​ບົດ​ທີ 1

1-2 different verse bridge without parentheses 3 ພຣະເຈົ້າ ໄດ້ ສັ່ງ ວ່າ, “ໃຫ້ ເກີດ ມີ ແສງ ແຈ້ງ ສ່ອງ ຂຶ້ນ” ແລະ ກໍ ເປັນ ດັ່ງນັ້ນ. 4 ພຣະອົງ ຊົມ ແຈ້ງ ນັ້ນ ແລ້ວ ເຫັນ ວ່າ ດີ. ພຣະອົງ ແຍກ ແຈ້ງ ອອກ ຈາກ ມືດ 5 ແລະ ເອີ້ນ ແຈ້ງ ນັນ ວ່າ, “ກາງ ເວັນ ” ແລະ ເອີ້ນ ມືດ ນັ້ນ ວ່າ, “ກາງ ຄືນ .” ມີ ເວລາ ຄ່ຳ ແລະ ເວລາ ເຊົ້າ ນັ້ນແມ່ນ ມື້ ທີໜຶ່ງ . 6 ແລ້ວ ພຣະເຈົ້າ ກໍ ສັ່ງ ວ່າ, “ໃຫ້ ມີ ວົງ ໂຄ້ງ ແຍກ ນ້ຳ ອອກ ຈາກ ກັນ ເປັນ ສອງ ສ່ວນ ຄື: ນາໍ້ ທີ່ ຢູ່ ເທິງ ວົງ ໂຄ້ງ ແລະ ນາໍ້ ຢູ່ ລຸ່ມ ວົງ ໂຄ້ງ .” 7 ແລະ ກໍ ເປັນ ດັ່ງ ນັ້ນ . 8 ພຣະອົງ ເອີ້ນ ວົງໂຄ້ງ ນັ້ນ ວ່າ, “ຟ້າ ”. ມີ ເວລາ ຄ່ຳ ແລະ ເວລາ ເຊົ້າ ນັ້ນແມ່ນ ມື້ ທີ ສອງ. 9 ແລ້ວ ພຣະເຈົ້າ ກໍສັ່ງ ວ່າ, “ໃຫ້ ນໍ້າ ທີ່ ຢູ່ ລຸ່ມທ້ອງຟ້າ ມາ ໂຮມກັນ ຢູ່ ບ່ອນດຽວ ເພື່ອ ພື້ນ ດິນ ຈະໄດ້ ປາກົດ ຂຶ້ນ ” ແລະກໍ ເປັນ ດັ່ງ ນັ້ນ . 10 ພຣະອົງ ເອີ້ນ ບ່ອນແຫ້ງນັ້ນ ວ່າ, “ແຜ່ນດິນໂລກ” ແລະບ່ອນທີ່ ນ້ຳມາໂຮມກັນນັ້ນ ວ່າ, “ມະຫາສະໝຸດ.” ພຣະອົງ ຊົມ ສິ່ງ ທີ່ໄດ້ ນິຣະມິດສ້າງ ຂຶ້ນ ມາແລ້ວ ກໍເຫັນວ່າດີ . 11 ແລ້ວພຣະອົງສັ່ງວ່າ, “ໃຫ້ ແຜ່ນດິນ ເກີດ ພືດ ທຸກ ຊະນິດ ທັງ ແນວ ເປັນເມັດ ແລະ ແນວ ເປັນ ໝາກ ຕາມ ຊະນິດ ຂອງ ມັນ” ແລະ ກໍ ເປັນ ດັ່ງ ນັ້ນ . 12 ສະນັ້ນ ພືດ ທຸກຊະນິດ ຈຶ່ງ ເກີດ ຂຶ້ນ ຕາມ ຊະນິດ ຂອງມັນ ຕາມທີ່ພຣະອົງ ໄດ້ ສັ່ງ . ພຣະເຈົ້າ ຊົມ ສຶ່ງ ທີ່ ໄດ້ ນິຣະມິດ ສ້າງຂຶ້ນ ມາແລ້ວ ກໍ ເຫັນ ວ່າດີ . 13 ມີ ເວລາຄ່ຳ ແລະເວລາເຊົ້າ ນັ້ນ ແມ່ນມື້ ທີ ສາມ. 14 ແລ້ວ ພຣະເຈົ້າ ກໍ ສັ່ງ ວ່າ, “ໃຫ້ ມີ ດວງແຈ້ງ ໃນ ທ້ອງຟ້າ ແຍກ ກາງເວັນ ຈາກ ກາງຄືນ ແລະ ໃຫ້ ກຳ ນົດ ເວລາ ຂອງ ມື້, ປີ ແລະ ລະດູການ; (ຄ) 15 ໃຫ້ ດວງແຈ້ງ ນັ້ນ ສ່ອງ ແສງ ລົງ ມາ ເທິງ ແຜ່ນດິນ ໂລກ” ແລະ ກໍ ເປັນ ດັ່ງ ນັ້ນ . 16 ສະນັ້ນ ພຣະເຈົ້າ ຈຶ່ງ ສ້າງ ດວງແຈ້ງ ໃຫຍ່ ສອງ ດວງ ຄື: ດວງ ຕາ ເວັນ ເພື່ອ ຄອບຄອງ ກາງເວັນ ແລະ ດວງຈັນ ເພື່ອ ຄອບຄອງ ກາງຄືນ ; ພຣະອົງ ຍັງ ສ້າງ ດວງດາວ ອື່ນ ໆ ອີກ . (ງ) 17 ພຣະເຈົ້າ ໄດ້ ວາງ ດວງແຈ້ງ ທັງ ຫລາຍ ໄວ້ ໃນ ທ້ອງຟັາ ໃຫ້ ສ່ອງແສງ ລົງ ມາ ສູ່ ໂລກ 18 ເພື່ອ ຄອບຄອງ ກາງເວັນ ກັບ ກາງຄືນ ແລະ ໃຫ້ ແຍກ ແຈ້ງ ຈາກ ມືດ . ພຣະອົງ ຊົມ ສິ່ງ ທີ່ ໄດ້ ນິຣະມິດ ສ້າງ ຂຶ້ນ ມາ ແລ້ວ ກໍ ເຫັນ ວ່າ ດີ. 19 ມີ ເວລາ ຄ່ຳ ແລະ ເວລາ ເຊົ້າ ນັ້ນ ແມ່ນ ມື້ ທີ ສີ່ . 20 ແລ້ວ ພຣະເຈົ້າ ກໍ ຊົງ ສັ່ງ ວ່າ, “ໃຫ້ ສັດ ຫລາຍ ຈໍາພວກ ເກີດຂຶ້ນ ຢູ່ ໃນ ນໍ້າ ແລະ ໃຫ້ ມີ ນົກ ບິນ ໄປມາ ໃນ ທ້ອງຟັາ ອາກາດ.” 21 ສະນັ້ນ ພຣະເຈົ້າ ຈຶ່ງ ໄດ້ ນິຣະມິດ ສ້າງ ສັດ ທະເລ ຂະໜາດ ໃຫຍ່ ພ້ອມ ກັບ ສັດ ນ້ຳ ທຸກ ຊະນິດ ລວມ ທັງ ນົກ ທຸກ ຊະນິດ ແລະ ສິ່ງ ທີ່ ມີ ຊີວິດ ທຸກ ແນວ ໃນ ທ້ອງຟ້າ ອາກາດ. ພຣະເຈົ້າ ຊົມ ສິ່ງ ທີ່ ໄດ້ ນິຣະມິດ ສ້າງ ຂຶ້ນ ມາ ແລ້ວ ກໍ ເຫັນ ວ່າ ດີ. 22 ພຣະເຈົ້າ ໄດ້ ອວຍພອນ ສັດ ເຫລົ່າ ນັ້ນ ໃຫ້ ພາກັນ ອອກແມ່ ແຜ່ ລູກ ຫລາຍ ຢູ່ ເຕັມ ມະຫາສະໝຸດ ແລະ ທັງ ໃຫ້ ມີ ຝູງ ນົກ ແຜ່ ຜາຍ ຂະຫຍາຍ ພັນ ທະວີຄູນ ຫລາຍ ຂຶ້ນ . 23 ມີ ເວລາ ຄ່ຳ ແລະ ເວລາ ເຊົ້າ ນັ້ນ ແມ່ນ ມື້ ທີ ຫ້າ . 24 ແລ້ວ ພຣະເຈົ້າ ກໍ ສັ່ງ ວ່າ, “ໃຫ້ ມີ ສັດ ຈຳພວກ ຕ່າງໆ ຄື: ສັດ ບ້ານ, ສັດ ປ່າ ແລະ ສັດ ຍ່າງຍ້າຍ ເລືອ ຄານ ເກີດ ຂຶ້ນ ທົ່ວ ແຜ່ນດິນ ໂລກ” ແລະ ກໍ ເປັນ ດັ່ງ ນັ້ນ . 25 ສະນັ້ນ ພຣະເຈົ້າ ຈຶ່ງ ນິຣະມິດ ສ້າງ ສັດ ທັງ ໝົດ ພຣະອົງ ຊົມ ສິ່ງ ທີ່ ໄດ້ ນິຣະມິດ ສ້າງ ຂຶ້ນ ມາ ແລ້ວ ກໍ ເຫັນ ວ່າ ດີ. 26 ແລ້ວ ພຣະເຈົ້າ ກໍ ກ່າວວ່າ, “ບັດ ນີ້ ເຮົາ ຈະສ້າງ ມະນຸດໃຫ້ ມີ ຮູບລັກສະນະ ຄື ເຮົາ ; ເຂົາ ຈະມີ ອຳນາດ ເໜືອ ປາ, ນົກ , ສັດ ທັງ ໝົດ ; ບໍ່ ວ່າ ສັດ ລ້ຽງ ຫລື ສັດ ປ່າ, (ຈ) ສັດ ໃຫຍ່ ຫລື ສັດ ນ້ອຍ ກໍ ດີ. ” 27 ດັ່ງ ນັ້ນ ພຣະເຈົ້າ ຈຶ່ງ ສ້າງມະນຸດໃຫ້ ຄື ພຣະອົງ . ພຣະອົງ ສ້າງເຂົາ ໃຫ້ ເປັນ ຊາຍ ແລະ ຍິງ 28 ແລ້ວ ກໍ ອວຍພອນພວກເຂົາ ວ່າ, “ຈົ່ງ ມີ ລູກເຕົ້າ ໃຫ້ ແຜ່ ຜາຍຂະຫຍາຍທະວີຄູນຫລາຍຂຶ້ນ ເພື່ອເຊື້ອ ສາຍຂອງເຈົ້າ ຈະມີ ຢູ່ ທົ່ວ ທຸກແຫ່ງຫົນ ແລະ ປົກຄອງ ທຸກສິ່ງ ເທິງ ແຜ່ນດິນ ໂລກ ນີ້. ເຮົາ ໃຫ້ ເຈົ້າ ມີອໍານາດເໜືອ ປາ, ນົກ ແລະສັດປ່າທຸກຊະນິດ . 29 ເຮົາ ໃຫ້ ພືດ ເປັນ ເມັດ ແລະໝາກໄມ້ ທຸກຊະນິດ ແກ່ ເຈົ້າ ເປັນ ອາຫານ, 30 ແຕ່ ສຳລັບ ສັດ ປ່າ ແລະ ນົກ ທຸກຊະນິດ ນັ້ນ ເຮົາ ໃຫ້ ຫຍ້າ ກັບ ພືດ ໃບ ຂຽວ ທັງ ໝົດ ເປັນ ອາຫານ.” ແລະກໍ ເປັນ ດັ່ງ ນັ້ນ . 31 ພຣະເຈົ້າ ຊົມ ທຸກໆສິ່ງ ທີ່ ໄດ້ ນິຣະມິດ ສ້າງຂຶ້ນ ມາ ແລ້ວ ກໍ ເຫັນ ວ່າດີ ຫລາຍ ມີ ເວລາ ຄ່ຳ ແລະເວລາເຊົ້າ ນັ້ນ ແມ່ນມື້ ທີ ຫົກ .