Genesis 3

Genesis 3:1

ຄຳຖາມທຳອິດທີ່ງູໄດ້ຖາມຜູ້ຍິງນັ້ນແມ່ຫຍັງ?

ງູໄດ້ຖາມຜູ້ຍິງນັ້ນວ່າ, "ພຣະເຈົ້າເວົ້າແທ້ໆ ບໍວ່າ ບໍ່ໃຫ້ເຈົ້າກິນຫມາກໄມ້ໃດໆ ໃນສວນນີ້'"?

Genesis 3:4

ເມື່ອຜູ້ຍິງເວົ້າວ່າພຣະເຈົ້າບອກພວກເຂົາວ່າພວກເຂົາຈະຕາຍຖ້າພວກເຂົາກິນຈາກຕົ້ນໄມ້ຢູ່ກາງສວນ, ງູໄດ້ເວົ້າຫຍັງ?

ງູເວົ້າກັບຜູ້ຍິງນັ້ນວ່າ, "ເຈົ້າຈະບໍ່ຕາຍດອກ."

ງູໄດ້ເວົ້າຈະມີຫຍັງເກີດຂຶ້ນກັບຊາຍ ແລະ ຍິງຖ້າພວກເຂົາກິນຫມາກໄມ້?

ງູໄດ້ເວົ້າວ່າ ພວກເຈົ້າຈະເປັນເຫມືອນພຣະເຈົ້າ, ຄືຮູ້ເຖິງຄວາມດີ ແລະ ຄວາມຊົ່ວ."

ສິ່ງໃດທີ່ດຶງດູດຜູ້ຍິງໃຫ້ມາກິນຫມາກໄມ້ຈາກຕົ້ນທີ່ພຣະເຈົ້າຫ້າມນີ້?

ຜູ້ຍິງນັ້ນໄດ້ເຫັນວ່າຕົ້ນໄມ້ນັ້ນດີທີ່ຈະເປັນອາຫານ, ແລະມັນກໍຫນ້າເບິ່ງ, ແລະຕົ້ນໄມ້ນັ້ນກໍເປັນສິ່ງທີ່ຈະເຮັດໃຫ້ສະຫລາດຂຶ້ນ,

ໃຜໄດ້ກິນຫມາກໄມ້ນີ້?

ນາງຈຶ່ງໄດ້ກິນ, ແລະເອົາໃຫ້ຜົວຂອງນາງ ຜູ້ທີ່ໄດ້ກິນຫມາກໄມ້ນັ້ນດ້ວຍ.

Genesis 3:7

ເກີດຫຍັງຂຶ້ນກັບພວກເຂົາເມື່ອພວກເຂົາກິນຫມາກໄມ້ນັ້ນ?

ເມື່ອພວກເຂົາໄດ້ກິນແລ້ວ, ດວງຕາຂອງພວກເຂົາທັງສອງກໍຖືກເປີດອອກ, ແລະ ພວກເຂົາກໍຮູ້ວ່າພວກເຂົາໄດ້ເປືອຍກາຍຢູ່.

ຊາຍ ແລະ ຍິງໄດ້ເຮັດຫຍັງເມື່ອພຣະເຈົ້າໄດ້ເຂົ້າມາໃນສວນ?

ພວກເຂົາໄດ້ໄປລີ້ຕົວໃຫ້ພົ້ນຈາກພຣະເຈົ້າ

Genesis 3:9

ເປັນຫຍັງຊາຍຄົນນັ້ນ ຈຶ່ງລີ້ຕົວເອງຈາກພຣະເຈົ້າເມື່ອພຣະອົງໄດ້ເຂົ້າມາໃນສວນ?

ຊາຍຄົນນັ້ນຈຶ່ງລີ້ຕົວເອງຈາກພຣະເຈົ້າເພາະລາວປະເປືອຍຢູ່ ແລະ ລາວຢ້ານ.

Genesis 3:12

ຜູ້ຊາຍຄົນນັ້ນເວົ້າວ່າໃຜທີ່ເອົາຫມາກໄມ້ໃຫ້ແກ່ລາວ?

ຜູ້ຊາຍຄົນນັ້ນເວົ້າວ່າຜູ້ຍິງນັ້ນເປັນຜູ້ເອົາຫມາກໄມ້ໃຫ້ລາວ.

ຜູ້ຍິງຄົນນັ້ນເວົ້າວ່າໃຜທີ່ເອົາຫມາກໄມ້ໃຫ້ແກ່ລາວ?

ຜູ້ຍິງຄົນນັ້ນເວົ້າວ່າງູນັ້ນເປັນຜູ້ເອົາຫມາກໄມ້ໃຫ້ລາວ.

Genesis 3:14

ພຣະເຈົ້າໄດ້ກ່າວວ່າຄວາມສຳພັນແບບໃດທີ່ພຣະອົງຈະເຮັດໃຫ້ເກີດຂື້ນລະຫວ່າງງູ ແລະ ຜູ້ຍິງ?

ພຣະເຈົ້າຊົງກ່າວວ່າຈະໃຫ້ພວກເຂົາກຽດຊັງກັນ.

Genesis 3:16

ພຣະເຈົ້າໄດ້ຊາບແຊ່ງຜູ້ຍິງກ່ຽວກັບການເກີດລູກຄືແນວໃດ?

ພຣະເຈົ້າຈະເພີ່ມຄວາມເຈັບປວດຢ່າງຫລວງຫລາຍໃຫ້ແກ່ເຈົ້າ, ໃນຂະນະທີ່ເຈົ້າຈະມີລູກ.

Genesis 3:17

ພຣະເຈົ້າໄດ້ຊາບແຊ່ງຜູ້ຊາຍກ່ຽວກັບການເຮັດວຽກງານຄືແນວໃດ?

ເຈົ້າຈະຫາລຽ້ງຊີບດ້ວຍການເຮັດວຽກທຸກລຳບາກແສນເຂັນຕະຫລອດຊີວິດຂອງເຈົ້າ.

Genesis 3:20

ຜູ້ຊາຍໄດ້ຕັ້ງຊື່ຫຍັງໃຫ້ຜູ້ຍິງ, ແລະ ເພາະເຫດໃດ?

ອາດາມໄດ້ເອີ້ນຊື່ ເມຍຂອງຕົນວ່າເອວາ, ເພາະນາງເປັນແມ່ຂອງສິ່ງທີ່ມີຊີວິດທັງຫລາຍ.

ພຣະເຈົ້າໄດ້ເຮັດຫຍັງໃຫ້ອາດາມ ແລະ ເອວາ, ແລະ ເພາະເຫດໃດ?

ພຣະຢາເວພຣະເຈົ້າໄດ້ເຮັດເສື້ອຜ້າດ້ວຍຫນັງສັດສຳລັບສວມໃສ່ໃຫ້ພວກເຂົາ.

Genesis 3:22

ເປັນຫຍັງພຣະເຈົ້າກ່າວວ່າ ບັດນີ້ອາດາມຈະຕ້ອງບໍ່ກິນຫມາກໄມ້ແຫ່ງຊີວິດ?

ພຣະເຈົ້າຊົງກ່າວວ່າ ເນື່ອງຈາກອາດາມໄດ້ກາຍເປັນຄົນຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ ຈະບໍ່ໄດ້ຮັບອະນຸຍາດໃຫ້ພວກເຂົາກິນຫມາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ, ເພາະເຂົາອາດຈະມີຊີວິດຕະຫລອດໄປ.

ພຣະເຈົ້າໄດ້ເຮັດຫຍັງ ເພື່ອປ້ອງກັນບໍ່ໃຫ້ອາດາມກິນຈາກຕົ້ນໄມ້ແຫ່ງຊີວິດ?

ພຣະເຈົ້າໄດ້ຊົງຂັບໄລ່ຜູ້ຊາຍອອກຈາກສວນ, ແລ້ວພຣະອົງໄດ້ຊົງຕັ້ງພວກເຄຣຸບ ເພື່ອເຝົ້າທາງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ.