ບົດທີ 1

1 ຈາກໂປໂລ, ຜູ້ທີ່ຖືກເອີ້ນໂດຍພຣະຄຣິດເຈົ້າເຢຊູໃຫ້ເປັນອັກຄະສາວົກຕາມຄວາມພຣະປະສົງຂອງພຣະເຈົ້າ, ແລະ ໂຊຊະເທເນສນ້ອງຊາຍຂອງພວກເຮົາ, 2 ເຖິງຄຣິສຕະຈັກຂອງພຣະເຈົ້າຢູ່ໃນເມືອງ ໂກຣິນໂທ, ສຳລັບຄົນເຫລົ່ານັ້ນທີ່ໄດ້ອຸທິດຕົນໃນພຣະຄຣິດເຈົ້າເຢຊູ, ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນບໍຣິສຸດ. ຂ້າພະເຈົ້າຂຽນເຖິງທຸກຄົນໃນທຸກບ່ອນທີ່ເອີ້ນນາມຊື່ຂອງພຣະເຈົ້າອົງເຈົ້ານາຍຄືພຣະເຢຊູຄຣິດເຈົ້າ, ວ່າເປັນພຣະເຈົ້າອົງເຈົ້ານາຍຂອງພວກເຂົາ ແລະ ຂອງພວກເຮົາ. 3 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາຂອງພວກເຮົາ ແລະ ພຮະເຈົ້້າອົງເຈົ້ານາຍຄືພຣະເຢຊູຄຣິດເຈົ້າ .ຈົງຢູ່ນໍາພວກເຈົ້າ" 4 ຂ້າພະເຈົ້າຂອບຄຸນພຮະເຈົ້າຢູ່ສະເໝີສຳລັບພຣະຄຸນຂອງພຣະອົງທີ່ໄດ້ມອບໃຫ້ພວກເຈົ້າ ໂດຍທາງຂອງພຣະຄຣີດເຈົ້າເຢຊູ 5 ພຣະອົງໄດ້ເຮັດໃຫ້ທ່ານມີຄວາມຮັ່ງມີໃນທຸກດ້ານ, ໃນທຸກຖ້ອຍຄຳ ແລະ ດ້ວຍຄວາມຮູ້ທັງໝົດ, 6 ດ້ວຍຄຳພະຍານກ່ຽວກັບພຣະຄຣິດເຈົ້າທີ່ໄດ້ເປັນທີ່ຍອມຮັບຢ່າງໝັ້ນຄົງໃນທາງທ່າມກາງພວກເຈົ້າແລ້ວ 7 ສະນັ້ນ ທ່ານບໍ່ຂາດເຂີນຂອງປະທານ ຝ່າຍວິນຍານທີ່ທ່ານໄດ້ລໍຄອຍຢ່າງ ຂະນະທີພວກເຈົ້າຄອງຄອຍຖ້າດ້ວຍຄວາມຫວັງ.ໃນການມາປາກົດຂອງພຣະເຈົ້າອົງເຈົ້າພຣະຄຣີເຈົ້າເຢຊູ 8 ພຣະອົງ​ຈະ​ໂຜດ​ຊ່ວຍ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ໃນ​ວັນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ນັ້ນ ພວກເຈົ້າ​ຈະ​ບໍ່​ຖືກ​ຕຳໜິ 9 ພຣະເຈົ້າ​ສັດຊື່ ພຣະອົງ​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ສຳພັນ​ສະໜິດ​ກັບ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູ​ຄຣິດເຈົ້າພຮະອົງເຈົ້ານາຍ​ຂອງ​ພວກເຮົາ 10 ພີ່ນ້ອງທັງຫລາຍບັດນີ້, ຂ້າພະເຈົ້າຂໍຮ້ອງພວກເຈົ້້າດ້ວຍນາມຂອງພຣະເຈົ້າອົງເຈົ້ານາຍພຣະຄຣິດເຈົ້າເຢຊູ, ໃຫ້ພວກເຈົ້າຢູ່ຮ່ວມກັນຢ່າງປອງດອງ, ແລະ ຢ່າມີການແບ່ງແຍກໃນບັນດາພວກເຈົ້າ. ຂ້າພະເຈົ້າຂໍຮ້ອງໃຫ້ເຈົ້າຢູ່ຮ່ວມກັນເປັນຈິດຫນື່ງໃຈດຽວກັນ ແລະ ດ້ວຍຈຸດປະສົງດຽວກັນ. 11 ພີ່ນ້ອງ​ທັງຫລາຍ​ເອີຍ, ເພາະ​ມີ​ບາງຄົນ ຈາກ​ກຸ່ມ​ຂອງ​ນາງ​ຂະໂລເອ ໄດ້​ເລົ່າ​ໃຫ້​ເຮົາ​ຟັງ​ວ່າ, ໄດ້​ເກີດ​ມີ​ການ​ຜິດຂ້ອງ​ຕ້ອງຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ 12 ຂ້າພະເຈົ້າໝາຍຍຄວາມວ່າ​ຢ່າງ​ນີ້: ຕ່າງຄົນຕ່າງເວົ້າວ່າ, "ຂ້າພະເຈົ້າຢູ່ຝ່າຍຂອງໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍ ອາໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍເຄຟັສ," ຫລື "ຂ້າພະເຈົ້າຢູ່ຝ່າຍພຣະຄຣິດ." 13 ພຣະຄຣິດ​ແບ່ງ​ເປັນ​ຫລາຍ​ອົງ​ແລ້ວ​ບໍ? ໂປໂລ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ເພື່ອ​ພວກເຈົ້າ​ຊັ້ນບໍ? ພວກເຈົ້າ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ໂປໂລ​ຊັ້ນບໍ? 14 ຂ້າພະເຈົ້າ​ຂອບພຣະຄຸນ​ພຣະເຈົ້າ ທີ່​ຂ້າພະເຈົ້າ​ບໍ່ໄດ້​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ​ຮັບ​ບັບຕິສະມາ ນອກຈາກ​ທ່ານ​ຄຣີສປັສ ແລະ ທ່ານ​ກາຍອັສ. 15 ດັ້ງນັ້ນ,ຈຶ່ງ​ບໍ່ມີ​ຜູ້ໃດ​ເວົ້າ​ໄດ້​ວ່າ ພວກເຈົ້າ​ໄດ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງຂ້າພະເຈົ້າ. 16 (ຂ້າພະເຈົ້າໄດ້ໃຫ້ບັບຕິສະມາຄົນໃນຄອບຄົວຂອງ ສະເຕຟານັສ. ນອກຈາກນັ້ນແລ້ວ ເຮົາບໍ່ຮູ້ວ່າເຮົາໄດ້ໃຫ້ບັບຕິສະມາຜູ້ໃດອີກ.) 17 ເນື່ອງຈາກ ພຣະຄຣິດບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໃຫ້ບັບຕິສະມາ ແຕ່ເພື່ອໃຫ້ປະກາດ ຂ່າວປະເສີດ. ພຣະອົງບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໄປປະກາດດ້ວຍຖ້ອຍຄຳແຫ່ງປັນຍາຂອງມະນຸດ, ເພື່ອບໍ່ໃຫ້ໄມ້ກາງແຂນຂອງພຣະຄຣິດຖືກເຮັດໃຫ້ໝົດຣິດອໍານາດ 18 ເພາະຂໍ້ຄວາມ​ກ່ຽວໄມ້ກາງແຂນ​ເປັນ​ເລື່ອງ​ໂງ່​ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ, ແຕ່​ສຳລັບ​ພວກເຮົາ​ທີ່​ກຳລັງ​ຮັບ​ຄວາມ​ພົ້ນ​ນັ້ນ ຖື​ວ່າ​ເປັນ​ຣິດອຳນາດ​ຂອງ​ພຣະເຈົ້າ. 19 ເພາະມີຄຳຂຽນໄວ້ວ່າ, “ເຮົາຈະທຳລາຍປັນຍາຂອງຄົນມີປັນຍາ. ເຮົາຈະເຮັດໃຫ້ຄວາມເຂົ້າໃຈຂອງຄົນສະຫຼາດບໍ່ມີປະໂຫຍດ." 20 ຄົນມີ​ປັນຍາ​ຢູ່​ໃສ? ຫລື​ຄົນ​ສະຫຼາດ​ຢູ່​ໃສ? ຫລື​ນັກ​ໂຕ້ຕອບ​ບັນຫາ​ຂອງ​ໂລກນີ້​ຢູ່​ໃສ? ພຣະເຈົ້າ​ເຮັດໃຫ້​ເຫັນ​ວ່າ ປັນຍາ​ຂອງ​ໂລກນີ້​ເປັນ​ຄວາມ​ໂງ່​ 21 ເນື່ອງຈາກວ່າມະນຸດ​ບໍ່​ສາມາດ​ຮູ້ຈັກ​ພຣະເຈົ້າໄດ້​ ເພາະ​ຕາມ​ສະຕິປັນຍາ​ຂອງ​ພຣະເຈົ້າ  ແຕ່​ພຣະເຈົ້າ​ພໍໃຈເ​ພື່ອ​ຊ່ວຍ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ ໂດຍຜ່ານຄໍາເທດໜາຖືວ່າເລື່ອງໂງ່. 22 ເພາະພວກຢິວຂໍໝາຍສຳຄັນ ແລະ ພວກກຣີກຊອກຫາປັນຍາ. 23 ແຕ່ພວກເຮົາປະກາດເລື່ອງ ພຣະຄຣິດຜູ້ທີ່ຖືກຄຶງທີ່ໄມ້ກາງແຂນ, ຊຶ່ງເປັນສິ່ງທີ່ເຮັດໃຫ້ຄົນຢິວສະດຸດ ແລະ ເປັນເລື່ອງໂງ່ ສຳລັບພວກກຣີກ. 24 ແຕ່​ສຳລັບ​ພວກ​ທີ່​ພຣະເຈົ້າ​ເອີ້ນ​ໄວ້​ແລ້ວ​ນັ້ນ ບໍ່​ວ່າ​ຄົນ​ຢິວ ແລະ ຄົນຣີກ, ເຂົາ​ຖື​ວ່າ​ພຣະຄຣິດ​ເປັນ​ຣິດອຳນາດ ແລະ​ເປັນ​ສະຕິປັນຍາ​ຂອງ​ພຣະເຈົ້າ. 25 ເພາະສິ່ງທີ່ເບິ່ງຄືວ່າເປັນຄວາມໂງ່ຂອງພຣະເຈົ້າກໍ່ຍັງສະຫຼາດກວ່າປັນຍາຂອງມະນຸດ, ແລະສິ່ງທີ່ເບິ່ງຄືວ່າເປັນ ຄວາມອ່ອນແອຂອງພຣະເຈົ້າ ກໍ່ຍັງເຂັ້ມແຂງກວ່າກຳລັງຂອງມະນຸດ. 26 ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ພິຈາລະນາ​ເບິ່ງ​ວ່າ ພວກເຈົ້າ​ທີ່​ພຣະເຈົ້າ​​​ເອີ້ນ​ມາ​ນັ້ນ ເປັນ​ຄົນ​ຢ່າງ​ໃດ? ຄື​ຄົນ​ທີ່​ມະນຸດ​ຖື​ວ່າ​ສະຫຼາດ​ກໍ​ມີ​ໜ້ອຍ​ຄົນ, ຄົນ​ທີ່​ມີ​ອຳນາດ​ກໍ​ມີ​ໜ້ອຍ​ຄົນ ຄົນ​ທີ່​ມີ​ຖານະ​ສູງ​ກໍ​ມີ​ໜ້ອຍ​ຄົນ. 27 ແຕ່​ພຣະເຈົ້າ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ໂງ່ ເພື່ອ​ໃຫ້​ຄົນ​ສະຫຼາດ​ຖືກ​ອັບອາຍ ແລະ​ພຣະອົງ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ອ່ອນ​ແອ ເພື່ອ​ໃຫ້​ຄົນ​ທີ່​ມີ​ແຂງແຮງ​ຖືກ​ອັບອາຍ. 28 ພຣະເຈົ້າເລືອກພວກທີ່ຕໍ່າຕ້ອຍ ແລະ ໜ້າກຽດຊັງໃນໂລກ ພຣະອົງເລືອກສິ່ງທີ່ເບິ່ງຄືວ່າບໍ່ມີຄ່າ, ເພື່ອເຮັດໃຫ້ສິ່ງທີ່ຖືວ່າມີຄ່ານັ້ນບໍ່ມີປະໂຫຍດ. 29 ພຣະອົງໄດ້ເຮັດສິ່ງນີ້ ເພື່ອວ່າຈະບໍ່ມີໃຜມີເຫດຜົນທີ່ຈະອວດອ້າງຕໍ່ພຣະອົງໄດ້. 30 ເພາະສິ່ງທີ່ພຣະເຈົ້າເຮັດ, ດຽວນີ້ພວກເຈົ້າໄດ້ຢູ່ໃນພຣະຄຣິດເຈົ້າເຢຊູ, ຜູ້ທີ່ເປັນປັນຍາຂອງພຣະເຈົ້າເພື່ອພວກເຮົາ ພຣະອົງເປັນຄວາມຊອບທໍາ, ຄວາມບໍຣິສຸດ ແລະ ການໄຖ່ໂທດຂອງພວກເຮົາທັງຫລາຍ. 31 ເພື່ອ​ໃຫ້​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້​ຢາກ​ອວດອ້າງ​ນັ້ນ ຈົ່ງ​ເອົາ​ພຣະເຈົ້າອົງເຈົ້ານາຍມາອວດອ້າງ.”