ບົດທີ 1

1 ມີຊາຍຄົນຫນຶ່ງຊຶ່ງເປັນຊາວຣາມາຂອງເມືອງຊູເຟ, ເຂດເນີນພູເອຟຣາອິມ; ຊື່ຂອງລາວແມ່ນເອນການາ ລູກຊາຍຂອງເຢໂຣຮາມ ລູກຊາຍຂອງເອລີຮູ ລູກຊາຍຂອງໂຕຮູ ລູກຊາຍຂອງຊູ, ຄົນໃນເຜົ່າເອຟາຣາອິມ. 2 ລາວມີເມຍສອງຄົນ; ຊື່ເມຍຄົນທີຫນຶ່ງຄື: ນາງຮັນນາ, ແລະເມຍຄົນທີ່ສອງຊື່ ນາງເປນິນນາ. ນາງເປນິນນາມີລູກ, ແຕ່ນາງຮັນນາບໍ່ມີລູກ. 3 ຊາຍຄົນນີ້ໄດ້ໄປຈາກເມືອງຂອງລາວ ທຸກປີໄປນະມັສະການ ແລະ ຖວາຍສັດບູຊາແດ່ພຣະຢາເວຈອມໂຍທາ ທີ່ເມືອງຊີໂລ. ລູກຊາຍສອງຄົນຂອງເອລີຄື, ໂຮບນີ ແລະ ຟີເນຫັດ, ເປັນປະໂລຫິດຂອງພຣະຢາເວ, ຢູ່ທີ່ນັ້ນ. 4 ເມື່ອເຖິງວັນທີ່ເອນການາຈະຖວາຍສັດບູຊາທຸກປີ, ລາວໃຫ້ສ່ວນແບ່ງຂອງຊີ້ນແກ່ເປນິນນາເມຍຂອງລາວ, ແລະໃຫ້ແກ່ບັນດາລູກຊາຍ ແລະບັນດາຂອງລູກສາວທຸກຄົນ. 5 ແຕ່ລາວໄດ້ແບ່ງໃຫ້ຮັນນາສອງເທົ່າ, ເພາະວ່າລາວຮັກຮັນນາ, ເຖິງວ່າພຣະຢາເວໄດ້ປິດມົດລູກຂອງນາງໄວ້. 6 ຄູ່ແຂ່ງຂອງນາງກໍເຍາະເຍີ້ຍນາງຢ່າງຫນັກ ເພື່ອເຮັດໃຫ້ນາງໃຈຮ້າຍ, ຍ້ອນວ່າພຣະຢາເວໄດ້ປິດມົດລູກຂອງນາງ. 7 ດັ່ງນັ້ນ ຫລັງຈາກຫລາຍຕໍ່ຫລາຍປີ, ເມື່ອນາງຂຶ້ນໄປທີ່ພຣະວິຫານຂອງພຣະຢາເວກັບຄອບຄົວຂອງນາງ, ຄູ່ແຂ່ງຂອງນາງກໍເຍາະເຍີ້ຍນາງສະເຫມີ. ດັ່ງນັ້ນນາງຈຶ່ງຮ້ອງໄຫ້ ແລະ ບໍ່ກິນຫຍັງເລີຍ. 8 ເອນການາຜົວຂອງນາງກໍເວົ້າກັບນາງສະເຫມີວ່າ, "ຮັນນາ, ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ເປັນຫຍັງເຈົ້າຈຶ່ງບໍ່ກິນຫຍັງເລີຍ? ເປັນຫຍັງຈິດໃຈຂອງເຈົ້າຈຶ່ງໂສກເສົ້າ? ຂ້ອຍບໍ່ດີກວ່າລູກຊາຍສິບຄົນສຳລັບເຈົ້າບໍ?" 9 ມີເທື່ອຫນຶ່ງໃນເຫດການເຫລົ່ານີ້, ຮັນນາໄດ້ລຸກຂຶ້ນຫລັງຈາກພວກເຂົາກິນ ແລະ ດື່ມອີ່ມແລ້ວ ໃນເມືອງຊີໂລ. ໃນຕອນນັ້ນ ເອລີ ປະໂລຫິດໄດ້ນັ່ງຢູ່ເທິງບ່ອນນັ່ງຂອງລາວ ທາງຂ້າງປະຕູພຣະວິຫານຂອງພຣະຢາເວ. 10 ນາງເຈັບປວດໃຈຫລາຍ; ນາງຈຶ່ງໄດ້ອະທິຖານຕໍ່ພຣະຢາເວ ແລະ ຮ້ອງໄຫ້ຢ່າງຂົມຂື່ນ. 11 ນາງໄດ້ສາບານແລະໄດ້ກ່າວວ່າ, "ພຣະຢາເວຈອມໂຍທາ, ຖ້າພຣະອົງຊົງເບິ່ງເຖິງຄວາມເຈັບປວດຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ລະນຶກເຖິງຂ້ານ້ອຍ, ແລະບໍ່ຊົງລືມຜູ້ຮັບໃຊ້ຂອງພຣະອົງ, ຂໍປຣະທານລູກຊາຍຄົນຫນຶ່ງໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ, ແລ້ວຂ້ານ້ອຍຈະມອບເຂົາໃຫ້ແດ່ພຣະຢາເວຕະຫລອດຊີວິດຂອງລາວ, ແລະ ຈະບໍ່ໃຫ້ມີດແຖຖືກຫົວຂອງລາວເລີຍ." 12 ຂະນະທີ່ນາງກຳລັງອະທິຖານຢ່າງຕໍ່ເນື່ອງຕໍ່ຫນ້າພຣະຢາເວນັ້ນ, ເອລີກໍໄດ້ເຝົ້າເບິ່ງປາກຂອງນາງ. 13 ຮັນນາໄດ້ເວົ້າໃນໃຈຂອງນາງ. ຮີມສົບຂອງນາງເຫນັງໄປມາ, ແຕ່ບໍ່ມີໃຜໄດ້ຍິນສຽງຂອງນາງ. ເພາະເຫດນີ້ເອລີຈຶ່ງໄດ້ຄິດວ່ານາງເມົາເຫລົ້າ. 14 ເອລີຈຶ່ງໄດ້ເວົ້າກັບນາງວ່າ, "ນາງຈະເມົາເຫລົ້າໄປອີກດົນປານໃດ? ຈົ່ງຖິ້ມເຫລົ້າອະງຸ່ນຂອງນາງໄປເສຍ." 15 ຮັນນາໄດ້ຕອບວ່າ, "ບໍ່ແມ່ນ, ເຈົ້ານາຍຂອງຂ້ານ້ອຍ, ຂ້ານ້ອຍເປັນຍິງຄົນຫນຶ່ງທີ່ມີຈິດໃຈໂສກເສົ້າ. ຂ້ານ້ອຍບໍ່ໄດ້ດື່ມເຫລົ້າອະງຸ່ນ ຫລື ເຫລົ້າໃດໆ, ແຕ່ຂ້ານ້ອຍໄດ້ເປີດໃຈຕໍ່ຫນ້າພຣະຢາເວ. 16 ຢ່າຄິດວ່າຜູ້ຮັບໃຊ້ຂອງທ່ານ ເປັນຜູ້ຍິງທີ່ໄຮ້ຢາງອາຍ; ຂ້ານ້ອຍໄດ້ເວົ້າອອກມາດ້ວຍຄວາມກັງວົນໃຈ ແລະ ຄວາມອັດອັ້ນໃຈຢ່າງທີ່ສຸດຂອງຂ້ານ້ອຍ." 17 ແລ້ວເອລີກໍໄດ້ຕອບ ແລະກ່າວວ່າ, "ຈົ່ງກັບໄປເປັນສຸກເຖີ້ນ; ຂໍພຣະເຈົ້າແຫ່ງອິສະຣາເອນປຣະທານຕາມຄຳຂໍທີ່ເຈົ້າໄດ້ຂໍຈາກພຣະອົງ." 18 ນາງກໍຕອບວ່າ, "ຂໍຍິງຮັບໃຊ້ຂອງທ່ານ ໄດ້ເປັນທີ່ພໍໃຈຂອງທ່ານເຖີ້ນ." ແລ້ວຜູ້ຍິງນັ້ນກໍໄດ້ໄປຕາມທາງຂອງນາງແລະໄດ້ກິນ; ໃບຫນ້າຂອງນາງກໍບໍ່ໂສກເສົ້າອີກຕໍ່ໄປ. 19 ພວກເຂົາໄດ້ຕື່ນຂຶ້ນແຕ່ເຊົ້າໆ ແລະ ນະມັສະການຕໍ່ພຣະພັກພຣະຢາເວ, ແລະພວກເຂົາກໍໄດ້ກັບເມືອເຮືອນຂອງພວກເຂົາຢູ່ຣາມາ. ເອນການາກໍໄດ້ຫລັບນອນກັບຮັນນາເມຍຂອງລາວ, ແລະພຣະຢາເວກໍໄດ້ລະນຶກເຖິງນາງ. 20 ໃນເວລາຕໍ່ມາ, ຮັນນາກໍໄດ້ຖືພາ ແລະໄດ້ເກີດລູກຊາຍຄົນຫນຶ່ງ. ນາງໄດ້ເອີ້ນຊື່ລາວວ່າຊາມູເອນ, ກ່າວວ່າ, "ເພາະວ່າຂ້ານ້ອຍໄດ້ຂໍລາວມາຈາກພຣະຢາເວ." 21 ອີກເທື່ອຫນຶ່ງ, ເອນການາ ແລະທຸກຄົນໃນຄົວເຮືອນຂອງລາວໄດ້ກັບຂຶ້ນໄປເພື່ອຖວາຍສັດບູຊາແດ່ພຣະຢາເວເປັນປະຈຳທຸກປີ ແລະແກ້ຄຳສາບານຂອງລາວ. 22 ແຕ່ຮັນນາບໍ່ໄດ້ໄປ; ນາງໄດ້ເວົ້າກັບຜົວຂອງນາງວ່າ, "ຂ້ອຍຈະບໍ່ໄປຈົນກວ່າເດັກຈະອອກນົມກ່ອນ; ແລ້ວຂ້ອຍຈະພາລາວໄປ, ເພື່ອວ່າລາວຈະໄດ້ປາກົດຕົວຕໍ່ຫນ້າພຣະຢາເວ ແລະ ຢູ່ທີ່ນັ້ນຕະຫລອດໄປ." 23 ເອນການາ ຜົວຂອງນາງກໍບອກນາງວ່າ, "ຈົ່ງເຮັດຕາມທີ່ເຈົ້າເຫັນວ່າດີສຳລັບເຈົ້າເຖີ້ນ. ຖ້າຈົນຮອດຍາມທີ່ເຈົ້າໃຫ້ລາວອອກນົມກ່ອນ; ຂໍພຽງແຕ່ພຣະຢາເວຢັ້ງຢືນຖ້ອຍຄຳຂອງພຣະອົງ." ດ້ວຍເຫດນີ້ ຍິງນັ້ນກໍຢູ່ ແລະ ໄດ້ລ້ຽງດູລູກຂອງນາງຈົນກວ່ານາງໄດ້ໃຫ້ລາວອອກນົມ. 24 ເມື່ອນາງໄດ້ໃຫ້ລາວອອກນົມແລ້ວ, ນາງໄດ້ພາລາວໄປພ້ອມກັບນາງ, ພ້ອມກັບງົວອາຍຸສາມປີໂຕຫນຶ່ງໄປນຳ, ອາຫານຫນຶ່ງເອຟາ, ແລະເຫລົ້າອະງຸ່ນຫນຶ່ງແກ້ວ, ແລະໄດ້ພາລາວໄປທີ່ພຣະວິຫານຂອງພຣະຢາເວໃນຊີໂລ. ບັດນີ້ ເດັກຄົນນັ້ນຍັງນ້ອຍຢູ່. 25 ພວກເຂົາໄດ້ຂ້າງົວ, ແລະ ພວກເຂົ້າພາເດັກໄປຫາເອລີ. 26 ນາງໄດ້ກ່າວວ່າ, "ໂອ້, ເຈົ້ານາຍຂອງຂ້ານ້ອຍ! ຕາບໃດທີ່ທ່ານມີຊີວິດຢູ່, ເຈົ້ານາຍຂອງຂ້ານ້ອຍ, ຂ້ານ້ອຍຄືຍິງທີ່ໄດ້ຢືນຢູ່ບ່ອນນີ້ ຕໍ່ຫນ້າທ່ານ ເພື່ອອະທິຖານຕໍ່ພຣະຢາເວ. 27 ເພາະວ່າ ເດັກຄົນນີ້ທີ່ຂ້ານ້ອຍໄດ້ອະທິຖານ ແລະ ພຣະຢາເວໄດ້ປຣະທານຕາມຄຳຮ້ອງຂໍ ຕາມທີ່ຊຶ່ງຂ້ານ້ອຍໄດ້ຮ້ອງຂໍພຣະອົງ. 28 ຂ້ານ້ອຍຂໍຖວາຍລາວແດ່ພຣະຢາເວ, ຕາບເທົ່າທີ່ລາວຍັງມີຊີວິດຢູ່ ລາວຖືກຖວາຍແດ່ພຣະຢາເວແລ້ວ." ແລ້ວລາວກໍນະມັສະການພຣະຢາເວຢູ່ທີ່ນັ້ນ.