ບົດທີ 31
1
ຂະນະນັ້ນຢາໂຄບໄດ້ຍິນຖ້ອຍຄຳຂອງພວກລູກຊາຍຂອງລາບານ, ພວກເຂົາເວົ້າກັນວ່າ, "ຢາໂຄບໄດ້ເອົາທຸກສິ່ງທີ່ເປັນຂອງພໍ່ພວກເຮົາໄປ, ແລະຈາກຊັບສິນຂອງພໍ່ເຮົານັ້ນເອງ ເຂົາຈຶ່ງໄດ້ມີຄວາມຮັ່ງມີທັງຫມົດນີ້."
2
ຢາໂຄບໄດ້ເຫັນທ່າທີຂອງລາບານ. ເຂົາໄດ້ເຫັນວ່າຄວາມຄິດຂອງລາບານທີ່ມີຕໍ່ຕົນນັ້ນໄດ້ປ່ຽນແປງໄປ.
3
ແລ້ວພຣະຢາເວກໍໄດ້ບອກລາວວ່າ, "ຈົ່ງກັບຄືນໄປຍັງແຜ່ນດິນຂອງບັນພະບຸຣຸດຂອງເຈົ້າ ແລະຍາດພີ່ນ້ອງຂອງເຈົ້າ, ແລະເຮົາຈະຢູ່ກັບເຈົ້າ."
4
ຢາໂຄບໄດ້ໃຫ້ຄົນໄປ ແລະ ເອີ້ນຫານາງຣາເຊັນ ແລະ ນາງເລອາໃຫ້ໄປຍັງທ້ອງທົ່ງໄປທີ່ຝູງສັດ.
5
ແລະ ເວົ້າກັບພວກເຂົາວ່າ, "ຂ້ອຍໄດ້ເຫັນວ່າພໍ່ຂອງພວກເຈົ້າທີ່ມີຕໍ່ຂ້ອຍໄດ້ປ່ຽນແປງໄປ, ແຕ່ພຣະເຈົ້າຂອງພໍ່ຂ້ອຍສະຖິດຢູ່ນຳຂ້ອຍ.
6
ພວກເຈົ້າກໍຮູ້ແລ້ວວ່າ ມັນເປັນພອນກຳລັງທັງຫມົດຂອງຂ້ອຍທີ່ຂ້ອຍໄດ້ຮັບໃຊ້ພໍ່ຂອງພວກເຈົ້າ.
7
ພໍ່ຂອງພວກເຈົ້າໄດ້ຫລອກລວງຂ້ອຍ ແລະປັບປ່ຽນຄ່າຈ້າງຂອງຂ້ອຍເຖິງສິບເທື່ອ, ແຕ່ພຣະເຈົ້າບໍ່ໄດ້ຊົງອະນຸຍາດໃຫ້ເພິ່ນທຳຮ້າຍຂ້ອຍ.
8
ຖ້າເຂົາໄດ້ເວົ້າວ່າ, "ສັດຕົວທີ່ດ່າງຈະເປັນຄ່າຈ້າງຂອງເຈົ້າ, ຈາກນັ້ນຝູງສັດທັງຫມົດກໍຈະໃຫ້ລູກເປັນດ່າງ. ຖ້າເຂົາໄດ້ເວົ້າວ່າໃຫ້ໂຕທີ່ລາຍເປັນຄ່າຈ້າງຂອງເຈົ້າ, ຈາກນັ້ນຝູງສັດທັງຫມົດກໍຈະໃຫ້ລູກເປັນລາຍ.
9
ດ້ວຍວິທີການນີ້ພຣະເຈົ້າໄດ້ນຳເອົາຝູງສັດລ້ຽງຂອງພໍ່ພວກເຈົ້າ ແລະ ໄດ້ມອບພວກມັນໃຫ້ແກ່ຂ້ອຍ.
10
ໃນລະດູປະສົມພັນສັດ, ໃນຄວາມຝັນນັ້ນ ຂ້ອຍໄດ້ເຫັນພວກແບ້ໂຕຜູ້ກຳລັງປະສົມພັນກັບຝູງສັດນັ້ນ. ພວກແບ້ໂຕຜູ້ເປັນແບ້ລາຍ, ແບ້ດ່າງ, ແລະແບ້ມີຈຸດ.
11
ທູດສະຫວັນຂອງພຣະເຈົ້າໄດ້ເວົ້າກັບຂ້ອຍທາງຄວາມຝັນວ່າ,"ຢາໂຄບເອີຍ" ຂ້ອຍຕອບວ່າ,"ຂ້ານ້ອຍຢູ່ທີ່ນີ້."
12
ເພິ່ນໄດ້ເວົ້າວ່າ, "ຈົ່ງເງີຍຫນ້າ ແລະ ເບິ່ງພວກແບ້ໂຕຜູ້ທີ່ກຳລັງປະສົມພັນໃນຝູງສັດນັ້ນ. ພວກມັນເປັນແບ້ລາຍ, ແບ້ດ່າງ, ແລະ ແບ້ມີຈຸດ. ເພາະວ່າເຮົາໄດ້ເຫັນທຸກໆສິ່ງທີ່ລາບານກຳລັງເຮັດກັບເຈົ້າ.
13
ເຮົາແມ່ນພຣະເຈົ້າເເຫ່ງເບັດເອນ, ທີ່ຊຶ່ງເຈົ້າໄດ້ເຈີມເສົາຫີນຕົ້ນຫນຶ່ງ, ທີ່ເຈົ້າໄດ້ໃຫ້ຄຳສາບານແກ່ເຮົາ. ບັດນີ້ຈົ່ງລຸກຂຶ້ນ ແລະໄປຈາກແຜ່ນດິນນີ້ ແລະ ກັບໄປຍັງແຜ່ນດິນເກີດຂອງເຈົ້າ.""
14
ຣາເຊັນ ແລະເລອາໄດ້ຕອບ ແລະເວົ້າກັບເພິ່ນວ່າ, "ຍັງຈະມີສ່ວນໃດ ຫລືມໍຣະດົກເຫລືອສຳລັບພວກເຮົາໃນບ້ານຂອງພໍ່ອີກບໍ?
15
ເພິ່ນບໍ່ໄດ້ເຮັດກັບເຮົາຄືຄົນຕ່າງຊາດບໍ? ເພາະເພິ່ນໄດ້ຂາຍເຮົາ ແລະໄດ້ໃຊ້ເງິນຂອງເຮົາໄປຫມົດແລ້ວດ້ວຍ.
16
ເພາະຄວາມຮັ່ງມີທັງຫມົດພຣະເຈົ້າໄດ້ເອົາໄປຈາກພໍ່ຂອງພວກເຮົາ ແລະດຽວນີ້ມັນເປັນຂອງພວກເຮົາ ແລະລູກໆ ທັງຫລາຍຂອງພວກເຮົາ. ບັດນີ້, ທ່ານຈົ່ງເຮັດໃນສິ່ງທີ່ພຣະເຈົ້າໄດ້ບອກທ່ານເຖີດ."
17
ຢາໂຄບຈຶ່ງໄດ້ລຸກຂຶ້ນ ແລະເອົາລູກຊາຍທັງຫລາຍຂອງເຂົາ ແລະເມຍທັງຫລາຍຂອງເຂົາຂຶ້ນຂີ່ຫລັງອູດ.
18
ເຂົາໄດ້ໄລ່ຕ້ອນຝູງສັດທັງຫມົດຂອງເຂົາໄປຂ້າງຫນ້າເຂົາ, ພ້ອມກັບຊັບສິນທັງຫມົດຂອງເຂົາ, ລວມທັງຝູງສັດທີ່ເຂົາຫາມາໄດ້ໃນປັດດານອາຣຳ. ຈາກນັ້ນເຂົາໄດ້ອອກເດີນທາງເພື່ອໄປຫາອີຊາກພໍ່ຂອງເຂົາໃນແຜ່ນການາອານ.
19
ເມື່ອລາບານອອກໄປຕັດຂົນແກະຂອງເຂົາ, ນາງຣາເຊັນໄດ້ລັກເອົາພວກພະຄົວເຮືອນຂອງພໍ່ນາງໄປດ້ວຍ.
20
ຢາໂຄບໄດ້ຫລອກລາບານຊາວອາຣຳ, ໂດຍບໍ່ໄດ້ບອກເພິ່ນວ່າເຂົາກຳລັງຈະຈາກໄປ.
21
ດັ່ງນັ້ນເຂົາຈຶ່ງໄດ້ຫນີໄປພ້ອມກັບສິ່ງທັງຫມົດທີ່ເຂົາມີ, ແລະຂວ້າມແມ່ນໍ້າໄປຢ່າງຮີບດ່ວນ ແລະມຸ່ງຫນ້າໄປຍັງດິນແດນເນີນພູກີເລອາດ.
22
ໃນວັນທີສາມ ລາບານໄດ້ຮັບການບອກເລົ່າວ່າຢາໂຄບໄດ້ຫນີໄປແລ້ວ.
23
ດັ່ງນັ້ນ ເພິ່ນໄດ້ນຳເອົາຍາຕທັງຫລາຍຂອງເພິ່ນແລະເດີນທາງໄລ່ຕາມເຂົາເປັນເວລາເຈັດວັນ. ເພິ່ນໄດ້ຕາມມາທັນຢາໂຄບໃນດິນແດນເນີນພູກີເລອາດ.
24
ຂະນະນັ້ນ ພຣະເຈົ້າໄດ້ສະເດັດມາຫາລາບານຊາວອາຣຳໃນຄວາມຝັນໃນຕອນກາງຄືນ ແລະກ່າວແກ່ເພິ່ນວ່າ, "ຈົ່ງລະວັງ ທີ່ເຈົ້າຈະເວົ້າກັບຢາໂຄບບໍ່ວ່າດີຫລືຮ້າຍ."
25
ລາບານໄດ້ໄລ່ມາທັນຢາໂຄບ. ຂະນະທີ່ຢາໂຄບຕັ້ງເຕັນຂອງເຂົາໃນດິນແດນເທິງເນີນພູເຊັ່ນກັນ. ລາບານກໍໄດ້ຕັ້ງເຕັນກັບພວກຍາຕຂອງເພິ່ນໃນດິນແດນເນີນພູກີເລອາດ.
26
ລາບານໄດເວົ້າກັບຢາໂຄບວ່າ, "ເປັນຫຍັງເຈົ້າຈຶ່ງຫລອກລວງເຮົາ, ແລະພາພວກລູກສາວຂອງເຮົາຫນີມາເຫມືອນດັ່ງຍິງຊະເລີຍເສິກ?
27
ເປັນຫຍັງເຈົ້າຈຶ່ງຫນີມາແບບລັບໆ ແລະຫລອກລວງເຮົາ ແລະບໍ່ບອກເຮົາ? ເຮົາຢາກຈະສົ່ງເຈົ້າ ດ້ວຍການລຽ້ງສະຫລອງ ແລະຮ້ອງເພງ, ດ້ວຍລຳມະນາດ ແລະພິນເຂົາຄູ່.
28
ເຈົ້າບໍ່ໄດ້ໃຫ້ເຮົາຈູບລາຫລານທັງຫລາຍຂອງເຮົາ ເເລະລູກສາວທັງຫລາຍຂອງເຮົາ. ບັດນີ້ເຈົ້າໄດ້ເຮັດໃນສິ່ງທີ່ໂງ່ໆເຊັ່ນນີ້.
29
ມັນເປັນອຳນາດຂອງເຮົາທີ່ຈະທຳຮ້າຍເຈົ້າ, ແຕ່ພຣະເຈົ້າຂອງພໍ່ເຈົ້າໄດ້ກ່າວກັບເຮົາເມື່ອຄືນນີ້ ແລະກ່າວວ່າ, "ຈົ່ງລະວັງທີ່ເຈົ້າຈະເວົ້າກັບຢາໂຄບບໍ່ວ່າຈະດີຫລືຮ້າຍ.
30
ດຽວນີ້ເຈົ້າໄດ້ຫນີອອກມາ ເພາະວ່າເຈົ້າປາຖະຫນາທີ່ຈະກັບໄປຍັງບ້ານຂອງພໍ່ເຈົ້ານານແລ້ວ. ແຕ່ເປັນຫຍັງ ເຈົ້າຈຶ່ງລັກເອົາພວກພະຂອງເຮົາມາດ້ວຍ."
31
ຢາໂຄບຕອບວ່າ, "ເພາະວ່າຂ້ອຍຢ້ານ ແລະຄິດວ່າທ່ານຈະໃຊ້ກຳລັງບີບບັງຄັບເອົາລູກສາວທັງຫລາຍຂອງທ່ານ ໄປຈາກຂ້ອຍດັ່ງນັ້ນຂ້ອຍຈິ່ງອອກມາຢ່າງລັບໆ.
32
ໃຜກໍຕາມທີ່ລັກພວກພະຂອງທ່ານມາ. ຈະບໍ່ມີຊີວິດຢູ່ອີກຕໍ່ໄປ ຕໍ່ຫນ້າຍາດພີ່ນ້ອງທັງຫລາຍຂອງເຮົາຈົ່ງພິຈາລະນາວ່າອັນໃດທີ່ຢູ່ກັບຂ້ອຍ, ແລະເປັນຂອງທ່ານ ແລະນຳໄປເຖີດ." ເພາະວ່າ ຢາໂຄບບໍ່ຮູ້ວ່າ ຣາເຊັນໄດ້ລັກພວກມັນມານຳ.
33
ລາບານໄດ້ເຂົ້າໄປໃນເຕັນຂອງຢາໂຄບ. ເຂົ້າໄປໃນເຕັນຂອງເລອາ, ແລະເຂົ້າໄປໃນເຕັນຂອງຍິງຮັບໃຊ້ທັງສອງ, ແຕ່ເພິ່ນບໍ່ໄດ້ພົບພວກມັນ. ເພິ່ນໄດ້ອອກມາຈາກເຕັນຂອງເລອາ ແລະເຂົ້າໄປໃນເຕັນຂອງຣາເຊັນ.
34
ຂະນະນັ້ນຣາເຊັນໄດ້ນຳພວກພະຂອງຄົວເຮືອນມາ, ເກັບໄວ້ໃນຖົງອານໃສ່ຫລັງອູດ, ແລະນັ່ງທັບພວກມັນໄວ້. ລາບານໄດ້ຫາທົ່ວເຕັນທັງຫມົດແຕ່ບໍ່ໄດ້ພົບພວກມັນ.
35
ນາງໄດ້ເວົ້າກັບພໍ່ຂອງນາງວ່າ,"ຢ່າຮ້າຍລູກເລີຍ, ເຈົ້ານາຍຂອງຂ້ອຍ, ທີ່ຂ້ອຍບໍ່ສາມາດລຸກຢືນຕໍ່ຫນ້າທ່ານໄດ້,ເພາະຂ້ອຍກຳລັງຢູ່ໃນຊ່ວງເວລາຂອງຂ້ອຍ." ດັ່ງນັ້ນເພິ່ນຈຶ່ງໄດ້ຫາແຕ່ບໍ່ໄດ້ພົບພວກພະຄົວເຮືອນຂອງເຂົາ.
36
ຢາໂຄບໄດ້ຮ້າຍ ແລະໂຕ້ຖຽງກັບລາບານ. ເຂົາໄດ້ເວົ້າກັບເພິ່ນວ່າ,"ຂ້ອຍໄດ້ເຮັດຫຍັງຜິດ? ຄວາມບາບຂອງຂ້ອຍຄືຫຍັງ, ທີ່ທ່ານຕ້ອງຮີບດ່ວນຕິດຕາມຂ້ອຍມາ?
37
ເພາະວ່າທ່ານໄດ້ຄົ້ນຫາສິ່ງຂອງທັງຫມົດຂອງຂ້ອຍແລ້ວ. ທ່ານພົບອັນໃດຂອງພວກເຄື່ອງໃຊ້ໃນຄົວເຮືອນທັງຫມົດ? ນຳພວກມັນມາຕັ້ງໄວ້ທີ່ນີ້ ຕໍ່ຫນ້າຍາຕຂອງຂ້ອຍ, ເພື່ອທີ່ພວກເຂົາຈະໄດ້ຕັດສິນຄວາມລະຫວ່າງເຮົາທັງສອງຝ່າຍ.
38
ຂ້ອຍໄດ້ຢູ່ກັບທ່ານ. ແກະໂຕແມ່ທັງຫລາຍຂອງທ່ານ ແລະ ແບ້ໂຕແມ່ທັງຫລາຍບໍ່ເຄີຍເສຍ, ຫລືຂ້ອຍບໍ່ເຄີຍກິນລູກແກະເຖິກໃດໆຈາກຝູງສັດທັງຫລາຍຂອງທ່ານ.
39
ໂຕທີ່ຖືກສັດປ່າກັດຕາຍ ຂ້ອຍບໍ່ໄດ້ນຳກັບມາໃຫ້ທ່ານ. ແຕ່ຂ້ອຍໄດ້ໃຊ້ແທນໃຫ້, ທ່ານໄດ້ໃຫ້ຂ້ອຍຊົດໃຊ້ແທນສັດທຸກຕົວທີ່ເສຍຫາຍ. ບໍ່ວ່າຈະຖືກລັກໃນຕອນກາງເວັນ, ແລະ ຕອນກາງຄືນ.
40
ຂ້ອຍໄດ້ຢູ່ທີ່ນັ້ນ; ໃນເວລາກາງເວັນທີ່ຮ້ອນແຜດເຜົາຂ້ອຍ, ແລະຫິມະໃນຕອນກາງຄືນ; ແລະ ຂ້ອຍໄດ້ອອກໄປໂດຍບໍ່ໄດ້ນອນຕາຫລັບ.
41
ຊາວປີມານີ້ທີ່ຂ້ອຍໄດ້ອາໄສຢູ່ໃນຄົວເຮືອນຂອງທ່ານ. ຂ້ອຍໄດ້ທຳງານໃຫ້ທ່ານສິບສີ່ປີເພື່ອລູກສາວທັງສອງຄົນຂອງທ່ານ, ແລະອີກຫົກປີເພື່ອຝູງສັດລ້ຽງຂອງທ່ານ. ທ່ານໄດ້ປັບປ່ຽນຄ່າຈ້າງຂອງຂ້ອຍເຖິງສິບເທື່ອ.
42
ຖ້າພຣະເຈົ້າຂອງພໍ່ຂ້ອຍ, ພຣະເຈົ້າຂອງອັບຣາຮາມ, ແລະພຣະອົງດຽວທີ່ອີຊາກເກງກົວ, ບໍ່ໄດ້ສະຖິດຢູ່ນຳຂ້ອຍ, ແນ່ນອນປານນີ້ທ່ານຄົງຈະສົ່ງຂ້ອຍໄປມືເປົ່າ. ພຣະເຈົ້າໄດ້ຊົງເຫັນການກົດຂີ່ຂົ່ມເຫັງຂອງຂ້ອຍ ແລະຂ້ອຍເຮັດວຽກງານຫນັກຢ່າງໃດ, ແລະພຣະອົງໄດ້ຊົງວ່າກ່າວທ່ານເມື່ອຄືນນີ້."
43
ລາບານໄດ້ຕອບ ແລະເວົ້າກັບຢາໂຄບວ່າ, "ພວກລູກສາວກໍ່ເປັນລູກສາວທັງຫລາຍຂອງເຮົາ, ພວກຫລານໆກໍເປັນຫລານທັງຫລາຍຂອງເຮົາ, ແລະຝູງສັດທັງຫລາຍກໍຄືຝູງສັດຂອງເຮົາ. ທັງຫມົດທີ່ເຈົ້າເຫັນລ້ວນເປັນຂອງເຮົາ, ແຕ່ເຮົາຈະເຮັດຢ່າງໃດໃນວັນນີ້ເພື່ອພວກລູກສາວຂອງເຮົາ, ຫລືເພື່ອລູກທັງຫລາຍຂອງພວກເຂົາທີ່ພວກເຂົາໄດ້ໃຫ້ເກີດມາ?
44
ດັ່ງນັ້ນ, ມາເຖີດໃຫ້ເຮົາມາເຮັດພັນທະສັນຍາກັນລະຫວ່າງ, ເຈົ້າກັບເຮົາ, ແລະໃຫ້ພັນທະສັນຍານັ້ນເປັນພະຍານລະຫວ່າງເຈົ້າກັບເຮົາ."
45
ດັ່ງນັ້ນຢາໂຄບໄດ້ນຳກ້ອນຫີນມາ ແລະຕັ້ງເປັນກອງ.
46
ຢາໂຄບໄດ້ເວົ້າກັບພວກຍາຕຂອງເຂົາວ່າ, "ຈົ່ງເກັບກ້ອນຫີນມາລວມກັນ." ດັ່ງນັ້ນພວກເຂົາຈຶ່ງໄດ້ເກັບກ້ອນຫີນ. ມາເຮັດເປັນກອງຈາກນັ້ນພວກເຂົາໄດ້ກິນລ້ຽງໃກ້ກອງຫີນນັ້ນ.
47
ລາບານໄດ້ເອີ້ນມັນວ່າ ເຢກາສາຮາດູທາ, ແຕ່ຢາໂຄບເອີ້ນມັນວ່າ ຄາລີເອັດ.
48
ລາບານໄດ້ເວົ້າວ່າ, "ວັນນີ້ກອງຫີນນີ້ຈະເປັນສິ່ງເຕືອນໃຈລະຫວ່າງເຮົາກັບເຈົ້າ." ດັ່ງນັ້ນມັນຈຶ່ງຖືກເອີ້ນຊື່ວ່າ ຄາລີເອັດ.
49
ມັນຍັງຖືກເອີ້ນວ່າ ມີຊະປາດ້ວຍ, ເພາະວ່າລາບານໄດ້ເວົ້າວ່າ, "ຂໍໃຫ້ພຣະຢາເວຊົງເຝົ້າຄອຍເບິ່ງລະຫວ່າງເຈົ້າກັບເຮົາ, ເມື່ອເຮົາພົ້ນຈາກສາຍຕາຊຶ່ງກັນ ແລະກັນ".
50
ຖ້າເຈົ້າປະຕິບັດບໍ່ດີຕໍ່ລູກສາວທັງຫລາຍຂອງເຮົາ, ຫລືຖ້າເຈົ້າໄປມີເມຍໃຫມ່ທີ່ນອກເຫນືອໄປຈາກລູກສາວທັງຫລາຍຂອງເຮົາ, ເຖິງແມ່ນວ່າເຮົາຝ່າຍໃດຝ່າຍຫນຶ່ງ, ຈະບໍ່ເຫັນພຣະເຈົ້າຊົງເປັນພະຍານລະຫວ່າງເຈົ້າກັບເຮົາ."
51
ລາບານໄດ້ເວົ້າກັບຢາໂຄບ, "ຈົ່ງເບິ່ງກອງຫີນນີ້, ແລະເບິ່ງໄປທີ່ເສົາຫີນຊຶ່ງເຮົາໄດ້ຕັ້ງໄວ້, ລະຫວ່າງເຈົ້າກັບເຮົາ.
52
ກອງຫີນນີ້ເປັນພະຍານ, ແລະເສົາຫີນນີ້ກໍເປັນພະຍານ, ທີ່ເຮົາຈະ ບໍ່ຜ່ານເຂ້າໄປເກີນກວ່າເສົານີ້ໄປຫາເຈົ້າ, ແລະທີ່ເຈົ້າກໍຈະບໍ່ຜ່ານເຂົ້າໄປເກີນກວ່າກອງຫີນນີ້ໄປຫາເຮົາເພື່ອທີ່ຈະທຳຮ້າຍກັນ.
53
ຂໍໃຫ້ພຣະເຈົ້າຂອງອັບຣາຮາມ, ແລະພະຂອງນາໂຮ, ແລະພວກພະທັງຫລາຍຂອງພໍ່ພວກເຂົາ, ຈະເປັນຜູ້ຕັດສິນຄວາມລະຫວ່າງເຮົາ." ຢາໂຄບໄດ້ສາບານໂດຍພຣະອົງຜູ້ທີ່ອີຊາກພໍ່ຂອງທ່ານຢຳເກງ.
54
ຢາໂຄບໄດ້ຖວາຍເຄື່ອງບູຊາທີ່ເນີນພູ ແລະໄດ້ເຊີນພວກຍາຕຂອງຕົນມາກິນອາຫານ. ພວກເຂົາທັງຫລາຍໄດ້ກິນ ແລະໃຊ້ເວລາທັງຄືນເທິງພູເຂົານັ້ນ.
55
ລາບານໄດ້ຕື່ນຂຶ້ນແຕ່ເຊົ້າໆ, ຈູບພວກຫລານຊາຍຂອງເພິ່ນ ແລະພວກລູກສາວຂອງເພິ່ນ ແລະອວຍພອນພວກເຂົາ ຈາກນັ້ນລາບານກໍໄດ້ຈາກໄປ ແລະກັບໄປຍັງບ້ານເມືອງຂອງຕົນ.