ບົດທີ 1

1 ໂປໂລ, ຊີລາ, ແລະ ຕີໂມທຽວ ເຖິງຄຣິສຕະຈັກເທສະໂລນິກໃນພຣະເຈົ້າ ພຣະບິດາ ແລະໃນອົງພຣະເຢຊູຄຣິດເຈົ້າ. ຂໍພຣະຄຸນ ແລະສັນຕິສຸກຈົ່ງສະຖິດຢູ່ກັບທ່ານ. 2 ພວກເຮົາຂອບພຣະຄຸນພຣະເຈົ້າສະເຫມີສຳລັບພວກທ່ານທຸກຄົນ, ເມື່ອພວກເຮົາລະນຶກເຖິງພວກທ່ານ ໃນຄຳອະທິຖານຂອງພວກເຮົາ. 3 ພວກເຮົາລະນຶກເຖິງຢ່າງສະຫມໍ່າສະເຫມີຕໍ່ຫນ້າພຣະເຈົ້າ ແລະ ພຣະບິດາເຈົ້າ ເລື່ອງການງານແຫ່ງຄວາມເຊື່ອ, ງານທີ່ພວກທ່ານທຸ້ມເທເຮັດດ້ວຍຄວາມຮັກ, ແລະ ຄວາມອົດທົນຊຶ່ງເກີດມາຈາກຄວາມຫມັ້ນໃຈໃນອານາຄົດໃນອົງພຣະເຢຊູຄຣິດເຈົ້າຂອງເຮົາ. 4 ອ້າຍນ້ອງຊາຍທັງຫລາຍ ຜູ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຮົາຮູ້ເຖິງການຊົງເອີ້ນຂອງພວກທ່ານ, 5 ເພາະວ່າຂ່າວປະເສີດຂອງພວກເຮົາບໍ່ໄດ້ມາເຖິງທ່ານໂດຍຖ້ອຍຄຳເທົ່ານັ້ນ, ແຕ່ໂດຍຣິດອຳນາດ, ໃນພຣະວິນຍານບໍຣິສຸດເຈົ້າ, ແລະ ຊຶ່ງຫມັ້ນຄົງເຊື່ອຖືໄດ້. ໃນທຳນອງດຽວກັນ, ພວກທ່ານຍັງຄົງຮູ້ວ່າ ເຮົາເປັນຄົນແບບໃດທ່າມກາງພວກທ່ານເພື່ອເປັນປະໂຫຍດແກ່ພວກທ່ານ. 6 ທ່ານໄດ້ກາຍມາເປັນຜູ້ເຮັດຕາມແບບຢ່າງຂອງພວກເຮົາ ແລະ ຂອງອົງພຣະຜູ້ເປັນເຈົ້າ, ເມື່ອທ່ານຮັບເອົາພຣະຄັມນັ້ນຢ່າງຍາກລຳບາກດ້ວຍຄວາມຊື່ນຊົມຍິນດີຈາກພຣະວິນຍານບໍຣິສຸດເຈົ້າ. 7 ຜົນທີ່ໄດ້ຄື, ພວກທ່ານໄດ້ກາຍມາເປັນແບບຢ່າງໃຫ້ກັບພີ່ນ້ອງໃນແຂວງມາຊີໂດເນັຽ ແລະ ແຂວງອາຄາຢາ ຜູ້ທີ່ເຊື່ອທຸກຄົນ. 8 ເພາະຈາກພວກທ່ານ ຖ້ອຍຄຳຂອງພຣະເຈົ້າໄດ້ສົ່ງສຽງອອກໄປ, ແລະ ບໍ່ແມ່ນພຽງໃນມາຊີໂດເນັຽ ແລະ ອາຄາຢາເທົ່ານັ້ນ. ແຕ່ຄວາມເຊື່ອຂອງພວກທ່ານໄດ້ກະຈາຍອອກໄປທຸກຫົນທຸກແຫ່ງ. ຈຶ່ງເປັນຜົນ, ພວກເຮົາບໍ່ຈຳເປັນຕ້ອງກ່າວສິ່ງໃດເລີຍ. 9 ເພາະພວກເຂົາເອງໄດ້ລາຍງານເຖິງລັກສະນະການມາຂອງພວກເຮົາ ທີ່ມີໃນທ່າມກາງພວກທ່ານ. ພວກເຂົາເລົ່າເຖິງການທີ່ທ່ານໄດ້ຫັນມາຫາພຣະເຈົ້າ ປະຖິ້ມຈາກຮູບເຄົາຣົບ ເພື່ອຮັບໃຊ້ພຣະເຈົ້າຊົງພຣະຊົນຢູ່ ແລະ ຜູ້ຊົງທ່ຽງແທ້. 10 ພວກເຂົາລາຍງານວ່າພວກທ່ານກຳລັງລໍຄອຍພຣະບຸດຈາກສະຫວັນ, ຜູ້ທີ່ພຣະອົງຊົງເຮັດໃຫ້ເປັນຂຶ້ນມາຈາກຄວາມຕາຍ. ຜູ້ນີ້ຄືພຣະເຢຊູຄຣິດເຈົ້າ, ຜູ້ທີ່ຊ່ວຍເຮົາໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າທີ່ກຳລັງຈະມາເຖິງ.