ບົດທີ 1

1 ຈາກເປໂຕ, ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ, ເຖິງພີ່ນ້ອງຕ່າງຊາດທີ່ກະຈັດກະຈາຍໄປ, ແລະ ຜູ້ທີ່ຖືກເລືອກສັນໄວ້ໃນແຂວງປົນໂຕ, ແຂວງ ຄາລາເຕຍ, ແຂວງກາປາໂດເກຍ, ແຂວງເອເຊຍ ແລະ ແຂວງບີທີເນຍ. 2 ນີ້ແມ່ນຖືກຕາມທີ່ພຣະເຈົ້າພຣະບິດາເຈົ້າໄດ້ຊົງລ່ວງຮູ້ໄວ້ກ່ອນ, ໂດຍພຣະວິນຍານໄດ້ຊົງຊຳຣະໃຫ້ ບໍຣິສຸດເພື່ອຈະເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະ ໄດ້ຮັບການຊຳຣະດ້ວຍພຣະໂລຫິດຂອງພຣະອົງ. ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງບັງເກີດ ທະວີຄູນແກ່ທ່ານທັງຫລາຍເຖີ້ນ. 3 ສາທຸການແດ່ພຣະເຈົ້າ ພຣະບິດາເຈົ້າແຫ່ງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ. ໃນພຣະເມດຕາທີ່ໃຫຍ່ຫລວງຂອງພຣະອົງ, ພຣະອົງຊົງໂຜດໃຫ້ເຮົາບັງເກີດໃໝ່ສຳລັບຄວາມເຊື່ອຫມັ້ນຂອງມໍຣະດົກ. ນີ້ຄືມໍຣະດົກໂດຍວິທີການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດເຈົ້າຈາກຄວາມຕາຍ, 4 ນີ້ເປັນມໍຣະດົກຊຶ່ງຈະບໍ່ຈິບຫາຍ, ປາສະຈາກມົນທິນ, ແລະ ບໍ່ຫຽ່ວແຫ້ງ. ຊຶ່ງໄດ້ຕຽມໄວ້ໃນສະຫວັນເພື່ອທ່ານທັງຫລາຍ. 5 ທ່ານໄດ້ຮັບການປົກປ້ອງໂດຍຣິດເດດຂອງພຣະເຈົ້າ ໂດຍຜ່ານທາງຄວາມເຊື່ອ, ໃຫ້ເຂົ້າໃນຄວາມພົ້ນຊຶ່ງພ້ອມຈະປາກົດໃນວັນສຸດທ້າຍ. 6 ທ່ານຈະດີໃຈຫລາຍສຳລັບເລື່ອງນີ້, ເຖິງແມ່ນວ່າຕອນນີ້ມັນເປັນສິ່ງຈຳເປັນສຳລັບທ່ານ ທີ່ຈະຮູ້ສຶກໂສກເສົ້າໃນບັນຫາທີ່ແຕກຕ່າງກັນ. 7 ນີ້ມີໄວ້ສຳລັບການພິສູດຄວາມເຊື່ອຂອງທ່ານ, ຊຶ່ງມີຄ່າຍິ່ງກວ່າທອງຄຳຊຶ່ງສູນຫາຍໄປ. ແມ່ນວ່າຈະມີການທົດສອບດ້ວຍໄຟ. ນີ້ເກີດຂຶ້ນເພື່ອໃຫ້ຄວາມເຊື່ອຂອງທ່ານຈະພົບວ່າຈະສົ່ງຜົນໃຫ້ເກີດການສັນຣະເສີນສະຫງ່າຣາສີ, ແລະ ພຣະກຽດໃນເວລາທີ່ ພຣະເຢຊູຄຣິດເຈົ້າຈະສະເດັດມາປາກົດ. 8 ພຣະອົງຜູ້ທີ່ທ່ານທັງຫລາຍຍັງບໍ່ໄດ້ເຫັນແຕ່ທ່ານຍັງຮັກພຣະອົງຢູ່. ແມ່ນວ່າຂະນະນີ້ທ່ານບໍ່ເຫັນພຣະອົງ, ແຕ່ທ່ານຍັງເຊື່ອໃນພຣະອົງ ແລະ ຊື່ນຊົມດ້ວຍຄວາມປິຕິຍິນດີເກີນທີ່ຈະອະທິບາຍໄດ້. 9 ຕອນນີ້ທ່ານຈະໄດ້ຮັບດ້ວຍຕົວເອງຊຶ່ງເປັນຜົນມາຈາກຄວາມເຊື່ອຂອງທ່ານ, ຄວາມລອດພົ້ນຝ່າຍວິນຍານຈິດຂອງທ່ານ. 10 ບັນດາຜູ້ເຜີຍພຣະທັມໄດ້ຄົ້ນຄ້ວາ ແລະ ໄດ້ສືບຖາມຢ່າງຮອບຄອບກຽ່ວກັບຄວາມພົ້ນນີ້, ກ່ຽວກັບພຣະຄຸນທີ່ເປັນຂອງທ່ານ. 11 ພວກເຂົາໄດ້ສືບຄົ້ນຫາໄດ້ຮູ້ເຖິງບຸກຄົນ ແລະ ເມື່ອພຣະວິນຍານຂອງພຣະເຢຊູຄຣິດເຈົ້າໃນພວກເຂົາ ໄດ້ບອກກັບພວກເຂົາ. ນີ້ເກີດຂຶ້ນຂະນະທີ່ເຂົາກຳລັງບອກພວກເຂົາລ່ວງຫນ້າກ່ຽວກັບຄວາມທຸກທໍຣະມານຂອງພຣະຄຣິດເຈົ້າ ແລະ ເຖິງສະຫງ່າຣາສີ ຫຼັງຈາກນັ້ນ. 12 ມັນເປັນທີ່ປະຈັກຕໍ່ຜູ້ເຜີຍພຣະທັມວ່າພວກເຂົາບໍ່ ໄດ້ປະຕິບັດສຳລັບຕົວພວກເຂົາເອງແຕ່ສຳລັບທ່ານທັງຫລາຍ. ນີ້ຄືສິ່ງທີ່ພວກເຂົາກຳລັງເຮັດໃນເລື່ອງທີ່ກ່ຽວກັບສິ່ງທີ່ປະກາດໃຫ້ທ່ານ ໂດຍວິທີການຂອງພຣະວິນຍານບໍຣິສຸດເຈົ້າທີ່ຊົງໂຜດປະທານມາຈາກສະຫວັນ - ສິ່ງເຫລົ່ານີ້ເປັນສິ່ງຊຶ່ງພວກທູດສະຫວັນປາຖະໜາທີ່ຈະໄດ້ຮັບການເປີດເຜີຍ. 13 ດັ່ງນັ້ນຈົ່ງຕຽມໃຈຂອງທ່ານໄວ້ໃຫ້ດີ, ຈົ່ງຂົ່ມໃຈ, ຕັ້ງຄວາມຫວັງໃຫ້ເຕັມບໍຣິບູນໃນພຣະຄຸນເມື່ອພຣະເຢຊູຄຣິດເຈົ້າຈະຊົງໂຜດສຳແດງໃຫ້ແກ່ທ່ານໃນເວລາທີ່ພຣະເຢຊູຄຣິດເຈົ້າສະເດັດມາປາກົດ. 14 ໂດຍທີ່ທ່ານເປັນລູກທີ່ເຊື່ອຟັງຂໍຢ່າໄດ້ປະພຶດຕາມກິເຫລດຕັນຫາຢ່າງທີ່ເກີດຈາກຄວາມໂງ່ງ່າວຂອງທ່ານນັ້ນ. 15 ແຕ່ເພາະພຣະອົງຜູ້ຊົງເອີ້ນທ່ານທັງຫລາຍນັ້ນບໍຣິສຸດ, ທ່ານທັງຫລາຍຈົ່ງປະພຶດຕົນໃຫ້ບໍຣິສຸດ 16 ດັ່ງທີ່ມີພຣະຄັມຂຽນໄວ້ແລ້ວວ່າ, " ທ່ານທັງຫລາຍ ຈົ່ງເປັນຄົນບໍຣິສຸດເພາະເຮົາບໍຣິສຸດ.” 17 ແລະ ຖ້າທ່ານເອີ້ນພຣະອົງວ່າ "ພຣະບິດາ" ຜູ້ຊົງພິພາກສາທຸກຄົນຕາມການກະທຳຂອງເຂົາ ໂດຍບໍ່ມີອັກຄະຕິຈົ່ງປະຕິບັດຕົນດ້ວຍຄວາມຢຳເກງຕະຫລອດເວລາທີ່ທ່ານຢູ່ໃນໂລກນີ້. 18 ເພາະພວກເຈົ້າກໍຮູ້ຢູ່ແລ້ວວ່າ ພວກເຈົ້າຖືກໄຖ່ໃຫ້ເປັນອິສຣະ ຈາກການການດຳເນີນຊີວິດອັນບໍ່ມີປະໂຫຍດ ທີ່ທ່ານໄດ້ຮຽນຮູ້ຈາກບັນພະບຸຣຸດຂອງພວກທ່ານ ບໍ່ແມ່ນໄຖ່ດ້ວຍສິ່ງຂອງທີ່ເສື່ອມສູນໄປເຫມືອນເງິນ ແລະ ຄຳ. 19 ແຕ່ທ່ານໄດ້ຮັບການຊົງໄຖ່ດ້ວຍພຣະໂລຫິດອັນປະເສີດຂອງພຣະຄຣິດເຈົ້າ, ເປັນເຫມືອນລູກແກະທີ່ບໍ່ມີຕຳຫນິ ຫລື ຮອຍດ່າງ. 20 ພຣະຄຣິດເຈົ້າໄດ້ຮັບການເລືອກໄວ້ກ່ອນການວາງຮາກຖານສ້າງໂລກ, ແຕ່ດຽວນີ້ພຣະຄຣິດເຈົ້າຊົງໄດ້ປາກົດພຣະອົງໃຫ້ແກ່ທ່ານໃນເວລາສຸດທ້າຍ. 21 ຜ່ານທາງພຣະອົງທ່ານເຊື່ອໃນພຣະເຈົ້າ, ຜູ້ຊົງບັນດານ ໃຫ້ພຣະອົງໃຫ້ຟື້ນຄືນມາຈາກຕາຍ ແລະ ຄົນທີ່ເຂົາຖວາຍພຣະກຽດເພື່ອໃຫ້ຄວາມເຊື່ອ ແລະ ຄວາມເຊື່ອຫມັ້ນຂອງທ່ານຈະຕັ້ງຢູ່ໃນພຣະເຈົ້າ. 22 ທີ່ທ່ານທັງຫລາຍໄດ້ຊຳຣະຈິດໃຈຂອງທ່ານໃຫ້ບໍຣິສຸດໂດຍການເຊື່ອຟັງຄວາມຈິງ. ນີ້ຄືວັດຖຸປະສົງຂອງຄວາມຮັກສັນພີ່ນ້ອງ; ດັ່ງນັ້ນຈົ່ງຮັກຊຶ່ງກັນ ແລະ ກັນຢ່າງຈິງຈັງຈາກຫົວໃຈ. 23 ທ່ານທັງຫລາຍໄດ້ບັງເກີດໃໝ່ແລ້ວ, ບໍ່ແມ່ນເກີດຈາກແນວປູກທີ່ເປື່ອຍເນົ່າໄດ້, ແຕ່ເກີດຈາກແນວປູກທີ່ບໍ່ເປື່ອຍເນົ່າ ໂດຍຜ່ານພຣະທັມຂອງພຣະເຈົ້າອັນຊົງຊີວິດ ແລະ ຕັ້ງຫມັ້ນຄົງ. 24 ສຳລັບ " ບັນດາເນື້ອຫນັງກໍເປັນເຫມືອນດັ່ງຕົ້ນຫຍ້າ, ແລະ ສະຫງ່າຣາສີຂອງພວກເຂົາ ກໍເປັນດັ່ງດອກຫຍ້າ. ຕົ້ນຫຍ້າຫ່ຽວແຫ້ງໄປ ແລະ ດອກມັນກໍຂຸຫລົ່ນໄປ. 25 ແຕ່ພຣະຄັມຂອງອົງພຣະຜູ້ເປັນເຈົ້າຕັ້ງຫມັ້ນຄົງຢູ່ຕະຫລອດໄປເປັນນິດ” ນີ້ຄືຂ່າວປະເສີດທີ່ໄດ້ປະກາດໃຫ້ທ່ານທັງຫລາຍຮູ້ແລ້ວ.