1 ເມື່ອວັນເພັນເຕຄໍສະເຕໄດ້ມາເຖິງ, ພວກສາວົກເຕົ້າໂຮມກັນຢູ່ໃນບ່ອນດຽວກັນ. 2 ໃນທັນໃດນັ້ນ ມີສຽງຈາກຟ້າສະຫວັນຄ້າຍຄືສຽງພາຍຸແຮງກ້າ, ດັງກ້ອງໄປທົ່ວເຮືອນທີ່ພວກເພີ່ນກຳລັງນັ່ງຢູ່. 3 ພວກເພິ່ນໄດ້ເຫັນໄຟລັກສະນະຄືກັບລີ້ນ, ແຜ່ກະຈາຍຢູ່ເທິງພວກທ່ານແຕ່ລະຄົນ. 4 ພວກເພິ່ນທຸກຄົນກໍເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ເລີ້ມເວົ້າພາສາອື່ນໆ, ຕາມທີ່ພຣະວິນຍານບໍຣິສູດເຈົ້າຊົງໃຫ້ພວກທ່ານເວົ້າ. 5 ຊາວຢິວທີ່ອາໄສຢູ່ນະຄອນ ເຢຣູຊາເລັມ, ຄົນທີ່ຢຳເກງພຣະເຈົ້າ, ທີ່ມາຈາກທຸກປະເທດທົ່ວໃຕ້ຟ້າ. 6 ເມື່ອໄດ້ຍິນສຽງນີ້, ຄົນຫລວງຫຼາຍຈຶ່ງພາກັນມາ ແລະ ຮູ້ສຶກສັບສົນເພາະວ່າທຸກຄົນຕ່າງໄດ້ຍິນພວກເພິ່ນເວົ້າພາສາທ້ອງຖິ່ນຂອງຕົນເອງ. 7 ພວກເພິ່ນອັດສະຈັນໃຈ ແລະ ປະຫລາດໃຈ, ຈຶ່ງເວົ້າວ່າ, "ເປັນຄວາມຈິງບໍ, ຄົນທີ່ກຳລັງເວົ້າບໍ່ໄດ້ແມ່ນຊາວຄາລີເລກັນທຸກຄົນ? 8 ເປັນຫຍັງພວກເຮົາຈຶ່ງໄດ້ຍິນພວກທ່ານ, ແຕ່ລະຄົນເວົ້າພາສາທ້ອງຖິ່ນຂອງພວກເຮົາ? 9 ເຊິ່ງແມ່ນຊາວປາເທຍ, ຊາວເມເດຍ, ແລະຊາວເອລາມ, ແລະຄົນທີ່ອາໄສຢູ່ໃນເຂດແດນ ເມໂຊໂປຕາເມຍ, ໃນແຂວງຢູດາຍ, ແລະແຂວງກາປາໂດເກຍ, ໃນແຂວງປົນໂຕ, ແລະ ແຂວງເອເຊຍ, 10 ໃນແຂວງ ຟີເຄຍ ແລະ ແຂວງປຳຟີເລຍ, ໃນປະເທດເອຢິບແລະບາງສ່ວນຂອງເມືອງລີເບຍ ເຊິ່ງຂຶ້ນກັບເມືອງກີລີເນນ, ແລະຄົນທີ່ມາຢາມຈາກນະຄອນໂຣມ. 11 ຊາວຢິວແລະພວກຄົນທີ່ເຂົ້າລັດທິຊາວຢິວ, ຊາວກະເຣເຕ ແລະ ຊາວອາຣາເບຍ, ພວກເຮົາຕ່າງກໍໄດ້ຍິນພວກທ່ານເວົ້າ ກ່ຽວກັບວຽກງານຮັບໃຊ້ອັນຍິ່ງໃຫຍ່ ຂອງພຣະເຈົ້າເປັນພາທ້ອງຖິ່ນຂອງເຮົາເອງ. 12 ພວກເພິ່ນຈຶ່ງປະຫລາດໃຈ ແລະ ສົງໄສ; ແລະເວົ້າກັນວ່າ, “ນີ້ໝາຍຄວາມວ່າແນວໃດ?” 13 ແຕ່ບາງຄົນເວົ້າເຍາະເຍີ້ຍວ່າ, “ພວກເຂົາເມົາເຫລົ້າແວງໃໝ່.“ 14 ແຕ່ເປໂຕຢືນຂຶ້ນພ້ອມກັບອັກຄະສາວົກສິບເອັດຄົນ, ແລ້ວກ່າວຕອບພວກເຂົາດ້ວຍສຽງດັງວ່າ, "ທ່ານຊາວຢູດາຍ ແລະ ທ່ານທຸກຄົນທີ່ອາໄສຢູ່ນະຄອນ ເຢຣູຊາເລັມ, ຂໍທ່ານຈົ່ງຮູ້ເລື່ອງນີ້; ຕັ້ງໃຈຟັງຖ້ອຍຄຳຂອງຂ້າພະເຈົ້າ. 15 ເພາະວ່າຄົນເຫລົ່ານີ້ບໍ່ໄດ້ເມົາດັ່ງທີ່ທ່ານຄິດ, ເພາະວ່າຕອນນີ້ເປັນເວລາເກົ້າໂມງເຊົ້າເທົ່ານັ້ນ. 16 ແຕ່ເຫດການນີ້ເກີດຂຶ້ນຕາມຄຳທີ່ ໂຢເອນ ຜູ້ທຳນວາຍໄດ້ກ່າວໄວ້ວ່າ: 17 'ພຣະເຈົ້າກ່າວວ່າ,'ໃນຍຸກສຸດທ້າຍ,' ເຮົາຈະຖອກເທພຣະວິນຍານຂອງເຮົາລົງໃສ່ມະນຸດທຸກຄົນ. ລູກຊາຍ ແລະ ລູກຍິງຂອງພວກທ່ານຈະທຳນວາຍ, ຄົນໜຸ່ມຂອງພວກທ່ານຈະເຫັນນິມິດ, ແລະ ຄົນເຖົ້າແກ່ຈະຝັນເຫັນ. 18 ທັງຜູ້ຮັບໃຊ້ຊາຍຍິງຂອງເຮົາດ້ວຍ ໃນມື້ນັ້ນເຮົາຈະຖອກເທວິນຍານຂອງເຮົາລົງມາ, ແລະພວກເພິ່ນຈະທຳນວາຍ. 19 ເຮົາຈະສະແດງການອັດສະຈັນເທິງຟ້າສະຫວັນ ແລະ ໝາຍສຳຄັນເທິງແຜ່ນດິນເບື້ອງລຸ່ມນີ້ເປັນ, ເລືອດ, ໄຟ, ແລະໝອກຄວັນ. 20 ດວງຕາເວັນຈະມືດໄປ ແລະ ດວງຈັນຈະເປັນເລືອດ, ກ່ອນມື້ອັນຍິ່ງໃຫຍ່ ແລະ ຮຸ່ງເຮືອງຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ. 21 ແລ້ວກໍຈະເປັນເຊັ່ນນີ້ ຄືທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າຈະລອດພົ້ນ.' 22 ທ່ານຊົນຊາດອິດສະຣາເອນ, ຈົ່ງຟັງຖ້ອຍຄຳຕໍ່ໄປນີ້: ພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຜູ້ທີ່ພຣະເຈົ້າຊົງສະແດງຢ່າງຈະແຈ້ງແກ່ພວກທ່ານ ໂດຍອິດທິຣິດ, ແລະການອັດສະຈັນ, ແລະໝາຍສຳຄັນຕ່າງໆ ທີ່ພຣະເຈົ້າຊົງເຮັດໂດຍຜ່ານພຣະອົງທ່າມກາງພວກທ່ານ, ດັ່ງທີ່ພວກທ່ານເອງກໍຮູ້ຢູ່ແລ້ວ. 23 ພຣະອົງຖືກມອບໄວ້ເພາະເປັນແຜນການທີ່ພຣະເຈົ້າໄດ້ຊົງກຳນົດໄວ້ ແລະ ຊົງຮູ້ລ່ວງໜ້າ, ແລະ ພວກທ່ານ, ໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນ ແລະ ຂ້າພຣະອົງໂດຍມືຂອງຄົນອະທຳ. 24 ແຕ່ພຣະເຈົ້າໄດ້ເຮັດໃຫ້ພຣະອົງຄືນພຣະຊົນ, ແລະເຮັດໃຫ້ພຣະອົງພົ້ນຈາກຄວາມເຈັບປວດແຫ່ງຄວາມຕາຍ, ເພາະເປັນໄປບໍ່ໄດ້ທີ່ຄວາມຕາຍຈະຍຶດພຣະອົງໄວ້. 25 ເພາະດາວິດກ່າວເຖິງພຣະອົງວ່າ, 'ຂ້າພະເຈົ້າເຫັນອົງພຣະຜູ້ເປັນເຈົ້າຢູ່ຕໍ່ໜ້າຂ້າພະເຈົ້າຢູ່ສະເໝີ, ເພາະວ່າພຣະອົງຢູ່ເບື້ອງຂວາຂອງຂ້າພະເຈົ້າ ເພື່ອວ່າຂ້າພະເຈົ້າຈະບໍ່ຫວັ່ນໄຫວ. 26 ເພາະເຫດນີ້ ຈິດໃຈຂອງຂ້າພະເຈົ້າຈຶ່ງຊື່ນຊົມຍິນດີ ແລະ ລີ້ນຂອງຂ້າພະເຈົ້າຊື່ນຊົມຍິນດີ. ເຊັ່ນດຽວກັບ ຮ່າງກາຍຂອງຂ້າພະເຈົ້າຈະມີຊີວິດຢູ່ໃນຄວາມຫມັ້ນໃຈ. 27 ເພາະວ່າພຣະອົງຈະບໍ່ຊົງປະຖິ້ມຂ້ານ້ອຍໄວ້ໃນແດນແຫ່ງມໍຣະນາ, ທັງຈະບໍ່ປ່ອຍໃຫ້ຄົນບໍຣິສຸດເນົ່າເປື່ອຍໄປໃນຂຸມຝັງສົບ. 28 ພຣະອົງໄດ້ຊົງໂຜດໃຫ້ຂ້າພະອົງເຫັນຫົນທາງແຫ່ງຊີວິດ; ພຣະອົງຈະເຮັດໃຫ້ຂ້ານ້ອຍເຕັມລົ້ນໄປດ້ວຍຄວາມຍິນດີຕໍ່ຫນ້າພຣະອົງ.' 29 ພີ່ນ້ອງທັງຫລາຍ, ຂ້າພະເຈົ້າມີໃຈກ້າຫານທີ່ຈະກ່າວກັບພວກທ່ານເຖິງ ດາວິດ: ຜູ້ເປັນບັນພະບຸລຸດຂອງຂ້າພະເຈົ້າ ທ່ານຕາຍແລ້ວ ແລະຖືກຝັງໄວ້, ແລະອຸບໂມງຝັງສົບຂອງທ່ານກໍຍັງຢູ່ກັບຂ້າພະເຈົ້າຈົນເຖິງທຸກມື້ນີ້. 30 ດ້ວຍເຫດນີ້, ທ່ານຈຶ່ງເປັນຜູ້ທຳນວາຍທີ່ຮູ້ວ່າພຣະເຈົ້າໄດ້ຊົງສາບານ ດ້ວຍຄຳປະຕິຍານກັບທ່ານວ່າ, ພຣະອົງຈະຊົງຕັ້ງຜູ້ໜຶ່ງຈາກເຊື້ອສາຍຂອງທ່ານໃຫ້ນັ່ງຢູ່ເທິງບັນລັງຂອງທ່ານ. 31 ທ່ານໄດ້ຮູ້ເຫດການນີ້ລ່ວງໜ້າ ແລະ ກ່າວເຖິງການຄືນຊີວິດຂອງພຣະຄຣິດເຈົ້າວ່າ, 'ພຣະອົງຈະບໍ່ຖືກປະຖິ້ມໄວ້ໃນແດນມໍຣະນາ, ແລະຈະບໍ່ເຮັດໃຫ້ພຣະກາຍຂອງພຣະອົງເນົ່າເປື່ອຍໄປ.' 32 ພຣະເຢຊູຄຣິດເຈົ້າອົງນີ້—ທີ່ພຣະເຈົ້າຊົງເຮັດໃຫ້ຄືນພຣະຊົນແລ້ວ, ເຊິ່ງພວກເຮົາທຸກຄົນໄດ້ເປັນພະຍານໃນເລື່ອງນີ້. 33 ເພາະເຫດນີ້ ພຣະເຈົ້າຈຶ່ງໄດ້ຊົງຍົກຊູພຣະອົງໃຫ້ຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ. ແລະໄດ້ຮັບພຣະວິນຍານບໍຣິສຸດເຈົ້າຈາກພຣະບິດາເຈົ້າຕາມພຣະສັນຍາແລ້ວ, ພຣະອົງຈຶ່ງຖອກເທລົງມາ, ດັ່ງທີ່ພວກທ່ານໄດ້ເຫັນແລະໄດ້ຍິນແລ້ວ. 34 ເພາະດາວິດບໍ່ໄດ້ຖືກຮັບຂຶ້ນໄປທີ່ສະຫວັນ, ແຕ່ທ່ານກ່າວວ່າ, ''ພຣະເຈົ້າກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າວ່າ, “ຈົ່ງນັ່ງຢູ່ຂ້າງຂວາມືຂອງຂ້າພະເຈົ້າ, 35 ຈົນກວ່າເຮົາຈະເຮັດໃຫ້ສັດຕູຂອງທ່ານເປັນບ່ອນຮອງຕີນຂອງທ່ານ."' 36 ເພາະສະນັ້ນ, ຂໍໃຫ້ເຊື້ອສາຍອິດສະຣາເອນທັງຫມົດຮູ້ຢ່າງແຈ່ມແຈ້ງວ່າ ພຣະເຈົ້າໄດ້ເຮັດໃຫ້ພຣະເຢຊູຄຣິດເຈົ້າອົງນີ້ ທີ່ພວກທ່ານຄຶງໄວ້ທີ່ໄມ້ກາງແຂນ, ຜູ້ຊຶ່ງເປັນທັງອົງພຣະຜູ້ເປັນເຈົ້າ ແລະ ພຣະຄຣິດເຈົ້າ. 37 ເມື່ອພວກເພິ່ນໄດ້ຍິນເລື່ອງນີ້, ພວກເພິ່ນກໍຮູ້ສຶກກິນແໜງໃຈ, ຈຶ່ງກ່າວກັບເປໂຕ ແລະ ອັກຄະສາວົກຄົນອື່ນໆວ່າ, “ພີ່ນ້ອງເອີຍ, ພວກເຮົາຄວນເຮັດແນວໃດ?“ 38 ແລ້ວເປໂຕໄດ້ກ່າວກັບພວກເພິ່ນວ່າ, “ຈົ່ງກັບໃຈໃໝ່ ແລະ ຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດເຈົ້າໃຫ້ໝົດທຸກຄົນ, ເພື່ອບາບທັງຫລາຍຂອງທ່ານຈະໄດ້ຮັບການອະໄພ, ແລະ ພວກທ່ານຈະໄດ້ຮັບຂອງປະທານແຫ່ງພຣະວິນຍານບໍຣິສຸດເຈົ້າ. 39 ເພາະວ່າພຣະສັນຍາທີ່ມີຕໍ່ທ່ານ ແລະເຊື້ອສາຍຂອງທ່ານ ແລະ ກັບຄົນທັງປວງທີ່ຢູ່ຫ່າງໄກ, ແລະ ຄົນຫລວງຫລາຍຕາມທີ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າຊົງເອີ້ນ." 40 ທ່ານໄດ້ກ່າວຖ້ອຍຄຳອີກຫລາຍຢ່າງເພື່ອເປັນພະຍານ ແລະເຕືອນສະຕິ, ທ່ານກ່າວວ່າ, "ຈົ່ງເອົາໂຕພົ້ນຈາກເຊື້ອຊາດຊົ່ວຮ້າຍນີ້ເຖີດ." 41 ແລ້ວພວກເຂົາຍອມຮັບຖ້ອຍຄຳຂອງເປໂຕ ແລະ ຮັບບັບຕິສະມາແລ້ວ, ພວກເພິ່ນກໍໄດ້ກາຍມາເປັນສາວົກ ໃນມື້ນັ້ນມີປະມານສາມພັນຄົນ. 42 ພວກເພິ່ນຍັງຟັງຄຳສອນຂອງອັກຄະສາວົກຕໍ່ໄປ' ແລະ ຮ່ວມສາມັກຄີທຳ, ໃນການຫັກເຂົ້າຈີ່ ແລະ ໃນການອະທິຖານ. 43 ທຸກຄົນເກີດມີຄວາມຢ້ານກົວ, ພວກອັກຄະສາວົກໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນຫລວງຫລາຍ. 44 ຜູ້ທີ່ເຊື່ອທຸກຄົນມາເຕົ້າໂຮມກັນ ແລະ ເອົາສິ່ງຕ່າງໆມາລວມເປັນຂອງກາງ, 45 ແລະພວກເຂົາຂາຍທີ່ດິນ ແລະ ຊັບສິນ, ແລະແຈກຢາຍໃຫ້ແກ່ກັນຕາມຄວາມຈຳເປັນ. 46 ທຸກໆມື້ພວກເຂົາຮ່ວມຕົວເປັນນໍ້າໜຶ່ງໃຈດຽວກັນໃນພຣະວິຫານ, ແລະກໍຫັກເຂົ້າຈີ່ຕາມເຮືອນ, ຮັບປະທານອາຫານຮ່ວມກັນດ້ວຍຄວາມຍິນດີ ແລະ ດ້ວຍຄວາມຖ່ອມໃຈ; 47 ພວກສາວົກສັນລະເສີນພຣະເຈົ້າ ແລະ ໄດ້ຮັບຄວາມຮັກແພງຈາກທຸກຄົນ. ອົງພຣະຜູ້ເປັນເຈົ້າຊົງເພີ້ມຈຳນວນຄົນ ທີ່ກຳລັງຈະລອດພົ້ນເຂົ້າມາທຸກໆມື້.