1 ມີຫລາຍຄົນໄດ້ລວບລວມເລື່ອງລາວເຫດການຕ່າງໆ ທີ່ໄດ້ເກີດຂື້ນສໍາເລັດແລ້ວທ່າມກາງພວກເຮົາ, 2 ຕາມທີ່ພວກເຂົາສົ່ງຕໍ່ມາເຖິງພວກເຮົາ ໂດຍພວກຄົນເຫຼົ້ານັ້ນທີ່ເຫັນກັບຕາຕັ້ງແຕ່ຕົ້ນ ແລະ ເປັນຜູ້ຮັບໃຊ້ຖ້ອຍຄໍານັ້ນ . 3 ດັ່ງນັ້ນຂ້າພະເຈົ້າເອງເຫັນວ່າເປັນການດີເຊັ່ນກັນ, ເພາະຂ້າພະເຈົ້າໄດ້ສືບສວນຢ່າງລະອຽດຕັ້ງແຕ່ຕົ້ນແລ້ວ, ເພື່ອຂຽນລໍາດັບເຫດການເພື່ອທ່ານ, ເທໂອຟີໂລທີ່ນັບຖືຢ່າງສູງ. 4 ເພື່ອວ່າທ່ານຈະໄດ້ຮູ້ຊັດເຈນເຖິງສິ່ງຕ່າງໆທີ່ທ່ານ ທີ່ທ່ານໄດ້ຖຶກສອນມາແລ້ວ. 5 ໃນສະໄໝຂອງເຮໂຣດ, ກະສັດແຫ່ງຢູດາຍ, ມີປະໂຣຫິດຜູ້ຫນຶ່ງ ຊື່ເຊກາຣີຢາຈາກໝວດປະໂລຫິດອາບີຢາ. ເມຍຂອງເພິ່ນ ເອລີຊາເບັດ ກໍມາຈາກເຊື້ອສາຍຂອງອາໂຣນເໝືອນກັນ. 6 ພວກເພິ່ນທັງສອງເປັນຄົນຊອບທໍາຕໍ່ໜ້າພຣະເຈົ້າ, ໂດຍການກໍາເນີນຊີວິດທຸກຂໍ້ຄໍາສັ່ງ ແລະ ກົດບັນຍັດທຸກຂໍ້ຂອງອົງພຣະຜູ້ເປັນເຈົ້າຢ່າງບໍ່ມີທີ່ຕໍານິ. 7 ແຕ່ພວກເພິ່ນບໍ່ມີລູກ, ເພາະເອລີຊາເບັດເປັນໝັນ, ແລະ ເພິ່ນທັງສອງກໍເຖົ້າແກ່ຫລາຍແລ້ວ. 8 ເມື່ອຖືກຜຽນທີ່ເຊກາຣີຢາຕ້ອງປະຕິບັດໜ້າທີ່ຢູ່ຕໍ່ໜ້າພຣະເຈົ້າ, ເຊິ່ງກໍາລັງປະຕິບັດຫນ້າທີ່ເປັນປະໂຣຫິດຕາມໝວດຂອງເພິ່ນ. 9 ຕາມທຳນຽມຂອງການເລືອກປະໂຣຫິດເພື່ອຈະຮັບໃຊ້, ເພິ່ນຖືກເລືອກດ້ວຍການຈົກສະຫລາກ ໃຫ້ເຂົ້າໄປໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າເພື່ອເຜົາເຄື່ອງຫອມບູຊາ. 10 ຝູງຊົນກໍກໍາລັງອະຖິທານຢູ່ຂ້າງນອກໃນເວລາທີ່ເຜົາເຄື່ອງຫອມຢູ່ນັ້ນ. 11 ເວລານັ້ນມີເທວະດາຕົນຫນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ເພິ່ນ ແລະ ຢືນຢູ່ເບື້ອງຂວາມືຂອງແທ່ນເຜົາເຄື່ອງຫອມບູຊານັ້ນ. 12 ເມື່ອເຊກາຣີຢາໄດ້ເຫັນເພິ່ນ, ກໍຕົກໃຈແລະ ຢ້ານກົວເທວະດາຕົນນັ້ນ. 13 ແຕ່ເທວະດາຕົນນັ້ນໄດ້ກ່າວກັບເພິ່ນວ່າ, “ຢ່າສູ່ຢ້ານ, ເຊກາຣີຢາເອີຍ, ເພາະພຣະເຈົ້າໄດ້ຍິນຄຳອະຖິທານຂອງເຈົ້າແລ້ວ. ເອລີຊາເບັດ ເມຍຂອງເຈົ້າຈະເກີດລູກຊາຍຄົນຫນຶ່ງ, ເຈົ້າຈົ່ງເອີ້ນຊື່ເພິ່ນວ່າ ໂຢຮັນ. 14 ເຈົ້າຈະມີຄວາມຊື່ນຊົມຍິນດີ ແລະ ຄວາມສຸກ, ແລະ ຫລາຍຄົນຈະຊື່ນຊົມຍິນດີ ເມື່ອເພິ່ນເກີດມາ. 15 ເພາະວ່າເພິ່ນຈະເປັນໃຫຍ່ໃນສາຍຕາຂອງພຣະເຈົ້າອົງເຈົ້ານາຍ. ເພິ່ນຈະຕ້ອງບໍ່ດື່ມເຫລົ້າອະຫງຸ່ນ ຫລື ເຫລົ້າປຸກຢ່າງໃດ, ແລະ ເພິ່ນຈະເຕັມໄປດ້ວຍພຣະວິນຍານບໍຣິສຸດຕັ້ງແຕ່ຢູ່ໃນທ້ອງແມ່. 16 ເຊື້ອສາຍອິດສະຣາເອນຫລາຍຄົນ ຈະກັບຄືນມາຫາພຣະເຈົ້າອົງເຈົ້ານາຍ ພຣະເຈົ້າຂອງພວກເຂົາ. 17 ເພິ່ນຈະອອກກ່ອນຫນ້າພຣະເຈົ້າອົງເຈົ້ານາຍ ດ້ວຍຈິດວິນຍານ ແລະ ຣິດອໍານາດຂອງເອລີຢາ, ເພິ່ນຈະໃຫ້ບັນດາພໍ່ຄືນດີກັບລູກ ແລະເພື່ອໃຫ້ພວກຄົນທີ່ບໍ່ເຊື່ອຟັງ ຫັນມາສູ່ປັນຍາຂອງຄົນຊອບທໍາ ເພື່ອຈັດຕຽມປະຊາຊົນໄວ້ໃຫ້ພ້ອມສຳລັບພຣະເຈົ້າອົງເຈົ້ານາຍ'' 18 เຊກາຣີຢາເວົ້າກັບເທວະດາວ່າ, “ຂ້ານ້ອຍຈະຮູ້ເຫດການນີ້ໄດ້ຢ່າງໃດ? ເພາະຂ້ານ້ອຍກໍເຖົ້າແລ້ວ ແລະ ເມຍຂອງຂ້ານ້ອຍກໍມີອາຍຸຫລາຍແລ້ວ.” 19 ຝ່າຍເທວະດາໄດ້ຕອບ ແລະ ກ່າວກັບເພິ່ນວ່າ, “ເຮົາແມ່ນຄັບຣີເອນ, ທີ່ຢືນຢູ່ຕໍ່ໜ້າພຣະເຈົ້າ. ເຮົາໄດ້ຖືກສົ່ງມາເພື່ອບອກເຈົ້າ, ເພຶ່ອນໍາຂ່າວດີນີ້ມາບອກເຈົ້າ. 20 ເບິ່ງແມ! ເຈົ້າຈະເປັນໃບ້, ບໍ່ສາມາດເວົ້າໄດ້, ຈົນກວ່າເຫດການເຫລົ່ານີ້ຈະເກີດຂຶ້ນ. ເພາະເຈົ້າບໍ່ໄດ້ເຊື່ອຖ້ອຍຄຳຂອງເຮົາ, ເຊິ່ງຈະເປັນຈິງຕາມເວລາທີ່ກຳນົດໄວ້.” 21 ຂະນະນັ້ນປະຊາຊົນກຳລັງລໍຖ້າເຊກາຣີຢາ. ພວກເຂົາ ກໍປະຫລາດໃຈ ເພາະເພິ່ນໄດ້ໃຊ້ເວລາດົນຢູ່ໃນພຣະວິຫານ. 22 ແຕ່ເມື່ອເພິ່ນອອກມາ, ເພິ່ນກໍບໍ່ສາມາດເວົ້າກັບພວກເຂົາໄດ້. ພວກເຂົາຈິ່ງຮູ້ວ່າເພິ່ນໄດ້ເຫັນນິມິດຂະນະທີ່ເພິ່ນຢູ່ໃນພຣະວິຫານ. ເພິ່ນຍັງໃຊ້ພາສາໃບ້ຕໍ່ພວກເຂົາ ແລະ ບໍ່ສາມາດເວົ້າໄດ້. 23 ເມື່ອຄົບກໍານົດຮັບໃຊ້ຂອງເພິ່ນແລ້ວ ເພິ່ນຈິ່ງໄດ້ກັບໄປບ້ານຂອງຕົນ. 24 ຫລັງຈາກວັນນັ້ນ, ເອລີຊາເບັດເມຍຂອງເພິ່ນກໍຖືພາ ແລະນາງກໍບໍ່ໄດ້ອອກໄປໃສເປັນເວລາຫ້າເດືອນ. ນາງເວົ້າວ່າ, 25 “ພຣະອົງໄດ້ກະທໍາສິ່ງນີ້ແກ່ຂ້ານ້ອຍ ເມື່ອພຣະອົງເບິ່ງຂ້ານ້ອຍດ້ວຍຄວາມໂປດປານ ເພື່ອເອົາຄວາມອັບອາຍຂອງຂ້ານ້ອຍອອກໄປເສຍຕໍ່ໜ້າປະຊາຊົນ.” 26 ໃນເດືອນທີຫົກ, ພຣະເຈົ້າໄດ້ສົ່ງເທວະດາຄັບຣີເອນຂອງພຣະອົງ ມາຍັງເມືອງໜຶ່ງໃນແຂວງຄາລີເລຊື່ ນາຊາເຣັດ, 27 ມາຫາຍິງພົມມະຈາຣີຄົນໝຶ່ງ ຊຶ່ງເປັນຄູ່ໝັ້ນຂອງຊາຍຄົນໜຶ່ງຊື່ໂຢເຊັບ. ຜູ້ທີ່ເປັນເຊື້ອສາຍຂອງກະສັດດາວິດ, ແລະ ຍິງພົມມະຈາຣີນັ້ນຊື່ ມາຣີ. 28 ເທວະດາໄດ້ມານາງ ແລະ ກ່່າວວ່າ, “ສັນຕິສຸກຈົ່ງມີແກ່ເຈົ້າ, ຜູ້ທີ່ໄດ້ຮັບຄວາມໂປດປານຢ່າງຍິ່ງ! ຂໍພຣະເຈົ້າອົງເຈົ້ານາຍຢູ່ກັບເຈົ້າ.” 29 ແຕ່ນາງກໍສັບສົນຫລາຍໃນຖ້ອຍຄຳຂອງເທວະດາ ແລະ ກໍສົງໃສວ່າຄຳທັກທາຍນີ້ໝາຍຄວາມວ່າຢ່າງໃດ. 30 ທູດສະຫວັນໄດ້ກ່າວກັບນາງວ່າ, “ຢ່າຊູ່ຢ້ານເລີຍ, ມາຣີອາ, ເພາະວ່າເຈົ້າເປັນທີ່ຊົງພໍພຣະທັຍຈາກອົງພຣະຜູ້ເປັນເຈົ້າແລ້ວ. 31 ເບິ່ງແມ, ເຈົ້າຈະຖືພາ ແລະ ປະສູດບຸດຊາຍ. ຈົ່ງຕັ້ງຊື່ບຸດນັ້ນວ່າ 'ເຢຊູ'. 32 ບຸດນັ້ນຈະໄດ້ເປັນໃຫຍ່ແລະ ໄດ້ຊົງເອີ້ນວ່າພຣະບຸດຂອງຜູ້ສູງສຸດ. ອົງພຣະຜູ້ເປັນເຈົ້າຈະຊົງປະທານພຣະບັນລັງແຫ່ງກະສັດດາວິດ ຜູ້ເປັນບັນພະບຸຣຸດຂອງເພິ່ນ. 33 ພຣະອົງຈະປົກຄອງເຫນືອເຊື້ອສາຍຂອງຢາໂຄບສືບໄປ, ແລະ ຣາຊະອານາຈັກຂອງພຣະອົງຈະບໍ່ມີທີ່ສິ້ນສຸດ.” 34 ຝ່າຍມາຣີອາຈິ່ງທູນຕໍ່ທູດສະຫວັນນັ້ນວ່າ, “ເຫດການນີ້ຈະເກີດເປັນໄປໄດ້ຢ່າງໃດ, ເພາະຂ້ານ້ອຍຍັງບໍ່ທັນໄດ້ຢູ່ຮ່ວມຫລັບນອນກັບຊາຍໃດເລີຍ?” 35 ທູດສະຫວັັນໄດ້ຕອບນາງວ່າ, “ພຣະວິນຍານບໍຣິສຸດຈະສະເດັດລົງມາເທິງເຈົ້າ ແລະ ຣິດເດດຂອງຜູ້ສູງສຸດຈະປົກຄຸມເຈົ້າໄວ້. ດັ່ງນັ້ນ ອົງບໍຣິສຸດທີ່ຈະເກີດມາ ຈະຖືກເອີ້ນວ່າເປັນ ພຣະບຸດຂອງພຣະເຈົ້າ. 36 ເບິ່ງແມ, ນາງເອລີຊາເບັດພີ່ນ້ອງຂອງເຈົ້າ ລາວຖືພາບຸດຊາຍເຫມືອນກັນ ໃນຂະນະທີ່ລາວມີອາຍຸແກ່ຊະຣາແລ້ວ. ນີ້ແມ່ນຫົກເດືອນຂອງລາວ, ຊຶ່ງນາງເຄີຍຖືກເອີ້ນວ່າເປັນຍິງຫມັນ. 37 ໃນພຣະເຈົ້າແລ້ວບໍ່ມີສິ່ງໃດເປັນໄປບໍ່ໄດ້.” 38 ມາຣີອາກ່າວວ່າ, “ຂ້ານ້ອຍເປັນຂ້ອຍຍິງຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ. ຂໍໃຫ້ສິ່ງເຫລົ່ານີ້ບັງເກີດແກ່ຂ້ານ້ອຍຕາມຄຳຂອງທ່ານເທີ້ນ!” ແລ້ວທູດສະຫວັນຕົນນັ້ນກໍຈາກນາງໄປ. 39 ຈາກນັ້ນມາຣີອາໄດ້ລຸກຂຶ້ນ ແລ້ວຮີບໄປຍັງເຂດພູເຂົາໂດຍໄວ, ເຖິງເມືອງຫນຶ່ງໃນແຂວງຢູດາຍ. 40 ນາງໄດ້ເຂົ້າໄປໃນເຮືອນຂອງເຊກາຣີຢາ ແລະ ໄດ້ກ່າວຄຳທັກທາຍ ເອລີຊາເບັດ. 41 ຂະນະທີ່ ເອລີຊາເບັດໄດ້ຍິນຄຳທັກທາຍຂອງ ມາຣີອາ, ບຸດໃນທ້ອງຂອງຕົນກໍດີ້ນ, ແລະ ເອລີຊາເບັດກໍເຕັມໄປດ້ວຍພຣະວິນຍານບໍລິສຸດ. 42 ນາງຈິ່ງຮ້ອງຂຶ້ນດ້ວຍສຽງອັນດັງວ່າ, “ພຣະພອນເປັນຂອງທ່ານໃນທ່າມກາງບັນດາພວກຜູ້ຍິງທັງປວງ, ແລະ ພຣະພອນກໍແມ່ນລູກໃນທ້ອງທ່ານ. 43 ເຫດສັນໃດຂ້ານ້ອຍຈິ່ງໄດ້ຮັບຄວາມເມດຕາຢ່າງນີ້ ຄືມານດາຂອງອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄດ້ມາຫາຂ້ານ້ອຍ? 44 ເບິ່ງແມ, ພໍສຽງທັກທາຍຂອງທ່ານເຂົ້າຫູຂ້ານ້ອຍ, ລູກໃນທ້ອງຂອງຂ້ານ້ອຍໄດ້ດີ້ນດ້ວຍຄວາມຍິນດີ. 45 ພຣະພອນແມ່ນເປັນຂອງຜູ້ທີ່ເຊື່ອວ່າສິ່ງເຫລົ່ານີ້ ຈະສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກກັບນາງ.” 46 ມາຣີອາກໍໄດ້ກ່າວວ່າ, "ຈິດໃຈຂອງຂ້ານ້ອຍສັນຣະເສີນຍ້ອງຍໍອົງພຣະຜູ້ເປັນເຈົ້າ, 47 ແລະ ຈິດວິນຍານຂອງຂ້ານ້ອຍກໍເກີດຄວາມຊື່ນຊົມຍິນດີ ໃນພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ." 48 ເພາະພຣະອົງຊົງທອດພຣະເນດ ຖານະອັນຕ່ຳຕ້ອຍຍິງຜູ້ຮັບໃຊ້ຂອງພຣະອົງ. ເບິ່ງແມ, ຈາກນີ້ເປັນຕົ້ນໄປຄົນທຸກສະໄຫມຈະເອີ້ນຂ້ານ້ອຍວ່າຜູ້ໄດ້ຮັບພຣະພອນ. 49 ເພາະວ່າຜູ້ຊົງຣິດໄດ້ຊົງກະທຳການອັນຍິ່ງໃຫຍ່ແກ່ຂ້ານ້ອຍ, ແລະພຣະນາມຂອງພຣະອົງກໍບໍຣິສຸດສັກສິດ. 50 ພຣະເມດຕາຂອງພຣະອົງຫລັ່ງໄຫລສູ່ຄົນແຕ່ລະຍຸກແຕ່ສະໄຫມ ແກ່ບັນດາຜູ້ທີ່ຢຳເກງພຣະອົງ. 51 ພຣະອົງສະແດງພຣະກຳລັງຂອງພຣະອົງດ້ວຍແຂນຂອງພຣະອົງ; ພຣະອົງຊົງກະທຳໃຫ້ຄົນທີ່ມີຄວາມຄິດ ຈິດໃຈຈອງຫອງ ໃຫ້ກະຈັດກະຈາຍໄປ. 52 ພຣະອົງຊົງປົດເຈົ້າຊາຍທັງຫລາຍລົງຈາກພຣະບັນລັງຂອງພວກເຂົາ ແລະ ພຣະອົງໄດ້ຊົງຍົກຊູຜູ້ຕ່ຳຕ້ອຍຂຶ້ນ. 53 ພຣະອົງຊົງເຕີມສິ່ງດີທັງຫລາຍໃຫ້ແກ່ຜູ້ທີ່ອຶດຫິວ, ແຕ່ຄົນຮັ່ງມີ ພຣະອົງປຣະທານຄວາມວ່າງເປົ່າໃຫ້. 54 ພຣະອົງຊົງປະທານຄວາມຊ່ອຍເຫລືອແກ່ຊາວອິສຣາເອນຜູ້ຮັບໃຊ້ຂອງພຣະອົງ, ເພື່ອຊົງລະນຶກເຖິງພຣະເມດຕາ 55 (ຕາມທີ່ພຣະອົງໄດ້ຊົງບອກໄວ້ກັບບັນພະບຸຣຸດທັງຫລາຍຂອງພວກເຮົາ) ຕໍ່ອັບຣາຮາມ ແລະ ຕໍ່ເຊື້ອສາຍຂອງເພິ່ນຕະຫລອດໄປເປັນນິດ. 56 ມາຣີອາໄດ້ອາໄສຢູ່ກັບອາລີຊາເບັດປະມານສາມເດືອນ ແລະ ຫລັງຈາກນັ້ນນາງກໍໄດ້ກັບຄືນໄປເຮືອນຂອງຕົນ. 57 ເວລານັ້ນກໍມາເຖິງທີ່ເອລີຊາເບັດຈະໃຫ້ກຳເນີດລູກຂອງລາວ ແລະນາງກໍໄດ້ກໍາເນີດລູກຊາຍ. 58 ເພື່ອນບ້ານຂອງນາງ ແລະ ພວກຍາດຕິພີ່ນ້ອງໄດ້ຍິນຂ່າວວ່າ ພຣະເຈົ້າໄດ້ຊົງສະແດງພຣະເມດຕາອັນຍິ່ງໃຫຍ່ແກ່ນາງ, ແລະ ພວກເຂົາກໍພາກັນຊົມຊື່ນຍິນດີຮ່ວມກັນກັບນາງ. 59 ເມື່ອຄົບເຖິງວັນທີແປດ ພວກເຂົາກໍພາກັນມາ ໃຫ້ເດັກນ້ອຍນັ້ນຮັບພິທີຕັດ. ພວກເຂົາຈະໃສ່ຊື່ເດັກນ້ອຍວ່າ"ເຊກາຣີຢາ," ຕາມຊື່ຂອງບິດາ. 60 ແຕ່ແມ່ຂອງເພິ່ນໄດ້ຕອບ ແລະ ໄດ້ກ່າວແກ່ພວກເຂົາວ່າ, “ບໍ່ແມ່ນ. ເພິ່ນຈະຖືກເອີ້ນວ່າ ໂຢຮັນ.” 61 ພວກເຂົາໄດ້ກ່າວແກ່ນາງວ່າ, “ໃນພວກພີ່ນ້ອງຂອງເຈົ້າບໍ່ມີໃຜທີ່ມີຊື່ຢ່າງນັ້ນ.” 62 ພວກເຂົາຈິ່ງສະແດງທ່າທີພາສາໃບ້ ແກ່ບິດາຂອງເດັກວ່າ ຢາກໃສ່ຊື່ເດັກນ້ອຍນັ້ນວ່າຢ່າງໃດ. 63 ບິດາຂອງເພິ່ນຂໍກະດານ ແລະ ຂຽນລົງໄປວ່າ “ຊື່ຂອງລາວແມ່ນ ໂຢຮັນ” ແລະ ພວກເຂົາກໍປະຫລາດໃຈໃນເລື່ອງນີ້. 64 ທັນໃດນັ້ນ ປາກຂອງເຊກາຣີຢາກໍເປີດອອກ ແລະ ລີ້ນຂອງລາວກໍອ່ອນ. ລາວເວົ້າໄດ້ ແລະ ກ່າວສັນຣະເສີນພຣະເຈົ້າ. 65 ທຸກຄົນຢູ່ອ້ອມຮອບເພິ່ນເກີດຄວາມຢ້ານກົວ ເລື່ອງທີ່ເກີດຂຶ້ນທັງຫມົດນີ້ກໍຖືກຊ່າລືໄປທົ່ວເນີນພູເຂດແດນຂອງຢູດາຍ. 66 ແລະທຸກຄົນທີ່ໄດ້ຍິນກໍເກັບເລື່ອງນີ້ໄວ້ໃນໃຈ, ຕ່າງໄດ້ເວົ້າວ່າ, “ເດັກນັ້ນຈະເຕີບໂຕເປັນຢ່າງໃດຕໍ່ໄປ?” ເພາະພຣະຫັດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ກັບລາວ. 67 ເຊກາຣີຢາບິດາຂອງເດັກ ກໍເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ໄດ້ທຳນວາຍວ່າ 68 “ສັນລະເສີນຜູ້ຊົງເປັນອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຂອງອິສຣາເອນ, ເພາະພຣະອົງມາເພື່ອຊ່ວຍ ແລະ ຊົງໄຖ່ເອົາພົນລະເມືອງຂອງພຣະອົງໄດ້ສຳເລັດ. 69 ພຣະອົງຊົງຍົກແກແຫ່ງຄວາມລອດພົ້ນ ສຳລັບພວກເຮົາ ໃນເຮືອນຂອງດາວິດ, ຜູ້ຮັບໃຊ້ຂອງພຣະອົງ, 70 (ຕາມທີ່ພຣະອົງໄດ້ຊົງກ່າວໄວ້ໂດຍປາກ ຂອງຜູ້ປະກາດພຣະທັມທີ່ສັກສິດ ຜູ້ຊຶ່ງຢູ່ໃນສະໄຫມບູຮານ), 71 ພຣະອົງຈະນຳຄວາມພົ້ນຈາກສັດຕູທັງຫລາຍຂອງພວກເຮົາ ແລະ ຈາກມືຄົນທັງປວງທີ່ກຽດຊັງພວກເຮົາ. 72 ພຣະອົງຈະເຮັດສິ່ງນີ້ ເພື່ອສະແດງພຣະເມດຕາ ແກ່ບິດາຂອງພວກເຮົາທັງຫລາຍ ແລະເພື່ອລະນຶກເຖິງພຣະສັນຍາອັນບໍຣິສຸດຂອງພຣະອົງ. 73 ຊຶ່ງເປັນຄຳສາບານທີ່ຊົງກ່າວໄວ້ແກ່ອັບຣາຮາມບິດາຂອງພວກເຮົາ. 74 ພຣະອົງຊົງສັນຍາກັບພວກເຮົາວ່າ, ພວກເຮົາຈະໄດ້ຮັບການປົດປ່ອຍຈາກມືຂອງສັດຕູ ແລະ ພວກເຮົາຈະໄດ້ບົວຣະບັດພຣະອົງໂດຍປາສະຈາກຄວາມຢ້ານ, 75 ດ້ວຍຄວາມບໍຣິສຸດ ແລະຄວາມຊອບທັມຕໍ່ພຣະພັກພຣະອົງຕະຫລອດຊີວິດຂອງພວກເຮົາ. 76 ແມ່ນແລ້ວ, ແລະ ເຈົ້າ, ລູກເອີຍ, ເຈົ້າຈະຖືກເອີ້ນວ່າ ຜູ້ປະກາດພຣະທັມຂອງພຣະເຈົ້າອົງຜູ້ສູງສຸດ, ເພາະວ່າເຈົ້າຈະໄປກ່ອນຫນ້າອົງພຣະຜູ້ເປັນເຈົ້າເພື່ອຕຽມຫົນທາງຂອງພຣະອົງເພື່ອຕຽມໄພ່ພົນຂອງພຣະອົງສໍາລັບການສະເດັດມາ, 77 ເພື່ອໃຫ້ຄວາມຮູ້ກ່ຽວກັບຄວາມລອດແກ່ປະຊາຊົນຂອງພຣະອົງໂດຍການໃຫ້ອະໄພບາບຍົກໂທດຄວາມຜິດບາບຂອງພວກເຂົາ. 78 ນີ້ຈະເກີດຂຶ້ນດ້ວຍໃຈມີພຣະເມດຕາກາຣຸນາຂອງພຣະເຈົ້າຂອງພວກເຮົາ, ເນື່ອງດ້ວຍແສງສະຫວ່າງໃນຍາມຮຸ່ງເຊົ້າຈາກທີ່ສູງຈະມາຊ່ວຍພວກເຮົາ. 79 ເພື່ອສ່ອງສະຫວ່າງໃຫ້ຜູ້ທີ່ຢູ່ໃນຄວາມມືດ ແລະ ໃນເງົາແຫ່ງຄວາມຕາຍ. ພຣະອົງຈະກະທຳສິ່ງນີ້ ເພື່ອນຳພາຕີນຂອງພວກເຮົາໄປໃນທາງແຫ່ງສັນຕິສຸກ.” 80 ບັດນີ້ ລູກນ້ອຍນັ້ນກໍໃຫຍ່ຂຶ້ນ ແລະ ໄດ້ກາຍເປັນຜູ້ເຂັ້ມແຂງໃນຝ່າຍຈິດວິນຍານ, ແລະເພິ່ນໄດ້ອາໄສຢູ່ໃນປ່າຈົນເຖິງວັນທີ່ຈະໄດ້ມາປະກົດແກ່ພວກອິສຣາເອນ.