ບົດທີ 1
1
ນີ້ແມ່ນຖ້ອຍຄຳຂອງຜູ້ປະກາດພຣະທັມ ຮາບາກຸກ ທີ່ໄດ້ຮັບຈາກພຣະຜູ້ເປັນເຈົ້າ,
2
ໂອ ພຣະຢາເວ, ຂ້ານ້ອຍຈະຕ້ອງຮ້ອງຂໍຄວາມຊ່ອຍເຫລືອຈາກພຣະອົງອີກດົນປານໃດ, ແລະ ພຣະອົງຈຶ່ງຈະຮັບຟັງຂ້ານ້ອຍ? ຂ້ານ້ອຍໄດ້ຮ້ອງຂໍຄວາມຊ່ວຍເຫລືອໃຫ້ພົ້ນຈາກການທຳລາຍ, 'ອັນໂຫດຮ້າຍ!' ແຕ່ພຣະອົງຈະບໍ່ຊ່ວຍຂ້ານ້ອຍໃຫ້ປອດພັຍ.
3
ເປັນຫຍັງພຣະອົງ ຈຶ່ງຊົງເຮັດໃຫ້ຂ້ານ້ອຍພົບພໍ້ກັບຄວາມທຸກຍາກລຳບາກ ແລະການຊົ່ວຊ້າເຊັ່ນນີ້? ການທຳລາຍ ແລະການເຂັ່ນຂ້າທາລຸນຢູ່ຕໍ່ຫນ້າຂ້ານ້ອຍ; ການສູ້ຮົບຕົບຕີ ແລະການຜິດຖຽງກັນມີຢູ່ທຸກຫົນທຸກແຫ່ງ.
4
ກົດຫມາຍຂາດຄວາມສັກສິດ, ແລະ ຄວາມຍຸຕິທັມບໍ່ເຄີຍມີເລີຍ. ຄົນຊົ່ວຈຶ່ງໃຊ້ອຳນາດຂົ່ມເຫັງຄົນດີ; ໂດຍບິດເບືອນຄວາມຍຸຕິທັມ. ແລ້ວພຣະຢາເວຊົງຕອບ ຮາບາກຸກວ່າ
5
“ຈົ່ງເບິ່ງຊົນຊາດທັງຫລາຍອ້ອມແອ້ມເຈົ້າ; ເຈົ້າຈະປະຫລາດໃຈຕໍ່ສິ່ງທີ່ເຈົ້າເຫັນ! ເພາະວ່າ ເຮົາຈະໃຫ້ບາງສິ່ງເກີດຂຶ້ນໃນສະໄຫມຂອງເຈົ້າ ຊຶ່ງເຈົ້າຈະບໍ່ເຊື່ອສິ່ງທີ່ຕົນໄດ້ຍິນ.
6
ເບິ່ງແມ! ເຮົາພວມນຳຊາວເຄເດັຽ—ຄືພວກທີ່ໂຫດຮ້າຍ ແລະໃຈຮ້ອນມາໃຫ້ມີອຳນາດ—ພວກເຂົາກຳລັງອອກໄປຢຶດ ແລະ ຄອບຄອງປະເທດທັງຫລາຍທົ່ວໂລກ.
7
ພວກເຂົາກຳລັງສ້າງຄວາມຢ້ານກົວ ແລະຄວາມອົນລະຫົນຂຶ້ນທົ່ວໄປ; ໂດຍເປັນຜູ້ອອກກົດຫມາຍ ແລະໃຊ້ກົດຫມາຍເອງ.
8
ມ້າຂອງພວກມັນແລ່ນໄວກວ່າເສືອດາວ, ໄວກວ່າຫມາປ່າທີ່ອອກລ່າເຫຍື່ອຕອນກາງຄືນ. ກີບຕີນມ້າຂອງພວກເຂົາກະທືບພື້ນດິນ, ແລະ ທະຫານຂອງພວກເຂົາຂີ່ມ້າຫອບມາແຕ່ໄກ—ບິນເຫມຶອນແຫລວເຈີດໄປກິນເຫຍື່ອ.
9
ກອງທັບຂອງພວກເຂົາບຸກເຂົ້າຄອບຄອງຢ່າງຮ້າຍກາດ; ເມື່ອມັນບຸກເຂົ້າມາໃກ້ ທຸກຄົນກໍຢ້ານກົວຕົວສັ່ນຈົນຂວັນເສັຽ, ແລະຊະເລີຍທີ່ພວກເຂົາຈັບໄດ້ມີຫລາຍເຫມືອນດັ່ງເມັດຊາຍ.
10
ພວກເຂົາຫມິ່ນປະຫມາດບັນດາກະສັດ ແລະຫົວເຍາະເຍີ້ຍໃສ່ບັນດາຜູ້ປົກຄອງ. ພວກເຂົາຫົວຂວັນໃສ່ປ້ອມປ້ອງກັນ, ໂດຍກອງດິນຂຶ້ນໃຫ້ສູງເທົ່າປ້ອມ ແລະກໍເຂົ້າຢຶດຄອງ.
11
ເມື່ອຢຶດໄດ້ແລ້ວ ພວກເຂົາກໍກວາດເອົາສິ່ງຂອງໄປຫມົດເຫມືອນລົມພັດຜ່ານເອົາໄປ; ຄົນພວກນີ້ບູຊາອຳນາດຂອງຕົນເອງ, ຜູ້ທີ່ເຂັ້ມແຂງເປັນພຣະເຈົ້າຂອງພວກເຂົາ.” ແລ້ວຮາບາກຸກໄດ້ຖາມພຣະຢາເວວ່າ
12
"ພຣະຢາເວ, ພຣະເຈົ້າຂອງຂ້ານ້ອຍ, ອົງບໍຣິສຸດຂອງຂ້ານ້ອຍ? ພວກເຮົາຈະບໍ່ຕາຍ. ພຣະຢາເວ ໄດ້ແຕ່ງຕັ້ງພວກເຂົາເພື່ອຕັດສິນ, ພຣະເຈົ້າແລະພຣະຜູ້ເປັນທີ່ກຳບັງເຂັ້ມແຂງຂອງຂ້ານ້ອຍເອີຍ, ພຣະອົງໄດ້ສະຖາປະນາພວກເຂົາເພື່ອການແກ້ໄຂ.
13
ສາຍຕາຂອງພຣະອົງບໍຣິສຸດ ເກີນກວ່າທີ່ຈະເບິ່ງຄວາມຊົ່ວຮ້າຍ, ແລະພຣະອົງບໍ່ສາມາດເບິ່ງການກະທຳຜິດ ດ້ວຍຄວາມຊອບພຣະທັຍໄດ້; ດ້ວຍເຫດໃດພຣະອົງຈຶ່ງຊົງຊື່ນຊອບ ບັນດາຄົນເຫລົ່ານັ້ນທີ່ທໍຣະຍົດບໍ? ດ້ວຍເຫດໃດພຣະອົງຈຶ່ງຊົງມິດງຽບຢູ່ ໃນເມື່ອພວກເຂົາທຳລາຍປະຊາຊົນຜູ້ທີ່ຊອບທັມກວ່າພວກເຂົາ?
14
ພຣະອົງເຮັດໃຫ້ຜູ້ຄົນເປັນເຫມືອນປາໃນທະເລ, ເຫມືອນສິ່ງຕ່າງໆທີ່ເລືອຍຄານໄປ ໂດຍປາສະຈາກຜູ້ຄອບຄອງເຫນືອພວກມັນ.
15
ພວກເຂົາຈັບຄົນເຫລົ່ານັ້ນທັງຫມົດຂື້ນມາດ້ວຍເບັດຕຶກປາ; ພວກເຂົາເອົາມອງກວາດເອົາປະຊາຊົນ ແລະຂັງພວກເຂົາໄວ້ໃນກົງ. ນີ້ເປັນສາເຫດທີ່ພວກເຂົາຊື່ນຊົມຍິນດີ ແລະໂຮ¬ຮ້ອງຢ່າງຊື່ນບານ.
16
ດ້ວຍເຫດນີ້ ພວກເຂົາຈຶ່ງຖວາຍເຄື່ອງບູຊາແກ່ມອງຂອງພວກເຂົາ, ແລະເຜົາຖວາຍເຄື່ອງຫອມບູຊາແກ່ມອງຂອງພວກເຂົາ, ເພາະສັດໂຕອ້ວນພີເປັນສ່ວນແບ່ງຂອງພວກເຂົາ, ແລະ ຊີ້ນຕິດໄຂມັນເປັນອາຫານຂອງພວກເຂົາ.
17
ດ້ວຍເຫດນີ້ພວກເຂົາຈະໃຊ້ມອງອັນເປົ່າຫວ່າງ ແລະສືບຕໍ່ຂ້າຟັນຊົນຊາດຕ່າງ, ຢ່າງບໍ່ມີຄວາມເມດຕາແບບນີ້ຕະຫລອດໄປບໍ?