1 ຢາໂກໂບ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ພຣະເຈົ້າອົງເຈົ້ານາຍພຣະເຢຊູຄຣິດ, ທັກທາຍ ເຖິງສິບສອງ ຕະກຸນທີ່ກະຈັດກະຈາຍຢູ່ນັ້ນ 2 ຈົ່ງຖືວ່າເປັນເລື່ອງທີ່ຫນ້າຍິນດີທັງຫມົດ, ອ້າຍນ້ອງຂອງເຮົາເອີຍ, ເມື່ອພວກເຈົ້າພົບການທົດລອງຕ່າງໆ. 3 ພວກເຈົ້າຮູ້ວ່າ ການຖືກທົດລອງ ຕໍ່ກັບຄວາມເຊື່ອຂອງພວກເຈົ້າ ກໍເຮັດໃຫ້ເກີດມີຄວາມພຽນອົດທົນ. 4 ຈົ່ງໃຫ້ຄວາມພຽນອົດທົນຂອງພວກເຈົ້ານັ້ນສຳເລັດຜົນ, ເພື່ອວ່າພວກເຈົ້າຈະໄດ້ກາຍເປັນຄົນທີ່ສຳເລັດ ແລະ ຄົບຖ້ວນທຸກປະການ, ໂດຍບໍ່ຂາດເຂີນສິ່ງໃດ. 5 ແຕ່ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນຂໍຈາກພຣະເຈົ້າ, ຜູ້ຊົງປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະຣຸນາ ໂດຍບໍ່ກ່າວຕິຕຽນແກ່ຜູ້ທີ່ຂໍ, ແລະ ພຣະອົງກໍຈະປະທານໃຫ້. 6 ແຕ່ໃຫ້ຜູ້ນັ້ນຂໍດ້ວຍຄວາມເຊື່ອ, ຢ່າໃຫ້ມີໃຈສົງໃສສິ່ງໃດ. ເພາະຜູ້ທີ່ສົງໃສນັ້ນເປັນເຫມືອນຟອງນໍ້າທີ່ຖືກລົມພັດຊັດໄປມາ. 7 ຢ່າໃຫ້ຜູ້ນັ້ນຄິດວ່າຕົນຈະໄດ້ຮັບສິ່ງໃດຈາກພຣະເຈົ້າອົງເຈົ້ານາຍ. 8 ເພາະເປັນຄົນສອງໃຈບໍ່ແນ່ນອນໃນທຸກສິ່ງທີ່ຕົນກະທຳ. 9 ໃຫ້ພີ່ນ້ອງທີ່ຕໍ່າຕ້ອຍ ຈົ່ງອວດອ້າງໃນການທີ່ພຣະເຈົ້າຍົກຕົວໃຫ້ສູງຂຶ້ນ, 10 ແຕ່ໃຫ້ຄົນ ຮັ່ງມີຈົ່ງອວດອ້າງ ໃນການທີ່ພຣະເຈົ້າຊົງໃຫ້ຕົກຕໍ່າລົງ, ເພາະວ່າຕົນຈະຕ້ອງລ່ວງລັບໄປເຫມືອນດັ່ງດອກຫຍ້າ. 11 ເມື່ອຕາເວັນ ຂຶ້ນດ້ວຍຄວາມຮ້ອນອັນແຮງກ້າ ແລະ ເຮັດໃຫ້ຕົ້ນຫຍ້າຫ່ຽວແຫ້ງໄປ. ດອກຫຍ້າກໍຫລົ່ນລົງ, ແລະຄວາມງາມກໍສູນສິ້ນໄປ. ໃນທຳນອງດຽວກັນ, ຄົນຮັ່ງມີຈະຈາງຫາຍໄປໃນຂະນະທີ່ດຳເນີນງານຂອງຕົນເຫມືອນກັນ. 12 ພຣະພອນກໍ່ເປັນຂອງຄົນທີ່ພຽນອົດທົນຕໍ່ການທົດລອງ. ເພາະເມື່ອຜູ້ນັ້ນທົນໄດ້ແລ້ວ, ເຂົາກໍຈະໄດ້ຮັບມົງກຸດແຫ່ງຊີວິດ, ຊຶ່ງພຣະເຈົ້າໄດ້ສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ. 13 ເມື່ອຜູ້ໃດຖືກລໍ້ລວງໃຫ້ຫລົງ ຢ່າໃຫ້ຜູ້ນັ້ນເວົ້າວ່າ, “ພຣະເຈົ້າຊົງລໍ້ລວງຂ້ອຍໃຫ້ຫລົງ” ເພາະວ່າພຣະເຈົ້າບໍ່ໄດ້ຖືຢົ່ວຍຸໂດຍຄວາມຊົ່ວ ແລະ ພຣະອົງເອງກໍບໍ່ຊົງທົດລອງຜູ້ໃດໃຫ້ຫລົງຈັກເທື່ອ. 14 ແຕ່ວ່າທຸກຄົນທີ່ຖືກທົດລອງໃຫ້ຫລົງ ກໍຍ້ອນຄວາມປາຖະນາຂອງເຂົາເອງ, ຊຶ່ງຊັກຈ່ອງ ແລະ ຫລອກລວງເຂົາໃຫ້ເຮັດຕາມ. 15 ເມື່ອຄວາມປາຖະນາຊົ່ວຕັ້ງຮາກແລ້ວ, ກໍ່ໃຫ້ເກີດຄວາມຜິດບາບ, ແລະ ເມື່ອຄວາມຜິດບາບໃຫຍ່ຂຶ້ນເຕັມທີ່ແລ້ວ, ກໍ່ໃຫ້ເກີດມີຄວາມຕາຍ. 16 ພີ່ນ້ອງທີ່ຮັກຂອງເຮົາເອີຍ, ຢ່າໄດ້ຫລົງຜິດໄປເລີຍ. 17 ຂອງປະທານອັນດີທຸກຢ່າງ ແລະ ຂອງຂວັນອັນປະເສີດທຸກປະການ ຍ່ອມມາຈາກເບື້ອງເທິງ. ສິ່ງເຫລົ່ານັ້ນລົງມາຈາກພຣະບິດາແຫ່ງຄວາມສະຫວ່າງ. ໃນພຣະອົງນັ້ນບໍ່ມີການ ປ່ຽນແປງ ແລະ ບໍ່ມີເງົາເນື່ອງຈາກການຫມູນວຽນ. 18 ພຣະເຈົ້າເລືອກທີ່ຈະໃຫ້ກໍາເນີດພວກເຮົາ ດ້ວຍພຣະຄໍາແຫ່ງຄວາມຈິງ, ເພື່ອພວກເຮົາຈະເປັນຢ່າງຜົນທຳອິດແຫ່ງສິ່ງທັງຫລາຍທີ່ ພຣະອົງໄດ້ສ້າງ. 19 ພີ່ນ້ອງທີ່ຮັກເອີຍ, ຈົ່ງຈົດຈຳຂໍ້ນີ້ໄວ້: ໃຫ້ທຸກຄົນວ່ອງໄວໃນການຟັງ, ຊ້າໃນການເວົ້າ, ຊ້າໃນການຮ້າຍ. 20 ເພາະຄວາມຮ້າຍຂອງມະນຸດບໍ່ໄດ້ເຮັດໃຫ້ ຄວາມຍຸດຕິທໍາຂອງພຣະເຈົ້າເກີດມາ. 21 ເຫດສະນັ້ນ ຈົ່ງຫລີກຈາກຄວາມຊົ່ວມົວໝອງທຸກຢ່າງ ແລະ ຄວາມຊົ່ວຮ້າຍອັນເຫລືອຫລາຍ. ຈົ່ງນ້ອມໃຈຮັບເອົາ ພຣະຄໍາທີ່ປູກຝັງໄວ້ແລ້ວນັ້ນ, ຈຶ່ງສາມາດຊ່ວຍ ຈິດໃຈຂອງພວກເຈົ້າໃຫ້ພົ້ນໄດ້. 22 ຈົ່ງເປັນຜູ້ປະຕິບັດຕາມພຣະຄໍານັ້ນ ແລະຢ່າເປັນພຽງຜູ້ຟັງ, ພຽງແຕ່ຫລອກລວງຕົວເຈົ້າເອງເທົ່ານັ້ນ. 23 ສຳລັບຜູ້ໃດ ທີ່ເປັນຜູ້ຟັງພຣະຄໍາແລ້ວ ແຕ່ບໍ່ເຮັດຕາມ, ລາວກໍເປັນດັ່ງຄົນທີ່ແຍງແວ່ນ ເບິ່ງເຫັນຫນ້າຂອງຕົນເອງເທົ່ານັ້ນ. 24 ເຂົາແຍງເບິ່ງຕົນເອງ ແລ້ວກໍອອກໄປ ແລະ ກໍລືມໃນທັນທີນັ້ນໂລດວ່າຕົນເອງເປັນແນວໃດ. 25 ແຕ່ຜູ້ໃດທີ່ພິຈາລະນາເບິ່ງຢ່າງລະມັດລະວັງໃນກົດບັນຍັດ ອັນຄົບຖ້ວນແຫ່ງອິດສະລະພາບນັ້ນ, ແລະ ສືບຕໍ່ປະຕິບັດຕາມ ຕັ້ງຫມັ້ນຢູ່ໃນກົດບັນຍັດຂອງພຣະເຈົ້າ, ບໍ່ແມ່ນພຽງແຕ່ເປັນຜູ້ທີ່ໄດ້ຍິນແລ້ວລືມໄປ, ຄົນນັ້ນແຫລະຈະໄດ້ຮັບພຣະພອນຈາກພຣະເຈົ້າ ໃນສິ່ງທີ່ເຂົາກະທຳ. 26 ຖ້າຜູ້ໃດຄິດວ່າຕົນເປັນຄົນມີສາສະໜາ, ແລະບໍ່ໄດ້ຫ້າມລີ້ນຂອງຕົນ, ຜູ້ນັ້ນກໍຫລອກລວງ ໃຈຕົນເອງເທົ່ານັ້ນ, ແລ້ວສາສະໜາຂອງຜູ້ນັ້ນກໍບໍ່ມີປະໂຫຍດຫມົດ. 27 ສາສະໜານັ້ນບໍຣິສຸດ ແລະ ບໍ່ມີການຊົ່ວມົວຫມອງຕໍ່ໜ້າພຣະເຈົ້າ ແລະພຣະບິດາຂອງເຮົາຄື ການຊ່ວຍເຫລືອລູກກຳພ້າ ແລະ ຍິງໝ້າຍທີ່ມີຄວາມທຸກຍາກລຳບາກ, ແລະ ຮັກສາຕົວໃຫ້ພົ້ນຈາກການຊົ່ວມົວໝອງຂອງທາງໂລກ.