ບົດທີ 2

1 ຂ້ານ້ອຍຈະຂຶ້ນໄປຢືນ ແລະ ເຂົ້າປະຈຳທີ່ຫໍຄອຍ, ແລະ ແລ້ວຂ້ານ້ອຍຈະຖ້າຊອມເບິ່ງດ້ວຍຄວາມລະມັດຣະວັງ ເພື່ອຈະເບິ່ງເຫັນວ່າພຣະອົງຈະເວົ້າຫຍັງຕໍ່ຂ້ານ້ອຍ ແລະເຖິງວິທີທີ່ຂ້ານ້ອຍຄວນຫັນຈາກການຮ້ອງທຸກຂອງຂ້ານ້ອຍນັ້ນ. 2 ພຣະຢາເວໄດ້ຕອບແລະເວົ້າແກ່ຂ້າພຣະເຈົ້າວ່າ, “ຈົ່ງບັນທຶກນິມິດນີ້ ແລະ ຂຽນໃສ່ແຜ່ນປ້າຍຢ່າງຊັດເຈນ ເພື່ອໃຫ້ທຸກຄົນອ່ານນິມິດນີ້ຈະແລ່ນ. 3 ເພາະວ່າສິ່ງທີ່ເຮົາບອກມານັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຈິງເທື່ອ ແລະໃນທີ່ສຸດກຳນົດນັ້ນກໍຈະມາເຖິງ ແລະບໍ່ຫລົ້ມເຫລວ. ເຖິງວ່າຈະມາຊ້າ, ຈົ່ງຄອຍເບິ່ງເທາະ. ເພາະມັນຈະມາຮອດຕາມເວລາຢ່າງແນ່ນອນ ແລະ ຍັງບໍ່ເຫິງດອກ. 4 ເບິ່ງແມ! ຄົນທີ່ມີຄວາມປາຖນາບໍ່ຖືກຕ້ອງຢູ່ພາຍໃນເຂົາ ກໍເປັນຄົນຍິ່ງຍະໂສ. ແຕ່ຄົນຊອບທັມຈະມີຊີວິດຢູ່ໂດຍຄວາມເຊື່ອຂອງເຂົາ. 5 ເພາະເຫລົ້າແວັງຄືຜູ້ທໍຣະຍົດຂອງຄົນຫນຸ່ມ ທີ່ຈອງຫອງເພື່ອວ່າເຂົາຈະບໍ່ເຂົ້າສະຫນິດ, ແຕ່ຂະຫຍາຍຄວາມຢາກຂອງເຂົາເຫມືອນກັບຂຸມຝັງສົບ, ແລະເຫມືອນກັບຄວາມຕາຍ, ທີ່ບໍ່ເຄີຍອີ່ມ. ພວກເຂົາຄອບຄອງບັນດາຊົນຊາດທັງຫລາຍ ແລະ ຮວບຮວມປະຊາຊົນທຸກຄົນມາເພື່ອຕົນເອງ. 6 ທັງຫມົດເຫລົ່ານີ້ຈະບໍ່ສ້າງຄຳກ່າວທີ່ເຍາະເຍີ້ຍເຂົາ ແລະ ບົດເພງຫມິ່ນປະຫມາດໃສ່ເຂົາ, ທີ່ເວົ້າວ່າ, 'ວິບັດແກ່ຄົນທີ່ກຳລັງເພີ່ມພູນສິ່ງຂອງທີ່ບໍ່ແມ່ນຂອງເຂົາ! ອີກດົນປານໃດທີ່ພວກເຈົ້າ ຈະເພີ່ມນຳຫນັກວິບັດທີ່ພວກເຈົ້າໄດ້ຍຶດມານັ້ນ?' 7 ຄົນທີ່ກັດກິນພວກເຈົ້າຈະບໍ່ລຸກຂື້ນມາຢ່າງທັນທີ ແລະຄົນທັງຫລາຍທີ່ພວກເຈົ້າຢ້ານກົວຈະບໍ່ຕື່ນຂື້ນມາບໍ? ພວກເຈົ້າຈະກາຍເປັນເຫຍື່ອຂອງພວກເຂົາ. 8 ເພາະພວກເຈົ້າໄດ້ປຸ້ນປະຊາຊົນຫລວງຫລາຍ, ບັນດາຄົນທີ່ຍັງເຫລືອທັງຫມົດຈະປຸ້ນພວກເຈົ້າ. ເພາະພວກເຈົ້າໄດ້ເຮັດໃຫ້ເລືອດຂອງມະນຸດ ແລະ ການກະທຳອັນໂຫດຮ້າຍຕໍ່ດິນແດນ, ເມືອງທັງຫລາຍ, ແລະ ທຸກຄົນທີ່ອາໄສຢູ່ໃນເມືອງເຫລົ່ານັ້ນ. 9 'ວິບັດແກ່ຄົນທີ່ສ້າງຄວາມຊົ່ວຮ້າຍ ເພື່ອຜົນກຳໄຣຂອງຄົວເຮືອນຂອງພວກເຂົາ, ເພື່ອເຂົາຈະຕັ້ງບ່ອນຢູ່ຂອງເຂົາໄວ້ເຖິງບ່ອນທີ່ສູງ ເພື່ອຮັກສາຕົວເອງໃຫ້ປອດພັຍຈາກມືຂອງຄົນຊົ່ວ.' 10 ພວກເຈົ້າໄດ້ນຳຄວາມອັບອາຍມາສູ່ຄອບຄົວຂອງພວກເຈົ້າ ດ້ວຍການທຳລາຍບັນດາຊົນຊາດຕ່າງ, ແລະໄດ້ເຮັດບາບຕໍ່ສູ້ກັບຕົວຂອງພວກເຈົ້າເອງ. 11 ເພາະກ້ອນຫີນທັງຫລາຍຈະສົ່ງສຽງຮ້ອງຈາກກຳແພງ, ແລະຄານໄມ້ຈະຕອບພວກເຂົາ, 12 ວິບັດແກ່ຄົນທີ່ສ້າງນະຄອນຫນຶ່ງດ້ວຍເລືອດ, ແລະຄົນທີ່ສະຖາປານາເມືອງຫນຶ່ງຂຶ້ນດ້ວຍຄວາມອະຍຸຕິທັມ. 13 ນີ້ບໍ່ໄດ້ມາຈາກພຣະຢາເວ ໄດ້ເຮັດໃຫ້ຄົນທີ່ເຮັດວຽກຫນັກເພື່ອໄດ້ໄຟ ແລະ ຊາດອື່ນໆທັງຫມົດໄດ້ເຮັດໃຫ້ຕົວເອງເມື່ອຍອ່ອນໄປ ເພື່ອໄດ້ຄວາມຫວ່າງເປົ່າຊັ່ນບໍ? 14 ແຕ່ດິນແດນນັ້ນຈະເຕັມໄປດ້ວຍຄວາມຮູ້ເຖິງພຣະຣັດສະຫມີ ຂອງພຣະຢາເວເຫມືອນນໍ້າທີ່ປົກຄຸມທະເລ. 15 'ວິບັດແກ່ຄົນທີ່ກຳລັງເຮັດໃຫ້ເພື່ອນບ້ານຂອງພວກເຂົາດື່ມ, ພວກເຈົ້າເພີ່ມຢາພິດຂອງພວກເຈົ້າ ຈົນວ່າພວກເຈົ້າເຮັດໃຫ້ພວກເຂົາເມົາ ພວກເຈົ້າຈະສາມາດເບິ່ງພວກເຂົາເປືອຍກາຍ.' 16 ພວກເຈົ້າຈະກິນຢ່າງໂລພາ ພ້ອມກັບຄວາມອັບອາຍຂາຍຫນ້າ ແທນທີ່ຈະໄດ້ຮັບກຽດຕິຍົດ. ໃຫ້ພວກເຈົ້າດື່ມ, ແລ້ວກຽດຕິຍົດຂອງພວກເຈົ້າກໍຈະເສື່ອມເສັຽໄປ. ຈອກແຫ່ງການລົງໂທດຂອງພຣະຢາເວຈະມອບໃຫ້ພວກເຈົ້າ, ແລະຄວາມອັບອາຍຈະປົກຄຸມກຽດຕິຍົດຂອງພວກເຈົ້າ. 17 ການກະທຳຮຸນແຮງຕໍ່ເລບານອນ ຈະຖ້ວມພວກເຈົ້າ ແລະ ການທຳລາຍສັດຕ່າງໆ ຈະເຮັດໃຫ້ພວກເຈົ້າຢ້ານກົວ. ເພາະພວກເຈົ້າເຮັດໃຫ້ເລືອດມະນຸດຕົກ ແລະ ພວກເຈົ້າໄດ້ກະທຳຢ່າງໂຫດຮ້າຍຕໍ່ດິນແດນນັ້ນ, ຕໍ່ຫົວເມືອງຕ່າງໆ, ແລະ ທຸກຄົນທີ່ອາໄສຢູ່ເມືອງເຫລົ່ານັ້ນ. 18 ຮູບເຄົາຣົບໃຫ້ຜົນປະໂຫຍດອັນໃດແກ່ພວກເຈົ້າ? ເພາະຄົນທີ່ໄດ້ແກະສະຫລັກມັນ, ຫລືຄົນທີ່ຫລໍ່ຮູບປັ້ນນັ້ນຈາກໂລຫະຫລອມ ກໍເປັນຄຣູຂອງຄົນຂີ້ຕົວະ; ເພາະເຂົາວາງໃຈໃນຜົນງານແຫ່ງນໍ້າມືຂອງເຂົາເອງ ເມື່ອເຂົາສ້າງພຣະຕ່າງໆ ທີ່ເວົ້າບໍ່ໄດ້ນີ້ຂຶ້ນມາ. 19 'ວິບັດແກ່ຄົນທີ່ກຳລັງເວົ້າຕໍ່ຮູບໄມ້ນັ້ນວ່າ, ຈົ່ງຕື່ນຂຶ້ນ! ຫລືເວົ້າກັບກ້ອນຫີນທີ່ເປັນໄບ້ວ່າ, ຈົ່ງລຸກຂຶ້ນ! ແຕ່ຮູບເຄົາຣົບເຫລົ່ານີ້ສອນດ້ວຍບໍ? ເບິ່ງແມ ມັນໂອບດ້ວຍທອງຄຳ ຫລືເງິນ, ແຕ່ບໍ່ມີລົມຫາຍໃຈຢູ່ພາຍໃນຕົວເລີຍ. 20 ແຕ່ພຣະຢາເວຊົງປຣະທັບຢູ່ໃນ ພຣະວິຫານອັນບໍຣິສຸດຂອງພຣະອົງ! ດິນແດນທັງສິ້ນ ຈົ່ງມິດງຽບຕໍ່ພຣະພັກຂອງພຣະອົງເຖີ້ນ."