Genesis 2

Genesis 2:1

ພຣະເຈົ້າໄດ້ເຮັດຫຍັງໃນວັນທີເຈັດ?

ພຣະອົງໄດ້ຢຸດພັກຜ່ອນໃນມື້ທີເຈັດນີ້ ຈາກກິດຈະການທັງຫມົດຂອງພຣະອົງ, ແລະ ພຣະເຈົ້າອວຍພອນມື້ທີເຈັດ ແລະ ຕັ້ງໄວ້ໃຫ້ເປັນວັນສັກສິດບໍຣິສຸດ.

Genesis 2:4

ກ່ອນທີ່ພຣະຢາເວຈະເຮັດໃຫ້ເກີດຝົນຕົກ, ແຜ່ນດິນໂລກໄດ້ຖືກນໍ້າຫົດແນວໃດ?

ຫມອກຂຶ້ນມາຈາກແຜ່ນດິນ.

Genesis 2:7

ພຣະຢາເວຊົງໄດ້ສ້າງມະນຸດແນວໃດ?

ພຣະຢາເວຊົງສ້າງຜູ້ຊາຍຈາກຂີ້ດິນ, ແລະ ເປົ່າລົມຫາຍໃຈແຫ່ງຊີວິດເຂົ້າທາງຮູດັງຂອງເຂົາ, ແລະ ຜູ້ຊາຍຈຶ່ງກາຍເປັນຜູ້ມີຊີວິດ.

ພຣະຢາເວຊົງໄດ້ເອົາມະນຸດຢູ່ໃສ?

ໃນສວນເອເດນ.

Genesis 2:9

ຕົ້ນໄມ້ສອງຊະນິດຢູ່ກາງສວນແມ່ນຕົ້ນໄມ້ຫຍັງ?

ຕົ້ນໄມ້ແຫ່ງຊີວິດ ແລະ ຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຊົ່ວ.

Genesis 2:11

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 2:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 2:15

ມະນຸດເຮັດຫຍັງຢູ່ໃນສວນແຫ່ງເອເດນ?

ເພື່ອໃຫ້ຜູ້ຊາຍເປັນຜູ້ຮັກສາ ແລະ ເບິ່ງແຍງສວນນັ້ນ.

ພຣະຢາເວຊົງໄດ້ໃຫ້ຄຳສັ່ງຫຍັງແກ່ຜູ້ຊາຍກ່ຽວກັບການກິນຫມາກໄມ້?

ເຈົ້າສາມາດກິນຫມາກໄມ້ທຸກຕົ້ນທີ່ຢູ່ໃນສວນນີ້, ຍົກເວັ້ນຫມາກຈາກຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຊົ່ວເຈົ້າຢ່າໄດ້ກິນ.

ພຣະຢາເວຊົງກ່າວວ່າຈະເກີດຫຍັງຂຶ້ນຖ້າຜູ້ຊາຍລະເມີດຄຳສັ່ງນີ້?

ເພາະວ່າໃນວັນທີ່ເຈົ້າຂືນກິນ, ເຈົ້າຈະຕ້ອງຕາຍແນ່ນອນ.

Genesis 2:18

ພຣະຢາເວເວົ້າວ່າສິ່ງໃດທີ່ບໍ່ດີ?

ບໍ່ເປັນການດີທີ່ຜູ້ຊາຍຈະຢູ່ຄົນດຽວ

ພຣະຢາເວຊົງໄດ້ໃຫ້ມະນຸດເຮັດຫຍັງ ກັບສິ່ງທີ່ມີຊີວິດທຸກຊະນິດ?

ຜູ້ຊາຍໄດ້ຕັ້ງຊື່ໃຫ້ບັນດາສັດທັງຫມົດ.

ແມ່ນຫຍັງທີ່ບໍ່ສາມາດພົບໄດ້ໃນບັນດາສັດທີ່ມີຊີວິດທັງຫມົດ?

ຜູ້ຊາຍເອງນັ້ນບໍ່ພົບວ່າມີຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບລາວ.

Genesis 2:21

ພຣະຢາເວໄດ້ສ້າງຜູ້ຍິງແນວໃດ?

ພຣະຢາເວໄດ້ເຮັດໃຫ້ຜູ້ຊາຍນອນຫລັບສະຫນິດ ແລະ ໄດ້ເອົາກະດູກຂ້າງອັນຫນຶ່ງຂອງເຂົາອອກມາ, ແລະ ໄດ້ຊົງສ້າງຜູ້ຍິງຈາກກະດູກຂ້າງນັ້ນ.

ເປັນຫຍັງຜູ້ຊາຍຈຶ່ງເອີ້ນນາງວ່າ "ຜູ້ຍິງ"?

ເພາະວ່າເຂົາຖືກນຳອອກມາຈາກຜູ້ຊາຍ.

Genesis 2:24

ຜູ້ຊາຍ ແລະ ຜູ້ຍິງກາຍເປັນເນື້ອກາຍອັນດຽວໄດ້ແນວໃດ?

ຜູ້ຊາຍໄດ້ຮ່ວມເປັນຫນຶ່ງດຽວກັນກັບຜູ້ຍິງໂດຍຮັບເອົານາງເປັນເມຍຂອງເຂົາ.

ຊາຍຄົນນັ້ນ ແລະ ເມຍຂອງລາວມີຄວາມອາຍບໍ່ເມື່ອເປືອຍກາຍຢູ່?

ບໍ່.