ບົດທີ 1

1 ພຣະຢາເວຊົງຮຽກເອີ້ນໂມເຊ ແລະກ່າວກັບທ່ານຈາກເຕັນນັດພົບວ່າ, 2 " ຈົ່ງບອກຄົນອິດສະຣາເອນ ແລະ ເວົ້າກັບເຂົາວ່າ, 'ເມື່ອຄົນໃດໃນພວກທ່ານນຳເຄື່ອງບູຊາມາຖວາຍພຣະຢາເວນັ້ນ, ໃຫ້ເອົາສັດລ້ຽງ, ອັນເປັນເຄື່ອງບູຊາຂອງທ່ານມາຈາກຝູງງົວຫລືຝູງແບ້ແກະ. 3 ຖ້າເຄື່ອງບູຊາຂອງເຂົາເປັນເຄື່ອງເຜົາບູຊາທີ່ມາຈາກຝູງງົວ, ເຂົາຕ້ອງຖວາຍເປັນໂຕຜູ້ທີ່ບໍ່ມີຕຳຫນິ. ເຂົາຕ້ອງມາຖວາຍບ່ອນທາງເຂົ້າປະຕູເຕັນນັດພົບ, ເພື່ອເປັນທີ່ຍອມຮັບຕໍ່ພຣະພັກພຣະຢາເວ. 4 ໃຫ້ເຂົາວາງມືເທິງຫົວເຄື່ອງເຜົາບູຊານັ້ນ, ແລ້ວຈະເປັນທີ່ຍອມຮັບແທນໂຕເຂົາເພື່ອລົບລ້າງມົນທິນສຳລັບໂຕເຂົາເອງ. 5 ເເລ້ວເຂົາຕ້ອງຂ້າງົວນັ້ນຕໍ່ພຣະພັກພຣະຢາເວ. ແລ້ວບັນດາບຸດຂອງອາໂຣນ, ທີ່ເປັນປະໂຣຫິດ, ກໍ່ນຳເລືອດນັ້ນມາຊິດໃສ່ແທ່ນບູຊາແລະຮອບຂ້າງຂອງເເທ່ນບູຊາຢູ່ທາງເຂົ້າເຕັນນັດພົບ. 6 ເເລະໃຫ້ເຂົາລອກຫນັງເຄື່ອງບູຊານັ້ນອອກ ແລະຕັດເປັນຕ່ອນໆ. 7 ແລ້ວບັນດາບຸດຂອງອາໂຣນຊຶ່ງເປັນປະໂຣຫິດຈະຈູດໄຟເທິງແທ່ນບູຊາ ເເລະ ຈັດວາງຟືນເທິງໄຟ. 8 ບັນດາລູກຂອງອາໂຣນ, ຊຶ່ງເປັນປະໂຣຫິດ, ຈະວາງສ່ວນເຫລົ່ານັ້ນ ຊຶ່ງມີສ່ວນຫົວ ເເລະໄຂມັນ, ຕາມລຳດັບໄວ້ເທິງຟືນທີ່ຕິດໄຟຊຶ່ງຢູ່ເທິງເເທ່ນບູຊາ. 9 ສ່ວນເຄື່ອງໃນ ເເລະຂາຂອງມັນ ເຂົາຈະລ້າງດ້ວຍນຳ້. ເເລ້ວປະໂຣຫິດຈຶ່ງເຜົາທຸກຢ່າງເທິງເເທ່ນບູຊາໃຫ້ເປັນເຄື່ອງເຜົາບູຊາ. ຊຶ່ງເປັນກິ່ນຫອມສຳລັບເຮົາ; ເເລະ ເປັນເຄື່ອງບູຊາດ້ວຍໄຟສຳລັບເຮົາ. 10 ຖ້າເຄື່ອງບູຊາຂອງເຂົາສຳລັບເຜົາບູຊານັ້ນມາຈາກຝູງເເກະ ຫລື ເເບ້, ເປັນແກະໂຕຫນຶ່ງຫລື ເເບ້ໂຕຫນຶ່ງ, ເຂົາຈະຕ້ອງຖວາຍໂຕຜູ້ທີ່ປາສະຈາກການຕຳຫນິ. 11 ເຂົາຕ້ອງຂ້າສັດທັງຫມົດດ້ານເຫນືອຂອງເເທ່ນບູຊາຕໍ່ພຣະພັກພຣະຢາເວ. ເເລ້ວບັນດາບຸດຂອງອາໂຣນ, ຊຶ່ງເປັນປະໂຣຫິດ, ຈະຖອກເລືອດນັ້ນໃສ່ແທ່ນບູຊາທຸກດ້ານ. 12 ເເລ້ວເຂົາຕ້ອງຕັດສັດນັ້ນອອກເປັນສ່ວນໆ ໃຫ້ມີຫົວເເລະໄຂຂອງມັນ, ເເລະປະໂຣຫິດຈະວາງສ່ວນນັ້ນຕາມລຳດັບໄວ້ເທິງຟືນເທິງໄຟ, ທີ່ເເທ່ນບູຊາເປັນເຄື່ອງເຜົາບູຊາ, 13 ໃຫ້ເຂົາລ້າງເຄື່ອງໃນກັບຂາດ້ວຍນຳ້. ເເລະ ປະໂຣຫິດຈະຖວາຍຫມົດທັງໂຕ, ເເລະ ເຜົາເທິງແທ່ນບູຊາ. ມັນເປັນເຄື່ອງເຜົາຖວາຍ, ແລະ ຈະເປັນກິ່ນຫອມສຳລັບພຣະຢາເວ; ຈະເປັນເຄື່ອງບູຊາດ້ວຍໄຟຖວາຍເເດ່ພຣະອົງ. 14 ຖ້າເຄື່ອງບູຊາເເດ່ພຣະຢາເວຂອງເຂົານັ້ນເປັນເຄື່ອງເຜົາບູຊາທີ່ມາຈາກນົກ, ເຂົາຈະຕ້ອງນຳນົກເຂົາ ຫລື ນົກພິລາບຫນຸ່ມມາເປັນເຄື່ອງບູຊາຂອງເຂົາ. 15 ປະໂຣຫິດຈະຕ້ອງນຳສັດນັ້ນມາທີ່ເເທ່ນບູຊາ, ເເລ້ວບິດຫົວນົກ ເເລະເຜົາເທິງເເທ່ນບູຊາ ເເລ້ວເລືອດນົກຈະໄຫລອອກມາທາງຂ້າງເເທ່ນບູຊາ. 16 ເຂົາຈະຕ້ອງເອົາກະເພາະ ເເລະ ສິ່ງທີ່ຢູ່ຂ້າງໃນກະເພາະ, ໄປຖິ້ມທາງຂ້າງເເທ່ນບູຊາທາງທິດຕາເວັນອອກ, ທີ່ມີຂີ້ເຖົ່າ. 17 ເຂົາຈະຕ້ອງຈີກປີກນົກ, ໃຫ້ເເຍກອອກຈາກກັນເປັນສອງສ່ວນ. ເເລ້ວປະໂຣຫິດຈະເຜົາມັນເທິງຟືນທີ່ວາງຢູ່ໄຟທີ່ເເທ່ນບູຊາ, ເເລະ ນັ້ນຈະເປັນເຄື່ອງເຜົາຖວາຍ,​ ແລະ ສົ່ງກິ່ນຫອມສຳລັບພຣະຢາເວ; ເປັນເຄື່ອງບູຊາດ້ວຍໄຟຖວາຍເເດ່ພຣະອົງ.