ບົດທີ 1

1 ໂອຟິໂລ, ໃນໜັງສືທີ່ຂ້າພະເຈົ້າໄດ້ຂຽນກ່ອນໜ້ານີ້, ທີ່ໄດ້ບອກທຸກສິ່ງທີ່ພຣະເຢຊູຄຣິດເຈົ້າໄດ້ຊົງເລີ້ມຕົ້ນເຮັດ ແລະ ສັ່ງສອນ, 2 ຈົນເຖິງມື້ທີ່ພຣະອົງຖືກຮັບຂື້ນໄປ, ຫລັງຈາກພຣະອົງກ່າວສັ່ງຜ່ານພຣະວິນຍານບໍຣິສຸດເຈົ້າ ກັບບັນດາອັກຄະສາວົກທີ່ພຣະອົງຊົງເລືອກໄວ້. 3 ຫລັງຈາກທີ່ພຣະອົງທົນທຸກທໍລະມານມາແລ້ວ, ພຣະອົງຊົງປະກົດພຣະອົງທີ່ມີຊີວິດຢູ່ກັບພວກເຂົາດ້ວຍຫລັກຖານຫລາຍປະການ. ພຣະອົງຊົງປະກົດແກ່ພວກເຂົາເປັນເວລາສີ່ສິບວັນ, ແລະ ພຣະອົງຊົງກ່າວເຖິງຣາຊະອານາຈັກຂອງພຣະເຈົ້າ. 4 ເມື່ອພຣະອົງຊົງປະຊຸມຮ່ວມກັບພວກເຂົາ, ພຣະອົງສັ່ງພວກເຂົາບໍ່ໃຫ້ອອກຈາກນະຄອນ ເຢຣູຊາເລັມ, ແຕ່ໃຫ້ລໍຖ້າຮັບຕາມຄຳສັນຍາຂອງພຣະບິດາເຈົ້າ, ທີ່ພຣະອົງໄດ້ກ່າວໄວ້ວ່າ, "ພວກທ່ານໄດ້ຍິນຈາກຂ້າພະເຈົ້າແລ້ວວ່າ. 5 ໂຢຮັນໄດ້ຮັບບັບຕິສະມາດ້ວຍນໍ້າ, ແຕ່ອີກບໍ່ດົນພວກທ່ານຈະໄດ້ບັບຕິສະມາ ໃນພຣະວິນຍານບໍຣິສຸດເຈົ້າ." 6 ເມື່ອພວກເຂົາມາປະຊຸມພ້ອມກັນ ພວກເຂົາກ່າວຖາມພຣະອົງວ່າ, "ອົງພຣະຜູ້ເປັນເຈົ້າ, ນີ້ເປັນເວລາທີ່ພຣະອົງຈະຕັ້ງຣາຊອານາ ຈັກຂື້ນໃໝ່ໃຫ້ກັບຊົນຊາດ ອິດສະຣາເອນບໍ?" 7 ພຣະເຢຊູຄຣິດເຈົ້າ ກ່າວກັບພວກເຂົາວ່າ, “ບໍ່ແມ່ນວຽກງານຫຍັງຂອງທ່ານທີ່ຈະຮູ້ເວລາ ແລະ ຍາມກຳນົດທີ່ພຣະບິດາເຈົ້າກຳນົດໄວ້ໂດຍສິດທິອຳນາດຂອງພຣະອົງເອງ. 8 ແຕ່ພວກທ່ານຈະໄດ້ຮັບຣິດອຳນາດ, ເມື່ອພຣະວິນຍານບໍຣິສຸດເຈົ້າລົງມາເທິງທ່ານ, ແລະ ພວກທ່ານຈະເປັນພະຍານຝ່າຍເຮົາ ທັງໃນນະຄອນ ເຢຣູຊາເລັມ, ແລະ ທົ່ວແຂວງ ຢູດາຍ, ແລະ ທົ່ວແຂວງຊາມາເຣຍ, ແລະ ຈົນເຖິງທີ່ສຸດຂອງແຜ່ນດິນໂລກ." 9 ເມື່ອພຣະເຢຊູຄຣິດເຈົ້າຊົງກ່າວເຖິງສິ່ງເຫລົ່ານີ້ແລ້ວ, ຂະນະທີ່ພວກເຂົາຫລຽວເບິ່ງທ້ອງຟ້າ, ພຣະອົງກໍ່ຖືກຮັບຂື້ນໄປ, ແລະມີເມກມາປິດບັງພຣະອົງຈາກສາຍຕາຂອງພວກເຂົາ. 10 ໃນຂະນະທີ່ພວກເຂົາກຳລັງແນມເບິ່ງທ້ອງຟ້າ ຕອນທີ່ພຣະອົງສະເດັດຂຶ້ນໄປ, ທັນໃດນັ້ນ, ມີຊາຍສອງຄົນນຸ່ງເຄື່ອງຂາວຢືນຢູ່ຂ້າງພວກເຂົາ. 11 ພວກເຂົາຖາມວ່າ, "ທ່ານຊາວຄາລີເລທັງຫລາຍ, ເປັນຫຍັງພວກທ່ານຈຶ່ງຢືນເບິ່ງຟ້າສະຫວັນຢູ່ທີ່ນີ້? ພະເຢຊູຄຣິດເຈົ້າອົງນີ້ທີ່ຖືກຮັບຂຶ້ນໄປທີ່ຟ້າສະຫວັນ, ຈະສະເດັດກັບຄືນມາໃນລັກສະນະດຽວກັບທີ່ພວກທ່ານໄດ້ເຫັນພຣະອົງສະເດັດໄປທີ່ສະຫວັນ." 12 ພວກສາວົກກໍໄດ້ອອກຈາກພູເຂົາຫມາກກອກເທດກັບໄປທີ່ນະຄອນເຢຣູຊາເລັມ, ຊຶ່ງໄກປະມານໜຶ່ງຮ້ອຍກິໂລແມັດ. 13 ເມື່ອພວກເພິ່ນມາຮອດ, ພວກເພິ່ນໄດ້ຂຶ້ນໄປຫ້ອງຊັ້ນເທິງ, ທີ່ພວກເພິ່ນເຄີຍພັກອາໃສຢູ່. ພວກສາວົກລວມມີເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ ລູກຊາຍຂອງອາລະຟາຍ, ຊີໂມນ ພວກຄົນຫົວຮຸນແຮງ, ແລະ ຢູດາ ລູກຊາຍຂອງຢາໂກໂບ. 14 ພວກເຂົາທຸກຄົນເປັນນໍ້າໜຶ່ງໃຈດຽວກັນ, ໃນຂະນະທີ່ພວກສາວົກຍັງອະທິຖານຢ່າງຮ້ອນຮົນ. ລວມທັງພວກຜູ້ຍິງ, ມາຣີແມ່ຂອງພຣະເຢຊູຄຣິດເຈົ້າ, ແລະ ບັນດານ້ອງຊາຍຂອງພຣະອົງ. 15 ໃນເວລານັ້ນເປໂຕໄດ້ຢືນຂຶ້ນທ່າມກາງພວກພີ່ນ້ອງ, ປະມານ 120 ຄົນ, ແລະກ່າວວ່າ, 16 "ອ້າຍເອື້ອຍນ້ອງທັງຫລາຍ, ຈຳເປັນຈະຕ້ອງສຳເລັດຕາມພຣະຄຳພີ, ທີ່ພຣະວິນ ຍານບໍຣິສຸດເຈົ້າໄດ້ກ່າວໄວ້ ໂດຍຜ່ານທາງກະສັດດາວິດກ່ຽວກັບຢູດາ, ທີ່ນຳທາງໃຫ້ກັບພວກຄົນທີ່ມາຈັບພຣະເຢຊູຄຣິດເຈົ້າ. 17 ເພາະວ່າລາວເປັນຄົນໜຶ່ງໃນພວກເຮົາ ແລະ ມີສ່ວນຮ່ວມໃນພັນທະກິດນີ້ເຊັ່ນກັນ. " 18 (ຕອນນີ້ຊາຍຄົນນີ້ໄດ້ເອົາຄ່າຕອບແທນໄປຊື້ທົ່ງນາຕອນໜຶ່ງ ທີ່ລາວໄດ້ຮັບຍ້ອນຄວາມຊົ່ວຮ້າຍຂອງລາວ, ແລະ ຢູ່ບ່ອນນັ້ນລາວໄດ້ລົ້ມຫົວຟາດລົງ, ແລະ ຮ່າງກາຍຂອງລາວແຕກ, ແລະ ລຳໄສ້ກໍໂລ່ອອກມາທັງໝົດ. 19 ທຸກຄົນທີ່ຢູ່ໃນນະຄອນ ເຢຣູຊາເລັມໄດ້ຍິນເລື່ອງນີ້, ພວກເຂົາຈຶ່ງເອີ້ນພື້ນດິນນັ້ນຕາມພາສາຂອງພວກເຂົາວ່າ "ອະເກັນດາມາ," ນັ້ນຄື "ທົ່ງນາເລືອດ.") 20 ເພາະວ່າມີຂຽນໄວ້ໃນພຣະທຳ ເພງສັນລະເສີນວ່າ, 'ຂໍໃຫ້ທີ່ຢູ່ຂອງລາວຫວ່າງເປົ່າ, ແລະ ຢ່າໃຫ້ມີໃຜອາໄສຢູ່ບ່ອນນັ້ນ'; 'ຂໍໃຫ້ອີກຄົນໜຶ່ງມາຍຶດຕຳແໜ່ງການເປັນຜູ້ນຳຂອງລາວ.' 21 ເພາະສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຄົນໜຶ່ງ ໃນບັນດາຄົນທີ່ຢູ່ຮ່ວມກັບພວກເຮົາຕະຫລອດເວລາທີ່ອົງພຣະເຢຊູຄຣິດເຈົ້າໄດ້ສະເດັດເຂົ້າມາ ແລະ ອອກໄປໃນທ່າມກາງພວກເຮົາ, 22 ເລີ້ມຕັ້ງແຕ່ການບັບຕິສະມາຂອງໂຢຮັນຈົນຮອດມື້ທີ່ພຣະອົງຖືກຮັບຂຶ້ນໄປຈາກພວກເຮົາ, ເຊິ່ງຕ້ອງເປັນພະຍານຮ່ວມກັບພວກເຮົາໃນການຄືນພຣະຊົນຂອງພຣະອົງ.” 23 ພວກເຂົາຈຶ່ງສະເໜີຊື່ຊາຍສອງຄົນຄື, ໂຢເຊັບ ທີ່ເອີ້ນວ່າ ບາຣະຊາບາ, ຜູ້ທີ່ມີຊື່ເອີ້ນອີກວ່າ ຢູສະໂຕ, ແລະ ມັດເທຍ. 24 ພວກເຂົາຈຶ່ງອະທິຖານ ແລະ ກ່າວວ່າ, "ອົງພຣະຜູ້ເປັນເຈົ້າ, ພຣະອົງຊົງຮູ້ຈິດໃຈຂອງມະນຸດທຸກຄົນ, ຂໍພຣະອົງຊົງໂຜດເປີດເຜີຍວ່າຄົນໃດໃນສອງຄົນນີ້ທີ່ພຣະອົງຊົງເລືອກ. 25 ໃຫ້ຮັບໜ້າທີ່ໃນວຽກງານຮັບໃຊ້ນີ້ ແລະ ເປັນອັກຄະສາວົກແທນຢູດາທີ່ໄດ້ຫລົງຜິດໄປຢູ່ໃນບ່ອນຂອງລາວແລ້ວ." 26 ພວກເຂົາຈົກສະຫລາກ, ແລະ ສະຫລາກນັ້ນກໍຕົກໃສ່ ມັດເທຍ, ແລ້ວລາວໄດ້ຖືກນັບເຂົ້າຢູ່ໃນກຸ່ມອັກຄະສາວົກສິບເອັດຄົນນັ້ນ.