ບົດທີ 2

1 ໃນຄາວນັ້ນ, ເປັນເວລາທີ່ ກາຍ­ຊາ ໂອ­ຄຸດ­ໂຕໄດ້ສົ່ງຄຳສັ່ງໃຫ້ຈົດທະບຽນສຳ­ມະ­ໂນຄົວຂອງທຸກຄົນທີ່ດຳຣົງຊີວິດຢູ່ໃນໂລກທົ່ວຣາຊະອານາຈັກ. 2 ນີ້ເປັນການຈົດທະບຽນສຳ­ມະ­ໂນຄົວເທື່ອທຳອິດ ໃນສະໄຫມທີ່ ກີ­ເຣ­ນີໂອ ເປັນຜູ້ປົກ­ຄອງແຂວງຊີ­ເຣຍ. 3 ດັ່ງນັ້ນ ທຸກຄົນຕ້ອງໄປຍັງບ້ານເກີດເມືອງນອນຂອງຕົນ ເພື່ອທີ່ຈະຂຶ້ນທະບຽນສຳມະໂນຄົວ. 4 ໂຢ­ເຊັບເຊັ່ນດຽວກັນກັບກໍຂຶ້ນໄປຈາກເມືອງນາ­ຊາເຣັດ, ແຂວງຄາ­ລີ­ເລ ໄປຍັງເມືອງຂອງດາ­ວິດ,ແຂວງຢູ­ດາຍ ຊຶ່ງຊື່ວ່າເບັດເລເຮັມ, ເພາະເພິ່ນເປັນເຊື້ອ­ສາຍວົງສະ­ກຸນດຽວກັບດາ­ວິດ. 5 ເພິ່ນໄດ້ໄປທີ່ນັ້ນພ້ອມຂື້ນທະບຽນກັບ ມາຣີອາ ຍິງທີ່ເພິ່ນຫມັ້ນຫມາຍໄວ້ແລ້ວ ແລະ ສ່ວນນາງກໍກຳ­ລັງຖືພາຢູ່. 6 ຂະນະທີ່ພວກເຂົາທັງສອງຍັງຢູ່ທີ່ນັ້ນ, ກໍເຖິງເວ­ລາທີ່ມາຣີອາຈະປະ­ສູດບຸດ. 7 ນາງຈິ່ງໄດ້ປະ­ສູດບຸດຊາຍຄົນຫນຶ່ງ, ເປັນບຸດຜູ້ກົກຂອງນາງ. ແລະ ນາງໄດ້ຕູ້ມພັນພຣະອົງໄວ້ດວ້ຍຜ້າອ້ອມ ແລະວາງພຣະອົງໄວ້ໃນຮາງຫຍ້າ, ເພາະບໍ່ມີບ່ອນຫວ່າງສຳ­ລັບພວກເຂົາໃນໂຮງ­ແຮມ. 8 ມີພວກລ້ຽງແກະໃນແຖບນັ້ນ ກຳລັງລ້ຽງຝູງແກະຂອງເຂົາຢູ່ທົ່ງຫຍ້າ, ໃນເວ­ລາກາງ­ຄືນ. 9 ທ­ູດສະຫວັນຕົນຫນຶ່ງຂອງອົງພຣະຜູ້ເປັນ­ເຈົ້າໄດ້ມາປະ­ກົດແກ່ເຂົາ, ຣັດ­ສະ­ຫມີຂອງອົງພຣະ­ຜູ້ເປັນເຈົ້າໄດ້ສ່ອງຮອບພວກເຂົາ, ແລະ ພວກເຂົາກໍເຕັມໄປດ້ວຍຄວາມສະທ້ານໃຈຫລາຍ. 10 ແລ້ວທ­ູດສະຫວັນຕົນນັ້ນຈິ່ງໄດ້ກ່າວແກ່ພວກເຂົາວ່າ, “ຢ່າຊູ່ຢ້ານເລີຍ, ເພາະເຮົານຳເອົາຂ່າວດີມາໃຫ້ພວກເຈົ້າຮູ້ ຊຶ່ງເປັນທີ່ຈະນຳຄວາມຊື່ນຊົມຍິນ­ດີອັນໃຫຍ່ຫລວງມາສູ່ພົນລະ­ເມືອງທັງໝົດ. 11 ມື້ນີ້ພຣະ­ຜູ້ຊົງໂຜດໃຫ້ພົ້ນອົງຫນຶ່ງມາບັງ­ເກີດສຳລັບເຈົ້າທັງ­ຫລາຍໃນຄອບຄົວຂອງດາ­ວິດ! ພຣະອົງຊົງເປັນພຣະຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ! 12 ນີ້ຈະເປັນຫມາຍສຳ­ຄັນແກ່ເຈົ້າທັງ­ຫລາຍຄື: ພວກເຈົ້າຈະໄດ້ພົບກຸມມານຕົນຫນຶ່ງພັນດ້ວຍຜ້າ­ອ້ອມ ແລະ ນອນຢູ່ໃນຮາງຫຍ້າ.” 13 ໃນທັນ­ໃດນັ້ນ ກໍມີກອງ­ທັບຈາກສະ­ຫວັນຈຳນວນຫລວງຫລາຍ ໄດ້ມາສັນ­ຣະ­ເສີນພຣະ­ເຈົ້າຮ່ວມກັບທ­ູດສະຫວັນນັ້ນ ແລະ ໄດ້ກ່າວວ່າ. 14 “ພຣະຣັດສະຫມີຈົ່ງມີແດ່ພຣະ­ເຈົ້າໃນທີ່ສູງສຸດ, ແລະ ສັນຕິສຸກຈົ່ງບັງເກີດທີ່ແຜ່ນດິນໂລກ ແກ່ມະນຸດທັງປວງທີ່ພຣະອົງຊົງຊອບພຣະທັຍ.” 15 ເມື່ອທ­ູດສະຫວັນເຫລົ່າ­ນັ້ນໄດ້ໄປຈາກພວກເຂົາຂຶ້ນສູ່ສະຫວັນແລ້ວ, ພວກລ້ຽງແກະໄດ້ເວົ້າຕໍ່ກັນວ່າ, “ໃຫ້ເຮົາໄປທີ່ເມືອງເບັດ­ເລເຮັມເທາະ, ແລະ ເພື່ອໄປເບິ່ງເຫດ­ການທີ່ເກີດຂຶ້ນ, ຊຶ່ງອົງພຣະຜູ້­ເປັນເຈົ້າໄດ້ຊົງແຈ້ງແກ່ເຮົານັ້ນ.” 16 ພວກເຂົາກໍຮີບໄປແລ້ວພົບມາ­ຣີ­ອາ ກັບ ໂຢ­ເຊັບ ແລະ ໄດ້ເຫັນພຣະ­ກຸມ­ມານນັ້ນນອນຢູ່ໃນຮາງຫຍ້າ. 17 ຫລັງຈາກທີ່ພວກເຂົາໄດ້ເຫັນພຣະອົງ ແລ້ວ, ພວກເຂົາກໍເລົ່າເລື່ອງທີ່ເຂົາໄດ້ຍິນເຖິງກຸມ­ມານນັ້ນ. 18 ທຸກຄົນທີ່ໄດ້ຍິນເລື່ອງລາວທີ່ພວກຄົນລ້ຽງແກະເລົ່າໃຫ້ຟັງກໍພາກັນປະ­ຫລາດໃຈ. 19 ແຕ່ຝ່າຍມາຣີອາກໍຄຶດຮ່ຳ­ເພິງກຽ່ວກັບທຸກສິ່ງທີ່ນາງໄດ້ຍິນ ແລະ ເກັບຮັກສາເລື່ອງນັ້ນໄວ້ໃນໃຈ. 20 ພວກຄົນລ້ຽງແກະຈິ່ງກັບໄປ ຍ້ອງ­ຍໍສັນ­ຣະ­ເສີນພຣະ­ເຈົ້າ, ສຳລັບເຫດ­ການທັງປວງທີ່ເຂົາໄດ້ເຫັນ, ແລະໄດ້ຍິນ ແລະໄດ້ເຫັນ ຕາມທີ່ໄດ້ບອກໄວ້ກັບເຂົານັ້ນ. 21 ເມື່ອຄົບແປດວັນແລ້ວ ເຊິ່ງເປັນວັນທີ່ພຣະອົງໄດ້ເຂົ້າພິ­ທີຕັດ, ເຂົາຈິ່ງໃສ່ຊື່ພຣະ­ອົງນັ້ນວ່າ ເຢ­ຊູ ເຊິ່ງເປັນຊື່ຕາມທີ່ທ­ູດສະຫວັນໄດ້ບອກໄວ້ກ່ອນ ທີ່ພຣະ­ອົງຈະປະ­ຕິ­ສົນ­ທິໃນທ້ອງ. 22 ເມື່ອເຖິງເວ­ລາທີ່ຈະທຳພິ­ທີຊຳ­ຣະຕົວໃຫ້ສະ­ອາດຕາມພຣະບັນຍັດຂອງໂມເຊແລ້ວ, ໂຢເຊັບແລະ ມາຣີອາໄດ້ນຳພຣະອົງໄປຍັງພຣະວິຫານໃນນະຄອນເຢ­ຣູ­ຊາ­ເລັມ ເພື່ອຖວາຍແດ່ອົງພຣະ­ຜູ້ເປັນ­ເຈົ້າ. 23 ຕາມທີ່ຂຽນໄວ້ແລ້ວໃນພຣະ­ບັນ­ຍັດຂອງອົງພຣະຜູ້­ເປັນ­ເຈົ້າວ່າ, “ລູກຊາຍກົກທຸກຄົນທີ່ເກີດຈາກທ້ອງແມ່ ຈະຕ້ອງມອບຖວາຍແດ່ອົງພຣະ­ຜູ້­ເປັນ­ເຈົ້າ.” 24 ດັ່ງນັ້ນ ພວກເຂົາຈິ່ງຖວາຍເຄື່ອງບູ­ຊາຕາມທີ່ຊົງກ່າວໄວ້ແລ້ວໃນພຣະ­ບັນ­ຍັດຂອງອົງພຣະຜູ້­ເປັນເຈົ້າ ຄື “ນົກເຂົາຄູ່ຫນຶ່ງຫລືນົກ­ກາງ­ແກຫນຸ່ມສອງໂຕ.” 25 ນີ້ແຫລະ, ມີຊາຍຄົນຫນຶ່ງຢູ່ໃນກຸງເຢ­ຣູ­ຊາ­ເລັມຊື່ ຊິ­ເມ­ໂອນ ຊາຍຄົນນີ້ເປັນຄົນສິນທັມແລະຢຳເກງພຣະ­ເຈົ້າ ເພິ່ນໄດ້ຄອຍຖ້າຜູ້ທີ່ຈະບັນເທົາທຸກຂອງຄົນອິ­ສຣາ­ເອນ ແລະ ພຣະ­ວິນ­ຍານ­ບໍ­ຣິ­ສຸດຊົງສະຖິດຢູ່ກັບເພິ່ນ. 26 ພຣະ­ວິນ­ຍານ­ບໍ­ຣິ­ສຸດໄດ້ຊົງສຳ­ແດງເປີດເຜີຍ ແກ່ເພິ່ນແລ້ວວ່າ, ເພິ່ນຈະບໍ່ຕາຍຈົນກວ່າຈະໄດ້ເຫັນພຣະ­ຄຣິດເຈົ້າຜູ້ມາຈາກອົງພຣະ­ຜູ້­ເປັນ­ເຈົ້າ. 27 ຊິ­ເມ­ໂອນໄດ້ເຂົ້າໄປໃນບໍ­­ຣິເວນພຣະວິຫານໂດຍພຣະວິນຍານ­ບໍ­ຣິ­ສຸດຊົງນຳ. ເມື່ອບິ­ດາມານດາໄດ້ນຳເອົາພຣະກຸມ­ມານເຢ­ຊູເຂົ້າໄປ ເພື່ອ­ທຳຕາມທຳນຽມປະຕິບັດຂອງພຣະ­ບັນ­ຍັດ. 28 ຊິ­ເມ­ໂອນໄດ້ອູ້ມເອົາກຸມມານໄວ້ໃນອ້ອມແຂນ ແລະ ສັນ­ຣະ­ເສີນພຣະ­ເຈົ້າ ແລະ ກ່າວວ່າ. 29 “ຂ້າແດ່ພຣະອົງເຈົ້າ ບັດນີ້ພຣະອົງໄດ້ຊົງໃຫ້ຂ້ອຍໃຊ້ຂອງພຣະອົງໄປເປັນສຸກ ຕາມພຣະທັມຂອງພຣະອົງເຖີດ." 30 ເພາະວ່າຕາຂ້າພຣະອົງໄດ້ເຫັນຄວາມລອດພົ້ນຂອງພຣະອົງແລ້ວ, 31 ຊຶ່ງພຣະອົງໄດ້ຊົງຈັດຕຽມໄວ້ ສຳລັບຄົນໃນຍຸກນີ້. 32 ແສງສະຫວ່າງແຫ່ງການເປີດເຜີຍທີ່ມາເຖິງບັນດາປະຊາຊາດ ແລະ ພຣະສະຫງ່າຣາສີທີ່ມີແກ່ພວກອິ­ສຣາ­ເອນ ປະຊາຊົນຂອງພຣະອົງ.” 33 ບິ­ດາມານດາຂອງພຣະ­ກຸມ­ມານກໍປະຫລາດໃຈໃນຖ້ອຍຄຳທີ່ຊິ­ເມ­ໂອນໄດ້ກ່າວເຖິງພຣະ­ກຸມ­ມານນັ້ນ. 34 ຊິ­ເມໂອນໄດ້ອວຍພອນແກ່ພວກເຂົາ ແລະ ໄດ້ກ່າວແກ່ມາ­ຣີ­ອາມານດາຂອງພຣະກຸມມານ ວ່າ, “ເບິ່ງແມ, ເດັກນ້ອຍຄົນນີ້ໄດ້ຮັບການແຕ່ງຕັ້ງໄວ້ ແລະ ເພື່ອເຮັດໃຫ້ຫລາຍຄົນໃນພວກອິ­ສຣາ­ເອນລົ້ມລົງ ແລະ ຍົກຊູ­ຂຶ້ນ ແລະ ເພື່ອເປັນຫມາຍສຳ­ຄັນທີ່ຖືກກ່າວປະຕິເສດ. 35 ແລະ ດາບຈະແທງທະລຸຈິດ­ໃຈຂອງທ່ານ ເພື່ອທີ່ຄວາມຄຶດໃນໃຈຂອງຄົນຈຳ­ນວນຫລວງຫລາຍ ຈະຖືກປະ­ກົດແຈ້ງອອກມາ.” 36 ຍັງມີຫມໍທຳ­ນວາຍຍິງຄົນຫນຶ່ງຊື່ ອາ­ນາ. ນາງເປັນລູກຂອງຟານູ­ເອັນໃນເຜົ່າອາ­ເຊ. ນາງເປັນຄົນແກ່ຊະ­ຣາຫລາຍແລ້ວ ນາງຢູ່ກິນນຳສາມີເປັນເວລາເຈັດປີ ຫລັງຈາກທີ່ເປັນສາວປອດ. 37 ແລ້ວກໍເປັນຫມ້າຍເປັນເວລາແປດສິບສີ່ປີ ນາງບໍ່ເຄີຍອອກຈາກບໍ­ຣິເວນພຣະ­ວິ­ຫານ ແຕ່ໄດ້ຢູ່ປະ­ຕິ­ບັດພຣະ­ເຈົ້າດ້ວຍການຖືສິນອົດອາ­ຫານ ແລະໄຫວ້ວອນທັງກາງ­ເວັນແລະກາງ­ຄືນ. 38 ໃນຂະນະນັ້ນ ນາງໄດ້ເຂົ້າມາຫາພວກເຂົາແລະໂມ­ທະນາພຣະ­ຄຸນພຣະເຈົ້າ ແລະນາງໄດ້ບອກກ່ຽວກັບພຣະ­ກຸມ­ມານໃຫ້ຄົນທັງປວງທີ່ກຳ­ລັງຄອຍຖ້າການຊົງໄຖ່ໃຫ້ພົ້ນ ຂອງນະຄອນເຢຣູ­ຊາ­ເລັມ. 39 ເມື່ອພວກເພິ່ນໄດ້ເຮັດສຳເລັດທຸກສິ່ງຕາມພຣະ­ບັນ­ຍັດຂອງພຣະ­ຜູ້­ເປັນ­ເຈົ້າກຳນົດໃຫ້ເຮັດ ພວກເພິ່ນກໍໄດ້ກັບເມືອຍັງເມືອງນາ­ຊາ­ເຣັດ ແຂວງຄາ­ລີ­ເລບ້ານເກີດເມືອງນອນຂອງຕົນ. 40 ພຣະ­ກຸມ­ມານນັ້ນກໍໃຫຍ່ຂຶ້ນ ແລະ ແຂງ­ແຮງ, ເຕັມໄປດ້ວຍສະ­ຕິ­ປັນ­ຍາ, ແລະ ພຣະຄຸນຂອງພຣະເຈົ້າກໍສະ­ຖິດຢູ່ເຫນືອພຣະອົງ. 41 ຝ່າຍບິ­ດາມານດາຂອງພຣະ­ອົງ ເຄີຍໄດ້ໄປຮ່ວມເທສະການປັດ­ສະ­ຄາ ທີ່ນະຄອນເຢ­ຣູ­ຊາ­ເລັມທຸກປີ. 42 ເມື່ອພຣະອົງມີອາຍຸສິບສອງປີ ພວກເພິ່ນກໍພາພຣະອົງຂຶ້ນໄປຮ່ວມເທສະການປັດສະຄານັ້ນອີກຄັ້ງຫນຶ່ງ. 43 ຫລັງຈາກທີ່ພວກເພິ່ນຢູ່ຄົບກຳ­ນົດວັນປັດ­ສະ­ຄານັ້ນ­ແລ້ວ ພວກເພິ່ນກໍເລີ່ມເດີນທາງກັບບ້ານ ແຕ່ພຣະເຢ­ຊູເຈົ້າກໍຍັງຄ້າງຢູ່ທີ່ນະຄອນເຢ­ຣູຊາເລັມ ແຕ່ບິ­ດາມານດາຂອງພຣະອົງບໍ່ຮູ້­. 44 ພວກເພິ່ນທັງສອງຄິດວ່າພຣະອົງຢູ່ນຳກຸ່ມຄົນທີ່ເດີນທາງມາດ້ວຍກັນກັບພວກເພິ່ນ ດັ່ງນັ້ນເມື່ອພວກເພິ່ນເດີນທາງກັບໄປໄດ້ມື້­ຫນຶ່ງ. ຈິ່ງໄດ້ເລີ່ມຕົ້ນຊອກຫາພຣະອົງໃນຫມູ່ພີ່ນ້ອງ ແລະ ຫມູ່ເພື່ອນ ຂອງພວກເພິ່ນ. 45 ເມື່ອພວກເພິ່ນບໍ່ພົບພຣະອົງ, ພວກເພິ່ນຈິ່ງກັບຄືນໄປທີ່ນະຄອນເຢ­ຣູ­ຊາ­ເລັມ ແລະ ຊອກຫາພຣະອົງທີ່ນັ້ນ. 46 ຫລັງຈາກນັ້ນສາມວັນ ພວກເພິ່ນກໍພົບພຣະອົງນັ່ງຢູ່ໃນບໍ­ຣິເວນພຣະ­ວິ­ຫານ ທ່າມ­ກາງພວກອາ­ຈານ ກຳ­ລັງຟັງແລະຖາມຄຳຖາມພວກອາ­ຈານເຫລົ່າ­ນັ້ນຢູ່. 47 ຄົນທັງປວງທີ່ໄດ້ຍິນກໍປະ­ຫລາດໃຈໃນສະ­ຕິປັນຍາແລະ ຄຳຕອບຂອງພຣະອົງ. 48 ເມື່ອພວກເພິ່ນເຫັນພຣະອົງ, ພວກເພິ່ນກໍອັດ­ສະ­ຈັນໃຈ. ມານດາຂອງພຣະອົງຈິ່ງກ່າວກັບພຣະອົງວ່າ, “ລູກເອີຍ, ເປັນຫຍັງເຈົ້າຈິ່ງເຮັດຢ່າງນີ້ແກ່ເຮົາ? ຟັງເດີ, ພໍ່ກັບແມ່ໄດ້ຊອກຫາເຈົ້າດ້ວຍຄວາມທຸກໃຈຫລາຍ.” 49 ຝ່າຍພຣະອົງກໍຕອບພວກເພິ່ນວ່າ, “ພວກທ່ານຊອກຫາເຮົາເຮັດຫຍັງ? ພວກທ່ານຍັງບໍ່ຮູ້ ຫລື ວ່າ ເຮົາຕ້ອງຢູ່ໃນທີ່ສະ­ຖິດແຫ່ງພຣະ­ບິ­ດາຂອງເຮົາ.” 50 ແຕ່ພວກເຂົາບໍ່ໄດ້ເຂົ້າ­ໃຈຄຳຕອບເຫລົ່ານັ້ນວ່າພຣະອົງຫມາຍເຖິງຫຍັງ. 51 ແລ້ວພຣະອົງກໍກັບໄປຍັງເມືອງນາ­ຊາ­ເຣັດພ້ອມກັບພວກເພິ່ນ ແລະ ເຊື່ອຟັງພວກເພິ່ນ. ສ່ວນມານດາຂອງພຣະອົງກໍເກັບຮັກສາເລື່ອງທັງຫລາຍນີ້ໄວ້ໃນໃຈ. 52 ແຕ່ພຣະ­ເຢຊູເຈົ້າກໍໄດ້ຈະ­ເຣີນຂຶ້ນໃນດ້ານສະ­ຕິ­ປັນ­ຍາ, ແລະ ດ້ານຮ່າງ­ກາຍ, ແລະ ເປັນທີ່ພໍພຣະທັຍຕໍ່ພຣະເຈົ້າ ແລະຕໍ່ມະນຸດ.