ບົດທີ 2

1 ທ່ານທັງຫລາຍຈົ່ງລະຖິ້ມຄວາມຊົ່ວຮ້າຍ ບັນດາກົນອຸບາຍທັງປວງ, ການຫນ້າຊື່ໃຈຄົດ, ຄວາມອິດສາຣິດສະຫຍາ ແລະ ຄຳເວົ້ານິນທາໃສ່ຮ້າຍທັງຫມົດ. 2 ຈົ່ງເປັນເຫມືອນເດັກນ້ອຍໆທີ່ເກີດໃຫມ່, ຈົ່ງປາຖະຫນາຫານໍ້ານົມ ຝ່າຍຈິດວິນຍານອັນບໍຣິສຸດເພື່ອຈະເຮັດໃຫ້ທ່ານທັງຫລາຍເຕີບໂຕຂຶ້ນໃນຄວາມພົ້ນ. 3 ຖ້າທ່ານໄດ້ຄົ້ນພົບແລະ ຮູ້ແລ້ວວ່າ, ອົງພຣະຜູ້ເປັນເຈົ້າປະກອບດ້ວຍພຣະເມດຕາກະຣຸນາ. 4 ຈົ່ງມາຫາພຣະອົງ ຄືມາເຖິງສີລາອັນມີຊີວິດຢູ່ຊຶ່ງມະນຸດໄດ້ປະຕິເສດບໍ່ຍອມຮັບແລ້ວແຕ່ວ່າພຣະເຈົ້າ ໄດ້ຊົງເລືອກໄວ້ໂດຍພຣະເຈົ້າຊົງຖືວ່າ ມີຄຸນຄ່າອັນປະເສີດ ເຫມືອນພຣະອົງ 5 ດັ່ງນັ້ນທ່ານທັງຫລາຍກໍເປັນເຫມືອນສີລາທີ່ມີຊີວິດທີ່ກຳລັງກໍ່ຂຶ້ນເປັນວິຫານຝ່າຍວິນຍານເພື່ອເປັນປະໂລຫິດ ບໍຣິສຸດເພື່ອຖວາຍເຄື່ອງບູຊາຝ່າຍວິນຍານທີ່ພໍພຣະທັຍຂອງພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າ. 6 ມີຄຳຂຽນໄວ້ໃນພຣະຄັມພີດ້ວຍວ່າ, “ເບິ່ງແມ! ເຮົາວາງສີລາກ້ອນໜຶ່ງລົງໃນເມືອງຊີໂອນ ເປັນຫີນເສົາເອກທີ່ຊົງເລືອກແລ້ວ, ແລະ ເປັນຫີນທີ່ມີຄ່າອັນປະເສີດແລະ ຜູ້ໃດທີ່ເຊື່ອໃນພຣະອົງນັ້ນກໍຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ.” 7 ເພື່ອເປັນກຽດແກ່ທ່ານທັງຫລາຍທີ່ ວາງໃຈເຊື່ອ. ແຕ່ “ຫີນທີ່ຊ່າງກໍ່ໄດ້ປະຖິ້ມໄດ້ກັບກາຍມາ ເປັນຫີນເສົາເອກ.” 8 ແລະ “ເປັນຫີນທີ່ເຮັດໃຫ້ຄົນສະດຸດ ແລະ ເປັນຫີນທີ່ເຮັດໃຫ້ຂັດເຄືອງໃຈທີ່ເຂົາສະດຸດນັ້ນ” ເພາະເຂົາບໍ່ເຊື່ອຟັງພຣະຄັມ ຕາມທີ່ເຂົາຖືກກຳນົດໄວ້ສຳລັບການນີ້ດ້ວຍ. 9 ແຕ່ຝ່າຍທ່ານທັງຫລາຍເປັນຜູ້ຖືກຊົງເລືອກໄວ້ແລ້ວ, ເປັນປະໂລຫິດ ຫລວງ, ເປັນປະຊາຊາດບໍຣິສຸດ, ເປັນຊົນຊາດຂອງພຣະອົງ, ໂດຍສະເພາະເພື່ອທ່ານທັງຫລາຍຈະໄດ້ປະກາດການກະທຳທີ່ຍິ່ງໃຫຍ່ຂອງພຣະອົງຜູ້ໄດ້ຊົງເອີ້ນທ່ານທັງຫລາຍໃຫ້ອອກມາຈາກຄວາມມືດເຂົ້າໄປສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ. 10 ຄັ້ງຫນຶ່ງທ່ານທັງຫຼາຍບໍ່ໄດ້ເປັນຊົນຊາດ, ແຕ່ບັດນີ້ທ່ານ ເປັນຊົນຊາດຂອງພຣະເຈົ້າແລ້ວ. ເມື່ອກ່ອນທ່ານທັງຫລາຍບໍ່ໄດ້ຮັບພຣະກະຣຸນາ, ແຕ່ບັດນີ້ທ່ານໄດ້ຮັບພຣະກະຣຸນາແລ້ວ. 11 ພີ່ນ້ອງທີ່ຮັກ, ທີ່ເປັນຄົນຕ່າງຊາດ ແລະ ເປັນຜູ້ທ່ອງທ່ຽວ ໃຫ້ທ່ານລະເວັ້ນຈາກຕັນຫາຂອງເນື້ອຫນັງຊຶ່ງທຳການຕໍ່ສູ້ຈິດວິນຍານຂອງທ່ານ. 12 ທ່ານທັງຫລາຍຈົ່ງດຳເນີນຊີວິດທີ່ດີທ່າມກາງຄົນຕ່າງຄວາມເຊື່ອ, ເພື່ອວ່າໃນທີ່ພວກເຂົາຕິຕຽນທ່ານວ່າເປັນຄົນເຮັດຊົ່ວນັ້ນ, ເມື່ອພວກເຂົາສັງເກດເຫັນຄຸນຄວາມດີຂອງທ່ານແລ້ວພວກເຂົາຈະໄດ້ສັນຣະເສີນພຣະເຈົ້າໃນວັນຊຶ່ງພຣະອົງຈະຊົງສະເດັດມາປາກົດ. 13 ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າທ່ານຈົ່ງເຊື່ອຟັງກະສັດຜູ້ມີອຳນາດສູງສຸດ. 14 ແລະດ້ວຍຈະເປັນເຈົ້າເມືອງຜູ້ທີ່ໄດ້ຮັບຄຳສັ່ງນັ້ນ ໃຫ້ລົງໂທດຜູ້ທີ່ເຮັດຊົ່ວ ແລະ ຍ້ອງຍໍຜູ້ທີ່ເຮັດດີ. 15 ສຳລັບເລື່ອງນີ້ເປັນພຣະປະສົງຂອງພຣະເຈົ້າທີ່ຈະໃຫ້ທ່ານທັງຫລາຍລະງັບຄວາມໂງ່ງ່າວຂອງຄົນຊົ່ວຊ້າໃຫ້ສະຫງົບດ້ວຍຄຸນຄວາມດີ. 16 ຈົ່ງເປັນເຫມືອນຄົນທີ່ມີ ເສຣີພາບແຕ່ທ່ານຢ່າໃຊ້ເສຣີພາບນັ້ນໃຫ້ເປັນທີ່ປົກປິດຄວາມຊົ່ວໄວ້ ແຕ່ຈົ່ງໃຊ້ເຫມືອນເປັນ ຜູ້ຮັບໃຊ້ຂອງພຣະເຈົ້າ. 17 ທຸກໆຄົນຈົ່ງຮັກບັນດາພີ່ນ້ອງ ຈົ່ງຢຳເກງພຣະເຈົ້າ ແລະ ຈົ່ງຖວາຍກຽດແກ່ກະສັດ . 18 ຜູ້ຮັບໃຊ້ທັງຫລາຍ, ຈົ່ງຍອມຟັງນາຍຂອງທ່ານດ້ວຍຄວາມເຄົາຣົບທຸກຢ່າງ. ບໍ່ແມ່ນແຕ່ນາຍຜູ້ເປັນຄົນໃຈດີ ແລະ ສຸພາບເທົ່ານັ້ນ, ແຕ່ທັງຕໍ່ນາຍທີ່ຮ້າຍດ້ວຍ. 19 ເພາະມັນເປັນທີ່ຫນ້າສັນຣະເສີນຖ້າໃຜຍັງ ຄົງເຈັບປວດທຸກລຳບາກໃນຂະນະທີ່ຮັບຄວາມບໍ່ເປັນທັມ ເນື່ອງຈາກຄວາມເຊື່ອຂອງເຂົາຕໍ່ພຣະເຈົ້າ. 20 ເພາະຖ້າ ພວກເຈົ້າເຮັດການຊົ່ວ ແລະ ທົນເອົາການຂ້ຽນຕີໃນຂະນະທີ່ຖືກລົງໂທດເພາະເຮັດຊົ່ວຈະເປັນການດີການຊອບຢ່າງໃດ? ແຕ່ຖ້າທ່ານໄດ້ເຮັດການດີ ແລະ ຈາກນັ້ນທ່ານຕ້ອງທົນທຸກທໍຣະມານໃນຂະນະທີ່ຖືກລົງໂທດ, ນີ້ເປັນທີ່ຫນ້າສັນຣະເສີນກັບພຣະເຈົ້າ. 21 ເພາະມັນຄືການທີ່ທ່ານທັງຫລາຍຊົງຖືກເອີ້ນເພາະວ່າພຣະຄຣິດເຈົ້າ ກໍໄດ້ຊົງຮັບທົນທຸກທໍຣະມານສຳລັບທ່ານ. ພຣະອົງໄດ້ເປັນແບບຢ່າງແກ່ເຮົາເພື່ອທ່ານຈະໄດ້ເຮັດຕາມຢ່າງພຣະອົງ. 22 ພຣະອົງບໍ່ໄດ້ເຮັດບາບເລີຍ, ແລະ ບໍ່ໄດ້ພົບກົນອຸບາຍໃນປາກຂອງພຣະອົງເລີຍ. 23 ເມື່ອເຂົາກ່າວຄຳຫມິ່ນປະຫມາດຕໍ່ພຣະອົງ, ພຣະອົງບໍ່ໄດ້ຊົງກ່າວຕອບເຂົາດ້ວຍຄຳຫຍາບຊ້າເລີຍ, ເມື່ອພຣະອົງຊົງທົນທຸກພຣະອົງບໍ່ໄດ້ຂູ່ອາຄາດ, ແຕ່ຊົງມອບເລື່ອງຂອງພຣະອົງໄວ້ກັບພຣະເຈົ້າຜູ້ຊົງພິພາກສາຢ່າງ ຍຸດຕິທັມ. 24 ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ, ເພື່ອວ່າທີ່ເຮົາອາດຈະບໍ່ໄດ້ມີສ່ວນຮ່ວມຫລາຍຂຶ້ນໃນການບາບ, ແລະເພື່ອໃຫ້ເຮົາມີຊີວິດຢູ່ໄດ້ດ້ວຍຄວາມຊອບທັມ, ຕາມຮອຍບາດແຜຂອງພຣະອົງທີ່ທ່ານໄດ້ຮັບການຮັກສາແລ້ວ. 25 ເພາະວ່າທ່ານທັງຫລາຍເປັນເຫມືອນແກະທີ່ຫລົງເສຍໄປ, ແຕ່ບັດນີ້ໄດ້ກັບຄືນມາຫາພຣະຜູ້ລ້ຽງ ແລະຜູ້ເບິ່ງແຍງແຫ່ງຈິດວິນຍານຂອງທ່ານທັງຫລາຍແລ້ວ.