂົາເຮັດ ແລະ ຄິດ.

  • ຫລາຍຄັ້ງ ທີ່ບຸກຄົນ ທີ່ຖືກຜີເຂົ້າ ຈະທຳຮ້າຍຕົວເອງ ຫລືຄົນອື່ນ ເພາະວ່າ ຜີຮ້າຍ ທີ່ເຮັດໃຫ້ເຂົາ ຕ້ອງເຮັດເຊັ່ນນັ້ນ.
  • ພຣະເຢຊູ ຊົງໄດ້ຮັກສາ ຄົນທີ່ມີຜີເຂົ້າ ໂດຍການສັ່ງໃຫ້ຜີຮ້າຍ ອອກມາຈາກພວກເຂົາ ນີ້ມັກຈະເອີ້ນວ່າ "ຂັບໄຫ່ລ" ຜີອອກ.

ຄຳແນະນຳໃນການນແປ

  • ວິທີອື່ນ ໃນການແປຄຳນີ້ ອາດລວມເຖີງ "ຜີຮ້າຍເຂົ້າຄວບຄຸມ" ຫລື "ຖືກຄວບຄຸມໂດຍວິນຍານຊົ່ວ" ຫລື "ມີວິນຍານຊົ່ວຮ້າຍ ອາສັຍຢູ່ ພາຍໃນ."

ຜີປີສາດ, ວິນຍານຊົ່ວ, ວິນຍານໂສໂຄກ

ນິຍາມ

ຂໍ້ກຳນົດທັງໝົດນີ້ໝາຍເຖິງຜີປີສາດ, ຊຶ່ງແມ່ນວິນຍານທີ່ຂັດຂວາງພຣະປະສົງຂອງພຣະເຈົ້າ.

  • ພຣະເຈົ້າໄດ້ສ້າງທູດສະຫວັນເພື່ອຮັບໃຊ້ພຣະອົງ. ເມື່ອຜີປີສາດໄດ້ກະບົດຕໍ່ພຣະເຈົ້າ.ພວກທູດສະຫວັນບາງສ່ວນກໍ່ໄດ້ກະບົດແລະຖືກຂັບໄລ່ອອກຈາກສະຫວັນ.ເຊື່ອກັນວ່າຜີປີສາດແລະວິນຍານຊົ່ວແມ່ນພວກທູດສະຫວັນທີ່ “ລົ້ມລົງເຫລົ່ານີ້.“
  • ບາງຄັ້ງຜີປີສາດເຫລົ່ານີ້ຖືກເອີ້ນວ່າ “ວິນຍານໂສໂຄກ“ ຄຳວ່າ “ໂສໂຄກ“ ມີຄວາມໝາຍວ່າ “ບໍ່ສະອາດ“ ຫລື “ຊົ່ວຮ້າຍ“ ຫລື “ບໍ່ບໍຣິສຸດ.“
  • ເນື່ອງຈາກວ່າຜີປີສາດຮັບໃຊ້ມານ.ພວກມັນເຮັດສິ່ງຊົ່ວ.ບາງຄັ້ງພວກມັນອາໄສຢູ່ພາຍໃນຄົນແລະຄວບຄຸ່ມພວກເຂົາ.
  • ຜີປີສາດແມ່ນມີອຳນາດຫລາຍກວ່າມະນຸດ,ແຕ່ບໍ່ມີອຳນາດຄືພຣະເຈົ້າ.

ຄຳແນະນຳ ໃນການແປ

  • ຄຳວ່າ “ຜີປີສາດ“ ຍັງສາມາດແປເປັນ “ວິນຍານຊົ່ວ.“
  • ຄຳວ່າ “ວິນຍານໂສໂຄກ“ ຍັງສາມາດແປໄດ້ວ່າ “ວິນຍານບໍ່ບໍສະອາດ“ ຫລື “ວິນຍານທີ່ເສື່ອມຊາມ“ຫລື “ວິນຍານຊົ່ວ.“
  • ຕ້ອງໃຫ້ແນ່ໃຈວ່າຄຳສັບຫລືປະໂຫຍກທີ່ໃຊ້ໃນການແປຄຳສັບນີ້ແຕກຕ່າງຈາກຄຳທີ່ໃຊ້ໃນການອ້າງເຖິງມານ.
  • ພິຈາລະນາຄຳວ່າ “ຜີປີສາດ“ ຖືກແປເປັນພາສາທ້ອງຖິ່ນຫລືປະເທດຊາດ.

ຜູກມັດ, ຜູກພັນ, ຜູກ

ນິຍາມ

ຄຳວ່າ“ ຜູກມັດ” ໝາຍຄວາມວ່າຈະມັດສິ່ງໃດໜຶ່ງຫຼືຖີ້ມມັນໄວ້ຢ່າງໝັ້ນຄົງ. ບາງສິ່ງບາງຢ່າງທີ່ຖືກຜູກມັດຫລືເຂົ້າກັນຖືກເອີ້ນວ່າ“ ຄວາມຜູກພັນ”. ຄຳ ວ່າ“ ຜູກມັດ” ແມ່ນຄວາມເຄັ່ງຕຶງທີ່ຜ່ານມາຂອງຄຳນີ້.

  • ການຖືກ“ ຜູກມັດ” ໝາຍຄວາມວ່າມີສິ່ງໃດສິ່ງໜຶ່ງທີ່ມັດຫລືມັດໄວ້ໃນສິ່ງອື່ນ.
  • ໃນແງ່ມຸມມອງ, ບຸກຄົນສາມາດ "ຜູກມັດ" ກັບຄໍາປະຕິຍານ, ຊຶ່ງຫມາຍຄວາມວ່າລາວຕ້ອງການ "ປະຕິບັດ" ສິ່ງທີ່ລາວສັນຍາໄວ້.
  • ຄຳວ່າ“ ຜູກພັນພັນ” ໝາຍເຖິງສິ່ງໃດທີ່ຜູກມັດ, ກັກຂັງ, ຫລືໃສ່ໂທດຜູ້ໃດຜູ້ໜຶ່ງ. ປົກກະຕິແລ້ວມັນໝາຍເຖິງຕ່ອງໂສ້ກາຍະພາບ,ຫລືເຊືອກທີ່ເຮັດໃຫ້ຄົນບໍ່ເປັນອິດສະຫຼະໃນການເຄື່ອນຍ້າຍ.
  • ໃນສະໄໝທີ່ຂຽນພຣຄຳພີ, ສາຍເຊືອກເຊັ່ນ: ສາຍເຊືອກຫລືໂສ້ຖືກໃຊ້ເພື່ອຕິດກັບນັກໂທດໃສ່ຝາຫລືພື້ນຂອງຄຸກກ້ອນຫີນ.
  • ຄຳວ່າ“ ຜູກມັດ” ຍັງສາມາດໃຊ້ເວົ້າກ່ຽວກັບການຫໍ່ຜ້າອ້ອມໆບາດເພື່ອຊ່ວຍຮັກສາໃຫ້ຫາຍດີ
  • ຄົນທີ່ຕາຍແລ້ວຈະຖືກມັດໄວ້ດ້ວຍຜ້າເພື່ອຕຽມການຝັງ.
  • ຄຳວ່າ“ ຄວາມຜູກພັນ” ຖືກໃຊ້ເປັນຕົວເລກເພື່ອກ່າວເຖິງບາງສິ່ງບາງຢ່າງ, ເຊັ່ນວ່າບາບ, ເຊິ່ງຄວບຄຸມຫລືເປັນທາດຂອງໃຜຜູ້ ໜຶ່ງ.
  • ຄວາມຜູກພັນຍັງສາມາດເປັນຄວາມສຳພັນທີ່ໃກ້ຊິດລະ ຫວ່າງ ຄົນທີ່ພວກເຂົາສະໜັບສະໜູນ ເຊິ່ງກັນແລະກັນທາງດ້ານອາລົມ, ຈິດໃຈແລະຮ່າງກາຍ. ນີ້ໃຊ້ໄດ້ກັບຄວາມຜູກພັນຂອງການແຕ່ງງານ.
  • ຍົກຕົວຢ່າງ, ສາມີແລະພັນລະຍາຖືກ“ ຜູກມັດ” ຫລືຜູກມັດເຊິ່ງກັນແລະກັນ. ມັນແມ່ນຄວາມຜູກພັນທີ່ພຣະເຈົ້າບໍ່ຕ້ອງການໃຫ້ແຕກແຍກ.

ຄຳແນະນຳໃນການແປ

  • ຄຳວ່າ“ ຜູກມັດ” ຍັງສາມາດແປເປັນ“ ເຊືອກ” ຫລື“ ຜູກມັດ” ຫລື“ ຫໍ່

ຜູ້ທີ່ຖືກເລືອກ, ໄດ້ຖືກເລືອກ, ປະຊາຊົນຜູ້ທີ່ຖືກເລືອກ, ຜູ້ທີ່ຖືກເລືອກ, ຜູ້ທີ່ຖືກຄັດເລືອກ

ນິຍາມ

ຄໍາວ່າ, "ຜູ້ທີ່ຖືກຄັດເລືອກ" ຕາມຕົວອັກສອນໝາຍເຖິງ "ຜູ້ທີ່ຖືກເລືອກ" ແລະເວົ້າເຖິງຄົນທັງຫລາຍທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນໄພ່ພົນຂອງພຣະອົງ. "ຜູ້ໄດ້ຖືກເລືອກ" ຫລື "ຜູ້ທີ່ຖືກເລືອກຂອງພຣະເຈົ້າ" ແມ່ນຄໍານໍາໜ້າຊື່ທີ່ເວົ້າເຖິງພຣະເຢຊູ, ຜູ້ທີ່ຖືກເລືອກເປັນພຣະເມຊີອາ.

  • ຄໍາວ່າ "ຖືກເລືອກ" ໝາຍເຖິງເລືອກບາງສິ່ງຫລືບາງຄົນຫລືຕັດສິນໃຈບາງສິ່ງ. ຫລາຍເທື່ອມັກໃຊ້ເວົ້າເຖິງພຣະເຈົ້າທີ່ໄດ້ແຕ່ງຕັ້ງໄພ່ພົນໃຫ້ເປັນຂອງພຣະອົງແລະຮັບໃຊ້ພຣະອົງ.
  • ໄດ້ຮັບການຖືກ "ເລືອກ" ໝາຍຄວາມວ່າໄດ້ຮັບການຖືກ "ຄັດເລືອກ" ຫລື "ແຕ່ງຕັ້ງ" ເພື່ອເປັນຫລືເພື່ອເຮັດບາງສິ່ງ.
  • ພຣະເຈົ້າໄດ້ເລືອກປະຊາຊົນໃຫ້ບໍຣິສຸດ, ແຍກອອກໄວ້ຕ່າງຫາກໂດຍພຣະອົງ ເພື່ອຈຸດປະສົງໃຫ້ເກີດຜົນດີຝ່າຍວິນຍານ. ນັ້ນແມ່ນເຫດຜົນວ່າເປັນຫຍັງຄົນເຫລົ່ານັ້ນຈຶ່ງຖືກເອີ້ນວ່າ "ຜູ້ທີ່ໄດ້ຖືກເລືອກ" ຫລື "ຜູ້ທີ່ຖືກຄັດເລືອກ."
  • ຄໍາວ່າ "ຜູ້ທີ່ໄດ້ຮັບເລືອກ" ບາງເທື່ອໃຊ້ໃນພຣະຄໍາພີເພື່ອເວົ້າເຖິງຄົນສະເພາະບາງກຸ່ມເຊັ່ນ ໂມເຊ ແລະ ກະສັດາວິດ ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນຜູ້ນໍາໄພ່ພົນຂອງພຣະອົງ. ແລະຍັງໃຊ້ເວົ້າເຖິງຊົນຊາດອິດສະຣາເອນວ່າເປັນໄພ່ພົນທີ່ພຣະເຈົ້າໄດ້ເລືອກ.
  • ຖ້ອຍຄໍາທີ່ວ່າ "ຜູ້ທີ່ຖືກຄັດເລືອກ" ເປັນຄໍາເວົ້າເກົ່າທີ່ມີຄວາມໝາຍຕາມຕົວອັກສອນວ່າ "ຜູ້ທີ່ໄດ້ຮັບເລືອກ" ຫລື "ໄພ່ພົນທີ່ໄດ້ຮັບການເລືອກ." ຖ້ອຍຄໍານີ້ໃນພາສາເດີມໃຊ້ກັບຈໍານວນສອງຄົນຂຶ້ນໄປເມື່ອເວົ້າເຖິງຜູ້ທີ່ມີຄວາມເຊື່ອໃນພຣະຄຣິດ.
  • ໃນພຣະຄໍາພີພາສາອັງກິດເຫລັ້ມເກົ່າ, ຄໍາວ່າ "ຄັດເລືອກ" ໃຊ້ທັງໃນພຣະຄໍາພີເດີມແລະພຣະຄໍາພີໃໝ່ທີ່ຈະແປວ່າ "ຜູ້ທີ່ໄດ້ຮັບເລືອກ" ພຣະຄໍາພີເຫລັ້ມສະໄໝໃໝ່ໃຊ້ຄໍາວ່າ "ຄັດເລືອກ" ໃນພັນທະສັນຍາໃໝ່ເທົ່ານັ້ນ, ທີ່ເວົ້າເຖິງໄພ່ພົນຜູ້ຊຶ່ງໄດ້ຮັບຄວາມພົ້ນໂດຍພຣະເຈົ້າຜ່ານທາງຄວາມເຊື່ອໃນພຣະເຢຊູ. ຕາມທີ່ເຫັນຫລາຍບ່ອນໃນພຣະຄໍາພີ, ໄດ້ແປຄໍານີ້ສ່ວນຫລາຍຈະແປຕາມຕົວອັກສອນວ່າ "ຜູ້ທີ່ໄດ້ຮັບເລືອກ."

ຄໍາແນະນໍາໃນການແປ

  • ເປັນການດີທີ່ສຸດຖ້າຫາກແປວ່າ "ຄັດເລືອກ" ດ້ວຍຄໍາຫລືຖ້ອຍຄໍາທີ່ໝາຍຄວາມວ່າ "ຜູ້ທີ່ໄດ້ຮັບເລືອກ" ຫລື "ໄພ່ພົນທີ່ໄດ້ຮັບເລືອກ." ທີ່ເວົ້າມານີ້ສາມາດແປໄດ້ອີກວ່າ "ໄພ່ພົນຜູ້ທີ່ພຣະເຈົ້າເລືອກ" ຫລື "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນໄພ່ພົນຂອງພຣະອົງ."
  • ຖ້ອຍຄໍາທີ່ວ່າ, "ຜູ້ທີ່ຖືກເລືອກ" ສາມາດແປໄດ້ອີກຢ່າງໜຶ່ງວ່າ "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງ" ຫລື "ຜູ້ທີ່ຖືກຄັດເລືອກ."
  • "ເຮົາເລືອກເຈົ້າ" ສາມາດແປໄດ້ວ່າ, "ເຮົາໄດ້ແຕ່ງຕັ້ງເຈົ້າ" ຫລື "ເຮົາຄັດເລືອກເຈົ້າ."
  • ໃນການເວົ້າເຖິງພຣະເຢຊູວ່າເປັນ, "ຜູ້ໄດ້ຮັບເລຶອກ" ສາມາດແປໄດ້ວ່າ, "ຜູ້ທີ່ໄດ້ຮັບເລືອກຂອງພຣະເຈົ້າ" ຫລື "ການແຕ່ງຕັ້ງພຣະເມຊີອາເປັນພິເສດຂອງພຣະເຈົ້າ" ຫລື "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງ."

ຜູ້ປະກາດ, ຜູ້ປະກາດຂ່າວປະເສີດ

ນິຍາມ

ຄໍາວ່າ "ຜູ້ປະກາດ" ແມ່ນຄົນທີ່ບອກຄົນອື່ນເຖິງຂ່າວປະເສີດເລື່ອງພຣະເຢຊູຄຣິດ.

  • ຄວາມໝາຍຕາມຕົວໜັງສືຄໍາວ່າ "ຜູ້ປະກາດ" ແມ່ນ "ລາງຄົນທີ່ເທດສະໜາຂ່າວປະເສີດ."
  • ພຣະເຢຊູຊົງໄດ້ສົ່ງອັກຄະສາວົກຂອງພຣະອົງອອກໄປເຜີຍແຜ່ຂ່າວປະເສີດ ກ່ຽວກັບການຈະເປັນສ່ວນໜຶ່ງຂອງອານາຈັກຂອງພຣະເຈົ້າ ໂດຍການວາງໃຈໃນພຣະເຢຊູ ແລະການຖວາຍບູຊາຂອງພຣະອົງສໍາລັບຄວາມບາບ.
  • ຄຣິສຕຽນທຸກຄົນຖືກກະຕຸ້ນໃຫ້ແບ່ງປັນຂ່າວປະເສີດ.
  • ຄຣິສຕຽນບາງຄົນໄດ້ຮັບຂອງປະທານຝ່າຍວິນຍານສະເພາະເພື່ອບອກເລົ່າຂ່າວປະເສີດໄດ້ຢ່າງມີປະສິດທິພາບແກ່ຄົນອື່ນ. ກ່າວໄວ້ວ່າຄົນເຫລົ່ານີ້ມີຂອງປະທານໃນການປະກາດຂ່າວປະເສີດແລະຖືກຮຽກເອີ້ນໃຫ້ເປັນ "ຜູ້ປະກາດ."

ຄໍາແນະນໍາໃນການແປ

  • ຄໍາວ່າ "ຜູ້ປະກາດ" ສາມາດແປໄດ້ອີກວ່າ, "ລາງຄົນທີ່ເທດສະໜາຂ່າວປະເສີດ" ຫລື "ຜູ້ສອນຂ່າວປະເສີດ" ຫລື "ຄົນທີ່ປະກາດຂ່າວປະເສີດ."

ຜູ້ປະກາດພຣະທຳ,ຜູ້ທຳນວຍ,ຜູ້ເຜີຍພຣະວັດຈະນະ,ຜູ້ປະກາດ,ຜູ້ພະຍາກອນ

ນິຍາມ

"ຜູ້ປະກາດພະທຳ" ຄື ຜູ້ຊາຍທີ່ເວົ້າຂ່າວສານຂອງພະເຈົ້າໃຫ້ແກ່ປະຊາຊົນ ຜູ້ຍິງທີ່ເຮັດແບບນີ້ຮຽກວ່າ "ຜູ້ປະກາດພະທຳຍິງ"

  • ຫລາຍເທື່ອຜູ້ປະກາດພະທຳຈະຕັກເຕືອນປະຊາຊົນໃຫ້ຫັນກັບຈາກຄວາມບາບຂອງພວກເຂົາແລະໃຫ້ເຊື່ອພະເຈົ້າ
  • "ຄຳເຜີຍພະວັດຈະນະ"ເປັນຂ່າວສານທີ່ຜູ້ປະກາດພະທຳເວົ້າ ການ"ເຜີຍພະວັດຈະນະ"ໝາຍເຖິງການເວົ້າຂ່າວສານຂອງພະເຈົ້າ
  • ຫລາຍເທື່ອຂ່າວສານຂອງຄຳເຜີຍພະວັດຈະນະນັ້ນຈະກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ
  • ຄຳເຜີຍພະວັດຈະນະຕ່າງໆ ໃນພັນທະສັນຍາເດີມໄດ້ສຳເຣັດແລ້ວ
  • ໃນພະຄັມພີ ຊຸດພະທຳທີ່ຂຽນໄວ້ໂດຍຜູ້ປະກາດພະທຳບາງເທື່ອອ້າງເຖິງໃນຖານະເປັນ "ຜູ້ປະກາດພະທຳ" ດ້ວຍ
  • ຕົວຢ່າງເຊັ່ນປະໂຫຍກຄຳວ່າ"ທຳມະບັນຍັດແລະຜູ້ປະກາດພະທຳ" ເປັນວິທີທີ່ຈະອ້າງອິງຂໍ້ພະຄັມພີ ພາສາເຮັບເຣີທັງໝົດ ຊຶ່ງຮູ້ຈັກກັນໃນອີກຄຳວ່າ "ພັນທະສັນຍາເດີມ"
  • ຄຳສັບທີ່ເກົ່າກວ່າອີກຄຳຂອງຄຳວ່າຜູ້ປະກາດພະທຳຄື "ຜູ້ພະຍາກອນ" ຫລື "ບາງຄົົນທີ່ຮັບຮູ້"
  • ບາງເທື່ອຄຳວ່າ "ຜູ້ພະຍາກອນ" ອ້າງເຖິງ ຜູ້ປະກາດພະທຳທຽມເທັດ ຫລື ຄົົນທີ່ທຳນວາຍໂຊກຊະຕາ

ຄຳແນະນຳໃນການແປ

  • ຄຳວ່າ "ຜູ້ປະກາດພະທຳ" ສາມາດແປວ່າ "ຜູ້ປະກາດຂອງພະເຈົ້າ" ຫລື "ຜູ້ຊາຍຜູ້ທີ່ເວົ້າເພື່ອພະເຈົ້າ" ຫລື "ຜູ້ຊາຍທີ່ເວົ້າຂ່າວສານຂອງພະເຈົ້າ"
  • "ຜູ້ພະຍາກອນ" ສາມາດແປວ່າ "ບຸກຄົນຜູ້ເຫັນນິມິດທັງຫຼາຍ" ຫລື "ຜູ້ຊາຍທີ່ເຫັນອະນາຄົດຈາກພະເຈົ້າ"
  • ຄຳວ່າ "ຜູ້ປະກາດພະທຳຍິງ" ສາມາດແປລວ່າ "ຜູ້ປຣະກາດຍິງສຳລັບພະເຈົ້າ" ຫລື "ຜູ້ຍິງຜູ້ທີ່ເວົ້າສຳລັບພະເຈົ້າ" ຫລື "ຜູ້ຍິງຜູ້ທີ່ເວົ້າຂ່າວສານຂອງພະເຈົ້າ"
  • ວິທີແປ "ຄຳເຜີຍພະວັດຈະນະ" ສາມາດທັງຫມົດ "ຂ່າວສານຈາກພະເຈົ້າ" ຫລື "ຜູ້ເຜີຍພະວັດຈະນະຂ່າວສານ"
  • ຄຳວ່າ "ການເຜີຍພະວັດຈະນະ" ສາມາດແປວ່າ "ເວົ້າພະຄຳຈາກພະເຈົ້າ" ຫລື "ບອກຂ່າວສານຂອງພະເຈົ້າ"
  • ຄຳກ່າວອຸບປະມາອຸບປະມັຍ "ບັນຍັດແລະຜູ້ປະກາດພະທຳທັງຫຼາຍ" ສາມາດແປວ່າ "ຫນັງສືທັງຫຼາຍຂອງບັນຍັດແລະຜູ້ປະກາດພະທຳທັງຫຼາຍ" ຫລື "ທຸກສິ່ງທີ່ໄດ້ຂຽນກ່ຽວກັບພະເຈົ້າແລະປະຊາຊົນຂອງພະອົງ ທັງຫມົດທັງບັນຍັດຂອງພະເຈົ້າແລະສິ່ງທີ່ຜູ້ປະກາດພະທຳໄດ້ເທດສະຫນາ"

ຜູ້ປົກຄອງ

ນິຍາມ

​ຜູ້ປົກຄອງ ​ຄື​ບຸກ ​ຄົນ​ທີ່​ຮັບ​ໃຊ້​ໃນ​ຄ​ຮິ​ສ​ຕະ​ຈັກ​ທ້ອງ​ຖີ່ນ ຊ່ວຍ​ເຫລືອ ​ບັນ​ດາ​ພີ່​ນ້ອງ ​ຜູ້​ທີ່​ມີ​ຄວາມ​ເຊື່ອ ໃນ​ຄວາມ​ຕ້ອງ​ການ​ທີ່​ຈຳ​ເປັນ​ເຊັ່ນ​ ອາ​ຫານ ​ຫລື​ ເງີນ.

  • ຄຳ​ວ່າ"ຜູ້ປົກຄອງ" ມາຈາກພາສາກຣີກຫມາຍເຖີ"ຄົນຮັບໃຊ້" ຫລື ​"ຜູ້​ຮັບ​ໃຊ້​ພ​ຣະ​ເຈົ້າ"
  • ຕັ້ງ​ແຕ່​ຕອນ​ເລີ້ມ​ຕົ້ນ,​ຂອງ​ຄ​ຣິ​ສ​ຕຽນ, ການ​ເປັນ​ຜູ້ປົກຄອງ

​ໄດ້​ຮັບ​ບົດ​ບາດ ​ແລະ​ ພັນ​ທະ​ກິດ​ທີ່​ຊັດ​ເຈນ ​ໃນ​ອົງ​ກອນຄ​ຣິ​ສ​ຕະ​ຈັກ.

  • ຕົວ​ຢ່າງ​ເຊັ່ນ, ​ໃນ​ພັນ​ທະ​ສັນ​ຍາ​ໃໝ່, ບັນ​ດາ ​ຜູ້ປົກຄອງ ຈະ​ຕ້ອງ​ສ້າງ​ຄວາມ​ໝັ້ນ​ໃຈ​ວ່າ ບໍ່​ວ່າ​ຈະ​ເປັນ​ເງີນ ​ຫລື​ ອາ​ຫານ ​ທີ່​ຜູ້​​ເຊື່ອ​ໄດ້​ຖວາຍ​ໃຫ້​ ຈະ​ຕ້ອງ​ແບ່ງ​ປັນ ​ແມ່​ມ້າຍ ​ທ່າມ​ກາງ ​ພວກ​ເຂົາ ​ຢ່າງ​ຍຸ​ຕິ​ທັມ.
  • ຄຳ​ວ່າ "ຜູ້ປົກຄອງ" ອາ​ຈ​ແປ​ເປັນ " ຜູ້​ຮັບ​ໃຊ້​ຂອງ​ຄ​ຣິ​ສ​ຕະ​ຈັກ" ຫລື​ "ຄົນງານຂອງຄຣິສຕະຈັກ"ຫລື "ຜູ້ຮັບໃຊ້ຂອງຄຣິສຕະຈັກ"ຫລື ຄຳເວົ້າອື່ນໆ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ບຸກ​ຄົນ​ນັ້ນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ທຳ​ງ​ານ​ສະ​ເພາະ​ທີ່​ເປັນ​ປະ​ໂຍດ ​ຕໍ່​ພີ່​ນ້ອງ​ຄ​ຣິ​ສະ​ຕຽນ ​ໃນ​ທ້ອງ​ຖິ່ນນັ້ນໆ.

ຜູ້ຮັບໃຊ້, ວຽກງານຮັບໃຊ້

ນິຍາມ

ໃນພຣະຄັມພີ, ຄຳວ່າ, "ຜູ້ຮັບໃຊ້" ແລະ "ວຽກງານຮັບໃຊ້" ເປັນການບົ່ງບອກເຖິງ ການຮັບໃຊ້ຄົນອື່ນ ໂດຍການສອນພຣະຄັມຂອງພຣະເຈົ້າ ແລະ ການລ້ຽງດູຝ່າຍວິນຍານຂອງພວກເຂົາ. ຄຳວ່າ "ຜູ້ຮັບໃຊ້" ສາມາດໃຊ້ກ່າວເຖິງຄົນທີ່ຮັບໃຊ້ຄົນອື່ນໃນແບບດຽວກັນນີ້.

  • ໃນພຣະຄັມພີເດີມ, ປະໂລຫິດຈະ "ບົວລະບັດຮັບໃຊ້" ພຣະເຈົ້າໃນພຣະວິຫານ ໂດຍການຖວາຍເຄື່ອງເຜົາບູຊາແດ່ພຣະອົງ.
  • "ວຽກງານຮັບໃຊ້" ຂອງປະໂລຫິດ ຍັງລວມທັງການເບິ່ງແຍງພຣະວິຫານ ແລະ ເປັນໂຕແທນຂອງປະຊາຊົນໃນການອະທິຖານຕໍ່ພຣະເຈົ້າ.
  • ໃນພຣະຄັມພີໃໝ່, ຄຳວ່າ "ຜູ້ຮັບໃຊ້" ໃນຂ່າວປະເສີດ ແມ່ນໝາຍເຖິງ ບາງຄົນທີ່ໄດ້ສັ່ງສອນຖ້ອຍຄຳໃຫ້ປະຊາຊົນໄດ້ຮັບຄວາມພົ້ນ ໂດຍຄວາມເຊື່ອໃນພຣະເຢຊູເຈົ້າ. ບາງເທື່ອ ກໍເອິ້ນຜູ້ຮັບໃຊ້ວ່າ "ຄົນຮັບໃຊ້."
  • ໃນວຽກງານບົວລະບັດຮັບໃຊ້ປະຊາຊົນນັ້ນ ຍັງລວມທັງການລ້ຽງດູຝ່າຍຈິດວິນຍານ ໂດຍສອນພວກເຂົາເຖິງເລື່ອງຂອງພຣະເຈົ້າ.
  • ມັນຍັງສາມາດບົ່ງບອກເຖິງການຮັບໃຊ້ປະຊາຊົນໃນທາງດ້ານຮ່າງກາຍອີກ, ເຊັ່ນ ການເບິ່ງແຍງຄົນເຈັບປ່ວຍ ແລະ ການເອົາອາຫານໃຫ້ຄົນທຸກຍາກ.

ຄຳແນະນຳໃນການແປ

  • ໃນເນື້ອໃນກ່ຽວກັບການຮັບໃຊ້ປະຊາຊົນ, "ການຮັບໃຊ້" ສາມາດແປໄດ້ວ່າ "ຮັບໃຊ້" ຫລື "ເບິ່ງແຍງ" ຫລື "ຕອບສະໜອງຄວາມຈຳເປັນຂອງ."
  • ເມື່ອໃຊ້ກ່າວອ້າງເຖິງການຮັບໃຊ້ໃນພຣະວິຫານ, ຄຳວ່າ "ຜູ້ຮັບໃຊ້" ສາມາດແປໄດ້ວ່າ "ຮັບໃຊ້ພຣະເຈົ້າໃນພຣະວິຫານ" ຫລື "ຖວາຍເຄື່ອງເຜົາບູຊາແດ່ພຣະເຈົ້າ ເພື່ອປະຊາຊົນ."
  • ໃນເນື້ອໃນຂອງເລື່ອງທີ່ກ່ຽວຂ້ອງກັບການຮັບໃຊ້ພຣະເຈົ້າ, ນີ້ຍັງສາມາດແປໄດ້ອີກວ່າ "ຮັບໃຊ້" ຫລື "ການເຮັດວຽກເພື່ອພຣະເຈົ້າ."
  • ຄຳເວົ້າວ່າ "ບົວລະບັດ" ສາມາດແປໄດ້ອີກວ່າ "ເບິ່ງແຍງສຳລັບ" ຫລື "ຈັດຕຽມສຳລັບ" ຫລື "ໄດ້ຊ່ວຍ."

ຜູ້ໄຮ້ດຽງສາ, ຜູ້ບໍຣຶສູດ

ນິຍາມ

ຄຳວ່າ "ຜູ້ໄຮ້ດຽງສາ" ໝາຍເຖຶງບໍ່ມີຄວາມຜິດໃນອາດຊະຍາກຳຫຼືການກະທຳຜິດອື່ນໆ ຄຳນີ້ຍິງອາດອ້າງເຖີງຄົນທີ່ບໍ່ໄດ້ມີສ່ວນໃນການກະທຳສິ່ງຊົ່ວ

  • ຄົນທີ່ຖືກກ່າວຫາວ່າທຳບ່າງຢ່າງຜິດທີ່ບໍ່ມີຄວາມຜິດທີ່ລາວບໍ່ໄດ້ທຳຜິດນັ້ນ
  • ບາງຄັ້ງ "ຜູ້ໄຮ້ດຽງສາ" ຖືກໃຊ້ເພື່ອອ້າງເຖີງຄົນທີ່ບໍ່ໄດ້ທຳສິ່ງໃດຜິດເຊັ່ນການທີ່ຈະຕ້ອງຖືກປະຕຶບັດທີ່ຊົ່ວຮ້າຍທີ່ພວກເຂົາໄດ້ຮັບຢູ່ເຊັ່ນກອງທັບສັດຕູໂຈມຕີ "ຜູ້ບໍຣຶສຸດ"

ຄຳແນະນຳໃນການແປ

  • ໃນກໍ​ຣະ​ນີສວ່ນໃຫ່ຍຄຳວ່າ "ຜູ້ໄຮ້ດຽງສາ" ສາມາດແປໄດ້ວ່າ "ບໍ່ມີຄວາມ

ຜິດ" ຫຼື "ບໍ່ຕ້ອງຮັບຜິດຊອບ" ຫຼື "ບໍ່ຄວນຖືກຕຳນິ" ສຳຫລັບບາງຢ່າງ

  • ເມື່ອອ້າງເຖີງຄົນທີ່ປະສະຈາກຄວາມຜິດໂດຍທົ່ວໄປ ຄຳນີ້ສາມາດແປໄດ້ວ່າ "ຜູ້ທີ່ບໍ່ໄດ້ທຳຫຍັງຜຶດ" ຫຼື "ຜູ້ທີ່ບໍ່ໄດ້ມີສ່ວນ​ຮ່ວມໃນຄວາມ​ຊົ່ວ"
  • ຄຳເວົ້າທີ່ປະກົດຫລາຍໆຄັ້ງ "ເລືອດຂອງຜູ້ບໍຣຶສຸດ" ສາມາດແປໄດ້ວ່າ "ຄົນທີ່ບໍ່ໄດ້ເຮັດຫຍັງ​ຜິດທີ່ສົມຄວນຈະຖືກຂ່າ"
  • ຄຳເວົ້າ "ທຳໃຫ້ເລືອດບໍຣຶສຸດຫລັ່ງອອກ" ອາດຈະຖືກແປວ່າ "ຂ້າຜູ້ບໍຣຶສຸດ" ຫຼື "ຂ້າຄົນທີ່ບໍ່ໄດ້ເຮັດຫຍັງຜຶດຖືກຂ້າ"
  • ໃນບໍຣຶບົດທີ່ຄົນໜື່ງກຳລັງຖືກຂ້າ "ບໍຣຶສຸດໃນເລື່ອງຄວາມຕາຍ" ສາມາດແປໄດ້ວ່າ "ບໍ່ໄດ້ມີຄວາມຜຶດໃນການຕາຍຂອງ​ເຂົາ"
  • ເມື່ອເວົ້າ​ເຖີງຄົນທີ່ບໍ່ຍ້ອມຮັບຂ່າວປະເສີດຂອງພຣະເຢຊູເຈົ້າ ແຕ່ບໍ່ຍອມຮັບນັ້ນ "ບໍຣິສຸດໃນເຣຶ່ອງການຕາຍຂອງ​ເຂົາ" ສາມາດແປໄດ້ວ່າ"ບໍ່ຮັບ​ຜິດຊອບບໍ່ວ່າພວກເຂົາຈະຕາຍໃນຝ່າຍວຶນຍານຕໍ່ໄປຫຼືບໍ" ຫຼື "ບໍ່ຮັບຜຶດຊອບບໍ່ວ່າພວກເຂົາຈະຮັບຂ່າວນີ້ຫຼືບໍ່"
  • ເມື່ອຢູດາໄດ້ເວົ້າວ່າ "ຂ້າພຣະເຈົ້າໄດ້ເຮັດໃຫ້ເລືອດຂອງຜູ້ບໍ່ມີຄວາມ​ຜິດເຖຶງແກ່ຄວາມຕາຍ" ລາວກຳລັງເວົ້າວ່າ "ຂ້າພຣະເຈົ້້າໄດ້ເຮັດຕໍ່ຜູ້ທີ່ບໍ່ມີຄວາມຜິດຫຍັງ" ຫຼື "ຂ້າພຣະເຈົ້າໄດ້ເປັນສາເຫດແຫ່ງການຕາຍຂອງຄົນທີ່ບໍ່ມີບາບ"
  • ເມື່ອປີລາດໄດ້ເວົ້າກຽວກັບພຣະເຢຊູວ່າ "ເຮົາບໍຣຶສຸດໃນໂລຫິດຂອງຜູ້ບໍຣຶສຸດນີ້" ປະໂຍດນີ້ແປວ່າ "ເຮົາບໍ່ຮັບຜິດຊອບຕໍ່ການປະຫານຜູ້ຊາຍຄົນນີ້ທີ່ບໍ່ໄດ້ເຮັດຫຍັງຜິດເຖຶງແກ່ຄວາມຕາຍ"

ຜົນງານ, ການກະທຳ, ເຮັດການ, ການກະທຳ

ນິຍາມ

ໃນພຣະຄຳພີໄດ້ກ່າວວ່າ "ຜົນງານ," "ການກະທຳ," ແລະ "ການກະທຳ" ຈະໃຊ້ເພື່ອໝາຍເຖິງສິ່ງຕ່າງໆ ທີ່ພຣະເຈົ້າຫຼືມະນຸດເຮັດເອງ."

  • ຄຳວ່າ "​ຜົນງານ" ໝາຍເຖິງການເຮັດການຫຼືເຮັດຢ່າງໃດກໍຕາມທີ່ເຮັດເພື່ອຄົນອື່ນ.
  • "ຜົນງານ" ຂອງພຣະເຈົ້າ ແລະ "ຜົນງານຈາກພຣະຫັດຂອງພຣະອົງ" ເປັນຄວາມໝາຍທີ່ກ່າວເຖິງທຸກສິ່ງທີ່ພຣະອົງຊົງກະທຳຫຼືໄດ້ຊົງກະທຳຮວມເຖິງການຊົງສ້າງໂລກ ຊ່ວຍຄົນບາບໃຫ້ລອດພົ້ນຈາກຄວາມຜິດແລະເບິ່ງແຍງເອົາໃຈໃສ່ຕໍ່ຄວາມຕ້ອງການຂອງສິ່ງທີ່ຊົງສ້າງທັງໝົດແລະຮັກສາຈັກກະວານທັງໝົດໃຫ້ຢູ່ໃນທີ່. ຄຳວ່າ "ຜົນງານ" ແລະ "ການກະທຳ" ຍັງໃຊ້ເພື່ອອ້າງອີງເຖິງການອັດສະຈັນຂອງພຣະເຈົ້າໃນການນີລະມິດສ້າງເຊັ່ນ "ການນີລະມິດສ້າງທີ່ຍິ່ງໃຫຍ່" ຫຼື " ການນີລະມິດສ້າງທີ່ໜ້າອັດສະຈັນ."
  • ຜົນງານຫຼືການກະທໍາທີ່ບຸດຄົນທຳສາມາດເປັນໄປໄດ້ທັງດີແລະບໍ່ດີ.
  • ພຣະວິນຍານບໍລິສຸດໃຫ້ສິດອຳນາດຜູ້ທີ່ເຊື່ອໃນການກະທຳດີຊຶ່ງເອີ້ນຍ່າງວ່າ "ຜົນທີ່ດີ."
  • ຄົນທັງຫຼາຍບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍການກະທຳດີຂອງພວກເຂົາຍ່າງດຽວແຕ່ພວກເຂົາລອດດ້ວຍມີຄວາມເຊື່ອໃນພຣະເຢຊູ ຄຣິດ.
  • "​ຜົນງານ" ຂອງບຸກຄົນໜຶ່ງສາມາດເປັນສິ່ງທີ່ພວກເຂົາຫາລ້ຽງຊີວິດຫລືເພື່ອຮັບໃຊ້ພຣະເຈົ້າພຣະຄຳພີຍັງກ່າວເຖິງພຣະເຈົ້າວ່າ"ຊົງສ້າງ "

ຄຳແນະນຳໃນການແປ:

  • ການແປ "ງານ" ຫຼື "ການກະທຳ" ອື່ນໆ ອາດຈະເປັນ " ການກະທຳ" ຫຼື "ສິ່ງຕ່າງໆທີ່ເຮັດແລ້ວ."
  • ເມື່ອເວົ້າເຖິງ "ງານ" ຫຼື "ການກະ​ທຳ" ຂອງພຣະເຈົ້າແລະ "ການຊົງສ້າງດ້ວຍພຣະຫັດຂອງພຣະອົງ" ຄຳເວົ້າເຫຼົ່ານີ້ອາດຈະແປວ່າ "ການອັດສະຈັນ" ຫຼື "ການຊົງສ້າງອັນຍິ່ງໃຫຍ່" ຫຼື "ສິ່ງມະຫັດສະຈັນທີ່ພຣະອົງຊົງສ້າງ."
  • ຖ້ອຍຄຳທີ່ວ່າ "ຊົງສ້າງຂອງພຣະເຈົ້າ" ໝາຍຄວາມວ່າ "ສິ່ງທີ່ພຣະເຈົ້າຊົງກຳລັງສ້າງຢູ່ນັ້ນ" ຫຼື "ສິ່ງມະຫັດສະຈັນທີ່ພຣະເຈົ້າຊົງກະທຳ" ຫຼື "ສິ່ງໜ້າອັດສະຈັນທີ່ພຣະເຈົ້າຊົງສ້າງ" ຫຼື "ທຸກສິ່ງທີ່ພຣະເຈົ້າຊົງສ້າງ."
  • ຄຳວ່າ "ງານ" ອາດ​ຈະ​ມີ​ຢູ່ໃນ​ຄຳ​ເວົ້າເຊັ່ນ "ງານດີທຸກຢ່າງ" ຫຼື "ຜົນງານດີທຸກຢ່າງ."
  • ຄຳວ່າ "ງານ" ອາດຈະມີຄວາມໝາຍກວ້າງອອກໄປຂອງ "ບໍລິການ" ຫຼື "ພັນທະກິດ" ຕົວຢ່າງເຊັ່ນຄຳວ່າ "ການງານຂອງທ່ານໃນອົງພຣະຜູ້ເປັນເຈົ້າ" ສາມາດແປໄດ້ວ່າ "ສິ່ງທີ່ທ່ານທຳເພື່ອອົງພຣະຜູ້ເປັນເຈົ້າ."
  • ຄຳທີ່ວ່າ "ກວດສອບວຽກງານຂອງທ່ານເອງ" ມີຄວາມໝາຍທີ່ແປໄດ້ວ່າ "ໃຫ້ແນ່ໃຈວ່າທ່ານກຳລັງເຮັດຫຍັງຢູ່ຄືຖືກພຣະປະສົງຂອງພຣະເຈົ້າ" ຫຼື "ເຮັດໃຫ້ແນ່ໃຈວ່າທ່ານກຳລັງເຮັດຫຍັງຢູ່ ເປັນທີ່ພໍພຣະໄທຂອງພຣະເຈົ້າ."
  • ຄຳທີ່ກ່າວວ່າ "ການທຳງານຂອງພຣະວິນຍານບໍຣິສຸດ "ໝາຍຄວາມວ່າ "ການມີລິດອຳນາດຂອງພຣະວິນຍານບໍສຸດ" ຫຼື "ພັນທະກິດຂອງພຣະວິນຍານບໍລິສຸດ" ຫຼື "ສິ່ງທີ່ພຣະວິນຍານບໍລິສຸດຊົງກະ​ທຳ."

ແຜ່ນດິນແຫ່ງພະສັນຍາ

ນິຍາມ

ຄຳວ່າ "ແຜ່ນດິນແຫ່ງພະສັນຍາ" ມີຢູ່ໃນເລື່ອງຣາວຂອງພະຄັມພີເທົ່ານັ້ນ ບໍ່ແມ່ນຂໍ້ຄວາມພະຄັມພີ ແຕ່ເປັນທາງເລືອກໜຶ່ງທີ່ອ້າງເຖິງແຜ່ນດິນຄານາອັນທີ່ພະເຈົ້າໄດ້ຊົງສັນຍາໄວ້ວ່າຈະປະທານແກ່ອັບຣາຮັມແລະລູກຫຼານຂອງທ່ານ

  • ເມື່ອອັບຣາຮັມຍັງຢູ່ທີ່ເມືອງເອີ ພະເຈົ້າໄດ້ຊົງບັນຊາທ່ານໃຫ້ໄປຢູ່ໃນແຜ່ນດິນຄານາອັນ ທ່ານແລະລູກຫຼານຂອງທ່ານ ຊາວອິສຣາເອນ ໄດ້ຢູ່ບ່ອນນັ້ນຫຼາຍປີ
  • ເມື່ອເກີດການກັນດານອາຫານຢ່າງຮຸນແຮງເຮັດໃຫ້ບ່ອນນັ້ນບໍ່ມີອາຫານໃນຄານາອັນ ຊາວອິສຣາເອນຈຶ່ງໄດ້ຍ້າຍໄປຢັງອີຢິປ
  • ສີ່ຮ້ອຍປີຕໍ່ມາ ພະເຈົ້າໄດ້ຊົງຊ່ວຍກູ້ຊົນຊາດອິສຣາເອນຈາກການເປັນຂ້າທາດໃນອີຢິປແລະໄດ້ນຳພວກທ່ານກັບມາຍັງຄານາອັນແຜ່ນດິນຊຶ່ງພະເຈົ້າໄດ້ຊົງສັນຍາຈະປະທານໃຫ້ພວກທ່ານອີກເທື່ອໜຶ່ງ

% ຄຳແນະນຳໃນການແປ

  • ຄຳວ່າ "ແຜ່ນດິນແຫ່ງພະສັນຍາ" ສາມາດແປວ່າ "ແຜ່ນດິນທີ່ພະເຈົ້າໄດ້ຕັດວ່າພະອົງຈະປະທານໃຫ້ແກ່ອັບຣາຮັມ" ຫລື "ແຜ່ນດິນທີ່ພະເຈົ້າຊົງສັນຍາແກ່ອັບຣາຮັມ" ຫລື "ແຜ່ນດິນພະເຈົ້າຊົງສັນຍາກັບປະຊາ ກອນຂອງພະອົງ" ຫລື "ແຜ່ນດິນຄານາອັນ"
  • ໃນພະຄັມພີ ຄຳນີ້ປາກົດໃນຮູບແບບຂອງ "ແຜ່ນດິນທີ່ພະເຈົ້າຊົງສັນຍາໄວ້"

ຝາແຫ່ງການຄືນດີ

ນິຍາມ

" ຝາແຫ່ງການຄືນດີ " ເປັນຝາທີ່ເຮັດຈາກທອງຄຳເພື່ອໃຊ້ເປັນ ຝາປິດເທິງຫີບພັນທະສັນຍາ. ໃນພາສາອັງກຣິດຫລາຍສະບັບໃຊ້ຄຳນີ້ເອີ້ນວ່າ " ແຜ່ນປິດແຫ່ງການຄືນດີ. "

  • ຝາແຫ່ງການຄືນດີມີຄວາມຍາວປະມານ115 ເຊັ່ນຕີແມັດແລະກວ້າງປະມານ 70 ເຊັນຕີແມັດ
  • ເທິງຝາແຫ່ງການຄືນດີນັ້ນມີເຄຣຸບທອງຄຳສອງຮູບທີ່ມີປາຍປີກມາບັນຈຸກັນ.
  • ພຣະຢາເວໄດ້ຊົງສັ່ງວ່າພຣະອົງຈະພົບຄົນອິສະຣາເອນເໜືອຝາແຫ່ງການຄືນດີ, ພາຍໃຕ້ປີກທີ່ກາງອອກຂອງເຄຣຸບ, ມີພຽງມະຫາປະໂລຫິດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ກະທຳການນີ້, ໃນຖານະຕົວແທນຂອງປະຊາຊົນ.
  • ບາງຄັ້ງຝາແຫ່ງການຄືນດີນີ້ໄດ້ເອີ້ນວ່າ " ພຣະທີ່ນັ່ງກາຣຸນາ " ເພາະວ່າເປັນຊື່ພຣະເມດ ຕາ ຂອງພຣະເຈົ້າໃນການສະເດັດລົງມາເພື່ອໄຖ່ມະນຸດຄົນບາບ.

ຂໍ້ແນະນຳໃນການແປ

  • ໃນວິທີອື່ນຈະແປຄຳນີ້ກໍອາດຈະລວມເຖິງຄຳວ່າ "ຝາຫີບທີ່ພຣະເຈົ້າຊົງສັນຍາວ່າຈະໄຖ່ບາບ " ຫລື " ທີ່ພຣະເຈົ້າຊົງຄືນດີ " ຫລື " ຝາຫີບທີ່ພຣະເຈົ້າຊົງໃຫ້ອະພັຍແລະຊົງຮື້ຟື້ນຂຶ້ນໃໝ່. "
  • ຫລືອາດຈະມີຄວາມໝາຍວ່າ " ສະຖານທີ່ແຫ່ງການປອບໂຍນ. "
  • ໃຫ້ປຽບທຽບຄຳນີ້ກັບຄຳທີ່ທ່ານໃຊ້ແປຄຳວ່າ " ການຄືນດີ " ການປອບໂຍນ " ຫລື " ການໄຖ່ບາບ."

ພຣະຄຣິດ,ພຣະເມສີອາ

ນິຍາມ

ຄຳວ່າ "ພຣະເມສີອາ"ແລະ "ພຣະຄຣິດ" ຫມາຍເຖີງ" ຜູ້ທີ່ໄດ້ຮັບການຊົງເຈີມ" ແລະກ່າວເຖີງພຣະເຢຊູ ພຣະບຸດຂອງພຣະເຈົ້າ.

  • ທັງຄຳວ່າ "ພຣະເມສີອາ"ແລະ"ພຣະຄຣິດ"ໃຊ້ໃນພັນທະສັນຍາໄຫມ່ທີ່ກ່າວເຖີງພຣະບຸດຂອງພຣະເຈົ້າຜູ້ທີ່ພຣະເຈົ້າພຣະບິດາຊົງແຕ່ງຕັ້ງເພື່ອໃຫ້ຄອບຄອງເປັນກະສັດ ເຫນືອປະຊາກອນຂອງພຣະອົງແລະຊວ່ຍພວກເຂົາໃຫ້ລອດຈາກຄວາມບາບແລະຄວາມຕາຍ.
  • ໃນພັນທະສັນຍາເດີມ ຜູ້ປະກາດພຣະທັມໄດ້ຂຽນຄຳປະກາດພຣະທັມກ່ຽວກັບພຣະເມສີອາໄວ້ຫລາຍຮອ້ຍປີກອ່ນທີ່ພຣະອົງຈະສະເດັດເຂົ້າມາໃນໂລກ..
  • ຫລາຍຄັ້ງທີ່ຄຳຫມາຍຂອງຄຳວ່າ"(ຜູ້ທີ່) ໄດ້ຮັບການຊົງເຈີມ"

ໄດ້ໃຊ້ໃນພັນທະສັນຍາເດີມໃນການກ່າວເຖີງພຣະເມສີອາຜູ້ທີ່ຈະສະເດັດມາ.

  • ພຣະເຢຊູຊົງເຮັດໃຫ້ຄຳປະກາດພຣະທັມເຫລົ່ານີ້ສຳເຣັດເປັນຈິງແລະເຮັດການອັດສະຈັນຫລາຍຢ່າງທີ່ເປັນການພິສູດ

ວ່າພຣະອົງຊົງເປັນພຣະເມສີອາຄຳກ່າວພະທັມເຫລົ່ານີ້ສຳເຣັດເມື່ອພຣະອົງສະເດັດກັບມາ.

  • ຄຳວ່າ "ພຣະຄຣິດ" ມັກໃຊ້ເອີ້ນພຣະນາມ ຢ່າງເຊັ່ນ "ພຣະຄຣິດ"ແລ "ພຣະເຢຊູຄຣິດ" .
  • "ພຣະຄຣິດ"ຖືກນຳມາໃຊ້ເປັນສ່ວນຫນຶ່ງຂອງພຣະນາມ ຢ່າງເຊັ່ນ "ພຣະເຢຊູຄຣິດ".

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ໂດຍການໃຊ້ຄວາມຫມາຍຂອງ "ຜູ້ຊົງຮັບການເຈີມ" ຫລື "ພຣະຜູ້ຊ່ວຍໃຫ້ລອດທີ່ໄດ້ຮັບການຊົງເຈີມຂອງພຣະເຈົ້າ"
  • ຫລາຍພາສາທີ່ໃຊ້ຄຳແປທີ່ເບີ່ງເຫມືອນ ຫລື ຫນ້າຈະເຫມືອນ

"ພຣະຄຣິດ" ຫລື ພຣະເມສີອາ.


ພຣະຄຸນ,ມີພຣະຄຸນ

ນິຍາມ

ຄຳວ່າ "ພຣະຄຸນ" ອ້າງເຖິງການຊ່ວຍເຫືຼອຫລືຄຳອວຍພອນ ແກ່ຜູ້ທ່ີ່ຍັງບໍ່ໄດ້ຮັບ. ຄຳວ່າ "ພຣະຄຸນ" ຈະອະທິບາຍເຖິງຄົນທ່ີ່ສະແດງພຣະຄຸນຕໍ່ຜູ້ອື່ນ.

  • ພຣະຄຸນຂອງພຣະເຈົ້າຕໍ່ມະນຸດທີ່ເຕັມໄປດວ້ຍຄວາມບາບຄືຂອງຂວັນທີ່ໃຫ້ ໂດຍຫວັງບໍ່ຫວັງການຕອບແທນ.
  • ແນວຄິດເລື້ອງພຣະຄຸນຍັງອ້າງເຖິງການເປັນຄົນທີ່ໃຈດີແລະໃຫ້ອະພັຍບາງຄົນທີ່ເຮັດຜິດຫລືເຮັດສິ່ງທີ່ເຈັບປວດແກ່ຜູ້ອື່ນ.
  • ຄຳກ່າວ "ສະແຫວງຫາພຣະຄຸນ"ເປັນຄຳກ່າວທີ່ໝາຍເຖິງ

ໄດ້ຮັບຄວາມຊ່ວຍເຫືຼອແລະຄວາມເມດຕາຈາກພຣະເຈົ້າ. ຫລາຍຄັ້ງລວມເຖິງພຣະເຈົ້າຊົງພໍພຣະທັຍໃນບາງຄົນທີ່ຊ່ວຍ ຄົນນັ້ນ.

%ຄຳແນະນຳໃນການແປ

  • ອີກແນວທາງໃນການແປ "ພຣະຄຸນ" ສາມາດແປໄດ້ອີກວ່າ,

"ຄວາມເມດຕາຂອງພຣະເຈົ້າ" ຫລື "ເປັນທີ່ພໍໃຈພຣະເຈົ້າ" ຫລື "ຄວາມເມດຕາແລະການໃຫ້ອະພັຍຂອງພຣະເຈົ້າແກ່ຄົນບາບ" ຫລື "ຄວາມເມດຕາຄຸນ".

  • ຄຳວ່າ"ມີພຣະຄຸນ" ສາມາດແປວ່າ "ເຕັມໄປດວ້ຍພຣະຄຸນ"ຫລື "ກະລຸນາ" ຫລື "ເມດຕາກະລຸນາ".
  • ຄຳກ່າວວ່າ," ເຂົາພົບພຣະຄຸນໃນສາຍພຣະເນດຂອງພຣະເຈົ້າ"ສາມາດແປໄດ້ອີກວ່າ,"ເຂົາໄດ້ຮັບພຣະເມດຕາຈາກພຣະເຈົ້າ "ຫລື "ພຣະເຈົ້າຊົງເມດຕາຊ່ວຍເຫືຼອເຂົາ" ຫລື ພຣະເຈົ້າຊົງສຳແດງຄວາມພໍໃຈແກ່ເຂົາ" ຫລື "ພຣະເຈົ້າພໍໃຈເຂົາແລະຊວ່ຍເຫືຼອເຂົາ."

.


ພຣະເຈົ້າ

ນິຍາມ

ຄຳວ່າ "ພຣະເຈົ້າ" ກ່າວເຖິງບັນດາສິ່ງທີ່ກ່ຽວກັບພຣະເຈົ້າ.

  • ບາງຄຳໃຊ້ຄຳນີ້ຮ່ວມດ້ວຍໄດ້ແກ່ "ສິດອຳນາດຂອງພຣະເຈົ້າ" " ການພິພາກສາຂອງພຣະເຈົ້າ" " ພຣະລັກສະນະຂອງພຣະເຈົ້າ" " ຣິດອຳນາດຂອງພຣະເຈົ້າ"ແລະ "ພຣະສະຫງ່າຣາສີຂອງພຣະເຈົ້າ".
  • ໃນຂໍ້ຄວາມນຶ່ງຂອງພຣະຄັມພີຄຳວ່າ "ພຣະເຈົ້າ" ຖືກໃຊ້ເພື່ອອະທິບາຍສິ່ງທີ່ກ່ຽວກັບພຣະປອມ.

ຄຳແນະນຳໃນການແປ

  • ວິທີການແປຄຳວ່າ "ພຣະເຈົ້າ" ອາດລວມເຖິງ "ຂອງພຣະເຈົ້າ" ຫຼື "ຈາກພຣະເຈົ້າ" ຫຼື "ກ່ຽວຂ້ອງກັບຄຳວ່າພຣະເຈົ້າ" ຫຼື "ມີລັກສະນະຂອງພຣະເຈົ້າ".
  • ຕົວຢ່າງເຊັ່ນ "ສິດທິອຳນາດຂອງພຣະເຈົ້າ" ອາດແປວ່າ "ອຳນາດຂອງພຣະເຈົ້າ" ຫຼື "ອຳນາດທີ່ມາຈາກພຣະເຈົ້າ".
  • ຄຳເວົ້າ "ພຣະສະຫ່ງາຣາສີຂອງພຣະເຈົ້າ" ສາມາດແປເປັນ "ພຣະສະຫ່ງາຣາສີຂອງພຣະເຈົ້າ" ຫຼື "ພຣະສະຫ່ງາຣາສີທີ່ພຣະເຈົ້າມີ" ຫຼື "ພຣະສະຫ່ງາຣາສີທີ່ມາຈາກພຣະເຈົ້າ".
  • ການແປບາງສະບັບອາດຕ້ອງການໃຊ້ຄຳອື່ນໃນການອະທິບາຍສິ່ງທີ່ກ່ຽວກັບພຣະປອມ.

ພຣະເຈົ້າ

ນິຍາມ

ໃນພຣະຄັມພີ,ຄຳວ່າ "ພຣະເຈົ້າ" ອ້າງເຖິງຜູ້ທີ່ມີຊີວິດນີຣັນດອນ ຜູ້ຊົງສ້າງຈັກກະວານຄວາມຫວ່າງເປົ່າ. ພຣະເຈົ້າຊົງເປັນຢູ່ໃນຖານະພຣະບິດາ, ພຣະບຸດ, ພຣະວິນຍານບໍຣິສຸດ. ພຣະນາມຂອງພຣະເຈົ້າຄື "ພຣະເຈົ້າຢາເວ"

  • ພຣະເຈົ້າຊົງເປັນຢູ່ສະເໝີ;ພຣະອົງຢູ່ກ່ອນສິ່ງອື່ນໃດຈະເກີດຂື້ນແລະພຣະອົງຈະຢູ່ສະເໝີເປັນນິດ.
  • ພຣະອົງຊົງເປັນພຣະເຈົ້າທ່ຽງແທ້ພຽງຜູ້ດຽວທີ່ມີອຳນາດເໜືອທຸກສິ່ງໃນຈັກກະວານ.
  • ພຣະເຈົ້າທ່ຽງທັມດີພອ້ມ ສະຕິປັນຍາຢ່າງຫລວງຫລາຍບໍຣິສຸດ

ບໍ່ມີບາບ ຍຸດຕິທັມ ເມດຕາແລະມີຄວາມຮັກ.

  • ພຣະອົງເປັນພຣະເຈົ້າທີ່ຮັກສາຄຳສັນຍາແລະເຕີມເຕັມຄຳສັນຍາຂອງພຣະອົງສະເໝີ.
  • ມະນຸດຖືກສ້າງມາເພື່ອນະມັດສະການພຣະເຈົ້າແລະພຣະອົງເປັນຜຸ້ດຽວທີ່ພວກເຂົາຄວນສັນລະເສີນ.
  • ພຣະເຈົ້າຊົງເປີດເຜີຍພຣະນາມຂອງພຣະອົງຄື"ພຣະເຈົ້າຢາເວ"ໝາຍເຖິງ"ພຣະອົງເປັນ" ຫລຶ "ເຮົາເປັນ" ຫລື "ຜຸ້ຊົງເປັນຢຸ່ເປັນນິດ.
  • ພຣະຄັມພີກໍສອນເຖິງ "ພຣະ" ປອມດວ້ຍຊຶ່ງກໍຄືຮູບເຄົາລົບ

ທີ່ບໍ່ມີຊີວິດທີ່ຜູ້ຄົນຫລົງໄປນະມັດສະການແບບຜິດໆ.

%ຄຳແນະນຳການແປ

  • ແນວທາງໃນການແປຄຳວ່າ "ພຣະເຈົ້າ" ສາມາດລວມທັງ "ເທບ" ຫລື "ພຣະຜູ້ສ້າງ" ຫລື "ຜູ້ສູງສົ່ງ"
  • ອີກແນວທາງໃນການແປຄຳວ່າ "ພຣະເຈົ້າ" ສາມາດລວມ "ພຣະຜູ້ສ້າງຜູ້ສູງສົ່ງ" ຫລື "ອົງອະທິປະໄຕນິຣັນດອນ" ຫລື ພຣະຜູ້ຊົງດຳລົງຢູ່ແລະພຣະຜູ້ສູງສົ່ງ."
  • ພິຈາລະນາວ່າພຣະເຈົ້າຈະຖືກອ້າງເຖິງໃຊ້ພາສາທ້ອງຖິ່ນຫລືລະດັບຊາດແນວໃດ ນອກຈາກນີ້ອາດມີຄຳວ່າ "ພຣະເຈົ້າ" ຢຸ່ໃນພາສາທີ່ແປແລ້ວຖ້າເປັນເຊັ່ນນັ້ນສິ່ງສຳຄັນຄືຕ້ອງກວດສອບໃຫ້ແນ່ໃຈວ່າຄຳນີ້ຖືກກັບລັກສະນະສະເພາະຂອງພຣະເຈົ້າອົງດຽວຢ່່າງທີ່ອະທິບາຍໄວ້ເບື້ອງຕົ້ນ.
  • ຫລາຍພາສາໃຊ້ຕົວໜັງສືຕົວທຳອິດເປັນຕົວໃຫຍ່ເພື່ອບົ່ງບອກເຖີງພຣະເຈົ້າຜູ້ທ່ຽງແທ້ແຕ່ອົງດຽວ ເພື່ອແຍກຄວາມແຕກຕ່າງຈາກຄຳເວົ້າຂອງພຣະປອມຫລືພຣະເຈົ້າ.
  • ອີກວິທີນຶ່ງທີ່ຈະເຮັດໃຫ້ເຫັນຄວາມແຕກຕ່າງນີ້ຄືການໃຊ້ຄຳ

ທີ່ແຕກຕ່າງຄືຄຳວ່າ "ພຣະເຈົ້າ" ແລະຄຳວ່າ "ພະ".

  • ຄຳເວົ້າ "ເຮົາຈະເປັນພຣະເຈົ້າຂອງພວກເຂົາແລະພວກເຂົາຈະເປັນຄົນຂອງເຮົາ "ແປໄດ້ອີກວ່າ" ເຮົາຄືພຣະເຈົ້າຈະປົກຄອງເໜືອຄົນເຫົ່ຼານີ້ແລະພວກເຂົາຈະນະມັດສະການເຮົາ."

ພຣະເຈົ້າພຣະບິດາ,ພຣະບິດາໃນສະຫວັນ,ພຣະບິດາ

ນິຍາມ

ຄຳວ່າ "ພຣະເຈົ້າພຣະບິດາ" ແລະ "ພຣະບິດາໃນສະຫວັນ" ອ້າງເຖິງພຣະເຈົ້າຢາເວ,ພຣະເຈົ້າຜູ້ທ່ຽງແທ້ແຕ່ອົງດຽວ. ຄຳນີ້ບາງຄັ້ງ ກໍເກີດຂຶ້ນດວ້ຍຄຳວ່າ "ພຣະບິດາ" ໂດຍສະເພາະເວລາທີ່ພຣະເຢຊູກຳລັງອ້າງເຖິງພຣະອົງ.

  • ພຣະເຈົ້າທັງເປັນຢູ່ໃນຖານະພຣະເຈົ້າພຣະບິດາ ພຣະເຈົ້າພຣະບຸດແລະພຣະເຈົ້າພຣະວິນຍານບໍຣິສຸດ ແຕ່ລະພຣະອົງກໍຄືພຣະເຈົ້າຢ່າງສົມບູນແລະເປັນພຣະເຈົ້າອົງດຽວກັນ ນີ້ເປັນເລື້ອງລຶກລັບທີ່ມະນຸດບໍ່ສາມາດເຂົ້າໃຈໄດ້.
  • ພຣະເຈົ້າພຣະບິດາໄດ້ສົ່ງພຣະເຈົ້າພຣະບຸດ (ພຣະເຢຊູ) ມາໃນໂລກນີ້ແລະພຣະອົງໄດ້ສົ່ງພຣະວິນຍານບໍລິສຸດມາຍັງຄົນຂອງພຣະອົງ.
  • ຜູ້ໃດທີ່ເຊື່ອໃນພຣະເຈົ້າພຣະບຸດຈະໄດ້ເປັນບຸດຂອງພຣະເຈົ້າ

ພຣະບິດາ,ແລະພຣະເຈົ້າພຣະວິນຍານບໍຣິສຸດຈະມາຢູ່ໃນຄົນນັ້ນ ນີ້ອີກເປັນເລື້ອງລຶກລັບທີ່ມະນຸດບໍ່ສາມາດເຂົ້າໃຈໄດ້ທັງໝົດ.

ຄຳແນະນຳການແປ

  • ໃນຄຳເວົ້າທີ່ວ່າ "ພຣະເຈົ້າພຣະບິດາ" ຈະດີທີ່ສຸດຖ້າແປເປັນ"ພຣະບິດາ" ດ້ວຍຄຳດຽວກັນກັບພາສາທີ່ເປັນທັມະຊາດທີ່ໃຊ້ເພື່ອອ້າງເຖິງພໍ່ໃນແບບມະນູດ.
  • ຄຳວ່າ "ພຣະບິດາໃນສະຫວັນ ສາມາດແປໄດ້ອີກວ່າ "ພຣະບິດາຜູ້ຊົງສະຖິດໃນສະຫວັນ"
  • ປົກກະຕິແລ້ວ "ພຣະບິດາ" ຈະໃຊ້ຕົວອັກສອນໃຫຍ່ເພື່ອສະແດງໃຫ້ເຫັນວ່າອ້າງເຖິງພຣະເຈົ້າ.

ພຣະສີຣິ, ພຣະສະຫງ່າຣາສີ

ນິຍາມ

ທົ່ວໄປແລ້ວຄຳວ່າ, "ພຣະສີຣິ" ຫມາຍເຖິງກຽດ" ຄວາມສະຫງ່າງາມແລະຄວາມຍິ່ງໃຫຍ່ທີ່ສຸດ. ສິ່ງໃດກໍຕາມທີ່ມີພຣະສີຣິຄືການມີ "ສະຫງ່າຣາສີ." .

  • ບາງຄັ້ງ "ພຣະສີຣິ" ອ້າງເຖິງບາງສິ່ງທີ່ມີຄຸນຄ່າຍິ່ງໃຫຍ່ແລະສຳຄັນໃນບໍຣິບົດອື່ນກໍຄືການສື່ສານເຖິງຄວາມສະຫງ່າງາມ, ຄວາມສະຫວ່າງ,ແລະການພິພາກສາ.
  • ຕົວຢ່່າງເຊັ່ນ, ປະໂຫຍກທີ່ວ່າ "ກຽດຂອງຄົນລ້ຽງແກະ" ໝາຍເຖິງທົ່ງຫຍ້າຂຽວສົດທີ່ແກະຂອງເຂົາໄດ້ມີກິນຢ່່າງສົມບູນ.
  • ພຣະສີຣິໂດຍສະເພາະແລ້ວຈະໃຊ້ເພື່ອອະທິບາຍເຖິງພຣະເຈົ້າ,ຜູ້ທີ່ຊົງສະຫງ່າຣາສີຫລາຍຍິ່ງກວ່າຜຸ້ໃດຫລືສິ່ງໃດໃນຈັກກະວານນີ້. ທຸກສິ່ງໃນພຣະລັກສະນະຂອງພຣະອົງເປີດເຜີຍພຣະສີຣິແລະສະຫງ່າຣາສີຂອງພຣະອົງ.
  • ຄຳກ່າວ "ຖວາຍພຣະສີຣິໃນ" ຫມາຍເຖິງການໂອ້ອວດໃນສິ່ງ

ນັ້ນຫລືການພາກພູມໃຈໃນບາງສິ່ງ.

ຄຳແນະນຳການແປ

  • ຂຶ້ນຢຸ່ກັບບໍຣິບົດ, ທີ່ແຕກຕ່າງໃນການແປ "ພຣະສີຣິ"

ສາມາດລວມທັງ "ສະຫງ່າຣາສີ"ຫລື "ຄວາມສະຫວ່າງ" ຫລື "ຫຍິ່ງໃຫຍ່ຕະການຕາ" ຫລື "ຫຍິ່ງໃຫຍ່" ຫລື "ມີຄຸນຄ່າຢ່າງຫຍິ່ງ.

  • ຄຳວ່າ "ສະຫງ່າຣາສີ" ສາມາດແປ "ເຕັມພຣະສີຣິ" ຫລື "ມີຄ່າຫລາຍ" ຫລື" ສະຫວ່າງສະໄຫວ" ຫລື" ດີເລີດ."
  • ຄຳກ່າວທີ່ວ່າ "ຖວາຍພຣະສີຣິແດ່ພຣະເຈົ້າ"ສາມາດແປໄດ້ວ່າ"ຖວາຍກຽດແລະຄວາມຫຍິ່ງໃຫຍ່ຂອງພຣະເຈົ້າ" ຫລື "ສັນຣະເສີນພຣະເຈົ້າເພາະຄວາມດີເລີດຂອງພຣະອົງ" ຫລື "ບອກຄົນອື່ນເຖິງຄວາມຫຍິ່ງໃຫຍ່ຂອງພຣະອົງ."

ຄຳກ່າວ "ພຣະສີຣິໃນ" ສາມາດແປວ່າ" ສັນຣະເສີນ" ຫລື" ພູມໃຈ ໃນ" ຫລື" ໂອ້ອວດ" ຫລື "ຊື່ນຊົມໃນ".


ພຣະທຳຂອງພຣະເຈົ້າ, ພຣະທຳຂອງພຣະຢາເວ, ພຣະທຳຂອງອົງພຣະຜູ້ເປັນເຈົ້າ, ພຣະຄຳພີ

ນິຍາມ

ໃນພຣະຄຳພີຄຳວ່າ "ພຣະທຳຂອງພຣະເຈົ້າ" ໝາຍເຖິງສິ່ງທີ່ພຣະເຈົ້າຊົງເວົ້າຕໍ່ປະຊາຊົນ ນີ້ຮວມເຖີງຂໍ້ຄວາມທີ່ພຣະເຈົ້າຕັດແລະຂຽນ ພຣະເຢຊູຊົງຖືກເອີ້ນວ່າ "ພຣະທຳຂອງພຣະເຈົ້າ" ອີກດ້ວຍ.

  • ຄຳວ່າ "ພຣະຄຳພີ " ໝາຍເຖິງ "ການຂຽນ" ໃຊ້ໂດຍສະເພາະໃນພັນທະສັນຍາໃໝ່ນັ້ນໝາຍເຖິງພຣະຄຳພີພາສາເຮັບເຣີ ຫຼື "ພັນທະສັນຍາເດີມ" ການຂຽນເຫຼົ່ານີ້ເປັນຂໍ້ຄວາມຂອງພຣະເຈົ້າທີ່ພຣະອົງຊົງບອກໃຫ້ຄົນຂຽນລົງໄປ ດັ່ງນັ້ນຫຼາຍປີໃນອະນາຄົດປະຊາຊົນກໍຍັງສາມາດອ່ານໄດ້.
  • ຄຳທີ່ກ່ຽວຂອງກັນ "ພຣະທຳຂອງພຣະຢາເວ" ແລະ "ພຣະທຳຂອງພຣະເຈົ້າ" ບາງຄັ້ງມັກຈະເວົ້າເຖິງຂໍ້ຄວາມສະເພາະຈາກພຣະເຈົ້າທີ່ປະທານໃຫ້ແກ່ຜູ້ປະກາດພຣະທຳຂອງພຣະເຈົ້າຫຼືບຸກຄົນອື່ນໆ ໃນພຣະຄຳພີ.
  • ບາງຄັ້ງຄຳນີ້ກໍໃຊ້ງ່າຍ "ພຣະທຳ" ຫຼື "ພຣະທຳຂອງພຣະເຈົ້າ" ຫລື

"ພຣະທຳຂອງພຣະອົງ" (ເມື່ອເວົ້າເຖິງພຣະຄຳຂອງພຣະເຈົ້າ).

  • ໃນພັນທະສັນຍາໃໝ່ພຣະເຢຊູຊົງຖືກເອີ້ນວ່າເປັນ "ພຣະທຳ" ແລະ "ພຣະທຳຂອງພຣະເຈົ້າ" ຊື່ເຫຼົ່ານີ້ໝາຍຄວາມວ່າພຣະເຢຊູຊົງເປີດເຜີຍພຣະອົງເອງວ່າພຣະເຈົ້ານັ້ນເປັນຜູ້ໃດ ເພາະພຣະອົງຊົງເປັນພຣະເຈົ້າເອງ.

ຄຳແນະນຳໃນການແປ:

  • ຂຶ້ນຢູ່ກັບກໍລະນີນັ້ນໆ ມີວິທີອື່ນໃນການແປສາມາດຮວມເຖິງ "ຂໍ້ຄວາມຂອງພຣະຢາເວ" ຫຼື "ຂໍ້ຄວາມຂອງພຣະເຈົ້າ" ຫຼື "ຄຳສອນຈາກພຣະເຈົ້າ."
  • ໃນບາງພາສາອາດຈະມີຄວາມເປັນທຳມະດາຫຼາຍກວ່າທີ່ຈະເຮັດໃຫ້ຄຳນີ້ເປັນພາບພົດແລະເວົ້າວ່າ "ເຫຼົ່າພຣະຄຳຂອງພຣະເຈົ້າ" ຫຼື "ກຸ່ມຖ້ອຍຄຳຂອງພຣະຢາເວ."
  • ຄຳກ່າວທີ່ວ່າ "ພຣະທຳຂອງພຣະຢາເວມາເຖິງ" ມັກຈະໃຊ້ເພື່ອແນະ ນຳສິ່ງທີ່ພຣະເຈົ້າຊົງສັ່ງກັບຜູ້ປະກາດພຣະທໍາຫຼືປະຊາຊົນຂອງພຣະອົງ ນີ້ອາດຈະແປໄດ້ວ່າ "ພຣະຢາເວໄດ້ຊົງສັ່ງຂໍ້ຄວາມນີ້" ຫຼື "ພຣະຢາເວຊົງສັ່ງຂໍ້ຄວາມເຫຼົ່ານີ້."
  • ຄຳວ່າ "ພຣະຄຳພີ" ຫຼື "ພຣະຄຳທັງຫຼາຍ" ວ່າສາມາດແປ "ການຂຽນ " ຫຼື "ຂໍ້ຄວາມທີ່ໄດ້ບັນທຶກຈາກພຣະເຈົ້າ" ຄຳນີ້ຄວນໄດ້ຮັບການແປແຕກ ຕ່າງຈາກຄຳແປຂອງຄຳທີ່ວ່າ "ພຣະທຳ."
  • ເມື່ອ "ພຣະທຳ" ປາກົດຂຶ້ນພຽງຢ່າງດຽວອາດຈະແປວ່າ "ຂໍ້ຄວາມ" ຫຼື "ພຣະທຳຂອງພຣະເຈົ້າ" ຫຼື "ຄຳສອນ" ຂຶ້ນຢູ່ກັບກໍລະນີນັ້ນໆ ລອງພິດຈາລະນາຄຳແປອື່ນທີ່ແນະນຳໄວ້ຂ້າງເທິງນີ້.

ພຣະບຸດຂອງພຣະເຈົ້າ, ພຣະບຸດ, ບຸດ

ນິຍາມ

ຄຳວ່າ "ພຣະບຸດຂອງພຣະເຈົ້າ" ອ້າງເຖິງພຣະເຢຊູ, ພຣະຄຳຂອງພຣະເຈົ້າໄດ້ເຂົ້າມາຍັງໃນໂລກໃນຖານະມະນຸດ. ຫລາຍເທື່ອພຣະອົງຍັງຖືກອ້າງອີງໃຫ້ເປັນ "ພຣະບຸດ."

  • ພຣະບຸດຂອງພຣະເຈົ້າມີພຣະລັກສະນະເຊັ່ນດຽວກັບພຣະເຈົ້າພຣະບິດາ, ແລະເປັນພຣະເຈົ້າຢ່າງຄົບບໍລິບູນ.
  • ພຣະເຈົ້າພຣະບິດາ, ພຣະເຈົ້າພຣະບຸດ, ແລະ ພຣະວິນຍານບໍລິສຸດຊົງເປັນອົງດຽວກັນ.
  • ບໍ່ເໝືອນກັບບຸດຊາຍຂອງມະນຸດ, ພຣະບຸດພຣະເຈົ້ານັ້ນຊົງດຳລົງຢູ່ເປັນນິດ.
  • ເມື່ອເດີມນັ້ນ, ພຣະບຸດຂອງພຣະເຈົ້າ ຊົງເນລະມິດສ້າງໂລກຮ່ວມກັບພຣະບິດາແລະພຣະວິນຍານບໍລິສຸດ.
  • ເພາາະວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າ, ພຣະອົງຊົງຮັກແລະເຊື່ອຟັງພຣະບິດາຂອງພຣະອົງ, ແລະພຣະບິດາຂອງພຣະອົງຊົງຮັກພຣະອົງ

ຄຳແນະນຳໃນການແປ

  • ຄຳວ່າ, "ພຣະບຸດຂອງພຣະເຈົ້າ," ເປັນການດີທີ່ສຸດໃຫ້ແປ "ພຣະບຸດ" ດ້ວຍຄຳທີ່ຄືກັນພາສາຄວນໃຊ້ໃຫ້ເປັນທຳມະຊາດເພື່ອອ້າງເຖິງບຸດມະນຸດ.
  • ໃຫ້ແນ່ໃຈວ່າຄຳທີ່ໃຊ້ແປຄຳວ່າ "ບຸດ" ເໝາະສົມກັບຄຳທີ່ໃຊ້ແປຄຳວ່າ "ພຣະບິດາ" ແລະຄຳເຫລົ່ານີ້ເປັນຄຳທີ່ເປັນທຳມະຊາດທີ່ໃຊ້ສະແດງເຖິງຄວາມສຳພັນລະຫວ່າງພຣະບິດາກັບບຸດໃນພາສາທີ່ແປ.
  • ໃຫ້ໃຊ້ອັກສອນຕົວໃຫຍ່ເປັນຕົວອັກສອນເລີ່ມຕົ້ນຄຳວ່າ "ພຣະບຸດ" ຈະຊ່ວຍສະແດງວ່ານິ້ເປັນການເວົ້າເຖິງພຣະເຈົ້າ.
  • ປະ​ໂຫຍກ​ທີ່​ວ່າ "ພຣະບຸດ" ເປັນຮູບແບບທີ່ເຮັດໃຫ້ສັ້ນລົງຂອງຄຳວ່າ "ພຣະບຸດຂອງພຣະເຈົ້າ," ສະເພາະຢ່າງຍິ່ງເມື່ອໃຊ້ໃນປະ​ໂຫຍກດຽວກັບຄຳວ່າ "ພຣະບິດາ."

ພຣະປອມ, ພຣະຕ່າງຊາດ, ເທບ, ເທບທິດາ

ນິຍາມ

ພຣະປອມແມ່ນບາງສິ່ງທີ່ຄົນທັງຫລາຍນະມັດສະການແທນພຣະເຈົ້າອົງທ່ຽງແທ້. ຄໍາວ່າ "ເທພີ" ໄດ້ເວົ້າເຖິງພຣະເຈົ້າປອມທີ່ເປັນ ເພດຍິງ.

  • ພຣະປອມເຫລົ່ານີ້ ຫລືເທພີທີ່ບໍ່ມີຢູ່ຢ່າງແທ້ຈິງ ພຣະຢາເວເທົ່າ ນັ້ນແມ່ນພຣະເຈົ້າແຕ່ພຽງອົງດຽວ.
  • ລາງເທື່ອຄົນໄດ້ສ້າງຮູບເຄົາລົບຈາກວັດຖຸເພື່ອຂາບໄຫວ້ນະມັດສະການ ສິ່ງເຫລົ່ານັ້ນເປັນພຣະເຈົ້າຂອງພວກເຂົາ.
  • ໃນພຣະຄັມພີ ປະຊາກອນຂອງພຣະເຈົ້າມັກຈະຫັນໜີໄປ ບໍ່ເຊື່ອ ຟັງພຣະອົງ ເພື່ອໄປນະມັດສະການພຣະເຈົ້າປອມອື່ນໆ.
  • ຫລາຍເທື່ອຜີຮ້າຍຈະຫລອກລວງຄົນໃຫ້ເຊື່ອສັດທາພຣະເຈົ້າປອມ ແລະຮູບເຄົາລົບຕ່າງໆ ວ່າພຣະເຈົ້າປອມເຫລົ່ານັ້ນມີຣິດເດດ.
  • ພຣະບາອານ ພຣະດາໂກນ ແລະພຣະໂມເລັກ ແມ່ນພຣະສາມ ອົງໃນບັນດາພຣະເຈົ້າປອມທັງຫລາຍທີ່ຄົນໄດ້ຂາບໄຫ້ວນະມັດສະ ການໃນສະໄໝພຣະຄັມພີເດີມ.
  • ພຣະອາເຊຣາ ແລະອາເຕມິດ(ໄດນາ) ແມ່ນເທພີສອງອົງທີ່ຄົນ ໃນຍຸກສະໄໝບູຮານຂາບໄຫ້ວນະມັດສະການ.

ຄໍາແນະນໍາການແປ

  • ອາດຈະມີຄໍາສໍາລັບຄໍາວ່າ "ພຣະ" ຫລື "ພຣະ" ຫລືພຣະປອມ" ຢູ່ ແລ້ວໃນພາສາທີ່ແປ ຫລືພາສາທີ່ໃກ້ຄຽງ.
  • ຄໍາວ່າ "ຮູບເຄົາລົບ" ອາດຈະໃຊ້ເພື່ອເວົ້າເຖິງພຣະເຈົ້າປອມ.
  • ໃນພາສາອັງກິດ ຕົວອັກສອນທີ່ພິມຕົວນ້ອຍ "g" ໃຊ້ເພື່ອເວົ້າເຖິງພຣະເຈົ້າປອມ ແລະຕົວອັກສອນຕົວໃຫຍ່ "G" ເພື່ອເວົ້າເຖິງພຣະເຈົ້າອົງທ່ຽງແທ້ອົງດຽວ ພາສາອື່ນໆ ອາດຈະເປັນເຊັ່ນນັ້ນ.
  • ອີກຢ່າງນຶ່ງກໍຄື ການໃຊ້ຄໍາທີ່ແຕກຕ່າງກັນຢ່າງສິ້ນເຊີງເພື່ອເວົ້າເຖິງພຣະເຈົ້າປອມ.
  • ບາງພາສາອາດຈະເພີ້ມຄໍາສະເພາະບາງຄໍາ ອາດຈະເປັນພຣະເຈົ້າທຽມ ພຣະເຈົ້າປອມ ທີ່ບັນລະຍາຍເປັນເພດຊາຍ ຫລືເພດຍິງ.

ພຣະປະສົງຂອງພ​ຣະເຈົ້າ

ນິຍາມ

"ພຣະປະສົງຂອງພຣະເຈົ້າ" ເວົ້າເຖິງຄວາມຕ້ອງການແລະແຜນການຂອງພຣະເຈົ້າ.

  • ພຣະປະສົງຂອງພຣະເຈົ້າ ໂດຍສະເພາະແມ່ນກ່ຽວຂ້ອງກັບການພົວພັນກັບຄົນອື່ນ ແລະການທີ່ພຣະອົງຕ້ອງການ ເພາະພຣະອົງຕ້ອງການໃຫ້ປະຊາຊົນຕອບສະໜອງຕໍ່ພຣະອົງຢ່າງໃດ.
  • ຍັງເວົ້າເຖິງແຜນການຕ່າງໆ ຫຼືພຣະປະສົງຕ່າງໆຂອງພຣະອົງສຳລັບສິ່ງອື່ນໆ ໃນການຊົງສ້າງຂອງພຣະອົງ.
  • ຄຳວ່າ " ພຣະປະສົງ" ໝາຍເຖິງ "ມຸ້ງໝັ້ນ" ຫຼື "ຕ້ອງການ."

ຄຳແນະນຳໃນການແປ

  • ພຣະປະສົງຂອງພຣະເຈົ້າ " ອາດຈະແປວ່າ "ສິ່ງທີ່ພຣະເຈົ້າຊົງຕ້ອງການ" ຫຼື "ສິ່ງທີ່ພຣະເຈົ້າໄດ້ຊົງວາງແຜນການໄວ້" ຫຼື "ວັດຖຸປະສົງຂອງພຣະເຈົ້າ" ຫຼື "ສິ່ງທີ່ພຣະເຈົ້າຊົງພໍພຣະໄທ."

ພຣະຜູ້ຊ່ວຍໃຫ້ລອດ

ນິຍາມ

ຄຳວ່າພຣະຜູ້ຊ່ວຍໃຫ້ລອດ ”ອ້າງເຖິງບຸກຄົນຜູ້ທີ່ຊ່ວຍໃຫ້ລອດຫລືຊ່ວຍກູ້ຜູ້ອື່ນຈາກອັນຕະລາຍ ແລະຍັງສາມາດອ້າງເຖິງບາງຄົນທີ່ໃຫ້ກຳລັງແກ່ຜູ້ອື່ນຫລືຈັດຕຽມສຳລັບພວກເຂົາ

  • ໃນພັນທະສັນຍາເດີມ ພຣະເຈົ້າຖືກເວົ້າເຖິງວ່າເປັນພຣະຜູ້ຊ່ວຍໃຫ້ລອດຂອງຊົນຊາດອິດສະຣາເອນໃຫ້ພົ້ນຈາກສັດຕູຂອງພວກເຂົາ ແລະປະທານກຳລັງໃຫ້ພວກເຂົາ ແລະຈັດຕຽມສິ່ງທີ່ພວກເຂົາຕ້ອງການໃນການດຳເນີນຊີວິດ
  • ໃນພັນທະສັນຍາໃຫມ່ ຄຳວ່າ ”ພຣຜູ້ຊ່ວຍໃຫ້ລອດ” ໄດ້ໃຊ້ອະທິບາຍຫລືໃຊ້ເອີ້ນຕ່ຳແໜ່ງຂອງພຣະເຢຊູຄຣິດ ເພາະວ່າພຣະອົງໄດ້ຊົງຊ່ວຍປະຊາຊົນຈາກການຖືກລົງໂທດຊົ່ວນີລັນດອນເພາະບາບຂອງພວກເຂົາພຣະອົງຍັງຊ່ວຍກູ້ພວກເຂົາໃຫ້ພົ້ນຈາກການຖືກຄວບຄຸມຈາກບາບຂອງພວກເຂົາ

%ຄຳອະທິບາຍໃນການແປ

  • ຖ້າເປັນໄປໄດ້ ”ພຣະຜູ້ຊ່ວຍໃຫ້ລອດ” ຄວນແປດ້ວຍຄຳທີ່ກ່ຽວຂ້ອງກັບຄຳວ່າ

”ຊ່ວຍເຫລືອ” ແລະ”ຊ່ວຍໃຫ້ລອດ”

  • ວິທີທີ່ແປຄຳນີ້ສາມາດລວມ ”ຜູ້ທີ່ຊ່ວຍ”ຫລື “ພຣະເຈົ້າຜູ້ຊົງຊ່ວຍ”ຫລືຜູ້ໄດ້ຊ່ວຍໃຫ້ພົ້ນຈາກອັນຕະລາຍ” ຫລື ”ຜູ້ທີ່ຊ່ວຍເຫລືອຈາກຂ້າເສິກ” ຫລື”ພຣະເຢຊູຜູ້ນັ້ນທີ່ໄດ້ຊ່ວຍກູ້”

ພຣະຢາເວ

ນິຍາມ

ຄຳວ່າ" ພຣະຢາເວ "ເປັນຊື່ສ່ວນຕົວຂອງພຣະເຈົ້າຊື່ງພຣະອົງຊົງປາກົດແກ່ໂມເຊທີ່ພຸ່ມໄມ້ທີ່ກຳລັງລຸກໄໝ້ຢູ່.

  • ຊື່ " ພຣະຢາເວ" ມາຈາກຄຳທີ່ໝາຍເຖິງ" ເປັນຢູ່ " ຫລື "ດຳຣົງຢູ່".
  • ຄວາມໝາຍທີ່ເປັນໄປໄດ້ຂອງ" ພຣະຢາເວ" ລວມທັງ" ພຣະອົງຊົງເປັນ" ຫລື" ເຮົາເປັນ " ຜູ້ທີ່ຊົງສ້າງ".
  • ຊື່ນີ້ເຜີຍໃຫ້ເຫັນວ່າພຣະເຈົ້າຊົງສະຖິດຢູ່ສະເໝີແລະຍັງດຳຣົງຢູ່ຕະລອດໄປເປັນນິດ ຍັງມີຄວາມໝາຍວ່າ ພຣະອົງຊົງດຳຣົງຢູ່ເປັນນິດ.
  • ຕາມທຳນຽມການປະຕິບັດ ພຣະຄຳພີມີຫລາຍຄຳແປໃຊ້ຄຳສັບ "ອົງພຣະຜູ້ເປັນເຈົ້າ " ຫລື " ພຣະຜູ້ເຈົ້າ" ແທນທີ່ " ພຣະຍາເວ " ລະບຽບການປະຕິບັດນີ້ເປັນຜົນຈາກຂໍ້ເທັດຈິງທາງປະວັດສາດ ຄົນຢິວຢ້ານການອອກພຣະນາມຂອງພຣະຍາເວ ແລະນຳໄປໃຊ້ຄຳວ່າ " ອົງພຣະຜູ້ເປັນເຈົ້າ "ທຸກຄັ້ງທີ່ເຫັນຄຳວ່າ " ພຣະຢາເວ" ປາກົດ ໃນພຣະຄຳພີສະໃໝໃໝ່ໄດ້ຂຽນ " ອົງພຣະຜູ້ເປັນເຈົ້າ "ດ້ວຍຕົວພີມໃຫຍ່ເພື່ອສະແດງຄວາມເຄົາລົບໃນພຣະນາມຂອງພຣະອົງເພື່ອໃຫ້ແຕກຕ່າງຈາກ "ພຣະເຈົ້າ "ຊຶ່ງເປັນພາສາເຮັບເຣີຄຳອື່ນໆ.
  • ພຣະຄຳພີ ULB ແລະ UDB ມັກແປຄຳນີ້ວ່າ " ພຣະຢາເວ " ຕາມທີ່ປາກົດໃນຂໍ້ຄວາມພາສາເຮັບເຣີໃນພັນທະສັນຍາເດີມ.
  • ຄຳວ່າ "ພຣະຢາເວ " ບໍ່ມີປາກົດການເລີຍໃນຕົ້ນສະບັບຂອງພຣະຄຳພີພັນທະສັນຍາໃໝ່ ໃຊ້ພຽງຄຳພາສາກຣີກວ່າ " ພຣະຜູ້ເປັນເຈົ້າ " ແມ່ແຕ່ໃນການອ່າງອີງພຣະຄຳພີພາກພັນທະສັນຍາເດີມ.

ຄຳແນະນຳໃນການແປ

  • " ພຣະຢາເວ " ສາມາດແປໂດຍຄຳຫລືວາລີທີ່ແປວ່າ " ພຣະອົງຊົງເປັນ " ຫລື " ພຣະອົງຊົງດຳຣົງຢູ່ " ຫລື " ພຣະອົງຜູ້ທີ່ເປັນ " ຫລື " ພຣະອົງຜູ້ຊົງພຣະຊົນຢູ່".
  • ຄຳນີ້ອາດຈະຂຽນໃນລັກສະນະທີ່ຄ້າຍເຄິ່ງກັບຄຳສະກົດ " ພຣະຢາເວ".
  • ຄຣິສຕະຈັກບາງນິກາຍບໍ່ມັກທີ່ຈະໃຊ້ຄຳ " ພຣະຢາເວ " ແລະໃຊ້ຄຳຕາມທຳນຽມ " ອົງພຣະຜູ້ເປັນເຈົ້າ " ການພິຈາລະນາທີ່ສຳຄັນຄື ນີ້ອາດຈະທຳໃຫ້ສັບສົນເມື່ອອ່ານອອກສຽງ ເພາະມັນຈະອອກສຽງເຊັ່ນດຽວກັບຄຳວ່າ " ພຣະຜູ້ເປັນເຈົ້າ " ໃນບາງພາສາອາຈມີຄຳນຳໜ້າຫລືໝາຍເຫດທາງໄວຍະກອນທີ່ເພີ່ມເຂົ້າມາໃຫ້ເປັນຄວາມແຕກຕ່າງຂອງຄຳວ່າ " ອົງພຣະຜູ້ເປັນເຈົ້າ".

ພຣະຢາເວຈອມເຈົ້າທັງປວງ, ພຣະເຈົ້າຈອມເຈົ້າທັງປວງ,ຈອມເຈົ້ານາຍ

ນິຍາມ

ຄຳວ່າ " ພຣະຢາເວຈອມເຈົ້າ " ແລະ " ພຣະເຈົ້າຈອມທັງປວງ" ເປັນຕຳແໜ່ງທີ່ສະແດງເຖິງອຳນາດສິດທິຂອງພຣະເຈົ້າເໜືອບັນດາທູດສະຫວັນນັບຫລາຍພັນທີ່ເຊື່ອຟັງພຣະອົງ.

  • ຄຳວ່າ "ຈອມເຈົ້າ "ຫລື "ຈອມເຈົ້າທັງປວງ " ເປັນຄຳທີ່ໝາຍເຖິງສິ່ງຕ່າງໆ ຈຳນວນຫລາຍ ເຊັ່ນກອງທັບຂອງຄົນຫລືຈຳນວນດາວຈຳນວນມະຫາສານ ນີ້ສາມາດອ້າງອີງເຖິງດວງວິນຍານຕ່າງໆ ຈຳນວນຫລາຍ ລວມທັງວິນຍານຊົ່ວທັງຫລາຍນີ້ທຳໃຫ້ຊັດເຈນວ່າກຳລັງອ້າງເຖິງຫຍັງ.
  • ຄຳວ່າ ທີ່ຄ້າຍຄືກັນ " ຈອມເຈົ້າແຫ່ງສະຫວັນ " ອ້າງເຖິງດາວທັງໝົດ ດາວເຄາະແລະສິ່ງຕ່າງໆ ແຫ່ງສະຫວັນ.
  • ໃນພຣະສັນຍາໃໝ່ ຄຳທີ່ວ່າ "ອົງພຣະຜູ້ເປັນເຈົ້າຂອງຈອມເຈົ້າ " ມີຄວາມໝາຍເຊັ່ນດຽວກັນ "ພຣະຢາເວຈອມເຈົ້າທັງປວງ " ແຕ່ນີ້ບໍ່ສາມາດແປເຊັ່ນນັ້ນໄດ້ ເພາະພາສາເຮັບເຣີ "ພຣະຢາເວ " ບໍ່ໄດ້ໃຊ້ໃນພັນທະສັນຍາໃໝ່.

ຄຳແນະນຳໃນການແປ

  • ວິທີການແປຊື່ຕຳແໜ່ງ " ພຣະຢາເວຈອມເຈົ້າທັງປວງ " ສາມາດລວມເອົາ "ພຣະຢາເວຜູ້ຊົງປົກຄອງທູດສະຫວັນທັງປວງ " ຫລື " ພຣະຢາເວ ຜູ້ຊົງປົກຄອງກອງທັບຂອງທູດສະຫວັນ"ຫລື " ພຣະຢາເວ ຜູ້ຊົງປົກຄອງເໜືອການຊົງສ້າງ".
  • ຄຳທີ່ວ່າ "ຈອມເຈົ້າທັງປວງ " ໃນຄຳຊັບ "ພຣະເຈົ້າຈອມເຈົ້າທັງປວງ" ແລະ" ອົງພຣະຜູ້ເປັນເຈົ້າທັງປວງ" ຈະແປເໝືອກັນໃນຄຳທີ່ວ່າ " ພຣະຢາເວຈອມເຈົ້າທັງປວງ" ຕາມຂ້າງຕົ້ນ.
  • ຄຣິສຕະຈັກຫລາຍແຫ່ງບໍ່ຍອມໃຊ້ຄຳວ່າ " ພຣະຢາເວ " ແລະມັກທີ່ຈະໃຊ້ຄຳຊັບຕົວອັກສອນໃຫຍ່ " ອົງພຣະຜູ້ເປັນເຈົ້າ " ແທນຕາມທຳນຽມຂອງພຣະຄຳພີຫລາຍໆ ຕອນ ສຳລັບຄຣິສຕະຈັກເຫລົ່ານີ້ການແປຄຳວ່າ " ອົງພຣະຜູ້ເປັນເຈົ້າຈອມເຈົ້າທັງປວງ " ຈະໃຊ້ພຣະຄຳພີພາກພັນທະສັນຍາເດີມ ສຳຫລັບ " ພຣະຢາເວຈອມເຈົ້າທັງປວງ".

ພຣະເຢຊູ, ພຣະເຢຊູຄຣິດເຈົ້າ, ພຣະຄຣິດເຈົ້າເຢຊູ

ນິຍາມ

ພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າພຣະນາມ ”ເຢຊູ” ໝາຍເຖິງ ພຣະຢາເວຊົງຊ່ວຍໃຫ້ພົ້ນ. ຄຳວ່າ ”ຄຣິດ” ແມ່ນຄຳທີ່ມິຄວາມໝາຍວ່າ ”ຜູ້ຖືກເຈີມ” ແລະເປັນອີກຄຳໜຶ່ງທີ່ແປວ່າພຣະເມຊີອາ.

  • ຊື່ທັງສອງມັກຖືກລວມເຂົ້າກັນເປັນ ”ພຣະເຢຊູຄຣິດເຈົ້າ”ຫລື ”ພຣະຄຣິດເຈົ້າເຢຊູ.” ຊື່ເຫລົ່ານີ້ເນັ້ນໜັກວ່າພຣະບຸດຂອງພຣະເຈົ້າເປັນພຣະເມຊີອາຜູ້ທີ່ສະເດັດມາຊ່ວຍປະຊາຊົນໃຫ້ພົ້ນຈາກການຖືກລົງໂທດນິຣັນດອນສຳຫລັບບາບທັງຫລາຍຂອງພວກເຂົາ.
  • ໃນການອັດສະຈັນພຣະວິນຍານບໍຣິສຸດເຈົ້າໄດ້ຊົງບັນດານໃຫ້ພຣະບຸດຂອງພຣະເຈົ້ານິຣັນດອນລົງມາບັງເກີດເປັນມະນຸດ.ພໍ່ແມ່ທີ່ຢູໃນໂລກຂອງພຣະອົງທູດສະຫວັນໄດ້ບອກໃຫ້ເອີ້ນພຣະນາມວ່າ ”ພຣະເຢຊູ” ຍ້ອນວ່າພຣະອົງມີຈຸດປະສົງທິ່ຈະຊ່ວຍມະນຸດທຸກຄົນໃຫ້ພົ້ນຈາກບາບທັງຫລາຍຂອງພວກເຂົາ.
  • ພຣະເຢຊູໄດ້ເຮັດການອັດສະຈັນຫລາຍຢ່າງຊຶ່ງສະແດງວ່າພຣະອົງຊົງເປັນພຣະເຈົ້າແລະພຣະອົງຊົງເປັນພຣະຄຣິດ, ຫລື ພຣະເມຊີອາ.

ຄຳແນະນຳໃນການແປ

  • ຫລາຍພາສາສະກົດ ”ພຣະເຢຊູ” ແລະ ”ພຣະຄຣິດ” ໃນແບບທີ່ຮັກສາຊື່ສຽງຫລືສະກົດໄວ້ໃຫ້ຢູ່ໃກ້ກັບຕົ້ນສະບັບຫລາຍທີ່ສຸດເທົ່າທີ່ເຮັດໄດ້. ຍົກຕົວຢ່າງ: ”ເຢຊູຄຣິດໂຕ” ”ເຢສູຄຣິດຕຸດ” ”ເຢຊູຄຣິດ” ”ເຢສູຄຣິດຕຸດ” ແລະ ”ເຮສູຄຣິດໂຕ” ນີ້ແມ່ນບາງວິທີທີ່ຊື່ເຫລົ່ານີ້ຖືກແປເປັນພາສາຕ່າງໆ.
  • ສຳຫລັບຄຳວ່າ, ”ພຣະຄຣິດ,” ບາງພາສາອາດຈະມັກໃຊ້ຮູບແບບຂອງຄຳວ່າ ”ພຣະເມຊີອາ” ຕະຫລອດ.
  • ຍັງພິຈາລະນາວິທີການສະກົດຊື່ເຫລົ່ານີ້ເປັນພາສາທ້ອງຖິ່ນຫລືພາສາປະເທດໃກ້ຄຽງ.

ພຣະລັກສະນະຂອງພຣະເຈົ້າ,ລັກສະນະ

ນິຍາມ

ຄຳວ່າ "ລັກສະນະ "ອ້າງເຖີງບາງສິ່ງທີ່ເບິ່ງເຫມືອນສິ່ງອື່ນຫລືເຫມືອນບາງຄົນໃນບຸກຄະລິກລັກສະນະຫລືແກ່ນແທ້.ວາລີທີ່ວ່າ"ພຣະລັກສະນະຂອງພຣະເຈົ້າ "ຖືກໃຊ້ໃນຫລາຍວິທີທາງ,ຂື້ນຢູ່ກັບກໍ​ຣະ​ນີ.

  • ເມື່ອ​ຕົ້ນເດີມນັ້ນພຣະເຈົ້າຊົງສ້າງມະນຸດຕາມ"ພຣະລັກສະນະຂອງພຣະເຈົ້າ"ນັ້ນຄື"ໃຫ້ເຫມືອນກັບພຮະອົງ"ນີ້ຫມາຍຄວາມວ່າຄົນເຮົາມີລັກສະນະພິເສດບາງຢ່າງທີ່ສະທ້ອນເຖີງພຣະລັກສະນະຂອງພຣະເຈົ້າ ເ​ຊັ່ນ ຄວາມສາມາດໃນການຮັບຮູ້ເຖີງອາລົມຕ່າງໆຄວາມສາມາດໃນການໃຫ້ເຫດຜົນແລະສື່ສານ,ແລະວິນຍານທີ່ດຳລົງຢູ່ຕລອດການ.
  • ພຣະຄຳພີສອນວ່າພຣະເຢຊູ ພຣະບຸດຂອງພຣະເຈົ້າ ຄື "ພຣະລັກສະນະຂອງພຣະເຈົ້າ "ນັ້ນຄືພຣະອົງເອງຊົງເປັນພຣະເຈົ້າ.ບໍ່ເຫມືອນກັບມະນຸດ ພຣະເຢຊູບໍ່ໄດ້ຖືກນີ​ຣະມິດຂື້ນມາ. ຕລອດນີ​ຣັນດອນ.. ພຣະເຈົ້າ ພຣະບຸດຊົງມີພຣະລັກສະນະຂອງພຣະເຈົ້າທັງຫມົດເພາະວ່າພຣະອົງຊົງສະພາບດຽວກັນກັບພຣະເຈົ້າພຣະບິດາ.

ຄຳແນະນຳໃນການແປ

  • ເມື່ອອ້າງເຖີງພຣະເຢຊູ,"ພຣະລັກສະນະຂອງພຣະເຈົ້າ "ສາມາດແປໄດ້ວ່າ "ຄວາມເຫມືອນກັບພຣະເຈົ້າທຸກປະການ " ຫຼື "ສະພາບດຽວກັນກັບພຣະເຈົ້າ " ຫຼື "ການດຳລົງຢູ່ເຊັ່ນດຽວກັນກັບພຣະເຈົ້າ "
  • ເມື່ອອ້າງອີງເຖີງມະນຸດ, "ພຣະເຈົ້າຊົງສ້າງພວກເຂົາຕາມພຣະລັກສະນະຂອງພຣະອົງ " ສາມາດແປໄດ້ດ້ວຍ​ກໍ​ຣະ​ນີ ທີ່ຫມາຍຄວາມວ່າ, "ພຣະເຈົ້າຊົງສ້າງພວກເຂົາໃຫ້ເຫມືອນພຣະອົງ " ຫຼື "ພຣະເຈົ້າຊົງສ້າງພວກເຂົາໃຫ້ມີບຸກຄະລິກລັກສະນະເຫມືອນພຣະອົງເອງ "

ພຣະວິນຍານບໍລິສຸດ, ພຣະວິນຍານຂອງພຣະເຈົ້າ, ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ

ນິຍາມ

ຄຳເຫລົ່ານີ້ລ້ວນໝາຍເຖິງພຣະວິນນຍານບໍລິສຸດ, ຜູ້ຊຶ່ງເປັນພຣະເຈົ້າ. ພຣະເຈົ້າທ່ຽງແທ້ພຽງອົງດຽວຊົງເປັນຢູ່ຕະຫລອດການໃນຖານະພຣະບິດາ, ພຣະບຸດ, ແລະພຣະວິນຍານບໍລິສຸດ.

  • ພຣະວິນຍານບໍລິສຸດຍັງມີການອ້າງເຖິງວ່າເປັນ, "ພຣະວິນຍານ" ແລະ "ພຣະວິນຍານແຫ່ງພຣະຢາເວ" ແລະ "ພຣະວິນຍານແຫ່ງຄວາມຈິງ."
  • ເພາະພຣະວິນຍານບໍລິສຸດຄືພຣະເຈົ້າ, ພຣະອົງຈຶ່ງຊົງບໍລິສຸດຢ່າງແທ້ຈິງ, ປະສະຈາກມົນທິນທັງໝົດ, ແລະສົມບູນແບບໃນທາງສິນລະທຳໃນພຣະລັກສະນະໂດຍທຳມະຊາດທັງໝົດຂອງພຣະອົງແລະທຸກສິ່ງທີ່ພຣະອົງຊົງກະທຳ.
  • ຮ່ວມກັບພຣະບິດາ ແລະພຣະບຸດ, ພຣະວິນຍານບໍລິສຸດຊົງເນລະມິດສ້າງໂລກ.
  • ເມື່ອພຣະບຸດຂອງພຣະເຈົ້າ, ພຣະເຢຊູສະເດັດກັບສູ່ສະຫວັນ, ພຣະເຈົ້າຊົງສົ່ງພຣະວິນຍານບໍລິສຸດມາຍັງຄົນຂອງພຣະອົງເພື່ອຈະນຳພວກເຂົາ, ສອນພວກເຂົາ, ປອບໂຢນພວກເຂົາ, ແລະຊ່ວຍໃຫ້ພວກເຂົາເຮັດຕາມນ້ຳພຣະໄທຂອງພຣະເຈົ້າໄດ້.
  • ພຣະວິນຍານບໍລິສຸດຊົງນຳພຣະເຢຊູແລະພຣະອົງຊົງນຳຄົນເຫລົ່ານັ້ນທີ່ເຊື່ອໃນພຣະເຢຊູ.

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ງ່າຍໆ ດ້ວຍຄຳທີ່ໃຊ້ໃນການແປ "ບໍລິສຸດ" ແລະ "ພຣະວິນຍານ."
  • ວິທີການທີ່ຈະແປຄຳນີ້ອາດລວມເຖິງ, "ພຣະວິນຍານບໍລິສຸດ" ຫລື "ພຣະວິນຍານທີ່ຊົງບໍລິສຸດ" ຫລື "ພຣະເຈົ້າພຣະວິນຍານ."

ພຣະວຶຫານ

ນິຍາມ

ພຣະວຶຫານເປັນອາຄານທີຖືກອ້ອມຮອບດ້ວຍກຳແພງທີ່ຄົນອຶດສະຣາເອນມາອະທຶຖານແລະຖວາຍເຄືອງບູຊາໃຫ້ແດ່ພຣະເຈົ້າ ພຣະວຶຫານຕັ້ງຢູທີ່ພູເຂົາໂມຣຶອາດໃນກຸງເຢຣູຊາເລັມ.

  • ປົກກະຕິແລ້ວຄຳວ່າ“ ພຣະວິຫານ” ໝາຍເຖິງສ່ວນປະກອບຂອງພຣະວິຫານທັງໝົດ, ລວມທັງສະໜາມຫຼວງທີ່ອ້ອມຮອບອາຄານຫຼັກ. ບາງຄັ້ງມັນໝາຍເຖິງອາຄານເທົ່ານັ້ນ.
  • ອາຄານພຣະວຶຫານມີຢູ່ສອງຫ້ອງ, ຄືຫ້ອງບໍຣຶສຸດແລະຫ້ອງບໍຣຶສຸດທີ່ສຸດ.
  • ພຣະເຈົ້າໄດ້ອ້າງອີງພຣະວຶຫານວ່າເປັນທີ່ປະທັບຂອງພຣະອົງ.
  • ໃນສະໄໝຂອງກະສັດຊາໂລໂມນ ພຣະອົງໄດ້ຊົງສ້າງພຣະວຶຫານ ເຊຶງເປັນສະຖານທີຖາວອນທີ່ໃຊ້ນະມັດສະການພຣະເຈົ້າໃນກຸງເຢຣູຊາເລັມ.
  • ໃນພຣະຄຳພີໃໝ່ຄຳວ່າ"ພຣະວຶຫານຂອງພຣະວຶນຍານບໍຣຶສຸດ" ກໍ່ໃຊ້ໝາຍເຖຶງຫລົ່າຜູ້ທີ່ເຊື່ອໃນພຣະເຢຊູຄຣຶດເຈົ້າເພາະພຣະວຶນຍານບໍຣຶສຸດສະຖຶດຢູ່ກັບພວກເຂົາ.

ຄຳແນະນຳໃນການແປ

  • ໂດຍປົກກະຕຶພຣະຄຳພີກ່າວວ່າປະຊາຊົນ "ຢູ່ໃນພຣະວຶຫານ" ນີ້ໝາຍເຖຶງພຣະວຶຫານນອກອາຄານສາມາດແປໄດ້ວ່າ "ໃນລານພຣະວຶຫານ" ຫຼື "ໃນສ່ວນປະກອບຂອງພຣະວຶຫານ".
  • ເມື່ອເວົ້າເຖິງອາຄານຕົວຂອງມັນເອງໂດຍສະເພາະ, ບາງຄຳ ແປຈະແປ "ພຣະວິຫານ" ເປັນ "ອາຄານພຣະວິຫານ", ເພື່ອເຮັດໃຫ້ມັນຈະແຈ້ງກ່ຽວກັບສິ່ງທີ່ຖືກກ່າວເຖິງ.
  • ວຶທີການແປ "ພຣະວຶຫານ" ສາມາດລວມ "ບ້ານບໍຣຶສຸດຂອງພຣະເຈົ້າ" ຫຼື"ສະຖານນະມັດສະການສັກສຶດ".
  • ຫລາຍຄັ້ງໃນພຣະຄຳພີ ພຣະວຶຫານອ້າງເຖຶງວ່າເປັນ"ບ້ານຂອງພຣະຢາເວ" ຫຼື "ບ້ານຂອງພຣະເຈົ້າ".

ພວກສິບສອງຄົນ, ພວກສິບເອັດຄົນ

ນິຍາມ

ຄຳວ່າ "ພວກສິບສອງຄົນ" ອ້າງເຖິງຜູ້ຊາຍສິບສອງຄົນທີ່ພຣະເຢຊູເຈົ້າໄດ້ເລືອກໃຫ້ເປັນສາວົກທີ່ໃກ້ຊິດຂອງພຣະອົງ, ຫຼືອັກຄະສາວົກ. ຫລັ່ງຈາກທີ່ຢູດາໄດ້ຂ້າຕົວຕາຍພວກເຂົາກໍ່ຖືກເອີ້ນວ່າ "ພວກສິບເອັດຄົນ".

  • ພຣະເຢຊູມີສາວົກອື່ນໆອີກແຕ່ຕຳແໜ່ງ "ພວກສິບສອງຄົນ" ໄດ້ສະແດງຄວາມແຕກຕ່າງແກ່ບັນດາຜູ້ທີ່ຕິດຕາມພຣະອົງຕະຫລອດສາມປີຂອງພັນທະກິດ.
  • ຊື່ຂອງສາວົກສິບສອງຄົນນີ້ໄດ້ຖືກລະບຸໄວ້ໃນມັດທາຍ 10, ມາຣະໂກ 3, ແລະລູກາ 6.
  • ບາງຄັ້ງຫລັງຈາກພຣະເຢຊູສະເດັດສູ່ສະຫວັນ "ພວກສິບເອັດຄົນ" ໄດ້ເລືອກສາວົກຊື່ມັດທິອັດໄປແທ່ນທີ່ຢູດາແລ້ວພວກເຂົາຈຶ່ງຖືກເອີ້ນວ່າ"ພວກສິບສອງຄົນ" ອີກຄັ້ງໜຶ່ງ.

ຄຳແນະນຳໃນການແປ

  • ສຳຫລັບຫລາຍພາສາອາດຊັດເຈນຫຼືເປັນທຳມະຊາດຫລາຍຂື້ນໂດຍເພິ່ມຄຳນາມແລະເວົ້າວ່າ "ອັກຄະສາວົກສິບສອງຄົນ" ຫຼື "ສາວົກສິບສອງຄົນທີ່ໃກ້ຊິດກັບພຣະເຢຊູ".
  • "ພວກສິບເອັດຄົນ" ສາມາດແປວ່າ "ສາວົກສິບເອັດຄົນຂອງພຣະເຢຊູທີ່່ເຫລືອຢູ່".
  • ການແປບາງສະບັບອາດຈະຕ້ອງການໃຊ້ຕົວອັກສອນໃຫຍ່ເພື່ອສະແດງໃຫ້ເຫັນວ່າມັນຖືກນຳໃຊ້ເປັນຫົວຂໍ້, ຄືກັບໃນ "ສິບສອງ" ແລະ "ສິບເອັດ."

ພວກເດັກ,ເດັກ,ລູກ

ນິຍາມ

ໃນພຣະຄຳພີ ຄຳວ່າ "ເດັກ"ມັກຈະໃຊ້ໂດຍທົ່ວໄປທີ່ກ່າວເຖີງຄົນທີ່ຢູ່ໃນວັຍເດັກ ລວມເຖີງເດັກນອ້ຍດ້ວຍ ຄຳວ່າ "ພວກເດັກ"ເປັນຮູບພະຫູບົດ ແລະຍັງໃຊ້ເປັນຄຳປຽບທຽບດວ້ຍ.

  • ໃນພຣະຄັມພີ ພວກສາວົກ ຫລືພວກຄົນທີ່ຕິດຕາມ ບາງຄັ້ງກໍເອີ້ນວ່າ "ພວກເດັກ".
  • ຄຳວ່າ "ພວກເດັກ" ມັກຈະໃຊ້ຫມາຍເຖີງເຊຶ້ອສາຍຂອງບຸກຄົນ
  • ຄຳເວົ້າ "ພວກຂອງເດັກ" ສາມາດໃຊ້ໃນຄວາມຫມາຍຂອງການບອກເປັນລັກສະນະຂອງບາງສິ່ງ ມີຕົວຢ່າງຂອງຄຳນີ້ຢູ່ເຊັ່ນ
  • ພວກລູກຂອງຄວາມສະຫວ່າງ.
  • ພວກລູກແຫ່ງການເຊື່ອຟັງ.
  • ພວກລູກຂອງມານ.
  • ຄຳນີ້ສາມາດເວົ້າເຖີງຄົນທີ່ກ່າວເຖີງພວກລູກຝ່າຍວິນຍານ

ກໍໄດ້ ຕົວຢ່າງເຊັ່ນ "ພວກລູກຂອງພຣະເຈົ້າ" ຊຶ່ງກ່າວເຖີງຄົນທີ່ເປັນຂອງພຣະເຈົ້າໂດຍທາງຄວາມເຊື່ອໃນພຣະເຢຊູ.

ຄຳແນະນຳໃນການແປ

  • ຄຳວ່າ "ພວກລູກ" ສາມາດແປໄດ້ວ່າ "ພວກເຊື້ອສາຍ" ເມື່ອຄຳນີ້ເມື່ອກ່າວເຖີງຄົນທີ່ເປັນເຫລັນ ຫລືໂຫລ້ນເປັນຕົ້ນ.
  • "ພວກລູກຂອງເຂົາ" ສາມາດແປໄດ້ວ່າຄົນທີ່ມີລັກສະນະຂອງ"

ຫລື "ຄົນທີ່ເຮັດດີເຫມືອນກັນ" ຂື້ນຢູ່ກັບບໍຣິບົດ.

  • ຖ້າເປັນໄປໄດ້ ຄຳເວົ້າ "ພວກລູກຂອງພຣະເຈົ້າ" ຄວນແປຕາມຕົວຫນັງສື ເນື່ອງຈາກຄວາມທີ່ສຳຄັນຕາມພຣະຄຳພີ ຄືພຣະເຈົ້າຊົງເປັນພຣະບິດາແຫ່ງສະຫັວນຂອງເຮົາ ການແປທີ່ເລືອກມາໃຊ້ໄດ້ອາດຈະເປັນ" ຄົນທີ່ເປັນຂອງພຣະເຈົ້າ" ພວກລູກຝາ່ຍວິນຍານຂອງພຣະເຈົ້າ.
  • ເມື່ອພຣະເຢຊູຊົງເອີ້ນພວກສາວົກຂອງພຣະອົົງວ່າ"ພວກລູກ"

ຄຳນີ້ຄວນແປວ່າ "ພວກເພື່ອນຜູ້ສັດທາທີ່ຮັກ"ກໍໄດ້

  • ຄຳເວົ້າ "ພວກລູກແຫ່ງພັນທະສັນຍາ" ສາມາດແປໄດ້ວ່າ "ຄົນທີ່ຮັບສິ່ງທີ່ພຣະເຈົ້າໄດ້ງສັນຍາກັບພວກເຂົາ.

ພັນທະສັນຍາ

ນິຍາມ

ພັນທະສັນຍາເປັນຂໍ້ຕົກລົງ, ຢ່າງເປັນທາງການແລະມີຜົນຜູກພັນລະຫວ່າງສອງຝ່າຍ ທີ່ຄູ່ສັນຍາຝ່າຍໜຶ່ງ ຫຼືທັງສອງຝ່າຍຕ້ອງປະຕິບັດຕາມ.

  • ຂໍ້ຕົກລົງນີ້ສາມາດທຳລະຫວ່າງບຸກຄົນ, ລະຫວ່າງກຸ່ມຄົນ, ຫຼື ລະຫວ່າງພຣະເຈົ້າກັບປະຊາຊົນ.
  • ເມື່ອຄົນທຳສັນຍາຕໍ່ກັນແລະກັນ, ພວກເຂົາສັນຍາວ່າພວກເຂົາຈະທຳສິ່ງໃດໆ, ແລ້ວພວກເຂົາຕ້ອງທຳສິ່ງນັ້ນ.
  • ຕົວຢ່າງພັນທະສັນຍາຂອງມະນຸດ ລວມເຖິງພັນທະສັນຍາການແຕ່ງງານ, ຂໍ້ຕົກລົງທາງທຸລະກິດ, ແລະສົນທິສັນຍາລະຫວ່າງປະເທດ.
  • ຕະຫຼອດພຣະຄໍາພີ, ພຣະເຈົ້າຊົງທຳພັນທະສັນຍາກັບປະຊາຊົນຂອງພຣະອົງຫຼາຍພັນທະສັນຍາທີ່ແຕກຕ່າງກັນ.
  • ໃນບາງພັນທະສັນຍາ, ພຣະເຈົ້າໄດ້ຊົງສັນຍາວ່າ ຈະປະຕິບັດຕາມເງື່ອນໄຂຂອງພຣະອົງໂດຍບໍ່ມີເງື່ອນໄຂ. ຕົວຢ່າງເຊັ່ນ

ເມື່ອພຣະເຈົ້າຊົງກຳນົດພັນທະສັນຍາກັບມະນຸດຊາດ, ໂດຍສັນຍາວ່າຈະບໍ່ທຳລາຍໂລກອີກ ດ້ວຍນ້ຳຖ້ວມທົ່ວໂລກ, ສັນຍາ ນີ້ບໍ່ມີເງື່ອນໄຂສຳລັບຄົນທີ່ຈະທຳຕາມ.

  • ໃນພັນທະສັນຍາອື່ນພຣະເຈົ້າໄດ້ຊົງສັນຍາວ່າ ຈະປະຕິບັດຕາມສ່ວນຂອງພຣະອົງ ສະເພາະເມື່ອບັນດາປະຊາຊົນເຊື່ອຟັງພຣະອົງແລະປະຕິບັດຕາມພັນທະສັນຍາ ໃນສ່ວນຂອງພວກເຂົາ ທີ່ໄດ້ສັນຍາໄວ້ກັບພຣະອົງເທົ່ານັ້ນ.

ຄຳແນະນຳໃນການແປ

  • ວິທີການ, ແປຄຳນີ້ອາດລວມເຖິງ, " ຂໍ້ຕົກລົງທີ່ມີຜົນຜູກພັນ"

ຫຼື "ຄວາມມຸ່ງໝັ້ນຢ່າງເປັນທາງການ" ຫຼື" ຄຳໝັ້ນສັນຍາ" ຫຼື "ສັນຍາ." ທັງນີ້ຂຶ້ນຢູ່ກັບກໍລະນີນັ້ນໆ

  • ບາງພາສາອາດມີຄຳທີ່ແຕກຕ່າງກັນສຳລັບຂໍ້ຕົກລົງ ຂຶ້ນຢູ່ກັບວ່າຝ່າຍໃດຝ່າຍໜຶ່ງ ຫຼື ທັງສອງຝ່າຍໄດ້ທຳສັນຍາວ່າຈະຕ້ອງປະຕິບັດ. ຖ້າພັນທະສັນຍາເປັນແບບດ້ານດຽວ, ກໍສາມາດແປເປັນ "ສັນຍາ" ຫຼື"ຄຳໝັ້ນສັນຍາ."
  • ກວດສອບໃຫ້ແນ່ໃຈວ່າຄຳແປຂອງຄຳນີ້ ບໍ່ໄດ້ເປັນການທີ່

ປະຊາຊົນສະເໜີຂໍ້ຕົກລົງ. ໃນທຸກກໍລະນີຂອງພັນທະສັນຍາ ລະຫວ່າງພຣະເຈົ້າກັບມະນຸດ, ພຣະເຈົ້າເປັນຜູ້ລິເລີ່ມພັນທະສັນຍານັ້ນ.


ພິພາກສາ, ຜູ້​ພິ​ພາກ​ສາ, ການຕັດສິນ

ນິຍາມ

ຄຳວ່າ “ພິພາກສາ“ ແລະ “ການຕັດສິນ“ ມັກຈະກ່າວເຖິງການຕັດສິນໃຈກ່ຽວກັບບາງສິ່ງບາງຢ່າງທີ່ຖືກຕ້ອງຫຼືຜິດ.

  • “ການພິພາກສາຂອງພຣະເຈົ້າ“ ມັກຈະໝາຍເຖິງການຕັດສິນໃຈຂອງພຣະອົງເພື່ອຈະລົງໂທດບາງຢ່າງຫຼືບາງຄົນທີ່ເຮັດບາບ.
  • ການພິພາກສາຂອງພຣະເຈົ້າມັກຈະປະກອບມີການລົງໂທດຜູ້ຄົນທີ່ເຮັດບາບຂອງພວກເຂົາ.
  • ຄຳວ່າ “ພິພາກສາ" ຍັງໝາຍເຖິງ “ການກ່າວໂທດ.“ ພຣະເຈົ້າສັ່ງປະຊາຊົນຂອງພຣະອົງຢ່າຕັດສິນເຊິ່ງກັນແລະກັນໃນເລື່ອງນີ້.
  • ຄວາມໝາຍອີກຢ່າງໜຶ່ງແມ່ນ “ການຕັດສິນຊີ້ຂາດລະຫວ່າງ“ ຫລື “ຜູ້ພິພາກສາລະຫວ່າງ“, ຄືກັບການຕັດສິນໃຈວ່າຄົນໃດຖືກໃນການຂັດແຍ້ງລະຫວ່າງພວກເຂົາ.
  • ໃນສະພາບການບາງຢ່າງ, “ການພິພາກສາ“ ຂອງພຣະເຈົ້າເປັນສິ່ງທີ່ພຣະອົງໄດ້ຕັດສິນໃຈວ່າຖືກຕ້ອງແລະຍຸຕິທຳ. ຄ້າຍຄືດຳລັດ, ກົດໝາຍ, ຫລືກົດເກນ.
  • “ ການຕັດສິນ“ ສາມາດໝາຍເຖິງຄວາມສາມາດໃນການຕັດສິນໃຈທີ່ສະຫລາດ. ບຸກຄົນທີ່ຂາດ “ການຕັດສິນໃຈ “ ບໍ່ມີປັນຍາໃນການຕັດສິນໃຈທີ່ສະຫລາດ.

ຄຳແນະນຳ ໃນການແປ

  • ອີງຕາມສະພາບການ, ວິທີການແປ “ເພື່ອຕັດສິນ“ ສາມາດປະກອບມີ, “ຕັດສິນໃຈ“ ຫລື “ການກ່າວໂທດ“ ຫລື “ລົລໂທດ“ ຫລື “ດຳລັດ.“
  • ຄຳວ່າ “ການຕັດສິນ“ ສາມາດແປເປັນ “ການລົງໂທດ“ ຫລື “ ການຕັດສິນໃຈ“ ຫລື “ຄຳຕັດສິນ“ ຫລື “ດຳລັດ“ ຫລື “ການກ່າວໂທດ.“
  • ໃນບາງສະພາບການ, ປະໂຫຍກທີ່ວ່າ “ໃນການຕັດສິນ” ຍັງສາມາດແປໄດ້ “ໃນວັນຕັດສິນ“ ຫລື “ໃນຊ່ວງເວລາທີ່ພຣະເຈົ້າພິພາກສາປະຊາຊົນ.

ເພງສັນລະເສີນ

ນິຍາມ

ຄຳວ່າ "ສະດຸດີ"ຫລືເພງສັນລະເສີນ ອ້າງເຖິງບົດເພງສັກສິດ ມັກຈະເປັນໃນຮູບແບບຂອງບົດກະວີທີ່ຖືກຂຽນຂຶ້ນມາເພື່ອການຮ້ອງ

  • ໃນພັນທະສັນຍາເດີມ ພະທຳເພງສັນລະເສີນໄດ້ລວບລວມເພງເຫຼົ່ານີ້ທີ່ຂຽນຂຶ້ນໂດຍກະສັດດາວິດແລະຊາວອິດສະຣາເອນທັງຫຼາຍ ເຊັ່ນ ໂມເສດ ຊາໂລມອົນ ແລະອາສາບ ທ່າມກາງຄົນອື່ນໆ
  • ພະທຳເພງສັນລະເສີນຖືກໃຊ້ໂດຍຊົນຊາດອິດສະຣາເອນໃນການນະມັດສະການພະເຈົ້າຂອງພວກເຂົາ
  • ພະທຳເພງສັນລະເສີນສາມາດໃຊ້ເພື່ອສະແດງຄວາມຊື່ນຊົມຍິນດີ ຄວາມເຊື່ອ ແລະຄວາມເຄົາລົບໜ້າຖື ຕະຫລອດຈົນຄວາມເຈັບປວດແລະຄວາມໂສກເສົ້າ
  • ໃນພັນທະສັນຍາໃໝ່ ຄຣິດສະຕຽນຖືກສອນໃຫ້ຮ້ອງເພງສັນລະເສີນເພື່ອຖວາຍແດ່ພະເຈົ້າເພື່ອເປັນການນະມັດສະການພະອົງ

ເພັນເຕຄອດ, ເທດສະການທ້າຍອາທິດ

ນິຍາມ

"ເທດສະການທັງອາທິດ" ແມ່ນເທດສະການ ທີ່​ຈະ​ຕ້ອງ​ຈັດ​ຂຶ້ນ​ຫລັງ​ຈາກ ຫ້າ​ສິ​ບມື້​ຈາກວັນ "ເພັນເຕຄອດ. "

  • ເທດການທ້າຍອາທິດ ຄືໄລຍະເວລາເຖິງເຈັດອາທິດ (ຫ້າສິບມື້) ຫຼັງການລ້ຽງສະຫລອງຜົນແຮກໃນພັນທະສັນຍາໃໝ່. ເທດການນີ້ເອີ້ນວ່າ "ເພັນເຕຄອດ ໌" ຊຶ່ງມີ "ຫ້າສິບ" ເປັນສ່ວນຫນຶ່ງຂອງຄວາມໝາຍ.
  • ເທດການທ້າຍອາທິດຈັດຂຶ້ນເພື່ອສະເຫລິມສະຫລອງການເລີ່ມຕົ້ນການເກັບກ່ຽວເຂົ້າ. ນອກຈາກນີ້ຢັງເປັນຊ່ວງເວລາທີ່ຈະລະນຶກເຖິງທີ່ແລກ ທີ່ພຣະເຈົ້າປະທານພະບັນຍັດຂອງພຣະອົງໃຫ້ກັບອິດສະຣາເອນເທິງແຜ່ນສີລາທີ່ປະທານໃຫ້ແກ່ໂມເຊ.
  • ໃນພັນທະສັນຍາໃໝ່ນັ້ນ, ມື້ເພັນເຕຄອດມີຄວາມສຳຄັນເປັນພິເສດ ເພາະເປັນຊ່ວງເວລາທີ່ບັນດາຜູ້ເຊື່ອໃນພຣະເຢຊູຄຣິດໄດ້ຮັບພຣະວິນຍານບໍລິສຸດໃນວິທີໃໝ່.

ໄພວິບັດ

ນິຍາມ

ຄຳວ່າ "ວິບັດ " ມາຍເຖິງຄວາມຮູ້ສຶກທຸກໃຈເປັນຢ່າງຍິ່ງ ມັນຍັງໃຫ້ຄຳເຕືອນທີ່ຄົນບາງຄົນຈະປະສົບກັບບັນຫາຢ່າງຮ້າຍແຮງ.

  • ຂໍ້ຄວາມທີ່ວ່າ "ວິບັດແກ່" ຈະຕາມມາດ້ວຍຄຳເຕືອນແກ່ປະຊາຊົນທີ່ພວກເຂົາປະສົບກັບຄວາມທຸກທໍລະມານຄືເປັນການລົງໂທດສຳລັບຄວາມບາບຂອງພວກເຂົາ.
  • ໃນພຣະຄຳພີຫຼາຍໆຕອນ ຄຳວ່າ "ວິບັດ" ຈະຖືກເວົ້າຢູ່ເລື້ອຍໆເພື່ອໝາຍເຖິງໂດຍສະເພາະຢ່າງຍິ່ງແມ່ນການພິພາກສາອັນເປັນທີ່ຢ້ານກົວ
  • ບຸກຄົນທີ່ຖືກກ່າວວ່າ "ວິບັດຄືຂ້າພະເຈົ້າ" ຫຼື "ວິບັດແກ່ຂ້າພະເຈົ້າ" ຄືການສະແດງອອກມາເຖິງຄວາມທຸກທໍລະມານຢ່າງຮ້າຍແຮງ.

ຄຳແນະນຳໃນການແປ:

  • ຂຶ້ນຢູ່ກັບກໍລະນີນັ້ນໆ ຄຳວ່າ "ວິບັດ" ສາມາດແປວ່າ "ຄວາມໂສກເສົ້າຢ່າງຍິ່ງ " ຫລື "ຄວາມເສົ້າ" ຫລື "ໄພວິບັດ" ຫລື "ຄວາມພິນາດ"
  • ວິທີອື່ນໃນການແປຂໍ້ຄວາມນີ້ "ວິບັດແກ່."

ຟາຣີຊາຍ

ນິຍາມ

ຟາຣີຊາຍຄືກຸ່ມຜູ້ນຳສາສະໜາຊາວຢິວຊຶ່ງມີຄວາມສຳຄັນແລະມີອຳນາດຫລາຍໃນສະໄໝຂອງພຣະເຢຊູ

  • ຟາຣີຊາຍຫຼາຍຄົນເປັນນັກທຸລະກິດຈາກຊົນຊັ້ນກາງແລະບາງຄົນເປັນປະໂລຫິດດ້ວຍ
  • ໃນບັນດາຜູ້ນຳສາສະໜາຊາວຢິວທັງໝົດ ຟາຣີຊາຍເປັນກຸ່ມທີ່ເຂັ້ມງວດຫລາຍທີ່ສຸດໃນການປະ​ຕິ​ບັດ​ບັນຍັດຂອງໂມເຊທັງໝົດ​ຕະ​ລອດ​ເຖິງທຳນຽມອື່ນໆ ຂອງຊາວຢິວ
  • ພວກ​ເຂົາກັງວົນທີ່ຊາວຢິວແຍກອອກມາຈາກອິດທິພົນຂອງຊາວຕ່າງຊາດ, ຄຳວ່າ "ຟາຣີຊາຍ" ມາຈາກຄຳວ່າ "ແຍກອອກມາ"
  • ພວກຟາຣີຊາຍເຊື່ອໃນຊີວິດຫຼັງຄວາມຕາຍ ພວກທ່ານຢັງເຊື່ອໃນບັນດາທູດສະຫວັນແລະວິນຍານຕ່າງໆ ວ່າມີຢູ່ຈິງອີກດ້ວຍ
  • ຟາຣີຊາຍແລະພວກ​ຊະ​ດູ​ກາຍ ເປັນ​ຜູ້ຕໍ່ຕ້ານພຣະເຢຊູ ໃນສະໄໝເລີ່ມຕົ້ນຄ​ຣິ​​ດສ​ະຕຽນຢ່າງເຂັ້ມງວດ

ຟື້ນຄືນຊີວິດ

ນິຍາມ

ຄຳວ່າ“ ຟື້ນຄືນຊີວິດ” ໝາຍເຖິງການກະທຳທີ່ຈະມີຊີວິດອີກຄັ້ງ ໜຶ່ງຫຼັງຈາກທີ່ຕາຍໄປ.

  • ການປຸກຄົນອື່ນໃຫ້ມີຊີວິດໝາຍເຖິງການເຮັດໃຫ້ຄົນນັ້ນກັບຄືນມາມີຊີວິດອີກຄັ້ງ. ມີແຕ່ພຣະເຈົ້າເທົ່ານັ້ນທີ່ມີອຳນາດເຮັດສິ່ງນີ້.
  • ຄຳວ່າ“ ການຄືນມາຈາກຕາຍ” ມັກຈະໝາຍເຖິງການກັບຄືນມາຂອງພຣະເຢຊູຫຼັງຈາກທີ່ລາວຕາຍ.
  • ເມື່ອພຣະເຢຊູກ່າວວ່າ“ ເຮົາເປັນການຄືນມາຈາກຕາຍແລະເປັນຊີວິດ” ພຣະອົງໝາຍຄວາມວ່າພຣະອົງເປັນຜູ້ທີ່ມາຈາກການກັບຄືນມາຈາກຕາຍແລະເປັນຜູ້ທີ່ເຮັດໃຫ້ຜູ້ຄົນກັບຄືນມາມີຊີວິດອີກ.

ຄຳແນະນຳໃນການແປ

  • ຄຳວ່າ "ການຟື້ນຄືນຊີວິດ" ຍັງສາມາດແປເປັນ "ການກັບຄືນສູ່ຊີວິດ" ຫລື "ການມີຊີວິດອີກຄັ້ງຫລັງຈາກທີ່ຕາຍແລ້ວ."
  • ຄວາມໝາຍທີ່ແທ້ຈິງຂອງຄຳນີ້ແມ່ນ“ ການລຸກຂຶ້ນ” ຫລື“ ການກະທຳທີ່ຖືກຍົກຂຶ້ນມາ

ຟື້ນຟູ, ການຟື້ນຟູ

ນິຍາມ

ຂໍ້ກຳນົດ“ ການຟື້ນຟູ” ແລະ“ ການຟື້ນຟູ” ໝາຍເຖິງການເຮັດໃຫ້ບາງສິ່ງບາງຢ່າງກັບສູ່ສະພາບເດີມແລະມີສະພາບດີຂື້ນ.

  • ເມື່ອພາກສ່ວນຂອງຮ່າງກາຍທີ່ມີພະຍາດໄດ້ຮັບການຟື້ນຟູ, ນີ້ ໝາຍ ຄວາມວ່າມັນໄດ້“ ຫາຍດີແລ້ວ”.
  • ສາຍພົວພັນທີ່ແຕກຫັກທີ່ຖືກຟື້ນຟູ, ໄດ້ "ໄດ້ຮັບການຄືນດີກັນ." ພຣະເຈົ້າຊົງຟື້ນຟູຄົນທີ່ເຮັດບາບແລະ ນຳ ພວກເຂົາຄືນມາສູ່ຕົວເອງ.
  • ຖ້າປະຊາຊົນໄດ້ຮັບການຟື້ນຟູຄືນສູ່ປະເທດທີ່ຢູ່ອາໃສຂອງພວກເຂົາມັນຫມາຍຄວາມວ່າພວກເຂົາໄດ້ຖືກ "ນໍາກັບຄືນ" ຫຼື "ກັບຄືນ" ກັບປະເທດນັ້ນ.

ຄຳແນະນຳໃນການແປ

  • ອີງຕາມສະພາບການ, ວິທີການແປ "ການຟື້ນຟູ" ອາດປະກອບມີ: "ຕໍ່ ໃໝ່" ຫລື "ຈ່າຍຄືນ" ຫລື "ກັບຄືນ" ຫລື "ຮັກສາ" ຫລື"ນຳ ກັບຄືນມາ."
  • ຄຳເວົ້າສຳລັ ຄຳນີ້ອາດແມ່ນ "ສ້າງໃໝ່" ຫລື "ສ້າງໃໝ່ໃຫ້ ໃໝ່."
  • ອີງຕາມສະພາບການ, "ການຟື້ນຟູ," ສາມາດແປເປັນ "ການຕໍ່ອາຍຸ" ຫລື "ການຮັກສາ" ຫລື "ການປອງດອງ."

ມະຫາປະໂຣຫິດ

ນິຍາມ

ຄຳວ່າ "ມະຫາປະໂຣຫິດ"ອ້າງເຖິງປະໂຣຫິດພິເສດທີ່ໄດ້ຮັບການແຕ່ງຕັ້ງໃຫ້ຮັບໃຊ້ເປັນເວລາໜຶ່ງປີໃນຖານະຜູ້ນຳຂອງປະໂຣຫິດທັງໝົດຂອງອິດສະຣາເອນ.

  • ມະຫາປະໂຣຫິດມີໜ້າທີ່ຮັບຜິດຊອບພິເສດ. ທ່ານເປັນພຽງຄົນດຽວທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສ່ວນບໍລິສຸດທີ່ສຸດຂອງວິຫານເພື່ອຈະຖວາຍເຄື່ອງບູຊາພິເສດປີລະເທື່ອ.
  • ອິດສະຣາເອນໄດ້ມີປະໂຣຫິດຫລາຍຄົນ, ແຕ່ມີມະຫາປະໂຣຫິດພຽງຄົນດຽວໃນຊ່ວງເວລາໜຶ່ງ.
  • ເມື່ອພຣະເຢຊູຊົງຖືກຈັບ, ກາຍາຟາເປັນມະຫາປະໂລຫິດຢ່າງເປັນທາງການ. ພໍ່ເຖົ້າຂອງກາຍາຟາ ອັນນາດຖືກກ່າວເຖິງໃນບາງຄັ້ງເພາະເຂົາເຄີຍເປັນມະຫາປະໂຣຫິດທີ່ຍັງມີອໍານາດ ແລະອຳນາດສິດທິຂາດເໜືອຜູ້ຄົນ.

ຄຳແນະນຳໃນການແປ

  • "ມະຫາປະໂຣຫິດ" ສາມາດແປໄດ້ວ່າ "ປະໂຣຫິດສູງສຸດ" ຫລື "ປະໂຣຫິດທີ່ມີຕຳແໜ່ງສູງສຸດ."
  • ໃຫ້ແນ່ໃຈວ່າຄຳນີ້ໃຊ້ຄຳແປຕ່າງຈາກຄຳວ່າ "ຫົວໜ້າປະໂຣຫິດ."

ມະ​ຫິດ​ທິຣິດ​

ນິຍາມ

​ຄຳ​ວ່າ "​ມະ​ຫິດ​ທິ​ຣິດ" ແປ​ຕາມ​ຕົວ​ອັກ​ສອນໝາຍ​ຄວາມ​ວ່າ "ມີ​ຣິດ​ອຳ​ນາດທັງ​ໝົດ," ໃນ​ພ​ຣະຄັມ​ພີ​ແມ່ນ​ເວົ້າ​ເຖິງ​ພ​ຣະ​ເຈົ້າ.

  • ຄຳ​ນຳ​ໜ້າ​ຊື່ "ຊົງ​ມະ​ຫິດ​ທິ​ຣິດ" ຫລື "ຜູ້​ຊົງ​ມະ​ຫິດ​ທິ​ຣິດ​ອົງ​ດຽວ" ໝາຍ​ເຖິງ​ພ​ຣະ​ເຈົ້າ ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ​ພ​ຣະ​ອົງ​ຊົງ​ມີ​ອຳນາດ​ແລະ​ສິດ​ທິ​ເໜືອ​ທຸກ​ສິ່ງ​ຢ່າງ​ສົມ​ບຸນ.
  • ຄຳ​ນີ້​ໃຊ້​ເພື່ອ​ອະ​ທິ​ບາຍເຖິງ​ພ​ຣະ​ເຈົ້າ ໂດຍ​ເອີ້ນ​ວ່າ "ພ​ຣະ​ເຈົ້າ​ຜູ້​ຊົງ​ມະ​ຫິດ​ທິ​ຣິດ" ຫລື "ພ​ຣະ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ" ຫລື "ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ພ​ຣະ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ" ຫລື "ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ."

ຄຳແນະ​ນຳ​ໃນ​ການ​ແປ

  • ຄຳ​ນີ້​ສາ​ມາດ​ແປ​ໄດ້​ອີກວ​່າ "ມີ​ອຳ​ນາດ​ເໜືອ​ທັງ​ໝົດ​ທັງ​ປວງ" ຫລື "ອົງ​ດຽວ​ທີ່​ມີ​ຣິດ​ອຳ​ນາດ​ຢ່າງ​ສົມ​ບຸນ" ຫລື "ພ​ຣະ​ເຈົ້າ​ຜູ້​ຊົງ​ມີ​ຣິດ​ອຳ​ນາດ​ຢ່າງ​ສົມ​ບູນ."
  • ວິ​ທີ​ແປ​​​ເນື້ອຫານີ້​ມີ​ຫລາຍ​ຢ່າງ "ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ພ​ຣະ​ເຈົ້າ​ຜູ້​ຊົງ​ມີ​ຣິດສູງ​ສຸດ" ຊຶ່ງ​ສາ​ມາດ​ລວມ​ເຖິງ "ພ​ຣະ​ເຈົ້າ​ຜູ້​ຄອບ​ຄອງ" ຫລື "ພ​​ຣະ​ເຈົ້າ​ຜູ້​ຊົງ​ມະ​ຫິທິ​ຣິດ ຜູ້​ເປັນ​ເຈົ້າ​ນາຍ​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ."

ມານາ

ນິຍາມ

ມານາ ເປັນອາຫານແຜ່ນບາງ ເໝືອນກັບເຂົ້າໜົມປັງທີ່ພຣະເຈົ້າໄດ້ຊົງຈັດຕຽມໃຫ້ກັບຊາວອິດສະຣາເອນໄດ້ກິນລະຫວ່າງທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານຫຼັງຈາກທີ່ພວກເຂົາໄດ້ອອກຈາກອີຢິບ.

  • ມານາ ເບິ່ງເໝືອນເກັດສີຂາວທີ່ປາກົດໃນຕອນເຊົ້າຂອງແຕ່ລະວັນເທິງພື້ນດິນ. ພາຍໃຕ້ນ້ຳຄ້າງ ມີລົດຊາດຫວານ,ເໝືອນນ້ຳເຜິ້ງ.
  • ພວກອິດສະຣາເອນໄດ້ເກັບລວບລວມ ມານາ ທຸກວັນຍົກເວັ້ນວັນສະບາໂຕ.
  • ໃນວັນກ່ອນວັນສະບາໂຕ, ພຣະເຈົ້າຊົງບອກໃຫ້ພວກອິດສະຣາເອນເກັບມາເພີ້ມເປັນສອງເທົ່າເພື່ອພວກເຂົາຈະບໍ່ຕ້ອງເກັບໃນວັນພັກຜ່ອນຂອງພວກເຂົາ.
  • ໃນພຣະຄັມພີ, "ມານາ"ໄດ້ຖືກອ້າງເຖິງວ່າເປັນ "ເຂົ້າໜົມປັງຈາກສະຫວັນ" ແລະ "ໄດ້ຮັບຈາກສະຫວັນ."

ຄຳແນະນຳໃນການແປ

  • ອີກວິທີໜຶ່ງຂອງການແປຄຳສັບນີ້ສາມາດລວມ, "ອາຫານທີ່ເປັນເກັດສີຂາວບາງ" ຫຼື "ອາຫານຈາກສະຫວັນ."
  • ໃຫ້ພິຈາລະນາວ່າຄຳນີ້ໄດ້ຮັບການແປໃນພຣະຄັມພີໃນພາສາທ້ອງຖິ່ນຫຼືໃນພາສາກາງວ່າເປັນຢ່າງໃດ.

ມື​ຂວາ,ເບື້ອງຂວາ

ນິຍາມ

ຄຳສະແດງທີ່ເປັນຕົວເລກທີ່ວ່າ "ມືຂວາ" ໝາຍ ເຖິງສະຖານທີ່ແຫ່ງກຽດຕິຍົດຫລື ກຳ ລັງທີ່ຢູ່ເບື້ອງຂວາຂອງຜູ້ປົກຄອງຫລືບຸກຄົນ ສຳ ຄັນອື່ນໆ.

  • ມືຂວາກໍ່ຖືກໃຊ້ເປັນສັນຍາລັກຂອງ ອຳ ນາດ, ສິດ ອຳ ນາດ, ຫລື ກຳ ລັງແຮງ.
  • ພຣະຄັມພີພັນລະນາວ່າພຣະເຢຊູຄຣິດນັ່ງ“ ຢູ່ເບື້ອງຂວາມືຂອງ” ພະເຈົ້າພະບິດາໃນຖານະເປັນຫົວໜ້າຂອງຮ່າງກາຍຂອງຜູ້ທີ່ເຊື່ອ (ຄຣິສຕະຈັກ) ແລະເປັນຜູ້ຄວບຄຸມເປັນຜູ້ປົກຄອງການສ້າງທັງໝົດ.
  • ມືຂວາຂອງຄົນຖືກໃຊ້ເພື່ອສະແດງກຽດຕິຍົດພິເສດເມື່ອຖືກໃສ່ເທິງຫົວຂອງຜູ້ໃດຜູ້ ໜຶ່ງ ທີ່ໄດ້ຮັບພອນ (ຄືກັບວ່າພໍ່ຂອງຍາໂຄບໄດ້ອວຍພອນອີຟະຣາລູກຊາຍຂອງໂຢເຊັບ).
  • ການ“ ຮັບໃຊ້ຢູ່ເບື້ອງຂວາມື” ຂອງຜູ້ໃດຜູ້ໜຶ່ງໝາຍຄວາມວ່າ ເປັນຜູ້ທີ່ມີການຮັບໃຊ້ໂດຍສະເພາະແລະມີຄວາມສຳຄັນຕໍ່ບຸກ ຄົນນັ້ນ.

ຄຳແນະນຳໃນການແປ

  • ບາງຄັ້ງຄຳວ່າ "ມືຂວາ" ທີ່ຮູ້ໜັງສືກໍ່ໝາຍເຖິງມືຂວາຂອງຄົນ, ຄືກັບວ່າທະຫານໂຣມໄດ້ເອົາພະນັກງານເຂົ້າໄປໃນມືຂວາຂອງພຣະເຢຊູເພື່ອເຢາະເຍີ້ຍລາວ. ສິ່ງນີ້ຄວນຖືກແປໂດຍໃຊ້ຄຳສັບທີ່ພາສາໃຊ້ເພື່ອອ້າງອີງໃສ່ມືນີ້.
  • ກ່ຽວກັບການນຳໃຊ້ຕົວເລກ, ຖ້າສຳນວນທີ່ປະກອບມີຄຳວ່າ "ມືຂວາ" ບໍ່ມີຄວາມໝາຍດຽວກັນກັບພາສາໂຄງການ, ຫຼັງຈາກນັ້ນໃຫ້ພິຈາລະນາວ່າພາສານັ້ນມີການສະແດງອອກທີ່ມີຄວາມ ໝາຍ ດຽວກັນຫຼືບໍ່.
  • ສຳນວນທີ່ວ່າ "ຢູ່ເບື້ອງຂວາມື" ສາມາດຖືກແປວ່າ "ຢູ່ເບື້ອງຂວາ" ຫລື "ໃນສະຖານທີ່ທີ່ມີກຽດຕິຍົດຂ້າງ" ຫລື "ໃນຖານະຂອງຄວາມເຂັ້ມແຂງ" ຫລື "ພ້ອມທີ່ຈະຊ່ວຍເຫຼືອ."
  • ວິທີການແປ "ດ້ວຍມືຂວາຂອງລາວ" ສາມາດປະກອບມີ, "ກັບສິດອໍານາດ" ຫລື"ໃຊ້ອໍານາດ" ຫລື "ດ້ວຍຄວາມເຂັ້ມແຂງທີ່ຫນ້າຕື່ນຕາຕື່ນໃຈຂອງລາວ."
  • ຄຳສະແດງທີ່ເປັນຕົວເລກທີ່ວ່າ "ມືຂວາແລະແຂນອັນແຮງຂອງພຣະອົງ" ໃຊ້ສອງທາງໃນການເນັ້ນໜັກເຖິງອຳນາດແລະ ກຳລັງທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ວິທີໜຶ່ງທີ່ຈະແປຄວາມໝາຍນີ້ອາດແມ່ນ "ພະລັງແລະຄວາມສາມາດອັນຍິ່ງໃຫຍ່ຂອງພຣະອົງ."

ມົດຍອບ

ນິຍາມ

ມົດຍອບຄືນ້ຳມັນຫຼືເຄື່ອງເທດເຊິ່ງທຳມາຈາກຢາງຂອງຕົ້ນມົດຍອບເຊິ່ງປູກໃນທະວີບອະຟຣິກາແລະເອເຊຍ ມັນກ່ຽວພັນກັບກຳຍານ.

  • ມົດຍອບຖືກໃຊ້ເປັນທູບ ນ້ຳຫອມແລະຢາແລະຕຽມຮ່າງກາຍຂອງຄົນຕາຍກ່ອນທຳການຝັງ.
  • ມົດຍອບຄືໜຶ່ງໃນເຄື່ອງບັນນາການທີ່ບັນ ດາໂຫລາຈານ ໄດ້ຖວາຍໃຫ້ແກ່ພຣະເຢຊູເຈົ້າເມື່ອພຣະອົງຊົງບັງເກີດ.
  • ພຣະເຢຊູເຈົ້າໄດ້ຮັບການມອບເຫລົ້າອາງຸນປະສົມກັບມົດຍອບເພື່ອຈະລະງັບຄວາມເຈັບປວດເມື່ອພຣະອົງຊົງຖືກຄຶງທີ່ໄມ້ກາງແຂນ.

ເມດຕາ, ເຕັມໄປດ້ວຍຄວາມເມດຕາ

ນິຍາມ

ຄຳວ່າ "ເມດຕາ" ຫລື "ເຕັມໄປດ້ວຍຄວາມເມດຕາ" ບົ່ງບອກເຖິງການໃຫ້ຄວາມຊ່ວຍເຫລືອກັບຄົນທີ່ຕ້ອງການຄວາມຊ່ວຍເຫລືອ, ໂດຍສະເພາະ ເວລາທີ່ຄົນເຫລົ່ານັ້ນໄດ້ຮັບຄວາມລຳບາກ.

  • ຄຳວ່າ "ເມດຕາ" ຍັງສາມາດລວມເອົາຄວາມໝາຍຂອງການບໍ່ໄດ້ລົງໂທດຄົນທີ່ເຮັດບາງສິ່ງບາງຢ່າງຜິດພາດ.
  • ບຸກຄົນທີ່ເຕັມໄປດ້ວຍອຳນາດ ຄືດັ່ງກະສັດທີ່ໄດ້ຖືກອະທິບາຍໄວ້ວ່າ "ເຕັມດ້ວຍຄວາມເມດຕາ" ເມື່ອກະສັດອົງນັ້ນ ປະຕິບັດຕໍ່ປະຊາຊົນດ້ວຍໃຈເມດຕາປານີ ບໍ່ແມ່ນດ້ວຍໃຈໂຫດຮ້າຍຕໍ່ພວກເຂົາ.
  • ການເຕັມໄປດ້ວຍຄວາມເມດຕາ ຍັງໝາຍເຖິງ ການໃຫ້ອະພັຍແກ່ຄົນທີ່ເຮັດຜິດຕໍ່ເຮົາ.
  • ເຮົາໄດ້ສະແດງຄວາມເມດຕາແລ້ວ ເວລາທີ່ເຮົາໄດ້ຊ່ວຍເຫລືອຄົນທີ່ຕ້ອງການການຊ່ວຍເຫລືອຢ່າງຮີບດ່ວນ.
  • ພຣະເຈົ້າມີຄວາມເມດຕາຕໍ່ພວກເຮົາ, ແລະ ພຣະອົງ ກໍຕ້ອງ ການໃຫ້ພວກເຮົາ ມີຄວາມເມດຕາຕໍ່ຄົນອື່ນ.

ຄຳແນະນຳໃນການແປ

  • ແຕ່ນັ້ນກໍຂຶ້ນຢູ່ກັບເນື້ອໃນຂອງເລື່ອງທັງໝົດ "ຄວາມເມດຕາ" ສາມາດແປໄດ້ອີກວ່າ, "ຄວາມກະລຸນາ" ຫລື "ຄວາມເຫັນໃຈ" ຫລື "ຄວາມອີດູຕົນສົງສານ."
  • ຄຳວ່າ "ເຕັມໄປດ້ວຍຄວາມເມດຕາ" ສາມາດແປໄດ້ອີກວ່າ, "ມີຄວາມຮູ້ສຶກອີດູຕົນສົງສານ" ຫລື "ມີໃຈກະລຸນາຕໍ່" ຫລື "ຍົກໂທດໃຫ້ແກ່."
  • "ສະແດງຄວາມເມດຕາແກ່" ຫລື "ມີຄວາມເມດຕາຕໍ່" ສາມາດແປໄດ້ອີກວ່າ, "ປະຕິບັດດ້ວຍໃຈກະລຸນາ" ຫລື "ມີຄວາມກະລຸນາສົງສານຕໍ່."

ໃມ້ກາງແຂນ

ນິຍາມ

ໃນຊ່ວງເວລາຂອງພຣະຄັມພີ ໄມ້ກາງແຂນເປັນເສົາໄມ້ທີ່ຕັ້ງຢູ່ໃນພື້ນທີ່ໂດຍມີໄມ້ຄານແນວນອນຕິດຢູ່ໃກ້ກັບດ້ານເທິງ.

  • ໃນຊ່ວງເວລາຂອງຈັກກະພັດໂຣມ ລັດຖະບານໂຣມ ຈະປະຫານອາດຊະຍາກອນ ໂດຍຜູກ ຫຼື ຕອກຕະປູຕິດພວກເຂົາໄວ້ກັບໄມ້ກາງແຂນ ແລະຖີ້ມປະໃວ້ໃຫ້ຕາຍ.
  • ພຣະເຢຊູໄດ້ຖືກກ່າວໂທດຢ່າງຜິດໆ ວ່າເປັນອາດຊະຍາກອນທີ່ພຣະອົງບໍ່ໄດ້ກະທຳ ແລະຊາວໂຣມໄດ້ທຳໃຫ້ພຣະອົງເສຍຊີວິດເທິງໄມ້ກາງແຂນ.
  • ໂປດຮູ້ວ່ານີ້ເປັນຄຳທີ່ແຕກຕ່າງ ໄປຈາກຄຳກິຣິຍາ"ຂ້າມ"ຊຶ່ງ

ຫມາຍເຖີງການຂ້າມໄປຍັງອີກດ້ານໜຶ່ງຂອງບາງສິ່ງ ບາງຢ່າງເຊັ່ນ ແມ່ນ້ຳຫຼື ທະເລສາບ.

ຄຳແນະນຳໃນການແປ

  • ຄຳນີ້ອາດແປ ໂດຍໃຊ້ຄຳໃນພາສາທີ່ຈະແປ ຊຶ່ງກ່າວເຖີງຮູບແບບ

ຂອງໄມ້ກາງແຂນ.

  • ພິຈາຣະນາອະທິບາຍ ໄມ້ກາງແຂນວ່າ ເປັນສິ່ງທີ່ໃຊ້ຂ້າຄົນ

ຈິ່ງມີການໃຊ້ຄວາມເວົ້າເຊັ່ນ "ຫຼັກປະຫານ" ຫຼື "ຕົ້ນໄມ້ແຫ່ງຄວາມຕາຍ".

  • ພິຈາຣະນາຄຳແປນີ້ ໃນການແປພຣະຄຳພີ ດ້ວຍພາສາທ້ອງຖິ່ນ ຫຼື ພາສາກາງດ້ວຍ.

ຢິວ, ສາສະໜາຢິວ, ຊາວຢິວ

ນິຍາມ

ຊາວຢິວແມ່ນຄົນທີ່ເປັນເຊື້ອສາຍຂອງຫຼານອັບຣາຮາມຄື: ຢາໂຄບ. ຄຳວ່າ ”ຢິວ” ມາຈາກຄຳວ່າ ”ຢູດາ.”

  • ຜູ້ຄົນເລິ່ມເອີ້ນຊາວອິດສະຣາເອນວ່າ ”ຊາວຢິວ” ຫຼັງຈາກທີ່ພວກເຂົາກັບຄືນມາຢູດາຈາກການເນລະເທດຂອງພວກເຂົາໃນບາບີໂລນ.
  • ພຣະເຢຊູພຣະເມຊີອາຊົງເປັນຢິວ. ເຖິງຢ່າງໃດກໍ່ຕາມຜູ້ນຳທາງສາສະໜາຢິວປະຕິເສດພຣະເຢຊູແລະຮຽກຮ້ອງໃຫ້ພຣະອົງຖືກປະຫານຊີວິດ.
  • ຄຳເວົ້າທີ່ວ່າ ”ຊາວຢິວ” ມັກເວົ້າເຖິງຜູ້ນຳຂອງຊາວຢິວ, ບໍ່ແມ່ນປະຊາຊົນຊາວຢິວທັງໝົດ. ໃນສະພາບການເຫຼົ່ານັ້ນ, ບາງຄຳແປເພິ່ມ ”ພວກຜູ້ນຳຂອງ“ ເພື່ອເຮັດໃຫ້ຈະແຈ້ງຂຶ້ນ.

ຣັບບີ, ຄຣູຫືຼອາຈານ

ນິຍາມ

ຄຳວ່า"ຣັບບີ"ຕາມໂຕໜັງສືມີຄວາມໝາຍວ່າ"ເຈົ້ານາຍຂອງຂ້າພຣະເຈົ້າ"ຫຼື"ຄຣູຂອງຂ້າພຣະເຈົ້າ."

  • ເປັນຕຳແໜ່ງທີ່ສະແດງຄວາມນັບຖືທີ່ໃຊ້ເອີ້ນຜູ້ຊາຍຊາວຢີວທີ່ເປັນຄຣູດ້ານສາດສະໜາ,ໂດຍສະເພາະຄຣູຜູ້ສອນພຣະບັນຍັດຂອງພຣະເຈົ້າ.
  • ໂຢຮັນບັບຕິດສະໂຕຜູ້ໃຫ້ບັບຕິດສະມາແລະພຣະເຢຊູຄຣິດເຈົ້າທັງສອງທ່ານນີ້ບາງຄັ້ງຖືກເອີ້ນວ່າ"ຣັບບີ"ໂດຍເຫຼົ່າສາວົກຂອງທ່ານທັງສອງ.

ຄຳແນະນຳໃນການແປ

  • ວິທີແປຄຳນີ້ສາມາດລວມເອົາ,"ນາຍຂອງຂ້າພຣະເຈົ້າ"ຫຼື"ຄຣູຂອງຂ້າພຣະເຈົ້າ"ຫຼື"ຄຣູຜຼ້ມີກຽດ"ຫຼື"ຄຣູດ້ານສາດສະໜາ." ບາງພາສາອາດຂື້ນຕົ້ນດ້ວຍໂຕໜັງສືໃຫຍ່ສຳລັບຄຳທັກທາຍເຊັ່ນນີ້ ໃນຂະນະທີ່ພາສາອື່ນບໍ່ມີ.
  • ພາສາທີ່ແປອາດມີວິທີພິເສດທີ່ບັນດາຄຣູຈະມີວິທີເອີ້ນຊື່.
  • ໃຫ້ໝົັ້ນໃຈວ່າການແປຄຳນີ້ຈະບໍ່ເປັນຄືການເອີ້ນພຣະເຢຊູຄືການເອີ້ນຄຣູໃນໂຮງຮຽນ.
  • ໃຫ້ພິຈາລະນາເບິ່ງວ່າ"ຣັບບີ"ແປແນວໃດໃນພຣະຄັມພີໃນພາສາທ້ອງຖິ່ນໃນພາສາກາງ.

ຣິດເດດ

ນິຍາມ

ຄຳວ່າ ''ຣິດເດດ ''ໜາຍເຖິງຄວາມສາມາດໃນການເຮັດສິ່ງຕ່າງໆ ຫລື ເຮັດສິ່ງຕ່າງໆ ເກິດຂື້ນ,ຫລາຍເທືອມັກຈະໃຊ້ກຳລັງຫລາຍ ''ຣິດເດດ '' ໜາຍເຖິງຄົນຫລືວິນຍານທີ່ມີຄວາມສາມາດພິເສດຍິ່ງໃຫຍ່ທີ່ເຮັດໃຫ້ສິ່ງຕ່າງໆເກີດຂື້ນໄດ້.

  • ຣິດເດດຂອງພຣະເຈົ້າ'' ອ້າງເຖິງຄວາມສາມາດຂອງພຣະເຈົ້າທີ່ຈະເຮັດທຸກສິ່ງທຸກຢ່າງ, ສະເພາະຢ່າງຍິ່ງສິ່ງທີ່ມະນຸດບໍ່ສາມາດເຮັດໄດ້.
  • ພຣະເຈົ້າຊົົງມີຣິດເດດເໝືອທຸກສິ່ງທີ່ພຣະເຈົ້າໄດ້ຊົງສ້າງ.
  • ພຣະເຈົ້າປະທານຣິດເດດໃຫ້ແກ່ຄົນຂອງພຣະອົງເພື່ອເຮັດໃນສິ່ງທີ່ພຣະເຈົ້າປະສົງ, ເພື່ອວ່າເມືອພວກເຂົາຮັກສາຄົນ ຫລື ເຮັດສິ່ງອັດສະຈັນ, ພວກເຂົາເຮັດສິ່ງເຫລົ່ານີ້ດ້ວຍຣິດເດດຂອງພຣະເຈົ້າ.
  • ເພາະວ່າພຣະເຢຊູແລະພຣະວິນຍານບໍໍຣິສຸດເປັນພຣະເຈົ້າ,ດ້ວຍເຊັ່ນກັນຈຶງມີຣິດເດດນີ້ດ້ວຍ.

ຄຳແນະນຳໃນການແປ

ສາມາດທີ່ຈະເຮັດການອັັັັດສະຈັນ, ຫລື ''ບັງຄັບ''

  • ເປັນໄປໄດ້ທີ່ຈະແປຄຳວ່າ ''ຣິດເດດ'' ສາມາດລວມເອົາ ''ຊີວິດທີ່ມີອຳນາດ'' ຫລື '' ວິນຍານທີ່ບັງຄັບ'' ຫລື ''ຄົນເຫລົ່ານັ້ນທີ່ຄວບຄຸມຄົນອື່ນ.''
  • ຄຳກ່າວ ເຊັ່ນ ''ຂໍຊ່ວຍພວກເຮົາຈາກອຳນາດຂອງເຫລົ່າສັດຕູຂອງເຮົາ'' ສາມາດແປວ່າ ''ຂໍຊ່ວຍເຮົາຈາກການກົດຂີ່ໂດຍສັດຕູຂອງພວກເຮົາ'' ຫລື ''ຂໍຊ່ວຍເຮົາໃຫ້ລອດພົ້ນຈາກຖືກຄວບຄຸມໂດຍສັດຕູຂອງພວກເຮົາ'' ໃນກໍລະນີນີ້ ''ຣິດເດດ'' ມີຄວາມໝາຍໃນການໃຊ້ກຳລັງຂອງບາງຄົນຄວບຄຸມຫລືກົດຂີ່ຄົນອື່ນ.
  • ຂື້ນຢູ່ກັບບົດບາດ ຄຳວ່າ ''ຣິດເດດ'' ສາມາດແປວ່າ ''ຄວາມສາມາດ'' ຫລື ''ຄວາມແຂງແຮງ'' ຫລື ''ພຣະລັງງານ'' ຫລື ''ຄວາມ

ລະຖິ້ມ, ຖືກປະຖິ້ມ

ນິຍາມ

ຄຳວ່າ "ລະຖິ້ມ" ໝາຍເຖິງການປະຖິ້ມບາງຄົນຫຼືຍອມແພ້ບາງສິ່ງບາງຄົນທີ່ຖືກ "ປະຖິ້ມ" ໄດ້ເຄີຍຖືກລະຖິ້ມໂດຍບາງຄົນ.

  • ເມື່ອມະນຸດ "ປະຖິ້ມ" ພຣະເຈົ້ານັ້ນໝາຍຄວາມວ່າພວກເຂົາເປັນຄົນທີ່ບໍ່ສັດຊື່ຕໍ່ພຣະອົງໂດຍການບໍ່ເຊື່ອຟັງພຣະອົງ.
  • ເມື່ອພຣະເຈົ້າ "ປະຖິ້ມ" ມະນຸດນັ້ນ,ໝາຍຄວາມວ່າພຣະອົງໄດ້ຢຸດການຊ່ວຍເຫຼືອພວກເຂົາແລະປ່ອຍໃຫ້ພວກເຂົາມີປະສົບການທີ່ຍາກລຳບາກ ເພື່ອທີ່ຈະທຳໃຫ້ພວກເຂົາຫັນກັບມາຫາພຣະອົງ.
  • ຄຳນີ້ສາມາດໝາຍເຖິງການປະຖິ້ມສິ່ງຂອງ, ເຊັ່ນການປະຖິ້ມຫຼືບໍ່ຕິດຕາມຄຳສອນຂອງພຣະເຈົ້າ.
  • ຄຳວ່າ "ປະຖິ້ມ"ສາມາດໃຊ້ໃນຮູບແບບອະດີດຕະການເໝືອນໃນປະໂຫຍກທີ່ວ່າ "ເຂົາໄດ້ປະຖິ້ມທ່ານ" ຫຼື ເພື່ອບົ່ງບອກເຖິງບາງຄົນທີ່ໄດ້ "ຖືກປະຖິ້ມ".

ຄຳແນະນຳການແປ

  • ອີກແນວທາງທີ່ແປຄຳນີ້ສາມາດລວມທັງຄຳວ່າ, "ປະຖິ້ມ" ຫຼື "ລະເລີຍ" ຫຼື "ຍອມແພ້" ຫຼື "ຈາກໄປ" ຫຼື "ຖິ້ມໄວ້ຂ້າງຫຼັງ" ຂຶ້ນຢູ່ກັບບໍຣິບົດນັ້ນ ໆ.
  • ທີ່ຈະ "ລະຖິ້ມ" ທັມະບັນຍັດຂອງພຣະເຈົ້າສາມາດແປໄດ້ອີກວ່າ "ບໍ່ເຊື່ອຟັງທັມະບັນຍັດຂອງພຣະເຈົ້າ," ຄຳນີ້ສາມາດແປໄດ້ອີກວ່າ "ປະຖິ້ມ" ຫຼື"ຍອມແພ້ເທິງ" ຫຼື "ຢຸດການເຊື່ອຟັງ" ການສອນຂອງພຣະອົງຫຼືທັມະບັນຍັດຂອງພຣະອົງ.
  • ປະໂຫຍກທີ່ວ່າ "ຖືກລະຖິ້ມ" ສາມາດແປໄດ້ອີກວ່າ "ຖືກຖອດຖິ້ມ "ຫຼື"ຖືກປະຮ້າງ".
  • ຄຳໃນພາສາທີ່ແປອາດຈະຊັດແຈ້ງຫຼາຍກ່ວາ ຫາກໃຊ້ຄຳທີ່ແຕກຕ່າງໃນການແປຄຳນີ້໋,ຂຶ້ນຢູ່ກັບວ່າໃນຂໍ້ນັ້ນກຳລັງເວົ້າເຖິງການປະຖິ້ມແບບໃດ ສິ່ງຂອງຫຼືຄົນ.

ລະເມີດ

ນິຍາມ

ການ "ລະເມີດ" ໝາຍເຖິງການຝ່າຝືນກົດຫມາຍຫລືການລະເມີດສິດທິຂອງບຸກຄົນອື່ນ.

  • ການລະເມີດ ສາມາດເປັນການຝ່າຝືນຈາລິຍະທຳຫລືກົດຫມາຍແພ່ງຫລືຄວາມບາບທີ່ກະທຳຕໍ່ບຸກຄົນອື່ນ.
  • ຄຳນີ້ກ່ຽວຂ້ອງກັບຄຳວ່າ "ບາບ," ແລະ "ລະເມີດ," ໂດຍສະເພາະຢ່າງຍິ່ງກ່ຽວຂ້ອງກັບການບໍ່ເຊື່ອຟັງພຣະເຈົ້າ.
  • ບາບທຸກຢ່າງລະເມີດຕໍ່ພຣະເຈົ້າ.

ຄຳແນະນຳໃນການແປ

  • ຂຶ້ນຢູ່ກັບບໍລິບົດ, "ລະເມີດ" ສາມາດແປວ່າ "ບາບຕໍ່" ຫລື "ເພື່ອທຳລາຍກົດ."
  • ບາງພາສາອາດມີຄຳກ່າວເຊັ່ນ "ຂ້າມເສັ້ນ" ທີ່ສາມາດໃຊ້ແປວ່າ "ການລະເມີດ" ໄດ້.
  • ພິຈາລະນາວ່າຄຳນີ້ເໝາະສົມກັບຄວາມໝາຍຂອງຂໍ້ຄວາມພຣະຄໍາພີ ແລະປຽບທຽບກັບຄຳອື່ນທີ່ມີຄວາມຫມາຍຄ້າຍກັນເຊັ່ນ, "ລະເມີດ" ແລະ "ບາບ."

ລະເມີດ,ການລ່ວງລະເມີດ

ນິຍາມ

ຄຳວ່າ "ລະເມີດ" ແລະ "ການລ່ວງລະເມີດ" ໝາຍເຖິງການບໍ່ປະຕິບັດຕາມຄຳສັ່ງ, ກົດຫມາຍ, ຫລືຫລັກສິນລະທຳ.

  • ຕາມການປຽບທຽບ, "ການລ່ວງລະເມີດ" ອາດກ່າວໄດ້ວ່າເປັນ "ຂ້າມເສັ້ນ," ນັ້ນຄືໄປຫລາຍກວ່າຂີດຈຳກັດ ຫລືຂອບເຂດທີ່ກຳນົດໄວ້ເພື່ອສິ່ງດີຂອງບຸກຄົນແລະບຸກຄົນອື່ນ.
  • ຄຳວ່າ "ລະເມີດ," "ບາບ," "ຄວາມຊັ່ວຊ້າ," ແລະ "ລ່ວງລະເມີດ" ທັງໝົດນີ້ມີຄວາມຫມາຍເຖິງການສະແດງອອກເຖິງການບໍ່ເຊື່ອຟັງຕໍ່ນໍ້າພຣະໄທຂອງພຣະເຈົ້າແລະບໍ່ເຊື່ອຟັງຄຳສັ່ງຂອງພຣະອົງ.

ຄຳແນະນຳໃນການແປ

  • "ການລະເມີດ" ສາມາດແປວ່າ "ບາບ" ຫລື "ບໍ່ເຊື່ອຟັງ" ຫລື "ກະບົດ."
  • ຫາກຂໍ້ຫລືຂໍ້ຄວາມໃຊ້ຄຳສອງຄຳເຊິ່ງແປວ່າ "ບາບ" ຫລື "ລະເມີດ" ຫລື "ລ່ວງເກີນ," ສິ່ງສຳຄັນຫລາຍ, ໃຫ້ໃຊ້ວິທີຕ່າງໆໃນການແປຄຳເຫລົ່ານີ້. ເມື່ອພຣະຄໍາພີໃຊ້ຄຳສອງຄຳຂຶ້ນໄປທີ່ມີຄວາມໝາຍຄ້າຍຄືກັນໃນບໍລິບົດດຽວກັນ, ປົກກະຕິມັກມີຈຸດປະສົງເພື່ອເນັ້ນຢ້ຳເຖິງສິ່ງທີ່ກຳລັງຖືກເວົ້າເຖິງຫລືສະແດງຄວາມສຳຄັນຂອງເລື່ອງນັ້ນ.

ລູກເກະ, ລູກເເກະຂອງພະເຈົ້າ

ນິຍາມ

ຄຳວ່າ " ລູກແກະ " ໝາຍເຖີງແກະທີ່ຍັງອາຍຸນ້ອຍ ແລະ ເປັນສັດທີ່ມີສີ່ຂາ ມີ ຂົນຫນາເປັນປຸຍປຸຍ ໃຊ້ເພື່ອເປັນເຄື່ອງບູຊາຖວາຍແກ່ພຮະເຈົ້າ. ພຣະເຢຊູ ຊົງຖືກເອີ້ນວ່າເປັນ" ລູກແກະຂອງພຮະເຈົ້າ" ເພາະພຮະອົງຖູກຖວາຍເປັນເຄື່ອງບູຊາເພື່ອຄວາມບາບຂອງຄົນ.

  • ສັດເຫຼົ່ານີ້ຖືກນຳໃຫ້ຫຼົງທາງໄດ້ຢ່າງງ່າຍດາຍ ແລະ ຕ້ອງການ ການປົກຄອງ ພຣະເຈົ້າຊົງປຽບມະນຸດວ່າເປັນແກະ .
  • ພຣະເຈົ້າຊົງສັ່ງໃຫ້ປະຊາກອນຂອງພຣະອົງຖວາຍແກະ ແລະ ລູກແກະ ປະສະຈາກມົນທິນເປັນເຄື່ອງບູຊາແດ່ພຣະອົງ
  • ພຣະເຢຊູຊົງຖືກເອີ້ນວ່າເປັນ " ລູກແກະຂອງພຣະເຈົ້າ " ຜູ້ທີ່ຖືກຖວາຍເປັນເຄື່ອງບູຊາເພື່ອຄວາມບາບຂອງຄົນ ພຣະອົງຊົງສົມບູນແບບ ປາສະຈາກມົນທິນ ເພາະພຮະອົງບໍ່ມີບາບເລີຍ.

ຄຳເນາະນຳໃນການແປ

  • ຖ້າແກະເປັນທີ່ຮູ້ຈັກກັນດີໃນດ້ານພາສາທ້ອງຖິ່ນ. ຊື່ສຳລັບແກະທີ່ຍັງອາຍຸນ້ອຍຄວານແປໂດຍໃຊ້ຄຳວ່າ "ລູກແກະ " ຫຼື " ລູກແກະຂອງພຣະເຈົ້າ. "
  • " ລູກແກະຂອງພຣະເຈົ້າ " ສາມາດແປໄດ້ວ່າ " ຂອງພຣະເຈົ້າ "

ລູກ​ສາວ​ແຫ່ງ​ສີ​ໂອນ

ນິຍາມ

" ລູກ​ສາວ​ແຫ່ງ​ສີ​ໂຢນ" ເປັນ​ ຄ​ຳ ປຽບ​ທຽບ ກ່າວ​ເຖີງ​ຊົນ​ຊາດ​ອິ​ສ​ຣະ​ເອນ.​ ມັກ​ໃຊ້​້ໃນ​ຄວາມ​ພະ​ຍາ​ກອນຕ່າງໆ

  • ໃນ ​ພັນ​ທະ​ສັນ​ຍາ​ເດີມ, " ສີ​ໂຢນ" ມັກ​ຖືກ​ໃຊ້​ ເປັນ​ອີກ ​ຊື່ຫ​ນຶ່ງ​ຂອງ ​ກຸງ​ເຢ​ຣູ​ຊາ​ເລມ.
  • ທັງ " ສີ​ໂຢນ" ແລະ​ "ກຸງ​ເຢ​ຣູ​ຊາ​ເລມ" ຍັງ​ ໃຊ້​ເພືອ​ກ່າວ ​ເຖີງ​ອິ​ສາ​ເອນ.
  • ຄຳ​ວ່າ " ລູກ​ສາວ" ເປັນ​ ຄຳ ​ທີ່​ມີ​ຄວາມ​ຮັກ ​ແລະ​ ເອັນ​ດູ ​ຫລື​ຄວາມ​ຮັກ. ເປັນ​ການ​ ປຽບທຽບ ​ສຳ​ຫລັບ​ ຄວາມ​ອົດ​ທົນ ​ແລະ​ຄວາມ​ຫ່​ວງ​ໃຍ ​ທີ່​ພ​ຣະ​ເຈົ້າ ​ຊົງ​ມີ ​ຕໍ່​ໄພ່ພົນ ຂອງ​ພ​ຣະ​ອົງ.

ຄຳ ​ແນະ​ນຳ​ໃນ​ການ​ແປ

  • ວິ​ທີ​ ແປ​ຄຳ​ນີ້ ​ຄວນ​ຈະ​ຣວມ, "ອິ​ສ​ຣະເອນລູ​ກ​ສາວ​ຂອງ​ເຮົາ ຈາກ​ສີ​ໂອນ" ຫລື" ​ໄພ່​ພົນ ​ອີ​ສ​ຣາ​ເອນ ​ທີ່​ຮັກ​ຂອງ​ເຮົາ".
  • ເປັນ ​ການ​ດີ​ທີ່​ສຸດ ​ໃນ​ການ​ຮັກ​ສາ​ ຄຳ​ວ່າ "ສີ​ໂຢນ" ໃນ ​ສຳ​ນວນນີ້ ​ເນື​່ອງ​ຈາກ​ ມີ​ການ​ໃຊ້​ຫລາຍ​ຄັ້ງ​ ໃນ​ພ​ຣະ​ຄຳ​ພີ ຂໍ້​ສັງ​ເກດ​ອາດ​ລວມ ​ຢູ່​ໃນ ​ການ​ແປ ​ເພື່ອ​ອະ​ທິ​ບາຍ ​ຄວາມ​ໝາຍ ​ທີ່​ປຽບ​ທຽບ​ແລະ ​ໃຊ້​ໃນ​ການ​ພ​ຍາ​ກອນ​ຕ່າງໆ.
  • ເປັນ ​ການ​ດີ ​ທີ່​ຈະ​ໃຊ້​ຄຳ​ວ່າ " ລູກ​ສາວ ​ໃຊ້​ໃນ​ ການ​ແປ​ ສຳ​ນວນນີ້​ ຖ້າ​ເຮັດ​ໃຫ້​ເຂົ້າ​ໃຈ​ໄດ້​ ຢ່າງ​ຖຶກ​ຕ້ອງ.

ເລືອດ,ໂລຫິດ

ນິຍາມ

ຄຳວ່າ“ ເລືອດ” ໝາຍເຖິງແຫຼວສີແດງທີ່ອອກມາຈາກຜິວໜັງ ຂອງຄົນເຮົາເມື່ອມີການບາດເຈັບຫລືມີບາດແຜ. ເລືອດແມ່ນສີ່ງທີ່ນຳເອົາສານອາຫານໃຫ້ຊີວິດ ແລະຮ່າງກາຍຂອງຄົນເຮົາ.

  • ເລືອດເປັນສັນຍາລັກຂອງຊີວິດແລະເມື່ອມັນຖືກຫົດຫລືຖອກ, ມັນເປັນສັນຍາລັກເຖິງການສູນເສຍຊີວິດ, ຫລືຄວາມຕາຍ.
  • ເມື່ອປະຊາຊົນຖວາຍເຄື່ອງບູຊາແດ່ພຣະເຈົ້າ, ພວກເຂົາໄດ້ຂ້າສັດແລະຖອກເລືອດຂອງມັນໃສ່ແທ່ນບູຊາ. ນີ້ເປັນສັນຍາລັກຂອງການເສຍສະລະຊີວິດຂອງສັດເພື່ອຈ່າຍຄ່າບາບຂອງຄົນ.
  • ໂດຍຜ່ານການສິ້ນພຣະຊົນຂອງພຣະອົງເທິງໄມ້ກາງແຂນ, ເລືອດຂອງພຣະເຢຊູເປັນສັນຍາລັກເຮັດໃຫ້ຄົນເຮົາພົ້ນຈາກບາບກຳຂອງພວກເຂົາແລະຈ່າຍຄ່າການລົງໂທດທີ່ພວກເຂົາສົມຄວນໄດ້ຮັບຈາກບາບເຫລົ່ານັ້ນ.
  • ຄຳເວົ້າທີ່ວ່າ“ ເນື້ອໜັງ ແລະ ເລືອດ” ໝາຍເຖິງມະນຸດ.
  • ຄຳເວົ້າທີ່ວ່າ“ ເນື້ອໜັງ ແລະໂລຫິດຂອງຕົນເອງ” ໝາຍ ເຖິງຄົນທີ່ພີນ້ອງກັນກັບທາງກຳມະພັນ.

ຄຳແນະໃນນຳການແປ

  • ຄຳສັບນີ້ຄວນຈະຖືກແປກັບ ຄຳທີ່ໃຊ້ໃນເລືອດເປັນເປົ້າໝາຍຊອງພາສາ.
  • ຄຳວ່າ“ ເນື້ອໜັງ ແລະ ໂລຫິດ” ສາມາດແປເປັນ“ ຄົນ” ຫລື“ ມະນຸດ”.
  • ອີງຕາມສະພາບການ, ຄຳວ່າ "ເນື້ອໜັງ ແລະເລືອດຂອງຂ້ອຍ" ສາມາດແປເປັນ "ຄອບຄົວຂອງຂ້ອຍເອງ" ຫລື "ຍາດພີ່ນ້ອງຂອງຂ້ອຍເອງ" ຫລື "ຄົນຂອງຂ້ອຍເອງ."
  • ຖ້າມີການສະແດງອອກເປັນເປົ້າໝາຍພາສາ ທີ່ໃຊ້ກັບຄວາມ ໝາຍນີ້, ການສະແດງອອກນັ້ນອາດຈະຖືກນຳໃຊ້ເພື່ອແປວ່າ "ເນື້ອໜັງ ແລະເລືອດ."

ໂລກ, ວິ​ທີ​ທາງ​ຂອງ​ໂລກ

ນິຍາມ

ຄຳວ່າ "ໂລກ" ໂດຍປົກກະຕິໝາຍເຖິງສ່ວນໜຶ່ງຂອງຈັກກະວານທີ່ຜູ້ຄົນອາໃສຢູ່: ແຜນດິນໂລກ. ຄຳວ່າ "ວິ​ທີ​ທາງ​ຂອງ​ໂລກ" ອະທິບາຍເຖີງຄວາມນິຍົມແລະພຶດຕິກັມທີ່ຊົ່ວຮ້າຍຂອງຜູ້ຄົນທີ່ອາໃສຢູ່ໃນໂລກນີ້.

  • ໃນສິ່ງທົ່ວໄປທີ່ສຸດ ຄຳວ່າ "ໂລກ" ໝາຍເຖິງຟ້າສະຫວັນແລະແຜ່ນດິນໂລກຕະຫຼອດຈົນທຸກສິ່ງທຸກຢ່າງທີ່ຢູ່ໃນໂລກນັ້ນ.
  • ໃນບາງກໍລະນີ "ໂລກ" ໝາຍເຖິງ "ຜູ້ຄົນທີ່ຢູ່ໃນໂລກ."
  • ບາງຄັ້ງກໍເປັນເນື້ອໃນທີ່ວ່າຄຳນີ້ໝາຍເຖິງຄົນຊົ່ວຮ້າຍທີ່ຢູ່ໃນແຜ່ນ ດິນໂລກຫຼືຄົນທີ່ບໍ່ເຊື່ອຟັງພຣະເຈົ້າ.
  • ພວກອັກຄະສາວົກໄດ້ໃຊ້ "ໂລກ" ເພື່ອໝາຍເຖິງພຶດຕິກັມທີ່ເຫັນແກ່ຕົວແລະຄຸນຄ່າທີ່ສຸດຈະຣິດຂອງຜູ້ຄົນທີ່ອາໃສຢູ່ໃນໂລກນີ້ຮວມເຖິງການປະຕິບັດທາງສາດສະໜາທີ່ໃຫ້ຕົນເອງຊອບ​ທຳ​ຂຶ້ນຢູ່ກັບຄວາມພະຍາ ຍາມຂອງມະນຸດ.
  • ຜູ້ຄົນແລະສິ່ງຕ່າງໆ ທີ່ຈັດເປັນປະເພດໃຫ້ມີຄຸນຄ່າເຫຼົ່ານີ້ທີ່ກ່າວກັນວ່າເປັນ "ວິ​ທີ​ທາງ​ຂອງໂລກ. "

ຄຳແນະນຳໃນການແປ:

  • ຂຶ້ນຢູ່ກັບກໍ​ລະ​ນີ "ໂລກ" ໝາຍເຖິງ "ຈັກກະວານ" ຫລື "ຄົນຢູ່ໃນໂລກນີ້" ຫລື "ສິ່ງຊົ່ວຮ້າຍຢູ່ໃນໂລກ" ຫລື "ແນວຄິດທີ່ຊົ່ວຮ້າຍຂອງຜູ້ຄົນຢູ່ໃນໂລກ."
  • ຄຳວ່າ "ທົ່ວທັງໂລກ" ນັ້ນໝາຍເຖິງ "ຄົນຈຳນວນຫລາຍ" ແລະໝາຍເຖິງຄົນທີ່ອາໃສຢູ່ໃນຜືນແຜ່ນດິນໂລກໂດຍສະເພາະ. ຍົກຕົວຢ່າງເຊັ່ນ "ຄົນທົ່ວທັງໂລກມາຍັງອີຢິບ" ມີຄຳແປໄດ້ອີກວ່າ "ຫລາຍຄົນຈາກປະ ເທດໂດຍອ້ອມ​ຂ້າງປະເທດອີຢິບ" ຫລື "ຄັນຈາກທຸກໆປະເທດ​ເພື່ອນປະເທດອີຢິບ."
  • ອີກວິທີໜຶ່ງໃນການແປ "ທົ່ວທັງໂລກກໍໄດ້ກັບໄປບ້ານເກີດຂອງພວກເຂົາເພື່ອລົງທະບຽນໃນສຳມະໂນຄົວປະຊາຊົນໂຣມັນ" ຈະເປັນ "ຫລາຍຄົນທີ່ອາໃສຢູ່ໃນດິນແດນທີ່ປົກຄອງໂດຍຈັກກະພັດໂຣມັນໄດ້ໄປ... "
  • ຂື້ນຢູ່ກັບກໍລະນີນັ້ນໆ ຄຳວ່າ "ວິ​ທີ​ທາງ​ຂອງໂລກ" ອາດຈະໝາຍຄວາມວ່າ "ຊົ່ວ" ຫລື "ບາບ" ຫລື "ເຫັນແກ່ຕົວ" ຫລື "ອະທຳ" ຫລື "ສຸດຈະຣິດ" ຫລື "ໄດ້ຮັບອິດທິພົນຈາກຄວາມເສື່ອມຊາມຂອງມະນຸດໃນໂລກນີ້."
  • "ເວົ້າ​ສີ່ງນີ້​ໃນ​ໂລກ" ອາດ​ຈະ​ແປ​ໄດ້​ວ່າ "ເວົ້າ​ສີ່ງນີ້​ຕໍ່​ຄົນ​ທີ່​ຢູ່​ໃນ​ໂລກ."
  • ໃນກໍລະນີອື່ນໆ "ໃນໂລກ" ມີຄຳແປໄດ້ອີກວ່າ "ດຳເນີນຊີວິດທ່າມ ກາງປະຊາຊົນຢູ່ໃນໂລກ" ຫລື "ດຳເນີນຊີວິດທ່າມກາງຂອງຄົນອະທຳ."

​ວັນ ​ແຫ່ງ​ ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ວັນ ​ແຫ່ງ ​ພ​ຣເຈົ້າະ​ຢາ​ເວ

ນິຍາມ

  • ​ຄຳ​ວ່າ " ວັນ ​ແຫ່ງ ພຣະເຈົ້າຢາເວ​" ໃນ ​ພັນ​ທະ​ສັນ​ຍາ​ເດີມ​ໃຊ້​ ເພື່ອ ​ອ້າງ​ເຖີງ​ເວ​ລາ ​ທີ່​ສະ​ເພາະ​ເຈາະ​ຈົງ ​ເມື່ອ ​ພ​ຣະ​ເຈົ້າ​ ຊົງ​ລົງ​ໂທດ​ໄພ່​ພົນ​ ຂອງ ​ພ​ຣະ​ອົງ​ ເພາະ​ຄວາມບ​າບ ​ຂອງພວກ​ເຂົາ.
  • ຄຳ​ວ່າ " ວັນ​ແຫ່ງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ" ໃນ​ພັນ​ທະ​ສັນ​ຍາ​ໃໝ່​ມັກ ​ເວົ້າ​ເຖີງ ວັນ ​ຫລື ​ເວ​ລາ ​ທີ່​ພ​ຣະ​ເຢ​ຊູ​ຄ​ຣິ​ສ​ ຈະ​ສະ​ເດັດ​ກັບມາພິ​ພາກ​ສາ ​ໄພ່​ພົນ​ຂອງ​ພ​ຣະ​ອົງ ເມື່ອ​ເວ​ລາ ​ວັນ​ສຸດ​ທ້າຍ.
  • ສຸດ​ທ້າຍນີ້ ເວ​ລາ ​ໃນ​ອາ​ນາ​ຄົດ ຂອງ ​ການ​ພິ​ພາກ​ສ າແລະ ​ການ​ ຄືນ​ພະ​ຊົນ ​ໃນ​ ບາງ​ຄັ້ງ​ເວົ້າ​ວ່າ" ວັນ​ສຸດ​ທ້າຍ" ເວ​ລານີ້ ​ຈະ ​ເລື້ມ​ຕົ້ນ​ ເມື່ອ​ ພ​ຣະ​ເຢ​ຊູ ອົງ​ພ​ຮະ​ຜູ້​ເປັນ​ເຈົ້າ​ ກັບ​ມາ ​ພິ​ພາກ​ສາ ​ພວກ​ຄົນ​ບາບ ​ແລະ​ ຈະ​ສ້າງ​ການ​ປົກ​ຄອງ​ ຂອງ​ພ​ຣະ​ອົງ ​ຢ່າງ​ຖາ​ວອນ.
  • ຄຳ​ວາ (ວັນ) ໃນ​ປະ​ໂຍກນີ້​ອາ​ຈ​ອ້າງ​ເຖີງວັນ​ຕາມ​ຕົວ​ອັກ​ສອນ​ຫລື​ອາ​ຈ​ກ່າວ​ເຖີງ (ເວ​ລາ) ຫລື​ (ໂອ​ກາດ)ທີ່​ຍາວ​ນານກວ່າ​ນຶ່ງວັນ.
  • ບາງ​ຄັ້ງ ​ການ​ລົງ​ໂທດ​ ມັກ​ເວົ້າ​ເຖີງວ່າ " ຫລັງ​ຄວາມ​​ຮ້າຍ​ຂອງ​ພ​ຣະ​ເຈົ້າ" ລົງ​ໃສ່ ​ບັນ​ດາ​ຄັນ​ທັງ​ຫລາຍ ​ທີ່ບໍ່​ເຊື່ອ.

%ຄຳແນະ​ນຳ​ໃນ​ການ​ແປ

  • ວິ​ທີ​ອື່ນໆ ໃນ​ການ​ແປ " ວັນ​ແຫ່ງພ​ຣະ​ເຈົ້າ​ຢາ​ເວ" ອາ​ດ​ລວມ​ເຖີງ "ເວ​ລາ ຂອງ​ພ​ຣະ​ເຈົ້າ​ຢາ​ເວ" ຫລື " ເວ​ລາ ຊຶ່ງ​ພຣະເຈົ້າ​ເວ

ພ​ຣະ​ເຈົ້າ​ຢາ​ເວຈະລົງໂທດພວກສັດຕູຂອງພຣະອົງ"ຫລື"ເວລາແຫ່ງຄວມໂກດຮ້າຍຂອງຂອງພຣະເຈົ້າຢາເວ" ທັງ​ນີ້​ຂື້ນ​ຢູ່​ກັບ​ບໍລິບົດນັ້ນໆ.

  • ໃນ​ການ​ແປ​ອື່ນໆ " ເວ​ລາ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ" ອາ​ດ​ລວມ​ເຖີງ "ເວ​ລາ​ແຫ່ງ​ການ​ພິ​ພາກ​ສາ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ" ຫລື "ເວ​ລາ​ທີ່​ພ​ຣະ​ເຢ​ຊູ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ກັບ​ມາ​ພິ​ພາກ​ສາ​ບັນ​ດາ​ໄພ່​ພົນ​ຂອງ​ພ​ຣະ​ອົງ.

ວັນສະບາໂຕ

ນິຍາມ

ຄຳວ່າ ”ວັນສະບາໂຕ” ແມ່ນອ້າງເຖິງວັນທີເຈັດຂອງສັບປະດາທີ່ພຣະເຈົ້າໄດ້ສັ່ງໄວ້ໃຫ້ຊາວອິສຣາເອນແຍກອອກໃຫ້ເປັນວັນໃນການພັກຜ່ອນແລະບໍ່ໃຫ້ເຮັດວຽກ.

  • ຫລັງຈາກທີພຣະເຈົ້າໄດ້ສຳເລັດໃນການນີລະມິດສ້າງໂລກໃນວັນທີຫົກພຣະອົງຊົງພັກຜ່ອນໃນວັນທີເຈັດ ໃນທຳນອງດຽວກັນ ພຣະເຈົ້າກໍໄດ້ບັນຊາໃຫ້ຊາວອິດສະຣາເອນຕັ້ງວັນທີເຈັດໃຫ້ເປັນວັນພິເສດເພື່ອພັກຜ່ອນແລະນະມັດສະການພຣະອົງ.
  • ຄຳສັ່ງໃຫ້ ”ຮັກສາວັນສະບາໂຕໃຫ້ບໍລິສຸດ” ເປັນຂໍ້ນຶ່ງໃນພຣະບັນຍັດສິບປະການທີ່ພຣະເຈົ້າໄດ້ຂຽນໄວ້ໃນແຜ່ນຫີນຊຶ່ງພຣະອົງໄດ້ປະທານໃຫ້ໂມເຊໄວ້ເພື່ອຊາວອິດສະຣາເອນ.
  • ຕາມຫຼັກການໃນການນັບວັນຕ່າງໆຂອງຊາວຢິວ, ວັນສະບາໂຕເລີ້ມຕົ້ນໃນວັນສຸກຊ່ວງທີ່ຕາເວັນຕົກແລະໄປຈົນເຖິງວັນເສົາຕອນຕາເວັນຕົກ.
  • ບາງຄັ້ງໃນພຣະຄຳພີຈະເອີ້ນສະບາໂຕວ່າ ”ວັນສະບາໂຕ” ຫລາຍກວ່າແທນທີ່ຈະເອີ້ນແຕ່ສະບາໂຕ.

%ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ວ່າ ”ວັນຢຸດພັກ” ຫຼື ”ວັນສຳລັບການຢຸດພັກ ຫຼື ວັນທີບໍ່ເຮັດວຽກຫລື ”ວັນແຫ່ງການຢຸດພັກຂອງພຣະເຈົ້າ”
  • ຄຳແປບາງສຳນວນໄດ້ຂຶ້ນຕົ້ນຄຳນີ້ດ້ວຍໂຕອັກສອນໃຫຍ່ເພື່ອສະແດງວ່ານີ້ເປັນວັນພິເສດເຊັ່ນ ”ວັນສະບາໂຕ” ຫລືວັນຢຸດພັກຜ່ອນ.
  • ໃຫ້ພິຈາລະນາວ່າຄຳນີ້ໄດ້ແປຢ່າງໃດໃນທ້ອງຖິ່ນແລະພາສາກາງ.

ວັນສຸດທ້າຍ, ວາລະສຸດທ້າຍ, ໃນສະໄໝປັດຈຸບັນ

ນິຍາມ

ຄຳວ່າ " ວັນສູດທ້າຍ " ຫຼື " ສະໄໝປັດຈຸບັນ " ໂດຍທົ່ວໄປອ້າງອີງເຖີງເວລາທີ່ນຳພາໄປສູ່ເວລາປັດຈຸບັນ.

  • ໃນເວລານີ້ຈະເປັນຊ່ວງເວລາທີ່ບໍ່ມີໃຜຮູ້ໄດ້.
  • " ວາລະສຸດທ້າຍ " ຄືເວລາແຫ່ງການພິພາກສາທີ່ໄດ້ທີ່ຄົນເຫຼົ່ານັ້ນໄດ້ຫັນຫນີຈາກພຣະເຈົ້າ.

ຄຳເເນະນຳໃນການແປ

  • ຄຳວ່າ " ວາລະສຸດທ້າຍ " ສາມາດແປວ່າ " ວັນສີ້ນສຸດ" ຫຼື " ໃນເວລາສຸດທ້າຍ " ຫຼື " ວັນສີ້ນສຸດ. "
  • ໃນສະພາບການນ ນີ້ສາມາດແປວ່າ " ວັນສີ້ນສຸດຂອງໂລກ " ຫຼື " ເມື່ອໂລກນີ້ສີ້ນສຸດ. "

ວັນຕັດສິນ, ວັນພິ​ພາກ​ສາ

ນິຍາມ

ຄຳວ່າ “ວັນຕັດສິນ“ ໝາຍເຖິງເວລາໃນອະນາຄົດທີ່ພຣະເຈົ້າຈະພິພາກສາທຸກໆຄົນ.

  • ພຣະເຈົ້າໄດ້ແຕ່ງຕັ້ງພຣະບຸດຂອງພຣະອົງ, ຄືພຣະເຢຊູຄຣິດເຈົ້າ, ໃຫ້ເປັນຜູ້ພິພາກສາຂອງປະຊາຊົນ.
  • ໃນວັນຕັດສິນ, ພຣະຄຣິດຈະພິພາກສາປະຊາຊົນເທິງພື້ນຖານລັກສະນະອັນຊອບທຳຂອງພຣະອົງ.

ຄຳແນະນຳ ໃນການແປ

  • ຄຳສັບນີ້ຍັງສາມາດແປໄດ້ວ່າ “ເວລາຕັດສິນ“ ເພາະມັນອາດຈະໝາຍເຖິງຫລາຍກວ່າໜຶ່ງມື້.
  • ອີກວິທີ່ໜຶ່ງໃນການແປຄຳສັບນີ້ອາດລວມ, ເວລາສຸດທ້າຍທີ່ພຣະເຈົ້າຈະພິພາກສາຄົນທັງໝົດ.
  • ການແປບາງພາສາໃຫ້ຄຳສຳຄັນດັ່ງກ່າວນີ້ ເພື່ອສະແດງເປັນຊື່ຂອງວັນເວລາພິເສດ: “ວັນຕັດສິນ“ ຫລື “ເວລາຕັດສິນ.“

ວິສຸທິສະຖານ, ອະພິສຸທິສະຖານ

ນິຍາມ

ໃນພຣະຄຳພີ, ຄໍາວ່າ "ວິສຸທິສະຖານ" ແລະ "ອະພິສຸທິສະຖານ" ອ້າງເຖິງຫ້ອງສອງຫ້ອງໃນຫໍເຕັນຫລືອາຄານພຣະວິຫານ.

  • "ວິສຸທິສະຖານ" ເປັນຫ້ອງທຳອິດແລະປະກອບດ້ວຍແທ່ນບູຊາສຳລັບເຄື່ອງຫອມແລະໂຕະທີ່ມີ "ຂະໜົມປັງສັກສິດ" ວາງຢູ່.
  • "ອະພິສຸທິສະຖານ" ເປັນຫ້ອງທີ່ສອງ, ທີ່ຢູ່ໃນສຸດແລະມີຫີບພັນທະສັນຍາຕັ້ງຢູ່.
  • ຜ້າມ່ານ, ທີ່ໜາແລະໜັກຈະແຍກຫ້ອງທີ່ຢູ່ທາງດ້ານນອກອອກຈາກຫ້ອງທີ່ຢູ່ທາງດ້ານໃນ.
  • ມະຫາປະໂລຫິດເປັນພຽງຄົນດຽວທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນອະພິສຸທິສະຖານ.
  • ບາງເທື່ອ "ວິສຸທິສະຖານ" ອ້າງເຖິງອາຄານທັງສອງແຫ່ງແລະບໍລິເວນອ້ອມຮອບຂອງພຣະວິຫານຫລືຫໍເຕັນ ແລະຍັງສາມາດອ້າງເຖິງສະຖານທີ່ໃດກໍໄດ້ທີ່ແຍກໄວ້ສຳລັບພຣະເຈົ້າ.

ຄຳແນະນຳໃນການແປ

  • ຄຳວ່າ "ວິສຸທິສະຖານ" ສາມາດແປວ່າ, "ຫ້ອງທີ່ແຍກໄວ້ສຳລັບພຣະເຈົ້າ" ຫລື "ຫ້ອງພິເສດສຳລັບການພົບກັບພຣະເຈົ້າ" ຫລື "ສະຖານທີ່ສະຫງວນໄວ້ສຳລັບພຣະເຈົ້າ."
  • ຄຳວ່າ, "ອະພິສຸທິສະຖານ" ສາມາດແປວ່າ, "ຫ້ອງທີ່ແຍກໄວ້ສຳລັບພຣະເຈົ້າໂດຍສະເພາະ" ຫລື "ຫ້ອງທີ່ພິເສດທີ່ສຸດສຳລັບການພົບພຣະເຈົ້າ."
  • ຂຶ້ນກັບບໍລິບົດ, ວິທີທີ່ຈະແປຄຳກ່າວໂດຍທົ່ວໄປ "ວິສຸທິສະຖານ" ສາມາດລວມ "ສະຖານທີ່ສັກສິດ" ຫລື "ສະຖານທີ່ທີ່ພຣະເຈົ້າຊົງແຍກໄວ້ " ຫລື "ສະຖານທີ່ໃນບໍລິເວນພຣະວິຫານ, " ບ່ອນສັກສິດ" ຫລື "ລານແຫ່ງພຣະວິຫານຂອງພຣະເຈົ້າອົງບໍລິສຸດ."

ວິນຍານ, ຝ່າຍວິນຍານ

ນິຍາມ

ຄຳວ່າ "ວິນຍານ" ອ້າງເຖິງສ່ວນທີ່ບໍ່ແມ່ນຊີ້ນໜັງຂອງຄົນຊຶ່ງບໍ່ສາມາດເບິ່ງເຫັນໄດ້ ເມື່ອບຸກຄົນຕາຍ. ວິນຍານຂອງເຂົາໄດ້ຈາກຮ່າງຂອງເຂົາ. "ວິນຍານ" ສາມາດອ້າງເຖິງທັດສະນະຄະຕິຫລືສະພາບທາງອາລົມ.

  • ຄຳວ່າ "ວິນຍານ" ໝາຍເຖິງຕົວຕົນທີ່ບໍ່ມີຮ່າງກາຍ, ໂດຍສະເພາະວິນຍານຊົ່ວ.
  • ວິນຍານຂອງບຸກຄົນ ເປັນສ່ວນໜຶ່ງຂອງເຂົາທີ່ສາມາດຮູ້ຈັກພຣະເຈົ້າແລະເຊື່ອໃນພຣະອົງ.
  • ໂດຍທົ່ວໄປ ຄໍາວ່າ "ຝ່າຍວິນຍານ" ອະທິບາຍເຖິງສິ່ງທີ່ບໍ່ແມ່ນເນື້ອໜັງທາງໂລກ.
  • ໃນພຣະຄຳພີ, ຈະມີຄວາມໝາຍໂດຍສະເພາະອ້າງເຖິງສິ່ງໃດທີ່ກ່ຽວຂ້ອງກັບພຣະເຈົ້າ, ໂດຍສະເພາະກັບພຣະວິນຍານບໍລິສຸດ.
  • ຍົກຕົວຢ່າງເຊັ່ນ, "ອາຫານຝ່າຍວິນຍານ" ອ້າງເຖິງຄຳສອນຂອງພຣະເຈົ້າທີ່ໃຫ້ການຫລໍ່ລ້ຽງວິນຍານຂອງບຸກຄົນ, "ສະຕິປັນຍາຝ່າຍວິນຍານ" ອ້າງເຖິງຄວາມຮູ້ແລະການປະພຶດທີ່ມັກທຳທີ່ມາຈາກລິດຂອງພຣະວິນຍານບໍລິສຸດ.
  • ພຣະເຈົ້າຊົງເປັນພຣະວິນຍານແລະພຣະອົງຊົງເປັນພຣະຜູ້ເນລະມິດເຫລົ່າວິນຍານອື່ນທີ່ບໍ່ມີຮ່າງກາຍຊີ້ນໜັງ.
  • ເຫລົ່າທູດສະຫວັນເປັນວິນຍານທີ່ມີຊີວິດ, ທັງໝົດເຖິງເຫລົ່າວິນຍານທີ່ກະບົດຕໍ່ພຣະເຈົ້າແລະກາຍເປັນວິນຍານຊົ່ວ.
  • ຄຳວ່າ "ວິນຍານແຫ່ງ" ສາມາດໝາຍເຖິງ "ການມີລັກສະນະເຈົ້າຂອງ," ຢ່າງເຊັ່ນໃນ, "ຈິດວິນຍານຂອງປັນຍາ" ຫລື "ໃນວິນຍານຂອງເອລີຢາ."
  • ຕົວຢ່າງຂອງ"ວິນຍານ" ເຊັ່ນໃນທັດ​ສະ​ນະ​ຄະຕິຫລືອາລົມຈະທັງຫມົດເຖິງ "ວິນຍານແຫ່ງຄວາມຢ້ານ" ຫລື "ວິນຍານແຫ່ງຄວາມອິດສາ."

%ເບິ່ງເພີ່ມຕື່ມ

  • ຂຶ້ນຢູ່ກັບ​ສະ​ຖາ​ນະ​ການ, ບາງວິທີໃນການແປ "ວິນຍານ" ອາດລວມ "ບໍ່ເປັນດ້ານຮ່າງກາຍ," ຫລື "ສ່ວນຂ້າງໃນ" ຫລື "ຊີວິດທີ່ຢູ່ຂ້າງໃນ."
  • ໃນຄໍາວ່າ "ວິນຍານ" ສາມາດແປວ່າ "ວິນຍານຊົ່ວ" ຫລື "ຕົວຕົນວິນຍານຊົ່ວ."
  • ບາງເທື່ອ ຄຳວ່າ "ວິນຍານ" ຖືກໃຊ້ເພື່ອສະແດງເຖິງຄວາມຮູ້ສຶກຂອງບຸກຄົນທີ່ຢູ່ຂ້າງໃນ, "ວິນຍານຂອງຂ້ອຍໂສກເສົ້າຢູ່ໃນຮ່າງຂອງຂ້ອຍ." ນີ້ສາມາດແປວ່າ, "ຂ້ອຍຮູ້ສຶກໂສກເສົ້າໃນວິນຍານຂອງຂ້ອຍ" ຫລື "ຂ້ອຍຮູ້ສຶກໂສກເສົ້າຢູ່ເລິກໆ."
  • ຄຳ​ວ່າ "ວິນຍານຂອງ" ສາມາດແປວ່າ, "ບຸກຄະລິກລັກສະນະຂອງ" ຫລື "ອິດທິພົນຂອງ" ຫລື "ທັດສະນະຄະຕິຂອງ" ຫລື "ຄວາມຄິດຂອງ"

ວິໄນ, ຄວບຄຸມຕົນເອງ

ນິຍາມ

ຄຳວ່າ "ວິໄນ" ກ່າວເຖິງການຝຶກໃຫ້ທີ່ຈະເຊື່ອຕາມຫຼັກເກນພຶດຕິກຳທາງສິນລະທັມ.

  • ບິດາມານດາຝຶກວິໄນບັນດາບຸດຂອງພວກເຂົາ ໂດຍການຈັດແນວທາງສິນລະທັມສຳລັບພວກເຂົາ ແລະສອນໃຫ້ພວກເຂົາເຊື່ອຟັງ.
  • ໃນທຳນອງດຽວກັນ ພຣະເຈົ້າຊົງຝຶກວິໄນລູກໆ ຂອງພຣະອົງເພື່ອຊ່ວຍພວກເຂົາເກີດຜົນດີໃນທາງດຳລົງຊີວິດຝ່າຍວິນຍານ ເຊັ່ນ ຄວາມຍິນດີ, ຄວາມຮັກ,ແລະຄວາມອົດທົນ.
  • ການມີວິໄນກ່ຽວຂ້ອງກັບຄຳແນະນຳກ່ຽວກັບວິທີທີ່ຈະມີຊີວິດຢູ່ເພື່ອເປັນທີ່ໂປດປານຂອງພຣະເຈົ້າ ແລະເໝືອນການລົງໂທດສຳລັບພຶດຕິກຳທີ່ຂັດຕໍ່ພຣະປະສົງຂອງພຣະເຈົ້າ.
  • ຄວບຄຸມຕົນເອງຄືຂະບວນການຂອງການໃຊ້ຫຼັກການທາງສິນລະທັມແລະຝ່າຍວິນຍານແກ່ຊີວິດຂອງແຕ່ລະຄົນ.

ຄຳແນະນຳການແປ

  • ຂຶ້ນຢູ່ກັບບໍລິບົດ "ວິໄນ" ອາດແປວ່າ "ອົບຮົມແລະສັ່ງສອນ" ຫຼື "ແນວທາງສິນລະທັມ" ຫຼື "ລົງໂທດສຳລັບການກະທຳຜິດ".
  • ຄຳນາມວ່າ "ວິໄນ" ອາດແປວ່າ "ການຝຶກຝົນທາງສິນລະທັມ" ຫຼື "ການລົງໂທດ" ຫຼື "ການແກ້ໄຂທາງສິນລະທັມ" ຫຼື "ຄຳແນະນຳທາງສິນລະທັມແລະການສັ່ງສອນ".

ວິຫານຂອງພຣະເຈົ້າ, ວິຫານຂອງພຣະເຈົ້າຢາເວ

ນິຍາມ

ໃນພຣະຄຳພີ, ວະລີ "ວິຫານຂອງພຣະເຈົ້າ" (ບ້ານຂອງພຣະເຈົ້າ) ແລະ "ວິຫານຂອງພຣະເຈົ້າຢາເວ (ບ້ານຂອງພຣະເຈົ້າຢາເວ) ອ້າງເຖິງສະຖານທີ່ທີ່ມີການນະມັດສະການພຣະເຈົ້າ.

  • ຄຳນີ້ຖືກໃຊ້ຢ່າງສະເພາະເຈາະຈົງໃນການໝາຍເຖິງຫໍເຕັນຫລືພຣະວິຫານ.
  • ບາງເທື່ອ "ວິຫານຂອງພຣະເຈົ້າ" ຖືກໃຊ້ເພື່ອໝາຍເຖິງຄົນຂອງພຣະເຈົ້າ.

ຄຳແນະນຳໃນການແປ

  • ເມື່ອອ້າງເຖິງສະຖານທີ່ໃນການນະມັດສະການ, ຄໍານີ້ສາມາດແປໄດ້ວ່າ, "ວິຫານສຳລັບນະມັດການພຣະເຈົ້າ" ຫລື "ສະຖານທີ່ສຳລັບນະມັດການພຣະເຈົ້າ."
  • ຖ້າໝາຍເຖິງພຣະວິຫານຫລືຫໍເຕັນ, ຄຳນີ້ອາດຈະແປໄດ້ວ່າ, "ພຣະວິຫານ"

ໄວ້ວາງໃຈ,ເຊື່ອຖືໄດ້,ຄວາມໜ້າເຊື່ອຖື

ນິຍາມ

ຄຳວ່າ "ໄວ້ວາງໃຈ" ອ້າງເຖິງການເຊື່ອວ່າບາງສິ່ງບາງຢ່າງຫລືບາງຄົນເປັນຄວາມຈິງຫລືເຊື່ອຖືໄດ້. ບຸກຄົນທີ່ "ໜ້າເຊື່ອຖື" ສາມາດທີ່ຈະໄດ້ຮັບການວາງໃຈເພື່ອເຮັດຫລືກ່າວສິ່ງທີ່ຖືກຕ້ອງແລະເປັນຄວາມຈິງ.

  • ຄວາມໄວ້ວາງໃຈກ່ຽວຂ້ອງໃກ້ຊິດກັບຄວາມເຊື່ອ. ຖ້າເຮົາໄວ້ວາງໃຈໃຜຈັກຄົນ,ເຮົາກໍມີຄວາມເຊື່ອໃນບຸກຄົນນັ້ນເພື່ອເຮັດຕາມທີ່ພວກເຂົາສັນຍາຈະເຮັດ.
  • ການມີຄວາມໄວ້ວາງໃຈບາງຄົນໝາຍຄວາມວ່າຂຶ້ນຢູ່ກັບບຸກຄົນນັ້ນເຊັ່ນກັນ.
  • "ເຊື່ອໝັ້ນໃນ" ພຣະເຢຊູໝາຍຄວາມວ່າເຊື່ອວ່າພຣະອົງຊົງເປັນພຣະເຈົ້າແລະຊົງສິ້ນພຣະຊົນເທິງໄມ້ກາງແຂນເພື່ອຊຳລະບາບຂອງເຮົາແລະເພິ່ງພາພຣະອົງເພື່ອຊ່ວຍເຮົາໃຫ້ພົ້ນ.
  • "ຄຳເວົ້າທີ່ໜ້າເຊື່ອຖື" ອ້າງເຖິງບາງສິ່ງບາງຢ່າງທີ່ໄດ້ກ່າວໄດ້ວ່າສາມາດນັບໄດ້ວ່າເປັນຄວາມຈິງ.

ຄຳແນະນຳໃນການແປ

  • ວິທີການແປຄຳວ່າ "ໄວ້ວາງໃຈ" ສາມາດລວມເຖິງ "ເຊື່ອ" ຫລື "ມີຄວາມເຊື່ອ" ຫລື "ມີຄວາມເຊື່ອໝັ້ນ" ຫລື "ຂຶ້ນຢູ່ກັບ."
  • ວະລີທີ່ວ່າ "ທ່ານໄວ້ວາງໃຈໃນ" ມີຄວາມຄ້າຍຄືກັນຫລາຍໃນຄວາມໝາຍຂອງ "ໄວ້ວາງໃຈ."
  • ຄຳວ່າ "ເຊື່ອຖືໄດ້" ສາມາດແປເປັນ "ວາງໃຈໄດ້" ຫລື "ໜ້າໄວ້ວາງໃຈ" ຫລື "ສາມາດເຊື່ອຖືໄດ້ສະເໝີ."

ຫໍເຕັນ

ນິຍາມ

ຫໍເຕັນເປັນໂຄ່ງສ້າງທີ່ເໝືອນເຕັນພຶເສດທີ່ຊາວອຶດສະຣາເອນໃຊ້ນະມັດສະການພຣະເຈົ້າຕລອດເວລາ40ປີທີ່ພວກເຂົາໄດ້ເດຶນທາງໃນທະເລຊາຍ.

  • ພຣະເຈົ້າໄດ້ຊົງປະທານລາຍລະອຽດຂໍ້ປະຕຶບັດຕ່າງໆໃນກາານສ້າງເຕັນໃຫຍ່ແຫ່ງນີ້, ເຊຶງມີສອງຫ້ອງແລະຖືກລ້ອມຮອບດ້ວຍລານຊັ້ນນອກ.
  • ແຕ່ລະຄັ້ງທີ່ຊົນຍິດສະລາເອນຍ້າຍໄປຢູ່ບ່ອນອື່ນໃນທະເລຊາຍເພື່ອອາໄສຢູ່, ພວກປະໂລຫິດຈະແຍກຫໍເຕັນແລະພາໄປທີ່ຫໍພັກແຫ່ງຕໍ່ໄປຂອງພວກເຂົາ. ຫຼັງຈາກນັ້ນ, ພວກເຂົາກໍ່ຈະຕັ້ງມັນອີກໃນໃຈກາງຂອງຄ້າຍໃໝ່ຂອງພວກເຂົາ.
  • ຫໍເຕັນໄດ້ຮັບການກໍ່ສ້າງດ້ວຍໄມ້ທີ່ຫ້ອຍດ້ວຍຜ້າມ່ານເຮັດມາຈາກຜ້າ, ຂົນແບ້, ແລະ ໜັງສັດ. ບໍລິເວນລານຮອບຖືກປິດດ້ວຍຜ້າມ່ານຫລາຍກວ່າ.
  • ຫໍເຕັນມີສອງສ່ວນຄື ສ່ວນທີ່ເປັນສະຖານທີ່ບໍຣຶສຸດ (ແທ່ນບູຊາເຜົາເຄືອງບູຊາຕັ້ງຢູ່) ແລະຫ້ອງບໍຣຶສຸດທີ່ສຸດ(ທີ່ເຊຶງຫີບພັນທະສັນຍາຕັ້ງຢູ່).
  • ລານຂອງຫໍເຕັນມີແທ່ນບູຊາໃຊ້ເຜົາບູຊາສັດຢູ່ແລະອ່າງລ້າງມືພຶເສດໃຊ້ຊຳລະໃນພຶທີກຳ.
  • ຄົນອຶດສະຣາເອນໄດ້ຢຸດໃຊ້ຫໍເຕັນເມື່ອພຣະວຶຫານຂອງຊາໂລໂມນໃນເຢຣູຊາເລັມສ້າງສຳເລັດ.

ຄຳແນະນຳໃນການແປ

  • ຄຳວ່າຫໍເຕັນມີຄວາມໝາຍວ່າ "ບ່ອນຢູ່ອາໄສ." ອີກວິທີໜຶ່ງທີ່ຈະແປມັນອາດລວມມີ, "ເຕັນທີ່ສັກສິດ" ຫລື "ເຕັນບ່ອນທີ່ພຣະເຈົ້າຢູ່" ຫຼື "ເຕັນຂອງພຣະເຈົ້າ."
  • ໃຫ້ແນ່ໃຈວ່າການແປຄຳສັບນີ້ມີຄວາມແຕກຕ່າງຈາກຄຳວ່າ "ພຣະວຶຫານ".

ໜ້າຍົກຍ້ອງ, ຄຸ້ມຄ່າ, ບໍ່ຄູ່ຄວນ, ບໍ່ມີຄຸນຄ່າ

ນິຍາມ

ຄຳເວົ້າວ່າ "ໜ້າຍົກຍ້ອງ" ໄດ້ອະທິບາຍເຖິງບາງຄົນຫຼືບາງສິ່ງທີ່ສົມຄວນໄດ້ຮັບການເຄົາລົບຫຼືໃຫ້ກຽດ ການ "ມີຄຸນຄ່າ" ໝາຍເຖິງການມີຄຸນຄ່າຫຼືຄວາມສຳຄັນ ຄຳວ່າ "ບໍ່ມີຄຸນຄ່າ" ໝາຍເຖີງບໍ່ມີຄ່າໃດໆ ເລີຍ.

  • ການໜ້າຍົກຍ້ອງ ກ່ຽວຂ້ອງກັບການມີຄຸນຄ່າຫລືມີຄວາມສຳຄັນ.
  • ການ "ບໍ່ຄູ່ຄວນ" ໝາຍເຖິງບໍ່ສົມຄວນໄດ້ຮັບການແຈ້ງພິເສດອັນໃດ.
  • ບໍ່ຮູ້ສຶກວ່າໜ້າຍົກຍ້ອງໝາຍເຖິງ ຮູ້ສຶກດ້ວຍຄວາມສຳຄັນວ່າຜູ້ອື່ນຫຼືຮູ້ສຶກບໍ່ສົມຄວນທີ່ຈະໄດ້ຮັບການປະຕິບັດດ້ວຍຄວາມເຄົາລົບຫຼືຄວາມເມດຕາ.
  • ຄຳເວົ້າວ່າ "ບໍ່ຄູ່ຄວນ" ແລະຄຳວ່າ "ບໍ່ມີຄຸນຄ່າ" ມີຄວາມກ່ຽວຂ້ອງ ແຕ່ມີຄວາມໝາຍຕ່າງກັນ ການ "ບໍ່ຄູ່ຄວນ" ໝາຍເຖິງບໍ່ສົມຄວນໄດ້ຮັບກຽດຫຼືການຮັບຮູ້ໃນການໃດໆ ສ່ວນ "ບໍ່ມີຄຸນຄ່າ" ໝາຍເຖິງບໍ່ມີຈຸດມຸ້ງໝາຍຫຼືຄຸນຄ່າໃດໆ.

ຄຳແນະນຳໃນການແປ:

  • "ໜ້າຍົກຍ້ອງ" ໝາຍຄວາມວ່າ "ສົມຄວນໄດ້ຮັບ" ຫຼື "ສຳຄັນ" ຫຼື "ມິຄຸນຄ່າ."
  • ຄຳເວົ້າວ່າ "ຄຸ້ມຄ່າ" ໝາຍຄວາມວ່າ "ມີຄ່າ" ຫຼື "ຄວາມສຳຄັນ."

​​ຫນ້າລັງກຽດ, ຫນ້າກຽດຫນ້າຊັງ

ນິຍາມ

​ຄຳ​ວ່າ "​​ຫນ້າລັງກຽດ" ໃຊ້​ກ່າວ​ເຖິງ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ໜ້າ​ກຽດ ຫລືບໍ່​ເ​ຫັນຊອບ​ທີ່​ສຸດ.

  • ຄົນ​ອີຢິບຖື​ວ່າ​ຄົນ​ເຮັບ​ເຣີ "ຫນ້າລັງກຽດ" ນີ້​ຄື​ໝາຍ​ຄວາມ​ວ່າ​ຄົນ​ອີ​ຢິບບໍ່​ມັກ​ຄົນ​ເຮັບ​ເຣີ ແລະ​ບໍ່​ຕ້ອງ​ການ​ຄົບ​ຄ້າ​ສາມ​ະຄົມຫລື​ຢູ່​ໃກ້ໆ​ພວກ​ເຂົາ.
  • ບາງ​ສິ່ງ​ທີ່​ພ​ຣະ​ຄັມ​ພີ​ເວົ້າ​ວ່າ "ສິ່ງ​ທີ່ຫນ້າລັງກຽດ​ຕໍ່​ພ​ຣະ​ເຈົ້າ" ລວມ​ເຖິງ ການ​ຕົ​ວະ, ການອວດ​ຕົວ,ການ​ຖວາຍ​ມະ​ນຸດ​ເປັນ​ເຄື່ອງ​ບູ​ຊາ, ການ​ລ່ວງ​ປະ​ເວ​ນີ​ແລະ​ການ​ຮັກຄົນ​ເພດດຽວ​ກັນ.
  • ໃ​ນ​ການ​ສອນ​ເລຶ້ອງ​ຍຸກ​ສຸດ​ທ້າຍ, ບັນ​ດາ​ສາ​ວົກ​ຂອງ​ພ​ຣະ​ເຢ​ຊູ​ໄ​ດ້​ອ້າງ​ເຖິງ​ຄຳ​ພະ​ຍາ​ກອນ​ຂອງ​ຜູ້​ປະ​ກາດ​ພ​ຣະຄັມ ດາ​ນິ​ເອນ​ກ່ຽວ​ກັບສິ່ງ "​ຫນ້າລັງກຽດອັນໜ້າ​ຢ້ານ" ທີ່​ຈະ​ຖືກກໍ່​ຕັ້ງ​ຂຶ້ນ ຊຶ່ງ​ເປັນ​​ເໝືອນ​ການ​ກະ​ບົດ​ຕໍ່ ​ພ​ຣະ​ເຈົ້າ, ທັງເຮັດໃຫ້​ບ່ອນ​ນະ​ມັດ​ສະການ​ຂອງ​ພ​ຣະ​ອົງ​ເປັນ​ມົ​ນທິນ.

ຄຳ​ແນະ​ນຳ​ໃນ​ການ​ແປ

ຄຳ​ວ່າ "ຫນ້າລັງກຽດ" ສາ​ມາດ​ແປ​ໄດ້​ອີກວ່າ "ບາງ​ສິ່ງ​ທີ່​ພ​ຣະ​ເຈົ້າ​ກຽດ​ຊັງ" ຫລື "ບາງ​ສິ່ງ​ທີ່​ໜ້າ​ລັງ​ກຽດ" ຫລື "​ການ​ກະ​ທຳ​ທີ່​ໜ້າ​ລັງ​ກຽດ" ຫລື​"ຊົ່ວຮ້າຍ​ທີ່​ສຸດ."

  • ອີງ​ຕາມ​ເນື້ອ​ຫາ​ນີ້​ອາ​ດຈະ​ແປ​ວ່າ "ຫນ້າລັງກຽດ​ຕໍ່" ອາດ​ຈະ​ລວມ​ເຖິງ "ໜ້າ​ກຽດ​ທີ່​ສຸດ" ຫລື "ໜ້າ​ກຽດ​ຕໍ່" ຫລື "ເປັນ​ສິ່ງ​ທີ່​ຮັບ​ບໍ່​ໄດ້​" ຫລື "ເຮັດ​ໃຫ້​ໜ້າ​​ກຽດ​ຊັງ​ທີ່​ສຸດ."
  • ຈາກ​ເນື້ອ​ຫານີ້ "ຫນັາລັງກຽດ​ອັນ​ໜ້າ​ຢ້ານ" ອາດ​ຈະ​ແປ​ໄດ້​ອີກວ່າ "ສິ່ງ​ທີ່​ເປັນ​ມົນ​ທິນ​ທີ່​ຈະເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ອັນ​ຕະ​ລາຍ​ຢ່າງ​ຮ້າຍ ແຮງ" ຫລື "ສິ່ງ​ທີ່​ໜ້າ​ກຽດ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ໂສກ​ເສົ້າ​ຢ່າງ​ຫລວງຫລາຍ."

ຫີບ, ເຮືອ, ນາວາ

ນິຍາມ

ຄຳວ່າ, " ຫີບ " ຕາມຕົວອັກສອນແລ້ວໝາຍເຖິງກ່ອງໄມ້ຮູບສີ່ຫລ່ຽມຜືນຜ້າ ເຮັດຂຶ້ນມາເພື່ອໃສ່ຂອງຫລືປົກປ້ອງບາງຢ່າງ. ຫີບອາດຈະມີຂະໜາດໃຫຍ່ຫລືນ້ອຍຂຶ້ນຢູ່ກັບວ່າຜູ້ທີ່ຈະໃຊ້ເພື່ອໃສ່ຫຍັງ.

  • ໃນພຣະຄັມພີພາສາອັງກຣິດ, ຄຳວ່າ" ຫີບ" ຖືກໃຊ້ໃນຄັ້ງແລກເມື່ອເວົ້າເຖິງເຮືອໄມ້ສີ່ຫລ່ຽມທີ່ມີຂະໜາດທີ່ໂນອາໄດ້ສ້າງຂຶ້ນມາເພື່ອຈະໜີຈາກນ້ຳຖ້ວມຄັ້ງໃຫຍ່, ເຮືອນັ້ນມີພື້ນຮາບພຽງ, ມີຫລັງຄາ, ແລະຝາ.
  • ມີວິທີອື່ນໆ ທີ່ຈະແປຄຳນີ້ອາດລວມໄປເຖິງຄຳວ່າ " ເຮືອລຳໃຫຍ່ຫລາຍ "ຫລື "ເຮືອບັນທຸກ" ຫລື"ເຮຶອສິນຄ້າ "ຫລື "ເຮືອຊົງຮ່າງຂະໜາດໃຫຍ່."
  • ຄວາມເວົ້າໃນພາສາເຮັບເຣີທີ່ໃຊ້ເອີ້ນເຮືອຂະໜາດໃຫຍ່ນີ້ເປັນຄຳດຽວກັນທີ່ໃຊ້ເອີ້ນກະຕ່າຫລືກ່ອງທີ່ໃສ່ເດັກນ້ອຍຊື່ໂມເຊ ເມື່ອມານດາຂອງລາວເອົາໄປປ່ອຍໃນແມ່ນ້ຳນິນເພື່ອເຊື່ອງລາວໄວ້ ໂດຍປົກກະຕິແລ້ວຈະແປວ່າ " ກະຕ່າ. "
  • ສ່ວນຄຳວ່າ " ຫີບພັນທະສັນຍາ " ໃນພາສາເຮັບເຣີຈະໃຊ້ອີກຄຳໜຶ່ງສຳລັບຄຳວ່າ " ຫີບ " ຄຳນີ້ອາດຈະແປໄດ້ວ່າ " ກ່ອງ " ຫລື " ຫີບ " ຫລື " ສິ່ງຂອງບັນຈຸຂອງຕ່າງໆ."
  • ເມື່ອເລືອກຄຳແປຂອງຄຳວ່າ "ຫີບ, " ເປັນສິ່ງສຳຄັນທີ່ຕ້ອງພິຈາລະນາເຖິງ ແຕ່ວ່າກໍລະນີມີຂະໜາດເທົ່າໃດແລະໃຊ້ເພື່ອໃສ່ຫຍັງ.

ຫີບພັນທະສັນຍາ, ຫີບແຫ່ງພັນທະສັນຍາບັນຊາ, ຫີບຂອງພຣະຢາເວ

ນິຍາມ

ຄຳເຫລົ່ານີ້ເວົ້າເຖິງຫີບໄມ້ພິເສດຂະໜາດໃຫຍ່ ຫຸ້ມຫໍ່ດ້ວຍທອງຄຳ ຊຶ່ງບັນຈຸແຜ່ນສີລາສອງແຜ່ນທີ່ຈາລຶກພຣະບັນຍັດສິບປະການໄວ້ ໄມ້ເທົ້າຂອງອາໂລນແລະໂຖໃສ່ມານາ.

  • ຄຳວ່າ " ຫີບ " ໃນທີ່ນີ້ອາດແປໄດ້ອີກວ່າ "ກ່ອງ " ຫລື "ຫີບຂະໜາດໃຫຍ່ " ຫລື " ສິ່ງທີ່ໃສ່ຂອງເກັບໄວ້. "
  • ວັດຖຸຕ່າງໆ ໃນຫີບຂະໜາດໃຫຍ່ນີ້ທຳໃຫ້ຄົນອິສະຣາເອນ ລະນຶກເຖິງພັນທະສັນຍາຂອງພຣະເຈົ້າທີ່ໄດ້ສັນຍາໄວ້ກັບພວກເຂົາ.
  • ຫີບພັນທະສັນຍານີ້ວາງໄວ້ໃນ " ສະຖານທີ່ສັກສິດ. "
  • ການຊົງສະຖິດຂອງພຣະເຈົ້າຢູ່ເໜືອຫີບພັນທະສັນຍາ, ໃນສະຖານທີ່ບໍຣິສຸດທີ່ສຸດ,ຫໍເຕັນທີ່ສັກສິດ ເປັນທີ່ຊຶ່ງພຣະເຈົ້າຊົງສັ່ງກັບໂມເຊຜູ້ເປັນນຳຂອງປະຊາຊົນອິສະຣາເອນ.
  • ໃນສະໄໝທີ່ພັນທະສັນຍາຕັ້ງຢູ່ບ່ອນບໍຣິສຸດທີ່ສຸດຂອງພຣະວິຫານ, ມະຫາປະໂລຫິດຈະເປັນພຽງຜູ້ດຽວທີ່ສາມາດເຂົ້າເຖິງຫີບນັ້ນໄດ້ ພຽງປີລະໜຶ່ງຄັ້ງ ໃນວັນແຫ່ງການໄຖ່ບາບ.
  • ພຣະຄັມພີພາສາອັງກຣິດຫລາຍສະບັບແປຄຳວ່າ " ພັນທະສັນຍາບັນຊາ " ຕົງຕາມຕົວອັກຄຳວ່າ " ສັກຂີພະຍານ " ຊຶ່ງໝາຍເຖິງຄວາມຈິງທີ່ວ່າພຣະບັນຍັດສິບປະການເປັນສັກຂີພະຍານຫລືເປັນພະຍານໃຫ້ແກ່ພັນທະສັນຍາຂອງພຣະເຈົ້າ ກັບປະຊາຊົນຂອງພຣະອົງ. ແລະຍັງແປໄດ້ອີກວ່າ " ພຣະບັນຍັດພັນທະສັນຍາ. "

ຫຶງຫວງ, ຄວາມຫຶງຫວງ

ນິຍາມ

ຄຳວ່າ "ຫຶງຫວງ" ແລະ "ຄວາມຫຶງຫວງ" ເວົ້າເຖິງຄວາມປາຖະໜາອັນແຮງກ້າທີ່ຈະປົກປ້ອງຄວາມບໍຣິສຸດຂອງຄວາມສຳພັນ. ແລະຍັງສາມາດເວົ້າເຖິງຄວາມປາຖະໜາອັນແຮງກ້າທີ່ຈະຮັກສາຄວາມເປັນເຈົ້າຂອງບາງສິ່ງ ຫຼືບາງຄົນ.

  • ຄຳເຫຼົ່ານີ້ມັກຈະໃຊ້ເພື່ອອະທິບາຍຄວາມຮູ້ສຶກຢາກຮ້າຍຂອງບຸກຄົນທີ່ມີຕໍ່ຄູ່ສົມຣົດທີ່ບໍ່ສັດຊື່ໃນການແຕ່ງງານຂອງພວກເຂົາ.
  • ເມື່ອໃຊ້ໃນພຣະຄຳພີ, ຄຳເຫຼົ່ານີ້ມັກຈະໝາຍເຖິງຄວາມປາຖະໜາອັນແຮງກ້າຂອງພຣະເຈົ້າທີ່ມີໃຫ້ປະຊາຊົນຂອງພຣະອົງຮັກສາຄວາມບໍຣິສຸດ ແລະ ບໍ່ມີມົນທິນໂດຍຄວາມບາບ
  • ພຣະເຈົ້າຍັງຊົງ "ຫຶງຫວງ" ສຳຫຼັບພຣະນາມຂອງພຣະອົງ, ເພື່ອໃຫ້ພຣະນາມນັ້ນໄດ້ຮັບການປະຕິບັດດ້ວຍກຽດແລະຄວາມໂຄລົບນັບຖື.
  • ຄວາມໝາຍອີກຢ່າງໜຶ່ງຂອງຄຳວ່າຫຶງຫວງ ແມ່ນກ່ຽວກັບຄວາມຮູ້ສຶກຢາກຮ້າຍ ທີ່ເຫັນຄົນອື່ນໄດ້ຮັບຜົນສຳເລັດຫຼືມີຊື່ສຽງດີກວ່າ ສິ່ງນີ້ມີຄວາມໝາຍໃກ້ຄຽງກັບຄຳວ່າ “ອິດສາ.”

ຄຳແນະນຳໃນການແປ

  • ວິທີອື່ນອີກທີ່ຈະແປຄຳວ່າ “ຫຶງຫວງ“ ສາມາດເວົ້າໄດ້ວ່າ,”ຄວາມປາຖະໜາອັນແຮງກ້າທີ່ຈະປ້ອງກັນ“ ຫຼື “ຄວາມປາຖະໜາທີ່ຈະເປັນຜູ້ຄອບຄອງ.”
  • ຄຳວ່າ “ຄວາມຫຶງຫວງ“ ສາມາດແປໄດ້ວ່າ “ຄວາມຮູ້ສຶກອັນແຮງກ້າທີ່ຈະປົກປ້ອງ“ ຫຼື “ຄວາມຮູ້ສຶກໃນການເປັນຜູ້ຄອບຄອງ“
  • ເມື່ອເວົ້າເຖິງພຣະເຈົ້າ,ໃຫ້ໝັ້ນໃຈວ່າຄຳແປຂອງຄຳເຫຼົ່ານີ້ບໍ່ໄດ້ມີຄວາມໝາຍໃນທາງລົບຂອງຄວາມຮູ້ສຶກເຈັບແຄ້ນໃຈກັບຄົນອື່ນ.
  • ໃນສະພາບການຂອງຄົນທີ່ມີຄວາມຮູ້ສຶກຜິດໃນຄວາມຢາກຮ້າຍຕໍ່ຄົນອື່ນທີ່ໄດ້ຮັບຄວາມສຳເລັດ​ຫຼາຍກວ່າ,ຄຳວ່າ “ຢ້ານລື່ນ“ ຫຼື “ອິດສາ“ ສາມາດໃຊ້ໄດ້.ແຕ່ຄຳເຫຼົ່ານີ້ບໍ່ຄວນໃຊ້ກັບພຣະເຈົ້າ.

ຫົວໃຈ

ນິຍາມ

ໃນພຣະຄຳພີ, ຄຳວ່າ "ຫົວໃຈ" ມັກຈະຖືກໃຊ້ໃນເຊີງປຽບທຽບຊຶ່ງອ້າງເຖິງຄວາມຄິດ ອາລົມ, ຄວາມປາດຖະໜາ, ຫລື ຄວາມຕັ້ງໃຈຂອງບຸກຄົນ.

  • ການມີ "ຫົວໃຈແຂງກະດ້າງ" ເປັນຄຳກ່າວທົ່ວໄປທີ່ໝາຍເຖິງບຸກຄົນທີ່ປະຕິເສດທີ່ຈະເຊື່ອຟັງພຣະເຈົ້າດ້ວຍຄວາມດື້ດ້ານ.
  • ຄຳກ່າວ "ດ້ວຍສຸດໃຈຂອງຂ້າພະເຈົ້າ" ຫລື "ດ້ວຍຫົວໃຈທັງໝົດຂອງຂ້າພະເຈົ້າ" ໝາຍເຖິງການເຮັດບາງຢ່າງໂດຍເຕັມກຳລັງ, ໂດຍການທຸ້ມເທແລະຕັ້ງໃຈຢ່າງເຕັມທີ່ .
  • ຄຳກ່າວ, "ເອົາມາໃສ່ໃຈ" ໝາຍເຖິງການປະຕິບັດຕໍ່ບາງຢ່າງດ້ວຍຄວາມຈິງຈັງແລະນຳມາໃຊ້ໃນຊີວິດຂອງຕົນເອງ.
  • ຄຳວ່າ "ໃຈແຕກສະລາຍ" ອະທິບາຍເຖິງຄົົນທີ່ໂສກເສົ້າຫລາຍ. ພວກເຂົາຖືກທໍາຮ້າຍຢ່າງໜັກດ້ານອາລົມຄວາມຮູ້ສຶກ.

ຄຳແນະນຳໃນການແປ

  • ບາງພາສາໃຊ້ສ່ວນອື່ນຂອງຮ່າງກາຍ ເຊັ່ນ "ກະເພາະ" ຫລື "ຕັບ" ເພື່ອອ້າງເຖິງຄວາມຄິດເຫລົ່ານີ້.
  • ພາສາອື່ນໆອາດຈະໃຊ້ຄໍາດຽວໃນການອະທິບາຍແນວຄິດບາງຢ່າງເຫລົ່ານີ້ແລະໃຊ້ອີກຄຳໜຶ່ງໃນການອະທິບາຍແນວຄິດອື່ນໆ .
  • ຖ້າ "ຫົວໃຈ" ຫລືຮ່າງກາຍສ່ວນອື່ນໆ ບໍ່ໄດ້ມີຄວາມໝາຍນີ້ ບາງພາສາອາດຈຳເປັນຕ້ອງແປກົງໆ ບໍ່ຕ້ອງປຽບທຽບ ແລະໃຊ້ຄຳວ່າ "ຄວາມຄິດ" ຫລື "ອາລົມຄວາມຮູ້ສຶກ" ຫລື "ຄວາມປາດຖະໜາ."
  • ຂຶ້ນຢູ່ກັບສະພາບການ, "ດ້ວຍສຸດໃຈຂອງຂ້າພະເຈົ້າ" ຫລື "ດ້ວຍຫົວໃຈທັງໝົດຂອງຂ້າພະເຈົ້າ" ສາມາດແປໄດ້ວ່າ, "ດ້ວຍພະລັງທັງໝົດຂອງຂ້າພະເຈົ້າ" ຫລື "ດ້ວຍການທຸ້ມເທຢ່າງເຕັມກຳລັງ" ຫລື "ຢ່າງເຕັມທີ່."
  • ວະລີ "ເອົາມາໃສ່ໃຈ" ອາດຈະແປໄດ້ວ່າ "ປະຕິບັດຕໍ່ສິ່ງນັ້ນດ້ວຍຄວາມຈິງຈັງ" ຫລື "ຄິດຢ່າງຮອບຄອບກ່ຽວກັບສິ່ງນັ້ນ."
  • ຄຳກ່າວ "ຫົວໃຈແຂງກະດ້າງ" ອາດສາມາດແປໄດ້ວ່າ, "ກະບົດດ້ວຍຄວາມດື້ດຶງ" ຫລື "ປະຕິເສດທີ່ຈະເຊື່ອຟັງ" ຫລື "ບໍ່ເຊື່ອຟັງພຣະເຈົ້າຕໍ່ໄປເລື້ອຍໆ."
  • ວິທີທີ່ຈະແປ "ໃຈແຕກສະລາຍ" ສາມາດລວມເຖິງ, "ເສຍໃຈຫລາຍ" ຫລື "ຮູ້ສຶກເຈັບປວດຢ່າງແຮງ."

ອວຍພອນ, ໄດ້ຮັບການອວຍພອນ, ພຣະພອນ

ນິຍາມ

ການ“ ອວຍພອນໃຫ້” ບາງຄົນຫລືບາງສິ່ງບາງຢ່າງໝາຍເຖິງການເຮັດໃຫ້ສິ່ງທີ່ດີແລະເປັນປະໂຫຍດເກີດຂື້ນກັບຄົນຫລືສິ່ງທີ່ໄດ້ຮັບພອນ.

  • ການອວຍພອນໃຫ້ຜູ້ໃດຜູ້ໜຶ່ງກໍ່ໝາຍເຖິງການສະແດງຄວາມປາຖະໜາຢາກໃຫ້ສິ່ງທີ່ດີແລະມີປະໂຫຍດເກີດຂື້ນກັບຄົນນັ້ນ.
  • ໃນສະໄໝທີ່ຂຽນພຣະຄຳພີຜູ້ເປັນພໍ່ມັກຈະອອກປາກສຽງເພື່ອອວຍພອນຢ່າງເປັນທາງການໃຫ້ແກ່ລູກຂອງຕົນ.
  • ເມື່ອປະຊາຊົນ“ ອວຍພອນໃຫ້” ພຣະເຈົ້າຫລືສະແດງຄວາມປາດຖະໜາທີ່ວ່າພຣະເຈົ້າຈະໄອວຍໃຫ້, ນີ້ໝາຍຄວາມວ່າພວກເຂົາກຳລັງສັນລະເສີນພຣະອົງ.
  • ຄຳວ່າ“ ອວຍພອນ” ບາງຄັ້ງໃຊ້ໃນການຮັບປະທານອາຫານກ່ອນທີ່ຈະກິນ, ຫລືເພື່ອເປັນການຂອບໃຈແລະສັນລະເສີນພຣະເຈົ້າສຳລັບອາຫານນັ້ນ.

// ຈາກຄຳເຫັນຂ້າງລຸ່ມນີ້: ມັນເປັນສິ່ງສຳຄັນທີ່ຈະບໍ່ກຳນົດ, ສຸມໃສ່, ຫລືຖືກຈຳກັດໂດຍການນຳໃຊ້ຄຳສັບຮາກຂອງຄຳວ່າ "ອວຍພອນໃຫ້" ທີ່ແນະນຳໃຫ້ຕົ້ນຕໍແມ່ນຄວາມອຸດົມສົມບູນຫລືອຸດົມສົມບູນຂອງວັດຖຸຫຼືສຸຂະພາບທາງຮ່າງກາຍ. ພິຈາລະນາຄຳສອນທີ່ກວ້າງຂວາງໃນພຣະຄຳພີກ່ຽວກັບຄວາມຮັກ, ຄວາມເມດຕາແລະພຣະຄຸນຂອງພຣະເຈົ້າທີ່ບໍ່ພຽງແຕ່ເປັນວັດຖຸບູຮານ, ແຕ່ປະຈຸບັນ. ພິຈາລະນາເບິ່ງແຍງ, ປົກປ້ອງ, ແລະການມີພຣະວິນຍານຂອງພຣະເຈົ້າ. ແລະເພື່ອພວກເຮົາຈະອວຍພອນໃຫ້ພວກເຈົ້າ, ພວກເຮົາສາມາດສະແດງຄວາມຂອບໃຈ, ຄວາມຮູ້ບຸນຄຸນແລະຄວາມເຂົ້າໃຈເມື່ອພວກເຮົາຮຽນຮູ້ແລະເຮັດຕາມ (ເຊື່ອຟັງ)ພຣະອົງ.//

ຄຳແນະນຳໃນການແປ

  • "ອວຍພອນໃຫ້" ຍັງສາມາດຖືກແປເປັນ, "ເພື່ອໃຫ້ຄວາມອຸດົມສົມບູນ" ຫລື "ມີຄວາມກະລຸນາແລະເອື້ອເຟື້ອເພື່ອແຜ່."
  • "ພຣະເຈົ້າໄດ້ນຳພອນທີ່ຍິ່ງໃຫຍ່ມາໃຫ້" ສາມາດແປເປັນ ", ພຣະເຈົ້າໄດ້ປະທານສິ່ງດີໆຫລາຍໆຢ່າງໃຫ້" ຫລື "ພຣະເຈົ້າໄດ້ຈັດຫາສິ່ງທີ່ດີໃຫ້" ຫລື "ພຣະເຈົ້າໄດ້ເຮັດໃຫ້ສິ່ງດີໆເກີດຂື້ນຫລາຍຢ່າງ".
  • "ລາວໄດ້ຮັບພອນ" ສາມາດຖືກແປເປັນ "ລາວຈະໄດ້ຮັບຜົນປະໂຫຍດຢ່າງຫຼວງຫລາຍ" ຫລື "ລາວຈະປະສົບກັບສິ່ງທີ່ດີ" ຫລື "ພຣະເຈົ້າຈະເຮັດໃຫ້ລາວຈະເລີນຮຸ່ງເຮືອງ."
  • "ພອນ" ສາມາດແປເປັນ "ມັນດີປະເສີດສໍາລັບຜູ້ທີ່ຮັບ."
  • ສຳນວນທີ່ຄ້າຍຄື, "ໃຫ້ພຣະເຈົ້າອວຍພອນ" ສາມາດແປເປັນ, "ຂໍໃຫ້ພຣະຜູ້ເປັນເຈົ້າໄດ້ຮັບການຍ້ອງຍໍ" ຫລື "ສັນລະເສີນພຣະຜູ້ເປັນເຈົ້າ" ຫລື "ຂ້ອຍສັນລະເສີນພຣະຜູ້ເປັນເຈົ້າ."
  • ໃນແງ່ຂອງການອວຍພອນອາຫານ, ສິ່ງນີ້ສາມາດແປເປັນ, "ຂອບໃຈພຣະເຈົ້າ ສຳລັບອາຫານ" ຫລື "ສັນລະເສີນພຣະເຈົ້າທີ່ໄດ້ໃຫ້ອາຫານແກ່ພວກເຂົາ" ຫລື "ອາຫານທີ່ໄດ້ຮັບການອຸທິດໂດຍການສັນລະເສີນພຣະເຈົ້າ ສຳລັບອາຫານ."

ອະທິຖານ, ຄຳອະທິຖານ

ນິຍາມ

ຄຳວ່າ ''ອະທິຖານ'' ແລະ ''ຄຳອະທິຖານ'' ໜາຍເຖິງການສົນທະນາກັບພຣະເຈົ້າ. ຄຳນີ້ຍັງໜາຍເຖິງຄົນທີ່ພະຍາຍາມເວົ້າກັບພະປອມດ້ວຍ.

  • ຄົນສາມາດອະທິຖານຢ່າງງຽບໆ, ສົນທະນາກັບພຣະເຈົ້າດ້ວຍຄວາມຄິດຂອງພວກເຂົາ ຫລື ພວກເຂົາສາມາດອະທິຖານ, ອອກສຽງສົນທະນາກັບພຣະເຈົ້າດ້ວຍສຽງຂອງພວກເຂົາ. ບາງເທື່ອຄຳອະທິຖານກໍຖືກຂຽນ, ລົງໄວ້ເຊັ່ນດຽວກັບດາວິດທີ່ໄດ້ຂຽນຄຳອະທິຖານຂອງລາວໄວ້ໃນພຣະຄັມເພງສັນລະເສີນ.
  • ຄຳອະທິຖານລວມໄປເຖິງການຂໍພຣະເມດຕາພຣະເຈົ້າ, ຂໍການຊ່ວຍເຫລືອແກ້ບັນຫາ, ຂໍສະຕິປັນຍາໃນການຕັດສິນໃຈ.
  • ຫລາຍເທື່ອຄົນມັກຂໍພຣະເຈົ້າໃຫ້ຮັກສາຄົນທີ່ປວ່ຍ ຫລື ຄົນທີ່ຕ້ອງການຄວາມຊ່ວຍເຫລືອໃນເລື່ອງອື່ນໆ.
  • ຜູ້ຄົນຍັງຂອບຄຸນພຣະເຈົ້າແລະສັນລະເສີນພຣະເຈົ້າເມື່ອຂະນະພວກເຂົາກຳລັງອະທິຖານທູນຕໍ່ພຣະອົງ.
  • ການອະທິຖານລວມເຖິງການສາລະພາບບາບຂອງເຮົາຕໍ່ພຣະເຈົ້າແລະຂໍພຣະອົງອະພັຍບາບໃຫ້ແກ່ເຮົາ.
  • ການສົນທະນາກັບພຣະເຈົ້າບາງເທື່ອເອີ້ນວ່າ ''ໄຕ່ຕອງ'' ກັບພຣະອົງເໝືອນທີ່ຈິດວິນຍານຂອງເຮົາຕິດຕໍ່ສື່ສານກັບວິນຍານຂອງພຣະອົງ, ແບ່ງປັນຄວາມຮູ້ສືກຂອງເຮົາແລະຊື່ນຊົມຍິນດີຕໍ່ພຣະພັກພຣະອົງ.
  • ຄຳນີ້ສາມາດແປໄດ້ວ່າ ''ສົນທະນາກັບພຣະເຈົ້າ'' ຫລື ''ຕິດຕໍ່ສື່ສານກັບພຣະເຈົ້າ'' ຄຳແປຂອງຄຳນີ້ຄວນລວມໄປເຖິງການອະທິຖານໃນທີ່ງຽບ.

​ອະ​ທິ​ຖານວີ້ງວອນເພື່ອຄົນອື່ນ, ການ​ອະ​ທິ​ຖານວີ້ງວອນເພື່ອຄົນອື່ນ

ນິຍາມ

ຄຳວ່າ "​ອະ​ທິ​ຖານວີ້ງວອນໃຫ້ຄົນ​ອື່ນ" ແລະ "ການ​ອະ​ທິ​ຖານໃຫ້ຄົນອື່ນ" ອ້າງເຖຶງການຂໍຮ້ອງເພື່ອຄົນອື່ນໃນນາມຂອງອີກຄົນໜື່ງ ໃນພຣະຄຳພີຄຳນີ້ມັກຈະໝາຍເຖຶງການອະທິຖານເ​ພື່ອຄົນອື່ນ

  • ຄຳວ່າ "ການ​ອະ​ຖານວີ້ງວອນເພື່ອ" ແລະ "​ການ​ອະ​ທິ​ຖານເພື່ອ" ໝາຍເຖຶງການຂໍຮ້ອງຕໍ່ພຣະເຈົ້າເພື່ອຜົນປະໂຍດຂອງຄົນອື່ນ
  • ພຣະຄຳພີສອນວ່າພຣະວິນຍານບໍ​ຣິສຸດອະ​ທິ​ຖານວີ້ງວອນເພື່ອເຮົາ ນັ້ນຄືພຣະອົງອະທຶຖານຕໍ່ພຣະເຈົ້າເ​ພື່ອເຮົາ
  • ບຸກຄົນ​ອະ​ທິ​ຖານວີ້ງວອນເ​ພື່ອຄົນອື່ນໂດຍການຮ້ອງຂໍເພື່ອພວກເຂົາຕໍ່ຄົນທີ່ມີ​ສິດທິອຳນາດ

ຄຳແນະນຳການແປ

  • ວິທີອື່ນທີ່ຈະແປ "​ອະ​ທິ​ຖານວີ້ງວອນເ​ພື່ອສາມາດໝາຍເຖຶງ "ຂໍຮ້ອງກັບ" ຫຼື "ກະຕຸ້ນ"

ອ້າຍ/ນ້ອງຊາຍ

ນິຍາມ

ຄຳວ່າ "ອ້າຍ/ນ້ອງຊາຍ" ໂດຍປົກກະຕິໝາຍເຖິງຜູ້ຊາຍທີ່ຢູ່ໃນສາຍເລືອດພໍ່ແມ່ດຽວກັນຢ່າງໜ້ອຍໜຶ່ງຄົນທີ່ແຕກຕ່າງກັບຄົນອື່ນ.

  • ໃນສະໃໝ່ພຣະຄຳພີເດີມ, ຄຳວ່າ "ອ້າຍນ້ອງ" ຍັງຖືກນຳໃຊ້ເປັນ ຄຳອ້າງອີງທົ່ວໄປກ່ຽວກັບຍາດພີ່ນ້ອງ, ເຊັ່ນ: ສະມາຊິກຂອງເຜົ່າ, ຕະກູນ, ຫລື ກຸ່ມຄົນດຽວກັນ.
  • ໃນພຣະຄຳພີໃໝ່, ພວກອັກຄະສາວົກມັກໃຊ້ "ອ້າຍນ້ອງ" ເພື່ອກ່າວເຖິງຊາວຄຣິດສະຕຽນເພື່ອນຮ່ວມທັງຊາຍແລະຍິງ, ເພາະ ວ່າຜູ້ທີ່ເຊື່ອໃນພຣະຄຣິດທຸກຄົນແມ່ນສະມາຊິກຂອງຄອບຄົວຝ່າຍວິນຍານດຽວກັນ, ມີພຣະເຈົ້າເປັນພຣະບິດາເທິງສະຫວັນ.
  • ສອງສາມຄັ້ງໃນພຣະສັນຍາໃໝ່, ພວກອັກຄະສາວົກໄດ້ໃຊ້ ຄຳວ່າ "ເອື້ອຍນ້ອງ" ໃນເວລາກ່າວເຖິງສະເພາະກັບເພື່ອນຄຣິສຕຽນທີ່ເປັນຜູ້ຍິງ, ຫລືເພື່ອເນັ້ນໜັກ ວ່າທັງຊາຍແລະຍິງແມ່ນລວມຢູ່ນຳ. ຍົກຕົວຢ່າງ, ຢາໂກໂບເນັ້ນໜັກວ່າລາວກຳ ລັງເວົ້າເຖິງຜູ້ທີ່ເຊື່ອທຸກຄົນເມື່ອລາວກ່າວເຖິງ "ອ້າຍເອື້ອຍນ້ອງທີ່ຕ້ອງການອາຫານ ຫລື ເຄື່ອງນຸ່ງຫົ່ມ."

ຄຳແນະນຳໃນການແປ

  • ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປ ຄຳສັບນີ້ດ້ວຍຄຳທີ່ຮູ້ຫນັງສືທີ່ຖືກນຳໃຊ້ໃນພາສາເປົ້າໝາຍເພື່ອໝາຍເຖິງອ້າຍນ້ອງ ທວົ່ໄປ ຫລື ພໍ່ແມ່ດຽວກັນ, ເວັ້ນເສຍແຕ່ວ່ານີ້ຈະໃຫ້ຄວາມໝາຍທີ່ບໍ່ຖືກຕ້ອງ.
  • ໃນສະໃໝພຣະຄຳພີເດີມໂດຍສະເພາະ, ໃນເວລາທີ່ "ອ້າຍນ້ອງ" ຖືກນຳໃຊ້ຫຼາຍໂດຍທົ່ວໄປເພື່ອອ້າງອີງໃສ່ສະມາຊິກໃນຄອບຄົວ, ຕະກູນ, ຫລື ກຸ່ມຄົນ, ການແປທີ່ເປັນໄປໄດ້ອາດຈະປະກອບມີ, "ຍາດພີ່ນ້ອງ" ຫລື "ສະມາຊິກຂອງຊົນເຜົ່າ" ຫລື "ຊົນເຜົ່າອິດສະລາແອນ."
  • ໃນແງ່ຂອງການກ່າວເຖິງເພື່ອນຮ່ວມຄວາມເຊື່ອໃນພຣະຄຣິດ, ຄຳສັບນີ້ອາດຈະຖືກແປວ່າ, "ອ້າຍໃນພຣະຄຣິດ" ຫລື "ອ້າຍທາງວິນຍານ."
  • ຖ້າທັງຊາຍ ແລະ ຍິງກຳລັງຖືກກ່າວເຖິງ "ອ້າຍ" ກໍ່ຈະມີຄວາມໝາຍທີ່ບໍ່ຖືກຕ້ອງ, ຫຼັງຈາກນັ້ນຄຳສັບສັນຍາສາມັນທີ່ມີຢູ່ທົ່ວໄປກໍ່ອາດຈະຖືກນຳໃຊ້ເຊິ່ງປະກອບມີທັງຊາຍແລະຍິງ.
  • ອີກວິທີໜຶ່ງທີ່ຈະແປຄຳສັບນີ້ເພື່ອຈະໝາຍເຖິງທັງຜູ້ຊາຍແລະ ຜູ້ຍິງທີ່ເຊື່ອອາດຈະແມ່ນ "ເພື່ອນຮ່ວມຄວາມເຊື່ອ" ຫລື "ອ້າຍເອື້ອຍນ້ອງຄຣິສຕຽນ."
  • ໃຫ້ແນ່ໃຈວ່າໄດ້ກວດເບິ່ງສະພາບການເພື່ອກຳນົດວ່າມີພຽງແຕ່ຜູ້ຊາຍທີ່ຖືກກ່າວເຖິງ, ຫລື ວ່າທັງຊາຍແລະຍິງ.

ອານາຈັກຂອງພຣະເຈົ້າ, ອານາຈັກສະຫວັນ

ນິຍາມ

ຄຳວ່າ "ອານາຈັກຂອງພຣະເຈົ້າ" ແລະ "ອານາຈັກສະຫວັນ" ທັງສອງຄຳໝາຍເຖິງການປົກຄອງແລະສິດອຳນາດຂອງພຣະເຈົ້າເໜືອປະຊາກອນແລະເໜືອສິ່ງທີ່ພຣະອົງຊົງສ້າງທັງປວງ.

  • ຊາວຢິວມັກຈະໃຊ້ຄຳວ່າ "ສະຫວັນ" ເພື່ອເປັນການກ່າວເຖິງພຣະເຈົ້າ ເພື່ອເປັນການຫລີກລ້ຽງການກ່າວເຖິງພຣະນາມຂອງພຣະອົງໂດຍກົງ (ເບິ່ງເພີ່ມເຕີມ: https://read.bibletranslationtools.org/u/WA-Catalog/lo_tm/translate.html#figs-metonymy).
  • ໃນພຣະຄຳພີໃຫມ່ມັດທາຍໄດ້ຂຽນວ່າ ລາວໄດ້ກ່າວເຖິງອານາຈັກຂອງພຣະເຈົ້າວ່າເປັນ "ອານາຈັກສະຫວັນ" ເພາະວ່າຕົ້ນຕໍແລ້ວລາວຂຽນເຖິງຊາວຢິວ.
  • ອານາຈັກຂອງພຣະເຈົ້າຫມາຍເຖິງພຣະເຈົ້າກຳລັງປົກຄອງເຫນືອປະຊາກອນຝ່າຍວິນຍານກໍ່ຄືການປົກຄອງເຫນືອທັງໂລກ.
  • ຜູ້ປະກາດຂ່າວປະເສີດໃນພຣະຄຳພີເດີມກ່າວວ່າ ພຣະເຈົ້າຈະສົ່ງພຣະເມຊີອາເພື່ອມາປົກຄອງດ້ວຍຄວາມຊອບທຳ ພຣະເຢຊູຄຣິສຄືພຣະບຸດຂອງພຣະເຈົ້າ,ແມ່ນພຣະເມຊີອາຜູ້ທີ່ຈະມາປົກຄອງອານາຈັກຂອງພຣະເຈົ້າຕະຫລອດໄປ.

ຄຳແນະນຳໃນການແປ

  • ຄວາມໝາຍທົ່ວໄປຄຳວ່າ "ອານາຈັກຂອງພຣະເຈົ້າ" ສາມາດແປໄດ້ວ່າ "ການປົກຄອງຂອງພຣະເຈົ້າ".

ອາແມນ, ແທ້ຈິງ,ແມ່ນແທ້ໆ

ນິຍາມ

ຄຳວ່າ "ອາແມນ" ເປັນຄຳທີ່ໃຊ້ເນັ້ນຫຼືຮຽກຮ້ອງຄວາມສົນໃຈຕໍ່ສິ່ງທີ່ບຸກຄົນນັ້ນໄດ້ເວົ້າ,ມັກຈະໃຊ້ໃນຕອນທ້າຍຂອງຄຳອະທິຖານ ບາງຄັ້ງຄຳນີ້ຖືກແປວ່າ "ແທ້ຈິງ."

  • ເມື່ອໃຊ້ໃນຕອນຈົບຂອງຄຳອະທິຖານ ຄຳວ່າ "ອາແມນ" ເປັນການສື່ເຖິງການເຫັນດ້ວຍກັບຄຳອະທິຖານ ຫຼືສະແດງເຖິງການປາດຖະໜາຫຼືຢາກໃຫ້ຄຳອະທິຖານນັ້ນສຳເລັດ.
  • ໃນຄຳສອນ ພຣະເຢຊູໃຊ້ຄຳວ່າ "ອາແມນ" ເພື່ອເນັ້ນເຖິງຄວາມຈິງໃນສິ່ງທີ່ພຣະອົງເວົ້າ.ພຣະອົງມັກຈະຕາມດ້ວຍປະໂຫຍກທີ່ວ່າ "ແລະເຮົາບອກແກ່ທ່ານວ່າ" ເພື່ອເລີ້ມສອນຕໍ່ໄປທີ່ກ່ຽວຂ້ອງກັບສິ່ງທີ່ພຣະອົງໄດ້ສັ່ງສອນໄປແລ້ວ.
  • ເມື່ອພຣະເຢຊູໃຊ້ຄຳວ່າ "ອາແມນ" ໃນລັກສະນະນີ້ ພຣະຄັມພີພາສາອັງກິດບາງສະບັບ(ແລະສະບັບULB)ແປຄຳນີ້ວ່າ "ແທ້ຈິງ" ຫຼື "ຈິງໆ."
  • ອີກຄຳໜຶ່ງທີ່ໝາຍຄວາມວ່າ "ແທ້ຈິງ" ບາງຄັ້ງກໍແປວ່າ "ແນ່ນອນ" ຫຼື "ແມ່ນແລ້ວ" ແລະຄຳນີ້ໄດ້ຖືກໃຊ້ເພື່ອເນັ້ນວ່າຜູ້ເວົ້າກຳລັງເວົ້າຫຍັງ.

ຂໍ້ແນະນຳໃນການແປ

  • ໃຫ້ພິຈາລະນາເບິ່ງວ່າພາສາທີ່ຈະແປນັ້ນມີຄຳຫຼືຄຳເວົ້າພິເສດທີ່ຈະໃຊ້ເນັ້ນບາງສິ່ງທີ່ໄດ້ເວົ້າໄປແລ້ວຫຼືບໍ່.
  • ເມື່ອໃຊ້ໃນຕອນທ້າຍຂອງຄຳອະທິຖານຫຼືເພື່ອຢືນຢັນບາງສິ່ງ "ອາແມນ" ກໍສາມາດແປໄດ້ອີກຢ່າງວ່າ "ຂໍໃຫ້ເປັນດັ່ງນັ້ນ" ຫຼື "ຂໍໃຫ້ສິ່ງນີ້ເກີດຂຶ້ນ" ຫຼື "ນັ້ນເປັນເລື່ອງຈິງ."
  • ເມື່ອພຣະເຢຊູເວົ້າວ່າ "ເຮົາບອກຄວາມຈິງແກ່ທ່ານວ່າ" ກໍສາມາດແປໄດ້ອີກຢ່າງວ່າ "ເຮົາບອກທ່ານຢ່າງຈິງໃຈວ່າ" ຫຼື "ນັ້ນຄືຄວາມຈິງແລະເຮົາຂໍບອກທ່ານວ່າ."
  • ຄຳເວົ້າທີ່ວ່າ "ແທ້ຈິງເຮົາບອກທ່ານວ່າ" ອາດແປໄດ້ອີກວ່າ "ເຮົາບອກເລື້ອງນີ້ແກ່ທ່ານຢ່າງຈິງໃຈວ່າ" ຫຼື "ເຮົາບອກເລື້ອງນີ້ແກ່ທ່ານດ້ວຍໃຈຮ້ອນຮົນວ່າ" ຫຼື "ສິ່ງທີ່ເຮົາກຳລັງບອກແກ່ທ່ານເປັນຄວາມຈິງ."

ອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າ

ນິຍາມ

ຄຳວ່າ " ອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າ " ຖືກໃຊ້ໂດຍອັກຄະສາວົກໂປໂລເພື່ອອ້າງເຖີງມີື້ປັດສະຄາທີ່ ພຣະເຢຊູຊົງຮັບປະທານພ້ອມກັບພວກສາວົກຂອງພຣະອົງໃນຄືນທີ່ພຣະອົງຖືກຈັບໂດຍຜູ້ນຳຊາວຢິວ

  • ໃນຊ່ວງເວລາມື້ອາຫານນີ້ ພຣະເຢຊູຊົງຫັກຂະໜົມປັງປັດສະຄາ ແລະ ຮ້ອງຂະໜົມປັງນີ້ວ່າເປັນພຣະກາຍຂອງພຣະອົງເຊິ່ງອີກບໍ່ດົນຈະຖືກຕີ ແລະ ຖືກຂ້າ
  • ພຣະອົງຊົງຮ້ຽກເຫລົ້າອະງຸ່ນໃນຖ້ວຍນີ້ວ່າ ພຣະໂລຫິດຂອງພຣະອົງ ເຊິ່ງອີກບໍ່ດົນຈະຖືກເຮັດໃຫ້ເລືອດອອກເມື່ອພຣະອົງສິ້ນພຣະຊົນເພື່ອເປັນເຄື່ອງບູຊາໄຖ່ບາບ
  • ໃນຈົດໝາຍທີ່ຂຽນເຖີງຜູ້ທີ່ເຊື່ອຊາວໂກລິນໂທ ອັກຄະສາວົກ ໂປໂລ ໄດ້ຕັ້ງອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າໃຫ້ເປັນການປະຕິບັດທີ່ໄດ້ເຮັດເປັນປະຈຳສຳລັບບັນດາຜູ້ທີ່ເຊື່ອໃນພຣະເຢຊູ

ຄຮິດຕະຈັກທັງຫຼາຍໃນທຸກວັນນີ້ໃຊ້ຄຳວ່າ " ສິນມະຫາສະໜິດ " ເພື່ອອ້າງເຖີງອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າ ບາງເທື່ອກໍ່ໃຊ້ຄຳວ່າ " ອາຫານມື້ສຸດທ້າຍ " ດ້ວຍ

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ອີກວ່າคำ " ມື້ອາຫານຂອງອົງພຣະຜູ້ເປັນເຈົ້າ " ຫຼື " ມື້ອາຫານຂອງອົງພຣະຜູ້ເປັນເຈົ້າຂອງເຮົາ " ຫຼື " ມື້ອາຫານເພື່ລະນຶກຄິດເຖີງອົງພຣະຜູ້ເປັນເຈົ້າພຣະເຢຊູ "

ອິດ​ສ​ະ​ຣາເອນ,ຄົນອິດສະຣາເອນ,ຊົນຊາດອິດສາ​ຣະະເອນ

ນິຍາມ

ຄຳວ່າ "ອິດສະຣາເອນ " ເປັນຊື່ທີ່ພຣະເຈົ້າປະທານໃຫ້ແກ່ຢາໂຄບ. ອິດສະຣາເອນຫມາຍຄວາມວ່າ "ເຂົາປ້ຳສູ້ກັບພຣະເຈົ້າ "

  • ເຊື້ອສາຍຂອງຢາໂຄບກາຍເປັນຜູ້ຮູ້ຈັກໃນວ່າ "ປະຊາຊົນອິດສະຣາເອນ"

"ຊົນຊາດອິດສະຣາເອນ " ຫລື "ຄົນອິດສະຣາເອນ "

  • ພຣະເຈົ້າຊົງເຮັດພັນທະສັນຍາກັບປະຊາຊົນອິດສະຣາເອນ ພວກເຂົາເປັນປະຊາຊົນທີ່ພຣະອົງຊົງເລືອກ.
  • ປະເທດອິດສະຣາເອນປະກອບດ້ວຍສິບສອງເຜົ່າ.
  • ຫລັງຈາກກະສັດໂໍຊໂລໂມນສີ້ນ​ພະ​ຊົນບໍ່ດົນ ອິດສະຣາເອນຖືກແບ່ງເປັນສອງອານາຈັກ ຄື ອານາຈັກທາງ​ພາກໃຕ້ ເອີ້ນວ່າ "ຢູດາ " ແລະ ອານາຈັກທາງ​ພາກເຫນືອ ເອີ້ນວ່າ "ອິດສະຣາເອນ "
  • ຫລາຍ​ເທືຶ່ອ ຄຳວ່າ "ອິດສະຣາເອນ " ສາມາດແປວ່າ "ປະຊາຊົນອິດສະຣາເອນ " ຫລື "ຊົນຊາດອິດສະຣາເອນ " ຂື້ນຢູ່ກັບ​ກໍ​​ລະ​ນີ.

ອົງບໍລິສຸດ

ນິຍາມ

ຄຳວ່າ "ອົງບໍລິສຸດ" ເປັນຕຳແໜ່ງໃນພຣະຄຳພີທີ່ເກືອບຈະອ້າງເຖິງພຣະເຈົ້າສະເໝີ.

  • ໃນພັນທະສັນຍາເດີມ, ຕຳແໜ່ງນີ້ມັກຈະປາກົດໃນວະລີ "ອົງບໍລິສຸດຂອງອິດສະຣາເອນ."
  • ໃນພັນທະສັນຍາໃໝ່, ພຣະເຢຊູໄດ້ຮັບການອ້າງເຖິງວ່າເປັນ "ອົງບໍລິສຸດ." ເຊັ່ນກັນ
  • ຄຳວ່າ "ອົງບໍລິສຸດ" ບາງເທື່ອໃຊ້ໃນພຣະຄຳພີເພື່ອອ້າງເຖິງທູດສະຫວັນ.

ຄຳແນະນຳໃນການແປ

  • ຄຳແປກົງຕາມຕົວຄື, "ຜູ້ບໍລິສຸດ"

ອົງຜູ້ສູງສຸດ

ນິຍາມ

ຄຳວ່າ"ອົງຜູ້ສູງສຸດ"ເປັນຕຳແໜ່ງຂອງອົງພຣະຜູ້ເປັນເຈົ້າ ທີ່ອ້າງເຖິງຄວາມຍິ່ງໃຫຍ່ແລະອຳນາດຂອງພຣະອົງ.

  • ຄວາມໝາຍຂອງຄຳນີ້ມີຄວາມໝາຍວ່າ "ມີອຳນາດຄອບຄອງສູງສຸດ" ຫຼື "ສູງສຸດ."
  • ຄຳວ່າ "ສູງ" ໃນທີ່ນີ້ບໍ່ໄດ້ອ້າງເຖິງຄວາມສູງທາງກາຍຍະພາບຫຼືລະຍະທາງທີ່ອ້າງເຖິງຄວາມຍິ່ງໃຫຍ່.

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປວ່າ "ພຣະເຈົ້າຜູ້ສູງສຸດ" ຫຼື "ພຣະອົງຜູ້ສູງສຸດ" ຫຼື "ພຣະເຈົ້າອົງຜູ້ສູງສຸດ" ຫຼື "ພຣະເຈົ້າຜູ້ຍິ່ງໃຫຍ່ເໜືອທຸກສິ່ງ"
  • ຫາກມີຄຳວ່າ "ສູງ" ປະກົດຢູ່ ໃຫ້ແນ່ໃຈວ່າບໍ່ໄດ້ອ້າງເຖິງຄວາມສູງທາງກາຍຍະພາບຫຼືລະຍະທາງ.

ອົງພຣະຜູ້ເປັນເຈົ້າພຣະຢາເວ, ພຣະຢາເວພຣະເຈົ້າ

ນິຍາມ

ໃນພັນທະສັນຍາເດີມ " ອົງພຣະຜູ້ເປັນເຈົ້າພຣະຢາເວ " ຖືກໃຊ້ຫຼາຍຄັ້ງເພຶ່ອອ້າງເຖີງພຣະເຈົ້າຜູ້ທ່ຽງແທ້ອົງດຽວ

  • ຄຳວ່າ " ອົງພຣະຜູເປັນເຈົ້າ " ເປັນຕຳແໜ່ງຂອງພຣະເຈົ້າ ແລະ " ພຣະຢາເວ " ເປັນພຣະນາມສ່ວນຕົວ
  • ພຣະຢາເວ " ມັກຈະລວມກັບຄຳວ່າ " ພຣະເຈົ້າ " ເພື່ອເປັນ " ພຮະຢາເວພຮະເຈົ້າ "

ຄຳແນະນຳໃນການແປ

  • ໃນບາງຮູບແບບ " ພຮະຢາເວ " ຖືກໃຊ້ສຳລັບການແປພຣະນາມສ່ວນຕົວພຮະອົງຂອງພຣະເຈົ້າ ຄຳວ່າ " ອົງພຣະຜູ້ເປັນເຈົ້າພຣະຢາເວ " ແລະ " ພຣະຢາເວພຣະເຈົ້າ" ສາມາດແປຕາມອັກສອນ ແລະ ໃຫ້ພິຈາລະນາວ່າຈະແປຄຳເຫລົ່ານັ້ນແບບໃດ ຄື " ອົງພຣະຜູ້ເປັນເຈົ້າ " ໃນສະພາບການອື່ນຽ ເມື່ອອ້າງເຖີງພຣະເຈົ້າ
  • ບາງພາສາໃສ່ຕຳແໜ່ງຫລັງຈາກພຣະນາມ ແລະ ຈະແປວ່າາ " ພຣະຢາເວອົງພຮະຜູ້ເປັນເຈົ້າ " ໃຫ້ພິຈາລະນາວ່າແບບໃດທີ່ເປັນທຳມະຊາດສຳລັບພາສາໃນໂຄງການຄວນມີຕຳແໜ່ງ " ອົງພຣະຜູ້ເປັນເຈົ້າ " ຈະກ່ອນຫຼືຫລັງ " ພຣະຢາເວ "
  • " ພຣະຢາເວພຣະເຈົ້າ " ສາມາດອອກຄຳວ່າ ພຣະເຈົ້າຜູ້ຊົງໄດ້ຮັບການເອີ້ນວ່າ" ພຣະຢາເວ " ຫຼື " ພຣະເຈົ້າຜູ້ຊົງເປັນຜູ້ດຽວທິ່ຊົງພຣະຊົນຢູ່ " ຫຼື ເຮົາເປັນຄືຜູ້ທິ່ເປັນ " ພຣະເຈົ້າ "
  • ຖ້າການແປອອກຄຳວ່າ" ພຣະຢາເວ " ເປັນ " ອົງພຣະຜູ້ເປັນເຈົ້າ " ຫຼື " ອົງພຣະເຈົ້າ " ຄຳວ່າ" ອົງພຣະຜູ້ເປັນເຈົ້າພຣະຢາເວ " ສາມາດແປວ່າ " ອົງພຣະເຈົ້າຜູ້ເປັນພຣະເຈົ້າ " ຫຼື " ພຣະເຈົ້າຜູ້ຊົງເປັນອົງພຣະຜູ້ເປັນເຈົ້າ " ການແປແບບອື່ນສາມາດແປວ່າ" ອົງພຣະເຈົ້າຜູ້ຊົງເປັນເຈົ້ານາຍ " ຫຼື " ພຣະເຈົ້າຜູ້ຊົງເປັນອົງພຣະຜູ້ເປັນເຈົ້າ "
  • ຄຳວ່າ " ອົງພຣະຜູ້ເປັນເຈົ້າພຣະຢາເວ " ບໍ່ສົມຄວນອອກຄຳວ່າເປັນ " ອົງພຣະເຈົ້າອົງພຣະຜູ້ເປັນເຈົ້າ " ເພາະຜູ້ອ່ານຈະບໍ່ໄດ້ສັງເກດເບິ່ງຄວາມແຕກຕ່າງຂອງຕົວອັກສອນຕາມທີ່ໄດ້ໃຊ້ກັນນີ້ເພື່ອຈຳແນກຄວາມຕ່າງ

ເອໂຟດ

ນິຍາມ

ເອໂຟດແມ່ນເສື້ອຄຸມທີ່ຄືກັບຜ້າກັນເປື້ອນນຸ່ງຫົ່ມໂດຍບັນດາປະໂຣຫິດອິດສະຣາເອນ. ຊຶ່ງມີສອງດ້ານ, ທາງໜ້າແລະທາງຫລັງ, ທີ່ຕໍ່ເຂົ້າກັນບ່ອນບ່າໄຫລ່ແລະຜູກຮອບແອວດ້ວຍເຂັມຂັດຜ້າ.

  • ເອໂຟດອີກຊະນິດໜຶ່ງທີ່ເຮັດຈາກຜ້າລີເນນທໍາມະດາແລະນຸ່ງຫົ່ມໂດຍປະໂຣຫິດທົ່ວໄປ.
  • ເອໂຟດທີ່ມະຫາປະໂຣຫິດນຸ່ງຫົ່ມໄດ້ຖືກຖັກເປັນພິເສດດ້ວຍເສັ້ນດ້າຍສີຄໍາ, ສີຟ້າ, ສີມ່ວງ, ແລະສີແດງ.
  • ສ່ວນບ່ອນທີ່ປົກເອິກຂອງປະໂຣຫິດທີ່ຢູ່ທາງໜ້າເອໂຟດ. ທາງຫລັງທີ່ປົກເອິກຈະເປັນບ່ອນໃສ່ອຸຣິມແລະທຸມມິມ, ຊຶ່ງເປັນຫີນທີ່ໃຊ້ໃນການຖາມພຣະເຈົ້າວ່າ ພຣະອົງມີພຣະປະສົງໃນເລື່ອງໃດເລື່ອງໜຶ່ງໂດຍສະເພາະ.
  • ຜູ້ປົກຄອງກີເດໂອນໄດ້ເຮັດເອໂຟດດ້ວຍຄໍາດ້ວຍຄວາມໂງ່ຈ້າແລະມັນໄດ້ກາຍເປັນສິ່ງທີ່ຄົນອິດສະຣາເອນພາກັນນະມັດສະການເໝືອນກັບຮູບເຄົາຣົບ.

ເອິີ້ນ, ການ​ເອີ້ນ, ໄດ້​ຮັບ​ການ​ເອີ້ນ, ເອີ້ນ​ອອກ​ມາ

ນິຍາມ

​ຄຳ​ວ່າ​ "ເອີ້ນ"​ແລະ "ເອີ້ນ​ອອກ​ມາ" ມີ​ຄວາມ​ໝາຍ​ຕາມ​ສຳ​ນຽງ​ສຽງ​ເອີ້ນ​ຄ່ອຍ​ຕໍ່​ຜູ້​ຢູ່​ໃກ້, ເອີ້ນ​ສຽງ​ດັງ​ຕໍ່​ຜູ້​ຢູ່​ຫ່າງ​ໄກ ແລະ​ຍັງ​ມີ​ຄວາມ​ໝາຍ​ອື່ນໆ​ອີກ.

  • ຄຳ​ວ່າ "ເອີ້ນ​ອອກ​ມາ" ມີ​ຄວາມ​ໝາຍ​ວ່າ​ຮ້ອງ​ດ້ວຍ​ສຽງ​ດັງ​ກັບ​ຜູ້​ຢູ່​ຫ່າງ​ໄກ​ໃຫ້​ອອກ​ມາ. ຄຳ​ດຽວ​ກັນ​ນີ້​ຍັງ​ມີ​ຄວາມ​ໝາຍ​ວ່າ​ເອີ້ນ​ມາ​ໃຫ້​ຊ່ອຍ ໂດຍ​​​ສະ​ເພາະ​ແມ່ນ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພ​ຣະ​ເຈົ້າ.
  • ​ເຫັນໃນ​ພ​ຣະ​ຄຳ​ພີຫລາຍ​ເທື່ອ​ເຫັນ​ຄຳ​ວ່າ "ເອີ້ນ" ມີ​ຄວາມ​ໝາຍ​ວ່າ ເປັນ​ຄຳ​ສັ່ງ ຫລື​ຄຳ​ຂໍ​ຮ້ອງ.
  • ພ​ຣະ​ເຈົ້າ​ຊົງ​ເອີ້ນ​ຄົນ​ທັງ​ຫລາຍ​ໃຫ້​ມາ​ຫາ​ພ​ຣະ​ອົງ​ເພື່ອ​ເປັນ​ປະ​ຊ​າ​ຊົນ​ຂອງ​ພ​ຣະ​ອົງ​ແມ່ນ​ໃຊ້​ຄຳ​ວ່າ "ເອີ້ນ​ອອກ​ມາ"
  • ຄຳ​ວ່າ "ຊົງ​ເອີ້ນ" ທີ່​ໃຊ້​ໃນ​ພ​ຣະ​ຄຳ​ພີ​ໝາຍ​ເຖິງ​ພ​ຣະ​ເຈົ້າ​ຊົງ​ແຕ່ງ​ຕັ້ງຫລື​ເລືອກ​ໃຫ້​ເປັນ​ລູກ​ຂອງ​ພ​ຣະ​ອົງ, ຊົງ​ເອີ້ນ​ໃຫ້​ເປັນ​ຜູ້​ຮັບ​ໃຊ້​ພ​ຣະ​ອົງ, ເປັນ​ຜູ​້​ປະ​ກາດ​ພ​ຣະ​ຄຳ​ແຫ່ງ​ຄວາມ​ລອດ​ພົ້ນ​ທີ່​ມີ​ໃນ​ພ​ຣະ​ເຢ​ຊູ.
  • ຄຳ​ນີ້​ຍັງ​ໃຊ້​ບາງ​ກໍ​ຣະ​ນີ​ອາ​ດ​ແປ​ວ່າ​ເອີ້ນ​ຜູ້​ໃດ​ຜູ້​ນຶ່ງ ຕົວ​ຢ່າງ "ລາວ​ຖືກ​ເອີ້ນ​ຊື່​ວ່າ ໂຢ​ຮັນ ໝາຍ​ຄວາມ​ວ່າ​ລາວ​ຊື່ ໂຢ​ຮັນ.
  • ການ​ຖືກ "ເອີ້ນ​​ອອກຊື່" ໝາຍ​ຄວາມ​ວ່າ​ຜູ້​ໃດ​ຜູ້ນຶ່ງ​ຖືກ​ເອີ້ນ​ສ​ະເພາະ​ເຈາະ​ຈົງ. ພ​ຣະ​ເຈົ້າ​ຊົງ​ເອີ້ນ​ປະ​ຊ​າກອ​ນ​ພຣະ​ອົງ​ໂດຍ​ອອກ​ຊື່​ຜູ້ນັ້ນ.
  • ການ​ຮຽກ​ເອິີ້ນ​ແບບ​ນື່ງ " ຂ້ອຍ​ເອີ້​ນ​ອອກ​ຊື່​ເຈົ້າ" ໝາຍ​ຄວາມວ່າ​ພ​ຣະ​​ເຈົ້າ​ຮູ້​ຈັກ​ຊື່​ຜູ້ນັ້ນ ແລະ​ເອີ້ນ​ມາ​ເລືອກ​ເອົາ​ລາວ.

ຄຳແນະ​ນຳ​ໃນ​ການ​ແປ

  • ຄຳ​ວ່າ "ເອີ້ນ" ສ​າ​ມາດ​ແປ​ໄດ້​ວ່າ ​ການ​ຮຽກ​ຕົວ ຫລື​ຮຽກ​ຮ້ອງ ຮວມ​ເຖິງ​ຄວາມ​ຄິດ​ຕັ້ງ​ໃຈ​ຈະ​ເອີ້ນ​ແນວນັ້ນ.
  • ຄຳ​ວ່າ "ເອີ້ນ​ຫາ​ເຈົ້າ" ອາດ​ແປ​ໄດ້​ວ່າ "ຂໍ​ໃຫ້​ເຈົ້າ​ຊ່ອຍ" ຫລື ຮ້ອງ​ຂໍ​ຄວາມ​ຊວ່ຍ​ເຫລືອ​ຍາມ​ສຸກ​ເສີນ.
  • ເວ​ລາ​ພ​ຣະ​ຄຳ​ພີ​ເວົ້າ​ວ່າ "ຊົງ​ເອີ້ນ" ເຮົາ​ໃຫ້​ເປັນ​ຜູ້​ຮັບ​ໃຊ້ ສາ​ມາດ​ແປ​ໄດ້​ວ່າ "ຊົງ​ເລືອກ​ເຮົາ​ໄວ້​ຢ່າງ​ພິ​ເສດ" ຫລື "ຊົງ​ແຕ່ງ​ຕັ້ງ" ໃຫ້​ເປັນ​ຜູ້​ຮັບ​ໃຊ້.
  • ເຈົ້າ​ຕ້ອງ​ຮ້ອງ​ອອກ​ພຣະ​ນາມ​ພ​ຣະ​ອົງ ຍັງ​ແປ​ວາ ຮ້ອງ​ອອກ​ນາມ​ຊື່​ພ​ຣະ​ອົງ.
  • ພ​ຣະ​ນາມ​ຂອງ​ພ​ຣະ​ອົງ ອາ​ຈ​ແປ​ວ່າ ພ​ຣະ​ອົງ​ຊົງ​ພ​ຣະ​ນາມ​ວ່າ.
  • ການ "​ເອີ້​ນ​ອອກ​ມາ" ແປ​ວ່າ​ເອີ້ນ​ດ້ວຍ​ສຽງ​ດ​ັງ ຫລື​ຮ້ອງ​ແຮງໆ ຫລື​ເວົ້າ​ສຽງ​ດັງໆ ແຕ່ບໍ່​ແມ່ນ​ຮ້ອງ​ແບບ​ໃຈ​ຮ້າຍ.
  • ຄາ​ເວົ້າ​ອີກ​ຄຳ​ນຶ່ງ "ການ​ຊົງ​ເອີ້ນ​ຂອງ​ພ​ຣະ​ເຈົ້າ" ອາ​ຈ​ແປ​ວ່າ "ພ​ຣະ​ປະ​ສົງ​ຂອງ​ພ​ຣ​ເຈົ້າ​ສຳ​ລັບ​ເຈົ້າ" ຫລື "ພ​ຣະ​ເຈົ້າ​ມີ​ງານ​ພິ​ເສດ​ໃຫ້​ເຈົ້າ"
  • ຮ້ອງ​ອອກ​ພ​ຣະ​ນາມ​ພ​ຣະ​ເຈົ້າ ອາ​ດ​ແປ​ວ່າ​ສະ​ແຫວງ​ຫາ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ແລະ​ເພິ່ງ​ໃນ​ພຣະ​ຄຸນ​ພ​ຣະ​ອົງ ຫລື​ເຊື່ອ​ແລະວາງ​ໃຈ​ໃນ​​ອົງ​ພ​​ຣະຜູ້​ເປັນ​​ເຈົ້າ.
  • ຄຳ​ວ່າ "ຮຽກ​ຮ້ອງ" ອາ​ດ​ແປ​ໄດ້​ວ່າ​ສັ່ງ​ການ ຫລື​ຮ້ອງ​ຂໍ.
  • ຄຳ​ເວົ້າ​ອີກ​ຄຳ​ນຶ່ງ " ເຈົ້າ​ໄດ້ຮ້ອງ​ອອກ​ນາມ​ຊື່​ຂອງ​ເຮົາ" ອາ​​ດ​ແປ​ໄດ້​ວ່າ ເຮົາ​ໄ​ດ້​ໃຫ້​ເຈົ້າ​ໃຊ້​ຊື່​ຂອງ​ເຮົາ ເພື່ອບອກ​ໃຫ້​ຮູ້​ວ່າ​ເຈົ້ຳ​ເປັນ​ຂອງ​ເຮົາ.
  • ເມື່ອ​ພ​ຣະ​ເຈົ້າ​ຊົງ​ກ່າວ​ວ່າ "ເຮົາ​ໄດ້​ເອີ້ນ​ເຈົ້າ​ໂດຍ​ຊື່​ຂອງ​ເຈົ້າ" ອາ​ດ​ແປ​ວ່າ​ເຮົາ​ຮູ້​ຊື່​ເຈົ້າ ແລະ​ເຮົາ​ເລືອກ​ເອົາ​ເຈົ້າ.

ໂອ້ອວດ, ເວົ້າໂອ້ອວດ

ນິຍາມ

ຄຳວ່າ "ໂອ້ອວດ" ໝາຍເຖິງເວົ້າດ້ວຍຄວາມພູມໃຈກ່ຽວກັບບາງສິ່ງບາງຢ່າງຫຼືບາງຄົນ. ເລື້ອຍໆມັນໝາຍຄວາມວ່າຈະໂອ້ອວດຕົວເອງ.

  • ບາງຄົນທີ່“ ອວດອົ່ງ” ເວົ້າກ່ຽວກັບຕົວເອງດ້ວຍຄວາມພູມໃຈ.
  • ພຣະເຈົ້າສັ່ງຫ້າມຊາວອິດສະລາແອນສຳລັບການ“ ອວດອ້າງໃນຮູບເຄົາລົບຂອງພວກເຂົາ. ພວກເຂົານະມັດສະການພະປອມຕ່າງໆຢ່າງໂຫດຮ້າຍແທນທີ່ຈະເປັນພຣະເຈົ້າທ່ຽງແທ້.
  • ພຣະຄຳພີຍັງເວົ້າກ່ຽວກັບຄົນທີ່ອວດອ້າງໃນສິ່ງຕ່າງໆເຊັ່ນວ່າຄວາມຮັ່ງມີ, ຄວາມເຂັ້ມແຂງຂອງພວກເຂົາ, ຂົງເຂດທີ່ມີ ໝາກໄມ້ແລະກົດໝາຍຂອງພວກເຂົາ. ນີ້ໝາຍຄວາມວ່າພວກເຂົາພູມໃຈໃນສິ່ງເຫລົ່ານີ້ແລະບໍ່ຍອມຮັບວ່າພຣະເຈົ້າເປັນຜູ້ໃຫ້ສິ່ງເຫລົ່ານີ້.
  • ພຣະເຈົ້າສຳແດງລິດອຳນາດໃຫ້ຊາວອິດສະລາແອນແທນທີ່ຈະ“ ອວດອ້າງ” ຫຼືພູມໃຈໃນຄວາມຈິງທີ່ວ່າພວກເຂົາຮູ້ຈັກລາວ.
  • ອັກຄະສາວົກໂປໂລຍັງເວົ້າກ່ຽວກັບການໂອ້ອວດໃນພຣະຜູ້ເປັນເຈົ້າ, ຊຶ່ງໝາຍຄວາມວ່າມີຄວາມຍິນດີແລະຂອບໃຈພຣະເຈົ້າສຳລັບທຸກສິ່ງທີ່ລາວໄດ້ເຮັດເພື່ອພວກເຂົາ.

ຄຳແນະນຳໃນການແປ

  • ວິທີການອື່ນທີ່ຈະແປວ່າ "ໂອ້ອວດ" ອາດປະກອບມີ "ໂອ້ອວດ" ຫລື "ເວົ້າດ້ວຍຄວາມພູມໃຈ" ຫລື "ອວດອ້າງ".
  • ຄຳວ່າ "ອວດອ້າງ" ສາມາດຖືກແປໂດຍຄຳສັບຫລືປະໂຫຍກທີ່ມີຄວາມໝາຍວ່າ "ເວົ້າດ້ວຍຄວາມພາກພູມໃຈ" ຫລື "ເວົ້າໂອ້ອວດ" ຫລື "ເວົ້າໂອ້ອວດດ້ວຍຕົນເອງ."
  • ໃນແງ່ຂອງການອວດອ້າງຫລືຮູ້ຈັກພຣະເຈົ້າ, ສິ່ງນີ້ສາມາດຖືກແປວ່າ "ຄວາມພາກພູມໃຈໃນ" ຫລື "ຄວາມສູງສົ່ງໃນ" ຫລື "ດີໃຈຫລາຍ" ຫລື "ຂອບໃຈພຣະເຈົ້າ."
  • ບາງພາສາມີສອງຄຳສຳລັບ "ຄວາມພາກພູມໃຈ": ໜຶ່ງ ແມ່ນຄຳທີ່ບໍ່ດີ, ເຊິ່ງມີຄວາມໝາຍວ່າເປັນຄົນຈອງຫອງ, ແລະອີກຄຳໜຶ່ງທີ່ເປັນບວກ, ເຊິ່ງມີຄວາມໝາຍໃນການຖືເອົາຄວາມພາກພູມໃຈໃນວຽກງານ, ຄອບຄົວຫລືປະເທດໃດ ໜຶ່ງ.

ຮັບບັບຕິສະມາ,ບັບຕິສະມາ

ນິຍາມ

ໃນພຣະຄຳພີໃໝ່, ຄຳວ່າ "ຮັບບັບຕິມາ" ແລະ "ຮັບບັບຕິສະມາ"ຕາມປົກກະຕິໝາຍເຖິງການອາບນ້ ຳ ຄຣິສຕຽນດ້ວຍການອາບນ້ ຳ ເພື່ອສະແດງໃຫ້ເຫັນວ່າລາວໄດ້ຮັບການຊຳລະລ້າງຈາກບາບແລະໄດ້ມີຄວາມສາມັກຄີກັບພຣະຄຣິດ.

  • ນອກເໜືອຈາກການບັບຕິສະມາໃນນໍ້າ, ພຣະຄຳພີເວົ້າເຖິງການຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດແລະ "ຮັບບັບຕິມາດ້ວຍໄຟ."
  • ຄຳວ່າ "ຮັບບັບເຕມາ" ຍັງຖືກນຳໃຊ້ໃນພຣະຄຳພີກ່າວເຖິງການຜ່ານຜ່າຄວາມທຸກທໍລະມານຢ່າງຫລວງຫລາຍ.

ຄຳແນະໃນນຳການແປ

  • ຄຣິດສະຕຽນມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບວິທີທີ່ບຸກຄົນຄວນໄດ້ຮັບການບັບຕິສະມາດ້ວຍນ້ ຳ. ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປຄຳສັບນີ້ໂດຍທົ່ວໄປເຊິ່ງອະນຸຍາດໃຫ້ມີວິທີການທີ່ແຕກຕ່າງກັນໃນການນຳໃຊ້ນ້ ຳ.
  • ອີງຕາມສະພາບການ, ຄຳວ່າ "ບັບຕິສະມາ" ສາມາດຖືກແປວ່າ "ສຳລະໃຫ້ບໍລິສຸດ," "ຖອກເທລົງ," "ເລື່ອນລົງ

ຮັບມໍຣະດົກ, ມໍຣະດົກ, ສຶ່ງທີ່ສືບທອດ, ເຊື່ອວົງ

ນິຍາມ

ຄຳວ່າ "ຮັບມໍຣະດົກ" ແລະ "ການຮັບມໍຣະດົກ" ອ້າງເຖຶງການຮັບບາງຢ່າງທີ່ມີຄ່າຈາກພໍ່ແມ່ຫຼືບຸຄົນອື່ນເພາະຄວາມສຳພັນພິເສດທີ່ມີກັບຄົນນັ້ນ ຄຳວ່າ "ເຊື້ອວົງ"ຄືຄົນທີ່ຮັບມໍຣະດົກ

  • ມໍຣະດົກທ່າງກ່າຍຍະພາບອາດຈະເປັນເງີນ ທີ່ດຶນຫຼືໍັຊັບສິນປະເພດອື່ນໆ
  • ມໍຣະດົກຝ່າຍວິນຍານຄືສຶ່ງທີ່ພຣະເຈົ້າປະທານໃຫ້ແກ່ຄົນທີ່ເຊື່ອໃນພຣະເຊູ ລວມເຖີງພຣະພອນໃນຊີວຶດປະຈູບັນເຊັ່ນດຽວກັບຊີວິດນິ​ຣັນດອນກັບພຣະອົງ
  • ພຣະຄຳພີຍັງເອີ້ນຄົນຂອງພຣະເຈົ້າວ່າມໍຣະດົກຂອງພຣະອົງ ຊຶ່ງໝາຍຄວາມວ່າພວກເຂົາເປັນຂອງພຮະອົງ ພວກເຂົາເປັນສົມບັດອັນລຳຄ່າຂອງພຣະອົງ
  • ພຣະເຈົ້າໄດ້ຊົງສັນຍາກັບອັບຣາຮັມແລະເຊື້ອສາຍ​ຂອງລາວວ່າພວກເຂົາຈະໄດ້ແຜ່ນດິນຄານາອານເປັນມໍຣະດົກແລະແຜ່ນດິນນັ້ນຈະເປັນຂອງພວກເຂົາຕລອດໄປ
  • ຍັງມີຄວາມໝາຍໃນຄຳອຸປະມາຝ່າຍວິນຍານທີ່ວ່າຄົນທີ່ເປັນຂອງພຣະເຈົ້າຈະໄດ້ຊື່ວ່າ "ໄດ້ຮັບແຜ່ນດິນເປັນມໍຣະດົກ" ສຶ່ງນີ້ໝາຍຄວາມວ່າພວກເຂົາຈະເລີນຮຸ່ງເຮືອງແລະໄດ້ຮັບພຣະພອນທ່າງຮ່າງກາຍແລະວິນຍານ
  • ໃນພັນສັນຍາໃໝ່ພຣະເຈົ້າຊົງສັນຍາວ່າຄົນເຫຼົ່ານັ້ນທີ່ເຊື່ອໃນພ​ຣະເຢຊູຈະ "ໄດ້ຮັບຄວາມພົ້ນເປັນມໍຣະດົກ" ແລະ "ໄດ້ຮັບຊີວິດນິຣັນດອນເປັນມໍຣະດົກ" ລວມເຖີງມີການສະ​ແດງອອກວ່າ "ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍຣະດົກ" ນີ້ເປັນມໍຣະດົກຝ່າຍວິນຍານທີ່ຄົງຢູ່ຕລອດໄປ
  • ມີຄວາມໝາຍເ​ຖີງອຸປະມາອື່ນໆສຳຫຼັບຄຳເຫຼົ່ານີ້
  • ພຣະຄຳພີເວົ້າວ່າຄົນສະຫລາດ "ໄດ້ຮັບສງ່າຣາສີເປັນມໍຣະດົກ" ແລະຄົນຊອບທຳຈະ "ໄດ້ຮັບສິ່ງທີ່ດີເປັນມໍຣະດົກ"
  • "ໄດ້ຮັບພຣະສັນຍາເປັນມໍຣະດົກ" ໝາຍເຖີງການໄດ້ຮັບສິ່ງທີ່ດີທີ່ພຣະເຈົ້າຊົງສັນຍາທີ່ຈະປະທານໃຫ້ແກ່ຄົນຂອງພຣະອົງ
  • ຄຳນີ້ຍັງໃຊ້ໃນຄວາມໝາຍທາງລົບອ້າງເຖຶງຄົນໂງ່ຫລືຄົນບໍ່ເຊື່ອຟັງ"ໄດ້ຮັບລົມເປັນມໍຣະດົກ" ຫລື "ໄດ້ຮັບຄວາມໂງ່ຈ້າເປັນມໍຣະດົກ"ນີ້ໝາຍຄວາມວ່າພວກເຂົາໄດ້ຮັບຜົນຈາກການປະພືດໃນຄວາມບາບລວມເຖຶງການລົງໂທດແລະການດຳເນຶນຊີວິດຢ່າງບໍ່ມີປະໂຍດ

ຄຳແນະນຳໃນການແປ

  • ເໝືອນເຊັ່ນເຄີຍ ໃຫ້ພິຈາຣະນາກ່ອນວ່າມີຄຳທີ່ໃຊ້ກັນຢູ່ແລ້ວໃນພາສາເປົ້າໝາຍສຳຫຼັບແນວຄິດໃນເ​ຣື່ອງເຊືຶ້ອວົງຫຼືມໍຣະດົກຢູ່ແລ້ວຫລື?ບໍ່ ແລ້ວ​ໃຊ້ຄຳເຫຼົ່ານັ້ນ
  • ຂື້ນຢູ່ກັບກໍ​ຣະ​ນີ ວຶທີອື່ນທີ່ຄຳວ່າ "ຮັບມໍຣະດົກ" ສາມາດແປ​ໄດ້ອາ​ດ​ຈະລວມເຖຶງ "ໄດ້ຮັບ" ຫຼື "ເປັນເຈົ້າຂອງ"ຫຼື "ເຂົ້າມາເປັນເຈົ້າຂອງ"
  • ວຶທີຈະແປ "ມໍຣະດົກ"ສາມາດລວມເຖຶງ "ຂອງປະທານທີສັນຍານໄວ້" ຫຼື "ສົມບັດທີ່ແນ່ນອນ"
  • ເມື່ອຄົນຂອງພຣະເຈົ້າຖືກເວົ້າເຖຶງໃນຖານະທີ່ເປັນມໍຣະດົກຂອງພຣະອົງສາມາດແປໄດ້ວ່າ "ຄົນທີ່ມີຄ່າເປັນຂອງພຣະ​ອົງ"
  • ຄຳວ່າ "ເຊື້ອວົງ" ສາມາດແປໄດ້ດ້ວຍຄຳໜື່ງຄຳຫລື​ລັກ​ສະ​ນະທີ່ໝາຍເຖຶງ"ລູກຜູ້ມີສຶດພຶເສດທີ່ຈະໄດ້ຮັບມໍຣະດົກຂອງບຶດາ"ຫຼື "ບຸ​ກຄົນທີ່ຖືກເລືອກໃຫ້​ເປັນ​ຜູ້ຮັບ"

ຮ່າງກາຍ

ນິຍາມ

ຄຳວ່າ“ ຮ່າງກາຍ” ຕາມຕົວຈິງໝາຍເຖິງຮ່າງກາຍຂອງຄົນຫຼືສັດ. ຄຳນີ້ຍັງໃຊ້ເປັນຕົວເລກເພື່ອໝາຍເຖິງວັດຖຸຫຼືກຸ່ມລວມທັງໝົດທີ່ມີສະມາຊິກແຕ່ລະຄົນ.

  • ໂດຍທົ່ວໄປຄຳວ່າຮ່າງກາຍໝາຍເຖິງຄົນຫຼືສັດທີ່ຕາຍແລ້ວ. ບາງຄັ້ງສິ່ງນີ້ຖືກກ່າວເຖິງວ່າເປັນ "ຮ່າງກາຍທີ່ຕາຍແລ້ວ" ຫຼື "ສົບ."
  • ເມື່ອພຣະເຢຊູກ່າວກັບສາວົກໃນອາຫານປັດສະຄາຄັ້ງສຸດທ້າຍຂອງພຣະອົງວ່າ“ ເຂົ້າຈີ່ນີ້ແມ່ນຮ່າງກາຍຂອງເຮົາ” ພຣະອົງກ່າວເຖິງຮ່າງກາຍຂອງພຣະອົງເຊິ່ງຈະ“ ຫັກ” (ຖືກຂ້າ) ເພື່ອຈ່າຍຄ່າບາບຂອງພວກເຂົາ.
  • ໃນພຣະຄຳພີ, ຄຣິສຕຽນເປັນກຸ່ມຖືກເອີ້ນວ່າ "ຮ່າງກາຍຂອງພຣະຄຣິດ."
  • ເຊັ່ນດຽວກັນກັບຮ່າງກາຍທີ່ມີຮ່າງກາຍມີຫລາຍພາກສ່ວນ, "ຮ່າງກາຍຂອງພຣະຄຣິດ" ມີສະມາຊິກສ່ວນຫຼາຍ.
  • ຜູ້ທີ່ເຊື່ອແຕ່ລະຄົນມີໜ້າທີ່ພິເສດໃນຮ່າງກາຍຂອງພຣະຄຣິດເພື່ອຊ່ວຍໃຫ້ກຸ່ມທັງໝົດເຮັດວຽກຮ່ວມກັນເພື່ອຮັບໃຊ້ພຣະເຈົ້າແລະນຳສະຫງ່າລາສີໃຫ້ແກ່ພຣະເຈົ້າ.
  • ພຣະເຢຊູຍັງຖືກເອີ້ນວ່າເປັນ "ຫົວ" (ຜູ້ນໍາ) ຂອງ "ຮ່າງກາຍ" ຂອງຜູ້ທີ່ເຊື່ອ. ຄືກັບຫົວຂອງຄົນບອກຮ່າງກາຍຂອງລາວວ່າຄວນເຮັດຫຍັງ, ດັ່ງນັ້ນພຣະເຢຊູເປັນຜູ້ທີ່ຊີ້ນຳ ແລະຊີ້ນຳຊາວຄຣິດສະຕຽນໃນຖານະເປັນສະມາຊິກຂອງ“ ຮ່າງກາຍ” ຂອງພຣະອົງ.

ຄຳແນະນຳໃນການແປ

  • ວິທີທີ່ດີທີ່ສຸດໃນການແປຄຳສັບນີ້ຈະເປັນກັບຄຳສັບທີ່ຖືກນຳ ໃຊ້ຫຼາຍທີ່ສຸດເພື່ອໝາຍເຖິງຮ່າງກາຍທາງດ້ານຮ່າງກາຍໃນພາສາໂຄງການ. ໃຫ້ແນ່ໃຈວ່າຄຳທີ່ໃຊ້ບໍ່ແມ່ນຄຳສັບທີ່ໜ້າ ລັງກຽດ.
  • ໃນເວລາທີ່ອ້າງອີງເຖິງຜູ້ທີ່ເຊື່ອລວມ, ສຳລັບບາງພາສາມັນອາດຈະເປັນທຳມະຊາດແລະຖືກຕ້ອງກວ່າທີ່ຈະເວົ້າວ່າ, "ຮ່າງກາຍທາງວິນຍານຂອງພຣະຄຣິດ."
  • ໃນເວລາທີ່ພຣະເຢຊູກ່າວວ່າ, "ນີ້ແມ່ນຮ່າງກາຍຂອງເຮົາ" ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປພາສານີ້ດ້ວຍຕົວໜັງສືພ້ອມດ້ວຍບັນທຶກເພື່ອອະທິບາຍໃນເວລາຈຳ ເປັນ.
  • ບາງພາສາອາດຈະມີຄຳສັບແຍກຕ່າງຫາກເມື່ອກ່າວເຖິງຮ່າງກາຍທີ່ຕາຍແລ້ວ, ເຊັ່ນວ່າ "ຊາກສົບ" ສຳລັບຄົນຫລື "ຊາກສັດ" ສຳລັບສັດ. ຕ້ອງໃຫ້ແນ່ໃຈວ່າຄຳສັບທີ່ໃຊ້ໃນການແປນີ້ມີຄວາມໝາຍໃນສະພາບການແລະເປັນທີ່ຍອມຮັບໄດ້.

ເຮັດໃຫ້ສຳເລັດ

ນິຍາມ

ຄຳວ່າ "ເຮັດໃຫ້ສຳເລັດ" ໝາຍເຖິງເຮັດໃຫ້ບາງສິ່ງສົມບູນ ຫລືເຮັດໃຫ້ບາງສິ່ງສຳເລັດຕາມທີ່ຄາດຫວັງໄວ້.

  • ເມື່ອການປະກາດພຣະທັມໄດ້ຮັບການເຮັດໃຫ້ສຳເລັດ, ນັ້ນໝາຍເຖິງວ່າ ພຣະເຈົ້າໄດ້ເຮັດໃຫ້ສິ່ງນັ້ນເກີດຂຶ້ນຕາມທີ່ໄດ້ທໍາ ນວາຍໄວ້ໃນຄໍາທໍານວາຍ.
  • ຖ້າຄົນຜູ້ໃດ ເຮັດໃຫ້ຄຳສັນຍາຫລືຄຳປະຕິຍານສຳເລັດ, ນັ້ນໝາຍຄວາມວ່າເຂົາເຮັດໃນສິ່ງທີ່ເຂົາໄດ້ໃຫ້ສັນຍາໄວ້.
  • ເພື່ອຄວາມຮັບຜິດຊອບສຳເລັດ, ໝາຍເຖິງການທຳງານທີ່ໄດ້ຮັບມອບໝາຍ ຫລືຮ້ອງຂໍ.

ຄຳແນະນຳການແປ

  • ຄຳວ່າ, "ເຮັດໃຫ້ສຳເລັດ" ສາມາດແປໄດ້ອີກວ່າ "ແລ້ວໆ" ຫລື "ສົມບູນ" ຫລື "ທຳໃຫ້ເກີດຂຶ້ນ" ຫລື "ເຊື່ອຟັງ" ຫລື "ປະຕິບັດການ." ທັງນີ້ຂຶ້ນຢູ່ກັບບໍຣິບົດ
  • ປະໂຫຍກທີ່ວ່າ "ໄດ້ຮັບການທຳໃຫ້ສຳເລັດແລ້ວ" ສາມາດແປໄດ້ອີກວ່າ, "ເປັນຈິງ" ຫລື "ໄດ້ເກີດຂຶ້ນແລ້ວ" ຫລື "ເກີດຂຶ້ນແລ້ວ."
  • ແນວທາງການແປ "ເຮັດໃຫ້ສຳເລັດ" ເໝືອນໃນ "ການຮັບໃຊ້ຂອງທ່ານສຳເລັດ" ສາມາດລວມທັງ" ສົມບູນ" ຫລື "ປະຕິບັດການ" ຫລື "ຝຶກ" ຫລື "ຮັບໃຊ້ຜູ້ອື່ນຢ່າງທີ່ພຣະເຈົ້າໄດ້ເອີ້ນມາໃຫ້ທ່ານເຮັດ."

ເຮັດໃຫ້ເປັນສິ່ງສັກສິດ

ນິຍາມ

ເຮັດໃຫ້ເປັນສິ່ງສັກສິດ ໝາຍເຖິງຖວາຍບາງສິ່ງຫຼືບຸກຄົນໃດເພື່ອຈະຮັບໃຊ້ພຣະເຈົ້າ. ຄົນ ຫຼື ສິ່ງຂອງທີ່ມອບຖະຫວາຍແດ່ພຣະເຈົ້າຖືວ່າບໍຣິສຸດ ແລະແຍກໄວ້ສຳລັບພຣະເຈົ້າໂດຍສະເພາະ.

  • ຄວາມໝາຍຂອງຄຳນີ້ຄ້າຍກັບ "ການຊຳລະ" ຫຼື "ການເຮັດໃຫ້ບໍຣິສຸດ," ແຕ່ດ້ວຍການລວມຄວາມໝາຍແຫ່ງການແຍກໄວ້ຢ່າງເປັນທາງການສຳລັບການຮັບໃຊ້ພຣະເຈົ້າ.
  • ສິ່ງທີ່ອຸທິດຖວາຍແດ່ພຣະເຈົ້າ, ລວມທັງສັດທີ່ຈະຖືກຖວາຍບູຊາ, ແທ່ນຖວາຍເຄື່ອງເຜົາບູຊາແລະຫໍເຕັນ.
  • ບຸກຄົນທີ່ມອບຖວາຍແກ່ພຣະເຈົ້າ ຈະລວມທັງ ພວກປະໂລຫິດ, ປະຊາຊົນອິດສະຣາເອນ, ແລະລູກຊາຍຫົວປີ.
  • ບາງຄັ້ງຄຳວ່າ " ການເຮັດໃຫ້ສັກສິດ" ມີຄວາມໝາຍທີ່ຄ້າຍກັບ "ເຮັດໃຫ້ບໍຣິສຸດ," ໂດຍສະເພາະເມື່ອກ່ຽວຂ້ອງກັບການຕຽມຄົນ ຫຼື ສິ່ງຕ່າງໆສຳລັບການຮັບໃຊ້ພຣະເຈົ້າເພື່ອພວກເຂົາຈະຖືກສຳລະແລະເປັນທີ່ຍອມຮັບຈາກພຣະອົງ.

ຄຳແນະນຳໃນການແປ

  • ວິທີຈະແປຄຳວ່າ "ການເຮັດໃຫ້ສັກສິດ" ຄວນຈະລວມຄວາມ

ໝາຍ, "ແຍກພິເສດສຳລັບຮັບໃຊ້ພຣະເຈົ້າ" ຫຼື "ຊຳລະໃຫ້ບໍຣິສຸດເພື່ອຮັບໃຊ້ພຣະເຈົ້າ."

  • ຄວນຈະພິຈາລະນາຄຳວ່າ "ບໍຣິສຸດ" ແລະ "ສຳລະໃຫ້ສະອາດ"

ໃນການແປດ້ວຍ.


ເຮັບເຣີ

ນິຍາມ

ຊາວ "ເຮັບເຣີ" ຄືຄົົນທີ່ສືບເຊື້ອສາຍມາຈາກອັບຣາຮາມຜ່ານທາງອີຊາກແລະຢາໂຄບ.ອັບຣາຮາມເປັນຄົນທຳອິດໃນພຣະຄຳພີທີ່ຖືກເອີ້ນວ່າ "ເຮັບເຣີ."

  • ຄຳວ່າ "ເຮັບເຣີ" ຍັງອ້າງເຖິງພາສາທີ່ຄົນເຮັບເຣີເວົ້າ. ພຣະຄໍາພີເດີມນັ້ນ ທຳອິດເລີ່ມຕົ້ນຂຽນໃນພາສາເຮັບເຣີ.
  • ໃນທີ່ຕ່າງໆກັນໃນພຣະຄຳພີ, ຊາວເຮັບເຣີຖືກເອີ້ນວ່າ "ຄົນຢິວ" ຫລື "ຄົນອິດສະຣາເອນ." ຈະເປັນການດີທີ່ສຸດທີ່ຈະຖືຮັກສາຄຳທັງສາມໄວ້ໃນບໍລິບົດຕົ້ນສະບັບ, ຕາບໃດທີ່ຊັດເຈນວ່າ ຄຳເຫລົ່ານີ້ອ້າງເຖິງຄົນກຸ່ມດຽວກັນ.