ບົດທີ 1
1
ຄັ້ງຫນຶ່ງໃນນະຄອນທີ່ເຕັມໄປດ້ວຍຜູ້ຄົນ ບັດນີ້ມານັ່ງດຽວດາຍແຕ່ຜູ້ດຽວ. ນາງໄດ້ເປັນກາຍເຫມືອນແມ່ຫມ້າຍແລ້ວ, ນາງເຄີຍເປັນຍິງທີມີກຽດສັກສີຂອງຊົນຊາດ. ນາງເປັນເຫມຶອນດັ່ງເຈົ້າຍິງ ທ່າມກາງຊົນຊາດທັງຫລາຍ, ແຕ່ບັດນີ້ຖືກບັງຄັບໃຫ້ເປັນທາດແລ້ວ.
2
ນາງຮ້ອງໄຫ້ ແລະ ຄໍ່າຄວນຍາມກາງຄືນ, ແລະນໍ້າຕາຂອງນາງໄຫລອາບແກ້ມ. ບໍ່ມີໃຜທີຮັກນາງປອບໃຈນາງ. ເພື່ອນທຸກຄົນຂອງນາງໄດ້ທໍຣະຍົດຕໍ່ນາງ. ພວກເຂົາກາຍເປັນສັດຕຣູຂອງນາງ.
3
ຫລັງຈາກຄວາມຍາກຈົນ ແລະ ຄວາມທໍຣະມານແລ້ວ, ເມື່ອຢູດາໄດ້ໄປເປັນຊະເລີຍ. ນາງຕ້ອງອາໄສຢູທ່າມກາງບັນດາປະຊາຊາດ ແລະ ບໍ່ໄດ້ພົບທີ່ພັກສະຫງົບເລີຍ. ທຸກຄົນທີ່ໄລ່ລ່ານາງ ກໍຕາມນາງທັນໃນຄວາມແຄ້ນໃຈຂອງນາງນັ້ນ.
4
ຫົນທາງສູ່ຊີໂອນກໍໂສກເສົ້າ ເພາະບໍ່ມີຜູ້ໃດສັນຈອນໄປງານເທສະການງານລ້ຽງຕາມກຳນົດ. ປະຕູເມືອງທຸກບານຂອງນາງກໍຮ້າງ. ປະໂລຫິດທັງຫລາຍຂອງນາງພາກັນຖອນໃຈ. ສາວປອດຂອງນາງຕ້ອງໂສກເສົ້າໃຈ ແລະ ນາງເອງກໍຂົມຂື່ນທີ່ສຸດ.
5
ຜູ້ເປັນສັດຕຣູຂອງນາງກາຍເປັນເຈົ້ານາຍຂອງນາງ; ສັດຕຣູຂອງນາງໄດ້ຈະເຣີນຮຸ່ງເຮືອງ. ພຣະຢາເວຊົງໃຫ້ນາງທົນທຸກ ເພາະບາບທັງຫລາຍຂອງນາງ. ລູກນ້ອຍທັງຫລາຍຂອງນາງເປັນຊະເລີຍຂອງສັດຕຣູ.
6
ຄວາມງາມໄດ້ຫາຍໄປຈາກລູກສາວແຫ່ງຊີໂອນ. ພວກເຈົ້າຊາຍທັງຫລາຍຂອງນາງກໍເປັນ ດັ່ງຝູງກວາງທີ່ຫາທົ່ງຫຍ້າບໍ່ເຫັນ, ແລະພວກມັນກໍໄດ້ຫມົດແຮງຕໍ່ຫນ້າ ຜູ້ໄລ່ລ່າຂອງພວກມັນ.
7
ໃນວັນທຸກຍາກ ແລະຍາມທີ່ບໍ່ມີເຮືອນອາໄສຢູ່ຂອງນາງ, ເຢຣູຊາເລັມຈະຣະນືກເຖິງຂອງມີຄ່າທັງຫມົດທີ່ນາງເຄີຍມີໃນອາດີດ. ເມື່ອປະຊາຊົນຂອງນາງຕົກຢູໃນມືຂອງສັດຕຣູ, ບໍ່ມີໃຜຊ່ວຍນາງໄດ້ເລີຍ. ພວກສັດຕຣູທັງຫລາຍໄດ້ເຫັນນາງແລ້ວ ແລະ ກໍເຍາະເຍີ້ຍຄວາມຫລົ້ມຈົມຂອງນາງ.
8
ເຢຣູຊາເລັມໄດ້ເຮັດບາບໃຫຍ່ຫລວງ, ສະນັ້ນ, ນາງຈຶ່ງໄດ້ເປັນທີ່ເຍາະເຍີ້ຍເຫມືອນກັບສີ່ງທີ່ເປັນມົນທິນ. ທຸກຄົນທີເຄີຍໃຫ້ກຽດຕິຍົດນາງ ບັດນີ້ ຫມິ່ນປະຫມາດນາງ ເພາະພວກເຂົາເຫັນຄວາມເປືອຍກາຍຂອງນາງ. ນາງໄດ້ແຕ່ຖອນໃຈ ແລະພະຍາຍາມຫັນຫນ້າຫນີໄປເສັຽ.
9
ນາງໄດ້ເປັນມົນທີນພາຍໃຕ້ກະໂປ່ງຂອງນາງ. ນາງບໍ່ຄິດເຖິງອານາຄົດອີກແລ້ວ. ດັ່ງນັ້ນຄວາມຫລົ້ມຈົມຂອງນາງ ຈຶ່ງຫນ້າຢ້ານ. ບໍ່ມີໃຜປອບໃຈນາງເລີຍ. ນາງໄດ້ແຕ່ຮ້ອງວ່າ, "ຂ້າແດ່ພຣະຢາເວ, ຂໍເບິ່ງຄວາມທຸກທໍຣະມານຂອງຂ້ານ້ອຍ, ເພາະພວກສັດຕຣູນັ້ນຍິ່ງໃຫຍ່ເກີນໄປ."
10
ສັດຕຣູໄດ້ເດ່ມືອອກມາຍຶດເອົາສິ່ງຂອງລໍ້າຄ່າທຸກຢ່າງຂອງນາງໄປ. ນາງໄດ້ເຫັນບັນດາປະຊາຊາດ ບຸກເຂົ້າມາໃນສະຖານນະມັດສະການຂອງນາງ, ເຖິງແມ່ນວ່າຄົນທີ່ພຣະອົງຫ້າມວ່າ ພວກເຂົາຕ້ອງບໍ່ເຂົ້າມາໃນບ່ອນປະຊຸມຂອງພຣະອົງ.
11
ປະຊາຊົນທັງຫມົດຂອງນາງໄດ້ຖອນໃຈໃຫຍ່ ເມື່ອພວກເຂົາສະແຫວງຊອກຫາອາຫານ. ພວກເຂົາໄດ້ເອົາເຄື່ອງຂອງມີຄ່າ ແລກອາຫານເພື່ອຈະໄດ້ມີຊີວິດຢູ່. ເບິ່ງແມ, ພຣະຢາເວ, ຂໍພິຈາຣະນາຂ້ານ້ອຍ, ເພາະຂ້ານ້ອຍກາຍເປັນຄົນບໍ່ມີຄ່າໃດໆ.
12
ທ່ານທັງຫລາຍທີ່ຍ່າງຜ່ານໄປ, ທ່ານບໍ່ເກີດຄວາມຮູ້ສຶກອັນໃດແນ່ບໍ? ເບິ່ງແມ, ຈົ່ງເບິ່ງວ່າມີຄວາມທຸກອັນໃດແດ່ທີ່ຈະຄືກັບຄວາມທຸກທີ່ມາສູ່ຂ້ານ້ອຍ ເປັນຄວາມທຸກຊຶ່ງພຣະຢາເວໄດ້ເຮັດແກ່ຂ້ານ້ອຍ, ໃນວັນທີ່ພຣະອົງໂກດຮ້າຍຂ້ານ້ອຍຢ່າງຮ້າຍແຮງນັ້ນ.
13
ຈາກເບື້ອງເທິງ ພຣະອົງໄດ້ສົ່ງໄຟມາເຜົາໃຫ້ເຂົ້າໄປໃນ ກະດູກຂອງຂ້ານ້ອຍ, ແລະມັນກໍເລິກລົງໄປໃນກະດູກແທ້. ພຣະອົງໄດ້ກາງຕາຫນ່າງໄວ້ດັກຕີນຂອງຂ້ານ້ອຍ ແລະ ໄດ້ຊົງເຮັດໃຫ້ຂ້ານ້ອຍຕ້ອງປິ່ນກັບ. ພຣະອົງໄດ້ເຮັດໃຫ້ຂ້ານ້ອຍຫມົດຫວັງ ແລະ ອ່ອນແອຕະຫລອດເວລາ.
14
ແອກແຫ່ງບັນດາການລະເມີດຜິດຂອງຂ້ານ້ອຍຖືກມັດລວມກັນໂດຍມືຂອງພຣະອົງ. ການລະເມີດເຫລົ່ານັ້ນກໍຖືກຫຍິບລວມກັນ ແລະ ໃສ່ອ້ອມຄໍຂອງຂ້ານ້ອຍ. ພຣະອົງເຮັດໃຫ້ ກຳລັງຂອງຂ້ານ້ອຍອ່ອນລົງ. ອົງພຣະຜູ້ເປັນເຈົ້າໄດ້ຊົງມອບຂ້ານ້ອຍໄວ້ໃນມືຂອງພວກມັນ, ແລະຜູ້ທີ່ຂ້ານ້ອຍບໍ່ສາມາດຕໍ່ຕ້ານໄດ້.
15
ພຣະຜູ້ເປັນເຈົ້າໄດ້ໂຍນຂ້ານ້ອຍໃຫ້ອອກໄປ ຜູ້ກ້າຫານທັງຫລາຍທີ່ຕໍ່ສູ້ຂ້ານ້ອຍນັ້ນ. ພຣະອົງໄດ້ເອີ້ນຝູງຊົນມາສູ້ຂ້ານ້ອຍ ເພື່ອບີບບີ້ຜູ້ຊາຍທີ່ແຂງແຮງຂອງຂ້ານ້ອຍໃຫ້ແຫລກໄປ. ອົງພຣະຜູ້ເປັນເຈົ້າໄດ້ຢຽບຢໍ້າສາວບໍຣິສຸດແຫ່ງຢູດາ ເຫມືອນຢຽບຢໍ້າອະງຸ່ນໃນອ່າງຢຽບຫມາກອະງຸ່ນ.
16
ດ້ວຍເຫດນີ້ເອງ ຂ້ານ້ອຍຈຶ່ງຮ້ອງໄຫ້. ດວງຕາຂອງຂ້ານ້ອຍ, ມີແຕ່ນໍ້າຕາທີ່ໄຫລອອກຈາກດວງຕາຂອງຂ້ານ້ອຍ ເມື່ອຜູ້ປອບໃຈທີ່ຊ່ວຍຊີວິດຂອງຂ້ານ້ອຍນັ້ນ ຢູ່ຫ່າງໄກຈາກຂ້ານ້ອຍສາແລ້ວ. ບັນດາລູກຂອງຂ້ານ້ອຍຫມົດຫວັງ ເພາະສັດຕຣູມີຊັຍຊະນະແລ້ວ.
17
ຊີໂອນເອີຍ ຈົ່ງກາງມືຂອງເຈົ້າອອກໃຫ້ກວ້າງ; ແຕ່ກໍບໍ່ມີໃຜທີ່ຈະປອບໃຈນາງເລີຍ. ພຣະຢາເວສັ່ງຜູ້ທີ່ຢູ່ອ້ອມຮອບຢາໂຄບ ໃຫ້ກາຍເປັນສັດຕຣູຂອງລາວ. ເຢຣູຊາເລັມເປັນມົນທິນ ສຳລັບພວກເຂົາທັງຫລາຍ.
18
ພຣະຢາເວຊອບທັມແລ້ວ, ເພາະຂ້ານ້ອຍໄດ້ຂັດຂືນຕໍ່ພຣະບັນຍັດຂອງພຣະອົງ. ທຸກຊົນຊາດຈົ່ງຟັງເຖີດ, ແລະເບິ່ງການທົນທຸກຂອງຂ້ານ້ອຍ, ສາວບໍຣິສຸດທັງຫລາຍ ແລະ ຜູ້ຊາຍທີ່ແຂງແຮງທັງຫລາຍຂອງຂ້ານ້ອຍໄດ້ຕົກເປັນຊະເລີຍແລ້ວ.
19
ຂ້ານ້ອຍໄດ້ຮ້ອງຫາບັນດາສະຫາຍທັງຫລາຍຂອງຂ້ານ້ອຍ, ແຕ່ເຂົາທັງຫລາຍໄດ້ຫລອກລວງຂ້ານ້ອຍ. ພວກປະໂລຫິດ ແລະພວກຜູ້ອາວຸໂສທັງຫລາຍຂອງຂ້ານ້ອຍ ກໍຕາຍຢູ່ທີ່ກາງເມືອງ, ຂະນະທີ່ຊອກຫາອາຫານພໍໃຫ້ຊີວິດຂອງພວກເຂົາ.
20
ຂ້າແດ່ພຣະຢາເວ, ຂໍໂຜດເບິ່ງ, ເພາະຂ້ານ້ອຍມີຄວາມທຸກໃຈ; ທ້ອງຂອງຂ້ານ້ອຍກໍປັ່ນປ່ວນ, ໃຈຂອງຂ້ານ້ອຍກໍສັບສົນຢູ່ພາຍໃນ, ເພາະຂ້ານ້ອຍໄດ້ທໍຣະຍົດຕໍ່ພຣະອົງ. ນອກເຮືອນ, ກໍເຮັດໃຫ້ເສັຽແມ່ຍ້ອນຄົມດາບ, ສ່ວນໃນເຮືອນກໍ່ເຫລືອແຕ່ຄວາມຕາຍເທົ່ານັ້ນ.
21
ເຂົາທັງຫລາຍໄດ້ຍິນສຽງວ່າ ຂ້ານ້ອຍຄໍ່າຄວນ, ແຕ່ບໍ່ໃຜປອບໃຈຂ້ານ້ອຍເລີຍ. ບັນດາສັດຕຣູທັງຫມົດຂອງຂ້ານ້ອຍ ໄດ້ຍິນເຖິງເຫດຮ້າຍທີ່ຕົກແກ່ຂ້ານ້ອຍນັ້ນ ແລະພວກເຂົາພາກັນດີໃຈ ທີ່ພຣະອົງເຮັດແນວນີ້ນັ້ນ. ເພາະພຣະອົງໄດ້ຕາມພຣະສັນຍາໄວ້ນັ້ນ; ບັດນີ້ ໃຫ້ພວກເຂົາເປັນເຫມືອນຂ້ານ້ອຍ.
22
ຂໍໃຫ້ຄວາມຊົ່ວທຸກຢ່າງຂອງພວກເຂົາ ປາກົດຢູ່ຕໍ່ຫນ້າພຣະອົງດ້ວຍ. ຂໍເຮັດໃຫ້ພວກເຂົາເຫມຶອນ ເຮັດກັບຂ້ານ້ອຍ ເພາະວ່າຄວາມຜິດທັງຫມົດຂອງຂ້ານ້ອຍເຖີດ ດ້ວຍການຄໍ່າຄວນຂອງຂ້ານ້ອຍນັ້ນ ຫລວງຫລາຍ ແລະໃຈຂ້ານ້ອຍກໍອ່ອນແຮງ.