ບົດທີ 2

1 ຮັນນາໄດ້ອະທິຖານ ແລະກ່າວວ່າ, "ຈິດໃຈຂອງຂ້ານ້ອຍຍິນດີໃນພຣະຢາເວ. ກຳລັງຂອງຂ້ານ້ອຍໄດ້ຮັບການຍົກຊູຂຶ້ນໃນພຣະຢາເວ. ປາກຂອງຂ້ານ້ອຍໂອ້ອວດເຫນືອພວກສັດຕຣູຂອງຂ້ານ້ອຍ, ເພາະຂ້ານ້ອຍຍິນດີໃນການໄຖ່ຂອງພຣະອົງ. 2 ບໍ່ມີໃຜບໍຣິສຸດດັ່ງພຣະຢາເວ, ເພາະວ່າບໍ່ມີໃຜປຽບເຫມືອນພຣະອົງ; ບໍ່ມີໃຜທີ່ດີເຫມືອນພຣະເຈົ້າຂອງພວກເຮົາ. 3 ຢ່າອວດອ້າງອີກຕໍ່ໄປ; ຢ່າໃຫ້ຄວາມຈອງຫອງອອກມາຈາກປາກຂອງພວກເຈົ້າ. ເພາະພຣະຢາເວເປັນພຣະເຈົ້າແຫ່ງຄວາມຮອບຮູ້; ໂດຍພຣະອົງການກະທຳທັງຫລາຍຈະໄດ້ຮັບການຊັ່ງຊາ. 4 ຄັນທະນູຂອງຊາຍທີ່ຍິ່ງໃຫຍ່ກໍຫັກ, ແຕ່ຄົນເຫລົ່ານັ້ນທີ່ໂຊເຊກໍໄດ້ຮັບການເສີມກຳລັງເຫມືອນສາຍເອວ. 5 ບັນດາຄົນທີ່ເຄີຍກິນອີ່ມກໍຕ້ອງອອກຮັບຈ້າງຫາອາຫານ; ບັນດາຄົນເຫລົ່ານັ້ນທີ່ອືດຢາກກໍຢຸດອືດຢາກ. ແມ່ນແຕ່ຄົນທີ່ເຫັນເປັນຫມັນກໍເກີດລູກຊາຍເຈັດຄົນ, ແຕ່ຜູ້ຍິງທີ່ມີລູກຫລາຍກໍ່ອ່ອນແຮງໄປ. 6 ພຣະຢາເວຂ້າ ແລະ ຊົງໃຫ້ມີຊີວິດ. ພຣະອົງຊົງນຳໄປເຖິງແດນຄົນຕາຍ ແລະ ໃຫ້ເປັນຄືນມາ. 7 ພຣະຢາເວຊົງເຮັດໃຫ້ປະຊາຊົນບາງຄົນຍາກຈົນ ແລະ ເຮັດໃຫ້ບາງຄົນຮັ່ງມີ. ພຣະອົງຊົງເຮັດໃຫ້ຖ່ອມລົງ ແລະ ຊົງຍົກຂຶ້ນດ້ວຍ. 8 ພຣະອົງຊົງຍົກຄົນຍາກຈົນຂຶ້ນຈາກຂີ້ຝຸ່ນດິນ. ພຣະອົງຊົງຍົກຄົນຂັດສົນຂຶ້ນຈາກກອງຂີ້ເຖົ່າ ເພື່ອເຮັດໃຫ້ພວກເຂົານັ່ງຮ່ວມກັບພວກເຈົ້ານາຍ ແລະ ໃນບ່ອນນັ່ງອັນມີກຽຕເປັນມໍຣະດົກ. ເພາະວ່າ ບັນດາເສົາແຫ່ງແຜ່ນດິນເປັນຂອງພຣະຢາເວ ແລະພຣະອົງຊົງວາງຮາກຖານຂອງໂລກໄວ້ເທິງເສົາເຫລົ່ານັ້ນ. 9 ພຣະອົງຈະຊົງດູແລການຕີນຂອງປະຊາຊົນທີ່ສັດຊື່ຂອງພຣະອົງ, ແຕ່ຄົນຊົ່ວຮ້າຍຈະຕ້ອງຖືກເຮັດໄປຖິ້ມໄວ້ໃນບ່ອນທີ່ງຽບໃນຄວາມມືດ, ເພາະວ່າບໍ່ມີໃຜຈະຊະນະດ້ວຍກຳລັງ. 10 ບັນດາ ຜູ້ຕໍ່ສູ້ພຣະຢາເວຈະຊົງຖືກທຸບໃຫ້ແຕກເປັນຕ່ອນໆ; ພຣະອົງຈະຊົງສົ່ງສຽງຕໍ່ສູ້ພວກເຂົາຈາກສະຫວັນ. ພຣະຢາເວຈະຊົງພິພາກສາຄາວສຸດທ້າຍຂອງແຜ່ນດິນໂລກ; ພຣະອົງຈະຊົງປຣະທານກຳລັງແກ່ກະສັດຂອງພຣະອົງ ແລະ ຈະເສີມກຳລັງຂອງຜູ້ທີ່ພຣະອົງເຈີມໄວ້." 11 ແລ້ວເອນການາໄດ້ໄປຣາມາ, ໄປທີ່ເຮືອນຂອງລາວ. ສ່ວນເດັກນ້ອຍກໍໄດ້ຮັບໃຊ້ພຣະຢາເວຕໍ່ຫນ້າປະໂລຫິດເອລີ. 12 ບັດນີ້ ບັນດາລູກຊາຍຂອງເອລີເປັນຄົນໄຮ້ຄ່າ. ພວກເຂົາບໍ່ຮູ້ຈັກກັບພຣະຢາເວ. 13 ປະເພນີຂອງພວກປະໂລຫິດຕໍ່ປະຊາຊົນເປັນຢ່າງນີ້ ເມື່ອມີຊາຍຄົນໃດຖວາຍເຄື່ອງສັດບູຊາ,​ ຄົນຮັບໃຊ້ຂອງປະໂລຫິດຈະເຂົ້າມາກັບສ້ອມສາມງ່າມໃນມືຂອງລາວ, ຂະນະທີ່ຊີ້ນກຳລັງຕົ້ມຢູ່ນັ້ນ. 14 ລາວຈະເອົາສ້ອມສາມງ່າມແທງເຂົ້າໄປໃນຫມໍ້, ຫລື ຫມໍ້ຫູ, ຫລືຫມໍ້ຕົ້ມຂະຫນາດໃຫຍ່. ສ້ອມທີ່ຖືກນຳຂຶ້ນມາຖືກສິ່ງໃດປະໂລຫິດກໍເອົາໄວ້ສຳລັບລາວ. ພວກເຂົາເຮັດເຊັ່ນນັ້ນຢູ່ຊີໂລ ແກ່ຊາວອິສະຣາເອນທຸກຄົນທີ່ມາທີ່ນັ້ນ. 15 ຍິ່ງໄປກວ່ານັ້ນ, ກ່ອນທີ່ພວກເຂົາເຜົາໄຂມັນ, ຄົນຮັບໃຊ້ຂອງປະໂລຫິດໄດ້ເຂົ້າມາ, ແລະເວົ້າກັບຊາຍທີ່ກຳລັງຖວາຍສັດບູຊາຢູ່ນັ້ນວ່າ,"ຂໍຊີ້ນໄປປີ້ງໃຫ້ປະໂລຫິດແດ່; ເພາະວ່າລາວຈະບໍ່ຮັບຊີ້ນຕົ້ມຈາກເຈົ້າ, ແຕ່ເອົາຊີ້ນດິບເທົ່ານັ້ນ." 16 ຖ້າຊາຍຄົນນັ້ນກ່າວແກ່ລາວວ່າ, "ພວກເຂົາຈະຕ້ອງເຜົາໄຂມັນກ່ອນ, ແລະ ແລ້ວຈຶ່ງເອົາໄປຕາມທີ່ທ່ານຕ້ອງການເທີ້ນ." ແລ້ວລາວຈະຕອບວ່າ, "ບໍ່ໄດ້, ເຈົ້າຈະຕ້ອງໃຫ້ຂ້ອຍດຽວນີ້; ຖ້າບໍ່ໃຫ້, ຂ້ອຍກໍຈະໃຊ້ກຳລັງເອົາໄປ." 17 ບາບຂອງຄົນຫນຸ່ມທັງສອງນັ້ນ ໃຫຍ່ຫລວງ ຕໍ່ຫນ້າຂອງພຣະຢາເວ, ເພາະວ່າພວກເຂົາໄດ້ຫມິ່ນປະຫມາດເຄື່ອງຖວາຍບູຊາແດ່ພຣະຢາເວ. 18 ແຕ່ຊາມູເອນໄດ້ຮັບໃຊ້ຢູ່ຕໍ່ຫນ້າພຣະຢາເວ ເຫມືອນເດັກຄົນຫນຶ່ງທີ່ຮັດແອວດ້ວຍຜ້າເລນິນເອໂຟດ. 19 ແມ່ຂອງລາວໄດ້ຫຍິບເສື້ອຄຸມໂຕນ້ອຍໆ ສຳລັບລາວທຸກໆປີ, ເມື່ອນາງຂຶ້ນໄປພ້ອມກັບຜົວຂອງນາງ ເພື່ອຖວາຍເຄື່ອງສັດບູຊາປະຈຳປີ. 20 ເອລີໄດ້ອວຍພອນເອນການາ ແລະ ເມຍຂອງລາວເວົ້າວ່າ, "ຂໍພຣະຢາເວປຣະທານລູກຫລາຍຄົນໃຫ້ແກ່ທ່ານອີກໂດຍຜູ້ຍິງຄົນນີ້ ເພາະວ່າຄົນທີ່ນາງເຄີຍຂໍນັ້ນ ໄດ້ມອບຖວາຍໃຫ້ພຣະຢາເວ." ແລ້ວພວກເຂົາກໍໄດ້ກັບເມືອເຮືອນຂອງພວກເຂົາເອງ. 21 ພຣະຢາເວໄດ້ຊ່ວຍຮັນນາ, ແລະ ນາງກໍຖືພາອີກເທື່ອຫນຶ່ງ. ນາງໄດ້ເກີດລູກຊາຍສາມຄົນ ແລະລູກສາວສອງຄົນ. ຂະນະທີ່, ເດັກຊາຍຊາມູເອນກໍເຕີບໃຫຍ່ຂຶ້ນຕໍ່ພຣະພັກພຣະຢາເວ. 22 ບັດນີ້ ເອລີກໍເຖົ້າຫລາຍແລ້ວ; ລາວໄດ້ຍິນເຖິງທຸກສິ່ງທີ່ລູກທັງສອງຂອງລາວກຳລັງເຮັດແກ່ຊາວອິສະຣາເອນທັງຫມົດ, ແລະທີ່ພວກເຂົາຫລັບນອນກັບຜູ້ຍິງທີ່ຮັບໃຊ້ຢູ່ທີ່ທາງເຂົ້າຫໍເຕັນນັດພົບ. 23 ລາວກໍເວົ້າກັບພວກເຂົາວ່າ, "ເປັນຫຍັງພວກເຈົ້າຈຶ່ງເຮັດສິ່ງເຫລົ່ານີ້? ເພາະຂ້ອຍໄດ້ຍິນກ່ຽວກັບການກະທຳອັນຊົ່ວຮ້າຍຈາກປະຊາຊົນທັງຫມົດເຫລົ່ານີ້." 24 ຢ່າເລີຍ, ລູກເອີຍ; ເພາະວ່າມັນເປັນເລື່ອງທີ່ບໍ່ດີທີ່ເຮົາໄດ້ຍິນນັ້ນ. ພວກເຈົ້າເຮັດໃຫ້ປະຊາຊົນຂອງພຣະຢາເວບໍ່ເຊື່ອຟັງ. 25 "ຖ້າຊາຍໃດເຮັດບາບຕໍ່ສູ້ກັບອີກຄົນຫນຶ່ງ, ພຣະເຈົ້າຈະຕັດສິນລາວ; ແຕ່ຖ້າຊາຍຄົນນັ້ນໄດ້ເຮັດບາບຕໍ່ສູ້ພຣະຢາເວ, ໃຜຈະໂຕ້ແຍ້ງເພື່ອລາວໄດ້ຫລື?" ແຕ່ພວກເຂົາບໍ່ເຊື່ອຟັງບິດາຂອງພວກເຂົາ, ເພາະວ່າພຣະຢາເວຕັ້ງໃຈຈະຂ້າພວກເຂົາແລ້ວ. 26 ເດັກຊາຍຊາມູເອນກໍເຕີບໃຫຍ່ຂຶ້ນ, ແລະ ເປັນທີ່ພໍພຣະທັຍຕໍ່ພຣະພັກພຣະຢາເວ ແລະຕໍ່ຫນ້າມະນຸດດ້ວຍ. 27 ບັດນີ້ ຄົນຂອງພຣະເຈົ້າມາຫາເອລີ ແລະເວົ້າກັບລາວວ່າ, "ພຣະຢາເວກ່າວດັ່ງນີ້ວ່າ, 'ເຮົາບໍ່ໄດ້ເປີດເຜີຍເຮົາເອງໃຫ້ແກ່ບັນພະບຸຣຸດຂອງເຈົ້າ, ເມື່ອພວກເຂົາຍັງຢູ່ໃນເອຢິບ ພາຍໃຕ້ການເປັນທາດຢູ່ໃນເຊື້ອສາຍຂອງຟາໂຣຫລື? 28 ເຮົາໄດ້ເລືອກລາວອອກຈາກເຜົ່າອິສະຣາເອນທັງຫມົດ ໃຫ້ເປັນປະໂລຫິດຂອງເຮົາ, ເພື່ອຂຶ້ນໄປທີ່ແທ່ນບູຊາຂອງເຮົາ, ແລະ ເຜົາເຄື່ອງຫອມບູຊາ, ເພື່ອນຸ່ງເສື້ອເອໂຟດຕໍ່ຫນ້າເຮົາ. ເຮົາໄດ້ມອບໃຫ້ແກ່ບັນພະບຸຣຸດຂອງເຈົ້າດ້ວຍເຄື່ອງຖວາຍທັງຫລາຍ ທີ່ປະຊາຊົນອິສະຣາເອນໄດ້ຖວາຍບູຊາດ້ວຍໄຟ. 29 ເຫດໃດ, ພວກເຈົ້າຈຶ່ງດູຫມິ່ນເຄື່ອງຖວາຍບູຊາຂອງເຮົາ ແລະ ສິ່ງຂອງຖວາຍທີ່ເຮົາໄດ້ສັ່ງໄວ້ໃນບ່ອນທີ່ເຮົາສະຖິດຢູ່? ເປັນຫຍັງພວກເຈົ້າໃຫ້ກຽຕແກ່ລູກຊາຍທັງສອງຂອງເຈົ້າເຫນືອເຮົາ ໂດຍເຮັດໃຫ້ໂຕຂອງພວກເຈົ້າອ້ວນພີ ດ້ວຍສ່ວນທີ່ດີທີ່ສຸດຂອງເຄື່ອງຖວາຍທຸກຢ່າງຈາກປະຊາຊົນອິສະຣາເອນຂອງເຮົາ?' 30 ເພາະສະນັ້ນ, ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ຊົງກ່າວວ່າ, 'ເຮົາໄດ້ສັນຍາວ່າເຊື້ອສາຍຂອງເຈົ້າ, ແລະເຊື້ອສາຍຂອງບັນດາບັນພະບຸຣຸດຂອງເຈົ້າຈະດຳເນີນຢູ່ຕໍ່ຫນ້າເຮົາເປັນນິດ.' ແຕ່ບັດນີ້ພຣະຢາເວຊົງກ່າວວ່າ, 'ຂໍໃຫ້ການນັ້ນຫ່າງໄກໄປຈາກເຮົາ, ເພາະເຮົາຈະໃຫ້ກຽຕແກ່ບັນດາຜູ້ທີ່ໃຫ້ກຽຕເຮົາ, ແຕ່ບັນດາຜູ້ທີ່ຫມິ່ນປະຫມາດເຮົາ ຈະຕົກຕໍ່າລົງ. 31 ເບິ່ງແມ໋, ວັນເຫລົ່ານັ້ນຈະມາເຖິງ ເມື່ອເຮົາຈະຕັດກຳລັງຂອງພວກເຈົ້າອອກ ແລະ ກຳລັງຂອງເຊື້ອສາຍຂອງພໍ່ເຈົ້າ, ເພື່ອຈະບໍ່ມີຄົນເຖົ້າໃນເຊື້ອສາຍຂອງພວກເຈົ້າ. 32 ເຈົ້າຈະເຫັນຄວາມທຸກຮ້ອນໃນບ່ອນຢູ່ຂອງເຮົາ. ແມ່ນວ່າສິ່ງທີ່ດີຈະມອບໃຫ້ແກ່ອິສະຣາເອນກໍຕາມ, ແຕ່ຈະບໍ່ມີຄົນເຖົ້າໃນເຊື້ອສາຍຂອງພວກເຈົ້າ. 33 ມີໃຜໃນພວກເຈົ້າ ຊຶ່ງເຮົາບໍ່ໄດ້ຕັດເສຍຈາກແທ່ນບູຊາຂອງເຮົາ, ເຮົາຈະໃຫ້ດວງຕາທັງສອງຂອງພວກເຈົ້າຫລົ້ມແຫລວໄປ, ແລະເຮົາຈະເຮັດໃຫ້ເກີດຄວາມໂສກເສົ້າໃນຊີວິດຂອງພວກເຈົ້າ. ທຸກຄົນທີ່ເກີດໃນເຊື້ອສາຍຂອງພວກເຈົ້າຈະຕາຍ. 34 ສິ່ງນີ້ຈະເປັນຫມາຍສຳຄັນແກ່ພວກເຈົ້າ ຊຶ່ງຈະບັງເກີດຂຶ້ນແກ່ລູກຊາຍທັງສອງຂອງເຈົ້າ, ຄືໂຮບນີ ແລະ ຟີເນຫັດ: ພວກເຂົາຈະຕາຍໃນວັນດຽວກັນ. 35 ເຮົາຈະຕັ້ງຄົນເປັນປະໂລຫິດທີ່ສັດຊື່ຂອງເຮົາຂຶ້ນ ຜູ້ທີ່ຈະເຮັດຕາມສິ່ງທີ່ເຮົາມີຢູ່ໃນໃຈ ແລະໃນຈິດວິນຍານຂອງເຮົາ. ເຮົາຈະສ້າງເຊື້ອສາຍທີ່ຫມັ້ນຄົງໃຫ້ລາວ; ແລະ ລາວຈະດຳເນີນຢູ່ຕໍ່ຫນ້າກະສັດຜູ້ທີ່ເຮົາໄດ້ເຈີມຕັ້ງໄວ້ຕະຫລອດໄປ. 36 ທຸກຄົນທີ່ຍັງເຫລືອຢູ່ໃນເຊື້ອສາຍຂອງເຈົ້າຈະມາ ແລະຂາບໄຫວ້ລາວ, ຮ້ອງຂໍເງິນອັນຫນຶ່ງ ແລະເຂົ້າຈີ່ກ້ອນຫນຶ່ງ, ແລະ ຈະເວົ້າວ່າ, "ຂໍທ່ານກະຣຸນາຕັ້ງຂ້ານ້ອຍໄວ້ໃນຕໍາແຫນ່ງປະໂລຫິດຈັກເທື່ອຫນຶ່ງເຖີ້ນ ເພື່ອຂ້ານ້ອຍຈະໄດ້ກິນເສດເຂົ້າຈີ່ແດ່."'"