Genesis 1

Genesis 1:1

ພຣະເຈົ້າຊົງສ້າງຫຍັງໃນຕອນເລີ່ມຕົ້ນ?

ພຣະເຈົ້າຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ.

ພຣະວິນຍານຂອງພຣະເຈົ້າໄດ້ເຮັດຫຍັງໃນຕອນເລີ່ມຕົ້ນ?

ພຣະວິນຍານຂອງພຣະເຈົ້າເຄື່ອນໄຫວຢູ່ເຫນືອຜິວນ້ຳນັ້ນ.

Genesis 1:3

ພຣະເຈົ້າໄດ້ຊົງສ້າງແສງສະຫວ່າງແນວໃດ?

ພຣະເຈົ້າກ່າວວ່າ, "ຈົ່ງເກີດຄວາມສະຫວ່າງ"

Genesis 1:6

ໃນມີ້ທີສອງພຣະເຈົ້າຊົງສ້າງຫຍັງ?

ພຣະເຈົ້າຈຶ່ງຊົງສ້າງແຜ່ນຟ້າ ແລະ ໄດ້ແຍກນ້ຳອອກຈາກກັນ.

Genesis 1:9

ພຣະເຈົ້າຊົງເອີ້ນແຜ່ນດິນແຫ້ງ ແລະ ບ່ອນທີ່ນໍ້າມາລວມກັນນັ້ນແມ່ນຫຍັງ?

ພຣະເຈົ້າຊົງເອີ້ນພື້ນດິນແຫ້ງວ່າ, "ແຜ່ນດິນ," ແລະ ນ້ຳທີ່ລວມກັນນັ້ນພຣະອົງຊົງເອີ້ນວ່າ "ທະເລ."

Genesis 1:11

ວັນທີສາມ ພຣະເຈົ້າໄດ້ຊົງສ້າງສິ່ງທີ່ມີຊີວິດຊະນິດໃດ?

ພຣະເຈົ້າໄດ້ຊົງໃຫ້ແຜ່ນດິນເກີດພືດທຸກຊະນິດ, ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ ໃນວັນທີສາມ.

Genesis 1:14

ຈຸດປະສົງທີ່ມີແສງສະຫວ່າງເທີງທ້ອງຟ້າແມ່ນເພື່ອຫຍັງ?

ເພື່ອແຍກກາງເວັນອອກຈາກກາງຄືນ ແລະ ໃຫ້ພວກມັນເປັນສັນຍາລັກ, ສຳລັບລະດູຕ່າງໆ, ສຳລັບວັນຕ່າງໆ ແລະປີທັງຫລາຍ.

Genesis 1:16

ໃນວັນທີສີ່ ພຣະເຈົ້າໄດ້ຊົງສ້າງຫຍັງ?

ພຣະເຈົ້າຊົງສ້າງດວງແຈ້ງໃຫຍ່ສອງດວງ ແລະ ດວງດາວຕ່າງໆດ້ວຍ.

Genesis 1:20

ໃນວັນທີຫ້າ ພຣະເຈົ້າໄດ້ຊົງສ້າງຫຍັງ?

ພຣະເຈົ້າໄດ້ຊົງສ້າງສິ່ງທີ່ມີຊີວິດທັງຫລາຍໃນນ້ຳ, ແລະ ນົກເທິງທ້ອງຟ້າ.

Genesis 1:22

ພຣະເຈົ້າໄດ້ຊົງສັ່ງຫຍັງແກ່ສິ່ງທີ່ມີຊີວິດທັງຫລາຍໃນນໍ້າ ແລະ ນົກເທິງທ້ອງຟ້າ?

ຈົ່ງແຜ່ພັນ, ແລະ ທະວີຄູນຫລາຍຂຶ້ນ.

Genesis 1:24

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 1:26

ພຣະເຈົ້າຊົງສ້າງຫຍັງຕາມແບບຢ່າງຂອງພຣະອົງ?

ພຣະເຈົ້າສ້າງມະນຸດຕາມແບບຢ່າງຂອງພຣະອົງ.

ມີຫຍັງແດ່ທີ່ຖືກມອບໃຫ້ມະນຸດຄອບຄອງ?

ພຣະເຈົ້າໄດ້ມອບໃຫ້ພວກເຂົາຄອບຄອງຝູງປາຂອງທະເລ, ຝູງນົກຂອງທ້ອງຟ້າ, ຝູງສັດລ້ຽງເຫນືອແຜ່ນດິນທັງຫມົດ, ແລະ ຄອບຄອງສັດເລືອຄານທຸກຊະນິດທີ່ເຄື່ອນໄຫວເທິງແຜ່ນດິນໂລກ.

ພຣະເຈົ້າໄດ້ຊົງສ້າງມະນຸດຕ່າງຈາກສິ່ງອຶ່ນຄືແນວໃດ?

ພຣະເຈົ້າຊົງສ້າງມະນຸດຕາມແບບຢ່າງຂອງພຣະອົງ.

Genesis 1:28

ພຣະເຈົ້າຊົງໄດ້ສັ່ງຫຍັງກັບມະນຸດ?

ຈົ່ງແຜ່ພັນ, ແລະຂະຫຍາຍຫລາຍຂຶ້ນຈົນເຕັມແຜ່ນດິນ ແລະ ຈົ່ງຄອບຄອງແຜ່ນດິນນີ້.

ພຣະເຈົ້າຊົງໃຫ້ມະນຸດກິນຫຍັງເປັນອາຫານ?

ພຣະເຈົ້າຊົງໄດ້ໃຫ້ພືດທຸກຊະນິດທີ່ມີເມັດ ແລະ ຕົ້ນໄມ້ທຸກຕົ້ນທີ່ໃຫ້ຫມາກຊຶ່ງມີເມັດຢູ່ຂ້າງໃນໃຫ້ເປັນອາຫານ.

Genesis 1:30

ເມື່ອພຣະເຈົ້າຊົງເຫັນທຸກສິ່ງທີ່ພຣະອົງຊົງສ້າງ, ພຣະເຈົ້າໄດ້ຄິດຈັງໃດກັບມັນ?

ພຣະເຈົ້າຊົງຄິດວ່າມັນດີຫລາຍ.