ບົດທີ 50
1
ແລ້ວໂຢເຊັບກໍໄດ້ໂສກເສົ້າເສຍໃຈເປັນຢ່າງຫລາຍ ເຂົາໄດ້ກົ້ມລົງເທິງໃບຫນ້າຂອງພໍ່ຂອງເຂົາ, ເເລະເຂົາໄດ້ຮ້ອງໄຫ້ເທິງຮ່າງກາຍຂອງພໍ່ເຂົາເເລະໄດ້ຈູບເຂົາ.
2
ໂຢເຊັບໄດ້ສັ່ງຄົນຮັບໃຊ້ຂອງເຂົາ ເຊຶ່ງເປັນເເພດໃຫ້ອາບນໍ້າຢາຮັກສາຊາກສົບຂອງພໍ່ຂອງເຂົາ. ດັ່ງນັ້ນພວກເເພດຈຶ່ງໄດ້ອາບນ້ຳຢາອິດສະຣາເອນ.
3
ພວກເຂົາໃຊ້ເວລາສີ່ສິບວັນ, ເພື່ອດອງສົບ ເເລ້ວຊາວອີຢິບທັງຫລາຍໄດ້ໄວ້ທຸກເພື່ອເຂົາເປັນເວລາເຈັດສິບວັນ.
4
ເມື່ອເວລາການໄວ້ທຸກໄດ້ຜ່ານໄປ, ໂຢເຊັບໄດ້ເວົ້າກັບຂ້າຣາຊະສຳນັກຂອງຟາໂຣກ່າວວ່າ, "ຖ້າບັດນີ້ ຂ້າພະເຈົ້າໄດ້ເປັນທີ່ຊອບໃນສາຍຕາຂອງພວກທ່ານ, ຂໍໄດ້ໂປດທູນຟາໂຣວ່າ,
5
ພໍ່ຂອງເຂົາໄດ້ໃຫ້ເຂົາສາບານວ່າ, "ເບິ່ງເຖີດ, ເຮົາກຳລັງຈະຕາຍ. ຈົ່ງຝັງເຮົາໄດ້ສຳລັບຕົວເຮົາເອງໃນເເຜ່ນດິນການາອານ. ພວກເຈົ້າຈົ່ງຝັງເຮົາໄວ້ທີ່ນັ້ນ." ບັດນີ້ຂໍໃຫ້ເຮົາໄດ້ຂຶ້ນໄປ ເເລະຝັງພໍ່ຂອງເຮົາ, ແລະຈາກນັ້ນເຮົາຈະກັບມາ.""
6
ຟາໂຣໄດ້ຕອບ, "ໄປເຖີດ ແລະຈົ່ງຝັງພໍ່ຂອງເຈົ້າ, ດັ່ງທີ່ເຂົາໄດ້ໃຫ້ສາບານໄວ້."
7
ໂຢເຊັບໄດ້ຂຶ້ນໄປຝັງສົບພໍ່ຂອງຕົນ. ຂ້າຣາຊະການທັງຫມົດຂອງຟາໂຣກໍໄດ້ໄປກັບເຂົາຄືຂ້າຣາຊະສຳນັກທັງຫລາຍຂອງຟາໂຣ, ຂ້າຣາຊະການຜູ້ໃຫ່ຍທັງຫມົດຂອງເເຜ່ນດິນອີຢິບ,
8
ພ້ອມດ້ວຍຄົວເຮືອນທັງຫມົດຂອງໂຢເຊັບ, ເເລະພວກພີ່ນ້ອງຂອງເຂົາ, ເເລະຄົວເຮືອນຂອງພໍ່ຂອງເຂົາ ຍົກເວັ້ນທັງຫລາຍຂອງພວກເຂົາໄດ້ຖືກປະຖິ້ມທີ່ເເຜ່ນດິນເມືອງໂກເຊນ.
9
ຂະບວນລົດຮົບທັງຫລາຍ ເເລະນັກຮົບທັງຫລາຍ. ກໍໄດ້ໄປກັບເຂົາດ້ວຍນັບເປັນຄົນກຸ່ມໃຫ່ຍ.
10
ເມື່ອພວກເຂົາໄດ້ມາຮອດລານນວດເຂົ້່າເເຫ່ງອາທາດ ເທິງອີກຝັ່ງຫນຶ່ງຂອງເເມ່ນໍ້າຈໍເເດນ, ພວກເຂົາໄດ້ຮ້ອງຄ່ຳຄວນຢ່າງຫລາຍເເລະໂສກເສົ້າເສຍໃຈຢ່າງຍິ່ງ. ທີ່ນັ້ນໂຢເຊັບໄດ້ໃຫ້ມີການຄ່ຳຄວນເພື່ອພໍ່ຂອງເຂົາ.
11
ເປັນເວລາເຈັດວັນ, ເມື່ອຄົນການາອານ, ທີ່ອາໄສຢູ່ໃນເເຜ່ນດິນໄດ້ຄ່ຳຄວນທີ່ລານນວດເຂົ້າເເຫ່ງອາທາດ, ພວກເຂົາໄດ້ເວົ້າວ່າ, "ນີ້ຄືວາລະເເຫ່ງຄວາມເສຍໃຈຢ່າງຍິ່ງສຳລັບຄົນອີຢິບທັງຫລາຍ." ນັ້ນຄືສາເຫດທີ່ເອີ້ນສະຖານທີ່ນັ້ນເຊິ່ງຢູ່ອີິກພາກຫນື່ງຂອງເເມ່ນ້ຳຈໍເເດນວ່າ, ອາເບັນມິຊະຣາອີມ.
12
ດັ່ງນັ້ນລູກຊາຍທັງຫລາຍພວກລູກຫລານຂອງເຂົາ.
13
ໄດ້ກະທຳເພື່ອຢາໂຄບຕາມທີ່ໄດ້ສັ່ງພວກເຂົາໄວ້ ລູກຊາຍທັງຫລາຍຂອງເຂົາໄດ້ນໍາເຂົາມາຍັງເເຜ່ນດິນການານອານ ເເລະໄດ້ຝັງເຂົາໃນຖ້ຳໃນທົ່ງນາຂອງມັດເປລາ, ໃກ້ມັນເຣ. ອັບຣາຮາມໄດ້ຊື້ຖ້ຳນັ້ນກັບທົ່ງນາເພື່ອເປັນສຸສານ ເຂົາໄດ້ຊື້ຈາກເອຟະໂລນຄົນຮິດຕີ.
14
ຫລັງຈາກທີ່ເຂົາຝັງພໍ່ຂອງເຂົາເເລ້ວ, ໂຢເຊັບກໍໄດ້ກັບໄປຍັງອີຢິບ, ເຂົາ, ເເລະພວກພີ່ນ້ອງຂອງເຂົາ, ເເລະທັງຫມົດຜູ້ທີ່ໄດ້ເດີນທາງຮ່ວມໄປກັບເຂົາ ເພື່ອຝັງພໍ່ຂອງເຂົາ.
15
ເມື່ອພວກອ້າຍຂອງໂຢເຊັບໄດ້ເຫັນວ່າພໍ່ຂອງພວກເຂົາໄດ້ເສຍຊີວິດເເລ້ວ, ພວກເຂົາໄດ້ເວົ້າວ່າ, "ມີຍັງຈະເກີດຂຶ້ນຖ້າໂຢເຊັບຍັງໃຈຮ້າຍໃຫ້ພວກເຮົາ ເເລະຕ້ອງການເເກ້ເເຄ້ນພວກເຮົາຍ່າງເຕັມທີ່ສຳລັບສິ່ງທີ່ຊົ່ວຮ້າຍທີ່ພວກເຮົາໄດ້ກະທຳໄວ້ກັບເຂົາ?"
16
ດັ່ງນັ້ນພວກເຂົາໄດ້ໃຫ້ຄົນໄປຫາໂຢເຊັບ, ກ່າວວ່າ, "ພໍ່ຂອງທ່ານໄດ້ສັ່ງໄວ້ກ່ອນທີ່ທ່ານຈະຕາຍ, ວ່າ,
17
ຈົ່ງບອກໂຢເຊັບດັ່ງນີ້ວ່າ, "ຂໍໃຫ້ຍົກໂທດການລ່ວງລະເມີດຂອງພວກອ້າຍຂອງເຈົ້າ ເເລະຄວາມບາບຂອງພວກເຂົາໄດ້ກະທຳສິ່ງທີ່ຜິດຕໍ່ເຈົ້າ." ບັດນີ້ຂໍໃຫ້ຍົກໂທດພວກຄົນຮັບໃຊ້ຂອງພຣະເຈົ້າຂອງພໍ່ຂອງທ່ານ." ໂຢເຊັບໄດ້ຮ້ອງໄຫ້ເມື່ອພວກເຂົາໄດ້ເວົ້າກັບເຂົາ.
18
ພວກອ້າຍໄດ້ໄປ ເເລະກົ້ມຫນ້າຕໍ່ໂຢເຊັບດ້ວຍ ພວກເຂົາວ່າ, "ເບິ່ງເຖີດ, ພວກເຮົາເປັນຄົນຮັບໃຊ້ທັງຫລາຍຂອງທ່ານ."
19
ແຕ່ໂຢເຊັບໄດ້ຕອບພວກເຂົາວ່າ, "ຢ່າຢ້ານເລີຍ. ຂ້ອຍຢູ່ໃນຫນ້າທີ່ຂອງພຣະເຈົ້້າບໍ?
20
ສຳລັບພວກອ້າຍ, ພວກອ້າຍໄດ້ມຸ້ງທຳຮ້າຍຕໍ່ນ້ອງ, ເເຕ່ພຣະເຈົ້າໄດ້ສົ່ງເຮັດໃຫ້ເກີດຜົນດີ, ເພື່ອຮັກສາຊີວິດຄົນຈຳນວນຫລາຍ, ດັ່ງທີ່ພວກອ້າຍໆເຫັນທຸກມື້ນີ້.
21
ດັ່ງນັ້ນ ບັດນີ້ຢ່າຢານເລີຍ. ນ້ອງຈະຈັດການດູເເລພວກອ້າຍໆ ເເລະລູກທັງຫລາຍຂອງພວກອ້າຍ." ເຂົາໄດ້ປອບໃຈພວກເຂົາດ້ວຍວິທີນີ້ເເລະໄດ້ເວົ້າຢ່າງເມດຕາຕໍ່ຈິດໃຈຂອງພວກເຂົາ.
22
ໂຢເຊັບໄດ້ໃຊ້ຊີວິດຢູ່ໃນອີຢິບ, ກັບຄອບຄົວຂອງພໍ່ຂອງເຂົາ. ໄດ້ມີຊີວິດຫນຶ່ງຮ້ອຍສິບປີ.
23
ໂຢເຊັບໄດ້ເຫັນລູກທັງຫລາຍຂອງເອຟຣາອິມຮອດຮຸ້ນທີ່ສາມ. ເຂົາໄດ້ເຫັນລູກທັງຫລາຍຂອງມາກີ ລູກຊາຍຂອງມັດເສ, ຜູ້ເຊິ່ງຖືກວາງເທິງເຂົາຂອງໂຢເຊັບ.
24
ໂຢເຊັບໄດ້ເວົ້າກັບພວກພີ່ນ້ອງເຂົາວ່າ, "ເຮົາກຳລັງຈະຕາຍ; ເເຕ່ເເນ່ນອນພຣະເຈົ້າຈະມາຍາມພວກທ່ານ ເເລະນໍາພວກທ່ານອອກໄປຈາກເເຜ່ນດິນນີ້ ໄປຍັງເເຜ່ນດິນທີ່ພຣະອົງຊົງສັນຍາທີ່ປຣະທານໃຫ້ເເກ່ອັບຣາຮາມ, ເເກ່ອີຊາກ, ເເລະຢາໂຄບ."
25
ແລ້ວໂຢເຊັບກໍໄດ້ໃຫ້ຄົນອິສະຣາເອນໃຫ້ຄຳສັດຈະສາບານ. ເຂົາໄດ້ເວົ້າ, "ເເນ່ນອນພຣະເຈົ້າຈະມາຢາມພວກທ່ານ. ໃນເວລານັ້ນພວກທ່ານຕ້ອງນຳກະດູກຂອງເຮົາໄປຈາກທີ່ນີ້."
26
ດັ່ງນັ້ນໂຢເຊັບໄດ້ເສຍຊີວິດ, ເມຶ່ອອາຍຸໄດ້ 110 ປີ. ພວກເຂົາໄດ້ອາບນໍ້າຢາຮັກສາຊາກສົບເຂົາ ເເລະເຂົາໄດ້ຖືກໃຊ້ໄວ້ໃນໂລງໃນອີຢິບ.