ບົດທີ 3

1 ຄຳອ້ອນວອນຂອງຜູ້ປະກາດພຣະທັມ ຮາບາກຸກ: 2 ໂອ ພຣະຢາເວ, ຂ້ານ້ອຍໄດ້ຍິນກ່ຽວກັບການລາຍງານຂອງພຣະອົງ, ແລະ ຂ້ານ້ອຍເຕັມໄປດ້ວຍຄວາມຢຳເກງ. ຂ້າແດ່ພຣະຢາເວ, ຂໍຊົງຮື້ຟື້ນພຣະຣາຊະກິດຂອງພຣະອົງໃນທ່າມກາງເວລາເຫລົ່ານີ້; ຂໍຊົງເຮັດໃຫ້ເປັນທີ່ຮູ້ຈັກ; ຂໍຊົງຣະນຶກເຖິງພຣະເມດຕາເມື່ອພຣະອົງຊົງພຣະພິໂຣດດ້ວຍເຖີ້ນ. 3 ພຣະເຈົ້າໄດ້ສະເດັດກັບມາຈາກເມືອງເຕມານ ແລະອົງບໍຣິສຸດ ຈາກພູເຂົາປາຣານ. ເຊລາ. ພຣະສະຫງ່າຣາສີຂອງພຣະອົງປົກຄຸມທົ່ວຟ້າສະຫວັນ, ແລະ ແຜ່ນດິນໂລກກໍຖືກເຮັດໃຫ້ເຕັມໄປດ້ວຍການສັນຣະເສີນພຣະອົງ. 4 ພຣະຫັດຂອງພຣະອົງມີແສງສະຫວ່າງເຫລື້ອມມາບ ຟ້າແມບເຫລື້ອມ, ບ່ອນທີ່ຊຶ່ງຣິດທານຸພາບຂອງພຣະອົງໄດ້ເຊື່ອງຢູ່. 5 ໂຣກລະບາດຮ້າຍແຮງໄດ້ນຳຫນ້າພຣະອົງໄປ, ແລະພັຍພິບັດໄດ້ຕິດຕາມພຣະບາດຂອງພຣະອົງ. 6 ພຣະອົງໄດ້ຊົງຢືນ ແລະ ຕັດສິນແຜ່ນດິນໂລກ; ພຣະອົງຊົງເບິ່ງ ແລະໄດ້ສັ່ນບັນດາຊົນຊາດທັງຫລາຍ. ເຖິງພູເຂົາກໍຍັງຖືກເຮັດໃຫ້ແຕກສະຫລາຍ, ແລະເນີນພູທີ່ຍືນຍົງກໍຍັງໄດ້ກົ້ມກາບລົງ. ວິທີຂອງພຣະອົງນັ້ນຄົງຢູ່ເປັນນິດ. 7 ຂ້ານ້ອຍໄດ້ເຫັນເຕັນຂອງພົນລະເມືອງກູຊານຢູ່ໃນຄວາມເຈັບປວດ, ແລະຜ້າເຕັນທັງຫລາຍໃນດິນແດນມີດີອານຕົວສັ່ນຂວັນເສັຽ. 8 ພຣະຢາເວຊົງພຣະພິໂຣດຕໍ່ແມ່ນໍ້າທັງຫລາຍບໍ? ພຣະພິໂຣດຂອງພຣະອົງຊົງມີຕໍ່ແມ່ນ້ຳທັງຫລາຍ, ຫລືຄວາມເດືອດດານຂອງພຣະອົງມີຕໍ່ທະເລ, ເມື່ອພຣະອົງຊົງຄວບຄຸມເຫນືອບັນດາມ້າຂອງພຣະອົງ ແລະ ບັນດາລົດມ້າເສິກທີ່ມີໄຊຊະນະຂອງພຣະອົງບໍ? 9 ພຣະອົງຊົງນຳຫນ້າທະນູຂອງພຣະອົງອອກມາ ໂດຍປາສະຈາກທີ່ກຳບັງ; ພຣະອົງໄດ້ຊົງແນບລູກສອນເຖິງຄັນທະນູຂອງພຣະອົງ! ເຊລາ. ພຣະອົງໄດ້ຊົງແບ່ງແຜ່ນດິນໂລກເປັນສອງສ່ວນດ້ວຍແມ່ນ້ຳທັງຫລາຍ. 10 ບັນດາພູເຂົາໄດ້ເຫັນພຣະອົງ ແລະ ໄດ້ບິດບ້ຽວດ້ວຍຄວາມເຈັບປວດ. ນຳຝົນຫ່າໃຫຍ່ໄດ້ຜ່ານພວກມັນໄປ; ທະເລເລິກໄດ້ຍົກສຽງໂຫ່ຮ້ອງ. ມັນຍົກຟອງທັງຫລາຍຂອງມັນຂຶ້ນມາ. 11 ດວງຕາເວັນ ແລະ ດວງເດືອນໄດ້ຢຸດນິ້ງຢູ່ເຫນືອສະຖານະການທີ່ສູງສົ່ງທັງຫລາຍຂອງພວກມັນ, ໃນທີ່ຊຶ່ງມີຄວາມແສງສະຫວ່າງແຫ່ງຂອງສາຍຟ້າແມບ ແຫ່ງຫອກຂອງພຣະອົງພຸ່ງຜ່ານໄປ. 12 ພຣະອົງສະເດັດແຫ່ຂ້ວາມແຜ່ນດິນໂລກດ້ວຍຄວາມເດືອດດານ. ໃນພຣະພິໂຣດຂອງພຣະອົງໄດ້ຂ້ຽນຕີບັນດາປະຊົນຊາດທັງຫລາຍ. 13 ພຣະອົງສະເດັດອອກໄປ ເພື່ອຄວາມລອດພົ້ນຂອງໄພ່ພົນຂອງພຣະອົງ. ເພື່ອຄວາມລອດພົ້ນຂອງຜູ້ທີ່ພຣະອົງເລືອກໄວ້ ພຣະອົງຊົງທຳລາຍຜູ້ນຳຂອງຄົວເຮືອນຂອງຄົນຊົ່ວຮ້າຍ ເພື່ອເປີດໂປງຖານຂອງລຳຄໍ. ເຊລາ. 14 ພຣະອົງແທງຫົວຫນ້ານັກຮົບຂອງເຂົາດ້ວຍລູກສອນຂອງເຂົາເອງ ຕັ້ງແຕ່ເມື່ອພວກເຂົາໄດ້ເຂົ້າມາເຫມືອນກັບລົມພະຍຸພັດ ເພື່ອເຮັດໃຫ້ພວກເຮົາແຕກແຍກກະຈັດກະຈາຍໄປ, ການເພ່ງເລັງເບິ່ງຂອງພວກເຂົາ ກໍເປັນເຫມືອນຄົນທີ່ກັດກິນຄົນຍາກຈົນໃນສະຖານທີ່ລີ້ພັຍ. 15 ພຣະອົງໄດ້ຊົງເດີນທາງຂ້ວາມທະເລພ້ອມກັບບັນດາລົດມ້າຂອງພຣະອົງ, ແລະຊົງເຮັດໃຫ້ນໍ້າຫລວງຫລາຍພູນສູງຂຶ້ນ. 16 ເມື່ອຂ້ານ້ອຍໄດ້ຍິນແລະສ່ວນພາຍໃນຂອງພຣະອົງໄດ້ສັ່ນໄຫວ. ຮິມສົບຂອງຂ້ານ້ອຍກໍສັ່ນດ້ວຍຄວາມຢ້ານຕໍ່ສຽງນັ້ນ ຄວາມພຸພັງກໍເຂົ້າມາໃນກະດູກຂອງຂ້ານ້ອຍ, ແລະພາຍໃນຂ້ານ້ອຍກໍສັ່ນໄຫວ ໃນຂະນະທີ່ຂ້ານ້ອຍຄອຍຖ້າຢ່າງມິດງຽບ ສຳລັບວັນແຫ່ງຄວາມເຈັບປວດນັ້ນ ທີ່ມາເຫນືອປະຊາຊົນຊຶ່ງບຸກລຸກພວກເຮົາ. 17 ເຖິງແມ່ນວ່າຕົ້ນຫມາກເດື່ອບໍ່ມີຫນໍ່ ແລະບໍ່ມີຜົນຈາກເຄືອອະງຸ່ນ; ແລະເຖິງແມ່ນວ່າຜົນຂອງຕົ້ນຫມາກກອກເຮັດໃຫ້ສິ້ນຫວັງ ແລະ ທົ່ງນາບໍ່ມີອາຫານ; ແລະເຖິງແມ່ນວ່າຝູງແກະຖືກຄັດອອກແລະບໍ່ມີຝູງງົວໃນຄອກ, ນີ້ຄືສິ່ງທີ່ຂ້ານ້ອຍຈະເຮັດ. 18 ຂ້ານ້ອຍ, ຈະຍັງຄົງຊົມຊື່ນປິຕິຍິນດີໃນພຣະຢາເວ. ຂ້ານ້ອຍຈະປິຕິຍິນດີ ເພາະພຣະເຈົ້າແຫ່ງຄວາມລອດພົ້ນຂອງຂ້ານ້ອຍ. 19 ພຣະຢາເວຊົງເປັນເຫື່ອແຮງຂອງຂ້ານ້ອຍ ແລະພຣະອົງຊົງເຮັດໃຫ້ຕີນຂອງຂ້ານ້ອຍເຫມືອນກວາງໂຕແມ່. ພຣະອົງຊົງເຮັດໃຫ້ຂ້ານ້ອຍກ້າວໄປຂ້າງຫນ້າເຖິງທີ່ສູງຂອງຂ້ານ້ອຍ. —ເຖິງຜູ້ກຳກັບດົນຕຣີ, ດ້ວຍເຄື່ອງດົນຕຣີທີ່ມີສາຍຂອງຂ້ານ້ອຍ.