ບົດທີ 1
1
ຢາໂກໂບ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ຂອງອົງພຣະເຢຊູຄຣິດເຈົ້າ, ທັກທາຍ ເຖິງຄົນສິບສອງ ຕະກຸນທີ່ກະຈັດກະຈາຍຢູ່ນັ້ນ
2
ຈົ່ງຖືວ່າເປັນເລື່ອງທີ່ຫນ້າຍິນດີທັງຫມົດ, ອ້າຍນ້ອງຂອງເຮົາເອີຍ, ເມື່ອພວກເຈົ້າພົບການທົດລອງຕ່າງໆ.
3
ພວກເຈົ້າຮູ້ວ່າ ການຖືກທົດລອງ ຕໍ່ກັບຄວາມເຊື່ອຂອງພວກເຈົ້າ ກໍເຮັດໃຫ້ເກີດມີຄວາມພຽນອົດທົນ.
4
ຈົ່ງໃຫ້ຄວາມພຽນອົດທົນ ຂອງພວກເຈົ້າ ນັ້ນສຳເລັດຜົນ, ເພື່ອວ່າພວກເຈົ້າຈະໄດ້ກາຍເປັນຄົນທີ່ສຳເລັດ ແລະ ຄົບຖ້ວນທຸກປະການ, ໂດຍບໍ່ຂາດເຂີນສິ່ງໃດ.
5
ແຕ່ຖ້າຄົນໃດໃນພວກເຈົ້າ ຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ, ຜູ້ຊົງໂຜດປຣະທານໃຫ້ແກ່ຄົນທັງປວງດ້ວຍພຣະ ກະຣຸນາ ໂດຍຊົງບໍ່ກ່າວຕິຕຽນແກ່ຜູ້ທີ່ທູນຂໍ, ແລະ ພຣະອົງກໍຈະປຣະທານສິ່ງທັງປວງເຫລົ່ານັ້ນໃຫ້.
6
ແຕ່ໃຫ້ຜູ້ນັ້ນທູນຂໍດ້ວຍຄວາມເຊື່ອ, ຢ່າໃຫ້ ມີໃຈສົງໃສສິ່ງໃດ. ເພາະຜູ້ທີ່ສົງໃສນັ້ນເປັນ
ເຫມືອນຟອງນໍ້າທີ່ຖືກລົມພັດຊັດໄປມາ.
7
ຢ່າໃຫ້ຜູ້ນັ້ນຄິດວ່າຕົນຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າ.
8
ເພາະເປັນຄົນສອງໃຈບໍ່ແນ່ນອນ ໃນທຸກສິ່ງທີ່ຕົນກະທຳ.
9
ໃຫ້ພີ່ນ້ອງທີ່ຕໍ່າຕ້ອຍ ຈົ່ງອວດອ້າງໃນການ ທີ່ພຣະເຈົ້າຊົງຍົກຍໍຕົວຂຶ້ນ,
10
ແຕ່ໃຫ້ຄົນ ຮັ່ງມີຈົ່ງອວດອ້າງ ໃນການທີ່ພຣະເຈົ້າຊົງໃຫ້ ຕົກຕໍ່າລົງ, ເພາະວ່າຕົນຈະຕ້ອງລ່ວງລັບໄປ ເຫມືອນດັ່ງດອກຫຍ້າ.
11
ເພາະເມື່ອຕາເວັນ ຂຶ້ນຄວາມຮ້ອນອັນແຮງກ້າ ແລະ ເຮັດໃຫ້ຕົ້ນຫຍ້າຫ່ຽວແຫ້ງໄປແລ້ວ. ດອກຫຍ້າກໍຕົກຫລົ່ນລົງ, ແລະ ແລ້ວຄວາມງາມຂອງມັນກໍສູນສິ້ນໄປ. ໃນທຳນອງດຽວກັນ, ຄົນຮັ່ງມີ ຈະເສື່ອມສູນໄປໃນ ຂະນະທີ່ດຳເນີນງານຂອງຕົນເຫມືອນກັນ.
12
ພຣະພອນກໍ່ເປັນຂອງຄົນທີ່ພຽນອົດທົນຕໍ່ ການທົດລອງ. ເພາະເມື່ອຜູ້ນັ້ນທົນໄດ້ແລ້ວ, ເຂົາກໍຈະໄດ້ຮັບມົງກຸດແຫ່ງຊີວິດ, ຊຶ່ງພຣະເຈົ້າໄດ້ຊົງ ສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.
13
ເມື່ອຜູ້ໃດຖືກລໍ້ລວງໃຫ້ຫລົງ ຢ່າໃຫ້ຜູ້ນັ້ນເວົ້າ ວ່າ, “ພຣະເຈົ້າຊົງລໍ້ລວງຂ້າພຣະເຈົ້າໃຫ້ຫລົງ” ເພາະວ່າຄວາມຊົ່ວຈະມາທົດລອງພຣະເຈົ້າໃຫ້ຫລົງບໍ່ໄດ້ ແລະ ພຣະອົງເອງກໍບໍ່ຊົງທົດລອງຜູ້ໃດໃຫ້ຫລົງຈັກເທື່ອ.
14
ແຕ່ວ່າທຸກຄົນທີ່ຖືກທົດລອງໃຫ້ຫລົງ ກໍຍ້ອນຄວາມປາຖນາຂອງເຂົາເອງ, ຊຶ່ງຊັກຈ່ອງ ແລະ ຫລອກລວງເຂົາໃຫ້ປະຕິບັດຕາມ.
15
ເມື່ອຄວາມປາຖນາຊົ່ວຕັ້ງຮາກແລ້ວ, ກໍ່ໃຫ້ ເກີດມີຄວາມຜິດບາບ, ແລະ ເມື່ອຄວາມຜິດບາບໃຫຍ່ຂຶ້ນເຕັມທີ່ແລ້ວ, ກໍ່ໃຫ້ເກີດມີຄວາມຕາຍ.
16
ພີ່ນ້ອງທີ່ຮັກແພງຂອງເຮົາເອີຍ, ຢ່າໄດ້ຫລົງຜິດໄປເລີຍ.
17
ຂອງປຣະທານອັນດີທຸກຢ່າງ ແລະ ຂອງຂວັນອັນປະເສີດທຸກປະການ ຍ່ອມມາຈາກທາງ ເທິງ. ສິ່ງເຫລົ່ານັ້ນລົງມາຈາກພຣະບິດາເຈົ້າແຫ່ງ ຄວາມສະຫວ່າງ. ໃນພຣະບິດາເຈົ້ານັ້ນບໍ່ມີການ ປ່ຽນແປງ ແລະ ບໍ່ມີເງົາເນື່ອງຈາກການຫມູນວຽນ.
18
ພຣະອົງຈຶ່ງຊົງບັນດານໃຫ້ພວກເຮົາບັງເກີດດ້ວຍພຣະທັມອັນສັດຈິງ, ເພື່ອພວກເຮົາ ຈະເປັນຢ່າງຜົນທຳອິດ ແຫ່ງສິ່ງທັງຫລາຍທີ່ ພຣະອົງໄດ້ຊົງສ້າງ.
19
ພີ່ນ້ອງທີ່ຮັກເອີຍ, ຈົ່ງຈົດຈຳຂໍ້ນີ້ໄວ້ຄື: ໃຫ້ທຸກຄົນວ່ອງໄວໃນການຟັງ, ຊ້າໃນການເວົ້າ, ຊ້າໃນການຮ້າຍ.
20
ເພາະຄວາມຮ້າຍຂອງມະນຸດບໍ່ໄດ້ເຮັດໃຫ້ ຄວາມຍຸດຕິທັມ ຂອງພຣະເຈົ້າເກີດມາ.
21
ເຫດສະນັ້ນ ຈົ່ງເລີກ ຈາກຄວາມຊົ່ວມົວໝອງທຸກຢ່າງ ແລະ ຄວາມຊົ່ວຮ້າຍອັນເຫລືອຫລາຍ. ຈົ່ງນ້ອມໃຈຮັບເອົາ ພຣະທັມທີ່ປູກຝັງໄວ້ແລ້ວນັ້ນ, ຊຶ່ງສາມາດຊ່ວຍ ຈິດວິນຍານຂອງພວກເຈົ້າໃຫ້ພົ້ນໄດ້.
22
ຈົ່ງເປັນຜູ້ປະຕິບັດຕາມພຣະທັມນັ້ນ ແລະຢ່າເປັນພຽງຜູ້ຟັງ, ພຽງແຕ່ຫລອກລວງຕົວທ່ານເອງເທົ່ານັ້ນ.
23
ສຳລັບຜູ້ໃດ ທີ່ເປັນຜູ້ຟັງພຣະທັມແລ້ວ ແຕ່ບໍ່ເປັນຜູ້ເຮັດຕາມ, ລາວກໍເປັນດັ່ງຄົນທີ່ແຍງແວ່ນ ເບິ່ງເຫັນຫນ້າຂອງຕົນເອງຕາມທັມະຊາດ.
24
ເຂົາແຍງເບິ່ງຕົນເອງ ແລ້ວກໍອອກໄປແລ້ວ ແລະ ກໍລືມໃນທັນທີນັ້ນ ໂລດວ່າຕົນເອງໄດ້ເປັນຄືຢ່າງໃດ.
25
ແຕ່ຜູ້ໃດທີ່ພິຈາຣະນາເບິ່ງຢ່າງຣະມັດຣະວັງໃນກົດບັນຍັດ ອັນຄົບຖ້ວນແຫ່ງອິສຣະພາບນັ້ນ, ແລະ ສືບຕໍ່ປະຕິບັດຕາມ ຕັ້ງຫມັ້ນຄົງຢູ່ໃນກົດບັນຍັດຂອງພຣະເຈົ້າ, ບໍ່ແມ່ນພຽງແຕ່ເປັນຜູ້ທີ່ໄດ້ຍິນແລ້ວລືມໄປ, ຄົນນັ້ນແຫລະຈະໄດ້ຮັບພຣະພອນຈາກພຣະເຈົ້າ ໃນສິ່ງທີ່ເຂົາກະທຳ.
26
ຖ້າຜູ້ໃດຄິດວ່າຕົນເປັນຄົນມີສາສນາ, ແຕ່ບໍ່ໄດ້ຫ້າມລີ້ນຂອງຕົນ, ຜູ້ນັ້ນກໍຫລອກລວງ ໃຈຕົນເອງເທົ່ານັ້ນ, ແລ້ວສາສນາຂອງຜູ້ນັ້ນກໍບໍ່ມີປະໂຫຍດຫມົດ.
27
ສາສນາທີ່ບໍຣິສຸດ ແລະ ບໍ່ມີການຊົ່ວມົວຫມອງ ຕໍ່ພຣະພັກພຣະເຈົ້າຜູ້ຊົງເປັນ ພຣະບິດາເຈົ້າກໍມີດັ່ງນີ້ຄື: ເພື່ອຊ່ວຍເຫລືອລູກກຳພ້າ ແລະ ຍິງຫມ້າຍທີ່ມີຄວາມທຸກຮ້ອນລຳບາກ, ແລະ ການຮັກສາຕົວໃຫ້ພົ້ນຈາກການຊົ່ວມົວຫມອງຂອງທາງໂລກ.