ພຣະຢາເວບອກກັບອັບຣາມບໍ່ຕ້ອງກັງວົນ, ແລະພຣະອົງເປັນໂລ້ກຳບັງຂອງອັບຣາມ ແລະ ບຳເຫນັດອັນຍິ່ງໃຫຍ່.
ອັບຣາມມີຄວາມກັງວົນໃຈ ເພາະວ່າລາວຍັງບໍ່ມີລູກ, ແລະຜູ້ຮັບໃຊ້ເປັນຜູ້ສືບທອດມໍຣະດົກຂອງລາວ.
ພຣະຢາເວກ່າວວ່າຄົນຫນຶ່ງທີ່ມາຈາກຮ່າງກາຍຂອງອັບຣາມຈະເປັນຜູ້ສືບທອດມໍລະດົກຂອງລາວ.
ພຣະຢາເວກ່າວວ່າ ອັບຣາມຈະມີລູກຫລານເປັນຈຳນວນຫລວງຫລາຍຄືກັນກັບດວງດາວ.
ອັບຣາມເຊື່ອໃນພຣະຢາເວ, ແລະ ພຣະຢາເວຖືວ່າ ອັບຣາມເປັນຄວາມຊອບທັມ.
ອັບຣາມຖາມພຣະຢາເວວ່າ, "ຂ້ານ້ອຍຈະຮູ້ໄດ້ຢ່າງໃດ ວ່າຂ້ານ້ອຍຈະໄດ້ແຜ່ນດິນນີ້ເປັນກຳມະສິດ?"
ອັບຣາມຕັດສັດເປັນສອງສ່ວນ ແລະ ວາງເຄິ່ງຫນຶ່ງກົງກັນຂ້າມກັນ.
ໃນເວລາທີ່ແສງຕາເວັນກຳລັງລົງອັບຣາມຮູ້ສຶກງ່ວງນອນ ແລະ ຄວາມມືດທີ່ເລິກລ້ຳແລະ ຫນ້າຢ້ານກົວອັນໃຫຍ່ກໍໄດ້ມາຄອບງຳເພິ່ນໄວ້.
ພຣະຢາເວຈຶ່ງໄດ້ກ່າວກັບອັບຣາມວ່າ ຈົ່ງຮູ້ແນ່ເຖີດວ່າເຊື້ອສາຍທັງຫລາຍຂອງອັບຣາມຈະເປັນທາດ ແລະ ຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີ.
ພຣະຢາເວກ່າວວ່າພຣະອົງຈະຕັດສິນຊົນຊາດນັ້ນ.
ພຣະຢາເວກ່າວວ່າອັບຣາມຈະເສຍຊີວິດໂດຍສະຫງົບສຸກເມື່ອລາວແກ່ຊະຣາ.
ຄວາມບາບຂອງຄົນອາໂມໄຣຈະເຖິງຂີດສູງສຸດ ກ່ອນທີ່ລູກຫລານຂອງອັບຣາມຈະໄດ້ກັບມາ.
ຫມໍ້ຄວັນໄຟ ແລະ ເຕົາໄຟລຸກຢູ່ນັ້ນໄດ້ຜ່ານລະຫວ່າງກາງຂອງຕ່ອນສັດ.
ພຣະຢາເວໄດ້ເຮັດພັນທະສັນຍາກັບອັບຣາມວ່າລາວ ຈະໃຫ້ແຜ່ນດິນນີ້ແກ່ລູກຫລານຂອງອັບຣາມ.