ບົດທີ 32
1
ທູດສະຫວັນຂອງພຣະເຈົ້າໄດ້ມາພົບເຂົາ.
2
ເມື່ອຢາໂຄບໄດ້ເຫັນພວກເພິ່ນ ເຂົາຈຶ່ງເວົ້າວ່າ, "ນີ້ຄືທີ່ພັກຂອງພຣະເຈົ້າ." ດັ່ງນັ້ນ ເຂົາໄດ້ເອີ້ນຊື່ທີ່ນັ້ນວ່າ ມະຫານາອິມ.
3
ຢາໂຄບໄດ້ສົ່ງພວກຄົນນຳຂ່າວໄປລ່ວງຫນ້າເຂົາໄປຫາເອຊາວອ້າຍຂອງຕົນ ໃນແຜ່ນດິນເສອີ ໃນດິນແດນຂອງເອໂດມ.
4
ເຂົາໄດ້ສັ່ງຄົນນຳຂ່າວ, ກ່າວວ່າ, "ນີ້ຄືສິ່ງທີ່ພວກເຈົ້າຈະເວົ້າກັບເອຊາວເຈົ້ານາຍຂອງເຮົານີ້ຄື: ສິ່ງທີ່ຢາໂຄບ ຄົນຮັບໃຊ້ຂອງທ່ານເວົ້າຄືຂ້ອຍໄດ້ຢູ່ກັບລາບານ, ແລະໄດ້ເລື່ອນເວລາກັບມາຂອງຂ້ອຍຈົນເຖິງເວລານີ້.
5
ຂ້ອຍມີຝູງງົວ, ຝູງລໍ, ແລະ ຝູງສັດລຽ້ງ, ພ້ອມຄົນຮັບໃຊ້ຜູ້ຊາຍ, ແລະ ຄົນຮັບໃຊ້ຜູ້ຍິງ. ຂ້ອຍໄດ້ສົ່ງສານນີ້ມາເຖິງເຈົ້ານາຍຂອງຂ້ອຍ, ເພື່ອທີ່ຂ້ອຍຈະໄດ້ມີຄວາມຊອບໃນສາຍຕາຂອງທ່ານ."
6
ພວກຄົນນຳຂ່າວໄດ້ກັບມາຫາຢາໂຄບແລະໄດ້ເວົ້າວ່າ, "ພວກເຮົາໄດ້ໄປຫາເອຊາວອ້າຍຂອງທ່ານແລ້ວ. ເພິ່ນກຳລັງມາເພື່ອຈະພົບທ່ານ, ແລະມີຜູ້ຊາຍສີ່ຮ້ອຍຄົນມາກັບເພິ່ນ."
7
ຢາໂຄບກໍໄດ້ມີຄວາມຢ້ານກົວ ແລະອຸກໃຈ. ດັ່ງນັ້ນ ເຂົາຈຶ່ງໄດ້ແບ່ງພວກຄົນທີ່ມາກັບເຂົາເປັນສອງພວກ, ແລະແຍກຝູງສັດລ້ຽງຝູງແກະ, ຝູງແບ້, ຝູງງົວ, ແລະ ຝູງອູດອອກເປັນສອງພວກດ້ວຍ.
8
ເຂົາໄດ້ເວົ້າວ່າ, "ຖ້າເອຊາວມາພົບພວກກຸ່ມທີຫນຶ່ງ ແລະໂຈມຕີ, ຈາກນັ້ນພວກກຸ່ມທີສອງທີ່ເຫລືອຈະໄດ້ຫນີທັນ."
9
ຢາໂຄບໄດ້ເວົ້າວ່າ, "ໂອ ພຣະເຈົ້າຂອງອັບຣາຮາມ,ບັນພຣະບູຣຸດຂອງຂ້ານ້ອຍ, ແລະພຣະເຈົ້າຂອງອີຊາກ,ຜູ້ເປັນພໍ່ຂອງຂ້ານ້ອຍ, ພຣະຢາເວຜູ້ໄດ້ກ່າວກັບຂ້ານ້ອຍວ່າ, "ຈົ່ງກັບໄປຍັງພູມລຳເນົາຂອງເຈົ້າ, ແລະຍາດພີ່ນ້ອງ ຂອງເຈົ້າ ແລະເຮົາຈະໃຫ້ເຈົ້າຈະເລີນຮຸ່ງເຮືອງ,
10
ຂ້ານ້ອຍບໍ່ມີຄ່າພໍກັບການກະທຳທັງສິ້ນຂອງພຣະອົງຕາມພັນທະສັນຍາແຫ່ງຄວາມສັດຊື່ ແລະຄວາມໄວ້ວາງໃຈທີ່ຊົງຄຸນຄ່າທັງຫມົດທີ່ພຣະອົງໄດ້ຊົງກະທຳເພື່ອຜູ້ຮັບໃຊ້ຂອງພຣະອົງ. ເພາະດ້ວຍພຽງໄມ້ເທົ້າຂອງພຣະອົງ ຂ້ານ້ອຍໄດ້ຂວ້າມແມ່ນຳ້ຈໍແດນນີ້, ແລະດຽວນີ້ຂ້ານ້ອຍເປັນຄົນສອງເຜົ່າ.
11
ຂໍຊົງໂຜດຊ່ວຍກູ້ຂ້ານ້ອຍ ຈາກເງື້ອມມືຂອງອ້າຍຂອງຂ້ານ້ອຍ. ຈາກມືຂອງເອຊາວ, ເພາະຂ້ານ້ອຍຢ້ານວ່າ, ເຂົາຈະມາ ແລະໂຈມຕີຂ້ານ້ອຍ ແລະແມ່ທັງຫລາຍ ແລະເດັກນ້ອຍ.
12
ແຕ່ ພຣະອົງໄດ້ກ່າວວ່າ, "ເຮົາຈະເຮັດໃຫ້ເຈົ້າຈະເລີນຮຸ່ງເຮືອງແນ່ນອນ. ເຮົາຈະເຮັດໃຫ້ເຊື້ອສາຍທັງຫລາຍຂອງເຈົ້າເປັນເຫມືອນ ດັ່ງເມັດຊາຍແຫ່ງທ້ອງທະເລ, ຊຶ່ງບໍ່ສາມາດນັບຈຳນວນພວກເຂົາໄດ້.""
13
ຢາໂຄບໄດ້ພັກທີ່ນັ້ນຄືນນັ້ນ. ເຂົາໄດ້ເອົາບາງສິ່ງທີ່ເຂົາມີຢູ່ກັບເຂົາຈັດເປັນຂອງກຳນັນສຳລັບເອຊາວ, ອ້າຍຂອງເຂົາ:
14
ແບ້ໂຕແມ່ 200 ໂຕ, ແລະ ແບ້ໂຕຜູ້ 20 ໂຕ, ແກະໂຕແມ່ 200 ໂຕ, ແລະ ແກະໂຕຜູ້ 20 ໂຕ,
15
ອູດທີ່ກຳລັງໃຫ້ນົມຢູ່ 30 ໂຕ, ແລະ ລູກອູດໂຕຜູ້ທັງຫລາຍຂອງພວກເຂົາ, ງົວໂຕແມ່ 40 ໂຕ, ແລະງົວໂຕຜູ້ 10 ໂຕ, ລໍໂຕແມ່ 20 ໂຕ, ແລະ ລໍໂຕຜູ້10 ໂຕ.
16
ເຂົາໄດ້ມອບສັດເຫລົ່ານີ້ໄວ້ໃນມືພວກຄົນຮັບໃຊ້ຂອງເຂົາ, ແຕ່ລະຝູງແຍກກຸ່ມກັນ. ເຂົາໄດ້ເວົ້າພວກຄົນຮັບໃຊ້ຂອງເຂົາວ່າ, "ຈົ່ງໄປຂ້າງຫນ້າຂອງເຮົາ ແລະ ປ່ອຍໄລຍະຫ່າງລະຫວ່າງແຕ່ລະຝູງ."
17
ເຂົາໄດ້ສັ່ງໃຫ້ຄົນຮັບໃຊ້ຜູ້ທີຫນຶ່ງເວົ້າວ່າ, "ເວລາເອຊາວອ້າຍຂອງເຮົາ ພົບພວກເຈົ້າ, ແລະຖາມວ່າ, "ພວກເຈົ້າເປັນຄົນຂອງໃຜ? ພວກເຈົ້າກຳລັງຈະໄປໃສ? ໃຜເປັນເຈົ້າຂອງຝູງສັດທີ່ຢູ່ຕໍ່ຫນ້າຂອງພວກເຈົ້າ?"
18
ຈາກນັ້ນພວກເຈົ້າຈະຕ້ອງຕອບວ່າ, "ພວກມັນເປັນຂອງຢາໂຄບ. ຄົນຮັບໃຊ້ຂອງທ່ານ ພວກມັນເປັນຂອງຕ້ອນທີ່ໄດ້ສົ່ງໄປໃຫ້ເອຊາວ. ເຈົ້ານາຍຂອງເພິ່ນ, ເບິ່ງເຖີດ ເຂົາກຳລັງຕາມພວກເຮົາມາ.""
19
ຢາໂຄບໄດ້ສັ່ງຄົນໃຊ້ກຸ່ມທີສອງ, ແລະກຸ່ມທີສາມ, ແລະຜູ້ຊາຍທັງຫມົດທີ່ຕິດຕາມຝູງສັດທັງຫລາຍ. ເຂົາໄດ້ເວົ້າວ່າ,"ເມື່ອພວກເຈົ້າພົບເອຊາວ ພວກເຈົ້າຈະຕ້ອງເວົ້າກັບເຂົາຢ່າງດຽວກັນ.
20
ພວກເຈົ້າຕ້ອງເວົ້າດ້ວຍວ່າ, "ຢາໂຄບຄົນຮັບໃຊ້ຂອງທ່ານກຳລັງຕາມພວກເຮົາມາ."" ເພາະເຂົາໄດ້ຄິດວ່າ,"ຂອ້ຍຈະປອບໃຈເພິ່ນດ້ວຍພວກຂອງຕ້ອນທີ່ຂ້ອຍກຳລັງສົ່ງໄປລ່ວງຫນ້າ. ຈາກນັ້ນພາຍຫລັງ, ເມື່ອຂ້ອຍຈະພົບລາວ ບາງທີລາວອາດຈະຍອມຮັບຂ້ອຍ."
21
ດັ່ງນັ້ນຂອງຕ້ອນທັງຫລາຍຈຶ່ງໄດ້ຖືກສົ່ງໄປກ່ອນຫນ້າເຂົາ. ຕົວເຂົາເອງຢູ່ຄ້າງຄືນຢູ່ທີ່ຄ້າຍພັກ.
22
ຢາໂຄບໄດ້ຕື່ນຂຶ້ນໃນຕອນກາງຄືນ, ແລະນຳເອົາເມຍທັງສອງຂອງເຂົາ, ຄົນຮັບໃຊ້ຍິງທັງສອງຂອງເຂົາ, ແລະລູກຊາຍສິບເອັດຄົນຂອງເຂົາເຂົາໄດ້ສົ່ງພວກເຂົາຂວ້າມທີ່ຕື້ນຂອງແມ່ນໍ້າຢັບໂບກ.
23
ດ້ວຍວິທີນີ້ ເຂົາໄດ້ສົ່ງພວກເຂົາຂວ້າມແມ່ນໍ້າໄປກັບຊັບສິນຂອງເຂົາທັງຫມົດ.
24
ຢາໂຄບຖືກປະໃຫ້ຢູ່ຄົນດຽວ, ແລ້ວມີຜູ້ຊາຍຄົນຫນຶ່ງມາກຸມປໍ້າສູ້ກັບເຂົາຈົນເຖິງຮຸ່ງເຊົ້າ.
25
ເມື່ອຜູ້ຊາຍຄົນນັ້ນໄດ້ເຫັນວ່າ, ຕົນບໍ່ສາມາດເອົາຊະນະຢາໂຄບໄດ້. ເຂົາໄດ້ທຸບແອວຂອງຢາໂຄບຈົນພິກໂບກເມື່ອເຂົາໄດ້ປ້ຳສູ້ກັບຊາຍຄົນນັ້ນ.
26
ຊາຍຜູ້ນັ້ນໄດ້ເວົ້າວ່າ, "ປ່ອຍເຮົາໄປເທາະ, ເພາະກຳລັງຈະເຊົ້າແລ້ວ." ຢາໂຄບໄດ້ເວົ້າວ່າ, "ຂ້ອຍຈະບໍ່ປ່ອຍທ່ານໄປ, "ນອກຈາກທ່ານຈະອວຍພອນຂ້ອຍກ່ອນ."
27
ຜູ້ຊາຍຄົນນັ້ນໄດ້ຖາມເຂົາວ່າ, "ເຈົ້າຊື່ຫຍັງ?" ຢາໂຄບໄດ້ຕອບວ່າ, "ຢາໂຄບ."
28
ຜູ້ຊາຍຄົນນັ້ນໄດ້ເວົ້າວ່າ, "ຊື່ຂອງເຈົ້າຈະບໍ່ຖືກເອີ້ນວ່າຢາໂຄບອີກຕໍ່ໄປ, ແຕ່ຈະຖືກເອີ້ນວ່າອິສະຣາເອນ. ເພາະວ່າເຈົ້າໄດ້ຕໍ່ສູ້ກັບພຣະເຈົ້າ ແລະພວກຜູ້ຊາຍ ແລະໄດ້ຮັບໄຊຊະນະ."
29
ຢາໂຄບໄດ້ເວົ້າກັບເຂົາວ່າ, "ກະລຸນາບອກຊື່ຂອງທ່ານໃຫ້ຂ້ອຍຮູ້ແດ່." ເຂົາໄດ້ເວົ້າວ່າ, "ເປັນຫຍັງເຈົ້າຈຶ່ງຖາມຊື່ຂອງເຮົາ?"ຊາຍຄົນນັ້ນຈຶ່ງໄດ້ອວຍພອນເຂົາທີ່ນັ້ນ.
30
ຢາໂຄບໄດ້ເອີ້ນຊື່ສະຖານທີ່ນັ້ນວ່າເປນີເອນ, ເພາະເຂົາໄດ້ເວົ້າວ່າ, "ຂ້ອຍໄດ້ເຫັນພຣະເຈົ້າຫນ້າຕໍ່ຫນ້າ, ແລະຊີວິດຂອງຂ້ອຍຍັງຢູ່ຕໍ່ໄປ."
31
ເມື່ອຢາໂຄບອອກໄປຈາກເປນີເອນ ຕາເວັນກໍກຳລັງຂຶ້ນ. ເພິ່ນຢ່າງຂາເຢັກໄປ ເພາະເຈັບແອວ.
32
ນີ້ຄືສາເຫດທີ່ຊາວອິສະຣາເອນ ທຸກມື້ນີ້ບໍ່ກິນຊີ້ນເອັນທີ່ຕໍ່ກັບແອວ ຊຶ່ງຢູ່ທີ່ຂໍ້ຕໍ່ແອວ, ເພາະວ່າຊາຍຄົນນັ້ນເຮັດໃຫ້ເອັນເຫລົ່ານັ້ນບາດເຈັບ ຂະນະທີ່ແອວຂອງຢາໂຄບບາດເຈັບ.