ບົດທີ 1
1
ມີຫລາຍຄົນພະຍາຍາມຮຽບຮຽງເລື່ອງເຫດການຕ່າງໆ ທີ່ເກີດຂື້ນທ່າມກາງພວກເຮົາ,
2
ເມື່ອພວກເຂົາໄດ້ມອບສິ່ງເຫລົ່ານີ້ໃຫ້ແກ່ເຮົາ, ຊຶ່ງເປັນຜູ້ທີ່ເປັນພະຍານດ້ວຍຕາ ແລະ ຜູ້ຮັບໃຊ້ສຳຄັນມາຕັ້ງແຕ່ຕົ້ນ.
3
ສຳລັບຕົວຂ້າພະເຈົ້າເອງເຫັນວ່າເປັນການດີ - ທີ່ຈະໄດ້ມີການສືບສວນ ເຫດການທຸກຢ່າງທີ່ມີມາແຕ່ຕົ້ນຢ່າງຖືກຕ້ອງ - ເພື່ອທີ່ຈະໄດ້ຂຽນເລື່ອງລາວໄດ້ຢ່າງເປັນລະບຽບເພື່ອທ່ານ, ຢ່າງດີທີ່ສຸດໃຫ້ທ່ານເທໂອຟີໂລ.
4
ເພື່ອວ່າທ່ານຈະໄດ້ຮູ້ຄວາມຈິງກ່ຽວກັບເລື່ອງເຫລົ່ານັ້ນ ສິ່ງທີ່ທ່ານໄດ້ຮັບການສອນ.
5
ໃນຣາຊະການຂອງເຮໂຣດ, ກະສັດເມືອງຢູດາຍ, ມີປະໂຣຫິດຕົນຫນຶ່ງຊື່ເຊກາຣີຢາ, ຈາກກອງອາບີຢາ. ພັນຣະຍາຂອງເຊກາຣີຢາ ຈາກລູກສາວຂອງອາໂຣນ, ແລະ ນາງຊື່ເອລີຊາເບັດ.
6
ພວກເຂົາທັງສອງເປັນຄົນຊອບທັມຕໍ່ພຣະພັກພຣະເຈົ້າ, ທັງສອງເຊື່ອຟັງຕາມຄຳສັ່ງ ແລະ ຂໍ້ບັນຍັດທຸກຂໍ້ຂອງອົງພຣະຜູ້ເປັນເຈົ້າ.
7
ແຕ່ພວກເຂົາບໍ່ມີລູກ, ເພາະເອລີຊາເບັດເປັນຍິງຫມັນ, ແລະ ເຂົາທັງສອງກໍແກ່ຊະຣາຫລາຍແລ້ວໃນເວລານັ້ນ.
8
ເມື່ອເຖິງຜຽນທີ່ເຊກາຣີຢາຕ້ອງປະຕິບັດຢູ່ຕໍ່ພຣະພັກຂອງພຣະເຈົ້າ, ເຊິ່ງເປັນການປະຕິບັດຫນ້າທີ່ເປັນປະໂຣຫິດຕາມຄວາມຮັບຜິດຊອບຂອງເພິ່ນ.
9
ຕາມທຳນຽມຂອງການເລືອກປະໂຣຫິດໃນການປະຕິບັດຮັບໃຊ້, ທ່ານຖືກເລືອກດ້ວຍການຈົກສະຫລາກ ໃຫ້ເຂົ້າໄປໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າເພື່ອເຜົາເຄື່ອງຫອມບູຊາ.
10
ສ່ວນພົນລະເມືອງທັງຫມົດກໍໄຫວ້ວອນຢູ່ຂ້າງນອກໃນເວລາເຜົາເຄື່ອງຫອມນັ້ນ.
11
ເວລານັ້ນມີເທວະດາຕົນຫນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ເພິ່ນ ແລະ ຢືນຢູ່ເບື້ອງຂວາມືຂອງແທ່ນເຜົາເຄື່ອງຫອມບູຊານັ້ນ.
12
ເມື່ອເຊກາຣີຢາໄດ້ເຫັນເພິ່ນ, ກໍຕົກໃຈແລະ ຮູ້ສຶກຢ້ານເທວະດາຕົນນັ້ນ.
13
ແຕ່ເທວະດາຕົນນັ້ນໄດ້ບອກກັບເພິ່ນວ່າ, “ຢ່າຊູ່ຢ້ານ, ເຊກາຣີຢາເອີຍ, ເພາະພຣະເຈົ້າຟັງຄຳອ້ອນວອນຂອງທ່ານແລ້ວ. ນາງເອລີຊາເບັດ ພັນຣະຍາຂອງທ່ານຈະປະສູດບຸດຊາຍໃຫ້ທ່ານຄົນຫນຶ່ງ, ແລ້ວທ່ານຈົ່ງໃສ່ຊື່ບຸດນັ້ນວ່າ ໂຢຮັນ.
14
ທ່ານຈະມີຄວາມຊົມຊື່ນຍິນດີ, ແລະ ມີຄວາມສຸກ ແລະ ມີຄົນຈຳນວນຫລາຍຈະຊື່ນຊົມຍິນດີເພາະການກຳເນີດຂອງເພິ່ນ.
15
ເພາະວ່າບຸດນັ້ນຈະໄດ້ເປັນໃຫຍ່ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ. ເພິ່ນຈະບໍ່ດື່ມເຫລົ້າແວງ ຫລື ເຫລົ້າປຸກຢ່າງໃດ, ແລະ ເພິ່ນຈະເຕັມໄປດ້ວຍພຣະວິນຍານບໍຣິສຸດຕັ້ງແຕ່ມາຈາກທ້ອງຂອງມານດາ.
16
ມີປະຊາຊົນອິສຣາເອນຫລາຍຄົນ ຈະກັບຄືນມາຫາພຣະຜູ້ເປັນເຈົ້າຂອງພວກເຂົາ.
17
ເພິ່ນຈະອອກກ່ອນຫນ້າພຣະອົງໂດຍພຣະວິນຍານ ແລະ ຣິດເດດຂອງເອລີຢາ. ເພິ່ນຈະໃຫ້ບັນດາພໍ່ກັບຄືນດີກັບລູກ ແລະເພື່ອໃຫ້ບັນດາຄົນທີ່ດື້ດ້ານຈະເດີນໃນສະຕິປັນຍາຂອງຄົນຊອບທັມ - ເພື່ອຈັດຕຽມພົນລະເມືອງໄວ້ພ້ອມສຳລັບອົງພຣະຜູ້ເປັນເຈົ້າ.”
18
เຊກາຣີຢາໄດ້ທູນຕໍ່ເທວະດາຕົນນັ້ນວ່າ, “ຂ້ານ້ອຍຈະຮູ້ເຫດການນີ້ໄດ້ຢ່າງໃດ? ເພາະຂ້ານ້ອຍກໍເຖົ້າແລ້ວ ແລະ ພັນຣະຍາຂອງຂ້ານ້ອຍກໍເຖົ້າແກ່ຫລາຍແລ້ວເຊັ່ນກັນ.”
19
ຝ່າຍເທວະດາຕົນນັ້ນຈິ່ງຕອບ ແລະ ກ່າວກັບເພິ່ນວ່າ, “ເຮົາແມ່ນຄັບຣີເອນ, ຊຶ່ງຢືນຢູ່ຕໍ່ພຣະພັກພຣະເຈົ້າ. ເຮົາຖືກໃຊ້ມາເພື່ອບອກທ່ານ, ເຖິງຂ່າວດີນີ້.
20
ເບິ່ງແມ! ທ່ານຈະເປັນຄົນໃບ້, ປາກບໍ່ໄດ້, ຈົນເຖິງວັນທີ່ເຫດການເຫລົ່ານັ້ນຈະເກີດຂຶ້ນ ເພາະທ່ານບໍ່ໄດ້ເຊື່ອຖ້ອຍຄຳຂອງເຮົາ, ທີ່ຈະສຳເລັດຕາມກຳນົດເວລາທີ່ຖືກຕ້ອງນັ້ນ.”
21
ປະຊາຊົນກຳລັງລໍຄອຍຖ້າເຊກາຣີຢາ. ພວກເຂົາໄດ້ປະຫລາດໃຈ ເພາະເພິ່ນໄດ້ໃຊ້ເວລາຢູ່ໃນພຣະວິຫານເປັນເວລານານ.
22
ແຕ່ເມື່ອເຊກາຣີຢາອອກມາ, ເພິ່ນບໍ່ສາມາດເວົ້ານຳພວກເຂົາໄດ້. ພວກເຂົາຈິ່ງສັງເກດຮູ້ວ່າເພິ່ນໄດ້ເຫັນນິມິດໃນຂະນະທີ່ ເພິ່ນຢູ່ໃນພຣະວິຫານນັ້ນ. ເພິ່ນໄດ້ສະແດງທ່າທີພາສາໃບ້ຕໍ່ພວກເຂົາ ແລະ ຍັງຄົງມິດງຽບຢູ່.
23
ຈົນເຖິງຫມົດເວລາບົວຣະບັດຂອງເພິ່ນ ແລ້ວເພິ່ນຈິ່ງໄດ້ກັບໄປບ້ານຂອງຕົນ.
24
ຫລັງຈາກວັນນັ້ນ, ເອລີຊາເບັດພັນຣະຍາຂອງເພິ່ນກໍມີທ້ອງ ແລະນາງຈິ່ງໄປລີ້ຕົວຢູ່ເປັນເວລາຫ້າເດືອນ. ນາງໄດ້ເວົ້າວ່າ,
25
“ນີ້ເປັນສິ່ງທີ່ພຣະເຈົ້າໄດ້ຊົງເຮັດແກ່ຂ້ານ້ອຍ ເມື່ອຊົງເບິ່ງຂ້ານ້ອຍດ້ວຍຄວາມຊື່ນຊົມ ເພື່ອຊົງຍົກຄວາມອັບອາຍຂອງຂ້ານ້ອຍ ຕໍ່ຫນ້າຄົນທັງຫລາຍອອກໄປເສຍ.”
26
ໃນເດືອນທີຫົກ, ພຣະເຈົ້າໄດ້ສົ່ງເທວະດາຄັບຣີເອນຂອງພຣະອົງ ມາຍັງເມືອງຫນຶ່ງໃນແຂວງຄາລີເລຊື່ ນາຊາເຣັດ,
27
ມາຫາຍິງພົມມະຈາຣີຄົນຫນຶ່ງ ຊຶ່ງເປັນຄູ່ຫມັ້ນຂອງຊາຍຄົນຫນຶ່ງຊື່ໂຢເຊັບ. ຜູ້ທີ່ເປັນເຊື້ອສາຍຂອງກະສັດດາວິດ, ແລະ ຍິງພົມມະຈາຣີນາງນັ້ນຊື່ ມາຣີອາ.
28
ເມື່ອເທວະດາມາເຖິງນາງ ແລະ ໄດ້ເວົ້າວ່າ, “ສັນຕິສຸກຈົ່ງມີແກ່ເຈົ້າ! ເຈົ້າຜູ້ທີ່ຊົງໂຜດກະຣຸນາຈາກເບື້ອງເທິງ! ຂໍພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບເຈົ້າ.”
29
ແຕ່ນາງຕົກໃຈກັບຖ້ອຍຄຳຂອງເທວະດາ ແລະ ນຶກສົງໃສວ່າຄຳທັກທາຍນີ້ຈະຫມາຍຄວາມວ່າຢ່າງໃດ.
30
ທູດສະຫວັນໄດ້ກ່າວກັບນາງວ່າ, “ຢ່າຊູ່ຢ້ານເລີຍ, ມາຣີອາ, ເພາະວ່າເຈົ້າເປັນທີ່ຊົງພໍພຣະທັຍຈາກອົງພຣະຜູ້ເປັນເຈົ້າແລ້ວ.
31
ເບິ່ງແມ, ເຈົ້າຈະຖືພາ ແລະ ປະສູດບຸດຊາຍ. ຈົ່ງຕັ້ງຊື່ບຸດນັ້ນວ່າ 'ເຢຊູ'.
32
ບຸດນັ້ນຈະໄດ້ເປັນໃຫຍ່ແລະ ໄດ້ຊົງເອີ້ນວ່າພຣະບຸດຂອງຜູ້ສູງສຸດ. ອົງພຣະຜູ້ເປັນເຈົ້າຈະຊົງປະທານພຣະບັນລັງແຫ່ງກະສັດດາວິດ ຜູ້ເປັນບັນພະບຸຣຸດຂອງເພິ່ນ.
33
ພຣະອົງຈະປົກຄອງເຫນືອເຊື້ອສາຍຂອງຢາໂຄບສືບໄປ, ແລະ ຣາຊະອານາຈັກຂອງພຣະອົງຈະບໍ່ມີທີ່ສິ້ນສຸດ.”
34
ຝ່າຍມາຣີອາຈິ່ງທູນຕໍ່ທູດສະຫວັນນັ້ນວ່າ, “ເຫດການນີ້ຈະເກີດເປັນໄປໄດ້ຢ່າງໃດ, ເພາະຂ້ານ້ອຍຍັງບໍ່ທັນໄດ້ຢູ່ຮ່ວມຫລັບນອນກັບຊາຍໃດເລີຍ?”
35
ທູດສະຫວັັນໄດ້ຕອບນາງວ່າ, “ພຣະວິນຍານບໍຣິສຸດຈະສະເດັດລົງມາເທິງເຈົ້າ ແລະ ຣິດເດດຂອງຜູ້ສູງສຸດຈະປົກຄຸມເຈົ້າໄວ້. ດັ່ງນັ້ນ ອົງບໍຣິສຸດທີ່ຈະເກີດມາ ຈະຖືກເອີ້ນວ່າເປັນ ພຣະບຸດຂອງພຣະເຈົ້າ.
36
ເບິ່ງແມ, ນາງເອລີຊາເບັດພີ່ນ້ອງຂອງເຈົ້າກໍຍັງຖືພາບຸດຊາຍເຫມືອນກັນ ໃນເວລາທີ່ລາວມີອາຍຸແກ່ຊະຣາແລ້ວ. ນີ້ແມ່ນເດືອນທີຫົກແລ້ວ, ຊຶ່ງນາງເຄີຍຖືກເອີ້ນວ່າເປັນຍິງຫມັນ.
37
ເພາະວ່າບໍ່ມີສິ່ງໃດທີ່ເປັນໄປບໍ່ໄດ້ສຳລັບພຣະເຈົ້າ.”
38
ມາຣີອາກ່າວວ່າ, “ຂ້ານ້ອຍເປັນຂ້ອຍຍິງຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ. ຂໍໃຫ້ສິ່ງເຫລົ່ານີ້ບັງເກີດແກ່ຂ້ານ້ອຍຕາມຄຳຂອງທ່ານເທີ້ນ!” ແລ້ວທູດສະຫວັນຕົນນັ້ນກໍໄດ້ຈາກນາງໄປ.
39
ຈາກນັ້ນມາຣີອາໄດ້ລຸກຂຶ້ນ ແລ້ວຮີບໄປຍັງເຂດພູເຂົາໂດຍໄວ, ເຖິງເມືອງຫນຶ່ງໃນແຂວງຢູດາຍ.
40
ນາງໄດ້ເຂົ້າໄປໃນເຮືອນຂອງເຊກາຣີຢາ ແລະ ໄດ້ກ່າວຄຳທັກທາຍນາງເອລີຊາເບັດ.
41
ຕອນນີ້ທີ່ນາງ ເອລີຊາເບັດໄດ້ຍິນຄຳທັກທາຍຂອງນາງມາຣີອາ, ບຸດໃນທ້ອງຂອງຕົນກໍດີ້ນ, ແລະ ເອລີຊາເບັດກໍເຕັມໄປດ້ວຍພຣະວິນຍານບໍລິສຸດ.
42
ນາງຈິ່ງຮ້ອງຂຶ້ນດ້ວຍສຽງອັນດັງວ່າ, “ພຣະພອນເປັນຂອງທ່ານໃນທ່າມກາງບັນດາພວກຜູ້ຍິງທັງປວງ, ແລະ ພຣະພອນກໍແມ່ນລູກໃນທ້ອງທ່ານ.
43
ເຫດສັນໃດຂ້ານ້ອຍຈິ່ງໄດ້ຮັບຄວາມເມດຕາຢ່າງນີ້ ຄືມານດາຂອງອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄດ້ມາຫາຂ້ານ້ອຍ?
44
ເບິ່ງແມ, ພໍສຽງທັກທາຍຂອງນາງເຂົ້າຫູຂ້ານ້ອຍ, ລູກໃນທ້ອງຂອງຂ້ານ້ອຍໄດ້ດີ້ນດ້ວຍຄວາມຍິນດີ.
45
ພຣະພອນແມ່ນເປັນຂອງຜູ້ທີ່ເຊື່ອວ່າສິ່ງເຫລົ່ານີ້ ຈະສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກກັບນາງ.”
46
ມາຣີອາກໍໄດ້ກ່າວວ່າ, "ຈິດໃຈຂອງຂ້ານ້ອຍສັນຣະເສີນຍ້ອງຍໍອົງພຣະຜູ້ເປັນເຈົ້າ,
47
ແລະ ຈິດວິນຍານຂອງຂ້ານ້ອຍກໍເກີດຄວາມຊື່ນຊົມຍິນດີ ໃນພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ."
48
ເພາະພຣະອົງຊົງທອດພຣະເນດ ຖານະອັນຕ່ຳຕ້ອຍຂອງຍິງຜູ້ຮັບໃຊ້ຂອງພຣະອົງ. ເບິ່ງແມ, ຈາກນີ້ເປັນຕົ້ນໄປຄົນທຸກສະໄຫມຈະເອີ້ນຂ້ານ້ອຍວ່າຜູ້ໄດ້ຮັບພຣະພອນ.
49
ເພາະວ່າຜູ້ຊົງຣິດໄດ້ຊົງກະທຳການອັນຍິ່ງໃຫຍ່ແກ່ຂ້າພຣະເຈົ້າ, ແລະພຣະນາມຂອງພຣະອົງກໍບໍຣິສຸດສັກສິດ.
50
ພຣະເມດຕາຂອງພຣະອົງເຈົ້າຫລັ່ງໄຫລສູ່ຄົນແຕ່ລະຍຸກສະໄຫມ ບັນດາຜູ້ທີ່ຢຳເກງພຣະອົງ.
51
ພຣະອົງສະແດງພຣະກຳລັງຂອງພຣະອົງດ້ວຍແຂນຂອງພຣະອົງ; ພຣະອົງຊົງກະທຳໃຫ້ຄົນທີ່ມີຄວາມຄິດ ຈິດໃຈຈອງຫອງ ໃຫ້ກະຈັດກະຈາຍໄປ.
52
ພຣະອົງຊົງປົດເຈົ້າຊາຍທັງຫລາຍລົງຈາກພຣະບັນລັງຂອງພວກເຂົາ ແລະ ພຣະອົງໄດ້ຊົງຍົກຊູຜູ້ຕ່ຳຕ້ອຍຂຶ້ນ.
53
ພຣະອົງຊົງເຕີມສິ່ງດີທັງຫລາຍໃຫ້ແກ່ຜູ້ທີ່ອຶດຫິວ, ແຕ່ຄົນຮັ່ງມີ ພຣະອົງປຣະທານຄວາມວ່າງເປົ່າໃຫ້.
54
ພຣະອົງຊົງປຣະທານຄວາມຊ່ອຍເຫລືອແກ່ຊາວອິສຣາເອນຜູ້ຮັບໃຊ້ຂອງພຣະອົງ, ເພື່ອຊົງຈື່ຈຳທີ່ຈະສະແດງພຣະເມດຕາ
55
(ຕາມທີ່ພຣະອົງໄດ້ຊົງບອກໄວ້ກັບບັນພະບຸຣຸດທັງຫລາຍຂອງພວກເຮົາ) ຕໍ່ອັບຣາຮາມ ແລະ ຕໍ່ເຊື້ອສາຍຂອງເພິ່ນຕະຫລອດໄປເປັນນິດ.
56
ນາງມາຣີອາໄດ້ອາໄສຢູ່ກັບນາງອາລີຊາເບັດປະມານສາມເດືອນ ແລະ ຫລັງຈາກນັ້ນນາງກໍໄດ້ກັບຄືນໄປເຮືອນຂອງຕົນ.
57
ເມື່ອເຖິງເວລາທີ່ນາງເອລີຊາເບັດຈະໃຫ້ກຳເນີດລູກ ແລະນາງກໍໄດ້ປະສູດລູກຊາຍ.
58
ເພື່ອນບ້ານຂອງນາງ ແລະ ພວກຍາດຕິພີ່ນ້ອງໄດ້ຍິນຂ່າວວ່າ ພຣະເຈົ້າໄດ້ຊົງສະແດງພຣະເມດຕາອັນຍິ່ງໃຫຍ່ແກ່ນາງ, ແລະ ພວກເຂົາກໍພາກັນຊົມຊື່ນຍິນດີຮ່ວມກັນກັບນາງ.
59
ເມື່ອຄົບເຖິງວັນທີແປດ ພວກເຂົາກໍພາກັນມາໃຫ້ເດັກນ້ອຍນັ້ນຮັບພິທີຕັດ. ພວກເຂົາຈະໃສ່ຊື່ເດັກນ້ອຍວ່າ"ເຊກາຣີຢາ," ຕາມຊື່ຂອງບິດາ.
60
ແຕ່ແມ່ຂອງເພິ່ນໄດ້ຕອບ ແລະ ໄດ້ກ່າວແກ່ພວກເຂົາວ່າ, “ບໍ່ແມ່ນ. ເພິ່ນຈະຖືກເອີ້ນວ່າ ໂຢຮັນ.”
61
ພວກເຂົາໄດ້ກ່າວແກ່ນາງວ່າ, “ໃນພວກພີ່ນ້ອງຂອງເຈົ້າບໍ່ມີໃຜທີ່ມີຊື່ຢ່າງນັ້ນ.”
62
ພວກເຂົາຈິ່ງສະແດງທ່າທີພາສາໃບ້ ແກ່ບິດາຂອງເດັກວ່າ ຢາກໃສ່ຊື່ເດັກນ້ອຍນັ້ນວ່າຢ່າງໃດ.
63
ບິດາຂອງເພິ່ນຂໍກະດານ ແລະ ຂຽນລົງໄປວ່າ “ຊື່ຂອງລາວແມ່ນ ໂຢຮັນ” ແລະ ພວກເຂົາກໍປະຫລາດໃຈໃນເລື່ອງນີ້.
64
ທັນໃດນັ້ນ ປາກຂອງເຊກາຣີຢາກໍເປີດອອກ ແລະ ລີ້ນຂອງລາວກໍອ່ອນ. ເພິ່ນໄດ້ເວົ້າ ແລະ ໄດ້ກ່າວສັນຣະເສີນພຣະເຈົ້າ.
65
ທຸກຄົນຢູ່ອ້ອມຮອບເພິ່ນເກີດຄວາມຢ້ານກົວ ເລື່ອງທີ່ເກີດຂຶ້ນທັງຫມົດນີ້ກໍຖືກຊ່າລືໄປທົ່ວເນີນພູເຂດແດນຂອງຢູດາຍ.
66
ແລະທຸກຄົນທີ່ໄດ້ຍິນກໍເກັບເລື່ອງນີ້ໄວ້ໃນໃຈ, ຕ່າງໄດ້ເວົ້າວ່າ, “ເດັກນັ້ນຈະເຕີບໂຕເປັນຢ່າງໃດຕໍ່ໄປ?” ເພາະພຣະຫັດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ກັບເຂົາ.
67
ເຊກາຣີຢາບິດາຂອງເດັກ ກໍເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ໄດ້ຮັບຄຳທຳນວາຍ, ໄດ້ກ່າວວ່າ,
68
“ສັນຣະເສີນຜູ້ຊົງເປັນພຣະເຈົ້າ, ພຣະເຈົ້າຂອງອິສຣາເອນ, ເພາະພຣະອົງມາເພື່ອຊ່ວຍ ແລະ ຊົງໄຖ່ເອົາພົນລະເມືອງຂອງພຣະອົງໄດ້ສຳເລັດ.
69
ພຣະອົງຊົງຍົກແກແຫ່ງຄວາມລອດພົ້ນ ສຳລັບພວກເຮົາ ໃນເຮືອນຂອງດາວິດ, ຜູ້ຮັບໃຊ້ຂອງພຣະອົງ,
70
ຕາມທີ່ພຣະອົງໄດ້ຊົງກ່າວໄວ້ໂດຍປາກ ຂອງຜູ້ປະກາດພຣະທັມທີ່ສັກສິດ ຜູ້ຊຶ່ງຢູ່ໃນສະໄຫມບູຮານ.
71
ພຣະອົງຈະນຳຄວາມພົ້ນຈາກສັດຕຣູທັງຫລາຍຂອງພວກເຮົາ ແລະ ຈາກມືຄົນທັງປວງທີ່ກຽດຊັງເຮົາ.
72
ພຣະອົງຈະເຮັດສິ່ງນີ້ ເພື່ອສະແດງພຣະເມດຕາ ແກ່ບິດາຂອງພວກເຮົາທັງຫລາຍ ແລະເພື່ອຣະນຶກເຖິງພຣະສັນຍາອັນບໍຣິສຸດຂອງພຣະອົງ.
73
ຊຶ່ງເປັນຄຳສາບານທີ່ຊົງກ່າວໄວ້ແກ່ອັບຣາຮາມບິດາຂອງພວກເຮົາ.
74
ພຣະອົງຊົງສັນຍາກັບພວກເຮົາວ່າ, ພວກເຮົາຈະໄດ້ຮັບການປົດປ່ອຍຈາກມືຂອງສັດຕຣູ ແລະ ພວກເຮົາຈະໄດ້ບົວຣະບັດພຣະອົງໂດຍປາສະຈາກຄວາມຢ້ານ,
75
ດ້ວຍຄວາມບໍຣິສຸດ ແລະຄວາມຊອບທັມຕໍ່ພຣະພັກພຣະອົງຕະຫລອດຊີວິດຂອງພວກເຮົາ.
76
ແມ່ນແລ້ວ, ແລະ ທ່ານທີ່ເປັນລູກເອີຍ, ຈະເອີ້ນເຈົ້າວ່າ ຜູ້ປະກາດພຣະທັມຂອງພຣະເຈົ້າອົງຜູ້ສູງສຸດ, ເພາະວ່າເຈົ້າຈະໄປກ່ອນຫນ້າອົງພຣະຜູ້ເປັນເຈົ້າ, ເພື່ອຕຽມຫົນທາງຂອງພຣະອົງເພື່ອຕຽມໄພ່ພົນສຳລັບການສະເດັດມາຂອງພຣະອົງ,
77
ໂດຍການຊົງໂຜດຍົກບາບກັມຂອງພວກເຂົາ.
78
ນີ້ຈະເກີດຂຶ້ນດ້ວຍໃຈມີພຣະເມດຕາກາຣຸນາຂອງພຣະເຈົ້າຂອງພວກເຮົາ, ເນື່ອງດ້ວຍແສງສະຫວ່າງໃນຍາມຮຸ່ງເຊົ້າຈາກທີ່ສູງຈະມາຊ່ວຍພວກເຮົາ.
79
ເພື່ອສ່ອງສະຫວ່າງໃຫ້ຜູ້ທີ່ຢູ່ໃນຄວາມມືດ ແລະ ໃນເງົາແຫ່ງຄວາມຕາຍ. ພຣະອົງຈະກະທຳສິ່ງນີ້ ເພື່ອນຳພາຕີນຂອງເຮົາໄປໃນທາງແຫ່ງສັນຕິສຸກ.”
80
ບັດນີ້ ລູກນ້ອຍນັ້ນກໍໃຫຍ່ຂຶ້ນ ແລະ ໄດ້ກາຍເປັນຜູ້ເຂັ້ມແຂງໃນຝ່າຍຈິດວິນຍານ, ແລະເພິ່ນໄດ້ອາໄສຢູ່ໃນປ່າຈົນເຖິງວັນທີ່ຈະໄດ້ມາປະກົດແກ່ພວກອິສຣາເອນ.