ບົດທີ 2

1 ອ້າຍນ້ອງຊາຍເອີຍ, ສຳລັບພວກທ່ານເອງຮູ້, ໃນການທີ່ພວກເຮົາມາຫາພວກທ່ານນັ້ນ ບໍ່ໄດ້ເສັຽປະໂຫຍດ. 2 ພວກທ່ານຮູ້ວ່າກ່ອນຫນ້ານີ້ພວກເຮົາຕ້ອງທົນທຸກ ແລະ ຖືກປະຈານຢ່າງຫນ້າອັບອາຍທີ່ເມືອງຟີລິບປອຍ. ພວກເຮົາມີຄວາມກ້າຫານໃນພຣະເຈົ້າຂອງເຮົາ ເພື່ອປະກາດຂ່າວປະເສີດຂອງພຣະເຈົ້າ ໃຫ້ແກ່ພວກທ່ານດ້ວຍຄວາມພາກພຽນພະຍາຍາມ. 3 ເພາະວ່າຄຳສອນຂອງພວກເຮົານັ້ນບໍ່ໄດ້ມາຈາກຄວາມຜິດພາດ, ຫລື ຈາກຄວາມບໍ່ຈິງ ຫລື ຈາກຄວາມຫລອກຫລວງ. 4 ແຕ່ພວກເຮົາໄດ້ຮັບການພິສູດແລ້ວໂດຍພຣະເຈົ້າວ່າເປັນທີ່ໄວ້ໃຈໄດ້ດ້ວຍເລື່ອງຂ່າວປະເສີດ, ດັ່ງພວກເຮົາກ່າວນັ້ນ, ພວກເຮົາບໍ່ໄດ້ເວົ້າດ້ວຍເພື່ອໃຫ້ມະນຸດພໍໃຈ, ແຕ່ເພື່ອໃຫ້ພຣະເຈົ້າພໍພຣະທັຍ. ພຣະອົງຄືຜູ້ດຽວທີ່ກວດສອບຫົວໃຈຂອງພວກເຮົາ. 5 ຢ່າງທີ່ພວກທ່ານຮູ້ແລ້ວວ່າ, ສຳລັບພວກເຮົາບໍ່ມີເວລາໃດເລີຍ ທີ່ຈະໃຊ້ຖ້ອຍຄຳເພື່ອຍົກຍ້ອງ, ຫລື ກ່າວອ້າງດ້ວຍຄວາມໂລບ, ໃນເມື່ອພຣະເຈົ້າຊົງເປັນພະຍານຂອງພວກເຮົາ. 6 ພວກເຮົາບໍ່ໄດ້ສະແຫວງຫາກຽດຈາກມະນຸດ, ຫລືຈາກພວກທ່ານ ຫລື ຈາກຄົນອື່ນໆ. ພວກເຮົາສາມາດຮຽກຮ້ອງສິດທິພິເສດໃນຖານະເປັນອັກຄະສາວົກຂອງພຣະຄຣິດເຈົ້າ. 7 ແຕ່ພວກເຮົາເປັນເຫມືອນຄົນຕ່າງຊາດໃນທ່າມກາງພວກທ່ານ ເຫມືອນແມ່ທີ່ຫນູນໃຈລູກຂອງຕົນ. 8 ເພາະເຫດນີ້ພວກເຮົາຈຶ່ງມີຄວາມຮັກ ແລະ ຄວາມຫ່ວງໄຍພວກທ່ານ. ພວກເຮົາມີຄວາມສຸກທີ່ໄດ້ແບ່ງປັນກັບພວກທ່ານ ບໍ່ແມ່ນພຽງແຕ່ຂ່າວປະເສີດຂອງພຣະເຈົ້າເທົ່ານັ້ນ ແຕ່ທັງຊີວິດຂອງພວກເຮົາເອງດ້ວຍ. ເພາະພວກທ່ານໄດ້ມາເປັນຜູ້ທີ່ພວກເຮົາຮັກຫລາຍ. 9 ສຳລັບພວກທ່ານຈົ່ງຈົດຈຳໄວ້, ອ້າຍນ້ອງຂອງເຮົາເອີຍ, ການທຸ້ມເທເຮັດວຽກ ແລະ ການອັນຫນັກຫນ່ວງຂອງພວກເຮົາ. ທຸກວັນ ແລະ ຄືນພວກເຮົາກຳລັງເຮັດວຽກເພື່ອຈະບໍ່ເປັນພາຣະອັນຫນັກແກ່ພວກທ່ານຄົນໃດ. ໃນຊ່ວງເວລານັ້ນ, ພວກເຮົາໄດ້ເທສະຫນາຂ່າວປະເສີດຂອງພຣະເຈົ້າໃຫ້ກັບພວກທ່ານດ້ວຍ. 10 ພວກທ່ານເປັນພະຍານ, ແລະ ພຣະເຈົ້າກໍຊົງເປັນພະຍານດ້ວຍເຖິງຄວາມບໍຣິສຸດ, ຄວາມຊອບທັມ, ແລະ ປາສະຈາກການຕຳຫນິໃນການປະພຶດຂອງພວກເຮົາທີ່ມີຕໍ່ພວກທ່ານທີ່ເຊື່ອ. 11 ໃນທຳນອງດຽວກັນ ພວກທ່ານຕ່າງກໍຮູ້ຈັກກັນເອງດີຢູ່ແລ້ວ ດັ່ງນັ້ນໃນຖານະພໍ່ກັບລູກ, 12 ພວກເຮົາຈຶ່ງຮ້ອງຂໍທ່ານ ແລະ ຫນູນໃຈ ແລະ ເຕືອນສະຕິທ່ານ ເພື່ອຈະເດີນຢູ່ໃນຄວາມປະພຶດອັນເຫມາະສົມຫນ້າຍົກຍ້ອງຂອງພຣະເຈົ້າ, ຜູ້ຊົງເອີ້ນພວກທ່ານ ເຂົ້າສູ່ອານາຈັກ ແລະ ໃນສະຫງ່າຣາສີຂອງພຣະອົງ. 13 ເນື່ອງຈາກເຫດຜົນນີ້ ພວກເຮົາຈຶ່ງຂອບພຣະຄຸນພຣະເຈົ້າຢ່າງສະຫມໍ່າສະເຫມີ, ດ້ວຍເຊັ່ນກັນ ເພາະເມື່ອພວກທ່ານໄດ້ຮັບຂ່າວສານ ຂອງພຣະເຈົ້າທີ່ພວກທ່ານໄດ້ຍິນຈາກພວກເຮົາແລ້ວ, ພວກທ່ານໄດ້ຍອມຮັບແລ້ວ ບໍ່ແມ່ນໃນຖານະທີ່ເປັນຖ້ອຍຄຳຂອງມະນຸດ. ແຕ່ພວກທ່ານຮັບເອົາດ້ວຍວ່າເປັນພຣະຄັມຂອງພຣະເຈົ້າຢ່າງແທ້ຈິງ. ຄືພຣະຄັມນີ້ທີ່ກຳລັງທຳງານຢູ່ທ່າມກາງພວກທ່ານຜູ້ທີ່ເຊື່ອດ້ວຍ. 14 ອ້າຍນ້ອງຊາຍເອີຍ, ເພາະພວກທ່ານໄດ້ກາຍເປັນຜູ້ຮຽນແບບຜູ້ເຊື່ອ ໃນຄຣິສຕະຈັກຂອງພຣະເຈົ້າໃນຢູດາຍໃນອົງພຣະເຢຊູຄຣິດເຈົ້າ. ເພາະພວກທ່ານຕ້ອງທົນທຸກຢ່າງດຽວກັນຈາກຄົນໃນປະເທດຂອງທ່ານ, ເຫມືອນທີ່ພວກເຂົາໄດ້ຮັບຈາກພວກຢິວ. 15 ຄືພວກຢິວທີ່ໄດ້ຂ້າທັງພຣະເຢຊູເຈົ້າ ແລະ ບັນດາຜູ້ປະກາດພຣະທັມ. ຄືພວກຊາວຢິວທີ່ໄດ້ຂັບໄລ່ພວກເຮົາ. ພວກເຂົາບໍ່ໄດ້ເຮັດໃຫ້ພຣະເຈົ້າພໍໃຈ. ແຕ່ພວກເຂົາຂັດຄ້ານຄົນທັງຫລາຍ. 16 ພວກເຂົາຫ້າມບໍ່ໃຫ້ພວກເຮົາກ່າວຕໍ່ຄົນຕ່າງຊາດ ເພື່ອຄົນເຫລົ່ານັ້ນຈະໄດ້ຮັບຄວາມລອດພົ້ນ. ຊຶ່ງມີຜົນເຮັດໃຫ້ພວກເຂົາເຕັມໄປດ້ວຍຄວາມບາບ. ທ້າຍທີ່ສຸດຄວາມໂກດຮ້າຍຂອງພຣະເຈົ້າກໍມາເຖິງພວກເຂົາ. 17 ອ້າຍນ້ອງຊາຍເອີຍ, ພວກເຮົາຖືກແຍກຂາດຈາກພວກທ່ານ, ໃນຊ່ວງເວລາຫນຶ່ງ, ຊຶ່ງເປັນການແຍກຂາດທາງກາຍບໍ່ແມ່ນຫົວໃຈ. ພວກເຮົາເຮັດຢ່າງກະຕືລືລົ້ນ ໂດຍສະເພາະ ດ້ວຍຄວາມປາຖນາອັນຍິ່ງໃຫຍ່, ທີ່ຈະໄດ້ພົບຫນ້າພວກທ່ານ. 18 ເພາະພວກເຮົາປາຖນາທີ່ຈະມາຫາພວກທ່ານ, ຂ້າພຣະເຈົ້າເອງຄືໂປໂລ ກໍປາຖນາທີ່ຈະມາຫາພວກທ່ານອີກເທື່ອຫນຶ່ງ, ແຕ່ຊາຕານໄດ້ຢຸດຢັ້ງພວກເຮົາເອົາໄວ້. 19 ເພາະຄວາມຫມັ້ນໃຈຂອງພວກເຮົາສຳລັບອານາຄົດ ຫລື ຄວາມຊື່ນຊົມຍິນດີ ຫລື ມົງກຸດແຫ່ງຄວາມພູມໃຈຂອງພວກເຮົານັ້ນຢູ່ຕໍ່ຫນ້າອົງພຣະເຢຊູເຈົ້າໃນການມາຂອງພຣະອົງບໍ່ແມ່ນບໍ? ບໍ່ແມ່ນພວກທ່ານບໍທີ່ມີຫລາຍເຫມືອນຜູ້ອື່ນ? 20 ພວກທ່ານເປັນພຣະສີຣິ ແລະ ຄວາມຍິນດີຂອງພວກເຮົາ.