ບົດທີ 2

1 ພຣະຜູ້ເປັນເຈົ້າໄດ້ປົກຄຸມເຫນືອລູກສາວຂອງຊີໂອນ ພາຍໃຕ້ເມກແຫ່ງຄວາມໂກດຮ້າຍຂອງພຣະອົງ. ພຣະອົງໄດ້ໂຍນຄວາມງົດງາມຂອງອິສະຣາເອນລົງຈາກຟ້າມາສູ່ດິນ. ພຣະອົງບໍ່ໄດ້ຣະນືກເຖິງຮອງຕີນຂອງພຣະອົງ ໃນວັນແຫ່ງຄວາມໂກດຮ້າຍຂອງພຣະອົງ. 2 ພຣະຜູ້ເປັນເຈົ້າກືນກິນ ແລະ ໄຮ້ຄວາມເມດຕາຕໍ່ເມືອງທຸກແຫ່ງຂອງຢາໂຄບ. ໃນວັນແຫ່ງຄວາມໂກດຮ້າຍຂອງພຣະອົງ ພຣະອົງໄດ້ທຳລາຍກຳແພງຂອງເມືອງທັງຫລາຍ ລູກສາວຂອງຢູດານັ້ນ; ພຣະອົງລ້າງຜານອານາຈັກລົງ ແລະເຫລົ່າຜູ້ປົກຄອງດີ້ນລົງຢ່າງອັບປີທີ່ສຸດ. 3 ດ້ວຍຄວາມໂກດຮ້າຍຢ່າງຮຸນແຮງ ພຣະອົງຕັດພູທຸກຫນ່ວຍຂອງອິສະຣາເອນອອກ. ພຣະອົງຖອນການປົກປ້ອງຮັກສາຈາກສັດຕຣູ. ພຣະອົງໄດ້ເຜົາຢາໂຄບ ເຫມຶອນແປວໄຟລຸກລາມ ຊຶ່ງເຜົາທຸກສິ່ງທີຢູ່ຮອບໆມັນ. 4 ເຫມຶອນເປັນສັດຕຣູ ພຣະອົງໄດ້ກົ່ງຄັນທະນູແນໃສ່ພວກເຮົາ, ດ້ວຍມືຂວາຂອງພຣະອົງ ພ້ອມທີ່ຈະຍິງອອກໄປ. ພຣະອົງໄດ້ຊົງປຣະຫານທຸກຄົນ ຜູ້ເປັນທີ່ຊື່ນຕາຊື່ນໃຈພຣະອົງ ໃນເຕັນຂອງລູກສາວຂອງຊີໂອນ; ພຣະອົງໄດ້ເທຄວາມໂກດຮ້າຍຂອງພຣະອົງ ເຫມືອນໄຟແຜດເຜົາ. 5 ອົງພຣະຜູ້ເປັນເຈົ້າກາຍເປັນເຫມຶອນສັດຕຣູ. ພຣະອົງໄດ້ຊົງກືນກິນອິສະຣາເອນເສັຽແລ້ວ. ພຣະອົງໄດ້ກືນກິນຣາຊະວັງທັງຫມົດຂອງນາງ. ພຣະອົງໄດ້ທຳລາຍຖານທີ່ຫມັ້ນເຂັ້ມແຂງຕ່າງໆ. ພຣະອົງໄດ້ເພີ່ມການຮ້ອງໄຫ້ ແລະການຄໍ່າຄວນສຳລັບລູກສາວຂອງຢູດາ. 6 ພຣະອົງໄດ້ໂຈມຕີຫໍເຕັນຂອງພຣະອົງ ເຫມຶອນຕູບຢູ່ໃນສວນ. ພຣະອົງໄດ້ທຳລາຍບ່ອນປະຊຸມສັກສິດ. ພຣະຢາເວໄດ້ເຮັດໃຫ້ທັງບ່ອນປະຊຸມສັກສິດ ແລະວັນສະບາໂຕທັງຫລາຍໃນຊີໂອນໄດ້ຖືກລືມ, ເພາະພຣະອົງໄດ້ເຮັດໃຫ້ທັງກະສັດ ແລະ ປະໂລຫິດຖືກຫມິ່ນປະຫມາດດ້ວຍຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ. 7 ອົງພຣະຜູ້ເປັນເຈົ້າໄດ້ຊົງປະຕິເສດແທ່ນບູຊາຂອງພຣະອົງ ແລະ ໄດ້ຖິ້ມສະຖານນະມັດສະການຂອງພຣະອົງ. ພຣະອົງໄດ້ມອບກຳແພງຂອງຣາຊະວັງຂອງນາງໄວ້ໃນມືຂອງສັດຕຣູ. ພວກເຂົາໄດ້ສົ່ງສຽງຮ້ອງໃນພຣະວິຫານຂອງພຣະຢາເວ, ຄືກັບວັນສະຫລອງເທສະການທີ່ໄດ້ກຳນົດໄວ້. 8 ພຣະຢາເວໄດ້ຕັ້ງໃຈທີ່ຈະທຳລາຍກຳແພງເມືອງຂອງລູກສາວຂອງຊີໂອນ. ພຣະອົງໄດ້ກາງສາຍວັດແທກອອກ ແລະ ບໍ່ໄດ້ຢຸດທີ່ຈະທຳລາຍກຳແພງ. ພຣະອົງໄດ້ເຮັດໃຫ້ທັງກຳແພງດິນ ແລະກຳແພງຄໍ່າຄວນ; ພວກເຂົາທັງສອງກວດທຳລາຍໄປເສັຽ. 9 ປະຕູທັງຫລາຍຂອງນາງໄດ້ຍຸບລົງເຖິງດິນ; ພຣະອົງໄດ້ທຳລາຍ ແລະ ຫັກກົງປະຕູທັງຫລາຍຂອງນາງ. ກະສັດຂອງນາງ ແລະບັນດາເຈົ້າເມືອງຂອງນາງຕົກເປັນຊະເລີຍທ່າມກາງຊາດຕ່າງໆ, ກົດບັນຍັດນັ້ນກໍບໍ່ມີອີກຕໍ່ໄປແລ້ວ ແລະຜູ້ທຳນວາຍທັງຫລາຍກໍບໍ່ໄດ້ຮັບນິມິດຈາກພຣະຢາເວອີກຕໍ່ໄປ. 10 ບັນດາຜູ້ອາວຸໂສຂອງລູກສາວຂອງຊີໂອນ ນັ່ງຢູ່ທີ່ຫນ້າດິນໃນຄວາມງຽບ. ພວກເຂົາໄດ້ໂຮຍຂີ້ເຖົ່າເທິງຫົວຂອງພວກເຂົາ ແລະ ນຸ່ງຫົ່ມເຄື່ອງທີ່ເຮັດດ້ວຍຜ້າປ່ານ. ບັນດາສາວບໍຣິສຸດແຫ່ງນະຄອນເຢຣູຊາເລັມໄດ້ກົ້ມຫົວຂອງພວກເຂົາລົງເຖິງດິນ. 11 ດວງຕາຂອງຂ້ານ້ອຍໄດ້ຫມອງຊໍ້າ ເພາະການຮ້ອງໄຫ້; ທ້ອງຂອງຂ້ານ້ອຍກໍເປັນທຸກ; ສ່ວນພາຍໃນຂອງຂ້ານ້ອຍກໍໄຫລອອກມາສູ່ດິນ ເພາະການທຳລາຍຂອງລູກສາວແຫ່ງປະຊາຊົນຂອງຂ້ານ້ອຍ, ເດັກນ້ອຍ ແລະເດັກແດງຢູ່ຕາມແຄມທາງຂອງເມືອງ. 12 ພວກເຂົາເວົ້າກັບແມ່ຂອງພວກເຂົາວ່າ, "ອາຫານແລະ ເຫລົ້າອະງຸ່ນຢູ່ໃສ?" ຂະນະທີ່ພວກເຂົາເປັນລົມ ຄືຄົນບາດເຈັບກາງທາງຕ່າງໆຂອງເມືອງ, ຊີວິດຂອງພວກເຂົາກໍອອກໄປຈາກອ້ອມເອິກແມ່ຂອງພວກເຂົາ. 13 ລູກສາວຂອງເຢຣູຊາເລັມເອີຍ, ຂ້ານ້ອຍຈະເວົ້າອັນໃດເພື່ອເຈົ້າໄດ້ລະ? ສາວບໍຣິສຸດຂອງຊີໂອນເອີຍ, ຂ້ານ້ອຍຈະທຽບເຈົ້າກັບສິ່ງໃດດີ, ເພື່ອຈະປອບໃຈເຈົ້າໄດ້? ບາດແຜຂອງເຈົ້າເລິກຄືດັ່ງທະເລ. ໃຜສາມາດປີ່ນປົວເຈົ້າໃຫ້ຫາຍດີໄດ້? 14 ນິມິດຂອງບັນດາຜູ້ທຳນວາຍລ້ວນຈອມປອມ ແລະ ໄຮ້ຄ່າຕໍ່ເຈົ້າ. ພວກເຂົາບໍ່ໄດ້ເປີດເຜີຍຄວາມຊົ່ວຂອງເຈົ້າ ເພື່ອຈະນຳອະນາຄົດກັບມາ, ແຕ່ພວກເຂົາໄດ້ແຈ້ງຂ່າວເຈົ້ານັ້ນຈອມປອມ ແລະ ພາໃຫ້ຫລົງຜິດໄປ. 15 ຄົນທັງຫລາຍທີ່ຍ່າງຜ່ານໄປມາຕາມທາງ ໄດ້ຕົບມືຂອງພວກເຂົາຫມິ່ນປະຫມາດເຈົ້າ. ພວກເຂົາຖາກຖາງ ແລະ ແກ່ວງຫົວສົມນໍ້າຫນ້າລູກສາວຂອງເຢຣູຊາເລັມ ແລະ ກ່າວວ່າ,"ນີ້ບໍຄືນະຄອນທີ່ໄດ້ຮັບການຂະຫນານນາມວ່າ 'ຄວາມງາມພຽບພ້ອມ'?" 16 ສັດຕຣູທັງຫມົດຂອງເຈົ້າອ້າປາກ ແລະ ສົ່ງສຽງເຍາະເຍີ້ຍ. ພວກເຂົາໄດ້ຍີ່ງແຂ້ວ ແລະ ຂົບແຂ້ວ ແລະ ກ່າວວ່າ,"ພວກເຮົາໄດ້ກືນເຈົ້າລົງໄດ້ແລ້ວ! ນີ້ເປັນວັນທີ່ເຮົາລໍຖ້າ! ພວກເຮົາຢູ່ຈົນໄດ້ເຫັນສິ່ງນີ້ເກີດຂຶ້ນ!" 17 ພຣະຢາເວໄດ້ເຮັດຕາມທີ່ພຣະອົງໄດ້ວາງແຜນໄວ້ວ່າ ຈະຊົງເຮັດ. ພຣະອົງໄດ້ເຮັດໃຫ້ສຳເລັດຕາມພຣະຄັມຂອງພຣະອົງ. ພຣະອົງໄດ້ໂຄ່ນລົ້ມເຈົ້າລົງໂດຍບໍ່ມີຄວາມປານີ, ເພາະພຣະອົງຍອມໃຫ້ສັດຕຣູມີຄວາມຍີນດີເຫນືອເຈົ້າ; ພຣະອົງໄດ້ເຂົ້າຂອງສັດຕຣູຂອງເຈົ້າ. 18 ຫົວໃຈຂອງພວກເຂົາຮ້ອງຫາພຣະຜູ້ເປັນເຈົ້າ, ກຳແພງຂອງລູກສາວຂອງຊີໂອນເອີຍ! ໃຫ້ນໍ້າຕາຂອງເຈົ້າໄຫລມາ ຄືແມ່ນໍ້າທັງກາງເວັນ ແລະກາງຄືນ. ຢ່າໄດ້ຢຸດຢ່ອນ, ຢ່າໃຫ້ຕາຂອງເຈົ້າໄດ້ພັກເລີຍ. 19 ຈົ່ງຮ້ອງອອກມາ, ຮ້ອງໄຫ້ໃນເວລາກາງຄືນ, ຕັ້ງແຕ່ເລີ່ມມືດນັ້ນ! ຈົ່ງເທຄວາມໃນໃຈຂອງເຈົ້າອອກມາ ເຫມືອນດັ່ງສາຍນໍ້າຕໍ່ຫນ້າຂອງພຣະຜູ້ເປັນເຈົ້າ. ຈົງຍົກມືຂຶ້ນອ້ອນວອນຕໍ່ພຣະອົງ ເພື່ອຂໍຊີວິດລູກທັງຫລາຍຂອງເຈົ້າ ຊຶ່ງເປັນລົມໄປ ເພາະຄວາມຫີວຢູ່ທຸກແຈຂອງຫົນທາງ." 20 ຂໍຊົງເບິ່ງດ້ວຍ, ພຣະຢາເວ, ແລະພິຈາຣະນາຄົນເຫລົ່ານັ້ນແດ່ພຣະອົງຈັດການ. ຄວນຫລືທີ່ຜູ້ຍິງຈະກິນຫມາກໄມ້ຈາກການຖືພາຂອງນາງ, ຄືບັນດາລູກໆທີ່ນາງເຝົ້າລ້ຽງດູມາຫລື? ຄວນທີ່ປະໂລຫິດ ແລະ ຜູ້ທຳນວາຍຖືກຂ້າໃນສະຖານນະມັດສະການຂອງພຣະຜູ້ເປັນເຈົ້າຫລື? 21 ທັງຄົນຫນຸ່ມ ແລະ ຄົນເຖົ້າທັງຫລາຍ ນອນເກືອກຝຸ່ນນຳກັນຕາມຫົນທາງ. ຍິງສາວ ແລະຊາຍຫນຸ່ມຂອງຂ້ານ້ອຍ ໄດ້ລົ້ມລົງດ້ວຍຄົມດາບ. ພຣະອົງຂ້າພວກເຂົາໂດຍບໍ່ປານີເລີຍ. 22 ພຣະອົງໄດ້ລະດົມ ຄວາມຫນ້າຢ້ານກົວສັ່ນໄຫວຮອບດ້ານເຂົ້າໃສ່ຂ້ານ້ອຍ ເຫມືອນເກນເອົາຄົນມາໃນມື້ງານລ້ຽງຕາມເທສະການ, ໃນວັນແຫ່ງຄວາມໂກດຮ້າຍຂອງພຣະຢາເວ ບໍ່ມີໃຜຫນີໄດ້ ຫລື ລອດຊີວິດໄປໄດ້; ສັດຕຣູຂອງຂ້ານ້ອຍໄດ້ທຳລາຍບັນດາຜູ້ທີ່ຂ້ານ້ອຍເບິ່ງແຍງ ແລະ ລ້ຽງດູ.